ກົດໝາຍວ່າດ້ວຍການກໍ່ສ້າງ 26-11-2009

From Wikisource
Jump to navigation Jump to search

.ການກໍ່ສ້າງ 26-11-2009


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍວ່າດ້ວຍການກໍ່ສ້າງກໍານົດຫຼັກການລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງການອະນຸຍາດການຄວບຄຸມ ການຕິດຕາມກວດກາການດໍາເນີນກິດຈະການກໍ່ສ້າງທຸກປະເພດແລະ ທຸກລັກສະນະເພື່ອຮັບປະກັນໃຫ້ສິ່ງກໍ່ສ້າງມີຄຸນນະພາບຄວາມປອດໄພ ການປະຫຍັດຄວາມສະດວກສະບາຍຄວາມໂປ່ງໃສແລະສອດຄ່ອງກັບ ຜັງເມືອງແຜນພັດທະນາເສດຖະກິດສັງຄົມຖືກຕ້ອງຕາມລະບຽບກົດ ໝາຍແນ່ໃສ່ສົ່ງເສີມການພັດທະນາການກໍ່ສ້າງໂດຍນໍາໃຊ້ເຕັກນິກ ເຕັກໂນໂລຊີທີ່ທັນສະໄໝເທົ່າທຽມກັບມາດຕະຖານສາກົນປະສົມປະ ສານລະຫວ່າງການນໍາໃຊ້ພູມປັນຍາວັດສະດຸກໍ່ສ້າງພາຍໃນແລະຕ່າງ ປະເທດຮັກສາເອກະລັກຂອງຊາດປົກປັກຮັກສາທັດສະນີຍະພາບ ຄວາມສວຍສົດງົດງາມຂອງຕົວເມືອງປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດສັງຄົມແຫ່ງຊາດ. ...ມາດຕາສອງການກໍ່ສ້າງ

ມາດຕາສອງການກໍ່ສ້າງ ການກໍ່ສ້າງແມ່ນຂະບວນການຈັດຕັ້ງປະຕິບັດບັນດາກິດຈະ ການປຸກສ້າງການສ້າງແລະການສ້ອມແປງໂດຍເລີ່ມຈາກການສຶກ ສາຄວາມເປັນໄປໄດ້ການສໍາຫຼວດອອກແບບໂຄງການກໍ່ສ້າງການ ປະກອບແລະການຕິດຕັ້ງຈົນກ້າວໄປເຖິງການສໍາເລັດສິ່ງກໍ່ສ້າງ. ...ມາດຕາສາມການອະທິບາຍຄໍາສັບ

ມາດຕາສາມການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍ ດັ່ງນີ້: ໜຶ່ງການດໍາເນີນກິດຈະການກໍ່ສ້າງໝາຍເຖິງການກໍານົດ ໂຄງການລົງທຶນການດໍາເນີນການຈັດຕັ້ງປະຕິບັດບັນດາວຽກງານ ກໍ່ສ້າງແລະການກໍານົດແຜນຜັງລວມເຊັ່ນການສໍາຫຼວດການອອກ ແບບການກໍ່ສ້າງການສ້ອມແປງການບູລະນະການປະຕິສັງຂອນ ການຂະຫຍາຍການດັດແປງການຕໍ່ເຕີມການທັບມ້າງການຄຸ້ມຄອງ ກວດກາແລະຄວບຄຸມການກໍ່ສ້າງ. ສອງໂຄງການກໍ່ສ້າງໝາຍເຖິງກິດຈະກໍາເພື່ອຈັດຕັ້ງປະຕ ິບັດການກໍ່ສ້າງປະເພດຕ່າງໆໂດຍມີຂອບເຂດເປົ້າໝາຍແລະ ເງື່ອນໄຂສະເພາະມີການກໍານົດຄວາມຮັບຜິດຊອບມີແຮງງານຫຼື ບໍລິສັດກໍ່ສ້າງມີງົບປະມານມີແຜນດໍາເນີນງານມີການກໍານົດເວລາ ເລີ່ມຕົ້ນແລະສິ້ນສຸດ. ສາມສິ່ງກໍ່ສ້າງໝາຍເຖິງຜະລິດຕະພັນມາຈາກແຮງງານ ຄົນວັດຖຸພາຫະນະກົນຈັກແລະອຸປະກອນການກໍ່ສ້າງພ້ອມດ້ວຍ ເຄື່ອງປະກອບແລະເຄື່ອງຕິດຕັ້ງຕ່າງໆຊຶ່ງໄດ້ຕິດພັນສະໜິດແໜ້ນ ຢູ່ກັບໜ້າດິນເທິງໜ້າດິນຢູ່ໃຕ້ດິນຢູ່ໃຕ້ນໍ້າແລະຢູ່ເທິງໜ້ານໍ້າທີ່ໄດ້ກ ໍ່ສ້າງຕາມການອອກແບບຊຶ່ງນໍາໃຊ້ເປັນປະໂຫຍດຂອງສ່ວນບຸກຄົນ ເປັນລະບົບພື້ນຖານໂຄງລ່າງທາງດ້ານເຕັກນິກແລະສັງຄົມ. ສີ່ລະບົບພື້ນຖານໂຄງລ່າງທາງດ້ານເຕັກນິກໝາຍເຖິງລະ ບົບຊົນລະປະທານລະບົບການຂົນສົ່ງລະບົບການຈະລາຈອນລະບົບ ເຄືອຂ່າຍສື່ສານລະບົບສະໜອງພະລັງງານລະບົບໄຟຟ້າລະບົບ ແສງສະຫວ່າງສາທາລະນະລະບົບນໍ້າປະປາລະບົບບໍາບັດນໍ້າໂສ ໂຄກນໍ້າເປື້ອນລະບົບລະບາຍນໍ້າໃນຕົວເມືອງລະບົບເກັບມ້ຽນແລະ ກໍາຈັດຂີ້ເຫຍື້ອແລະອື່ນໆ. ຫ້າລະບົບພື້ນຖານໂຄງລ່າງທາງດ້ານສັງຄົມໝາຍເຖິງລະ ບົບພື້ນຖານໂຄງລ່າງທາງດ້ານສາທາລະນະສຸກວັດທະນະທໍາສຶກ ສາກິລາການຄ້າທີ່ພັກອາໄສການບໍລິການສາທາລະນະແລະສວນ ສາທາລະນະ. ຫົກກິດຈະການກໍ່ສ້າງພິເສດໝາຍເຖິງກິດຈະການທີ່ບໍ່ໄດ້ ຜ່ານການຈັດຕັ້ງປະຕິບັດຕາມຂັ້ນຕອນປົກກະຕິເຊັ່ນກິດຈະການສະ ເພາະຄວາມໝັ້ນຄົງຂອງຊາດກິດຈະການກໍ່ສ້າງຕາມຄໍາສັ່ງຮີບ ດ່ວນຂອງລັດຖະບານ. ເຈັດມາດຕະຖານກໍ່ສ້າງໝາຍເຖິງຂໍ້ກໍານົດຫຼືກົດລະບຽບ ທາງດ້ານເຕັກນິກກ່ຽວກັບໂຄງສ້າງແລະສິ່ນສ່ວນຕ່າງໆຂອງກິດ ຈະການກໍ່ສ້າງຊຶ່ງຂະແໜງການທີ່ກ່ຽວຂ້ອງເປັນຜູ້ກໍານົດ. ແປດເຈົ້າຂອງໂຄງການໝາຍເຖິງເຈົ້າຂອງທຶນຫຼືຜູ້ຮັບ ມອບໝາຍໃຫ້ນໍາໃຊ້ທຶນເຂົ້າໃນການດໍາເນີນກິດຈະການກໍ່ສ້າງ. ເກົ້າບໍລິສັດຮັບເໝົາກໍ່ສ້າງໝາຍເຖິງນິຕິບຸກຄົນທີ່ໄດ້ເຊັນ ສັນຍາກັບເຈົ້າຂອງໂຄງການເພື່ອກໍ່ສ້າງຫຼືສ້ອມແປງ. ສິບຜູ້ແຂ່ງຂັນປະມູນໝາຍເຖິງນິຕິບຸກຄົນທັງພາຍໃນແລະ ຕ່າງປະເທດທີ່ມີຄຸນວຸດທິຖືກຕ້ອງກັບເງື່ອນໄຂການຄັດເລືອກແລະ ການແຂ່ງຂັນປະມູນຕາມຮູບການໃດໜຶ່ງທີ່ເຈົ້າຂອງໂຄງການເປັນ ຜູ້ກໍານົດ. ສິບເອັດການອອກແບບເບື້ອງຕົ້ນໝາຍເຖິງການເກັບກໍາຂ ໍ້ມູນການອະທິບາຍແລະແຜ່ນແຕ້ມທີ່ສະແດງໃຫ້ເຫັນທິດທາງໃນ ການອອກແບບຊຶ່ງສະໜອງເງື່ອນໄຂພື້ນຖານທີ່ພຽງພໍສໍາລັດການ ກະກຽມລະດັບການລົງທຶນທັງໝົດແລະເປັນພື້ນຖານສໍາລັບຂັ້ນ ຕອນການອອກແບບຕໍ່ໄປ. ສິບສອງການອອກແບບພື້ນຖານໝາຍເຖິງການອອກແບບ ຊຶ່ງປະກອບດ້ວຍແຜນຜັງທີ່ຕັ້ງຂອງໂຄງການແຜນຜັງລວມທີ່ສະ ແດງໃຫ້ເຫັນລັກສະນະແລະລາຍລະອຽດຂອງສິ່ງປຸກສ້າງໃນຂອບ ເຂດຂອງໂຄງການກໍ່ສ້າງ. ສິບສາມການອອກແບບລະອຽດໝາຍເຖິງການອອກແບບ ກໍ່ສ້າງຄົບຊຸດຊຶ່ງປະກອບດ້ວຍແຜນຜັງສະຖາປັດຕະຍະກໍາແຜນຜັງ ວິສະວະກໍາແລະບັນດາຮູບຂະຫຍາຍໃນສ່ວນທີ່ຕ້ອງການຄວາມລະ ອຽດຊັດເຈນພ້ອມທັງແຜນຜັງການນໍາໃຊ້ວັດສະດຸກໍ່ສ້າງແລະການ ຕິດຕັ້ງອຸປະກອນຕ່າງໆ. ສິບສີ່ແຜນຜັງສະຖາປັດຕະຍະກໍາໝາຍເຖິງແຜ່ນແຕ້ມທີ່ສະ ແດງໃຫ້ເຫັນລັກສະນະຮູບຊົງຂະໜາດສັດສ່ວນວັດສະດຸລະດັບໂຄງ ສ້າງເນື້ອທີ່ແລະການນໍາໃຊ້ສິ້ນສ່ວນຕ່າງໆຂອງໂຄງການກໍ່ສ້າງ. ສິບຫ້າແຜນຜັງວິສະວະກໍາໝາຍເຖິງແຜ່ນແຕ້ມທີ່ສະແດງ ໃຫ້ເຫັນຂະໜາດຈໍານວນແລະປະລິມານຂອງໂຄງປະກອບທາງ ດ້ານເຕັກນິກຂອງໂຄງການກໍ່ສ້າງພ້ອມດ້ວຍຮູບຂະຫຍາຍທີ່ຈໍາ ເປັນ. ສິບຫົກການຄວບຄຸມການກໍ່ສ້າງໝາຍເຖິງການຕິດຕາມ ການກວດກາທາງດ້ານວິຊາການຢູ່ໃນຂະບານການກໍ່ສ້າງຢ່າງ ເປັນປົກກະຕິຂອງສະຖາປະນິກຫຼືວິສະກະກອນແນໃສ່ຮັບປະກັນໃຫ້ ສິ່ງກໍ່ສ້າງມີຄຸນນະພາບຖືກຕ້ອງຕາມການອອກແບບມາດຕະຖານ ເຕັກນິກກໍານົດເວລາແລະງົບປະມານຂອງແຕ່ລະໜ້າວຽກຢ່າງ ເຂັ້ມງວດພ້ອມທັງຕິດຕາມກວດກາຄວາມປອດໄພການປົກປັກຮັກ ສາສິ່ງແວດລ້ອມ. ສິບເຈັດການຕິດຕາມກວດກາການກໍ່ສ້າງໝາຍເຖິງການ ກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງເປັນແຕ່ລະໄລຍະນັບ ແຕ່ມື່ເລີ່ມຕົ້ນຈົນຮອດມື້ສໍາເລັດໂຄງການ. ສິບແປດການຢັ້ງຢືນຄວາມຖືກຕ້ອງຂອງໂຄງການກໍ່ສ້າງ ໝາຍເຖິງການຢັ້ງຢືນໂຄງການທີ່ໄດ້ກໍາສ້າງຖືກຕ້ອງຕາມແບບ ແຜນຜັງກໍານົດໝາຍທາງດ້ານເສດຖະກິດເຕັກນິກຂອງວັດສະດຸກໍ່ ສ້າງແລະມາດຕະຖານເຕັກກນິກກໍ່ສ້າງ. ສິບເກົ້າພື້ນທີ່ໂຄງການກໍ່ສ້າງໝາຍເຖິງຂອບເຂດພື້ນທີ່ທັງ ໝົດຂອງໂຄງການກໍ່ສ້າງລວມທັງພື້ນທີ່ທີ່ຈະຖືກສະໜອງຕາມໂຄງ ການລົງທຶນທີ່ໄດ້ຖືກຮັບຮອງເອົາແລ້ວ. ຊາວລາຄາຫົວໜ່ວຍການກໍ່ສ້າງໝາຍເຖິງຄ່າໃຊ້ຈ່າຍຕໍ່ ໜ້າວຽກງານໃດໜຶ່ງຫຼືມູນຄ່າຂອງກິດຈະການກໍ່ສ້າງປະເພດຕ່າງ ໆຊຶ່ງຄິດໄລ່ຕາມຫົວໜ່ວຍວັດແທກເຊັ່ນເປັນແມັດມົນທົນເປັນແມັດ ກ້ອນເປັນແມັດຍາວກິໂລແມັດແລະອື່ນໆ. ຊາວເອັດການປຸກສ້າງການສ້າງແລະຕິດຕັ້ງໝາຍເຖິງ ການກໍ່ສ້າງໃໝ່ລວມທັງການປະກອບອຸປະກອນຕ່າງໆເຊັ່ນສາຍ ສົ່ງແລະເຄື່ອງຈັກທີ່ພົວພັນກັບການກໍ່ສ້າງ. ຊາວສອງການສ້ອມແປງໝາຍເຖິງການປັບປຸງດັດແປງ ແກ້ໄຂສ່ວນທີ່ເປ່ເພຊຸດໂຊມຂອງສິ່ງກໍ່ສ້າງ. ຊາວສາມການຕໍ່ເຕີມໝາຍເຖິງການຂະຫຍາຍເນື້ອທີ່ແລະ ບໍລິມາດຂອງສິ່ງກໍ່ສ້າງ. ຊາວສີ່ການບູລະນະປະຕິສັງຂອນໝາຍເຖິງການສ້າງຄືນ ໃໝ່ເພືອໃຫ້ວັດຖຸຫຼືສິ່ງກໍ່ສ້າງດ້ານວັດທະນະທໍາປະຫວັດສາດທັດສະ ນີຍະພາບທໍາມະຊາດຄືນສູ່ສະພາບແລະເອກະລັກດັ້ງເດີມ. ...ມາດຕາສີ່ນະໂຍບາຍກ່ຽວກັບວຽກງານກໍ່ສ້າງ

ມາດຕາສີ່ນະໂຍບາຍກ່ຽວກັບວຽກງານກໍ່ສ້າງ ລັດສົ່ງເສີມທຸກພາກສ່ວນເສດຖະກິດທັງພາຍໃນແລະຕ່າງ ປະເທດລົງທຶນເຂົ້າໃສ່ການກໍ່ສ້າງສ້ອມແປງປົກປັກຮັກສາແລະນໍາ ໃຊ້ສິ່ງກໍ່ສ້າງຕາມລະບຽບກົດໝາຍ. ລັດຊຸກຍູ້ການກໍ່ສ້າງທຸກປະເພດໃຫ້ດໍາເນີນໄປຕາມລະບຽບ ກົດໝາຍຖືກຕ້ອງຕາມກໍານົດໝາຍເຕັກນິກມາດຕະຖານເຕັກນິກລາ ຕາຫົວໜ່ວຍການກໍ່ສ້າງຮັບປະກັນຄຸນນະພາບປະສິດທິຜົນການປະຢັດ ຄວາມປອດໄພຄວາມສວຍງາມການຮັກສາເອກະລັກຂອງຊາດແລະ ປົກປັກຮັກສາສິ່ງແວດລ້ອມທັງສົ່ງເສີມການນໍາໃຊ້ຜະລິດຕະພັນວັດສະ ດຸກໍ່ສ້າງພາຍໃນ. ລັດຊຸກຍູ້ແລະສົ່ງເສີມໃຫ້ຜູ້ດໍາເນີນທຸລະກິດກໍ່ສ້າງພາຍໃນປະ ເທດມີເງື່ອນໄຂເຂົ້າເຖິງແຫຼ່ງທຶນສ້າງຄວາມເຂັ້ມແຂງພັດທະນາສີມື ແຮງງານແລະສາມາດແຂ່ງຂັນກັບຕ່າງປະເທດເພື່ອຮັບປະກັນໃຫ້ກິດ ຈະການກໍ່ສ້າງໄດ້ຮັບການພັດທະນາແລະຂະຫຍາຍຕົວປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ. ...ມາດຕາຫ້າຫຼັກການກ່ຽວກັບວຽກງານກໍ່ສ້າງ

ມາດຕາຫ້າຫຼັກການກ່ຽວກັບວຽກງານກໍ່ສ້າງ ການດໍາເນີນກິດຈະການກໍ່ສ້າງໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: ໜຶ່ງຮັບປະກັນຄວາມສອດຄ່ອງກັບແຜນພັດທະນາເສດຖະ ກິດສັງຄົມແຫ່ງຊາດແຜນແມ່ບົດການພັດທະນາຂອງແຕ່ລະຂະ ແໜງການແຜນຜັງເມືອງແບບແຜນຜັງໂຄງການກໍ່ສ້າງກໍານົດ ໝາຍເຕັກນິກມາດຕະຖານເຕັກນິກແລະລາຄາຫົວໜ່ວຍການກໍ່ ສ້າງ. ສອງຮັບປະກັນຄຸນນະພາບຄວາມປອດໄພແລະບໍ່ສົ່ງຜົນກະ ທົບທາງລົບເກີນຂອບເຂດມາດຕະຖານທີ່ກໍານົດຕໍ່ຊີວິດການເປັນ ຢູ່ຂອງປະຊາຊົນພື້ນຖານໂຄງລ່າງທິວທັດທໍາມະຊາດສິ່ງແວດລ້ອມ ແລະບໍ່ສ້າງຄວາມລໍາຄານເກີນຂອບເຂດໃຫ້ແກ່ຜູ້ຢູ່ໃກ້ຄຽງກັບ ການກໍ່ສ້າງ. ສາມສົ່ງເສີມການພັດທະນາໄປຄຽງຄູ່ກັບການອະນຸລັກປົກ ປັກຮັກສາມໍລະດົກທາງດ້ານວັດທະນະທໍາປະຫວັດສາດແລະທໍາມະ ຊາດລວມທັງການຮັກສາເອກະລັກຂອງຊາດ. ສີ່ຮັບປະກັນຄວາມຍືນຍົງແລະຜົນຕອບແທນສູງສຸດໃຫ້ແກ່ ເສດຖະກິດສັງຄົມທັງໃຫ້ມີສິ່ງອໍານວຍຄວາມສະດວກແກ່ຜູ້ພິການ ແລະຜູ້ສູງອາຍຸເປັນຕົ້ນໃນການກໍ່ສ້າງອາຄານຖະໜົນຫົນທາງ ແລະສະຖານທີ່ສາທາລະນະອື່ນໆ. ຫ້າໃຫ້ມີສ່ວນຮ່ວມຂອງສະຖາປະນິກແລະວິສະວະກອນພາຍ ໃນໃນກິດຈະການກໍ່ສ້າງຂອງຜູ້ລົງທຶນຕ່າງປະເທດທີ່ມີຄວາມສໍາ ຄັນ. ຫົກມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດແລະ ສັງຄົມເປັນຕົ້ນສຸຂະພາບຂອງປະຊາຊົນ. ...ມາດຕາຫົກພັນທະຂອງພົນລະເມືອງກ່ຽວກັບວຽກງານກໍ່ສ້າງ

ມາດຕາຫົກພັນທະຂອງພົນລະເມືອງກ່ຽວກັບວຽກງານກໍ່ສ້າງ ພົນລະເມືອງລາວຄົນຕ່າງດ້າວຄົນຕ່າງປະເທດແລະຄົນບໍ່ມີ ສັນຊາດທີ່ອາໄສຢູ່ໃນສປປລາວລ້ວນແຕ່ມີພັນທະເຄົາລົບແລະປະຕິ ບັດຕາມລະບຽບກົດໝາຍກ່ຽວກັບການກໍ່ສ້າງ.ໃຫ້ຄໍາຄິດຄໍາເຫັນຕໍ່ ກິດຈະການກໍ່ສ້າງແລະປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງກໍ່ ສ້າງຕ່າງໆທີ່ເປັນລະບົບພື້ນຖານໂຄງລ່າງທາງດ້ານເຕັກນິກແລະ ສັງຄົມລວມທັງມໍລະດົກທາງດ້ານວັດທະນະທໍາປະຫວັດສາດແລະທໍາ ມະຊາດ. ...ມາດຕາເຈັດຂອບເຂດການນໍາໃຊ້ກົດໝາຍ

ມາດຕາເຈັດຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບທຸກກິດຈະການກໍ່ສ້າງພື້ນຖານ ໂຄງລ່າງກິດຈະການກໍ່ສ້າງສ້ອມແປງທີ່ມີມູນຄ່າສູງທີ່ເປັນຂອງສ່ວນ ບຸກຄົນຂອງການຈັດຕັ້ງລັດແລະເອກະຊົນຜູ້ຕົວເມືອງຊົນນະບົດແລະ ເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດເປັນຕົ້ນລະບົບຂົນສົ່ງ ລະບົບຊົນລະປະທານລະບົບປ້ອງກັນຕະຝັ່ງເຈື່ອນລະບົບໂທລະຄົມມະ ນາຄົມລະບົບເຄຫະສະຖານລະບົບໄຟຟ້າລະບົບການກໍ່ສ້າງກ່ຽວກັບ ການຂຸດຄົ້ນບໍ່ແຮ່ແລະກິດຈະການກໍ່ສ້າງອື່ນໆ. ກົດໝາຍສະບັບນີ້ບໍ່ນໍາໃຊ້ສໍາລັບກິດຈະການກໍ່ສ້າງພິເສດຊຶ່ງ ມີລະບຽບການຄຸ້ມຄອງສະເພາະ. ...ມາດຕາແປດການຮ່ວມມືສາກົນ

ມາດຕາແປດການຮ່ວມມືສາກົນ ລັດເປີດກວ້າງແລະສົ່ງເສີມການພົວພັນ,ຮ່ວມມືກັບອະນຸພາກ ພື້ນ,ພາກພື້ນ,ຕ່າງປະເທດແລະສາກົນກ່ຽວກັບວຽກງານກໍ່ສ້າງດ້ວຍ ການແລກປ່ຽນບົດຮຽນ,ຂໍ້ມູນ,ຂ່າວສານ,ວິທິຍາສາດ,ເຕັກນິກແລະ ເຕັກໂນໂລຊີ,ກໍ່ສ້າງ,ບໍາລຸງ,ຍົກລະດັບດ້ານວິຊາການໃຫ້ແກ່ພະນັກ ງານ,ຍາດແຍ່ງການຊ່ວຍເຫຼືອ,ການຮ່ວມມືດ້ານການລົງທຶນແລະ ເຂົ້າຮ່ວມໃນການປະຕິບັດສັນຍາ,ສົນທິສັນຍາສາກົນທີ່ສປປລາວເປັນ ພາຄີ. ..ພາກທີສອງກິດຈະການກໍ່ສ້າງ


...ໝວດທີໜຶ່ງປະເພດ,ລັກສະນະແລະຂະໜາດການກໍ່ສ້າງ


....ມາດຕາເກົ້າປະເພດການກໍ່ສ້າງ

ມາດຕາເກົ້າປະເພດການກໍ່ສ້າງ ປະເພດການກໍ່ສ້າງຈັດແບ່ງຕາມຂະແໜງການດັ່ງນີ້:

ໜຶ່ງຂະແໜງການໂຍທາທິການແລະຂົນສົ່ງ: ລະບົບຂົນສົ່ງເຊັ່ນ:ຂົວທາງ,ທາງລົດໄຟ,ທ່າເຮືອ,ອຸໂມງ, ຄອງເດີນເຮືອແລະສະໜາມບິນ. ລະບົບເຄຫະສະຖານເຊັ່ນ:ເຮືອນ,ອາຄານ,ໂຮງໝໍ,ໂຮງ ຮຽນ,ວັດ,ໂຮງຈັກ,ໂຮງງານ,ສາງນໍ້າມັນ,ທໍາສົ່ງນໍ້າມັນ,ອາຍ ແກັດ,ປໍ້ານໍ້າມັນ,ສະໜາມກິລາ,ສວນສາທາລະນະ,ສະຖານນີລົດ ຂົນສົ່ງ. ລະບົບນໍ້າປະປາແລະສຸຂາພິບານເຊັ່ນ:ສະຖານີດູດນໍ້າ, ໂຮງງານຜະລິດນໍ້າປະປາ,ທໍາສົ່ງແລະທໍ່ແຈກ,ຮ່ອງ,ທໍ່ແລະອຸ ໂມງລະບາຍນໍ້າເປື້ອນແລະນໍ້າໂສໂຄກ. ລະບົບໂທລະຄົມມະນາຄົມເຊັ່ນ:ສະຖານນີດາວທຽມ,ສະ ຖານນີຮັບສົ່ງຄວາມຖີ່ວິທະຍຸສື່ສານ. ລະບົບປ້ອງກັນຕະຝັ່ງເຈື່ອນແລະປ້ອງກັນນໍ້າຖ້ວມ.

ສອງຂະແໜງການກະສິກໍາແລະປ່າໄມ້. ລະບົບຊົນລະປະທານເຊັ່ນ:ຮ່ອງຊົນລະປະທານ,ເໝືອງ, ຝາຍ,ອ່າງເກັບນໍ້າ.

ສາມຂະແໜງການພະລັງານແລະບໍ່ແຮ່. ລະບົບໄຟຟ້າເຊັ່ນ:ເຂື່ອນໄຟຟ້າ,ໂຮງງານໄຟຟ້າ,ສະຖານ ນີຮັບແລະຈ່າຍກະແສໄຟຟ້າ,ລະບົບສາຍສົ່ງ. ລະບົບການກໍ່ສ້າງກ່ຽວກັບການຂຸດຄົ້ນບໍ່ແຮ່. ....ມາດຕາສິບລັກສະນະການກໍ່ສ້າງ

ມາດຕາສິບລັກສະນະການກໍ່ສ້າງ ລັກສະນະການກໍ່ສ້າງມີດັ່ງນີ້: ໜຶ່ງການສ້າງ,ປຸກສ້າງແລະຕິດຕັ້ງ. ສອງການສ້ອມແປງ. ສາມການຕໍ່ເຕີມ. ສີ່ການບູລະນະປະຕິສັງຂອນແລະອື່ນໆ.

....ມາດຕາສິບເອັດຂະໜາດການກໍ່ສ້າງ

ມາດຕາສິບເອັດຂະໜາດການກໍ່ສ້າງ ການກໍ່ສ້າງແຕ່ລະປະເພດແບ່ງອອກເປັນສາມຂະໜາດດັ່ງນີ້: ໜຶ່ງຂະໜາດໃຫຍ່. ສອງຂະໜາດກາງ. ສາມຂະໜາດນ້ອຍ.

ຂະແໜງການທີ່ກ່ຽວຂ້ອງເປັນຜູ້ກໍານົດຂະໜາດການກໍ່ສ້າງ ແຕ່ລະປະເພດທີ່ຕົນຄຸ້ມຄອງໂດຍອີງຕາມມູນຄ່າ,ທີ່ຕັ້ງ,ລະດັບຄວາມ ສໍາຄັນແລະເຕັກນິກຂອງໂຄງການ,ສໍາລັບການກໍ່ສ້າງໂຄງການລົງ ທຶນຂອງລັດນັ້ນໃຫ້ກໍານົດຢ່າງສອດຄ່ອງກັບກົດໝາຍວ່າດ້ວຍການ ລົງທຶນຂອງລັດ. ....ມາດຕາສິບສອງກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກແລະລາຄາຫົວໜ່ວຍການກໍ່ສ້າງ

ມາດຕາສິບສອງກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກແລະ ລາຄາຫົວໜ່ວຍການກໍ່ສ້າງ ກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກແລະລາຄາຫົວ ໜ່ວຍການກໍ່ສ້າງແມ່ນບັນທັດຖານ,ມາດຕະຖານສົມທຽບແລະຕົວ ຊີ້ວັດກ່ຽວກັບການກໍ່ສ້າງເພື່ອນໍາໃຊ້ເປັນບ່ອນອີງໃນການວາງແຜນ ງົບປະມານ,ຕິດຕາມ,ກວດກາແລະປະເມີນຜົນໂຄງການກໍ່ສ້າງ. ກະຊວງໂຍທາທິການແລະຂົນສົ່ງສົມທົບກັບຂະແໜງການ ອື່ນທີ່ກ່ຽວຂ້ອງ,ຄົ້ນຄວ້າກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກ ທົ່ວໄປແລະລາຄາຫົວໜ່ວຍການກໍ່ສ້າງເພື່ອນໍາສະເໜີລັດຖະບານ ພິຈາລະນາຮັບຮອງ.ນອກຈາກນີ້ແລ້ວຂະແໜງການທີ່ກ່ຽວຂ້ອງຍັງ ເປັນຜູ້ຄົ້ນຄວ້າແລະວາງກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກ ສະເພາະແລະລາຄາຫົວໜ່ວຍການກໍ່ສ້າງຂອງຕົນ. ....ມາດຕາສິບສາມວຽກງານກິດຈະການກໍ່ສ້າງ

ມາດຕາສິບສາມວຽກງານກິດຈະການກໍ່ສ້າງ ວຽກງານກິດຈະການກໍ່ສ້າງມີດັ່ງນີ້: ໜຶ່ງການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງ. ສອງການສໍາຫຼວດ,ອອກແບບໂຄງການກໍ່ສ້າງແລະການກໍາ ນົດການນໍາໃຊ້ວັດສະດຸກໍ່ສ້າງ. ສາມການອະນຸຍາດກໍ່ສ້າງ. ສີ່ການສະໜອງພື້ນທີ່ໂຄງການກໍ່ສ້າງ. ຫ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງ. ຫົກການຄວບຄຸມການກໍ່ສ້າງ. ເຈັດການປົກປັກຮັກສາແລະນໍາໃຊ້ສິ່ງກໍ່ສ້າງ. ...ໝວດທີສອງການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງ


....ມາດຕາສິບສີ່ການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງ

ມາດຕາສິບສີ່ການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງ ການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງແມ່ນການ ສຶກສາທາງດ້ານເສດຖະກິດ,ສັງຄົມ,ເຕັກນິກ,ເຕັກໂນໂລຊີ,ການເງິນ, ວິຊາການຫຼືແຮງງານກໍ່ສ້າງ,ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ວັດທະນະທໍາ,ສັງຄົມຊຶ່ງສະແດງໃຫ້ເຫັນປະສິດທິຜົນຂອງການລົງທຶນ ໂດຍອີງໃສ່ປະເພດ,ລັກສະນະແລະຂະໜາດການກໍ່ສ້າງ. ທຸກໂຄງການກໍ່ສ້າງຂະໜາດໃຫຍ່ແລະຂະໜາດກາງທີ່ມີເຕັກ ນິກສັບສົນ,ນໍາໃຊ້ທຶນຮອນຢ່າງຫຼວງຫຼາຍຕ້ອງມີການສຶກສາຄວາມ ເປັນໄປໄດ້ເບື້ອງຕົ້ນເສຍກ່ອນໂດຍສະເໜີໃຫ້ມີຫຼາຍທາງເລືອກ,ຫຼັງ ຈາກນັ້ນຈຶ່ງດໍາເນີນການສຶກສາລະອຽດ. ສໍາລັບກິດຈະການກໍ່ສ້າງຂະໜາດນ້ອຍທີ່ມີເຕັກນິກບໍ່ສັບສົນ ແລະມູນຄ່າບໍ່ສູງນັ້ນຂະແໜງການທີ່ກ່ຽວຂ້ອງເປັນຜູ້ກໍານົດລະບຽບ ການຄຸ້ມຄອງສະເພາະ. ....ມາດຕາສິບຫ້າບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງ

ມາດຕາສິບຫ້າບົດລາຍງານການສຶກສາຄວາມເປັນໄປໄດ້ຂອງ ໂຄງການກໍ່ສ້າງ ບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ ສ້າງແມ່ນບົດວິພາກທາງດ້ານເສດຖະກິດ,ເຕັກນິກຂອງໂຄງການ ເປັນຕົ້ນການປະເມີນໂຄງການກໍ່ສ້າງທີ່ມີປະສິດທິພາບແລະປະສິດທິ ຜົນ,ການສຶກສາເຕັກນິກ,ເຕັກໂນໂລຊີກ່ຽວກັບການກໍ່ສ້າງລວມທັງ ຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດແລະສັງຄົມ. ....ມາດຕາສິບຫົກຄາດໝາຍຂອງບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງ

ມາດຕາສິບຫົກຄາດໝາຍຂອງບົດລາຍງານການສຶກສາຄວາມເປັນ ໄປໄດ້ຂອງໂຄງການກໍ່ສ້າງ ບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ ສ້າງຕ້ອງສະແດງໃຫ້ເຫັນຄາດໝາຍດັ່ງນີ້: ໜຶ່ງຜົນປະໂຫຍດສູງສຸດແລະຜູ້ທີ່ຈະໄດ້ຮັບຜົນປະໂຫຍດຈາກ ໂຄງການກໍ່ສ້າງ. ສອງມູນຄ່າ,ອາຍຸການນໍາໃຊ້ຂອງໂຄງການກໍ່ສ້າງ. ສາມປະສິດທິຜົນເສດຖະກິດ,ເຕັກນິກ,ສິ່ງແວດລ້ອມທໍາມະ ຊາດແລະສັງຄົມ. ສີ່ມາດຕະການຫຼຸດຜ່ອນຜົນກະທົບທາງລົບຕ່າງໆຕໍ່ສິ່ງແວດ ລ້ອມທໍາມະຊາດແລະສົງຄົມ,ສຸຂະພາບຂອງປະຊາຊົນທີ່ເກີດຈາກ ໂຄງການກໍ່ສ້າງ. ຫ້າແຜນການດໍາເນີນງານແລະວິທີການຈັດຕັ້ງປະຕິບັດໂຄງ ການກໍ່ສ້າງ.

....ມາດຕາສິບເຈັດເນື້ອໃນຂອງບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງ

ມາດຕາສິບເຈັດເນື້ອໃນຂອງບົດລາຍງານການສຶກສາຄວາມ ເປັນໄປໄດ້ຂອງໂຄງການກໍ່ສ້າງ ບົດລາຍງານຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງປະ ກອບດ້ວຍເນື້ອໃນດັ່ງນີ້: ໜຶ່ງດ້ານແນວທາງນະໂຍບາຍແມ່ນສຶກສາກ່ຽວກັບແນວ ທາງນະໂຍບາຍແລະແຜນພັດທະນາເສດຖະກິດ,ສັງຄົມແຫ່ງຊາດ ທີ່ພົວພັນກັບໂຄງການກໍ່ສ້າງ. ສອງດ້ານການເງິນແລະຜົນປະໂຫຍກຂອງການລົງທຶນ ແມ່ນປະເມີນມູນຄ່າລວມຂອງໂຄງການກໍ່ສ້າງ,ຄວາມຕ້ອງການ ທາງດ້ານທຶນຮອນໃນແຕ່ລະໄລຍະ,ບັນດາແຫຼ່ງທຶນແລະປະສິດທິ ຜົນທີ່ຈະໄດ້ຮັບຈາກການລົງທຶນລວມທັງຜູ້ທີ່ຈະໄດ້ຮັບຜົນປະໂຫຍດ ທາງກົງແລະທາງອ້ອມຈາກໂຄງການກໍ່ສ້າງ. ສາມດ້ານເຕັກນິກແມ່ນສຶກສາກ່ຽວກັບຂະໜາດຂອງໂຄງ ການກໍ່ສ້າງ,ເຕັກນິກ,ເຕັກໂນໂລຊີທີ່ເໝາະສົມກັບພາວະຄວາມ ເປັນຈິງທາງດ້ານພູມສາດ,ເສດຖະກິດ,ສັງຄົມຂອງແຕ່ລະທ້ອງຖິ່ນ ໃນສະເພາະໜ້າແລະຍາວນານຕະຫຼອດເຖິງການຄຸ້ມຄອງ,ການດໍາ ເນີນງານແລະການປົກປັກຮັກສາເພື່ອເຮັດໃຫ້ໂຄງການກໍ່ສ້າງມີ ຄວາມຍືນຍົງ. ສີ່ດ້ານຊັບພະຍາກອນແມ່ນສຶກສາກ່ຽວກັບຄວາມຕ້ອງການ ທາງດ້ານວັດສະດຸ,ອຸປະກອນ,ແຮງງານ,ການຝຶກອົບຮົມບຸກຄະລາ ກອນແລະອື່ນໆ. ຫ້າດ້ານການຈັດຕັ້ງແລະການຄຸ້ມຄອງໂຄງການກໍ່ສ້າງ ແມ່ນສຶກສາກ່ຽວກັບການຈັດຕັ້ງທີ່ມີໃນປັດຈຸບັນ,ຄວາມຈໍາເປັນ ແລະປະສິດທິຜົນໃນການສ້າງຕັ້ງຄະນະຄຸ້ມຄອງໂຄງການສະເພາະ ເພື່ອປະສານງານໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງ. ຫົກວັດທະນະທໍາ,ສັງຄົມແມ່ນສຶກສາກ່ຽວກັບການຍົກຍ້າຍ ຖິ່ນຖານຂອງປະຊາຊົນ,ກຸ່ມເປົ້າໝາຍທີ່ຈະໄດ້ຮັບຜົນປະໂຫຍດ ຈາກໂຄງການກໍ່ສ້າງໂດຍສະເພາະແມ່ນການກະຈາຍລາຍໄດ້, ການສ້າງວຽກເຮດງານທໍາໃຫ້ແກ່ປະຊາຊົນລວມທັງການສຶກສາ ຜົນກະທົບຕໍ່ການຍົກຍ້າຍຖິ່ນຖານ,ການຕັ້ງພູມລໍາເນົາໃໝ່,ການ ປົກປັກຮັກສາຮີດຄອງປະເພນີ,ວັດທະນະທໍາທີ່ເປັນມູນມໍລະດົກອັນ ລໍ້າຄ່າຂອງປະຊາຊົນບັນດາເຜົ່າ. ເຈັດດ້ານສິ່ງແວດລ້ອມແມ່ນສຶກສາກ່ຽວກັບຜົນກະທົບຕໍ່ສິ່ງ ແວດລ້ອມທໍາມະຊາດແລະສັງຄົມ,ສຸຂະພາບຂອງປະຊາຊົນເຊັ່ນ:ຊີ ວະນາໆພັນ,ແຫຼ່ງນໍ້າທໍາມະຊາດ,ດິນຟ້າອາກາດແລະອື່ນໆພ້ອມ ທັງມີມາດຕະການອັນເໝາະສົມເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດ ລ້ອມດັ່ງກ່າວ. ....ມາດຕາສິບແປດການຮັບຮອງເອົາບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງ

ມາດຕາສິບແປດການຮັບຮອງເອົາບົດລາຍງານການສຶກສາຄວາມ ເປັນໄປໄດ້ຂອງໂຄງການກໍ່ສ້າງ ບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ ສ້າງຖືກຮັບຮອງເອົາໂດຍຂະແໜງການທີ່ກ່ຽວຂ້ອງຂອງລັດພາຍຫຼັງ ທີ່ໄດ້ຜ່ານການກວດກາແລະປະເມີນຜົນຕາມເນື້ອໃນທີໄດ້ກໍານົດໄວ້ ໃນມາດຕາສິບຫົກຂອງກົດໝາຍສະບັບນີ້. ສໍາລັບການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມທໍາມະ ຊາດແລະສັງຄົມຕ້ອງໄດ້ຜ່ານການຮັບຮອງຈາກຂະແໜງການຊັບພະ ຍາກອນນໍ້າແລະສິ່ງແວດລ້ອມ. ...ໝວດທີສາມການສໍາຫຼວດ,ອອກແບບໂຄງການກໍ່ສ້າງແລະການກໍານົດການນໍາໃຊ້ວັດສະດຸກໍ່ສ້າງ


....ມາດຕາສິບເກົ້າການສໍາຫຼວດ,ອອກແບບໂຄງການກໍ່ສ້າງ

ມາດຕາສິບເກົ້າການສໍາຫຼວດ,ອອກແບບໂຄງການກໍ່ສ້າງ ການສໍາຫຼວດໂຄງການກໍ່ສ້າງແມ່ນການເກັບກໍາຂໍ້ມູນລະອຽດ ຕ່າງໆທີ່ຈໍາເປັນເພື່ອສ້າງເປັນບົດວິພາກເສດຖະກິດ,ເຕັກນິກໂດຍມີ ການປະເມີນປະສິດທິຜົນທາງດ້ານເສດຖະກິດ,ສັງຄົມແລະຜົນກະທົບ ຕໍ່ສິ່ງແວດລ້ອມທໍາມະຊາດແລະສັງຄົມເພື່ອກຽມໃຫ້ແກ່ການອອກ ແບບ. ການອອກແບບໂຄງການກໍ່ສ້າງແມ່ນການສ້າງແຜນຜັງລະ ອຽດທີ່ຖືກຕ້ອງຕາມມາດຕະຖານເຕັກນິກບົນພື້ນຖານການວິໄນຂໍ້ມູນ ທີ່ໄດ້ມາຈາກການສໍາຫຼວດຊຶ່ງປະກອບດ້ວຍການສ້າງແຜນຜັງສະ ຖາປັດຕະຍະກໍາ,ວິສະວະກໍາແລະເຕັກນິກຄົບຊຸດ,ກໍານົດໝາຍເຕັກ ນິກ,ການປະເມີນມູນຄ່າແລະກໍານົດເວລາການກໍ່ສ້າງ. ທຸກໂຄງການກໍ່ສ້າງຕ້ອງມີການສໍາຫຼວດ,ອອກແບບແລະປະ ເມີນລາຄາກໍ່ສ້າງຍົກເວັ້ນໂຄງການກໍ່ສ້າງຂະໜາດນ້ອຍທີ່ມີເຕັກນິກ ບໍ່ສັບສົນແລະມູນຄ່າບໍ່ສູງໂດຍແມ່ນຂະແໜງການທີ່ກ່ຽວຂ້ອງເປັນຜູ້ ກໍານົດລະບຽບການສະເພາະ. ....ມາດຕາຊາວຂັ້ນຕອນຂອງການສໍາຫຼວດ,ອອກແບບໂຄງການກໍ່ສ້າງ

ມາດຕາຊາວຂັ້ນຕອນຂອງການສໍາຫຼວດ,ອອກແບບໂຄງການກໍ່ ສ້າງ ການສໍາຫຼວດ,ອອກແບບໂຄງການກໍ່ສ້າງໃຫ້ປະຕິບັດຕາມຂັ້ນ ຕອນດັ່ງນີ້: ໜຶ່ງສໍາຫຼວດ,ເກັບກໍາແລະວິໄຈຂໍ້ມູນ. ສອງອອກແບບເບື້ອງຕົ້ນ,ປະເມີນມູນຄ່າແບບລວມໆ. ສາມອອກແບບພື້ນຖານ. ສີ່ອອກແບບລະອຽດ,ປະເມີນມູນຄ່າໂຄງການກໍ່ສ້າງ. ຫ້າກະກຽມເອົາເອກະສານປະມູນໂຄງການກໍ່ສ້າງ. ....ມາດຕາຊາວເອັດຄາດໝາຍຂອງການສໍາຫຼວດ,ອອກແບບໂຄງການກໍ່ສ້າງ

ມາດຕາຊາວເອັດຄາດໝາຍຂອງການສໍາຫຼວດ,ອອກແບບໂຄງ ການກໍ່ສ້າງ ການສໍາຫຼວດ,ອອກແບບໂຄງການກໍ່ສ້າງຕ້ອງສະແດງໃຫ້ ເຫັນຄາດໝາຍດັ່ງນີ້: ໜຶ່ງສອດຄ່ອງກັບຈຸດປະສົງຂອງໂຄງການກໍ່ສ້າງ,ຖ້າຫາກ ເປັນໂຄງການກໍ່ສ້າງເຄຫະສະຖານຄວນມີເອກະລັກທາງດ້ານສະ ຖາປັດຕະຍະກໍາຂອງຊາດປະສົມປະສານກັບສິ່ງຍອດຍິ່ງຂອງຍຸກສະ ໄໝ,ສິ່ງແວດລ້ອມແລະທິວທັດທໍາມະຊາດ. ສອງຖືກຕ້ອງຕາມກໍານົດໝາຍເຕັກນິກແລະມາດຕະຖານ ເຕັກນິກກໍ່ສ້າງຂອງແຕ່ລະປະເພດໂຄງການກໍ່ສ້າງພ້ອມທັງສົ່ງເສີມ ການນໍາໃຊ້ວັດສະດຸກໍ່ສ້າງພາຍໃນ. ສາມຮັບປະກັນປະສິດທິຜົນທາງດ້ານເສດຖະກິດ,ວັດທະນະ ທໍາ,ສັງຄົມແລະຜົນປະໂຫຍດຂອງປະຊາຊົນ. ສີ່ຮັບປະກັນການອະນຸລັກ,ປົກປັກຮັກສາສິ່ງແວດລ້ອມທໍາມະ ຊາດແລະສົງຄົມ,ຊັບສິນສາທາລະນະ,ຄວາມປອດໄພທາງຊີວິດແລະ ຊັບສິນຂອງບຸກຄົນ. ....ມາດຕາຊາວສອງການຮັບຮອງເອົາເອກະສານການສໍາຫຼວດ,ອອກແບບໂຄງການກໍ່ສ້າງ

ມາດຕາຊາວສອງການຮັບຮອງເອົາເອກະສານການສໍາຫຼວດ,ອອກ ແບບໂຄງການກໍ່ສ້າງ ເອກະສານການສໍາຫຼວດ,ອອກແບບໂຄງການກໍ່ສ້າງປະກອບ ດ້ວຍແຜນຜັງສະຖາປັດຕະຍະກໍາ,ແຜນຜັງວິສະວະກໍາແລະເຕັກນິກ ຄົບຊຸດ,ກໍານົດໝາຍເຕັກນິກແລະວັດສະດຸກໍ່ສ້າງ,ການປະເມີນມູນຄ່າ ແລະແຜນດໍາເນີນງານກໍ່ສ້າງ. ໂຄງການກໍ່ສ້າງທີ່ໄດ້ຜ່ານການສໍາຫຼວດ,ອອກແບບແລ້ວຫາກ ເຫັນວ່າມີປະສິດທິຜົນທາງດ້ານເສດຖະກິດ,ສັງຄົມແລະບໍ່ມີຜົນປະທົບ ຕໍ່ສິ່ງແວດລ້ອມທໍາມະຊາາດແລະສັງຄົມກໍ່ຈະຖືກຮັບຮອງຈາກຂະ ແໜງການທີ່ກ່ຽວຂ້ອງຂອງລັດໂດຍອີງຕາມປະເພດ,ຂະໜາດແລະ ລະດັບຂອງໂຄງການກໍ່ສ້າງນັ້ນ. ....ມາດຕາຊາວສາມການກໍານົດການນໍາໃຊ້ວັດສະດຸກໍ່ສ້າງ

ມາດຕາຊາວສາມການກໍານົດການນໍາໃຊ້ວັດສະດຸກໍ່ສ້າງ ກະຊວງໂຍທາທິການແລະຂົນສົ່ງສໍາຫຼວດ,ຄຸ້ມຄອງແຫຼ່ງວັດ ສະດຸກໍ່ສ້າງເປັນຕົ້ນບໍ່ດິນລາເຕລິດ,ດິນດໍາ,ດິນແດງ,ຊາຍ,ຫີນແຮ່, ຫີນໜາມໜໍ່,ຫີນບາຊານ,ຫີນປູນ,ດິນແລະຫີນກໍ່ສ້າງອື່ນຕາມບ່ອນທີ່ ໄດ້ສໍາຫຼວດແລະໄດ້ຮັບອະນຸຍາດຈາກລັດຖະບານພ້ອມທັງກໍານົດ ການນໍາໃຊ້ວັດສະດຸກໍ່ສ້າງດັ່ງກ່າວລວມທັງດິນຈີ່,ດິນຂໍ,ໄມ້ແປຮູບ, ເຫຼັກເສັ້ນ,ເຫຼັກຮູບປະພັນແລະວັດສະດຸກໍ່ສ້າງອື່ນ. ອົງການວິທະຍາສາດແລະເຕັກໂນໂລຊີພິຈາລະນາຮັບຮອງ ເອົາມາດຕະຖານວັດສະດຸກໍ່ສ້າງທີ່ກະຊວງໂຍທາທິການແລະຂົນສົ່ງ ແລະຂະແໜງການທີ່ກ່ຽວຂ້ອງນໍາສະເໜີ. ກະຊວງອຸດສາຫະກໍາແລະການຄ້າຄວບຄຸມການຜະລິດແລະ ການຈໍາໜ່າຍວັດສະດຸກໍ່ສ້າງໃຫ້ໄດ້ຕາມມາດຕະຖານທີ່ອົງການວິ ທະຍາສາດແລະເຕັກໂນໂລຊີວາງອອກ. ...ໝວດທີສີ່ການອະນຸຍາດກໍ່ສ້າງ


....ມາດຕາຊາວສີ່ການຂໍອະນຸຍາດກໍ່ສ້າງ

ມາດຕາຊາວສີ່ການຂໍອະນຸຍາດກໍ່ສ້າງ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນການກໍ່ສ້າງໃນລັກ ສະນະຕ່າງໆເຊັ່ນ:ປຸກສ້າງ,ສ້າງ,ຕິດຕັ້ງ,ສ້ອມແປງ,ຕໍ່ເຕີມ,ບູລະນະ ປະຕິສັງຂອນ,ດັດແປງຫຼືທັບມ້າງຕ້ອງປະກອບເອກະສານຂໍອະນຸຍາດ ແລະຍື່ນຕໍ່ຂະແໜງການທີ່ກ່ຽວຂ້ອງຂອງລັດ. ....ມາດຕາຊາວຫ້າການອະນຸຍາດກໍ່ສ້າງ

ມາດຕາຊາວຫ້າການອະນຸຍາດກໍ່ສ້າງ ພາຍຫຼັງທີ່ໄດ້ຮັບເອກະສານຂໍອະນຸຍາດຂອງບຸກຄົນຫຼືການຈັດ ຕັ້ງແລ້ວຂະແໜງການທີ່ກ່ຽວຂ້ອງຂອງລັດຕ້ອງພິຈາລະນາຕາມລະ ບຽບການ.ຖ້າຫາກການຂໍອະນຸຍາດກໍ່ສ້າງຖືກຕ້ອງຕາມເງື່ອນໄຂ ແລ້ວຂະແໜງການດັ່ງກ່າວກໍ່ອອກໃບອະນຸຍາດກໍ່ສ້າງຕາມລັກສະນະ ການກໍ່ສ້າງທີ່ໄດ້ຮ້ອງຂໍພາຍໃນກໍານົດເວລາຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ. ....ມາດຕາຊາວຫົກເງື່ອນໄຂຂອງຜູ້ຂໍອະນຸຍາດກໍ່ສ້າງ

ມາດຕາຊາວຫົກເງື່ອນໄຂຂອງຜູ້ຂໍອະນຸຍາດກໍ່ສ້າງ ບຸກຄົນຫຼືການຈັດຕັ້ງທີ່ຂໍອະນຸຍາດກໍ່ສ້າງຕ້ອງມີເງື່ອນໄຂຄົບ ຖ້ວນດັ່ງນີ້: ໜຶ່ງປະກອບເອກະສານຂໍອະນຸຍາດກໍ່ສ້າງຢ່າງຖືກຕ້ອງ. ສອງມີເອກະສານຢັ້ງຢືນສິດນໍາໃຊ້ທີ່ດິນຫຼືເອກະສານຢັ້ງຢືນ ໃຫ້ນໍາໃຊ້ທີ່ດິນບ່ອນທີ່ຈະດໍາເນີນການກໍ່ສ້າງໂດຍສອດຄ່ອງກັບກົດ ໝາຍວ່າດ້ວຍທີ່ດິນແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. ສາມມີເອກະສານການສໍາຫຼວດ,ອອກແບບທີ່ໄດ້ຜ່ານການຮັບ ຮອງຢ່າງຖືກຕ້ອງຈາກຂະແໜງການທີ່ກ່ຽວຂ້ອງຂອງລັດຕາມທີ່ໄດ ້ກໍານົດໄວ້ໃນວັກທີສາມມາດຕາສິບເກົ້າຂອງກົດໝາຍສະບັບນີ້. ສີ່ມີໃບອະນຸຍາດຂຸດດິນຫຼືຖົມດິນບ່ອນທີ່ອະນຸຍາດກໍ່ສ້າງ. ....ມາດຕາຊາວເຈັດຄວາມຮັບຜິດຊອບຂອງເຈົ້າຂອງໂຄງການ

ມາດຕາຊາວເຈັດຄວາມຮັບຜິດຊອບຂອງເຈົ້າຂອງໂຄງການ ເຈົ້າຂອງໂຄງການມີຄວາມຮັບຜິດຊອບດັ່ງນີ້: ໜຶ່ງແຈ້ງມື້ຈະລົງມືກໍ່ສ້າງຕົວຈິງໃຫ້ຂະແໜງການອອກອະນຸ ຍາດຊາບ. ສອງຕິດປ້າຍບອກຂໍ້ມູນພື້ນຖານຂອງໂຄງການຢູ່ສະໜາມກໍ່ ສ້າງ. ສາມດໍາເນີນການກໍ່ສ້າງໃຫ້ຖືກຕ້ອງຕາມການອະນຸຍາດ. ສີ່ສະໜອງຂໍ້ມູນ,ຂ່າວສານຫຼືເອກະສານຕ່າງໆໃຫ້ອົງການຄຸ້ມ ຄອງວຽກງານກໍ່ສ້າງເພື່ອເຮັດໃຫ້ການຕິດຕາມ,ກວດກາມີປະສິດທິ ພາບໃນໄລຍະດໍາເນີນການກໍ່ສ້າງ. ຫ້າແຈ້ງໃຫ້ອົງການຄຸ້ມຄອງວຽກງານກໍ່ສ້າງພາຍຫຼັງທີ່ໄດ້ສໍາ ເລັດໂຄງການກໍ່ສ້າງເພື່ອກວດກາຄືນຕາມສັນຍາ,ແບບແຜນຜັງເຕັກ ນິກຄົບຊຸດແລະເອກະສານອື່ນທີ່ກ່ຽວຂ້ອງ. ...ໝວດທີຫ້າການສະໜຶງພື້ນທີ່ໂຄງການກໍ່ສ້າງ


....ມາດຕາຊາວແປດເງື່ອນໄຂຂອງການສະໜອງພື້ນທີ່ໂຄງການກໍ່ສ້າງ

ມາດຕາຊາວແປດເງື່ອນໄຂຂອງການສະໜອງພື້ນທີ່ໂຄງການກໍ່ ສ້າງ ການສະໜອງພື້ນທີ່ໂຄງການກໍ່ສ້າງຕ້ອງຮັບປະກັນເງື່ອນໄຂ ດັ່ງນີ້: ໜຶ່ງສ້າງແຜນການທົດແທນມູນຄ່າຄວາມເສຍຫາຍທີ່ມີຫຼັກ ຖານຂໍ້ມູນອ້າງອີງຖືກຕ້ອງ,ໜັກແໜ້ນ,ຄົບຖ້ວນແລະການປະກອບ ສ່ວນຂອງບຸກຄົນຫຼືການຈັດຕັ້ງກ່ຽວກັບການສະໜອງພື້ນທີ່ໂຄງການ ກໍ່ສ້າງກ່ອນການລົງມືກໍ່ສ້າງ. ສອງມີການທົດແທນມູນຄ່າຄວາມເສຍຫາຍ,ດໍາເນີນການຍົກ ຍ້າຍທີ່ພັກອາໄສແລະສິ່ງກີດຂວາງໃຫ້ສໍາເລັດກ່ອນແລ້ວຈຶ່ງມອບພື້ນ ທີ່ໂຄງການກໍ່ສ້າງ. ສາມກໍານົດຂອບເຂດຂອງພື່ນທີ່ທີ່ຈະສະໜອງໃຫ້ສອດຄ່ອງກັບ ແຜນຈັດສັນທີ່ດິນແຫ່ງຊາດ,ພາກ,ແຂວງແລະເມືອງ,ແຜນຜັງລວມ ຂອງໂຄງການກໍ່ສ້າງແລະໂຄງການລົງທຶນທີ່ໄດ້ຖືກຮັບຮອງເອົາ ແລ້ວ. ສີ່ກໍານົດເວລາສໍາລັບການສະໜອງພື້ນທີ່ໂຄງການກໍ່ສ້າງໃຫ້ ສອດຄ່ອງກັບຕາຕະລາງເວລາຈັດຕັ້ງປະຕິບັດໂຄງການລົງທຶນທີ່ໄດ ້ຖືກຮັບຮອງເອົາແລ້ວຫຼືຕາມການຕົກລົງຂອງຂະແໜງການທີ່ກ່ຽວ ຂ້ອງຂອງລັດ. ....ມາດຕາຊາວເກົ້າການທົດແທນຄວາມເສຍຫາຍ

ມາດຕາຊາວເກົ້າການທົດແທນຄວາມເສຍຫາຍ ການທົດແທນຄວາມເສຍຫາຍທີ່ເກີດຂຶ້ນໃນການສະໜອງພື້ນ ທີ່ໂຄງການກໍ່ສ້າງໃຫ້ປະຕິບັດດັ່ງນີ້: ໜຶ່ງຮັບປະກັນຜົນປະໂຫຍດລວມຂອງຊາດ,ຂອງບຸກຄົນຫຼືການ ຈັດຕັ້ງ. ສອງຮັບປະກັນໃຫ້ຜູ້ຖືກຍົກຍ້າຍມີທີ່ຢູ່ອາໄສແລະມີຊີວິດການ ເປັນຢູ່ບໍ່ຫຼຸດລະດັບກ່ອນການຍົກຍ້າຍ. ສາມຮັບປະກັນຄວາມຍຸຕິທໍາ,ຄວາມສະເໝີພາບ,ໂປ່ງໃສແລະ ຖືກຕ້ອງຕາມລະບຽບກົດໝາຍ. ສີ່ທົດແທນມູນຄ່າຄວາມເສຍຫາຍຕາມລະບຽບກົດໝາຍ. ....ມາດຕາສາມສິບການນໍາໃຊ້ພື້ນທີ່ໂຄງການກໍ່ສ້າງ

ມາດຕາສາມສິບການນໍາໃຊ້ພື້ນທີ່ໂຄງການກໍ່ສ້າງ ການນໍາໃຊ້ພື້ນທີ່ໂຄງການກໍ່ສ້າງຕ້ອງຮັບປະກັນຜົນປະໂຫຍດ ສ່ວນລວມເປັນກົກ,ສິດແລະຜົນປະໂຫຍດອັນຊອບທໍາຂອງບຸກຄົນຫຼື ການຈັດຕັ້ງທັງຮັບປະກັນຄວາມປອດໄພ,ການປົກປັກຮັກສາສິ່ງແວດ ລ້ອມ,ມໍລະດົກທາງດ້ານວັດທະນະທໍາ,ປະຫວັດສາດແລະທໍາມະຊາດ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ,ສັງຄົມແຫ່ງຊາດ,ແຜນ ຜັງເມືອງແລະແຜນຜັງແມ່ບົດຂອງຂະແໜງການທີ່ກ່ຽວຂ້ອງ. ...ໝວດທີຫົກການຈັດຕັ້ງປະຕິບັດໂຄງການກໍ່ສ້າງ


....ມາດຕາສາມສິບເອັດເງື່ອນໄຂກ່ອນການຈັດຕັ້ງປະຕິບັດໂຄງການກໍ່ສ້າງ

ມາດຕາສາມສິບເອັດເງື່ອນໄຂກ່ອນການຈັດຕັ້ງປະຕິບັດໂຄງ ການກໍ່ສ້າງ ກ່ອນການຈັດຕັ້ງປະຕິບັດໂຄງການກໍ່ສ້າງເຈົ້າຂອງໂຄງ ການແລະຜູ້ຮັບເໝົາຕ້ອງມີເງື່ອນໄຂຕົ້ນຕໍດັ່ງນີ້: ໜຶ່ງໄດ້ຮັບການອະນຸຍາດກໍ່ສ້າງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາຊາວສີ່ຂອງກົດໝາຍສະບັບນີ້. ສອງມີສັນຍາຮັບເໝົາກໍ່ສ້າງທຸກຂະໜາດແລະມີສັນຍາ ຄວບຄຸມສໍາລັບການກໍ່ສ້າງຂະໜາດໃຫຍ່ແລະຂະໜາດກາງຫຼືມີ ຄວາມສັບສົນທາງດ້ານເຕັກນິກໂດຍຜ່ານຮູບແບບການປະມູນທີ່ ເໝາະສົມ.ສັນຍາດັ່ງກ່າວຕ້ອງໄດ້ຮັບການຈົດທະບຽນຢ່າງຖືກ ຕ້ອງ. ສາມມີແຜນດໍາເນີນໂຄງການກໍ່ສ້າງຢ່າງລະອຽດຂອງແຕ່ ລະໜ້າວຽກ. ສີ່ມີມາດຕະການປ້ອງກັນຄວາມປອດໄພແລະການປົກປັກ ຮັກສາສິ່ງແວດລ້ອມໃນໄລຍະດໍາເນີນການກໍ່ສ້າງ. ຫ້າຕິດປ້າຍບອກບັນດາຂໍ້ມູນກ່ຽວກັບໂຄງການກໍ່ສ້າງ ເຊັ່ນ:ຊື່ໂຄງການ,ເຈົ້າຂອງໂຄງການ,ຜູ້ໃຫ້ທຶນ,ຜູ້ອອກແບບ,ເລກ ທີຂອງໃບອະນຸຍາດກໍ່ສ້າງ,ຜູ້ກໍ່ສ້າງ,ຜູ້ຄວບຄຸມການກໍ່ສ້າງ,ມູນຄ່າ ,ວັນເດືອນປີເລີ່ມຕົ້ນແລະສໍາເລັດການກໍ່ສ້າງ.

ໃນກໍລະນີທີ່ພົບວັດຖຸບູຮານອັນເປັນຮ່ອງຮອຍທາງດ້ານວັດ ທະນະທໍາແລະປະຫວັດສາດໃນເວລາດໍາເນີນໂຄງການກໍ່ສ້າງນັ້ນ ຕ້ອງແຈ້ງໃຫ້ຂະແໜງການທີ່ກ່ຽວຂ້ອງໂດຍທັນທີ. ....ມາດຕາສາມສິບສອງການປ່ຽນພື້ນທີ່ໂຄງການກໍ່ສ້າງ

ມາດຕາສາມສິບສອງການປ່ຽນພື້ນທີ່ໂຄງການກໍ່ສ້າງ ການປ່ຽນພື້ນທີ່ໂຄງການກໍ່ສ້າງຈາກບ່ອນໜຶ່ງໄປຫາອີກບ່ອນ ໜຶ່ງຕ້ອງຮັບປະກັນໃຫ້ການກໍ່ສ້າງມີຄວາມຖືກຕ້ອງແລະເໝາະສົມ ຕາມແຜນຜັງທີ່ໄດ້ຮັບຮອງເອົາແລ້ວ,ມີຄວາມສອດຄ່ອງກັບສະພາບ ແວດລ້ອມອ້ອມຂ້າງ,ຮັບປະກັນຮູບຊົງ,ລັກສະນະແລະຄຸນນະພາບ ຂອງສິ່ງກໍ່ສ້າງເດີມພ້ອມທັງຮັບປະກັນຜົນປະໂຫຍດອັນຊອບທໍາຂອງ ປະຊາຊົນ,ມີຄວາມປອດໄພແລະບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ສິ່ງແວດ ລ້ອມ.

ການປ່ຽນພື້ນທີ່ໂຄງການກໍ່ສ້າງມີຂຶ້ນໃນກໍລະນີຕົ້ນຕໍດັ່ງນີ້: ໜຶ່ງເພື່ອຕອບສະໜອງຜົນປະໂຫຍດລວມຂອງລັດ. ສອງເມື່ອສະພາບພື້ນທີ່ບໍ່ເໝາະສົມກັບໂຄງການກໍ່ສ້າງ. ເມື່ອມີການພົບພໍ້ວັດຖຸບູຮານ,ບໍ່ແຮ່ທີ່ມີຄ່າສູງໃນເວລາດໍາເນີນ ການກໍ່ສ້າງຢູ່ພື້ນທີ່ທີ່ໄດ້ຮັບການສະໜອງໃຫ້.

ການປ່ຽນພື້ນທີ່ໂຄງການກໍ່ສ້າງຕ້ອງຂໍອະນຸຍາດຈາກຂະ ແໜງການທີ່ກ່ຽວຂ້ອງທີ່ໄດ້ຮັບຮອງເອົາໂຄງການກໍ່ສ້າງນັ້ນ. ....ມາດຕາສາມສິບສາມການທັບມ້າງສິ່ງກໍ່ສ້າງ

ມາດຕາສາມສິບສາມການທັບມ້າງສິ່ງກໍ່ສ້າງ ສິ່ງກໍ່ສ້າງທີ່ຈະຖືກທັບມ້າງມີກໍລະນີດັ່ງນີ້: ໜຶ່ງສິ່ງກໍ່ສ້າງທີ່ມີການເປ່ເພແລະຊຸດໂຊມຊຶ່ງອາດມີຜົນສະ ທ້ອນທີ່ເປັນອັນຕະລາຍຕໍ່ສັງຄົມແລະສິ່ງແວດລ້ອມ. ສອງສິ່ງກໍ່ສ້າງທີ່ບໍ່ໄດ້ມາດຕະຖານ,ບໍ່ຖືກຕາມແບບແຜນຜັງ ທີ່ໄດ້ຮັບອະນຸມັດຫຼືບໍ່ຖືກຕ້ອງຕາມໃບອະນຸຍາດກໍ່ສ້າງ. ສາມສິ່ງກໍ່ສ້າງທີ່ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມລະບຽບ ກົດໝາຍແລະບໍ່ຖືກຕ້ອງຕາມແຜນຜັງເມືອງທີ່ຖືກຮັບຮອງ. ສີ່ສິ່ງກໍ່ສ້າງຊົ່ວຄາວທີ່ຮັບໃຊ້ໃນເວລາດໍາເນີນການກໍ່ສ້າງຊຶ່ງ ບໍ່ຕ້ອງການນໍາໃຊ້ເມື່ອສໍາເລັດໂຄງການກໍ່ສ້າງ.

ການທັບມ້າງສິ່ງກໍ່ສ້າງດັ່ງກ່າວແມ່ນຄວາມຮັບຜິດຊອບຂອງ ເຈົ້າຂອງໂຄງການຫຼືເຈົ້າຂອງສິ່ງກໍ່ສ້າງ.ຖ້າວ່າເຈົ້າຂອງໂຄງການ ຫຼືເຈົ້າຂອງສິ່ງກໍ່ສ້າງຫາກບໍ່ປະຕິບັດຕາມຄວາມຮັບຜິດຊອບຂອງຕົນ ແລ້ວຂະແໜງການທີ່ກ່ຽວຂ້ອງຈະທໍາການທັບມ້າງຫຼືຮື້ຖອນແລະເກັບ ມ້ຽນສິ່ງກໍ່ສ້າງດັ່ງກ່າວໂດຍໃຫ້ເຈົ້າຂອງໂຄງການຫຼືເຈົ້າຂອງສິ່ງກໍ່ ສ້າງນັ້ນຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ. ....ມາດຕາສາມສິບສີ່ການປ້ອງກັນຄວາມປອດໄພ

ມາດຕາສາມສິບສີ່ການປ້ອງກັນຄວາມປອດໄພ ການປ້ອງກັນຄວາມປອດໄພໃນກໍລະນີທົ່ວໄປໃຫ້ນໍາໃຊ້ມາດ ຕະການຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງເປັນຕົ້ນມີ ປ້າຍເຕືອນໄພ,ມີຮົ່ວອ້ອມສະໜາມກໍ່ສ້າງ,ມີເຄື່ອງປ້ອງກັນແຮງງານ ເຊັ່ນ:ໝວກກັນກະທົບ,ເກີບ,ຖົງມື,ແວ່ນຕາກັນແສງ.

ໃນເວລາດໍາເນີນການກໍ່ສ້າງໂຄງການໃດໜຶ່ງຖ້າຫາກມີເຫດ ສຸດວິໄສເກີດຂຶ້ນເຊັ່ນໄພທໍາມະຊາດຮູບແບບຕ່າງໆທີ່ກະທົບຕໍ່ການດໍາ ເນີນການກໍ່ສ້າງນັ້ນຜູ້ຮັບເໝົາຕ້ອງມີມາດຕະການປ້ອງກັນແລະແກ້ ໄຂຢ່າງທັນການດັ່ງນີ້: ໜຶ່ງສັນຍານເຕືອນໄພໃນສະໜາມກໍ່ສ້າງ. ສອງຢຸດເຊົາການກໍ່ສ້າງຊົ່ວຄາວແລ້ວນໍາໃຊ້ມາດຕະການແກ້ ໄຂທີ່ເໝາະສົມໃຫ້ທັນເວລາເພື່ອຮັບປະກັນຄວາມປອດໄພໃຫ້ແກ້ຜູ້ ອອກແຮງງານແລະປົກປັກຮັກສາຊັບສິນຂອງໂຄງການກໍ່ສ້າງ. ສາມລາຍງານເຫດການໃຫ້ເຈົ້າຂອງໂຄງການ,ເຈົ້າໜ້າທີ່ ກ່ຽວຂ້ອງ,ອົງການປົກຄອງທ້ອງຖິ່ນຢ່າງຮີບດ່ວນເພື່ອມີມາດຕະການ ແກ້ໄຂຢ່າງທັນການ. ...ໝວດທີເຈັດການຄວບຄຸມການກໍ່ສ້າງ


....ມາດຕາສາມສິບຫ້າການຄວບຄຸມການກໍ່ສ້າງ

ມາດຕາສາມສິບຫ້າການຄວບຄຸມການກໍ່ສ້າງ ການຄວບຄຸມການກໍ່ສ້າງໃຫ້ປະຕິບັດດັ່ງນີ້: ໜຶ່ງ:ຄວບຄຸມການກໍ່ສ້າງໃຫ້ຖືກຕ້ອງຕາມແບບແຜນຜັງ,ມາດ ຕະຖານເຕັກນິກ,ກໍານົດໝາຍເຕັກນິກແລະວັດສະດຸກໍ່ສ້າງທີ່ໄດ້ຮັບ ຮອງເອົາແລ້ວ. ສອງ:ດໍາເນີນຢ່າງເປັນປະຈໍາແລະຕໍ່ເນື່ອງ,ຖ້າຫາກພົບເຫັນ ຂໍ້ຜິດພາດໃນເວລາດໍາເນີນໂຄງການກໍ່ສ້າງຜູ້ຄວບຄຸມການກໍ່ສ້າງນັ້ນ ຕ້ອງແຈ້ງໃຫ້ເຈົ້າຂອງໂຄງການພ້ອມທັງມີວິທີການແລະມາດຕະ ການແກ້ໄຂຢ່າງເໝາະສົມແລະທັນການ. ສາມ:ສ້າງບົດບັນທຶກຫຼືບົດລາຍງານຜົນການຄວບຄຸມການກໍ່ ສ້າງຢ່າງຖືກຕ້ອງ,ຊັດເຈນພ້ອມທັງເກັບຮັກສາເອກະສານແລະຂໍ້ມູນ ທີ່ກ່ຽວຂ້ອງໄວ້ເປັນຢ່າງດີ.

ເຈົ້າຂອງໂຄງການຕ້ອງແຕ່ງຕັ້ງຫຼືວ່າຈ້າງບຸກຄົນຫຼືບໍລິສັດທີ່ ປຶກສາທີ່ມີຄວາມສາມາດແລະປະສົບການທີ່ເໝາະສົມກັບໜ້າວຽກ, ປະເພດ,ຂະໜາດແລະລະດັບຂອງໂຄງການເພື່ອຕິດຕາມ,ກວດກາ ແລະຄວບຄຸມການກໍ່ສ້າງ,ຍົກເວັ້ນໂຄງການກໍ່ສ້າງຂະໜາດນ້ອຍທີ່ມີ ເຕັກນິກບໍ່ສັບສົນແລະມູນຄ່າບໍ່ສູງ. ....ມາດຕາສາມສິບຫົກຢັ້ງຢືນຄວາມຖືກຕ້ອງຂອງສິ່ງກໍ່ສ້າງ.

ມາດຕາສາມສິບຫົກຢັ້ງຢືນຄວາມຖືກຕ້ອງຂອງສິ່ງກໍ່ສ້າງ. ທຸກໂຄງການກໍ່ສ້າງຕ້ອງໄດ້ຜ່ານການກວດກາຈາກອົງການ ຄຸ້ມຄອງວຍກງານກໍ່ສ້າງພາຍຫຼັງສໍາເລັດການກໍ່ສ້າງນັ້ນ.ຖ້າຫາກ ເຫັນວ່າການກໍ່ສ້າງໄດ້ຮັບການຈັດຕັ້ງປະຕິບັດຕາມການອອກແບບ, ມາດຕະຖານເຕັກນິກ,ກໍານົດໝາຍເຕັກນິກ,ວັດສະດຸກໍ່ສ້າງແລະເອກະ ສານອື່ນທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນສັນຍາຮັບເໝົາກໍ່ສ້າງ ຢ່າງຖືກຕ້ອງແລະຄົບຖ້ວນແລ້ວອົງການຄຸ້ມຄອງວຽກງານກໍ່ສ້າງກໍ່ ຈະອອກໃບຢັ້ງຢືນຄວາມຖືກຕ້ອງຂອງສິ່ງກໍ່ສ້າງໃຫ້ເຈົ້າຂອງໂຄງ ການ. ....ມາດຕາສາມສິບເຈັດການມອບຮັບໂຄງການກໍ່ສ້າງ

ມາດຕາສາມສິບເຈັດການມອບຮັບໂຄງການກໍ່ສ້າງ ພາຍຫຼັງທີ່ການກໍ່ສ້າງສໍາເລັດແລະໄດ້ມີການກວດກາຢັ່ງຢືນ ຄວາມຖືກຕ້ອງຂອງສິ່ງກໍ່ສ້າງແລ້ວຜູ້ຮັບເໝົາແລະເຈົ້າຂອງໂຄງ ການຕ້ອງເຮັດເອກະສານກ່ຽວກັບການມອບຮັບໂຄງການກໍ່ສ້າງນັ້ນ ເພື່ອນໍາໃຊ້ຢ່າງເປັນທາງການຕາມລະບຽບກົດໝາຍແລະຈັດຕັ້ງ ການມອບຮັບໂຄງການແຕ່ລະປະເພດພາຍໃນກໍານົດເວລາສູງສຸດບໍ່ ໃຫ້ເກີນສາມເດືອນ. ໄລຍະເວລາແລະມູນຄ່າຄໍ້າປະກັນໂຄງການກໍ່ສ້າງແຕ່ລະປະ ເພດໄດ້ກໍານົດໄວ້ໃນລະບຽບການສະເພາະຂອງແຕ່ລະຂະແໜງ ການ. ....ມາດຕາສາມສິບແປດສິດແລະພັນທະຂອເຈົ້າຂອງໂຄງການ

ມາດຕາສາມສິບແປດສິດແລະພັນທະຂອເຈົ້າຂອງໂຄງການ ໃນການດໍາເນີນໂຄງການກໍ່ສ້າງເຈົ້າຂອງໂຄງການມີສິດ ແລະພັນທະຕົ້ນຕໍດັ່ງນີ້: ໜຶ່ງຄັດເລືອກ,ຈັດຕັ້ງການປະມູນແລະເຊັນສັນຍາກັບບໍລິສັດ ຮັບເໝົາກໍ່ສ້າງເພື່ອດໍາເນີນການກໍ່ສ້າງແລະບໍລິສັດທີ່ປຶກສາເພື່ອ ຄວບຄຸມການກໍ່ສ້າງ. ສອງດັດແກ້ແບບແຜນຜັງໃນກໍລະນີທີ່ມີຄວາມຈໍາເປັນທາງ ດ້ານເສດຖະກິດເຕັກນິກແລະມູນຄ່າກໍ່ສ້າງໂຄງການຢ່າງສົມເຫດ ສົມຜົນ,ປະຢັດຕາມການສະເໜີຂອງບໍລິສັດຮັບເໝົາກໍ່ສ້າງຫຼືບໍລິສັດ ທີ່ປຶກສາ. ສາມຊໍາລະຄ່າກໍ່ສ້າງໃຫ້ແກ່ບໍລິສັດຮັບເໝົາກໍ່ສ້າງແລະຄ່າ ຄວບຄຸມການກໍ່ສ້າງໃຫ້ແກ່ບໍລິສັດທີ່ປຶກສາຂອງແຕ່ລະໜ້າວຽກ ໂດຍສອດຄ່ອງກັບສັນຍາທີ່ໄດ້ຕົກລົງກັນ. ສີ່ຕິດຕາມກວດກາການດໍາເນີນງານຂອງບໍລິສັດຮັບເໝົາ ກໍ່ສ້າງແລະບໍລິສັດທີ່ປຶກສາໃນດ້ານຄວາມປອດໄພແລະການປົກປັກ ຮັກສາສິ່ງແວດລ້ອມ. ຫ້າແຈ້ງແນະນໍາສັ່ງໂຈະຊົ່ວຄາວຫຼືຢຸດເຊົາໂຄງການກໍ່ ສ້າງຢ່າງຖາວອນໃນກໍລະນີທີ່ບໍລິສັດຮັບເໝົາກໍ່ສ້າງຫຼືບໍລິສັດທີ່ປຶກ ສາບໍ່ປະຕິບັດຕາມສັນຍາທີ່ໄດ້ຕົກລົງກັນແລະຕາມຄໍາແນະນໍາຂອງ ຕົນ. ຫົກເກັບມ້ຽນທຸກເອກະສານກ່ຽວກັບບົດວິພາກເສດຖະກິດ ເຕັກນິກຜົນການວິໄຈດິນວັດສະດຸກໍ່ສ້າງສິ້ນສ່ວນໂຄງສ້າງທີ່ສໍາຄັນ ແຜນຜັງການກໍ່ສ້າງທີ່ໄດ້ຖືກຮັບຮອງກ່ອນການກໍ່ສ້າງແຜນຜັງ ການກໍ່ສ້າງຕົວຈິງແລະເອກະສານອື່ນທີ່ກ່ຽວຂ້ອງ. ....ມາດຕາສາມສິບເກົ້າສິດແລະພັນທະຂອງບໍລິສັດສໍາຫຼວດອອກແບວິໄຈວັດສະດຸກໍ່ສ້າງ

ມາດຕາສາມສິບເກົ້າສິດແລະພັນທະຂອງບໍລິສັດສໍາຫຼວດອອກແບບ ວິໄຈວັດສະດຸກໍ່ສ້າງ ບໍລິສັດສໍາຫຼວດອອກແບບວິໄຈວັດສະດຸກໍ່ສ້າງມີສິດແລະພັນ ທະຕົ້ນຕໍດັ່ງນີ້: ໜຶ່ງເກັບກໍາວິໄຈຂໍ້ມູນແລະວັດສະດຸກໍ່ສ້າງທີ່ຈໍາເປັນຢ່າງຄົບ ຖ້ວນສໍາລັບແຕ່ລະປະເພດໂຄງການກໍ່ສ້າງເພື່ອເປັນພື້ນຖານໃຫ້ແກ່ ການອອກແບບ. ສອງອອກແບບແຜນຜັງອອກແບບຄິດໄລ່ໂຄງສ້າງວິສະວິກໍາ ແຕ້ມຮູບພາກສ່ວນລະອຽດຂອງໂຄງສ້າງ. ສາມກໍານົດການນໍາໃຊ້ວັດສະດຸກໍ່ສ້າງປະເມີນມູນຄ່າການກໍ່ ສ້າງແລະສ້າງແຜນດໍາເນີນງານລະອຽດ. ສີ່ພະຈາລະນາປັບປຸງຄືນແຜນຜັງທີ່ເຫັນວ່າບໍ່ເໝາະສົມຕາມ ການສະເໜີຂອງເຈົ້າຂອງໂຄງການ. ຫ້າຮັບຜິດຊອບຕໍ່ກົດໝາຍກ່ຽວກັບຜົນຂອງການສໍາຫຼວດອອກ ແບບແລະການວິໄຈວັດສະດຸກໍ່ສ້າງຂອງຕົນ. ....ມາດຕາສີ່ສິບສິດແລະໜ້າທີ່ຂອງບໍລິສັດຮັບເໝົາກໍ່ສ້າງ

ມາດຕາສີ່ສິບສິດແລະໜ້າທີ່ຂອງບໍລິສັດຮັບເໝົາກໍ່ສ້າງ ບໍລິສັດຮັບເໝົາກໍ່ສ້າງມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງສ້າງແຜນດໍາເນີນງານແຕ່ມື້ເລີ່ມຕົ້ນຮອດມື້ສໍາເລັດ ແລະສະເໜີຕໍ່ເຈົ້າຂອງໂຄງການແລະບໍລິສັດທີ່ປຶກສາເພື່ອຮັບ ຮອງເອົາ. ສອງດໍາເນີນການກໍ່ສ້າງໃຫ້ຖືກຕ້ອງຕາມແບບແຜນຜັງ, ມາດຕະຖານເຕັກນິກ,ກໍານົດໝາຍເຕັກນິກແລະວັດສະດຸກໍ່ສ້າງ ຕາມສັນຍາຮັບເໝົາກໍ່ສ້າງ. ສາມແຈ້ງໃຫ້ບໍລິສັດທີ່ປຶກສາຮູ້ລ່ວງໜ້າກ່ອນລົງມືປະຕິບັດ ໜ້າວຽກທີ່ສໍາຄັນເພື່ອຕິດຕາມ,ກວດກາຕົວຈິງ. ສີ່ຄຸ້ມຄອງສະໜາມກໍ່ສ້າງ,ປະຕິບັດລະບຽບການກ່ຽວກັບ ຄວາມປອດໄພໃຫ້ແທດເໝາະກັບປະເພດ,ຂະໜາດແລະລັກສະນະ ຂອງໂຄງການກໍ່ສ້າງ,ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ,ບໍ່ ໃຫ້ມີຜົນກະທົບຕໍ່ຜູ້ຢູ່ອ້ອມຂ້າງແລະສິ່ງກໍ່ສ້າງໃນບໍລິເວນພື້ນທີ່ກໍ່ ສ້າງ. ຫ້າສະໜອງຂໍ້ມູນແລະເອກະສານທີ່ຈໍາເປັນໃຫ້ແກ່ເຈົ້າຂອງ ໂຄງການຫຼືອົງການກວດກາວຽກງານກໍ່ສ້າງຕາມວັນເວລາທີ່ໄດ້ ຕົກລົງກັນ. ຫົກສະເໜີດັດແກ້ແບບແຜນຜັງແລະມູນຄ່າໂຄງການຢ່າງ ສົມເຫດສົມຜົນ. ເຈັດຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນຍ້ອນການ ບໍ່ປະຕິບັດສັນຍາ,ປະຕິບັດວຽກບໍ່ຖືກຕ້ອງຕາມແບບແຜນຜັງ,ມາດ ຕະຖານເຕັກນິກການກໍ່ສ້າງແລະການນໍາໃຊ້ວັດສະດຸກໍ່ສ້າງທີ່ໄດ້ ຕົກລົງກັນຫຼືຍ້ອນການປະໝາດເລີ່ນເລີ້ໃນການປະຕິບັດວຽກງານ. ແປດເກັບຮັກສາແລະມອບບົດວິພາກເສດຖະກິດເຕັກນິກຜົນ ການວິໄນແຜນຜັງການກໍ່ສ້າງຕົວຈິງເອກະສານດັດແກ້ການກໍ່ ສ້າງບົດບັນທຶກບົດລາຍງານແລະເອກະສານອື່ນທີ່ກ່ຽວຂ້ອງໃຫ້ ເຈົ້າຂອງໂຄງການ. ເກົ້າໄດ້ຮັບຄ່າກໍ່ສ້າງຕາມມູນຄ່າທີ່ໄດ້ກໍານົດໄວ້ໃນສັນຍາ ຮັບເໝົາກໍ່ສ້າງ. ....ມາດຕາສີ່ສິບເອັດສິດແລະພັນທະຂອງບໍລິສັດທີ່ປຶກສາ

ມາດຕາສີ່ສິບເອັດສິດແລະພັນທະຂອງບໍລິສັດທີ່ປຶກສາ ບໍລິສັດທີ່ປຶກສາມີສິດແລະພັນທະຕົ້ນຕໍດັ່ງນີ້: ໜຶ່ງກະກຽມເອກະສານປະມູນຮ່າງສັນຍາຮັບເໝົາກໍ່ສ້າງ ແລະເອກະສານອື່ນເພື່ອຮັບໃຊ້ໃຫ້ແກ່ການກໍ່ສ້າງ. ສອງກວດກາແຜນການຄວບຄຸມການກໍ່ສ້າງແລະແນະນໍາ ວິທີການໃຫ້ຜູ້ຮັບເໝົາປະຕິບັດຢ່າງຖືກຕ້ອງຕາມແຜນຜັງກໍານົດ ໝາຍແລະມາດຕະຖານເຕັກນິກການກໍ່ສ້າງ. ສາມຕິດຕາມກວດກາແລະສະຫຼຸບບໍລິມາດວຽກລະອຽດ ໃນແຕ່ລະໄລຍະເພື່ອຢັ້ງຢືນຄວາມຖືກຕ້ອງໃຫ້ແກ່ການຊໍາລະຄ່າ ກໍ່ສ້າງ. ສີ່ລາຍງານຄວາມຄືບໜ້າຂອງໜ້າວຽກ,ຂໍ້ສະດວກ,ຂໍ້ ຫຍຸ້ງຍາກແລະບັນຫາອື່ນຂອງໂຄງການກໍ່ສ້າງໃຫ້ເຈົ້າຂອງໂຄງ ການເປັນແຕ່ລະໄລຍະ. ຫ້າຕົກລົງຮັບຮອງດ້ານເຕັກນິກຫຼືບໍ່ຮັບຮອງເອົາໜ້າວຽກ ໃດໜຶ່ງທີ່ບໍ່ໄດ້ຕາມມາດຕະຖານເຕັກນິກແລະລາຍງານໃຫ້ເຈົ້າ ຂອງໂຄງການ. ຫົກລວບລວມບົດວິພາກເສດຖະກິດເຕັກນິກຜົນການວິໄຈ ດິນຜົນການວິໄຈວັດສະດຸກໍ່ສ້າງສິ້ນສ່ວນໂຄງສ້າງທີ່ສໍາຄັນແຜນ ຜັງກໍ່ສ້າງທີ່ໄດ້ຖືກຮັບຮອງເບື້ອງຕົ້ນແຜນຜັງກໍ່ສ້າງຕົວຈິງສັນຍາ ຮັບເໝົາກໍ່ສ້າງໃບປະເມີນລາຄາບົດບັນທຶກບົດລາວງານຄວາມ ຄືບໜ້າໃນແຕ່ລະໄລຍະນັບແຕ່ມື້ເລີ່ມຕົ້ນຈົນຮອດມື້ສໍາເລັດການກໍ່ ສ້າງແລ້ວມອບໃຫ້ເຈົ້າຂອງໂຄງການ. ເຈັດໄດ້ຮັບຄ່າຄວບຄຸມການກໍ່ສ້າງຕາມມູນຄ່າທີ່ໄດ້ກໍານົດ ໄວ້ໃນສັນຍາ. ...ໝວດທີແປດການປົກປັກຮັກສາແລະນໍາໃຊ້ສິ່ງກໍ່ສ້າງ


....ມາດຕາສີ່ສິບສອງການປົກປັກຮັກສາສິ່ງກໍ່ສ້າງ

ມາດຕາສີ່ສິບສອງການປົກປັກຮັກສາສິ່ງກໍ່ສ້າງ ບຸກຄົນຫຼືການຈັດຕັ້ງທີ່ເປັນເຈົ້າຂອງຫຼືຜູ້ຄອບຄອງສິ່ງກໍ່ສ້າງ ຕ້ອງຄຸ້ມຄອງປົກປັກຮັກສາບູລະນະສ້ອມແປງສິ່ງກໍ່ສ້າງຂອງຕົນໃຫ້ມີ ຄວາມທົນທານປອດໄພສະອາດສວຍງານແລະນໍາໃຊ້ຢ່າງຍາວນານ. ....ມາດຕາສີ່ສິບສາມການນໍາໃຊ້ສິ່ງກໍ່ສ້າງ

ມາດຕາສີ່ສິບສາມການນໍາໃຊ້ສິ່ງກໍ່ສ້າງ ບຸກຄົນຫຼືການຈັດຕັ້ງທີ່ເປັນເຈົ້າຂອງຫຼືຜູ້ຄອບຄອງສິ່ງກໍ່ສ້າງ ຕ້ອງນໍາໃຊ້ສິ່ງກໍ່ສ້າງນັ້ນໃຫ້ຖືກຕ້ອງຕາມເປົ້າໝາຍທີ່ໄດ້ຮັບອະນຸ ຍາດແລະຕ້ອງມີມາດຕະການປ້ອງກັນຄວາມປອດໄພຕໍ່ສຸຂະພາບຊ ີວິດຊັບສິນຂອງປະຊາຊົນແລະບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ. ໃນກໍລະນີທີ່ຕ້ອງການປ່ຽນເປົ້າໝາຍການນໍາໃຊ້ນັ້ນຕ້ອງຂໍ ອະນຸຍາດຈາກອົງການຄຸ້ມຄອງວຽກງານກໍ່ສ້າງທີ່ກ່ຽວຂ້ອງເສຍ ກ່ອນ. ..ພາກທີສາມທຸລະກິດກ່ຽວກັບການກໍ່ສ້າງ


...ມາດຕາສີ່ສິບສີ່ຮູບການລົງທຶນກ່ຽວກັບທຸລະກິດກໍ່ສ້າງ

ມາດຕາສີ່ສິບສີ່ຮູບການລົງທຶນກ່ຽວກັບທຸລະກິດກໍ່ສ້າງ ຮູບການລົງທຶນກ່ຽວກັບທຸລະກິດກໍ່ສ້າງປະກອບດ້ວຍວິສາຫະ ກິດສ່ວນບຸກຄົນວິສາຫະກິດຮູ້ນສ່ວນແລະບໍລິສັດຕາມທີ່ໄດ້ກໍານົດໄວ້ ໃນມາດຕາສິບຂອງກົດໝາຍວ່າດ້ວຍວິສາຫະກິດ. ...ມາດຕາສີ່ສິບຫ້າການຂໍອະນຸຍາດລົງທຶນກ່ຽວກັບທຸລະກິດກໍ່ສ້າງ

ມາດຕາສີ່ສິບຫ້າການຂໍອະນຸຍາດລົງທຶນກ່ຽວກັບທຸລະກິດກໍ່ສ້າງ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງລົງທຶນດໍາເນີນທຸລະກິດກໍ່ ສ້າງຕ້ອງຍື່ນຄໍາຮ້ອງຕໍ່ຂະແໜງການທີ່ກ່ຽວຂ້ອງເພື່ອພິຈາລະນາ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ...ມາດຕາສີ່ສິບຫົກຂະໜາດຂອງທຸລະກິດກໍ່ສ້າງ

ມາດຕາສີ່ສິບຫົກຂະໜາດຂອງທຸລະກິດກໍ່ສ້າງ ທຸລະກິດກ່ຽວກັບການກໍ່ສ້າງແບ່ງອອກເປັນສາມຂະໜາດຄື: ໜຶ່ງຂະໜາດໃຫຍ່. ສອງຂະໜາດກາງ. ສາມຂະໜາດນ້ອຍ. ທຸລະກິດກ່ຽວກັບການກໍ່ສ້າງແຕ່ລະຂະໜາດແມ່ນຂະແໜງ ການທີ່ກ່ຽວຂ້ອງເປັນຜູ້ກໍານົດ. ...ມາດຕາສີ່ສິບເຈັດປະເພດທຸລະກິດກໍ່ສ້າງ

ມາດຕາສີ່ສິບເຈັດປະເພດທຸລະກິດກໍ່ສ້າງ ທຸລະກິດກ່ຽວກັບການກໍ່ສ້າງມີສີ່ປະເພດດັ່ງນີ້: ໜຶ່ງການສໍາຫຼວດອອກແບບ. ສອງການວິໄຈວັດສະດຸກໍ່ສ້າງ. ສາມທີ່ປຶກສາ. ສີ່ການຮັບເໝົາກໍ່ສ້າງ. ແຕ່ລະປະເພດທຸລະກິດກໍ່ສ້າງອາດຈະຈັດແບ່ງອອກເປັນແຕ່ ລະດັບຕ່າງໆໂດຍອີງຕາມຂະໜາດອີງຕາມູນຄ່າອີງຕາມຄວາມຮຽກ ຮ້ອງຕ້ອງການທາງດ້ານເຕັກນິກເຕັກໂນໂລຊີວັດສະດຸກໍ່ສ້າງແລະໄລ ຍະການນໍາໃຊ້ຊຶ່ງຂະແໜງການທີ່ກ່ຽວຂ້ອງເປັນຜູ້ຄົ້ນຄວ້າແລະກໍາ ນົດລະບຽບການສະເພາະ. ..ພາກທີສີ່ສັນຍາກ່ຽວກັບການກໍ່ສ້າງ


...ມາດຕາສີ່ສິບແປດສັນຍາສໍາຫຼວດອອກແບບຄວບຄຸມການກໍ່ສ້າງ

ມາດຕາສີ່ສິບແປດສັນຍາສໍາຫຼວດອອກແບບຄວບຄຸມການກໍ່ສ້າງ ເຈົ້າຂອງໂຄງການຕ້ອງເຮັດສັນຍາສໍາຫຼວດອອກແບບຄວບ ຄຸມການກໍ່ສ້າງກັບບໍລິສັດທີ່ປຶກສາສະຖາປະນິກຫຼືວິສະວະກອນຕາມ ແຕ່ລະໜ້າວຽກຂອງໂຄງການຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນຍາເພື່ອຕິດຕາມກວດ ກາທາງດ້ານວິຊາການຢູ່ໃນຂະບວນການກໍ່ສ້າງຢ່າງເປັນປົກກະຕິ ແນໃສ່ຮັບປະກັນໃຫ້ໂຄງການກໍ່ສ້າງມີຄຸນນະພາບແລະຖືກຕ້ອງຕາມ ການອອກແບບ. ...ມາດຕາສີ່ສິບເກົ້າເນື້ອໃນຂອງສັນຍາສໍາຫຼວດອອກແບບຄວບຄຸມການກໍ່ສ້າງ

ມາດຕາສີ່ສິບເກົ້າເນື້ອໃນຂອງສັນຍາສໍາຫຼວດອອກແບບຄວບຄຸມ ການກໍ່ສ້າງ ສັນຍາສໍາຫຼວດອອກແບບຄວບຄຸມການກໍ່ສ້າງຄວບຄຸມການ ກໍ່ສ້າງ. ໜຶ່ງລາຍການໜ້າວຽກຂອງການສໍາຫຼວດອອກແບບຕິດຕາມ ກວດກາແລະຄວບຄຸມການກໍ່ສ້າງ. ສອງຄ່າໃຊ້ຈ່າຍແລະວິທີການຈ່າຍໃຫ້ແກ່ຜູ້ສໍາຫຼວດອອກ ແບບຄວບຄຸມການກໍ່ສ້າງ. ສາມໄລຍະເວລາແລະແຜນການສໍາຫຼວດອອກແບບຄວບຄຸມ ແຕ່ລະໜ້າວຽກຂອງໂຄງການກໍ່ສ້າງ. ສີ່ການລາຍງານຜົນຂອງການຕິດຕາມກວດກາແລະຄວາມ ຄຸມການກໍ່ສ້າງ. ຫ້າການປັບໃໝໃນກໍລະນີທີ່ມີການລະເມີດສັນຍາຫຼືບໍ່ປະຕິບັດ ພັນທະຂອງຕົນຕາມກໍານົດເວລາ. ຫົກການດັດແກ້ການຍົກເລີກຫຼືສິ້ນສຸດສັນຍາ. ເຈັດການແກ້ໄຂຂໍ້ຂັດແຍ່ງ. ແປດພາສາທີ່ໃຊ້ໃນສັນຍາ. ...ມາດຕາຫ້າສິບການປະມູນແລະເງື່ອນໄຂໃນການເຂົ້າປະມູນຂອງບໍລິສັດສໍາຫຼວດອອກແບບທີ່ປຶກສາການກໍ່ສ້າງ

ມາດຕາຫ້າສິບການປະມູນແລະເງື່ອນໄຂໃນການເຂົ້າປະມູນຂອງບໍ ລິສັດສໍາຫຼວດອອກແບບທີ່ປຶກສາການກໍ່ສ້າງ ການສໍາຫຼວດອອກແບບການຄັ້ດເລືອກທີ່ປຶກສາການກໍ່ສ້າງ ໂດຍທົ່ວໄປແລ້ວຕ້ອງມີການປະມູນໂດຍສອດຄ່ອງກັບກົດໝາຍວ່າ ດ້ວຍການລົງທຶນຂອງລັດໂດຍສະເພາະແມ່ນໂຄງການລົງທຶນຂອງ ລັດ. ການເຂົ້າປະມູນຂອງບໍລິສັດສໍາຫຼວດອອກແບບທີ່ປຶກສາການ ກໍ່ສ້າງຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: ໜຶ່ງສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມລະບຽບກົດໝາຍ. ສອງມີສະຖາປະນິກແລະວິສະວະກອນທີ່ມີຄວາມຮູ້,ຄວາມ ສາມາດຄຸນສົມບັດແລະມີປະສົບການໃນການສໍາຫຼວດອອກແບບ ຄວບຄຸມການກໍ່ສ້າງສົມຄູ່ກັບຂະໜາດແລະລັກສະນະຂອງແຕ່ລະປະ ເພດໂຄງການກໍ່ສ້າງ. ສາມມີຖານະການເງິນດີປະຕິບັດພັນທະດ້ານພາສີອາກອນ ຢ່າງເປັນປົກກະຕິແລະຄົບຖ້ວນ. ສີ່ມີເງື່ອນໄຂອື່ນຕາມທີ່ໄດ້ກໍານົດໄວ້ໃນເອກະສານການປະ ມູນ. ...ມາດຕາຫ້າສິບເອັດສັນຍາຮັບເໝົາກໍ່ສ້າງ

ມາດຕາຫ້າສິບເອັດສັນຍາຮັບເໝົາກໍ່ສ້າງ ພາຍຫຼັງທີ່ມີການສໍາຫຼວດອອກແບບແລ້ວກ່ອນການດໍາເນີນ ການກໍ່ສ້າງເຈົ້າຂອງໂຄງການແລະບໍລິສັດຮັບເໝົາກໍ່ສ້າງຕ້ອງເຮັດ ສັນຍາຮັບເໝົາກໍ່ສ້າງນໍາກັນຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນຍາ. ...ມາດຕາຫ້າສິບສອງເນື້ອໃນຂອງສັນຍາຮັບເໝົາກໍ່ສ້າງ

ມາດຕາຫ້າສິບສອງເນື້ອໃນຂອງສັນຍາຮັບເໝົາກໍ່ສ້າງ ສັນຍາຮັບເໝົາກໍ່ສ້າງມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງເປົ້າໝາຍລາຍການໜ້າວຍກຂອງໂຄງການກໍ່ສ້າງ. ສອງມູນຄ່າແລະວິທີການຊໍາລະຄ່າກໍ່ສ້າງ. ສາມໄລຍະເວລາແລະຕາຕະລາງດໍາເນີນໂຄງການກໍ່ສ້າງ. ສີ່ການຈັດຫາວັດສະດຸກໍ່ສ້າງ. ຫ້າການກວດກາການຮັບຮອງແລະການມອບຮັບໂຄງການກໍ່ ສ້າງ. ຫົກການປັບໃໝໃນກໍລະນີທີ່ມີການລະເມີດສັນຍາຫຼືບໍ່ປະຕິບັດ ພັນທະຂອງຕົນຕາມກໍານົດເວລາ. ເຈັດໄລຍະເວລາແລະມຸນຄ່າຄໍ້າປະກັນສິ່ງກໍ່ສ້າງຕາມລະ ບຽບກົດໝາຍ. ແປດການດັດແກ້ການຍົກເລີກຫຼືສິ້ນສຸດສັນຍາ. ເກົ້າການແກ້ໄຂຂໍ້ຂັດແຍ່ງ. ສິບພາສາທີ່ໃຊ້ໃນສັນຍາ. ສິບເອັດກໍານົດໝາຍເຕັກນິກແລະມາດຕະຖານເຕັກນິກໍ່ສ້າງ. ...ມາດຕາຫ້າສິບສອງການປະມູນແລະເງື່ອນໄຂໃນການເຂົ້າປະມູນຂອງບໍລິສັດຮັບເໝົາກໍ່ສ້າງ

ມາດຕາຫ້າສິບສອງການປະມູນແລະເງື່ອນໄຂໃນການເຂົ້າປະມູນ ຂອງບໍລິສັດຮັບເໝົາກໍ່ສ້າງ ການຮັບເໝົາກໍ່ສ້າງໂດຍທົ່ວໄປແລ້ວຕ້ອງມີການປະມູນ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍການລົງທຶນຂອງລັດໂດຍສະ ເພາະແມ່ນໂຄງການລົງທຶນຂອງລັດ. ການເຂົ້າປະມູນຂອງບໍລິສັດຮັບເໝົາກໍ່ສ້າງຕ້ອງມີເງື່ອນ ໄຂຄົບຖ້ວນດັ່ງນີ້: ໜຶ່ງສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມລະບຽບກົດໝາຍ. ສອງມີປະສົບການແລະຜົນງານຕົວຈິງທີ່ເໝາະສົມກັບປະ ເພດຂະໜາດແລະລະດັບຂອງໂຄງການກໍ່ສ້າງ. ສາມມີຖານະການເງິນດີໂດຍໄດ້ຮັບການຢັ້ງຢືນຈາກທະ ນາຄານ. ສີ່ມີສະຖາປະນິກແລະວິສະວະກອນທີ່ມີຄວາມຮູ້ຄວາມສາ ມາດຄຸນສົມບັດແລະມີປະສົບການສົມຄູ່ກັບຂະໜາດແລະລະດັບ ຂອງແຕ່ລະປະເພດໂຄງການ. ຫ້າມີພາຫະນະເຄື່ອງມືແລະອຸປະກອນກໍ່ສ້າງທີ່ມີຄຸນນະ ພາບແລະພຽງພໍ. ຫົກປະຕິບັດພັນທະດ້ານພາສີອາກອນຢ່າງເປັນປົກກະຕ ິແລະຄົບຖ້ວນ. ເຈັດມີເງື່ອນໄຂອື່ນຕາມທີ່ໄດ້ກໍານົດໄວ້ໃນເອກະສານ ການປະມູນ. ..ພາກທີຫ້າສະມາຄົມວິຊາຊີບກ່ຽວກັບການກໍ່ສ້າງ


...ມາດຕາຫ້າສິບສີ່ສະມາຄົມວິຊາຊີບກ່ຽວກັບການກໍ່ສ້າງ

ມາດຕາຫ້າສິບສີ່ສະມາຄົມວິຊາຊີບກ່ຽວກັບການກໍ່ສ້າງ ສະມາຄົມວິຊາຊີບກ່ຽວກັບການກໍ່ສ້າງແມ່ນອົງການຈັດຕັ້ງ ສັງຄົມໜຶ່ງຊຶ່ງເປັນບ່ອນເຕົ້ມໂຮມບັນດາສະຖາປະນິກວິສະວະກອນ ແລະຜູ້ດໍາເນີນທຸລະກິດກ່ຽວກັບການກໍ່ສ້າງ. ສະມາຄົມວິຊາຊີບສ້າງຕັ້ງຂຶ້ນໂດຍສອດຄ່ອງກັບລະບຽບກົດ ໝາຍ. ...ມາດຕາຫ້າສິບຫ້າທີ່ຕັ້ງແລະພາລະບົດບາດຂອງສະມາຄົມວິຊາຊີບກ່ຽວກັບການກໍ່ສ້າງ

ມາດຕາຫ້າສິບຫ້າທີ່ຕັ້ງແລະພາລະບົດບາດຂອງສະມາຄົມວິຊາຊີບ ກ່ຽວກັບການກໍ່ສ້າງ ສະມາຄົມວິຊາຊີບກ່ຽວກັບການກໍ່ສ້າງແມ່ນອົງການຈັດຕັ້ງ ສັງຄົມໜຶ່ງທີ່ຂຶ້ນກັບຂະແໜງການໂຍທາທິການແລະຂົນສົ່ງມີພາລະ ບົດບາດເຕົ້າໂຮມຄວາມສາມັກຄີສະຕິປັນຍາຂອງບັນດານັກວິຊາຊີບ ກໍ່ສ້າງແລະຜູ້ດໍາເນີນທຸລະກິດກ່ຽວກັບການກໍ່ສ້າງໃຫ້ເຄື່ອນໄຫວຢູ່ ພາຍໃຕ້ລັດຖະທໍາມະນູນລະບຽບກົດໝາຍກົດລະບຽບແລະຈັນຍາບັນ ຂອງຕົນເພື່ອປົກປ້ອງສົ່ງເສີມແລະພັດທະນາວິຊາຊີບຂອງຕົນປະກອບ ສ່ວນເຂົ້າໃນການສ້າງຄຸນປະໂຫຍດໃຫ້ແກ່ສັງຄົມແລະການສ້າງສາ ພັດທະນາປະເທດຊາດ. ...ມາດຕາຫ້າສິບຫົກສິດແລະໜ້າທີ່ຂອງສະມາຄົມວິຊາຊີບກ່ຽວກັບການກໍ່ສ້າງ

ມາດຕາຫ້າສິບຫົກສິດແລະໜ້າທີ່ຂອງສະມາຄົມວິຊາຊີບກ່ຽວກັບ ການກໍ່ສ້າງ ສະມາຄົມວິຊາຊີບກ່ຽວກັບການກໍ່ສ້າງມີສິດແລະໜ້າທີ່ຕົ້ນ ຕໍດັ່ງນີ້: ໜຶ່ງໂຄສະນາເຜີຍແຜ່ນະໂຍບາຍລະບຽບກົດໝາຍແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງລັດກ່ຽວກັບການກໍ່ສ້າງ ແລະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ. ສອງຊ່ວຍເຫຼືອກໍ່ສ້າງແລະສົ່ງເສີມສະມາຊິກຂອງຕົນໃນ ການປະຕິບັດໜ້າທີ່ວຽກງານກໍ່ຄືການປະກອບວິຊາຊີບໃຫ້ມີຄວາມ ກ້າວໜ້າແລະມີປະສິດທະຜົນ. ສາມຄຸ້ມຄອງແລະປົກປ້ອງສິດແລະຜົນປະໂຫຍດອັນຊອບ ທໍາຂອງສະມາຊິກຕົນບົນພື້ນຖານນະໂຍບາຍແລະລະບຽບກົດ ໝາຍ. ສີ່ເປັນເຈົ້າການໃນການສຶກສາແລະຄົ້ນຄວ້າເພື່ອອະນຸລັກ ສົ່ງເສີມເອກະລັກທາງດ້ານສະຖາປັດຕະຍະກໍາແລະສິ່ງກໍ່ສ້າງທີ່ ເປັນມໍລະດົກຂອງຊາດ. ຫ້ານໍາໃຊ້ວິທະຍາສາດເຕັກນິກເຕັກໂນໂລຊີການກໍ່ສ້າງທີ່ ທັນສະໄໝ. ຫົກແລກປ່ຽນບົດຮຽນປະສົບການດ້ານຕ່າງໆກ່ຽວກັບການ ກໍ່ສ້າງເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກຕົນໃຫ້ ສູງຂຶ້ນເລື້ອຍໆ. ເຈັດເພີ່ມທະວີຄວາມສາມັກຄີຄວາມເປັນເອກະພາບພາຍ ໃນບັນດານັກວິຊາຊີບກໍ່ສ້າງດ້ວຍກັນແລະພົວພັນຮ່ວມມືສະມາຄົມ ວິຊາຊີບອື່ນທັງພາຍໃນແລະຕ່າງປະເທດ. ແປດສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກ ງານຂອງຕົນໃຫ້ຂະແໜງການໂຍທາທິການແລະຂົນສົ່ງແລະຂະ ແໜງການອື່ນທີ່ກ່ຽວຂ້ອງຢ່າງເປັນປົກກະຕິ. ...ມາດຕາຫ້າສິບເຈັດສະຖາປະນິກ

ມາດຕາຫ້າສິບເຈັດສະຖາປະນິກ ສະຖາປະນິກແມ່ນນັກວິຊາການຜູ້ທີ່ມີຄວາມຮູ້ຄວາມສາມາດ ໃນການອອກແບບທາງດ້ານສະຖາປັດຕະຍະກໍາການປະດັບປະດາ ແລະການຕົກແຕ່ງ. ສະຖາປະນິກມີໜ້າທີ່ແລະພາລະບົດບາດກໍານົດແນວຄວາມ ຄິດກ່ຽວກັບຮູບແບບຮູບຊົງສັດສ່ວນໂຄງສ້າງກໍານົດໝາຍທາງດ້ານ ເສດຖະກິດເຕັກນິກແລະກໍານົດການໃຊ້ວັດສະດຸກໍ່ສ້າງການຕິດຕາມ ກວດກາຄວາມຖືກຕ້ອງຕາມແບບສະຖາປັດຕະຍະກໍາຕາມມາດຕະ ຖານເຕັກນິກແລະຊີ້ນໍາການກໍ່ສ້າງໃຫ້ປາກົດຜົນເປັນຈິງ. ...ມາດຕາຫ້າສິບແປດວິສະວະກອນກໍ່ສ້າງ

ມາດຕາຫ້າສິບແປດວິສະວະກອນກໍ່ສ້າງ ວິສະວະກອນກໍ່ສ້າງແມ່ນນັກວິຊາການຜູ້ທີ່ມີຄວາມຮູ້ຄວາມ ສາມາດທາງດ້ານວິທະຍາສາດເຕັກນິກກ່ຽວກັບການກໍ່ສ້າງ. ວິສະວະກອນກໍ່ສ້າງມີໜ້າທີ່ແລະພາລະບົດບາດໃນການວິ ເຄາະຄິດໄລ່ອອກແບບທາງດ້ານວິສະວະກໍາຊີ້ນໍາກວດກາແລະຄວບ ຄຸມຄຸນນະພາບການກໍ່ສ້າງຕາມການອອກແບບ. ..ພາກທີຫົກຂໍ້ຫ້າມ


...ມາດຕາຫ້າສິບເກົ້າຂໍ້ຫ້າມທົ່ວໄປ

ມາດຕາຫ້າສິບເກົ້າຂໍ້ຫ້າມທົ່ວໄປ ຫ້າມບຸກຄົນຫຼືການຈັດຕັ້ງມີການກະທໍາດັ່ງນີ້: ໜຶ່ງດໍາເນີນທຸລະກິດກ່ຽວກັບການກໍ່ສ້າງໂດຍບໍ່ມີໃບອະນຸ ຍາດຈາກຂະແໜງການທີ່ກ່ຽວຂ້ອງ. ສອງກໍ່ສ້າງໃນຂອບເຂດທີ່ລະບຽບກົດໝາຍບໍ່ອະນຸຍາດ ເປັນຕົ້ນເຂດຍຸດທະສາດການທະຫານ,ເຂດວັດຖຸບູຮານ,ສະຖານ ປະຫວັດສາດ,ເຂດມໍລະດົກທາງດ້ານວັດທະນະທໍາ,ເຂດປ່າສະ ຫງວນຂອບເຂດສະຫງວນຂອງທາງຫຼວງທາງລົດໄຟບຶງໜອງ ຫ້ວຍທົ່ງນາລະບົບຊົນລະປະທານເຂື່ອນພະລັງງານໄຟຟ້າຂອບ ເຂດສະໜາມບິນແລະບໍລິເວນທີ່ພັວພັນເຖິງຄວາມປອດໄພການ ບິນເຂດປ້ອງກັນຕາຝັ່ງເຈື່ອນແລະອື່ນໆ. ສາມສໍາຫຼວດອອກແບບກໍ່ສ້າງຄວບຄຸມແລະກວດກາໂຄງ ການກໍ່ສ້າງຂອງລັດແລະເອກະຊົນໂດຍຜູ້ດຽວກັນ. ສີ່ກໍ່ສ້າງສ້ອມແປງຕໍ່ເຕີມແລະດັດແກ້ແບບຢ່າງຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດບໍ່ຖືຕ້ອງແລະບໍ່ສອດຄ່ອງກັບແຜນພັດທະ ນາເສດຖະກິດສັງຄົມພື້ນຖານໂຄງລ່າງແລະຜັງເມືອງ. ຫ້າຂຸດດິນກອງດິນຫຼືຖົມດິນໂດຍບໍ່ໄດ້ຮັບອະນຸຍາດຈາກ ຂະແໜງການທີ່ກ່ຽວຂ້ອງ. ຫົກຕັດໄມ້ນ້ອຍເອົາມາເປັນໄມ້ຄໍ້າແບບໂດຍບໍ່ໄດ້ຮັບອະ ນຸຍາດ. ເຈັດຂົນສົ່ງວັດສະດຸກໍ່ສ້າງເປັນຕົ້ນດິນຫີນແຮ່ຫີນພູແລະ ຊາຍທີ່ສ້າງຄວາມເປິເປື້ອນໃສ່ໜ້າທາງສະຖານທີ່ສາທາລະນະ ຫຼືສະຖານທີ່ຂອງຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການ ທີ່ກ່ຽວຂ້ອງ. ແປດຂັດຂວາງບໍ່ອໍານວຍຄວາມສະດວກຫຼືບໍ່ໃຫ້ການຮ່ວມ ມືໂດຍບໍ່ມີເຫດຜົນພຽງພໍແກ່ການດໍາເນີນການກໍ່ສ້າງ. ເກົ້າສົມຮູ້ຮ່ວມຄິດໃຫ້ຫຼືຮັບສິນບົນໃນການດໍາເນີນການກໍ່ ສ້າງ. ສິບມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາຫົກສິບຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ

ມາດຕາຫົກສິບຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວ ຂ້ອງ ຫ້າມພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງມີການກະທໍາດັ່ງ ນີ້: ໜຶ່ງດໍາເນີນທຸລະກິດເປັນທີ່ປຶກສາຫຼືເປັນພະນັກງານວິຊາການ ໃຫ້ບໍລິສັດຮັບເໝົາໂຄງການກໍ່ສ້າງທີ່ພົວພັນກັບຄວາມຮັບຜິດຊອບ ຂອງຕົນ. ສອງເປີດເຜີຍຂໍ້ມູນກ່ຽວກັບການປະມູນ. ສາມຮັບສິນບົນກ່ຽວກັບການກໍ່ສ້າງເພື່ອຜົນປະໂຫຍດສ່ວນ ຕົວແລະໝູ່ຄູ່. ສີ່ເມີນເສີຍຕໍ່ຄວາມຮັບຜິດຊອບຂອງຕົນກົດໜ່ວງຖ່ວງດຶງ ເອກະສານກ່ຽວກັບການກໍ່ສ້າງຫຼືປຸກສ້າງແລະເມີນເສີຍຕໍ່ການກະ ທໍາທີ່ບໍ່ຖືກຕ້ອງຂອງຜູ້ຮັບເໝົາ. ຫ້າອອກໃບອະນຸຍາດກໍ່ສ້າງໂຮງແຮມຫຼືຮ້ານກິນດື່ມແລະບັນ ເທີງຢູ່ຕິດກັບວັດໂຮງໝໍແລະໂຮງຮຽນ. ຫົກມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາຫົກສິບເອັດຂໍ້ຫ້າມສໍາລັບເຈົ້າຂອງໂຄງການ

ມາດຕາຫົກສິບເອັດຂໍ້ຫ້າມສໍາລັບເຈົ້າຂອງໂຄງການ ຫ້າມເຈົ້າຂອງໂຄງການມີການກະທໍາດັ່ງນີ້: ໜຶ່ງສົມຮູ້ຮ່ວມຄິດກັບພະນັກງານເຈົ້າໜ້າທີ່ທີ່ກ່ຽວຂ້ອງຫຼືຜູ້ ຮັບເໝົາບໍລິສັດທີ່ປຶກສາສະຖາປະນິກຫຼືວິສະວິກອນໃນການຢັ້ງຢືນ ແລະຮັບຮອງເອົາສິ່ງກໍ່ສ້າງທີ່ບໍ່ໄດ້ມາດຕະຖານ. ສອງຮັບສິນບົນກ່ຽວກັບການກໍ່ສ້າງຈາກຜູ້ຮັບເໝົາ. ສາມຊັກຊ້າໃນການຊໍາລະຄ່າສິ່ງກໍ່ສ້າງທີ່ໄດ້ສໍາເລັດແລ້ວ ເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຕ່າງຫາກ. ສີ່ກົດໜ່ວງຖ່ວງດຶງຜູ້ຮັບເໝົາກ່ຽວກັບວິທີການແລະມາດຕະ ການແກ້ໄຂບັນຫາທີ່ເກີດຂຶ້ນໃນການກໍ່ສ້າງ. ຫ້າເມີນເສີຍຕໍ່ການຕິດຕາມກວດກາການປະຕິບັດວຽກງານ ກໍ່ສ້າງຂອງຜູ້ຮັບເໝົາ. ຫົກມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາຫົກສິບສອງຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດກ່ຽວກັບການກໍ່ສ້າງ

ມາດຕາຫົກສິບສອງຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດກ່ຽວກັບການ ກໍ່ສ້າງ ຫ້າມຜູ້ດໍາເນີນທຸລະກິດກ່ຽວກັບການກໍ່ສ້າງມີການກະທໍາດັ່ງ ນີ້: ໜຶ່ງດໍາເນີນການກໍ່ສ້າງນອກຈາກປະເພດທີ່ຕົນໄດ້ຂຶ້ນທະບຽນ ວິສາຫະກິດຫຼືທະບຽນສໍາປະທານ. ສອງກໍ່ສ້າງໂດຍບໍ່ຖືກຕ້ອງຕາມແບບແຜນຜັງກໍນົດໝາຍເຕັກ ນິກແລະມາດຕະຖານເຕັກນິກກໍ່ສ້າງ. ສາມກໍ່ສ້າງໂດຍບໍ່ມີມາດຕະການປ້ອງກັນຄວາມປອດໄພແລະ ການປົກປັກຮັກສາສິ່ງແວດລ້ອມທໍາມະຊາດແລະສັງຄົມ. ສີ່ຂາຍຫຼືມອບໂອນໂຄງການກໍ່ສ້າງໃຫ້ບຸກຄົນຫຼືການຈັດຕັ້ງອື່ນ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງໂຄງການ. ຫ້າຂຸດດິນກອງດິນຫຼືຖົມດິນຢູ່ນອກຂອບເຂດພື້ນທີ່ທີ່ໄດ້ກໍານົດ ໄວ້ໃນເວລາດໍາເນີນການກໍ່ສ້າງເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກ ຂະແໜງການທີ່ກ່ຽວຂ້ອງ. ຫົກປ່ອຍປະລະເລີຍວຽກງານຫຼືໂຄງການກໍ່ສ້າງທີ່ຕົນໄດ້ເຊັນ ສັນຍາກໍ່ສ້າງກັບເຈົ້າຂອງໂຄງການ. ເຈັດຕັ້ໄມ້ເພື່ອເອົາມາເປັນໄມ້ຄໍ້າແບບໂດຍບໍ່ໄດ້ຮັບອະນຸ ຍາດ. ແປດມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາຫົກສິບສາມຂໍ້ຫ້າມສໍາລັບບໍລິສັດທີ່ປຶກສາສະຖາປະນິກແລະວິສະວະກອນກໍ່ສ້າງ

ມາດຕາຫົກສິບສາມຂໍ້ຫ້າມສໍາລັບບໍລິສັດທີ່ປຶກສາສະຖາປະນິກແລະ ວິສະວະກອນກໍ່ສ້າງ ຫ້າມບໍລິສັດທີ່ປຶກສາສະຖາປະນິກແລະວິສະວະກອນກໍ່ສ້າງມີ ການກະທໍາດັ່ງລຸ່ມນີ້: ໜຶ່ງລອກແບບແຜນຜັງສະຖາປັດຕະຍະກໍາແລະວິສະວະກໍາ ຂອງບຸກຄົນອື່ນເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວທາງດ້ານ ການຄ້າ. ສອງເປີດເຜີຍຂໍ້ມູນກ່ຽວກັບລາຄາກາງຂອງການກໍ່ສ້າງທີ່ ຈະເປີດການປະມູນ. ສາມສົມຮູ້ຮ່ວມຄິດກັບເຈົ້າຂອງໂຄງການຫຼືຜູ້ຮັບເໝົາກ່ຽວ ກັບໂຄງການກໍ່ສ້າງເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ. ສີ່ປະພຶດທີ່ຜິດຕໍ່ຈັນຍາບັນວິຊາຊີບຂອງຕົນ. ຫ້າມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ..ພາກທີເຈັດການແກ້ໄຂຂໍ້ຂັດແຍ່ງ


...ມາດຕາຫົກສິບສີ່ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາຫົກສິບສີ່ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງອາດຈະດໍາເນີນດ້ວຍຮູບການດັ່ງນີ້: ໜຶ່ງການໄກ່ເກ່ຍຫຼືການປະນີປະນອມກັນ. ສອງການແກ້ໄຂທາງດ້ານບໍລິຫານ. ສາມການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ. ສີ່ການຕັດສິນຂອງສານ. ...ມາດຕາຫົກສິບຫ້າການໄກ່ເກ່ຍຫຼືການປະນີປະນອມກັນ

ມາດຕາຫົກສິບຫ້າການໄກ່ເກ່ຍຫຼືການປະນີປະນອມກັນ ໃນກໍລະນີທີ່ເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດກ່ຽວກັບ ການກໍ່ສ້າງຄູ່ກໍລະນີສາມາດເຈລະຈາໄກ່ເກ່ຍແລະປະນີປະນອມກັນ.

...ມາດຕາຫົກສິບຫົກການແກ້ໄຂທາງດ້ານບໍລິຫານ

ມາດຕາຫົກສິບຫົກການແກ້ໄຂທາງດ້ານບໍລິຫານ ໃນກໍລະນີທີ່ບໍ່ສາມາດແກ້ໄຂດ້ວຍຮູບການປະນີປະນອມນໍາ ກັນແລ້ວຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງບ່ອນຕົນໄດ ້ຮັບອະນຸຍາດນັ້ນເປັນຜູ້ແກ້ໄຂ. ...ມາດຕາຫົກສິບເຈັດການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາຫົກສິບເຈັດການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ໃນກໍລະນີທີ່ຂະແໜງການທີ່ກ່ຽວຂ້ອງບໍ່ສາມາດໄກ່ເກ່ຍແລະ ແກ້ໄຂໄດ້ນັ້ນຄູ່ກໍລະນີມີສິດສະເໜີຕໍ່ຄະນະກໍາມະການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມລະບຽບກົດ ໝາຍ. ...ມາດຕາຫົກສິບແປດການຕັດສິນຂອງສານ

ມາດຕາຫົກສິບແປດການຕັດສິນຂອງສານ ຂໍ້ຂັດແຍ່ງທີ່ເກີດຂຶ້ນໃນການດໍາເນີນທຸລະກິດກ່ຽວກັບການກໍ່ ສ້າງຊຶ່ງບໍ່ສາມາດຕົກລົງກັນໄດ້ກ້ວຍການໄກ່ເກ່ຍຫຼືປະນີປະນອມຫຼື ການແກ້ໄຂທາງດ້ານບໍລິຫານຫຼືໂດຍຄະນະກໍາມະການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດນັ້ນຄູ່ກໍລະນີຝ່າຍໃດຝ່າຍໜຶ່ງມີສິດຮ້ອງ ຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ. ..ພາກທີແປດການຄູ້ມຄອງແລະການກວດກາວຽກງານກໍ່ສ້າງ


...ໝວດທີໜຶ່ງການຄຸ້ມຄອງວຽກງານກໍ່ສ້າງ


....ມາດຕາຫົກສິບເກົ້າອົງການຄຸ້ມຄອງວຽກງານກໍ່ສ້າງ

ມາດຕາຫົກສິບເກົ້າອົງການຄຸ້ມຄອງວຽກງານກໍ່ສ້າງ ລັດຖະບານເປັນຜູ້ຄຸ້ມຄອງວຽກງານກໍ່ສ້າງຢ່າງລວມສູນ ແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ຂະແໜງ ການໂຍທາທິການແລະຂົນສົ່ງເປັນໃຈກາງປະສານສົມທົບກັບຂະ ແໜງການອື່ນທີ່ກ່ຽວຂ້ອງເປັນຕົ້ນຂະແໜງການພະລັງງານແລະບໍ່ ແຮ່ຂະແໜງການກະສິກໍາແລະປ່າໄມ້ຂະແໜງການອຸດສາຫະກໍາ ແລະການຄ້າອົງການວິທະຍາສາດແລະເຕັກໂນໂລຊີແລະອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອຄຸ້ມຄອງຕາມຄວາມຮັບຜິດຊອບ ຂອງຕົນ.

ອົງການຄຸ້ມຄອງວຽກງານກໍ່ສ້າງປະກອບດ້ວຍ. ໜຶ່ງກະຊວງໂຍທາທິການແລະຂົນສົ່ງພ້ອມກັບຂະແໜງການ ອື່ນທີ່ກ່ຽວຂ້ອງ. ສອງພະແນກໂຍທາທິການແລະຂົນສົ່ງພ້ອມກັບພະແນກການ ອື່ນທີ່ກ່ຽວຂ້ອງແຂວງຫຼືນະຄອນ. ສາມຫ້ອງການໂຍທາທິການແລະຂົນສົ່ງພ້ອມກັບຫ້ອງການ ອື່ນທີ່ກ່ຽວຂ້ອງເມືອງຫຼືເທດສະບານ. ....ມາດຕາເຈັດສິບສິດແລະໜ້າທີ່ຂອງກະຊວງໂຍທາທິການແລະຂົນສົ່ງ,ຂະແໜງການອື່ນທີ່ກ່ຽວຂ້ອງ

ມາດຕາເຈັດສິບສິດແລະໜ້າທີ່ຂອງກະຊວງໂຍທາທິການແລະຂົນ ສົ່ງ,ຂະແໜງການອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງວຽກງານກໍ່ສ້າງກະຊວງໂຍທາທິການ ແລະຂົນສົ່ງ,ຂະແໜງການອື່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ຕົ້ນຕໍ ດັ່ງນີ້: ໜຶ່ງຄົ້ນຄວ້ານະໂຍບາຍແຜນຍຸດທະສາດແລະລະບຽບກົດ ໝາຍກ່ຽວກັບວຽກງານກໍ່ສ້າງຂອງຂະແໜງການຕົນເພື່ອສະເໜີ ລັດຖະບານພິຈາລະນາ. ສອງຫັນເອົານະໂຍບາຍແຜນຍຸດທະສາດມະຕິຕົກລົງຂອງ ລັດຖະບານກ່ຽວກັບວຽກງານກໍ່ສ້າງມາເປັນແຜນການແຜນງານ ແລະໂຄງການລະອຽດຂອງຂະແໜງການຕົນ. ສາມໂຄສະນາເຜີຍແຜ່ນະໂຍບາຍແຜນຍຸດທະສາດແລະ ລະບຽບກົດກົດໝາຍເພື່ອສ້າງຈິດສໍານຶກໃຫ້ແກ່ປະຊາຊົນປະກອບ ສ່ວນເຂົ້າໃນວຽກງານກໍ່ສ້າງຂອງຂະແໜງການຂອງຕົນໃນຂອບ ເຂດທົ່ວປະເທດ. ສີ່ຊີ້ນໍາແລະຕິດຕາມການຈັດຕັ້ງປະຕິບັດນະໂຍບາຍແຜນ ຍຸດທະສາດລະບຽບກົດໝາຍແຜນການລົງທຶນການພັດທະນາການ ຂະຫຍາຍລະບົບພື້ນຖານໂຄງລ່າງໃນຂະແໜງການຕົນ. ຫ້າຄົ້ນຄວ້າກໍານົດໝາຍແລະມາດຕະຖານເຕັກນິກກໍ່ສ້າງ ຄົ້ນຄວ້າແລະເລືອກເຟັ້ນເຕັກໂນໂລຊີທີ່ເໝາະສົມພ້ອມທັງອອກບົດ ແນະນໍາໃນການຈັດຕັ້ງປະຕິບັດ. ຫົກພິຈາລະນາການອະນຸຍາດການກໍ່ສ້າງຂະໜາດໃຫຍ່ ຕາມຄວາມຮັບຜິດຊອບຂອງຕົນ. ເຈັດຄົ້ນຄ້ວາມີຄໍາເຫັນກ່ຽວກັບການລົງທຶນການຂະຫຍາຍ ການໂຈະແລະການຍົກເລີກໂຄງການກໍ່ສ້າງ. ແປດກໍ່ສ້າງບໍລຸງຍົກລະດັບບຸກຄະລາກອນດ້ານການກໍ່ ສ້າງ. ເກົ້າປະສານສົມທົບກັບຂະແໜງການອື່ນແລະອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງກ່ຽວກັບວຽກງານກໍ່ສ້າງ. ສິບພົວພັນແລະຮ່ວມມືກັບຕ່າງປະເທດພາກພື້ນແລະສາກົນ ກ່ຽວກັບວຽກງານກໍ່ສ້າງ. ສິບເອັດສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດວຽກ ງານກໍ່ສ້າງໃຫ້ລັດຖະບານຢ່າງເປັນປົກກະຕິ. ....ມາດຕາເຈັດສິບເອັດສິດແລະໜ້າທີ່ຂອງພະແນກໂຍທາທິການແລະຂົນສົ່ງພະແນກການອື່ນທີ່ກ່ຽວຂ້ອງແຂວງນະຄອນ

ມາດຕາເຈັດສິບເອັດສິດແລະໜ້າທີ່ຂອງພະແນກໂຍທາທິການ ແລະຂົນສົ່ງພະແນກການອື່ນທີ່ກ່ຽວຂ້ອງແຂວງນະຄອນ ໃນການຄູ້ມຄອງວຽກງານກໍ່ສ້າງພະແນກໂຍທາທິການ ແລະຂົນສົ່ງພະແນກການອື່ນທີ່ກ່ຽວຂ້ອງແຂວງນະຄອນມີສິດແລະ ໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງຜັນຂະຫຍາຍນະໂຍບາຍແຜນຍຸດທະສາດແລະແຜນ ພັດທະນາວຽກງານກໍ່ສ້າງຂອງຂະແໜງການຕົນ. ສອງໂຄສະນາເຜີຍແຜ່ນະໂຍບາຍແຜນຍຸດທະສາດແລະ ລະບຽບກົດໝາຍກ່ຽວກັບວຽກງານກໍ່ສ້າງຂອງຂະແໜງການຕົນ ໃນຂອບເຂດແຂວງນະຄອນ. ສາມຊີ້ນໍາແລະຕິດຕາມການຈັດຕັ້ງປະຕິບັດວຽກງານກໍ່ ສ້າງພາຍໃນທ້ອງຖິ່ນຂອງຕົນ. ສີ່ສໍາຫຼວດເກັບກໍາຂໍ້ມູນສະຖິຕິກ່ຽວກັບວຽກງານກໍ່ສ້າງໃນ ທ້ອງຖິ່ນຂອງຕົນ. ຫ້າພິຈາລະນາການອະນຸຍາດການກໍ່ສ້າງຂະໜາດກາງ ຕາມຄວາມຮັບຜິດຊອບຂອງຕົນ. ຫົກຄົ້ນຄວ້າມີຄໍາເຫັນກ່ຽວກັບການລົງທຶນການຂະຫຍາຍ ການໂຈະແລະການຍົກເລີກໂຄງການກໍ່ສ້າງຢູ່ພາຍໃນແຂວງນະ ຄອນ. ເຈັດຄຸ້ມຄອງການດໍາເນີນທຸລະກິດສໍາຫຼວດອອກແບບກໍ່ ສ້າງແລະທີ່ປຶກສາຢູ່ໃນທ້ອງຖິ່ນຂອງຕົນ. ແປດເກັບກໍາຂໍ້ມູນສະຖິຕິກ່ຽວກັບວຽກງານກໍ່ສ້າງຂອງຂະ ແໜງການໃນທ້ອງຖິ່ນຂອງຕົນ. ເກົ້າພົວພັນແລະຮ່ວມມືກັບຕ່າງປະເທດພາກພື້ນແລະສາກົນ ກ່ຽວກັບວຽກງານກໍ່ສ້າງຕາມການມອບໝາຍຂອງຂັ້ນເທິງ. ສິບສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງໃຫ້ຂະແໜງການຂັ້ນເທິງທີ່ກ່ຽວຂ້ອງຂອງຕົນແລະອົງການ ປົກຄອງແຂວງນະຄອນຢ່າງເປັນປົກກະຕິ. ....ມາດຕາເຈັດສິບສອງສິດແລະໜ້າທີ່ຂອງຫ້ອງການໂຍທາທິການແລະຂົນສົ່ງຫ້ອງການອື່ນທີ່ກ່ຽວຂ້ອງເມືອງເທດສະບານ

ມາດຕາເຈັດສິບສອງສິດແລະໜ້າທີ່ຂອງຫ້ອງການໂຍທາທິການ ແລະຂົນສົ່ງຫ້ອງການອື່ນທີ່ກ່ຽວຂ້ອງເມືອງເທດສະບານ ໃນການຄຸ້ມຄອງວຽກງານກໍ່ສ້າງຫ້ອງການໂຍທາທິການ ແລະຂົນສົ່ງຫ້ອງການອື່ນທີ່ກ່ຽວຂ້ອງເມືອງເທດສະບານມີສິດແລະ ໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງຈັດຕັ້ງປະຕິບັດຕາມແຜນການໂຄງການລະບຽບການ ແລະຄໍາແນະນໍາຂອງພະແນກໂຍທາທິການແລະຂົນສົ່ງແຂວງນະ ຄອນກ່ຽວກັບວຽກງານກໍ່ສ້າງ. ສອງເຜີຍແຜ່ລະບຽບກົດໝາຍກ່ຽວກັບວຽກງານກໍ່ສ້າງ ໃນຂອບເຂດເມືອງເທດສະບານຂອງຕົນ. ສາມຄົ້ນຄວ້າປະກອບຄໍາເຫັນກ່ຽວກັບກິດຈະການກໍ່ສ້າງຢູ່ ໃນເຂດຕົວເມືອງເຂດຈຸດສຸມພັດທະນາແລະເຂດຊົນນະບົດເພື່ອສະ ເໜີໃຫ້ພະແຍກໂຍທາທິການແລະຂົນສົ່ງແຂວງນະຄອນພິຈາລະ ນາ. ສີ່ພິຈາລະນາການອະນຸຍາດການກໍ່ສ້າງຂະໜາດນ້ອຍຕາມ ຄວາມຮັບຜິດຊອບຂອງຕົນ. ຫ້າປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງພ້ອມທັງຕິດ ຕາມການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕ່າງໆພາຍໃນເມືອງ ເທດສະບານຂອງຕົນ. ຫົກສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງໃຫ້ພະແນກການທີ່ກ່ຽວຂ້ອງຂອງຕົນແລະອົງການປົກຄອງ ເມືອງເທດສະບານຢ່າງເປັນປົກກະຕິ. ....ມາດຕາເຈັດສິບສາມສິດແລະໜ້າທີ່ຂອງອົງການປົກຄອງບ້ານ

ມາດຕາເຈັດສິບສາມສິດແລະໜ້າທີ່ຂອງອົງການປົກຄອງບ້ານ ໃນການຄຸ້ມຄອງວຽກງານກໍ່ສ້າງອົງການປົກຄອງບ້ານມີສິດ ແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງເຜີຍແຜ່ແລະຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບ ວຽກງານກໍ່ສ້າງແລະຄໍາແນະນໍາຂອງຂະແໜງການໂຍທາທິການ ແລະຂົນສົ່ງຂະແໜງການອື່ນກ່ຽວກັບວຽກງານກໍ່ສ້າງໃນຂອບເຂດ ບ້ານຂອງຕົນ. ສອງປຸກລະດົມປະຊາຊົນມີສ່ວນຮ່ວມອອກຄໍາຄິດຄໍາເຫັນແລະ ປະກອບສ່ວນເຂົ້າໃນການກໍ່ສ້າງແລະປົກປັກຮັກສາສິ່ງກໍ່ສ້າງເຊັ່ນ ການຍົກຍ້າຍປະຊາຊົນແລະສິ່ງກີດຂວາງອອກຈາກພື້ນທີ່ກໍ່ສ້າງສ້ອມ ແປງບູລະນະປະຕິສັງຂອນສິ່ງກໍ່ສ້າງທີ່ຮັບໃຊ້ສາທາລະນະປະໂຫຍດ ໃນຂອບເຂດບ້ານຂອງຕົນ. ສາມລາຍງານສະພາບການລະເມີດລະບຽບກົດໝາຍກ່ຽວ ກັບການກໍ່ສ້າງໃນຂອບເຂດບ້ານຂອງຕົນຕໍ່ຫ້ອງການໂຍທາທິການ ແລະຂົນສົ່ງຫ້ອງການອື່ນທີ່ກ່ຽວຂ້ອງເມືອງເທດສະບານ. ...ໝວດທີສອງການກວດກາວຽກງານກໍ່ສ້າງ


....ມາດຕາເຈັດສິບສີ່ອົງການກວດກາວຽກງານກໍ່ສ້າງ

ມາດຕາເຈັດສິບສີ່ອົງການກວດກາວຽກງານກໍ່ສ້າງ ອົງການກວດກາວຽກງານກໍ່ສ້າງມີສອງປະເພດດັ່ງນີ້: ໜຶ່ງອົງການກວດກາພາຍໃນຊຶ່ງແມ່ນພາກສ່ວນໜຶ່ງຂອງອົງ ການຄຸ້ມຄອງວຽກງານກໍ່ສ້າງຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບ ເກົ້າຂອງກົດມາຍສະບັບນີ້; ສອງອົງການກວດກາພາຍນອກຊຶ່ງແມ່ນ: ສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ. ອົງການກວດກາລັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການກວດກາລັດ. ອົງການກວດສອບແຫ່ງລັດແລະຫົວໜ່ວຍກວດສອບອິດສະລະ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດສອບ. ແນວລາວສ້າງຊາດອົງການຈັດຕັ້ງມະຫາຊົນປະຊາຊົນແລະ ສື່ມວນຊົນ.

ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດໜ້າ ທີ່ຂອງອົງການຄຸ້ມຄອງແລະກວດກາວຽກງານກໍ່ສ້າງເພື່ອໃຫ້ມີ ຄວາມເຂັ້ມແຂງໂປ່ງໄສຍຸຕິທໍາແລະມີປະສິດທິຜົນ. ....ມາດຕາເຈັດສິບຫ້າສິດແລະໜ້າທີ່ຂອງອົງການກວດກາ

ມາດຕາເຈັດສິບຫ້າສິດແລະໜ້າທີ່ຂອງອົງການກວດກາ ໃນການກວດກາວຽກງານກໍ່ສ້າງອົງການກວດກາມີສິດແລະ ໜ້າທີ່ປະຕິບັດຕາມເນື້ອໃນແລະຮູບການທີ່ໄດ້ກໍານົດໄວ້ໃນມາດຕາ ເຈັດສິບຫົກແລະເຈັດສິບເຈັດຂອງກົດໝາຍສະບັບນີ້. ....ມາດຕາເຈັດສິບຫົກເນື້ອໃນການກວດກາ

ມາດຕາເຈັດສິບຫົກເນື້ອໃນການກວດກາ ການກວດກາວຽກງານກໍ່ສ້າງມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງກວດກາການຈັດຕັ້ງປະຕິບັດແຜນຍຸດທະສາດນະໂຍ ບາຍລະບຽບກົດໝາຍແຜນການລົງທຶນການພັດທະນາແລະບູລະ ນະຮັກສາພື້ນຖານໂຄງລ່າງຂອງຂະແໜງການຕົນ; ສອງກວດກາການປະຕິບັດມາດຕະຖານເຕັກນິກໃນການ ຈັດຕັ້ງປະຕິບັດໂຄງການກໍ່ສ້າງລວມທັງອຸປະກອນກໍ່ສ້າງການຕິດ ຕັ້ງລະບົບພື້ນຖານໂຄງລ່າງຂອງຂະແໜງການຕົນ. ສາມກວດກາການປະຕິບັດມາດຕະຖານຄວາມປອດໄພ ແລະນະໂຍບາຍສະຫວັດດີການສັງຄົມຂອງຜູ້ອອກແຮງງານໃນ ການດໍາເນີນການກໍ່ສ້າງ. ສີ່ກວດກາການນໍາໃຊ້ມາດຕະການປ້ອງກັນແກ້ໄຂຜົນກະ ທົບແລະທົດແທນຄ່າເສຍຫາຍຕໍ່ຊີວິດສຸຂະພາບຊັບສິນຂອງປະຊາ ຊົນສາທາລະນະແລະສິ່ງແວດລ້ອມໃນການດໍາເນີນການກໍ່ສ້າງ. ຫ້າກວດກາການປະມູນສັນຍາຮັບເໝົາກໍ່ສ້າງສັນຍາຄວບ ຄຸມການກໍ່ສ້າງແລະຕິດຕັ້ງລະບົບພື້ນຖານໂຄງລ່າງຂອງຂະແໜງ ການຕົນ. ຫົກກວດກາຄວາມຄືບໜ້າໃນການຈັດຕັ້ງປະຕິບັດການກໍ່ ສ້າງຕາມຂອບເຂດທີ່ໄດ້ກໍານົດໄວ້ໃນສັນຍາກໍ່ສ້າງ. ນອກຈາກນີ້ການກວດກາໃຫ້ປະຕິບັດຕາມເນື້ອໃນການກວດ ກາທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການລົງທຶນຂອງລັດ. ....ມາດຕາເຈັດສິບເຈັດຮູບການກວດກາ

ມາດຕາເຈັດສິບເຈັດຮູບການກວດກາ ການກວດກາວຽກງານກໍ່ສ້າງດໍາເນີນຢ່າງເປັນລະບົບປົກກະ ຕິໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແລະແບບກະທັນຫັນ. ໃນການດໍາເນີນການກວດກາໂຄງການກໍ່ສ້າງນັ້ນເຈົ້າໜ້າທີ່ ກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມ ງວດ. ..ພາກທີເກົ້ານະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາເຈັດສິບແປດນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາເຈັດສິບແປດນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະ ຕິບັດກົດໝາຍສະບັບນີ້ເປັນຕົ້ນໃນການປະກອບສ່ວນເຂົ້າໃນການພັດ ທະນາວຽກງານກໍ່ສ້າງຈະໄດ້ຮັບການຍ້ອງຍໍແລະການປະຕິບັດນະ ໂຍບາຍຕາມຄວາມເໝາະສົມ. ...ມາດຕາເຈັດສິບເກົ້າມາດຕະການນຕໍ່ຜູ້ລະເມີດ

ມາດຕາເຈັດສິບເກົ້າມາດຕະການນຕໍ່ຜູ້ລະເມີດ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມປະຕິບັດວິໄນປັບໃໝໃຊ້ແທນຄ່າເສຍຫາຍທາງ ແພ່ງຫຼືດໍາເນີນຄະດີຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ. ...ມາດຕາແປດສິບມາດຕະການສຶກສາອົບຮົມ

ມາດຕາແປດສິບມາດຕະການສຶກສາອົບຮົມ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການກໍ່ສ້າງເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງບໍ່ເປັນ ການກະທໍາຜິດທາງອາຍາຈະຖືກສຶກສາອົບຮົມແລະກ່າວເຕືອນ.

...ມາດຕາແປດສິບເອັດມາດຕະການທາງວິໄນ

ມາດຕາແປດສິບເອັດມາດຕະການທາງວິໄນ ເຈົ້າໜ້າທີ່ຫຼືພະນັກງານຄຸ້ມຄອງວຽກງານກໍ່ສ້າງທີ່ໄດ້ລະເມີດ ລະບຽບກົດໝາຍກ່ຽວກັບການກໍ່ສ້າງເປັນຕົ້ນຂໍ້ຫ້າມທີ່ມີລັກສະນະ ເບົາບາງຊຶ່ງບໍ່ເປັນການກະທໍາຜິດທາງອາຍາກໍ່ຄວາມເສຍຫາຍບໍ່ ຫຼວງຫຼາຍແລະບໍ່ຈິງໃຈລາຍງານການກະທໍາຜິດຂອງຕົນຫຼົບຫຼີກຈາກ ຄວາມຜິດຂອງຕົນຈະຖືກປະຕິບັດວິໄນຕາມລະບຽບການເຊັ່ນກ່າວ ເຕືອນຄວາມຜິດໂຈະການເລື່ອນຊັ້ນຫຼືຖືກໄລ່ອອກຈາກການ. ...ມາດຕາແປດສິບສອງມາດຕະການປັບໃໝ

ມາດຕາແປດສິບສອງມາດຕະການປັບໃໝ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການກໍ່ສ້າງກໍ່ຄວາມເສຍຫາຍຊຶ່ງບໍ່ມີອົງປະກອບຂອງການ ກະທໍາຜິດທາງອາຍາຈະຖືກປັບໃໝເນື່ອງມາຈາກການກະທໍາຕົ້ນຕໍ ດັ່ງນີ້: ໜຶ່ງດໍາເນີນທຸລະກິດກ່ຽວກັບການກໍ່ສ້າງໂດຍບໍ່ໄດ້ຮັບະນຸ ຍາດ. ສອງກໍ່ສ້າງແລະຕິດຕັ້ງອຸປະກອນແລະສິ່ງປະກອບສ້າງດ້ານ ການກໍ່ສ້າງໂດຍບໍ່ໄດ້ຮັບອະນຸຍາດ. ສາມບໍ່ປະຕິບັດຕາມມາດຕະຖານເຕັກນິກການກໍ່ສ້າງແລະ ມາດຕະຖານຄວາມປອດໄພ. ສີ່ບໍ່ປະຕິບັດມາດຕະການກໍ່ສ້າງສ້ອມແປງຊຶ່ງສົ່ງຜົນກະທົບ ອັນບໍ່ດີຕໍ່ສິ່ງແວດລ້ອມ. ສໍາລັບອັດຕາປັບໃໝໄດ້ກໍານົດໄວ້ໃນລະບຽບການສະເພາະ. ...ມາດຕາແປດສິບສາມມາດຕະການທາງແພ່ງ

ມາດຕາແປດສິບສາມມາດຕະການທາງແພ່ງ ບຸກຄົນນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການກໍ່ສ້າງຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຊັບສິນຂອງບຸກຄົນ ນິຕິບຸກຄົນຫຼືການຈັດຕັ້ງອື່ນຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. ...ມາດຕາແປດສິບສີ່ມາດຕະການທາງອາຍາ

ມາດຕາແປດສິບສີ່ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການກໍ່ສ້າງຊຶ່ງ ເປັນການກະທໍາຜິດທາງອາຍາຈະຖືກດໍາເນີນຄະດີຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍອາຍາ. ..ພາກທີສິບບົດບັນຍັດສຸດທ້າຍ


...ມາດຕາແປດສິບຫ້າການຈັດຕັ້ງປະຕິບັດ

ມາດຕາແປດສິບຫ້າການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້. ...ມາດຕາແປດສິບຫົກຜັນສັກສິດ

ມາດຕາແປດສິບຫົກຜັນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງໜຶ່ງຮ້ອຍຊາວວັນນັບ ແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ ເປັນຕົ້ນໄປ. ຂໍ້ກໍານົດບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ