ກົດໝາຍວ່າດ້ວຍການຂົນສົ່ງທາງບົກ 12-04-1997

From Wikisource
Jump to navigation Jump to search

.ການຂົນສົ່ງທາງບົກ 12-04-1997


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການຂົນສົ່ງທາງບົກ

ມາດຕາໜຶ່ງ:ໜ້າທີ່ຂອງກົດໝາຍວ່າດ້ວຍການຂົນສົ່ງທາງບົກ ກົດໝາຍວ່າດ້ວຍການຂົນສົ່ງທາງບົກມີໜ້າທີ່ກໍານົດລະບອບ ການຄຸ້ມຄອງການຈັດຕັ້ງ,ການເຄື່ອນໄຫວ,ການຂົນສົ່ງສິນຄ້າ,ການ ຂົນສົ່ງຜູ້ໂດຍສານຢູ່ພາຍໃນ,ລະຫວ່າງປະເທດແລະການຂົນສົ່ງຜ່ານ ແດນແນ່ໃສ່ເສີມຂະຫຍາຍ,ການໂດຍສານແລະການຈໍລະຈອນແຈກ ຢາຍສິນຄ້າມີປະສິດທິຜົນແລະປອດໄພ.ນໍາໃຊ້ທ່າແຮງທາງດ້ານທີ່ ຕັ້ງພູມສາດຂອງປະເທດທີ່ຈຸດໃຈກາງລະຫວ່າງບັນດາປະເທດໃນ ພາກພື້ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແລະ ການຮ່ວມມືສາກົນ.

...ມາດຕາສອງ:ຄວາມໝາຍຂອງການຂົນສົ່ງທາງບົກ

ມາດຕາສອງ:ຄວາມໝາຍຂອງການຂົນສົ່ງທາງບົກ ການຂົນສົ່ງທາງບົກແມ່ນການຂົນສົ່ງສິນຄ້າ,ການຂົນສົ່ງຜູ້ ໂດຍສານ,ການຂົນສົ່ງວັດຖຸເຄື່ອງຂອງຫຼືສັດຕາມຖະໜົນດ້ວຍຍານ ພາຫະນະກົນຈັກປະເພດຕ່າງໆນັບແຕ່ລົດໄຖນາເດີນຕາມທີ່ແກ່ລໍ້ຂົນ ສິນຄ້າ,ຂົນຄົນແລະຂົນສັດ,ລົດສາມລໍ້ຈົນເຖິງລົດໂອໂຕທຸກຂະໜາດ ລວມທັງລົດລາກແກ່ປະເພດຕ່າງໆ. ສ່ວນການຂົນສົ່ງແບບປະຖົມປະຖານທີ່ເປັນມູນເຊື້ອນັ້ນບໍ່ຈັດ ເຂົ້າໃນກົດໝາຍສະບັບນີ້.

...ມາດຕາສາມ:ການສົ່ງເສີມການຂົນສົ່ງທາງບົກ

ມາດຕາສາມ:ການສົ່ງເສີມການຂົນສົ່ງທາງບົກ ລັດມີນະໂຍບາຍສົ່ງເສີມການຈັດຕັ້ງແລະບຸກຄົນເຮັດວິສາ ຫະກິດການຂົນສົ່ງທາງບົກເພື່ອຮັບໃຊ້ການຂົນສົ່ງສິນຄ້າ,ຄົນໂດຍ ສານແລະວັດຖະສິ່ງຂອງຢູ່ພາຍໃນປະເທດລະຫວ່າງປະເທດແລະ ການຂົນສົ່ງຜ່ານແດນ.

...ມາດຕາສີ່:ພັນທະໃນການຂົນສົ່ງທາງບົກ

ມາດຕາສີ່:ພັນທະໃນການຂົນສົ່ງທາງບົກ ໃນການຂົນສົ່ງທາງບົກຜູ້ຂົນສົ່ງມີພັນທະຮັກສາຄວາມປອດ ໄພ,ຄວາມເປັນລະບຽບຮຽບຮ້ອຍ,ປົກປັກຮັກສາເສັ້ນທາງ,ສິ່ງແວດ ລ້ອມທໍາມະຊາດແລະສັງຄົມ.ນອກຈາກນີ້ຜູ້ຂົນສົ່ງຍັງຕ້ອງປະຕິບັດ ພັນທະອື່ນໆກ່ຽວກັບການຂົນສົ່ງຕາມລະບຽບກົດໝາຍ. ຜູ້ໂດຍສານ,ຜູ້ຂີ່ລົດຂົນສົ່ງສະເພາະ,ຜູ້ຂີ່ລົດຂົນສົ່ງສ່ວນຕົວ, ເຈົ້າຂອງສິນຄ້າເຄື່ອງຂອງແລະຜູ້ຈັດສົ່ງສິນຄ້າກໍ່ມີໜ້າທີ່ປະກອບ ສ່ວນໃນການປະຕິບັດພັນທະທີ່ກ່າວມາຂ້າງເທິງນີ້. ...ມາດຕາຫ້າ:ຂອບເຂດການນໍາໃຊ້ກົດໝາຍ

ມາດຕາຫ້າ:ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍວ່າດ້ວຍການຂົນສົ່ງທາງບົກນໍາໃຊ້ສໍາລັບການເຮັດ ວິສາຫະກິດການຂົນສົ່ງສິນຄ້າແລະການຂົນສ່ົງຜູ້ໂດຍສານລວມທັງ ການຂົນສົ່ງສະເພາະແລະການຂົນສົ່ງສ່ວນຕົວດ້ວຍພາຫະນະກົນຈັກ ທຸກຂະໜາດລວມທັງລົດລາກແກ່ທຸກປະເພດພາຍໃນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ,ລະຫວ່າງປະເທດແລະຜ່ານແດນຍົກ ເວັ້ນການຂົນສົ່ງທາງລົດໄຟ,ທາງທໍ່ແລະການຂົນສົ່ງທາງລັດຖະການ ຊຶ່ງຈະມີຂໍ້ກໍານົດສະເພາະຕ່າງຫາກ.

..ໝວດທີ2ລະບຽບການລວມການຄຸ້ມຄອງການຂົນສົ່ງທາງບົກ


...ມາດຕາຫົກ:ລະບຽບການລວມ

ມາດຕາຫົກ:ລະບຽບການລວມ ລະບຽບການລວມຂອງການຄຸ້ມຄອງການຂົນສົ່ງທາງບົກ ແມ່ນບັນດາຂໍ້ກໍານົດທີ່ວາງອອກເພື່ອຮັບປະກັນຄວາມປອດໄພຂອງ ຜູ້ໂດຍສານແລະຮັບປະກັນບໍ່ໃຫ້ສິນຄ້າ,ວັດຖຸເຄື່ອງຂອງຕົກເຮ່ຍເສຍ ຫາຍແລະໄປເຖິງຈຸດໝາຍຕາມກໍານົດເວລາ.

...ມາດຕາເຈັດ:ປະເພດການຂົນສົ່ງທາງບົກ

ມາດຕາເຈັດ:ປະເພດການຂົນສົ່ງທາງບົກ ການຂົນສົ່ງທາງບົກຢູ່ສາທາລະນະລັດປະຊາທິປະໄຕປະ ຊາຊົນລາວມີສາມປະເພດດັ່ງນີ້: -ວິສາຫະກິດການຂົນສົ່ງ. -ການຂົນສົ່ງສະເພາະ. -ການຂົນສົ່ງສ່ວນຕົວ. ວິສາຫະກິດການຂົນສົ່ງແມ່ນການບໍລິການຮັບຈ້າງການ ຂົນສົ່ງຢູ່ພາຍໃນ,ລະຫວ່າງປະເທດຫຼືຜ່ານແດນ. ການຂົນສົ່ງສະເພາະແມ່ນການຂົນສົ່ງສິນຄ້າ,ວັດຖຸເຄື່ອງ ຂອງ,ສັດຫຼືຄົນເພື່ອຮັບໃຊ້ຢູ່ພາຍໃນຂອບເຂດວິສາຫະກິດຫຼືຂອງ ສະເພາະຕົນເອງ. ການຂົນສົ່ງສ່ວນຕົວແມ່ນການຂົນສົ່ງວັດຖຸເຄື່ອງຂອງ,ຄົນ ຫຼືສັດເພື່ອຮັບໃຊ້ວຽກງານສ່ວນຕົວທີ່ບໍ່ແມ່ນການຮັບຈ້າງຂົນສົ່ງ ທົ່ວໄປຫຼືບໍ່ແມ່ນການຂົນສົ່ງສະເພາະ. ວິສາຫະກິດການຂົນສົ່ງແບ່ງອອກເປັນສອງຊະນິດດັ່ງນີ້: -ການຂົນສົ່ງສິນຄ້າວັດຖຸເຄື່ອງຂອງຫຼືສັດ. -ການຂົນສົ່ງຜູ້ໂດຍສານ. ການຂົນສົ່ງສະເພາະແລະການຂົນສົ່ງສ່ວນຕົວແບ່ງອອກ ເປັນສອງຊະນິດດັ່ງນີ້: -ການຂົນສົ່ງວັດຖຸເຄື່ອງຂອງ,ສິນຄ້າຫຼືສັດ. -ການຂົນສົ່ງຄົນ.

...ມາດຕາແປດ:ຂອບເຂດການຂົນສົ່ງທາງບົກ ມາດຕາແປດ:ຂອບເຂດການຂົນສົ່ງທາງບົກ ຂອບເຂດການຂົນສົ່ງທາງບົກຂອງສາທາລະນະລັດປະຊາທິ ປະໄຕປະຊາຊົນລາວແມ່ນຂອບເຂດການຈະລາຈອນທີ່ກໍານົດໃຫ້ຍານ ພາຫະນະຂົນສົ່ງດໍາເນີນການຂົນສົ່ງຊຶ່ງແບ່ງອອກເປັນສອງຂອບເຂດ ດັ່ງນີ້: -ຂອບເຂດການຂົນສົ່ງພາຍໃນປະເທດ. -ຂອບເຂດການຂົນສົ່ງລະຫວ່າງປະເທດແລະຂອບເຂດການ ຂົນສົ່ງຜ່ານແດນ. ຂອບເຂດການຂົນສົ່ງພາຍໃນປະເທດແມ່ນການຂົນສົ່ງພາຍ ໃນເທດສະບານ,ການຂົນສົ່ງພາຍໃນແຂວງແລະການຂົນສົ່ງລະ ຫວ່າງແຂວງ. ຂອບເຂດການຂົນສົ່ງລະຫວ່າງປະເທດແມ່ນການຂົນສົ່ງຈາກ ສາທາລະນະລັດປະຊາທິປະໄຕປະຊາຊົນລາວໄປຕ່າງປະເທດຫຼືຈາກ ຕ່າງປະເທດມາສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ຂອບເຂດການຂົນສົ່ງຜ່ານແດນແມ່ນການຂົນສົ່ງຈາກສາທາ ລະນະລັດປະຊາທິປະໄຕປະຊາຊົນລາວຜ່ານປະເທດໃດໜຶ່ງໄປປະ ເທດທີສາມຫຼືການຂົນສົ່ງຈາກປະເທດໃດໜຶ່ງຜ່ານສາທາລະນະລັດ ປະຊາທິປະໄຕປະຊາຊົນລາວໄປປະເທດທີ່ສາມ. ...ມາດຕາເກົ້າ:ຂະໜາດລົດຂົນສົ່ງ

ມາດຕາເກົ້າ:ຂະໜາດລົດຂົນສົ່ງ ລົດຂົນສົ່ງແບ່ງອອກເປັນສາມຂະໜາດດັ່ງນີ້: -ລົດຂົນສົ່ງຂະໜາດນ້ອຍ. -ລົດຂົນສົ່ງຂະໜາດກາງ. -ລົດຂົນສົ່ງຂະໜາດໃຫຍ່. ລົດຂົນສົ່ງສິນຄ້າວັດຖຸເຄື່ອງຂອງຂະໜາດນ້ອຍແມ່ນລົດ ຂົນສົ່ງທີ່ມີນໍ້າໜັກບັນທຸກທີ່ອະນຸຍາດລວມທັງນໍ້າໜັກລົດເປົ່າບໍ່ເກີນ ເຈັດໂຕນ. ລົດຂົນສົ່ງສິນຄ້າວັດຖຸເຄື່ອງຂອງຂະໜາດກາງແມ່ນລົດ ຂົນສົ່ງທຸກຂະໜາດລວມທັງລົດລາກແກ່ທຸກປະເພດຊຶ່ງມີນໍ້າໜັກ ບັນທຸກທີ່ອະນຸຍາດໄລ່ທັງນໍ້າໜັກລົດເປົ່າສູງກວ່າເຈັດໂຕນຂຶ້ນຫາ ສິບຫ້າໂຕນ. ລົດຂົນສົ່ງສິນຄ້າວັດຖຸເຄື່ອງຂອງຂະໜາດໃຫຍ່ແມ່ນລົດ ຂັນສົ່ງທຸກຂະໜາດລວມທັງລົດລາກແກ່ປະເພດຕ່າງໆທີ່ມີນໍ້າໜັກ ບັນທຸກທີ່ອະນຸຍາດໄລ່ທັງນໍ້າໜັກລົດເປົ່າສູງກວ່າສິບຫ້າໂຕນ. ລົດຂົນສົ່ງຜູ້ໂດຍສານຫຼືຂົນສົ່ງຄົນຂະໜາດນ້ອຍແມ່ນລົດ ຂົນສົ່ງທີ່ສາມາດບັນຈຸຜູ້ໂດຍສານຫຼືບັນຈຸຄົນແຕ່ສອງບ່ອນນັ່ງເຖິງ ເຈັດບ່ອນນັ່ງ. ລົດຂົນສົ່ງຜູ້ໂດຍສານຫຼືຂົນສົ່ງຄົນຂະໜາດກາງແມ່ນລົດ ຂົນສົ່ງທີ່ສາມາດບັນຈຸຜູ້ໂດຍສານຫຼາຍກວ່າເຈັດບ່ອນນັ່ງແຕ່ບໍ່ ກາຍສິບຫ້າບ່ອນນັ່ງ. ລົດຂົນສົ່ງຜູ້ໂດຍສານຫຼືຂົນສົ່ງຄົນຂະໜາດໃຫຍ່ແມ່ນລົດ ຂົນສົ່ງທີ່ສາມາດບັນຈຸຜູ້ໂດຍສານຫຼາຍກວ່າສິບຫ້າບ່ອນນັ່ງຂຶ້ນ ໄປ. ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ ວາງລະບອບການຄຸ້ມຄອງລົດຂົນສົ່ງທີ່ກ່າວມາເທິງນີ້ລວມທັງ ນໍ້າໜັກບັນທຸກທີ່ອະນຸຍາດສູງສຸດສໍາລັບລົດຂົນສົ່ງຂະໜາດໃຫຍ່.

...ມາດຕາສິບ:ເງື່ອນໄຂຜູ້ຂັບລົດຂົນສົ່ງ

ມາດຕາສິບ:ເງື່ອນໄຂຜູ້ຂັບລົດຂົນສົ່ງ ຜູ້ຂັບລົດຂົນສົ່ງສິນຄ້າແລະຂົນສົ່ງຜູ້ໂດຍສານຕ້ອງມີເງື່ອນ ໄຂດັ່ງນີ້: -ມີໃບຂັບຂີ່ຖືກຕ້ອງຕາມລະບຽບການ. -ມີສຸຂະພາບສົມບູນດີ. -ປະຕິບັດຕາມກົດຈະລາຈອນຢ່າງເຂັ້ມງວດ. -ຂັບລົດບໍ່ໃຫ້ເກີນກໍານົດເວລາທີ່ລະບຽບການວາງອອກ. -ບໍ່ຂັບລົດໃນເວລາມຶນເມົາແລະບໍ່ເສບຢາເສບຕິດ.

...ມາດຕາສິບເອັດ:ການກວດກາເຕັກນິກ

ມາດຕາສິບເອັດ:ການກວດກາເຕັກນິກ ລົດຂົນສົ່ງທຸກຄັນຕ້ອງໄດ້ຮັບການກວດກາເຕັກນິກຕາມກໍາ ນົດເວລາຢ່າງເຂັ້ມງວດຢູ່ສະຖານນີກວດກາເຕັກນິກຊຶ່ງກະຊວງຄົມ ມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ກໍານົດ.


...ມາດຕາສິບສອງ:ມາດຕະຖານແລະເງື່ອນໄຂຂອງອູ່ສ້ອມແປງລົດ

ມາດຕາສິບສອງ:ມາດຕະຖານແລະເງື່ອນໄຂຂອງອູ່ສ້ອມແປງລົດ ເພື່ອຮັບປະກັນທາງດ້ານເຕັກນິກຂອງລົດຂົນສົ່ງກະຊວງຄົມ ມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ອອກຂໍ້ກໍານົດກ່ຽວກັບ ມາດຕະຖານແລະເງື່ອນໄຂຂອງອູ້ສ້ອມແປງລົດ.

..ໝວດທີ3ວິສາຫະກິດການຂົນສົ່ງ,ການຂົນສົ່ງສະເພາະແລະການຂົນສົ່ງສ່ວນຕົວ

...ມາດຕາສິບສາມ:ການຂໍອະນຸຍາດເຮັດວິສາຫະກິດການຂົນສົ່ງ.

ມາດຕາສິບສາມ:ການຂໍອະນຸຍາດເຮັດວິສາຫະກິດການຂົນສົ່ງ. ການຂໍອະນຸຍາດເຮັດວິສາຫະກິດການຂົນສົ່ງສິນຄ້າແລະການ ຂົນສົ່ງຜູ້ໂດຍສານທາງບົກພາຍໃນປະເທດ,ລະຫວ່າງປະເທດແລະ ການຂົນສົ່ງຜ່ານແດນໃຫ້ປະຕິບັດຕາມມາດຕາສິບຫົກ,ສິບເຈັດ,ສິບ ແປດແລະສິບເກົ້າຂອງກົດໝາຍວ່າດ້ວຍທຸລະກິດສ່ວນການລົງທຶນ ຂອງຕ່າງປະເທດນັ້ນໃຫ້ປະຕິບັດຕາມມາດຕາຊາວສາມ,ຊາວສີ່,ຊາວ ຫ້າ,ຊາວຫົກຂອງກົດໝາຍວ່າດ້ວຍການສົ່ງເສີມແລະການຄຸ້ມຄອງ ການລົງທຶນຂອງຕ່າງປະເທດຢູ່ສາທາລະນະລັດປະຊາທິປະໄຕປະຊາ ຊົນລາວ.

...ມາດຕາສິບສີ່:ເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບອະນຸຍາດໃຫ້ເຮັດວິສາຫະກິດການຂົນສົ່ງ.

ມາດຕາສິບສີ່:ເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບອະນຸຍາດໃຫ້ເຮັດວິສາຫະ ກິດການຂົນສົ່ງ. ບຸກຄົນຫຼືການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງ,ຂຶ້ນທະ ບຽນວະສາຫະກິດການຂົນສົ່ງໄດ້ຕ້ອງມີເງື່ອນໄຂດັ່ງນີ້: -ມີຄວາມສາມາດທາງດ້ານວິຊາຊີບການຂົນສົ່ງ. -ມີຄວາມສາທາດທາງດ້ານທຶນຮອນ. -ມີຄວາມຊື່ສັດຕໍ່ວິຊາຊີບການຂົນສົ່ງ. ນອກຈາກນີ້ຜູ້ຮ້ອງຂໍຍັງຕ້ອງໄດ້ປະຕິບັດຕາມເງື່ອນໄຂອື່ນໆ ທີ່ໄດ້ກໍານົດໄວ້ໃນກົດໝາຍທຸລະກິດອີກ.

...ມາດຕາສິບຫ້າ:ໃບທະບຽນວະສາຫະກິດການຂົນສົ່ງ

ມາດຕາສິບຫ້າ:ໃບທະບຽນວະສາຫະກິດການຂົນສົ່ງ ໃບທະບຽນວິສາຫະກິດການຂົນສົ່ງສິນຄ້າແລະການຂົນສົ່ງຜູ້ ໂດຍສານບໍ່ສາມາດໃຫ້ຜູ້ອື່ນນໍາໃຊ້,ໃຫ້ຜູ້ອື່ນເຊົ່າຫຼືບໍ່ສາມາດໂອນໃຫ ້ຜູ້ອື່ນນໍາໃໍຊ້,ໃຫ້ຜູ້ອື່ນເຊົ່າຫຼືບໍ່ສາມາດໂອນໃຫ້ຜູ້ອື່ນໄດ້.

...ມາດຕາສິບຫົກ:ເງື່ອນໄຂຂອງລົດທີ່ຈະນໍາໃຊ້ເຂົ້າໃນວິສາຫະກິດການຂົນສົ່ງແລະການຂົນສົ່ງສະເພາະ

ມາດຕາສິບຫົກ:ເງື່ອນໄຂຂອງລົດທີ່ຈະນໍາໃຊ້ເຂົ້າໃນວິສາຫະກິດ ການຂົນສົ່ງແລະການຂົນສົ່ງສະເພາະ ລົດທີ່ຈະໃຊ້ເຂົ້າໃນການເຮັດວິສາຫະກິດການຂົນສົ່ງແລະ ການຂົນສົ່ງສະເພາະຕ້ອງປະກອບດ້ວຍເງື່ອນໄຂຕົ້ນຕໍດັ່ງນີ້: -ໄດ້ຈົດທະບຽນເປັນລົດຂົນສົ່ງ. -ໄດ້ຂຶ້ນທະບຽນປ້າຍລົດ. -ຖືກຕ້ອງຕາມເຕັກນິກການຂົນສົ່ງ. -ມີປະກັນໄປທີ່ກ່ຽວຂ້ອງ. -ໄດ້ເສຍຄ່າທໍານຽມທາງປະຈໍາປີ. -ໄດ້ຜ່ານການກວດກາເຕັກນິກຕາມລະບຽບການ. ສໍາລັບເງື່ອນໄຂລະອຽດກ່ຽວກັບລົດທີ່ຈະນໍາໃຊ້ເຂົ້າໃນວິສາ ຫະກິດການຂົນສົ່ງນັ້ນກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ ເປັນຜູ້ກໍານົດ.

...ມາດຕາສິບເຈັດ:ການປະກັນໄພລົດຂົນສົ່ງ

ມາດຕາສິບເຈັດ:ການປະກັນໄພລົດຂົນສົ່ງ ລົດຂົນສົ່ງສິນຄ້າແລະຂົນສົ່ງຜູ້ໂດຍສານທຸກຂະໜາດ,ລົດຂົນ ສົ່ງສະເພາະແລະລົດຂົນສົ່ງສ່ວນຕົວລວມທັງລົດລາກແກ່ປະເພດຕ່າງ ໆຢູ່ພາຍໃນປະເທດຕ້ອງມີການປະກັນໄພໂດຍສະເພາະແມ່ນການປະ ກັນໄພບຸກຄົນທີສາມ.ສໍາລັບລົດຂົນສົ່ງລະຫວ່າງປະເທດແລະຂົນສົ່ງ ຜ່ານແດນນັ້ນນອກຈາກການປະກັນບຸກຄົນທີສາມແລ້ວຍັງຕ້ອງມີການ ປະກັນໄພຜູ້ຂັບຂີ່ແລະການປະກັນໄພສິນຄ້າທີ່ຂົນສົ່ງອີກດ້ວຍ.

...ມາດຕາສິບແປດ:ໃບອະນຸຍາດແລ່ນລົດ.

ມາດຕາສິບແປດ:ໃບອະນຸຍາດແລ່ນລົດ. ໃບອະນຸຍາດແລ່ນລົດແມ່ນໃບອະນຸຍາດທີ່ອອກໃຫ້ແກ່ລົດທີ່ ເຮັດວິສາຫະກິດການຂົນສົ່ງທີ່ຖືກຕ້ອງຕາມປະເພດ,ມາດຕະຖານ ເຕັກນິກແລະຂອບເຂດການຂົນສົ່ງຊຶ່ງຂະແໜງການຄົມມະນາຄົມ ຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ອະນຸມັດ. ລົດທີ່ນໍາໃຊ້ເຂົ້າໃນການຂົນສົ່ງສະເພາະເພື່ອຮັບໃຊ້ວິສາຫະ ກິດຫຼືກິດຈະການຂອງຕົນເອງກໍ່ຕ້ອງມີໃບອະນຸຍາດແລ່ນລົດເຊັ່ນດຽວ ກັນ. ໃນກໍລະນີທີ່ມີການດັດແປງມາດຕະຖານເຕັກນິກຫຼືປ່ຽນແປງ ຂອບເຂດການຂົນສົ່ງຂອງລົດກໍຕ້ອງຂໍໃບອະນຸຍາດແລ່ນລົດໃໝ່.

...ມາດຕາສິບເກົ້າ:ໃບນໍາສົ່ງສິນຄ້າ.

ມາດຕາສິບເກົ້າ:ໃບນໍາສົ່ງສິນຄ້າ. ໃນການເຮັດວິສາຫະກິດການຂົນສົ່ງສິນຄ້າຜູ້ຂົນສົ່ງຕ້ອງປະ ກອບໃບນໍາສົ່ງສິນຄ້າຕາມແບບພິມທີ່ກະຊວງຄົມມະນາຄົມຂົນສົ່ງໄປ ສະນີແລະກໍ່ສາງວາງອອກຊຶ່ງຕ້ອງຕິດຕາມໄປພ້ອມກັບລົດແຕ່ລະ ຖ້ຽວ.ການຂົນສົ່ງສະເພາະເພື່ອຮັບໃຊ້ທຸລະກິດຫຼືກິດຈະການຂອງຕົນ ເອງກໍ່ຕ້ອງມີໃບນໍາສົ່ງສິນຄ້າຕິດຕາມໄປພ້ອມກັບລົດແຕ່ລະຖ້ຽວເຊັ່ນ ດຽວກັນ.

...ມາດຕາຊາວ:ສະຖານີລົດຂົນສົ່ງ.

ມາດຕາຊາວ:ສະຖານີລົດຂົນສົ່ງ. ລົດວະສາຫະກິດການຂົນສົ່ງສິນຄ້າແລະລົດຂົນສົ່ງຜູ້ໂດຍ ສານຕ້ອງເຂົ້າຈອດແລະອອກຕາມສະຖານນີຫຼືບ່ອນລົດຂົນສົ່ງຊຶ່ງກະ ຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ກໍານົດມາດຕະ ຖານເຕັກນິກການກໍ່ສ້າງ. ສະຖານີ້ລົດຂົນສົ່ງອາດຈະແບ່ງອອກເປັນສອງປະເພດຄື: -ສະຖານນີລົດຂົນສົງສິນຄ້າ. -ສະຖານນີລົດຂົນສົ່ງຜູ້ໂດຍສານ. ໃນກໍລະນີຈໍາເປັນກໍຈະຈັດຕັ້ງສະຖານນີ້ລົດຂົນສົ່ງສັດສະ ເພາະ.

...ມາດຕາຊາວເອັດ:ສັນຍາຂົນສົ່ງ.

ມາດຕາຊາວເອັດ:ສັນຍາຂົນສົ່ງ. ວິສາຫະກິດການຂົນສົ່ງສິນຄ້າແລະການຂົນສົ່ງຜູ້ໂດຍສານ ແມ່ນເຮັດຕາມສັນຍາເປັນລາຍລັກອັກສອນ,ສັນຍາປາກເປົ່າຫຼືສັນ ຍາໃນຕົວ. ສັນຍາວິສາຫະກິດການຂົນສົ່ງສິນຄ້າແມ່ນການຕົກລົງລະ ຫວ່າງຜູ້ເຮັດວິສາຫະກິດການຂົນສົ່ງກັບເຈົ້າຂອງສິນຄ້າກ່ຽວກັບ ການເຄື່ອນຍ້າຍສິນຄ້າຈາກຈຸດໜຶ່ງໄປຫາຈຸດໜຶ່ງຊຶ່ງຜູ້ເຮັດວິສາຫະ ກິດການຂົນສົ່ງສິນຄ້າມີພັນທະນໍາສິນຄ້າໄປສູ້ຈຸດໝາຍໂດຍບໍ່ໃຫ້ມີ ການຕົກເຮ່ຍເສຍຫາຍ,ຮັບປະກັນຄຸນນະພາບແລະເຈົ້າຂອງສິນຄ້າ ຕ້ອງຊໍາລະຄ່າຂົນສົ່ງໃຫ້ຜູ້ຂົນສົ່ງສິນຄ້າຕາມທີ່ໄດ້ຕົກລົງກັນ. ສັນຍາວິສາຫະກິດການຂົນສົ່ງຜູ້ໂດຍສານແມ່ນການຕົກລົງ ລະຫວ່າງຜູ້ເຮັດວິສາຫະກິດການຂົນສົ່ງກັບຜູ້ໂດຍສານກ່ຽວກັບການ ເດີນທາງຈາກຈຸດໜ່ຶງໄປສູ່ອີກຈຸດໜຶ່ງຊຶ່ງຜູ້ເຮັດວິສາຫະກິດການຂົນ ສົ່ງມີພັນທະນໍາສົ່ງຜູ້ໂດຍສານໄປສູ່ຈຸດໝາຍດ້ວຍຄວາມປອດໄພ,ຮັບ ປະກັນບໍ່ໃຫ້ເຄື່ອງຂອງຜູ້ໂດຍສານຕົກເຮ່ຍເສຍຫາຍລວມທັງອໍານວຍ ຄວາມສະດວກໃຫ້ແກ່ຜູ້ໂດຍສານອີກດ້ວຍ,ສ່ວນຜູ້ໂດຍສານຕ້ອງຈ່າຍ ຄ່າໂດຍສານໃຫ້ແກ່ຜູ້ເຮັດວິສາຫະກິດການຂົນສົ່ງຕາມທີ່ໄດ້ຕົກລົງ ກັນ.

...ມາດຕາຊາວສອງ:ເນື້ອໃນຕົ້ນຕໍຂອງສັນຍາຂົນສົ່ງສິນຄ້າ

ມາດຕາຊາວສອງ:ເນື້ອໃນຕົ້ນຕໍຂອງສັນຍາຂົນສົ່ງສິນຄ້າ ສັນຍາຂົນສົ່ງສິນຄ້າມີເນື້ອໃນຕົ້ນຕໍດັ່ງນີ້: -ປະເພດສິນຄ້າລວມທັງປະລິມານ,ບໍລິມາດແລະນໍ້າໜັກ. -ສະຖານທີ່ຕົ້ນທາງບ່ອນສົ່ງແລະສະຖານທີ່ປາຍທາງບ່ອນ ຮັບສິນຄ້າ. -ວິທີບໍລິການຊຶ່ງໝາຍເຖິງການບັນຈຸຫູ້ມຫໍ່,ການເກັບຮັກສາ ສິນຄ້າ,ການຍົກຖ່າຍ,ການຄ່ຽນຖ່າຍ. -ລາຄາຂົນສົ່ງສິນຄ້າ: -ປະກັນໄພ. -ວິທີການຊໍາລະຄ່າຂົນສົ່ງ. ສໍາລັບສັນຍາຂົນສົ່ງສິນຄ້າລະຫວ່າງປະເທດແລະຂົນສົ່ງ ຜ່ານແດນໃຫ້ປະຕິບັດຕາມສັນຍາການຂົນສົ່ງສາກົນ. ຜູ້ບໍລິການຂົນສົ່ງສິນຄ້າແລະເຈົ້າຂອງສິນຄ້າຕ້ອງປະຕິບັດ ສັນຍາຢ່າງຄົບຖ້ວນ.

...ມາດຕາຊາວສາມ:ການຂົນສົ່ງວັດຖຸອັນຕະລາຍ

ມາດຕາຊາວສາມ:ການຂົນສົ່ງວັດຖຸອັນຕະລາຍ ການຂົນສົ່ງວັດຖຸອັນຕະລາຍ:ວັດຖຸເຄມີ,ວັດຖຸໄວໄຟ,ວັດຖຸລະ ເບີດນັ້ນຈະແມ່ນວິສາຫະກິດການຂົນສົ່ງ,ການຂົນສົ່ງສະເພາະຫຼືການ ຂົນສົ່ງສ່ວນຕົວກໍ່ຕາມຕ້ອງໄດ້ຮັບອະນຸຍາດຈາກກະຊວງຄົມມະນາ ຄົມຂົນສົ່ງປະສິນີແລະກໍ່ສ້າງບົນພື້ນຖານການປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງແລະຕ້ອງປະຕິບັດຕາມລະບຽບການຂົນສົ່ງວັດຖຸອັນ ຕະລາຍຢ່າງເຂັ້ມງວດ.

...ມາດຕາຊາວສີ່:ຄວາມຮັບຜິດຊອບຂອງຜູ້ຂົນສົ່ງ.

ມາດຕາຊາວສີ່:ຄວາມຮັບຜິດຊອບຂອງຜູ້ຂົນສົ່ງ. ໃນວິສາຫະກິດການຂົນສົ່ງສິນຄ້າຜູ້ຂົນສົ່ງມີຄວາມຮັບຜິດຊອບ ໃຊ້ແທນຄ້າເສຍຫາຍຖ້າວ່າສິນຄ້ານັ້ນຫາກບໍ່ເຖິງຈຸດທີ່ໝາຍ,ເຖິງຈຸດ ທີ່ໝາຍບໍ່ທັນຕາມກໍານົດເວລາຊຶ່ງເຮັດໃຫ້ເຈົ້າຂອງສິນຄ້າໄດ້ຮັບ ຄວາມເສຍຫາຍ,ສິນຄ້າຄຸນນະພາບຫຼືຕົກເຮ່ຍເສຍຫາຍຍ້ອນຄວາມ ຜິດພາດຂອງຜູ້ຂົນສົ່ງ. ໃນການຂົນສົ່ງຜູ້ໂດຍສານຜູ້ຂົນສົ່ງມີຄວາມຮັບຜິດຊອບໃຊ້ ແທນຄ່າເສຍຫາຍຖ້າວ່າການນໍາສົ່ງຜູ້ໂດຍສານຫາກບໍ່ເຖິງຈຸດທີ່ ໝາຍ,ຜູ້ໂດຍສານບໍ່ໄດ້ຮັບຄວາມປອດໄພຫຼືເຄື່ອງຂອງຜູ້ໂດຍສານ ຫາກຕົກເຮ່ຍເສຍຫາຍຍ້ອນຄວາມຜິດພາດຂອງຜູ້ຂົນສົ່ງ. ນອກຈາກນີ້ຜູ້ຂົນສົ່ງອາດຈະໄດ້ຮັບຜິດຊອບທາງອາຍາໃນ ກໍລະນີທີ່ມີການກະທໍາຜິດທາງອາຍາ.

..ໝວດທີ4ການຂົນສົ່ງລະຫວ່າງປະເທດແລະການຂົນສົ່ງຜ່ານແດນ

...ມາດຕາຊາວຫ້າ:ການຂົນສົ່ງລະຫວ່າງປະເທດແລະການຂົນສົ່ງຜ່ານແດນ

ມາດຕາຊາວຫ້າ:ການຂົນສົ່ງລະຫວ່າງປະເທດແລະການຂົນສົ່ງ ຜ່ານແດນ ໃນການຂົນສົ່ງລະຫວ່າງປະເທດແລະການຂົນສົ່ງຜ່ານແດນ ນັ້ນລັດຖະບານຈະປະຕິບັດຕາມສັນຍາທີ່ຕົນໄດ້ເຊັນກັບຕ່າງປະເທດ ແລະອະນຸຍາດໃຫ້ມີການຂົນສົ່ງຜ່ານດິນແດນຂອງຕົນພ້ອມທັງໃຫ ້ຄວາມສະດວກ,ໃຫ້ການຮັບປະກັນທີ່ຈໍາເປັນຕາມສົນທິສັນຍາແລະສັນ ຍາສາກົນທີ່ຕົນໄດ້ເຂົ້າຮ່ວມ. ການຂົນສົ່ງລະຫວ່າງປະເທດແລະການຂົນສົ່ງຜ່ານແດນອາດ ຈະມີການຄ່ຽນຖ່າຍຫຼືບໍ່ມີການຄ່ຽນຖ່າຍຕາມການຕົກລົງຂອງລັດຖະ ບານ. ການຂົນສົ່ງຂອງຕ່າງປະເທດຢູ່ບົນດິນແດນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວຕ້ອງປະຕິບັດຕາມກົດຈະລາຈອນແລະ ລະບຽບກົດໝາຍຂອງລາວ.

...ມາດຕາຊາວຫົກ:ສະຖານນີ້ລົດຂົນສົ່ງລະຫວ່າງປະເທດ

ມາດຕາຊາວຫົກ:ສະຖານນີ້ລົດຂົນສົ່ງລະຫວ່າງປະເທດ ລົດວິສາຫະກິດຂົນສົ່ງສິນຄ້າແລະລົດຂົນສົ່ງຜູ້ໂດຍສານລະ ຫວ່າງປະເທດຫຼືຜ່ານແດນທີ່ເຂົ້າແລະອອກຈາກສາທາລະນະລັດປະ ຊາທິປະໄຕປະຊາຊົນລາວຕ້ອງເຂົ້າຈອດແລະອອກຕາມສະຖານນີລົດ ຂົນສົ່ງລະຫວ່າງປະເທດຊຶ່ງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະ ກໍ່ສ້າງເປັນຜູ້ກໍານົດ. ສະຖານນີ້ຂົນສົ່ງລະຫວ່າງປະເທດແບ່ງອອກເປັນສອງປະເພດ ຄື: -ສະຖານນີ້ລົດຂົນສົ່ງສິນຄ້າ. -ສະຖານນີລົດຂົນສົ່ງຜູ້ໂດຍສານ. -ໃນກໍລະນີທີ່ຈໍາເປັນກໍ່ຈະສ້າງສະຖານນີ້ລົດຂົນສົ່ງສັດສະເພາະ.


..ໝວດທີ5ການຈັດສົ່ງສິນຄ້າແລະການໃຫ້ເຊົ່າລົດ

...ມາດຕາຊາວເຈັດ:ການຈັດສົ່ງສິນຄ້າ

ມາດຕາຊາວເຈັດ:ການຈັດສົ່ງສິນຄ້າ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດສົ່ງສິນຄ້າພາຍ ໃນປະເທດ,ລະຫວ່າງປະເທດແລະຜ່ານແດນນັ້ນລັດອະນຸຍາດໃຫ້ມີຜູ້ ເຮັດວິສາຫະກິດການບໍລິການຈັດສົ່ງສິນຄ້າ.

...ມາດຕາຊາວແປດ:ຜູ້ຈັດສົ່ງສິນຄ້າ

ມາດຕາຊາວແປດ:ຜູ້ຈັດສົ່ງສິນຄ້າ ຜູ້ຈັດສົ່ງສິນຄ້າແມ່ນບຸກຄົນຫຼືການຈັດຕັ້ງທີ່ເຮັດວິສາຫະກິດ ການບໍລິການປະກອບເອກະສານ,ເຕົ້າໂຮມ,ຫຸ້ມຫໍ່ແລະບັນຈຸສິນຄ້າ ເພື່ອມອບໃຫ້ຜູ້ຂົນສົ່ງ. ຜູ້ຈັດສົ່ງສິນຄ້າມີຄວາມຮັບຜິດຊອບກ່ຽວກັບຄວາມຖືກຕ້ອງ ແລະຄົບຖ້ວນຂອງເອກະສານການນໍາສົ່ງສິນຄ້າ,ຮັບປະກັນການຈັດ ສົ່ງສິນຄ້າຢ່າງຄົບຖ້ວນຕາມຈໍານວນທີ່ມີຢູ່ໃນບັນຊີແລະບໍ່ໃຫ້ສິນຄ້າ ຕົກເຮ່ຍເສຍຫາຍຫຼືເສຍຄຸນນະພາບຍ້ອນການບັນຈຸຫຸ້ມຫໍ່ແລະຮັບປະ ກັນໃຫ້ສິນຄ້າໄປເຖິງຈຸດໝາຍ.

...ມາດຕາຊາວເກົ້າ:ການອະນຸຍາດໃຫ້ເຮັດວິສາຫະກິດການຈັດສົ່ງສິນຄ້າ

ມາດຕາຊາວເກົ້າ:ການອະນຸຍາດໃຫ້ເຮັດວິສາຫະກິດການຈັດສົ່ງ ສິນຄ້າ ບຸກຄົນຫຼືການຈັດຕັ້ງທີ່ຈະໄດ້ຮັບອະນຸຍາດໃຫ້ເຮັດວິສາຫະກິດ ການບໍລິການຈັດສົ່ງສິນຄ້າຕ້ອງມີເງື່ອນໄຂແລະປະຕິບັດຕາມທີ່ໄດ້ ກໍານົດໄວ້ໃນມາດຕາສິບສາມ,ສິບສີ່,ສິບຫ້າ,ສິບຫົກແລະສິບເຈັດ ຂອງກົດໝາຍສະບັບນີ້.

...ມາດຕາສາມສິບ:ຜູ້ເຮັດວິສາຫະກິດໃຫ້ເຊົ່າລົດ

ມາດຕາສາມສິບ:ຜູ້ເຮັດວິສາຫະກິດໃຫ້ເຊົ່າລົດ ເພື່ອສົ່ງເສີມວິສາຫະກິດການຂົນສົ່ງ,ການຂົນສົ່ງສະເພາະ ແລະການຂົນສົ່ງສ່ວນຕົວພາຍໃນປະເທດ,ລະຫວາງປະເທດຫຼືຜ່ານ ແດນໃຫ້ມີການຂະຫຍາຍຕົວນັ້ນລັດອະນຸຍາດໃຫ້ມີການເຮັດວິສາຫະ ກິດການໃຫ້ເຊົ່າລົດ. ຜູ້ເຮັດວິສາຫະກິດການໃຫ້ເຊົ່າລົດແມ່ນບຸກຄົນຫຼືການຈັດຕັ້ງ ທີ່ມີພາຫະນະກົນຈັກປະເພດຕ່າງໆຕາມທີ່ໄດ້ກໍານົດໄວ້ໃນມາດຕາ ເກົ້າຂອງກົດໝາຍສະບັບນີ້ເພື່ອບໍລິການໃຫ້ແກ່ຜູ້ຕ້ອງການເຊົ່າໄປ ເຮັດວິສາຫະກິດການຂົນສົ່ງຫຼືໄປນໍາໃຊ້ເຂົ້າໃນການຂົນສົ່ງສະເພາະ ຫຼືການຂົນສົ່ງສ່ວນຕົວເປັນບາງຄັ້ງຄາວຫຼືເປັນປະຈໍາຕາມສັນຍາ. ການໃຫ້ເຊົ່າລົດແບ່ງອອກເປັນສອງປະເພດດັ່ງນີ້: -ການໃຫ້ເຊົ່າລົດໂດຍຜູ້ເຊົ່ານໍາໄປໃຊ້ເອງ. -ການໃຫ້ເຊົ່າລົດລວມທັງບໍລະການຮັບໃຊ້ພ້ອມ.

...ມາດຕາສາມສິບເອັດ:ພັນທະຂອງຜູ້ໃຫ້ເຊົ່າລົດແລະຂອງຜູ້ເຊົ່າລົດ.

ມາດຕາສາມສິບເອັດ:ພັນທະຂອງຜູ້ໃຫ້ເຊົ່າລົດແລະຂອງຜູ້ເຊົ່າລົດ. ໃນການໃຫ້ເຊົ່າລົດໂດຍຜູ້ເຊົ່ານໍາໄປໃຊ້ເອງນັ້ນຜູ້ໃຫ້ເຊົ່າ ຕ້ອງມອບລົດທີ່ຖືກຕ້ອງຕາມເງື່ອນໄຂຂອງມາດຕາສິບຫົກຂອງກົດ ໝາຍສະບັບນີ້ໃຫ້ແກ່ຜູ້ເຊົ່າໄປໃຊ້ຕາມກໍານົດເວລາທີ່ໄດ້ຕົກລົງກັນ. ຜູ້ເຊົ່າລົດຕ້ອງຊໍາລະຄ່າເຊົ່າ,ນໍາໃຊ້ລົດໃຫ້ຖືກຕ້ອງຕາມເປົ້າໝາຍ ທີ່ໄດ້ຕົກລົງກັນໄວ້ໃນສັນຍາ,ສົ່ງລົດຄືນໃນສະພາບດີຄືເກົ່າ.ນອກຈາກ ນີ້ຜູ້ໃຫ້ເຊົ່າລົດແລະຜູ້ເຊົ່າຍັງຕ້ອງປະຕິບັດຕາມເງື່ອນໄຂອື່ນທີ່ໄດ້ກໍາ ນົດໄວ້ໃນສັນຍາ. ໃນການໃຫ້ເຊົ່າລົດລວມທັງບໍລະການຮັບໃຊ້ພ້ອມນັ້ນນອກ ຈາກພັນທະທີ່ກໍານົດໄວ້ໃນວັກໜຶ່ງເທິງນີ້ແລ້ວຜູ້ໃຫ້ເຊົ່າຍັງຕ້ອງສະ ໜອງຜູ້ຂັບລົດໃຫ້ຜູ້ເຊົ່າອີກດ້ວຍແລະປະຕິບັດຕາມເງື່ອນໄຂອື່ນໆທີ່ ໄດ້ກໍານົດໄວ້ໃນສັນຍາ.ຜູ້ເຊົ່າມີພັນທະຊໍາລະຄ່າເຊົ່າລົດຕາມທີ່ໄດ້ ຕົກລົງກັນໃນສັນຍາ. ...ມາດຕາສາມສິບສອງ:ການອະນຸຍາດໃຫ້ເຮັດວິສາຫະກິດລົດ

ມາດຕາສາມສິບສອງ:ການອະນຸຍາດໃຫ້ເຮັດວິສາຫະກິດລົດ ບຸກຄົນຫຼືການຈັດຕັ້ງທີ່ຈະໄດ້ຮັບອະນຸຍາດໃຫ້ເຮັດວິສາຫະກິດ ການໃຫ້ເຊົ່າລົດຕ້ອງມີເງື່ອນໄຂແລະປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາສິບສາມ,ສິບສີ່,ສິບຫ້າ,ສິບຫົກ,ສິບເຈັດ,ສິບແປດ,ແລະຊາວ ສາມຂອງກົດໝາຍສະບັບນີ້. ນອກຈາກນີ້ຜູ້ໃຫ້ເຊົ່າລົດຍັງຕ້ອງປະຕິບັດຕາມລະບຽບການ ກ່ຽວກັບການຄຸ້ມຄອງວິສາຫະກິດການໃຫ້ເຊົ່າລົດທີ່ກະຊວງຄົມມະນາ ຄົມຂົນສົ່ງໄປສະນີແລະກໍ່ສ້າງວາງອອກ.

...ມາດຕາສາມສິບສາມ:ການເກືອດຫ້າມ

ມາດຕາສາມສິບສາມ:ການເກືອດຫ້າມ ຫ້າມບຸກຄົນຫຼືການຈັດຕັ້ງທີ່ບໍ່ໄດ້ຮັບອະນຸຍາດນັ້ນຫາກເຮັດວິ ສາຫະກິດການຂົນສົ່ງການຈັດສົ່ງສິນຄ້າຫຼືການໃຫ້ເຊົ່າລົດ.

..ໝວດທີ6ການຄຸ້ມຄອງການຂົນສົ່ງທາງບົກ

...ມາດຕາສາມສິບສີ່:ອົງການຄຸ້ມຄອງການຂົນສົ່ງທາງບົກ

ມາດຕາສາມສິບສີ່:ອົງການຄຸ້ມຄອງການຂົນສົ່ງທາງບົກ ອົງການຄຸ້ມຄອງການຂົນສົ່ງທາງບົກປະກອບດ້ວຍ: -ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ. -ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແຂວງ,ກໍາແພງນະ ຄອນຫຼືເຂດພິເສດ. -ຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງ.

...ມາດຕາສາມສິບຫ້າ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ

ມາດຕາສາມສິບຫ້າ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນ ສົ່ງໄປສະນີແລະກໍ່ສ້າງ ໃນການຄຸ້ມຄອງການຂົນສົ່ງທາງບົກກະຊວງຄົມມະນາຄົມ ຂົນສົ່ງໄປສະນີແລະກໍ່ສ້າງມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: -ສ້າງແຜນຍຸດທະສາດແລະແຜນແມ່ບົດໄລຍະຍາວ,ໄລ ຍະກາງແລະໄລຍະສັ້ນກ່ຽວກບການພັດທະນາການຂົນສົ່ງທາງ ບົກ. -ວາງລະບຽບການຄຸ້ມຄອງການຂົນສົ່ງທາງບົກໃນຂອບ ເຂດທົ່ວປະເທດ. -ຄົ້ນຄວ້າແລະມີຄໍາເຫັນກ່ຽວກັບຄໍາຮ້ອງຂໍເຮັດວິສາຫະ ກິດການຂົນສົ່ງທາງບົກລະຫວ່າງປະເທດແລະການຂົນສົ່ງຜ່ານ ແດນ. -ຄົ້ນຄວ້ານະໂຍບາຍແລະລາຄາຄ່າຂົນສົ່ງທາງບົກແລະ ນໍາສະເໜີຕໍ່ລັດຖະບານເພື່ອພິຈາລະນາ. -ຄົ້ນຄວ້າຄ່າທໍານຽມແລະຄ່າບໍລິການຕ່າງໆກ່ຽວກັບ ການຂົນສົ່ງທາງບົກໂດຍປະສານສົມທົບກັບອົງການທີ່ກ່ຽວຂ້ອງ. -ຄຸ້ມຄອງບັນຊີລົດຂົນສົ່ງໃນຂອດເຂດທົ່ວປະເທດ. -ກວດກາການເຮັດວິສາຫະກິດການຂົນສົ່ງທາງບົກ. -ຮ່ວມມືກັບສາກົນແລະຊອກຫາແຫຼ່ງທຶນເພື່ອພັດທະນາ ການຂົນສົ່ງທາງບົກ. -ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການຂົນສົ່ງທາງບົກ.

...ມາດຕາສາມສິບຫົກ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ

ມາດຕາສາມສິບຫົກ:ສິດແລະໜ້າທີ່ຂອງພະແນກຄົມມະນາຄົມ ຂົນສົ່ງໄປສະນີແລະກໍ່ສ້າງ ໃນການຄຸ້ມຄອງການຂົນສົ່ງທາງບົກພະແນກຄົມມະນາ ຄົມຂົນສົ່ງໄປສະນີແລະກໍ່ສ້າງແຂວງ,ກໍາແພງນະຄອນຫຼືເຂດພິ ເສດມີໜ້າທີ່ຕົ້ນຕໍດັ່ງນີ້: -ຜັນຂະຫຍາຍແຜນຍຸດທະສາດແລະແຜນແມ່ບົດກ໋ຽວກັບ ພັດທະນາການຂົນສົ່ງທາງບົກ. -ຄົ້ນຄວ້າແລະມີຄໍາເຫັນກ່ຽວກັບຄໍາຮ້ອງຂໍເຮັດວິສາຫະ ກິດການຂົນສົ່ງທາງບົກພາຍໃນປະເທດຢູ່ໃນແຂວງ,ກໍາແພງນະ ຄອນຫຼືເຂດພິເສດທີ່ຕົນຮັບຜິດຊອບ. -ຂຶ້ນທະບຽນລົດຂົນສົ່ງພາຍໃນແຂວງ,ກໍາແພງນະຄອນ ຫຼືເຂດພິເສດຕາມລະບຽບການທີ່ທາງກະຊວງຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງວາງອອກ. -ຄຸ້ມຄອງບັນຊີລົດຂົນສົ່ງພາຍໃນແຂວງ,ກໍາແພງນະຄອນ ຫຼືເຂດພິເສດຂອງຕົນ. -ອອກໃບອະນຸຍາດແລ່ນລົດຂົນສົ່ງທາງບົກພາຍໃນ ປະເທດ. -ຄຸ້ມຄອງແລະກວດກາການດໍາເນີນການຂົນສົ່ງທາງບົກ ພາຍໃນປະເທດ,ລະຫວ່າງປະເທດແລະການຂົນສົ່ງຜ່ານແດນ. -ກວດກາເຕັກນິກລົດຂົນສົ່ງ,ຄຸ້ມຄອງອູ່ສ້ອມແປງແລະ ສະຖານນີກວດກາເຕັກນິກລົດຂົນສົ່ງ. -ກໍານົດສະຖານທີ່ແລະຄຸ້ມຄອງສະຖານນີລົດຂົນສົ່ງ. -ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການຂົນສົ່ງທາງ ບົກຕາມການມອບໝາຍຂອງກະຊວງຄົມມະນາຄົມຂົນສົ່ງໄປສະ ນີແລະກໍ່ສ້າງ.

...ມາດຕາສາມສິບເຈັດ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ

ມາດຕາສາມສິບເຈັດ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມ ຂົນສົ່ງໄປສະນີແລະກໍ່ສ້າງ ຫ້ອງການຄົມມະນາຄົມຂົນສົ່ງໄປສະນີ້ແລະກໍ່ສ້າງເມືອງມີ ໜ້າທີ່ຄຸ້ມຄອງລົດຂົນສົ່ງແລະບ່ອນຈອດລົດຂົນສົ່ງພາຍໃນເມືອງຂອງ ຕົນຕາມການມອບໝາຍຂອງພະແນກຄົມມະນາຄົມຂົນສົ່ງໄປສະນີ ແລະກໍ່ສ້າງແຂວງ,ກໍາແພງນະຄອນຫຼືເຂດພິເສດ.

...ມາດຕາສາມສິບແປດ:ການກວດກາການຂົນສົ່ງ

ມາດຕາສາມສິບແປດ:ການກວດກາການຂົນສົ່ງ ເພື່ອໃຫ້ຜູ້ເຮັດວິສາຫະກິດການຂົນສົ່ງທາງບົກ,ຜູ້ຂົນສົ່ງສະ ເພາະແລະຜູ້ຂົນສົ່ງສ່ວນຕົວປະຕິບັດລະບຽບຫຼັກການຂອງການຂົນ ສົ່ງຢ່າງເຂັ້ມງວດ,ຮັບປະກັນຄວາມປອດໄພແລະຄວາມເປັນລະບຽບ ຮຽບຮ້ອຍນັ້ນກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງມີໜ້າ ທີ່ຈັດຕັ້ງການກວດກາການຂົນສົ່ງຢ່າງເປັນລະບົບປົກກະຕິ. ເພື່ອຮັບປະກັນການກວດກາການຂົນສົ່ງທາງບົກໃຫ້ມີປະສິທິ ຜົນອາດຈະຈັດຕັ້ງຕໍາຫຼວດທາງຫຼວງຂຶ້ນ. ...ມາດຕາສາມສິບເກົ້າ:ຄະນະກໍາມະການການຂົນສົ່ງ

ມາດຕາສາມສິບເກົ້າ:ຄະນະກໍາມະການການຂົນສົ່ງ ເພື່ອເຮັດໃຫ້ການຂົນສົ່ງທັງພາຍໃນປະເທດ,ລະຫວ່າງປະ ເທດຫຼືຜ່ານແດນມີຄວາມສະດວກໃນການຄຸ້ມຄອງນັ້ນລັດຖະບານ ອາດຈະຈັດຕັ້ງຄະນະກໍາມະການການຂົນສົ່ງແຫ່ງຊາດຂຶ້ນຕາມ ການສະເໜີຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ. ຄະນະກໍາມະການຂົນສົ່ງແຫ່ງຊາດມີໜ້າທີ່ດັ່ງນີ້: -ຄົ້ນຄວ້າແຜນຍຸດທະສາດແລະແຜນການພັດທະນາການ ຂົນສົ່ງ. -ຄົ້ນຄວ້າກໍານົດມາດຕະຖານເຕັກນິກຂອງຍານພະຫະນະ ການຂົນສົ່ງ. -ຄົ້ນຄວ້າວິທີການປ້ອງກັນຄວາມປອດໄພໃນການຂົນສົ່ງ. -ໃຫ້ຄໍາປືກສາແກ່ຜູ້ບໍລິການກ່ຽວກັບບັນຫາການຂົນສົ່ງສິນ ຄ້າແລະການຂົນສົ່ງຜູ້ໂດຍສານ. -ຄົ້ນຄວ້າກ່ຽວກັບການກໍານົດເສັ້ນທາງແລະການວາງອັດ ຕາຄ່າຂົນສົ່ງໃນແຕ່ລະໄລຍະ. ໃນກໍລະນີທີ່ຈໍາເປັນກໍ່ອາດຈະຈັ້ງຄະນະກໍາມະການຂົນສົ່ງ ຂັ້ນແຂວງ,ກໍາແພງນະຄອນຫຼືເຂດພິເສດຂຶ້ນຊຶ່ງມີໜ້າທີ່ຕົ້ນຕໍດັ່ງນີ້: -ໃຫ້ຄໍາປຶກສາຫາລືກ່ຽວກັບການຂົນສົ່ງ. -ກໍານົດເສັ້ນທາງແລະອັດຕາລາຄາຂົນສົ່ງບົນພື້ນຖານ ທີ່ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງວາງອອກ. -ຊຸກຍູ້ການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບ ການຂົນສົ່ງ. ...ມາດຕາສີ່ສິບ:ສະມາຄົມຜູ້ຂົນສົ່ງ.

ມາດຕາສີ່ສິບ:ສະມາຄົມຜູ້ຂົນສົ່ງ. ເພື່ອເຮັດໃຫ້ການຄຸ້ມຄອງການຂົນສົ່ງສິນຄ້າແລະການຂົນ ສົ່ງຜູ້ໂດຍສານມີປະສິດທິຜົນແລະມີຄວາມເປັນລະບຽບຮຽບຮ້ອຍນັ້ນ ລັດຈະອະນຸຍາດໃຫ້ຈັດຕັ້ງສະມາຄົມຜູ້ຂົນສົ່ງທາງບົກຂຶ້ນຕາມລະບຽບ ທີ່ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງວາງອອກ.

..ໝວດທີ7ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

...ມາດຕາສີ່ສິບເອັດ:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາສີ່ສິບເອັດ:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງໃດຫາກໄດ້ດໍາເນີນການຂົນສົ່ງທາງບົກ ຢ່າງມີຄຸນນະພາບ,ຮັບປະກັນຄວາມປອດໄພ,ມີຄວາມເປັນລະບຽບ ຮຽບຮ້ອຍ,ປົກປັກຮັກສາສິ່ງແວດລ້ອມໄດ້ດີ,ປະຕິບັດອັດຕາລາຄາຄ່າ ຂົນສົ່ງຕາມລະບຽບການຢ່າງເຂັ້ມງວດຈະໄດ້ຮັບການຍ້ອງຍໍແລະ ນະໂຍບາຍຫຼຸດຜ່ານຫຼືຍົກເວັ້ນພາສີອາກອນຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນ. ...ມາດຕາສີ່ສິບສອງ:ມາດຕະການຕໍ່ຜູ້ລະເມີດ

ມາດຕາສີ່ສິບສອງ:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງໃດຫາກໄດ້ລະເມີດກົດໝາຍວ່າດ້ວຍ ການຂົນສົ່ງທາງບົກສະບັບນີ້ຈະຖືກສຶກສາອົບຮົມ,ຖືກປັບໃໝຫຼືຖືກ ລົງໂທດທາງອາຍາ.ນອກຈາກນີ້ຜູ້ລະເມີດອາດຈະຖືກປະຕິບັດໂທດ ເພີ່ມອີກດັ່ງນີ້:ຖືກງົດການດໍາເນີນກິດຈະການ,ຖືກຖອນໃບອະນຸຍາດ, ຖືກຮິບພາຫະນະທີ່ໃຊ້ເຂົ້າໃນການກະທໍາຜິດ.

...ມາດຕາສີ່ສິບສາມ:ມາດຕະການສຶກສາອົບຮົມ

ມາດຕາສີ່ສິບສາມ:ມາດຕະການສຶກສາອົບຮົມ ໃນກໍລະນີທີ່ມີການລະເມີດໃນສະຖານເບົາແລະເປັນການລະ ເມີດເພື່ອທໍາອິດຜູ້ລະເມີດຈະຖືກສຶກສາອົບຮົມ.

...ມາດຕາສີ່ສິບສີ່:ມາດຕະການປັບໃໝ

ມາດຕາສີ່ສິບສີ່:ມາດຕະການປັບໃໝ ຈະຖືກປັບໃໝແຕ່ສາມພັນກີບຫາສິບພັນກີບຫາກບຸກຄົນໃດ ໄດ້ລະເມີດສິ່ງໃສສິ່ງໜຶ່ງດັ່ງຕໍ່ໄປນີ້: -ບໍ່ມີໃບອະນຸຍາດແລ່ນລົດຕິດໄປນໍາລົດ. -ບໍໍ່ມີໃບນໍາສົ່ງສິນຄ້າ. -ດໍາເນີນການຂົນສົ່ງບໍ່ໄປຕາມເສັ້ນທາງທີ່ກໍານົດໃຫ້. -ບໍ່ມີໃບຢັ້ງຢືນເສຍຄ່າທໍານຽມແລະອາກອນຕ່າງໆກ່ຽວ ກັບທຸລະກິດການຂົນສົ່ງ. -ບໍ່ມີໃບຂັບຂີ່ລົດເບົາສໍາລັບຜູ້ຂັບລົດຮັບໃຊ້ທຸລະກິດຂົນສົ່ງ ແລະການຂົນສົ່ງສະເພາະ. ຈະຖືກປັບໃໝ່ແຕ່ສິບຫ້າພັນກີບຫາສາມສິບພັນກີບສໍາລັບ ບຸກຄົນໃດທີ່ໄດ້ມີການລະເມີດໃດໜຶ່ງດັ່ງຕໍ່ໄປນີ້: -ໃບອະນຸຍາດດໍາເນີນທຸລະກິດການຂົນສົ່ງໝົດອາຍຸ. -ບໍ່ກວດກາເຕັກນິກລົດຂົນສົ່ງ. -ບໍ່ມີປະກັນໄພ. -ບໍ່ມີໃບຂັບຂີ່ລົດໜັກສໍາລັບຜູ້ຂົບລົດຮັບໃຊ້ທຸລະກິດຂົນ ສົ່ງແລະການຂົນສົ່ງສະເພາະ. ຈະຖືກປັບໃໝແຕ່ສາມສິບເອັດພັນກີບຫາຫ້າສິບພັນກີບຖ້າ ຫາກບຸກຄົນໃດຫາກໄດ້ມີການລະເມີດໃດໜຶ່ງດັ່ງຕໍ່ໄປນີ້: -ຈອດລົດຫຼືເອົາສິນຄ້າຂຶ້ນຫຼືລົງບໍ່ຖືກຕາມສະຖານທີ່ທີ່ ກໍານົດໃຫ້. -ແລ່ນລົດໄວເກີນກໍານົດທີ່ອະນຸຍາດ. -ບັນທຸກເກີນກໍານົດທີ່ອະນຸຍາດ. ຈະຖືກປັບໃໝແຕ່ຫ້າສິບເອັດພັນກີບຫາໜຶ່ງແສນກີບຖ້າ ຫາກບຸກຄົນໃດໄດ້ລະເມີດໃດໜຶ່ງດັ່ງຕໍ່ໄປນີ້: -ເຮັດວິສາຫະກິດການຂົນສົ່ງທາງບົກ,ຈັດສົ່ງສິນຄ້າຫຼືໃຫ້ ເຊົ່າລົດໂດຍບໍ່ໄດ້ຮັບອະນຸຍາດ. -ເຮັດວິສາຫະກິດການຂົນສົ່ງທາງບົກ,ຈັດສົ່ງສິນຄ້າຫຼືໃຫ້ ເຊົ່າລົດໂດຍບໍ່ຖືກຕ້ອງຕາມປະເພດທີ່ໄດ້ຮັບອະນຸຍາດ. -ນໍາໃຊ້ໃບອະນຸຍາດຂອງຜູ້ອື່ນຫຼືເອົາໃບອະນຸຍາດຂອງຕົນ ໃຫ້ຜູ້ອື່ນນໍາໃຊ້ເພື່ອເຮັດວິສາຫະກິດການຂົນສົ່ງທາງບົກ.

...ມາດຕາສີ່ສິບຫ້າ:ມາດຕະການທາງອາຍາ.

ມາດຕາສີ່ສິບຫ້າ:ມາດຕະການທາງອາຍາ. ຈະຖືກລົງໂທດຕາມກົດໝາຍອາຍາຖ້າຫາກບຸກຄົນໃດໄດ້ມີ ການກະທໍາຜິດໃດໜຶ່ງດັ່ງຕໍ່ໄປນີ້: -ປະກອບເອກະສານເທັດເພື່ອໃຫ້ໄດ້ອະນຸຍາດເຮັດວິສາຫະ ກິດການຂົນສົ່ງທາງບົກ. -ປອມແປງເອກະສານຕ່າງໆກ່ຽວກັບການເຮັດວິສາຫະກິດ ການຂົນສົ່ງທາງບົກ. -ມີການກະທໍາຜິດທາງອາຍາໃນການຂົນສົ່ງ. -ຂັດຂວາງເຈົ້າໜ້າທີ່ໃນການກວດກາການຂົນສົ່ງທາງບົກ. ພະນັກງານຫຼືລັດຖະກອນຜູ້ໃດຫາກໄດ້ມີການກະທໍາຜິດທາງ ອາຍາໃນການຂົນສົ່ງທາງບົກ:ຮັບສິນບົນ,ໃຊ້ອໍານາດເກີນຂອບເຂດ, ປອມແປງເອກະສານ,ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົນປະໂຫຍດ ສ່ວນຕົວຈະຖືກລົງໂທດຕາມກົດໝາຍອາຍາ.

..ໝວດທີ8ບົດບັນຍັດສຸດທ້າຍ


...ມາດຕາສີ່ສິບຫົກ:ການຈັດຕັ້ງປະຕິບັດ

ມາດຕາສີ່ສິບຫົກ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາສີ່ສິບເຈັດ:ຜົນສັກສິດ.

ມາດຕາສີ່ສິບເຈັດ:ຜົນສັກສິດ. ກົດໝາຍສະບັບນີ້ມີຜົນສັກສິດຫຼັງຈາກໜຶ່ງຮ້ອຍແປດສິບວັນ ນັບແຕ່ມື້ປະທານປະເພດແຫ່ງສາທາລະນະລັດປະຊາທິປະໄຕປະຊາ ຊົນລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ບັນດາຂໍ້ກໍານົດ,ບົດບັນຍັດທີ່ຂັດກັບກົດໝາຍສະບັບນີ້ລ້ວນ ແຕ່ຖືກຍົກເລີກ. ວຽງຈັນ,ວັນທີສິບສອງເດືອນເມສາປີພັນເກົ້າຮ້ອຍເກົ້າສິບ ເຈັດ. ປະທານສາພະແຫ່ງຊາດ ສາໝານ ວິຍະເກດ