ກົດໝາຍວ່າດ້ວຍການຂົນສົ່ງຫຼາຍຮູບແບບ 18-12-2012

From Wikisource
Jump to navigation Jump to search

.ການຂົນສົ່ງຫຼາຍຮູບແບບ 18-12-2012


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການລະບຽບການແລະມາດຕະ ການກ່ຽວກັບການອະນຸຍາດການຄວບຄຸມການຄຸ້ມຄອງການຕິດຕາມ ແລະກວດກາການດໍາເນີນກິດຈະການຂົນສົ່ງຫຼາຍຮູບແບບເພື່ອຮັບປະ ກັນໃຫ້ວຽກງານຂົນສົ່ງຫຼາຍຮູບແບບທັນສະໄໝມີປະສິດທິຜົນຍືນຍົງ ແລະບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມແນ່ໃສ່ເພີ່ມຄວາມສາມາດໃນ ການຂົນສົ່ງເຊື່ອມໂຍງກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດສັງຄົມຂອງຊາດ. ...ມາດຕາສອງການຂົນສົ່ງຫຼາຍຮູບແບບ

ມາດຕາສອງການຂົນສົ່ງຫຼາຍຮູບແບບ ການຂົນສົ່ງຫຼາຍຮູບແບບແມ່ນການຂົນສົ່ງສິນຄ້າທີ່ຕໍ່ເນື່ອງ ກັນແຕ່ສອງຮູບແບບຂຶ້ນໄປຊຶ່ງມີການຂົນສົ່ງທາງບົກທາງລົດໄຟທາງ ນໍ້າທາງທະເລທາງອາກາດຫຼືທາງທໍ່ລະຫວ່າງສປປລາວໄປຍັງປະ ເທດອື່ນຫຼືຈາກປະເທດອື່ນມາຍັງສປປລາວບົນພື້ນຖານສັນຍາຂົນສົ່ງ ຫຼາຍຮູບແບບສະບັບດຽວ. ...ມາດຕາສາມການອະທິບາຍຄໍາສັບ

ມາດຕາສາມການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: ໜຶ່ງສິນຄ້າໝາຍເຖິງວັດຖຸສິ່ງຂອງສັດຜະລິດຕະພັນອື່ນເພື່ອ ຕອບສະໜອງຄວາມຕ້ອງການຫຼືຄວາມຈໍາເປັນຂອງຜູ້ຊົມໃຊ້ຊຶ່ງມີ ຄຸນຄ່າທາງດ້ານເສດຖະກິດລວມທັງຕູ້ສິນຄ້າຖ້ານຮອງຫີບຫໍ່ພາຫະ ນະຂົນສົ່ງຫຼືວັດຖຸປະກອນອື່ນທີ່ຄ້າຍຄືກັນທີ່ຜູ້ດໍາເນີນການຂົນສົ່ງ ຫຼາຍຮູບແບບບໍ່ໄດ້ສະໜອງໃຫ້. ສອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບໝາຍເຖິງບຸກຄົນ ນິຕິບຸກຄົນຫຼືການຈັດຕັ້ງທີ່ເປັນເຈົ້າການຫຼືຮັບຜິດຊອບແທນຜູ້ສົ່ງຫຼື ຜູ້ຂົນສົ່ງສິນຄ້າທີ່ເຂົ້າຮ່ວມໃນການດໍາເນີນການຂົນສົ່ງຫຼາຍຮູບ ແບບ. ສາມຜູ້ສົ່ງສິນຄ້າໝາຍເຖິງບຸກຄົນນິຕິບຸກຄົນຫຼືການຈັດຕັ້ງ ທີ່ເປັນເຈົ້າຂອງສິນຄ້າຫຼືຜູ້ຮັບມອບໝາຍທີ່ເປັນຄູ່ສັນຍາຂົນສົ່ງຫຼາຍ ຮູບແບບກັບຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ. ສີ່ຜູ້ສັ່ງສິນຄ້າໝາຍເຖິງບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ມ ີຄວາມຕ້ອງການສິນຄ້າດ້ວຍການສັ່ງໃຫ້ຜູ້ທີ່ກ່ຽວຂ້ອງຈັດສົ່ງໃຫ້ ຕົນ. ຫ້າຜູ້ດໍາເນີນການຂົນສົ່ງສິນຄ້າໝາຍເຖິງບຸກຄົນນິຕິບຸກຄົນ ຫຼືການຈັດຕັ້ງທີ່ຮັບຂົນສົ່ງສິນຄ້າຊຶ່ງອາດຈະເປັນຜູ້ດຽວກັນກັບຜູ້ດໍາ ເນີນການຂົນສົ່ງຫຼາຍຮູບແບບ. ຫົກການມອບສິນຄ້າໃຫ້ຂົນສົ່ງໝາຍເຖິງການມອບສິນຄ້າ ຈາກຜູ້ສົ່ງສິນຄ້າໃຫ້ແກ່ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບເພື່ອດໍາ ເນີນການຂົນສົ່ງຕາມສັນຍາ. ເຈັດການສົ່ງມອບສິນຄ້າໝາຍເຖິງການມອບສິນຄ້າຈາກຜູ້ ດໍາເນີນການຂົນສົ່ງຫຼາຍຮູບແບບໃຫ້ແກ່ຜູ້ຮັບສິນຄ້າຫຼືບຸກຄົນທີ ສາມຫຼືເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ປາຍທາງຫຼືຢູ່ສະຖານທີ່ທີ່ໄດ້ກໍານົົດ ໄວ້ໃນສັນຍາຫຼືຢູ່ສະຖານທີ່ສົ່ງມອບຕາມລະບຽບກົດໝາຍຫຼືຕາມ ປະເພນີທາງການຄ້າທີ່ເຄີຍປະຕິບັດ. ແປດຜູ້ຮັບສິນຄ້າໝາຍເຖິງບຸກຄົນນິຕິບຸກຄົນຫຼືການຈັດຕັ້ງ ທີ່ມີສິດຮັບເອົາສິນຄ້າຈາກຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ. ເກົ້າເອກະສານຂົນສົ່ງຫຼາຍຮູບແບບໝາຍເຖິງໜັງສືຢັ້ງຢືນ ທີ່ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບອອກໃຫ້ແກ່ຜູ້ສົ່ງສິນຄ້າເພື່ອ ໃຫ້ເປັນຫຼັກຖານໃນການປະຕິບັດສັນຍາຂົນສົ່ງຫຼາຍຮູບແບບ. ສິບເອກະສານໂອນໄດ້(Negotialbel)ໝາຍເຖິງເອກະ ສານທີ່ສາມາດໃຫ້ຜູ້ມີເອກະສານຂົນສົ່ງຫຼາຍຮູບແບບຕົ້ນສະບັບມາ ຮັບເອົາສິນຄ້າໄດ້. ສິບເອັດເອກະສານໂອນບໍ່ໄດ້(Non-negotiable)ໝາຍເຖິງເອກະສານທີ່ບໍ່ສາມາດມອບໃຫ້ຜູ້ໃດໜຶ່ງມາຮັບໄດ້ນອກ ຈາກຜູ້ທີ່ຖືກບົ່ງຊື່ໄວ້ໃນເອກະສານຂົນສົ່ງຫຼາຍຮູບແບບເທົ່ານັ້ນ. ສິບສອງສັນຍາຂົນສົ່ງຫຼາຍຮູບແບບໝາຍເຖິງການຕົກລົງ ລະຫວ່າງຜູ້ສົ່ງສິນຄ້າກັບຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບກ່ຽວ ກັບການເຄື່ອນຍ້າຍສິນຄ້າຈາກສປປລາວໄປຍັງປະເທດອື່ນຫຼືຈາກ ປະເທດອື່ນມາຍັງສປປລາວ. ສິບສາມລາຍລັກອັກສອນໝາຍເຖິງການຂຽນດ້ວຍມືການ ພິມການບັນທຶກການສໍາເນົາການສົ່ງຂໍ້ຄວາມດ້ວຍເຄື່ອງມືທາງເອ ເລັກໂຕຼນິກ. ສິບສີ່ຫົວໜ່ວຍສິດຖອນເງິນພິເສດ (SDR Special Drawing Right) ໝາຍເຖິງຫົວໜ່ວຍຄິດໄລ່ການເງິນທີ່ກໍາ ນົດໂດຍກອງທຶນການເງິນລະຫວ່າງປະເທດ. ສິບຫ້າເຫດສຸດວິໄສໝາຍເຖິງເຫດການທີ່ເກີດຂຶ້ນຈາກໄພ ພິບັດທໍາມະຊາດເປັນຕົ້ນນໍ້າຖ້ວມລົມພາຍຸແຜ່ນດິນໄຫວຫຼືຈາກການ ສ້າງຂຶ້ນຂອງມະນຸດເປັນຕົ້ນການຈະລາຈົນທີ່ບໍ່ສາມາດຄວບຄຸມ ໄດ້. ສິບຫົກການເສຍຫາຍໝາຍເຖິງການເປ່ເພການສູນຫາຍ. ສິບເຈັດການເປ່ເພໝາຍເຖິງການແຕກທັກການບຸ້ມບ້ຽວ ການເສຍຮູບຊົງເດີມການຈີກຂາດແລະອື່ນໆ. ສິບແປດໂລຊິດສະຕິກ (Logistics) ໝາຍເຖິງລະບົບ ການຄຸ້ມຄອງບໍລິການຂະບວນການເຄື່ອນຍ້າຍສິນຄ້າທີ່ມີການ ວາງແຜນການຄວບຄຸມການເກັບຮັກສາການຫຸ້ມຫໍ່ການຄ່ຽນຖ່າຍ ການຂົນສົ່ງການບໍລິການແລະການສະໜອງຂໍ້ມູນຂ່າວສານທີ່ກ່ຽວ ຂ້ອງທີ່ມີປະສິດທິພາບແລະປະສິດທິຜົນຈາກຕົ້ນທາງໄປຍັງປາຍ ທາງຕາມຄວາມຕ້ອງການຂອງລູກຄ້າຢ່າງເປັນຕ່ອງໂສ້.

...ມາດຕາສີ່ນະໂຍບາຍຂອງລັດກ່ຽວກັບການຂົນສົ່ງຫຼາຍຮູບແບບ

ມາດຕາສີ່ນະໂຍບາຍຂອງລັດກ່ຽວກັບການຂົນສົ່ງຫຼາຍຮູບແບບ ລັດສົ່ງເສີມບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະ ຕ່າງປະເທດລົງທຶນເຂົ້າໃນການພັດທະນາວຽກງານຂົນສົ່ງຫຼາຍຮູບ ແບບຢູ່ສປປລາວເພື່ອຮັບປະກັນຄຸນນະພາບປະສິດທະຜົນຄວາມປອດ ໄພບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມໃຫ້ມີການຂະຫຍາຍຕົວທັນສະໄໝ ແລະເຂັ້ມແຂງເພື່ອເຊື່ອມໂຍງກັບພາກພື້ນແລະສາກົນ. ລັດຊຸກຍູ້ແລະສົ່ງເສີມໃຫ້ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ໄດ້ມີເງື່ອນໄຂເຂົ້າເຖິງແຫຼ່ງທຶນພັດທະນາບຸກຄະລາກອນໃຫ້ມີຄວາມ ສາມາດໃນການດໍາເນີນທຸລະກິດຂົນສົ່ງຫຼາຍຮູບແບບແນໃສ່ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ. ...ມາດຕາຫ້າຫຼັກການກ່ຽວກັບການຂົນສົ່ງຫຼາຍຮູບແບບ

ມາດຕາຫ້າຫຼັກການກ່ຽວກັບການຂົນສົ່ງຫຼາຍຮູບແບບ ການຂົນສົ່ງຫຼາຍຮູບແບບໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: ໜຶ່ງຮັບປະກັນຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດຮັບປະກັນປະສິດທິຜົນທາງດ້ານເສດຖະກິດສັງຄົມ ແລະການປົກປັກຮັກສາສິ່ງແວດລ້ອມ. ສອງຮັບປະກັນຄວາມສະກວດວ່ອງໄວປອດໄພໂປ່ງໃສຄົບ ຖ້ວນທັນເວລາຍຸຕິທໍາແລະສະເໝີພາບຕໍ່ໜ້າກົດໝາຍ. ສາມຮັບຜະກັນການບໍລິການໃຫ້ໄດ້ມາດຕະຖານສາກົນໂດຍ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ. ສີ່ປະສານສົມທົບລະຫວ່າງຂະແໜງການອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງເພື່ອຄວບຄຸມຄຸ້ມຄອງຕິດຕາມກວດກາການຂົນ ສົ່ງຫຼາຍຮູບແບບໃຫ້ມີປະສິດທິຜົນ.

...ມາດຕາຫົກຂອບເຂດການນໍາໃຊ້ກົດໝາຍ

ມາດຕາຫົກຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນນິຕິບຸກຄົນຫຼືການຈັດຕັ້ງ ທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວວຽກງານຂົນສົ່ງຫຼາຍຮູບ ແບບຈາກສປປລາວໄປຍັງປະເທດອື່ນຫຼືຈາກປະເທດອື່ນມາຍັງສປປ ລາວ. ກົດໝາຍສະບັບນີ້ບໍ່ນໍາໃຊ້ສໍາລັບການຂົນສົ່ງຫຼາຍຮູບແບບຢູ່ ພາຍໃນປະເທດແລະການຂົນສົ່ງຜູ້ໂດຍສານ. ...ມາດຕາເຈັດການຮ່ວມມືກັບສາກົນ

ມາດຕາເຈັດການຮ່ວມມືກັບສາກົນ ລັດເປີດກວ້າງແລະສົ່ງເສີມການພົວພັນຮ່ວມມືກັບຕ່າງປະ ເທດພາກພື້ນແລະສາກົນກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບດ້ວຍ ການແລກປ່ຽນບົດຮຽນຂໍ້ມູນຂ່າວສານວິທະຍາສາດແລະເຕັກໂນໂລ ຊີການສ້າງແລະຍົກລະດັບບຸກຄະລາກອນຍາດແຍ່ງການຊ່ວຍເຫຼືອ ການລົງທຶນແລະປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວ ເປັນພາຄີ. ..ພາກທີສອງການດໍາເນີນການຂົນສົ່ງຫຼາຍຮູບແບບ


...ໝວດທີໜຶ່ງສັນຍາແລະເອກະສານຂົນສົ່ງຫຼາຍຮູບແບບ


....ມາດຕາແປດສັນຍາຂົນສົ່ງຫຼາຍຮູບແບບ

ມາດຕາແປດສັນຍາຂົນສົ່ງຫຼາຍຮູບແບບ ສັນຍາຂົນສົ່ງຫຼາຍຮູບແບບແມ່ນການຕົກລົງເປັນລາຍລັກອັກ ສອນລະຫວ່າງຜູ້ສົ່ງສິນຄ້າກັບຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບຊຶ່ງ ພາໃຫ້ເກີດມີສິດແລະພັນທະຕໍ່ກັນຕາມທີ່ໄດ້ກໍານົດໄວ້ໃນສັນຍາແລະ ກົດໝາຍສະບັບນີ້.

....ມາດຕາເກົ້າເອກະສານຂົນສົ່ງຫຼາຍຮູບແບບ

ມາດຕາເກົ້າເອກະສານຂົນສົ່ງຫຼາຍຮູບແບບ ເມື່ອໄດ້ຮັບສິນຄ້າແລ້ວຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຕ້ອງອອກເອກກະສານຂົນສົ່ງຫຼາຍຮູບແບບເພື່ອເປັນຫຼັກຖານຢັ້ງຢືນ ການຮັບເອົາສິນຄ້າຕາມຈຸດປະສົງຂອງຜູ້ສົ່ງສິນຄ້າ. ເອກະສານດັ່ງກ່າວຕ້ອງມີຊື່ລາຍເຊັນແລະຕາປະທັບຂອງຜູ້ ດໍາເນີນການຂົນສົ່ງຫຼາຍຮູບແບບຫຼືຜູ້ຮັບມອບສິດໂດຍສອດຄ່ອງກັບ ລະບຽບກົດໝາຍຂອງສປປລາວ. ....ມາດຕາສິບເນື້ອໃນເອກະສານຂົນສົ່ງຫຼາຍຮູບແບບ

ມາດຕາສິບເນື້ອໃນເອກະສານຂົນສົ່ງຫຼາຍຮູບແບບ ເອກະສານຂົນສົ່ງຫຼາຍຮູບແບບມີເນື້ອໃນລະອຽດດັ່ງນີ້: ລັກສະນະທົ່ວໄປຂອງສິນຄ້າເຄື່ອງໝາຍຈໍາເປັນທີ່ຊີ້ບອກ ຄຸນລັກສະນະຂອງສິນຄ້າເຊັ່ນຈໍານວນຫີບຫໍ່ຫຼືອັນນໍ້າໜັກລວມປະ ລິມານຂະໜາດປະເພດຄວາມເປັນອັນຕະລາຍການເໜົ່າເປື່ອຍ ໄວຫຼືລາຍລະອຽດອື່ນທີ່ຜູ້ສົ່ງສິນຄ້າໄດ້ສະໜອງໃຫ້. ສະພາບພາຍນອກຂອງສິນຄ້າ. ຊື່ແລະທີ່ຕັ້ງສໍານັກງານໃຫຍ່ຂອງຜູ້ດໍາເນີນການຂົນສົ່ງ ຫຼາຍຮູບແບບ. ຊື່ຂອງຜູ້ສົ່ງສິນຄ້າ. ຊື່ຂອງຜູ້ຮັບສິນຄ້າຕາມທີ່ຜູ້ສົ່ງສິນຄ້າໄດ້ບົ່ງໄວ້. ວັນເວລາແລະສະຖານທີ່ທີ່ຜູ້ດໍາເນີນການຂົນສົ່ງຫຼາຍຮູບ ແບບໄດ້ຮັບການມອບສົ່ງສິນຄ້າ. ສະຖານທີ່ສົ່ງມອບສິນຄ້າໃຫ້ຜູ້ຮັບສິນຄ້າ. ວັນຫຼືໄລຍະເວລາສົ່ງມອບສິນຄ້າຢູ່ສະຖານທີ່ສົ່ງມອບສິນ ຄ້າ. ການບົ່ງບອກວ່າເອກະສານຂົນສົ່ງຫຼາຍຮູບແບບສາມາດ ໂອນໄດ້ຫຼືໂອນບໍ່ໄດ້. ວັນເວລາແລະສະຖານທີ່ອອກເອກະສານຂົນສົ່ງຫຼາຍຮູບ ແບບ. ຊື່ແລະລາຍເຊັນຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຫຼືຜູ້ຮັບມອບສິດ. ຄ່າຂົນສົ່ງຂອງແຕ່ລະຮູບແບບຄ່າຂົນສົ່ງທັງໝົດແລະສະ ກຸນເງິນທີ່ຜູ້ສົ່ງສິນຄ້າຫຼືຜູ້ຮັບສິນຄ້າຕ້ອງຊໍາລະແກ່ຜູ້ດໍາເນີນການ ຂົນສົ່ງຫຼາຍຮູບແບບຕາມການຕົກລົງຂອງຄູ່ສັນຍາ. ລາຍລະອຽດກ່ຽວກັບເສັ້ນທາງຮູບແບບການຂົນສົ່ງແລະ ສະຖານທີ່ຄ່ຽນຖ່າຍຖ້າຫາກຮູ້ລ່ວງໜ້າ. ລາຍລະອຽດອື່ນຕາມການຕົກລົງຂອງຄູ່ສັນຍາ. ໃນກໍລະນີເອກະສານຂົນສົ່ງຫຼາຍຮູບແບບຫາກຂາດເນື້ອ ໃນໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງຂອງມາດຕານີ້ຊຶ່ງບໍ່ມີ ຜົນສະທ້ອນທາງດ້ານກົດໝາຍຕໍ່ຄຸນລັກສະນະຂອງເອກະສານດັ່ງ ກ່າວໃຫ້ຖືວ່າໃຊ້ໄດ້.

...ໝວດທີສອງສິດພັນທະແລະຄວາມຮັບຜິດຊອບຂອງຜູ້ສົ່ງສິນຄ້າ


....ມາດຕາສິບເອັດສິດຂອງຜູ້ສົ່ງສິນຄ້າ

ມາດຕາສິບເອັດສິດຂອງຜູ້ສົ່ງສິນຄ້າ ຜູ້ສົ່ງສິນຄ້າມີສິດຕິດຕາມຮັບຂໍ້ມູນຂ່າວສານຈາກຜູ້ດໍາເນີນ ການຂົນສົ່ງຫຼາຍຮູບແບບຫຼືຜູ້ຮັບສິນຄ້າໃນກໍລະນີສິນຄ້າທີ່ສົ່ງນັ້ນຫາກ ເສຍຫາຍຫຼືຊັກຊ້າໃນການສົ່ງມອບກໍ່ມີສິດທວງເອົາການໃຊ້ແທນຄ່າ ເສຍຫາຍດັ່ງກ່າວຕາມສັນຍາຫຼືລະບຽບກົດໝາຍ. ....ມາດຕາສິບສອງພັນທະຂອງຜູ້ສົ່ງສິນຄ້າ

ມາດຕາສິບສອງພັນທະຂອງຜູ້ສົ່ງສິນຄ້າ ຜູ້ສົ່ງສິນຄ້າມີພັນທະແຈ້ງລັກສະນະຂອງສິນຄ້າຈໍານວນຫີບຫໍ່ ເຄື່ອງໝາຍເລກລໍາດັບນໍ້າໜັກຂະໜາດບໍລິມາດປະລິມານຖ້າມີສິນ ຄ້າອັນຕະລາຍແຕກງ່າຍເສື່ອມຄຸນຫຼືເໜົ່າເປື່ອຍໄວກໍ່ຕ້ອງແຈ້ງລັກ ສະນະຂອງສິນຄ້ານັ້ນໃຫ້ແກ່ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບພ້ອມ ທັງແນະນໍາໃຫ້ມີຄວາມລະມັດລະວັງໃນການຂົນສົ່ງແລະບັນທຶກໃສ່ ເອກະສານຂົນສົ່ງຫຼາຍຮູບແບບ. ຜູ້ສົ່ງສິນຄ້າມີພັນທະຈ່ານຄ່າຂົນສົ່ງໃຫ້ຜູ້ດໍາເນີນການຂົນສົ່ງ ຫຼາຍຮູບແບບຢ່າງຄົບຖ້ວນແລະຖືກຕ້ອງຕາມສັນຍາ. ....ມາດຕາສິບສາມຄວາມຮັບຜິດຊອບຂອງຜູ້ສົ່ງສິນຄ້າ

ມາດຕາສິບສາມຄວາມຮັບຜິດຊອບຂອງຜູ້ສົ່ງສິນຄ້າ ໃນກໍລະນີມີຄວາມເສຍຫາຍເກີດຂຶ້ນຍ້ອນການບໍ່ແຈ້ງລັກສະ ນະຄວາມເປັນອັນຕະລາຍຂອງສິນຄ້າຫຼືແຈ້ງສິນຄ້າບໍ່ຖືກຕ້ອງຕາມ ຕົວຈິງແລະບໍ່ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບສອງຂອງ ກົດໝາຍສະບັບນີ້ຜູ້ສົ່ງສິນຄ້າຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍນັ້ນ. ...ໝວດທີສາມສິດພັນທະແລະຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ


....ມາດຕາສິບສີ່ສິດຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

ມາດຕາສິບສີ່ສິດຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບມີສິດດັ່ງນີ້: ໜຶ່ງທວເອົາສິນຄ້າຈາກຜູ້ສົ່ງສິນຄ້າໃຫ້ຄົບຖ້ວນແລະທັນເວ ລາຕາມສັນຍາ. ສອງທວງເອົາຄ່າຂົນສົ່ງສິນຄ້ານໍາຜູ້ສົ່ງສິນຄ້າຫຼືຜູ້ຮັບສິນຄ້າ ຕາມທີ່ໄດ້ຕົກລົງກັນ. ສາມຕິດຕາມຂໍ້ມູນຂ່າວສານກ່ຽວກັບການດໍາເນີນການຂົນ ສົ່ງສິນຄ້າໃນແຕ່ລະຮູບແບບ. ສີ່ກວດກາຄວາມຖືກຕ້ອງຂອງສິນຄ້າໃນເວລາຮັບສິນຄ້າ ຈາກຜູ້ສົ່ງ. ຫ້າທວງເອົາເງິນຄ່າຂົນສົ່ງແລະຄ່າໃຊ້ຈ່າຍອື່ນນໍາຜູ້ສົ່ງສິນ ຄ້າຫຼືຜູ້ຮັບສິນຄ້າຈໍານວນເງິນທີ່ຍັງບໍ່ພໍ. ຫົກກັກສິນຄ້າໄວ້ແລະແຈ້ງເປັນລາຍລັກອັກສອນໃຫ້ແກ່ຜູ້ຮັບ ສິນຄ້າໃນກໍລະນີທີ່ບໍ່ໄດ້ຮັບຄ່າຂົນສົ່ງຕາມສັນຍາ. ເຈັດປະມູນຂາຍສິນຄ້າທີ່ໄດ້ກັກໄວ້ນັ້ນພ້ອມທັງຫັກເອົາຄ່າ ຂົນສົ່ງແລະຄ່າໃຊ້ຈ່າຍອື່ນຕາມທີ່ໄດ້ບົ່ງໄວ້ໃນເອກະສານຂົນສົ່ງ ຫຼາຍຮູບແບບ. ແປດຈັດການກັບສິນຄ້າຕາມລະບຽບກົດໝາຍໃນກໍລະນີຜູ້ ຮັບສິນຄ້າຫາກບໍ່ຮັບເອົາສິນຄ້າໂດຍບໍ່ມີເຫດຜົນ. ເກົ້າປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ....ມາດຕາສິບຫ້າພັນທະຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

ມາດຕາສິບຫ້າພັນທະຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບມີພັນທະດັ່ງນີ້: ໜຶ່ງຂົນສົ່ງສິນຄ້າຈາກຕົ້ນທາງໄປຫາປາຍທາງໂດຍບໍ່ໃຫ້ ມີການເສຍຫາຍຫຼືສົ່ງມອບສິນຄ້າໃຫ້ຄົບຖ້ວນແລະຖືກຕ້ອງຕາມ ເງື່ອນໄຂທີ່ໄດ້ບົ່ງໄວ້ໃນສັນຍາແລະເອກະສານຂົນສົ່ງຫຼາຍຮູບ ແບບ. ສອງສົ່ງມອບສິນຄ້າໃຫ້ແກ່ບຸກຄົນທີ່ມີເອກະສານຕົ້ນສະບັບ ຖ້າຫາກເປັນເອກະສານຂົນສົ່ງຫຼາຍຮູບແບບທີ່ສາມາດໂອນໄດ້. ສາມສົ່ງມອບສິນຄ້າໃຫ້ແກ່ບຸກຄົນທີ່ມີເອກະສານຕົ້ນສະບັບ ທີ່ມີລາຍເຊັນສະລັກຫຼັງຂອງຜູ້ສັ່ງສິນຄ້າຖ້າຫາກເປັນເອກະສານ ຂົນສົ່ງຫຼາຍຮູບແບບທີ່ສາມາດໂອນດໄດ້. ສີ່ສົ່ງມອບສິນຄ້າໃຫ້ແກ່ບຸກຄົນທີ່ມີເອກະສານຕົ້ນສະບັບທີ່ ອອກຊື່ຂອງຜູ້ຮັບສິນຄ້າໂດຍມີເອກະສານຢັ້ງຢືນຖ້າຫາກເປັນເອ ກະສານຂົນສົ່ງຫຼາຍຮູບແບບທີ່ສາມາດໂອນໄດ້ຫຼືບໍ່ສາມາດໂອນ ໄດ້. ຫ້າສົ່ງມອບສິນຄ້າໃຫ້ແກ່ບຸກຄົນຕາມການແຈ້ງຂອງຜູ້ສົ່ງ ສິນຄ້າຫຼືຜູ້ໄດ້ຮັບມອບສິດຈາກຜູ້ສົ່ງສິນຄ້າຕາມທີ່ໄດ້ບົ່ງໄວ້ໃນສັນ ຍາຂົນສົ່ງຫຼາຍຮູບແບບ. ຫົກຮັກສາຄວາມປອດໄພຄວາມເປັນລະບຽບຮຽບຮ້ອຍປົກ ປັກຮັກສາສິ່ງແວດລ້ອມທໍາມະຊາດແລະສັງຄົມ. ເຈັດສົ່ງຄືນເງິນທີ່ເຫຼືອຈາກການຂາຍສິນຄ້າທີ່ກັກໄວ້ນັ້ນໃຫ້ ແກ່ຜູ້ສົ່ງສິນຄ້າຫຼືຜູ້ຮັບສິນຄ້າ. ແປດປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

ຖ້າຜູ້ຮັບສິນຄ້າຫາກບໍ່ມາຮັບສິນຄ້າຫຼືປະຕິເສດຮັບສິນຄ້າ ໂດຍບໍ່ມີເຫດຜົນຫຼືຊັກຊ້າຮັບເອົາສິນຄ້າເກີນກໍານົດເວລາທີ່ໄດ້ບົ່ງ ໄວ້ໃນສັນຍາຫຼືກົດໝາຍແລ້ວຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ ສາມາດຄ່ຽນຖ່າຍສິນຄ້າລົງຝາກໄວ້ໃນສະຖານທີ່ປອດໄພແລະ ແຈ້ງໃຫ້ຜູ້ສົ່ງສິນຄ້າໂດຍທັນທີສໍາລັບສິນຄ້າເໜົ່າເປື່ອຍໄວນັ້ນຜູ້ ດໍາເນີນການຂົນສົ່ງຫຼາຍຮູບແບບສາມາດນໍາເອົາສິນຄ້ານັ້ນໄປ ຈໍາໜ່າຍໂດຍທັນທີເງິນທີ່ໄດ້ຮັບຈາກການຂາຍນັ້ນຕ້ອງສົ່ງຄືນໃຫ້ ຜູ້ຮັບສິນຄ້າຫຼັງຈາກຫັກເອົາຄ່າໃຊ້ຈ່າຍແລະຄ່າເສຍຫາຍທີ່ເກີດ ຂຶ້ນແລ້ວ.

....ມາດຕາສິບຫົກຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

ມາດຕາສິບຫົກຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງຫຼາຍ ຮູບແບບ ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບມີຄວາມຮັບຜິດຊອບດັ່ງ ນີ້: ໜຶ່ງຄຸ້ມຄອງຮັກສາສິນຄ້ານັບແຕ່ເວລາໄດ້ຮັບເອົາສິນຄ້າ ຈາກຜູ້ສົ່ງສິນຄ້າຈົນເຖິງເວລາສົ່ງມອບສິນຄ້າໃຫ້ແກ້ຜູ້ຮັບສິນຄ້າ. ສອງໃຊ້ແທນຄ່າເສຍຫາຍຂອງສິນຄ້າຫຼືໃນການຊັກຊ້າສົ່ງ ມອບສິນຄ້າແທນລູກຈ້າງຕົວແທນຂອງຕົນຫຼືບຸກຄົນອື່ນທີ່ໄດ້ຮັບມອບ ສິດຍ້ອນຄວາມຜິດພາດການກະທໍາໂດຍເຈດຕະນາລືດ້ວຍຄວາມບໍ່ ລະມັດລະວັງຂອງພວກກ່ຽວເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນ ມາດຕາສິບແປດຂອງກົດໝາຍສະບັບນີ້. ໃນກໍລະນີທີ່ມີການຊັກຊ້າໃນການສົ່ງມອບສິນຄ້າຊຶ່ງບໍ່ໄດ້ກໍາ ນົດເວລາໄວ້ໃນສັນຍາຂົນສົ່ງຫຼາຍຮູບແບກໍ່ໃຫ້ຖືກເອົາກໍານົດເວລາ ທີ່ຜູ້ດໍາເນີນການຂົນສົ່ງສິນຄ້າເຄີຍໄດ້ປະຕິບັດມາ. ....ມາດຕາສິບເຈັດຄວາມຮັບຜິດຊອບຕໍ່ການເສຍຫາຍ

ມາດຕາສິບເຈັດຄວາມຮັບຜິດຊອບຕໍ່ການເສຍຫາຍ ຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບ ແບບຕໍ່ການເສຍຫາຍຂອງສິນຄ້າມີດັ່ງນີ້: ໜຶ່ງໃນກໍລະນີບໍ່ສາມາດຮູ້ໄດ້ວ່າການເສຍຫາຍເກີດຂຶ້ນໃນ ໄລຍະການຂົນສົ່ງໃນຮູບແບບໃດໜຶ່ງ. ຖ້າສັນຍາຂົນສົ່ງຫຼາຍຮູບແບບນັ້ນຫາກກວດເອົາການຂົນ ສົ່ງທາງທະເລຫຼືທາງນໍ້າຈໍານວນເງິນທີ່ຕ້ອງໃຊ້ແທນສູງສຸດບໍ່ໃຫ້ ເກີນຫົກລ້ອຍຫົກສິບຫົກຈໍ້າຫົກສິບເຈັດເອັດດີອາຕໍ່ໜຶ່ງຫົວໜ່ວຍຂົນ ສົ່ງຫຼືສອງເອັດດີອາຕໍ່ໜຶ່ງກິໂລກຣາມຂອງນໍ້າໜັກລວມຂອງສິນຄ້າ ທີ່ເສຍຫາຍ. ຖ້າສັນຍາຂົນສົ່ງຫຼາຍຮູບແບບນັ້ນຫາກບໍ່ກວມເອົາການຂົນ ສົ່ງທາງທະເລຫຼືທາງນໍ້າຈໍານວນເງິນທີ່ຕ້ອງໃຊ້ແທນສູງສຸດບໍ່ໃຫ້ ເກີດແປດຈໍ້າສາມສິບສາມຕໍ່ໜຶ່ງກິໂລກຣາມຂອງນໍ້າໜັກລວມຂອງ ສິນຄ້າທີ່ເສຍຫາຍ. ສອງກໍລະນີທີ່ສາມາດຮູ້ໄດ້ວ່າການເສຍຫາຍໃນໄລຍະໃດ ໜຶ່ງຂອງການຂົນສົ່ງຫຼາຍຮູບແບບນັ້ນການໃຊ້ແທນໃຫ້ປະຕິບັດ ຕາມກົດໝາຍຫຼືສົນທິສັນຍາແລະສັນຍາສາກົນກ່ຽວກັບຂອບເຂດ ຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບທີ່ນໍາ ໃຊ້ຢູ່ໃນປະເທດບ່ອນສິນຄ້າເສຍຫາຍຖ້າຫາກມີສັນຍາຂົນສົ່ງສະ ເພາະໃນໄລຍະນັ້ນຖ້າກົດໝາຍຂອງປະເທດບ່ອນສິນຄ້າເສຍຫາຍ ຫາກບໍ່ໄດ້ກໍານົດຂອບເຂດຄວາມຮັບຜິດຊອບຂອງຜູ້ດໍາເນີນການ ຂົນສົ່ງຫຼາຍຮູບແບບນັ້ນການໃຊ້ແທນໃຫ້ປະຕິບັດຕາມທີ່ໄດ້ກໍານົດ ໄວ້ໃນຂໍ້ໜຶ່ງຂອງມາດຕານີ້. ສາມໃນກໍລະນີທີ່ຜູ້ສົ່ງສິນຄ້າຫາກໄດ້ແຈ້ງລັກສະນະແລະ ມູນຄ່າຂອງສິນຄ້າໄວ້ໃນເອກະສານຂົນສົ່ງຫຼາຍຮູບແບບນັ້ນການ ໃຊ້ແທນຄ່າເສຍຫາຍໃຫ້ປະຕິບັດຕາມມູນຄ່າຕົວຈິງຂອງສິນຄ້າ ຕາມທີ່ໄດ້ແຈ້ງໄວ້. ....ມາດຕາສິບແປດການຍົກເວັ້ນຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

ມາດຕາສິບແປດການຍົກເວັ້ນຄວາມຮັບຜິດຊອບຂອງຜູ້ດໍາເນີນ ການຂົນສົ່ງຫຼາຍຮູບແບບ ຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບຈະໄດ້ຮັບການຍົກເວັ້ນ ຄວາມຮັບຜິດຊອບຕໍ່ການເສຍຫາຍຂອງສິນຄ້າຫຼືການຊັກຊ້າໃນ ການສົ່ງມອບສິນຄ້າໃນກໍລະນີໃດໜຶ່ງດັ່ງນີ້: ໜຶ່ງເຫດສຸດວິໄສ. ສອງຄວາມຜິດຂອງຜູ້ສົ່ງສິນຄ້າຜູ້ຮັບສິນຄ້າຜູ້ຕາງໜ້າຫຼື ຕົວແທນຂອງພວກກ່ຽວ. ສາມຜູ້ສົ່ງສິນຄ້າຜູ້ຕາງໜ້າຫຼືຕົວແທນຂອງຜູ້ກ່ຽວມີຄວາມ ບົກຜ່ອງໃນການຫຸ້ມຫໍ່ການຕິດເຄື່ອງໝາຍແລະການໃສ່ເລກລໍາດັບ ຈໍານວນສິນຄ້າບໍ່ຄົບຖ້ວນ. ສີ່ຄວາມບົກພ່ອງໃນການຈັດການການຄ່ຽນຖ່າຍການເກັບ ຮັກສາສິນຄ້າຂອງຜູ້ສົ່ງສິນຄ້າຜູ້ຮັບສິນຄ້າຫຼືຜູ້ຕາງໜ້າຫຼືຕົວແທນ ຂອງພວກກ່ຽວ. ຫ້າຄວາມບົກຜ່ອງຂອງສິນຄ້າເອງ. ຫົກການປະທ້ວງການປິດລ້ອມການຢຸດງານການຢຸດຈ້າງ ຫຼືການຂາດແຮງງານ. ເຈັດການເສຍຫາຍຂອງສິນຄ້າການຊັກຊ້າໃນການສົ່ງມອບ ສິນຄ້າໃນໄລຍະການຂົນສົ່ງສິນຄ້າທາງທະເລຫຼືທາງນໍ້າໃນກໍລະນ ີດັ່ງນີ້: ຄວາມຜິດຂອງຜູ້ບັນຊາເຮືອຫຼືກໍາປັ່ນລູກເຮືອຫຼືກໍາປັ່ນຜູ້ພາ ທາງຫຼືລູກຈ້າງຂອງຜູ້ດໍາເນີນການຂົນສົ່ງທາງທະເລຫຼືທາງນໍ້າໃນ ການຄຸ້ມຄອງບໍລິການເຮືອຫຼືກໍາປັ່ນ; ໃນກໍລະນີມີການເສຍຫາຍເກີດຂຶ້ນຈາກຄວາມບົກພ່ອງທາງ ດ້ານເຕັກນິກຂອງເຮືອຫຼືກໍາປັ່ນເອງໃນເວລາຂົນສົ່ງທາງທະເລຫຼື ທາງນໍ້າຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບຈະບໍ່ມີຄວາມຮັບຜິດ ຊອບ. ...ໝວດທີສີ່ສິດພັນທະແລະຄວາມຮັບຜິດຊອບຂອງຜູ້ຮັບສິນຄ້າ


....ມາດຕາສິບເກົ້າສິດແລະພັນທະຂອງຜູ້ຮັບສິນຄ້າ

ມາດຕາສິບເກົ້າສິດແລະພັນທະຂອງຜູ້ຮັບສິນຄ້າ ຜູ້ຮັບສິນຄ້າມີສິດດັ່ງນີ້: ໜຶ່ງຕິດຕາມແລະຮັບຂໍ້ມູນຂ່າວສານຈາກຜູ້ດໍາເນີນການຂົນ ສົ່ງຫຼາຍຮູບແບບຫຼືຜູ້ສົ່ງສິນຄ້າ. ສອງທວງເອົາການໃຊ້ແທນຄ່າເສຍຫາຍຕາມສັນຍາຫຼືລະ ບຽບກົດໝາຍໃນກໍລະນີສິນຄ້າທີ່ສົ່ງນັ້ນເສຍຫາຍ. ສາມຮັບເອົາສິນຄ້າແລະທວງເອົາການໃຊ້ແທນຄ່າເສຍຫາຍ ຍ້ອນການສົ່ງມອບຊັກຊ້າ. ສີ່ບໍ່ຮັບແລະບໍ່ຈ່າຍຄ່າຂົນສົ່ງຖ້າຫາກປະຕິບັດບໍ່ໄດ້ຕາມສັນ ຍາ. ຫ້າທວງເອົາເງິນສ່ວນທີ່ເຫຼືອຈາກການຂາຍສິນຄ້າທີ່ກັກໄວ້ ພາຍຫຼັງໄດ້ຈ່າຍຄ່າຂົນສົ່ງແລະຄ່າໃຊ້ຈ່າຍອື່ນຈາກຜູ້ດໍາເນີນການ ຂົນສົ່ງຫຼາຍຮູບແບບ. ...ໝວດທີຫ້າການໃຊ້ແທນຄ່າເສຍຫາຍຂອງສິນຄ້າ


....ມາດຕາຊາວສອງການຄິດໄລ່ການໃຊ້ແທນຄ່າເສຍຫາຍ

ມາດຕາຊາວສອງການຄິດໄລ່ການໃຊ້ແທນຄ່າເສຍຫາຍ ການໃຊ້ແທນຄ່າເສຍຫາຍຂອງສິນຄ້າໃຫ້ຄິດໄລ່ດັ່ງນີ້: ໜຶ່ງຕາມລາຄາສິນຄ້າຢູ່ສະຖານທີ່ແລະເວລາສົ່ງມອບໃຫ້ ແກ່ຜູ້ຮັບສິນຄ້າຕາມສັນຍາຂົນສົ່ງຫຼາຍຮູບແບບ.ຖ້າຫາກບໍ່ໄດ້ກໍານົດ ລາຄາໃນເວລາສົ່ງມອບສິນຄ້າໃຫ້ຄິດໄລ່ຕາມລາຄາສິນຄ້າຢູ່ສະຖານ ທີ່ແລະເວລາທີ່ຄວນຈະສົ່ງມອບສິນຄ້າໃຫ້ແກ່ຜູ້ຮັບສິນຄ້າຕາມທີ່ເຄີຍ ປະຕິບັດ. ສອງຕາມລາຄາຊື້ຂາຍສິນຄ້າໃນເວລານັ້ນ.ຖ້າຫາກບໍ່ມີລາ ຄາດັ່ງກ່າວໃຫ້ເອົາຕາມລາຄາຕົວຈິງຂອງທ້ອງຕະຫຼາດ,ຖ້າຫາກບໍ່ ມີລາຄາຊື້ຂາຍສິນຄ້າແລະລາຄາຕົວຈິງຂອງທ້ອງຕະຫຼາດໃຫ້ເອົາ ຕາມລາຄາປົກກະຕິຂອງສິນຄ້າຊະນິດແລະຄຸນນະພາບດຽວກັນ. ....ມາດຕາຊາວສາມຫົວໜ່ວຍຂົນສົ່ງ

ມາດຕາຊາວສາມຫົວໜ່ວຍຂົນສົ່ງ ຫົວໜ່ວຍຂົນສົ່ງຫຼາຍຮູບແບບມີຫີບ,ຫໍ່,ອັນ,ກະເປົ໋າ,ຖັງ,ຕູ້ສິນ ຄ້າ,ກໍ້,ໂຄ້ງ,ຄັນ,ລັງ,ໜ່ວຍ,ທ່ອນ,ແຜ່ນ,ຖ້ານຮອງ,ໂຕແລະອື່ນໆ. ຈໍານວນຫີບຫໍ່ຫຼືຫົວໜ່ວຍຂົນສົ່ງອື່ນທີ່ບັນຈຸໃນຕູ້ສິນຄ້າ,ຖ້ານ ຮອງຫຼືພາຊະນະຂົນສົ່ງທີ່ຄ້າຍຄືກັນທີ່ໄດ້ແຈ້ງຫຼືບໍ່ໄດ້ແຈ້ງໃນເອກະ ສານຂົນສົ່ງຫຼາຍຮູບແບບນັ້ນໃຫ້ຖືວ່າເປັນໜຶ່ງຫີບຫໍ່ຫຼືໜຶ່ງຫົວໜ່ວຍ ຂົນສົ່ງ. ໃນກໍລະນີຕູ້ສິນຄ້າ,ຖ້ານຮອງຫຼືພາຊະນະຂົນສົ່ງຖືກເສຍຫາຍ ຊຶ່ງຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບບໍ່ໄດ້ເປັນເຈົ້າຂອງຫຼືເປັນຜູ້ ສະໜອງນັ້ນໃຫ້ຖືວ່າຕູ້ສິນຄ້າ,ຖ້ານຮອງຫຼືພາຊະນະຂົນສົ່ງນັ້ນເປັນ ຫົວໜ່ວຍຂົນສົ່ງໜຶ່ງຕ່າງຫາກ. ....ມາດຕາຊາວສີ່ສະກຸນເງິນທີ່ໃຊ້ແທນຄ່າເສຍຫາຍ

ມາດຕາຊາວສີ່ສະກຸນເງິນທີ່ໃຊ້ແທນຄ່າເສຍຫາຍ ການໃຊ້ແທນຄ່າເສຍຫາຍຂອງສິນຄ້າຢູ່ສປປລາວໃຫ້ໃຊ້ແທນ ເປັນສະກຸນເງິນກີບ,ຖ້າການຄິດໄລ່ຫາກເປັນຫົວໜ່ວຍສິດຖອນເງິນພ ິເສດກໍ່ໃຫ້ແລກປ່ຽນເປັນສະກຸນເງິນກີບໃນວັນໃຊ້ແທນຕາມອັດຕາ ແລກປ່ຽນໃນແຕ່ລະໄລຍະຕາມການກໍານົດຂອງທະນາຄານແຫ່ງສປ ປລາວ. ..ພາກທີສາມວິສາຫະກິດຂົນສົ່ງຫຼາຍຮູບແບບ


...ມາດຕາຊາວຫ້າການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບ

ມາດຕາຊາວຫ້າການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບ ການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບໃຫ້ປະຕິບັດຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ,ກົດໝາຍວ່າດ້ວຍວິສາຫະ ກິດແລະກົດໝາຍອື່ນທີ່ກ່ຽວຂ້ອງ. ...ມາດຕາຊາວຫົກເງື່ອນໄຂການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບ

ມາດຕາຊາວຫົກເງື່ອນໄຂການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບ ແບບ ໃນການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບຜູ້ລົງທຶນພາຍ ໃນແລະຕ່າງປະເທດມີເງື່ອນໄຂດັ່ງນີ້: ໜຶ່ງມີທະບຽນວິສາຫະກິດຂົນສົ່ງຫຼືຈັດສົ່ງສິນຄ້າລະຫວ່າງປະ ເທດ. ສອງມີຊັບສິນຢ່າງໜ້ອຍເທົ່າກັບແປດໝື່ນເອັດດີອາຫຼືມີການ ຄ້ໍາປະກັນຈາກທະນາຄານທີ່ມີມູນຄ່າເທົ່າທຽມກັນ. ສາມມີການປະກັນໄພສໍາລັບການໃຊ້ຈ່າຍຄ່າເສຍຫາຍຫຼືການ ຊັກຊ້າໃນການສົ່ງມອບສິນຄ້າ.

ການສ້າງຕັ້ງວິສາຫະກິດຂົນສົ່ງຫຼາຍຮູບແບບຕ້ອງໄດ້ຮັບການ ກວດຜ່ານຈາກກະຊວງໂຍທາທິການແລະຂົນສົ່ງ. ...ມາດຕາຊາວເຈັດການເຄື່ອນໄຫວຂອງວິສາຫະກິດຂົນສົ່ງຫຼາຍຮູບແບບ

ມາດຕາຊາວເຈັດການເຄື່ອນໄຫວຂອງວິສາຫະກິດຂົນສົ່ງຫຼາຍຮູບ ແບບ ພາຍຫຼັງທີ່ໄດ້ຮັບການກວດຜ່ານຈາກກະຊວງໂຍທາທິການ ແລະຂົນສົ່ງແລ້ວຜູ້ລົງທຶນຕ້ອງໄປສະເໜີຂໍຂຶ້ນທະບຽນວິສາຫະກິດນໍາ ກະຊວງອຸດສາຫະກໍາແລະການຄ້າຈຶ່ງສາມາດດໍາເນີນທຸລະກິດໄດ້ ຕາມລະບຽບກົດໝາຍ. ໃນການເຄື່ອນໄຫວວຽກງານຂົນສົ່ງຫຼາຍຮູບແບບຂອງປະ ເທດອາຊຽນໃຫ້ປະຕິບັດຕາມຂໍ້ຕົກລົງອາຊຽນວ່າດ້ວຍການຂົນສົ່ງ ຫຼາຍຮູບແບບ,ສໍາລັບວິສາຫະກິດຂົນສົ່ງຫຼາຍຮູບແບບຂອງປະເທດ ອື່ນທີ່ມີສັນຍາຂົນສົ່ງຫຼາຍຮູບແບບກັບສປປລາວໃຫ້ປະຕິບັດຕາມສັນ ຍາດັ່ງກ່າວ. ...ມາດຕາຊາວແປດການສ້າງຕັ້ງຫ້ອງການຜູ້ຕາງໜ້າຫຼືສາຂາຂອງວິສາຫະກິດຂົນສົ່ງຫຼາຍຮູບແບບ

ມາດຕາຊາວແປດການສ້າງຕັ້ງຫ້ອງການຜູ້ຕາງໜ້າຫຼືສາຂາຂອງ ວິສາຫະກິດຂົນສົ່ງຫຼາຍຮູບແບບ ວິສາຫະກິດຂົນສົ່ງຫຼາຍຮູບແບບຂອງຕ່າງປະເທດທີ່ມີຈຸດປະ ສົງສ້າງຕັ້ງຫ້ອງການຜູ້ຕາງໜ້າຫຼືສາຂາຂອງຕົນຢູ່ສປປລາວຕ້ອງ ປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແລະກົດ ໝາຍອື່ນທີ່ກ່ຽວຂ້ອງ. ..ພາກທີສີ່ສະມາຄົມຜູ້ຂົນສົ່ງແລະຈັດສົ່ງລະຫວ່າງປະເທດ


...ມາດຕາຊາວເກົ້າການສ້າງຕັ້ງສະມາຄົມຜູ້ຂົນສົ່ງແລະຈັດສົ່ງລະຫວ່າງປະເທດ

ມາດຕາຊາວເກົ້າການສ້າງຕັ້ງສະມາຄົມຜູ້ຂົນສົ່ງແລະຈັດສົ່ງລະ ຫວ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການຂົນສົ່ງແລະຈັດສົ່ງລະຫວ່າງປະເທດ ຂອງສປປລາວໃຫ້ເປັນເຄືອຂ່າຍ,ມີຫຼາຍທາງເລືອກ,ກໍາລັງແຮງ,ປະ ສິດທິຜົນແລະສາມາດເຊື່ອມໂຍງເຂົ້າກັບລະບົບການຂົນສົ່ງຂອງອາ ຊຽນ,ພາກພື້ນແລະສາກົນນັ້ນລັດອະນຸຍາດໃຫ້ສ້າງຕັ້ງສະມາຄົມຜູ້ຂົນ ສົ່ງແລະຈັດສົ່ງລະຫວ່າງປະເທດຊຶ່ງມີພາລະບົດບາດເຕົ້າໂຮມແລະ ເປັນຕົວແທນໃຫ້ຜູ້ດໍາເນີນທຸລະກິດກ່ຽວກັບການຂົນສົ່ງແລະຈັດສົ່ງ ລະຫວ່າງປະເທດຕາມລະບຽບກົດໝາຍ,ກົດລະບຽບແລະຈັນຍາບັນວິ ຊາຊີບຂອງຕົນ. ເງື່ອນໄຂແລະມາດຕະການຂອງການສ້າງຕັ້ງສະມາຄົມຜູ້ຂົນ ສົ່ງແລະຈັດສົ່ງລະຫວ່າງປະເທດໄດ້ກໍານົດໄວ້ໃນລະບຽບການສະ ເພາະ. ...ມາດຕາສາມສິບສິດແລະໜ້າທີ່ຂອງສະມາຄົມຜູ້ຂົນສົ່ງແລະຈັດສົ່ງລະຫວ່າງປະເທດ

ມາດຕາສາມສິບສິດແລະໜ້າທີ່ຂອງສະມາຄົມຜູ້ຂົນສົ່ງແລະຈັດ ສົ່ງລະຫວ່າງປະເທດ ສະມາຄົມຜູ້ຂົນສົ່ງແລະຈັດສົ່ງລະຫວ່າງປະເທດມີສິດແລະ ໜ້າທີ່ດັ່ງນີ້: ໜຶ່ງສຶກສາ,ຄົ້ນຄວ້າ,ສ້າງກົດລະບຽບຂອງຕົນ,ເຜີຍແຜ່ກົດ ໝາຍ,ລະບຽບການກ່ຽວກັບການຂົນສົ່ງແລະຈັດສົ່ງຢູ່ພາຍໃນປະ ເທດແລະລະຫວ່າງປະເທດໃຫ້ມວນຊົນແລະສະມາຊິກຂອງຕົນ ເຊື່ອມຊຶມ,ຮັບຮູ້ຢ່າງກວ້າງຂວາງ,ເປັນເອກະພາບໃນການຈັດຕັ້ງ ປະຕິບັດໃຫ້ມີປະສິດທິຜົນ. ສອງສ້າງແລະປັບປຸງການຈັດຕັ້ງຂອງຕົນໃຫ້ເຕີບໃຫຍ່ເຂັ້ມ ແຂງ,ນໍາໃຊ້ວິທະຍາສາດ,ເຕັກນິກແລະເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການເຄື່ອນໄຫວວຽກງານຂົນສົ່ງແລະຈັດສົ່ງແນໃສ່ສົ່ງ ເສີມການບໍລິການແລະຖານະບົດບາດຂອງວິສາຫະກິດຂົນສົ່ງໃຫ້ ເປັນທີ່ເຊື່ອຖືທັງຢູ່ພາຍໃນປະເທດແລະຕ່າງປະເທດ. ສາມຊ່ວຍເຫຼືອແລະສົ່ງເສີມສະມາຊິກໃນການປະກອບອາ ຊີບຂອງຕົນໃຫ້ຈະເລີນກ້າວໜ້າ,ຄຸ້ມຄອງແລະປົກປ້ອງຜົນປະ ໂຫຍດອັນຊອບທໍາຂອງສະມາຊິກບົນພື້ນຖານລະບຍບກົດໝາຍ. ສີ່ເປັນຕົວແທນໃຫ້ຜູ້ດໍາເນີນການຂົນສົ່ງ,ສະເໜີຄໍາເຫັນຕໍ່ ຂະແໜງການໂຍທາທິການແລະຂົນສົ່ງກ່ຽວກັບວຽກງານຂົນສົ່ງ ແລະຈັດສົ່ງລະຫວ່າງປະເທດ. ຫ້າຕິດຕາມການເຄື່ອນໄຫວແລະໃຫ້ຄໍາແນະນໍາແກ່ສະມາ ຊິກໃນການຈັດຕັ້ງປະຕິບັດວຽກງານຂົນສົ່ງແລະຈັດສົ່ງລະຫວ່າງ ປະເທດ. ຫົກແກ້ໄຂຂໍ້ຂັດແຍ່ງຂອງສະມາຊິກທີ່ເກີດຂຶ້ນໃນເວລາຈັດ ຕັ້ງປະຕິບັດວຽກງານຂົນສົ່ງແລະຈັດຕັ້ງລະຫວ່າງປະເທດຕາມ ຄວາມຮັບຜິດຊອບຂອງຕົນ. ເຈັດເຂົ້າເປັນສະມາຊິກຂອງສະຫະພັນສະມາຄົມຂົນສົ່ງ ແລະຈັດສົ່ງອາຊຽນແລະສະຫະພັນສະມາຄົມຂົນສົ່ງແລະຈັດສົ່ງ ສາກົນອື່ນ. ແປດສະໜອງຂໍ້ມູນຂ່າວສານໃຫ້ສະມາຊິກຂອງຕົນກ່ຽວກັບ ການຂົນສົ່ງແລະການບໍລິການຂົນສົ່ງແລະຕະຫຼາດຂົນສົ່ງທັງພາຍ ໃນແລະຕ່າງປະເທດ. ເກົ້າປະສານສົມທົບກັບຄະນະກໍາມະການຂົນສົ່ງແຫ່ງຊາດ ເພື່ອປຶກສາຫາລື,ແລກປ່ຽນຄໍາເຫັນກ່ຽວກັບການພັດທະນາແລະ ການອໍານວຍຄວາມສະດວກວຽກງານຂົນສົ່ງແລະຈັດສົ່ງລະຫວ່າງ ປະເທດ. ສິບຈັດຕັ້ງຝຶກອົບຮົມຍົກລະດັບທາງດ້ານການເມືອງແນວ ຄິດແລະດ້ານວິຊາສະເພາະໃຫ້ແກ່ສະມາຊິກຂອງຕົນ; ສິບເອັດພົວພັນຮ່ວມມືກັບຕ່າງປະເທດພາກພື້ນແລະສາກົນ ກ່ຽວກັບວຽກງານຂົນສົ່ງແລະຈັດສົ່ງລະຫວ່າງປະເທດຕາມການ ມອບໝາຍ; ສິບສອງສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງ ຕົນລວມທັງຕົວເລກສະຖິຕິໃຫ້ຂະແໜງການໂຍທາທິການແລະຂົນ ສົ່ງຢ່າງເປັນປົກກະຕິ. ສິບສາມປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ. ..ພາກທີຫ້າຂໍ້ຫ້າມ


...ມາດຕາສາມສິບເອັດຂໍ້ຫ້າມທົ່ວໄປ

ມາດຕາສາມສິບເອັດຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: ໜຶ່ງດໍາເນີນທຸລະກິດກ່ຽວກັບການຂົນສົ່ງຫຼາຍຮູບແບບໂດຍບໍ່ ມີໃບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງຫຼືນໍາໃຊ້ໃບອະນຸຍາດ ຂອງຜູ້ອື່ນ. ສອງປອມແປງໃບອະນຸຍາດຫຼືໃຫ້ສິນບົນແກ່ເຈົ້າໜ້າທີ່ທີ່ກ່ຽວ ຂ້ອງເພື່ອໃຫ້ໄດ້ໃບອະນຸຍາດດໍາເນີນທຸລະກິດກ່ຽວກັບການຂົນສົ່ງ ຫຼາຍຮູບແບບ. ສາມນໍາໃຊ້ຍານພາຫະນະຂົນສົ່ງບໍ່ມີໃບທະບຽນ,ມີໃບທະບຽນ ບໍ່ຖືກຕ້ອງ,ບໍ່ໄດ້ມາດຕະຖານເຕັກນິກ. ສີ່ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາສາມສິບສອງຂໍ້ຫ້າມສໍາລັບຜູ້ສົ່ງສິນຄ້າ

ມາດຕາສາມສິບສອງຂໍ້ຫ້າມສໍາລັບຜູ້ສົ່ງສິນຄ້າ ຫ້າມຜູ້ສົ່ງສິນຄ້າມີພຶດຕິກໍາດັ່ງນີ້: ໜຶ່ງແຈ້ງຂໍ້ມູນສິນຄ້າທີ່ບໍ່ຖືກຕ້ອງຕາມສັນຍາແລະບໍ່ຖືກກັບ ສິນຄ້າຕົວຈິງ. ສອງປອມແປງເອກະສານຂົນສົ່ງສິນຄ້າ. ສາມແກ່ຍາວເວລາໃນການສົ່ງມອບສິນຄ້າຫຼືໃນການຈ່າຍ ຄ່າຂົນສົ່ງ. ສີ່ສົ່ງມອບສິນຄ້າທີ່ເກືອດຫ້າມຫຼືຜິດກົດໝາຍ. ຫ້າມີພຶດຕິກໍາອື່ນທີ່ເປັນການລະເລີດລະບຽບກົດໝາຍ. ...ມາດຕາສາມສິບສາມຂໍ້ຫ້າມສໍາລັບຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບ

ມາດຕາສາມສິບສາມຂໍ້ຫ້າມສໍາລັບຜູ້ດໍາເນີນການຂົນສົ່ງຫຼາຍຮູບ ແບບ ຫ້າມຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບມີພຶດຕິກໍາດັ່ງນີ້: ໜຶ່ງດໍາເນີນທຸລະກິດບໍ່ຖືກຕ້ອງຕາມປະເພດທີ່ໄດ້ຮັບອະນຸ ຍາດ,ທີ່ບໍ່ມີໃບອະນຸຍາດ,ທີ່ມີໃບອະນຸຍາດໝົດອາຍຸ. ສອງປິດບັງ,ບິດເບືອນຂໍ້ມູນກ່ຽວກບການຂົນສົ່ງຫຼາຍຮູບ ແບບ. ສາມຂັດຂວາງການກວດສອບແລະກວດກາການຂົນສົ່ງ ຫຼາຍຮູບແບບ. ສີ່ແກ່ຍາວເວລາໃນການສົ່ງມອບສິນຄ້າໃຫ້ແກ່ຜູ້ຮັບ. ຫ້າສົ່ງມອບສິນຄ້າໃຫ້ແກ່ບຸກຄົນທີ່ບໍ່ມີສິດຮັບ. ຫົກໃຫ້ແລະຮັບສິນບົນກ່ຽວກັບການຂົນສົ່ງຫຼາຍຮູບແບບ. ເຈັດສັບປ່ຽນສິນຄ້າ,ຊຸກເຊື່ອງແລະເຊື່ອງອໍາສິນຄ້າທີ່ຕ້ອງ ຫ້າມ. ແປດມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາສາມສິບສີ່ຂໍ້ຫ້າມສໍາລັບຜູ້ຮັບສິນຄ້າ

ມາດຕາສາມສິບສີ່ຂໍ້ຫ້າມສໍາລັບຜູ້ຮັບສິນຄ້າ ຫ້າມຜູ້ຮັບສິນຄ້າມີພຶດຕິກໍາດັ່ງນີ້: ໜຶ່ງຮັບສິນຄ້າທີ່ບໍ່ແມ່ນຂອງຕົນ,ເກີນຈໍານວນທີ່ຕົນມີສິດຮັບ. ສອງແຈ້ງຂໍ້ມູນການເສຍຫາຍຂອງສິນຄ້າບໍ່ຖືກຕ້ອງກັບຕົວ ຈິງ. ສາມແກ່ຍາວເວລາໃນການຮັບສິນຄ້າ,ການຈ່າຍຄ່າຂົນສົ່ງ ແລະຄ່າໃຊ້ຈ່າຍອື່ນຕາມສັນຍາ. ສີ່ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາສາມສິບຫ້າຂໍ້ຫ້າມສໍາລັບເຈົ້າໜ້າທີ່ແລະພະນັກງານຂອງລັດທີ່ກ່ຽວຂ້ອງກັບການຂົນສົ່ງຫຼາຍຮູບແບບ

ມາດຕາສາມສິບຫ້າຂໍ້ຫ້າມສໍາລັບເຈົ້າໜ້າທີ່ແລະພະນັກງານຂອງ ລັດທີ່ກ່ຽວຂ້ອງກັບການຂົນສົ່ງຫຼາຍຮູບແບບ ຫ້າມເຈົ້າໜ້າທີ່ແລະພະນັງານຂອງລັດທີ່ກ໋ຍວຂ້ອງກັບການຂົນສົ່ງ ຫຼາຍຮູບແບບມີພຶດຕິກໍາດັ່ງນີ້: ໜຶ່ງດໍາເນີນທຸລະກິດ,ເປັນທີ່ປຶກສາ,ເປັນນັກວິຊາການໃຫ້ບໍລິ ສັດກ່ຽວກັບການຂົນສົ່ງຫຼາຍຮູບແບບທີ່ພົວພັນກັບຄວາມຮັບຜິດຊອບ ຂອງຕົນ. ສອງທວງເອົາ,ຂໍເອົາ,ຮັບສິນບົນ,ກົດໜ່ວງຖ່ວງດຶງ,ປອມ ແປງເອກະສານກ່ຽວກັບການຂົນສົ່ງຫຼາຍຮູບແບບ,ສວຍໃຊ້ໜ້າທີ່ ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວແລະໝູ່ຄະນະ. ສາມເມີນເສີຍຕໍ່ຄວາມຮັບຜິດຊອບຂອງຕົນ,ຕໍ່ການກະທໍາທີ່ບໍ່ ຖືກຕ້ອງຂອງຜູ້ດໍາເນີນທຸລະກິດກ່ຽວກັບການຂົນສົ່ງຫຼາຍຮູບແບບ. ສີ່ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ..ພາກທີຫົກການແກ້ໄຂຂໍ້ຂັດແຍ່ງ


...ມາດຕາສາມສິບຫົກຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາສາມສິບຫົກຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງອາດດໍາເນີນດ້ວຍຮູບການໃດໜຶ່ງດັ່ງ ນີ້: ໜຶ່ງການປະນີປະນອມ. ສອງການແກ້ໄຂທາງດ້ານບໍລິຫານ. ສາມການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ. ສີ່ການຕັດສິນຂອງສານ. ຫ້າການແກ້ໄຂທີ່ມີລັກສະນະສາກົນ. ...ມາດຕາສາມສິບເຈັດການປະນີປະນອມ

ມາດຕາສາມສິບເຈັດການປະນີປະນອມ ໃນກໍລະນີເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດກ່ຽວກັບ ການຂົນສົ່ງຫຼາຍຮູບແບບນັ້ນຄູ່ກໍາລະນີສາມາດປຶກສາຫາລື,ເຈລະ ຈາແລະປະນີປະນອມກັນ. ...ມາດຕາສາມສິບແປດການແກ້ໄຂດ້ານບໍລິຫານ

ມາດຕາສາມສິບແປດການແກ້ໄຂດ້ານບໍລິຫານ ໃນກໍລະນີເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດກ່ຽວກັບ ການຂົນສົ່ງຫຼາຍຮູບແບບນັ້ນຄູ່ກໍລະນີມີິດສະເໜີຕໍ່ຂະແໜງການທີ່ ກ່ຽວຂ້ອງບ່ອນຕົນໄດ້ຮັບອະນຸຍາດນັ້ນເພື່ອພິຈາລະນາແກ້ໄຂຕາມ ລະບຽບກົດໝາຍ. ...ມາດຕາສາມສິບເກົ້າການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາສາມສິບເກົ້າການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ໃນກໍລະນີເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດກ່ຽວກັບ ການຂົນສົ່ງຫຼາຍຮູບແບບນັ້ນ,ຄູ່ກໍ່ລະນີມີສິດສະເໜີຕໍ່ອົງການແກ້ໄຂ ຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມລະບຽບ ກົດໝາຍ. ...ມາດຕາສີ່ສິບການຕັດສິນຂອງສານ

ມາດຕາສີ່ສິບການຕັດສິນຂອງສານ ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນໃນການດໍາເນີນທຸລະກິດກ່ຽວກັບ ການຂົນສົ່ງຫຼາຍຮູບແບບນັ້ນຄູ່ກໍລະນີຝ່າຍໃດຝ່າຍໜຶ່ງສາມາດຮ້ອງ ຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ. ...ມາດຕາສີ່ສິບເອັດການແກ້ໄຂທີ່ມີລັກສະນະສາກົນ

ມາດຕາສີ່ສິບເອັດການແກ້ໄຂທີ່ມີລັກສະນະສາກົນ ໃນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການດໍາເນີນທູລະກິດຂົນ ສົ່ງຫຼາຍຮູບແບບລະຫວ່າງຜູ້ດໍາເນີນຂົນສົ່ງຫຼາຍຮູບແບບກັບຜູ້ສົ່ງ ສິນຄ້າຫຼືຜູ້ຮັບສິນຂ້ານັ້ນຄູ່ກໍລະນີສາມາດສະເໜີຕໍ່ອົງການແກ້ໄຂຂໍ້ ຂັດແຍ່ງພາຍໃນ,ຕ່າງປະເທດຫຼືສາກົນຕາມການຕົກລົງກັນຫຼືໃຫ້ປະ ຕິບັດຕາມສົນທິສັນຍາ,ສັນຍາສາກົນທີ່ສປປລາວເປັນພາຄີ. ...ມາດຕາສີ່ສິບສອງອາຍຸຄວາມໃນການຮ້ອງຟ້ອງ

ມາດຕາສີ່ສິບສອງອາຍຸຄວາມໃນການຮ້ອງຟ້ອງ ການຮ້ອງຟ້ອງມີອາຍຸຄວາມເກົ້າເດືອນນັບແຕ່ວັນໄດ້ສົ່ງມອບ ສິນຄ້າໃຫ້ແກ້ຜູ້ຮັບສິນຄ້າເປັນຕົ້ນໄປ. ..ພາກທີເຈັດຄະນະກໍາມະການຂົນສົ່ງແຫ່ງຊາດ


...ມາດຕາສີ່ສິບສາມການສ້າງຕັ້ງຄະນະກໍາມະການຂົນສົ່ງແຫ່ງຊາດ

ມາດຕາສີ່ສິບສາມການສ້າງຕັ້ງຄະນະກໍາມະການຂົນສົ່ງແຫ່ງຊາດ ເພື່ອເຮັດໃຫ້ການຄຸ້ມຄອງແລະການສົ່ງເສີມການຂົນສົ່ງທຸກ ປະເພດຂອງສປປລາວໃຫ້ມີຄວາມສະດວກ,ວ່ອງໄວ,ປອດໄພ,ເຊື່ອມ ໂຍງເຂົ້າກັບລະບົບການຂົນສົ່ງຂອງອາຊຽນ,ພາກພື້ນແລະສາກົນນັ້ນ ລັດສ້າງຕັ້ງຄະນະກໍາມະການຂົນສົ່ງແຫ່ງຊາດຊຶ່ງເປັນການຈັດຕັ້ງທີ່ ບໍ່ປະຈໍາກັນ,ມີພາລະບົດບາດປະສານງານກັບພາຍໃນແລະຕ່າງປະ ເທດໃນການຄຸ້ມຄອງວຽກງານຂົນສົ່ງທຸກປະເພດໃຫ້ມີຄວາມກ້າວ ໜ້າຂະຫຍາຍຕົວປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງ ຄົມຂອງຊາດ. ...ມາດຕາສີ່ສິບສີ່ໂຄງປະກອບຂອງຄະນະກໍາມະການຂົນສົ່ງແຫ່ງຊາດ

ມາດຕາສີ່ສິບສີ່ໂຄງປະກອບຂອງຄະນະກໍາມະການຂົນສົ່ງແຫ່ງ ຊາດ ຄະນະກໍາມະການຂົນສົ່ງແຫ່ງຊາດປະກອບດ້ວຍ: ໜຶ່ງລັດຖະມົນຕ່ວ່າການກະຊວງໂຍທາທິການແລະຂົນສົ່ງ ເປັນປະທານ. ສອງລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກໍາແລະ ການຄ້າເປັນຮອງປະທານ. ສາມລັດຖະມົນຕີຊ່ວຍວ່າການກະຊວງການເງິນເປັນກໍາ ມະການ. ສີ່ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາແລະປ່າໄມ້ ເປັນກໍາມະການ. ຫ້າລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເປັນກໍາມະການ. ຫົກລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະ ຫງົບເປັນກໍາມະການ. ເຈັດຫົວໜ້າຫ້ອງການຫຼືຫົວໜ້າກົມຂອງກະຊວງທີ່ກ່ຽວ ຂ້ອງເປັນກໍາມະການ. ແປດຕົວແທນຂອງພາກສ່ວນທຸລະກິດທັງພາກລັດແລະ ເອກະຊົນທີ່ກ່ຽວຂ້ອງເປັນກໍາມະການ.


ຄະນະກໍາມະການຂົນສົ່ງແຫ່ງຊາດຖືກແຕ່ງຕັ້ງໂດຍນາ ຍົກລັດຖະມົນຕີແລະມີກອງເລຂາຕັ້ງຢູ່ກະຊວງໂຍທາທິການແລະ ຂົນສົ່ງຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການຂົນສົ່ງແຫ່ງ ຊາດ. ...ມາດຕາສີ່ສິບຫ້າສິດແລະໜ້າທີ່ຂອງຄະນະກໍາມະການຂົນສົ່ງແຫ່ງຊາດ

ມາດຕາສີ່ສິບຫ້າສິດແລະໜ້າທີ່ຂອງຄະນະກໍາມະການຂົນສົ່ງ ແຫ່ງຊາດ ຄະນະກໍາມະການຂົນສົ່ງແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: ໜຶ່ງສຶກສາ,ຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດ,ລະ ບຽບກົດໝາຍກ່ຽວກັບວຽກງານຂົນສົ່ງ. ສອງສ້າງແຜນການເຄື່ອນໄຫວຂອງຕົນໃນແຕ່ລະໄລຍະ ແລະປະສານງານກັບພາກສ່ວນອື່ນກ່ຽວກັບວຽກງານຂົນສົ່ງ. ສາມຊຸກຍູ້,ສົ່ງເສີມການຂົນສົ່ງທຸກປະເພດໃຫ້ມີການຂະ ຫຍາຍຕົວ,ການນໍາໃຊ້ວິທະຍາສາດ,ເຕັກກນິກແລະເຕັກໂນໂລຊີ ທີ່ທັນສະໄໝແນໃສ່ເຮັດໃຫ້ການຂົນສົ່ງພາຍໃນປະເທດແລະລະ ຫວ່າງປະເທດສະດວກ,ວ່ອງໄວ,ປອດໄພ,ມີປະສິດທິຜົນແລະບໍ່ມີ ຜົນກະທົບຕໍ່ສິ່ງແວດລ້ອມ. ສີ່ຄົ້ນຄວ້າກໍານົດຕາໜ່າງເສັ້ນທາງຂົນສົ່ງ,ໂຄງສ້າງລາ ຄານຂົນສົ່ງທຸກຮູບແບບເພື່ອນໍາສະເໜີລັດຖະບານພິຈາລະນາ. ຫ້າປະກອບຄໍາເຫັນຕໍ່ມາດຕະຖານເຕັກນິກຂອງຍານພາ ຫະນະຂົນສົ່ງຕາມການສະເໜີຂອງພາກສ່ວນຂົນສົ່ງທີ່ກ່ຽວຂ້ອງ. ຫົກຄົ້ນຄວ້າການນໍາໃຫ້ເອກະສານຂົນສົ່ງໃຫ້ເປັນເອກະ ພາບແລະສາມາດເຊື່ອມໂຍງກັບລະບົບເອກະສານຂົນສົ່ງສາກົນ. ເຈັດຄົ້ນຄວ້າວິທີການ,ປະສານສົມທົບ,ຕິດຕາມແລະແກ້ ໄຂບັນຫາຕ່າງໆທີ່ເປັນອຸປະສັກໃຫ້ແກ່ການຂົນສົ່ງ. ແປດພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານຂົນສົ່ງຕາມການມອບໝາຍ. ເກົ້າປະເມີນຜົນ,ສະຫຼຸບແລະລາຍງານການຈັດຕັ້ງປະຕິ ບັດວຽກງານຂົນສົ່ງຕໍ່ກະຊວງໂຍທາທິການແລະຂົນສົ່ງແລະລັດ ຖະບານຢ່າງເປັນປົກກະຕິ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍຫຼືການ ມອບໝາຍຂອງຂັ້ນເທິງ. ..ພາກທີ່ແປດການຄຸ້ມຄອງແລະການກວດກາວຽກງານຂົນສົ່ງຫຼາຍຮູບແບບ


...ໝວດທີໜຶ່ງການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ


....ມາດຕາສີ່ສິບຫົກອົງການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ

ມາດຕາສີ່ສິບຫົກອົງການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ ລັດຖະບານເປັນຜູ້ຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບ ຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບ ໃຫ້ກະຊວງໂຍທາທິການແລະຂົນສົ່ງເປັນຜູ້ຮັບຜິດຊອບໂດຍກົງແລະ ປະສານສົມທົບກັບບັນດາກະຊວງຫຼືອົງການອື່ນແລະອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບປະກອບດ້ວຍ: ໜຶ່ງກະຊວງໂຍທາທິການແລະຂົນສົ່ງ. ສອງພະແນກໂຍທາທິການແລະຂົນສົ່ງແຂວງ,ນະຄອນ. ສາມຫ້ອງການໂຍທາທິການແລະຂົນສົ່ງເມື່ອງ,ເທດສະບານ. ສີ່ອົງການປົກຄອງບ້ານ. ....ມາດຕາສີ່ສິບເຈັດສິດແລະໜ້າທີ່ຂອງກະຊວງໂຍທາທິການແລະຂົນສົ່ງ

ມາດຕາສີ່ສິບເຈັດສິດແລະໜ້າທີ່ຂອງກະຊວງໂຍທາທິການແລະ ຂົນສົ່ງ ການການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບກະຊວງ ໂຍທາທິການແລະຂົນສົ່ງມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດ,ແຜນແມ່ບົດ ແລະລະບຽບກົດໝາຍກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ ເພື່ອສະເໜີລັດຖະບານພິຈາລະນາ. ສອງຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ມະຕິຂອງ ລັດຖະບານກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບມາເປັນແຜນ ງານ,ແຜນການແລະໂຄງການ. ສາມໂຄສະນາ,ເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ແຜນ ແມ່ບົດແລະລະບຽບກົດໝາຍກ່ຽວກັບວຽກງານຂົນສົ່ງຫຼາຍຮູບ ແບບ. ສີ່ຊີ້ນໍາ,ຊຸກຍູ້,ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍ,ແຜນ ຍຸດທະສາດ,ແຜນແມ່ບົດ,ລະບຽບກົດໝາຍ,ແຜນການລົງທຶນແລະ ແຜນການພັດທະນາການຂົນສົ່ງ. ຫ້າອໍານວຍຄວາມສະດວກໃຫ້ແກ່ຄະນະກໍາມະການຂົນສົ່ງ ແຫ່ງຊາດກ່ຽວກັບການເຄື່ອນໄຫວວຽກງານຂົນສົ່ງໂດຍສະເພາະ ຕອບສະໜອງງົບປະມານ,ຍານພາຫະນະແລະອຸປະກອນຮັບໃຊ້ທີ່ ຈໍາເປັນ. ຫົກຄົ້ນຄວ້າ,ກໍານົດຕົວຊີ້ວັດຜົນການດໍາເນີນງານ,ກໍານົດ ໝາຍແລະມາດຕະຖານເຕັກນິກກ່ຽວກັບວຽກງານຂົນສົ່ງຫຼາຍຮູບ ແບບ,ເລືອກເຟັ້ນເຕັກໂນໂລຊີທີ່ເໝາະສົມ,ທັນສະໄໝພ້ອມທັງອອກ ຄໍາແນະນໍາໃນການຈັດຕັ້ງປະຕິບັດ. ເຈັດຄົ້ນຄວ້າ,ປະກອບຄໍາເຫັນກ່ຽວກັບຄ່າທໍານຽມແລະຄ່າ ບໍລິການຕ່າງໆກ່ຽວກັບການຂົນສົ່ງຫຼາຍຮູບແບບ. ແປດຄົ້ນຄ້ວາ,ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິການໃນການ ດໍາເນີນທຸລະກິດຂົນສົ່ງຫຼາຍຮູບແບບ. ເກົ້າຄົ້ນຄ້ວາມພິຈາລະນາກ່ຽວກັບການລົງທຶນ,ການຂະ ຫຍາຍ,ການໂຈະແລະການຍົກເລີກກິດຈະການກ່ຽວກັບການຂົນ ສົ່ງຫຼາຍຮູບແບບ. ສິບປັບປຸງການຈັດຕັ້ງທີ່ຂຶ້ນກັບຕົນ,ສ້າງ,ບໍາລຸງ,ຍົກລະດັບ ຄວາມຮູ້,ຄວາມສາມາດໃຫ້ແກ່ພະນັກງານທາງດ້ານການຂົນສົ່ງ ຫຼາຍຮູບແບບ. ສິບເອັດປະສານສົມທົບກັບຂະແໜງການອື່ນແລະອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງກັບວຽກງານຂົນສົ່ງຫຼາຍຮູບແບບ. ສິບສອງພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບ. ສິບສາມສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານ ຂົນສົ່ງຫຼາຍຮູບແບບໃຫ້ລັດຖະບານຢ່າງເປັນປົກກະຕິ. ສິບສີ່ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ....ມາດຕາສີ່ສິບແປດສິດແລະໜ້າທີ່ຂອງພະແນກໂຍທາທິການແລະຂົນສົ່ງແຂວງ,ນະຄອນ

ມາດຕາສີ່ສິບແປດສິດແລະໜ້າທີ່ຂອງພະແນກໂຍທາທິການແລະ ຂົນສົ່ງແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບພະແນກ ໂຍທາທິການແລະຂົນສົ່ງແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດແລະແຜນ ການພັດທະນາກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ. ສອງໂຄສະນາ,ເຜີຍແຜ່ແລະສຶກສາອົບຮົມລະບຽບກົດ ໝາຍກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບພາຍໃນທ້ອງຖິ່ນ ຂອງຕົນ. ສາມຄຸ້ມຄອງ,ຕິດຕາມການດໍາເນີນທຸລະກິດກ່ຽວກັບການ ຂົນສົ່ງຫຼາຍຮູບແບບພ້ອມທັງປະກອບຄໍາເຫັນຕໍ່ການລົງທຶນ,ການ ຂະຫຍາຍ,ການໂຈະແລະການຍົກເລີກການດໍາເນີນທຸລະກິດດັ່ງ ກ່າວຢູ່ພາຍໃນແຂວງ,ນະຄອນຂອງຕົນ. ສີ່ສັງລວມສະຖິຕິກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບໃນ ທ້ອງຖິ່ນຂອງຕົນ. ຫ້າອໍານວຍຄວາມສະດວກແລະແກ້ໄຂຂໍ້ຂັດແຍ່ງທີ່ເກີດ ຂຶ້ນກ່ຽວກັບການຂົນສົ່ງຫຼາຍຮູບແບບຄາມຄວາມຮັບຜິດຊອບຂອງ ຕົນ. ຫົກພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບຕາມການມອບໝາຍຂອງ ຂັ້ນເທິງ. ເຈັດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານຂົນ ສົ່ງຫຼາຍຮູບແບບພາຍໃນແຂວງ,ນະຄອນຂອງຕົນໃຫ້ກະຊວງໂຍ ທາທິການແລະຂົນສົ່ງແລະອົງການປົກຄອງແຂວງ,ນະຄອນຢ່າງ ເປັນປົກກະຕິ. ແປດປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍແລະການມອບໝາຍຂອງຂັ້ນເທິງ. ....ມາດຕາສີ່ສິບເກົ້າສິດແລະໜ້າທີ່ຂອງຫ້ອງການໂຍທາທິການແລະຂົນສົ່ງເມືອງ,ເທດສະບານ

ມາດຕາສີ່ສິບເກົ້າສິດແລະໜ້າທີ່ຂອງຫ້ອງການໂຍທາທິການ ແລະຂົນສົ່ງເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບຫ້ອງການ ໂຍທາທິການແລະຂົນສົ່ງເມືອງ,ເທດສະບາຍມີສິດແລະໜ້າທີ່ດັ່ງ ນີ້: ໜຶ່ງໃຫ້ຄວາມຮ່ວມມືແລະອໍານວຍຄວາມສະດວກໃຫ້ແກ່ຜູ້ ດໍາເນີນການຂົນສ່ົງຫຼາຍຮູບແບບພາຍໃນເມືອງ,ເທດສະບາຍຂອງ ຕົນ. ສອງຈັດຕັ້ງປະຕິບັດແຜນງານ,ແຜນການ,ໂຄງການກ່ຽວ ກັບການຂົນສົ່ງຫຼາຍຮູບແບບ. ສາມຕິດຕາມຜູ້ດໍາເນີນການຂົນສົ່ງຫຼາຍຮູບແບບພາຍໃນ ເມືອງ,ເທດສະບານຕາມຄວາມຮັບຜິດຊອບຂອງຕົນ. ສີ່ຊີ້ນໍາ,ຕິດຕາມ,ອົງການປົກຄອງບ້ານກ່ຽວກັບວຽກງານ ຂົນສົ່ງຫຼາຍຮູບແບບ. ຫ້າເກັບກໍາຂ້ໍມູນ,ສະຖິຕິກ່ຽວກັບວຽກງານຂົນສົ່ງຫຼາຍຮູບ ແບບ. ຫົກແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນກ່ຽວກັບການຂົນສົ່ງຫຼາຍຮູບ ແບບຕາມຄວາມຮັບຜິດຊອບຂອງຕົນ. ເຈັດສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງຕົນໃຫ້ ພະແນກໂຍທາທິການແລະຂົນສົ່ງແຂວງ,ນະຄອນແລະອົງການປົກ ຄອງເມືອງ,ເທດສະບານຢ່າງເປັນປົກກະຕິ. ແປດປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍແລະການມອບໝາຍຂອງຂັ້ນເທິງ. ....ມາດຕາຫ້າສິບສິດແລະໜ້າທີ່ຂອງອົງການປົກຄອງບ້ານ

ມາດຕາຫ້າສິບສິດແລະໜ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບອົງການປົກ ຄອງບ້ານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງເຜີຍແຜ່ຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາກ່ຽວກັບການຂົນສົ່ງ ໃຫ້ແກ່ປະຊາຊົນພາຍໃນຂອບເຂດບ້ານຂອງຕົນ. ສອງໃຫ້ຄວາມຮ່ວມມື,ອໍານວຍຄວາມສະດວກແລະໃຫ້ຄວາມ ປອດໄພແກ່ວຽກງານຂົນສົ່ງ. ສາມຕິດຕາມແລະລາຍງານສະພາບການກ່ຽວກັບວຽກງານ ຂົນສົ່ງໃນຂອບເຂດບ້ານຂອງຕົນ. ...ໝວດທີສອງການກວດກາວຽກງານຂົນສົ່ງຫຼາຍຮູບແບບ


....ມາດຕາຫ້າສິບເອັດອົງການກວດກາວຽກງານຂົນສົ່ງຫຼາຍຮູບແບບ

ມາດຕາຫ້າສິບເອັດອົງການກວດກາວຽກງານຂົນສົ່ງຫຼາຍຮູບ ແບບ ອົງການກວດກາວຽກງານຂົນສົ່ງຫຼາຍຮູບແບບມີສອງປະ ເພດດັ່ງນີ້: ໜຶ່ງອົງການກວດກາພານໃນແມ່ນອົງການດຽວກັນກັບອົງ ການຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບແບບຕາມທີ່ໄດ້ກໍານົດໄວ້ ໃນມາດຕາສີ່ສິບຫົກຂອງກົດໝາຍສະບັບນີ້. ສອງອົງການກວດກາພາຍນອກ: ສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ. ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດກາລັດ. ອົງການກວດສອບແຫ່ງລັດຕາມທີ່ໄດ້ກໍານົດໃນກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ; ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ປະຊາຊົນ ແລະສື່ມວນຊົນ.

ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດ ໜ້າທີ່ຂອງອົງການຄຸ້ມຄອງແລະກວດກາວຽກງານຂົນສົ່ງຫຼາຍຮູບ ແບບເພື່ອໃຫ້ມີຄວາມເຂັ້ມແຂງ,ໂປ່ງໃສ,ຍຸດຕິທໍາແລະມີປະສິດທິ ຜົນ.


....ມາດຕາຫ້າສິບສອງສິດໜ້າທີ່ຂອງອົງການກວດກາວຽກງານຂົນສົ່ງຫຼາຍຮູບແບບ

ມາດຕາຫ້າສິບສອງສິດໜ້າທີ່ຂອງອົງການກວດກາວຽກງານຂົນ ສົ່ງຫຼາຍຮູບແບບ ອົງການກວດກາວຽກງານຂົນສົ່ງຫຼາຍຮູບແບບມີສິດແລະ ໜ້າທີ່ປະຕິບັດຕາມເນື້ອໃນແລະຮູບການທີ່ໄດ້ກໍານົດໄວ້ໃນມາດຕາ ຫ້າສິບສາມແລະຫ້າສິບສີ່ຂອງກົດໝາຍສະບັບນີ້.

....ມາດຕາຫ້າສິບສາມເນື່ອໃນການກວດກາວຽກງານຂົນສົ່ງຫຼາຍຮູບແບບ

ມາດຕາຫ້າສິບສາມເນື່ອໃນການກວດກາວຽກງານຂົນສົ່ງຫຼາຍຮູບ ແບບ ການກວດກາວຽກງານຂົນສົ່ງຫຼາຍຮູບແບບມີເນື້ອໃນຕົ້ນຕໍ ດັ່ງນີ້: ໜຶ່ງກວດກາການຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ ,ລະບຽບກົດໝາຍ,ແຜນການລົງທຶນ,ການພັດທະນາແລະການບູລະ ນະຮັກສາພື້ນຖານໂຄງລ່າງແລະສິ່ງອໍານວຍຄວາມສະດວກກ່ຽວກັບ ວຽກງານຂົນສົ່ງຫຼາຍຮູບແບບ. ສອງກວດກາການເຄື່ອນໄຫວຂອງຜູ້ດໍາເນີນການຂົນສົ່ງຫຼາຍ ຮູບແບບແລະສະມາຄົມຜູ້ຂົນສົ່ງແລະຈັດສົ່ງລະຫວ່າງປະເທດ. ສາມກວດກາການນໍາໃຊ້ມາດຕະຖານເຕັກນິກຂອງຍານພາ ຫະນະ,ອຸປະກອນທຸກປະເພດທີ່ຮັບໃຊ້ໃຫ້ແກ່ການຂົນສົ່ງຫຼາຍຮູບແບບ. ສີ່ກວດກາຜົນກະທົບຕໍ່ສິ່ງແວດລ້ອມເນື່ອງຈາກການເຄື່ອນ ໄຫວວຽກງານຂົນສົ່ງຫຼາຍຮູບແບບ.

....ມາດຕາຫ້າສິບສີ່ຮູບການການກວດກາວຽກງານຂົນສົ່ງຫຼາຍຮູບແບບ

ມາດຕາຫ້າສິບສີ່ຮູບການການກວດກາວຽກງານຂົນສົ່ງຫຼາຍຮູບ ແບບ ການກວດກາວຽກງານຂົນສົ່ງຫຼາຍຮູບແບບມີສາມຮູບການ ດັ່ງນີ້: ໜຶ່ງການກວດກາຢ່າງເປັນປົກກະຕິຊຶ່ງແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີການກໍານົດເວລາ ອັນແນ່ນອນ. ສອງການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນ ການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງ ໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ສາມການກວດກາແບບກະທັນຫັນຊຶ່ງແມ່ນການກວດກາໂດຍ ຮີບດ່ວນ,ບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

ໃນການດໍາເນີນການກວດກາການຂົນສ່ົງຫຼາຍຮູບແບບນັ້ນ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

..ພາກທີເກົ້ານະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາຫ້າສິບຫ້ານະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາຫ້າສິບຫ້ານະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານໃນການປະຕິບັດ ລະບຽບກົດໝາຍກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບເປັນຕົ້ນດໍາ ເນີນການຂົນສົ່ງຫຼາຍຮູບແບບຢ່າງມີຄຸນນະພາບ,ຮັບປະກັນຄວາມ ປອດໄພ,ຄວາມສະດວກ,ຄວາມໂປ່ງໃສ,ຄວາມເປັນລະບຽບຮຽບ ຮ້ອຍ,ປົກປັກຮັກສາສິ່ງແວດລ້ອມໄດ້ດີ,ປະຕິບັດລາຄາຂົນສົ່ງຕາມ ລະບຽບການຢ່າງເຂັ້ມງວດຈະໄດ້ຮັບການຍ້ອງຍໍແລະການປະຕິບັດ ນະໂຍບາຍອື່ນຕາມລະບຽບການ. ...ມາດຕາຫ້າສິບຫົກມາດຕະການຕໍ່ຜູ້ລະເມີດ

ມາດຕາຫ້າສິບຫົກມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດ ໝາຍກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບເປັນຕົ້ນຂໍ້ຫ້າມຈະຖືກ ສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼື ລົງໂທດຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ. ...ມາດຕາຫ້າສິບເຈັດາດຕະການສຶກສາອົບຮົມ

ມາດຕາຫ້າສິບເຈັດມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບເປັນຕົ້ນຂໍ້ຫ້າມທີ່ມີຄວາມເສຍ ຫາຍເລັກນ້ອຍແລະບໍ່ເປັນການກະທໍາຜິດທາງອາຍາຈະຖືກສຶກສາອົບ ຮົມ,ກ່າວເຕືອນ.

...ມາດຕາຫ້າສິບແປດມາດຕະການທາງວິໄນ

ມາດຕາຫ້າສິບແປດມາດຕະການທາງວິໄນ ເຈົ້າໜ້າທີ່ຫຼືພະນັກງານຄຸ້ມຄອງວຽກງານຂົນສົ່ງຫຼາຍຮູບ ແບບທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບວຽກງານການຂົນສົ່ງ ຫຼາຍຮູບແບບເປັນຕົ້ນຂໍ້ຫ້າມທີ່ບໍ່ເປັນການກະທໍາຜິດທາງອາຍາ,ກໍ່ ຄວາມເສຍຫາຍບໍ່ຫຼວງຫຼາຍແລະບໍ່ຈິງໃຈລາຍງານການກະທໍາຜິດ, ຫຼົບຫຼີກຈາກຄວາມຜິດຂອງຕົນຈະຖືກປະຕິບັດຕາມລະບຽບການເຊັ່ນ ກ່າວເຕືອນຄວາມຜິດ,ໂຈະການເລື່ອນຊັ້ນຫຼືຖືກໄລ່ອອກຈາກລັດຖະ ການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ...ມາດຕາຫ້າສິບເກົ້າມາດຕະການປັບໃໝ

ມາດຕາຫ້າສິບເກົ້າມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບຊຶ່ງໄດ້ກໍ່ຄວາມເສຍຫາຍແຕ່ບໍ່ ມີອົງປະກອບຂອງການກະທໍາຜິດທາງອາຍາຈະຖືກປັບໃໝໃນກໍລະນ ີດັ່ງນີ້: ໜຶ່ງດໍາເນີນທຸລະກິດກ່ຽວກັບການຂົນສ່ົງຫຼາຍຮູບແບບໂດຍບໍ່ ໄດ້ຮັບອະນຸຍາດຫຼືບໍ່ຖືກຕ້ອງຕາມປະເພດທີ່ໄດ້ຮັບການອະນຸຍາດຫຼືທີ່ມີ ໃບອະນຸຍາດໝົດອາຍຸ. ສອງໃຫ້ເຊົ່າຫຼືໂອນທະບຽນວະສາຫະກິດຂອງຕົນໃຫ້ຜູ້ອື່ນ. ສາມບັນຈຸຫຼືບັນທຸກສິນຄ້າບໍ່ຖືກຕ້ອງຕາມລະບຽບການ. ສີ່ຄ່ຽນຖ່າຍສິນຄ້າບໍ່ຖືກສະຖານທີ່ຫຼືເວລາທີ່ກໍານົດ. ຫ້ານໍາໃຊ້ຍານພາຫະນະທີ່ບໍ່ມີໃບທະບຽນຖືກຕ້ອງຫຼືບໍ່ໄດ້ມາດ ຕະຖານເຕັກນິກ. ຫົກນໍາໃຊ້ໃບອະນຸຍາດຂອງຜູ້ອື່ນຫຼືເອົາໃບອະນຸຍາດຂອງຕົນ ໃຫ້ຜູ້ອື່ນນໍາໃຊ້ເພື່ອດໍາເນີນທຸລະກິດກ່ຽວກັບການຂົນສົ່ງຫຼາຍຮູບ ແບບ.

ອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການສະເພາະ. ...ມາດຕາຫົກສິບມາດຕະການທາງແພ່ງ

ມາດຕາຫົກສິບມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນສົ່ງຫຼາຍຮູບແບບຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ ຊັບສິນຂອງຜູ້ອື່ນຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາຫົກສິບເອັດມາດຕະການທາງອາຍາ

ມາດຕາຫົກສິບເອັດມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບວຽກງານຂົນສົ່ງ ຫຼາຍຮູບແບບຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ. ..ພາກທີສິບບົດບັນຍັດສຸດທ້າຍ


...ມາດຕາຫົກສິບສອງການຈັດຕັ້ງປະຕິບັດ

ມາດຕາຫົກສິບສອງການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້. ...ມາດຕາຫົກສິບສາມຜົນສັກສິດ

ມາດຕາຫົກສິບສາມຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງໜຶ່ງຮ້ອຍຊາວວັນນັບ ແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.