ກົດໝາຍວ່າດ້ວຍການຂົນສົ່ງທາງບົກ(ສະບັບປັບປຸງ) 12-12-2012

From Wikisource
Jump to navigation Jump to search

.ການຂົນສົ່ງທາງບົກ(ສະບັບປັບປຸງ) 12-12-2012


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງ(ປັບປຸງ)ຈຸດປະສົງ

ມາດຕາໜຶ່ງ(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການລະບຽບການແລະມາດຕະ ການກ່ຽວກັບການຈັດຕັ້ງການເຄື່ອນໄຫວການຄຸ້ມຄອງການຕິດຕາມ ແລະກວດກາກິດຈະການກ່ຽວກັບການຂົນສົ່ງທາງບົກຢູ່ພາຍໃນແລະ ຂ້າມແດນເພື່ອອໍານວຍຄວບຄຸມການພັດທະນາການຂົນສົ່ງໂດຍສານ ການຂົນສົ່ງສິນຄ້າແນໃສ່ເຮັດໃຫ້ການຂົນສົ່ງມີຄວາມສະດວກປອດ ໄພວ່ອງໄວທັນເວລາມີປະສິດທິຜົນທັນສະໄໝຍືນຍົງແລະບໍ່ມີຜົນກະ ທົບຕໍ່ສິ່ງແວດລ້ອມນໍາໃຊ້ທ່າແຮງທາງດ້ານທີ່ຕັ້ງພູມສາດຂອງປະ ເທດທີ່ເປັນຈຸດໃນກາງໃນພາກພື້ນເຊື່ອມໂຍງກັບສາກົນປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມແລະການປ້ອງກັນຊາດປ້ອງ ກັນຄວາມສະຫງົບ. ...ມາດຕາສອງ(ປັບປຸງ)ການຂົນສົ່ງທາງບົກ

ມາດຕາສອງ(ປັບປຸງ)ການຂົນສົ່ງທາງບົກ ການຂົນສົ່ງທາງບົກແມ່ນການບໍລິການຂົນສົ່ງຜູ້ໂດຍສານສິນ ຄ້າວັດຖຸເຄື່ອງຂອງລືສັດຕາມເສັ້ນທາງບົກດ້ວຍຍານພາຫະນະຂົນສົ່ງ ປະເພດຕ່າງໆຕາມແຕ່ລະກໍລະນີເປັນຕົ້ນລົດໂອໂຕທຸກຂະໜາດລົດຂົນ ສົ່ງນັກທ່ອງທ່ຽວລົດສາມລໍ້ລົດສອງລໍ້ລົດລາກແກ່ລົດພວງລວມທັງລົດ ໄຖນາແກ່ລໍ້. ...ມາດຕາສາມ(ໃໝ່)ການອະທິບາຍຄໍາສັບ

ມາດຕາສາມ(ໃໝ່)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: ໜຶ່ງສະຖານນີລົດຂົນສົ່ງໝາຍເຖິງສະຖານທີ່ບໍລິການຮັບ ສົ່ງຜູ້ໂດຍສານສິນຄ້າວັດຖຸເຄື່ອງຂອງຫຼືສັດ. ສອງໂລຊິດສະຕິກ(Logistics)ໝາຍເຖິງລະບົບການຄຸ້ມຄອງບໍລິຫານຂະບວນການເຄື່ອນຍ້າຍສິນ ຄ້າທີ່ມີການວາງແຜນການຄວບຄຸມການເກັບຮັກສາການຫຸ້ມຫໍ່ ການຄ່ຽນຖ່າຍການຂົນສົ່ງການບໍລິການແລະການສະໜອງຂໍ້ມູນ ຂ່າວສານທີ່ກ່ຽວຂ້ອງທີ່ມີປະສິດທະພາບແລະປະສິດທິຜົນຈາກຕົ້ນ ທາງໄປຍັງປາຍທາງຕາມຄວາມຕ້ອງການຂອງລູກຄ້າຢ່າງເປັນ ຕ່ອງໂສ້. ສາມເຂດໂລຊິດສະຕິກໝາຍເຖິງພື້ນທີ່ຈັດສັນສິ່ງອໍານວຍ ຄວາມສະດວກໃຫ້ແກ່ໂລຊິດສະຕິກຊຶ່ງມີສະຖານີລົດຂົນສົ່ງສິນຄ້າ ລານຕູ້ສິນຄ້າສະຖານນີຄ່ຽນຖ່າຍຕູ້ສິນຄ້າແລະສາງສິນຄ້າ. ສີ່ລານຕູ້ສິນຄ້າ(container yard)ໝາຍເຖິງສະຖານທີ່ເກັບຮັກສາແລະສ້ອມແປງຕູ້ສິນຄ້າ. ຫ້າສະຖານນີຄ່ຽນຖ່າຍຕູ້ສິນຄ້າ(container freight station) ໝາຍເຖິງສະຖານທີ່ເກັບຮັກສາຕູ້ສິນຄ້າເພື່ອລໍຖ້າການຄ່ຽນຖ່າຍ ໃສ່ຍານພາຫະນະຂົນສົ່ງ. ຫົກຈຸດພັກລົດຕາມສາຍທາງໝາຍເຖິງສະຖານທີ່ພັກຊົ່ວ ຄາວທີ່ຈັດໄວ້ຕາມເສັ້ນທາງເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ ຂັບຂີ່ຜູ້ເດີນທາງໄດ້ພັກຜ່ອນແລະກວດກາຍານພາຫະນະຂອງຕົນ ໃນໄລຍະເດີນທາງ. ເຈັດການກວດກາເຕັກນິກລົດໝາຍເຖິງການກວດກາຄຸນ ນະພາບລົດເປັນຕົ້ນໂຄງສ້າງເຄື່ອງຈັກຄວັນສຽງລະບົບຂັບເຄື່ອນ ຫ້າມລໍ້ຊ່ວງລ່າງໄຟ. ແປດປຶ້ມຕິຕາມການແລ່ນລົດໝາຍເຖິງປຶ້ມປະຈໍາລົດເພື່ອ ບັນທຶກຂໍ້ມູນກ່ຽວກັບການເຄື່ອນໄຫວຂອງລົດທຸລະກິດການຂົນສົ່ງ ແລະລົດຂົນສົ່ງສະເພາະ. ເກົ້າເຄື່ອງໝາຍລົດຂົນສົ່ງໝາຍເຖິງກາໝາຍສັນຍາລັກທີ່ ເປັນຕົວໜັງສືຕົວເລກຢູ່ດ້ານນອກຂອງລົດຊຶ່ງສະແດງເຖິງປະເພດ ແລະລະດັບການບໍລິການຂອງລົດທຸລະກິດການຂົນສົ່ງແລະລົດຂົນ ສົ່ງສະເພາະ. ສິບຜູ້ສົ່ງສິນຄ້າໝາຍເຖິງບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ ເປັນເຈົ້າຂອງສິນຄ້າຫຼືຜູ້ຮັບມອບໝາຍທີ່ເປັນຄູ່ສັນຍາຂົນສົ່ງກັບຜູ້ ດໍາເນີນການຂົນສົ່ງ. ສິບເອັດຜູ້ດໍາເນີນການຂົນສົ່ງສິນຄ້າໝາຍເຖິງບຸກຄົນນິຕ ິບຸກຄົນຫຼືການຈັດຕັ້ງທີ່ເປັນເຈົ້າການຫຼືຮັບຜິດຊອບແທນຜູ້ສົ່ງສິນ ຄ້າທີ່ເຂົ້າຮ່ວມໃນການດໍາເນີນການຂົນສົ່ງ. ສິບສອງຜູ້ຮັບສິນຄ້າໝາຍເຖິງບຸກຄົນນິຕິບຸກຄົນຫຼືການຈັດ ຕັ້ງທີ່ມີສິດຮັບເອົາສິນຄ້າຈາກຜູ້ດໍາເນີນການຂົນສົ່ງ. ສິບສາມຜູ້ຈັດສົ່ງສິນຄ້າໝາຍເຖິງບຸກຄົນນິຕິບຸກຄົນຫຼືການ ຈັດຕັ້ງທີ່ເຮັດໜ້າທີ່ບໍລິການເຕົ້າໂຮມບັນຈຸຫຸ້ມກໍ່ສິນຄ້າແລະປະກອບ ເອກະສານເພື່ອມອບໃຫ້ຜູ້ດໍາເນີນການຂົນສົ່ງ. ສິບສີ່ການຂົນສົ່ງສຸກເສີນໝາຍເຖິງການຂົນສົ່ງໃນເວລາ ເກີດເຫດການຮີບດ່ວນເຄັ່ງຮ້ອນທີ່ພົວພັນເຖິງຄວາມໝັ້ນຄົງຂອງ ຊາດຄວາມສະຫງົບຄວາມປອດໄພຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມແລະໄພພິບັດທໍາມະຊາດ. ສິບຫ້າສິນຄ້າໝາຍເຖິງວັດຖຸສິ່ງຂອງສັດຜະລິດຕະພັນອື່ນ ເພື່ອຕອບສະໜອງຄວາມຕ້ອງການຫຼືຄວາມຈໍາເປັນຂອງຜູ້ຊົມໃຊ້ ຊຶ່ງມີຄຸນຄ່າທາງດ້ານເສດຖະກິດລວມທັງຕູ້ສິນຄ້າຖ້ານຮອງຫີບຫໍ່ ພະຊະນະຂົນສົ່ງຫຼືວັດຖຸປະກອນອື່ນທີ່ຄ້າຍຄືກັນທີ່ຜູ້ດໍາເນີນການຂົນ ສົ່ງບໍ່ໄດ້ສະໜອງໃຫ້. ສິບຫົກສາຍທາງຂົນສົ່ງໂດຍສານປະຈໍາທາງໝາຍເຖິງ ສາຍທາງທີ່ມີການກໍານົດຈຸດຕົ້ນທາງປາຍທາງຈຸດຈອດລົດລະ ຫວ່າງທາງທີ່ໄດ້ຮັບອະນຸຍາດຈາກຂະແໜງການໂຍທາທິການ ແລະຂົນສົ່ງ. ສິບເຈັດຜູ້ໂດຍສານໝາຍເຖິງບຸກຄົນທີ່ເດີນທາງດ້ວຍຍານ ພາຫະນະຂົນສົ່ງໂດຍສານທຸກປະເພດ. ສິບແປດການຂົນສົ່ງພິເສດໝາຍເຖິງການຂົນສົ່ງສິນຄ້າ ເຄື່ອງຂອງເກີນຂະໜາດຫຼືເກີນນໍ້າໜັກຊຶ່ງໄດ້ຮັບອະນຸຍາດ. ສິບເກົ້າສິນຄ້າອັນຕະລາຍໝາຍເຖິງສິນຄ້າທີ່ມີກໍາມັນຕະ ພາບລັງສີກິ່ນອາຍທີ່ເປັນອັນຕະລາຍຕໍ່ສຸຂະພາບຊີວິດຂອງຄົນສັດ ແລະພືດ. ຊາວຫົວໜ່ວຍສິດຖອນເງິນພິເສດ(SDR-Special Drawing Right) ໝາຍເຖິງຫົວໜ່ວຍຄິດໄລ່ການເງິນທີ່ ກໍານົດໂດຍກອງທຶນການເງິນລະຫວ່າງປະເທດ. ຊາວເອັດສູນແຈກຢາຍສິນຄ້າໝາຍເຖິງສະຖານທີ່ເຕົ້າ ໂຮມສິນຄ້າເພື່ອອໍານວຍຄວາມສະດວກໃນການຈັດສົ່ງແລະແຈກ ຢາຍສິນຄ້າ. ຊາວສອງຍານພາຫະນະຂົນສົ່ງໝາຍເຖິງພາຫະນະຂົນສົ່ງ ທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກ.

...ມາດຕາສີ່(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານຂົນສົ່ງ

ມາດຕາສີ່(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານຂົນສົ່ງ ລັດສົ່ງເສີມບຸກຄົນນິຕິບຸກຄົນຫຼືການຈັດຕັ້ງລົງທຶນເຂົ້າໃສ່ການ ພັດທະນາວຽກງານຂົນສົ່ງທາງບົກໃຫ້ມີການຂະຫຍາຍຕົວແນໃສ່ຊຸກ ຍູ້ການຜະລິດສິນຄ້າແລະເຊື່ອມໂຍງເຂົ້າກັບພາກພື້ນແລະສາກົນ. ລັດສົ່ງເສີມໃຫ້ຜູ້ດໍາເນີນທຸລະກິດຂົນສົ່ງທາງບົກພາຍໃນປະ ເທດມີເງື່ອນໄຂເຂົ້າເຖິງແຫຼ່ງທຶນສ້າງຄວາມເຂັ້ມແຂງພັດທະນາ ການບໍລິການທັງພາຍໃນແລະຕ່າງປະເທດເພື່ອຮັບປະກັນການພັດ ທະນາແລະການຂະຫຍາຍຕົວຂອງວຽກງານດັ່ງກ່າວ. ລັດຊຸກຍູ້ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງດໍາເນີນທຸລະກິດບໍລິ ການຂົນສົ່ງໃນເຂດຊົນນະບົດຫ່າງໄກສອກຫຼີກເຂດທຸລະກັນດານດ້ວຍ ການວາງນະໂຍບາຍພາສີອາກອນລະບຽບການມາດຕະການແລະ ຄວາມສະດວກຕ່າງໆ. ...ມາດຕາຫ້າ(ໃໝ່)ຫຼັກການກ່ຽວກັບວຽກງານຂົນສົ່ງທາງບົກ

ມາດຕາຫ້າ(ໃໝ່)ຫຼັກການກ່ຽວກັບວຽກງານຂົນສົ່ງທາງບົກ ວຽກງານຂົນສົ່ງທາງບົກໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້: ໜຶ່ງຮັບປະກັນຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດປະສິດທິຜົນຄວາມຍືນຍົງທາງດ້ານເສດຖະກິດສັງ ຄົມການປ້ອງກັນຊາດປ້ອງກັນຄວາມສະຫງົບແລະການປົກປັກຮັກສາ ສິ່ງແວດລ້ອມ. ສອງຮັບປະກັນຄຸນນະພາບຄວາມສະດວກຄວາມສະບາຍ ຄວາມວ່ອງໄວແລະຄວາມປອດໄພທາງດ້ານຊີວິດສຸຂະພາບຊັບສິນ ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ໃຊ້ບໍລິການແລະຜູ້ ໃຫ້ບໍລິການ. ສາມຮັບປະກັນຄວາມໂປ່ງໃສ່ຄວາມຍຸດຕິທໍາແລະມີມາລະ ຍາດໃນການບໍລິການ. ສີ່ຮັບປະກັນກໍານົດໝາຍທາງດ້ານເສດຖະກິດເຕັກນິກເຕັກ ໂນໂລຊີທີ່ທັນສະໄໝມາດຕະຖານທາງດ້ານການບໍລິການກ່ຽວກັບ ການຂົນົ່ງທາງບົກ. ຫ້າປະສານສົມທົບລະຫວ່າງບັນດາຂະແໜງການອົງການ ປົກຄອງທ້ອງຖິ່ນແລະການມີສ່ວນຮ່ວມຂອງສັງຄົມໃນການຄຸ້ມຄອງ ຕິດຕາມກວດກາວຽກງານຂົນສົ່ງທາງບົກ. ...ມາດຕາຫົກ(ປັບປຸງ)ພັນທະຂອງຜູ້ດໍາເນີນການຂົນສົ່ງທາງບົກ

ມາດຕາຫົກ(ປັບປຸງ)ພັນທະຂອງຜູ້ດໍາເນີນການຂົນສົ່ງທາງບົກ ຜູ້ດໍາເນີນການຂົນສົ່ງທາງບົກມີພັນທະເຄົາລົບລະບຽບກົດ ໝາຍກ່ຽວກັບການຂົນສົ່ງຮັກສາຄວາມປອດໄພຄວາມເປັນລະບຽບ ຮຽບຮ້ອຍປົກປັກຮັກສສາເສັ້ນທາງສິ່ງແວດລ້ອມທໍາມະຊາດແລະສັງ ຄົມສຶກສາອົບຮົມພະນັກງານຂອງຕົນລວມທັງປະຕິບັດພັນທະອື່ນກ່ຽວ ກັບການຂົນສົ່ງຕາມລະບຽບກົດໝາຍ.

...ມາດຕາເຈັດ(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ

ມາດຕາເຈັດ(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນນິຕິບຸກຄົນຫຼືການຈັດຕັ້ງ ທັງພາຍໃນແລະຕ່າງປະເທດທີ່ດໍາເນີນການຂົນສົ່ງທາງບົກທຸກປະ ເພດຢູ່ສປປລາວແລະຂ້າມແດນດ້ວຍຍານພາຫະນະຂົນສົ່ງທີ່ໄດ້ກໍາ ນົດໄວ້ໃນມາດຕາສອງຂອງກົດໝາຍສະບັບນີ້. ກົດໝາຍສະບັບນີ້ບໍ່ນໍາໃຊ້ສໍາລັບການຂົນສົ່ງທາງລົດໄຟທາງ ທໍ່ແລະການຂົນສົ່ງແບບປະຖົມປະຖານຂອງປະຊາຊົນ. ...ມາດຕາແປດ(ໃໝ່)ການຮ່ວມມືສາກົນ

ມາດຕາແປດ(ໃໝ່)ການຮ່ວມມືສາກົນ ລັດເປີດກວ້າງແລະສົ່ງເສີມການພົວພັນຮ່ວມມືກັບຕ່າງປະ ເທດພາກພື້ນແລະສາກົນກ່ຽວກັບວຽກງານຂົນສົ່ງທາງບົກດ້ວຍການ ແລກປ່ຽນບົດຮຽນຂໍ້ມູນຂ່າວສານວິທິຍາສາດເຕັກນິກແລະເຕັກໂນ ໂລຊີສ້າງບໍາລຸງຍົກລະດັບດ້ານວິຊາການໃຫ້ແກ່ບຸກຄະລາກອນຍາດ ແຍ່ງການຊ່ວຍເຫຼືອການຮ່ວມມືດ້ານການລົງທຶນປະຕິບັດສົນທິສັນຍາ ແລະສັນຍາສາກົນທີ່ສປປລາວເປັນພາຄີ. ..ພາກທີສອງການດໍາເນີນການຂົນສົ່ງທາງບົກ


...ໝວດທີໜຶ່ງປະເພດແລະຂອບເຂດການຂົນສົ່ງທາງບົກ


....ມາດຕາເກົ້າ(ປັບປຸງ)ປະເພດການຂົນສົ່ງທາງບົກ

ມາດຕາເກົ້າ(ປັບປຸງ)ປະເພດການຂົນສົ່ງທາງບົກ ການຂົນສົ່ງທາງບົກມີສາມປະເພດດັ່ງນີ້: -ການຂົນສົ່ງຮັບຈ້າງ. -ການຂົນສົ່ງສະເພາະ. -ການຂົນສົ່ງສ່ວນຕົວ.

ການຂົນສົ່ງຮັບຈ້າງແມ່ນການບໍລິການຂົນສົ່ງຜູ້ໂດຍສານ ສິນຄ້າວັດຖຸເຄື່ອງຂອງສັດຢູ່ພາຍໃນປະເທດຫຼືຂ້າມແດນໂດຍມີການ ຈ່າຍຄ່າຂົນສົ່ງ. ການຂົນສົ່ງສະເພາະແມ່ນການຂົນສົ່ງຄົນສິນຄ້າວັດຖຸເຄື່ອງ ຂອງສັດເພື່ອຮັບໃຊ້ພາຍໃນການຈັດຕັ້ງໃດໜຶ່ງເຊັ່ນທຸລະກິດທ່ອງທ່ຽວ ນໍ້າມັນເຊື້ອໄຟເບຍນໍ້າຫວານແລະອື່ນໆ. ການຂົນສົ່ງສ່ວນຕົວແມ່ນການຂົນສົ່ງຄົນວັດຖຸເຄື່ອງຂອງສັດ ເພື່ອຮັບໃຊ້ວຽກງານສ່ວນຕົວ. ....ມາດຕາສິບ(ປັບປຸງ)ຂອບເຂດການຂົນສົ່ງທາງບົກ

ມາດຕາສິບ(ປັບປຸງ)ຂອບເຂດການຂົນສົ່ງທາງບົກ ຂອບເຂດການຂົນສົ່ງທາງບົກຂອງສປປລາວແມ່ນຂອບເຂດ ການຈະລາຈອນກໍານົດໃຫ້ຍານພາຫະນະຂົນສົ່ງດໍາເນີນການຂົນສົ່ງ. ການຂົນສົ່ງທາງບົກແບ່ງອອກເປັນສອງຂອບເຂດດັ່ງນີ້: ໜຶ່ງການຂົນສົ່ງພາຍໃນປະເທດ. ສອງການຂົນສົ່ງຂ້າມແດນ.

ການຂົນສົ່ງພາຍໃນປະເທດແມ່ນການຂົນສົ່ງພາຍໃນເມືອງ ພາຍໃນແຂວງແລະແຂວງຫາແຂວງ. ການຂົນສົ່ງຂ້າມແດນແມ່ນການຂົນສົ່ງລະຫວ່າງປະເທດແລະ ການຂົນສົ່ງຜ່ານແດນ: ການຂົນສົ່ງລະຫວ່າງປະເທດແມ່ນການຂົນສົ່ງຈາກສປປລາວ ໄປຕ່າງປະເທດຫຼືຈາກຕ່າງປະເທດມາຍັງສປປລາວ. ການຂົນສົ່ງຜ່າຍແດນແມ່ນການຂົນສົ່ງຈາກສປປລາວຜ່ານ ປະເທດໃດໜຶ່ງໄປປະເທດທີສາມຫຼືການຂົນສົ່ງຈາກປະເທດໃດໜຶ່ງ ຜ່ານສປປລາວໄປປະເທດທີສາມ. ....ມາດຕາສິບເອັດການຂົນສົ່ງພາຍໃນປະເທດ

ມາດຕາສິບເອັດການຂົນສົ່ງພາຍໃນປະເທດ ຍານພາຫະນະຂົນສົ່ງຂອງບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ມີ ຈຸດປະສົງດໍາເນີນການຂົນສົ່ງພາຍໃນປະເທດຕ້ອງໄດ້ຈົດທະບຽນ ການຂົນສົ່ງພາຍໃນຢ່າງຖືກຕ້ອງແລະຄົບຖ້ວນຕາມເງື່ອນໄຂຂອງ ກົດໝາຍສະບັບນີ້ແລະຕ້ອງມີທີ່ຕັ້ງຢູ່ສປປລາວ. ລົດຂົນສົ່ງຂະໜາດນ້ອຍແລະຂະໜາດກາງທີ່ດໍາເນີນການຂົນ ສົ່ງໂດຍສານປະຈໍາທາງໃຫ້ເຄື່ອນໄຫວໃນຂອບເຂດທີ່ໄດ້ກໍານົດໄວ ້ໃນລະບຽບການສະເພາະ. ....ມາດຕາສິບສອງການຂົນສົ່ງຂ້າມແດນ

ມາດຕາສິບສອງການຂົນສົ່ງຂ້າມແດນ ສປປລາວອະນຸຍາດໃຫ້ມີການຂົນສົ່ງຜ່ານດິນແດນຂອງຕົນ ໃຫ້ຄວາມສະດວກແລະໃຫ້ການຮັບປະກັນທີ່ຈໍາເປັນຕາມທີ່ໄດ້ກໍານົດ ໄວ້ໃນສົນທິສັນຍາແລະສັນຍາສາກົນທີ່ຕົນເປັນພາຄີ. ການຂົນສົ່ງຂ້າມແດນອາດມີການຄ່ຽນຖ່າຍຫຼືບໍ່ມີການຄ່ຽນ ຖ່າຍຕາມການຕົກລົງຂອງລັດຖະບານ. ການຂົນສົ່ງຂອງຕ່າງປະເທດເຂົ້າມາຫຼືຢູ່ໃນຜ່ານດິນແດນ ຂອງສປປລາວຕ້ອງປະຕິບັດຕາມກົດຈະລາຈອນແລະລະບຽບກົດ ໝາຍຂອງສປປລາວ. ...ໝວດທີສອງລົດຂົນສົ່ງທາງບົກ


....ມາດຕາສິບສາມ(ປັບປຸງ)ຂະໜາດລົດຂົນສົ່ງທາງບົກ

ມາດຕາສິບສາມ(ປັບປຸງ)ຂະໜາດລົດຂົນສົ່ງທາງບົກ ລົດຂົນສົ່ງແບ່ງອອກເປັນສາມຂະໜາດດັ່ງນີ້: ລົດຂົນສົ່ງຂະໜາດນ້ອຍ. ລົດຂົນສົ່ງຂະໜາດກາງ. ລົດຂົນສົ່ງຂະໜາດໃຫຍ່.

ລົດຂົນສົ່ງຂະໜາດນ້ອຍແມ່ນລົດຂົນສົ່ງທີ່ມີບ່ອນນັ່ງສໍາລັບຜູ້ ໂດຍສານສູງສຸດບໍ່ເກີນເກົ້າຄົນລວມທັງຜູ້ຂັບຂີ່ຫຼືລົດຂົນສົ່ງສິນຄ້າຊຶ່ງ ມີນໍ້າໜັກບັນທຸກລວມທັງນໍ້າໜັກລົດບໍ່ເກີນສາມໂຕນເຄິ່ງ. ລົດຂົນສົ່ງຂະໜາດກາງແມ່ນລົດຂົນສົ່ງທີ່ມີບ່ອນນັ່ງສໍາລັບຜູ້ ໂດຍສານແຕ່ສິບເຖິງສາມສິບຫ້າຄົນລວມທັງຜູ້ຂັບຂີ່ຫຼືລົດຂົນສົ່ງສິນ ຄ້າຊຶ່ງມີນໍ້າໜັກບັນທຸກລວມທັງນໍ້າໜັກລົດເກີນກວ່າສາມໂຕນເຄິ່ງຫາ ສິບຫ້າໂຕນ. ລົດຂົນສົ່ງຂະໜາດໃຫຍ່ແມ່ນລົດຂົນສົ່ງທີ່ມີບ່ອນນັ່ງສໍາລັບຜູ້ ໂດຍສານແຕ່ສາມສິບຫົກບ່ອນນັ່ງຂຶ້ນໄປລວມທັງຜູ້ຂັບຂີ່ຫຼືລົດຂົນສົ່ງ ສິນຄ້າຊຶ່ງມີນໍ້າໜັກບັນທຸກລວມທັງນໍ້າໜັກລົດເກີນກວ່າສິບຫ້າໂຕນ ຫາຫ້າສິບໂຕນ. ໃນກໍລະນີທີ່ລົດຂົນສົ່ງສິນຄ້າຫາກມີນໍ້າໜັກບັນທຸກລວມທັງນໍ້າ ໜັກລົດເກີນກວ່າຫ້າສິບໂຕນຈະດໍາເນີນໄດ້ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດ ຈາກກະຊວງໂຍທາທິການແລະຂົນສົ່ງ. ....ມາດຕສິບສີ່(ປັບປຸງ)ເງື່ອນໄຂຂອງຜູ້ຂັບຂີ່ລົດຂົນສົ່ງທາງບົກ

ມາດຕສິບສີ່(ປັບປຸງ)ເງື່ອນໄຂຂອງຜູ້ຂັບຂີ່ລົດຂົນສົ່ງທາງບົກ ຜູ້ຂັບຂີ່ລົດຂົນສົ່ງທາງບົກທຸກປະເພດຕ້ອງມີເງື່ອນໄຂຕົ້ນຕໍດັ່ງ ນີ້: ມີໃບຂັບຂີ່ຖືກຕ້ອງຕາມປະເພດ,ຊະນິດຂອງຍານພາຫະນະ ແລະມີປະສົບການໃນການຂັບຂີ່. ເຄົາລົບລະບຽບກົດໝາຍກ່ຽວກັບການຂົນສົ່ງແລະກົດຈະລາ ຈອນ. ມີມາລະຍາດດີສຸພາບຮຽບຮ້ອຍໃນການຂັບຂີ່. ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບໃນສະຖານ ລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບປະຕິເຫດ. ມີສຸຂະພາບດີ. ....ມາດຕາສິບຫ້າ(ໃໝ່)ເງື່ອນໄຂຂອງລົດທີ່ນໍາໃຊ້ເຂົ້າໃນການຂົນສົ່ງຮັບຈ້າງແລະຂົນສົ່ງສະເພາະ

ມາດຕາສິບຫ້າ(ໃໝ່)ເງື່ອນໄຂຂອງລົດທີ່ນໍາໃຊ້ເຂົ້າໃນການຂົນສົ່ງ ຮັບຈ້າງແລະຂົນສົ່ງສະເພາະ ລົດທີ່ນໍາໃຊ້ເຂົ້າໃນການຂົນສົ່ງຮັບຈ້າງແລະຂົນສົ່ງສະ ເພາະຕ້ອງມີເງື່ອນໄຂຕົ້ນຕໍດັ່ງນີ້: ເປັນກໍາມະສິດຂອງວິສາຫະກິດຂົນສົ່ງຖ້າຫາກເປັນລົດເຊົ່າ ກໍ່ຕ້ອງເປັນລົດຂອງວິສາຫະກິດໃຫ້ເຊົ່າລົດ. ເປັນລົດພວງມະໄລຊ້າຍ. ມີອາຍຸການນໍາໃຊ້ກໍ່ເກີນສິບສອງປີສໍາລັບລົດໂດຍສານປະ ຈໍາທາງລະຫວ່າງແຂວງແລະລະຫວ່າງປະເທດ. ມີມາດຕະຖານເຕັກນິກຖືກຕ້ອງຕາມລະບຽບການຂອງປະ ຊວງໂຍທາທິການແລະຂົນສົ່ງ. ຂຶ້ນທະບຽນແລະຕິດປ້າຍທະບຽນທຸລະກິດ. ມີໃບອະນຸຍາດແລ່ນລົດແລະປຶ້ມຕິດຕາມການແລ່ນລົດ. ຕິດເຄື່ອງໝາຍຕາມລະບຽບການຂອງກະຊວງໂຍທາທິ ການແລະຂົນສົ່ງ. ເສຍຄ່າທໍານຽມທາງປະຈໍາປີ. ມີການປະກັນໄພຕາມປະເພດແລະຂອບເຂດການຂົນສົ່ງ.

ລັດອະນຸຍາດໃຫ້ຂຶ້ນທະບຽນນໍາໃຊ້ລົດພວງມະໄລຂວາສະ ເພາະແຕ່ທຸລະກິດການຂົນສົ່ງຂ້າມແດນກັບບັນດາປະເທດທີ່ນໍາໃຊ້ ລະບົບການຈະລາຈອນກໍ້າຊ້າຍເທົ່ານັ້ນ. ....ມາດຕາສິບຫົກ(ໃໝ່)ເງື່ອນໄຂຂອງລົດສ່ວນຕົວ

ມາດຕາສິບຫົກ(ໃໝ່)ເງື່ອນໄຂຂອງລົດສ່ວນຕົວ ລົດສ່ວນຕົວຕ້ອງມີເງື່ອນໄຂຕົ້ນຕໍດັ່ງນີ້: ເປັນກໍາມະສິດຂອງບຸກຄົນ. ເປັນລົດພວງມະໄລຊ້າຍແລະໄດ້ຮັບການຢັ້ງຢືນມາດຕະ ຖານເຕັກນິກ. ຂຶ້ນທະບຽນແລະຕິດປ້າຍທະບຽນສ່ວນບຸກຄົນ. ມີການປະກັນໄພຕາມປະເພດການຂົນສົ່ງ. ເສຍຄ່າທໍານຽມທາງປະຈໍາປີ. ມີນໍ້າໜັກແລະບ່ອນນັ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບ ສາມຂອງກົດໝາຍສະບັບນີ້ກ່ຽວກັບລົດຂົນສົ່ງຂະໜາດນ້ອຍ. ....ມາດຕາສິບເຈັດ(ປັບປຸງ)ໃບອະນຸຍາດແລ່ນລົດ

ມາດຕາສິບເຈັດ(ປັບປຸງ)ໃບອະນຸຍາດແລ່ນລົດ ໃບອະນຸຍາດແລ່ນລົດແມ່ນໜັງສືຢັ້ງຢືນປະຈໍາລົດແຕ່ລະຄັນ ທີ່ນໍາໃຊ້ເຂົ້າໃນການຂົນສົ່ງຮັບຈ້າງການຂົນສົ່ງສະເພາະຖືກຕ້ອງ ຕາມປະເພດຂອບເຂດການຂົນສົ່ງແລະມາດຕະຖານເຕັກນິກໃນກໍລະ ນີມີການປ່ຽນແປງປະເພດຂອບເຂດການຂົນສົ່ງແລະມາດຕະຖານ ເຕັກນິກຕ້ອງຂໍໃບອະນຸຍາດແລ່ນລົດຄືນໃໝ່. ....ມາດຕາສິບແປດ(ປັບປຸງ)ການກວດກາເຕັກນິກລົດແລະສຸຂະພາບຂອງຜູ້ຂັບຂີ່

ມາດຕາສິບແປດ(ປັບປຸງ)ການກວດກາເຕັກນິກລົດແລະສຸຂະພາບ ຂອງຜູ້ຂັບຂີ່ ລົດຂົນສົ່ງທຸກຄັນຕ້ອງໄດ້ຮັບການກວດກາເຕັກນິກຕາມເວ ລາທີ່ໄດກໍານົດໄວ້ແລະໄດ້ຮັບການຢັ້ງຢືນມາດຕະຖານເຕັກນິກຈາກ ໜ່ວຍງານກວດກາເຕັກນິກຢ່າງຖືກຕ້ອງແລະເຂັ້ມງວດເປັນຕົ້ນລະ ບົບຈັກລະບົບຊ່ວງລ່າງລະບົບຫ້າມລໍ້ລະບົບໄຟຢ່າງຕີນລົດແລະ ຄວັນ. ກ່ອນຈະອອກເດີນທາງຈາກສະຖານີນັ້ນລົດຂົນສົ່ງໂດຍສານ ຕ້ອງໄດ້ຮັບການກວດກາສະພາບເຕັກນິກຂອງລົດແລະກວດສຸຂະ ພາບຂອງຜູ້ຂັບຂີ່. ກະຊວງໂຍທາທິການແລະຂົນສົ່ງເປັນຜູ້ກໍານົດມາດຕະຖານ ເຕັກນິກແລະລະບຽບການກວດກາເຕັກນິກ. ....ມາດຕາສິບເກົ້າການປະກັນໄພລົດຂົນສົ່ງ

ມາດຕາສິບເກົ້າການປະກັນໄພລົດຂົນສົ່ງ ລົດຂົນສົ່ງຜູ້ໂດຍສານແລະສິນຄ້າທຸກຂະໜາດລົດຂົນສົ່ງສະ ເພາະແລະລົດຂົນສົ່ງສ່ວນຕົວທີ່ເຄື່ອນໄຫວຢູ່ພາຍໃນປະເທດແລະ ຂ້າມແດນຢ່າງໜ້ອຍຕ້ອງໃຫ້ມີການປະກັນໄພບຸກຄົນທີສາມແບບບັງ ຄັບຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປະກັນໄພ. ນອກຈາກຈະມີການປະກັນໄພແບບບັງຄັບແລ້ວລົດຂົນສົ່ງຜູ້ ໂດຍສານແລະສິນຄ້າຍັງຕ້ອງມີການປະກັນໄພຜູ້ໂດຍສານແລະສິນ ຄ້າອີກດ້ວຍ. ..ພາກທີສາມວິສາຫະກິດກ່ຽວກັບການຂົນສົ່ງທາງບົກ


...ມາດຕາຊາວ(ໃໝ່)ກິດຈະການຂອງວິສາຫະກິດກ່ຽວກັບການຂົນສົ່ງທາງບົກ

ມາດຕາຊາວ(ໃໝ່)ກິດຈະການຂອງວິສາຫະກິດກ່ຽວກັບການຂົນ ສົ່ງທາງບົກ ວິສາຫະກິດກ່ຽວກັບການຂົນສົ່ງທາງບົກມີກິດຈະການຕົ້ນຕໍ ດັ່ງນີ້: ການຂົນສົ່ງຜູ້ໂດຍສານ. ການຂົນສົ່ງສິນຄ້າ. ການຈັດສົ່ງສິນຄ້າ. ສະຖານນີລົດຂົນສົ່ງ. ການໃຫ້ເຊົ່າລົດ. ສູນແຈກຢາຍສິນຄ້າ. ເຂດໂລຊິດສະຕິກ. ຈຸດພັກລົດຕາມສາຍທາງ. ຮ້ານຂາຍປີ້ລົດໂດຍສານປະຈໍາທາງ. ...ມາດຕາຊາວເອັດ(ປັບປຸງ)ການສ້າງຕັ້ງວິສາຫະກິດກ່ຽວກັບການຂົນສົ່ງທາງບົກ

ມາດຕາຊາວເອັດ(ປັບປຸງ)ການສ້າງຕັ້ງວິສາຫະກິດກ່ຽວກັບການຂົນສົ່ງທາງບົກ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດກ່ຽວກັບການຂົນສົ່ງທາງບົກຕ້ອງປະຕິບັດຕາມກົດໝາຍສະບັບນີ້ກົດມາຍວ່າດ້ວຍວິສາຫະກິດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແລະກົດໝາຍອື່ນທີ່ກ່ຽວຂ້ອງນອກນັ້ນຍັງຕ້ອງມີເງື່ອນໄຂຕົ້ນຕໍດັ່ງນີ້: ໜຶ່ງສໍາລັບວິສາຫະກິດຂົນສົ່ງຜູ້ໂດຍສານຂົນສົ່ງສິນຄ້າຈັດສົ່ງສິນຄ້າແລະໂລຊິດສະຕິກ. ມີປະສົບການກ່ຽວກັບການດໍາເນີນທຸລະກິດຂົນສົ່ງທາງບົກ. ມີນັກວິຊາການທີ່ມີຄວາມສາມາດທາງດ້ານເຕັກນິກກ່ຽວກັບການຂົນສົ່ງທາງບົກແລະນັກວິຊາການອື່ນທີ່ກ່ຽວຂ້ອງໃນຈໍານວນທີ່ເໝາະສົມກັບຂະໜາດຂອງກິດຈະການ. ມີທຶນສໍານັກງານສະຖານທີ່ບໍລິການຍານພາຫະນະອຸປະກອນສິ່ງອໍານວຍຄວາມສະດວກທີ່ເໝາະສົມມີສາຍທາງຂົນສົ່ງສໍາລັບການຂົນສົ່ງໂດຍສານປະຈໍາທາງທີ່ຖືກຮັບຮອງຈາກຂະແໜງການໂຍທາທິການແລະຂົນສົ່ງ. ມີຈັນຍາບັນດ້ານວິຊາຊີບການຂົນສົ່ງທາງບົກ.

ສອງສໍາລັບກິດຈະການອື່ນ. ມີປະສົບການກ່ຽວກັບການດໍາເນີນທຸລະກິດໃນກິດຈະການທີ່ກ່ຽວຂ້ອງ. ມີນັກວິຊາການທີ່ມີຄວາມສາມາດທາງດ້ານເຕັກນິກວິຊາການອື່ນທີ່ກ່ຽວຂ້ອງໃນຈໍານວນທີ່ເໝາະສົມກັບຂະໜາດຂອງກິດຈະການ. ມີທຶນຫ້ອງການສະຖານທີ່ບໍລິການຍານພາຫະນະອຸປະກອນທີ່ຈໍາເປັນທີ່ຖືກຮັບຮອງຈາກຂະແໜງການໂຍທາທິການແລະຂົນສົ່ງ. ມີຈັນຍາບັນດ້ານວິຊາຊີບທີ່ກ່ຽວຂ້ອງ. ...ມາດຕາຊາວສອງ(ໃໝ່)ການສ້າງຕັ້ງສາຂາວິສາຫະກິດກ່ຽວກັບການຂົນສົ່ງທາງບົກ

ມາດຕາຊາວສອງ(ໃໝ່)ການສ້າງຕັ້ງສາຂາວິສາຫະກິດກ່ຽວກັບ ການຂົນສົ່ງທາງບົກ ວິສາຫະກິດກ່ຽວກັບການຂົນສົ່ງທາງບົກທັງພາຍໃນແລະ ຕ່າງປະເທດທີ່ມີຈຸດປະສົງສ້າງຕັ້ງສາຂາຕົວແທນຫຼືຜູ້ຕາງໜ້າຂອງ ຕົນຕ້ອງໄດ້ຂໍອະນຸຍາດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການ ສົ່ງເສີມການລົງທຶນແລະລະບຽບກົດໝາຍທີ່ກ່ຽວຂ້ອງ. ..ພາກທີສີ່ການດໍາເນີນທຸລະກິດກ່ຽວກັບການຂົນສົ່ງທາງບົກ


...ໝວດທີໜຶ່ງການຂົນສົ່ງຜູ້ໂດຍສານ


....ມາດຕາຊາວສາມ(ໃໝ່)ການຂົນສົ່ງຜູ້ໂດຍສານ

ມາດຕາຊາວສາມ(ໃໝ່)ການຂົນສົ່ງຜູ້ໂດຍສານ ການຂົນສົ່ງຜູ້ໂດຍສານແມ່ນການເຄື່ອນຍ້າຍຜູ້ໂດຍສານ ຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງດ້ວຍຍານພາຫະນະຂົນສົ່ງດ້ວຍຄວາມ ປອດໄພແລະຮອດຈຸດໝາຍປາຍທາງ. ການຂົນສົ່ງຜູ້ໂດຍສານມີການຂົນສົ່ງຜູ້ໂດຍສານປະຈໍາທາງ ແລະບໍ່ປະນໍາທາງ. ....ມາດຕາຊາວສີ່(ໃໝ່)ການຂົນສົ່ງຜູ້ໂດຍສານປະຈໍາທາງ

ມາດຕາຊາວສີ່(ໃໝ່)ການຂົນສົ່ງຜູ້ໂດຍສານປະຈໍາທາງ ການຂົນສົ່ງຜູ້ໂດຍສານປະຈໍາທາງແມ່ນການຂົນສົ່ງຜູ້ໂດຍ ສານທີ່ດໍາເນີນຕາມສາຍທາງທີ່ກໍານົດໃຫ້ມີສະຖານທີຕົ້ນທາງແລະ ປາຍທາງມີການຂາຍປີ້ໂດຍສານການກໍາເນົດຈຸດຈອກລົດຕາມສາຍ ທາງການກໍານົດຖ້ຽວກໍານົດເວລາປ່ອຍລົດຕາມລະບຽບການຂອງ ຂະແໜງການໂຍທາທິການແລະຂົນສົ່ງ. ໃນການຂົນສົ່ງຜູ້ໂດຍສານປະຈໍາທາງຕ້ອງຈັດບ່ອນນັ່ງສໍາລັບ ນັກບວດຜູ້ເຖົ້າຄົນພິການຄົນເສຍອົງຄະແມ່ຍິງຖືພາເດັກນ້ອຍລວມທັງ ມີນະໂຍບາຍຕໍ່ວິລິຊົນແຫ່ງຊາດນັກຮົບແຂ່ງຂັນ. ....ມາດຕາຊາວຫ້າ(ໃໝ່)ການຂົນສົ່ງຜູ້ໂດຍສານບໍ່ປະຈໍາທາງ

ມາດຕາຊາວຫ້າ(ໃໝ່)ການຂົນສົ່ງຜູ້ໂດຍສານບໍ່ປະຈໍາທາງ ການຂົນສົ່ງຜູ້ໂດຍສານບໍ່ປະຈໍາທາງແມ່ນການຂົນສົ່ງຜູ້ໂດຍ ສານຕາມແຜນການຕາມສັນຍາຂົນສົ່ງບໍ່ກໍານົດເສັ້ນທາງບໍ່ມີສະຖານ ນີສະເພາະແລະບໍ່ມີການຂາຍປີ້ໂດຍສານ. ການຂົນສົ່ງຜູ້ໂດຍສານບໍ່ປະຈໍາທາງມີສອງປະເພດຄືການຂົນ ສົ່ງສະເພາະແລະການຂົນສົ່ງເຊົ່າເໝົາຊຶ່ງໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

....ມາດຕາຊາວຫົກ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງໂດຍສານ

ມາດຕາຊາວຫົກ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງຜູ້ ດໍາເນີນການຂົນສົ່ງໂດຍສານ ຜູ້ດໍາເນີນການຂົນສົ່ງໂດຍສານມີສິດເກັບຄ່າຂົນສົ່ງຜູ້ໂດຍ ສານເກັບຄ່າຝາກເອກະສານເຄື່ອງຂອງຕາມລາຄາທີ່ໄດ້ຕົກລົງ ກັນຢ່າງສົມເຫດສົມຜົນແລະເປັນທໍາຫຼືຕາມການກໍານົດຂອງລັດ ທວງເອົາຄ່າຂົນສົ່ງຈາກຜູ້ໂດຍສານທີ່ບໍ່ທັນໄດ້ຈ່າຍປະຕິເສດຮັບ ຜູ້ໂດຍສານທີ່ຢູ່ໃນສະພາບມຶນເມົາເສຍຈິດທີ່ບໍ່ມີຜູ້ຄຸ້ມຄອງເຄື່ອງ ຕິດຕົວທີ່ເກືອດຫ້າມຫຼືຜິດກົດໝາຍ.

ຜູ້ດໍາເນີນການຂົນສົ່ງໂດຍສານມີພັນທະແລະຄວາມຮັບຜິດ ຊອບຕົ້ນຕໍດັ່ງນີ້: ອໍານວຍຄວາມສະດວກແຈ້ງຂໍ້ມູນຂ່າວສານໃຫ້ແກ່ຜູ້ໂດຍ ສານໃນການເດີນທາງແລະປະຕິບັດທຸກເງື່ອນໄຂຂອງການຂົນສົ່ງ ທີ່ໄດ້ກໍານົດໄວ້. ນໍາສົ່ງຜູ້ໂດຍສານໄປເຖິງຈຸດໝາຍປາຍທາງດ້ວຍຄວາມ ສະດວກປອດໄພແລະຕາມກໍານົດເວລາ. ຕິດປີ້ໃສ່ເຄື່ອງຝາກຂອງຜູ້ໂດຍສານພ້ອມທັງຮັບປະກັນບໍ່ ໃຫ້ເຄື່ອງຂອງຜູ້ໂດຍສານຕົກເຮ່ຍເສຍຫາຍໃນກໍລະນີເຄື່ອງຂອງ ຜູ້ໂດຍສານເປ່ເເພຕົກເຮ່ຍເສຍຫາຍຕ້ອງໃຊ້ແທນຄ່າເສຍຫາຍ ຕາມມູນຄ່າຕົວຈິງ. ໃຊ້ແທນຄ່າບາດເຈັບຫຼືເສຍຊີວິດຂອງຜູ້ໂດຍສານຕາມລະ ບຽບກົດໝາຍ. ສົ່ງຜູ້ໂດຍສານໄປຍັງສະຖານທີ່ປິ່ນປົວທີ່ໃກ້ທີ່ສຸດຢ່າງຮີບ ດ່ວນໃນກໍລະນີຜູ້ໂດຍສານເກີດເຈັບເປັນກະທັນຫັນຫຼືຈະຄອດລູກ. ສໍາລັບການຂົນສົ່ງຂ້າມແດນຖ້າຜູ້ໂດຍສານຫາກໄດ້ຮັບ ບາດເຈັບຫຼືເສຍຊີວິດຍ້ອນຄວາມຜິດຂອງຜູ້ດໍາເນີນການຂົນສົ່ງ ນັ້ນການໃຊ້ແທນຄ່າບາດເຈັບຫຼືເສຍຊີວິດສູງສຸດແມ່ນບໍ່ໃຫ້ເກີນ ເກົ້າພັນເອສດີອາ(ເກົ້າພັນຫົວໜ່ວຍສິດຖອນເງິນພິເສດ)ຕໍ່ຜູ້ ຖືກເຄາະຮ້າຍແຕ່ລະຄົນແລະໃນກໍລະນີເຄື່ອງຂອງຜູ້ໂດຍສານ ທີ່ລົງທະບຽນຫາກມີການເປ່ເພເສຍຫາຍນັ້ນການໃຊ້ແທນຄ່າເສຍ ຫາຍສູງສຸດແມ່ນແປດຈຸດສາມເອສດີອາ(ແປດຈຸດສາມສິບສາມ ຫົວໜ່ວຍສິດຖອນເງິນພິເສດ)ຕໍ່ໜຶ່ງກິໂລກຼາມຫຼືບໍ່ໃຫ້ເກີນສາມລ້ອຍ ສາມສິບສາມຈຸດສາມສິບສີ່ເອສດີອາ(ສາມລ້ອຍສາມສິບສາມຈຸດ ສາມສິບສີ່ຫົວໜ່ວຍສິດຖອນເງິນພິເສດ)ຕໍ່ເຄື່ອງຕໍ່ຄົນ. ....ມາດຕາຊາວເຈັດ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງຜູ້ໂດຍສານ

ມາດຕາຊາວເຈັດ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງຜູ້ ໂດຍສານ ຜູ້ໂດຍສານມີສິດໄດ້ຮັບຂໍ້ມູນຂ່າວສານຄວາມສະດວກຄວາມ ສະບາຍຄວາມປອດໄພໄປເຖິງຈຸດໝາຍປາຍທາງແລະທວງເອົາ ການໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນເນື່ອງຈາກຄວາມຜິດຂອງຜູ້ດໍາ ເນີນການຂົນສົ່ງ. ຜູ້ໂດຍສານມີພັນທະປະຕິບັດຕາມລະບຽບການໂດຍສານຮັກ ສາຄວາມສະອາດສິ່ງແວດລ້ອມຄວາມສະຫງົບມາລະຍາດແຈ້ງ ເຄື່ອງຂອງທີ່ມີມູນຄ່າສູງວັດຖຸອັນຕະລາຍອາວຸດຈ່າຍຄ່າໂດຍສານ ແລະຮັບຜິດຊອບຈ່າຍຄ່າເຄື່ອງຂອງທີ່ມີນໍ້າໜັກເກີນກໍານົດໃຫ້ແກ່ຜູ້ ດໍາເນີນການຂົນສົ່ງ. ...ໝວດທີສອງການຂົນສົ່ງສິນຄ້າ


....ມາດຕາຊາວແປດ(ປັງປຸງ)ສັນຍາຂົນສົ່ງສິນຄ້າ

ມາດຕາຊາວແປດ(ປັງປຸງ)ສັນຍາຂົນສົ່ງສິນຄ້າ ສັນຍາຂົນສົ່ງສິນຄ້າແມ່ນການຕົກລົງເປັນລາຍລັກອັກສອນ ລະຫວ່າງຜູ້ດໍາເນີນການຂົນສົ່ງກັບຜູ້ສົ່ງສິນຄ້າກ່ຽວກັບການເຄື່ອນ ຍ້າຍສິນຄ້າຈາກຕົ້ນທາງໄປຫາປາຍທາງຕາມກໍານົດເວລາທີ່ໄດ້ຕົກ ລົງກັນແລະຜູ້ດໍາເນີນການຂົນສົ່ງຕ້ອງຮັບປະກັນໃຫ້ສິນຄ້າຢູ່ໃນສະ ພາບເດີມບໍ່ໃຫ້ຕົກເຮ່ຍເສຍຫາຍແລະຜູ້ສົ່ງສິນຄ້າຫຼືຜູ້ຮັບສິນຄ້າຕ້ອງ ຈ່າຍຄ່າຂົນສົ່ງໃຫ້ຜູ້ດໍາເນີນການຂົນສົ່ງຕາມສັນຍາ. ....ມາດຕາຊາວເກົ້າ(ປັບປຸງ)ເນື້ອໃນຂອງສັນຍາ

ມາດຕາຊາວເກົ້າ(ປັບປຸງ)ເນື້ອໃນຂອງສັນຍາ ສັນຍາຂົນສົ່ງສິນຄ້າພາຍໃນປະເທດມີເນື້ອໃນຕົ້ນຕໍດັ່ງນີ້: ປະເພດປະລິມານບໍລິມາດນໍ້າໜັກແລະລັກສະນະຂອງສິນຄ້າ. ຕົ້ນທາງແລະຊື່ຜູ້ສົ່ງ. ປາຍທາງແລະຊື່ຜູ້ຮັບ. ການບັນຈຸຫຸ້ມຫໍ່ການເກັບຮັກສາການຄ່ຽນຖ່າຍ. ລາຄາແລະວິທີການຊໍາລະຄ່າຂົນສົ່ງ. ວັນເວລາສົ່ງມອບ. ການປະກັນໄພ.

ສໍາລັບສັນຍາຂົນສົ່ງສິນຄ້າຂ້າມແດນໃຫ້ປະຕິບັດຕາມສົນທິ ສັນຍາແລະສັນຍາສາກົນກ່ຽວກັບການຂົນສົ່ງທາງບົກທີ່ສປປລາວ ເປັນພາຄີ. ....ມາດຕາສາມສິບ(ປັບປຸງ)ໃບນໍາສົ່ງສິນຄ້າ

ມາດຕາສາມສິບ(ປັບປຸງ)ໃບນໍາສົ່ງສິນຄ້າ ຜູ້ດໍາເນີນການຂົນສົ່ງຕ້ອງປະກອບໃບນໍາສົ່ງສິນຄ້າຕິດໄປ ພ້ອມກັບລົດແຕ່ລະຖ້ຽວຕາມແບບພິມທີ່ກະຊວງໂຍທາທິການແລະ ຂົນສົ່ງວາງອອກການຂົນສົ່ງສະເພາະເພື່ອຮັບໃຊ້ທຸລະກິດຫຼືກິດຈະ ການຂອງຕົນກໍ່ຕ້ອງມີໃບນໍາສົ່ງສິນຄ້າຕິດໄປພ້ອມກັບລົດແຕ່ລະຖ້ຽວ ເຊັ່ນດຽວກັນ. ....ມາດຕາສາມສິບເອັດ(ປັບປຸງ)ສິດພັນທະແລະຄວາມຮັບຜິດຊອບຂອງຜູ້ດໍາເນີນການຂົນສົ່ງສິນຄ້າ

ມາດຕາສາມສິບເອັດ(ປັບປຸງ)ສິດພັນທະແລະຄວາມຮັບຜິດຊອບ ຂອງຜູ້ດໍາເນີນການຂົນສົ່ງສິນຄ້າ ຜູ້ດໍາເນີນການຂົນສົ່ງສິນຄ້າມີສິດຮັບຄ່າຂົນສົ່ງສິນຄ້າຕາມທີ່ ໄດ້ຕົກລົງກັນທວງເອົາຄ່າຂົນສົ່ງຈາກຜູ້ສົ່ງສິນຄ້າຫຼືຜູ້ຮັບສິນຄ້າທີ່ບໍ່ ທັນໄດ້ຈ່າຍປະຕິເສດຮັບເອົາສິນຄ້າທີ່ເກືອດຫ້າມຫຼືຜິດກົດໝາຍ. ຜູ້ດໍາເນີນການຂົນສ່ົງສິນຄ້າມີພັນທະຂົນສົ່ງສິນຄ້າໄປເຖິງຈຸດ ໝາຍປາຍທາງຕາມກໍານົດເວລາປົກປັກຮັກສາສິນຄ້າໃຫ້ຢູ່ໃນສະ ພາບເດີມແລະບໍ່ໃຫ້ຕົກເຮ່ຍເສຍຫາຍ. ໃນກໍລະນີສິນຄ້າເປ່ເພເສຍຫາຍຫຼືສູນຫາຍຍ້ອນຄວາມຜິດຂອງ ຜູ້ດໍາເນີນການຂົນສົ່ງນັ້ນຜູ້ດໍາເນີນການຂົນສົ່ງຕ້ອງໃຊ້ແທນຄ່າເສຍ ຫາຍຕາມລະບຽບກົດໝາຍ. ໃນກໍລະນີຜູ້ຮັບສິນຄ້າບໍ່ມາຮັບຫຼືປະຕິເສດຮັບເອົາສິນຄ້ານັ້ນຜູ້ ດໍາເນີນການຂົນສົ່ງສິນຄ້າຕ້ອງແຈ້ງໃຫ້ຜູ້ສົ່ງສິນຄ້າຢ່າງຮີບດ່ວນ ເພື່ອຫາວິທີແກ້ໄຂຮ່ວມກັນ. ສໍາລັບການຂົນສົ່ງຂ້າແດນທີ່ມີການເສຍຫາຍເກີດຂຶ້ນເນື່ອງ ມາຈາກຄວາມຜິດຂອງຜູ້ດໍາເນີນການຂົນສົ່ງນັ້ນກໍ່ຕ້ອງໄດ້ໃຊ້ແທນ ໃນມູນຄ່າສູງສຸດບໍ່ເກີນແປດຈຸດສິບສາມເອສດີອາ(ແປດຈຸດສິບ ສາມຫົວໜ່ວຍສິດຖອນເງິນພິເສດ)ຕໍ່ໜຶ່ງກິໂລກຼາມຂອງນໍ້າໜັກ ລວມຂອງສິນຄ້າເປ່ເພເສຍຫາຍຫຼືສູນຫາຍ. ....ມາດຕາສາມສິບສອງ(ໃໝ່)ສິດແລະພັນທະຂອງຜູ້ສົ່ງສິນຄ້າ

ມາດຕາສາມສິບສອງ(ໃໝ່)ສິດແລະພັນທະຂອງຜູ້ສົ່ງສິນຄ້າ ຜູ້ສົ່ງສິນຄ້າມີສິດຕິດຕາມສິນຄ້າຂອງຕົນຈາກຜູ້ດໍາເນີນການ ຂົນສົ່ງຫຼືຜູ້ຮັບສິນຄ້າໃນກໍລະນີສິນຄ້າທີ່ສົ່ງນັ້ນຫາກເສຍຫາຍຫຼືຊັກຊ້າ ໃນການສົ່ງມອບກໍ່ມີສິດທວງເອົາການໃຊ້ແທນຄ່າເສຍຫາຍດັ່ງກ່າວ ຕາມສັນຍາລືລະບຽບກົດໝາຍ. ຜູ້ສົ່ງສິນຄ້າມີພັນທະແຈ້ງລັກສະນະຂອງສິນຄ້າຈໍານວນຫີບຫໍ່ ນໍ້າໜັກປະລິມານຖ້າມີສິນຄ້າອັນຕະລາຍແຕກງ່າຍເສື່ອມຄຸນຫຼືເໜົ່າ ເປື່ອຍໄວກໍ່ຕ້ອງແຈ້ງເຊັ່ນດຽວກັນໃຫ້ແກ່ຜູ້ດໍາເນີນການຂົນສົ່ງເພື່ອ ປົກປັກຮັກສາບໍ່ໃຫ້ເປ່ເພເສຍຫາຍຫຼືສູນຫາຍ. ....ມາດຕາສາມສິບສາມ(ໃໝ່)ສິດແລະພັນທະຂອງຜູ້ຮັບເໝົາສິນຄ້າ

ມາດຕາສາມສິບສາມ(ໃໝ່)ສິດແລະພັນທະຂອງຜູ້ຮັບເໝົາສິນຄ້າ ຜູ້ຮັບສິນຄ້າມີສິດຕິດຕາມສິນຄ້າຈາກຜູ້ດໍາເນີນການຂົນສົ່ງຫຼື ຜູ້ສົ່ງສິນຄ້າທວງເອົາການໃຊ້ແທນຄ່າເສຍຫາຍຕາມສັນຍາຫຼືລະບຽບ ກົດໝາຍໃນກໍລະນີສິນຄ້າທີ່ສົ່ງນັ້ນຫາກເປ່ເພເສຍຫາຍຫຼືສູນຫາຍທວງ ເອົາຄ່າເສຍຫາຍຍ້ອນການຊັກຊ້າໃນການສົ່ງມອບສິນຄ້າບໍ່ຮັບແລະບໍ່ ຈ່າຍຄ່າຂົນສົ່ງຖ້າການຊັກຊ້ານັ້ນຫາກໄດ້ສ້າງຄວາມອັບປະໂຫຍດ ໃຫ້ແກ່ຕົນ. ຜູ້ຮັບສິນຄ້າມີພັນທະຈ່າຍຄ່າຂົນສົ່ງສິນຄ້າຕາມສັນຍາແຈ້ງ ການເສຍຫາຍຂອງສິນຄ້າເປັນລາຍລັກອັກສອນໃຫ້ແກ່ຜູ້ດໍາເນີນການ ຂົນສົ່ງແລະຜູ້ສົ່ງສິນຄ້າພ້ອມທັງເຮັດບົດບັນທຶກກັບຜູ້ດໍາເນີນການຂົນ ສົ່ງໄວ້ເປັນຫຼັກຖານ. ....ມາດຕາສາມສິບສີ່(ໃໝ່)ການທວງເອົາການໃຊ້ແທນຄ່າເສຍຫາຍຂອງສິນຄ້າ

ມາດຕາສາມສິບສີ່(ໃໝ່)ການທວງເອົາການໃຊ້ແທນຄ່າເສຍ ຫາຍຂອງສິນຄ້າ ໃນກໍລະນີທີ່ບໍ່ພົບເຫັນສິນຄ້າບາງສ່ວນຜູ້ຮັບສິນຄ້າຕ້ອງແຈ້ງ ໃຫ້ຜູ້ດໍາເນີນການຂົນສົ່ງຢ່າງເປັນລາຍລັກອັກສອນພາຍໃນກໍານົດ ເຈັດວັນນັບແຕ່ວັນໄດ້ຮັບສິນຄ້າເປັນຕົ້ນໄປເພື່ອທວງເອົາການໃຊ້ ແທນຄ່າເສຍຫາຍ. ໃນກໍລະນີທີ່ບໍ່ພົບເຫັນສິນຄ້າທັງໝົດຜູ້ຮັບສິນຄ້າຕ້ອງແຈ້ງໃຫ້ ຜູ້ດໍາເນີນການຂົນສົ່ງຢ່າງເປັນລາຍລັກອັກສອນພາຍໃນກໍານົດສາມ ສິບວັນນັບແຕ່ວັນໄດ້ຕົກລົງສົ່ງມອບສິນຄ້າເປັນຕົ້ນໄປເພື່ອທວງເອົາ ການໃຊ້ແທນຄ່າເສຍຫາຍ. ....ມາດຕາສາມສິບຫ້າ(ໃໝ່)ການຂົນສົ່ງສິນຄ້າເໜົ່າເປື່ອຍໄວ

ມາດຕາສາມສິບຫ້າ(ໃໝ່)ການຂົນສົ່ງສິນຄ້າເໜົ່າເປື່ອຍໄວ ການຂົນສົ່ງສິນຄ້າເໜົ່າເປື່ອຍໄວແມ່ນການເຄື່ອນຍ້າຍວັດຖຸ ອິນຊີສິ່ງທີ່ໃຊ້ເປັນອາຫານລວມທັງພືດທີ່ສ່ຽງຕໍ່ການເສຍຄຸນນະພາບ ງ່າຍຍ້ອນຜົນກະທົບຈາກສະພາບຂອງການຂົນສົ່ງອຸນນະພູມຄວາມ ຊຸ່ມຄວາມແຫ້ງ. ການຂົນສົ່ງສິນຄ້າເໜົ່າເປື່ອຍໄວຕ້ອງປະຕິບັດຕາມລະບຽບ ການຂອງກະຊວງສາທາລະນະລະສຸກກະຊວງກະສິກໍາແລະປ່າໄມ້ ແລະຕ້ອງມີໜັງສືຢັ້ງຢືນຕິດໄປນໍາທຸກຄັ້ງ. ບັນຊີລາຍການສິນຄ້າເໜົ່າເປື່ອຍໄວໃນແຕ່ລະໄລຍະໄດ້ກໍາ ນົດໄວ້ໃນລະບຽບການສະເພາະ. ....ມາດຕາສາມສິບຫົກ(ໃໝ່)ການຂົນສົ່ງສິ່ງທີ່ໃຊ້ເປັນອາຫານແລະພືດ

ມາດຕາສາມສິບຫົກ(ໃໝ່)ການຂົນສົ່ງສິ່ງທີ່ໃຊ້ເປັນອາຫານແລະພືດ ໃນການຂົນສົ່ງສິ່ງທີ່ໃຊ້ເປັນອາຫານແລະພືດຕ້ອງນໍາໃຊ້ຍານ ພາຫະນະທີ່ມີຕູ້ສິນຄ້າແລະພາຊະນະຂົນສົ່ງທີ່ເໝາະສົມດ້ານໃນຂອງ ຕູ້ສິນຄ້າແລະພາຊະນະຂົນສົ່ງຕ້ອງເປັນວັດຖຸທີ່ບໍ່ເຂົ້າໝ້ຽງກັນນໍ້າໄດ້ ສະດວກໃນການອະນາໄມອະເຊື້ອແລະບໍ່ເຮັດໃຫ້ມີຜົນກະທົບທາງລົບ ຕໍ່ສິ່ງຂອງທີ່ຂົນສົ່ງ. ຕູ້ສິນຄ້າພະຊະນະຂົນສົ່ງສິ່ງທີ່ໃຊ້ເປັນອາຫານແລະພືດແມ່ນ ບໍ່ໃຫ້ນໍາໃຊ້ເພື່ອຂົນສົ່ງສັດມີຊີວິດຫຼືຜະລິດຕະພັນອື່ນຊຶ່ງອາດກໍ່ໃຫ້ມີ ຄວາມເສຍຫາຍຫຼືການຕິດເຊື້ອເກີດຂຶ້ນເວັ້ນເສຍແຕ່ຕູ້ສິນຄ້າພາຊະ ນະນັ້ນໄດ້ມີການອະນາໄມແລະອະເຊື້ອແລ້ວ. ....ມາດຕາສາມສິບເຈັດ(ໃໝ່)ການຂົນສົ່ງສັດມີຊີວິດ

ມາດຕາສາມສິບເຈັດ(ໃໝ່)ການຂົນສົ່ງສັດມີຊີວິດ ກ່ອນການຂົນສົ່ງສັດມີຊີວິດແຕ່ລະຖ້ຽວນັ້ນສັດທຸກຕົວຕ້ອງໄດ້ ຮັບການກວດກາແລະຢັ້ງຢືນສຸຂະພາບຈາກສັດຕະວະແພດສັດຖືພາມ ານໃກ້ຈະອອກລູກແລະສັດຕິດເຊື້ອພະຍາດແມ່ນບໍ່ອະນຸຍາດໃຫ້ຂົນ ສົ່ງ. ຍານພາຫະນະຂົນສົ່ງສັດຕູ້ຂົນສົ່ງສັດຕ້ອງມີເຄື່ອງໝາຍບົ່ງ ບອກການຂົນສົ່ງສັດມີຊີວິດມີເນື້ອທີ່ພຽງພໍສໍາລັບການເໜັງຕີງຂອງ ສັດອະນາໄມງ່າຍກັນສັດຫຼົບໜີໄດ້ສາມາດຮັບນໍ້ານັກສັດແລະຮັບປະ ກັນຄວາມປອດໄພບໍ່ໃຫ້ເກີດບາດເຈັບຫຼືຖືກກະທົບກະເທືອນ. ການຂົນສົ່ງສັດເປັນຂະບວນຕ້ອງໄປຕາມເສັ້ນທາງທີ່ເໝາະ ສົມໂດຍບໍ່ສ້າງອຸປະສັກໃຫ້ແກ່ການສັນຈອນບໍ່ສົ່ງກິ່ນເໝັນແລະບໍ່ສ້າງ ຄວາມເປິະເປື້ອນໃສ່ຖະໜົນຫົນທາງ. ....ມາດຕາສາມສິບແປດການຂົນສົ່ງວັດຖຸອັນຕະລາຍ

ມາດຕາສາມສິບແປດການຂົນສົ່ງວັດຖຸອັນຕະລາຍ ການຂົນສົ່ງວັດຖຸອັນຕະລາຍເຊັ່ນວັດຖຸເຄມີວັດຖຸໄວໄຟວັດຖຸ ລະເບີດຕ້ອງໄດ້ຮັບອະນຸຍາດຈາກກະຊວງໂຍທາທິການແລະຂົນສົ່ງ ກະຊວງອື່ນທີ່ກ່ຽວຂ້ອງແລະຕ້ອງປະຕິບັດຕາມລະບຽບການຂົນສົ່ງ ວັດຖຸອັນຕະລາຍຢ່າງເຂັ້ມງວດ. ....ມາດຕາສາມສິບເກົ້າ(ໃໝ່)ການຂົນສົ່ງພິເສດ

ມາດຕາສາມສິບເກົ້າ(ໃໝ່)ການຂົນສົ່ງພິເສດ ໃນການຂົນສົ່ງພິເສດເປັນຕົ້ນການຂົນສົ່ງສິນຄ້າຫຼືວັດຖຸເຄື່ອງ ຂອງທີ່ເກີນນໍ້າໜັກຫຼືຂະໜາດນັ້ນຜູ້ດໍາເນີນການຂົນສົ່ງພິເສດຕ້ອງສໍາ ຫຼວດເສັ້ນທາງຂົນສົ່ງເພື່ອສະເໜີຂໍອະນຸຍາດຈາກກະຊວງໂຍທາທິ ການແລະຂົນສົ່ງ. ...ໝວດທີສາມການຈັດສົ່ງສິນຄ້າ


....ມາດຕາສີ່ສິບ(ໃໝ່)ການຈັດສົ່ງສິນຄ້າ

ມາດຕາສີ່ສິບ(ໃໝ່)ການຈັດສົ່ງສິນຄ້າ ການຈັດສົ່ງສິນຄ້າແມ່ນການບໍລິການເຕົ້າໂຮມບັນຈຸຫຸ້ມຫໍ່ສິນ ຄ້າແລະປະກອບເອກະສານຂົນສົ່ງສິນຄ້າເພື່ອເຄື່ອນຍ້າຍສິນຄ້າຈາກ ຕົ້ນທາງໄປຫາປາຍທາງຕາມກໍານົດເວລາທີ່ໄດ້ຕົກລົງກັນ. ....ມາດຕາສີ່ສິບເອັດ(ປັບປຸງ)ສິດແລະພັນທະຂອງຜູ້ຈັດສົ່ງສິນຄ້າ

ມາດຕາສີ່ສິບເອັດ(ປັບປຸງ)ສິດແລະພັນທະຂອງຜູ້ຈັດສົ່ງສິນຄ້າ ຜູ້ຈັດສົ່ງສິນຄ້າມີສິດເຮັດສັນຍາກັບເຈົ້າຂອງສິນຄ້າຫຼືຜູ້ສົ່ງສິນ ຄ້າແລະຜູ້ດໍເນີນການຂົນສົ່ງສິນຄ້າຮັບແລະກວດກາສິນຄ້າພົວພັນກັບ ເຈົ້າໜ້າທີ່ຂອງລັດກ່ຽວກັບການຈັດສົ່ງສິນຄ້າແລະຮັບຄ່າບໍລິການຈັດ ສົ່ງສິນຄ້າຕາມທີ່ໄດ້ຕົກລົງກັນ. ຜູ້ຈັດສົ່ງສິນຄ້າມີພັນທະເຕົ້າໂຮມຫຸ່ມຫໍ່ບັນຈຸແລະມອບສິນຄ້າ ໃຫ້ແກ່ຜູ້ດໍາເນີນການຂົນສົ່ງສິນຄ້າປະກອບເອກະສານນໍາສົ່ງສິນຄ້າ ແຈ້ງເນື້ອໃນລະອຽດກ່ຽວກັບລັກສະນະຂອງສິນຄ້າຕິດເຄື່ອງໝາຍ ໃສ່ເລກລໍາດັບແຈ້ງນໍ້າໜັກບໍລິມາດປະລິມານຖ້າຫາກແມ່ນສິນຄ້າອັນ ຕະລາຍກໍ່ຕ້ອງແຈ້ງລັກສະນະອັນຕະລາຍຂອງສິນຄ້ານັ້ນໃຫ້ແກ່ຜູ້ດໍາ ເນີນການຂົນສົ່ງແລະປະຕິບັດພັນທະອື່ນຕາມສັນຍາ. ....ມາດຕາສີ່ສິບສອງ(ປັບປຸງ)ຄວາມຮັບຜິດຊອບຂອງຜູ້ຈັດສົ່ງສິນຄ້າ

ມາດຕາສີ່ສິບສອງ(ປັບປຸງ)ຄວາມຮັບຜິດຊອບຂອງຜູ້ຈັດສົ່ງສິນຄ້າ ຜູ້ຈັດສົ່ງສິນຄ້າມີຄວາມຮັບຜິດຊອບກ່ຽວກັບຄວາມຖືກຕ້ອງ ແລະຄົບຖ້ວນຂອງເອກະສານນໍາສົ່ງສິນຄ້າຮັບປະກັນການຈັດສົ່ງສິນ ຄ້າຢ່າງຄົບຖ້ວນຕາມຈໍານວນທີ່ມີຢູ່ໃນບັນຊີແລະບໍ່ໃຫ້ສິນຄ້າຕົກເຮ່ຍ ເສຍຫາຍຫຼືເສຍຄຸນນະພາບຍ້ອນການບັນຈຸຫຸ້ມຫໍ່ແລະຮັບປະກັນໃຫ້ສິນ ຄ້າໄປເຖິງຈຸດໝາຍປາຍທາງ. ໃນກໍລະນີມີຄວາມເສຍຫາຍຍ້ອນການແຈ້ງເນື້ອໃນລະອຽດ ຂອງສິນຄ້າບໍ່ຖືກຕ້ອງຕາມຕົວຈິງແລະບໍ່ຄົບຖ້ວນຕາມທີ່ໄດ້ກໍານົດໄວ ້ໃນວັກສອງມາດຕາສີ່ສິບເອັດຂອງກົດໝາຍສະບັບນີ້ຜູ້ຈັດສົ່ງສິນຄ້າ ຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍໃຫ້ແກ້ຜູ້ດໍເານີນການຂົນສົ່ງ. ...ໝວດທີສີ່ສະຖານນີລົດຂົນສົ່ງ


....ມາດຕາສີ່ສິບສາມ(ປັບປຸງ)ປະເພດສະຖານີລົດຂົນສົ່ງ

ມາດຕາສີ່ສິບສາມ(ປັບປຸງ)ປະເພດສະຖານີລົດຂົນສົ່ງ ສະຖານີລົດຂົນສົ່ງແບ່ງອອກເປັນສາມປະເພດຄື: ສະຖານນີລົດຂົນສົ່ງຜູ້ໂດຍສານ. ສະຖານນີລົດຂົນສົ່ງສິນຄ້າ. ສະຖານີລົດຂົນສົ່ງສັດ.

ທີ່ຕັ້ງແລະແຜນຜັງກໍ່ສ້າງສະຖານນີລົດຂົນສົ່ງຕ້ອງໃຫ້ສອດ ຄ່ອງກັບແຜນຜັງຊີ້ນໍາລວມຂອງຕົວເມືອງ,ສ່ວນລະບົບບໍລິການແລະ ມາດຕະຖານເຕັກນິກການກໍ່ສ້າງສະຖານີດັ່ງກ່າວຕ້ອງໃຫ້ຖືກຕ້ອງ ຕາມລະບຽບການຂອງກະຊວງໂຍທາທິການແລະຂົນສົ່ງ. ....ມາດຕາສີ່ສິບສີ່(ປັບປຸງ)ຂະນາດຂອງສະຖານີລົດຂົນສົ່ງຜູ້ໂດຍສານ

ມາດຕາສີ່ສິບສີ່(ປັບປຸງ)ຂະນາດຂອງສະຖານີລົດຂົນສົ່ງຜູ້ໂດຍສານ ສະຖານນີລົດຂົນສົ່ງຜູ້ໂດຍສານແບ່ງອອກເປັນສາມຂະນາດ ຄື: ຂະໜາດໃຫຍ່ແມ່ນສະຖານີລົດຂົນສົ່ງຜູ້ໂດຍສານລະຫວ່າງ ແຂວງແລະລະຫວ່າງປະເທດ. ຂະໜາດກາງແມ່ນສະຖານີລົດຂົນສົ່ງຜູ້ໂດຍສານພາຍໃນ ແຂວງນະຄອນແລະແຂວງນະຄອນຫາເມືອງເທດສະບານ. ຂະໜາດນ້ອຍແມ່ນສະຖານີລົດຂົນສົ່ງຜູ້ໂດຍສານພາຍໃນ ເມືອງເທດສະບານແລະເມືອງເທດສະບານຫາບ້ານ.

ສະຖານີລົດຂົນສົ່ງຜູ້ໂດຍສານຕ້ອງມີລະບົບອໍານວຍຄວາມ ສະດວກເຊັ່ນລະບົບບໍລິການຂາຍປີ້ໂດຍສານລະບົບຂໍ້ມູນຂ່າວສານ. ....ມາດຕາສີ່ສິບຫ້າ(ໃໝ່)ສະຖານີລົດຂົນສົ່ງສິນຄ້າຫຼືສັດ

ມາດຕາສີ່ສິບຫ້າ(ໃໝ່)ສະຖານີລົດຂົນສົ່ງສິນຄ້າຫຼືສັດ ສະຖານີລົດຂົນສົ່ງສິນຄ້າຫຼືສັດຕ້ອງມີລະບົບອໍານວຍຄວາມ ສະດວກມີຂະໜາດແລະມາດຕະຖານເຕັກນິກທີ່ຖືກຕ້ອງ. ການກໍ່ສ້າງສະຖານີລົດຂົນສົ່ງສິນຄ້າຫຼືສັດຕ້ອງໃຫ້ສອດຄ່ອງ ກັບແຜນຜັງຊີ້ນໍາລວມຂອງຕົວເມືອງແລະລະບຽບການຂອງກະຊວງ ໂຍທາທິການແລະຂົນສົ່ງແລະກະຊວງອື່ນທີ່ກ່ຽວຂ້ອງ. ...ໝວດທີຫ້າການໃຫ້ເຊົ່າລົດ


....ມາດຕາສີ່ສິບຫົກ(ປັບປຸງ)ຜູ້ດໍາເນີນທຸລະກິດໃຫ້ເຊົ່າລົດ

ມາດຕາສີ່ສິບຫົກ(ປັບປຸງ)ຜູ້ດໍາເນີນທຸລະກິດໃຫ້ເຊົ່າລົດ ຜູ້ດໍາເນີນທຸລະກິດໃຫ້ເຊົ່າລົດແມ່ນບຸກຄົນນິຕິບຸກຄົນຫຼືການຈັດ ຕັ້ງທີ່ມອບລົດຂອງຕົນໃຫ້ຜູ້ອື່ນເຊົ່າເປັນບາງຄັ້ງຄາວຫຼືເປັນປະຈໍາ ຕາມສັນຍາ. ການໃຫ້ເຊົ່າລົດອາດຈະມີທັງຜູ້ຂັບຂີ່ພ້ອມດ້ວຍພະນັກງານ ປະຈໍາລົດ. ....ມາດຕາສີ່ສິບເຈັດ(ໃໝ່)ສິດ,ພັນທະແລະຄວາມຮັບຜິດຊອບຂອງຜ້ໃຫ້ເຊົ່າລົດ

ມາດຕາສີ່ສິບເຈັດ(ໃໝ່)ສິດ,ພັນທະແລະຄວາມຮັບຜິດຊອບຂອງ ຜູ້ໃຫ້ເຊົ່າລົດ ຜູ້ໃຫ້ເຊົ່າລົດມີສິດຮັບເອົາຄ່າເຊົ່າລົດຕາມສັນຍາແລະກວດ ກາສະພາບລົດພາຍຫຼັງທີ່ຜູ້ເຊົ່າເອົາລົດມາສົງຄືນຖ້າຫາກມີການເປ່ ເພຫຼືເສຍຫາຍກໍ່ມີສິດທວງໃຫ້ຜູ້ເຊົ່າເຮັດການສ້ອມແປງຫຼືໃຊ້ແທນຄ່າ ເສຍຫາຍຕາມລະບຽບກົດໝາຍ. ຜູ້ໃຫ້ເຊົ່າລົດມີພັນທະມອບລົດໃຫ້ຜູ້ເຊົ່າຕາມກໍານົດເວລາທີ່ໄດ ້ກໍານົດໄວ້ໃນສັນຍາຮັບປະກັນມາດຕະຖານເຕັກນິກມີປາຍທະບຽນທຸ ລະກິດມີເອກະສານປະຈໍາລົດຖືກຕ້ອງແລະຄົບຖ້ວນແລະຕ້ອງມີການ ປະກັນໄພບຸກຄົນທີສາມ. ຜູ້ໃຫ້ເຊົ່າລົດມີຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ ຍ້ອນສະເພາບເຕັກນິກຂອງລົດການມອບລົດທີ່ບໍ່ແມ່ນຂອງຕົນໃຫ້ຜູ້ອື່ນ ເຊົ່າໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ເປັນເຈົ້າຂອງ. ....ມາດຕາສີ່ສິບແປດ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງຜູ້ເຊົ່າລົດ

ມາດຕາສີ່ສິບແປດ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງ ຜູ້ເຊົ່າລົດ ຜູ້ເຊົ່າລົດມີສິດຮັບເອົາລົດ,ພ້ອມທັງກວດເບິ່ງສະພາບເຕັກນິກ ເອກະສານລົດທວງໃຫ້ຜູ້ໃຫ້ເຊົ່າລົດມອບລົດແກ່ຕົນຕາມກໍານົດເວລາ ແລະນໍາໃຊ້ລົດໃຫ້ຖືກຕ້ອງຕາມສັນຍາ. ຜູ້ເຊົ່າລົດມີພັນທະຈ່າຍຄ່າເຊົ່າລົດນໍາໃຊ້ລົດໃຫ້ຖືກຕ້ອງຕາມ ສັນຍາປັັກປັກຮັກສາລົດໃຫ້ຢູ່ໃນສະພາບເດີມຕະຫຼອດໄລຍະຂອງສັນ ຍາສົ່ງລົດພ້ອມທັງເອກະສານປະຈໍາລົດຄືນແກ່ຜູ້ໃຫ້ເຊົ່າຕາມກໍານົດ ເວລາ. ຜູ້ເຊົ່າລົດມີຄວາມຮັບຜິດຊອບຕໍ່ການເປ່ເພເສຍຫາຍຫຼືສູນ ຫາຍຂອງລົດທີ່ເກີດຂຶ້ນຍ້ອນຄວາມຜິດຂອງຕົນຕາມທີ່ໄດ້ກໍານົດໄວ້ ໃນລະບຽບກົດໝາຍ. ...ໝວດທີຫົກສູນແຈກຢາຍສິນຄ້າ


....ມາດຕາສີ່ສິບເກົ້າ(ໃໝ່)ສູນແຈກຢາຍສິນຄ້າ

ມາດຕາສີ່ສິບເກົ້າ(ໃໝ່)ສູນແຈກຢາຍສິນຄ້າ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງສ້າງຕັ້ງສູນແຈກຢາຍສິນຄ້າ ເພື່ອສົ່ງເສີມຄຸ້ມຄອງການຂົນສົ່ງສິນຄ້າພາຍໃນແລະຂ້າມແດນໂດຍ ສອດຄ່ອງກັບມາດຕາຊາວເອັດຂອງກົດໝາຍສະບັບນີ້ເພື່ອດໍາເນີນທຸ ລະກິດບໍລິການຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການໂຍທາທິ ການແລະຂົນສົ່ງ. ....ມາດຕາຫ້າສິບ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງສູນແຈກຢາຍສິນຄ້າ

ມາດຕາຫ້າສິບ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງສູນແຈກ ຢາຍສິນຄ້າ ສູນແຈກຢາຍສິນຄ້າມີສິດດໍາເນີທຸລະກິດຂອງຕົນກໍານົດແລະ ເກັບຄ່າບໍລິການຄົ້ນຄວ້າພັດທະນາກິດຈະການຂອງຕົນໃຫ້ທັນສະໄໝ. ສູນແຈກຢາຍສິນຄ້າມີພັນທະບໍລິການເອກະສານເຕົ້າໂຮມຫຸ່ມ ຫໍ່ບັນຈຸສິນຄ້າໃສ່ລົດບໍລິການແຈກຢາຍສິນຄ້າໄປເຖິງປາຍທາງຕາມ ເປົ້າໝາຍແລະຈ່າຍຄ່າພາສີອາກອນຕາມລະບຽບກົດໝາຍ. ສູນແຈກຢາຍສິນຄ້າມີຄວາມຮັບຜິດຊອບກ່ຽວກັບຄວາມຖືກ ຕ້ອງແລະຄົບຖ້ວນຂອງສິນຄ້າແລະເອກະສານນໍາສົ່ງສິນຄ້າ.ໃນກໍ ລະນີສິນຄ້າຫາກບໍ່ຄົບຖ້ວນເປ່ເພເສຍຫາຍຍ້ອນການບໍລິການຂອງ ຕົນສູນແຈກຢາຍສິນຄ້າຕ້ອງຮັບຜິດຊອບໃຫ້ແທນຄ່າເສຍຫາຍໃຫ້ແກ່ ເຈົ້າຂອງສິນຄ້າ. ...ໝວດທີເຈັດເຂດໂລຊິດສະຕິກ


....ມາດຕາຫ້າສິບເອັດ(ໃໝ່)ເຂດໂລຊິດສະຕິກ

ມາດຕາຫ້າສິບເອັດ(ໃໝ່)ເຂດໂລຊິດສະຕິກ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງສ້າງຕັ້ງເຂດໂລຊິດສະຕິກເພື່ອ ພັດທະນາແລະຄຸ້ມຄອງການຂົນສົ່ງສິນຄ້າພາຍໃນແລະຂ້າມແດນໃຫ້ ເປັນລະບົບບໍລິການບໍລິການທີ່ມີຄຸນນະພາບໂດຍສອດຄ່ອງກັບມາດ ຕາຊາວເອັດຂອງກົດໝາຍສະບັບນີ້ເພື່ອດໍາເນີນທຸລະກິດບໍລິການແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການໂຍທາທິການແລະຂົນສົ່ງ. ....ມາດຕາຫ້າສິບສອງ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງເຂດໂລຊິດສະຕິກ

ມາດຕາຫ້າສິບສອງ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງ ເຂດໂລຊິດສະຕິກ ເຂດໂລຊິດສະຕິກມີສິດພົວພັນກັບພາກສ່ວນລັດແລະເອກະຊົນ ກ່ຽວກັບການບໍລິການເກັບຄ່າບໍລິການໄດ້ຮັບຂໍ້ມູນຂ່າວສານກ່ຽວກັບ ໂລຊິດສະຕິກຈາກພາກສ່ວນທີ່ກ່ຽວຂ້ອງ. ເຂດໂລຊິດສະຕິກມີພັນທະຄຸ້ມຄອງບໍລິຫານຂະບວນການເຄື່ອນ ຍ້າຍສິນຄ້າທີ່ມີການວາງແຜນຄວບຄຸມເກັບຮັກສາຫຸ້ມຫໍ່ຄ່ຽນຖ່າຍຂົນ ສົ່ງສິນຄ້າບໍລິການແລະສະໜອງຂໍມູນຂ່າວສານທີ່ກ່ຽວຂ້ອງທີ່ມີປະສິດ ທິພາບແລະມີປະສິດທິຜົນຈາກຕົ້ນທາງຫາປາຍທາງຕາມຄວາມຕ້ອງ ການຂອງລູກຄ້າ. ເຂດໂລຊິດສະຕິກມີຄວາມຮັບຜິດຊອບກ່ຽວກັບຄວາມຖືກຕ້ອງ ແລະຄົບຖ້ວນຂອງສິນຄ້າແລະເອກະສານນໍາສົ່ງສິນຄ້າໃນກໍລະນີມີ ຄວາມບົກພ່ອງໃນການບໍລິການເຮັດໃຫ້ສິນຄ້າບໍ່ຄົບຖ້ວນເປ່ເພເສຍ ຫາຍເຊດໂລຊິດສະຕິກຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍ. ...ໝວດທີແປດຈຸດພັກລົດຕາມສາຍທາງ


....ມາດຕາຫ້າສິບສາມ(ໃໝ່)ຈຸດພັກລົດຕາມສາຍທາງ

ມາດຕາຫ້າສິບສາມ(ໃໝ່)ຈຸດພັກລົດຕາມສາຍທາງ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງສ້າງຕັ້ງຈຸດພັກລົດຕາມສາຍ ທາງເພື່ອຫຼຸດຜ່ອນຄວາມສ່ຽງໃນການຂົນສົ່ງການເດີນທາງຂອງຜູ້ ໂດຍສານໂດຍສອດຄ່ອງກັບມາດຕາຊາວເອັດຂອງກົດໝາຍສະບັບ ນີ້ເພື່ອດໍາເນີນທຸລະກິດຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການ ໂຍທາທິການແລະຂົນສົ່ງ. ....ມາດຕາຫ້າສິບສີ່(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງຈຸດພັກລົດຕາມສາຍທາງ

ມາດຕາຫ້າສິບສີ່(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງຈຸດພັກ ລົດຕາມສາຍທາງ ຈຸດພັກລົດຕາມສາຍທາງມີິດແນະນໍາໃຫ້ຜູ້ໃຊ້ບໍລິການນໍາໃຊ້ ຈຸດພັກລົດຕາມເປົ້າໝາຍທີ່ມີກວດກາຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບຄວາມສະອາດແລະປົກປັກຮັກສາສິ່ງແວດລ້ອມຂອງ ຈຸດພັກລົດ. ຈຸດພັກລົດຕາມສາຍທາງມີພັນທະສົ່ງເສີມໃຫ້ປະຊາຊົນມີສ່ວນ ຮ່ວມໃນການຈໍາໜ່າຍສິນຄ້າທ້ອງຖິ່ນການໃຫ້ບໍລິການແລະການສະ ໜອງສິ່ງຈໍາເປັນໃນເວລາສຸກເສີນໃນການເດີນທາງຂອງລັດບໍລິການ ຂໍ້ມູນຂ່າວສານຂອງສາຍທາງຂົນສົ່ງໃຫ້ຜູ້ດໍາເນີນການຂົນສົ່ງແລະຜູ້ ເດີນທາງ. ຈຸດພັກລົດຕາມສາຍທາງມີຄວາມຮັບຜິດຊອບໃນການບໍລິການ ໃຫ້ມີຄວາມສະດວກປອດໄພໃຫ້ແກ່ຜູ້ໂດຍສານທີ່ມາໃຊ້ບໍລິການ. ...ໝວດທີເກົ້າຮ້ານຂາຍປີ້ລົດໂດຍສານປະຈໍາທາງ


....ມາດຕາຫ້າສິບຫ້າ(ໃໝ່)ຮ້ານຂາຍປີ້ລົດໂດຍສານປະຈໍາທາງ

ມາດຕາຫ້າສິບຫ້າ(ໃໝ່)ຮ້ານຂາຍປີ້ລົດໂດຍສານປະຈໍາທາງ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງສ້າງຕັ້ງຮ້ານຂາຍປີ້ລົດໂດຍ ສານປະຈໍາທາງໂດຍສອດຄ່ອງກັບມາດຕາຊາວເອັດຂອງກົດໝາຍ ສະບັບນີ້ເພື່ອດໍາເນີນທຸລະກິດຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງຂະ ແໜງການໂຍທາທິການແລະຂົນສົ່ງ. ....ມາດຕາຫ້າສິບຫົກ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງຮ້ານຂາຍປີ້ລົດໂດຍສານປະຈໍາທາງ

ມາດຕາຫ້າສິບຫົກ(ໃໝ່)ສິດພັນທະແລະຄວາມຮັບຜິດຊອບຂອງຮ້ານ ຂາຍປີ້ລົດໂດຍສານປະຈໍາທາງ ຮ້ານຂາຍປີ້ລົດໂດຍສານມີສິດໂຄສະນະກ່ຽວກັບການບໍລິການ ຂາຍປີ້ລົດເກັບແລະຮັບຄ່າບໍລິການຂາຍປີ້ລົດແນະນໍາສາຍທາງໃຫ້ຜູ້ ໂດຍສານ. ຮ້ານຂາຍປີ້ລົດໂດຍສານມີພັນທະບໍລິການຂາຍປີ້ລົດໂດຍສານ ປະຈໍາທາງຕາມສັນຍາທີ່ໄດ້ຕົກລົງກັບບໍລິສັດຂົນສົ່ງຜູ້ໂດຍສານປະ ຈໍາທາງສ້າງລະບົບເຊື່ອມຕໍ່ທາງເອເລັກໂຕນິກກັບສະຖານີລົດຂົນສົ່ງ ເພື່ອຄວບຄຸມການຂາຍປີ້ບໍລິການຂໍ້ມູນຂ່າວສານໃຫ້ຜູ້ໂດຍສານ. ຮ້ານຂາຍປີ້ລົດໂດຍສານປະຈໍາທາງມີຄວາມຮັບຜິດຊອບຕໍ່ປີ້ ທີ່ຕົນຂາຍໃຫ້ຜູ້ໂດຍສານເພື່ອໃຫ້ຜູ້ກ່ຽວໄດ້ເດີນທາງໄປເຖິງຈຸດໝາຍ ປາຍທາງຍ້ອນຄວມຜິດຂອງຮ້ານຂາຍປີ້ລົດໂດຍສານປະຈໍາທາງນັ້ນ ຮ້ານຂາຍປີ້ດັ່ງກ່າວຕ້ອງຮັບຜິດຊອບໃຫ້ແທນຄ່າເສຍຫາຍທີ່ເກີດຂຶ້ນ ແກ້ຜູ້ໂດຍສານ. ..ພາກທີຫ້າສະມາຄົມຜູ້ຂົນສົ່ງທາງບົກ


...ມາດຕາຫ້າສິບເຈັດ(ປັບປຸງ)ສະມາຄົມຜູ້ຂົນສົ່ງທາງບົກ

ມາດຕາຫ້າສິບເຈັດ(ປັບປຸງ)ສະມາຄົມຜູ້ຂົນສົ່ງທາງບົກ ສະມາຄົມຜູ້ຂົນສົ່ງທາງບົກແມ່ນອົງການຈັດຕັ້ງສັງຄົມໜຶ່ງທີ່ ຂຶ້ນກັບຂະແໜງການໂຍທາທິການແລະຂົນສົ່ງຊຶ່ງເປັນບ່ອນເຕົ້າໂຮມ ບັນດາຜູ້ດໍາເນີນທຸລະກິດຂົນສົ່ງທາງບົກທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍສອດຄ່ອງກັບລະບຽບກົດໝາຍກ່ຽວກັບສະມາຄົມ. ...ມາດຕາຫ້າສິບແປດ(ໃໝ່)ພາລະບົດບາດຂອງສະມາຄົມຜູ້ຂົນສົ່ງທາງບົກ

ມາດຕາຫ້າສິບແປດ(ໃໝ່)ພາລະບົດບາດຂອງສະມາຄົມຜູ້ຂົນ ສົ່ງທາງບົກ ສະມາຄົມຜູ້ຂົນສົ່ງທາງບົກມີພາລະບົດບາດເຕົ້າໂຮມຄວາມ ສາມັກຄີສະຕິປັນຍາສຶກສາອົບຮົມສະມາຊິກຕົນໃຫ້ມີການຊ່ວຍເຫຼືອຊຶ່ງ ກັນແລະກັນປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກ ຕົນແລະຊ່ວຍເຫຼືອກສັງຄົມເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນລະ ບຽບກົດໝາຍແລະຈັນຍາບັນຂອງຕົນເພື່ອສົ່ງເສີມແລະພັດທະນາທຸ ລະກິດກ່ຽວກັບການຂົນສົ່ງທາງບົກໃຫ້ມີຄວາມເຂັ້ມແຂງແລະທັນສະ ໄໝປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ ແລະລຶບລ້າງຄວາມທຸກຍາກ. ...ມາດຕາຫ້າສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງສະມາຄົມຜູ້ຂົນສົ່ງທາງບົກ

ມາດຕາຫ້າສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງສະມາຄົມຜູ້ຂົນສົ່ງ ທາງບົກ ສະມາຄົມຜູ້ຂົນສົ່ງທາງບົກມີສິດແລະໜ້າທີ່ດັ່ງນີ້: ໜຶ່ງສ້າງກົດລະບຽບພາຍໃນຂອງຕົນໂຄສະນາເຜີຍແຜ່ ນະໂຍບາຍລະບຽບກົດໝາຍແລະແຜນພັດທະນາເສດຖະກິດສັງ ຄົມແຫ່ງຊາດກ່ຽວກັບການຂົນສົ່ງທາງບົກ. ສອງຊ່ວຍເຫຼືອສ້າງແລະສົ່ງເສີມສະມາຊິກຂອງຕົນໃນການ ປະຕິບັດໜ້າທີ່ວຽກງານຂົນສົ່ງທາງບົກໃຫ້ມີຄວາມກ້າວໜ້າແລະມ ີປະສິດທະຜົນ. ສາມຄຸ້ມຄອງປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ ຂອງສະມາຊິກຕົນແລະຜູ້ໃຊ້ບໍລິການຂົນສົ່ງບົນພື້ນຖານລະບຽບກົດ ໝາຍ. ສີ່ເປັນຕົວແທນໃຫ້ແກ່ສະມາຊິກຂອງຕົນໃນການນໍາສະເໜີ ຄວາມຄິດເຫັນກ່ຽວກັບບັນຫາຕ່າງໆທີ່ພົວພັນກັບວຽກງານຂົນສົ່ງ ທາງບົກຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ. ຫ້າເປັນເຈົ້າການໃນການສຶກສາຄົ້ນຄວ້າສົ່ງເສີມນໍາໃຊ້ວິ ທະຍາສາດເຕັກນິກແລະເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການພັດ ທະນາວຽກງານຂົນສົ່ງທາງບົກ. ຫົກແລກປ່ຽນບົດຮຽນປະສົບການດ້ານຕ່າງໆກ່ຽວກັບການ ຂົນສົ່ງທາງບົກເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງສະມາ ຊິກຕົນໃຫ້ສູງຂຶ້ນເລື້ອຍໆ. ເຈັດເພີ່ມທະວີຄວາມສາມັກຄີຄວາມເປັນເອກະພາບພາຍ ໃນສະມາຊິກດ້ວຍກັນແລະພົວພັນຮ່ວມມືກັບສະມາຄົມອື່ນທັງພາຍ ໃນແລະຕ່າງປະເທດຕາມການມອບໝາຍ. ແປດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໃຫ້ຂະແໜງ ການໂຍທາທິການແລະຂົນສົ່ງແລະຂະແໜງການອື່ນທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ. ເກົ້າປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ..ພາກທີຫົກຂໍ້ຫ້າມ


...ມາດຕາຫົກສິບ(ໃໝ່)ຂໍ້ຫ້າມທົ່ວໄປ

ມາດຕາຫົກສິບ(ໃໝ່)ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນນິຕິບຸກຄົນຫຼືການຈັດຕັ້ງມີພຶດຕິກໍາດັ່ງນີ້: ໜຶ່ງດໍາເນີນທຸລະກິດຂົນສົ່ງທາງບົກໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການທີ່ກ່ຽວຂ້ອງ: ສອງຂັດຂວາງບໍ່ອໍານາຍຄວາມສະດວກບໍ່ໃຫ້ການຮ່ວມມືໃນ ການກວດກາຂອງເຈົ້າໜ້າທີ່ແລະພະນັກງານທີ່ກ່ຽວຂ້ອງຂອງລັດ. ສາມທໍາລາຍຫຼືສ້າງຄວາມເສຍຫາຍແກ່ສິ່ງແວດລ້ອມພື້ນ ຖານໂຄງລ່າງແລະສິ່ງອໍານວຍຄວາມສະດວກດ້ານການຂົນສົ່ງທາງ ບົກເຊັ່ນຂົວທາງລະບົບສັນຍານການຈະລາຈອນທາງບົກແລະອື່ນໆ. ສີ່ນໍາໃຊ້ລົດສ່ວນຕົວທີ່ຍັງຕິດປ້າຍລັດໄປເຮັດການຂົນສົ່ງ. ຫ້າແກ່ຍາວເວລາໃນການຂົນສົ່ງໂດຍບໍ່ມີເຫດຜົນ. ຫົກຂົນສົ່ງຢາເສບຕິດແລະສິ່ງອື່ນໆທີ່ຜິດກົດໝາຍ. ເຈັດຕໍ່ເຕີມແລະດັດແປງລົດໂດຍບໍ່ໄດ້ຮັບອະນຸຍາດ. ແປດບັນທຸກເຄື່ອງເທິງຫຼັງຄາເກີນກໍານົດ. ເກົ້າມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາຫົກສິບເອັດ(ໃໝ່)ຂໍ້ຫ້າມສໍາລັບຜູ້ຂັບຂີ່ລົດຂົນສົ່ງ

ມາດຕາຫົກສິບເອັດ(ໃໝ່)ຂໍ້ຫ້າມສໍາລັບຜູ້ຂັບຂີ່ລົດຂົນສົ່ງ ຫ້າມຜູ້ຂັບຂີ່ລົດຂົນສົ່ງມີພຶດຕິກໍາດັ່ງນີ້: ໜຶ່ງຂັບຂີ່ໂດຍບໍ່ມີໃບຂັບຂີ່ຂັບຂີ່ໂດຍບໍ່ຖືກກັບປະເພດໃບຂັບຂີ່ ລົດຫຼືນໍາໃຊ້ໃບຂັບຂີ່ໝົດອາຍຸ. ສອງຂັບລົດໄວເກີນກໍານົດປະໝາຍແລະບໍ່ມີມາລະຍາດ. ສາມເສຍຢາເສບຕິດມຶນເມົາໃນເວລາຂັບຂີ່. ສີ່ບັນທຸກເກີນນໍ້າໜັກຫຼືເກີນຂະໜາດ. ຫ້າຈອດລົດຄ່ຽນຖ່າຍສິນຄ້າຫຼືເອົາຜູ້ໂດຍສານຂຶ້ນລົງຢູ່ບ່ອນ ຫ້າມຈອດຫຼືຕາມລໍາພັງ. ຫົກປະທ່ອນໄມ້ກ້ອນຫີນຫຼືສິ່ງກີດຂວາງທີ່ໜູນຕີນລົດຕາມເສັ້ນ ທາງ. ເຈັດມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາຫົກສິບສອງ(ໃໝ່)ຂໍ້ຫ້າມສໍາລັບເຈົ້າໜ້າທີ່ແລະພະນັກງານທີ່ກ່ຽວຂ້ອງຂອງລັດ

ມາດຕາຫົກສິບສອງ(ໃໝ່)ຂໍ້ຫ້າມສໍາລັບເຈົ້າໜ້າທີ່ແລະພະນັກງານທີ່ ກ່ຽວຂ້ອງຂອງລັດ ຫ້າມເຈົ້າໜ້າທີ່ແລະພະນັກງານທີ່ກ່ຽວຂ້ອງມີພຶດຕິກໍາດັ່ງນີ້: ໜຶ່ງດໍາເນີນທຸລະກິດເປັນທີ່ປຶກສາເປັນພະນັກງານວິຊາການ ໃຫ້ບໍລິສັດຂົນສົ່ງທາງບົກທີ່ພົວພັນໂດຍກົງກັບຄວາມຮັບຜິດຊອບຂອງ ຕົນ. ສອງເປີດເຜີຍຂໍ້ມູນກ່ຽວກັບການປະມູນວຽກງານຂົນສົ່ງທາງ ບົກ. ສາມທວງເອົາຂໍເອົາຮັບສິນບົນລໍາອຽງກົດໜ່ວງຖ່ວງດຶງສົມ ຮູ້ຮ່ວມຄິດປອດແປງເອກະສານສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະ ໂຫຍດສ່ວນຕົວແລະໝູ່ຄະນະກ່ຽວກັບການຂົນສົ່ງທາງບົກ. ສີ່ເມີນເສີຍຕໍ່ຄວາມຮັບຜິດຊອບຂອງຕົນຕໍ່ພຶດຕິກໍາທີ່ບໍ່ຖືກຕ້ອງ ຂອງຜູ້ດໍາເນີນທຸລະກິດກ່ຽວກັບການຂົນສົ່ງທາງບົກ. ຫ້າມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາຫົກສິບສາມ(ໃໝ່)ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດຂົນສົ່ງທາງບົກ

ມາດຕາຫົກສິບສາມ(ໃໝ່)ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດຂົນ ສົ່ງທາງບົກ ຫ້າມຜູ້ດໍາເນີນທຸລະກິດຂົນສົ່ງທາງບົກມີພຶດຕິກໍາດັ່ງນີ້: ໜຶ່ງໃຫ້ເຊົ່າໂອນທະບຽນວິສາຫະກິດຂອງຕົນໃຫ້ແກ່ຜູ້ອື່ນ ຫຼືນໍາໃຊ້ທະບຽນຂອງຜູ້ອື່ນ. ສອງດໍາເນີນທຸລະກິດບໍ່ຖືກຕ້ອງຕາມປະເພດທີ່ໄດ້ຮັບອະນ ຸຍາດທີ່ບໍ່ມີໃບອະນຸຍາດທີ່ມີໃບອະນຸຍາດໝົດອາຍຸ. ສາມເອົາລົດເຊົ່າໃຫ້ຜູ້ບໍ່ມີໃບຂົບຂີ່ຫຼືມີໃບຂົບຂີ່ທີ່ບໍ່ຖືກຕ້ອງ ຕາມປະເພດລົດຂັບ. ສີ່ນໍາໃຊ້ລົດທີ່ບໍ່ມີໃບຢັ້ງຢືນກວດກາເຕັກນິກບໍ່ມີໃບອະນຸຍາດ ແລ່ນລົດມີໃບອະນຸຍາດແລ່ນລົດໝົດອາຍຸ. ຫ້ານໍາໃຊ້ຍານພາຫະນະຂົນສົ່ງທີ່ຂຶ້ນປ່າຍທະບຽນຂອງຕ່າງ ປະເທດເຄື່ອນໄຫວເຮັດການຂົນສົ່ງພາຍໃນປະເທດໂດຍບໍ່ໄດ້ຮັບ ອະນຸຍາດຈາກຂະແໜງການໂຍທາທິການແລະຂົນສົ່ງ. ຫົກປະກອບເອກະສານເທັດສົມຮູ້ຮ່ວມຄິດຫຼືໃຫ້ສິນບົນແກ່ ເຈົ້າໜ້າທີ່ແລະພະນັກງານຂອງລັດເພື່ອໄດ້ຮັບອະນຸຍາດໃຫ້ດໍາ ເນີນທຸລະກິດຂົນສົ່ງທາງບົກ. ເຈັດບໍ່ໃຫ້ການຮ່ວມມືປິດບັງປອມແປງບິດເບືອນຂໍ້ມູນກ່ຽວ ກັບບັນຊີການເງິນທຸລະກິດແລະບໍລິມາດຂົນສົ່ງຕໍ່ການກວດກາຂອງ ເຈົ້າໜ້າທີ່ແລະພະນັກງານທີ່ກ່ຽວຂ້ອງ. ແປດຮັບເອົາຜູ້ຂັບລົດທີ່ບໍ່ມີໃບຂັບຂີ່ບໍ່ມີມາລະຍາດຕິດເຫຼົ້າ ຕິດຢາເສບຕິດແລະສິ່ງມຶນເມົາອື່ນ. ເກົ້າມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ..ພາກທີເຈັດການແກ້ໄຂຂໍ້ຂັດແຍ່ງ


...ມາດຕາຫົກສິບສີ່(ໃໝ່)ຮູບການແກ່ໄຂຂໍ້ຂັດແຍ່ງ

ມາດຕາຫົກສິບສີ່(ໃໝ່)ຮູບການແກ່ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍຂັດແຍ່ງອາດດໍາເນີນດ້ວຍຮູບການໃດໜຶ່ງດັ່ງ ນີ້: ໜຶ່ງການປະນີປະນອມ. ສອງການແກ້ໄຂທາງດ້ານບໍລິການ. ສາມການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ. ສີ່ການຕັດສິນຂອງສານ. ຫ້າການແກ້ໄຂທີ່ມີລັກສະນະສາກົນ.

...ມາດຕາຫົກສິບຫ້າ(ໃໝ່)ການປະນີປະນອມ

ມາດຕາຫົກສິບຫ້າ(ໃໝ່)ການປະນີປະນອມ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບການຂົນສົ່ງທາງບົກນັ້ນຄູ່ກໍ ລະນີສາມາດປຶກສາຫາລືເຈລະຈາແລະປະນີປະນອມກັນ.

...ມາດຕາຫົກສິບຫົກ(ໃໝ່)ການແກ້ໄຂທາງດ້ານບໍລິຫານ

ມາດຕາຫົກສິບຫົກ(ໃໝ່)ການແກ້ໄຂທາງດ້ານບໍລິຫານ ການກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບການຂົນສົ່ງທາງບົກນັ້ນຄູ່ ກໍລະນີມີສິດສະເໜີຕໍ່ຂະແໜງການໂຍທາທິການແລະຂົນສົ່ງທີ່ກ່ຽວ ຂ້ອງເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ. ...ມາດຕາຫົກສິບເຈັດ(ໃໝ່)ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາຫົກສິບເຈັດ(ໃໝ່)ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ໃນກໍລະນີເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດກ່ຽວກັບການ ຂົນສົ່ງທາງບົກນັ້ນຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ. ...ມາດຕາຫົກສິບແປດ(ໃໝ່)ການຕັດສິນຂອງສານ

ມາດຕາຫົກສິບແປດ(ໃໝ່)ການຕັດສິນຂອງສານ ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນກ່ຽວກັບການຂົນສົ່ງທາງບົກນັ້ນຄູ່ກໍ ລະນີຝ່າຍໃດຝ່າຍໜຶ່ງສາມາດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາ ລະນາຕັດສິນຕາມລະບຽບກົດໝາຍ. ...ມາດຕາຫົກສິບເກົ້າ(ໃໝ່)ການແກ້ໄຂທີ່ມີລັກສະນະສາກົນ

ມາດຕາຫົກສິບເກົ້າ(ໃໝ່)ການແກ້ໄຂທີ່ມີລັກສະນະສາກົນ ໃນການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການດໍາ ເນີນທຸລະກິດຂົນສົ່ງທາງບົກນັ້ນຄູ່ກໍລະນີສາມາດສະເໜີຕໍ່ອົງການແກ້ ໄຂຂໍ້ຂັດແຍ່ງພາຍໃນຕ່າງປະເທດຫຼືສາກົນຕາມການຕົກລົງກັນຫຼືໃຫ້ ປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ. ..ພາກທີແປດຄະນະກໍາມະການຂົນສົ່ງແຫ່ງຊາດ


...ມາດຕາເຈັດສິບ(ປັບປຸງ)ການສ້າງຕັ້ງຄະນະກໍາມະການຂົນສົ່ງແຫ່ງຊາດ

ມາດຕາເຈັດສິບ(ປັບປຸງ)ການສ້າງຕັ້ງຄະນະກໍາມະການຂົນ ສົ່ງແຫ່ງຊາດ ເພື່ອເຮັດໃຫ້ການຄຸ້ມຄອງແລະການສົ່ງເສີມການຂົນສົ່ງທຸກ ປະເພດຂອງສປປລາວໃຫ້ມີຄວາມສະດວກວ່ອງໄວປອດໄພເຊື່ອມ ໂຍງເຂົ້າກັບລະບົບການຂົນສົ່ງຂອງອາຊຽນພາກພື້ນແລະສາກົນນັ້ນ ລັດສ້າງຕັ້ງຄະນະກໍາມະການຂົນສົ່ງແຫ່ງຊາດຊຶ່ງເປັນການຈັດຕັ້ງທີ່ ບໍ່ປະຈໍາການມີພາລະບົດບາດປະສານງານກັນພາຍໃນແລະຕ່າງປະ ເທດໃນການຄຸ້ມຄອງວຽກງານຂົນສົ່ງທຸກປະເພດໃຫ້ມີຄວາມກ້າວ ໜ້າຂະຫຍາຍຕົວປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງ ຄົມຂອງຊາດ. ...ມາດຕາເຈັດສິບເອັດ(ໃໝ່)ໂຄງປະກອບຂອງຄະນະກໍາມະການຂົນສົ່ງແຫ່ງຊາດ

ມາດຕາເຈັດສິບເອັດ(ໃໝ່)ໂຄງປະກອບຂອງຄະນະກໍາມະການ ຂົນສົ່ງແຫ່ງຊາດ ຄະນະກໍາມະການຂົນສົ່ງແຫ່ງຊາດປະກອບດ້ວຍ: ໜຶ່ງລັດຖະມົນຕີວ່າການກະຊວງໂຍທາທິການແລະຂົນສົ່ງ ເປັນປະທານ. ສອງລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກໍາແລະ ການຄ້າເປັນຮອງປະທານ. ສາມລັດຖະມົນຕີຊ່ວຍວ່າການກະຊວງການເງິນເປັນກໍາ ມະການ. ສີ່ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາແລະປ່າໄມ້ເປັນ ກໍາມະການ. ຫ້າລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດເປັນ ກໍາມະການ. ຫົກລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະ ຫງົບເປັນກໍາມະການ. ເຈັດຫົວໜ້າຫ້ອງການຫຼືຫົວໜ້າກົມຂອງກະຊວງທີ່ກ່ຽວ ຂ້ອງເປັນກໍາມະການ. ແປດຕົວແທນຂອງພາກສ່ວນທຸລະກິດທັງພາກລັດແລະ ເອກະຊົນທີ່ກ່ຽວຂ້ອງເປັນກໍາມະການ.

ຄະນະກໍາມະການຂົນສົ່ງແຫ່ງຊາດຖືກແຕ່ງຕັ້ງໂດຍນາຍົກ ລັດຖະມົນຕີແລະມີກອງເລຂາຕັ້ງຢູ່ກະຊວງໂຍທາທິການແລະຂົນ ສົ່ງຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການຂົນສົ່ງແຫ່ງ ຊາດ.

...ມາດຕາເຈັດສິບສອງ(ໃໝ່)ສິດແລະໜ້າທີ່ຂອງຄະນະກໍາມະການຂົນສົ່ງແຫ່ງຊາດ

ມາດຕາເຈັດສິບສອງ(ໃໝ່)ສິດແລະໜ້າທີ່ຂອງຄະນະກໍາມະການ ຂົນສົ່ງແຫ່ງຊາດ ຄະນະກໍາມະການຂົນສົ່ງແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: ໜຶ່ງສຶກສາຄົ້ນຄວ້ານະໂຍບາຍແຜນຍຸດທະສາດລະບຽບກົດ ໝາຍກ່ຽວກັບວຽກງານຂົນສົ່ງ. ສອງສ້າງແຜນການເຄື່ອນໄຫວຂອງຕົນໃນແຕ່ລະໄລຍະ ແລະປະສານງານກັບພາກສ່ວນອື່ນກ່ຽວກັບວຽກງານຂົນສົ່ງ. ສາມຊຸກຍູ້ສົ່ງເສີມການຂົນສົ່ງທຸກປະເພດໃຫ້ມີການຂະ ຫຍາຍຕົວການນໍາໃຊ້ວິທະຍາສາດເຕັກນິກແລະເຕັກໂນໂລຊີທີ່ທັນ ສະໄໝແນໃສ່ເຮັດໃຫ້ການຂົນສົ່ງພາຍໃນປະເທດແລະລະຫວ່າງ ປະເທດສະດວກວ່ອງໄວປອດໄພມີປະສິດທິຜົນແລະບໍ່ມີຜົນປະທົບ ຕໍ່ສິ່ງແວດລ້ອມ. ສີ່ຄົ້ນຄ້ວາກໍານົດຕາໜ່າງເສັ້ນທາງຂົນສົ່ງໂຄງສ້າງລາ ຄາຂົນສົ່ງທຸກຮູບແບບເພື່ອນໍາສະເໜີລັດຖະບານພິຈາລະນາ. ຫ້າປະກອບຄໍາເຫັນຕໍ່ມາດຕະຖານເຕັກນິກຂອງຍານພາ ຫະນະຂົນສົ່ງຕາມການສະເໜີຂອງພາກສ່ວນຂົນສົ່ງທີ່ກ່ຽວຂ້ອງ. ຫົກຄົ້ນຄ້ວາການນໍາໃຊ້ເອກະສານຂົນສົ່ງໃຫ້ເປັນເອກະ ພາບແລະສາມາດເຊື່ອມໂຍງກັບລະບົບເອກະສານຂົນສົ່ງສາກົນ. ເຈັດຄົ້ນຄ້ວາວິທີການປະສານສົມທົບຕິດຕາມແລະແກ້ໄຂ ບັນຫາຕ່າງໆທີ່ເປັນອຸປະສັນໃຫ້ແກ່ການຂົນສົ່ງ. ແປດພົວພັນແລະຮ່ວມມືກັບຕ່າງປະເທດພາກພື້ນແລະສາ ກົນກ່ຽວກັບວຽກງານຂົນສົ່ງຕາມການມອບໝາຍ. ເກົ້າປະເມີນຜົນສະຫຼຸບແລະລາຍງານການຈັດຕັ້ງປະຕິບັດ ວຽກງານຂົນສົ່ງຕໍ່ກະຊວງໂຍທາທິການແລະຂົນສົ່ງແລະລັດຖະ ບານຢ່າງເປັນປົກກະຕິ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍຫຼືການ ມອບຂອງຂັ້ນເທິງ. ..ພາກທີເກົ້າການຄຸ້ມຄອງແລະການກວດກາວຽກງານຂົນສົ່ງທາງບົກ


...ໝວດທີໜຶ່ງການຄຸ້ມຄອງວຽກງານຂົນສົ່ງທາງບົກ


....ມາດຕາເຈັດສິບສາມ(ປັບປຸງ)ອົງການຄຸ້ມຄອງວຽກງານຂົນສົ່ງທາງບົກ

ມາດຕາເຈັດສິບສາມ(ປັບປຸງ)ອົງການຄຸ້ມຄອງວຽກງານຂົນ ສົ່ງທາງບົກ ລັດຖະບານເປັນຜູ້ຄຸ້ມຄອງວຽກງານຂົນສົ່ງທາງບົກຢ່າງ ລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ ກະຊວງໂຍທາທິການແລະຂົນສົ່ງເປັນຜູ້ຮັບຜິດຊອບໂດຍກົງແລະປະ ສານສົມທົບກັບບັນດາກະຊວງຫຼືອົງການອື່ນແລະອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານຂົນສົ່ງທາງບົກປະກອບດ້ວຍ: ໜຶ່ງກະຊວງໂຍທາທິການແລະຂົນສົ່ງ. ສອງພະແນກໂຍທາທິການແລະຂົນສົ່ງແຂວງ,ນະຄອນ. ສາມຫ້ອງການໂຍທາທິການແລະຂົນສົ່ງເມືອງ,ເທດສະບານ. ສີ່ອັງການປົກຄອງບ້ານ. ....ມາດຕາເຈັດສິບສີ່(ປັບປຸງ)ສິດແລະໜ້າທີ່ຂອງກະຊວງໂຍທາທິການແລະຂົນສົ່ງ

ມາດຕາເຈັດສິບສີ່(ປັບປຸງ)ສິດແລະໜ້າທີ່ຂອງກະຊວງໂຍທາທິ ການແລະຂົນສົ່ງ ໃນການຄຸ້ມຄອງວຽກງານຂົນສົ່ງທາງບົກກະຊວງໂຍທາທິ ການແລະຂົນສົ່ງມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້ານະໂຍບາຍແຜນຍຸດທະສາດແຜນແມ່ບົດແລະ ລະບຽບກົດໝາຍກ່ຽວກັບວຽກງານຂົນສົ່ງທາງບົກເພື່ອສະເໜີລັດ ຖະບານພິຈາລະນາ. ສອງຜັນຂະຫຍາຍນະໂຍບາຍແຜນຍຸດທະສາດມະຕິຂອງລັດ ຖະບານກ່ຽວກັບວຽກງານຂົນສ່ົງທາງບົກມາເປັນແຜນງານແຜນ ການແລະໂຄງການ. ສາມໂຄສະນາເຜີຍແຜ່ນະໂຍບາຍແຜນຍຸດທະສາດແຜນ ແມ່ບົດແລະລະບຽບກົດໝາຍກ່ຽວກັບວຽກງານຂົນສົ່ງທາງບົກ. ສີ່ຊີ້ນໍາຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍແຜນ ຍຸດທະສາດແຜນແມ່ບົດລະບຽບກົດໝາຍແຜນການລົງທຶນແລະ ແຜນການພັດທະນາການຂົນສົ່ງ. ຫ້າອໍານວຍຄວາມສະດວກໃຫ້ແກ່ຄະນະກໍາມະການຂົນສົ່ງ ແຫ່ງຊາດກ່ຽວກັບການເຄື່ອນໄຫວວຽກງານຂົນສົ່ງໂດຍສະເພາະ ຕອບສະໜອງງົບປະມານຍານພາຫະນະແລະອຸປະກອນຮັບໃຊ້ທີ່ຈໍາ ເປັນ. ຫົກກໍານົດຄຸ້ມຄອງສະຖານີລົດຂົນສົ່ງຂະໜາດໃຫຍ່ສາຍ ທາງຂົນສົ່ງໂດຍສາຍແລະຄຸ້ມຄອງວິສາຫະກິດຂົນສົ່ງລະຫວ່າງ ແຂວງແລະຂ້າມແດນ. ເຈັດຄຸ້ມຄອງຍານພາຫະນະຂົນສົ່ງທາງບົກຂອງວິສາຫະກິດ ຂົນສົ່ງທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວຢູ່ຕາມເສັ້ນທາງ ໃນສປປລາວ. ແປດຄົ້ນຄວ້າລາຄາຂົນສົ່ງຄ່າທໍານຽມແລະຄ່າບໍລິການ ຕ່າງໆກ່ຽວກັບການຂົນສົ່ງທາງບົກເພື່ອນໍາສະເໜີລັດຖະບານພິ ຈາລະນາໃນແຕ່ລະໄລຍະ. ເກົ້າຄົ້ນຄວ້າແລະຂຸດຄົ້ນແຫຼ່ງລາຍຮັບວິຊາການກ່ຽວກັບ ການຂົນສົ່ງທາງບົກ. ສິບຄົ້ນຄວ້າປະກອບຄໍາເຫັນກ່ຽວກັບການລົງທຶນການຂະ ຫຍາຍການໂຈະແລະການຍົກເລີກກິດຈະການກ່ຽວກັບການຂົນສົ່ງ ທາງບົກ. ສິບເອັດຄົ້ນຄ້ວາແກ້ໄຂຂໍ້ຂັດແຍ່ງກ່ຽວກັບການຂົນສົ່ງທາງ ບົກ. ສິບສອງຄົ້ນຄວ້າອອກໃບອະນຸຍາດແລ່ນລົດລະຫວ່າງ ແຂວງລະຫວ່າງປະເທດ. ສິບສາມປັບປຸງການຈັດຕັ້ງທີ່ຂຶ້ນກັບຕົ້ນສ້າງບໍາລຸງຍົກລະ ດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານທາງດ້ານການຂົນ ສົ່ງທາງບົກ. ສິບສີ່ຄຸ້ມຄອງສະຖິຕິການຂົນສົ່ງທາງບົກໃນຂອບເຂດທົ່ວ ປະເທດ. ສິບຫ້າປະສານສົມທົບກັບຂະແໜງການອື່ນແລະອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງກັບວຽກງານຂົນສົ່ງທາງບົກ. ສິບຫົກພົວພັນແລະຮ່ວມມືກັບຕ່າງປະເທດພາກພື້ນແລະ ສາກົນກ່ຽວກັບວຽກງານຂົນສົ່ງທາງບົກ. ສິບເຈັດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານ ຂົນສົ່ງທາງບົກໃຫ້ລັດຖະບານຢ່າງເປັນປົກກະຕິ. ສິບແປດປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ. ....ມາດຕາເຈັດສິບຫ້າ(ປັບປຸງ)ສິດແລະໜ້າທີ່ຂອງພະແນກໂຍທາທິການແລະຂົນສົ່ງແຂວງນະຄອນ

ມາດຕາເຈັດສິບຫ້າ(ປັບປຸງ)ສິດແລະໜ້າທີ່ຂອງພະແນກໂຍທາທິ ການແລະຂົນສົ່ງແຂວງນະຄອນ ໃນການຄຸ້ມຄອງວຽກງານຂົນສົ່ງທາງບົກພະແນກໂຍທາທ ິການແລະຂົນສົ່ງແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຜັນຂະຫຍາຍນະໂຍບາຍແຜນຍຸດທະສາດແລະແຜນພັດ ທະນາກ່ຽວກັບວຽກງານຂົນສົ່ງທາງບົກຊີ້ນໍາການຈັດຕັ້ງປະຕິບັດ ບັນດາກົດໝາຍດໍາລັດມະຕິຄໍາສັ່ງກົດລະບຽບແລະມາດຕະຖານ ເຕັກນິກຂອງຍານພາຫະນະໂຄງສ້າງລາຄາຫົວໜ່ວຍທີ່ກະຊວງ ໂຍທາທິການແລະຂົນສົ່ງວາງອອກພ້ອມທັງໂຄສະນາເຜີຍແຜ່ຢູ່ ພາຍໃນແຂວງນະຄອນຂອງຕົນ. ສອງຄຸ້ມຄອງບັນຊີລົດຂົນສົ່ງສະຖານີຕິດຕັ້ງນໍ້າໜັກບັນດາ ກິດຈະການກ່ຽວກັບການຂົນສົ່ງທາງບົກທີ່ໄດ້ກໍານົດໄວ້ໃນມາດ ຕາຊາວຂອງກົດໝາຍສະບັບນີ້ແລະສະມາຄົມຜູ້ຂົນສົ່ງທາງບົກ ພາຍໃນແຂວງນະຄອນຂອງຕົນ. ສາມຄຸ້ມຄອງຕິດຕາມມາດຕະຖານເຕັກນິກລົດຂົນສົ່ງອອກ ປຶ້ມຕິດຕາມການແລ່ນລົດໃບອະນຸຍາດແລ່ນລົດຂົນສົ່ງທາງບົກໃນ ຂອບເຂດແຂວງນະຄອນຂອງຕົນ. ສີ່ກໍານົດທີ່ຕັ້ງຄຸ້ມຄອງສະຖານີລົດຂົນສົ່ງຂະໜາດກາງສາຍ ທາງຈໍານວນຖ້ຽວຕາຕະລາງເວລາປ່ອຍລົດໂດຍສານປະຈໍາທາງ ແລະຄຸ້ມຄອງວິສາຫະກິດຂົນສົ່ງທີ່ຕັ້ງຢູ່ພາຍໃນແຂວງນະຄອນຂອງ ຕົນ. ຫ້າສ້າງບົດສະເໜີໂຄງການເພື່ອຄົ້ນຄວ້າຊອກແຫ່ງທຶນ ພາຍໃນແລະຕ່າງປະເທດມາພັດທະນາວຽກງານຂົນສົ່ງພາຍໃນ ແຂວງນະຄອນຂອງຕົນ. ຫົກຄຸ້ມຄອງຕິດຕາມການດໍາເນີນທຸລະກິດຂົນສົ່ງທາງບົກ ພ້ອມທັງປະກອບຄໍາເຫັນກ່ຽວກັບການລົງທຶນການຂະຫຍາຍການ ໂຈະລະການຍົກເລີກການດໍາເນີນທຸລະກິດຂົນສົ່ງທາງບົກຢູ່ພາຍ ໃນແຂວງນະຄອນຂອງຕົນ. ເຈັດຄົ້ນຄວ້າອອກໃບອະນຸຍາດແລ່ນລົດພາຍໃນແຂວງນະ ຄອນ. ແປດສໍາຫຼວດເກັບກໍາຂໍ້ມູນສະຖິຕິກ່ຽວກັບວຽກງານຂົນສົ່ງ ທາງບົກໃນທ້ອງຖິ່ນຂອງຕົນ. ເກົ້າອໍານວຍຄວາມສະດວກແລະແກ້ໄຂຂໍ້ຂັດແຍ່ງທີ່ເກີດ ຂຶ້ນກ່ຽວກັບການຂົນສົ່ງທາງບົກຕາມຄວາມຮັບຜິດຊອບຂອງຕົນ. ສິບພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານ ຂົນສົ່ງທາງບົກຕາມການມອບໝາຍຂອງຂັ້ນເທິງ. ສິບເອັດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານ ຂົນສົ່ງທາງບົກພາຍໃນແຂວງນະຄອນຂອງຕົນໃຫ້ກະຊວງໂຍທາ ທິການແລະຂົນສົ່ງຂະແໜງການອື່ນທີ່ກ່ຽວຂ້ອງແລະອົງການປົກ ຄອງແຂວງນະຄອນຢ່າງເປັນປົກກະຕິ. ສິບສອງປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍແລະການມອບໝາຍຂອງຂັ້ນເທິງ.

....ມາດຕາເຈັດສິບຫົກ(ປັບປຸງ)ສິດແລະໜ້າທີ່ຂອງຫ້ອງການໂຍທາທິການແລະຂົນສົ່ງເມືອງເທດສະບານ

ມາດຕາເຈັດສິບຫົກ(ປັບປຸງ)ສິດແລະໜ້າທີ່ຂອງຫ້ອງການໂຍທາທິ ການແລະຂົນສົ່ງເມືອງເທດສະບານ ໃນການຄຸ້ມຄອງວຽກງານຂົນສົ່ງທາງບົກຫ້ອງການໂຍທາ ທິການແລະຂົນສົ່ງເມືອງເທດສະບານມີສິດແລະໜ້າທີ່ດັ່ງນີ້: ໜຶ່ງເຜີຍແຜ່ກົດໝາຍມະຕິຄໍາສັ່ງມາດຕະຖານເຕັກນິກແລະ ລາຄາຫົວໜ່ວຍພ້ອມທັງຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຂົນສົ່ງໃນແຕ່ລະໄລຍະໃນຂອບເຂດເມືອງເທດສະບານຂອງຕົນ. ສອງຄຸ້ມຄອງອອກໃບອະນຸຍາດແລ່ນລົດພາຍໃນເມືອງເທດ ສະບານຂອງຕົນ. ສາມຄຸ້ມຄອງຕິດຕາມແລະອໍານວຍຄວາມສະດວກໃຫ້ແກ່ຜູ້ ດໍາເນີນທຸລະກິດຂົນສົ່ງທາງບົກພາຍໃນເມືອງເທດສະບານຂອງ ຕົນ. ສີ່ຄຸ້ມຄອງສະຖານີລົດຂົນສົ່ງຂະໜາດນ້ອຍ. ຫ້າປະສານສົມທົບກັບພາຍສ່ວນທີ່ກ່ຽວຂ້ອງໃນການຄຸ້ມ ຄອງການຂົນສົ່ງແລະແກ້ໄຂຂໍ້ຂັດແຍ່ງກ່ຽວກັບການຂົນສົ່ງທາງ ບົກທີ່ເກີດຂຶ້ນຢູ່ພາຍໃນຂອບເຂດເມືອງເທດສະບານຕາມຄວາມຮັບ ຜິດຊອບຂອງຕົນ. ຫົກສ້າງບົດສະເໜີໂຄງການເພື່ອຄົນຄວ້າຊອກແຫ່ງທຶນ ມາພັດທະນາວຽກງານຂົນສົ່ງພາຍໃນເມືອງເທດສະບານຂອງຕົນ. ເຈັດຊີ້ນໍາຕິດຕາມອົງການປົກຄອງບ້ານກ່ຽວກັບວຽກງານ ຂົນສົ່ງທາງບົກ. ແປດສໍາຫຼວດເກັບກໍາຂໍ້ມູນສະຖິຕິກ່ຽວກັບວຽກງານຂົນສົ່ງ ທາງບົກໃນຂອບເຂດເມືອງເທດສະບານຂອງຕົນ. ເກົ້າສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານຂົນ ສົ່ງທາງບົກພາຍໃນເມືອງເທດສະບານຂອງຕົນໃຫ້ພະແນກໂຍທາ ທິການແລະຂົນສົ່ງຂະແໜງການອື່ນທີ່ກ່ຽວຂ້ອງແລະອົງການປົກ ຄອງເມືອງເທດສະບານຢ່າງເປັນປົກກະຕິ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍແລະການມອບໝາຍຂອງຂັ້ນເທິງ. ....ມາດຕາເຈັດສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງອົງການປົກຄອງບ້ານ

ມາດຕາເຈັດສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງວຽກງານຂົນສົ່ງທາງບົກອົງການປົກຄອງ ບ້ານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງເຜີຍແຜ່ແລະຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບ ວຽກງານຂົນສົ່ງທາງບົກແລະຄໍາແນະນໍາຂອງຂະແໜງການໂຍທາ ທິການແລະຂົນສົ່ງແລະຂະແໜງການອື່ນກ່ຽວກັບວຽກງານຂົນສົ່ງ ທາງບົກໃນຂອບເຂດບ້ານຂອງຕົນ. ສອງປຸກລະດົມປະຊາຊົນມີສ່ວນຮ່ວມອອກຄໍາຄິດຄໍາເຫັນແລະ ປະກອບສ່ວນເຂົ້າໃນວຽກງານຂົນສົ່ງທາງບົກໃນຂອບເຂດບ້ານຂອງ ຕົນ. ສາມເກັບກໍາຂໍ້ມູນສະຖິຕິກ່ຽວກັບວຽກງານຂົນສົ່ງທາງບົກ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ສີ່ສະຫຼຸບລາຍງານການເຄື່ອນໄຫວວຽກງານຂົນສົ່ງທາງບົກ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຕໍ່ຫ້ອງການໂຍທາທິການ ແລະຂົນສົ່ງອົງການປົກຄອງເມືອງເທດສະບານຢ່າງເປັນປົກກະຕິ. ...ໝວດທີສອງການກວດກາວຽກງານຂົນສົ່ງທາງບົກ


....ມາດຕາເຈັດສິບແປດ(ໃໝ່)ອົງການກວດກາວຽກງານຂົນສົ່ງທາງບົກ

ມາດຕາເຈັດສິບແປດ(ໃໝ່)ອົງການກວດກາວຽກງານຂົນສົ່ງ ທາງບົກ ອົງການກວດກາວຽກງານຂົນສົ່ງທາງບົກມີສອງປະເພດດັ່ງ ນີ້: ໜຶ່ງອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງ ການຄຸ້ມຄອງວຽກງານຂົນສົ່ງທາງບົກຕາມທີ່ໄດ້ກໍານົດໄວ້ໃນມາດ ຕາເຈັດສິບສາມຂອງກົດໝາຍສະບັບນີ້. ສອງອົງການກວດກາພາຍນອກ. ສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ. ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດກາລັດ. ອົງການກວດສອບແຫ່ງລັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ. ແນວລາວສ້າງຊາດອົງການຈັດຕັ້ງມະຫາຊົນປະຊາຊົນແລະ ສື່ມວນຊົນ.

ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດໜ້າ ທີ່ຂອງອົງການຄຸ້ມຄອງແລະກວດກາວຽກງານຂົນສົ່ງທາງບົກເພື່ອ ໃຫ້ມີຄວາມເຂັ້ມແຂງໂປ່ງໃສ່ຍຸດຕິທໍາແລະມີປະສິດທິຜົນ. ....ມາດຕາເຈັດສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງອົງການກວດກາວຽກງານຂົນສົ່ງທາງບົກ

ມາດຕາເຈັດສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງອົງການກວດກາວຽກ ງານຂົນສົ່ງທາງບົກ ອົງການກວດກາວຽກງານຂົນສົ່ງທາງບົກມີສິດແລະໜ້າທີ່ປະ ຕິບັດຕາມເນື້ອໃນແລະຮູບການທີ່ໄດ້ກໍານົດໄວ້ໃນມາດຕາແປດສິບ ແລະແປດສິບເອັດຂອງກົດໝາຍສະບັບນີ້. ....ມາດຕາແປດສິບ(ໃໝ່)ເນື້ອໃນການກວດກາວຽກງານຂົນສົ່ງທາງບົກ

ມາດຕາແປດສິບ(ໃໝ່)ເນື້ອໃນການກວດກາວຽກງານຂົນສົ່ງ ທາງບົກ ການກວດກາວຽກງານຂົນສົ່ງທາງບົກມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງກວດກາການຈັດຕັ້ງປະຕິບັດນະໂຍບາຍແຜນຍຸດທະສາດ ລະບຽບກົດໝາຍແຜນການລົງທຶນການພັດທະນາແລະການບູລະນະ ຮັກສາພື້ນຖານໂຄງລ່າງແລະສິ່ງອໍານວຍຄວາມສະດວກກ່ຽວກັບ ວຽກງານຂົນສົ່ງທາງບົກ. ສອງກວດກາການເຄື່ອນໄຫວຂອງຜູ້ດໍາເນີນການຂົນສົ່ງທາງ ບົກແລະສະມາຄົມຜູ້ຂົນສົ່ງທາງບົກ. ສາມກວດກາການນໍາໃຊ້ມາດຕະຖານເຕັກນິກຂອງຍານພາ ຫະນະອຸປະກອນທຸກປະເພດທີ່ຮັບໃຊ້ໃຫ້ແກ່ການຂົນສົ່ງທາງບົກ. ສີ່ກວດກາຜົນກະທົບຕໍ່ສິ່ງແວດລ້ອມເນື່ອງຈາກການເຄື່ອນ ໄຫວວຽກງານຂົນສົ່ງທາງບົກ. ....ມາດຕາແປດສິບເອັດ(ໃໝ່)ຮູບການການກວດກາວຽກງານຂົນສົ່ງທາງບົກ

ມາດຕາແປດສິບເອັດ(ໃໝ່)ຮູບການການກວດກາວຽກງານຂົນ ສົ່ງທາງບົກ ການກວດກາວຽກງານຂົນສົ່ງທາງບົກມີສາມຮູບການດັ່ງນີ້: ໜຶ່ງການກວດກາຢ່າງເປັນປົກກະຕິຊຶ່ງແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນ ແນ່ນອນ. ສອງການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນ ການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງ ໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ສາມການກວດກາແບບກະທັນຫັນຊຶ່ງແມ່ນການກວດກາໂດຍ ຮີບດ່ວນບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

ໃນການດໍາເນີນການກວດກາການຂົນສົ່ງທາງບົກນັ້ນຕ້ອງ ປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ. ..ພາກທີສິບນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາແປດສິບສອງ(ໃໝ່)ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາແປດສິບສອງ(ໃໝ່)ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານໃນການປະຕິບັດ ລະບຽບກົດໝາຍກ່ຽວກັບວຽກງານຂົນສົ່ງທາງບົກເປັນຕົ້ນດໍາເນີນ ການຂົນສົ່ງທາງບົກຢ່າງມີຄຸນນະພາບຮັບປະກັນຄວາມປອດໄພ ຄວາມສະດວກຄວາມໂປ່ງໃສຄວາມເປັນລະບຽບຮຽບຮ້ອຍປົກປັກ ຮັກສາສິ່ງແວດລ້ອມໄດ້ດີປະຕິບັດລາຄາຂົນສົ່ງຕາມລະບຽບການ ຢ່າງເຂັ້ມງວດຈະໄດ້ຮັບການຍ້ອງຍໍແລະການປະຕິບັດນະໂຍບາຍ ອື່ນຕາມລະບຽບການ.

...ມາດຕາແປດສິບສາມ(ໃໝ່)ມາດຕະການຕໍ່ຜູ້ລະເມີດ

ມາດຕາແປດສິບສາມ(ໃໝ່)ມາດຕະການຕໍ່ຜູ້ລະເມີດ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນສົ່ງທາງບົກເປັນຕົ້ນຂໍ້ຫ້າມຈະຖືກສຶກສາອົບຮົມ ລົງວິໄນປັບໃໝໃຊ້ແທນຄ່າເສຍຫາຍພາງແພ່ງຫຼືລົງໂທດຕາມກົດ ໝາຍແລ້ວແຕ່ກໍລະນີເບົາຫຼືໜັກ. ...ມາດຕາແປດສິບສີ່(ໃໝ່)ມາດຕະການສຶກສາອົບຮົມ

ມາດຕາແປດສິບສີ່(ໃໝ່)ມາດຕະການສຶກສາອົບຮົມ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນສົ່ງທາງບົກເປັນຕົ້ນຂໍ້ຫ້າມທີ່ມີຄວາມເສຍຫາຍ ເລັກໜ້ອຍແລະບໍ່ເປັນການກະທໍາຜິດທາງອາຍາຈະຖືກສຶກສາອົບຮົມ ກ່າວເຕືອນ. ...ມາດຕາແປດສິບຫ້າ(ໃໝ່)ມາດຕະການທາງວິໄນ

ມາດຕາແປດສິບຫ້າ(ໃໝ່)ມາດຕະການທາງວິໄນ ເຈົ້າໜ້າທີ່ຫຼືພະນັກງານຄຸ້ມຄອງວຽກງານຂົນສົ່ງທາງບົກທີ່ ໄດ້ລະເມີດລະບຽບກົດໝາຍກ່ຽວກັບວຽກງານຂົນສົ່ງທາງບົກເປັນ ຕົ້ນຂໍ້ຫ້າມທີ່ບໍ່ເປັນການກະທໍາຜິດທາງອາຍາກໍ່ຄວາມເສຍຫາຍບໍ່ຫຼວງ ຫຼາຍແລະບໍ່ຈິງໃຈລາຍງານການກະທໍາຜິດຫຼົບຫຼີກຈາກຄວາມຜິດ ຂອງຕົນຈະຖືກປະຕິບັດຕາມລະບຽບການເຊັ່ນກ່າວເຕືອນຄວາມຜິດ ໂຈະການເລື່ອນຊັ້ນຫຼືຖືກໄລ່ອອກຈາກລັດຖະບານໂດຍບໍ່ໄດ້ຮັບນະ ໂຍບາຍໃດໆ. ...ມາດຕາແປດສິບຫົກ(ໃໝ່)ມາດຕະການປັບໃໝ

ມາດຕາແປດສິບຫົກ(ໃໝ່)ມາດຕະການປັບໃໝ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນສົ່ງທາງບົກຊຶ່ງໄດ້ກໍ່ຄວາມເສຍຫາຍແຕ່ບໍ່ມີອົງ ປະກອບຂອງການກະທໍາຜິດທາງອາຍາຈະຖືກປັບໃໝໃນກໍລະນີດັ່ງນີ້: ໜຶ່ງດໍາເນີນທຸລະກິດກ່ຽວກັບການຂົນສົ່ງທາງບົກໂດຍບໍ່ໄດ້ຮັບ ອະນຸຍາດຫຼືບໍ່ຖືກຕ້ອງຕາມປະເພດທີ່ໄດ້ຮັບອະນຸຍາດຫຼືທີ່ມີໃບອະນຸ ຍາດໝົດອາຍຸ. ສອງໃຫ້ເຊົ່າຫຼືໂອນທະບຽນວິສາຫະກິດຂອງຕົນໃຫ້ຜູ້ອື່ນ. ສາມບັນຈຸຫຼືບັນທຸກສິນຄ້າບໍ່ຖືກຕ້ອງຕາມລະບຽບການ. ສີ່ຄ່ຽນຖ່າຍສິນຄ້າບໍ່ຖືກສະຖານທີ່ຫຼືເວລາທີ່ກໍານົດ. ຫ້ານໍາໃຊ້ຍານພາຫະນະນທີ່ບໍ່ມີໃບທະບຽນຖືກຕ້ອງຫຼືບໍ່ໄດ້ ມາດຕະຖານເຕັກນິກ. ຫົກນໍາໃຊ້ໃບອະນຸຍາດຂອງຜູ້ອື່ນຫຼືເອົາໃບອະນຸຍາດຂອງຕົນ ໃຫ້ຜູ້ອື່ນນໍາໃຊ້ເພື່ອດໍາເນີນທຸລະກິດກ່ຽວກັບການຂົນສົ່ງທາງບົກ. ອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການສະເພາະ. ...ມາດຕາແປດສິບເຈັດ(ໃໝ່)ມາດຕະການທາງແພ່ງ

ມາດຕາແປດສິບເຈັດ(ໃໝ່)ມາດຕະການທາງແພ່ງ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຂົນສົ່ງທາງບົກຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຊັບສິນ ຂອງຜູ້ອື່ນຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາແປດສິບແປດ(ໃໝ່)ມາດຕະການທາງອາຍາ

ມາດຕາແປດສິບແປດ(ໃໝ່)ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບວຽກງານຂົນສົ່ງ ທາງບົກຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍອາຍາ. ..ພາກທີສິບເອັດບົດບັນຍັດສຸດທ້າຍ


...ມາດຕາແປດສິບເກົ້າການຈັດຕັ້ງປະຕິບັດ

ມາດຕາແປດສິບເກົ້າການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດມາຍສະ ບັບນີ້.

...ມາດຕາເກົ້າສິບຜົນສັກສິດ

ມາດຕາເກົ້າສິບຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນ ໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການຂົນສົ່ງ ທາງບົກສະບັບເລກທີສູນສາມຂີດເກົ້າເຈັດທັບສພຊລົງວັນທີສິບສອງ ເມສາໜຶ່ງພັນເກົ້າລ້ອຍເກົ້າສິບເຈັດ. ຂໍ້ກໍານົດບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້