ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ10-11-2016

From Wikisource
Jump to navigation Jump to search

ການຄຸ້ມຄອງເຄມີ10-11-2016

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ການຕິດຕາມກວດກາການຈັດຕັ້ງແລະການເຄື່ອນໄຫວວຽກງານເຄມີເພື່ອຊຸກຍູ້ສົ່ງເສີມວຽກງານດັ່ງກ່າວໃຫ້ມີຄຸນນະພາບແລະໄດ້ມາດຕະຖານແນໃສ່ເຮັດໃຫ້ການດໍາເນີນທຸລະກິດແລະການນໍາໃຊ້ເຄມີຖືກຕ້ອງຕາມຫຼັກວິຊາການ,ມີປະສິດທິພາບ,ປະສິດທິຜົນແລະຮັບປະກັນຄວາມປອດໄພຕໍ່ສຸຂະພາບ,ຊີວິດ,ຊັບສິນ,ສິ່ງແວດລ້ອມແລະສັງຄົມ,ປະກອບສ່ວນເຂົ້າໃນການປຶກສາຮັກສາແລະພັດທະນາປະເທດຊາດໃຫ້ໄປຕາມທິດສີຂຽວແລະຍືນຍົງ.

ມາດຕາ2ການຄຸ້ມຄອງເຄມີ ການຄຸມຄອງເຄມີແມ່ນການຈັດຕັ້ງປະຕິບັດມາດຕະການກ່ຽວກັບການດໍາເນີນທຸລະກິດເຄມີແລະການນໍາໃຊ້ເຄມີໃຫ້ຖືກຕ້ອງຕາມເຕັກນິກວິຊາການເພື່ອຮັບປະກັນຄວາມປອດໄພຕໍ່ສຸຂະພາບ,ຊີວິດ,ຊັບສິນ,ສິ່ງແວດລ້ອມແລະສັງຄົມ.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ເຄມີໝາຍເຖິງທາດດ່ຽວ,ທາດປະສົມແລະທາດສົມປົນທີ່ເກີດຂຶ້ນຕາມທໍາມະຊາດຫຼືມະນຸດສ້າງຂຶ້ນຊຶ່ງຄົງຕົວໃນພາວະແຂງ,ແຫຼວຫຼືເປັນອາຍ; 2.ທາດດ່ຽວໝາຍເຖິງທາດບໍລິສຸດເນື້ອດຽວທີ່ບໍ່ສາມາດແຍກເປັນທາດອື່ນໄດ້; 3.ທາດປະສົມໝາຍເຖິງທາດທີ່ປະກອບດ້ວຍສອງທາດຂຶ້ນໄປປະສົມກັນທາງເຄມີໃນອັດຕາສ່ວນທີ່ແນ່ນອນເພື່ອການຄົງຕົວ; 4.ທາດສົມປົນໝາຍເຖິງທາດເຄມີສອງທາດຂຶ້ນໄປທີ່ປົນກັນໂດຍບໍ່ເກີດປະຕິກິລິຍາໃນສະພາບແວດລ້ອມປົກກະຕິ; 5.ເຄມີອັນຕະລາຍໝາຍເຖິງເຄມີທີ່ມີໜຶ່ງຫຼືຫຼາຍຄຸນລັກສະນະທີ່ເປັນອັນຕະລາຍທາງດ້ານວັດຖຸ,ຮ່າງກາຍແລະສິ່ງແວດລ້ອມຕາມລະບົບເອກະພາບສາກົນ; 6.ເຄມີເປັນພິດໝາຍເຖິງເຄມີໃດໜຶ່ງຊຶ່ງປະຕິກິລິຍາທາງເຄມີຂອງມັນກໍ່ໃຫ້ເກີດຜົນກະທົບຕໍ່ຂະບວນການມີຊີວິດເປັນເຫດໃຫ້ເສຍຊີວິດ,ບາດເຈັບ,ອໍາມະພາດຊົ່ວຄາວຫຼືຖາວອນ; 7.ເຄມີພື້ນຖານໝາຍເຖິງເຄມີທີ່ມີຄວາມສໍາຄັນແລະຈໍາເປັນຮັບໃຊ້ແກ່ການຜະລິດຢ່າງກວ້າງຂວາງແລະມີຜົນປະໂຫຍດສູງຕໍ່ການພັດທະນາເສດຖະກິດເປັນຕົ້ນເກືອກາລີ,ອາຊິດຊຸນຟູລິກ,ໂຊດຽມໄຮດຼົກຊາຍ; 8.ລະບົບເອກະພາບສາກົນໝາຍເຖິງລະບົບການກໍານົດຄຸນລັກສະນະຄວາມເປັນອັນຕະລາຍຂອງເຄມີແລະການຕິດສະຫຼາກທີ່ເປັນເອກະພາບກັນທົ່ວໂລກ; 9.ອຸບປະຕິເຫດຈາກເຄມີໝາຍເຖິງເຫດການທີ່ເກີດຂຶ້ນຈາກເຄມີເປັນຕົ້ນໄຟໄໝ້,ການລະເບີດ,ການຮົ່ວໄຫຼ,ການກະຈາຍແລະເຫດການອື່ນ; 10.ສິ່ງເສດເຫຼືອເຄມີໝາຍເຖິງສິ່ງເສດເຫຼືອຈາກການດໍາເນີນທຸລະກິດກ່ຽວກັບເຄມີ,ການນໍາໃຊ້ເຄມີແລະເຄມີທີ່ບໍ່ຕ້ອງການນໍາໃຊ້ຫຼືບໍ່ສາມາດນໍາໃຊ້ໄດ້ເປັນຕົ້ນພາຊະນະບັນຈຸ,ເຄມີເສຍຄຸນລັກສະນະ,ເຄມີຕົກຄ້າງແລະສິ່ງເສດເຫຼືອອັນຕະລາຍອື່ນກ່ຽວກັບເຄມີ; 11.ການບໍາບັດໝາຍເຖິງຂະບວນການຫຼຸດຜ່ອນມົນລະພິດທີ່ເກີດຈາກການດໍາເນີນທຸລະກິດກ່ຽວກັບເຄມີດ້ວຍການນໍາໃຊ້ເຕັກນິກ,ເຄື່ອງຈັກຫຼືວັດຖຸປະກອນຕ່າງໆ; 12.ການກໍາຈັດໝາຍເຖິງການຈູດເຜົາ,ການຝັງດິນ,ການແຍກປະເພດເພື່ອນໍາໃຊ້ເຂົ້າໃນຈຸດປະສົງໃດໜຶ່ງ; 13.ພາຊະນະບັນຈຸໝາຍເຖິງຖັງ,ຖົງ,ຂວດ,ແກັດແລະສິ່ງອື່ນທີ່ນໍາໃຊ້ບັນຈຸເຄມີ; 14.ການຫຸ້ມຫໍ່ໝາຍເຖິງການນໍາໃຊ້ໄມ້,ຢາງ,ເຈ້ຍ,ໂຟມ,ຂີ້ເລື່ອຍແລະສິ່ງອື່ນເພື່ອກັນແຕກຫຼືຮົ່ວໄຫຼ; 15.ຜູ້ນໍາໃຊ້ເຄມີໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ເຄມີເຂົ້າໃນວຽກງານຂອງຕົນເປັນຕົ້ນນໍາໃຊ້ເຂົ້າໃນການຄົ້ນຄວ້າ,ທົດລອງ,ຜະລິດ,ປຸງແຕ່ງ,ປູກຝັງ,ລ້ຽງສັດແລະປິ່ນປົວພະຍາດ.

ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານເຄມີ ລັດລົງທຶນເຂົ້າໃນການຄົ້ນຄວ້າ,ທົດລອງແລະການສຶກສາເພື່ອພັດທະນາເຕັກໂນໂລຊີກ່ຽວກັບເຄມີແລະເຄື່ອງມືອຸປະກອນທີ່ນໍາໃຊ້ເຂົ້າໃນການຕິດຕາມກວດກາວຽກງານເຄມີ. ລັດຊຸກຍູ້ແລະສົ່ງເີມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດລົງທຶນເຂົ້າໃນການພັດທະນາເຄມີພື້ນຖານທີ່ມີຄຸນຄ່າສູງຕໍ່ການພັດທະນາເສດຖະກິດສັງຄົມ,ນໍາໃຊ້ເຕັກໂນໂລຊີທີ່ເປັນມິດຕໍ່ສິ່ງແວດລ້ອມແລະດໍາເນີນທຸລະກິດເປັນຕົ້ນການບໍລິການບໍາບັດແລະການກໍາຈັດສິ່ງເສດເຫຼືອເຄມີເພື່ອຮັບປະກັນຄວາມປອດໄພຕໍ່ສຸຂະພາບ,ຊີວິດ,ຊັບສິນ,ສິ່ງແວດລ້ອມແລະສັງຄົມ,ສ້າງຈິດສໍານຶກກ່ຽວກັບເຄມີໃຫ້ແກ່ສັງຄົມ. ລັດສົ່ງເສີມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃຫ້ລົງທຶນເຂົ້າໃນການສ້າງຕັ້ງສະຖາບັນ,ສູນຝຶກອົບຮົມແລະໂຮງຮຽນວິຊາຊີບເພື່ອຝຶກອົບຮົມແລະຍົກລະດັບຄວາມຮູ້ດ້ານເຕັກນິກແລະຄວາມປອດໄພກ່ຽວກັບເຄມີ.

ມາດຕາ5ຫຼັກການເຄື່ອນໄຫວວຽກງານເຄມີ ການເຄື່ອນໄຫວວຽກງານເຄມີໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1.ຮັບປະກັນຄວາມສອດຄ່ອງກັບແນວທາງນະໂຍບາຍ,ຍຸດທະສາດ,ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດແລະຖືກຕ້ອງຕາມກົດໝາຍ; 2.ຮັບປະກັນການຄຸ້ມຄອງຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດ; 3.ຮັບປະກັນຄວາມສະຫງົບຂອງຊາດແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 4.ຮັບປະກັນຄວາມຖືກຕ້ອງຕາມມາດຕະຖານເຕັກນິກແລະຫຼັກການຂອງສາກົນ; 5.ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສຸຂະພາບ,ຊີວິດ,ຊັບສິນ,ສິ່ງແວດລ້ອມແລະສັງຄົມໃນການດໍາເນີນທຸລະກິດແລະການນໍາໃຊ້ເຄີ; 6.ຮັບປະກັນຄວາມສອດຄ່ອງກັບສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ6ການມີສ່ວນຮ່ວມຂອງສັງຄົມແລະປະຊາຊົນ ເພື່ອຮັບປະກັນໃນການຄຸ້ມຄອງການດໍາເນີນທຸລະກິດແລະການນໍາໃຊ້ເຄມີໃຫ້ມີຄວາມປອດໄພຕໍ່ສູຂະພາບ,ຊີວິດ,ຊັບສິນ,ສິ່ງແວດລ້ອມນັ້ນສັງຄົມແລະປະຊາຊົນຕ້ອງມີສ່ວນຮ່ວມດັ່ງນີ້: 1.ຮັບຮູ້ແລະເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຄວາມເປັນອັນຕະລາຍແລະຄວາມປອດໄພຂອງເຄມີ; 2.ຕິດຕາມແລະແຈ້ງຂໍ້ມູນຂ່າວສານຕໍ່ຂະແໜງການອຸດສາຫະກໍາແລະການຄ້າແລະຂະແໜງການອື່ນທີ່ກ່ຽວຂ້ອງກ່ຽວກັບຄວາມສ່ຽງແລະຜົນກະທົບຈາກການດໍາເນີນທຸລະກິດແລະການນໍາໃຊ້ເຄມີ; 3.ປ້ອງກັນ,ສະກັດກັ້ນຜົນກະທົບຈາກການດໍາເນີນທຸລະກິດແລະການນໍາໃຊ້ເຄມີ.

ມາດຕາ7ຂອບເຂດການນໍາໃຊ້ ກົດໝາຍສະບັນນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ຕິດພັນກັບວຽກງານເຄມີໃນສປປລາວ. ກົດໝາຍສະບັບນີ້ບໍ່ນໍາໃຊ້ສໍາລັບກິດຈະການທີ່ຕິດພັນກັບທາດກໍາມັນຕະພາບລັງສີແລະພະລັງງານປະລໍາມະນູ.

ມາດຕາ8ການຮ່ວມມືສາກົນ ລັດສົ່ງເສີມການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານເຄມີດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກນິກ,ເຕັກໂນໂລຊີ,ການຄົ້ນຄວ້າທາງວິທະຍາສາດ,ການສຶກສາ,ການພັດທະນາຊັບພະຍາກອນມະນຸດເພື່ອພັດທະນາວຽກງານດັ່ງກ່າວໃຫ້ມີຄວາມກ້າວໜ້າແລະທັນສະໄໝ,ປະຕິບັດສົນທະສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ປະເພດແລະຄຸນລັກສະນະຂອງເຄມີ

ມາດຕາ9ປະເພດເຄມີ ການຈັດແບ່ງປະເພດເຄມີແມ່ນອົງຕາມຄຸນລັກສະນະແລະຄວາມເປັນອັນຕະລາຍຂອງເຄມີໂດຍແບ່ງເປັນສີ່ປະເພດດັ່ງນີ້: 1.ເຄມີອັນຕະລາຍປະເພດໜຶ່ງ; 2.ເຄມີອັນຕະລາຍປະເພດສອງ; 3.ເຄມີອັນຕະລາຍປະເພດສາມ; 4.ເຄມີອັນຕະລາຍປະເພດສີ່. ລາຍລະອຽດບັນຊີຂອງເຄມີອັນຕະລາຍແຕ່ລະປະເພດໄດ້ກໍານົດໄວ້ຕ່າງຫາກ.

ມາດຕາ10ເຄມີອັນຕະລາຍປະເພດໜຶ່ງ ເຄມີອັນຕະລາຍປະເພດໜຶ່ງແມ່ນເຄມີທີ່ມີຄຸນລັກສະນະເປັນພິດແລະເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ,ຊີວິດດຊັບສິນແລະສິ່ງແວດລ້ອມ. ເຄມີອັນຕະລາຍປະເພດໜຶ່ງຈະບໍ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດຫຼືນໍາໃຊ້,ຍົກເວັ້ນການນໍາໃຊ້ເພື່ອການຄົ້ນຄວ້າ,ການພັດທະນາເຕັກໂນໂລຊີ,ການປ້ອງກັນ,ການສະກັດກັ້ນ,ການກໍາຈັດແລະການລະງັບອັນຕະລາຍທີ່ອາດເກີດຂຶ້ນຕໍ່ສຸຂະພາບ,ຊີວິດ,ຊັບສິນ,ສິ່ງແວດລ້ອມແລະການນໍາໃຊ້ໃນວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

ມາດຕາ11ເຄມີອັນຕະລາຍປະເພດສອງ ເຄມີອັນຕະລາຍປະເພດສອງແມ່ນເຄມີທີ່ມີຄຸນລັກສະນະເປັນພິດແລະເປັນອັນຕະລາຍສູງຕໍ່ສຸຂະພາບ,ຊີວິດ,ຊັບສິນແລະສິ່ງແວດລ້ອມ. ເຄີອັນຕະລາຍປະເພດສອງສາມາດຜະລິດ,ນໍາເຂົ້າ,ສົ່ງອອກ,ຄອບຄອງແລະນໍາໃຊ້ໄດ້ຕາມການອະນຸຍາດຂອງກະຊວງອຸດສາຫະກໍາແລະການຄ້າແລະຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ,ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ມາດຕາ12ເຄມີອັນຕະລາຍປະເພດສາມ ເຄມີອັນຕະລາຍປະເພດສາມແມ່ນເຄມີທີ່ມີຄຸນລັກສະນະເປັນພິດແລະເປັນອັນຕະລາຍປານກາງຕໍ່ສຸຂະພາບ,ຊີວິດ,ຊັບສິນແລະສິ່ງແວດລ້ອມ. ເຄມີອັນຕະລາຍປະເພດສາມສາມາດຜະລິດ,ນໍາເຂົ້າ,ສົ່ງອອກ,ຄອບຄອງແລະນໍາໃຊ້ໄດ້ຕາມການອະນຸຍາດຂອງກະຊວງອຸດສາຫະກໍາແລະການຄ້າແລະຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ,ອົງການລັດທຽບເທົ່າກະຊວງທີ່ກ່ຍວຂ້ອງຢ່າງເຂັ້ມງວດ.

ມາດຕາ13ເຄມີອັນຕະລາຍປະເພດສີ່ ເຄມີອັນຕະລາຍປະເພດສີ່ແມ່ນເຄມີທີ່ມີຄຸນລັກສະນະເປັນພິດແລະເປັນອັນຕະລາຍຕໍ່າຕໍ່ສຸຂະພາບ,ຊີວິດ,ຊັບສິນແລະສິ່ງແວດລ້ອມ. ເຄມີອັນຕະລາຍປະເພດສີ່ສາມາດຜະລິດ,ນໍາເຂົ້າ,ສົ່ງອອກ,ຄອບຄອງແລະນໍາໃຊ້ໄດ້ໂດຍບໍ່ຕ້ອງຂໍອະນຸຍາດແຕ່ຕ້ອງແຈ້ງໃຫ້ພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນຫຼວງແລະຕ້ອງປະຕິບັດຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ມາດຕາ14ຄຸນລັກສະນະຂອງເຄມີອັນຕະລາຍ ຄຸນລັກສະນະຂອງເຄມີອັນຕະລາຍປະກອບດ້ວຍເຄມີທີ່ມີຄວາມເປັນອັນຕະລາຍທາງວັດຖຸ,ທາງຮ່າງກາຍແລະທາງສິ່ງແວດລ້ອມຕາມລະບົບເອກະພາບສາກົນໄດ້ກໍານົດໄວ້ຊຶ່ງມີດັ່ງນີ້: 1.ຄວາມເປັນອັນຕະລາຍທາງວັດຖຸມີສິບຫົກກໍລະນີເປັນຕົ້ນເຄມີທີ່ກໍ່ໃຫ້ເກີດການລະເບີດ,ທາດອາຍໄວໄຟ,ລະອອງລອຍໄວໄຟ,ທາດອາຍອອກຊີໄດ໋,ທາດອາຍຄວາມດັນສູງ,ທາດແຫຼວໄວໄຟ,ທາດແຂັງໄວໄຟ,ທາດເຄມີທີ່ສາມາດເກີດປະຕິກະລິຍາໄດ້ເອງ,ທາດແຫຼວທີ່ລຸກໄໝ້ໄດ້ເອງໃນອາກາດ,ທາດແຂງທີ່ລຸກໄໝ້ໄດ້ເອງໃນອາກາດ,ທາດເຄມີທີ່ເກີດຄວາມຮ້ອນໄດ້ເອງ,ທາດເຄມີທີ່ປະສົມກັບນໍ້າແລ້ວເກີດທາດອາຍໄວໄຟ,ທາດແຫຼວອອກຊີໄດ໋,ທາດແຂງອອກຊີໄດ້໋,ທາດເບີອອກໄຊອິນຊີ; 2.ຄວາມເປັນອັນຕະລາຍທາງຮ່າງກາຍມີສິບກໍລະນີເປັນຕົ້ນເຄມີທີ່ກໍ່ໃຫ້ເກີດເປັນພິດທັນທີ,ເຮັດໃຫ້ຜິວໜັງເປື່ອຍ,ເຈັບ,ຄັນ,ແສບ,ທໍາລາຍດວງຕາຢ່າງຮຸນແຮງ,ກໍ່ໃຫ້ເກີດພູມແພ້ຕໍ່ລະບົບທາງເດີນຫາຍໃຈແລະຜິວໜັງ,ເກີດການກາຍພັນຂອງເຊວສືບພັນ,ກໍ່ໃຫ້ເກີດມະເຮັງ,ເປັນພິດຕໍ່ລະບົບສືບພັນ,ເປັນພິດຕໍ່ອະໄວຍະວະຕ່າງໆຈາກການໄດ້ຮັບຄັ້ງດຽວຫຼືຫຼາຍຄັ້ງ,ເປັນອັນຕະລາຍຕໍ່ລະບົບທາງເດີນຫາຍໃຈ; 3.ຄວາມເປັນອັນຕະລາຍທາງສິ່ງແວດລ້ອມມີສາມກໍລະນີເປັນຕົ້ນເຄມີທີ່ກໍ່ໃຫ້ເກີດເປັນອັນຕະລາຍຕໍ່ສິ່ງແວດລ້ອມທາງນໍ້າເປັນຕົ້ນສັດນໍ້າ,ພືດນໍ້າ,ຄຸນນະພາບນໍ້າແລະທໍາລາຍຊັ້ນໂອໂຊນໃນຊັ້ນບັນຍາກາດ.

ພາກທີ3ຄວາມປອດໄພກ່ຽວກັບເຄມີ

ໝວດທີ1ການຮັກສາຄວາມປອດໄພກ່ຽວກັບເຄມີ

ມາດຕາ15ການຮັກສາຄວາມປອດໄພກ່ຽວກັບວຽກງານເຄມີ. ການຮັກສາຄວາມປອດໄພກ່ຽວກັບວຽກງານເຄມີແມ່ນການກໍານົດຫຼັກການແລະມາດຕະການຕໍ່ວຽກງານດັ່ງນີ້: 1.ການສະໜອງຂໍ້ມູນຄວາມປອດໄພ; 2.ພາຊະນະບັນຈຸແລະການຫຸ້ມຫໍ່ເຄມີ; 3.ສະຫຼາກແລະການຕິດສະຫຼາກ; 4.ການເກັບຮັກສາເຄມີ; 5.ການເກັບຮັກສາສິ່ງເສດເຫຼືອເຄມີອັນຕະລາຍ; 6.ການຂົນສົ່ງເຄມີອັນຕະລາຍແລະສິ່ງເສດເຫຼືອເຄມີອັນຕະລາຍ; 7.ການສົ່ງຜ່ານເຄມີອັນຕະລາຍແລະສິ່ງເສດເຫຼືອເຄມີອັນຕະລາຍ; 8.ການບໍາບັດແລະການກໍາຈັດສິ່ງເສດເຫຼືອເຄມີ; 9.ຫ້ອງທົດລອງເຄມີ; 10.ເຄມີໃໝ່; 11.ການຄົ້ນພົບຄຸນລັກສະນະຄວາມເປັນອັນຕະລາຍຂອງເຄມີ; 12.ຜະລິດຕະພັນເຄມີປອມ; 13.ເຄມີບໍ່ໄດ້ມາດຕະຖານ; 14.ເຄມີເສຍຄຸນລັກສະນະ.

ມາດຕາ16ການສະໜອງຂໍ້ມູນຄວາມປອດໄພ ຂໍ້ມູນຄວາມປອດໄພກ່ຽວກັບເຄມີທີ່ຕ້ອງສະໜອງມີດັ່ງນີ້: 1.ຊື່,ແຫຼ່ງກໍາເນີດ,ສະຖານທີ່ຜະລິດເຄມີ; 2.ສ່ວນປະສົມ,ສູດເຄມີ; 3.ຄຸນລັກສະນະທາງວັດຖຸແລະທາງເຄມີ,ລະດັບຂອງຄວາມເປັນພິດ; 4.ພາວະຄົງຕົວແລະບໍ່ຄົວຕົວ; 5.ລະດັບຂອງຄວາມເປັນອັນຕະລາຍ; 6.ລະດັບຄວາມສ່ຽງຕໍ່ສຸຂະພາບ; 7.ລະດັບຄວາມສ່ຽງຕໍ່ສິ່ງແວດລ້ອມ; 8.ຜົນກະທົບຕໍ່ມະນຸດແລະຄວາມຕ້ອງການວັດຖຸປະກອນເພື່ອປ້ອງກັນສຸຂະພາບ; 9.ວິທີການປະຖົມພະຍາບານເບື້ອງຕົ້ນ; 10.ມາດຕະການປ້ອງກັນໃນກໍລະນີໄຟໄໝ້; 11.ມາດຕະການປ້ອງກັນຄວາມສ່ຽງອຸບປະຕິເຫດ; 12.ວິທີການເກັບຮັກສາ; 13.ມາດຕະການຄຸ້ມຄອງສິ່ງເສດເຫຼືອ; 14.ຂໍ້ມູນກ່ຽວກັບການຂົນສົ່ງ; 15.ວັນຜະລິດ,ວັນໝົດອາຍຸ; 16.ວິທີການນໍາໃຊ້; 17.ຂໍ້ມູນອື່ນທີ່ຈໍາເປັນ.

ມາດຕາ17ພາຊະນະບັນຈຸແລະການຫຸ້ມຫໍ່ເຄມີ ພາຊະນະບັນຈຸແລະການຫຸ້ມຫໍ່ເຄມີຕ້ອງມີຄວາມແໜ້ນໜາ,ທົນທານແລະຮັບປະກັນການຖືກກະທົບ. ສໍາລັບການນໍາໃຊ້ພາຊະນະບັນຈຸຄືນໃໝ່ຕ້ອງຜ່ານການກວດສອບແລະຢັ້ງຢືນມາດຕະຖານຈາກຂະແໜງການອຸດສາຫະກໍາແລະການຄ້າ.

ມາດຕາ18ສະຫຼາກແລະການຕິດສະຫຼາກ ສະຫຼາກແມ່ນຂໍ້ມູນທີ່ເປັນຕົວອັກສອນຫຼືຮູບພາບທີ່ສະແດງ,ຊີ້ບອກຄວາມເປັນອັນຕະລາຍຂອງເຄມີເພື່ອຮັບປະກັນຄວາມປອດໄພໃນການເຄື່ອນຍ້າຍ,ການເກັບຮັກສາແລະການນໍາໃຊ້. ການຕິດສະຫຼາກໃຫ້ຕິດ,ແນບຫຼືພິມໃສ່ກັບພາຊະນະບັນຈຸເຄມີໂດຍກົງຢ່າງແໜ້ນໜາ,ໝັ້ນໜຽວ,ທົນທານແລະເຫັນແຈ້ງຊັດເຈນ. ເນື້ອໃນຂອງສະຫຼາກຕ້ອງຂຽນເປັນພາສາລາວແລະພາສາຕາງປະເທດ.

ມາດຕາ19ການເກັບຮັກສາເຄມີ ເຄມີຕ້ອງເກັບຮັກສາໃຫ້ຖືກຕ້ອງຕາມມາດຕະຖານຄວາມປອດໄພເປັນຕົ້ນແຍກບ່ອນເກັບມ້ຽນ,ໃສ່ພາຊະນະບັນຈຸແລະມີສາງເກັບມ້ຽນສະເພາະຖືກຕ້ອງຕາມມາດຕະຖານເຕັກນິກ. ມາດຕະຖານຄວາມປອດໄພຂອງການເກັບຮັກສາເຄມີໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ20ການເກັບຮັກສາສິ່ງເສດເຫຼືອເຄມີອັນຕະລາຍ ສິ່ງເສດເຫຼືອເຄມີອັນຕະລາຍແມ່ນສິ່ງເສດເຫຼືອທີ່ເກີດຈາກການປົນເປື້ອນ,ຜະລິດຕະພັນ,ການນໍາໃຊ້ຫຼືຈາກຜະລິດຕະພັນອື່ນທີ່ມີສ່ວນປະສົມຂອງເຄມີອັນຕະລາຍທີ່ບໍ່ຕ້ອງການນໍາໃຊ້ແລ້ວຊຶ່ງອາດມີຜົນກະທົບຕໍ່ສຸຂະພາບ,ຊີວິດ,ຊັບສິນແລະສິ່ງແວດລ້ອມ. ສິ່ງເສດເຫຼືອເຄມີອັນຕະລາຍຕ້ອງເກັບຮັກສາໃຫ້ຖືກຕ້ອງຕາມມາດຕະຖານຄວາມປອດໄພເປັນຕົ້ນແຍກປະເພດສິ່ງເສດເຫຼືອ,ໃສ່ພາຊະນະບັນຈຸແລະມີສະຖານທີ່ເກັບມ້ຽນສະເພາະ.

ມາດຕາ21ການຂົນສົ່ງເຄມີອັນຕະລາຍແລະສິ່ງເສດເຫຼືອເຄມີອັນຕະລາຍ ການຂົນສົ່ງເຄມີອັນຕະລາຍແມ່ນການຂົນສົ່ງເຄມີປະເພດໜຶ່ງ,ສອງແລະສາມຕາມທີ່ໄດ້ກໍານົດໄວ້ໃນມາດຕາ10,11ແລະມາດຕາ12ຂອງກົດໝາຍສະບັບນີ້. ການຂົນສົ່ງເຄມີອັນນຕະລາຍແລະສິ່ງເສດເຫຼືອເຄມີອັນຕະລາຍຕ້ອງໄດ້ຮັບອະນຸຍາດຈາກຂະແໜງການອຸດສາຫະກໍາແລະການຄ້າ,ຂະແໜງການອື່ນທີ່ກ່ຽວຂ້ອງແລະຕ້ອງປະຕິບັດຕາມລະບຽບການຂົນສົ່ງເຄມີອັນຕະລາຍຢ່າງເຂັ້ມງວດ. ສໍາລັບການຂົນສົ່ງເຄມີອັນຕະລາຍແລະສິ່ງເສດເຫຼືອເຄມີອັນຕະລາຍໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ22ການສົ່ງຜ່ານເຄມີອັນຕະລາຍແລະສິ່ງເສດເຫຼືອເຄມີອັນຕະລາຍ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງຂົນສົ່ງເຄມີອັນຕະລາຍແລະສິ່ງເສດເຫຼືອເຄມີອັນຕະລາຍຜ່ານສປປລາວໃຫ້ປະຕິບັດຕາມສັນຍາສອງຝ່າຍຫຼືຫຼາຍຝ່າຍທີ່ສປປລາວເປັນພາຄີແລະສະເໜີໃຫ້ອົງການຄຸ້ມຄອງວຽກງານເຄມີກ່ອນລ່ວງໜ້າສາມສິບວັນເພື່ອພິຈາລະນາ.

ມາດຕາ23ການບໍາບັດແລະການກໍາຈັດສິ່ງເສດເຫຼືອເຄມີ ສິ່ງເສດເຫຼືອເຄມີຈາກການດໍາເນີນທຸລະກິດແລະການນໍາໃຊ້ຕ້ອງບໍາບັດຫຼືກໍາຈັດໂດຍທັນທີ,ໃນກໍລະນີທີ່ບໍ່ສາມາດບໍາບັດຫຼືກໍາຈັດໄດ້ນັ້ນກໍ່ສາມາດເກັບຮັກສາໄວ້ແຕ່ສູງສຸດບໍ່ໃຫ້ເກີນເກົ້າສິບວັນນັບແຕ່ມີສິ່ງເສດເຫຼືອແລະຕ້ອງແຈ້ງໃຫ້ຂະແໜງການອຸດສາຫະກໍາແລະການຄ້າແລະຂະແໜງການອື່ນທີ່ກ່ຽວຂ້ອງ. ການບໍາບັດແລະການກໍາຈັດສິ່ງເສດເຫຼືອເຄມີຕ້ອງປະຕິບັດຕາມຄູ່ມືແນະນໍາໂດຍນໍາໃຊ້ເຕັກໂນໂລຊີທີ່ເໝາະສົມແລະປະຕິບັດຕາມກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ,ກົດໝາຍແລະລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ24ຫ້ອງທົດລອງເຄມີ ຫ້ອງທົດລອງເຄມີແມ່ນສະຖານທີ່ສໍາລັບການຄົ້ນຄວ້າ,ວິໄຈ,ທົດສອບເຄມີເພື່ອຢັ້ງຢືນຄຸນລັກສະນະທາງດ້ານວັດຖຸຫຼືເຄມີ,ຫ້ອງທົດລອງເຄມີຕ້ອງໄດ້ຕາມມາດຕະຖານຄວາມປອດໄພ. ກະຊວງວິທະຍາສາດແລະເຕັກໂນໂລຊີເປັນຜູ້ກໍານົດມາດຕະຖານຄວາມປອດໄພຂອງຫ້ອງທົດລອງເຄມີໂດຍປະສານສົມທົບກັບກະຊວງ,ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງ.

ມາດຕາ25ເຄມີໃໝ່ ເຄມີໃໝ່ແມ່ນເຄມີທີ່ຄົ້ນພົບຈາກທໍາມະຊາດຫຼືຈາກການຄົ້ນຄວ້າທາງວິທະຍາສາດຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃດໜຶ່ງໃຫ້ຂຶ້ນທະບຽນບັນຊີເຄມີນໍາກະຊວງອຸດສາຫະກໍາແລະການຄ້າແລະແຈ້ງໃຫ້ຂະແໜງການທີ່ກ່ຽວຂ້ອງຮັບຊາບຖ້າຜູ້ຄົ້ນພົບຕ້ອງການປົກປ້ອງລິຂະສິດຂອງຕົນໃຫ້ໄປຈົດທະບຽນຊັບສິນທາງປັນຍານໍາກະຊວງວິທະຍາສາດແລະເຕັກໂນໂລຊີ.

ມາດຕາ26ການຄົ້ນພົບຄຸນລັກສະນະຄວາມເປັນອັນຕະລາຍຂອງເຄມີ ການຄົນພົບຄຸນລັກສະນະຄວາມເປັນອັນຕະລາຍຂອງເຄມີຕ້ອງໄດ້ຂຶ້ນທະບຽນບັນຊີແລະຈັດແບ່ງປະເພດເຄມີຄືນໃໝ່ນໍາກະຊວງອຸດສາຫະກໍາແລະການຄ້າແລະແຈ້ງໃຫ້ຂະແໜງການທີ່ກ່ຽວຂ້ອງຮັບຊາບ.

ມາດຕາ27ຜະລິດຕະພັນເຄມີປອມ ຜະລິດຕະພັນເຄມີປອມແມ່ນຜະລິດຕະພັນເຄມີທີ່ມີຊື່,ເຄື່ອງໝາຍຫຼືຮູບຮ່າງຄ້າຍຄືຜະລິດຕະພັນເຄມີທີ່ໄດ້ຂຶ້ນທະບຽນແລ້ວແຕ່ມີຄຸນລັກສະນະແຕ່ຕ່າງຫຼືເຮັດໃຫ້ວັດຖຸທຽມຫຼືມີສ່ວນປະສົມທີ່ແຕກຕ່າງ. ໃນກໍລະນີພົບເຫັນຜະລິດຕະພັນເຄມີປອມໃຫ້ຢຸດການນໍາໃຊ້ໂດຍທັນທີແລະໃຫ້ລາຍງານຕໍ່ອົງການຄຸ້ມຄອງວຽກງານເຄມີ.

ມາດຕາ28ເຄມີບໍ່ໄດ້ມາດຕະຖານ ເຄມີບໍ່ໄດ້ມາດຕະຖານແມ່ນເຄມີຄຸນນະພາບຕໍ່າ,ມີສິ່ງເຈືອປົນຫຼືມີສ່ວນປະກອບບໍ່ຖືກຕ້ອງຕາມຄົນລັກສະນະເຄມີທີ່ໄດ້ຂຶ້ນທະບຽນໄວ້. ໃນກໍລະນີພົບເຫັນຜະລິດຕະພັນເຄມີບໍ່ໄດ້ມາດຕະຖານໃຫ້ຢຸດການນໍາໃຊ້ໂດຍທັນທີແລະໃຫ້ລາຍງານຕໍ່ອົງການຄຸ້ມຄອງວຽກງານເຄມີ.

ມາດຕາ29ເຄມີເສຍຄຸນລັກສະນະ ເຄມີເສຍຄຸນລັກສະນະແມ່ນເຄມີທີ່ໝົດອາຍຸການນໍາໃຊ້ຫຼືເສື່ອມຄຸນລັກສະນະກ່ອນໝົດອາຍຸຕາທີ່ໄດ້ກໍານົດໄວ້ໃນສະຫຼາກຫຼືເອກະສານຢັ້ງຢືນອື່ນຈາກການເກັບຮັກສາທີ່ບໍ່ຖືກຕ້ອງຕາມເຕັກນິກ. ໃນກໍລະນີພົບເຫັນຜະລິດຕະພັນເຄມີເສຍຄຸນລັກສະນະໃຫ້ຢຸດການນໍາໃຊ້ໂດຍທັນທີແລະໃຫ້ລາຍງານຕໍ່ອົງການຄຸ້ມຄອງວຽກງານເຄມີ.

ໝວດທີ2ການປ້ອງກັນອຸບປະຕິເຫດຈາກເຄມີ

ມາດຕາ30ການປ້ອງກັນອຸບປະຕິເຫດຈາກເຄມີ ການປ້ອງກັນອຸປະຕິເຫດຈາກເຄມີປະກອບດ້ວຍ: 1.ການສ້າງແຜນປ້ອງກັນແລະແກ້ໄຂອຸບປະຕິເຫດ; 2.ການສ້າງບຸກຄະລາກອນ; 3.ການຕິດຕັ້ງວັດຖຸປະກອນ; 4.ການສະໜອງຂໍ້ມູນຂ່າວສານ; 5.ການໂຄສະນາ; 6.ການນໍາໃຊ້ເຕັກໂນໂລຊີ.

ມາດຕາ31ການສ້າງແຜນປ້ອງກັນແລະແກ້ໄຂອຸບປະຕິເຫດ ຜູ້ດໍາເນີນທຸລະກິດກ່ຽວກັບເຄມີຕ້ອງສ້າງແຜນປ້ອງກັນແລະແກ້ໄຂອຸບປະຕິເຫດແລ້ວສະເໜີຕໍ່ອົງການຄຸ້ມຄອງວຽກງານເຄມີເພື່ອພິຈາລະນາຮັບຮອງແຜນດັ່ງກ່າວຕາມເນື້ອໃນດັ່ງນີ້: 1.ຂໍ້ມູນກ່ຽວກັບຄຸນລັກສະນະ,ປະລິມານຂອງເຄມີ,ເຕັກໂນໂລຊີການຜະລິດ,ການນໍາໃຊ້,ລັກສະນະພິເສດທາງດ້ານພູມສາດ,ປະຊາກອນແລະສິ່ງແວດລ້ອມ; 2.ຄວາມສ່ຽງຕໍ່ການເກີດອຸບປະຕິເຫດແລະແຜນກວດກາຫາສາເຫດຕົ້ນຕໍ; 3.ສະພາບການຕ່າງໆຂອງອຸບປະຕິເຫດແລະວິທີການປ້ອງກັນ; 4.ຄວາມສາມາດໃນການແກ້ໄຂອຸບປະຕິເຫດລວມທັງອຸປະກອນເຄື່ອງມື,ພະນັກງານ,ກໍາມະກອນ,ແຜນປະສານງານກັບທ້ອງຖິ່ນແລະແຜນເຄື່ອນຍ້າຍປະຊາຊົນແລະຊັບສິນ; 5.ແຜນຫຼຸດຜ່ອນອຸບປະຕິເຫດທີ່ສອດຄ່ອງກັບກົດໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງ,ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ,ກົດໝາຍແລະລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ32ການສ້າງບຸກຄະລາກອນ ຂະແໜງການອຸດສາຫະກໍາແລະການຄ້າສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງເພື່ອສົ່ງເສີມການສ້າງບຸກຄະລາກອນກ່ຽວກັບວຽງານເຄມີໃຫ້ໄດ້ທັງປະລິມານແລະຄຸນນະພາບດ້ວຍຫຼາຍຮູບການເປັນຕົ້ນການຝຶກອົບຮົມ,ບໍາລຸງເພື່ອສະໜອງໃຫ້ແກ່ວຽກງານເຄມີ. ຜູ້ດໍາເນີນທຸລະກິດກ່ຽວກັບເຄມີຕ້ອງເອົາໃຈໃສ່ສ້າງແລະຍົກລະດັບຄວາມຮູ້ຄວາມສາມາດ້ວຍການຝຶກອົບຮົມພະນັກງານວິຊາການແລະກໍາມະກອນກ່ຽວກັບເຕັກນິກແລະຄວາມປອດໄພກ່ຽວກັບເຄມີຢ່າງໜ້ອຍນຶ່ງຄັ້ງຕໍ່ປີ.

ມາດຕາ33ການຕິດຕັ້ງວັດຖຸປະກອນ ບັນດາການຈັດຕັ້ງລັດທີ່ກ່ຽວຂ້ອງມີຄວາມຮັບຜິດຊອບໃນການປະສານງານ,ສ້າງຄວາມອາດສາມາດໃຫ້ພະນັກງານແລະກໍາມະກອນໃນການຕິດຕັ້ງອຸປະກອນໃຫ້ພຽງພໍເພື່ອປ້ອງກັນແລະແກ້ໄຂອຸບປະຕິເຫດ. ຜູ້ດໍາເນີນທຸລະກິດກ່ຽວກັບເຄມີຕ້ອງຕິດຕັ້ງອຸປະກອນໃຫ້ພຽງພໍເພື່ອປ້ອງກັນແລະແກ້ໄຂອຸບປະຕິເຫດໂດຍອີງຕາມລະດັບຂອງທຸລະກິດແລະຄຸນລັກສະນະຂອງເຄມີ.

ມາດຕາ34ການສະໜອງຂໍ້ມູນຂ່າວສານ ຂະແໜງການອຸດສາຫະກໍາແລະການຄ້າຕ້ອງສະໜອງຂໍ້ມູນຂ່າວສານກ່ຽວກັບເຄມີເປັນຕົ້ນກົດໝາຍ,ລະບຽບການ,ເຕັກນິກແລະເຕັກໂນໂລຊີກ່ຽວກັບການຂົນສົ່ງ,ການນໍາໃຊ້,ການເກັບຮັກສາ,ການບໍາບັດ,ການກໍາຈັດໃຫ້ແກ່ສັງຄົມຢ່າງກວ້າງຂວາງແລະທົ່ວເຖິງ. ຜູ້ດໍາເນີນທຸລະກິດຕ້ອງສ້າງຖານຂໍ້ມູນການນໍາໃຊ້ແລະການຜະລິດເຄມີເພື່ອສະໜອງໃຫ້ພາກສ່ວນທີ່ກ່ຽວຂ້ອງແລະສະໜອງຂໍ້ມູນຂ່າວສານ,ໃຫ້ຄໍາປຶກສາກ່ຽວກັບມາດຕະການດ້ານເຕັກນິກ,ເຕັກໂນໂລຊີ,ຄວາມປອດໄພ,ສຸຂານາໄມແລະສິ່ງແວດລ້ອມກ່ຽວກັບເຄມີແກ່ສັງຄົມ.

ມາດຕາ35ການໂຄສະນາ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງໂຄສະນາກ່ຽວກັບເຄມີຕ້ອງໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ. ສໍາລັບເນື້ອໃນການໂຄສະນາກ່ຽວກັບເຄມີຕ້ອງໄດ້ຮັບອະນຸຍາດຈາກຂະແໜງການອຸດສາຫະກໍາແລະການຄ້າແລະຂະແໜງການອື່ນທີ່ກ່ຽວຂ້ອງ. ການໂຄສະນາຕ້ອງສອດຄ່ອງກັບຄຸນນະພາບຂອງເຄມີແລະສອດຄ່ອງກັບເນື້ອໃນ,ຮູບການແລະສະຖານທີ່ທີ່ໄດ້ຮັບອະນຸຍາດ. ເນື້ອໃນແລະຮູບການໂຄສະນາກ່ຽວກັບເຄມີມີດັ່ງນີ້: 1.ຊັດເຈນ,ຖືກຕ້ອງຕາມຄວາມເປັນຈິງກ່ຽວກັບປະເພດ,ຊະນິດ,ຄຸນລັກສະນະຄຸນນະພາບຂອງເຄມີ,ເຄື່ອງໝາຍການຄ້າແລະການບໍລິການ; 2.ສາມາດດໍາເນີນໄດ້ໃນທຸກຮູບການເຊັ່ນໂຄສະນາດ້ວຍຕົນເອງຫຼືຜ່ານສື່ມວນຊົນ.

ມາດຕາ36ການນໍາໃຊ້ເຕັກໂນໂລຊີ ຜູ້ດໍາເນີນທຸລະກິດກ່ຽວກັບເຄມີຕ້ອງນໍາໃຊ້ເຄື່ອງຈັກແລະເຕັກໂນໂລຊີທີ່ເໝາະສົມແລະມີປະສິດທິພາບໃນການຜະລິດພ້ອມທັງຮັບປະກັນຄວາມປອດໄພ,ຫຼຸດຜ່ອນການນໍາໃຊ້ວັດຖຸດິບ,ເຄມີ,ພະລັງງານແລະຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.

ໝວດທີ3ການແກ້ໄຂອຸປະຕິເຫດຈາກເຄມີ

ມາດຕາ37ການແກ້ໄຂອຸບປະຕິເຫດຈາກເຄມີ ການແກ້ໄຂອຸບປະຕິເຫດຈາກເຄມີປະກອບດ້ວຍ: 1.ການປະສານງານເມື່ອເກີດອຸບປະຕິເຫດຈາກເຄມີ; 2.ມາດຕະການແກ້ໄຂອຸບປະຕິເຫດຈາກເຄມີ.

ມາດຕາ38ການປະສານງານເມື່ອເກີດອຸບປະຕິເຫດຈາກເຄມີ ເມື່ອເກີດອຸບປະຕິເຫດຈາກເຄມີຜູ້ດໍາເນີນທຸລະກິດແລະຜູ້ນໍາໃຊ້ເຄມີຕ້ອງລາຍງານໃຫ້ຂະແໜງການອຸດສາຫະກໍາແລະການຄ້າແລະຂະແໜງການອື່ນທີ່ກ່ຽວຂ້ອງພ້ອມທັງດໍາເນີນການແກ້ໄຂທັນທີ,ສໍາລັບອຸປະຕິເຫດທີ່ເກີດຂຶ້ນໃນເຂດເສດຖະກິດພິເສດຕ້ອງລາຍງານຕໍ່ໜ່ວຍງານຄຸ້ມຄອງເຄມີເຂດດັ່ງກ່າວ. ເມື່ອການແກ້ໄຂອຸບປະຕິເຫດຫາກເກີນຄວາສາມາດຂອງຕົນແລ້ວຕ້ອງປະສານສົມທົບກັບຂະແໜງການປ້ອງກັນປະເທດ,ຂະແໜງການປ້ອງກັນຄວາມສະຫງົບແລະຂະແໜງການອື່ນທີ່ກ່ຽວຂ້ອງເພື່ອພ້ອມກັນແກ້ໄຂຢ່າງຮີບດ່ວນ.

ມາດຕາ39ມາດຕະການແກ້ໄຂອຸບປະຕິເຫດຈາກເຄມີ ມາດຕະການແກ້ໄຂອຸບປະຕິເຫດຈາກເຄມີໃຫ້ປະຕິບັດດັ່ງນີ້: 1.ປະຕິບັດຕາມແຜນປ້ອງກັນແລະແກ້ໄຂອຸບປະຕິເຫດໂດຍທັນທີ; 2.ໃຫ້ຂະແໜງການທີ່ກ່ຽວຂ້ອງເປັນຜູ້ກໍານົດຂອບເຂດແລະປະກາດເປັນພື້ນທີ່ອັນຕະລາຍເມື່ອອຸບປະຕິເຫດຫາກມີຜົນກະທົບຮ້າຍແຮງເກີນຄວາມສາມາດແກ້ໄຂນັ້ນຂະແໜງການທີ່ກ່ຽວຂ້ອງຕ້ອງສະເໜີຕໍ່ຂັ້ນເທິງຖັດຕົນໃຫ້ປະກາດເຂດດັ່ງກ່າວເປັນເຂດອັນຕະລາຍຈາກເຄມີ; 3.ໃຫ້ຂະແໜງການທີ່ກ່ຽວຂ້ອງສົມທົບກັບອົງການປົກຄອງທ້ອງຖິ່ນຈັດພາຫະນະ,ວັດຖຸປະກອນ,ກໍາລັງພົນ,ໜ່ວຍແພດເພື່ອແກ້ໄຂອຸບປະຕິເຫດໂດຍທັນທີແລະເຄື່ອນຍ້າຍປະຊາຊົນແລະຊັບສິນອອກຈາກພື້ນທີ່ອັນຕະລາຍ.

ພາກທີ4ການດໍາເນີນທຸລະກິດກ່ຽວກັບເຄມີ

ໝວດທີ1ການດໍາເນີນທຸລະກິດແລະການນໍາໃຊ້ເຄມີ

ມາດຕາ40ການດໍາເນີນທຸລະກິດກ່ຽວກັບເຄມີ ການດໍາເນີນທຸລະກິດກ່ຽວກັບເຄມີແມ່ນການຜະລິດ,ບັນຈຸ,ຫຸ້ມຫໍ່,ຊື້ຂາຍ,ປ້ອງກັນ,ຄົ້ນຄວ້າ,ທົດລອງ,ສະໜອງ,ຂົນສົ່ງ,ນໍາເຂົ້າ,ສົ່ງອອກ,ເກັບຮັກສາ,ຄອບຄອງ,ກໍາຈັດແລະບໍາບັດເຄມີອັນຕະລາຍຫຼືສິ່ງເສດເຫຼືອເຄມີອັນຕະລາຍ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບເຄມີຕອງສະເໜີຕໍ່ຂະແໜງການອຸດສາຫະກໍາແລະການຄ້າເພື່ອປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງພິຈາລະນາອະນຸຍາດຕາມກົດໝາຍແລະລະບຽບການ.

ມາດຕາ41ເງື່ອນໄຂການດໍານີນທຸລະກິດກ່ຽວກັບເຄມີ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບເຄມີຕ້ອງມີເງື່ອນໄຂດັ່ງນີ້: 1.ມີພະນັກງານວິຊາການທີ່ມີຄວາມຮູ້ແລະມີປະສົບການກ່ຽວກັບເຄມີ; 2.ຮັບປະກັນທາງດ້ານທຶນຮອນ,ເຕັກນິກ,ວັດຖຸປະກອນໃຫ້ພຽງພໍແລະມີແຜນການເພື່ອດໍາເນີນທຸລະກິດກ່ຽວກັບເຄມີແລະມີວິທີການແກ້ໄຂເມື່ອມີອຸບປະຕິເຫດເຄມີເກີດຂຶ້ນ; 3.ມີສະຖານທີ່,ສິ່ງອໍານວຍຄວາມສະດວກ,ສາງແລະພາຫະນະຂົນສົ່ງທີ່ໄດ້ມາດຕະຖານ; 4.ມີມາດຕະການປົກປັກຮັກສາຄວາມປອດໄພແລະສິ່ງແວດລ້ອມ.

ມາດຕາ42ການຍື່ນຄໍາຮ້ອງຂໍດໍາເນີນທຸລະກິດກ່ຽວກັບເຄມີ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບເຄມີຕ້ອງຍື່ນຄໍາຮ້ອງພ້ອມດ້ວຍເອກະສານຕໍ່ຂະແໜງການອຸດສາຫະກໍາແລະການຄ້າ. ເອກະສານປະກອບຄໍາຮ້ອງຕົ້ນຕໍໍມີດັ່ງນີ້ 1.ສໍາເນົາທະບຽນວິສາຫະກິດ; 2.ບົດປະເມີນຄວາມສ່ຽງ; 3.ເອກະສານກ່ຽວກັບຂໍ້ມູນຄວາມປອດໄພຂອງເຄມີ; 4.ແຜນປ້ອງກັນແລະແກ້ໄຂອຸບປະຕິເຫດ.

ມາດຕາ43ກໍານົດເວລາໃນການພິຈາລະນາການຂໍດໍາເນີນທຸລະກິດເຄມີ ຂະແໜງການອຸດສາຫະກໍາແລະການຄ້າຕ້ອງໄດ້ພິຈາລະນາອອກໃບອະນຸຍາດໃຫ້ຜູ້ຮ້ອງຂໍພາຍໃນກໍານົດເວລາສາມສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.ຖ້າວ່າຄໍາຮ້ອງແລະເອກະສານຫາກບໍ່ຖືກຕ້ອງຫຼືບໍ່ຄົບຖ້ວນນັ້ນຂະແໜງການອຸດສາຫະກໍາແລະການຄ້າຕ້ອງໄດ້ແຈ້ງເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍພາຍໃນກໍານົດເວລາສິບວັນລັດຖະການ. ຖ້າຫາກບໍ່ອະນຸຍາດຂະແໜງການອຸດສາຫະກໍາແລະການຄ້າຕ້ອງແຈ້ງຕອບເປັນລາຍລັກອັກສອນພ້ອມທັງໃຫ້ເຫດຜົນແກ່ຜູ້ຮ້ອງຂໍພາຍໃນກໍານົດເວລາຫ້າວັນລັດຖະການ.

ມາດຕາ44ການຂຶ້ນທະບຽນບັນຊີເຄມີ ຜູ້ດໍາເນີນທຸລະກິດກ່ຽວກັບເຄມີຕ້ອງຂຶ້ນທະບຽນບັນຊີເຄມີນໍາຂະແໜງການອຸດສາຫະກໍາແລະການຄ້າ,ຍົກເວັ້ນເຄມີອັນຕະລາຍປະເພດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ10ຂອງກົດໝາຍສະບັບນີ້.

ມາດຕາ45ການນໍາເຂົ້າແລະການສົ່ງອອກເຄມີ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງນໍາເຂົ້າແລະສົ່ງອອກເຄມີຕ້ອງປະຕິບັດດັ່ງນີ້: 1.ເຄມີອັນຕະລາຍປະເພດໜຶ່ງຕ້ອງສະເໜີຕໍ່ກະຊວງອຸດສາຫະກໍາແລະການຄ້າເພື່ອນໍາສະເໜີຕໍ່ລັດຖະບານພິຈາລະນາ; 2.ເຄມີອັນຕະລາຍປະເພດສອງແລະປະເພດສາມຕ້ອງສະເໜີຕໍ່ກະຊວງອຸດສາຫະກໍາແລະການຄ້າເພື່ອອອກໃບອະນຸຍາດນໍາຂົ້າແລະສົ່ງອອກ,ຖ້າເປັນເຄມີພາຍໃຕ້ການຄຸ້ມຄອງຂອງຂະແໜງການອື່ນຕ້ອງໄດ້ຮັບການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງກ່ອນ; 3.ເຄມີອັນຕະລາຍປະເພດສີ່ສາມາດນໍາເຂົ້າແລະສົ່ງອອກໄດ້ໂດຍບໍ່ຕ້ອງຂໍອະນຸຍາດແຕ່ກ່ອນຈະນໍາເຂົ້າຕ້ອງແຈ້ງໃຫ້ພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນຫຼວງບ່ອນນໍາເຂົ້າ. ລະບຽບການແລະຂັ້ນຕອນການນໍາເຂົ້າແລະສົ່ງອອກເຄມີລະອຽດໄດ້ກໍານົດໄວ້ຕ່າງຫາກ.

ມາດຕາ46ການຊື້ຂາຍເຄມີ ການຊື້ຂາຍເຄມີຕ້ອງມີສັນຍາຊື້ຂາຍ,ເນື້ອໃນສັນຍາຊື້ຂາຍຕ້ອງກໍານົດແຈ້ງຊື່ເຄມີ,ປະລິມານ,ຈຸດປະສົງການນໍາໃຊ້ແລະອື່ນໆ,ສັນຍາຊຶ້ຂາຍຕ້ອງເຮັດເປັນສາມສະບັບໂດຍມອບໃຫ້ຜູ້ຊື້,ຜູ້ຂາຍແລະອົງການຄຸ້ມຄອງວຽກງານເຄມີເກັບຮັກສາໄວ້ພາກສ່ວນລະໜຶ່ງສະບັບ.ເຄມີອັນຕະລາຍປະເພດສີ່ຕ້ອງເກັບຮັກສາໄວ້ຢ່າງໜ້ອຍສອງປີ,ສໍາລັບເຄມີອັນຕະລາຍປະເພດສອງແລະປະເພດສາມໃຫ້ເກັບຮັກສາຢ່າງໜ້ອຍຫ້າປີ.

ມາດຕາ47ການຄອບຄອງເຄມີ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຄອບຄອງເຄມີຊຶ່ງເປັນຂອງຕົນຫຼືຂອງບຸກຄົນອື່່ນຕ້ອງແຈ້ງໃຫ້ຂະແໜງການອຸດສາຫະກໍາແລະການຄ້າເພື່ອຄວບຄຸມຄວາມປອດໄພ.

ມາດຕາ48ການນໍາໃຊ້ເຄມີ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ເຄມີຕ້ອງປະຕິບັດຕາມມາດຕະຖານຂໍ້ມູນ,ປຶ້ມຄູ່ມືແນະນໍາແລະເອກະສານອື່ນກ່ຽວກັບຄວາມປອດໄພຂອງເຄມີ.

ໝວດທີ2ສິດແລະພັນທະຂອງຜູ້ດໍາເນີນທຸລະກິດແລະຜູ້ນໍາໃຊ້ເຄມີ

ມາດຕາ49ສິດຂອງຜູ້ດໍາເນີນທຸລະກິດກ່ຽວກັບເຄມີ ຜູ້ດໍາເນີນທຸລະກິດກ່ຽວກັບເຄມີມີສິດດັ່ງນີ້: 1.ເຄື່ອນໄຫວຕາມການອະນຸຍາດໃຫ້ດໍາເນີນທຸລະກິດ; 2.ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງ; 3.ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບເຄມີ; 4.ຮ້ອງທຸກ່ຽວກັບການລະເມີດສິດໃນການດໍາເນີນທຸລະກິດ; 5.ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ50ພັນທະຂອງຜູ້ດໍາເນີນທຸລະກິດກ່ຽວກັບເຄມີ ຜູ້ດໍາເນີນທຸລະກິດກ່ຽວກັບເຄມີມີພັນທະດັ່ງນີ້: 1.ເຄົາລົບແລະປະຕິບັດກົດໝາຍແລະລະບຽບການກ່ຽວກັບເຄມີຢ່າງເຂັ້ມງວດ; 2.ເສຍພາສີ,ອາກອນແລະປະຕິບັດພັນທະອື່ນໃຫ້ແກ່ລັດຕາມກົດໝາຍແລະລະບຽບການ; 3.ສ້າງຕັ້ງໜ່ວຍງານຄຸ້ມຄອງວຽກງານເຄມີ; 4.ຝຶກອົບຮົມຄວາມຮູ້ດ້ານຄວາມປອດໄພກ່ຽວກັບເຄມີໃຫ້ພະນັກງານແລະກໍາມະກອນໃນຫົວໜ່ວຍທຸລະກິດຂອງຕົນ; 5.ສ້າງແຜນການນໍາໃຊ້ເຄມີປະຈໍາປີ; 6.ສ້າງແລະພັດທະນາແຜນປ້ອງກັນແລະມາດຕະການແກ້ໄຂອຸບປະຕິເຫດ; 7.ເກັບຮັກສາແລະສ້າງຖານຂໍ້ມູນກ່ຽວກັບເຄມີ; 8.ສະໜອງຂໍ້ມູນແລະຄໍາແນະນໍາດ້ານຄວາມປອດໄພກ່ຽວກັບເຄມີ; 9.ບໍາບັດ,ກໍາຈັດສິ່ງເສດເຫຼືອເຄມີຈາກການດໍາເນີນທຸລະກິດ; 10.ຮຽກຄືນຜະລິດຕະພັນເຄມີທີ່ບໍ່ໄດ້ມາດຕະຖານ; 11.ຮັບຜິດຊອບຕໍ່ຜົນເສຍຫາຍທັງໝົດທີ່ເກີດຈາກການດໍາເນີນທຸລະກິດຂອງຕົນ; 12.ອໍານວຍຄວາມສະດວກແກ່ເຈົ້າໜ້າທີ່ລັດໃນການປະຕິບັດໜ້າທີ່; 13.ສະຫຼຸບແລະລາຍງານການດໍາເນີນທຸລະກິດຂອງຕົນໃຫ້ຂະແໜງການທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; 14.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາດແລະລະບຽບການ.

ມາດຕາ51ສິດຂອງຜູ້ນໍາໃຊ້ເຄມີ ຜູ້ນໍາໃຊ້ເຄມີມີສິດດັ່ງນີ້: 1.ໄດ້ຮັບຂໍ້ມູນຂ່າວສານດ້ານຄວາມປອດໄພກ່ຽວກັບເຄມີ; 2.ໄດ້ຮັບການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນຕາມກົດໝາຍແລະລະບຽບການ; 3.ສົ່ງຄືນຜະລິດຕະພັນເຄມີທີ່ບໍ່ໄດ້ມາດຕະຖານ,ເສຍຄຸນນະພາບແລະໄດ້ຮັບການທົດແທນຄ່າເສຍຫາຍຄືນ; 4.ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ52ພັນທະຂອງຜູ້ນໍາໃຊ້ເຄມີ ຜູ້ນໍາໃຊ້ເຄມີມີພັນທະດັ່ງນີ້: 1.ເຄົາລົບແລະປະຕິບັດກົດໝາຍແລະລະບຽບການກ່ຽວກັບເຄມີຢ່າງເຂັ້ມງວດ; 2.ບໍາບັດແລະກໍາຈັດສິ່ງເສດເຫຼືອຈາກການນໍາໃຊ້ເຄມີໃຫ້ຖືກຕ້ອງຕາມເຕັກນິກແລະມາດຕະຖານຄວາມປອດໄພ; 3.ລາຍງານກ່ຽວກັບຄວາມເປັນອັນຕະລາຍຈາກການນໍາໃຊ້ເຄມີຕໍ່ຂະແໜງການອຸດສາຫະກໍາແລະການຄ້າແລະພາກສ່ວນອື່ນທີ່ກ່ຽວຂ້ອງກັບບ່ອນນໍາໃຊ້ເຄມີ; 4.ເຂົ້າຮ່ວມຂະບວນການຮັກສາສຸຂະພາບແລະປົກປັກຮັກສາສິ່ງແວດລ້ອມ; 5.ຮັບຜິດຊອບຕໍ່ຜົນກະທົບຈາກການໍາໃຊ້ເຄມີຂອງຕົນ; 6.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ພາກທີ5ຂໍ້ຫ້າມ

ມາດຕາ53ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ດໍາເນີນທຸລະກິດກ່ຽວກັບເຄມີໂດຍບໍ່ໄດ້ຮັບອະນຸຍາດ; 2.ຂັດຂວາງການເຄື່ອນໄຫວວຽກງານເຄມີຂອງເຈົ້າໜ້າທີ່; 3.ຈູດ,ຝັງ,ຖິ້ມແລະປ່ອຍເຄມີຫຼືສິ່ເສດເຫຼືອເຄມີສູ່ສິ່ງແວດລ້ອມແລະສັງຄົມໂດຍບໍ່ຖືກຕ້ອງຕາມເຕັກນິກ; 4.ນໍາໃຊ້ຜະລິດຕະພັນເຄມີປອມ,ເຄມີບໍ່ໄດ້ມາດຕະຖານ,ເຄມີເສຍຄຸນນະພາບແລະເຄມີບໍ່ໄດ້ຂຶ້ນທະບຽນ; 5.ຜະລິດ,ນໍາເຂົ້າ,ສົ່ງອອກ,ຄອບຄອງຫຼືນໍາໃຊ້ເຄມີອັນຕະລາຍປະເພດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ10ຂອງກົດໝາຍສະບັບນີ້; 6.ຝາກຫຼືຮັບຝາກເຄມີອັນຕະລາຍທີ່ບໍ່ບອກຊື່ຫຼືບອກຊື່ບໍ່ຊັດເຈນ; 7.ໂຄສະນາຊວນເຊື່ອຫຼືໃຫ້ຂໍ້ມູນບໍ່ຖືກຕ້ອງຕາມຄວາມຈິງ; 8.ເກັບມ້ຽນເຄມີອັນຕະລາຍໂດຍບໍ່ໄດ້ຮັບອະນຸຍາດ; 9.ໃຫ້ສິນບົນແກ່ເຈົ້າໜ້າທີ່ແລະພະນັກງານທີ່ຮັບຜິດຊອບກ່ຽວກັບເຄມີທີ່ກ່ຽວຂ້ອງເພື່ອຜົນປະໂຫຍດຂອງຕົນ; 10.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ54ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ ຫ້າມຜູ້ດໍາເນີນທຸລະກິດມີພຶດຕິກໍາດັ່ງນີ້: 1.ດໍາເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດຫຼືບໍ່ສອດຄ່ອງກັບການອະນຸຍາດແລະການຢັ້ງຢືນ; 2.ດໍາເນີນທຸລະກິດກ່ຽວກັບເຄມີທີ່ສ້າງຜົນກະທົບຕໍ່ສຸຂະພາບ,ຊີວິດ,ຊັບສິນແລະສິ່ງແວດລ້ອມເກີນຄ່າມາດຕະຖານທີ່ກໍານົດໄວ້; 3.ສວຍໃຊ້ການດໍາເນີນທຸລະກິດກ່ຽວກັບເຄມີເພື່ອເຄື່ອນໄຫວກໍ່ຄວາມບໍ່ສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; 4.ວາງຂາຍຜະລິດຕະພັນເຄມີອັນຕະລາຍປົນເປກັບສິນຄ້າປະເພດສະບຽງອາຫານ; 5.ປອມແປງເອກະສານ; 6.ໃຫ້ຂໍ້ມູນຂ່າວສານບໍ່ຖືກກັບຄວາມເປັນຈິງ; 7.ໂຄສະນາທີ່ມີລັກສະນະສຽດສີ,ໝິ່ນປະໝາດການດໍາເນີນທຸລະກິດແລະການບໍລິການຂອງຜູ້ອື່ນ; 8.ໃຫ້ສິນບົນ; 9.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ55ຂໍ້ຫ້າມໍາລັບຜູ້ນໍາໃຊ້ ຫ້າມຜູ້ນໍາໃຊ້ເຄມີມີພຶດຕິກໍາດັ່ງນີ້: 1.ນໍາໃຊ້ເຄມີໂດຍບໍ່ຖືກຕ້ອງຕາມຈຸດປະສົງຊຶ່ງກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ; 2.ນໍາໃຊ້ເຄມີອັນຕະລາຍປະເພດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ10ຂອງກົດໝາຍສະບັບນີ້; 3.ໂຄສະນາໃສ່ຮ້າຍປ້າຍສີຫຼືມີການກະທໍາອື່ນທີ່ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ສະໜອງ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ56ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ ຫ້າມພະນັກງານແລະເຈົ້າໜ້າທີ່ມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ອໍານາດໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ; 2.ຮັບຫຼືທວງເອົາສິບບົນ; 3.ເມີນເສີຍຕໍ່ການປະຕິບັດໜ້າທີ່,ກົດໜ່ວງ,ຖ່ວງດຶງການພິຈາລະນາເອກະສານ; 4.ປອມແປງເອກະສານຫຼືນໍາໃຊ້ເອກະສານປອມ,ເປີດເຜີຍຄວາມລັບຂອງລັດ,ຄວາມລັບທາງລັດຖະການ,ທໍາລາຍເອກະສານ; 5.ປົກປິດຂໍ້ມູນຂ່າວສານດ້ານຄວາມປອດໄພ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ພາກທີ6ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ57ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານເຄມີມີຮູບການດັ່ງນີ້: 1.ການແກ້ໄຂດ້ວຍການປະນີປະນອມກັນຫຼືການໄກ່ເກ່ຍ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຕັດສິນຂອງສານ; 5.ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ58ການແກ້ໄຂດ້ວຍການປະນີປະນອມຫຼືການໄກ່ເກ່ຍ ເມື່ອມີຂໍ້ຂັດແຍ່ງກ່ຽວກັບວຽກງານເຄມີຄູ່ກໍລະນີສາມາດແກ້ໄຂດ້ວຍການປະນີປະນອມຫຼືໄກ່ເກ່ຍກັນ.

ມາດຕາ59ການແກ້ໄຂທາງດ້ານບໍລິຫານ ເມື່ອມີຂໍ້ຂັດແຍ່ງກ່ຽວກັບວຽກງານເຄມີທີ່ບໍ່ຮ້າຍແຮງແລະມີມູນຄ່າເສຍຫາຍບໍ່ຫຼວງຫຼາຍຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການອຸດສາຫະກໍາແລະການຄ້າແລະຂະແໜງການອື່ນທີ່ກ່ຽວຂ້ອງກັບບ່ອນທີ່ຕົນໄດ້ຮັບອະນຸຍາດນັ້ນເປັນຜູ້ພິຈາລະນາແກ້ໄຂຕາມກົດໝາຍແລະລະບຽບການ.

ມາດຕາ60ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເມື່ອມີຂໍ້ຂັດແຍ່ງກ່ຽວກັບການດໍາເນີນທຸລະກິດເຄມີຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມກົດໝາຍແລະລະບຽບການ.

ມາດຕາ61ການຕັດສິນຂອງສານ ເມື່ອມີຂໍ້ຂັດແຍ່ງກ່ຽວກັບການດໍາເນີນທຸລະກິດເຄມີຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມກົດໝາຍແລະລະບຽບການ.

ມາດຕາ62ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ເມື່ອມີຂໍ້ຂັດແຍ່ງກ່ຽວກັບວຽກງານເຄມີທີ່ມີລັກສະນະສາກົນໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງຂອງສປປລາວ,ສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ7ການຄຸ້ມຄອງແລະການກວດກາ

ໝວດທີ1ການຄຸ້ມຄອງວຽກງານເຄມີ

ມາດຕາ63ອົງການຄຸ້ມຄອງວຽກງານເຄມີ ລັດຖະບານຄຸ້ມຄອງວຽກງານເຄມີຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງອຸດສາຫະກໍາແລະການຄ້າເປັນຜູ້ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸມຄອງວຽກງານເຄມີປະກອບດ້ວຍ: 1.ກະຊວງອຸດສາຫະກໍາແລະການຄ້າ; 2.ພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນຫຼວງ; 3.ຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານ,ນະຄອນ.

ມາດຕາ64ສິດແລະໜ້າທີ່ຂອງກະຊວງອຸດສາຫະກໍາແລະການຄ້າ ໃນການຄຸ້ມຄອງວຽກງານເຄມີກະຊວງອຸດສາຫະກໍາແລະການຄ້າມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ສ້າງນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານເຄມີ; 2.ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດເປັນແຜນງານ,ໂຄງການແລະຈັດຕັ້ງປະຕິບັດ; 3.ໂຄສະນາອົບຮົມກົດໝາຍແລະລະບຽບການກ່ຽວກັບວຽກງານເຄມີໃຫ້ທົ່ວສັງຄົມ; 4.ຂຶ້ນທະບຽນເຄມີ; 5.ສ້າງບັນຊີເຄມີອຸດສາຫະກໍາແລະສັງລວມບັນຊີເຄມີຈາກຂະແໜງການອື່ນເພື່ອສ້າງບັນຊີລວມໃນການຈັດປະເພດເຄມີອັນຕະລາຍ; 6.ສ້າງແລະຮັບຮອງເອົາຄູ່ມືແນະນໍາເຕັກນິກແລະລະບຽບການດ້ານຄວາມປອດໄພກ່ຽວກັບເຄມີ; 7.ອະນຸຍາດ,ຄຸ້ມຄອງ,ຕິດຕາມກວດກາການນໍາເຂົ້າແລະການສົ່ງອອກເຄມີແລະສິ່ງເວດເຫຼືອເຄມີໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ; 8.ຄຸ້ມຄອງ,ຕິດຕາມ,ກວດກາການດໍາເນີນທຸລະກິດ,ການນໍາໃຊ້ເຄມີ,ການບໍາບັດແລະການກໍາຈັດສິ່ງເສດເຫຼືອເຄມີໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 9.ແນະນໍາການນໍາໃຊ້ເຄມີແຕ່ລະປະເພດໃຫ້ແກ່ປະຊາຊົນຮັບຮູ້ແລະເຂົ້າໃຈເພື່ອຮັບປະກັນຄວາມປອດໄພ; 10.ອອກ,ໂຈະ,ຖອນ,ຍົກເລີກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບເຄມີ; 11.ຮັບຄໍາສະເໜີຈາກປະຊາຊົນແລະພາກສ່ວນອື່ນທີ່ກ່ຽວຂ້ອງລວມທັງແກ້ໄຂຂໍ້ຂັດແຍ່ງກ່ຽວກັບເຄມີໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 12.ສ້າງ,ບໍາລຸງແລະຍົກລະດັບພະນັກງານວິຊາການກ່ຽວກັບວຽກງານເຄມີ; 13.ປະສານສົມທົບກັບກະຊວງ,ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງໃນການສ້າງແລະພັດທະນາຖານຂໍ້ມູນເຄມີແຫ່ງຊາດແລະການຈັດຕັ້ງປະຕິບັດວຽກງານເຄມີ; 14.ສະເໜີສ້າງຕັ້ງຄະນະຮັບຜິດຊອບວຽກງານເຄມີ; 15.ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານເຄມີ; 16.ສະຫຼຸບ,ສັງລວມແລະລາຍງານການເຄື່ອນໄຫວວຽກງານເຄມີຕໍ່ລັດຖະບານຢ່າງເປັນປົກກະຕິ; 17.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ65ສິດແລະໜ້າທີ່ຂອງພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນຫຼວງ ໃນການຄຸ້ມຄອງວຽກງານເຄມີພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນຫຼວງມີສິດແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດເປັນແຜນງານ,ໂຄງການແລະຈັດຕັ້ງປະຕິບັດ; 2.ໂຄສະນາອົບຮົມກົດໝາຍແລະລະບຽບການກ່ຍວກັບວຽກງານເຄມີໃຫ້ທົ່ວສັງຄົມ; 3.ຮັບຮອງແຜ່ນປະຈໍາປີ,ຄຸ້ມຄອງ,ຕິດຕາມກວດກາການນໍາເຂົ້າແລະການສົ່ງອອກເຄມີແລະສິ່ງເສດເຫຼືອເຄມີ; 4.ຄຸ້ມຄອງ,ຕິດຕາມ,ກວດກາການດໍາເນີນທຸລະກິດ,ການນໍາໃຊ້ເຄມີ,ການບໍາບັດແລະການກໍາຈັດສິ່ງເສດເຫຼືອເຄມີ; 5.ແນະນໍາການນໍາໃຊ້ເຄມີແຕ່ລະປະເພດໃຫ້ແກ່ປະຊາຊົນຮັບຮູ້ແລະເຂົ້າໃຈເພື່ອຮັບປະກັນຄວາມປອດໄພ; 6.ສະເໜີອອກ,ໂຈະ,ຖອນ,ຍົກເລີກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບເຄມີ; 7.ຮັບຄໍາສະເໜີຈາກປະຊາຊົນແລະພາກສ່ວນອື່ນທີ່ກ່ຽວຂ້ອງລວມທັງແກ້ໄຂຂໍ້ຂັດແຍ່ງກ່ຽວກັບເຄມີ; 8.ສ້າງ,ບໍາລຸງແລະຍົກລະດັບພະນັກງານວິຊາການກ່ຽວກັບວຽກງານເຄມີ; 9.ປະສານສົມທົບກັບບັນດາພະແນກການ,ຂະແໜງການທຽບເທົ່າແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານເຄມີ; 10.ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານເຄມີຕາມການມອບໝາຍຂອງຂັ້ນເທິງ; 11.ສະຫຼຸບ,ສັງລວມແລະລາຍງານການເຄື່ອນໄຫວວຽກງານເຄມີຕໍ່ກະຊວງອຸດສາຫະກໍາແລະການຄ້າແລະອົງການປົກຄອງຂັ້ນແຂວງຢ່າງເປັນປົກກະຕິ; 12.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ66ສິດແລະໜ້າທີ່ຂອງຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານ,ນະຄອນ. ໃນການຄຸ້ມຄອງວຽກງານເຄມີຫ້ອງການອຸດສາຫະກໍາແລະການຄ້າເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດເປັນແຜນງານ,ໂຄງການແລະຈັດຕັ້ງປະຕິບັດ; 2.ເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບວຽກງານເຄມີໃຫ້ທົ່ວສັງຄົມ; 3.ຕິດຕາມກວດກາການນໍາເຂົ້າແລະການສົ່ງອອກເຄມີແລະສິ່ງເສດເຫຼືອເຄມີລວມທັງການດໍາເນີນທຸລະກິດ,ການນໍາໃຊ້ເຄມີ,ການບໍາບັດແລະການກໍາຈັດສິ່ງເສດເຫຼືອເຄມີ. 4.ແນະນໍາການນໍາໃຊ້ເຄມີແຕ່ລະປະເພດໃຫ້ແກ່ປະຊາຊົນຮັບຮູ້ແລະເຂົ້າໃຈເພື່ອຮັບປະກັນຄວາມປອດໄພ; 5.ສະເໜີອອກ,ໂຈະ,ຖອນ,ຍົກເລີກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບເຄມີ; 6.ຮັບຄໍາສະເໜີຈາກປະຊາຊົນແລະພາກສ່ວນອື່ນທີ່ກ່ຽວຂ້ອງລວມທັງແກ້ໄຂຂໍ້ຂັດແຍ່ງກ່ຽວກັບເຄມີ; 7.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດງານເຄມີ; 8.ສະເໜີບໍາລຸງສ້າງແລະຍົກລະດັບພະນັກງານວິຊາການກ່ຽວກັບວຽກງານເຄມີ; 9.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານເຄມີຕໍ່ພະແນກອຸດສາຫະກໍາແລະການຄ້າແຂວງ,ນະຄອນຫຼວງແລະອົງການປົກຄອງຂັ້ນເມືອງຢ່າງເປັນປົກກະຕິ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ67ສິດແລະໜ້າທີ່ລວມຂອງຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນ ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນມີສິດແລະໜ້າທີ່ລວມໃນການຄຸ້ມຄອງ,ຕິດຕາມແລະກວດກາວຽກງານເຄມີໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຄົ້ນຄວ້າ,ສ້າງນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານເຄມີ; 2.ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດເປັນແຜນງານ,ໂຄງການແລະຈັດຕັ້ງປະຕິບັດ; 3.ໂຄສະນາອົບຮົມກົດໝາຍແລະລະບຽບການກ່ຽວກັບວຽກງານເຄມີໃຫ້ທົ່ວສັງຄົມ; 4.ສ້າງແລະຮັບຮອງເອົາຄູ່ມືແນະນໍາເຕັກນິກແລະລະບຽບການດ້ານຄວາມປອດໄພກ່ຽວກັບເຄມີ; 5.ຄຸ້ມຄອງ,ຕິດຕາມ,ກວດກາການດໍາເນີນທຸລະກິດ,ການນໍາໃຊ້ເຄມີ,ການບໍາບັດແລະການກໍາຈັດສິ່ງເສດເຫຼືອເຄມີ; 6.ແນະນໍາການນໍາໃຊ້ເຄມີແຕ່ລະປະເພດໃຫ້ແກ່ປະຊາຊົນຮັບຮູ້ແລະເຂົ້າໃຈເພື່ອຮັບປະກັນຄວາມປອດໄພ; 7.ຮັບຄໍາສະເໜີຈາກປະຊາຊົນແລະພາກສ່ວນອື່ນທີ່ກ່ຽວຂ້ອງລວມທັງແກ້ໄຂຂໍ້ຂັດແຍ່ງກ່ຽວກັບເຄມີ; 8.ສະເໜີສ້າງຕັ້ງຄະນະຮັບຜິດຊອບວຽກງານເຄມີ; 9.ສ້າງ,ບໍາລຸງແລະຍົກລະດັບພະນັກງານວິຊາການກ່ຽວກັບວຽກງານເຄມີ; 10.ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານເຄມີ; 11.ສະຫຼຸບລາຍງານການເຄື່ອນໄຫວວຽກງານເຄມີຕາມຄວາມຮັບຜິດຊອບຂອງຕົນຕໍ່ກະຊວງອຸດສາຫະກໍາແລະການຄ້າເພື່ອລາຍງານຕໍ່ລັດຖະບານຢ່າງເປັນປົກກະຕິ; 12.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສໍາລັບສິດແລະໜ້າທີ່ສະເພາະຂອງອົງການປົກຄອງທ້ອງຖິ່ນນັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ68ສິດແລະໜ້າທີ່ສະເພາະຂອງຂະແໜງການອື່ນ ຂະແໜງການອື່ນມີສິດແລະໜ້າທີ່ສະເພາະໃນການຄຸ້ມຄອງ,ຕິດຕາມແລະກວດກາວຽກງານເຄມີດ້ວຍການປະສານສົມທົບກັບຂະແໜງການອຸດສາຫະກໍາແລະການຄ້າຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຂະແໜງການສາທາລະນະສຸກຄຸ້ມຄອງແລະຕິດຕາມການນໍາໃຊ້ເຄມີແລະສິ່ງເສດເຫຼືອເຄມີເປັນຕົ້ນເຄມີທີ່ໃຊ້ໃນການຜະລິດຢາ,ເຄື່ອງສໍາອາງ,ອຸປະກອນການແພດ,ປິ່ນປົວແລະຮັກສາສຸຂະພາບ,ເສີມຄວາມງາມ,ຂ້າເຊື້ອແລະເຄມີປຸງແຕ່ງອາຫານແລະສ້າງບັນຊີເຄມີອັນຕະລາຍທີ່ນໍາໃຊ້ໃນຂະແໜງການຕົນ; 2.ຂະແໜງການກະສິກໍາແລະປ່າໄມ້ຄຸ້ມຄອງແລະຕິດຕາມການນໍາໃຊ້ເຄມີແລະສິ່ງເສດເຫຼືອເຄມີເປັນຕົ້ນເຄມີທີ່ນໍາໃຊ້ເຂົ້າໃນການປູກຝັງ,ການເພາະພັນ,ການລ້ຽງສັດ,ການປະສົງ,ການສັດຕະວະແພດ,ການຮັກສາຜະລິດຕະພັນກະສິກໍາ,ຢາປາບສັດຕູພືດແລະສ້າງບັນຊີເຄມີອັນຕະລາຍທີ່ນໍາໃຊ້ໃນຂະແໜງການຕົນ; 3.ຂະແໜງການພະລັງງານແລະບໍ່ແຮ່ຄຸ້ຄອງແລະຕິດຕາມການນໍາໃຊ້ເຄມີແລະສິ່ງເສດເຫຼືອເຄມີເປັນຕົ້ນເຄມີທີ່ນໍາໃຊ້ເຂົ້າໃນການຂຸດຄົ້ນແລະປຸງແຕ່ງແຮ່ທາດ,ເຄມີທີ່ເກີດຈາກທໍາມະຊາດຢູ່ບໍລິເວນຂຸດຄົ້ນແຮ່ທາດ; 4.ຂະແໜງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມຄຸ້ມຄອງແລະຕິດຕາມການບໍາບັດ,ການກໍາຈັດສິ່ງເສດເຫຼືອເຄມີ,ເຄມີຕົກຄ້າງໃນທໍາມະຊາດແລະເຄມີທີ່ຍຶດໄດ້ແລະຮັບຮອງບັນຊີສານເຄມີເປັນພິດ; 5.ຂະແໜງການວິທະຍາສາດແລະເຕັກໂນໂລຊີຄຸ້ມຄອງແລະຕິດຕາມການໃຊ້ເຕັກນິກເຕັກໂນໂລຊີກ່ຽວກັບການນໍາໃຊ້ເຄມີແລະສິ່ງເສດເຫຼືອເຄມີເປັນຕົ້ນເຄມີທີ່ນໍາໃຊ້ໃນການທົດລອງ,ການຄົ້ນຄວ້າ,ການວິໄຈເພື່ອການພັດທະນາເຕັກໂນໂລຊີແລະຮັບຮອງເອົາມາດຕະຖານກ່ຽວກັບເຄມີແລະເປັນຜູ້ກໍານົດມາດຕະຖານຄວາມປອດໄພຂອງຫ້ອງທົດລອງແລະການນໍາໃຊ້ເຄມີໃນຫ້ອງທົດລອງໂດຍປະສານສົມທົບກັບກະຊວງ,ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງ; 6.ຂະແໜງການໂຍທາທິການແລະຂົນສົ່ງຄຸ້ມຄອງແລະຕິດຕາມການຂົນສົ່ງເຄມີແລະສິ່ງເສດເຫຼືອເຄມີ; 7.ຂະແໜງການປ້ອງການຄວາມສະຫງົບຄຸ້ມຄອງແລະຕິດຕາມການນໍາໃຊ້ເຄມີແລະສິ່ງເສດເຫຼືອເຄມີແລະປະສານສົມທົບກັບພາກສ່ວນກ່ຽວຂ້ອງແກ້ໄຂອຸບປະຕິເຫດຈາກເຄມີເປັນຕົ້ນທາດລະເບີດ,ທາດແຕກ,ເຄມີເປັນພິດ,ເຄມີມອດໄຟແລະດໍາເນີນຄະດີຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍແລະລະບຽບການຄຸ້ມຄອງເຄມີ; 8.ຂະແໜງການປ້ອງກັນປະເທດຄຸ້ມຄອງແລະຕິດຕາມການນໍາໃຊ້ເຄມີແລະສິ່ງເສດເຫຼືອເຄມີເປັນຕົ້ນທາດລະເບີດ,ທາດແຕກ,ເຄມີເປັນພິດ,ເຄມີມອດໄຟແລະສິ່ງເສດເຫຼືອເຄມີຈາກສະໄໝສົງຄາມແລະແກ້ໄຂອຸບປະຕິເຫດຈາກເຄມີ; 9.ຂະແໜງການສຶກສາທິການແລະກິລາຄຸ້ມຄອງແລະຕິດຕາມການນໍາໃຊ້ເຄມີແລະສິ່ງເສດເຫຼືອເຄມີເປັນຕົ້ນເຄມີທີ່ນໍາໃຊ້ໃນການສິດສອນ,ຄົ້ນຄວ້າ,ທົດລອງແລະວິໄຈ.

ໝວດທີ2ການກວດກາວຽກງານເຄມີ

ມາດຕາ69ອົງການກວດກາວຽກງານເຄມີ ອົງການກວດກາວຽກງານເຄມີປະກອບດ້ວຍ: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານເຄມີຕາມທີ່ໄດ້ກໍານົດໄວ້ໃນມາດຕາ63ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງການກວດກາລັດຖະບານ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະສະພາປະຊາຊົນຂັ້ນແຂວງ.

ມາດຕາ70ເນື້ອໃນກວດກາ ການກວດກາວຽກງານເຄມີມີເນື້ອໃນຕົ້ນຕໍດັ່ງນີ້: 1.ການປະຕິບັດນະໂຍບາຍ,ກົດໝາຍແລະລະບຽບການກ່ຽວກັບວຽກງານເຄມີ; 2.ການຈັດຕັ້ງແລະການເຄື່ອນໄຫວຂອງອົງການຄຸ້ມຄອງວຽກງານເຄມີ; 3.ຄວາມຮັບຜິດຊອບ,ພຶດຕິກໍາແລະແບບແຜນວິທີເຮັດວຽກຂອງພະນັກງານແລະເຈົ້າໜ້າທີ່ກ່ຽວກັບເຄມີ; 4.ການເຄື່ອນໄຫວດໍາເນີນທຸລະກິດກ່ຽວກັບວຽກງານເຄມີ.

ມາດຕາ71ຮູບການກວດກາ ການກວດກາວຽກງານເຄມີມີຮູບການດັ່ງນີ້: 1.ການກວດກາຕາມລະບົບປົກກະຕິ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາຕາມລະບົບປັກກະຕິແມ່ນການກວດກາຕາມແຜນການແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໃນເວລາທີ່ເຫັນວ່າມີຄວາມຈໍາເປັນແລະຮີບດ່ວນໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ. ການກວດກາໃຫ້ກວດກາທາງເອກະສານແລະການປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານແລະປະຕິບັດຕາມກົດໝາຍແລະລະບຽບການຢ່າງເຂັ້ມງວດ.

ພາກທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ72ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕມລະບຽບການ.

ມາດຕາ73ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍຫຼືລົງໂທດທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກ.

ມາດຕາ74ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ທີ່ມີລັກສະນະເບົາເປັນຄັ້ງທໍາອິດຈະຖືກກ່າວເຕືອນຫຼືສຶກສາອົບຮົມຕາມແຕ່ລະກໍລະນີ.

ມາດຕາ75ມາດຕະການທາງວິໄນ ເຈົ້າໜ້າທີ່ຫຼືພະນັກງານທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນການລະເມີດຂໍ້ຫ້າມທີ່ໄດ້ຖືກກ່າວເຕືອນຫຼືສຶກສາອົບຮົມມາກ່ອນແລ້ວແລະບໍ່ມີອົງປະກອບຂອງການກະທໍາຜິດທາງອາຍາຈະຖືກລົງວິໄນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ76ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກປັບໃໝຕາມທີ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ77ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ລວມໝູ່ແລະບຸກຄົນອື່ນຕ້ອງໄດ້ຟື້ນຟູ,ບູລະນະແລະໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ78ມາດຕະການທາງອາຍາ ບຸກຄົນທີ່ລະເມີດກົດໝາຍສະບັບນີ້ຫາກເປັນການກະທໍາຜິດທາງອາຍາຊຶ່ງພາໃຫ້ເກີດຜົນເສຍຫາຍຕໍ່ສຸຂະພາບແລະຊີວິດຂອງຜູ້ອື່ນຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາແລະກົດໝາຍອື່ນທີ່ກໍານົດໂທດທາງອາຍາ.

ມາດຕາ79ມາດຕະການໂທດເພີ່ມ ນອກຈາກໂທດທີ່ໄດ້ກໍານົດໄວ້ໃນມາດຕາ78ຂອງກົດໝາຍສະບັບນີ້ຜູ້ກະທໍາຜິດຈະຖືກປະຕິບັດມາດຕະການໂທດເພີ່ມເຊັ່ນການໂຈະ,ການຖອນໃບອະນຸຍາດຫຼືຍຸບເລີກກິດຈະການຕາມແຕ່ລະກໍລະນີ.

ພາກທີ9ບົດບັນຍັດສຸດທ້າຍ

ມາດຕາ80ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ81ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ