ກົດໝາຍວ່າດ້ວຍການຈະລາຈອນທາງບົກ(ສະບັບປັບປຸງ) 22-12-2012

From Wikisource
Jump to navigation Jump to search

.ການຈະລາຈອນທາງບົກ(ສະບັບປັບປຸງ) 22-12-2012


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງ(ປັບປຸງ)ຈຸດປະສົງ

ມາດຕາໜຶ່ງ(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງ,ຕິດຕາມ ແລະກວດກາການຈະລາຈອນທາງບົກເພື່ອອໍານວຍຄວາມສະດວກ, ຄວບຄຸມການສັນຈອນແລະການນໍາໃຊ້ຍານພາຫະນະຕາມເສັ້ນທາງ ບົກໃຫ້ມີຄວາມສະດວກ,ໂລ່ງລ່ຽນ,ປອດໄພແລະເປັນລະບຽບຮຽບ ຮ້ອຍແນ່ໃສ່ຫຼຸດຜ່ອນອຸປະຕິເຫດ,ຄວາມແອອັດໃນການສັນຈອນຕິດພັນ ກັບການບໍລິການ,ການປົກປັກຮັກສາເສັ້ນທາງ,ສິ່ງແວດລ້ອມ,ຊີວິດ, ຊັບສິນຂອງບຸກຄົນແລະສາທາລະນະປະກອບສ່ວນເຂົ້າໃນການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ,ການພັດທະນາເສດຖະກິດ-ສັງຄົມ ຂອງຊາດແລະການເຊື່ອມໂຍງກັບສາກົນ. ...ມາດຕາສອງ(ໃໝ່)ການຈະລາຈອນທາງບົກ

ມາດຕາສອງ(ໃໝ່)ການຈະລາຈອນທາງບົກ ການຈະລາຈອນທາງບົກແມ່ນການສັນຈອນໄປມາຂອງຄົນ ແລະສັດດ້ວຍການນໍາໃຊ້ຫຼືບໍ່ນໍາໃຊ້ພາຫະນະແລະຍານຫາຫະນະຊະ ນິດຕ່າງໆຕາມເສັ້ນທາງບົກໂດຍປະຕິບັດກົດຈະລະຈອນຢ່າງຖືກຕ້ອງ. ...ມາດຕາສາມ(ປັບປຸງ)ການອະທິບາຍຄໍາສັບ

ມາດຕາສາມ(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: ໜຶ່ງກົດຈະລາຈອນໝາຍເຖິງລະບຽບການລະອຽດກ່ຽວກັບ ການຈະລາຈອນທາງບົກ. ສອງປ້າຍຈະລາຈອນໝາຍເຖິງເຄື່ອງໝາຍຊີ້ບອກການປະ ຕິບັດກົດຈະລາຈອນຕາມເສັ້ນທາງບົກ. ສາມເຄື່ອງໝາຍຈະລາຈອນໝາຍເຖິງສິ່ງຊີ້ບອກກົດຈະລາ ຈອນຕາມເສັ້ນທາງບົກດ້ວຍການຕິດຕັ້ງປ້າຍ,ຂີດ,ຂຽນ,ແຕ້ມໄວ້ ຕາມໜ້າທາງ,ປ່າທາງ,ຂອບທາງ,ແຄມທາງແລະເທິງທາງ. ສີ່ໃບຂັບຂີ່ຍານພາຫະນະໝາຍເຖິງໃບອະນຸຍາດໃຫ້ຂັບຂີ່ ຍານພາຫະນະທີ່ອອກໃຫ້ໂດຍຂະແໜງການໂຍທາທິການແລະຂົນ ສົ່ງ. ຫ້າຜູ້ນໍາໃຊ້ເສັ້ນທາງໝາຍເຖິງຜູ້ຂັບຂີ່ຫຼືນໍາໃຊ້ຍານພາຫະ ນະ,ຄົນຍ່າງ,ຜູ້ຄວບຄຸມສັດ,ຜູ້ອະນາໄມ,ຜູ້ສ້ອມແປງ,ຜູ້ຕິດຕັ້ງປ້າຍ ແລະເຄື່ອງໝາຍຈະລາຈອນຕາມເສັ້ນທາງບົກ. ຫົກເສັ້ນທາງໝາຍເຖິງຂອບເຂດພື້ນທີ່ຊຶ່ງໄດ້ກໍ່ສ້າງຂຶ້ນເພື່ອ ຮັບໃຊ້ໃຫ້ແກ່ການຈະລາຈອນທາງບົກ. ເຈັດຖະໜົນໝາຍເຖິງພື້ນທີ່ຂອງເສັ້ນທາງຫຼືຫົນທາງທັງໝົດ ທີ່ນໍາໃຊ້ສໍາລັບການຈະລາຈອນທາງບົກໃນຕົວເມືອງ. ແປດໜ້າທາງໝາຍເຖິງພື້ນທີ່ຂອງເສັ້ນທາງທີ່ນໍາໃຊ້ສໍາລັບ ການສັນຈອນຂອງຍານພາຫະນະ. ເກົ້າຊ່ອງຈະລາຈອນໝາຍເຖິງພື້ນທີ່ຂອງເສັ້ນທາງທີ່ແບ່ງ ຂອບເຂດໜ້າທາງຕາມລວງຍາຍຂອງເສັ້ນທາງແລະມີຄວາມ ກວ້າງຕາມມາະຕະຖານທີ່ກໍານົດ. ສິບທາງຄົບໝາຍເຖິງເສັ້ນທາງທີ່ຕັດກັນຫຼືຄົບກັນຢູ່ໃນລະດັບ ໜ້າທາງດຽວກັນນັບແຕ່ສອງເສັ້ນຂຶ້ນໄປ. ສິບເອັດທາງແຍກໝາຍເຖິງເສັ້ນທາງທີ່ແຍກອອກເປັນຫຼາຍ ເສັ້ນທາງ. ສິບສອງຢຸດລົດໝາຍເຖິງຢຸດເຄື່ອນໄຫວຍານພາຫະນະຢູ່ຈຸດ ທີ່ກໍານົດຕາມເສັ້ນທາງຫຼືຖະໜົນໃນເວລາອັນສັ້ນໂດຍບໍ່ມອດຈັກແລະ ຜູ້ຂັບຂີ່ຕ້ອງປະຈໍາຢູ່ຕໍາແໜ່ງຂອງຄົນຂັບ. ສິບສາມຈອດລົດໝາຍເຖິງຢຸດເຄື່ອນໄຫວຢູ່ຈຸດທີ່ກໍານົດຕາມ ເສັ້ນທາງຫຼືຖະໜົນໂດຍມອດຈັກແລະຜູ້ຂັບຂີ່ສາມາດອອກຈາກຍານ ພາຫະນະໄດ້. ສິບສີ່ລົດຫົວລາກໝາຍເຖິງຍານພາຫະນະທີ່ມີລະບົບຂັບ ເຄື່ອນດ້ວຍເຄື່ອງຈັກນໍາໃຊ້ສໍາລັບແກ່ເຄິ່ງຫາງລາກ. ສິບຫ້າເຄິ່ງຫາງລາກໝາຍເຖິງພາຫະນະທີ່ເກາະໃສ່ລົດຫົວ ລາກ. ສິບຫົກທາງລາກໝາຍເຖິງພາຫະນະທີ່ເກາະໃສ່ລົດຂົນສົ່ງ ທົ່ວໄປ. ສິບເຈັດການສັນຈອນພິເສດໝາຍເຖິງການສັນຈອນຂອງ ຂະບວນລົດຜູ້ນໍາ,ແຂກຕ່າງປະເທດ,ລົດໂຮງໝໍ,ລົດມອບໄຟ,ລົດກູ້ ໄພ,ລົດຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ມີລະບົບສັນຍານແຈ້ງເຕືອນຊຶ່ງກໍາລັງປະ ຕິບັດໜ້າທີ່ອັນຮີບດ່ວນ. ສິບແປດເຂດຊຸມຊົນໝາຍເຖິງບໍລິເວນທີ່ມີປະຊາຊົນອາໄສ ຢູ່ຢ່າງໜາແໜ້ນ. ສິບເກົ້າຍານພາຫະນະໝາຍເຖິງພາຫະນະທີ່ແລ່ນດ້ວຍ ເຄື່ອງຈັກ. ...ມາດຕາສີ່(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບການຈະລາຈອນທາງບົກ

ມາດຕາສີ່(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບການຈະລາຈອນ ທາງບົກ ລັດສົ່ງເສີມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະ ຕ່າງປະເທດລົງທຶນເຂົ້າໃນການພັດທະນາ,ກໍ່ສ້າງ,ບູລະນະ,ຕິດຕັ້ງ ແລະປົກປັກຮັກສາລະບົບການຈະລາຈອນທາງບົກໃຫ້ມີປະສິດທິຜົນ ແລະຍືນຍົງໂດຍນໍາໃຊ້ວິທະຍາສາດ,ເຕັກນິກແລະເຕັກໂນໂລຊີທີ່ທັນ ສະໄໝ. ລັດຊຸກຍູ້ແລະສົ່ງເສີມໃຫ້ມີການພັດທະນາວຽກງານຂົນສົ່ງມວນ ຊົນໃນຕົວເມືອງເພື່ອຮັບປະກັນການຈະລາຈອນໃນຕົວເມືອງມີຄວາມ ສະດວກ,ໂລ່ງລ່ຽນ,ປອດໄພແລະເປັນລະບຽບຮຽບຮ້ອຍພ້ອມທັງບໍ່ ສ້າງຜົນກະທົບຕໍ່ສິ່ງແວດລ້ອມແລະເປັນຕົວເມືອງທີ່ໜ້າຢູ່.

...ມາດຕາຫ້າ(ປັບປຸງ)ຫຼັກການກ່ຽວກັບວຽກງານຈະລາຈອນທາງບົກ

ມາດຕາຫ້າ(ປັບປຸງ)ຫຼັກການກ່ຽວກັບວຽກງານຈະລາຈອນທາງບົກ ວຽກງານຈະລາຈອນທາງບົກໃຫ້ປະຕິບັດຕາມຫຼັກການດັ່ງນີ້: ໜຶ່ງຮັບປະກັນຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ,ແຜນຍຸດທະສາດແລະແຜນດໍາເນີນງານຄວາມປອດ ໄພທາງຖະໜົນເພື່ອເຮັດໃຫ້ວຽກງານຈະລາຈອນທາງບົກມີລະບົບກົມ ກຽວແລະກ້າວໄປສູ່ຄວາມທັນສະໄໝ. ສອງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ,ຄວາມປອດໄພ, ຄວາມສະດວກ,ໂລ່ງລ່ຽນ,ຕໍ່ເນື່ອງ,ມີປະສິດທະຜົນດ້ວຍຄວາມຮັບຜິດ ຊອບແລະການມີສ່ວນຮ່ວມຂອງບຸກຄົນແລະການຈັດຕັ້ງໃນທົ່ວສັງຄົມ. ສາມຮັບປະກັນຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແລະການແບ່ງຂັ້ນຄຸ້ມຄອງລະຫວ່າງຂະແໜງການຢູ່ສູນກາງແລະ ທ້ອງຖິ່ນບົນພື້ນຖານການປະສານສົມທົບຢ່າງໃກ້ຊິດ. ສີ່ຮັບປະກັນການຄຸ້ມຄອງແລະນໍາໃຊ້ຍານພາຫະນະຂອງບຸກຄົນ ,ນິຕິບຸກຄົນຫຼືການຈັດຕັ້ງໃຫ້ໄດ້ມາດຕະຖານເຕັກນິກແລະມີຄວາມປອດ ໄພ. ຫ້າຮັບປະກັນຄວາມສອດຄ່ອງຂອງກົດຈະລາຈອນທາງບົກຂອງ ສປປລາວກັບພາກພື້ນແລະສາກົນຕາມສົນທິສັນຍາແລະສັນຍາສາກົນ ທີ່ສປປລາວເປັນພາຄີ.

...ມາດຕາຫົກ(ປັບປຸງ)ພັນທະຂອງຜູ້ນໍາໃຊ້ເສັ້ນທາງ

ມາດຕາຫົກ(ປັບປຸງ)ພັນທະຂອງຜູ້ນໍາໃຊ້ເສັ້ນທາງ ພົນລະເມືອງລາວ,ຊາວຕ່າງດ້າວ,ຄົນບໍ່ມີສັນຊດແລະຄົນຕ່າງ ປະເທດທີ່ສັນຈອນຕາມເສັ້ນທາງຢູາໃນດິນແດນຂອງສປປລາວຕ້ອງ ເຄົາລົບແລະປະຕິບັດກົດໝາຍສະບັບນີ້ແລະລະບຽບກົດໝາຍອື່ນທີ່ ກ່ຽວຂ້ອງຢ່າງເຂັ້ມງວດ,ພ້ອມກັນນັ້ນກໍ່ຕ້ອງປກອບສ່ວນໃນການປົກ ປັກຮັກສາ,ບູລະນະພື້ນຖານໂຄງລ່າງແລະສິ່ງອໍານວຍຄວາມສະດວກ ດ້ານການຈະລາຈອນທາງບົກ.

...ມາດຕາເຈັດ(ໃໝ່)ຂອບເຂດການນໍາໃຊ້ກົດໝາຍ

ມາດຕາເຈັດ(ໃໝ່)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດ ຕັ້ງທັງພາຍໃນແລະຕ່າງປະເທດທີ່ກ່ຽວຂ້ອງກັບການຄຸ້ມຄອງການຈະ ລາຈອນ,ການກໍ່ສ້າງພື້ນຖານໂຄງລ່າງແລະສິ່ງອໍານວຍຄວາມສະ ດວກ,ການດໍາເນີນກິດຈະການດ້ານການຈະລາຈອນທາງບົກຢູ່ສປປ ລາວ.

...ມາດຕາແປດ(ໃໝ່)ການຮ່ວມມືສາກົນ

ມາດຕາແປດ(ໃໝ່)ການຮ່ວມມືສາກົນ ລັດເປີດກວ້າງແລະສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດ ,ພາກພື້ນແລະສາກົນກ່ຽວກັບວຽກງານຈະລາຈອນທາງບົກດ້ວຍການ ແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດເຕັກນິກແລະເຕັກໂນ ໂລຊີ,ການສ້າງ,ບໍາລຸງ,ຍົກລະດັບພະນັກງານ,ການຍາດແຍ່ງການ ຊ່ວຍເຫຼືອ,ການຮ່ວມມືດ້ານການລົງທຶນ,ປະຕິບັດສົນທິສັນຍາແລະສັນ ຍາສາກົນທີ່ສປປລາວເປັນພາຄີ.

..ພາກທີສອງການຈະລາຈອນທາງບົກ


...ໝວດທີໜຶ່ງການຈະລາຈອນທາງບົກ


....ມາດຕາເກົ້າ(ປັບປຸງ)ລະບຽບການທົ່ວໄປ

ມາດຕາເກົ້າ(ປັບປຸງ)ລະບຽບການທົ່ວໄປ ໃນການຈະລາຈອນທາງບົກຢູ່ສປປລາວໃຫ້ໃຊ້ກໍ້າຂວາ,ຜູ້ນໍາ ໃຊ້ເສັ້ນທາງຕ້ອງໄປຕາມຊ່ອງຈະລາຈອນຕາມທິດທາງທີ່ກໍານົດແລະ ຕ້ອງປະຕິບັດຕາມກົດໝາຍສະບັບນີ້ແລະກົດຈະລາຈອນຢ່າງເຂັ້ມ ງວດ. ກົດຈະລາຈອນທາງບົກຕ້ອງໄດ້ຈັດເຂົ້າໃນຫຼັກສູດການຮຽນ- ການສອນໃນແຕ່ລະຊັ້ນຮຽນລວມທັງລະບົບອະນຸບານ,ສາມັນແລະວິ ຊາຊີບແລະຈັດຕັ້ງເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ດ້ວຍຫຼາຍຮູບການ.

....ມາດຕາສິບ(ໃໝ່)ລະບຽບການສໍາລັບຄົນຍ່າງ

ມາດຕາສິບ(ໃໝ່)ລະບຽບການສໍາລັບຄົນຍ່າງ ການຍ່າງຕາມທາງແລະຢ່າງຂ້າມທາງໃນຕົວເມືອງ,ເທດສະ ບານໃຫ້ປະຕິບັດດັ່ງນີ້: -ຍ່າງໄປຕາມທາງທີ່ໄດ້ກໍານົດໄວ້ສໍາລັບໃຫ້ຄົນຍ່າງ,ຖ້າຫາກ ບໍ່ມີທາງສໍາລັບຄົນຍ່າງກໍ່ໃຫ້ຍ່າງລຽບຕາມແຄມທາງເບື້ອງຊ້າຍເພື່ອ ໃຫ້ສາມາດແນມເຫັນລົດທີ່ແລ່ນເຂົ້າມາຫາຕົນຖ້າຫາກມີຫຼາຍຄົນຍ່າງ ນໍາກັນໃຫ້ຍ່າງຕາມຫຼັງກັນເປັນແຖວດຽວແລະແນວເຂົ້າແຄມທາງຍົກ ເວັ້ນການສວນສະໜາມ,ຂະບວນທາງການ,ຂະບວນແຫ່ພິທີທາງສາສະ ໜາ,ສົ່ງສະການຫຼືຂະບວນຍ່າງອື່ນທີ່ໄດ້ຮັບອະນຸຍາດ. -ຍ່າງຂ້າມຕາມທາງມ້າລາຍ,ບ່ອນມີໄຟສັນຍານ,ຂົວຂ້າມ ທາງ,ອຸໂມງຫຼືບ່ອນທີ່ກໍານົດໄວ້,ຖ້າຫາກບໍ່ມີບ່ອນຂ້າມຕາມທີ່ໄດ້ກໍາ ນົດໄວ້ນີ້ໃຫ້ຍ່າງຂ້າມທາງຢູ່ບ່ອນທີ່ເຫັນວ່າມີຄວາມປອດໄພ. ທຸກຄົນມີໜ້າທີ່ຊ່ວຍເຫຼືອເດັກນ້ອຍ,ຜູ້ເຖົ້າ,ຄົນພິການແລະຜູ້ບໍ່ ສາມາດຊ່ວຍຕົນເອງໄດ້ໃນເວລາຍ່າງຂ້າມທາງ.

....ມາດຕາສິບເອັດ(ປັບປຸງ)ລະບຽບການຄຸ້ມຄອງສັດລ້ຽງ

ມາດຕາສິບເອັດ(ປັບປຸງ)ລະບຽບການຄຸ້ມຄອງສັດລ້ຽງ ບໍ່ອະນຸຍາດໃຫ້ລ້ຽງແລະປ່ອຍສັດທຸກຊະນິດຕາມເສັ້ນທາງ ຫຼວງ. ການເຄື່ອນຍ້າຍສັດຕາມເສັ້ນທາງຕ້ອງມີຜູ້ຄວບຄຸມແລະຕ້ອງ ປະຕິບັດຕາມກົດຈະລາຈອນ. ໃນກໍລະນີເກີດອຸບປະຕິເຫດຍ້ອນສັດລ້ຽງເຈັ້າຂອງຫຼືຜູ້ຄອບ ຄອງສັດຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ສັດລ້ຽງນັ້ນໄດ້ກໍ່ຂຶ້ນຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນ ຍາ. ຢູ່ບ່ອນທີ່ມີການລ້ຽງຫຼືຍ້າຍສັດຕາມເສັ້ນທາງຢ່າງເປັນປະຈໍາ ຕ້ອງມີປ້າຍເຕືອນໃຫ້ລະວັງສັດເພື່ອໃຫ້ຜູ້ຂັບຂີ່ມີຄວາມລະມັດລະວັງ. ໃນກໍລະນີເກີດອຸບປະຕິເຫດໃນເຂດທີ່ມີປ້າຍເຕືອນນັ້ນຜູ້ຂັບຂີ່ຕ້ອງຮັບ ຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ.

....ມາດຕາສິບສອງ(ໃໝ່)ລະບຽບການສໍາລັບຜູ້ຂັບຂີ່

ມາດຕາສິບສອງ(ໃໝ່)ລະບຽບການສໍາລັບຜູ້ຂັບຂີ່ ຜູ້ຂັບຂີ່ຍານພາຫະນະທຸກຊະນິດມີໜ້າທີ່ແລະຄວາມຮັບຜິດ ຊອບຕົ້ນຕໍດັ່ງນີ້: -ຕ້ອງມີເອກະສານທີ່ຈໍາເປັນເປັນຕົ້ນໃບຂັບຂີ່,ໃບທະບຽນ, ໃບກວດກາເຕັກນິກ,ໃບເສຍຄ່າທາງ,ໃບປະກັນໄພ,ສໍາລັບລົດຂົນ ສົ່ງສິນຄ້າແລະໂດຍສານຍັງຕ້ອງມີເອກະສານອື່ນທີ່ກ່ຽວຂ້ອງ. -ກວດກາສະພາບເຕັກນິກລົດເປັນປະຈໍາເພື່ອຮັບປະກັນ ຄວາມປອດໄພແລະບໍ່ໃຫ້ລົດເກີດຂັດຂ້ອງໃນເວລາເດີນທາງ. -ໃຫ້ຄວາມຮ່ວມມືແລະອໍານວຍຄວາມສະດວກໃນການກວດ ກາຂອງເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ; -ແຈ້ງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ,ໃຫ້ຄວາມຊ່ວຍເຫຼືອ ແກ່ຜູ້ໄດ້ຮັບບາດເຈັບເມື່ອພົບເຫັນອຸບປະຕິເຫດ. -ຢຸດແລະປ່ອຍທາງໃຫ້ແກ່ການສັນຈອນພິເສດ. -ໃຫ້ບຸລິມະສິດແກ່ຄົນຍ່າງຂ້າມທາງ. -ຍົກຍ້າຍຍານພາຫະນະອອກຈາກຊ່ອງທາງການຈະລາ ຈອນໂດຍດ່ວນໃນກໍລະນີຍານພາຫະນະຕິດຂັດ,ເປ່ເພຢູ່ຕາມເສັ້ນ ທາງ.

...ໝວດທີສອງການຂັບຂີ່ຍານພາຫະນະ


....ມາດຕາສິບສາມ(ໃໝ່)ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່

ມາດຕາສິບສາມ(ໃໝ່)ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່ ການສອບເສັງເອົາໃບຂັບຂີ່ຕ້ອງມີເງື່ອນໄຂດ່ງນີ້: -ມີໃບຢັ້ງຢືນຈົບຫຼັກສູດການຮຽນຂັບລົດ. -ມີໃບຢັ້ງຢືນສຸຂະພາບ. -ມີອາຍຸຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບສີ່ຂອງກົດ ໝາຍສະບັບນີ້. ການສອບເສັງແລະການອອກໃບຂັບຂີ່ຕ້ອງປະຕິບັດຕາມ ລະບຽບການຂອງກະຊວງໂຍທາທິການແລະຂົນສົ່ງຢ່າງເຂັ້ມງວດ. ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່ສໍາລັບຄົນພິການ ແລະເສຍອົງຄະໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາສິບສີ່(ປັບປຸງ)ອາຍຸກລຂອງຜູ້ສອບເສັງເອົາໃບຂັບຂີ່

ມາດຕາສິບສີ່(ປັບປຸງ)ອາຍຸກລຂອງຜູ້ສອບເສັງເອົາໃບຂັບຂີ່ ຜູ້ສອບເສັງເອົາໃບຂັບຂີ່ລົດແຕ່ລະປະເພດຕ້ອງມີປະສົບ ການແລະມີອາຍຸດັ່ງນີ້: -ແຕ່ສິບຫ້າປີຂຶ້ນໄປສໍາລັບລົດຈັກຄວາມແຮງບໍ່ເກີນໜຶ່ງ ຮ້ອຍຊາວຫ້າຊີໆ. -ແຕ່ສິບແປດປີຂຶ້ນໄປສໍາລັບລົດຈັກຄວາມແຮງແຕ່ໜຶ່ງ ຮ້ອຍຊາວຫ້າຊີໆຂຶ້ນໄປ,ລົດສາມລໍ້,ລົດໄຖນາທີ່ແກ່ລໍ້,ລົດຕ໋ອກໆ, ລົດຂົນສົ່ງສ່ວນຕົວແລະລົດຂົນສ່ົງສະເພາະບໍ່ເກີນເກົ້າບ່ອນນັ່ງລວມ ທັງຜູ້ຂັບຂີ່ຫຼືນໍ້າໜັກລວມບໍ່ເກີນສາມພັນຫ້າຮ້ອຍກິໂລກຣາມ,ລົດຂົນ ສົ່ງໂດຍສານບໍ່ເກີນເກົ້າບ່ອນນັ່ງລວມທັງຜູ້ຂັບຂີ່. -ແຕ່ຊາວເອັດປີຂຶ້ນໄປສໍລັບລົດຂົນສົ່ງສິນຄ້າ,ເຄື່ອງຂອງທີ່ ີມີນໍ້າໜັກລວມແຕ່ສາມພັນຫ້າຮ້ອຍກິໂລກຣາມເຖິງເຈັດພັນກິໂລກ ຣາມດລົດໄຖນາໃຫຍ່,ລົດຂົນສົ່ງໂດຍສານບໍ່ເກີນສິບຫ້າບ່ອນນັ່ງ ລວມທັງຜູ້ຂັບຂີ່,ລົດຫົວລາກທີ່ແກ່ເຄິ່ງຫາກລາກ. -ແຕ່ຊາວຫ້າປີຂຶ້ນໄປສໍາລັບລົດຂົນສົ່ງສິນຄ້າ,ເຄື່ອງຂອງ ທີ່ມີນໍ້າໜັກລວມບໍ່ເກີນໜຶ່ງໝື່ອນຫ້າພັນກິໂລກຣາມ,ລົດຫົວລາກທີ່ ແກ່ເຄິ່ງຫາງລາກ,ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກນໍ້າໜັກລວມບໍ່ ເກີນເຈັດຮ້ອຍຫ້າສິບກິໂລກຣາມ,ລົດຂົນສົ່ງໂດຍສານບໍ່ເກີນສາມ ສິບຫ້າບ່ອນນັ່ງ; -ແຕ່ຊາວແປດປີຂຶ້ນໄປສໍາລັບລົດຂົນສົ່ງສິນຄ້ານໍ້າໜັກ ບັນທຸກເກີນໜຶ່ງໝື່ນຫ້າພັນກິໂລກຣາມ,ລົດຫົວລາກທີ່ແກ່ເຄິ່ງຫາງ ລາກ,ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກນໍ້າໜັກລວມເກີນເຈັດຮ້ອຍ ຫ້າສິບກິໂລກຣາມຂຶ້ນໄປແລະລົດຂົນສົ່ງໂດຍສານແຕ່ສາມສິບຫົກ ບ່ອນນັ່ງຂຶ້ນໄປ.

....ມາດຕາສິບຫ້າ(ໃໝ່)ໃບຂັບຂີ່

ມາດຕາສິບຫ້າ(ໃໝ່)ໃບຂັບຂີ່ ໃບຂັບຂີ່ຍານພາຫະນະທີ່ສປປລາວອອກໃຫ້ມີໃບຂັບຂີ່ພາຍໃນ ແລະໃບຂັບຂີ່ສາກົນ. ໃບຂັບຂີ່ພາຍໃນແມ່ນອອກໃຫ້ແກ່ພົນລະເມືອງລາຍ,ຊາວຕ່າງ ດ້າຍ,ຄົນບໍ່ມີສັນຊາດ,ຄົນຕ່າງປະເທດທີ່ໄດ້ຜ່ານການສອບເສັງຢູ່ສປປ ລາວເພື່ອນໍາໃຊ້ຢູ່ພາຍໃນປະເທດແລະຢູ່ບັນດາປະເທດທີ່ມີການຮັບຮູ້ ໃບຂັບຂີ່ຊຶ່ງກັນແລະກັນ,ມີອາຍຸການນໍາໃຊ້ຫ້າປີແລະສາມາດຕໍ່ໄດ້ຄັ້ງ ລະຫ້າປີ. ໃບຂັບຂີ່ສາກົນແມ່ນອອກໃຫ້ພັນລະເມືອງລາວ,ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ,ຄົນຕ່າງປະເທດທີ່ມີໃບຂັບຂີ່ພາຍໃນມາແລ້ວເພື່ອນໍາ ໃຊ້ຢູ່ຕ່າງປະເທດ. ຂະໜາດ,ລັກສະນະແລະມາດຕະຖານຂອງໃບຂັບຂີ່ໄດ້ກໍານົດ ໄວ້ໃນລະບຽບການສະເພາະ.

....ມາດຕາສິບຫົກ(ປັບປຸງ)ປະເພດໃບຂັບຂີ່ຕາມຊະນິດຍານພາຫະນະ

ມາດຕາສິບຫົກ(ປັບປຸງ)ປະເພດໃບຂັບຂີ່ຕາມຊະນິດຍານພາຫະນະ ໃບຂັບຂີ່ພາຍໃນຈັດຕາມຊະນິດຍານພາຫະນະດ້ວຍຕົວອັກ ສອນລາແຕັງດັ່ງນີ້: -ເອ:ລັດຈັກສອງລໍ້ຄວາມແຮງບໍ່ເກີນໜຶ່ງຮ້ອຍຊາວຫ້າຊີໆ. -ເອໜຶ່ງ:ລົດຈັກສອງລໍ້ຄວາມແຮງແຕ່ໜຶ່ງຮ້ອຍຊາວຫ້າ ຊີໆຂຶ້ນໄປ. -ເອສອງ:ລົດຈັກສາມລໍ້ສ່ວນຕົວແລະລົດສອງລໍ້,ສາມລ ໍ້ໂດຍສານ. -ເອສາມ:ລົດໄຖນາທີ່ແກ່ລໍ້,ລົດຕ໋ອກໆ. -ບີ:ລົດເບົານໍ້າໜັກລວມຕໍ່ກວ່າສາມພັນຫ້າຮ້ອຍກິໂລ ກຣາມ,ບໍ່ເກີນເກົ້າບ່ອນນັ່ງລວມທັງຜູ້ຂັບຂີ່. -ຊີ:ລົດຂົນສົ່ງສິນຄ້ານໍ້າໜັກລວມແຕ່ສາມພັນຫ້າຮ້ອຍກິໂລ ກຣາມຫາເຈັດພັນຫ້າຮ້ອຍກິໂລກຣາມ. -ຊີໜຶ່ງ:ລົດຂົນສົ່ງສິນຄ້ານໍ້າໜັກລວມເກີນກວ່າເຈັດພັນຫ້າ ຮ້ອຍກິນໂລກຣາມຫາໜຶ່ງໜຶ່ງຫ້າພັນກິໂລກຣາມ. -ຊີສອງ:ລົດຂົນສົ່ງສິນຄ້ານໍ້າໜັກລວມເກີນກວ່າໜຶ່ງໝື່ນ ຫ້າພັນກິໂລກຣາມ. -ດີ:ລົດຂົນສົ່ງໂດຍສານປະເພດສີ່ລໍ້ຂຶ້ນໄປ,ບໍ່ເກີນສິບ ຫ້າບ່ອນນັ່ງ. -ດີໜຶ່ງ:ລົດຂົນສົ່ງໂດຍສານແຕ່ສິບຫົກຫາສາມສິບຫ້າ ບ່ອນນັ່ງ; -ດີສອງ:ລົດຂົນສົ່ງໂດຍສານແຕ່ສາມສິບຫົກບ່ອນນັ່ງຂຶ້ນໄປ. -ອີ:ລົດເບົາ(ບີ),ລົດຂົນສົ່ງສິນຄ້າ(ຊີ)ແລະລົດຂົນສົ່ງໂດຍ ສານ(ດີ)ທີ່ແກ່ຫາງລາກນໍ້າໜັກລວມບໍ່ເກີນເຈັດຮ້ອຍຫ້າສິບກີ ໂລກຣາມ. -ອີໜຶ່ງ:ລົດຂົນສົ່ງສິນຄ້າ(ຊີສອງ)ແກ່ຫາງລາກນໍ້ານັກ ລວມເກີນກວ່າເຈັດຮ້ອຍຫ້າສິບກິໂລກຣາມ. ....ມາດຕາສິບເຈັດ(ປັບປຸງ)ໃບຂັບຂີ່ຕ່າງປະເທດ

ມາດຕາສິບເຈັດ(ປັບປຸງ)ໃບຂັບຂີ່ຕ່າງປະເທດ ໃບຂັບຂີ່ຕ່າງປະເທດແມ່ນໃບອະນຸຍາດໃຫ້ຂັບຂີ່ຍານພາຫະ ນະຊຶ່ງອອກຟູ່ຕ່າງປະເທດ. ສປປລາວຮັບຮູ້ໃບຂັບຂີ່ຕ່າງປະເທດຂອງບຸກຄົນທີ່ມີໃບຂັບຂີ່ ສາກົນຫຼືມີໃບຂັບຂີ່ຂອງປະເທດທີ່ມີການຮັບຮູ້ຊຶ່ງກັນແລະກັນ.

....ມາດຕາສິບແປດ(ປັບປຸງ)ການຂັບຂີ່ແລະການບັນທຸກ

ມາດຕາສິບແປດ(ປັບປຸງ)ການຂັບຂີ່ແລະການບັນທຸກ ການຂັບຂີ່ແລະການບັນທຸກຂອງລົດຂົນສົ່ງຄົນແລະຜູ້ໂດຍ ສານໃຫ້ປະຕິບັດດັ່ງນີ້: -ລົດຖີບໃຫ້ຊ້ອນໄດ້ໜຶ່ງຄົນ: -ລົດຈັກອະນຸຍາດໃຫ້ຜູ້ໃຫຍ່ຊ້ອນໄດ້ໜຶ່ງໜຶ່ງຄົນແລະເດັກ ນ້ອຍອາຍຸບໍ່ເກີນສິບເອັດປີອີກໜຶ່ງຄົນ;ຜູ້ຂັບຂີ່ແລະຜູ້ຊ້ອນຕ້ອງໃສ່ ໝວກກັນກະທົບທີ່ໄດ້ມາດຕະຖານ. -ລົດຖີບສາມລໍ້,ລົດຈັກສາມລໍ້ຕິດຂ້າງໃຫ້ຂີ່ໄດ້ສາມຄົນລວມ ທັງຜູ້ຂັບຂີ່. -ລົດສາມລໍ້ຊະນິດຈໍາໂບ້ໃຫ້ຂີ່ໄດ້ບໍ່ເກີນຫ້າຄົນຫຼືບັນທຸກສິນ ຄ້າ,ເຄື່ອງຂອງບໍ່ເກີນສາມຮ້ອຍກິໂລກຣາມ;ລົດສາມລໍ້ຊະນິດຕຸກໆ, ສະກາຍແລັບອະນຸຍາດໃຫ້ຂີ່ໄດ້ບໍ່ເກີນເກົ້າຄົນຫຼືບັນທຸກສິນຄ້າ,ເຄື່ອງ ຂອງບໍ່ເກີນຫ້າຮ້ອຍຫ້າສິບກິໂລກຣາມ. -ລົດເກັງ,ລົດຈິບ,ລົດຕູ້,ລົດກະບະໃຫ້ບັນທຸກຕາມມາດຕະ ຖານຂອງໂຮງງານຜະລິດ. ຜູ້ຂັບຂີ່ລົດສີ່ລໍ້ຂຶ້ນໄປລວມທັງຜູ້ນັ່ງທາງໜ້າຕ້ອງໃສ່ສາຍຮັດ ນິລະໄພ,ເດັກນ້ອຍທີ່ບໍ່ສາມາດໃສ່ສາຍຮັດນີລະໄພປົກກະຕິໄດ້ໃຫ້ນໍາ ໃຊ້ເບາະນັ່ງສະເພາະ. ....ມາດຕາສິບເກົ້າ(ໃໝ່)ຂໍ້ຈໍາກັດຄວາມໄວແລະໄລຍະຫ່າງລະຫວ່າງລົດ

ມາດຕາສິບເກົ້າ(ໃໝ່)ຂໍ້ຈໍາກັດຄວາມໄວແລະໄລຍະຫ່າງລະ ຫວ່າງລົດ ຄວາມໄວສູງສຸດທີ່ອະນຸຍາດໃຫ້ລົດແຕ່ລະປະເພດແລ່ນ ຕາມເສັ້ນທາງໃນສປປລາວໄດ້ກໍານົດໄວ້ດັ່ງນນີ້: -ບໍ່ໃຫ້ເກີນສີ່ສິບກິໂລແມັດຕໍ່ຊົ່ວໂມງສໍາລັບການສັນ ຈອນໜ້າແໜ້ນຕາມເສັ້ນທາງໃນຕົວເມືອງ,ເທດສະບານ,ເຂດ ຊຸມຊົນ. -ບໍ່ໃຫ້ເກີນເກົ້າສິບກິໂລແມັດຕໍ່ຊົ່ວໂມງສໍາລັບການສັນ ຈອນຂອງລົດເບົາທຸກປະເພດແລະລົດຈັກແຕ່ໜຶ່ງຮ້ອຍຊາວຫ້າ ຊີໆຂຶ້ນໄປຕາມເສັ້ນທາງຫຼວງຂອກເຂດຕົວເມືອງ. -ບໍ່ໃຫ້ເກີນເຈັດສິບກິໂລແມັດຕໍ່ຊົ່ວໂມງສໍາລັບລົດບັນທຸກ ສິນຄ້າ,ລົດໂດຍສານແລະລົດຈັກບໍ່ເກີນໜຶ່ງຮ້ອຍຊາວຫ້າຊີໆຕາມ ເສັ້ນທາງຫຼວງນອກເຈດຕົວເມືອງ.

ນອກຈາກນີ້ຄວາມໄວສູງສຸດທີ່ອະນຸຍາດໃຫ້ແລ່ນໃນແຕ່ລະ ຕອນທາງແມ່ນໃຫ້ປະຕິບັດຕາມປ້າຍກໍານົດຄວາມໄວ. ເມື່ອລົດສອງຄັນແລ່ນໃນຊ່ອງຈະລາຈອນດຽວກັນ,ລົດຄັນ ແລ່ນຕາມຫຼັງຕ້ອງຮັກສາໄລຍະຫ່າງທີ່ເໝາະສົມກັບສະພາບເສັ້ນ ທາງ,ດິນຟ້າອາກາດ,ຂະໜາດແລະນໍ້າໜັກບັນທຸກຂອງລົດເພື່ອຮັບ ປະກັນຄວາມປອດໄພໃນກໍລະນີລົດຄັນແລ່ນທາງໜ້າຢຸດກະທັນຫັນ. ລົດທີ່ແລ່ນເປັນຂະບວນແຕ່ສອງຂະບວນຂຶ້ນໄປຕ້ອງຮັກສາ ໄລຍະຫ່າງລະຫວ່າງຂະບວນຢ່າງໜ້ອຍໜຶ່ງຮ້ອຍຫ້າສິບແມັດແລະ ໄລຍະຫ່າງລະຫວ່າງລົດໃນຂະບວນຢ່າງໜ້ອຍຊາວຫ້າແມັດ. ຄວາມໄວສູງສຸດທີ່ໄດ້ກໍານົດໄວ້ໃນມາດຕານີ້ບໍ່ກວມເອົາ ຄວາມໄວຂອງລົດສັນຈອນພິເສດແລະລົດທີ່ປະຕິບັດວຽກງານໃນ ກໍລະນີເຫດສຸກເສີນເຊັ່ນອຸບປະຕິເຫດ,ຄົນເຈັບ,ໄຟໄໝ້,ນໍ້າຖ້ວມ ແລະເຫດສຸກເສີນອື່ນ. ....ມາດຕາຊາວ(ໃໝ່)ທາດເຫຼົ້າໃນຮ່າງກາຍຂອງຜູ້ຂັບຂີ່

ມາດຕາຊາວ(ໃໝ່)ທາດເຫຼົ້າໃນຮ່າງກາຍຂອງຜູ້ຂັບຂີ່ ຄວາມເຂັ້ມຂຸ້ນຂອງທາດເຫຼົ້າໃນຮ່າງກາຍຂອງຜູ້ຂັບຂີ່ຍານ ພາຫະນະທຸກຊະນິດທີ່ອະນຸຍາດສູງສຸດບໍ່ໃຫ້ເກີນດັ່ງນີ້: ໜຶ່ງ:ສໍາລັບຜູ້ຂັບຂີ່ລົດສ່ວນຕົວສີ່ລໍ້ທຸກຊະນິດ. -ໃນລົມຫາຍໃນ:ສູນຈຸດຊາວສີ່ມີລີກຣາມຕໍ່ລິດ. -ໃນເລືອດ:ຫ້າສິບມິນລີກຣາມຕໍ່ໜຶ່ງຮ້ອຍມີລີລິດ. -ໃນປັດສະວະ:ຫົວສິບຫົກຈຸດຫ້າມີລີກຣາມຕໍ່ໜຶ່ງຮ້ອຍມີລີລິດ.


ສອງ:ສໍາລັບຜູ້ຂັບຂີ່ລົດຂົນສົ່ງຮັບຈ້າງທຸກຊະນິດ. -ໃນລົມຫາຍໃນ:ສູນມີລີກຣາມຕໍ່ລິດ -ໃນເລືອດ:ສູນມີລີກຣາມຕໍ່ໜຶ່ງຮ້ອຍມີລີລິດ -ໃນປັດສະວະສິນມີລີກຣາມຕໍ່ໜຶ່ງຮ້ອຍມີລີລິດ


ສາມສໍາລັບຜູ້ຂັບຂີ່ລົດຈັກສອງລໍ້ແລະສາມລໍ້ -ໃນລົມຫາຍໃຈ:ສູນຈຸດສິບສີ່ມີລີກຣາມຕໍ່ລິດ -ໃນເລືອດ:ສາມສິບມີລີກຣາມຕໍ່ໜຶ່ງຮ້ອຍມີລີລິດ. -ໃນປັດສະວະ:ສາມສິບເກົ້າຈຸດເກົ້າມີລີກຣາມຕໍ່ໜຶ່ງຮ້ອຍ ມີລີລິດ.

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກມີສິດກວດກາ ຄວາມເຂັ້ມຂຸ້ນຂອງທາດເຫຼົ້າໃນລົມຫາຍໃຈຂອງຜູ້ຂັບຂີ່. ໃນກໍລະນີເກີດອຸບປະຕິເຫດທີ່ເຮັດໃຫ້ຄົນບາດເຈັບ,ເສຍຊີວິດ, ຊັບສິນເສຍຫາຍນັ້ນແພດມີໜ້າທີ່ກວດກາຄວາມເຂັ້ມຂຸ້ນຂອງທາດ ເຫຼົ້າໃນເລືອດແລະປັດສະວະຂອງຜູ້ຂັບຂີ່ແລະຂອງຄູ່ກໍລະນີທີ່ເກີດ ອຸບປະຕິເຫດເພື່ອໃຊ້ເປັນຂໍ້ມູນໃຫ້ແກ່ການດໍາເນີນຄະດີ.

...ໝວດທີສາມລະບົບສັນຍານຊີບພະຈອນ


....ມາດຕາຊາວເອັດ(ໃໝ່)ລະບົບສັນຍານຈະລາຈອນ

ມາດຕາຊາວເອັດ(ໃໝ່)ລະບົບສັນຍານຈະລາຈອນ ລະບົບສັນຍານຈະລາຈອນປະກອບດ້ວຍ: -ປ້າຍຈະລາຈອນ. -ສັນຍານຈະລາຈອນ. -ເຄື່ອງໝາຍຈະລາຈອນ. ລະບົບສັນຍານຈະລາຈອນຕ້ອງເປັນລະບົບດຽວໃນຂອບເຂດ ທົ່ວປະເທດ.ຜູ້ຂັບຂີ່ຕ້ອງປະຕິບັດຕາມລະບົບສັນຍານຈະລາຈອນຢ່າງ ເຂັ້ມງວດ. ....ມາດຕາຊາວສອງ(ໃໝ່)ປ້າຍຈະລາຈອນ

ມາດຕາຊາວສອງ(ໃໝ່)ປ້າຍຈະລາຈອນ ປ້າຍຈະລາຈອນແມ່ນເຄື່ອງໝາຍຊີ້ບອກໃຫ້ປະຕິບັດກົດຈະລາ ຈອນຕາມເສັ້ນທາງຊຶ່ງປະກອບດ້ວຍໝວດປ້າຍຕ່າງໆດັ່ງນີ້: -ປ້າຍເຕືອນອັນຕະລາຍ. -ປ້າຍຫ້າມ. -ປ້າຍກໍານົດ. -ປ້າຍບອກສິດ. -ປ້າຍແນະນໍາເສັ້ນທາງ. -ປ້າຍບອກສະຖານທີ່ບໍລິການ. -ປ້າຍເພີ່ມ. ຄວາມໝາຍແລະຮູບແບບຂອງແຕ່ລະໝວດປ້າຍໄດ້ກໍານົດໄວ້ ໃນກົດຈະລາຈອນ. ....ມາດຕາຊາວສາມ(ໃໝ່)ສັນຍານຈະລາຈອນ

ມາດຕາຊາວສາມ(ໃໝ່)ສັນຍານຈະລາຈອນ ສັນຍານຈະລາຈອນແມ່ນການຊີ້ບອກການສັນຈອນຕາມເສັ້ນ ທາງດ້ວຍແສງໄຟ,ສີ,ສຽງ,ຄົນແລະຫຸ່ນຈໍາລອງ. ສັນຍານດ້ວຍແສງໄຟປະກອບດ້ວຍສາມສີດັ່ງນນີ້: -ໄຟສີແດງແມ່ນຫ້າມສັນຈອນ. -ໄຟສີເຫຼືອງແມ່ນໃຫ້ລະວັງ,ກຽມຢຸດ. -ໄຟສີຂຽວແມ່ນໃຫ້ສັນຈອນໄດ້. ....ມາດຕາຊາວສີ່(ໃໝ່)ເຄື່ອງໝາຍຈະລາຈອນ

ມາດຕາຊາວສີ່(ໃໝ່)ເຄື່ອງໝາຍຈະລາຈອນ ເຄື່ອງໝາຍຈະລາຈອນປະກອບດ້ວຍເຄື່ອງໝາຍທີ່ຕິດຕັ້ງ,ຂີດ, ຂຽນ,ແຕ້ມໄວ້ຕາມໜ້າທາງ,ບ່າທາງ,ແຄມທາງ,ເທິງທາງ,ຫຼັກໝາຍ ,ຮາວປ້ອງກັນຄວາມປອດໄພ,ລູກສອນຊີ້ບອກທິດທາງ,ເສັ້ນແບ່ງທິດ ທາງການສັນຈອນ,ເສັ້ນໃຈກາງທາງ,ເສັ້ນແບ່ງຊ່ອງຈະລາຈອນ,ເສັ້ນ ທາງມ້າລາຍແລະອື່ນໆເພື່ອເຕືອນແລະອໍານວຍຄວາມສະດວກໃຫ້ ແກ່ການຈະລາຈອນ.

....ມາດຕາຊາວຫ້າ(ໃໝ່)ການຕິດຕັ້ງລະບົບສັນຍານຈະລາຈອນ

ມາດຕາຊາວຫ້າ(ໃໝ່)ການຕິດຕັ້ງລະບົບສັນຍານຈະລາຈອນ ປ້າຍ,ເຄື່ອງໝາຍຈະລາຈອນ,ເຄື່ອງສັນຍານຈະລາຈອນຕ້ອງ ມີຄຸນນະພາບຕາມມາຕະຖານເຕັກນິກແລະຕ້ອງໄດ້ຮັບການຕິດຕັ້ງ ຢ່າງຖືກຕ້ອງຕາມລະບຽບການຂອງກະຊວງໂຍທາທິການແລະຂົນ ສົ່ງ,ສ່ວນການສັນຍານຈະລາຈອນດ້ວຍຄົນຕ້ອງປະຕິບັດຕາມລະບຽບ ການຂອງກະຊວງປ້ອງກັນຄວາມສະຫງົບ. ເຈົ້າໜ້າທີ່ໂຍທາທິການແລະຂົນສົ່ງເປັນຜູ້ມີສິດຕິດຕັ້ງ,ຄຸ້ມຄອງ ລະບົບສັນຍານຈະລາຈອນຖາວອນ. ສໍາລັບຕໍາຫຼວດຈະລາຈອນລືຕໍາຫຼວດທາງຫຼວງມີສິດຕິດຕັ້ງ ແລະຄຸ້ມຄອງລະບົບສັນຍານຈະລາຈອນຊົ່ວຄາວ. ...ໝວດທີສີ່ການຄວບຄຸມການຈະລາຈອນທາງບົກ


....ມາດຕາຊາວຫົກ(ປັບປຸງ)ເຈົ້າໜ້າທີ່ຕວບຄຸມການຈະລາຈອນທາງບົກ

ມາດຕາຊາວຫົກ(ປັບປຸງ)ເຈົ້າໜ້າທີ່ຕວບຄຸມການຈະລາຈອນທາງ ບົກ ໜຶ່ງຕໍາຫຼວດຈະລາຈອນຊຶ່ງມີໜ້າທີ່ອໍານວຍຄວາມສະດວກ, ຄວບຄຸມແລະກວດກາການຈະລາຈອນໃນຕົວເມືອງ. ສອງຕໍາຫຼວດທາງຫຼວງຊຶ່ງມີໜ້າທີ່ອໍານວຍຄວາມສະດວກ, ຄວບຄຸມແລະກວດກາການຈະລາຈອນນອກຕົວເມືອງ. ສາມເຈົ້າໜ້າທີ່ໂຍທາທິການແລະຂົນສົ່ງຊຶ່ງມີໜ້າທີ່ກວດກາ ເຕັກນິກການຂົນສົ່ງ,ມາດຕະຖານເຕັກນິກຂອງຍານພາຫະນະຂົນສົ່ງ ທຸກປະເພດ,ກິດຈະການຂົນສົ່ງຕາມເສັ້ນທາງຫຼວງແລະພື້ນຖານໂຄງ ລ່າງດ້ານການຂົນສົ່ງ. ສີ່ຜູ້ຮັບມອບໝາຍຈາກທາງການ.

ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກຕ້ອງມີເຄື່ອງ ແບບແລະເຄື່ອງໝາຍ,ລັດປະກອບຍານພາຫະນະແລະອຸປະກອນວິ ຊາສະເພາະທີ່ຈໍາເປັນໃຫ້ແກ່ເຈົ້າໜ້າທີ່ດັ່ງກ່າວ. ....ມາດຕາຊາວເຈັດ(ປັບປຸງ)ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່

ມາດຕາຊາວເຈັດ(ປັບປຸງ)ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຄວບຄຸມ ການຈະລາຈອນທາງບົກ ໃນເວລາປະຕິບັດໜ້າທີ່ເຈົ້າໜ້າທີ່ຄວບຄຸມການຈະລາຈອນ ທາງບົກຕ້ອງນຸ່ງເຄື່ອງແບບ,ຕິດເຄື່ອງໝາຍ,ປ້າຍຊື່ແລະປະຕິບັດ ຕາມລະບຽບການຂອງກະຊວງປ້ອງກັນຄວາມສະຫງົບ,ກະຊວງໂຍ ທາທິການແລະຂົນສົ່ງຢ່າງເຂັ້ມງວດ.ໃນການປະຕິບັດໜ້າທີ່ກວດກາ ແຕ່ລະຄັ້ງຕ້ອງມີເຈົ້າໜ້າທີ່ຢ່າງໜ້າຍສາມຄົນ. ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກຕ້ອງແກ້ໄຂຢ່າງ ທັນການໃນກໍລະນີມີອຸປະຕິເຫດເກີດຂຶ້ນ,ມີສິ່ງກີດຂວາງ,ມີການສັນຈອນ ສັບສົນຫຼືມີການສັນຈອນພິເສດ. ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກມີສິດເໜືອກວ່າລະ ບົບສັນຍານຈະລາຈອນ. ....ມາດຕາຊາວແປດ(ປັບປຸງ)ສິດແລະໜ້າທີ່ຂອງຕໍາຫຼວດຈະລາຈອນແລະຕໍາຫຼວດທາງຫຼວງ

ມາດຕາຊາວແປດ(ປັບປຸງ)ສິດແລະໜ້າທີ່ຂອງຕໍາຫຼວດຈະລາ ຈອນແລະຕໍາຫຼວດທາງຫຼວງ ຕໍາຫຼວດຈະລາຈອນແລະຕໍາຫຼວດທາງຫຼວງມີສິດແລະໜ້າ ທີ່ດັ່ງນີ້: ໜຶ່ງອໍານວຍຄວາມສະດວກ,ຄວບຄຸມການຈະລາຈອນແລະ ກວດກາການເຄົາລົບລະບຽບກົດໝາຍກ່ຽວກັບການຈະລາຈອນ ທາງບົກແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. ສອງກວດກາສະພາບຂອງຜູ້ຂັບຂີ່,ເອກະສານຂອງຜູ້ຂັບຂີ່ ແລະເອກະສານຂອງຍານພາຫະນະ,ກວດກາທາດເຫຼົ້າໃນລົມຫາຍ ໃຈຂອງຜູ້ຂັບຂີ່ແລະຄວາມໄວຂອງຍານພາຫະນະທຸກຊະນິດ. ສາມສຶກສາອົບຮົມ,ປັບໃໝຫຼືດໍາເນີນຄະດີຕໍ່ຜູ້ລະເມີດຕາມ ລະບຽບກົດໝາຍ. ສີ່ກັກຕົວຜູ້ລະເມີດພ້ອມທັງຍານພາຫະນະທີ່ກໍ່ໃຫ້ເກີດອຸບປະ ຕິເຫດແລ້ວພາໃຫ້ຄົນເສຍຊີວິດ,ບາດເຈັບສາຫັດຫຼືເກີດອຸບປະຕິເຫດ ແລ້ວເອົາຕົວຫຼົບໜີ. ຫ້າກັກຍານພາຫະນະທີ່ບໍ່ມີການປະກັນໄພໃນກໍລະນີເກີດອຸບ ປະຕິເຫດທີ່ພາໃຫ້ມີຄົນບາດເຈັບແລະຄູ່ກໍ່ລະນີບໍ່ສາມາດຕົກລົງກັນ ໄດ້ກ່ຽວກັບຄວາມຮັບຜິດຊອບຕໍ່ຄວາມເສຍຫາຍ. ຫົກຍົກ,ລັອກລໍ້ຍານພາຫະນະທີ່ຈອດບໍ່ຖືກຕ້ອງແລະກີດຂວາງ ການຈະລາຈອນ. ເຈັດກວດຄວັນດໍາ,ຄວັນຂາວ,ສຽງດັງຂອງຍານພາຫະນະ. ແປດປົກປັກຮັກສາຍານພາຫະນະທີ່ຖືກກັກພ້ອມດ້ວຍອຸບປະ ກອນໃຫ້ດີ. ເກົ້າເກັບກໍາຂໍ້ມູນ,ຕິດຕາມຜູ້ລະເມີດກົດຈະລາຈອນຕາມ ເສັ້ນທາງແລະແຈ້ງເຫດການໃຫ້ເຈົ້າໜ້າທີ່ໜ່ວຍປະຕິບັດການ. ສິບລົງຊັນນະສູດ,ບັນທຶກເຫດການ,ຖ່າຍຮູບແລະແຕ້ມແຜນ ວາດດຽວໃຫ້ລະອຽດ,ຊັດເຈນ,ຄົບຖ້ວນກ່ຽວກັບສະຖານທີ່ເກີດເຫດ ລວມທັງສືບສວນສອບສວນຜູ້ກ່ຽວຂ້ອງແລະພະຍານທີ່ຢູ່ໃນເຫດ ການຢ່າງທັນການ. ສິບເອັດປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ.

ສໍາລັບຕໍາຫຼວດທາງຫຼວງຍັງມີສິດແລະໜ້າທີ່ໃຫ້ຄວາມຮ່ວມ ມື,ປະສານສົມທົບກັບເຈົ້າໜ້າທີ່ໂຍທາທິການແລະຂົນສົ່ງໃນການ ກວດກາການຂົນສົ່ງທາງບົກຕາມເສັ້ນທາງຫຼວງອີກດ້ວຍ. ....ມາດຕາຊາວເກົ້າ(ປັບປຸງ)ສິດແລະໜ້າທີ່ຂອງເຈົ້າໜ້າທີ່ໂຍທາທິການແລະຂົນສົ່ງ

ມາດຕາຊາວເກົ້າ(ປັບປຸງ)ສິດແລະໜ້າທີ່ຂອງເຈົ້າໜ້າທີ່ໂຍທາທິ ການແລະຂົນສົ່ງ ເຈົ້າໜ້າທີ່ໂຍທາທິການແລະຂົນສົ່ງມີສິດແລະໜ້າທີ່ດັ່ງນີ້: ໜຶ່ງອໍານວຍຄວາມສະດວກ,ຄວບຄຸມແລະກວດກາການດໍາ ເນີນທຸລະກິດຂົນສົ່ງທາງບົກ,ກວດກາສະພາບເຕັກນິກລົດ,ກວດກາ ການັບນທຸກຂອງລົດຂົນສົ່ງທຸກປະເພດ,ຜູ້ຂັບຂີ່ແລະພະນັກງານປະຈໍາ ຂອງຍານພາຫະນະຂົນສົ່ງຮັບຈ້າງແລະຂົນສົ່ງສະເພາະ. ສອງຮ່ວມມື,ປະສານສົມທົບກັບຕໍາຫຼວດຈະລາຈອນ,ຕໍາຫຼວດ ທາງຫຼວງໃນການອໍານວຍຄວາມສະດວກ,ຄວບຄຸມແລະຈັດສັນຄວາມ ເປັນລະບຽບຮຽບຮ້ອຍຂອງການຈະລາຈອນຕາມເສັ້ນທາງ. ສາມກວດກາສິ່ງອໍານວຍຄວາມສະດວກ,ສິ່ງກີດຂວາງການ ຈະລາຈອນແລະສະພາບຂອງເສັ້ນທາງຢ່າງເປັນປົກກະຕິເພື່ອປັບປຸ່ງ ແກ້ໄຂ. ....ມາດຕາສາມສິບ(ໃໝ່)ຜູ້ຮັບມອບໝາຍຈາກທາງການ

ມາດຕາສາມສິບ(ໃໝ່)ຜູ້ຮັບມອບໝາຍຈາກທາງການ ຜູ້ຮັບມອບໝາຍຈາກທາງການແມ່ນບຸກຄົນຫຼືອາສາສະໝັກທີ່ ການຈັດຕັ້ງມອບໝາຍໃຫ້ຊ່ວຍຄວບຄຸມຄວາມເປັນລະບຽບຮຽບຮ້ອຍ ແລະອໍານວຍຄວາມສາມາດໃນແຫ່ການຈະລາຈອນໃນເວລາສະເພາະ ໃດໜ່ຶງ. ສິດແລະໜ້າທີ່ຂອງຜູ້ຮັບມອບໝາຍຈາກທາງການໄດ້ກໍານົດ ໄວ້ໃນລະບຽບການສະເພາະ.

....ມາດຕາສາມສິບເອັດ(ປັບປຸງ)ການກວດກາແລະການແກ້ໄຂອຸບປະຕິເຫດທາງຖະໜົນ

ມາດຕາສາມສິບເອັດ(ປັບປຸງ)ການກວດກາແລະການແກ້ໄຂອຸບປະຕິ ເຫດທາງຖະໜົນ ເມື່ອໄດ້ຮັບແຈ້ງຄວາມວ່າມີອຸບປະຕິເຫດເກີດຂຶ້ນຕໍາຫຼວດຈະ ລາຈອນຫຼືຕໍາຫຼວດທາງຫຼວງຕ້ອງຮີບຮ້ອນລົງຊັນນະສູດ,ບັນທຶກເຫດ ການ,ຖ່າຍຮູບແລະແຕ້ມແຜນວາດດຽວໃຫ້ລະອຽດ,ຊັດເຈນ,ຄົບຖ້ວນ ກ່ຽວກັບສະຖານທີ່ເກີດເຫດລວມທັງສືບສວນ-ສອບສວນຜູ້ກ່ຽວຂ້ອງ ແລະພະຍານທີ່ຢູ່ໃນເຫດການຢ່າງທັນການເພື່ອດໍາເນີນການແກ້ໄຂ ຕາມລະບຽບກົດໝາຍພ້ອມທັງຍົກຍ້າຍຍານພາຫະນະແລະສິ່ງກີດ ຂວາງອອກຈາກພື້ນທີ່ບ່ອນເກີດອຸບປະຕິເຫດຢ່າງຮີບດ່ວນ.

...ໝວດທີຫ້າການກໍ່ສ້າງແລະສ້ອມແປງເສັ້ນທາງ


....ມາດຕາສາມສິບສອງ(ໃໝ່)ໂຄງການກໍ່ສ້າງເສັ້ນທາງ

ມາດຕາສາມສິບສອງ(ໃໝ່)ໂຄງການກໍ່ສ້າງເສັ້ນທາງ ທຸກໂຄງການກໍ່ສ້າງເສັ້ນທາງຕ້ອງໄດ້ຜ່ານການກວດສອບ ຄວາມປອດໄພໃນການຈະລາຈອນຕາມຂັ້ນຕ້ອນດັ່ງນີ້: -ການສຶກສາຄວາມເປັນໄປໄດ້ຂອງໂຄງການ. -ການອອກແບບເບື້ອງຕົ້ນ. -ການອອກແບບກໍ່ສ້າງ. -ໄລຍະການກໍ່ສ້າງ. -ໄລຍະກ່ອນເປີດການນໍາໃຊ້. -ໄລຍະການນໍາໃຊ້.

ແຕ່ລະຂັ້ນຕອນໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາສາມສິບສາມ(ໃໝ່)ການກໍ່ສ້າງແລະສ້ອມແປງເສັ້ນທາງ

ມາດຕາສາມສິບສາມ(ໃໝ່)ການກໍ່ສ້າງແລະສ້ອມແປງເສັ້ນທາງ ໃນການກໍ່ສ້າງຫຼືສ້ອມແປງເສັ້ນທາງຕ້ອງຮັບປະກັນການຫຼຸດ ຜ່ອນຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມດັ່ງນີ້: -ຮັບປະກັນໃຫ້ການສັນຈອນມີຄວາມສະດວກ,ໂລ່ງລ່ຽນແລະ ເປັນລະບຽບຮຽບຮ້ອຍ. -ຮັບປະກັນຄວາມປອດໄພດ້ວຍການຕິດຕັ້ງປ້າຍສັນຍານ, ເຄື່ອງໝາຍເຕືອນສະທ້ອນແສງທີ່ສາມາດແນມເຫັນໄດ້ຢ່າງສະດວກ ແລະຈະແຈ້ງໃນໄລະຍະໄກ,ຕິດຕັ້ງໄຟແສງສະຫວ່າງແລະໄຟສັນຍານ ເຕືອນອັນຕະລາຍເມື່ອຍາມຄໍ່າ,ມືດ. -ອໍານວຍຄວາມສະດວກໃຫ້ແກ່ຄົນພິການ,ຄົນເສຍອົງຄະ ແລະຜູ້ບໍ່ສາມາດຊ່ວຍຕົນເອງໄດ້. -ຮັບປະກັນໃຫ້ການກໍ່ສ້າງຫຼືສ້ອມແປງສໍາເລັດຕາມແຜນ ການ,ວ່ອງໄວ,ທັນເວລາແລະມີຄຸນນະພາບສູງ.

..ພາກທີສາມມາດຕະຖານເຕັກນິກແລະການຄຸ້ມຄອງຍານພາຫະນະ


...ໝວດທີໜຶ່ງມາດຕະຖານເຕັກນິກຂອງພາຫະນະ


....ມາດຕາສາມສິບສີ່(ປັບປຸງ)ຊະນິດພາຫະນະ

ມາດຕາສາມສິບສີ່(ປັບປຸງ)ຊະນິດພາຫະນະ ພາຫະນະທີ່ນໍາໃຊ້ຢູ່ສປປລາວມີສອງຊະນິດຄືຊະນິດທີ່ແລ່ນດ້ວຍ ເຄື່ອງຈັກແລະຊະນິດທີ່ບໍ່ແລ່ນດ້ວຍເຄື່ອງຈັກ. ພາຫະນະທີ່ແລ່ນດ້ວຍເຄື່ອງຈັກປະກອບດ້ວຍລົດສອງລໍ້,ລົດ ສາມລໍ້,ລົດສີ່ລໍ້ຂຶ້ນໄປລວມທັງພາຫະນະກົນຈັກໜັກທຸກປະເພດທີ່ຂັບ ເຄື່ອນດ້ວຍເຄື່ອງຈັກ. ພາຫະນະທີ່ບໍ່ແລ່ນດ້ວຍເຄື່ອງຈັກປະກອບດ້ວຍລົດຖີບສອງລໍ້, ລົດຖີບສາມລໍ້,ກວຽນ,ລໍ້ແລະອື່ນໆທີ່ລາກແກ່,ຊຸກຫຼືຍູ້ດ້ວຍຄົນຫຼືສັດ.

....ມາດຕາສາມສິບຫ້າ(ປັບປຸງ)ມາດຕະຖານເຕັກນິກຂອງຍານພາຫະນະ

ມາດຕາສາມສິບຫ້າ(ປັບປຸງ)ມາດຕະຖານເຕັກນິກຂອງຍານພາຫະ ນະ ຍານພາຫະນະທຸກຊະນິດທີ່ນໍາເຂົ້າ,ຜະລິດ,ປະກອບເພື່ອຂຶ້ນທະ ບຽນແລະນໍາໃຊ້ຢູ່ສປປລາວຕ້ອງມີໂຄງປະກອບສ້າງທີ່ຖືກຕ້ອງຕາມ ມາດຕະຖານຂອງໂຮງງານຜະລິດທີ່ໄດ້ມາດຕະຖານສາກົນ,ມີຄຸນນະ ພາບທີ່ຖືກຕ້ອງຕາມມາດຕະຖານທີ່ກະຊວງໂຍທາທິການແລະຂົນສົ່ງ ກໍານົດ,ສອດຄ່ອງກັບສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນ ພາຄີ. ສໍາລັບລົດຂົນສົ່ງທຸກປະເພດແຕ່ສີ່ລໍ້ຂຶ້ນໄປຕ້ອງມີພວງມະໄລ ຊ້າຍຍົກເວັ້ນຍານພາຫະນະຂົນສົ່ງທີ່ດໍາເນີນທຸລະກິດການຂົນສົ່ງຂ້າມ ແດນທີ່ນໍາໃຊ້ການຈະລາຈອນກໍ້າຊ້າຍຊຶ່ງໄດ້ກໍານົດໄວ້ໃນວັກສຸດທ້າຍ ຂອງມາດຕາສິບຫ້າຂອງກົດໝາຍວ່າດ້ວຍການຂົນສົ່ງທາງບົກ.

....ມາດຕາສາມສິບຫົກ(ປັບປຸງ)ການກວດກາເຕັກນິກຂອງຍານພາຫະນະ

ມາດຕາສາມສິບຫົກ(ປັບປຸງ)ການກວດກາເຕັກນິກຂອງຍານພາຫະ ນະ ຍານພາຫະນະທຸກຊະນິດທີ່ສັນຈອນຕາມເສັ້ນທາງຕ້ອງໄດ້ຜ່ານ ການກວດກາເຕັກນິກຕາມກໍານົດເວລາຢ່າງເຂັ້ມງວດແລະໄດ້ຮັບໃບ ຢັ້ງຢືນການກວດກາຈາກສູນກວດກາເຕັກນິກທີ່ກະຊວງໂຍທາທິການ ແລະຂົນສົ່ງໄດ້ຮັບຮອງ.

....ມາດຕາສາມສິບເຈັດ(ປັບປຸງ)ການສ້ອມແປງຍານພາຫະນະ

ມາດຕາສາມສິບເຈັດ(ປັບປຸງ)ການສ້ອມແປງຍານພາຫະນະ ການສ້ອມແປງຍານພາຫະນະຕ້ອງບໍ່ກີດຂວາງການສັນຈອນ, ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ,ຮັບປະກັນຄວາມປອດໄພແລະຄວາມ ຖືກຕ້ອງຕາມມາດຕະຖານເຕັກນິກທີ່ກະຊວງໂຍທາທິການຂົນສົ່ງວາງ ອອກ. ການສ້າງຕັ້ງຮ້ານສ້ອມແປງແລະອູ່ສ້ອມແປງໄດ້ກໍານົດໄວ້ໃນ ລະບຽບການສະເພາະ.

...ໝວດທີສອງການຄຸ້ມຄອງຍານພາຫະນະ


....ມາດຕາສາມສິບແປດ(ໃໝ່)ລະບຽບການທົ່ວໄປ

ມາດຕາສາມສິບແປດ(ໃໝ່)ລະບຽບການທົ່ວໄປ ຜູ້ຂັບຂີ່ຍານພາຫະນະທຸກຊະນິດທີ່ສັນຈອນຕາມເສັ້ນທາງຕ້ອງ ປະຕິບັດຕາມກົດຈະລາຈອນຢ່າງເຂັ້ມງວດ,ຕ້ອງຕິດປ້າຍທະບຽນ,ມີ ເອກະສານຄົບຖ້ວນຕິດຕົວໄປນໍາແລະຕ້ອງມີການປະກັນໄພຕາມທີ່ໄດ້ ກໍານົດໄວ້ໃນມາດຕາສີ່ສິບສອງຂອງກົດໝາຍສະບັບນີ້.ສໍາລັບລົດໄຖ, ລົດຕ໋ອກໆນັ້ນຕ້ອງມີຫ້າມລໍ້,ໄຟໜ້າແລະຕິດແຜ່ນສະທ້ອນແທງໃສ່ທາງ ດ້ານຂ້າງແລະດ້ານຫຼັງ. ຜູ້ຂັບຂີ່ພາຫະນະທຸກຊະນິດທີ່ບໍ່ໄດ້ແລ່ນດ້ວຍເຄື່ອງຈັກທີ່ສັນຈອນ ຕາມເສັ້ນທາງຕ້ອງປະຕິບັດຕາມກົດຈະລາຈອນຢ່າງເຂັ້ມງວດເຊັ່ນ ດຽວກັນ.ສໍາລັບລົດຖີບສອງລໍ້,ສາມລໍ້ຕ້ອງມີຫ້າມລໍ້,ໄຟໜ້າ,ໄຟທ້າຍ ແລະຕິດແຜ່ນສະທ້ອນແສງໃສ່ທາງໜ້າ,ທາງຫຼັງແລະທາງຂ້າງ. ....ມາດຕາສາມສິບເກົ້າ(ປັບປຸງ)ການຂຶ້ນທະບຽນຍານພາຫະນະຂອງພົນລະເຮືອນ

ມາດຕາສາມສິບເກົ້າ(ປັບປຸງ)ການຂຶ້ນທະບຽນຍານພາຫະນະຂອງ ພົນລະເຮືອນ ຍານພາຫະນະຂອງພົນລະເຮືອນທຸກຊະນິດລວມທັງເຄິ່ງຫາງ ລາກ,ຫາງລາກແລະຍານພາຫະນະກົນຈັກໜັກເປັນຕົ້ນລົດດຸດ,ລົດຈັກ, ລົດກວາດ,ລົດໂລ,ລົດຍົກຕ້ອງຂຶ້ນທະບຽນແລະຕິດປ້າຍໃຫ້ຖືກຕ້ອງ ຕາມລະບຽບການຂອງກະຊວງໂຍທາທິການແລະຂົນສົ່ງ. ຍານພາຫະນະທີ່ຂາຍອອກຈາກຮ້າຍຕ້ອງຕິດປ້າຍຕາມລະບຽບ ການເພື່ອຄວາມສະດວກໃນການກວດກາຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະຜູ້ຂາຍຕ້ອງຮັບຜິດຊອບຂຶ້ນທະບຽນໃຫ້ແກ່ລູກຄ້າ. ....ມາດຕາສີ່ສິບ(ປັບປຸງ)ການຂຶ້ນທະບຽນຍານພາຫະນະຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ມາດຕາສີ່ສິບ(ປັບປຸງ)ການຂຶ້ນທະບຽນຍານພາຫະນະຂອງກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍານພາຫະນະທີ່ນໍາໃຊ້ເຂົ້າໃນວຽກງານວິຊາການສະເພາະ ແລະວຽກງານບໍລິຫານຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບໃຫ້ຂຶ້ນທະບຽນແລະຕິດປ້າຍທະບຽນນໍາກະຊວງປ້ອງກັນປະ ເທດຫຼືປະຊວງປ້ອງກັນຄວາມສະຫງົບ. ຍານພາຫະນະຂອງບຸກຄົນທີ່ສັງກັດຢູ່ກໍາລັງປ້ອງກັນຊາດປ້ອງ ກັນຄວາມສະຫງົບຕ້ອງຂຶ້ນທະບຽນແລະຕິດປ້າຍທະບຽນຕາມລະບຽບ ການຂອງກະຊວງໂຍທາທິການແລະຂົນສົ່ງ. ....ມາດຕາສີ່ສິບເອັດ(ປັບປຸງ)ການເຄື່ອນຍ້າຍຍານພາຫະນະກົນຈັກໜັກ

ມາດຕາສີ່ສິບເອັດ(ປັບປຸງ)ການເຄື່ອນຍ້າຍຍານພາຫະນະກົນຈັກ ໜັກ ການເຄື່ອນຍ້າຍຍານພາຫະນະກົນຈັກໜັກຕາມເສັ້ນທາງຫຼວງ ຕ້ອງນໍາໃຊ້ຍານພາຫະນະບັນທຸກທີ່ຖືກຕ້ອງຕາມມາດຕະຖານເຕັກນິກ; ຖ້າຫາກມີສ່ວນທີ່ລື່ນອອກຈາກລົດລາກແກ່ໃຫ້ຕິດເຄື່ອງໝາຍ,ສັນຍາ ລັກເຕືອນອັນຕະລາຍຕາາມລະບຽບການແລະຕ້ອງໄດ້ຮັບອະນຸຍາດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບເກົ້າຂອງກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ.

....ມາດຕາສີ່ສິບສອງ(ໃໝ່)ການປະກັນໄພຍານຫາຫະນະ

ມາດຕາສີ່ສິບສອງ(ໃໝ່)ການປະກັນໄພຍານຫາຫະນະ ຍານພາຫະນະທຸກຊະນິດຕ້ອງມີການປະກັນໄພຕາມລະບຽບກົດ ໝາຍກ່ຽວກັບການປະກັນໄພ. ..ພາກທີສີ່ທຸລະກິດກ່ຽວກັບການຈະລາຈອນທາງບົກ


...ມາດຕາສີ່ສິບສາມ(ໃໝ່)ປະເພດທຸລະກິດກ່ຽວກັບການຈະລາຈອນທາງບົກ

ມາດຕາສີ່ສິບສາມ(ໃໝ່)ປະເພດທຸລະກິດກ່ຽວກັບການຈະລາຈອນ ທາງບົກ ທຸລະກິດກ່ຽວກັບການຈະລາຈອນທາງບົກມີປະເພດຕ່າງໆດັ່ງ ນີ້: ໜຶ່ງກວດກາເຕັກນິກຍານພາຫະນະ. ສອງສອນຂັບລົດ,ຝຶກແບບການຂັບຂີ່ລົດ. ສາມຜະລິດ,ຕິດຕັ້ງ,ສ້ອມແປງປ້າຍ,ໄຟສັນຍານ,ເຄື່ອງໝາຍ ຈະລາຈອນ. ສີ່ບໍລະການສ້ອມແປງລົດ. ຫ້າບໍລິການບ່ອນຈອດລົດ. ຫົກບໍລິການລາກລົດ. ...ມາດຕາສີ່ສິບສີ່(ໃໝ່)ການສ້າງຕັ້ງວິສາຫະກິດກ່ຽວກັບການຈະລາຈອນທາງບົກ

ມາດຕາສີ່ສິບສີ່(ໃໝ່)ການສ້າງຕັ້ງວິສາຫະກິດກ່ຽວກັບການຈະລາ ຈອນທາງບົກ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດ ທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດກ່ຽວກັບການຈະລາຈອນທາງບົກ ຕ້ອງຂໍອະນຸຍາດດໍາເນີນທຸລະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍວິສາຫະກິດແລະກົດໝາຍວ່າດ້ວຍການສົ່ງເສີມການລົທຶນແລະ ຕ້ອງມີເງື່ອນໄຂຕົ້ນຕໍດັ່ງນີ້: -ມີບົດວິພາກເສດຖະກິດ-ເຕັກນິກ. -ມີນັກວິຊາການທີ່ມີປະສົບການໃນການດໍາເນີນທຸລະກິດ. -ມີນັກວິຊາການທີ່ມີຄວາມຮູ້,ຄວາມສາມາດແລະປະສົບ ການທາງດ້ານວິຊາສະເພາະເຕັກນິກກ່ຽວກັບການຈະລາຈອນທາງ ບົກໃນຈໍານວນທີ່ເໝາະສົມກັບຂະໜາດແລະປະເພດຂອງກິດຈະ ການ. -ມີທຶນ,ຍານພາຫະນະ,ກົນຈັກ,ອຸປະກອນພຽງພໍແລະເໝາະ ສົມກັບຂະໜາດແລະປະເພດຂອງກິດຈະການ. -ໃບຢັ້ງຢືນທີ່ຕັ້ງສໍານັກງານ. -ໃບຢັ້ງຢືນຖານະການເງິນຈາກທະນາຄານ. -ມີຈັນຍາບັນວິຊາຊີບກ່ຽວກັບການຈະລາຈອນທາງບົກ.

ຂະແໜງການໂຍທາທິການແລະຂົນສົ່ງເປັນຜູ້ກວດຜ່ານ ເງື່ອນໄຂດັ່ງກ່າວແລະມີຄໍາເຫັນກ່ອນການຂຶ້ນທະບຽນວິສາຫະ ກິດ.

..ພາກທີຫ້າສະມາຄົມແລະມູນນິທິກ່ຽວກັບການຈະລາຈອນທາງບົກ


...ໝວດທີໜຶ່ງສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ


....ມາດຕາສີ່ສິບຫ້າ(ໃໝ່)ທີ່ຕັ້ງຂອງສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ

ມາດຕາສີ່ສິບຫ້າ(ໃໝ່)ທີ່ຕັ້ງຂອງສະມາຄົມຜູ້ສະໜັບສະໜູນຄວາມ ປອດໄພທາງຖະໜົນ ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນແມ່ນອົງ ການຈັດຕັ້ງສັງຄົມໜຶ່ງທີ່ຂຶ້ນກັບຂະແໜງການໂຍທາທິການແລະຂົນ ສ່ົງ,ສ້າງຕັ້ງຂຶ້ນຕາມລະບຽບກົດໝາຍ,ເປັນບ່ອນເຕົ້າໂຮມຜູ້ດໍາເນີນ ທຸລະກິດກ່ຽວກັບການຈະລາຈອນທາງບົກແລະທຸກພາກສ່ວນຂອງສັງ ຄົມເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານຈະລາຈອນທາງ ບົກໃຫ້ມີປະສິດທິຜົນແລະມີຄວາມເປັນລະບຽບຮຽບຮ້ອຍ.

....ມາດຕາສີ່ສິບຫົກ(ໃໝ່)ພາລະບົດບາດຂອງສະມາຄົມ

ມາດຕາສີ່ສິບຫົກ(ໃໝ່)ພາລະບົດບາດຂອງສະມາຄົມ ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນມີພາລະ ບົດບາດເຕົ້າໂຮມຄວາມສາມັກຄີ,ສະຕິປັນຍາຂອງນັກວິຊາການ,ຜູ້ດໍາ ເນີນທຸລະກິດກ່ຽວກັບການຈະລາຈອນທາງບົກແລະທຸກພາກສ່ວນຂອງ ສັງຄົມ,ເຄື່ອນໄຫວຢູ່ພາຍມຕ້ລັດຖະທໍາມະນູນ,ກົດໝາຍ,ກົດລະບຽບ ແລະຈັນຍາບັນຂອງຕົນເພື່ອປົກປ້ອງ,ສົ່ງເສີມແລະພັດທະນາວິຊາຊີບ ຂອງຕົນປະກອບສ່ວນເຂົ້າໃນການສ້າງຄຸນປະໂຫຍດໃຫ້ແກ່ສັງຄົມ ແລະການສ້າງສາພັດທະນາປະເທດຊາດ. ....ມາດຕາສີ່ສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງສະມາຄົມ

ມາດຕາສີ່ສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງສະມາຄົມ ສະມາຄົມມີສິດແລະໜ້າທີ່ດັ່ງນີ້: ໜຶ່ງສ້າງກົດລະບຽບ,ແຜນການເຄື່ອນໄຫວວຽກງນຂອງ ຕົນ,ໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍ,ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດປະກອບສ່ວນເຂົ້າໃນການພັດທະ ນາການຈະລາຈອນທາງບົກ. ສອງຊ່ວຍເຫຼືອ,ສ້າງ,ສົ່ງເສີມສະມາຊິກຂອງຕົນແລະແກ້ໄຂ ຄໍາສະເໜີຂອງສະມາຊິກໃນການປະຕິບັດໜ້າທີ່ວຽກງານກໍ່ຄືການ ປະກອບວິຊາຊີບໃຫ້ມີຄວາມກ້າວໜ້າແລະມີປະສິດທິຜົນ. ສາມຄຸ້ມຄອງແລະປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງ ສະມາຊິກບົນພື້ນຖານນະໂຍບາຍແລະລະບຽບກົດໝາຍ. ສີ່ສະເໜີໃຫ້ມີການນໍາໃຊ້ວິທະຍາສາດເຕັກນິກເຕັກໂນໂລຊີທ ີ່ທັນສະໄໝກ່ຽວກັບການຈະລາຈອນທາງບົກ. ຫ້າແລກປ່ຽນບົດຮຽນ,ປະສົບການກ່ຽວກັບການຈະລາຈອນ ທາງບົກເພື່ອຍົກລະດັບຄວາມຮູ້,ຄວາມສາມາດຂອງສະມາຊິກ. ຫົກລະດົມທຶນຈາກທຸກພາກສ່ວນທັງພາຍໃນແລະຕ່າງປະເທດ ເຂົ້າໃນວຽກງານຈະລາຈອນທາງບົກ. ເຈັດເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນສະມາ ຄົມແລະບັນດານັກວິຊາການດ້ວຍການແລະພົວພັນຮ່ວມມືກັບສະມາ ຄົມອື່ນທັງພາຍໃນແລະຕ່າງປະເທດຕາມການມອບໝາຍ. ແປດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງ ຕົນໃຫ້ຂະແໜງການໂຍທາທິການແລະຂົນສົ່ງແລະຂະແໜງການ ອື່ນທີ່ກ່ຽວຂ້ອງຢ່າງເປັນປົກກະຕິ. ເກົ້າປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ...ໝວດທີສອງມູນນິທິກ່ຽວກັບການຈະລາຈອນທາງບົກ


....ມາດຕາສີ່ສິບແປດ(ໃໝ່)ມູນນິທິ

ມາດຕາສີ່ສິບແປດ(ໃໝ່)ມູນນິທິ ມູນນິທິກ່ຽວກັບການຈະລາຈອນທາງບົກແມ່ນອົງການຈັດຕັ້ງ ສັງຄົມໜຶ່ງທີ່ບໍ່ຫວັງຜົນກໍາໄລ,ສ້າງຕັ້ງແລະເຄື່ອນໄຫວພາຍໃຕ້ກົດ ໝາຍແລະກົດລະບຽບຂອງຕົນເພື່ອຊ່ວຍເຫຼືອ,ກອບກູ້ຜູ້ຖືກເຄາະຮ້າຍ ຈາກອຸບປະຕິເຫດທາງຖະໜົນປະກອບສ່ວນເຂົ້າໃນວຽກງານຄວາມ ປອດໄພທາງຖະໜົນ.

....ມາດຕາສີສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງມູນນິທິ

ມາດຕາສີສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງມູນນິທິ ມູນນິທິມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງຊ່ວຍເຫຼືອແລະກອບກູ້ຜູ້ຖືກເຄາະຮ້າຍຈາກອຸບປະຕິເຫດ ທາງຖະໜົນ. ສອງລະດົມ,ຂົນຂວາຍແລະຮັບການຊ່ວຍເຫຼືອທາງດ້ານເຕັກ ນິກ,ວິຊາການ,ທຶນ,ວັດຖຸປະກອນແລະພາຫະນະຈາກສັງຄົມທັງຢູ່ພາຍ ໃນແລະຕ່າງປະເທດ. ສາມນໍາໃຊ້ຍານພະຫະນະ,ອຸປະກອນວິຊາສະເພາະທີ່ເໝາະສົມ ໃນການປະຕິບັດໜ້າທີ່ຂອງຕົນ. ສີ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຊ່ວຍເຫຼືອ ແລະກອບກູ້ຜູ້ຖືກເຄາະຮ້າຍຈາກອຸບປະຕິເຫດທາງຖະໜົນ,ແລກປ່ຽນ ບົດຮຽນດປະສົບການກັບມູນນິທິແລະພາກສ່ວນອື່ນທີ່ກ່ຽວຂ້ອງ. ຫ້າສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຂະແໜງການໂຍທາທິການແລະຂົນສົ່ງແລະຂະແໜງການອື່ນທີ່ ກ່ຽວຂ້ອງຢ່າງເປັນປົກກະຕິ.

..ພາກທີຫົກຂໍ້ຫ້າມ


...ມາດຕາຫ້າສິບ(ໃໝ່)ຂໍ້ຫ້າມທົ່ວໄປ

ມາດຕາຫ້າສິບ(ໃໝ່)ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: ໜຶ່ງທໍາລາຍລະບົບສັນຍານຈະລາຈອນຕາມເສັ້ນທາງເຊັ່ນ ປ້າຍສັນຍານ,ເຄື່ອງໝາຍ,ໄປສັນຍານຈະລາຈອນລວມທັງສ້າງສິ່ງ ເປີ້ເປື້ອນແລະປິດບັງປ້າຍສັນຍານຈະລາຈອນ. ສອງຕິດປ້າຍທະບຽນລົດທີ່ບໍ່ຖືກຕ້ອງຕາມລະບຽບການ. ສາມຕິດຕັ້ງປ້າຍ,ຕັ້ງປ້າຍໂຄສະນາ,ວາງເຄື່ອງໝາຍ,ວາງ ເຄື່ອງຂອງ,ຈັດພິທີຕາມເສັ້ນທາງ,ຢູ່ເທິງທາງຍ້າງແລະເຂດສະ ຫງວນຂອງທາງໂດຍບໍ່ໄດ້ຮັບອະນຸຍາດ. ສີ່ຫຼິ້ນກິລາຕາມແຄມທາງ,ທາງຄົນຍ່າງ. ຫ້າກໍ່ສ້າງ,ຕໍ່ເຕີມອາຄານ,ສິ່ງປຸກສ້າງເລື່ອມເອົາເຂດສະ ຫງວນຂອງທາງ. ຫົກດໍາເນີນກິດຈະການຕ່າງໆຢູ່ບ່ອນທາງໂຄ້ງ,ທາງແຄບຫຼື ແຄມທາງທີ່ບໍ່ມີບ່ອນຈອດລົດທີ່ເປັນອັນຕະລາຍແລະສ່ຽງຕໍ່ການເກີດ ອຸບປະຕິເຫດ. ເຈັດຂຸດດິນ,ຖົມດິນ,ກອງດິນ,ກອງວັດສະດຸໃຫ້ທາງແລະແຄມ ທາງ. ແປດຖິ້ມຂີ້ເຫຍື້ອ,ຖອກຫຼືປ່ອຍນໍ້າເປື້ອນ,ນໍ້າໂສໂຄກ,ຖອກນໍ້າ ມັນ,ລ້າງລົດໃສ່ທາງແລະແຄມທາງ. ເກົ້າຈອດລົດຢູ່ເທິງທາງຍ່າງ,ທາງຄົບ,ທາງແຍກ,ທາງ ໂຄ້ງ,ທາງທີ່ຫຼີກກັນບໍ່ໄດ້,ທາງເຂົ້າ-ອອກຂົວແລະໃນຂົວ. ສິບປະປ່ອຍເດັກຂ້າມທາງ,ຫຼິ້ນຢູ່ຕາມແຄມທາງໂດຍທໍາພັງ. ສິບເອັດລ້ຽງ,ປ່ອຍສັດລ້ຽງຕາມເສັ້ນທາງ,ເຄື່ອນຍ້າຍສັດ ລ້ຽງຕາມເສັ້ນທາງໂດຍບໍ່ມີຜູ້ຄວບຄຸມ. ສິບສອງມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາຫ້າສິບເອັດ(ໃໝ່)ຂໍ້ຫ້າມສໍາລັບຜູ້ນໍາໃຊ້ເສັ້ນທາງ

ມາດຕາຫ້າສິບເອັດ(ໃໝ່)ຂໍ້ຫ້າມສໍາລັບຜູ້ນໍາໃຊ້ເສັ້ນທາງ ຫ້າມຜູ້ນໍາໃຊ້ເສັ້ນທາງມີພຶດຕິກໍາດັ່ງນີ້: ໜຶ່ງຂັບຂີ່ໃນສະພາບມຶນເມົາ. ສອງຂັບຂີ່ຍານພາຫະນະໄວເກີນກໍານົດ,ຂັບຂີ່ເຈີນຊ້າຍເຈີດ ຂວາ,ຊ່ວງຊີງຍານພາຫະນະດ້ວຍຄວາມປະໝາຍແລະບໍ່ຖືກຕາມກົດ ຈະລາຈອນ. ສາມໃຊ້ໂທລະສັບມືຖື,ເຄື່ອງຫຼິ້ນເອເລັກໂຕຣນິກປະເພດຕ່າງ ໆໃນເວລາຍ່າງຂ້າມທາງ. ສີ່ໃຊ້ໂທລະສັບມືຖື,ເບິ່ງໂທລະພາບ,ຮູບພາບວີຊີດີ,ດີວີດີ ເຄື່ອງຫຼິ້ນເອເລັກໂຕຣນຶກປະເພດຕ່າງໆໃນເວລາຂັບຂີ່. ຫ້າຍ່າງຮຽງກັນເປັນໜ້າກະດານ,ເປັນພຶງ,ເປັນແພທີ່ກີດ ຂວາງການສັນຈອນ. ຫົກຂັບຂີ່ລົດຈັກ,ລົດຖີບທຸກຊະນິດຮຽງກັນທີ່ກີດຂວາງການ ສັນຈອນ. ເຈັດຈອດລົດໃຫຍ່ຮຽງກັນຕາມເສັ້ນທາງທີ່ກີດຂວາງການ ສັນຈອນ. ແປດກັ້ງຄັນຮົ່ມໃນເວລາຂັບຂີ່ລົດຈັກ,ລົດຖີບ. ເກົ້າບັນທຸກຜູ້ໂດຍສານເກີນຈໍານວນ,ສິນຄ້າເກີດນໍ້າໜັກຫຼື ຂະໜາດທີ່ກໍານົດ. ສິບບັນທຸກວັດຖຸອັນຕະລາຍໂດຍບໍ່ໄດ້ຮັບອະນຸຍາດ. ສິບເອັດສ້ອມແປງຍານພາຫະນະຢູ່ກາງທາງ,ກາງຂົວ. ສິບສອງເປີດເຄື່ອງສຽງດັງເກີນກໍານົດເວລາໃນເວລາຂັບ ຂີ່. ສິບສາມແຂ່ງລົດທຸກຊະນິດຕາມເສັ້ນທາງໂດຍບໍ່ໄດ້ຮັບອະ ນຸຍາດ. ສິບສີ່ປະທ່ອນໄມ້,ພືດໄມ້,ກ້ອນຫີນຫຼືສິ່ງກີດຂວາງອື່ນທີ່ໝູນ ຕີນລົດໄວ້ຕາມເສັ້ນທາງ. ສິບຫ້າມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາຫ້າສິບສອງ(ໃໝ່)ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດກ່ຽວຂ້ອງກັບການຈະລາຈອນທາງບົກ

ມາດຕາຫ້າສິບສອງ(ໃໝ່)ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດກ່ຽວຂ້ອງ ກັບການຈະລາຈອນທາງບົກ ຫ້າມຜູ້ດໍາເນີນທຸລະກິດກ່ຽວກັບການຈະລາຈອນທາງບົກມີພຶດ ຕິກໍາດັ່ງນີ້: ໜຶ່ງໃຫ້ເຊົ່າແລະໂອນໃບອະນຸຍາດດໍາເນີນທຸລະກິດ. ສອງຂາຍ,ມອບໂອນໂຄງການກ່ຽວກັບການຈະລາຈອນທາງ ບົກໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງໂຄງການ. ສາມດໍາເນີນທຸລະກິດບໍ່ຖືກຕາມປະເພດທີ່ໄດ້ຮັບອະນຸຍາດ. ສີ່ສົມຮູ້ຮ່ວມຄິດ,ຊື້ຈ້າງ,ໃຫ້ສິນບົນເພື່ອຜົນປະໂຫຍດທາງທຸລະ ກິດຂອງຕົນ. ຫ້າມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາຫ້າສິບສາມ(ໃໝ່)ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຄວບຄຸມການຈະລາຈອນແລະພະນັກງານທີ່ກ່ຽວຂ້ອງ

ມາດຕາຫ້າສິບສາມ(ໃໝ່)ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຄວບຄຸມການຈະ ລາຈອນແລະພະນັກງານທີ່ກ່ຽວຂ້ອງ ຫ້າມເຈົ້າໜ້າທີ່ຄວບຄຸມການຈະລາຈອນແລະພະນັກງານທີ່ ກ່ຽວຂ້ອງມີພຶດຕິກໍາດັ່ງນີ້: ໜຶ່ງດໍາເນີນທຸລະກິດ,ເປັນທີ່ປຶກສາຫຼືເປັນພະນັກງານວິຊາການ ໃຫ້ວິສາຫະກິດກ່ຽວກັບການຈະລາຈອນທາງບົກ. ສອງເປີດເຜີຍຂໍ້ມູນກ່ຽວກັບການປະມູນໂຄງການກໍ່ສ້າງ,ສ້ອມ ແປງແລະຕິດຕັ້ງກິດຈະການຈະລາຈອນທາງບົກ. ສາມສົມຮູ້ຮ່ວມຄິດ,ຂໍເອົາ,ທວງເອົາ,ຮັບສິນບົນ,ໃຊ້ອໍານາດ ເກີນຂອບເຂດ,ປອມແປງເອກະສານ,ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນ ປະໂຫຍດສ່ວນນຕົວແລະໝູ່ຄະນະ. ສີ່ເມີນເສີຍຕໍ່ໜ້າທີ່ຮັບຜິດຊອບຂອງຕົນ,ກົດໜ່ວງຖ່ວງດຶງເອກະ ສານກ່ຽວກັບການຈະລາຈອນທາງບົກ,ເມີນເສີຍຕໍ່ການກະທໍາທີ່ບໍ່ຖືກ ຕ້ອງຂອງຜູ້ດໍາເນີນທຸລະກິດ. ຫ້າໃຊ້ວາຈາທ່າທີ່ບໍ່ສຸພາບ,ນາບຂູ່ຜູ້ນໍາໃຊ້ເສັ້ນທາງແລະຜູ້ຂັບ ຂີ່ຍານພາຫະນະ. ຫົກມີພຶດຕິກໍາທີ່ເປັນການລະເມີດລະບຽບກົດໝາຍ. ..ພາກທີເຈັດການແກ້ໄຂຂໍ້ຂັດແຍ່ງ


...ມາດຕາຫ້າສິບສີ່(ໃໝ່)ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາຫ້າສິບສີ່(ໃໝ່)ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງອາດດໍາເນີນດ້ວຍຮູບການໃດໜຶ່ງດັ່ງນີ້: ໜຶ່ງການປະນີປະນອມ. ສອງການແກ້ໄຂທາງດ້ານບໍລິຫານ. ສາມການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ. ສີ່ການຕັດສິນຂອງສານ. ຫ້າການແກ້ໄຂທີ່ມີລັກສະນະສາກົນ.

...ມາດຕາຫ້າສິບຫ້າ(ໃໝ່)ການປະນີປະນອມ

ມາດຕາຫ້າສິບຫ້າ(ໃໝ່)ການປະນີປະນອມ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີສາມາດປຶກສາຫາລື,ເຈລະຈາແລະປະນີປະນອມກັນ.

...ມາດຕາຫ້າສິບຫົກ(ໃໝ່)ການແກ້ໄຂທາງດ້ານບໍລິຫານ

ມາດຕາຫ້າສິບຫົກ(ໃໝ່)ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງບ່ອນທີ່ຕົນໄດ້ຮັບອະນຸ ຍາດນັ້ນເພື່ອພິຈາລະນາແກ້ໄຂຕາລະບຽບກົດໝາຍ. ...ມາດຕາຫ້າສິບເຈັດ(ໃໝ່)ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາຫ້າສິບເຈັດ(ໃໝ່)ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ໃນກໍລະນີເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດກ່ຽວກັບການ ຈະລາຈອນທາງບົກນັ້ນຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ. ...ມາດຕາຫ້າສິບແປດ(ໃໝ່)ການຕັດສິນຂອງສານ

ມາດຕາຫ້າສິບແປດ(ໃໝ່)ການຕັດສິນຂອງສານ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີຝ່າຍໃດຝ່າຍໜຶ່ງສາມາດຮ້ອງຟ້ອງພໍ່ສານປະຊາຊົນເພື່ອພິຈາ ລະນາຕັດສິນຕາມລະບຽບກົດໝາຍ.

...ມາດຕາຫ້າສິບເກົ້າ(ໃໝ່)ການແກ້ໄຂທີ່ມີລັກນະນະສາກົນ

ມາດຕາຫ້າສິບເກົ້າ(ໃໝ່)ການແກ້ໄຂທີ່ມີລັກນະນະສາກົນ ໃນການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການດໍາ ເນີນທຸລະກິດຈະລາຈອນທາງບົກນັ້ນຄູ່ກໍລະນີສາມາດສະເໜີຕໍ່ອົງການ ແກ້ໄຂຂໍ້ຂັດແຍ່ງພາຍໃນ,ຕ່າງປະເທດຫຼືສາກົນຕາມການຕົກລົງກັນຫຼື ໃຫ້ປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ. ..ພາກທີແປດຄະນະກໍາມະການດ້ານຄວາມປອດໄພທາງຫຼວງ


...ມາດຕາຫົກສິບ(ໃໝ່)ການສ້າງຕັ້ງຄະນະກໍາມະການດ້ານຄວາມປອດໄພທາງຫຼວງ

ມາດຕາຫົກສິບ(ໃໝ່)ການສ້າງຕັ້ງຄະນະກໍາມະການດ້ານຄວາມ ປອດໄພທາງຫຼວງ ເພື່ອເຮັດໃຫ້ການຄຸ້ມຄອງແລະການສົ່ງເສີມການຈະລາຈອນ ທາງບົກມີຄວາມສະດວກ,ວ່ອງໄວ,ປອດໄພ,ເຊື່ອມໂຍງເຂົ້າກັບລະບົບ ການຈະລາຈອນຂອງອາຊຽນ,ພາກພື້ນແລະສາກົນນັ້ນລັດສ້າງຕັ້ງຄະ ນະກໍາມະການດ້ານຄວາມປອດໄພທາງຫຼວງຊຶ່ງເປັນການຈັດຕັ້ງທີ່ບໍ່ ປະຈໍາການ,ມີພາລະບົດບາດປະສານງານກັບພາຍໃນແລະຕ່າງປະ ເທດໃນການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີຄວາມກ້າວ ໜ້າແລະຂະຫຍາຍຕົວປະກອບສ່ວນເຂົ້າໃນການປ້ອງກັນຊາຍ-ປ້ອງ ກັນຄວາມສະຫງົບ.

...ມາດຕາຫົກສິບເອັດ(ໃໝ່)ລະບົບຄະນະກໍາມະການດ້ານຄວາມປອດໄພທາງຫຼວງ

ມາດຕາຫົກສິບເອັດ(ໃໝ່)ລະບົບຄະນະກໍາມະການດ້ານຄວາມປອດ ໄພທາງຫຼວງ ລະບົບຄະນະກໍາມະການດ້ານຄວາມປອດໄພທາງຫຼວງປະກອບ ດ້ວຍ: ໜຶ່ງຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ. ສອງຄະນະກໍາມະການດ້ານຄວາມປອດໄພທາງຫຼວງແຂວງ, ນະຄອນ. ສາມຄະນະກໍາມະການດ້ານຄວາມປອດໄພທາງຫຼວງເມືອງ, ເທດສະບານ. ...ມາດຕາຫົກສິບສອງ(ໃໝ່)ໂຄງປະກອບຂອງຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ

ມາດຕາຫົກສິບສອງ(ໃໝ່)ໂຄງປະກອບຂອງຄະນະກໍາມະການແຫ່ງ ຊາດດ້ານຄວາມປອດໄພທາງຫຼວງ ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະກອບດ້ວຍ: ໜຶ່ງລັດຖະມົນຕີວ່າການກະຊວງໂຍທາທິການແລະຂົນສົ່ງ ເປັນປະທານ. ສອງລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະ ຫງົບເປັນຮອງປະເທານ. ສາມລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະກິ ລາເປັນກໍາມະການ. ສີ່ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກເປັນກໍາ ມະການ. ຫ້າລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ,ວັດທະ ນະທໍາແລະທ່ອງທ່ຽວເປັນກໍາມະການ. ຫົກລັດຖະມົນຕີຊ່ວຍວ່າການກະຊວງການເງິນເປັນກໍາມະ ການ. ເຈັດປະທານອົງການກາແດງລາວເປັນກໍາມະການ. ແປດຮອງປະທານສູນກາງສະຫະພັນກໍາມະບານລາວເປັນ ກໍາມະການ. ເກົ້າຮອງປະທານສູນກາງສະຫະພັນແມ່ນຍິງລາວເປັນກໍາ ມະການ. ສິບຮອງເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເປັນ ກໍາມະການ. ສິບເອັດຜູ້ຕາງໜ້າສະມາຄົມຜູ້ສະໜັບສະໜູນຄວາມປອດໄພ ທາງຖະໜົນເປັນກໍາມະການ. ສິບສອງຜູ້ຕາງໜ້າມູນນິທິກ່ຽວກັບການຈະລາຈອນທາງບົກ ເປັນກໍາມະການ.

ຄະນະກໍາມະການແຫ່ງຊາດຄວາມປອດໄພທາງຫຼວງຖືກແຕ່ ງຕັ້ງໂດຍນາຍົກລັດຖະມົນຕີແລະມີກອງເລຂາຕັ້ງຢູ່ກະຊວງໂຍທາທິ ການແລະຂົນສົ່ງຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການແຫ່ງ ຊາດດ້ານຄວາມປອດໄພທາງຫຼວງ. ...ມາດຕາຫົກສິບສາມ(ໃໝ່)ໂຄງປະກອບຂອງຄະນະກໍາມະການດ້ານຄວາມປອດໄພທາງຫຼວງແຂວງ,ນະຄອນ

ມາດຕາຫົກສິບສາມ(ໃໝ່)ໂຄງປະກອບຂອງຄະນະກໍາມະການດ້ານ ຄວາມປອດໄພທາງຫຼວງແຂວງ,ນະຄອນ ຄະນະກໍາມະການດ້ານຄວາມປອດໄພທາງຫຼວງແຂວງ,ນະ ຄອນປະກອບດ້ວຍ. ໜຶ່ງຫົວໜ້າພະແນກໂຍທາທິການແລະຂົນສົ່ງເປັນປະທານ. ສອງຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເປັນຮອງປະທານ. ສາມຮອງຫົວໜ້າພະແນກສຶກສາທິການແລະກິລາເປັນກໍາ ມະການ. ສີ່ຮອງຫົວໜ້າພະແນກສາທາລະນະສຸກເປັນກໍາມະການ. ຫ້າຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາແລະ ທ່ອງທ່ຽວເປັນກໍາມະການ. ົ ຫົກຮອງຫົວໜ້າພະແນກການເງິນເປັນກໍາມະການ. ເຈັດຫົວໜ້າຫ້ອງການກາແດງແຂວງ,ນະຄອນເປັນກໍາມະ ການ. ແປດຮອງປະທານສະຫະພັນກໍາມະບານແຂວງ,ນະຄອນ ເປັນກໍາມະການ. ເກົ້າຮອງປະທານສະຫະພັນແມ່ຍິງແຂວງ,ນະຄອນເປັນກໍາ ມະການ. ສິບຮ້ອງເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ, ນະຄອນເປັນກໍາມະການ. ສິບເອັດຕົວແທນຂອງພາກສ່ວນທຸລະກິດທັງພາກລັດແລະ ເອກະຊົນທີ່ກ່ຽວຂ້ອງເປັນກໍາມະການ. ສິບສອງຕົວແທນຂອງການຈັດຕັ້ງສັງຄົມທີ່ກ່ຽວຂ້ອງເປັນ ກໍາມະການ.

ຄະນະກໍາມະການດ້ານຄວາມປອດໄພທາງຫຼວງແຂວງ,ນະ ຄອນຖືກແຕ່ງຕັ້ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນແລະມີກອງເລ ຂາຕັ້ງຢູ່ພະແນກໂຍທາທິການແລະຂົນສົ່ງຊຶ່ງຖືກແຕ່ງຕັ້ງໂດຍປະ ທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງແຂວງ,ນະ ຄອນ. ...ມາດຕາຫົກສິບສີ່(ໃໝ່)ໂຄງປະກອບຂອງຄະນະກໍາມະການດ້ານຄວາມປອດໄພທາງຫຼວງເມືອງ,ເທດສະບານ

ມາດຕາຫົກສິບສີ່(ໃໝ່)ໂຄງປະກອບຂອງຄະນະກໍາມະການດ້ານ ຄວາມປອດໄພທາງຫຼວງເມືອງ,ເທດສະບານ ຄະນະກໍາມະການດ້ານຄວາມປອດໄພທາງຫຼວງເມືອງ,ເທດ ສະບານປະກອບດ້ວຍ: ໜຶ່ງຫົວໜ້າຫ້ອງການໂຍທາທິການແລະຂົນສົ່ງເປັນປະທານ. ສອງຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເປັນຮອງປະທານ. ສາມຮອງຫົວໜ້າຫ້ອງການສຶກສາທິການແລະກິລາເປັນກໍາ ມະການ. ສີ່ຮອງຫົວໜ້າຫ້ອງການສາທາລະນະສຸກເປັນກໍາມະການ. ຫ້າຮອງຫົວໜ້າຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະ ທ່ອງທ່ຽວເປັນກໍາມະການ. ຫົກຮອງຫົວໜ້າຫ້ອງການການເງິນເປັນກໍາມະການ. ເຈັດຮອງຫົວໜ້າຂະແໜງກາແດງເປັນກໍາມະການ. ແປດຮອງປະທານສະຫະພັນກໍາມະບານເມືອງ,ເທດສະບານ ເປັນກໍາມະການ. ເກົ້າຮອງປະທານສະຫະພັນແມ່ຍິງເມືອງ,ເທດສະບານເປັນ ກໍາມະການ. ສິບຮອງເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງ, ເທດສະບານເປັນກໍາມະການ. ສິບເອັດຕົວແທນຂອງພາກສ່ວນທຸລະກິດທັງພາກລັດແລະ ເອກະຊົນທີ່ກ່ຽວຂ້ອງເປັນກໍາມະການ. ສິບສອງຕົວແທນຂອງການຈັດຕັ້ງສັງຄົມທີ່ກ່ຽວຂ້ອງເປັນ ກໍາມະການ.

ຄະນະກໍາມະການດ້ານຄວາມປອດໄພທາງຫຼວງເມືອງ,ເທດ ສະບານຖືກແຕ່ງຕັ້ງໂດຍເຈົ້າເມືອງ,ຫົວໜ້າເທດສະບານແລະມີ ກອງເລຂາຕັ້ງຢູ່ຫ້ອງການໂຍທາທິການແລະຂົນສົ່ງຊຶ່ງຖືກແຕ່ງຕັ້ງ ໂດຍປະທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງເມືອງ, ເທດສະບານ. ...ມາດຕາຫົກສິບຫ້າ(ໃໝ່)ສິດແລະໜ້າທີ່ຂອງຄະນະກໍາມະການດ້ານຄວາມປອດໄພທາງຫຼວງ

ມາດຕາຫົກສິບຫ້າ(ໃໝ່)ສິດແລະໜ້າທີ່ຂອງຄະນະກໍາມະການດ້ານ ຄວາມປອດໄພທາງຫຼວງ ຄະນະກໍາມະການດ້ານຄວາມປອດໄພທາງຫຼວງມີສິດແລະ ໜ້າທີ່ດັ່ງນີ້: ໜຶ່ງສ້າງກົດລະບຽບພາຍໃນ,ຄົ້ນຄວ້ານະໂຍບາຍ,ແຜນຍຸດ ທະສາດແລະແຜນດໍາເນີນງານດ້ານຄວາມປອດໄພທາງຫຼັງຕາມ ຂອບເຂດຄວາມຮັບຜິດຊອບຂອງຕົນ. ສອງຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດແລະແຜນ ດໍາເນີນງານດ້ານຄວາມປອດໄພທາງຫຼັງຕາມຂອບເຂດຄວາມຮັບ ຜິດຊອບຂອງຕົນ. ສາມແນະນໍາ,ຕິດຕາມ,ກວດກາ,ຊຸກຍູ້ແລະປະສານສົມທົບ ກັບບັນດາຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນ ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພທາງ ຫຼວງຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ສີ່ລະດົມ,ຄຸ້ມຄອງແລະນໍາໃຊ້ທຶນທີ່ໄດ້ຮັບການສະໜັບສະໜູນ ຈາກພາຍໃນແລະຕ່າງປະເທດເຂົ້າໃນວຽກງານຄວາມປອດໄພ ທາງຫຼວງໃຫ້ມີປະສິດທະຜົນຕາມຂອບເຂດຄວາມຮັບຜິດຂອບຂອງ ຕົນ. ຫ້າພົວພັນແລະຮ່ວມມືກັບຕ່າງປະເທດຕາມການມອບໝາຍ. ຫົກສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕໍ່ຂະແໜງ ການຂັ້ນເທິງຂອງຕົນ. ເຈັດປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດມາຍແລະການມອບໝາຍ. ..ພາກທີເກົ້າການຄຸ້ມຄອງແລະການກວດກາວຽກງານຈະລາຈອນທາງບົກ


...ໝວດທີໜຶ່ງການຄຸ້ມຄອງວຽກງານຈະລາຈອນທາງບົກ


....ມາດຕາຫົກສິບຫົກ(ປັບປຸງ)ອົງການຄຸ້ມຄອງວຽກງານຈະລາຈອນທາງບົກ

ມາດຕາຫົກສິບຫົກ(ປັບປຸງ)ອົງການຄຸ້ມຄອງວຽກງານຈະລາ ຈອນທາງບົກ ລັດຖະບານເປັນຜູ້ຄຸ້ມຄອງວຽກງານຈະລາຈອນທາງບົກຢ່າງ ລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະ ຊວງໂຍທາທິການແລະຂົນສົ່ງເປັນຜູ້ຮັບຜິດຊອບໂດຍກົງທັງເປັນເຈົ້າ ການປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ,ບັນດາກະຊວງ ອົງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານຈະລາຈອນທາງບົກປະກອບດ້ວຍ: ໜຶ່ງກະຊວງໂຍທາທິການແລະຂົນສົ່ງແລະກະຊວງປ້ອງກັນ ຄວາມສະຫງົບ. ສອງພະແນກໂຍທາທິການແລະຂົນສົ່ງແລະກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ,ນະຄອນ. ສາມຫ້ອງການໂຍທາທິການແລະຂົນສົ່ງແລະກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ,ເທດສະບານ. ສີ່ອົງການປົກຄອງບ້ານ.


....ມາດຕາຫົກສິບເຈັດ(ປັບປຸງ)ສິດແລະໜ້າທີ່ຂອງກະຊວງໂຍທາທິການແລະຂົນສົ່ງ

ມາດຕາຫົກສິບເຈັດ(ປັບປຸງ)ສິດແລະໜ້າທີ່ຂອງກະຊວງໂຍທາທິ ການແລະຂົນສົ່ງ ໃນການຄຸ້ມຄອງວຽກງານຈະລາຈອນທາງບົກກະຊວງໂຍ ທາທິການແລະຂົນສົ່ງມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດ,ແຜນດໍາເນີນ ງານແລະລະບຽບກົດໝາຍກ່ຽວກັບວຽກງານຈະລາຈອນທາງບົກ ເພື່ອສະເໜີລັດຖະບານພິຈາລະນາ. ສອງຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດກ່ຍວກັບວຽກ ງານຈະລາຈອນທາງບົກມາເປັນແຜນການ,ແຜນງານແລະໂຄງ ການລະອຽດຂອງຕົນພ້ອມທັງຊີ້ນໍາ,ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິ ບັດໃຫ້ມີປະສິດທະຜົນ. ສາມຄົ້ນຄວ້າກໍານົດໝາຍແລະມາດຕະຖານເຕັກນິກ,ຄົ້ນ ຄວ້າແລະເລືຶກເຟັ້ນເຕັກໂນໂລຊີທີ່ເໝາະສົມກ່ຽວກັບການຈະລາ ຈອນທາງບົກພ້ອມທັງອອກຄໍາແນະນໍາໃນການຈັດຕັ້ງປະຕິບັດ. ສີ່ຄຸ້ມຄອງມາດຕະຖານເຕັກນິກຍານພາຫະນະແລະສິ່ນສ່ວນ, ມາດຕະຖານເຕັກນິກປ້າຍລົດແລະການນໍາໃຊ້ເຕັກໂນໂລຊີກ່ຽວກັບ ການຜະລິດໃບທະບຽນແລະປ້າຍລົດ. ຫ້າປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ,ກະ ຊວງ,ອົງການອື່ນທີ່ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນໃນການ ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ແຜນດໍາເນີນງານກ່ຽວ ກັບວຽກງານຈະລາຈອນທາງບົກ. ຫົກຮັບຜິດຊອບຂໍ້ມູນການຄຸ້ມຄອງກໍ່ຄືການຂຶ້ນທະບຽນພາ ຫະນະເພື່ອພິມໃບທະບຽນໃຫ້ຖືກຕ້ອງ. ເຈັດຄົ້ນຄວ້າວິໄນຂໍ້ມູນສະຖິຕິອຸບປະຕິເຫດແລະສັງລວມປະ ລິມານການສັນຈອນຕາມເສັ້ນທາງ. ແປດອອກລະບຽບການຄຸ້ມຄອງຍານພາຫະນະແລະປ້າຍ ທະບຽນ,ຄຸ້ມຄອງການອອກໃບທະບຽນ,ການຜະລິດແລະຕິດປ້າຍ ທະບຽນລວມທັງການສະໜອງໃຫ້ບັນດາແຂວງແລະການປະມູນ ປ້າຍທະບຽນເລກງາມ,ການຝຶກອົບຮົມການສອບເສັງແລະອອກ ໃບຂັບຂີ່ໃນຂອບເຂດທົ່ວປະເທດ. ເກົ້າສ້າງ,ບໍາລຸງ,ຍົກລະດັບບຸກຄະລາກອນດ້ານການຈະ ລາຈອນທາງບົກ. ສິບພົວພັນ,ຮ່ວມມືກັບຕ່າງປະເທດ,ອານຸພາກພື້ນດພາກພື້ນ ແລະສາກົນກ່ຽວກັບວຽກງານຈະລາຈອນທາງບົກ. ສິບເອັດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານ ຈະລາຈອນທາງບົກໃຫ້ລັດຖະບານຢ່າງເປັນປົກກະຕິ. ສິບສອງປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ.

....ມາດຕາຫົກສິບແປດ(ປັບປຸງ)ສິດແລະໜ້າທີ່ຂອງກະຊວງປ້ອງກັນຄວາມສະຫງົບ

ມາດຕາຫົກສິບແປດ(ປັບປຸງ)ສິດແລະໜ້າທີ່ຂອງກະຊວງປ້ອງກັນ ຄວາມສະຫງົບ ໃນການຄຸ້ມຄອງວຽກງານຈະລາຈອນທາງບົກກະຊວງ ປ້ອງກັນຄວາມສະຫງົບມີສິດແລະໜ້າທີ່ດັ່ງນີ້: ໜຶ່ງປະກອບຄໍາເຫັນໃສ່ຮ່າງນະໂຍບາຍ,ແຜນຍຸດທະສາດ ແລະລະບຽບກົດໝາຍກ່ຽວກັບວຽກງານຈະລາຈອນທາງບົກແລ້ວ ສົ່ງຄືນໃຫ້ກະຊວງໂຍທາທິການແລະຂົນສົ່ງ. ສອງຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ລະບຽບກົດ ໝາຍກ່ຽວກັບການຈະລາຈອນທາງບົກມາເປັນແຜນການ,ແຜນ ງານແລະໂຄງການລະອຽດຂອງຕົນ. ສາມໂຄສະນາ,ເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດແລະ ລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກແນໃສ່ປູກຈິດສໍາ ນຶກໃຫ້ແກ່ປະຊາຊົນໃນການປະກອບສ່ວນເຂົ້າໃນວຽກງານຈະລາ ຈອນທາງບົກ. ສີ່ປະສານສົມທົບກັບກະຊວງໂຍທາທິການແລະຂົນສົ່ງ,ກະ ຊວງ,ອົງການອື່ນທີ່ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນໃນການ ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ແຜນດໍາເນີນງານກ່ຽວ ກັບວຽກງານຈະລາຈອນທາງບົກ. ຫ້າຊີ້ນໍາ,ຕິດຕາມ,ອໍານວຍຄວາມສະດວກແລະຄວບຄຸມການ ຈະລາຈອນຕາມເສັ້ນທາງ. ຫົກກວດກາຂໍ້ມູນຍານພາຫະນະທີ່ຈະນໍາເອົາໄປຜະລິດປ້າຍ ລົດ. ເຈັດຄຸ້ມຄອງທະບຽນ,ຮັບຜິດຊອບຜະລິດ,ຕິດປ້າຍແລະການ ນໍາໃຊ້ປ້າຍລົດ. ແປດຄຸ້ມຄອງຄວາມປອດໄພແລະຈັດສັນຄວາມເປັນລະບຽບ ຮຽບຮ້ອຍຂອງການຈະລາຈອນທາງບົກ,ຄົ້ນຄວ້າວິໄນຂໍ້ມູນອຸບປະຕິ ເຫດ,ສັງລວມປະລິມານການສັນຈອນຕາມເສັ້ນທາງເພື່ອວາງແຜນ ປ້ອງກັນແລະສະກັດກັ້ນອຸບປະຕິເຫດທາງຖະໜົນ. ເກົ້າຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດລະບຽບກົດ ໝາຍກ່ຽວກັບການຈະລາຈອນທາງບົກແລະລະບຽບກົດໝາຍອື່ນທີ່ ກ່ຽວຂ້ອງໃນຂອບເຂດທົ່ວປະເທດ. ສິບຄຸ້ມຄອງແລະຍົກລະດັບຕໍາຫຼວດຈະລາຈອນ,ຕໍາຫຼວດທາງ ຫຼວງທັງສູນກາງແລະທ້ອງຖິ່ນພ້ອມທັງປະກອບວັດຖຸປະກອນແລະ ຍານພາຫະນະທີ່ຈໍາເປັນໃນການປະຕິບັດໜ້າທີ່. ສິບເອັດຊີ້ນໍາ,ນໍາພາ,ຕິດຕາມ,ຊຸກຍູ້ການປະຕິບັດໜ້າທີ່ຂອງ ຕໍາຫຼວດຈະລາຈອນ,ຕໍາຫຼວກທາງຫຼວງຢ່າງເຂັ້ມງວດ. ສິບສອງອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະລະບຽບການ ເພື່ອຄຸ້ມຄອງວຽກງານຈະລາຈອນທາງບົກໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ. ສິບສາມສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານ ຂອງຕົນໃຫ້ລັດຖະບານຢ່າງເປັນປົກກະຕິ. ສິບສີ່ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ....ມາດຕາຫົກສິບເກົ້າ(ປັບປຸງ)ສິດແລະໜ້າທີ່ຂອງພະແນກໂຍທາທິການແລະຂົນສົ່ງແຂວງ,ນະຄອນ

ມາດຕາຫົກສິບເກົ້າ(ປັບປຸງ)ສິດແລະໜ້າທີ່ຂອງພະແນກໂຍທາທ ິການແລະຂົນສົ່ງແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຈະລາຈອນທາງບົກພະແນກໂຍ ທາທິການແລະຂົນສົ່ງແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ແຜນດໍາ ເນີນງານກ່ຽວກັບວຽກງານຈະລາຈອນທາງບົກໃນຂອບເຂດແຂວງ ,ນະຄອນຂອງຕົນ. ສອງປະສານສົມທົບກັບກອງບັນຊາການປ້ອງກັນຄວາມສະ ຫງົບ,ພະແນກການອື່ນຂອງແຂວງ,ນະຄອນໃນການສຶກສາອົບຮົມ, ໂຄສະນາ,ເຜີຍແຜ່ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນກ່ຽວກັບວຽກ ງານຈະລາຈອນທາງບົກ. ສາມຄົ້ນຄວ້າ,ວິໄຈຂໍ້ມູນ,ສະຖິຕິອຸບປະຕິເຫດແລະສັງລວມ ຈໍານວນຍານພາຫະນະແລະປະລິມານການສັນຈອນຕາມເສັ້ນທາງ ໃນຂອບເຂດແຂວງ,ນະຄອນ. ສີ່ຄຸ້ມຄອງການຂຶ້ນທະບຽນຍານພາຫະນະ,ຄວາມປອດໄພ ໃນການຈະລາຈອນທາງບົກແລະການຂັບຂີ່,ໂຮງຮຽນສອນຂັບຂີ່, ສູນຝຶກການຂັບຂີ່,ການສອບເສັງໃບຂັບຂີ່,ສູນກວດກາເຕັກນິກ,ອູ່ ສ້ອມແປງຍານພາຫະນະແລະກິດຈະການອື່ນກ່ຽວກັບການຈະລາ ຈອນທາງບົກ. ຫ້າປ້ອນຂໍ້ມູນຍານພາຫະນະເພື່ອພິມໃບທະບຽນ. ຫົກສ້າງບົດສະເໜີໂຄງການເພື່ອຄົ້ນຄວ້າຊອກແຫຼ່ງທຶນ ພາຍໃນແລະຕ່າງປະເທດມາພັດທະນາວຽງການຈະລາຈອນທາງ ບົກພາຍໃນແຂວງ,ນະຄອນຂອງຕົນ. ເຈັດຄຸ້ມຄອງ,ຕິດຕັ້ງປ້າຍແລະເຄື່ອງໝາຍຈະລາຈອນທາງ ບົກ,ຕິດຕາມ,ປົກປັກຮັກສາປ້າຍ,ເຄື່ອງໝາຍຈະລາຈອນຕາມເສັ້ນ ທາງເພື່ອບໍ່ໃຫ້ຖືກທໍາລາຍ. ແປດຈັດຕັ້ງການສອບເສັງ,ອອກໃບຂັບຂີ່,ຂຶ້ນທະບຽນ,ຕິດ ປ້າຍທະບຽນຍານພາຫະນະໃນຂອບເຂດແຂວງ,ນະຄອນ. ເກົ້າສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານຈະ ລາຈອນທາງບົກໃຫ້ກະຊວງໂຍທາທິການແລະຂົນສົ່ງ,ອົງການປົກ ຄອງແຂວງ,ນະຄອນຢ່າງເປັນປົກກະຕິ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍ. ....ມາດຕາເຈັດສິບ(ປັບປຸງ)ສິດແລະໜ້າທີ່ຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນ

ມາດຕາເຈັດສິບ(ປັບປຸງ)ສິດແລະໜ້າທີ່ຂອງກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຈະລາຈອນທາງບົກກອງບັນ ຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນມີສິດແລະໜ້າທີ່ ດັ່ງນີ້: ໜຶ່ງຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ແຜນດໍາ ເນີນງານກ່ຽວກັບການຈະລາຈອນທາງບົກໃນຂອບເຂດແຂວງ,ນະ ຄອນຂອງຕົນ. ສອງປະສານສົມທົບກັບພະແນກໂຍທາທິການແລະຂົນສົ່ງ, ພະແນກການອື່ນຂອງແຂວງ,ນະຄອນໃນການສຶກສາອົບຮົມ,ໂຄສະ ນາ,ເຜີຍແຜ່ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນກ່ຽວກັບວຽກງານ ຈະລາຈອນທາງບົກ. ສາມຕິດຕາມການເຄົາລົບແລະການປະຕິບັດລະບຽບກົດ ໝາຍຂອງຜູ້ຂັບຂີ່ແລະຍານພາຫະນະທຸກຊະນິດຕາມເສັ້ນທາງຢ່າງ ເຂັ້ມງວດເພື່ອປ້ອງກັນຄວາມປອດໄພແລະຄວາມເປັນລະບຽບຮຽບ ຮ້ອຍຂອງການຈະລາຈອນ. ສີ່ກວດກາຂໍ້ມູນຍານພາຫະນະກ່ອນການຜະລິດຫຼືຕິດປ້າຍລົດ. ຫ້າຜະລິດແລະຕິດປ້າຍລົດຕາມການມອບໝາຍຂອງກະຊວງ ປ້ອງກັນຄວາມສະຫງົບ. ຫົກຄົ້ນຄວ້າ,ວິໄຈຂໍ້ມູນ,ສະໜອງສະຖິຕິອຸບປະຕິເຫດແລະສັງ ລວມປະລິມານການສັນຈອນຕາມເສັ້ນທາງໃນຂອບເຂດແຂວງ,ນະ ຄອນເພື່ອວາງແຜນປ້ອງກັນແລະສະກັດກັ້ນຕາມມຄວາມຮັບຜິດ ຊອບຂອງຕົນ. ເຈັດຄົ້ນຄວ້າແກ້ໄຂຄະດີອຸບປະຕິເຫດທາງຖະໜົນພາຍໃນ ແຂວງ,ນະຄອນຂອງຕົນຕາມລະບຽບກົດໝາຍ. ແປດຄຸ້ມຄອງແລະຊີ້ນໍາໂດຍກົງຕໍາຫຼວດຈະລາຈອນ,ຕໍາ ຫຼວດທາງຫຼວງເມືອງ,ເທດສະບານ. ເກົ້າສະຫຼູບລາຍງານຜົນການຈັດຕັ້ງປະຕິບັດວຽກງານຈະ ລາຈອນທາງບົກໃຫ້ກະຊວງປ້ອງກັນຄວາມສະຫງົບ,ອົງການປົກ ຄອງແຂວງ,ນະຄອນຢ່າງເປັນປົກກະຕິ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍແລະຕາມການມອບໝາຍ.

....ມາດຕາເຈັດສິບເອັດ(ປັບປຸງ)ສິດແລະໜ້າທີ່ຂອງຫ້ອງການໂຍທາທິການແລະຂົນສົ່ງເມືອງ,ເທດສະບານ

ມາດຕາເຈັດສິບເອັດ(ປັບປຸງ)ສິດແລະໜ້າທີ່ຂອງຫ້ອງການໂຍທາທິ ການແລະຂົນສົ່ງເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຈະລາຈອນທາງບົກຫ້ອງການ ໂຍທາທິການແລະຂົນສົ່ງເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງ ນີ້: ໜຶ່ງຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ແຜນດໍາ ເນີນງານກ່ຽວກັບວຽກງານຈະລາຈອນທາງບົກພາຍໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ. ສອງປະສານສົມທົບກັບກອງບັນຊາການປ້ອງກັນຄວາມສະ ຫງົບ,ຫ້ອງການອື່ນຂອງເມືອງ,ເທດສະບານໃນການສຶກສາອົບຮົມ, ໂຄສະນາ,ເຜີຍແຜ່ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນກ່ຽວກັບວຽກ ງານຈະລາຈອນທາງບົກ. ສາມຈັດຕັ້ງ,ຄຸ້ມຄອງການຂຶ້ນທະບຽນ,ການສອບເສັງໃບຂັບ ຂີ່ພະເພດລົດຈັກສອງລໍ້,ລົດໄຖນາ,ລົດຕັອກໆພາຍໃນເມືອງ,ເທດ ສະບານຂອງຕົນ. ສີ່ປະກອບຄໍາເຫັນກ່ຽວກັບການອອກອະນຸຍາດດໍາເນີນທຸລະ ກິດເຊັ່ນຮ້ານສ້ອມແປງລົດ,ເຄາະຈອດພົ່ນສີລົດ,ຈອດຢາງລົດ,ລ້າງ ອັດສີດ,ໂຮງຊ່ຽນ,ໂຮງກຶງ,ຮ້ານຂາຍເຄື່ອງອາໄຫຼ່,ຮ້ານຕົບແຕ່ງ ລົດແລະກິດຈະການອື່ນກ່ຽວກັບການຈະລາຈອນທາງບົກ. ຫ້າຄຸ້ມຄອງ,ຕິດຕັ້ງປ້າຍແລະເຄື່ອງໝາຍຈະລາຈອນທາງ ບົກຕາມຄວາມຮັບຜິດຊອບຂອງຕົນ. ຫົກເຂົ້າຮ່ວມໃນການແກ້ໄຂອຸບປະຕິເຫດທີ່ເກີດຂຶ້ນໃນຂອບ ເຂດເມືອງ,ເທດສະບານຂອງຕົນຕາມລະບຽບກົດໝາຍ. ເຈັດຄຸ້ມຄອງອູ່ສ້ອມແປງຍານພາຫະນະ,ການກວດກາເຕັກ ນິກລົດຈັກ,ລົດໄຖນາຕາມຄວາມຮັບຜິດຊອບຂອງຕົນ. ແປດເກັບກໍາຂໍ້ມູນອຸບປະຕິເຫດທາງຖະໜົນແລະປະລິມານ ການສັນຈອນໃນຂອບເຂດເມືອງ,ເທດສະບານຂອງເຕົນ. ເກົ້າສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານຈະ ລາຈອນທາງບົກໃຫ້ພະແນກໂຍທາທິການແລະຂົນສົ່ງແຂວງ,ນະ ຄອນແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍແລະຕາມການມອບໝາຍ.

....ມາດຕາເຈັດສິບສອງ(ປັບປຸງ)ສິດແລະໜ້າທີ່ຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງ,ເທດສະບານ

ມາດຕາເຈັດສິບສອງ(ປັບປຸງ)ສິດແລະໜ້າທີ່ຂອງກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຈະລາຈອນທາງບົກກອງບັນຊາ ການປ້ອງກັນຄວາມສະຫງົບເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງ ນີ້: ໜຶ່ງຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ແຜນດໍາ ເນີນງານກ່ຽວກັບວຽກງານຈະລາຈອນທາງບົກຕາມຄວາມຮັບຜິດ ຊອບຂອງຕົນ. ສອງປະສານສົມທົບກັບຫ້ອງການໂຍທາທິການແລະຂົນສົ່ງ, ຫ້ອງການອື່ນຂອງເມືອງ,ເທດສະບານໃນການສຶກສາອົບຮົມ,ໂຄສະ ນາ,ເຜີຍແຜ່ເພື່ອປູກຈິດສໍານຶກໃຫ້ປະຊາຊົນກ່ຽວກັບວຽກງານຈະ ລາຈອນທາງບົກ. ສາມປະສານສົມທົບກັບຫ້ອງການໂຍທາທິການແລະຂົນສົ່ງ ເມືອງ,ເທດສະບານໃນການປົກປັກຮັກສາປ້າຍ,ເຄື່ອງໝາຍຈະລາ ຈອນຕາມເສັ້ນທາງເພື່ອບໍ່ໃຫ້ຖືກທໍາລາຍຕາມຄວາມຮັບຜິດຊອບ ຂອງຕົນ. ສີ່ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ,ສະ ຖານທີ່ຈອດລົດສາທາລະນະແລະອໍານວຍຄວາມສະດວກ,ຄວບຄຸມ ການສັນຈອນໃຫ້ມີຄວາມສະດວກ,ປອດໄພແລະໂລ່ງລ່ຽນ. ຫ້າຊັນນະສູດ,ສືບສວນ-ສອບສວນ,ແກ້ໄຂແລະປະກອບສໍາ ນວນຄະດີອຸບປະຕິເຫດທາງຖະໜົນທີ່ເກີດຂຶ້ນໃນຂອບເຂດເມືອງ, ເທດສະບານຕາມລະບຽບກົດໝາຍ. ຫົກເກັບກໍາຂໍ້ມູນອຸບປະຕິເຫດຕາມເສັ້ນທາງແລະປະລິມານ ການສັນຈອນໃນຂອບເຂດເມືອງ,ເທດສະບານຂອງຕົນ. ເຈັດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານຈະ ລາຈອນທາງບົກໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ນະຄອນແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະ ຕິ. ແປດປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍແລະຕາມການມອບໝາຍ. ....ມາດຕາເຈັດສິບສາມ(ໃໝ່)ສິດແລະໜ້າທີ່ຂອງອົງການປົກຄອງບ້ານ

ມາດຕາເຈັດສິບສາມ(ໃໝ່)ສິດແລະໜ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງວຽກງານຈະລາຈອນທາງບົກອົງການປົກຄອງ ບ້ານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງເຜີຍແຜ່ຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາກ່ຽວກັບການຈະລາ ຈອນທາງບົກໃຫ້ແກ່ປະຊາຊົນພາຍໃນຂອບເຂດບ້ານຂອງຕົນ. ສອງປຸກລະດົມປະຊາຊົນໃນການປະກອບສ່ວນປົກປັກຮັກສາ ປ້າຍສັນຍານ,ໄຟສັນຍານ,ເຄື່ອງໝາຍຈະລາຈອນຕາມເສັ້ນທາງໃນ ຂອບເຂດບ້ານຂອງຕົນພ້ອມທັງລາຍງານການເປ່ເພເສຍຫາຍຂອງ ປ້າຍ,ໄຟສັນຍານ,ເຄື່ອງໝາຍຈະລາຈອນໃຫ້ຫ້ອງການໂຍທາທິການ ແລະຂົນສົ່ງເມືອງ,ເທດສະບານຢ່າງທັນການ. ສາມເຂົ້າຮ່ວມ,ຊ່ວຍຄວບຄຸມສະຖານທີ່ອຸບປະຕິເຫດທີ່ເກີດຂຶ້ນ ຕາມເສັ້ນທາງໃນຂອບເຂດບ້ານຂອງຕົນພ້ອມທັງລາຍງານໃຫ້ຕໍາ ຫຼວດຈະລາຈອນ,ຕໍາຫຼວດທາງຫຼວງຂອງເມືອງ,ເທດສະບານທີ່ຕົ້ນຂຶ້ນ ກັບຢ່າງທັນການ. ສີ່ອໍານວຍຄວາມສະດວກແລະໃຫ້ການຮ່ວມມືກັບເຈົ້າໜ້າທີ່ ຄວບຄຸມການຈະລາຈອນທາງບົກ. ຫ້າປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍ.

...ໝວດທີສອງການກວດກາວຽກງານຈະລາຈອນທາງບົກ


....ມາດຕາເຈັດສິບສີ່(ໃໝ່)ອົງການກວດກາ

ມາດຕາເຈັດສິບສີ່(ໃໝ່)ອົງການກວດກາ ອົງການກວດກາວຽກງານຈະລາຈອນທາງບົກມີສອງ ປະເພດດັ່ງນີ້: ໜຶ່ງອົງການກວດກາພາຍໃນແມ່ນອົງການດຽວກັນກັບ ອົງການຄຸ້ມຄອງວຽກງານຈະລາຈອນທາງບົກຕາມທີ່ໄດ້ກໍານົດ ໄວ້ໃນມາດຕາຫົກສິບຫົກຂອງກົດໝາຍສະບັບນີ້. ສອງອົງການກວດກາພາຍນອກມີ: -ສະພາແຫ່ງຊາດຕາມທີ່ໄດ້ກໍານົດວໄ້ໃນກົດໝາຍວ່າ ດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ. -ອົງການກວດກາລັດຖະບານແລະຕ້ານການສໍ້າລາດບັງ ຫຼັງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດກາລັດ. -ອົງການກວດສອບແຫ່ງລັດຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍການກວດສອບແຫ່ງລັດ. -ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ປະຊາ ຊົນແລະສື່ມວນຊົນ.

ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດໜ້າ ທີ່ຂອງອົງການຄຸ້ມຄອງແລະກວດກາວຽກງານຈະລາຈອນທາງບົກ ເພື່ອໃຫ້ມີຄວາມເຂັ້ມແຂງ,ໂປ່ງໃສ,ຍຸຕິທໍາແລະມີປະສິດທິຜົນ.

....ມາດຕາເຈັດສິບຫ້າ(ໃໝ່)ສິດແລະໜ້າທີ່ຂອງອົງການກວດກາ

ມາດຕາເຈັດສິບຫ້າ(ໃໝ່)ສິດແລະໜ້າທີ່ຂອງອົງການກວດກາ ໃນການກວດກາວຽກງານຈະລາຈອນທາງບົກອົງການກວດ ກາມີສິດແລະໜ້າທີ່ປະຕິບັດຕາມເນື້ອໃນແລະຮູບການທີ່ໄດ້ກໍານົດໄວ້ ໃນມາດຕາເຈັດສິບຫົກແລະເຈັດສິບເຈັດຂອງກົດໝາຍສະບັບນີ້.

....ມາດຕາເຈັດສິບຫົກ(ໃໝ່)ເນື່ອໃນການກວດກາ

ມາດຕາເຈັດສິບຫົກ(ໃໝ່)ເນື່ອໃນການກວດກາ ການກວດກາວຽງານຈະລາຈອນທາງບົກມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງການຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ແຜນດໍາ ເນີນງານ,ລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ. ສອງໂຄງການກໍ່ສ້າງ,ຕິດຕັ້ງ,ສ້ອມແປງແລະບູລະນະລະບົບ ສັນຍານຈະລາຈອນ. ສາມການປະຕິບັດມາດຕະການປ້ອງກັນຄວາມປອດໄພຕາມ ເສັ້ນທາງດການແກ້ໄຂຜົນກະທົບຕໍ່ຊີວິດ,ສຸຂະພາບ,ຊັບສິນຂອງປະຊາ ຊົນ,ຂອງສາທາລະນະແລະຕໍ່ສິ່ງແວດລ້ອມ. ສີ່ການດໍາເນີນກິດຈະການກ່ຽວກັບການສ້ອມແປງ,ດັດແປງ, ກວດກາເຕັກນິກຍານພາຫະນະ,ການຝຶກອົບຮົມ,ການສິດສອນແລະ ການສອບເສັງໃບຂັບຂີ່. ຫ້າເອກະສານຂອງຜູ້ຂັບຂີ່,ເອກະສານແລະປ້າຍທະບຽນຂອງ ຍານພາຫະນະ,ທາດເຫຼົ້າໃນລົມຫາຍໃຈຂອງຜູ້ຂັບຂີ່ແລະຄວາມໄວ ຂອງການສັນຈອນຂອງຍານພາຫະນະທຸກຊະນິດຊຶ່ງມອບໃຫ້ຕໍາຫຼວດ ຈະລາຈອນແລະຕໍາຫຼວດທາງຫຼວງເປັນຜູ້ກວດກາ.

ນອງຈາກນີ້ການກວດກາຍັງໃຫ້ປະຕິບັດຕາມເນື້ອໃນການກວດ ກາທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາເຈັດສິບເຈັດ(ໃໝ່)ຮູບການການກວດກາ

ມາດຕາເຈັດສິບເຈັດ(ໃໝ່)ຮູບການການກວດກາ ການກວດກາວຽກງານຈະລາຈອນທາງບົກມີສາມຮູບການດັ່ງ ນີ້: ໜຶ່ງການກວດກາຢ່າງເປັນລະບົບປົກກະຕິຊຶ່ງແມ່ນການກວດ ກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາ ອັນແນ່ນອນ. ສອງການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການ ກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ຖືກ ກວດກາຮູ້ລ່ວງໜ້າ. ສາມການກວດກາແບບກະທັນຫັນຊຶ່ງແມ່ນການກວດກາແບບ ຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

ໃນການດໍາເນີນການກວດກາການຈະລາຈອນທາງບົກນັ້ນໃຫ້ ປະຕິບັດຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

..ພາກທີສິບສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ,ເຄື່ອງແບບແລະເຄື່ອງໝາຍ


...ມາດຕາເຈັດສິບແປດ(ໃໝ່)ສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ

ມາດຕາເຈັດສິບແປດ(ໃໝ່)ສັບປະດາແຫ່ງຊາດດ້ານຄວາມປອດ ໄພທາງຖະໜົນ ສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນໃຫ້ກໍານົດ ເອົາສັບປະດາທໍາອິດຂອງເດືອນເມສາ. ໃນແຕ່ລະປີກະຊວງໂຍທາທິການແລະຂົນສົ່ງເປັນເຈົ້າການປະ ສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ,ບັນດາກະຊວງ,ອົງ ການອື່ນແລະອົງການປົກຄອງທ້ອງຖິ່ນທຸກຂັ້ນໃນການຂຶ້ນແຜນ,ປຸກລະ ດົມກໍາລັງແຮງ,ຍານພາຫະນະ,ວັດຖະປະກອນແລະທຶນຮອນຈາກທຸກ ພາກສ່ວນໃນສັງຄົມເພື່ອປະກອບສ່ວນເຂົ້າໃນການດໍາເນີນກິດຈະກໍາ ກ່ຽວກັບຄວາມປອດໄພທາງຖະໜົນໃນສັບປະດາດັ່ງກ່າວຢ່າງກວ້າງ ຂວາງ.

...ມາດຕາເຈັດສິບເກົ້າ(ໃໝ່)ເຄື່ອງແບບແລະເຄື່ອງໝາຍ

ມາດຕາເຈັດສິບເກົ້າ(ໃໝ່)ເຄື່ອງແບບແລະເຄື່ອງໝາຍ ເຄື່ອງແບບ,ເຄື່ອງໝາຍຂອງຕໍາຫຼວດຈະລາຈອນແລະຕໍາ ຫຼວດທາງຫຼວງໃຫ້ກະຊວງປ້ອງກັນຄວາມສະຫງົບເປັນຜູ້ກໍານົດ. ເຄື່ອງແບບ,ເຄື່ອງໝາຍຂອງເຈົ້າໜ້າທີ່ໂຍທາທິການແລະຂົນ ສົ່ງໃຫ້ກະຊວງໂຍທາທິການແລະຂົນສົ່ງເປັນຜູ້ກໍານົດ.

..ພາກທີສິບເອັດນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາແປດສິບນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາແປດສິບນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະ ຕິບັດກົດໝາຍສະບັບນີ້ເປັນຕົ້ນການປະກອບສ່ວນເຂົ້າໃນວຽກງານ ຄວາມປອດໄພທາງຖະໜົນ,ຄວາມເປັນລະບຽບຮຽບຮ້ອຍໃນການຈະ ລາຈອນແລະການປົກປັກຮັກສາສິ່ງແວດລ້ອມຕາມເສັ້ນທາງຈະໄດ້ຮັບ ການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ.

...ມາດຕາແປດສິບເອັດມາດຕະການຕໍ່ຜູ້ລະເມີດ

ມາດຕາແປດສິບເອັດມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຈະຖືກສຶກສາອົບຮົມ,ລົງວິໄນ, ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືດໍາເນີນຄະດີຕາມກົດໝາຍ ແລ້ວແຕ່ກໍລະນີເບົາຫຼືໜັກ.

...ມາດຕາແປດສິບສອງມາດຕະການສຶກສາອົບຮົມ

ມາດຕາແປດສິບສອງມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກສຶກສາອົບຮົມແລະກ່າວ ເຕືອນ. ...ມາດຕາແປດສິບສາມ(ໃໝ່)ມາດຕະການທາງວິໄນ

ມາດຕາແປດສິບສາມ(ໃໝ່)ມາດຕະການທາງວິໄນ ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກແລະພະນັກງານທີ່ ກ່ຽວຂ້ອງທີ່ໄດ້ລະເມີດກົດໝາຍສະບັບນີ້ແລະລະບຽບກົດໝາຍອື່ນທີ່ ກ່ຽວຂ້ອງເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາຊຶ່ງບໍ່ເປັນການກະທໍາຜິດ ທາງອາຍາ,ກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍແລະບໍ່ຈິງໃຈລາຍງານ ການກະທໍາຜິດ,ຫຼົບຫຼີກຈາກຄວາມຜິດຂອງຕົນຈະຖືກລົງວິໄນຕາມລະ ບຽບການເຊັ່ນກ່າວເຕືອນຄວາມຜິດ,ໂຈະການເລື່ອນຊັ້ນຫຼືໃຫ້ອອກ ຈາກລັດຖະການ.

...ມາດຕາແປດສິບສີ່(ປັບປຸງ)ມາດຕະການປັບໃໝ

ມາດຕາແປດສິບສີ່(ປັບປຸງ)ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະ ບັບນີ້ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຊຶ່ງບໍ່ເປັນການກະທໍາ ຜິດທາງອາຍາຈະຖືກປັບໃໝໃນກໍລະນີດັ່ງນີ້: -ຂັບຂີ່ຍານພາຫະນະໃນສະພາບມຶນເມົາເກີນອັດຕາທີ່ກໍານົດ. -ຂັບຂີ່ຍານພາຫະນະດ້ວຍຄວາມໄວເກີນກໍານົດ. -ຂັບຂີ່ລົດຈັກບໍ່ໃສ່ໝວກກັນກະທົບ. -ກັ້ງຄັນຮົ່ມຂີ່ລົດຈັກ. -ໃຊ້ໂທລະສັບ,ເບິ່ງໂທລະພາບຫຼືຫຼິ້ນເຄື່ອງເອລັກໂຕນິກໃນ ເວລາຂັບຂີ່. -ລະເມີດໄຟອໍານາດ,ປ້າຍສັນຍານແລະເຄື່ອງໝາຍຈະ ລາຈອນທາງບົກ. -ບໍ່ມີໃບຂັບຂີ່ຕາມປະເພດຍານພາຫະນະທີ່ຕົນຂັບ,ບໍ່ມີເອ ກະສານຍານພາຫະນະ. -ແລ່ນຜິດທາງທີ່ກໍານົດໄວ້. -ແລ່ນລົດທີ່ມີສຽງດັງເກີນມາດຕະຖານ. -ໄຕ້ໄຟຕາສູງບໍ່ຖືກຕາມກົດຈະລາຈອນ. -ບໍ່ໄຕ້ໄຟຕາໃນຍາວກາງຄືນ. -ໄຕ້ໄຟຕາດຽວສໍາລັບລົດສີ່ລໍ້າຂຶ້ນໄປ. -ບໍ່ໄຕ້ໄຟຕາໃນຍາມກາງເວັນເວລາສະພາບອາກາດມືດ ມົວເຊັ່ນຝົນຕົກແຮງ,ໝອກລົງໜາ,ຂີ້ຝຸ່ນໄງ່. -ມີຄວັນດໍາ,ຄວັນຂາວເກີນມາດຕະຖານ. -ບໍ່ມີຫ້າມລໍ້າຫຼືບໍ່ໄດ້ມາດຕະຖານເຕັກນິກ,ບໍ່ມີແວ່ນສ່ອງຫຼັງ. -ສ້າງຄວາມເປິເປື້ອນຫຼືສິ່ງກີດຂວາງຕາມເສັ້ນທາງ. -ບັນທຸກເກີນນໍ້າໜັກ,ເກີນຂະໜາດ,ເກີນຈໍານວນ. -ດັດແປງເຕັກນິກຂອງຍານພາຫະນະໂດຍບໍ່ໄດ້ຮັບອະ ນຸຍາດ. -ລະເມີດກົດຈະລາຈອນແລະລະບຽບກົດໝາຍອື່ນທີ່ ກ່ຽວຂ້ອງ.

ສໍາລັບອັດຕາປັບໃໝໄດ້ກໍານົດໄວ້ໃນລະບຽບການສະເພາະ. ...ມາດຕາແປດສິບຫ້າ(ໃໝ່)ມາດຕະການທາງແພ່ງ

ມາດຕາແປດສິບຫ້າ(ໃໝ່)ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະໄດ້ກໍ່ຄວາມເສຍຫາຍຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາແປດສິບຫົກມາດຕະຖານທາງອາຍາ

ມາດຕາແປດສິບຫົກມາດຕະຖານທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດ ທາງອາຍາຈະຖືກລົງໂທດຕາມກົດໝາຍອາຍາ. ...ມາດຕາແປດສິບເຈັດ(ໃໝ່)ມາດຕະການໂທດເພີ່ມ

ມາດຕາແປດສິບເຈັດ(ໃໝ່)ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ໃນມາດຕາແປດສິບຫົກ ຂອງກົດໝາຍສະບັບນີ້ແລ້ວຜູ້ກະທໍາຜິດຍັງຈະຖືກປະຕິບັດໂທດເພີ່ມ ເຊັ່ນຕັດຄະແນນຂອງໃບຂັບຂີ່ຫຼືຖອນໃບຂັບຂີ່ຕາມລະບຽບການສະ ເພາະ.

..ພາກທີສິບສອງບົດບັນຍັດສຸດທ້າຍ


...ມາດຕາແປດສິບແປດການຈັດຕັ້ງປະຕິບັດ

ມາດຕາແປດສິບແປດການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາແປດສິບເກົ້າຜົນສັກສິດ

ມາດຕາແປດສິບເກົ້າຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະ ທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການຈະລາຈອນ ທາງບົກສະບັບເລກທີສູນສອງທັບສພຊລົງວັນທີແປດເດືອນເມສາປີ ສອງພັນ. ຂໍ້ກໍານົດບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ.