ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ 22-12-2014

From Wikisource
Jump to navigation Jump to search

ການຄຸ້ມຄອງເງິນຕາຕ່າງປະເທດ 22-12-2014

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກົດນົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການເຄື່ອນໄຫວ,ຄຸ້ມຄອງ,ຕິດຕາມກວດກາທຸລະກິດແລະທຸລະກໍາເງິນຕາຕ່າງປະເທດເພື່ອໃຫ້ມີປະສິດທິພາບ,ຖືກຕ້ອງ,ແນໃສ່ຍົກສູງຄຸນຄ່າແລະສະເຖຍລະພາບຂອງເງິນຕາແຫ່ງຊາດ,ສົ່ງເສີມການຈໍລະຈອນສິນຄ້າເງິນຕາພາຍໃນປະເທດ,ເປີດກວ້າງການພົວພັນຮ່ວມມືເສດຖະກິດກັບຕ່າງປະເທດ,ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ.

ມາດຕາ2ການຄຸ້ມຄອງເງິນຕາຕ່າງປະເທດ ເງິນຕາຕ່າງປະເທດແມ່ນສະກຸນເງິນຂອງປະເທດອື່ນຊຶ່ງມີທະນະບັດ,ເງິນຫຼຽນ,ແຊັກ,ບັດຊໍາລະ,ພັນທະບັດແລກເງິນ,ພັນທະບັດລັດຖະບານ,ພັນທະບັດວິສາຫະກິດ,ໃບຮຸ້ນ,ເອກະສານມີຄ່າອື່ນແລະຄໍາທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ. ການຄຸ້ມຄອງເງິນຕາຕ່າງປະເທດແມ່ນການຄຸ້ມຄອງການເຄື່ອນໄຫວທຸລະກິດແລະທຸລະກໍາເງິນຕາຕ່າງປະເທດຂອງຜູ້ມີແລະບໍ່ມີພູມລໍາເນົາຢູ່ສປປລາວໃຫ້ຖືກຕ້ອງຕາມກົດໝາຍແລະລະບຽບການກ່ຽວກັບເງິນຕາຕ່າງປະເທດ.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ເງິນຕາໝາຍເຖິງສະກຸນເງິນກີບແລະສະກຸນເງິນຕາຕ່າງປະເທດ; 2.ອັດຕາແລກປ່ຽນໝາຍເຖິງຄ່າຂອງເງິນສະກຸນໜຶ່ງທຽບໃສ່ຄ່າຂອງເງິນສະກຸນອື່ນ; 3.ອັດຕາແລກປ່ຽນອ້າງອີງໝາຍເຖິງອັດຕາແລກປ່ຽນທີ່ທະນາຄານແຫ່ງສປປລາວກໍານົດອອກເພື່ອເປັນບ່ອນອີງໃຫ້ທະນາຄານທຸລະກິດແລະຮ້ານແລກປ່ຽນເງິນຕາ; 4.ສິນເຊື່ອການຄ້າໝາຍເຖິງສັນຍາຊື້ສິນຄ້າແລະບໍລິການແບບຕິດໜີ້; 5.ຮ້ານແລກປ່ຽນເງິນຕາໝາຍເຖິງຫົວໜ່ວຍທຸລະກິດທີ່ໃຫ້ບໍລິການແລກປ່ຽນເງິນຕາ; 6.ການຖືຄອງໝາຍເຖິງການຮັກສາເງິນຕາໄວ້ດ້ວຍຕົນເອງ; 7.ຜູ້ມີພູມລໍາເນົາຢູ່ສປປລາວໝາຍເຖິງ: -ພົນລະເມືອງລາວທີ່ຢູ່ສປປລາວ; -ພັນລະເມືອງລາວທີ່ໄປສຶກສາ,ທ່ອງທຽວ,ຢ້ຽມຢາມແລະປິ່ນປົວສຸຂະພາບຢູ່ຕ່າງປະເທດ. -ເຈົ້າໜ້າທີ່ຫຼືພະນັກງານລາວທີ່ປະຈໍາຢູ່ສະຖານທູດ,ສະຖານກົງສູນລາວແລະອົງການຈັດຕັ້ງສາກົນຢູ່ຕ່າງປະເທດ; -ພົນລະເມືອງລາວທີ່ໄປຢູ່ຕ່າງປະເທດບໍ່ເກີນໜຶ່ງປີ; -ອົງການຈັດຕັ້ງຂອງລັດແລະສະມາຄົມຂອງສປປລາວທີ່ເຄື່ອນໄຫວຢູ່ພາຍໃນແລະຕ່າງປະເທດ; -ບຸກຄົນແລະນິຕິບຸກຄົນລາວຫຼືຕ່າງປະເທດທີ່ຢູ່ສປປລາວຊຶ່ງໄດ້ຮັບອະນຸຍາດດໍາເນີນທຸລະກິດແລະຈົດທະບຽນຖືກຕ້ອງຕາມກົດໝາຍຂອງສປປລາວລວມທັງຫ້ອງການຕົວແທນຂອງນິຕິບຸກຄົນດັ່ງກ່າວທີ່ຕັ້ງຢູ່ຕ່າງປະເທດບໍ່ເກີນໜຶ່ງປີ; -ຄົນຕ່າງປະເທດທີ່ເຄື່ອນໄຫວວຽກງານຢູ່ສປປລາວເກີນໜຶ່ງປີຊຶ່ງບໍ່ແມ່ນເຈົ້າໜ້າທີ່ຫຼືພະນັກງານຂອງສະຖານທູດ,ສະຖານກົງສຸນຂອງຕ່າງປະເທດຫຼືອົງການຈັດຕັ້ງສາກົນ; -ຄົນຕ່າງດ້າວແລະຄົນບໍ່ມີສັນຊາດທີ່ດໍາລົງຊີວິດແລະທໍາມາຫາກິນຢ່າງຖາວອນຢູ່ສປປລາວ. 8.ຜູ້ບໍ່ມີພູມລໍາເນົາຢູ່ສປປລາວໝາຍເຖິງ: -ບຸກຄົນແລະນິຕິບຸກຄົນຕ່າງປະເທດທີ່ຢູ່ຕ່າງປະເທດ; -ຄົນຕ່າງປະເທດທີ່ມາສຶກສາ,ທ່ອງທ່ຽວ,ຢ້ຽມຢາມແລະປິ່ນປົວສຸຂະພາບຢູ່ສປປລາວ; -ສະຖານທູດ,ສະຖານກົງສູນຂອງຕ່າງປະເທດ,ອົງການຈັດຕັ້ງສາກົນແລະເຈົ້າໜ້າທີ່ຫຼືພະນັກງານຕ່າງປະເທດຂອງອົງການຈັດຕັ້ງດັ່ງກ່າວ,ທີ່ປຶກສາ,ຜູ້ຊ່ຽວຊານຕ່າງປະເທດທີ່ມາປະຈໍາຢູ່ສປປລາວລວມທັງຄອບຄົວຂອງພວກກ່ຽວ; -ຄົນຕ່າງປະເທດທີ່ມາຢູ່ສປປລາວບໍ່ເກີນໜຶ່ງປີ; -ຫ້ອງການຕົວແທນຂອງນິຕິບຸກຄົນຕ່າງປະເທດທີ່ຕັ້ງຢູ່ສປປລາວບໍ່ເກີນໜຶ່ງປີ; -ພົນລະເມືອງລາວທີ່ໄປຢູ່ຕ່າງປະເທດເກີນກວ່າໜຶ່ງປີຊຶ່ງບໍ່ແມ່ນການໄປສຶກສາຫຼືປິ່ນປົວສຸຂະພາບ. 9.ທຸລະກໍາໝາຍເຖິງການເຄື່ອນໄຫວທາງດ້ານເງິນຕາກ່ຽວກັບການຊື້-ຂາຍ,ການແລກປ່ຽນ,ການກູ້ຢືມ,ການໂອນ,ການຝາກ,ການຖອນ,ການຊໍາລະ,ການນໍາເຂົ້າອອກແລະການເຄື່ອນໄຫວອື່ນ.

ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ລັດຄຸ້ມຄອງວຽກງານເງິນຕາຕ່າງປະເທດຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດເພື່ອຮັບປະກັນສະເຖຍລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງດ້ວຍການກໍານົດນະໂຍບາຍເງິນຕາທີ່ຄ່ອງຕົວ,ສ້າງເງື່ອນໄຂສະດວກ,ປະກອບບຸກຄະລາກອນ,ສະໜອງງົບປະມານແລະວັດຖຸປະກອນໃຫ້ແກ່ອົງການທີ່ມີສິດກ່ຽວຂ້ອງຕາມຄວາມເໝາະສົມ. ລັດຊຸກຍູ້,ປຸກລະດົມໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທຸກພາກສ່ວນເຂົ້າຮ່ວມໃນການເຄື່ອນໄຫວແລະຄຸ້ມຄອງເງິນຕາຕ່າງປະເທດ. ລັດເອົາໃຈໃສ່ໂຄສະນາ,ສຶກສາອົບຮົມ,ສະໜອງຂໍ້ມູນຂ່າວສານໃຫ້ທົ່ວປວງຊົນດ້ວຍຫຼາຍຮູບການເພື່ອສ້າງຈິດສໍານຶກໃຫ້ສັງຄົມນໍາໃຊ້ງເງິນກີບແລະເງິນຕາຕ່າງປະເທດໃຫ້ຖືກຕ້ອງຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ5ຫຼັກການກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ວຽກງານຄຸ້ມຄອງເງິນຕາຕ່າງປະເທດໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1.ຮັບປະກັນການຄຸ້ມຄອງຂອງລັດກ່ຽວກັບວຍກງານເງິນຕາຕ່າງປະເທດແບບລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດ; 2.ຮັບປະກັນສະເຖຍລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງ; 3.ຮັບປະກັນຄວາມເປັນເອກະລາດດ້ານເງິນຕາແຫ່ງຊາດ; 4.ຮັບປະກັນການຊໍາລະພາຍໃນແລະຕ່າງປະເທດມີຄວາມຄ່ອງຕົວ.

ມາດຕາ6ພັນທະໃນການຄຸ້ມຄອງເງິນຕາຕ່າງປະເທດ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວທຸລະກິດແລະ/ຫຼືດໍາເນີນທຸລະກໍາຢູ່ສປປລາວມີພັນທະໃນການຄຸ້ມຄອງເງິນຕາຕ່າງປະເທດ,ໃຫ້ການຮ່ວມມືແລະປະກອບສ່ວນໃນການຈັດຕັ້ງປະຕິບັດ.

ມາດຕາ7ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວທຸລະກິດແລະ/ຫຼືດໍາເນີນທຸລະກໍາເງິນຕາຕ່າງປະເທດຢູ່ສປປລາວ.

ມາດຕາ8ການຮ່ວມມືສາກົນ ລັດສົ່ງເສີມ,ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດດ້ວຍການແລກປ່ຽນຂໍ້ມູນຂ່າວສານ,ບົດຮຽນ,ປະສົບການ,ເຕັກໂນໂລຊີ.ການພັດທະນາຊັບພະຍາກອນມະນຸດແລະປະຕິບັດຕາມສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ການເຄື່ອນໄຫວກ່ຽວກັບເງິນຕາຕ່າງປະເທດ

ໝວດທີ1ການຄອບຄອງ,ການນໍາໃຊ້ແລະການແລກປ່ຽນເງິນຕາຢູ່ສປປລາວ

ມາດຕາ9ການຄອບຄອງເງິນຕາຕ່າງປະເທດຢູ່ສປປລາວ ຜູ້ມີແລະບໍ່ມີພູມລໍາເນົາຢູ່ສປປລາວສາມາດຄອບຄອງເງິນຕາຕ່າງປະເທດທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍດ້ວຍການຖືຄອງແລະ/ຫຼືເປີດບັນຊີເງິນຝາກໄວ້ນໍາທະນາຄານທຸລະກິດຢູ່ສປປລາວ.

ມາດຕາ10ການນໍາໃຊ້ເງິນຕາຢູ່ສປປລາວ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວທຸລະກິດແລະ/ຫຼືດໍາເນີນທຸລະກໍາຢູ່ສປປລາວສາມາດນໍາໃຊ້ເງິນຕາຕ່າງປະເທດຕາມເປົ້າໝາຍດັ່ງນີ້: 1.ຊໍາລະຄ່າສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ; 2.ຊໍາລະຄ່າບໍລິການທີ່ຕັດພັນກັບສິນຄ້າຂາເຂົ້າຂາອອກໂດຍກົງເຊັ່ນຄ່າຂົນສົ່ງຜ່ານແດນ,ຄ່າປະກັນໄພ,ຄ່າຝາກສາງຜ່ານແດນແລະຄ່າບໍລິການອື່ນ; 3.ຊໍາລະໜີ້ເງິນກູ້ແລະສິນເຊື່ອການຄ້າໃຫ້ຕ່າງປະເທດ; 4.ໃຫ້ການຊ່ວຍເຫຼືອແກ່ຕ່າງປະເທດຕາມການຕົກລົງຂອງລັດຖະບານ; 5.ໂອນເງິນກໍາໄລ,ເງິນປັນຜົນ,ຕົ້ນທຶນ,ດອກເບ້ຍ,ຄ່າບໍລິການອື່ນຂອງນັກລົງທຶນຕ່າງປະເທດແລະຄ່າແຮງງານຂອງຄົນຕ່າງປະເທດກັບຄືນປະເທດຫຼືໄປປະເທດທີສາມ; 6.ໂອນເງິນໄປລົງທຶນຢູ່ຕ່າງປະເທດ; 7.ສຶກສາ,ທ່ອງທ່ຽວ,ຢ້ຽມຢາມແລະປິ່ນປົວສຸຂະພາບຢູ່ຕ່າງປະເທດ; 8.ປະຕິບັດເປົ້າໝາຍອື່ນຕາມລະບຽບການທີ່ທະນາຄານແຫ່ງສປປລາວວາງອອກ. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງຕ້ອງນໍາໃຊ້ເງິນກີບເຂົ້າໃນການຊື້ຂາຍ,ຮັບຊໍາລະແລະຊໍາລະຄ່າສິນຄ້າ,ຄ່າບໍລິການ,ຊໍາລະໜີ້,ເບີກຈ່າຍເງິນເດືອນ,ປະຕິບັດພັນທະຕໍ່ລັດ,ກໍານົດມູນຄ່າ,ການຕິດປະກາດແລະການໂຄສະນາລາຄາສິນຄ້າ,ຄ່າບໍລິການແລະອື່ນໆໃນສປປລາວເປັນເງິນກີບຍົກເວັ້ນກໍລະນີທີ່ຮັບອະນຸຍາດຈາກລັດຖະບານ.

ມາດຕາ11ການແລກປ່ຽນເງິນຕາ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວທຸລະກິດແລະ/ຫຼືດໍາເນີນທຸລະກໍາຢູ່ສປປລາວທີ່ມີຈຸດປະສົງປ່ຽນເງິນຈາກສະກຸນໜຶ່ງເປັນເງິນສະກຸນອື່ນຕ້ອງແລກປ່ຽນເງິນຕານໍາທະນາຄານທຸລະກິດຫຼືຮ້ານແລກປ່ຽນເງິນຕາທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວເທົ່ານັ້ນ. ກະຊວງການເງິນສາມາດແລກປ່ຽນເງິນຕານໍາລະບົບທະນາຄານເພື່ອຊໍາລະກັບຕ່າງປະເທດ.

ມາດຕາ12ການກໍານົດອັດຕາແລກປ່ຽນ ທະນາຄານແຫ່ງສປປລາວນໍາໃຊ້ລະບົບອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດດ້ວຍການກໍານົດອັດຕາແລກປ່ຽນອ້າງອີງໃນແຕ່ລະວັນເພື່ອໃຫ້ທະນາຄານທຸລະກິດແລະຮ້ານແລກປ່ຽນເງິນຕານໍາໄປກໍານົດອັດຕາແລກປ່ຽນຂອງຕົນ.

ໝວດທີ2ການໂອນເງິນຕາຕ່າງປະເທດແລະການນໍາເງິນຕາເປັນເງິນສົດເຂົ້າ-ອອກສປປລາວ.

ມາດຕາ13ການໂອນເງິນຕາຕ່າງປະເທດ ຜູ້ມີແລະບໍ່ມີພູມລໍາເນົາຢູ່ສປປລາວສາມາດໂອນເງິນຕາຕ່າງປະເທດເຂົ້າສປປລາວໂດຍບໍ່ຈໍາກັດຈໍານວນ,ສໍາລັບການໂອນເງິນຕາຕ່າງປະເທດອອກສປປລາວໃຫ້ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງແລະສອດຄ່ອງກັບມາດຕາ10ວັງໜຶ່ງຂອງກົດໝາຍສະບັບນີ້.

ມາດຕາ14ການນໍາເງິນຕາເປັນເງິນສົດເຂົ້າອອກສປປລາວ ຜູ້ມີແລະບໍ່ມີພູມລໍາເນົາຢູ່ສປປລາວສາມາດນໍາເງິນຕາເປັນເງິນສົດເຂົ້າສປປລາວຕາມຈໍານວນທີ່ທະນາຄານແຫ່ງສປປລາວກໍານົດ,ຖ້າເກີນຈໍານວນດັ່ງກ່າວຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນເພື່ອອກເອກະສານຢັ້ງຢືນ. ຜູ້ມີແລະບໍ່ມີພູມລໍາເນົາຢູ່ສປປລາວສາມາດນໍາເງິນຕາເປັນເງິນສົດອອກສປປລາວຕາມຈໍານວນທີ່ທະນາຄານແຫ່ງສປປລາວກໍານົດ,ຖ້າເກີນຈໍານວນດັ່ງກ່າວຕ້ອງຂໍອະນຸຍາດຈາກທະນາຄານແຫ່ງສປປລາວ,ໃນກໍລະນີມີເອກະສານຢັ້ງຢືນກ່ຽວກັບການນໍາເງິນຕາເຂົ້າສປປລາວສາມາດແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາຊາຍແດນເພື່ອນໍາເງິນຕານັ້ນອອກສປປລາວ.

ໝວດທີ3ການເປີດບັນຊີແລະການນໍາໃຊ້ເງິນຕາໃນບັນຊີເງິນຝາກ

ມາດຕາ15ການເປີດບັນຊີແລະການນໍາໃຊ້ເງິນຕາບັນຊີເງິນຝາກຢູ່ສປປລາວ ຜູ້ມີແລະບໍ່ມີພູມລໍາເນົາຢູ່ສປປລາວສາມາດເປີດບັນຊີເງິນຝາດ,ຖອນແລະຮັບດອກເບ້ຍເປັນເງິນຕາຕ່າງປະເທດນໍາທະນາຄານທຸລະກິດຢູ່ສປປລາວ. ຜູ້ບໍ່ມີພູມລໍາເນົາຢູ່ສປປລາວທີ່ມີເງິນຕາຕ່າງປະເທດສາມາດເປີດບັນຊີເງິນຝາກເປັນເງິນກີບໂດຍຜ່ານການແລກປ່ຽນເງິນຕາຕ່າງປະເທດນໍາທະນາຄານທຸລະກິດແລະສາມາດຖອນ,ຮັບດອກເບ້ຍເປັນເງິນກີບແລະນໍາໃຊ້ເງິນກີບໃນບັນຊີນັ້ນແລກປ່ຽນເປັນເງິນຕາຕ່າງປະເທດໄດ້.

ມາດຕາ16ການເປີດບັນຊີເງິນຝາກຢູ່ຕ່າງປະເທດ ຜູ້ມີພູມລໍາເນົາຢູ່ສປປລາວສາມາດເປີດບັນຊີເງິນຝາກຂອງຕົນຢູ່ຕ່າງປະເທດຕາມການອະນຸຍາດຂອງທະນາຄານແຫ່ງສປປລາວເຂົ້າໃນເປົ້າໝາຍດັ່ງນີ້: 1.ທຸລະກິດຜ່ານແດນເປັນຕົ້ນການຂົນສົ່ງທາງບົກ,ທາງອາກາດແລະທາງນໍ້າ,ການໄປສະນີ,ການປະກັນໄພ,ການທ່ອງທ່ຽວ,ການນໍາແຮງງານອອກແລະການຮັບເໝົາໂຄງການຢູ່ຕ່າງປະເທດ; 2.ການຮອງຮັບເງິນກູ້ແລະຊໍາລະເງິນກູ້ລວມທັງສິນເຊື່ອການຄ້າກັບຕ່າງປະເທດ; 3.ການສ້າງຕັ້ງສາຂາຫຼືຫ້ອງການຜູ້ຕາງໜ້າຢູ່ຕ່າງປະເທດຕາມການອະນຸຍາດຂອງອົງການທີ່ກ່ຽວຂ້ອງ; 4.ການລົງທຶນຢູ່ຕ່າງປະເທດ; 5.ເປົ້າໝາຍອື່ນຕາມລະບຽບການຂອງທະນາຄານແຫ່ງສປປລາວ. ສໍາລັບນັກສຶກສາ,ນັກການທູດແລະພະນັກງານທີ່ຖືກມອບໝາຍໃຫ້ໄປເຮັດວຽກຢູ່ຕ່າງປະເທດສາມາເປີດບັນຊີເງິນຝາກຢູ່ຕ່າງປະເທດໂດຍບໍ່ຕ້ອງຂໍອະນຸຍາດຈາກທະນາຄານແຫ່ງສປປລາວ.

ມາດຕາ17ລາຍຮັບເປັນເງິນຕາຕ່າງປະເທດ ຜູ້ມີພູມລໍາເນົາຢູ່ສປປລາວທີ່ດໍາເນີນທຸລະກິດກັບຕ່າງປະເທດຊຶ່ງມີລາຍຮັບເປັນເງິນຕາຕ່າງປະເທດຕ້ອງໂອນລາຍຮັບດັ່ງກ່າວເຂົ້າບັນຊີຂອງຕົນທີ່ເປີດຢູ່ທະນາຄານທຸລະກິດທີ່ຕັ້ງຢູ່ສປປລາວ. ທຸກລາຍຮັບງົບປະມານແຫ່ງລັດທີ່ເປັນເງິນຕາຕ່າງປະເທດໃຫ້ຝາກໄວ້ຢູ່ທະນາຄານແຫ່ງສປປລາວ,ເມື່ອຕ້ອງການນໍາໃຊ້ຢູ່ພາຍໃນປະເທດຕ້ອງຂາຍເງິນຕາຕ່າງປະເທດໃຫ້ທະນາຄານແຫ່ງສປປລາວຕາມຕັດຕາແລກປ່ຽນຂອງທະນາຄານແຫ່ງສປປລາວທີ່ປະກາດໃຊ້ໃນແຕ່ລະວັນ.

ໝວດທີ4ການດໍາເນີນທຸລະກິດເງິນຕາຕ່າງປະເທດ

ມາດຕາ18ທຸລະກິດເງິນຕາຕ່າງປະເທດ ທຸລະກິດເງິນຕາຕ່າງປະເທດປະກອບດ້ວຍທຸລະກິດແລກປ່ຽນເງິນຕາແລະທຸລະກິດນໍາເຂົ້າສົ່ງອອກຄໍາທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດ.

ມາດຕາ19ການຂໍອະນຸຍາດດໍາເນີນທຸລະກິດເງິນຕາຕ່າງປະເທດ ບຸກຄົນຫຼືນິຕິບຸກຄົນທີ່ມີຈຸດປະສົງດໍາເນີນທຸລະກິດເງິນຕາຕ່າງປະເທດຕ້ອງຍື່ນຄໍາຮ້ອງແລະເອກະສານປະກອບຂໍອະນຸຍາດດໍາເນີນທຸລະກິດເງິນຕາຕ່າງປະເທດນໍາຂະແໜງການອຸດສາຫະກໍາແລະການຄ້າແລະໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວ. ສໍາລັບເງື່ອນໄຂການຂໍອະນຸຍາດດໍາເນີນທຸລະກິດເງິນຕາຕ່າງປະເທດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ20ການພິຈາລະນາຂໍອະນຸຍາດດໍາເນີນທຸລະກິດເງິນຕາຕ່າງປະເທດ. ພາຍຫຼັງໄດ້ຮັບຄໍາຮ້ອງແລະເອກະສານປະກອບຂໍອະນຸຍາດດໍາເນີນທຸລະກິດຈາກຂະແໜງການອຸດສາຫະກໍາແລະການຄ້າແລ້ວທະນາຄານແຫ່ງສປປລາວຈະຄົ້ນຄວ້າແລະພິຈາລະນາພາຍໃນກໍານົດເວລາສິບຫ້າວັນລັດຖະການສໍາລັບທຸລະກິດແລກປ່ຽນເງິນຕາແລະສາມສິບວັນລັດຖະການສໍາລັບທຸລະກິດນໍາເຂົ້າສົ່ງອອກຄໍາທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະລະຫວ່າງປະເທດນັບແຕ່ວັນໄດ້ຮັບຄໍາຮ້ອງແລະເອກະສານປະກອບຄົບຖ້ວນແລະຖືກຕ້ອງຕາມລະບຽບການ.

ພາກທີ3ການກູ້ຢືມເງິນ,ເງິນຊ່ວຍເຫຼືອລ້າແລະການນໍາທຶນເຂົ້າອອກສປປລາວ

ໝວດທີ1ການກູ້ຢືມແລະການຊ່ວຍເຫຼືອລ້າ

ມາດຕາ21ການກູ້ຢືມເງິນຈາກຕ່າງປະເທດຂອງລັດຖະບານ ກະຊວງການເງິນເປັນຜູ້ຕາງໜ້າລັດຖະບານໃນການເຊັນສັນຍາກູ້ຢືມເງິນຫຼືອອກໜັງສືຄໍ້າປະກັນໃນການກູ້ຢືມເງິນຈາກຕ່າງປະເທດຂອງລັດຖະບານແລະມີໜ້າທີ່ຄຸ້ມຄອງຕິດຕາມກວດກາການຈັດຕັ້ງປະຕິບັດສັນຍາກູ້ຢືມລວມທັງເປີດບັນຊີເງິນຝາກຂອງລັດຖະບານຢູ່ຕ່າງປະເທດ,ການນໍາໃຊ້ເງິນກູ້ຂອງລັດຖະບານພ້ອມທັງແຈ້ງການກູ້ຢືມເງິນດັ່ງກ່າວໃຫ້ທະນາຄານແຫ່ງສປປລາວຢ່າງເປັນລາຍລັກອັກສອນ. ເງິນກູ້ຢືມຈາກຕ່າງປະເທດຂອງລັດຖະບານຕ້ອງລວມສູນເຂົ້າບັນຊີເງິນຝາກຂອງກະຊວງການເງິນຫຼືບັນຊີໂຄງການຂອງລັດຖະບານທີ່ເປີດໄວ້ນໍາທະນາຄານແຫ່ງສປປລາວ.ເງິນກູ້ດັ່ງກ່າວສາມາດນໍາໃຊ້ຊໍາລະກັບຕ່າງປະເທດໂດຍກົງຫຼືແລກປ່ຽນເອົາເງິນກີບນໍາທະນາຄານແຫ່ງສປປລາວເພື່ອນໍາໃຊ້ຢູ່ພາຍໃນປະເທດ.

ມາດຕາ22ການຄຸ້ມຄອງເງິນຊ່ວຍເຫຼືອລ້າ ກະຊວງການເງິນມີໜ້າທີ່ຄຸ້ມຄອງຢ່າງລວມສູນແລະສະຫຼຸບສັງລວມມູນຄ່າການຊ່ວຍເຫຼືອລ້າຈາກຕ່າງປະເທດລວມທັງການຊ່ວຍເຫຼືອຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານທີ່ເປັນເງິນແລະວັດຖຸໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.ສໍາລັບເງິນຊ່ວຍເຫຼືອລ້າທີ່ເປັນເງິນຕາຕ່າງປະເທດຕ້ອງນໍາເຂົ້າມາລວມສູນຢູ່ໃນບັນຊີເງິນຝາກຂອງກະຊວງການເງິນທີ່ເປີດໄວ້ນໍາທະນາຄານແຫ່ງສປປລາວ. ກະຊວງການເງິນມີໜ້າທີ່ຕິດຕາມ,ກວດກາແລະສະຫຼຸບສັງລວມມູນຄ່າການຊ່ວຍເຫຼືອລ້າໃຫ້ແກ່ຕ່າງປະເທດຂອງລັດຖະບານ,ນິຕິບຸກຄົນແລະການຈັດຕັ້ງລວມທັງອົງການຈັດຕັ້ງສັງຄົມຂອງສປປລາວ.

ມາດຕາ23ການໃຫ້ກູ້ຫຼືຮັບເງິນກູ້ແລະສິນເຊື່ອການຄ້າກັບຕ່າງປະເທດ ຜູ້ມີພູມລໍາເນົາຢູ່ສປປລາວກ່ອນໃຫ້ກູ້ຫຼືຮັບເງິນກູ້ແລະສິນເຊື່ອການຄ້າກັບຕ່າງປະເທດຕ້ອງຂໍອະນຸຍາດຈາກທະນາຄານແຫ່ງສປປລາວຊຶ່ງທຸລະກໍາດັ່ງກ່າວຕ້ອງດໍາເນີນຜ່ານລະບົບທະນາຄານພ້ອມທັງລາຍງານໃຫ້ທະນາຄານແຫ່ງສປປລາວກ່ຽວກັບການຊໍາລະສະສາງເງິນກູ້ແລະສິນເຊື່ອການຄ້ານັ້ນຈົນກວ່າຈະຄົບຖ້ວນຕາມສັນຍາ.

ໝວດທີ2ການນໍາທຶນເຂົ້າອອກສປປລາວ

ມາດຕາ24ການນໍາທຶນເຂົ້າມາລົງທຶນຂອງຕ່າງປະເທດ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງຂອງຕ່າງປະເທດທີ່ມີຈຸດປະສົງມາລົງທຶນຢູ່ສປປລາວຕ້ອງນໍາເງິນທຶນເຂົ້າມາຜ່ານລະບົບທະນາຄານແລະເປີດບັນຊີເງິນຝາກນໍາທະນາຄານທຸລະກິດທີ່ຕັ້ງຢູ່ສປປລາວ.ການນໍາທຶນທີ່ເປັນເງິນຕາຕ່າງປະເທດແລະເປັນວັດຖຸເຂົ້າມາຕົວຈິງນັ້ນຕ້ອງນໍາເອກະສານມາຢັ້ງຢືນນໍາທະນາຄານແຫ່ງສປປລາວຕາມລະບຽບການ. ທຶນເປັນວັດຖຸແມ່ນມູນຄ່າຄວາມວັດຖຸປະກອນທີ່ຜູ້ລົງທຶນໄດ້ຊື້ແລະຊໍາລະຢູ່ຕ່າງປະເທດແລ້ວນໍາເຂົ້າມາຢ່າງຖືກຕ້ອງຕາມກົດໝາຍຂອງສປປລາວເພື່ອຮັບໃຊ້ການດໍາເນີນທຸລະກິດໂດຍກົງ.ສ່ວນວັດຖຸທີ່ນໍາເຂົ້າໂດຍນໍາໃຊ້ເງິນຢູ່ພາຍໃນສປປລາວຊໍາລະຈະບໍ່ຖືວ່າແມ່ນເປັນທິນວັດຖຸ.ການແຈ້ງທຶນເປັນວັດຖຸຕ້ອງມີເອະສານທີ່ຕັດພັນກັບການນໍາເຂົ້າວັດຖຸປະກອນຈາກພາກສ່ວນທີ່ກ່ຽວຂ້ອງຕາມລະບຽບການ. ໃນກໍລະນີນໍາທຶນເຂົ້າາລົງທຶນເປັນເງິນສົດຕ້ອງມີໃບຢັ້ງຢືນແຈ້ງເງິນສົດຈາກເຈົ້າໜ້າທີ່ພາສີປະຈໍາດ່ານແລະເອກະສານທີ່ກ່ຽວຂ້ອງ.

ມາດຕາ25ການນໍາທຶນອອກໄປລົງທຶນຢູ່ຕ່າງປະເທດ ຜູ້ມີພູມລໍາເນົາຢູ່ສປປລາວທີ່ຕ້ອງການນໍາທຶນອອກໄປລົງທຶນຢູ່ຕ່າງປະເທດຕ້ອງໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວບົນພື້ນຖານການເຫັນດີຈາກອົງການທີ່ກ່ຽວຂ້ອງ.

ພາກທີ4ດຸນຊໍາລະກັບຕ່າງປະເທດ

ມາດຕາ26ດຸນຊໍາລະກັບຕ່າງປະເທດ ດຸນຊໍາລະກັບຕ່າງປະເທດແມ່ນການແລກປ່ຽນກິດຈະກໍາທາງດ້ານເສດຖະກິດລະຫວ່າງຜູ້ມີແລະຜູ້ບໍ່ມີພູມລໍາເນົາຢູ່ສປປລາວເປັນຕົ້ນການຊື້ຂາຍ,ແລກປ່ຽນສິນຄ້າແລະບໍລິການ,ການໂອນເງິນຊ່ວຍເຫຼືອ,ການໂອນກໍາມະສິດຊັບສິນແລະໜີ້ສິນ,ການກູ້ຢືມແລະການຊໍາລະຄືນ,ການໄຫຼເຂົ້າອອກຂອງເງິນທຶນລະຫວ່າງປະເທດໃນໄລຍະເວລາໃດໜຶ່ງ.

ມາດຕາ27ການສັງລວມສະຖິຕິແລະສ້າງແຜນດຸນຊໍາລະກັບຕ່າງປະເທດ ທະນາຄານແຫ່ງສປປລາວມີໜ້າທີ່ສັງລວມສະຖິຕິແລະສ້າງແຜນດຸນຊໍາລະກັບຕາງປະເທດຂອງລະບົບເສດຖະກິດແຫ່ງຊາດເພື່ອຄຸ້ມຄອງເສດຖະກິດມະຫາພາກໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ. ຜູ້ມີແລະບໍ່ມີພູມລໍາເນົາຢູ່ສປປລາວທີ່ມີລາຍຮັບລາຍຈ່າຍເປັນເງິນຕາຕ່າງປະເທດຕ້ອງໃຫ້ຄວາມຮ່ວມມື,ສະຫຼຸບແລະລາຍງານຂໍ້ມູນໃຫ້ທະນາຄານແຫ່ງສປປລາວ.

ພາກທີ5ຂໍ້ຫ້າມ

ມາດຕາ28ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ເຄື່ອນໄຫວທຸລະກິດແລະດໍາເນີນທຸລະກໍາຢູ່ສປປລາວມີພຶດຕິກໍາດັ່ງນີ້: 1.ຮັບຊໍາລະແລະຊໍາລະຄ່າສິນຄ້າ,ຄ່າບໍລິການ,ຊໍາລະໜີ້,ເບີກຈ່າຍເງິນເດືອນ,ປະຕິບັດພັນທະຕໍ່ລັດ,ກໍານົດມູນຄ່າໃນສັນຍາ,ຕິດປະກາດແລະໂຄສະນາລາຄາແລະຄ່າອື່ນໃນສປປລາວເປັນເງິນຕາຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ; 2.ດໍາເນີນທຸລະກິດເງິນຕາຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ; 3.ແລກປ່ຽນເງິນຕາກັບບຸກຄົນ,ນິຕິບຸກຄົນແລະ/ຫຼືຫົວໜ່ວຍທຸລະກິດທີ່ບໍ່ໄດ້ຮັບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຕາມກົດໝາຍແລະລະບຽບການ; 4.ກໍານົດແລະຕິດປະກາດອັດຕາແລກປ່ຽນໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວ; 5.ປັນປ່ວນອັດຕາແລກປ່ຽນທີ່ສົ່ງຜົນເສຍຫາຍຕໍ່ລະບົບເສດຖະກິດຂອງປະເທດ; 6.ນໍາເງິນຕາເງິນເງິນສົດທີ່ມີມູນຄ່າເກີນລະບຽບການກໍານົດໄວ້ເຂົ້າສປປລາວໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງແລະອອກສປປລາວໂດຍບໍ່ໄດ້ຮັບອະນຸຍາດ; 7.ເປີດບັນຊີເງິນຝາກຢູ່ຕ່າງປະເທດໂດຍບໍ່ສອດຄ່ອງກັບມາດຕາ16ຂໍ້1ຫາ5ຂອງກົດໝາຍສະບັບນີ້; 8.ໃຫ້ກູ້ຫຼືຮັບເງິນກູ້ແລະສິນເຊື່ອການຄ້າກັບຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວ; 9.ປິດບັງຄວາມຜິດຫຼືໃຫ້ການຮ່ວມມືໃນການກະທໍາຜິດກ່ຽວກັບເງິນຕາ; 10.ຂັດຂວາງ,ປະຕິເສດການຮ່ວມມືກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການເຄື່ອນໄຫວວຽກງານຄຸ້ມຄອງເງິນຕາຕ່າງປະເທດ; 11.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ29ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດເງິນຕາຕ່າງປະເທດ ຫ້າມຜູ້ດໍາເນີນທຸລະກິດເງິນຕາຕ່າງປະເທດມີພຶດຕິກໍາດັ່ງນີ້: 1.ເຄື່ອນໄຫວທຸລະກິດເງິນຕາຕ່າງປະເທດໂດຍບໍ່ສອດຄ່ອງກັບກົດໝາຍແລະລະບຽບການຫຼືຂອບເຂດທີ່ໄດ້ຮັບອະນຸຍາດ; 2.ໃຫ້ສິນບົນແກ່ເຈົ້າໜ້າທີ່ຫຼືພະນັກງານຂອງລັດ; 3.ປິດບັງຂໍ້ມູນ,ລາຍງານຂໍ້ມູນບໍ່ຖືກຕ້ອງຫຼືປອມແປງເອກະສານໃນການດໍາເນີນທຸລະກິດເງິນຕາຕ່າງປະເທດ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ30ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຫຼືພະນັກງານຂອງລັດ ຫ້າມເຈົ້າໜ້າທີ່ຫຼືພະນັກງານຂອງລັດມີພຶດຕິກໍາດັ່ງນີ້ 1.ດໍາເນີນທຸລະກິດ,ເປັນທີ່ປຶກສາ,ເປັນພະນັກງານວິຊາການໃຫ້ແກ່ຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດເງິນຕາຕ່າງປະເທດທີ່ພົວພັນກັບຄວາມຮັບຜິດຊອບຂອງຕົນ; 2.ເປີດເຜີຍຂໍ້ມູນທີ່ເປັນຄວາມລັບຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນກ່ອນໄດ້ຮັບອະນຸຍາດ; 3.ທວງເອົາ,ຂໍເອົາ,ຮັບສິນບົນ,ລໍາອຽງ,ກົດໜ່ວງຖ່ວງດຶງ,ສົມຮູ້ຮ່ວມຄິດ,ປອມແປງເອກະສານກ່ຽວກັບວຽກງານເງິນຕາຕ່າງປະເທດ; 4.ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວແລະ/ຫຼືໝູ່ຄະນະກ່ຽວກັບເງິນຕາຕ່າງປະເທດລວມທັງການດໍາເນີນທຸລະກິດທີ່ກ່ຽວຂ້ອງ; 5.ເມີນເສີຍຕໍ່ຄວາມຮັບຜິດຊອບຂອງຕົນ,ຕໍ່ພຶດຕິກໍາທີ່ບໍ່ຖືກຕ້ອງຂອງຜູ້ດໍາເນີນທຸລະກິດເງິນຕາຕ່າງປະເທດ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ພາກທີ6ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ31ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບເງິນຕາຕ່າງປະເທດໃຫ້ດໍາເນີນຕາມຮູບການໃດໜຶ່ງດັ່ງນີ້: 1.ການແກ້ໄຂດ້ວຍການປະນີປະນອມກັນ; 2.ການແກ້ໄຂທາງບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການແກ້ໄຂໂດຍສານປະຊາຊົນ; 5.ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ32ການແກ້ໄຂດ້ວຍການປະນີປະນອມກັນ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບເງິນຕາຕ່າງປະເທດລວມທັງການດໍາເນີນທຸລະກິດເງິນຕາຕ່າງປະເທດຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງດັ່ງກ່າວດ້ວຍການປຶກສາຫາລືແລະປະນີປະນອມກັນເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ມາດຕາ33ການແກ້ໄຂທາງບໍລິຫານ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບເງິນຕາຕ່າງປະເທດລວມທັງການດໍາເນີນທຸລະກິດເງິນຕາຕ່າງປະເທດທີ່ມີລັກສະນະບໍລິຫານຊຶ່ງຢູ່ພາຍໃຕ້ຂອບເຂດຄວາມຮັບຜິດຊອບຂອງທະນາຄານແຫ່ງສປປລາວແລະພາກສ່ວນທີ່ກ່ຽວຂ້ອງ,ຄູ່ກໍລະນີສາມາດສະເໜີຕໍ່ຂະແໜງການດັ່ງກ່າວເພື່ອພິຈາລະນາແກ້ໄຂຕາມກົດໝາຍ.

ມາດຕາ34ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບເງິນຕາຕ່າງປະເທດລວມທັງການດໍາເນີນທຸລະກິດເງິນຕາຕ່າງປະເທດຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເມື່ອມີການຕົກລົງກັນເພື່ອພິຈາລະນາແກ້ໄຂຕາມກົດໝາຍ.

ມາດຕາ35ການແກ້ໄຂໂດຍສານປະຊາຊົນ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບເງິນຕາຕ່າງປະເທດລວມທັງການດໍາເນີນທຸລະກິດເງິນຕາຕ່າງປະເທດຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມກົດໝາຍ.

ມາດຕາ36ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານເງິນຕາຕ່າງປະເທດທີ່ມີລັກສະນະສາກົນໃຫ້ປະຕິບັດຕາມກົດໝາຍຂອງສປປລາວຫຼືສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ7ການຄຸ້ມຄອງແລະກວດກາວຽກງານເງິນຕາຕ່າງປະເທດ

ໝວດທີ1ການຄຸ້ມຄອງວຽກງານເງິນຕາຕ່າງປະເທດ

ມາດຕາ37ອົງການຄຸ້ມຄອງວຽກງານເງິນຕາຕ່າງປະເທດ ລັດຖະບານແຫ່ງສປປລາວຄຸ້ມຄອງວຽກງານເງິນຕາຕ່າງປະເທດຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ທະນາຄານແຫ່ງສປປລາວເປັນຜູ້ຮັບຜິດຊອບໂດຍກົງແລະເປັນໃຈກາງໃນການປະສານສົມທົບກັບກະຊວງການເງິນ,ກະຊວງອຸດສາຫະກໍາແລະການຄ້າ,ກະຊວງແຜນການແລະການລົງທຶນແລະກະຊວງປ້ອງກັນຄວາມສະຫງົບ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ມາດຕາ38ສິດແລະໜ້າທີ່ຂອງທະນາຄານແຫ່ງສປປລາວ ທະນາຄານແຫ່ງສປປລາວມີສິດແລະໜ້າທີ່ໃນການຄຸ້ມຄອງວຽກງານເງິນຕາຕ່າງປະເທດດັ່ງນີ້: 1.ຄົ້ນຄວ້າສ້າງແຜນຍຸດທະສາດ,ນະໂຍບາຍ,ກົດໝາຍກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດເພື່ອສະເໜີລັດຖະບານພິຈາລະນາ; 2.ອະນຸຍາດ,ໂຈະຫຼືຍຸບເລີກການດໍາເນີນທຸລະກິດເງິນຕາຕ່າງປະເທດ,ການເປີດບັນຊີເງິນຝາກຢູ່ຕ່າງປະເທດ,ການໃຫ້ກູ້ຫຼືຮັບເງິນກູ້ແລະສິນເຊື່ອການຄ້າກັບຕ່າງປະເທດພ້ອມທັງຕິດຕາມກວດກາຫົວໜ່ວຍທຸລະກິດດັ່ງກ່າວ; 3.ໂຄສະນາ,ເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບວຽກງານເງິນຕາຕ່າງປະເທດແລະປູກຈິດສໍານຶກໃຫ້ແກ່ສັງຄົມໃນການນໍາໃຊ້ເງິນກີບ; 4.ສ້າງ,ບໍາລຸງ,ຈັດຝຶກອົບຮົມແລະຍົກລະດັບຄວາມຮູ້ກ່ຽວກັບວຽກງານເງິນຕາຕ່າງປະເທດໃຫ້ແກ່ພະນັກງານແລະການຈັດຕັ້ງທີ່ກ່ຽວຂ້ອງຂອງຕົນ; 5.ເກັບກໍາ,ສັງລວມຂໍ້ມູນກ່ຽວກັບວຽກງານເງິນຕາຕ່າງປະເທດ; 6.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດກົດໝາຍແລະລະບຽບການກ່ຽວກັບວຽກງານເງິນຕາຕ່າງປະເທດ; 7.ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ; 8.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານເງິນຕາຕ່າງປະເທດໃຫ້ລັດຖະບານຢ່າງເປັນປົກກະຕິ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ39ສິດແລະໜ້າທີ່ຂອງບັນດາກະຊວງ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນ ບັນດາກະຊວງ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ຂອງຕົນໃນການຄຸ້ມຄອງວຽກງານເງິນຕາຕ່າງປະເທດດັ່ງນີ້: 1.ກະຊວງການເງິນມີສິດແລະໜ້າທີ່ໃນການຄຸ້ມຄອງ,ຕິດຕາມ,ກວດກາການນໍາໃຊ້ເງິນກູ້ແລະການຄໍ້າປະກັນເງິນກູ້ຂອງລັດຖະບານລວມທັງເງິນຊ່ວຍເຫຼືອລ້າທີ່ສະໜອງໃຫ້ແກ່ລັດຖະບານ,ຮັບແຈ້ງການນໍາເງິນຕາເຂົ້າອອກສປປລາວພ້ອມທັງນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຕາມພາລະບົດບາດຂອງຕົນ; 2.ກະຊວງອຸດສາຫະກໍາແລະການຄ້າມີສິດແລະໜ້າທີ່ໃນການຄຸ້ມຄອງ,ຕິດຕາມການໂຄສະນາ,ການກໍານົດລາຄາສິນຄ້າ,ຄ່າບໍລິການແລະຄ່າອື່ນໃຫ້ເປັນເງິນກີບພ້ອມທັງນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຕາມພາລະບົດບາດຂອງຕົນ; 3.ກະຊວງແຜນການແລະການລົງທຶນມີສິດແລະໜ້າທີ່ໃນການຄຸ້ມຄອງ,ຕິດຕາມການນໍາທຶນເຂົ້າຂອງຜູ້ລົງທຶນຕ່າງປະເທດແລະການໄປລົງທຶນຢູ່ຕ່າງປະເທດຂອງຜູ້ມີພູມລໍາເນົາຢູ່ສປປລາວຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຕາມພາລະບົດບາດຂອງຕົນ; 4.ກະຊວງປ້ອງກັນຄວາມສະຫງົບມີສິດແລະໜ້າທີ່ໃນການຄຸ້ມຄອງ,ຕິດຕາມການນໍາໃຊ້ແລະແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວພ້ອມທັງນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຕາມພາລະບົດາດຂອງຕົນ; 5.ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງມີສິດດແລະໜ້າທີ່ປະກອບສ່ວນໃນການຄຸ້ມຄອງ,ຕິດຕາມການເຄື່ອນໄຫວກ່ຽວກັບວຽກງານເງິນຕາຕ່າງປະເທດ,ສະໜອງຂໍ້ມູນແລະໃຫ້ການຮ່ວມມືກັບທະນາຄານແຫ່ງສປປລາວລວມທັງອົງການຄຸ້ມຄອງອື່ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ37ຂອງກົດໝາຍສະບັບນີ້ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

ໝວດທີ2ການກວດກາວຽກງານເງິນຕາຕ່າງປະເທດ

ມາດຕາ40ອົງການກວດກາວຽກງານເງິນຕາຕ່າງປະເທດ ອົງການກວດກາວຽກງານເງິນຕາຕ່າງປະເທດປະກອບດ້ວຍ: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານເງິນຕາຕ່າງປະເທດຕາມທີ່ໄດ້ກໍານົດໄວ້ໃນມາດຕາ37ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ສື່ມວນຊົນແລະປະຊາຊົນ.

ມາດຕາ41ເນື້ອໃນການກວດກາ ການກວດກາວຽກງານເງິນຕາຕ່າງປະເທດມີເນື້ອໃນຕົນຕໍດັ່ງນີ້: 1.ການປະຕິບັດກົດໝາຍກ່ຽວກັບການຄຸ້ມຄອງວຽກງານເງິນຕາຕ່າງປະເທດແລະກົດໝາຍອື່ນທີ່ກ່ຽວຂ້ອງ; 2.ການປະຕິບັດສິດແລະໜ້າທີ່ຂອງອົງການຄຸ້ມຄອງລວມທັງການນໍາໃຊ້ມາດຕະການທາງດ້ານກົດໝາຍຕໍ່ຜູ້ລະເມີດ; 3.ການເຄື່ອນໄຫວທຸລະກິດແລະດໍາເນີນທຸລະກໍາເງິນຕາຕ່າງປະເທດ.

ມາດຕາ42ຮູບການການກວດກາ ການກວດກາມີສາມຮູບການດັ່ງນີ້: 1.ການກວດກາຢ່າງເປັນປົກກະຕິຊຶ່ງແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການກວດການອກແຜນເມື່ອເຫັນວ່າມີຄວາມຈໍາເປັນ; 3.ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາໂດຍຮີບດ່ວນ,ບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ. ໃນການດໍາເນີນການກວດກາວຽກງານເງິນຕາຕ່າງປະເທດຕ້ອງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍແລະລະບຽບການຢ່າງເຂັ້ມງວດ. ໃນການກວດການັ້ນເຈົ້າໜ້າທີ່ທີ່ກ່ຽວຂ້ອງມີສິດສອບຖາມ,ກວດກາເອກະສານກ່ຽວກັບການດໍາເນີນທຸລະກິດເງິນຕາຕ່າງປະເທດເມື່ອເຫັນວ່າມີຄວາມຈໍາເປັນ.

ມາດຕາ43ສິດແລະໜ້າທີ່ຂອງອົງການກວດກາວຽກງານເງິນຕາຕ່າງປະເທດ ອົງການກວດກາວຽກງານເງິນຕາຕ່າງປະເທດມີສິດແລະໜ້າທີ່ກວດກາຕາມເນື້ອໃນທີ່ໄດ້ກໍານົດໄວ້ໃນມາດຕາ41ຂອງກົດໝາຍສະບັບນີ້ໂດຍມີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

ມາດຕາ44ການລາຍງານຜົນການກວດກາ ທະນາຄານທຸລະກິດ,ສະຖາບັນການເງິນອື່ນ,ຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດເງິນຕາຕ່າງປະເທດຕ້ອງລາຍງານການດໍາເນີນທຸລະກິດຂອງຕົນຕໍ່ທະນາຄານແຫ່ງສປປລາວຕາມລະບຽບການທີ່ວາງອອກໃນແຕ່ລະໄລຍະ. ທະນາຄານແຫ່ງສປປລາວເກັບກໍາ,ສັງລວມຜົນຂອງການກວດກາການຈັດຕັ້ງປະຕິບັດວຽກງານເງິນຕາຕ່າງປະເທດຂອງສະຖາບັນການເງິນອື່ນ,ບັນດາກະຊວງ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນເພື່ອສະຫຼຸບລາຍງານໃຫ້ລັດຖະບານຢ່າງເປັນປົກກະຕິ.

ພາກທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ45ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍແລະນະຖຍບາຍອື່ນຕາມລະບຽບການ.

ມາດຕາ46ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້,ກົດໝາຍແລະລະບຽບການອື່ນກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດທີ່ສ້າງຄວາມເສຍຫາຍແກ້ລັດແລະສັງຄົມຈະຖືກປະຕິບັດມາດຕະການສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຮັບຜິດຊອບທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກ.

ມາດຕາ47ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້,ກົດໝາຍແລະລະບຽບການອື່ນກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດເປັນຄັ້ງທໍາອິດມີລັກສະນະເບົາຈະຖືກສຶກສາອົບຮົມ,ກ່າວເຕືອນຈາກອົງການທີ່ກ່ຽວຂ້ອງພ້ອມທັງບັນທຶກເປັນລາຍລັກອັກສອນ.

ມາດຕາ48ມາດຕະການທາງວິໄນ ເຈົ້າໜ້າທີ່ຫຼືພະນັກງານຂອງລັດທີ່ລະເມີດຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາ30ຂອງກົດໝາຍສະບັບນີ້,ກົດໝາຍແລະລະບຽບການອື່ນກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກລົງວິໄນຕາມແຕ່ລະກໍ່ລະນດັ່ງນີ້: 1.ກ່າວເຕືອນໂດຍບັນທຶກໄວ້ໃນສໍານວນເອກະສານຊີວະຫະຫວັດຂອງຜູ້ກ່ຽວ; 2.ໂຈະການເລື່ອຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3.ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າ; 4.ໃຫ້ອອກຈາກການເປັນລັດຖະກອນໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ຖືກລົງວິໄນຕ້ອງມອບຊັບສິນທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນໃຫ້ແກ່ການຈັດຕັ້ງຢ່າງຄົບຖ້ວນ.

ມາດຕາ49ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້,ກົດໝາຍແລະລະບຽບການອື່ນກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດຈະຖືກປັບໃໝຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງຕາມແຕ່ລະກໍລະນີດັ່ງນີ້: 1.ຕິດປະກາດຫຼືໂຄສະນາລາຄາແລະຄ່າອື່ນໃນສປປລາວເປັນເງິນຕາຕ່າງປະເທດຈະຖືກປັບໃໝໜຶ່ງລ້ານກີບຕໍ່ຄັ້ງ; 2.ຮັບຊໍາລະຫຼືຊໍາລະຄ່າສິນຄ້າ,ຄ່າບໍລິການ,ຊໍາລະໜີ້,ເບີກຈ່າຍເງິນເດືອນ,ປະຕິບັດພັນທະຕໍ່ລັດເປັນເງິນຕາຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດຈະຖືກປັບໃໝສາມລ້ານກີບຕໍ່ຄັ້ງ; 3.ດໍາເນີນທຸລະກິດເງິນຕາຕ່າງປະເທດຫຼືແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດຈະຖືກປັບໃໝສາມສິບລ້ານກີບ; 4.ກໍານົດ,ຕິດປະກາດຫຼືປະຕິບັດອັດຕາແລກປ່ຽນຂອງທະນາຄານທຸລະກິດ,ຮ້ານແລກປ່ຽນເງິນຕາຫຼືສະຖານທີ່ບໍລິການທີ່ກ່ຽວຂ້ອງທີ່ບໍ່ຖືກຕ້ອງຕາມລະບຽບການຈະຖືກປັບໃໝຫ້າລ້ານກີບຕໍ່ຄັ້ງ; 5.ເປີດບັນຊີເງິນຝາກຢູ່ຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວຈະຖືກປັບໃໝຊາວລ້ານກີບ; 6.ບໍ່ລາຍງານຕາມທີ່ໄດ້ກໍານົດໄວ້ໃນມາດຕາ27ຂອງກົດໝາຍສະບັບນີ້ຫຼືລາຍງານຂໍ້ມູນບໍ່ຖືກຕ້ອງຕາມຄວາມເປັນຈິງຈະຖືກປັບໃໝຫ້າລ້ານກີບຕໍ່ຄັ້ງ; 7.ໃຫ້ກູ້ຫຼືຮັບເງິນກູ້ແລະສິນເຊື່ອການຄ້າກັບຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດຄັ້ງທີໜຶ່ງຈະຖືກປັບໃໝສູນຈຸດໜຶ່ງສ່ວນຮ້ອຍຂອງມູນຄ່າເງິນກູ້ຫຼືສິນເຊື່ອການຄ້າ; 8.ນໍາເງິນສົດເປັນເງິນຕາຕ່າງປະເທດ,ເງິນສົດເປັນເງິນກີບເຂົ້າອອກສປປລາວທີ່ມີມູນຄ່າເກີນລະບຽບການໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີພາສີປະຈໍາດ່ານຫຼືບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວຄັ້ງທີໜຶ່ງຈະຖືກປັບໃໝຫາ້ສິບສ່ວນຮ້ອຍຂອງມູນຄ່າທີ່ລະເມີດ. ເມື່ອມີການລະເມີດຊໍ້າໃນແຕ່ລະກໍ່ລະນີຈະຖືກປັບໃໝສອງເທົ່າຂອງມູນຄ່າປັບໃໝໃນຄັ້ງຫຼ້າສຸດ.

ມາດຕາ50ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງໄດ້ສ້າງຄວາມເສຍຫາຍແກ່ລະບົບເສດຖະກິດ,ການເງິນແລະເງິນຕາຂອງສປປລາວແລະຜູ້ອື່ນຕ້ອງໄດ້ໃຊ້ແທນຄ່າເສຍຫາຍຕາທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ51ມາດຕະການທາງອາຍາ ບຸກຄົນທີ່ລະເມີດກົດໝາຍສະບັບນີ້ຊຶ່ງມີອົງປະກອບຂອງການກະທໍາຜິດທາງອາຍາແລະສ້າງຄວາມເສຍຫາຍແກ່ລະບົບເສດຖະກິດ,ການເງິນແລະເງິນຕາຂອງສປປລາວຈະຖືກລົງໂທດຕາມກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງອາຍາກ.

ມາດຕາ52ມາດຕະການທາງອາຍາຕໍ່ຜູ້ລະເມີດມາດຕະການປັບໃໝເປັນອາຈິນ ບຸກຄົນທີ່ລະເມີດມາດຕະການປັບໃໝເປັນອາຈິນຈະຖືກວ່າເປັນການກະທໍາຜິດທາງອາຍາແລະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະປັບໃແຕ່ສາມລ້ານກີບຫາສິບລ້ານກີບ.

ພາກທີ9ບົດບັນຍັດສຸດທ້າຍ

ມາດຕາ53ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມດຕາ54ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ