ກົດໝາຍວ່າດ້ວຍການຄົມມະນາຄົມ(ສະບັບປັບປຸງ) 21-12-2011

From Wikisource
Jump to navigation Jump to search

.ການຄົມມະນາຄົມ(ສະບັບປັບປຸງ) 21-12-2011


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ປັບປຸງ) ຈຸດປະສົງ

ມາດຕາ 1 (ປັບປຸງ) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງ,ການຕິດ ຕາມ,ກວດກາ ການດໍາເນີນທຸລະກິດ ໂທລະຄົມມະນາຄົມ,ຊັບພະຍາ ກອນໂທລະຄົມມະນາຄົມ,ມາດຕະຖານເຕັກນິກ,ການໃຫ້ແລະໃຊ້ບໍ ລິການໂທລະຄົມມະນາຄົມເພື່ອໃຫ້ມີຄຸນນະພາບ,ທົ່ວເຖິງ,ມີຄວາມ ສະດວກ,ຍຸຕິທໍາ,ພັດທະນາຢ່າງຕໍ່ເນື່ອງແລະຫັນເປັນທັນສະໄໝແນ ໃສ່ຮັບປະກັນຄວາມໝັ້ນຄົງ,ຄວາມປອດໄພຂອງຊາດພ້ອມທັງສ້າງ ລາຍຮັບເຂົ້າງົບປະມານແຫ່ງລັດປະກອບສ່ວນເຂົ້າໃນການປົກປັກ ຮັກສາແລະສ້າງສາພັດທະນາປະເທດຊາດ.

...ມາດຕາ 2 (ໃໝ່) ການໂທລະຄົມມະນາຄົມ

ມາດຕາ 2 (ໃໝ່) ການໂທລະຄົມມະນາຄົມ ການໂທລະຄົມມະນາຄົມແມ່ນການຕິດຕໍ່ສື່ສານດ້ວຍການສົ່ງ ແລະການຮັບຂໍ້ມູນຂ່າວສານ,ສຽງ,ຮູບພາບ,ຕົວເລກ,ຕົວອັກສອນ, ເຄື່ອງໝາຍໃດໜຶ່ງດ້ວຍລະບົບສາຍ,ລະບົບແສງ,ລະບົບຄື້ນຄວາມ ຖີ່,ລະບົບແມ່ເຫຼັກໄຟຟ້າ,ລະບົບອື່ນໃດໜຶ່ງຫຼືຫຼາຍລະບົບລວມກັນ.

...ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ

ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ເຄືອຂ່າຍໂທລະຄົມມະນາຄົມ ໝາຍເຖິງ ລະບົບໂຄງ ລ່າງພື້ນຖານໂທລະຄົມມະນາຄົມຊຶ່ງປະກອບດ້ວຍລະບົບມີສາຍ ແລະບໍ່ມີສາຍຫຼືທັງສອງລະບົບເຊື່ອມຕໍ່ເຂົ້າກັນລວມທັງອຸປະກອນ ທີ່ປະກອບເຂົ້າໃນການບໍລິການໂທລະຄົມມະນາຄົມໜຶ່ງປະເພດຫຼື ຫຼາຍປະເພດ; 2. ຊັບພະຍາກອນໂທລະຄົມມະນາຄົມໝາຍເຖິງ ຄື້ນຄວາມ ຖີ່,ເລກໝາຍໂທລະສັບ,ເລກໝາຍອິນເຕີເນັດ,ລະຫັດຊື່ອິນເຕີເນັດ, ຕໍາແໜ່ງວົງໂຄຈອນດາວທຽມແລະໂຄງຮ່າງພື້ນຖານໂທລະຄົມ ມະນາຄົມ; 3. ອິນເຕີເນັດໝາຍເຖິງການເຊື່ອມຕໍ່ລະບົບເຄືອຂ່າຍຄັອມ ພິວເຕີ້ໃນທົ່ວໂລກເຂົ້າກັນໂດຍຜ່ານເຄືອຂ່າຍໂທລະຄົມມະນາຄົມ ເພື່ອການສົ່ງ,ການຮັບແລະການແລກປ່ຽນຂໍ້ມູນຂ້າວສານ; 4. ອຸປະກອນໂທລະຄົມມະນາຄົມ ໝາຍເຖິງ ຈັກລວມໂທ ລະສັບ,ໜ່ວຍໂທລະສັບ,ເຄື່ອງສົ່ງແລະຮັບວິທະຍຸສື່ສານ,ເຄື່ອງຈັກ ໂທລະເລກ,ເຄື່ອງຈັກໂທລະສານ,ເຄື່ອງຄັອມພິວເຕີ້,ເຄື່ອງກໍາເນີດ ໄຟຟ້າ,ເຄື່ອງໄຟ້າຫຼໍ່ລ້ຽງລວມທັງສາຍທອງ,ສາຍໂລຫະປະສົມ, ສາຍໃຍແສງ,ສາຍອາກາດຫຼືວັດຖຸທີ່ນໍາໃຊ້ເຂົ້າໃນການເຊື່ອມຕໍ່ ເຄືອຂ່າຍໂທລະຄົມມະນາຄົມ; 5. ການເຊື່ອມຕໍ່ເຄືອຂ່າຍໝາຍເຖິງ ການເຊື່ອມຕໍ່ລະຫວ່າງ ເຄືອຂ່າຍໂທລະຄົມມະນາຄົມຂອງຜູ້ໃຫ້ບໍລິການເພື່ອໃຫ້ຜູ້ໃຊ້ບໍລິ ການສາມາດຕິດຕໍ່ສື່ສານກັນໄດ້.

...ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດດ້ານໂທລະຄົມມະນາຄົມ

ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດດ້ານໂທລະຄົມມະນາຄົມ ລັດຊຸກຍູ້ສົ່ງເສີມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນ ແລະຕ່າງປະເທດລົງທຶນເຂົ້າໃນການກໍ່ສ້າງ,ການພັດທະນາ,ການ ຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມຕາມປະເພດແລະອາຍຸການ ປະກອບກິດຈະການໂທລະຄົມມະນາຄົມ. ລັດສົ່ງເສີມຜູ້ໃຫ້ບໍລິການໂທລະຄົມມະນາຄົມແຂ່ງຂັນກັນປະ ກອບກິດຈະການໂທລະຄົມມະນາຄົມຢ່າງເປັນທໍາແລະຕ້ອງປະຕິບັດ ຕາມລະບຽບການແຂ່ງຂັນທາງດານຄ້າຂອງ ສປປລາວ ຢ່າງເຂັ້ມ ງວດ. ລັດຊຸກຍູ້ສົ່ງເສີມຜູ້ໃຫ້ບໍລິການໂທລະຄົມມະນາຄົມຂະຫຍາຍ ໂຄງລ່າງພື້ນຖານທີ່ຈໍາເປັນໂດຍໃຫ້ຫັນມານໍາໃຊ້ລະບົບສາຍສົ່ງ ແລະສູນຄຸ້ມຄອງຄວາມປອດໄພແຫ່ງຊາດຕາມຄວາມເໝະສົມເພື່ອ ໃຫ້ປະຊາຊົນຢູ່ເຂດຊົນນະບົດແລະເຂດຫ່າງໄກສອກຫຼີກສາມາດໃຊ້ ບໍລິການຢ່າງທົ່ວເຖິງດ້ວຍຄ່າບໍລິການທີ່ສົມເຫດສົມຜົນ. ລັດຊຸກຍູ້ສົ່ງເສີມຜູ້ໃຫ້ບໍລິການແລະຜູ້ໃຊ້ບໍລິການໂທລະຄົມມະ ນາຄົມມີສ່ວນຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຕ້ານລະສະກັດກັ້ນກົນອຸບາຍມ້າງເພຂອງຜູ້ບໍ່ຫວັງດີຕໍ່ປະ ເທດຊາດ.

...ມາດຕາ 5 (ໃໝ່) ຫຼັກການກ່ຽວກັບວຽກງານໂທລະຄົມມະນາຄົມ

ມາດຕາ 5 (ໃໝ່) ຫຼັກການກ່ຽວກັບວຽກງານໂທລະຄົມມະນາຄົມ ວຽກງານໂທລະຄົມມະນາຄົມຕ້ອງປະຕິບັດຕາມຫຼັກການດັ່ງ ນີ້: 1. ຮັບປະກັນການພັດທະນາວຽກງານໂທລະຄົມມະນາຄົມ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ,ແຜນພັດທະນາເສດຖະກິດ -ສັງຄົມແຫ່ງລັດແລະແຜນຍຸດທະສາດພັດທະນາຂະແໜງການ; 2. ຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍ,ບໍ່ຈໍາແນກ ປະຕິບັດ,ຄວາມເປັນເອກະລາດຂອງອົງການຄຸ້ມຄອງໂທລະຄົມມະ ນາຄົມກັບຜູ້ໃຫ້ບໍລິການໂທລະຄົມມະນາຄົມຕາມລະບຽບກົດໝາຍ; 3. ຮັບປະກັນການຈັດສັນແລະການນໍາໃຊ້ຊັບພະຍາກອນ ໂທລະຄົມມະນາຄົມຢ່າງພາວະວິໄສ,ທັນເວລາແລະໂປ່ງໃສ,ເປີດ ເຜີຍຄື້ນຄວາມຖີ່ທີ່ໄດ້ຈັດສັນແລ້ວ,ຍົກເວັ້ນລາຍລະອຽດຂອງຄື້ນ ຄວາມຖີ່ທີ່ໄດ້ຈັດສັນສໍາລັບການນໍາໃຊ້ສະເພາະໃດໜຶ່ງຂອງລັດຖະ ບານ; 4. ຮັບປະກັນຄວາມລັບຂອງລັດ,ທາງລັດຖະການ,ບຸກຄົນ ນິຕິບບຸກຄົນຫຼືການຈັດຕັ້ງ,ຄວາມໂປ່ງໃສແລະຄວາມຍຸດຕິທໍາ; 5. ຮັບປະກັນຕາມມາດຕະຖານເຕັກນິກ,ເຊື່ອມຕໍ່ເຂົ້າກັບ ເຄື່ອຂ່າຍໂທລະຄົມມະນາຄົມຂອງພາກພື້ນແລະສາກົນ,ການບໍລິ ການທີ່ສະດວກ,ວ່ອງໄວແລະມີຄຸນນະພາບ; 6. ປົກປ້ອງສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ຂອງຜູ້ໃຫ້ບໍລິການແລະຜູ້ໃຊ້ບໍລິການໂທລະຄົມມະນາຄົມ; 7. ຮັບປະກັນຄວາມສະຫງົບແລະການປົກປັກຮັກສາສິ່ງແວດ ລ້ອມແລະຮີດຄອງປະເພນີອັນດີງາມຂອງຊາດ.

...ມາດຕາ 6 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດ ຕັ້ງທັງພາຍໃນແລະຕ່າງປະເທດທີ່ກ່ຽວຂ້ອງກັບວຽກງານໂທລະ ຄົມມະນາຄົມຢູ່ ສປປລາວ.

...ມາດຕາ 7 (ປັບປຸງ) ການຮ່ວມມືສາກົນ

ມາດຕາ 7 (ປັບປຸງ) ການຮ່ວມມືສາກົນ ລັດສົ່ງເສີມການພັວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານຄຸ້ມຄອງແລະພັດທະນາໂທລະຄົມມະນາຄົມ ດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນໂລຊີແລະການ ພັດທະນາໂຄງລ່າງພື້ນຖານ,ການປະສານງານໃນການນໍາໃຊ້ຊັບພະ ຍາກອນ,ມາດຕະຖານເຕັກນິກ,ການຄ້າແລະການບໍລິການດ້ານໂທລະ ຄົມມະນາຄົມ,ປະຕິບັດສົນທະສັນຍາແລະສັນຍາສາກົນທີ່ ສປປລາວ ເປັນພາຄີ.

..ພາກທີ 2 ຊັບພະຍາກອນໂທລະຄົມມະນາຄົມ


...ໝວດທີ 1 ຄື້ນຄວາມຖີ່


....ມາດຕາ 8 (ໃໝ່) ຄື້ນຄວາມຖີ່

ມາດຕາ 8 (ໃໝ່) ຄື້ນຄວາມຖີ່ ຄຶ້ນຄວາມຖີ່ແມ່ນການກະຈາຍຄື້ນແມ່ເຫຼັກໄຟຟ້າໃນຍ່ານ ຄວາມຖີ່ສາມກິໂລເຮີດເຖິງສາມຮ້ອຍກິກກາເຮີດເພື່ອນໍາໃຊ້ເຂົ້າ ໃນການໂທລະຄົມມະນາຄົມ.

....ມາດຕາ 9 (ໃໝ່) ການນໍາໃຊ້ຄື້ນຄວາມຖີ່

ມາດຕາ 9 (ໃໝ່) ການນໍາໃຊ້ຄື້ນຄວາມຖີ່ ການຄຸ້ມຄອງ,ບໍລິຫານ,ຈັດສັນ,ແບ່ງປັນແລະເກັບຄືນຄື້ນ ຄວາມຖີ່ທັງໝົດຢູ່ ສປປລາວ ເປັນຄວາມຮັບຜິດຊອບຂອງລັດຕາມ ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງນໍາໃຊ້ຄື້ນຄວາມ ຖີ່ຕ້ອງໄດ້ຮັບອະນຸຍາດສໍາປະທານຈາກລັດ. ໃບສໍາປະທານນໍາໃຊ້ຄື້ນຄວາມຖີ່ຕ້ອງໄດ້ຮັບອະນຸຍາດຈາກ ລັດຖະບານ. ການນໍາໃຊ້ຄື້ນຄວາມຖີ່ແລະອຸປະກອນວິທະຍຸຄົງທີ່ແລະເຄື່ອນ ທີ່ເຊັ່ນຢູ່ສໍານັກງານ,ນໍາລົດ,ເຮືອ,ເຮືອບິນຂອງສປປລາວແລະຂອງ ຕ່າງປະເທດເມື່ອຜ່ານດິນແດນຂອງ ສປປລາວ ຕ້ອງປະຕິບັດຕາມ ລະບຽບກົດໝາຍ,ສົນທິສັນຍາແລະສັນຍາສາກົນທີ່ ສປປລາວ ເປັນ ພາຄີ.

....ມາດຕາ 10 (ໃໝ່) ການລົບກວນຂອງຄື້ນຄວາມຖີ່

ມາດຕາ 10 (ໃໝ່) ການລົບກວນຂອງຄື້ນຄວາມຖີ່ ການກະຈາຍຄື້ນຄວາມຖີ່ໃດໜຶ່ງທີ່ມີລະດັບຄວາມຖີ່ແລະ ຄວາມແຮງຂອງກໍາລັງສົ່ງເທົ່າກັນຫຼືໃກ້ຄຽງກັນນັ້ນພາໃຫ້ເກີດ ມີການລົບກວນກັນລະຫວ່າງສະຖານນີວິທະຍຸດ,ສະຖານນີໂທລະ ພາບແລະສະຖານນີ້ກະຈາຍຄື້ນຄວາມຖີ່ອື່ນພາຍໃນປະເທດດ້ວຍ ກັນແລະພາຍໃນກັບຕ່າງປະເທດ.

....ມາດຕາ 11 (ໃໝ່) ຄ່ານໍາໃຊ້ຄື້ນຄວາມຖີ່

ມາດຕາ 11 (ໃໝ່) ຄ່ານໍາໃຊ້ຄື້ນຄວາມຖີ່ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ຄື້ນຄວາມຖີ່ລ້ວນແຕ່ ໄດ້ເສຍຄ່າຍົກເວັ້ນການນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ,ສະຖານທູດ,ການຈັດຕັ້ງສາກົນ,ວຽກງານສຸກເສີນ ແລະວຽກງານຮັບໃຊ້ສະເພາະຂອງລັດຕາມລະບຽບກົດໝາຍ.

...ໝວດທີ 2 ເລກໝາຍໂທລະສັບ,ເລກໝາຍອິນເຕີເນັດແລະລະຫັດຊື່ອິນເຕີເນັດ


....ມາດຕາ 12 (ໃໝ່) ເລກໝາຍໂທລະສັບ,ເລກໝາຍອິນເຕີເນັດແລະລະຫັດຊື່ອິນເຕີເນັດ

ມາດຕາ 12 (ໃໝ່) ເລກໝາຍໂທລະສັບ,ເລກໝາຍອິນເຕີເນັດແລະ ລະຫັດຊື່ອິນເຕີເນັດ ເລກໝາຍໂທລະສັບແລະເລກໝາຍອິນເຕີເນັດແມ່ນຕົວເລກ, ຕົວອັກສອນຫຼືເຄື່ອງໝາຍທີ່ບົ່ງບອກເຖິງເຄືອຂ່າຍໂທລະຄົມມະນາຄົມ, ເຄືອຂ່າຍອິນເຕີເນັດແລະອຸປະກອນຕົ້ນທາງຫຼືປາຍທາງເພື່ອການສື່ ສານ. ລະຫັດຊື່ອິນເຕີເນັດແມ່ນຊື່ຫຼືຕົວອັກສອນຫຍໍ້ທີ່ໄດ້ກໍານົດໃຫ້ສະ ເພາະແຕ່ລະບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງນໍາໃຊ້. ກະຊວງໄປຊະນີ,ໂທລະຄົມມະນາຄົມແລະການສື່ສານເປັນຜູ້ ສ້າງແຜນ,ບໍລິຫານ,ຈັດສັນ,ແບ່ງປັນແລະຮຽກເກັບຄືນເລກໝາຍໂທ ລະສັບ,ເລກໝາຍອິນເຕີເນັດແລະລະຫັດຊື່ອິນເຕີເນັດ.

....ມາດຕາ 13 (ໃໝ່) ການຈົດທະບຽນເລກໝາຍໂທລະສັບ,ເລກໝາຍອິນເຕີເນັດແລະລະຫັດຊື່ອິນເຕີເນັດ

ມາດຕາ 13 (ໃໝ່) ການຈົດທະບຽນເລກໝາຍໂທລະສັບ,ເລກໝາຍ ອິນເຕີເນັດແລະລະຫັດຊື່ອິນເຕີເນັດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງນໍາໃຊ້ເລກໝາຍ ໂທລະສັບ,ເລກໝາຍອິນເຕີເນັດແລະລະຫັດຊື່ອິນເຕີເນັດຕ້ອງໄປຈົດ ທະບຽນຢູ່ບ່ອນໃຫ້ບໍລິການໂທລະຄົມມະນາຄົມຫຼືຂະແໜງການໄປສະ ນີ,ໂທລະຄົມມະນາຄົມແລະການສື່ສານ.

...ໝວດທີ 3 ຕໍາແໜ່ງວົງໂຄຈອນດາວທຽມແລະໂຄງລ່າງພື້ນຖານໂທລະຄົມມະນາຄົມ


....ມາດຕາ 14 (ໃໝ່) ຕໍາແໜ່ງວົງໂຄຈອນດາວທຽມ

ມາດຕາ 14 (ໃໝ່) ຕໍາແໜ່ງວົງໂຄຈອນດາວທຽມ ຕໍາແໜ່ງວົງໂຄຈອນດາວທຽມແມ່ນບ່ອນວາງຂອງໜ່ວຍ ກາວທຽມທີ່ເຄື່ອນໝູນຕາມວົງໂຄຈອນຢູ່ໃນຮ່ວງອາວະກາດແລະມີ ຄວາມສໍາຄັນຕໍ່ການໂທລະຄົມມະນາຄົມ,ວຽກງານອຸຕຸນິຍົມວິທະຍາ, ວຽກງານສໍາຫຼວດຊັບພະຍາກອນທໍາມະຊາດແລະວຽກງານອື່ນໆ. ການນໍາໃຊ້ຕໍາແໜ່ງວົງໂຄຈອນດາຍທຽມໄດ້ກໍານົດໄວ້ໃນ ລະບຽບການສະເພາະ.

....ມາດຕາ 15 (ໃໝ່) ໂຄງລ່າງພື້ນຖານໂທລະຄົມມະນາຄົມ

ມາດຕາ 15 (ໃໝ່) ໂຄງລ່າງພື້ນຖານໂທລະຄົມມະນາຄົມ ໂຄງລ່າງພື້ນຖານໂທລະຄົມມະນາຄົມແມ່ນອາຄານ,ສິ່ງປຸກ ສ້າງພ້ອມດ້ວຍອຸປະກອນແລະສາຍສົ່ງສັນຍານເພື່ອຊ່າຍໝູນໃຫ້ແກ່ ການບໍລິການເຄື່ອຂ່າຍໂທລະຄົມມະນາຄົມເຊັ່ນຫໍ່ໃສ່ສາຍພື້ນດິນ, ເສົາເນັ່ງສາຍ,ເສົາຮັບສັ່ງສັນຍານ,ສາຍອາກາດ,ສາຍໃຍແສງ, ສາຍທອງແດງ,ສາຍໂລຫະປະສົມ,ໝໍ້ແບ່ງໄຟຟ້າ.

..ພາກທີ 3 ມາດຕະຖານເຕັກນິກແລະຄຸນນະພາບ


...ມາດຕາ 16 (ໃໝ່) ການກໍານົດເວລາມາດຕະຖານເຕັກນິກແລະຄຸນນະພາບ

ມາດຕາ 16 (ໃໝ່) ການກໍານົດເວລາມາດຕະຖານເຕັກນິກແລະ ຄຸນນະພາບ ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນຜູ້ ກໍານົດມາດຕະຖານເຕັກນິກຂອງອຸປະກອນໂທລະຄົມມະນາຄົມ,ເຄືອ ຂ່າຍໂທລະຄົມມະນາຄົມແລະຄຸນນະພາບຂອງການບໍລິການໂທລະຄົມ ມະນາຄົມໂດຍສອດຄ່ອງກັບກົດໝາຍວ່າດ້ວຍມາດຕະຖານ,ມາດຕະ ຖານຂອງສາກົນ,ສົນທິສັນຍາແລະສັນຍາສາກົນທີ່ ສປປລາວ ເປັນພາ ຄີ.

...ມາດຕາ 17 (ໃໝ່) ການຢັ້ງຢືນແລະຮັບຮອງ

ມາດຕາ 17 (ໃໝ່) ການຢັ້ງຢືນແລະຮັບຮອງ ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນຜູ້ ຢັ້ງຢືນແລະຮັບຮອງມາດຕະຖານເຕັກນິກ,ຄຸນນະພາບຂອງອຸປະກອນ ໂທລະຄົມມະນາຄົມທີ່ຜະລິດຢູ່ພາຍໃນປະເທດແລະນໍາເຂົ້າຈາກຕ່າງ ປະເທດລວມທັງເຄືອຂ່າຍໂທລະຄົມມະນາຄົມທີ່ຕິດຕັ້ງຢູ່ ສປປລາວ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍມາດຕະຖານ,ມາດຕະຖານຂອງ ສາກົນ,ສົນທິສັນຍາແລະສັນຍາສາກົນທີ່ ສປປລາວ ເປັນພາຄີເຊັ່ນ: 1. ມີຄວາມປອດໄພຕໍ່ຜູ້ຊົມໃຊ້; 2. ບໍ່ທໍາລາຍສະພາບແວດລ້ອມ; 3. ບໍ່ເປັນອັນຕະລາຍຕໍ່ເຄືອຂ່າຍໂທລະຄົມມະນາຄົມ; 4. ຮັບຮອງໄດ້ກັບເຄືອຂ່າຍໂທລະຄົມມະນາຄົມຢູ່ສປປລາວ.

...ມາດຕາ 18 (ໃໝ່) ການນໍາເຂົ້າອຸປະກອນໂທລະຄົມມະນາຄົມ

ມາດຕາ 18 (ໃໝ່) ການນໍາເຂົ້າອຸປະກອນໂທລະຄົມມະນາຄົມ ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນຜູ້ ຄຸ້ມຄອງການນໍາເຂົ້າອຸປະກອນໂທລະຄົມມະນາຄົມທີ່ມີລະດັບເຕັກນິກ ສູງ. ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານຄົ້ນຄວ້າ, ກໍານົດປະເພດອຸປະກອນໂທລະຄົມມະນາຄົມທີ່ຈໍາເປັນຕ້ອງມີການຄຸ້ມ ຄອງ. ສໍາລັບໜ່ວຍໂທລະສັບມືຖືແລະຄັອມພິວເຕີ້ຕ້ອງໃຫ້ມີລາຍການ ແລະສາມາດນໍາໃຊ້ເນື້ອໃນເປັນພາສາລາວ.

..ພາກທີ 4 ການເຊື່ອມຕໍ່ເຄືອຂ່າຍແລະການນໍາໃຊ້ໂຄງລ່າງພື້ນຖານໂທລະຄົມມະນາຄົມ


...ມາດຕາ 19(ໃໝ່) ການເຊື່ອຕໍ່ເຄືອຂ່າຍ

ມາດຕາ 19(ໃໝ່) ການເຊື່ອຕໍ່ເຄືອຂ່າຍ ຜູ້ໃຫ້ບໍລິການໂທລະຄົມມະນາຄົມມີສິດສະເໜີຂໍເຊື່ອມຕໍ່ເຄືອ ຂ່າຍຂອງຕົນເຂົ້າກັບເຄືອຂ່າຍຫຼືການບໍລິການໂທລະຄົມມະນາຄົມ ຂອງຜູ້ອື່ນ,ພ້ອມກັນນັ້ນກໍ່ມີພັນທະໃຫ້ຜູ້ອື່ນເຊື່ອຕໍ່ເຂົ້າກັບເຄືອຂ່າຍ ຫຼືການບໍລິການຂອງຕົນບົນຫຼັກການສະເໝີພາບແລະຕ້ອງສະໜອງ ຂໍ້ມູນການເຊື່ອມຕໍ່ເຄືອຂ່າຍແລະຕ້ອງເປີດເຜີຍສັນຍາການເຊື່ອມຕໍ່ ເຄືອຂ່າຍຂອງຕົນ. ຜູ້ໃຫ້ບໍລິການໂທລະຄົມມະນາຄົມຕ້ອງຮັບປະກັນເງື່ອນໄຂທາງ ດ້ານເຕັກນິກກ່ຽວກັບການເຊື່ອມຕໍ່ເຊັ່ນ:ປະຕິບັດຕາມມາດຕະຖານ ດ້ານການເຊື່ອມຕໍ່ເຄືອຂ່າຍໂທລະຄົມມະນາຄົມທີ່ກະຊວງໄປສະນີ,ໂທ ລະຄົມມະນາຄົມແລະການສື່ສານກໍານົດແລະຕ້ອງຮັບປະກັນຄວາມ ປອດໄພຂອງເຄືອຂ່າຍ.

...ມາດຕາ 20 (ໃໝ່) ການນໍາໃຊ້ໂຄງລ່າງພື້ນຖານ

ມາດຕາ 20 (ໃໝ່) ການນໍາໃຊ້ໂຄງລ່າງພື້ນຖານ ຜູ້ໃຫ້ບໍລິການຕ້ອງນໍາໃຊ້ໂຄງລ່າງພື້ນຖານໂທລະຄົມມະນາຄົມ ຮ່ວມກັນໂດຍບໍ່ໃຫ້ມີການຈໍາແນກທາງດ້ານເງື່ອນໄຂ,ຄຸນນະພາບແລະ ການບໍລິການບົນຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເພື່ອຫຼີກ ເວັ້ນການລົງທຶນຊໍ້າຊ້ອນ.

...ມາດຕາ 21 (ໃໝ່) ການຄິດໄລ່ຄ່າເຊື່ອມຕໍ່ແລະນໍາໃຊ້ໂຄງລ່າງພື້ນຖານ

ມາດຕາ 21 (ໃໝ່) ການຄິດໄລ່ຄ່າເຊື່ອມຕໍ່ແລະນໍາໃຊ້ໂຄງລ່າງ ພື້ນຖານ ການຄິດໄລ່ລາຄາຄ່າເຊື່ອມຕໍ່ແລະຄ່ານໍາໃຊ້ໂຄງລ່າງພື້ນ ຖານໂທລະຄົມມະນາຄົມຮ່ວມກັນຕ້ອງປະຕິບັດຕາມຫຼັກການໂປ່ງໃສ, ສະເໝີພາບ,ບໍ່ຈໍາແນກ,ອີງໃສ່ຕົ້ນທຶນການໃຊ້ຈ່າຍຕົວຈິງແລະອີງຕາມ ການຕົກລົງເປັນເອກະພາບກັນລະຫວ່າງຜູ້ໃຫ້ບໍລິການໂທລະຄົມມະນາ ຄົມດ້ວຍກັນ.

..ພາກທີ 5 ການປະກອບກິດຈະການໂທລະຄົມມະນາຄົມ


...ໝວດທີ 1 ປະເພດແລະອາຍຸການຂອງການປະກອບກິດຈະການໂທລະຄົມມະນາຄົມ


....ມາດຕາ 22 (ໃໝ່) ປະເພດການປະກອບກິດຈະການໂທລະຄົມມະນາຄົມ

ມາດຕາ 22 (ໃໝ່) ປະເພດການປະກອບກິດຈະການໂທລະຄົມມະ ນາຄົມ ການປະກອບກິດຈະການໂທລະຄົມມະນາຄົມຢູ່ສປປລາວມີສີ່ ປະເພດຄື: 1. ປະເພດ 1: ການບໍລິການເຄືອຂ່າຍແລະສະໜອງການບໍ ລິການບໍລິການໂທລະຄົມມະນາຄົມ; 2. ປະເພດ 2: ການສະໜອງການບໍລິການໂທລະຄົມມະນາ ຄົມສໍາລັບຜູ້ທີ່ບໍ່ມີເຄືອຂ່າຍເປັນຂອງຕົນເອງ,ອິນເຕີເນັດ,ລະຫັດອິນ ເຕີເນັດ,ການເຊື່ອມຕໍ່ອິນເຕີເນັດແລະການບໍລິການເສີມ; 3. ປະເພດ 3: ການບໍລິການທີ່ປຶກສາ,ຕິດຕັ້ງ,ສ້ອມແປງ, ສົ່ງອອກ,ນໍາເຂົ້າ,ຜະລິດແລະຈໍາໜ່າຍອຸປະກອນໂທລະຄົມມະນາ ຄົມ; 4. ປະເພດ 4: ການຕິດຕັ້ງເຄືອຂ່າຍໂທລະຄົມມະນາຄົມທີ່ ໃຊ້ສະເພາະຕົນເອງເທົ່ານັ້ນ.

....ມາດຕາ 23 (ໃໝ່) ອາຍຸຂອງແຕ່ລະປະເພດ

ມາດຕາ 23 (ໃໝ່) ອາຍຸຂອງແຕ່ລະປະເພດ ອະຍຸການຂອງການປະກອບກິດຈະການໂທລະຄົມມະນາຄົມ ແຕ່ລະປະເພດມີດັ່ງນີ້: 1. ປະເພດ 1 ມີອາຍຸ 15 ປີ; 2. ປະເພດ 2 ມີອາຍຸ 10 ປີ; 3. ປະເພດ 3 ມີອາຍຸ 5 ປີ; 4. ປະເພດ 4 ມີອາຍຸ 3 ປີ; ຜູ້ໄດ້ຮັບການອະນຸຍາດປະກອບກິດຈະການແຕ່ລະປະເພດ ຕ້ອງຈ່າຍຄ່າທໍານຽມການອະນຸຍາດທຸກໆປີແລະສາມາດສະເໜີຕໍ່ ອາຍຸການຂອງການປະກອບກິດຈະການໂທລະຄົມມະນາຄົມໄດ້ນໍາ ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານກ່ອນວັນໝົດ ອາຍຸຫົກເດືອນ.

...ໝວດທີ 2 ການສ້າງຕັ້ງວິສາຫະກິດໂທລະຄົມມະນາຄົມ


....ມາດຕາ 24 (ປັບປຸງ) ການຂໍອະນຸຍາດສ້າງຕັ້ງວິສາຫະກິດໂທລະຄົມມະນາຄົມ

ມາດຕາ 24 (ປັບປຸງ) ການຂໍອະນຸຍາດສ້າງຕັ້ງວິສາຫະກິດໂທລະ ຄົມມະນາຄົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະ ເທດທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດໂທລະຄົມມະນາຄົມຕ້ອງຍື່ນ ຄໍາຮ້ອງຂໍສ້າງຕັ້ງແລະຂຶ້ນທະບຽນຕໍ່ຂະແໜງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງ ທຶນ,ກົດໝາຍວ່າດ້ວຍວິສາຫະກິດແລະກົດໝາຍອື່ນທີ່ກ່ຽວຂ້ອງ ຂອງ ສປປລາວ.

ການປະກອບກິດຈະການໂທລະຄົມມະນາຄົມທີ່ຕ້ອງໄດ້ຮັບ ການອະນຸຍາດຈາກກະຊວງໄປສະນີ,ໂທລະຄົມມະນາຄົມແລະການ ສື່ສານມີດັ່ງນີ້: 1. ການບໍລິການເຄືອຂ່າຍແລະສະໜອງການບໍລິການໂທ ລະຄົມມະນາຄົມ; 2. ການສະໜອງບໍລິການໂທລະຄົມມະນາຄົມສໍາລັບຜູ້ທີ່ບໍ່ ມີເຄືອຂ່າຍເປັນຂອງຕົນເອງ; 3. ການຕິດຕັ້ງເຄື່ອຂ່າຍໂທລະຄົມມະນາຄົມທີ່ໃຊ້ສະເພາະ ຕົນເອງເທົ່ານັ້ນ.

ການປະກອບກິດຈະການໂທລະຄົມມະນາຄົມທີ່ຕ້ອງໄດ້ຮັບ ການອະນຸຍາດຈາກພະແນກໄປສະນີ,ໂທລະຄົມມະນາຄົມແລະການ ສື່ສານແຂວງ,ນະຄອນມີດັ່ງນີ້: 1. ການສະໜອງບໍລິການອິນເຕີເນັດ,ລະຫັດອິນເຕີເນັດ, ການເຊື່ອມຕໍ່ອິນເຕີເນັດແລະການບໍລິການເສີມ; 2. ການບໍລິການທີ່ປຶກສາ,ຕິດຕັ້ງ,ສ້ອມແປງ,ສົ່ງອອກ,ນໍາ ເຂົ້າ,ຜະລິດແລະຈໍາໜ່າຍອຸປະກອນໂທລະຄົມມະນາຄົມ.

ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານຄົ້ນ ຄວ້າວາງລະບຽບການພ້ອມທັງເຜີຍແພ່ເງື່ອນໄຂແລະຂັ້ນຕອນຂອງ ການຂໍສ້າງຕັ້ງວິສາຫະກິດໂທລະຄົມມະນາຄົມໃນຂະແໜງການທີ່ ກ່າວມາຂ້າງເທິງນີ້,ຂະແໜງການທີ່ພິຈາລະນາຄໍາຮ້ອງດັ່ງກ່າວ ຕ້ອງໃຫ້ເຫດຜົນຢ່າງເປັນລາຍລັກອັກສອນແກ່ຜູ້ຮ້ອງຂໍໃນກໍລະນີທີ່ ປະຕິເສດຄໍາຮ້ອງດັ່ງກ່າວ.

....ມາດຕາ 25 (ໃໝ່) ການສໍາເນົາສັນຍາ

ມາດຕາ 25 (ໃໝ່) ການສໍາເນົາສັນຍາ ຜູ້ໄດ້ຮັບອະນຸຍາດປະກອບກິດຈະການປະເພດໃດໜຶ່ງຕາມ ມາດຕາ 22 ຂອງກົດໝາຍສະບັບນີ້ຕ້ອງສົ່ງສໍາເນົາສັນຍາຕ່າງໆ ທີ່ຕົນເຂົ້າຮ່ວມໃຫ້ແກ່ກະຊວງໄປສະນີ,ໂທລະຄົມມະນາຄົມແລະ ການສື່ສານ.

..ພາກທີ 6 ສິດພັນທະຂອງຜູ້ໃຫ້ບໍລິການແລະຜູ້ໃຊ້ບໍລິການ


...ມາດຕາ 26 (ປັບປຸງ) ສິດຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ

ມາດຕາ 26 (ປັບປຸງ) ສິດຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຜູ້ໃຫ້ການບໍລິການໂມລະຄົມມະນາຄົມມີສິດດັ່ງນີ້: 1. ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງກ່ຽວກັບການນໍາໃຊ້ສະ ຖານທີ່,ທີ່ດິນ,ຖະໜົນ,ຮ່ອງລະບາຍນໍ້າ,ອາຄານ,ສິ່ງກໍ່ສ້າງແລະ ອື່ນໆໂດຍສອດຄ່ອງກັບລະບຽບກົດໝາຍ; 2. ສະເໜີອັດຕາຄ່າທໍານຽມແລະຄ່າບໍລິການໃຫ້ສອດຄ່ອງ ກັບສະພາບເສດຖະກິດ-ສັງຄົມໃນແຕ່ລະໄລຍະຕໍ່ກະຊວງໄປສະນີ, ໂທລະຄົມມະນາຄົມແລະການສື່ສານເພື່ອພິຈາລະນາ; 3. ໂຈະການບໍລິການຊົ່ວຄາວຫຼືຍາວນານຕໍ່ຜູ້ໃຊ້ບໍລິການ ໂທຄະຄົມມະນາຄົມໃນກໍລະນີລຸ່ມນີ້: - ບໍ່ຊໍາລະຄ່າທໍານຽມບໍລິການຕາມປົກກະຕິພາຍຫຼັງທີ່ມີ ການກ່າວເຕືອນແລ້ວ; - ຕໍ່ພ່ວງໂທລະສັບຂອງຕົນໃຫ້ຜູ້ອື່ນນໍາໃຊ້ໂດຍບໍ່ໄດ້ຮັບອະ ນຸຍາດຫຼືລະເມີດກົດໝາຍສະບັບນີ້ແລະລະບຽບການໂທລະຄົມມະ ນາຄົມອື່ນໆ; 4. ຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມຂອງຕົນ; 5. ຜະລິດ,ສົ່ງອອກ,ນໍາເຂົ້າ,ຈໍາໜ່າຍແລະຕິດຕັ້ງອຸປະ ກອນໂທລະຄົມມະນາຄົມ; 6. ສະເໜີຕໍ່ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດກ່ຽວກັບ ການເຊື່ອມຕໍ່ເຄືອຂ່າຍ,ການນໍາໃຊ້ຊັບພະຍາກອນໂທລະຄົມມະນາ ຄົມ,ຄຸນນະພາບແລະມາດຕະຖານຂອງການບໍລິການ; 7. ໃຫ້ບູລິມະສິດໃນການສະໜອງການບໍລິການໂທລະຄົມມະ ນາຄົມແກ່ອົງກາຈັດຕັ້ງຂອງລັດ; 8. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 27 (ປັບປຸງ) ພັນທະຂອງຜູ້ໃຫ້ການບໍລິການໂທລະຄົມມະນາຄົມ

ມາດຕາ 27 (ປັບປຸງ) ພັນທະຂອງຜູ້ໃຫ້ການບໍລິການໂທລະຄົມມະ ນາຄົມ ຜູ້ໃຫ້ບໍລິການໂທລະຄົມມະນາຄົມມີພັນທະດັ່ງນີ້: 1. ປະຕິບັດລະບຽບກົດໝາຍກ່ຽວກັບໂທລະຄົມມະນາຄົມ ຢ່າງເຂັ້ມງວດ; 2. ຮັບປະກັນການເຊື່ອມຕໍ່,ການຈັດສັນລະບົບສັນຍານ,ເຄືອ ຂ່າຍຂອງຕົນເຂົ້າກັບບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມລາຍ ອື່ນ; 3. ຮັບປະກັນການໃຫ້ບໍລິການຢ່າງທົ່ວເຖິງ,ມີຄຸນນະພາບ, ມີຄວາມສະດວກ,ວ່ອງໄວແລະຍຸຕິທໍາ; 4. ມີແຜນການປ້ອງກັນເພື່ອຟື້ນຟູເຄືອຂ່າຍໂທລະຄົມມະນາ ຄົມໃນກໍລະນີເກີດໄພພິບັດ,ວິກິດການຫຼືພາວະສຸກເສີນ; 5. ປະຕິບັດລະບຽບການດ້ານບັນຊີການເງິນ,ສະຖິຕິແລະ ລະບອບລາຍງານ; 6. ເສຍຄ່ານໍາໃຊ້ຊັບພະຍາກອນໂທລະຄົມມະນາຄົມ; 7. ຢູ່ພາຍໃຕ້ການກວດກາຂອງຂະແໜງການທີ່ກ່ຽວຂ້ອງ; 8. ແກ້ໄຂຄໍາສະເໜີຂອງຜູ້ໃຊ້ບໍລິການໂທລະຄົມມະນາຄົມ ກ່ຽວກັບຄຸນນະພາບແລະມາດຕະຖານຂອງການບໍລິການ; 9. ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານຂອງ ຕົນຕໍ່ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານຢ່າງເປັນ ປົກກະຕິ; 10. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.


...ມາດຕາ 28 (ປັບປຸງ) ສິດຂອງຜູ້ໃຊ້ບໍລິການໂທລະຄົມມະນາຄົມ

ມາດຕາ 28 (ປັບປຸງ) ສິດຂອງຜູ້ໃຊ້ບໍລິການໂທລະຄົມມະນາຄົມ ຜູ້ໃຊ້ບໍລິການໂທລະຄົມມະນາຄົມມີສິດດັ່ງນີ້: 1. ໄດ້ຮັບການສະໜອງການບໍລິການຢ່າງມີຄຸນນະາບ,ສະ ດວກ,ວ່ອງໄວແລະຍຸດຕິທໍາ; 2. ໃຫ້ການບໍລິການໂທລະຄົມມະນາຄົມແກ່ຜູ້ໃຊ້ບໍລິການຜູ້ ອື່ນອີກຕໍ່ໜຶ່ງຕາມການອະນຸຍາດຂອງກະຊວງໄປສະນີ,ໂທລະຄົມມະ ນາຄົົມແລະການສື່ສານ; 3. ສະເໜີຕໍ່ຜູ້ໃຫ້ການບໍລິການຫຼືອົງການທີ່ກ່ຽວຂ້ອງຂອງ ລັດເພື່ອປັບປຸງລະບຽບການກວດກາການເກັບຄ່າທໍານຽມແລະຄ່າ ບໍລິການ; 4. ໄດ້ຮັບການສະໜອງຂໍ້ມູນກ່ຽວກັບການບໍລິການ,ຄ່າບໍ ລິການ,ຄຸນນະພາບຂອງການບໍລິການ; 5. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 29 (ປັບປຸງ) ພັນທະຂອງຜູ້ໃຊ້ບໍລິການໂທລະຄົມມະນາຄົມ

ມາດຕາ 29 (ປັບປຸງ) ພັນທະຂອງຜູ້ໃຊ້ບໍລິການໂທລະຄົມມະນາ ຄົມ ຜູ້ໃຊ້ການບໍລິການໂທລະຄົມມະນາຄົມມີພັນທະດັ່ງນີ້: 1. ປະຕິບັດລະບຽບການດ້ານເຕັກນິກໃນການນໍາໃຊ້ອຸປະ ກອນໂທລະຄົມມະນາຄົມແລະລະບຽບການອື່ນທີ່ອົງການກ່ຽວຂ້ອງ ໄດ້ວາງອອກ; 2. ຊໍາລະຄ່າທໍານຽມແລະຄ່າບໍລິການຢ່າງເປັນປົກກະຕິ; 3. ຢູ່ພາຍໃຕ້ການກວດກາຂອງຂະແໜງການທີ່ກ່ຽວຂ້ອງ; 4. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

..ພາກທີ 7 ກອງທຶນພັດທະນາໂທລະຄົມມະນາຄົມ


...ມາດຕາ 30 (ປັບປຸງ) ກອງທຶນພັດທະນາໂທລະຄົມມະນາຄົມ

ມາດຕາ 30 (ປັບປຸງ) ກອງທຶນພັດທະນາໂທລະຄົມມະນາຄົມ ລັດອະນຸຍາດໃຫ້ສ້າງຕັ້ງກອງທຶນພັດທະນາໂທລະຄົມມະນາ ຄົມເພື່ອພັດທະນາໂທລະຄົມມະນາຄົມຂອງ ສປປລາວ ໃຫ້ຂະຫຍາຍ ຕົວ,ກ້າວໜ້າ,ທັນສະໄໝ,ຍືນຍົງແລະຂະຫຍາຍເຄືອຂ່າຍໂທລະຄົມ ມະນາຄົມໄປເຖິງເຂດຊົນນະບົດຫ່າງໄກສອກຫຼີກ.

...ມາດຕາ 31 (ປັບປຸງ) ແຫຼ່ງຂອງກອງທຶນ

ມາດຕາ 31 (ປັບປຸງ) ແຫຼ່ງຂອງກອງທຶນ ກອງທຶນພັດທະນາໂທລະຄົມມະນາຄົມໄດ້ມາຈາກແຫຼ່ງຕົ້ນ ຕໍດັ່ງນີ້: 1. ງົບປະມານຂອງລັດ; 2. ການຊ່ວຍເຫຼືອຈາກຕ່າງປະເທດແລະຈາກອົງການຈັດ ຕັ້ງສາກົນ; 3. ການປະກອບສ່ວນຂອງບຸກຄົນ,ການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ; 4. ການຫັກເອົາຈາກຄ່າປັບໃໝຕາມລະບຽບການ; 5. ລາຍໄດ້ຈາກການເຄື່ອນໄຫວກິດຈະການໂທລະຄົມມະ ນາຄົມ,ຄ່ານໍາໃຊ້ຊັບພະຍາກອນໂທລະຄົມ.

...ມາດຕາ 32(ປັບປຸງ) ການຄຸ້ມຄອງແລະນໍາໃຊ້ກອງທຶນ

ມາດຕາ 32(ປັບປຸງ) ການຄຸ້ມຄອງແລະນໍາໃຊ້ກອງທຶນ ການຄຸ້ມຄອງແລະນໍາໃຊ້ກອງທຶນພັດທະນາໂທລະຄົມມະນາ ຄົມຕ້ອງປະຕິບັດໃຫ້ຖືກຕ້ອງຕາມຈຸດປະສົງທີ່ໄດ້ກໍານົດໄວ້ໃນ ມາດ ຕາ 30 ຂອງກົດໝາຍສະບັບນີ້ໂດຍສອດຄ່ອງກັບລະບຽບກົດໝາຍ ກ່ຽວກັບງົບປະມານແຫ່ງລັດ. ການຈັດຕັ້ງແລະການເຄື່ອນໄຫວຂອງກອງທຶນດັ່ງກ່າວໄດ້ ກໍານົດໄວ້ໃນລະບຽບການສະເພາະ.

..ພາກທີ 8 ຄ່າທໍານຽມແລະຄ່າບໍລິການ


...ມາດຕາ 33 (ປັບປຸງ) ຄ່າທໍານຽມ

ມາດຕາ 33 (ປັບປຸງ) ຄ່າທໍານຽມ ຄ່າທໍານຽມໂທລະຄົມມະນາຄົມແມ່ນຄ່າສິດຄຸ້ມຄອງບໍລິຫານ ຂອງລັດທີ່ເກັບຈາກບຸຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຂໍອະນຸຍາດປະ ກອບກິດຈະການດ້ານໂທລະຄົມມະນາຄົມ,ການນໍາໃຊ້ຊັບພະຍາ ກອນໂທລະຄົມມະນາຄົມ,ການນໍາໃຊ້ໂຄງລ່າງພື້ນຖານດ້ານໂທລະ ຄົມມະນາຄົມແລະການອອກໃບຢັ້ງຢືນມາດຕະຖານເຕັກນິກ. ການເກັບແລະການມອບຄ່າທໍານຽມເຂົ້າງົບປະມານແຫ່ງ ລັດໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າ ທໍານຽມແລະຄ່າບໍລິການທີ່ປະກາດໃຊ້ໃນແຕ່ລະໄລຍະ.

...ມາດຕາ 34 (ປັບປຸງ) ຄ່າບໍລິການ

ມາດຕາ 34 (ປັບປຸງ) ຄ່າບໍລິການ ຄ່າບໍລິການໂທລະຄົມມະນາຄົມ,ແມ່ນຄ່າບໍລິການຮັບໃຊ້ ການບໍລິການວິຊາການທີ່ເກັບຈາກບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ ທີ່ຂໍອະນຸຍາດປະກອບກິດຈະການດ້ານໂທລະຄົມມະນາຄົມ,ການນໍາ ໃຊ້ຊັບພະຍາກອນໂທລະຄົມມະນາຄົມ,ການນໍາໃຊ້ໂຄງລ່າງພື້ນ ຖານດ້ານໂທລະຄົມມະນາຄົມແລະການອອກໃບຢັ້ງຢືນມາດຕະ ຖານເຕັກນິກເພື່ອຊ່ວຍໃນການໃຊ້ຈ່າຍງົບປະມານຂອງລັດ. ການເກັແລະການມອບຄ່າບໍລິການເຂົ້າງົບປະມານແຫ່ງ ລັດໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດດ້ວຍຄ່າທໍາ ນຽມແລະຄ່າບໍລິການທີ່ປະກາດໃຊ້ໃນແຕ່ລະໄລຍະ.

..ພາກທີ 9 ຂໍ້ຫ້າມ


...ມາດຕາ 35 (ໃໝ່) ຂໍ້ຫ້າມສໍາລັບພະນັກງານໂທລະຄົມມະນາຄົມ

ມາດຕາ 35 (ໃໝ່) ຂໍ້ຫ້າມສໍາລັບພະນັກງານໂທລະຄົມມະນາຄົມ ຫ້າມພະນັກງານໂທລະຄົມມະນາຄົມມີພຶດຕິກໍາດັ່ງນີ້: 1. ເປີດເຜີຍຄວາມລັບຂອງລັດ,ທາງລັດຖະການ,ກົດໜ່ວງ ຖ່ວງດຶງ,ປອມແປງເອກະສານກ່ຽວກັບໂທລະຄົມມະນາຄົມ; 2. ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວຊຶ່ງກໍ່ ຄວາມເສຍຫາຍໃຫ້ແກ່ບຸກຄົນ,ລວມໝູ່,ລັດແລະການຈັດຕັ້ງ; 3. ປະລະໜ້າທີ່ແລະຄວາມຮັບຜິດຊອບທີ່ການຈັດຕັ້ງມອບ ໝາຍໃຫ້; 4. ດໍາລົງຕໍາແໜ່ງໃດໜຶ່ງຫຼືເປັນທີ່ປຶກສາໃນທຸລະກິດດ້ານ ໂທລະຄົມມະນາຄົມ; 5. ດໍາເນີນທຸລະກິດດ້ານໂທລະຄົມມະນາຄົມ; 6. ບັນຈຸສັບຊ້ອນບຸກຄົນໃນຄອບຄົວຍາດຕິພີ່ນ້ອງຂອງຕົນ ເຂົ້າໃນຕໍາແໜ່ງບໍລິຫານໃດໜຶ່ງໃນທຸລະກິດດ້ານໂທລະຄົມມະນາ ຄົ.

...ມາດຕາ 36 (ໃໝ່) ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການໂທລະຄົມມະນາຄົມ

ມາດຕາ 36 (ໃໝ່) ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຫ້າມຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມມີພຶດຕິກໍາດັ່ງນີ້: 1. ເອົາໃບອະນຸຍາດດໍາເນີນທຸລະກິດຂອງຕົນໃຫ້ຜູ້ອື່ນນໍາ ໃຊ້,ເຊົ່າຫຼືໂອນໃຫ້ຜູ້ອື່ນ; 2. ນໍາໃຊ້ຊັບພະຍາກອນ,ນໍາເຂົ້າອຸປະກອນໂທລະຄົມມະນາ ຄົມໂດຍບໍ່ໄດ້ຮັບອະນຸຍາດ; 3. ດັດປັບຄື້ນຄວາມຖີ່,ອຸປະກອນໂທລະຄົມມະນາຄົມແລະ ເຄືອຂ່າຍໂທລະຄົມມະນາຄົມຂອງຕົນເຂົ້າໃສ່ຄື້ນຄວາມຖີ່,ອຸປະກອນ ໂທລະຄົມມະນາຄົມແລະເຄືອຂ່າຍໂທລະຄົມມະນາຄົມຂອງຜູ້ໃຫ້ບໍ ລິການຫຼືຂອງຜູ້ໃຊ້ບໍລິການໂທລະຄົມມະນາຄົມອື່ນໂດຍບໍ່ໄດ້ຮັບອະ ນຸຍາດ; 4. ສົມຮູ້ຮ່ວມຄິດກັບຜູ້ໃຫ້ການບໍລິການອື່ນ ດ້ວຍຮູບການ ຕ່າງໆເພື່ອກີດກັນການແຂ່ງຂັນທີ່ເປັນທໍາ; 5. ສວຍໃຊ້ຂໍ້ມູນທີ່ໄດ້ມາຈາກຜູ້ໃຫ້ບໍລິການໂທລະຄົມມະນາ ຄົມອື່ນເພື່ອຈຸດປະສົງການແຂ່ງຂັນທີ່ບໍ່ເປັນທໍາ; 6. ສວຍໃຊ້ຄວາມໄດ້ປຽບທາງດ້ານເຄືອຂ່າຍ,ສ່ວນແບ່ງ ຕະຫຼາດແລະໂຄງລ່າງພື້ນຖານໂທລະຄົມມະນາຄົມເພື່ອສະກັດກັ້ນ, ຈໍາກັດ,ກີດກັນແລະສ້າງຄວາມຫຍຸ້ງຍາກໃຫ້ແກ່ການສະໜອງການ ບໍລິຫານຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມອື່ນ; 7. ງົດ,ຕັດການບໍລິການໂດຍບໍ່ໄດ້ແຈ້ງຫຼືກ່າວເຕືອນລ່ວງ ໜ້າ,ຍົກເວັ້ນການງົດ,ຕັດເພື່ອຄວາມໝັ້ນຄົງຂອງຊາດ; 8. ເປີດເຜີຍຄວາມລັບຂອງລັດ,ທາງລັດຖະການແລະຂອງຜູ້ ໃຊ້ບໍລິການໂທລະຄົມມະນາຄົມ; 9. ຂຶ້ນຫຼືຫຼຸດຄ່າບໍລິການໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງ ໄປສະນີ,ໂທລະຄົມມະນາຄົມແລະການສື່ສານແລະແຈກຢາຍເລກ ໝາຍໂທລະສັບໂດຍບໍ່ຄິດຄ່າ; 10. ໂຄສະນາເກີນຄວາມເປັນຈິງ,ເຜີຍແຜ່ສິ່ງລາມົກອະນາ ຈານ,ສົ່ງເສີມການພະນັນທີ່ຜິດກົດໝາຍ; 11. ທໍາລາຍອຸປະກອນໂທລະຄົມມະນາຄົມຂອງຜູ້ໃຫ້ບໍລິ ການໂທລະຄົມມະນາຄົມອື່ນ,ທໍາລາຍສິ່ງແວດລ້ອມ,ທິວທັດທໍາມະ ຊາດແລະຕິດຕັ້ງອຸປະກອນໂທລະຄົມມະນາຄົມທີ່ເປັນການກີດຂວາງ ການສັນຈອນ.

...ມາດຕາ 37 (ໃໝ່) ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການໂທລະຄົມມະນາຄົມ

ມາດຕາ 37 (ໃໝ່) ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການໂທລະຄົມມະນາຄົມ ຫ້າມຜູ້ໃຊ້ບໍລິການດ້ານໂທລະຄົມມະນາຄົມມີພຶດຕິກໍາດັ່ງນີ້: 1. ໃຊ້ການສື່ສານເພື່ອທໍາລາຍຄວາມໝັ້ນຄົງ,ຄວາມສະ ຫງົບ,ການພັດທະນາເສດຖະກິດ-ສັງຄົມແລະວັດທະນາທໍາຂອງ ຊາດ; 2. ນໍາໃຊ້ຊັບພະຍາກອນ,ນໍາເຂົ້າອຸປະກອນໂທລະຄົມມະນາ ຄົມໂດຍບໍ່ໄດ້ຮັບອະນຸຍາດ; 3. ໃຊ້ການສື່ສານເພື່ອສ້າງຄວາມເສື່ອມເສຍແກ່ກຽດສັກສີ ຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ; 4. ໃຊ້ອຸປະກອນໂທລະຄົມມະນາຄົມຂອງຕົນເພື່ອລົບກວນ, ທໍາລາຍ,ລັກຕໍ່,ລັກຟັງແລະກັ່ງກອງເອົາຂໍ້ມູນຂ່າວສານຂອງຜູ້ອື່ນ; 5. ທໍາລາຍອຸປະກອນໂທລະຄົມມະນາຄົມ.

...ມາດຕາ 38 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ.

ມາດຕາ 38 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດ ຕັ້ງອື່ນ. ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1. ດໍາເນີນກິດຈະການໂທລະຄົມມະນາຄົມປະເພດຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ; 2. ນໍາໃຊ້ຊັບພະຍາກອນ,ນໍາເຂົ້າອຸປະກອນໂທລະຄົມມະນາ ຄົມໂດຍບໍ່ໄດ້ຮັບອະນຸຍາດ; 3. ທໍາລາຍອຸປະກອນໂທລະຄົມມະນາຄົມເຊັ່ນສາຍໂທລະ ສັບ,ຕູ້ໂທລະສັບ,ສາຍອາກາດ,ເສົາເນັ່ງສາຍ,ເສົາອັງແຕນແລະ ອື່ນໆ; 4. ໃຊ້ຄວາມຮຸນແຮງ,ນາບຂູ່,ຂັດຂວາງການປະຕິບັດໜ້າ ທີ່ຂອງພະນັກງານໂທລະຄົມມະນາຄົມຫຼືຜູ້ໃຫ້ບໍລິການໂທລະຄົມມະ ນາຄົມ.

..ພາກທີ 10 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 39 (ໃໝ່) ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 39 (ໃໝ່) ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານໂທລະຄົມມະນາ ຄົມດໍາເນີນດ້ວຍຮູບການດັ່ງນີ້: 1. ການແກ້ໄຂດ້ວຍການປະນີປະນອມກັນ; 2. ການແກ້ໄຂທາງດ້ານບໍລິຫານ; 3. ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ; 4. ການຮ້ອງຟ້ອງຕໍ່ສານ.

...ມາດຕາ 40 (ໃໝ່) ການແກ້ໄຂດ້ວຍການປະນີປະນອມກັນ

ມາດຕາ 40 (ໃໝ່) ການແກ້ໄຂດ້ວຍການປະນີປະນອມກັນ ໃນກໍລະນີມີຂໍ້ຂັດແຍ່ງເກີດຂຶ້ນຄູ່ກໍລະນີຕ້ອງພະຍາຍາມແກ້ ໄຂຂໍ້ຂັດແຍ່ງນັ້ນດ້ວຍການປຶກສາຫາລືແລະປະນີປະນອມກັນເພື່ອ ໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

...ມາດຕາ 41 (ປັບປຸງ) ການແກ້ໄຂທາງດ້ານບໍລິຫານ

ມາດຕາ 41 (ປັບປຸງ) ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີເກີດຂໍ້ຂັດແຍ່ງທີ່ບໍ່ສາມາດຕົກລົງກັນຫຼືບໍ່ສາມາດ ໄກ່ເກ່ຍກັນໄດ້ຄູ່ກໍລະນີມີສິດຮ້ອງຂໍໃຫ້ຂະແໜງການໄປສະນີ,ໂທລະ ຄົມມະນາຄົມແລະການສື່ສານພິຈາລະນາແກ້ໄຂທາງດ້ານບໍລິຫານ ຕາມລະບຽບການ.

...ມາດຕາ 42 (ໃໝ່) ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 42 (ໃໝ່) ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດ ເມື່ອຄູ່ກໍລະນີບໍ່ສາມາດປະນີປະນອມກັນຫຼືບໍ່ສາມາດແກ້ໄຂ ທາງດ້ານບໍລິຫານໄດ້ແລ້ວກໍ່ມີສິດຮ້ອງຂໍໃຫ້ຄະນະກໍາມະການແກ້ ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພິຈາລະນາແກ້ໄຂຕາມລະບຽບ ກົດໝາຍບົນພື້ນຖານຕົກລົງເຫັນດີນໍາກັນ.

...ມາດຕາ 43 (ໃໝ່) ການຮ້ອງຟ້ອງຕໍ່ສານ

ມາດຕາ 43 (ໃໝ່) ການຮ້ອງຟ້ອງຕໍ່ສານ ເມື່ອຄູ່ກໍລະນີຝ່າຍໃດຝ່າຍໜຶ່ງຫາກເຫັນວ່ຍັງບໍ່ໄດ້ຮັບຄວາມ ຍຸດຕິທໍາໃນການແກ້ໄຂຂໍ້ຂັດແຍ່ງຈາກຂະແໜງການທີ່ກ່ຽວຂ້ອງກໍ່ ມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອທໍາການພິຈາລະນາຕັດສິນຕາມ ລະບຽບກົດໝາຍ. ສໍາລັບຂໍ້ຂັດແຍ່ງທີ່ມີລັກສະນະສາກົນໃຫ້ປະຕິບັດຕາມວິທີ ການແກ້ໄຂຂໍ້ຂັດແຍ່ງທີ່ໄດ້ກໍານົດໄວ້ໃນສັນຍາຫຼືສົນທິສັນຍາທີ່ສປ ປລາວເປັນພາຄີ.

..ພາກທີ 11 ການຄຸ້ມຄອງແລະກວດກາໂທລະຄົມມະນາຄົມ


...ໝວດທີ 1 ການຄຸ້ມຄອງໂທລະຄົມມະນາຄົມ


....ມາດຕາ 44 (ປັບປຸງ) ອົງການຄຸ້ມຄອງໂທລະຄົມມະນາຄົມ

ມາດຕາ 44 (ປັບປຸງ) ອົງການຄຸ້ມຄອງໂທລະຄົມມະນາຄົມ ລັດເປັນຜູ້ຄຸ້ມຄອງໂທລະຄົມມະນາຄົມຢ່າງລວມສູນແລະ ເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ຂະແໜງການ ໄປສະນີ,ໂທລະຄົມມະນາຄົມແລະການສື່ສານເປັນເຈົ້າການຄຸ້ມ ຄອງໂດຍປະສານສົມທົບກັບຂະແໜງການອື່ນແລະອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງຕາມພາລະບົດບາດຂອງຕົນ.

ອົງການຄຸ້ມຄອງໂທລະຄົມມະນາຄົມປະກອບດ້ວຍ: 1. ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ; 2. ພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານ ແຂວງ,ນະຄອນ; 3. ຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານ ເມືອງ,ເທດສະບານ.

....ມາດຕາ 45 (ໃໝ່) ການຄວບຄຸມດ້ານໂທລະຄົມມະນາຄົມ

ມາດຕາ 45 (ໃໝ່) ການຄວບຄຸມດ້ານໂທລະຄົມມະນາຄົມ ເພື່ອຮັບປະກັນຄວາມປອດໄພຂອງສາທາລະນະແລະຄວາມ ໝັ້ນຄົງຂອງຊາດລັດຖະບານເປັນຜູ້ຕົກລົງແລະມອບໝາຍໃຫ້ກະ ຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານປະສານສົມທົບ ກັບກະຊວງປ້ອງກັນປະເທດແລະກະຊວງປ້ອງກັນຄວາມສະຫງົບ ດໍາເນີນການດັ່ງນີ້: 1. ຄວບຄຸມເຄືອຂ່າຍແລະການບໍລິການໂທລະຄົມມະນາຄົມ ເປັນການຊົ່ວຄາວຂອງໄລຍະເວລາທີ່ເກີດເຫດການ; 2. ກວດສອບການສື່ສານຂອງບຸກຄົນໃດໜຶ່ງທີ່ສົງໄສວ່າມີ ການພົວພັນເຖິງການກໍ່ຄວາມບໍສະຫງົບແລະຄວາມປອດໄພຂອງ ສັງຄົມ; 3. ຄວບຄຸມແລະຍຶດອຸປະກອນໂທລະຄົມມະນາຄົມຂອງຜູ້ໃຊ້ ບໍລິການທີ່ພົວພັນເຖິງການກໍ່ຄວາມບໍ່ສະຫງົບແລະຄວາມປອດໄພ ຂອງສັງຄົມພ້ອມທັງດໍາເນີນຄະດີຕາມກົດໝາຍ.

....ມາດຕາ 46 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງໄປສະນີ,ໂທລະຄົມມະນາຄົມແລະການສືສານ

ມາດຕາ 46 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງໄປສະນີ,ໂທລະ ຄົມມະນາຄົມແລະການສືສານ ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານມີສິດ ແລະໜ້າທີ່ດັ່ງນີ້: 1. ກໍານົດນະໂຍບາຍ,ແຜນຍຸດທະສາດ,ແຜນງານ,ແຜນ ການແລະໂຄງການກ່ຽວກັບການພັດທະນາໂທລະຄົມມະນາຄົມເພື່ອ ນໍາສະເໜີລັດຖະບານພິຈາລະນາຮັບຮອງເອົາ; 2. ສ້າງແລະປັບປຸງລະບຽບກົດໝາຍກ່ຽວກັບວຽກງານໂທ ລະຄົມມະນາຄົມພ້ອມທັງໂຄສະນາ,ເຜີຍແຜ່,ຊີ້ນໍາແລະຕິດຕາມໃນ ການຈັດຕັ້ງປະຕິບັດ; 3. ອະນຸຍາດ,ສືບຕໍ່,ຕິດຕາມ,ໂຈະ,ຖອນແລະຍົກເລີກກິດຈະ ການໂທລະຄົມມະນາຄົມໂດຍປະສານສົມທົບກັບຂະແໜງການທີ່ ກ່ຽວຂ້ອງ; 4. ອະນຸຍາດໃຫ້ນໍາໃຊ້ຊັບພະຍາກອນໂທລະຄົມມະນາຄົມ; 5. ນໍາເຂົ້າອຸປະກອນໂທລະຄົມມະນາຄົມ; 6. ອະນຸຍາດໃຫ້ຜູ້ປະກອບການເຊື່ອມຕໍ່ອຸປະກອນແລະເຄືອ ຂ່າຍໂທລະຄົມມະນາຄົມຂອງຕົນເຂົ້າໃສ່ອຸປະກອນແລະເຄືອຂ່າຍ ໂທລະຄົມມະນາຄົມຂອງຜູ້ໃຫ້ບໍລິການຫຼືຂອງຜູ້ໃຊ້ບໍລິການໂທລະຄົມ ມະນາຄົມອື່ນ; 7. ພັດທະນາບຸກຄະລາກອນດ້ານໂທລະຄົມມະນາຄົມ; 8. ແກ້ໄຂຄໍາສະເໜີຂອງຜູ້ໃຊ້ແລະຜູ້ໃຫ້ບໍລິການກ່ຽວກັບຄຸນ ນະພາບ,ມາດຕະຖານຂອງການບໍລິການໂທລະຄົມມະນາຄົມ; 9. ຄຸ້ມຄອງ,ບໍລິຫານ,ຈັດສັນ,ແບ່ງປັນແລະເກັບຄືນຊັບພະ ຍາກອນໂທລະຄົມມະນາຄົມ; 10. ເກັບຄ່າທໍານຽມລະຄ່າບໍລິການດ້ານໂທລະຄົມມະນາ ຄົມ; 11. ກວດກາແລະວັດແທກຄື້ນຄວາມຖີ່ຢູ່ ສປປລາວ; 12. ສົບທົບກັບພາກສ່ວນທີ່ກ່ຽວຂ້ອງກໍານົດອັດຕາຄ່າທໍາ ນຽມແລະຄ່າບໍລິການຂອງການນໍາໃຊ້ຊັບພະຍາກອນໂທລະຄົມມະ ນາຄົມແລະຄ່າບໍລິການໂທລະຄົມມະນາຄົມ; 13. ກໍານົດມາດຕະຖານເຕັກນິກກ່ຽວກັບອຸປະກອນໂທລະ ຄົມມະນາຄົມຢູ່ພາຍໃນປະທດ; 14. ພັວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນກ່ຽວກັບວຽກງານໂທລະຄົມມະນາຄົມ; 15. ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານ ຂອງຕົນຕໍ່ລັດຖະບານຢ່າງເປັນປົກກະຕິ.

ນອກຈາກສິດແລະໜ້າທີ່ທີ່ກ່າວມາຂ້າງເທິງນີ້ແລ້ວເພື່ອຮັບ ປະກັນຄວາມປອດໄພຂອງສາທາລະນະແລະຄວາມໝັ້ນຄົງຂອງ ຊາດກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານສາມາດ: - ຄວບຄຸມເຄືອຂ່າຍແລະການບໍລິການໂທລະຄົມມະນາຄົມ ເປັນການຊົ່ວຄາວຂອງໄລຍະເວລາທີ່ເກີດເຫດການ. - ກວດສອບການສື່ສານຂອງບຸກຄົນໃດໜຶ່ງທີ່ສົງໄສວ່າມີ ການພົວພັນເຖິງການກໍ່ຄວາມບໍ່ສະຫງົບແລະຄວາມປອດໄພຂອງ ສັງຄົມ; - ຄວບຄຸມແລະຍຶດອຸປະກອນໂທລະຄົມມະນາຄົມຂອງຜູ້ໃຊ້ ບໍລິການທີ່ພັວພັນເຖິງການກໍ່ຄວາມບໍ່ສະຫງົບແລະຄວາມປອດໄພ ຂອງສັງຄົມພ້ອມທັງດໍາເນີນຄະດີຕາມກົດໝາຍ.

....ມາດຕາ 47 (ປັບປຸງ) ສິແລະໜ້າທີ່ຂອງພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານແຂວງ,ນະຄອນ

ມາດຕາ 47 (ປັບປຸງ) ສິແລະໜ້າທີ່ຂອງພະແນກໄປສະນີ,ໂທລະ ຄົມມະນາຄົມແລະການສື່ສານແຂວງ,ນະຄອນ ພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານ ແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຫັນເອົານະໂຍບາຍ,ແຜນການແລະຂໍ້ຕົກລົງຂອງກະ ຊວງມາເປັນແຜນການ,ແຜນງານແລະໂຄງການລະອຽດຂອງ ຕົນແລະຈັດຕັ້ງປະຕິບັດ; 2. ຊີ້ນໍາຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ ສານເມືອງ,ເທດສະບານກ່ຽວກັບວຽກງານໂທລະຄົມມະນາຄົມ; 3. ອະນຸຍາດ,ສືບຕໍ່,ໂຈະ,ຖອນແລະຍົກເລີກກິດຈະການໂທ ລະຄົມມະນາຄົມປະເພດຕ່າງໆຕາມຂອບເຂດສິດຂອງຕົນໂດຍປະ ສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; 4. ແກ້ໄຂຄໍາສະເໜີຂອງຜູ້ໃຊ້ແລະຜູ້ໃຫ້ບໍລິການໂທລະຄົມ ມະນາຄົມກ່ຽວກັບຄຸນນະພາບ,ມາດຕະຖານເຕັກນິກ,ຄ່າບໍລິການ ແລະຄໍາສະເໜີອື່ນພາຍໃນທ້ອງຖິ່ນຂອງຕົນ; 5. ເກັບຄ່າທໍານຽມແລະຄ່າບໍລິການດ້ານໂທລະຄົມມະນາ ຄົມປະເພດຕ່າງໆພາຍໃນທ້ອງຖິ່ນຂອງຕົນ; 6. ເກັບກໍາຂໍ້ມູນສະຖິຕິຂອງຜູ້ໃຊ້ບໍລິການແລະຜູ້ໃຫ້ບໍລິການ ໂທລະຄົມມະນາຄົມປະເພດຕ່າງໆພາຍໃນທ້ອງຖິ່ນຂອງຕົນ; 7. ຕິດຕາມການປະກອບກິດຈະການໂທລະຄົມມະນາຄົມ ຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມປະເພດຕ່າງໆພາຍໃນທ້ອງ ຖິ່ນຂອງຕົນ; 8. ປະສານສົມທົບກັບອົງການປົກຄອງແຂວງ,ນະຄອນໃນ ການຄຸ້ມຄອງວຽກງານໂທລະຄົມມະນາຄົມ; 9. ພົວພັນແລະຮ່ວມມືກັບຕ່າງປະເທດຕາມການມອບໝາຍ ຂອງຂັ້ນເທິງ; 10. ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານ ຂອງຕົນຕໍ່ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ,ອົງ ການປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດມາຍ.

....ມາດຕາ 48 (ປັບປຸງ) ສິດແລະໜ້າທີ່ຂອງຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານເມືອງ,ເທດສະບານ

ມາດຕາ 48 (ປັບປຸງ) ສິດແລະໜ້າທີ່ຂອງຫ້ອງການໄປສະນີ,ໂທ ລະຄົມມະນາຄົມແລະການສື່ສານເມືອງ,ເທດສະບານ ຫ້ອງການໄປສະນີ,ໂທລະຄົມມະນາຄົມແລະການສື່ສານ ເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດນະໂຍບາຍແລະແຜນຍຸດທະສາດກ່ຽວ ກັບວຽກງານໂທລະຄົມມະນາຄົມທີ່ພະແນກໄປສະນີ,ໂທລະຄົມມະ ນາຄົມແລະການສື່ສານແຂວງ,ນະຄອນວາງອອກ; 2. ຕິດຕາມການບໍລິການໂທລະຄົມມະນາຄົມປະເພດຕ່າງ ໆພາຍໃນເມືອງ,ເທດສະບານຂອງຕົນ; 3. ນໍາສົ່ງຄໍາສະເໜີຂອງຜູ້ໃຊ້ບໍລິການແລະຜູ້ໃຫ້ບໍລິການ ກ່ຽວກັບຄຸນນະພາບ,ມາດຕະຖານເຕັກນິກ,ຄ່າບໍລິການແລະຄໍາສະ ເໜີອື່ນໃຫ້ພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານ ແຂວງ,ນະຄອນ; 4. ເກັບກໍາຂໍ້ມູນສະຖິຕິຂອງຜູ້ໃຊ້ບໍລິການແລະຜູ້ໃຫ້ບໍລິການ ໂທລະຄົມມະນາຄົມປະເພດຕ່າງໆພາຍໃນທ້ອງຖິ່ນຂອງຕົນ; 5. ນໍາສົ່ງການສະເໜີຂໍອະນຸຍາດ,ສືບຕໍ່,ໂຈະ,ຖອນແລະ ຍົກເລີກກິດຈະການໂທລະຄົມມະນາຄົມປະເພດຕ່າງໆໃຫ້ພະແນກ ໄປສະນີ,ໂທລະຄົມມະນາຄົມແລະການສື່ສານແຂວງ,ນະຄອນ; 6. ປະສານສົມທົບກັບອົງການປົກຄອງເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານໂທລະຄົມມະນາຄົມ; 7. ສະຫຼູບແລະລາຍງານການຈັດຕັ້ງປະຕິບັດວຽກງານຂອງ ຕົນຕໍ່ພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານ,ອົງການ ປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ...ໝວດທີ 2 ການກວດກາໂທລະຄົມມະນາຄົມ


....ມາດຕາ 49 (ໃໝ່) ອົງການກວດກາວຽກງານໂທລະຄົມມະນາຄົມ

ມາດຕາ 49 (ໃໝ່) ອົງການກວດກາວຽກງານໂທລະຄົມມະນາຄົມ ອົງການກວດກາວຽກງານໂທລະຄົມມະນາຄົມປະກອບດ້ວຍ: 1. ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງ ການຄຸ້ມຄອງໂທລະຄົມະນາຄົມທີ່ໄດ້ກໍານົດໄວ້ໃນ ມາດຕາ 44 ຂອງ ກົດໝາຍສະບັບນີ້; 2. ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງ ການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການ ກວດສອບແຫ່ງລັດ.

....ມາດຕາ 50 (ປັບປຸງ) ເນື້ອໃນການກວດກາ

ມາດຕາ 50 (ປັບປຸງ) ເນື້ອໃນການກວດກາ ການກວດກາໂທລະຄົມມະນາຄົມມີເນື້ອໃນດັ່ງນີ້: 1. ກວດກາການວາງແຜນ,ການອະນຸຍາດດໍາເນີນທຸລະ ກິດ,ການສໍາຫຼວດ,ການອອກແບບກໍ່ສ້າງແລະຕິດຕັ້ງເຄືອຂ່າຍ ໂທລະຄົມມະນາຄົມ. 2. ກວດກາມາດຕະຖານຄວາມປອດໄພແລະການປົກປັກ ຮັກສາສິ່ງແວດລ້ອມໃນການກໍ່ສ້າງແລະການຕິດຕັ້ງເຄືອຂ່າຍໂທ ລະຄົມມະນາຄົມ; 3. ກວດກາມາດຕະຖານເຕັກນິກຕາມເຕັກໂນໂລຊີຂອງອຸ ປະກອນໂທລະຄົມມະນາຄົມ; 4. ກວດກາການນໍາໃຊ້ຊັບພະຍາກອນ,ການນໍາເຂົ້າອຸປະ ກອນໂທລະຄົມມະນາຄົມ; 5. ປະສານສົມທົບກັບກະຊວງການເງິນກວດກາລະບົບບັນ ຊີການເງິນ; 6. ກວດກາການປະມູນ,ສັນຍາຮັບເໝົາກໍ່ສ້າງແລະການ ຕິດຕັ້ງເຄືອຂ່າຍໂທລະຄົມມະນາຄົມ,ການປະຕິບັດສັນຍາຕ່າງໆ; 7. ກວດກາການຈັດຕັ້ງປະຕິບັດກົດໝາຍສະບັບນີ້ແລະກົດ ໝາຍອື່ນທີ່ກ່ຽວຂ້ອງຂອງສປປລາວ.

....ມາດຕາ 51 ຮູບການກວດກາ

ມາດຕາ 51 ຮູບການກວດກາ ການກວດກາໂທລະຄົມມະນາຄົມມີສາມຮູບການດັ່ງນີ້: 1. ການກວດກາຢ່າງເປັນລະບົບປົກກະຕິ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ.

ການກວດກາຢ່າງເປັນລະບົບປົກກະຕິແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາຢ່າງ ແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ທີ່ຈະ ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາໂທລະຄົມມະນາຄົມເຈົ້າໜ້າທີ່ ຂອງອົງການກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

..ພາກທີ 12 ວັນໂທລະຄົມມະນາຄົມ,ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ


...ມາດຕາ 52 (ໃໝ່) ວັນໂທລະຄົມມະນາຄົມ

ມາດຕາ 52 (ໃໝ່) ວັນໂທລະຄົມມະນາຄົມ ສປປລາວ ຖືເອົາວັນທີ 13 ມີນາເປັນວັນໂທລະຄົມມະນາຄົມ ແຫ່ງຊາດ,ແຕ່ລະປີຢູ່ສູນກາງແລະທ້ອງຖິ່ນຕ້ອງຈັດສະເຫຼີມສະຫຼອງ ວັນດັ່ງກ່າວດ້ວຍຮູບການທີ່ເໝາະສົມ.

...ມາດຕາ 53 (ໃໝ່) ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ

ມາດຕາ 53 (ໃໝ່) ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານມີ ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບທີ່ໄດ້ຮັບອະນຸມົດຈາກລັດ ຖະບານເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະ ການ.

..ພາກທີ 13 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 54 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 54 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການ ຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນການລົງທຶນກໍ່ສ້າງ,ພັດທະ ນາໂທລະຄົມມະນາຄົມ,ຂະຫຍາຍເຄືອຂ່າຍ,ຜະລິດອຸປະກອນແລະບໍ ລິການໂທລະຄົມມະນາຄົມຢ່າງມີປະສິດທິຜົນ,ມີຄວາມກ້າວໜ້າ,ທັນ ສະໄໝ,ມີຄຸນນພາບສູງລ້ວນແຕ່ຈະໄດ້ຮັບການຍ້ອງຍໍແລະການປະ ຕິບັດນະໂຍບາຍຕາມລະບຽບການ.

...ມາດຕາ 55 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 55 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດບົດບັນຍັດໃດ ໜຶ່ງຂອງກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ປັບໃໝຫຼືຖືກລົງ ໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງໃຊ້ແທນຄ່າ ເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 56 ມາດຕະການສຶກສາອົບຮົມ

ມາດຕາ 56 ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດບົດບັນຍັດໃດ ໜຶ່ງຂອງກົດໝາຍສະບັບນີ້ໃນສະຖານເບົາຈະຖືກສຶກສາອົບຮົມເຊັ່ນ: 1. ຜູ້ໃຫ້ບໍລິການບໍ່ແກ້ໄຂຂໍ້ຂັດແຍ່ງທາງດ້ານເຕັກນິກໃນ ການຕິດຕັ້ງ,ການສ້ອມແປງຫຼືການບໍລິການໂທລະຄົມມະນາຄົມປະ ເພດຕ່າງໆຢ່າງທັນການແລະຖືກຕ້ອງຕາມມາດຕະຖານເຕັກນິກ; 2. ຜູ້ໃຊ້ບໍລິການບໍ່ຈ່າຍຄ່າທໍານຽມແລະຄ່າບໍລິການຕາມ ປົກກະຕິແລະອື່ນໆ.

...ມາດຕາ 57 (ປັບປຸງ) ມາດຕະການປັບໃໝ

ມາດຕາ 57 (ປັບປຸງ) ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດບົດບັນຍັດໃດ ໜຶ່ງຂອງກົດໝາຍສະບັບນີ້ຈະຖືກປັບໃໝເຊັ່ນ: 1. ດໍາເນີນກິດຈະການໂທລະຄົມມະນາຄົມປະເພດຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ; 2. ປະກອບການບໍລິການໂທລະຄົມມະນາຄົມນອກເໜືອຈາກ ລາຍການແລະຂອບເຂດທີ່ໄດ້ຮັບອະນຸຍາດ; 3. ເອົາໃບອະນຸຍາດທີ່ຕົນໄດ້ຮັບໃຫ້ຜູ້ອື່ນນໍາໃຊ້,ໃຫ້ເຊົ່າຫຼື ໂອນໃຫ້ຜູ້ອື່ນ; 4. ນໍາໃຊ້ຊັບພະຍາກອນ,ນໍາເຂົ້າອຸປະກອນໂທລະຄົມມະນາ ຄົມໂດຍບໍ່ໄດ້ຮັບອະນຸຍາດ; 5. ທໍາລາຍອຸປະກອນໂທລະຄົມມະນາຄົມເຊັ່ນສາຍໂທລະ ສັບ,ຕູ້ໂທລະສັບ,ເສົາອາກາດ,ເສົາເນັ່ງສາຍ,ເສົາອັງແຕນ. ອັດຕາປັບໃໝໃນແຕ່ລະກໍລະນີໄດ້ກໍານົດໄວ້ໃນລະບຽບການ ຕ່າງຫາກ.

...ມາດຕາ 58 (ໃໝ່) ມາດຕະການທາງແພ່ງ

ມາດຕາ 58 (ໃໝ່) ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບ ນີ້ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ລັດ,ລວມໝູ່ຫຼືບຸກຄົນອື່ນຕ້ອງໃຊ້ແທນ ຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 59 (ປັບປຸງ) ມາດຕະການທາງອາຍາ

ມາດຕາ 59 (ປັບປຸງ) ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດບົດບັນຍັດໃດໜຶ່ງຂອງກົດໝາຍສະບັບນີ້ ທີ່ເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມກົດໝາຍອາ ຍາ. ບຸກຄົນທີ່ໄດ້ດັດປັບຄື້ນຄວາມຖີ່ຫຼືນໍາໃຊ້ອຸປະກອນ,ເຄືອຂ່າຍ ໂທລະຄົມມະນາຄົມຂອງຕົນເຂົ້າໃສ່ຄື້ນຄວາມຖີ່ຫຼືອຸປະກອນ,ເຄືອ ຂ່າຍໂທລະຄົມມະນາຄົມຂອງຜູ້ອື່ນເພື່ອສະກັດກັ້ນ,ລົບກວນ,ບຸກລຸກ, ທໍາລາຍ,ປ່ຽນແປງ,ລຶບ,ລັກຕໍ່,ລັກຟັງ,ລັກຫຼືກັ່ນກອງເອົາຂໍ້ມູນຂ່າວ ສານຂອງຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາ ຫົກເດືອນແລະຈະຖືກປັບໃໝແຕ່ ຫ້າແສນ ຫາ ຫ້າລ້ານກີບ. ໃນກໍລະນີທີ່ມີການກະທໍາຜິດຕາມວັກທີສອງຂອງມາດຕານີ້ ເປັນອາຈິນ,ບໍ່ເຂັດຫຼາບ,ຈັດຕັ້ງເປັນກຸ່ມກໍ່ຈະຖືກລົງໂທດຕັດອິດສະ ລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ ໜຶ່ງລ້ານກີບຫາ ສິບລ້ານກີບ.

..ພາກທີ 14 ບົດບັນຍັດສຸດທ້າຍ


...ມາດຕາ 60 ການຈັດຕັ້ງປະຕິບັດ

ມາດຕາ 60 ການຈັດຕັ້ງປະຕິບັດ ລັດຖະບານແກ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 61 ຜົນສັກສິດ

ມາດຕາ 61 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງສາມສິບວັນນັບແຕ່ວັນ ປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍ ການໂທລະຄົມ ມະນາຄົມສະບັບເລກທີ 02/ສພຊ ລົງວັນທີ 10 ເມສາ 2001. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.

ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້