ກົດໝາຍວ່າດ້ວຍການກວດສອບ 03-07-2007

From Wikisource
Jump to navigation Jump to search
.ການກວດສອບ 03-07-2007


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ
	ກົດໝາຍວ່າດ້ວຍການກວດສອບກໍານົດຫຼັກການ,ລະບຽບ
ການແລະມາດຕະການກ່ຽວກັບການເຄື່ອນໄຫວກວດສອບແນ່ໃສ່
ເຮັດໃຫ້ການຄຸ້ມຄອງ,ການນໍາໃຊ້ທຶນຮອນຂອງລັດ,ການເຄື່ອນ
ໄຫວຂອງຫົວໜ່ວຍທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາ
ໄລຖືກຕ້ອງຕາມລະບຽບກົດໝາຍ,ມີປະສິດທິຜົນ,ປະຢັດ,ສະກັດກັ້ນ
ປາກົດການຫຍໍ້ທໍ້ທາງດ້ານການເງິນແລະງົບປະມານແຫ່ງລັດ,ປະ
ກອບສ່ວນເຮັດໃຫ້ການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດມີຄວາມ
ເຂັ້ມແຂງ,ໂປ່ງໃສ,ສົ່ງເສີມການລົງທຶນພາຍໃນແລະຕ່າງປະເທດ
ແລະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ນັບຂະຫຍາຍ
ຕົວແລະໝັ້ນຄົງ.
...ມາດຕາສອງການກວດສອບ

ມາດຕາສອງການກວດສອບ
	ການກວດສອບແມ່ນຂະບວນການເກັບກໍາຂໍ້ມູນແລະຫຼັກ
ຖານຕົວຈິງກ່ຽວກັບເປົ້າໝາຍຖືກກວດສອບເພື່ອຢັ້ງຢືນກ່ຽວກັບ
ຄວາມຖືກຕ້ອງຕາມຕົວຈິງ.ຕາມລະບຽບກົດໝາຍຂອງເອກະ
ສານລາຍງານການເງິນພ້ອມທັງປະເມີນຄວາມສອດຄ່ອງທາງ
ດ້ານລະບຽບກົດໝາຍ.ປະສິດທິຜົນໃນການຄຸ້ມຄອງ,ການນໍາໃຊ້
ທຶນຮອນຂອງລັດ,ການເຄື່ອນໄຫວຂອງຫົວໜ່ວຍທຸລະກິດແລະຫົວ
ໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລ.
	ການກວດສອບມີສອງພາກສ່ວນຄື:ການກວດກສອບແຫ່ງ
ລັດແລະການກວດກສອບເອກະລາດ.
...ມາດຕາສາມການອະທິບາຍຄໍາສັບ

ມາດຕາສາມການອະທິບາຍຄໍາສັບ
	ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້:
	1. ທຶນຮອນຂອງລັດໝາຍເຖິງງົບປະມານ,ເງິນຫຼືຊັບສິນ
ຂອງລັດ.
	2. ຊັບສິນຂອງລັດໝາຍເຖິງຊັບສິນທີ່ງົບປະມານແຫ່ງ
ລັດສະໜອງໃຫ້ໂດຍກົງຫຼືມີຕົ້ນກໍາເນີດມາຈາກງົບປະມານແຫ່ງ
ລັດຊຶ່ງເປັນກໍາມະສິດແລະຢູ່ພາຍໃຕ້ການຄຸ້ມຄອງຂອງລັດ.
	3. ການກວດສອບເອກະລາດໝາຍເຖິງການກວດສອບ
ພາຍນອອກທີ່ດໍາເນີນໂດຍວິສາຫະກິດກວດສອບຫຼືນັກກວດສອບ
ອິດສະລະທີ່ໄດ້ຈົດທະບຽນດໍາເນີນການກວດສອບເອກະລາດ
ແລະຂຶ້ນທະບຽນວິສາຫະກິດຢ່າງຖືກຕ້ອງຕາມກົດໝາຍ.
	4. ເປົ້າໝາຍຖືກກວດສອບໝາຍເຖິງການຈັດຕັ້ງທີ່ຄຸ້ມ
ຄອງ,ນໍາໃຊ້ທຶນຮອນຂອງລັດ,ບັນດາຫົວໜ່ວຍທຸລະກິດແລະຫົວ
ໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລ.
	5. ຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລໝາຍເຖິງການ
ຈັດຕັ້ງສັງຄົມ,ມູນນິທິຫຼືກອງທຶນຕ່າງໆທີ່ເຄື່ອໄຫວຮັບໃຊ້ສາທາ
ລະນະປະໂຫຍດຫຼືຊ່ວຍເຫຼືອສັງຄົມ.
	6. ຄໍາແນະນໍາກວດສອບໝາຍເຖິງຄໍາເຫັນຂອງອົງການ
ກວດສອບສູນກາງ,ອົງການກວດສອບປະຈໍາພາກຕໍ່ບັນດາຈຸດ
ອ່ອນ.ຂໍ້ຄົງຄ້າງແລະວິທີການແກ້ໄຂຊຶ່ງສະແດງອອກໃນບົດສະ
ຫຼຸບຜົນການກວດສອບເພື່ອໃຫ້ເປົ້າໝາຍຖືກກວດສອບແລະອົງ
ການຈັດຕັ້ງອື່ນທີ່ກ່ຽວຂ້ອງແກ້ໄຂ.
	7. ຈົດໝາຍແນະນໍາໝາຍເຖິງເອກະສານຕິດຄັດກັບບົດ
ລາຍງານການກວດສອບຂອງຫົວໜ່ວຍກວດສອບອິດສະລະເພື່ອ
ແນະນໍາວິທີການແລະມາດຕະການແກ້ໄຂໃຫ້ຫົວໜ່ວຍຖືກກວດ
ສອບ.
	8. ຄະນະກວດສອບແຫ່ງລັດໝາຍເຖິງໜ່ວຍງານກວດ
ສອບຂອງລັດທີ່ຖືກແຕ່ງຕັ້ງໃຫ້ດໍາເນີນການກວດສອບແຫ່ງລັດ.
	9. ບົດສະຫຼຸບຜົນການກວດສອບໝາຍເຖິງເອກະສານ
ຂອງອົງການກວດສອບແຫ່ງລັດທີ່ຕີລາຄາ,ຢັ້ງຢືນແລະສະຫຼຸບ
ກ່ຽວກັບເນື້ອໃນທີ່ໄດ້ຜ່ານການກວດສອບ.
	10. ຜູ້ຕົກລົງໃຫ້ມີການກວດສອບແຫ່ງລັດໝາຍເຖິງປະ
ທານອົງການກວດສອບສູນກາງຫຼືຫົວໜ້າອົງການກວດສອບປະ
ຈໍາພາກ.
	11. ຜູ້ບໍລິຫານໝາຍເຖິງເຈົ້າຂອງບໍລິສັດ.ຜູ້ອໍານວຍການ
ແລະສະພາຜູ້ອໍານວຍການຫຼືອົງການນໍາພາລວມໝູ່ອື່ນໆທີ່ຄຸ້ມຄອງ
ຫົວໜ່ວຍຖືກກວດສອບຕາມກົດໝາຍວ່າດ້ວຍວິສາຫະກິດ.
...ມາດຕາສີ່ນະໂຍບາຍຂອງລັດຕໍ່ການກວດສອບ

ມາດຕາສີ່ນະໂຍບາຍຂອງລັດຕໍ່ການກວດສອບ
	ລັດສົ່ງເສີມແລະສ້າງເງື່ອນໄຂໃຫ້ມີການກວດສອບຢ່າງ
ເປັນເອກະລາດແລະເຂັ້ມງວດຕໍ່ທຸກການເຄື່ອນໄຫວຂອງເປົ້າໝາຍ
ຖືກກວດສອບເພື່ອໃຫ້ມີຄວາມໂປ່ງໃສ,ຖືກຕ້ອງຕາມກົດໝາຍແລະ
ມີປະສິດທິຜັນ.
	ລັດລົງທຶນພັດທະນາທາງດ້ານເຕັກໂນໂລຢີ,ຂໍ້ມູນຂ່າວສານ,
ສິ່ງປຸກສ້າງ,ພາຫະນະແລະອຸປະກອນຕ່າງໆເພື່ອຮັບປະກັນໃຫ້ແກ່
ການຈັດຕັ້ງປະຕິບັດວຽກງານກວດສອບແຫ່ງລັດ.
	
...ມາດຕາຫ້າຫຼັກການເຄື່ອນໄຫວກວດສອບ

ມາດຕາຫ້າຫຼັກການເຄື່ອນໄຫວກວດສອບ
	ການເຄື່ອນໄຫວກວດສອບແຫ່ງລັດຕ້ອງປະຕິບັດຕາມ
ຫຼັກການດັ່ງນີ້:
	1. ເປັນເອກະລາດໃນເວລາດໍາເນີນການກວດສອບແລະ
ພິຈາລະນາຜົນຂອງການກວດສອບ.
	2. ປະຕິບັດຕາມກົດໝາຍ.
	3. ອີງໃສ່ຂໍ້ມູນຫຼັກຖານຕົວຈິງ.
	4. ໂປ່ງໃສ.
	5. ສັດຊື່ບໍລິສຸດ.
	
	ການກວດກສອບເອກະລາດຕ້ອງປະຕິບັດຕາມຫຼັກການ
ດັ່ງນີ້:
	1. ຜູ້ກວດສອບຕ້ອງມີຄຸນວຸດທິພຽງພໍແລະມີຄວາມສາ
ມາດປະຕິບັດງານໃນຖານະຜູ້ກວດສອບມືອາຊີບ.
	2. ໃນການປະຕິບັດຂໍ້ຜູກພັນດ້ານການກວດສອບຕ້ອງມີ
ຄວາມເປັນເອກະລາດ.
	3. ໃນເວລາດໍາເນີນການກວດສອບແລະສ້າງບົດລາຍ
ງານການກວດສອບຕ້ອງຢຶດໝັ້ນໃນຈິດສໍານຶກທາງດ້ານວິຊາ
ຊີບ.
	4. ໃນການດໍາເນີນການກວດສອບຕ້ອງມີການວາງ
ແຜນເປັນຢ່າງດີ,ມີການແບ່ງງານໃນໜ່ວຍງານກວດສອບ
ແລະມີການຄວບຄຸມງານຢ່າງເຂັ້ມງວດ.
	5. ຜູ້ກວດສອບຕ້ອງມີຄວາມເຂົ້າໃຈຢ່າງພຽງພໍກ່ຽວກັບ
ລະບົບການຄວບຄຸມພາຍໃນຂອງຫົວໜ່ວຍຖືກກວດສອບເພື່ອ
ວາງແຜນແລະກໍານົດເນື້ອໃນ,ເວລາແລະຂອບເຂດການກວດ
ສອບທີ່ຈະຕ້ອງດໍາເນີນ.
	6. ຜ່ານການກວດກາຕົວຈິງ,ການສັງເກດ,ການສອບ
ຖາມແລະການຢືນຢັນຈາກພາກສ່ວນທີ່ກ່ຽວຂ້ອງຕ້ອງມີຫຼັກຖານ
ທີ່ໜ້າເຊື່ອຖືຢ່າງພຽງພໍເພື່ອໃຫ້ມີພື້ນຖານໜັກແໜ້ນໃນການ
ປະກອບຄໍາເຫັນຕໍ່ເອກະສານລາຍງານການເງິນທີ່ກວດສອບ.
	7. ຂໍ້ມູນຢູ່ໃນເອກະສານລາຍງງານການເງິນຕ້ອງເປີດ
ເຜີຍຢ່າງພຽງພໍເວັ້ນເສຍແຕ່ໄດ້ກໍານົດໄວ້ຢ່າງອື່ນ.
	8. ບົດລາຍງານການກວດສອບຕ້ອງກໍານົດວ່າເອກະ
ສານລາຍງານການເງິນໄດ້ສະແດງອອກໂດຍຖືກຕ້ອງຕາມ
ຫຼັກການບັນຊີທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີຫຼື
ບໍ່.
	9. ບົດລາຍງານການກວດສອບຕ້ອງເວົ້າເຖິງກໍລະນີທີ່ບໍ່
ປະຕິບັດຕາມຫຼັກການແບບຖາວອນໃນປີການບັນຊີທີ່ກວດສອບ
ໂດຍສົມທຽບໃສ່ປີຜ່ານມາ.
	10. ບົດລາຍງານການກວດສອບຕ້ອງສະແດງຄວາມ
ເຫັນຢ່າງສັງລວມກ່ຽວກັບເອກະສານລາຍງານການເງິນ,ຄວາມ
ຖືກຕ້ອງຕາມລະບຽບກົດໝາຍ,ຜົນການຈັດຕັ້ງປະຕິບັດງານຫຼື
ເວົ້າເຖິງກໍລະນີທີ່ບໍ່ສາມາດຢັ້ງຢືນໄດ້ພ້ອມທັງຊື້ແຈງສາເຫດ.
...ມາດຕາຫົກມາດຕະຖານການກວດສອບ

ມາດຕາຫົກມາດຕະຖານການກວດສອບ
	ມາດຕະຖານການກວດສອບແຫ່ງລັດແມ່ນບ່ອນອີງ
ພື້ນຖານໃນການນໍາໃຊ້ແລະຕີລາຄາຄຸນນະພາບຂອງການ
ກວດສອບ.
	ມາດຕະຖານການກວດສອບແຫ່ງລັດປະກອບດ້ວຍ:
	1. ຫຼັກການເຄື່ອນໄຫວກວດສອບ.
	2. ລະບຽບການກວດສອບ.
	3. ຄຸນສົມບັດ,ຄວາມຮູ້,ຄວາມສາມາດຂອງນັກກວດ
ສອບ.
	
	ເນື້ອໃນລະອຽດຂອງມາດຕະຖານການກວດສອບແຫ່ງ
ລັດແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງຕາມການ
ສະເໜີຂອງປະທານອົງການກວດສອບສູນກາງ.
	ມາດຕະຖານການກວດສອບເອກະລາດແມ່ນລະບຽບ
ການທີ່ເປັນບ່ອນອີງໃຫ້ຜູ້ກວດສອບໃນການດໍາເນີນວຽກງານ
ກວດສອບເອກະລາດ.
	ມາດຕະຖານກວດສອບເອກະລາດປະກອບດ້ວຍ:
	1. ມາດຕະຖານທົ່ວໄປກ່ຽວກັບຄຸນວຸດທິຂອງຜູ້ກວດສອບ
ອິດສະລະ.
	2. ມາດຕະຖານການປະຕິບັດງານໃນພາກສະໜາມ.
	3. ມາດຕະຖານການລາຍງານ.
	ເນື້ອໃນລະອຽດຂອງມາດຕະຖານການກວດສອບເອກະ
ລາດແມ່ນນາຍົກລັດຖະມົນຕີເປັນຜູ້ຕົກລົງຕາມການສະເໜີຂອງ
ລັດຖະມົນຕີວ່າການກະຊວງການເງິນ.
...ມາດຕາເຈັດຄຸນປະໂຫຍດຂອງບົດສະຫຼຸບຜົນການກວດສອບ

ມາດຕາເຈັດຄຸນປະໂຫຍດຂອງບົດສະຫຼຸບຜົນການກວດສອບ
	ບົດສະຫຼຸບຜົນການກວດສອບແຫ່ງລັດມີຄຸນປະໂຫຍດດັ່ງນີ້:
	-ສະພາແຫ່ງຊາດນໍາໃຊ້ເຂົ້າໃນການພິຈາລະນາ,ຮັບຮອງ
ເອົາແຜນງົບປະມານແຫ່ງລັດ,ຕົວເລກແບ່ງປັນງົບປະມານແຫ່ງ
ລັດ,ແຜນງານແລະໂຄງການຊຶ່ງມີຄວາມສໍາຄັນລະດັບຊາດທີ່ນໍາ
ໃຊ້ງົບປະມານແຫ່ງລັດ;ນໍາໃຊ້ເຂົ້າໃນການພິຈາລະນາ,ຮັບຮອງ
ເອົາການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ
ແຫ່ງລັດປະຈໍາປີແລະການຕິດຕາມກວດກາການຈັດຕັ້ງປະຕິບັດ
ແຜນງົບປະມານແຫ່ງລັດ,ນະໂຍບາຍການເງິນ-ເງິນຕາຂອງ
ລັດ.
	-ອົງການບໍລິຫານແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງນໍາໃຊ້
ເຂົ້າໃນວຽກງານຄຸ້ມຄອງບໍລິຫານແລະການຈັດຕັ້ງປະຕິບັດໜ້າ
ທີ່ຂອງຕົນລວມທັງວຽກງານກວດກາ.
	-ສານປະຊາຊົນ,ອົງການໄອຍະການປະຊາຊົນແລະອົງການ
ສືບສວນ-ສອບສວນນໍາໃຊ້ເປັນຂໍ້ມູນ,ຫຼັກຖານໃນການດໍາເນີນຄະດີ.
	-ອົງການຈັດຕັ້ງຄຸ້ມຄອງເປົ້າໝາຍຖືກກວດສອບນໍາໃຊ້ເພື່ອ
ສຶກສາອົບຮົມຫຼືລົງວິໄນຕໍ່ເປົ້າໝາຍຖືກກວດສອບ.
	-ເປົ້າໝາຍຖືກກວດສອບນໍາໃຊ້ເປັນບ່ອນອີງເພື່ອຢັ້ງຢືນ
ແລະເສີມຂະຫຍາຍປະສິດທິຜົນຂອງການເຄື່ອນໄຫວແລະປັບປຸງ
ແກ້ໄຂກ່ຽວກັບຈຸດອ່ອນ,ຂໍ້ຄົງຄ້າງຂອງຕົນທີ່ສະແດງອອກຢູ່ໃນ
ບົດສະຫຼຸບຜົນການກວດສອບ.
	
	ບົດສະຫຼຸບຜົນການກວດສອບເອກະລາດມີຄຸນປະໂຫຍດດັ່ງ
ນີ້:
	-ຜູ້ຖືຮຸ້ນນໍາໃຊ້ເພື່ອເປັນພື້ນຖານໃຫ້ແກ່ການພິຈາລະນາ
ຮັບຮອງເອົາບົດສະຫຼຸບຜົນການເຄື່ອນໄຫວຜ່ານມາແລະການ
ວາງແຜນການປີຕໍ່ໄປ.
	-ຜູ້ບໍລິຫານນໍາໃຊ້ເພື່ອສໍາຫຼວດຄືນດ້ານດີ,ດ້ານອ່ອນ,ຂໍ້ຄົງ
ຄ້າງແລະພິຈາລະນາປັບປຸງແກ້ໄຂ.
	-ນັກລົງທຶນນໍາໃຊ້ເພື່ອປະເມີນຜົນເບິ່ງວ່າຫົວໜ່ວຍຖືກ
ກວດສອບທີ່ກ່ຽວຂ້ອງໄດ້ມີການຄຸ້ມຄອງດີຫຼືບໍ່ເພື່ອຕັດສິນໃຈໃນ
ການເຂົ້າຮ່ວມທຶນ.
	-ຜູ້ໃຫ້ກູ້ຢືມ,ຜູ້ໃຫ້ທຶນ,ເຈົ້າຂອງໂຄງການນໍາໃຊ້ເພື່ອສຶກ
ສາປະສິດທິຜົນກ່ຽວກັບການຄຸ້ມຄອງວ່າຖືກຕ້ອງຕາມແຜນການ
ທີ່ໄດ້ວາງໄວ້ຫຼືບໍ່ແລະຄວາມສາມາດໃນການຊໍາລະເງິນຄືນ.
	-ຜູ້ກວດສອບຄົນອື່ນນໍາໃຊ້ເພື່ອເປັນພື້ນຖານໃຫ້ແກ່ການ
ຕິດຕາມການປະຕິບັດຂໍ້ແນະນໍາຂອງຜູ້ກວດສອບຄົນກ່ອນແລະ
ເປັນຈຸດເລີ່ມຕົ້ນໃນການວາງແຜນແລະກວດສອບໃນປີທີ່ຖືກ
ມອບໝາຍໃຫ້ກວດສອບ.
	-ອົງການບໍລິຫານແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ
ເຊັ່ນ:ລັດຖະການສ່ວຍກາອາກອນນໍາໃຊ້ເພື່ອຕີລາຄາຄວາມ
ໜ້າເຊື່ອຖືໄດ້ຂອງລະບົບຂໍ້ມູນຂ່າວສານແລະພື້ນຖານການ
ຄິດໄລ່ເກັບອາກອນ,ນອກນັ້ນຍັງເປັນພື້ນຖານໃຫ້ແກ່ການສະ
ໜອງຂໍ້ມູນຂ່າວສານສະຖິຕິ;
	-ສານປະຊາຊົນແລະອົງການໄອຍະການປະຊາຊົນນໍາ
ໃຊ້ເພື່ອເປັນຫຼັກຖານໃນການດໍາເນີນຄະດີ.
	
...ມາດຕາແປດຂອບເຂດການນໍາໃຊ້ກົດໝາຍ

ມາດຕາແປດຂອບເຂດການນໍາໃຊ້ກົດໝາຍ
	ກົດໝາຍສະບັບນີ້ນໍາໃຊ້ສໍາລັບ:
	1. ເປົ້າໝາຍຖືກກວດສອບ.
	2. ອົງການກວດສອບແຫ່ງລັດ.
	3. ກະຊວງການເງິນ.
	4. ຫົວໜ່ວຍກວດສອບອິດສະລະ.
	5. ການຈັດຕັ້ງແລະບຸກຄົນອື່ນທີ່ກ່ຽວຂ້ອງກັບການກວດ
ສອບ.
...ມາດຕາເກົ້າການພົວພັນຮ່ວມມືກັບສາກົນ

ມາດຕາເກົ້າການພົວພັນຮ່ວມມືກັບສາກົນ
	ລັດສົ່ງເສີມການພົວພັນຮ່ວມມືກັບສາກົນ,ຮ່ວມມືກັບຕ່າງ
ປະເທດແລະອົງການຈັດຕັ້ງສາກົນດ້ວຍການແລກປ່ຽນບົດຮຽນ,
ຂໍ້ມູນຂ່າວສານ,ເຕັກໂນໂລຢີ,ຝຶກອົບຮົມ,ຍົກລະດັບຄວາມຮູ້ຄວາມ
ສາມາດດ້ານວິຊາຊີບກວດສອບເພື່ອພັດທະນາວຽກງານກວດ
ສອບໃຫ້ເຂັ້ມແຂງແລະທັນສະໄໝ.
..ພາກທີສອງການເຄື່ອນໄຫວກວດສອບ


...ໝວດທີໜຶ່ງການກວດສອບແຫ່ງລັດ


....ກ.ຂັ້ນຕົ້ນຂອງການກວດສອບ


.....ມາດຕາສິບຂັ້ນຕົ້ນຂອງການກວດສອບ

ມາດຕາສິບຂັ້ນຕົ້ນຂອງການກວດສອບ
	ການກວດສອບຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:
	1. ການຕົກລົງກວດສອບ;
	2. ການແຈ້ງຂໍ້ຕົກລົງກວດສອບ.
	3. ການກະກຽມການກວດສອບ.
	4. ການດໍາເນີນການກວດສອບ.
	5. ການສະຫຼຸບແລະສົ່ງບົດສະຫຼຸບຜົນການກວດສອບ.
	6. ການເປີດເຜີຍຜົນການກວດສອບ.
.....ມາດຕາສິບເອັດບ່ອນອີງຂອງກນອອກຂໍ້ຕົກລົງກວດສອບ

ມາດຕາສິບເອັດບ່ອນອີງຂອງກນອອກຂໍ້ຕົກລົງກວດສອບ
	ການຕົກລົງກວດສອບແມ່ນອີງໃສ່:
	1. ແຜນການກວດສອບປະຈໍາສົກປີຂອງອົງການກວດ
ສອບແຫ່ງລັດ.
	2. ຄໍາສະເໜີຂອງກອງປະຊຸມສະພາແຫ່ງຊາດຫຼືຄະນະປະຈໍາ
ສະພາແຫ່ງຊາດ.
	3. ຄໍາສະເໜີຂອງລັດຖະບານຫຼືນາຍົກລັດຖະມົນຕີ.
	4. ຄໍາສະເໜີຂອງອົງການຈັດຕັ້ງລັດ,ອົງການຄຸ້ມຄອງເປົ້າ
ໝາຍຖືກກວດສອບ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ
ຫຼືອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ.
.....ມາດຕາສິບສອງການຕົກລົງກວດສອບ

ມາດຕາສິບສອງການຕົກລົງກວດສອບ
	ການຕົກລົງກວດສອບໃຫ້ອອກເປັນຂໍ້ຕົກລົງກວດສອບຊຶ່ງ
ມີເນື້ອໃນຕົ້ນຕໍດັ່ງນີ້:
	-ບ່ອນອີງດ້ານກົດໝາຍຖືກກວດສອບ.
	-ຊື່ຂອງເປົ້າໝາຍຖືກກວດສອບ.
	-ຈຸດປະສົງ,ລະດັບຄາດໝາຍ,ເນື້ອໃນແລະຂອບເຂດຂອງ
ການກວດສອບ.
	-ສະຖານທີ່ກວດສອບ.
	-ກໍານົດເວລາກວດສອບ.
	-ຄະນະກວດສອບ.
	
	ໃນເວລາດໍາເນີນການກວດສອບຖ້າເຫັນວ່າເນື້ອໃນ,ຂອບ
ເຂດ,ສະຖານທີ່,ກໍານົດເວລາກວດສອບ,ຄະນະກວດສອບມີຄວາມ
ຈໍາເປັນຕ້ອງປ່ຽນແປງນັ້ນປະທານອົງການກວດສອບສູນກາງຫຼືຫົວ
ໜ້າອົງການກວດສອບປະຈໍາພາກຕ້ອງມີຂໍ້ຕົກລົງເພີ່ມເຕີມຢ່າງ
ເປັນທາງການ.
.....ມາດຕາສິບສາມການແຈ້ງຂໍ້ຕົກລົງກວດສອບ

ມາດຕາສິບສາມການແຈ້ງຂໍ້ຕົກລົງກວດສອບ
	ຂໍ້ຕົກລົງກວດສອບຕ້ອງແຈ້ງຢ່າງເປັນລາຍລັກອັກສອນ
ໃຫ້ເປົ້າໝາຍຖືກກວດສອບຊາບລ່ວງໜ້າສິບຫ້າວັນກ່ອນຈະເລີ່ມ
ຕົ້ນດໍາເນີນການກວດສອບຍົກເວັ້ນກໍລະນີການກວດສອບແບບກະ
ທັນຫັນ.
.....ມາດຕາສິບສີ່ການກະກຽມການກວດສອບ

ມາດຕາສິບສີ່ການກະກຽມການກວດສອບ
	ພາຍຫຼັງທີ່ມີການຕົກລົງກວດສອບແລ້ວຄະນະກວດສອບ
ແຫ່ງລັດຕ້ອງກະກຽມວຽກງານຂອງຕົນຊຶ່ງມີເນື້ອໃນຕົ້ນຕໍດັ່ງນີ້:
	1. ສໍາຫຼວດ,ເກັບກໍາແລະລວບລວມຂໍ້ມູນກ່ຽວກັບສະພາບ
ດ້ານການເງິນ,ລະບົບຄວບຄຸມພາຍໃນແລະຂໍ້ມູນອື່ນທີ່ພົວພັນເຖິງ
ເປົ້າໝາຍຖືກກວດສອບ.
	2. ຕີລາຄາລະບົບຄວບຄຸມພາຍໃນແລະຂໍ້ມູນທີ່ເກັບກໍາໄດ້
ຂອງເປົ້າໝາຍທີ່ຈະຕ້ອງກວດສອບເພື່ອກໍານົດຈຸດປະສົງ,ລະດັບ
ຄາດໝາຍ,ເນື້ອໃນ,ຂອບເຂດແລະວິທີການກວດສອບທີ່ເໝາະສົມ.
	3. ສ້າງແຜນການກວດສອບລະອຽດພາຍຫຼັງທີ່ໄດ້ດໍາເນີນ
ຕາມຂໍ້ໜຶ່ງແລະຂໍ້ສອງຂ້າງເທິງນີ້ແລ້ວ.
.....ມາດຕາສິບຫ້າການດໍາເນີນການກວດສອບ

ມາດຕາສິບຫ້າການດໍາເນີນການກວດສອບ
	ການດໍາເນີນການກວດສອບໃຫ້ປະຕິບັດດັ່ງນີ້:
	1. ຄະນະກວດສອບຕ້ອງດໍາເນີນການກວດສອບໃຫ້ຖືກ
ຕ້ອງຕາມເນື້ອໃນຂໍ້ຕົກລົງກວດສອບແລະແຜນການກວດສອບ
ລະອຽດ.
	2. ການກວດສອບດໍາເນີນດ້ວຍການກວດສອບເອກະສານ
ແລະລົງກວດສອບຕົວຈິງກັບທີ່.
	3. ການກວດສອບຕ້ອງດໍາເນີນຕາມມາດຕະຖານການກວດ
ສອບແຫ່ງລັດ.
.....ມາດຕາສິບຫົກການສະຫຼົບຜົນການກວດສອບ

ມາດຕາສິບຫົກການສະຫຼົບຜົນການກວດສອບ
	ເມື່ອສິ້ນສຸດການກວດສອບແລ້ວຜູ້ກວດສອບຕ້ອງສະຫຼຸບ
ຜົນການກວດສອບຊຶ່ງຕ້ອງກໍານົດແຈ້ງຄໍາເຫັນກ່ຽວກັບການຕີ
ລາຄາ,ການຢັ້ງຢືນແລະຄໍາແນະນໍາກ່ຽວກັບເນື້ອໃນທີ່ໄດ້ຜ່ານ
ການກວດສອບ.ຮ່າງບົດບັນທຶກຜົນການກວດສອບຕ້ອງສົ່ງໃຫ້
ເປົ້າໝາຍຖືກກວດສອບມີຄໍາເຫັນເປັນລາຍລັກອັກສອນ.ຖ້າຫາກ
ບໍ່ມີຄໍາຕອບເປັນລາຍລັກອັກສອນພາຍໃນກໍານົດສິບຫ້າວັນນັບ
ແຕ່ວັນໄດ້ຮັບຮ່າງບົດບັນທຶກຜົນການກວດສອບເປັນຕົ້ນໄປກໍ່ຖື
ວ່າເປັນການເຫັນດີນໍາຮ່າງບົດບັນທຶກຜົນການກວດສອບນັ້ນ;ບົດ
ສະຫຼຸບຜົນການກວດສອບຕ້ອງລົງລາຍເຊັນແລະຢັ້ງຢືນໂດຍປະ
ທານອົງການກວດສອບສູນກາງຫຼືຫົວໜ້າອົງການກວດສອບປະ
ຈໍາພາກ.
.....ມາດຕາສິບເຈັດບ່ອນສົ່ງບົດສະຫຼຸບຜົນການກວດສອບ

ມາດຕາສິບເຈັດບ່ອນສົ່ງບົດສະຫຼຸບຜົນການກວດສອບ
	ການສົ່ງບົດສະຫຼຸບຜົນການກວດສອບໃຫ້ປະຕິບັດດັ່ງນີ້:
	1. ບົດສະຫຼຸບຜົນການກວດສອບກ່ຽວກັບບົດສະຫຼຸບ
ຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາ
ສົກປີຕ້ອງສົ່ງໃຫ້ຄະນະປະຈໍາສະພາແຫ່ງຊາດແລະນາຍົກລັດ
ຖະມົນຕີ.
	2. ບົດສະຫຼຸບຜົນການເຄື່ອນໄຫວກວດສອບປະຈໍາປີຂອງ
ອົງການກວດສອບແຫ່ງລັດຕ້ອງສົ່ງໃຫ້ຄະນະປະຈໍາສະພາແຫ່ງ
ຊາດແລະນາຍົກລັດຖະມົນຕີ.
	3. ບົດສະຫຼຸບຜົນການກວດສອບຕາມຄໍາສະເໜີຂອງການ
ຈັດຕັ້ງທີ່ກ່ຽວຂ້ອງຕ້ອງສົ່ງໃຫ້ເປົ້າໝາຍຖືກກວດສອບແລະການ
ຈັດຕັ້ງທີ່ສະເໜີໃຫ້ກວດສອບ.
	4. ບົດສະຫຼຸບຜົນການກວດສອບແບບກະທັນຫັນຕ້ອງສົ່ງ
ໃຫ້ການຈັດຕັ້ງທີ່ສະເໜີໃຫ້ກວດສອບ.
	
	ບົດສະຫຼຸບຜົນການກວດສອບແຕ່ລະຄັ້ງຕ້ອງສົ່ງໃຫ້ເປົ້າ
ໝາຍຖືກກວດສອບແລະອົງການຄຸ້ມຄອງເປົ້າໝາຍຖືກກວດສອບ.
.....ມາດຕາສິບແປດການເປີດເຜີຍຜົນການກວດສອບ

ມາດຕາສິບແປດການເປີດເຜີຍຜົນການກວດສອບ
	ບົດສະຫຼຸບຜົນການກວດສອບຈະສາມາດເປີດເຜີຍໄດ້ກໍ່ຕໍ່
ເມື່ອໄດ້ລາຍງານແລະໄດ້ຮັບອະນຸຍາດຈາກການຈັດຕັ້ງລັດທີ່ມີ
ສິດກ່ຽວຂ້ອງແລ້ວເທົ່ານັ້ນ.
	ປະທານອົງການກວດສອບສູນກາງຫຼືຫົວໜ້າອົງການ
ກວດສອບປະຈໍາພາກເປັນຜູ້ເປີດເຜີຍຕາມແຕ່ລະກໍລະນີດັ່ງນີ້:
	1. ຈັດກອງປະຊຸມາຂ່າວ.
	2. ລົງໜັງສືພິມ,ຂ່າວສານ,ໂທລະພາບ,ວິທະຍຸແລະພາ
ຫະນະສື່ມວນຊົນອື່ນ.
	3. ລົງໃນເວັບໄຊຂໍ້ມູນຂ່າວສານຂອງອົງການກວດສອບ
ແຫ່ງລັດ.
.....ມາດຕາສິບເກົ້າການແກ້ໄຂການລະເມີດ

ມາດຕາສິບເກົ້າການແກ້ໄຂການລະເມີດ
	ທຸກການກະທໍາທີ່ເປັນການລະເມີດລະບຽບກົດໝາຍທີ່ໄດ້
ພົບເຫັນໃນການກວດສອບຕ້ອງໄດ້ຮັບການແກ້ໄຂຢ່າງເຂັ້ມງວດ
ແລະທັນເວລາຖ້າເຫັນວ່າ:
	1. ມີການລະເມີດລະບຽບກົດໝາຍທີ່ມີລັກສະນະເບົາ
ບາງນັ້ນອົງການກວດສອບແຫ່ງລັດຈະສົ່ງບົດສະຫຼຸບຜົນການ
ກວດສອບໃຫ້ອົງການຄຸ້ມຄອງເປົ້າໝາຍຖືກກວດສອບເພື່ອສຶກ
ສາອົບຮົມຫຼືລົງວິໄນ.
	2. ມີການລະເມີດລະບຽບກົດໝາຍທີ່ເປັນການກໍ່ຄວາມ
ເສຍຫາຍທາງແພ່ງຫຼືເປັນການກະທໍາຜິດທາງອາຍານັ້ນອົງ
ການກວດສອບແຫ່ງລັດຈະສົ່ງບົດສະຫຼຸບຜົນການກວດສອບ
ໃຫ້ພາກສ່ວນທີ່ມີສິດອໍານາດກ່ຽວຂ້ອງແກ້ໄຂ.
.....ມາດຕາຊາວການກວດຄືນການຈັດຕັ້ງປະຕິບັດຄາແນະນໍາແລະຄໍາສະເໜີແກ້ໄຂຜົນການກວດສອບ

ມາດຕາຊາວການກວດຄືນການຈັດຕັ້ງປະຕິບັດຄາແນະນໍາແລະ
ຄໍາສະເໜີແກ້ໄຂຜົນການກວດສອບ
	ອົງການກວດສອບແຫ່ງລັດຕ້ອງດໍາເນີນການກວດກາຄືນ
ກ່ຽວກັບການຈັດຕັ້ງປະຕິບັດຄໍາແນະນໍາກວດສອບເພື່ອຕີລາຄາ
ດ້ານດີ,ດ້ານອ່ອນແລະຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດຄໍາແນະ
ນໍາກວດສອບຜ່ານມານັ້ນ.
	ສໍາລັບເປົ້າໝາຍທີ່ໄດ້ຖືກກວດສອບຜ່ານມາແລ້ວຕ້ອງ
ລາຍງານເປັນລາຍລັກອັກສອນກ່ຽວກັບຜົນຂອງການຈັດຕັ້ງປະ
ຕິບັດຄໍາແນະນໍາກວດສອບ,ສະພາບຄວາມເປັນຈິງຂອງການຈັດ
ຕັ້ງປະຕິບັດຄໍາແນະນໍາດັ່ງກ່າວລວມທັງຂໍ້ສະເໜີຂອງຕົນໃຫ້ອົງ
ການກວດສອບແຫ່ງລັດ.
....ຂ.ປະເພດ,ຂົງເຂດ,ເປົ້າໝາຍ,ກໍານົດເວລາແລະສະຖານທີ່ກວດສອບ


.....ມາດຕາຊາວເອັດປະເພດການກວດສອບ

ມາດຕາຊາວເອັດປະເພດການກວດສອບ
	ການກວດສອບແຫ່ງລັດມີສາມປະເພດດັ່ງນີ້:
	1. ການກວດສອບຕາມແຜນການ.
	2. ການກວດສອບຕາມຄໍາສະເໜີ.
	3. ການກວດສອບແບບກະທັນຫັນ.
	
	ການກວດສອບຕາມແຜນການແມ່ນການກວດສອບທີ່
ດໍາເນີນໄປຕາມແຜນການທີ່ໄດ້ວາງໄວ້ແລະມີກໍານົດເວລາອັນ
ແນ່ນອນໂດຍມີການແຈ້ງໃຫ້ເປົ້າໝາຍຖືກກວດສອບຊາບລ່ວງ
ໜ້າ.
	ການກວດສອບຕາມຄໍາສະເໜີແມ່ນການກວດສອບທີ່ດໍາ
ເນີນຕາມຄໍາສະເໜີຂອງອົງການຄຸ້ມຄອງເປົ້າໝາຍຖືກກວດ
ສອບຫຼືເປົ້າໝາຍຖືກກວດສອບ.
	ການກວດສອບແບບກະທັນຫັນແມ່ນການກວດສອບໃນ
ກໍລະນີທີ່ຈໍາເປັນແລະຮີບດ່ວນໂດຍບໍ່ມີການແຈ້ງໃຫ້ເປົ້າໝາຍ
ຖືກກວດສອບຊາບລ່ວງໜ້າ.
.....ມາດຕາຊາວສອງຂົງເຂດການກວດສອບ

ມາດຕາຊາວສອງຂົງເຂດການກວດສອບ
	ການກວດສອບແຫ່ງລັດມີສາມຂົງເຂດດັ່ງນີ້:
	1. ການກວດສອບເອກະສານລາຍງານການເງິນ.
	2. ການກວດສອບຄວາມສອດຄ່ອງທາງກ້ານລະ
ບຽບກົດໝາຍ.
	3. ການກວດສອບຜົນການຈັດຕັ້ງປະຕິບັດ.
	
.....ມາດຕາຊາວສາມການກວດສອບເອກະສານລາຍງານການເງິນ

ມາດຕາຊາວສາມການກວດສອບເອກະສານລາຍງານການເງິນ
	ການກວດສອບເອກະສານລາຍງານການເງິນແມ່ນການ
ກວດກາບັນດາເອກະສານກ່ຽວກັບການເງິນປະຈໍາປີເຊັ່ນ:ໃບສະ
ຫຼຸບຊັບສົມບັດ,ໃບລາຍງານຜົນໄດຮັບ,ໃບລາຍງານກະແສເງິນ
ສົດລວມ,ໃບລາຍງານສ່ວນປ່ຽນແປງຂອງທຶນຕົນເອງແລະເອກະ
ສານອື່ນທີ່ພົວພັນກັບການກວດສອບເພື່ອຕີລາຄາແລະຢັ້ງຢືນລະ
ດັບຄວາມຖືກຕ້ອງຕາມຕົວຈິງ,ຕາມລະບຽບກົດໝາຍ,ຕາມມາດ
ຕະຖານບັນຊີຂອງຜົນການເຄື່ອນໄຫວແລະຖານະການເງິນຂອງ
ເປົ້າໝາຍຖືກກວດສອບ.
.....ມາດຕາຊາວສີ່ການກວດສອບຄວາມສອດຄ່ອງທາງດ້ານລະບຽບກົດໝາຍ

ມາດຕາຊາວສີ່ການກວດສອບຄວາມສອດຄ່ອງທາງດ້ານລະບຽບ
ກົດໝາຍ
	ການກວດສອບຄວາມສອດຄ່ອງທາງດ້ານລະບຽບກົດໝາຍ
ມີເນື້ອໃນດັ່ງນີ້:
	1. ການກວດກາສະພາບການປະຕິບັດກົດໝາຍຕ່າງໆ
ເຊັ່ນ:ກົດໝາຍວ່າດ້ວຍການບັນຊີ,ວິສາຫະກິດ,ທະນາຄານທຸລະ
ກິດ,ພາສີ,ສ່ວນສາອາກອນ,ກົດໝາຍວ່າດ້ວຍອາກອນມູນຄ່າ
ເພີ່ມແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.
	2. ສະພາບການຈັດຕັ້ງປະຕິບັດນິຕິກໍາຕ່າງໆແລະກົດລະ
ບຽບພາຍໃນຂອງເປົ້າໝາຍຖືກກວດສອບ.
.....ມາດຕາຊາວຫ້າການກວດສອບຜົນການຈັດຕັ້ງປະຕິບັດ

ມາດຕາຊາວຫ້າການກວດສອບຜົນການຈັດຕັ້ງປະຕິບັດ
	ການກວດສອບຜົນການຈັດຕັ້ງປະຕິບັດມີເນື້ອໃນດັ່ງນີ້:
	1. ສະພາບການຈັດຕັ້ງປະຕິບັດຄາດໝາຍຂອງແຜນການ
ແລະບົດວິພາກເສດຖະກິດ-ເຕັກນິກຫຼືການກວດກາວັດແທກ
ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານໂດຍສົມທຽບໃສ່
ຄາດໝາຍທີ່ໄດ້ວາງໄວ້.
	2. ການກວດກາລະດັບການຮັບປະກັນການຄຸ້ມຄອງ
ແລະການນໍາໃຊ້ຊັບພະຍາກອນແລະທ່າແຮງຕ່າງໆໃຫ້ມີປະ
ສິດທິຜົນ,ປະຢັດ,ຍືນຍົງແລະຮັກສາສິ່ງແວດລ້ອມ.
	3. ປະສິດທິຜົນຂອງການຄວບຄຸມພາຍໃນຂອງເປົ້າ
ໝາຍຖືກກວດສອບ.
	4. ແຜນງານ,ໂຄງການ,ການເຄື່ອນໄຫວຕ່າງໆຂອງເປົ້າ
ໝາຍຖືກກວດສອບ.
	5. ຜົນກະທົບຂອງສະພາບແວດລ້ອມທາງນອກຕໍ່ບັນຫາເສດ
ຖະກິດແລະປະສິດທິຜົນໃນການເຄື່ອນໄຫວຂອງເປົ້າໝາຍຖືກກວດ
ສອບ.
.....ມາດຕາຊາວຫົກເປົ້າໝາຍຖືກກວດສອບ

ມາດຕາຊາວຫົກເປົ້າໝາຍຖືກກວດສອບ
	ເປົ້າໝາຍຖືກກວດສອບແຫ່ງລັດມີດັ່ງນີ້:
	1. ອົງການຈັດຕັ້ງລັດ,ແນວລາວສ້າງຊາດ,ອົງການ
ຈັດຕັ້ງມະຫາຊົນແລະອົງການຈັດຕັ້ງອື່ນທີ່ຄຸ້ມຄອງແລະນໍາໃຊ້
ທຶນຮອນຂອງລັດ.
	2. ອົງການຈັດຕັ້ງການເມືອງ-ສັງຄົມທີ່ນໍາໃຊ້ງົບປະ
ມານແຫ່ງລັດ.
	3. ກົມກອງທີ່ຂຶ້ນກັບກໍາລັງປະກອບອາວຸດ.
	4. ໂຄງການລົງທຶນຂອງລັດທີ່ນໍາໃຊ້ທຶນມາຈາກງົບ
ປະມານພາຍໃນ,ທຶນກູ້ຢືມ,ທຶນສົມທົບຫຼືທຶນຊ່ວຍເຫຼືອລ້າຈາກ
ພາຍໃນຫຼືຕ່າງປະເທດ.
	5. ວິສາຫະກິດຂອງລັດແລະວິສາຫະກິດປະສົມ.
.....ມາດຕາຊາວເຈັດການຕົກລົງຂົງເຂດການກວດສອບ

ມາດຕາຊາວເຈັດການຕົກລົງຂົງເຂດການກວດສອບ
	ອີງໃສ່ຈຸດປະສົງຂອງການກວດສອບແຕ່ລະຄັ້ງຜູ້ຕົກລົງ
ໃຫ້ກວດສອບເປັນຜູ້ກໍານົດຂົງເຂດການກວດສອບຊຶ່ງອາດຈະມີ
ໜຶ່ງຫຼືຫຼາຍຂົງເຂດຕາມທີ່ໄດ້ກໍານົດໄວ້ໃນມາດຕາຊາວສອງ
ຂອງກົດໝາຍສະບັບນີ້.
.....ມາດຕາຊາວແປດກໍານົດເວລາກວດສອບ

ມາດຕາຊາວແປດກໍານົດເວລາກວດສອບ
	ອີງໃສ່ການຕົກລົງຂົງເຂດການກວດສອບແຕ່ລະຄັ້ງຜູ້ຕົກ
ລົງໃຫ້ກວດສອບເປັນຜູ້ກໍານົດເວລາກວດສອບ.ໃນກໍລະນີທີ່ການ
ກວດສອບຫາກບໍ່ສໍາເລັດກໍ່ສາມາດຕໍ່ເວລາໄດ້.
.....ມາດຕາຊາວເກົ້າສະຖານທີ່ກວດສອບ

ມາດຕາຊາວເກົ້າສະຖານທີ່ກວດສອບ
	ການກວດສອບຕ້ອງດໍາເນີນຢູ່ສໍານັກງານຂອງເປົ້າໝາຍ
ຖືກກວດສອບ.ໃນກໍລະນີທີ່ຈໍາເປັນຈະກວດສອບຢູ່ນອກສະຖານທີ່
ສໍານັກງານຂອງເປົ້າໝາຍຖືກກວດສອບກໍ່ໄດ້ແຕ່ເປົ້າໝາຍຖືກ
ກວດສອບຕ້ອງສົ່ງສໍານວນເອກະສານແລະຂໍ້ມູນຕ່າງໆທີ່ກ່ຽວຂ້ອງ
ໄປໃຫ້ຄະນະກວດສອບຕາມຄວາມຕ້ອງການ.
...ໝວດທີສອງການກວດສອບເອກະລາດ


....ມາດຕາສາມສິບຂົງເຂດແລະເນື້ອໃນການກວດສອບເອກະລາດ

ມາດຕາສາມສິບຂົງເຂດແລະເນື້ອໃນການກວດສອບເອກະລາດ
	ຂົງເຂດແລະເນື້ອໃນການກວດສອບເອກະລາດໃຫ້ປະຕິບັດ
ຕາມມາດຕາຊາວສອງ,ຊາວສາມ,ຊາວສີ່ແລະຊາວຫ້າຂອງກົດ
ໝາຍສະບັບນີ້.
....ມາດຕາສາມສິບເອັດຂັ້ນຕອນການກວດສອບເອກະລາດ

ມາດຕາສາມສິບເອັດຂັ້ນຕອນການກວດສອບເອກະລາດ
	ການກວດສອບເອກະລາດຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:
	-ການຄັດເລືອກຜູ້ກວດສອບອິດສະລະ.
	-ຂໍ້ຜູກພັນດ້ານການກວດສອບ.
	-ການສ້າງແຜນງານກວດສອບ.
	-ການດໍາເນີນການກວດສອບ.
	-ບົດລາຍງານການກວດສອບ.
....ມາດຕາສາມສິບສອງການຄັດເລືອກຜູ້ກວດສອບອິດສະລະ

ມາດຕາສາມສິບສອງການຄັດເລືອກຜູ້ກວດສອບອິດສະລະ
	ການຄັດເລືອກຜູ້ກວດສອບອິດສະລະດໍາເນີນດ້ວຍສອງວ
ິທີຄື:
	-ກອງປະຊຸມໃຫຍ່ປະຈໍາປີຂອງຜູ້ຖືຮຸ້ນ.
	-ຕາມການສະເໜີຂອງຜູ້ໃຫ້ກູ້ຢືມ,ຜູ້ໃຫ້ທຶນ,ນັກລົງທຶນຫຼື
ຕາມທີ່ໄດ້ກໍານົດໄວ້ໃນສັນຍາ.
....ມາດຕາສາມສິບສາມຂໍ້ຜູກພັນດ້ານການກວດສອບເອກະລາດ

ມາດຕາສາມສິບສາມຂໍ້ຜູກພັນດ້ານການກວດສອບເອກະລາດ
	ການກວດສອບເອກະລາດຈະດໍາເນີນໄດ້ກໍ່ຕໍ່ເມື່ອມີການສະ
ເໜີຂອງຫົວໜ່ວຍກວດສອບບົນພື້ນຖານການເຊັນຂໍ້ຜູກພັນສັນຍາ
ດ້ານການກວດສອບລະຫວ່າງຜູ້ກວດສອບແລະຜູ້ຖືກກວດສອບ.
	ເນື້ອໃນຂອງຂໍ້ຜູກພັນດ້ານການກວດສອບກໍານົດໃຫ້ມີການ
ປະກອບເອກະສານແລະມີການຢືນຢັນຮັບຮອງຂອງຜູ້ກວດສອບ
ກ່ຽວກັບການແຕ່ງຕັ້ງແລະແບ່ງງານພາຍໃນໜ່າຍງານກວດ
ສອບ,ວັດຖຸປະສົງ,ຂອບເຂດການກວດສອບ,ກໍານົດຄວາມຮັບຜິດ
ຊອບຂອງຜູ້ກວດສອບແລະຜູ້ຖືກກວດສອບແລະຮູບແບບບົດລາຍ
ງານຕ່າງໆ.
....ມາດຕາສາມສິບສີ່ການສ້າງແຜນງານກວດສອບ

ມາດຕາສາມສິບສີ່ການສ້າງແຜນງານກວດສອບ
	ການສ້າງແຜນງານກວດສອບຕ້ອງດໍາເນີນດັ່ງນີ້:
	1. ສຶກສາສະພາບການເບື້ອງຕົ້ນດ້ານການຄຸ້ມຄອງ
ການເງິນ,ການບັນຊີ,ລະບົບຄວບຄຸມພາຍໃນແລະທ່າອຽງດ້ານ
ການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການທຸລະກິດທີ່ກ່ຽວ
ຂ້ອງ.
	2. ປະເມີນຜົນລະບົບການຄວບຄຸມພາຍໃນແລະຄວາມສ່ຽງ
ດ້ານການກວດສອບ.
	3. ວາງແຜນການກວດສອບ,ກໍານົດເປົ້າໝາຍ,ກະກຽມ
ຄໍາຖາມເຈາະຈີ້ມ,ສອບຖາມພາກສ່ວນທີ່ກ່ຽວຂ້ອງເພື່ອຊອກຫາ
ຫຼັກຖານທີ່ແທດເໝາະແລະພຽງພໍແລະກໍານົດເວລາກວດສອບ.
....ມາດຕາສາມສິບຫ້າການດໍາເນີນການກວດສອບ

ມາດຕາສາມສິບຫ້າການດໍາເນີນການກວດສອບ
	ການດໍາເນີນການກວດສອບຕ້ອງປະຕິບັດຕາມເນື້ອໃນ
ຂອງຂໍ້ຜູກພັນດ້ານການກວດສອບແລະຕາມແຜນງານທີ່ໄດ້ວາງ
ໄວ້,ກໍານົດແລະແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງໃນໜ່ວຍ
ງານກວດສອບໂດຍມີການຄວບຄຸມຢ່າງເຂັ້ມງວດຈາກຫົວໜ້າ
ໜ່ວຍງານ.
	ການດໍາເນີນການກວດສອບຕ້ອງປະຕິບັດຕາມມາດຕະ
ຖານການກວດສອບເອກະລາດເພື່ອກວດສອບແຕ່ລະຮອບວຽນ
ການທຸລະກິດແລະປະເມີນຜົນກ່ຽວກັບຫຼັກຖານທີ່ໄດ້ຮັບ.
....ມາດຕາສາມສິບຫົກບົດລາຍງານການກວດສອບ

ມາດຕາສາມສິບຫົກບົດລາຍງານການກວດສອບ
	ບົດລາຍງານການກວດສອບມີດັ່ງນີ້:
	1. ບົດລາຍງານການກວດສອບເອກະສານລາຍງານ
ການເງິນຊຶ່ງແມ່ນບົດຢັ້ງຢືນຄວາມຖືກຕ້ອງຕາມຕົວຈິງ,ຄວາມ
ຖືກຕ້ອງຕາມລະບຽບກົດໝາຍແລະລະດັບຄວາມເຊື່ອຖືໄດ້ຂອງ
ເອກະສານລາຍງານການເງິນ.
	2. ບົດລາຍງານການກວດສອບຄວາມຖືກຕ້ອງຕາມລະ
ບຽບກົດໝາຍແລະຜົນການປະຕິບັດງານຊຶ່ງແມ່ນບົດປະເມີນ
ການປະຕິບັດກົດໝາຍ,ປະສິດທະພາບແລະປະສິດທິຜົນໃນການ
ປະຕິບັດງານຂອງຫົວໜ່ວຍທີ່ຖືກກວດສອບ.
	
	ຮ່າງບົດລາຍງານການກວດສອບຕ້ອງມີຈົດໝາຍແນະ
ນໍາວິທີການແລະມາດຕະການແກ້ໄຂໃຫ້ແກ່ຫົວໜ່ວຍຖືກກວດ
ສອບຕິດຄັ້ໄປພ້ອມ.
	ຮ່າງບົດລາຍງານການກວດສອບຕ້ອງສົ່ງໃຫ້ຫົວໜ່ວຍ
ທີ່ຖືກກວດສອບມີຄວາມເຫັນຕໍ່ແຕ່ລະຂັ້ນແນະນໍາກ່ອນຈະລົງ
ລາຍເຊັນແລະນໍາສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງດັ່ງທີ່ໄດ້ກໍານົດ
ໄວ້ໃນມາດຕາສິບເຈັດຂອງກົດໝາຍສະບັບນີ້.
....ມາດຕາສາມສິບເຈັດການກວດສອບໃນຂົງເຂດການເງິນແຫ່ງລັດ

ມາດຕາສາມສິບເຈັດການກວດສອບໃນຂົງເຂດການເງິນແຫ່ງລັດ
	ການກວດສອບໃນຂົງເຂດການເງິນແຫ່ງລັດໃຫ້ປະຕິບັດດັ່ງນີ້:
	1. ເຊັນຂໍ້ຜູ້ພັນສັນຍາກັບອົງການກວດສອບແຫ່ງລັດ
ແລະໄດ້ຮັບຄ່າກວດສອບຕາມການຕົກລົງຂອງສອງຝ່າຍ.
	2. ຕ້ອງດໍາເນີນການກວດສອບຕາມມາດຕະຖານການກວດ
ສອບແຫ່ງລັດ.
	3. ຕ້ອງສົ່ງບົດລາຍງານຜົນການກວດສອບໃຫ້ອົງການ
ກວດສອບແຫ່ງລັດ;ຖ້າມີຄວາມຈໍາເປັນອົງການກວດສອບແຫ່ງ
ລັດມີສິດກວດກາຄືນຜົນການກວດສອບນັ້ນ.
..ພາກທີສາມອົງການກວດສອບ


...ໝວດທີໜຶ່ງອົງການກວດສອບແຫ່ງລັດ


....ກ.ລະບົບການຈັດຕັ້ງແລະບຸກຄະລາກອນ


.....ມາດຕາສາມສິບແປດທີ່ຕັ້ງແລະພາລະບົດບາດຂອງອົງການກວດສອບແຫ່ງລັດ

ມາດຕາສາມສິບແປດທີ່ຕັ້ງແລະພາລະບົດບາດຂອງອົງການ
ກວດສອບແຫ່ງລັດ
	ອົງການກວດສອບແຫ່ງລັດແມ່ນອົງການກວດກາທາງ
ດ້ານເສດຖະກິດ,ການເງິນແຫ່ງລັດ,ຖືກສ້າງຕັ້ງຫຼືຍຸບເລີກໂດຍ
ສະພາແຫ່ງຊາດ,ມີພາລະບົດບາດກວດສອບການຈັດຕັ້ງຕ່າງໆ
ທີ່ຄຸ້ມຄອງແລະນໍາໃຊ້ທຶນຮອນຂອງລັດກ່ຽວກັບຂົງເຂດການ
ກວດສອບທີ່ໄດ້ກໍານົດໄວ້ໃນມາດຕາຊາວສອງຂອງກົດໝາຍ
ສະບັບນີ້.
.....ມາດຕາສາມສິບເກົ້າລະບົບການຈັດຕັ້ງຂອງອົງການກວດສອບແຫ່ງລັດ

ມາດຕາສາມສິບເກົ້າລະບົບການຈັດຕັ້ງຂອງອົງການກວດສອບ
ແຫ່ງລັດ
	ລະບົບການຈັດຕັ້ງຂອງອົງການກວດສອບແຫ່ງລັດປະ
ກອບດ້ວຍ:
	-ອົງການກວດສອບສູນກາງ.
	-ອົງການກວດສອບປະຈໍາພາກ.ຫ
.....ມາດຕາສີ່ສິບອົງການກວດສອບສູນກາງ

ມາດຕາສີ່ສິບອົງການກວດສອບສູນກາງ
	ອົງການກວດສອບສູນກາງແມ່ນອົງການກວດສອບ
ຂັ້ນສູງສຸດໃນລະບົບການຈັດຕັ້ງຂອງອົງການກວດສອບແຫ່ງ
ລັດ.
	ອົງການກວດສອບສູນກາງມີສິດແລະໜ້າທີ່ດັ່ງນີ້:
	1. ຄົ້ນຄວ້າຍຸດທະສາດ,ນະໂຍບາຍ,ລະບຽບກົດໝາຍ,ທິດ
ທາງແຜນການ,ມາດຕະຖານແລະມາດຕະການກ່ຽວກັບວຽກງານ
ກວດສອບແລ້ວສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາ.
	2. ສ້າງແຜນການກວດສອບປະຈໍາປີແລະຈັດຕັ້ງປະຕິບັດ.
	3. ຈັດຕັ້ງໂຄສະນາເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍ
ແລະມາດຕະຖານກ່ຽວກັບວຽກງານກວດສອບ.
	4. ຄຸ້ມຄອງ,ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດນະໂຍ
ບາຍ,ລະບຽບກົດໝາຍ,ມາດຕະຖານກ່ຽວກັບວຽກງານກວດ
ສອບຂອງຂັ້ນລຸ່ມ.
	5. ເຊັນສັນຍາກັບຫົວໜ່ວຍກວດສອບອິດສະລະ.
	6. ກໍ່ສ້າງແລະຍົກລະດັບບຸກຄະລາກອນເພື່ອຮັບໃຊ້ວຽກ
ງານກວດສອບ.
	7. ພິຈາລະນາ,ແກ້ໄຂຄໍາສະເໜີກ່ຽວກັບການກວດສອບ
ເປັນຕົ້ນບົດສະຫຼຸບຜົນການກວດສອບ.
	8. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບວຽກ
ງານກວດສອບ.
	9. ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນ
ໃນຂົງເຂດວຽກງານກວດສອບ.
	10. ສະຫຼຸບລາຍງານການເຄື່ອນໄຫວວຽກງານກວດສອບ
ປະຈໍາຫົກເດືອນແລະປະຈໍາປີໃຫ້ຄະນະປະຈໍາສະພາແຫ່ງຊາດ
ແລະນາຍົກລັດຖະມົນຕີ.
	11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ
ລະບຽບກົດໝາຍ.
.....ມາດຕາສີ່ສິບເອັດໂຄງປະກອບຈັດຕັ້ງແລະບຸກຄະລາກອນຂອງອົງການກວດສອບສູນກາງ

ມາດຕາສີ່ສິບເອັດໂຄງປະກອບຈັດຕັ້ງແລະບຸກຄະລາກອນຂອງ
ອົງການກວດສອບສູນກາງ
	ໂຄງປະກອບບຸກຄະລາກອນຂອງອົງການກວດສອບສູນ
ກາງມີດັ່ງນີ້:
	-ປະທານ.
	-ຮອງປະທານຈໍານວນໜຶ່ງ.
	-ນັກກວດສອບແລະພະນັກງານວິຊາການ.
	
	ສໍາລັບໂຄງປະກອບການຈັດຕັ້ງແລະການເຄື່ອນໄຫວ
ຂອງອົງການກວດສອບສູນກາງກໍານົດໄວ້ໃນລະບຽບການສະ
ເພາະ.
.....ມາດຕາສີ່ສິບສອງປະທານອົງການກວດສອບສູນກາງ

ມາດຕາສີ່ສິບສອງປະທານອົງການກວດສອບສູນກາງ
	ປະທານອົງການກວດສອບສູນກາງຖືກເລືອກຕັ້ງຫຼືປົດ
ຕໍາແໜ່ງໂດຍກອງປະຊຸມສະພາແຫ່ງຊາດຕາມການສະເໜີ
ຂອງຄະນະປະຈໍາສະພາແຫ່ງຊາດ,ມີອາຍຸການຫ້າປີ,ການ
ເລືອກຕັ້ງດັ່ງກ່າວຕ້ອງດໍາເນີນຢ່າງໄວໜຶ່ງປີຫຼັງຈາກກອງປະ
ຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ.
	
	ປະທານອົງການກວດສອບສູນກາງມີສິດແລະໜ້າທີ່ດັ່ງນີ້:
	1. ຮັບຜິດຊອບໂດຍກົງຕໍ່ສະພາແຫ່ງຊາດ,ຄະນະປະຈໍາ
ສະພາແຫ່ງຊາດກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວວຽກ
ງານຂອງອົງການກວດສອບແຫ່ງລັດ.
	2. ຊີ້ນໍາແລະກວດກາການຈັດຕັ້ງປະຕິບັດວຽກງານກວດ
ສອບແຫ່ງລັດທົ່ວປະເທດ.
	3. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວ
ກັບວຽກງານກວດສອບແຫ່ງລັດ.
	4. ສະເໜີຮ່າງນິຕິກໍາກ່ຽວກັບວຽກງານກວດສອບຕໍ່ຄະນະ
ປະຈໍາສະພາແຫ່ງຊາດ.
	5. ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບເນື້ອໃນບົດສະຫຼຸບ
ຜົນການກວດສອບຂອງອົງການກວດສອບແຫ່ງລັດ.
	6. ເຂົ້າຮ່ວມກອງປະຊຸມສະໄໝສາມັນຂອງສະພາແຫ່ງ
ຊາດ,ຄະນະປະຈໍາສະພາແຫ່ງຊາດແລະກອງປະຊຸມລັດຖະບານ
ກ່ຽວກັບບັນຫາທີ່ພົວພັນເຖິງວຽກງານກວດສອບ.
	7. ລາຍງານຜົນການກວດສອບບົດສະຫຼຸບຂາດຕົວການ
ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດແລະຜົນການເຄື່ອນ
ໄຫວກວດສອບປະຈໍາປີຂອງອົງການກວດສອບແຫ່ງລັດຕໍ່ສະ
ພາແຫ່ງຊາດແລະນາຍົກລັດຖະມົນຕີ.
	8. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງສຶກສາອົບຮົມ,ລົງວິ
ໄນ,ດໍາເນີນຄະດີແພ່ງຫຼືອາຍາຕໍ່ເປົ້າໝາຍຖືກກວດສອບ.
	9. ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງພະນັກງານອງອົງ
ການກວດສອບສູນກາງແຕ່ຂັ້ນຫົວໜ້າກົມລົງໄປລວມທັງພະນັກ
ງານຂອງອົງການກວດສອບປະຈໍາພາກແຕ່ຂັ້ນຮອງຫົວໜ້າ
ອົງການກວດສອບປະຈໍາພາກລົງໄປ.
	10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ
ບຽບກົດໝາຍ.
.....ມາດຕາສີ່ສິບສາມຮອງປະທານອົງການກວດສອບສູນກາງ

ມາດຕາສີ່ສິບສາມຮອງປະທານອົງການກວດສອບສູນກາງ
	ຮອງປະທານອົງການກວດສອບສູນກາງຖືກແຕ່ງຕັ້ງ,ຍົກ
ຍ້າຍຫຼືປົດຕໍາແໜ່ງໂດຍປະທານປະເທດຕາມການສະເໜີຂອງຄະ
ນະປະຈໍາສະພາແຫ່ງຊາດ.
	ຮອງປະທານອົງການກວດສອບສູນກາງມີສິດແລະໜ້າທີ່
ດັ່ງນີ້:
	1. ຊ່ວຍວຽກປະທານອົງການກວດສອບສູນກາງແລະຮັບຜິດ
ຊອບວຽກງານໃດໜຶ່ງຕາມການມອບໝາຍຂອງປະທານອົງການ
ກວດສອບສູນກາງ.
	2. ໃນກໍລະນີທີ່ປະທານບໍ່ຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້ນັ້ນ
ແມ່ນຮອງປະທານຜູ້ທີ່ໄດ້ຮັບມອບໝາຍຈາກປະທານອົງການກວດ
ສອບສູນກາງເປັນຜູ້ວ່າການແທນ.
.....ມາດຕາສີ່ສິບສີ່ອົງການກວດສອບປະຈໍາພາກ

ມາດຕາສີ່ສິບສີ່ອົງການກວດສອບປະຈໍາພາກ
	ອົງການກວດສອບປະຈໍາພາກເປັນອົງການກວດສອບຂັ້ນ
ໜຶ່ງທີ່ຂຶ້ນກັບອົງການກວດສອບສູນກາງໂດຍກົງ.ດໍາເນີນການ
ກວດສອບບັນດາການຈັດຕັ້ງທີ່ຕັ້ງຢູ່ໃນພື້ນທີ່ຂອງພາກແລະກວດ
ສອບເປົ້າໝາຍອື່ນໆຕາມການມອບໝາຍຂອງປະທານອົງການ
ກວດສອບສູນກາງ.
	ອົງການກວດສອບປະຈໍາພາກມີສິດແລະໜ້າທີ່ດັ່ງນີ້:
	1. ຄົ້ນຄວ້າຫັນເອົານະໂຍບາຍ,ມະຕິຕົກລົງ,ແຜນການ
ຂອງອົງການກວດສອບສູນກາງມາເປັນແຜນການ,ແຜນງານ,
ໂຄງການລະອຽດຂອງຕົນແລ້ວຈັດຕັ້ງປະຕິບັດ.
	2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບການກວດ
ສອບລວມທັງຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການຂອງປະ
ທານອົງການກວດສອບສູນກາງ.
	3. ດໍາເນີນການກວດສອບຕາມແຜນການຂອງຕົນແລະ
ຕາມການມອບໝາຍຂອງປະທານອົງການກວດສອບສູນກາງ.
	4. ແຈ້ງຜົນການກວດສອບໃຫ້ເປົ້າໝາຍຖືກກວດສອບ
ຊາບ.
	5. ເຊັນສັນຍາກັບຫົວໜ່ວຍກວດສອບອິດສະລະ.
	6. ພິຈາລະນາ,ແກ້ໄຂຄໍາສະເໜີທີ່ພົວພັນກັບການກວດ
ສອບເປັນຕົ້ນກ່ຽວກັບບົດສະຫຼຸບຜົນການກວດສອບ.
	7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການ
ປະຕິບັດວຽກງານກວດສອບ.
	8. ສະຫຼຸບລາຍງານການເຄື່ອນໄຫວວຽກງານກວດສອບ
ປະຈໍາງວດແລະປະຈໍາປີໃຫ້ປປະທານອົງການກວດສອບສູນກາງ.
	9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ
ບຽບກົດໝາຍ.
.....ມາດຕາສີ່ສິບຫ້າໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງອົງການກວດສອບປະຈໍາພາກ

ມາດຕາສີ່ສິບຫ້າໂຄງປະກອບການຈັດຕັ້ງແລະບຸກຄະລາກອນ
ຂອງອົງການກວດສອບປະຈໍາພາກ
	ໂຄງປະກອບບຸກຄະລາກອນຂອງອົງການກວດສອບປະຈໍາ
ພາກມີດັ່ງນີ້:
	-ຫົວໜ້າ.
	-ຮອງຫົວໜ້າຈໍານວນໜຶ່ງ.
	-ນັກກວດສອບແລະພະນັກງານວິຊາການ.
	
	ສໍາລັບໂຄງປະກອບການຈັດຕັ້ງແລະການເຄື່ອນໄຫວຂອງ
ອົງການກວດສອບປະຈໍາພາກກໍານົດໄວ້ໃນລະບຽບການສະເພາະ.
.....ມາດຕາສີ່ສິບຫົກຫົວໜ້າອົງການກວດສອບປະຈໍາພາກ

ມາດຕາສີ່ສິບຫົກຫົວໜ້າອົງການກວດສອບປະຈໍາພາກ
	ຫົວໜ້າອົງການກວດສອບປະຈໍາພາກຖືກແຕ່ງຕັ້ງ,ຍົກ
ຍ້າຍຫຼືປົດຕໍາແໜ່ງໂດຍຄະນະປະຈໍາສະພາແຫ່ງຊາດຕາມການ
ສະເໜີຂອງປະທານອົງການກວດສອບສູນກາງ.
	ຫົວໜ້າອົງການກວດສອບປະຈໍາພາກມີສິດແລະໜ້າທີ່ດັ່ງນີ້:
	1. ຮັບຜິດຊອບໂດຍກົງຕໍ່ປະທານອົງການກວດສອບສູນ
ກາງກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວວຽກງານກວດ
ສອບຂອງຕົນ.
	2. ຊີ້ນໍາແລະກວດກາການດໍາເນີນການກວດສອບໃຫ້ສອດ
ຄ່ອງກັບມາດຕະຖານການກວດສອບ.
	3. ສະເໜີປັບປຸງກົງຈັກການຈັດຕັ້ງ,ຈໍານວນພົນແລະການ
ສັບຊ້ອນພະນັກງານຢູ່ໃນອົງການກວດສອບປະຈໍາພາກຂອງຕົນ
ຕໍ່ປະທານອົງການກວດສອບສູນກາງ.
	4. ປະສານສົມທົບກັບອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ
ຢູ່ໃນພື້ນທີ່ພາກຂອງຕົນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ.
	5. ລາຍງານຜົນຂອງການເຄື່ອນໄຫວວຽກງານທັງໝົດ
ຂອງອົງການກວດສອບປະຈໍາພາກໃຫ້ປະທານອົງການກວດສອບ
ສູນກາງຢ່າງປົກກະຕິ.
	6. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະ
ຕາມການມອບໝາຍຂອງປະທານອົງການກວດສອບສູນກາງ.
.....ມາດຕາສີ່ສິບເຈັດຮອງຫົວໜ້າອົງການກວດສອບປະຈໍາພາກ

ມາດຕາສີ່ສິບເຈັດຮອງຫົວໜ້າອົງການກວດສອບປະຈໍາພາກ
	ຮອງຫົວໜ້າອົງການກວດສອບປະຈໍາພາກຖືກແຕ່ງຕັ້ງ,ຍົກ
ຍ້າຍຫຼືປົດຕໍາແໜ່ງໂດຍປະທານອົງການກວດສອບສູນກາງຕາມ
ການສະເໜີຂອງຫົວໜ້າອົງການກວດສອບປະຈໍາພາກ.
	ຮອງຫົວໜ້າອົງການກວດສອບປະຈໍາພາກມີສິດແລະໜ້າທີ່
ດັ່ງນີ້:
	1. ຊ່ວຍວຽກຫົວໜ້າອົງການກວດສອບປະຈໍາພາກແລະຮັບ
ຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຫົວໜ້າອົງການ
ກວດສອບປະຈໍາພາກ.
	2. ໃນກໍລະນີທີ່ຫົວໜ້າອົງການກວດສອບປະຈໍາພາກບໍ່ຢູ່ຫຼືບໍ່
ສາມາດປະຕິບັດໜ້າທີ່ໄດ້ນັ້ນແມ່ນຮອງຫົວໜ້າອົງການກວດສອບ
ປະຈໍາພາກຜູ້ທີ່ໄດ້ຮັບມອບໝາຍຈາກຫົວໜ້າອົງການກວດສອບປະ
ຈໍາພາກເປັນຜູ້ວ່າການແທນ.
....ຂ.ນັກກວກດສອບແລະຄະນະກວດສອບແຫ່ງລັດ


.....ມາດຕາສີ່ສິບແປດນັກກວດສອບແຫ່ງລັດ

ມາດຕາສີ່ສິບແປດນັກກວດສອບແຫ່ງລັດ
	ນັກກວດສອບແຫ່ງລັດແມ່ນພະນັກງານທີ່ສັງກັດຢູ່ອົງການ
ກວດສອບແຫ່ງລັດຊຶ່ງມີໜ້າທີ່ປະຕິບັດວຽກງານກວດສອບ.
	ນັກກວດສອບແຫ່ງລັດຕ້ອງມີມາດຕະຖານດັ່ງນີ້:
	1. ມີທັດສະນະຫຼັກໝັ້ນ,ມີຄຸນສົມບັດສິນທໍາປະຕິວັດ.
	2. ກໍາແໜ້ນແນວທາງນະໂຍບາຍ,ລະບຽບກົດໝາຍ.
	3. ມີຄວາມຮັບຜິດຊອບສູງ,ຄວາມປອດໃສແລະຄວາມຍຸຕິທໍາ.
	4. ມີຄວາມຮູ້,ຄວາມສາມາດ,ມີວິຊາສະເພາະໃດໜຶ່ງທີ່ກ່ຽວ
ຂ້ອງກັບວຽກງານກວດສອບໂດຍມີປະກາສະນີຍະບັດແຕ່ຊັ້ນສູງຂຶ້ນ
ໄປ.
	5. ໄດ້ຜ່ານການຮໍ່າຮຽນຫຼືການຝຶກອົບຮົມວຽກງານກວດ
ສອບແລະມີບົດຮຽນກ່ຽວກັບວຽກງານກວດສອບແຕ່ສາມປີຂຶ້ນໄປ.
	6. ຮັກສາຄວາມລັບດ້ານວິຊາຊີບກວດສອບ.
	7. ບໍ່ເຄີຍຖືກລົງວິໄນສະຖານໜັກ,ຕ້ອງໂທດທາງແພ່ງຫຼື
ອາຍາໂດຍເຈດຕະນາມາກ່ອນ.
	8. ມີສຸຂະພາບສົມບູນ.
.....ມາດຕາສີ່ສິບເກົ້າຄະນະກວດສອບແຫ່ງລັດ

ມາດຕາສີ່ສິບເກົ້າຄະນະກວດສອບແຫ່ງລັດ
	ຄະນະກວດສອບແຫ່ງລັດຖືກແຕ່ງຕັ້ງໂດຍປະທານອົງການ
ກວດສອບສູນກາງຫຼືຫົວໜ້າອົງການກວດສອບປະຈໍາພາກ,ປະກອບ
ດ້ວຍຫົວໜ້າ,ຮອງຫົວໜ້າແລະສະມາຊິກແຕ່ສາມຄົນຂຶ້ນໄປ.
	ຄະນະກວດສອບແຫ່ງລັດມີໜ້າທີ່ດໍາເນີນການກວດສອບຕາມ
ຂັ້ນຕອນແລະມາດຕະຖານການກວດສອບທີ່ໄດ້ກໍານົດໄວ້ໃນກົດໝາຍ
ສະບັບນີ້.
.....ມາດຕາຫ້າສິບຜູ້ຮ່ວມງານກວດສອບອິດສະລະ

ມາດຕາຫ້າສິບຜູ້ຮ່ວມງານກວດສອບອິດສະລະ
	ຜູ້ຮ່ວມງານກວດສອບອິດສະລະແມ່ນວິສາຫະກິດກວດສອບ
ຫຼືນັກກວດສອບອິດສະລະທີ່ໄດ້ເຊັນສັນຍາກວດສອບກັບອົງການກວດ
ສອບສູນກາງຫຼືອົງການກວດສອບປະຈໍາພາກເພື່ອດໍາເນີນການກວດ
ສອບເອກະລາດ.
	ຜູ້ຮ່ວມງານກວດສອບອິດສະລະມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້:
	-ປະຕິບັດຕາມຂໍ້ຜູກພັນໃນສັນຍາກວດສອບ.
	-ປະຕິບັດຕາມກົດໝາຍວ່າດ້ວຍການກວດສອບແລະກົດໝາຍ
ອື່ນທີ່່ກ່ຽວຂ້ອງຢ່າງເຂັ້ມງວດ.
	-ຮັບຜິດຊອບຕໍ່ອົງການກວດສອບສູນກາງຫຼືອົງການກວດ
ສອບປະຈໍາພາກກ່ຽວກັບຜົນການກວດສອບທີ່ຕົນໄດ້ປະຕິບັດ.
	
	ສໍາລັບລະບຽບການກ່ຽວກັບຜູ້ຮ່ວມງານກວດສອບອິດສະ
ລະນັ້ນແມ່ນປະທານອົງການກວດສອບສູນກາງເປັນຜູ້ກໍານົດ.
....ຄ.ສະພາທີ່ປຶກສາການກວດສອບແຫ່ງລັດ


.....ມາດຕາຫ້າສິບເອັດສະພາທີ່ປຶກສາການກວດສອບແຫ່ງລັດ

ມາດຕາຫ້າສິບເອັດສະພາທີ່ປຶກສາການກວດສອບແຫ່ງລັດ
	ສະພາທີ່ປຶກສາການກວດສອບແຫ່ງລັດແມ່ນການຈັດຕັ້ງ
ໜຶ່ງທີ່ຢູ່ໃຕ້ການຄຸ້ມຄອງຂອງອົງການກວດສອບສູນກາງ.ມີພາລະ
ບົດບາດຄົ້ນຄວ້າລະບຽບການຕ່າງໆກ່ຽວກັບການກວດສອບແລະ
ໃຫ້ຄໍາປຶກສາດ້ານວິຊາການກວດສອບແກ່ອົງການກວດສອບແຫ່ງ
ລັດ.
.....ມາດຕາຫ້າສິບສອງໂຄງປະກອບການຈັດຕັ້ງແລະບຸດຄະລາກອນ

ມາດຕາຫ້າສິບສອງໂຄງປະກອບການຈັດຕັ້ງແລະບຸດຄະລາກອນ
	ໂຄງປະກອບບຸກຄະລາກອນຂອງສະພາທີ່ປຶກສາການກວດ
ສອບແຫ່ງລັດມີດັ່ງນີ້:
	-ປະທານຊຶ່ງແມ່ນຮອງປະທານອົງການກວດສອບສູນກາງ.
	-ຮອງປະທານຊຶ່ງແມ່ນຫົວໜ້າກົມໃດໜຶ່ງທີ່ກ່ຽວຂ້ອງຂອງ
ອົງການກວດສອບສູນກາງ.
	-ກໍາມະການຈໍານວນໜຶ່ງ.
	
	ສໍາລັບໂຄງປະກອບການຈັດຕັ້ງແລະການເຄື່ອນໄຫວຂອງ
ສະພາທີ່ປຶກສາການກວດສອບແຫ່ງລັດກໍານົດໄວ້ໃນລະບຽບການ
ສະເພາະ.
.....ມາດຕາຫ້າສິບສາມສິດແລະໜ້າທີ່ຂອງສະພາທີ່ປຶກສາການກວດສອບແຫ່ງລັດ

ມາດຕາຫ້າສິບສາມສິດແລະໜ້າທີ່ຂອງສະພາທີ່ປຶກສາການກວດ
ສອບແຫ່ງລັດ
	ສະພາທີ່ປຶກສາການກວດສອບແຫ່ງລັດມີສິດແລະໜ້າທີ່ດັ່ງນີ້:
	1. ຄົ້ນຄວ້າມາດຕະຖານແລະລະບຽບການຕ່າງໆກ່ຽວກັບ
ການກວດສອບ.
	2. ໃຫ້ຄໍາປຶກສາດ້ານວິຊາການກວດສອບແກ່ອົງການກວດ
ສອບແຫ່ງລັດເປັນຕົ້ນກ່ຽວກັບການກວດກາການເຄື່ອນໄຫວວຽກ
ງານກວດສອບແຫ່ງລັດ,ບົດສະຫຼຸບແລະຄໍາສະເໜີກ່ຽວກັບການກວດ
ສອບ.
	3. ປະກອບຄໍາເຫັນໃສ່ຮ່າງນິຕິກໍາກ່ຽວກັບການກວດສອບ
ແຫ່ງລັດ.
	4. ເຂົ້າຮ່ວມການເຄື່ອນໄຫວວຽກງານກວດສອບຢູ່ພາຍໃນ
ແລະຕ່າງປະເທດຕາມການມອບໝາຍ.
	5. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ.
...ໝວດທີສອງການຈັດຕັ້ງກວດສອບອິດສະລະ


....ມາດຕາຫ້າສິບສີ່ລະບົບການຈັດຕັ້ງກວດສອບອິດສະລະ

ມາດຕາຫ້າສິບສີ່ລະບົບການຈັດຕັ້ງກວດສອບອິດສະລະ
	ລະບົບການຈັດຕັ້ງກວດສອບອິດສະລະປະກອບດ້ວຍ:
	-ສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະ.
	-ຫົວໜ່ວຍກວດສອບອິດສະລະ.
....ມາດຕາຫ້າສິບຫ້າສາມາຄົມວິຊາຊີບບັນຊີແລະກວດສອບອິດສະລະ

ມາດຕາຫ້າສິບຫ້າສາມາຄົມວິຊາຊີບບັນຊີແລະກວດສອບອິດສະ
ລະ
	ສະມາຄົມວິຊາຊີບນັກບັນຊີແລະກວດສອບອິດສະລະເປັນ
ອົງການຈັດຕັ້ງສົງຄົມໜຶ່ງທີ່ມີຖານະນິຕິບຸກຄົນຢູ່ພາຍໃຕ້ການຄຸ້ມ
ຄອງຂອງກະຊວງການເງິນ,ມີພາລະບົດບາດເຕົ້າໂຮມບັນດານັກ
ກວດສອບອິດສະລະ,ຄຸ້ມຄອງ.ຕິດຕາມ,ກວດກາກ່ຽວກັບຄວາມຮູ້,
ຄວາມສາມາດ,ການດໍາເນີນວິຊາຊີບການກວດສອບແລະຈັນຍາ
ບັນຂອງນັກກວດສອບອິດສະລະ.
....ມາດຕາຫ້າສິບຫົກສິດແລະໜ້າທີ່ຂອງສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະ

ມາດຕາຫ້າສິບຫົກສິດແລະໜ້າທີ່ຂອງສະມາຄົມວິຊາຊີບນັກບັນຊີ
ແລະນັກກວດສອບອິດສະລະ
	ສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະມ
ີສິດແລະໜ້າທີ່ດັ່ງນີ້:
	1. ສ້າງແຜນດໍາເນີນງານໄລຍະກາງແລະໄລຍະຍາວ.
	2. ກໍານົດລະບຽບການເພື່ອຄຸ້ມຄອງນັກກວດສອບອິດສະລະ.
	3. ຈັດຕັ້ງຝຶກອົບຮົມທາງດ້ານວິຊາຊີບ,ຍົກລະດັບຄວາມຮູ້
ຄວາມສາມາດຂອງຜູ້ປະກອບວິຊາຊີບນັກກວດສອບອິດສະລະ.
	4. ປົກປ້ອງຄວາມເປັນເອກະລາດໃນການເຄື່ອນໄຫວວຽກ
ງານກວດສອບເອກະລາດແລະກວດສັກສີຂອງນັກກວດສອບອິດສະ
ລະ.
	5. ວາງມາດຕະການທາງດ້ານວິໄນຕໍ່ຜູ້ລະເມີດກົດຈັນຍາບັນ
ທາງດ້ານວິຊາຊີບ,ມາດຕະຖານການກວດສອບເອກະລາດແລະລະ
ບຽບການພາຍໃນຂອງສະມາຄົມ.
	6. ລາຍງານການເຄື່ອນໄຫວຂອງສະມາຄົມວິຊາຊີບນັກບັນ
ຊີແລະນັກກວດສອບອິດສະລະໃຫ້ກະຊວງການເງິນກ
	7. ປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍ.
....ມາດຕາຫ້າສິບເຈັດໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະ

ມາດຕາຫ້າສິບເຈັດໂຄງປະກອບການຈັດຕັ້ງແລະບຸກຄະລາກອນ
ຂອງສະມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະ
	ໂຄງປະກອບການຈັດຕັ້ງຂອງສະມາຄົມວິຊາຊີບນັກບັນ
ຊີແລະນັກກວດສອບອິດສະລະມີດັ່ງນີ້:
	-ກອງປະຊຸມໃຫຍ່.
	-ຫ້ອງການປະຈໍາການ.
	-ຄະນະກໍາມະການຕ່າງໆ.
	
	ໂຄງປະກອບບຸກຄະລາກອນຂອງສະມາຄົມວິຊາຊີບນັກ
ບັນຊີແລະນັກວດສອບອິດສະລະມີດັ່ງນີ້:
	-ປະທານ.
	-ຮອງປະທານຈໍານວນໜຶ່ງ.
	-ສະມາຊິກຂອງຫ້ອງການປະຈໍາການ.
	-ຫົວໜ້າແລະຮອງຫົວໜ້າຄະນະກໍາມະການຕ່າງໆ.
	-ສະມາຊິກຂອງສະມາຄົມ.
	-ພະນັກງານວິຊາການຈໍານວນໜຶ່ງ.
	
	ສໍາລັບລະບຽບການເຄື່ອນໄຫວແລະງົບປະມານຂອງສະ
ມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະໄດ້ກໍານົດໄວ້
ໃນລະບຽບການສະເພາະ.
....ມາດຕາຫ້າສິບແປດຫົວໜ່ວຍກວດສອບອິດສະລະ

ມາດຕາຫ້າສິບແປດຫົວໜ່ວຍກວດສອບອິດສະລະ
	ຫົວໜ່ວຍກວດສອບອິດສະລະປະກອບດ້ວຍວິສາຫະກິດກວດ
ສອບແລະນັກກວດສອບອິດສະລະຊຶ່ງໄດ້ຈົດທະບຽນດໍາເນີນການ
ກວດສອບເອກະລາດແລະຂຶ້ນທະບຽນວິສາຫະກິດຢ່າງຖືກຕ້ອງຕາມ
ກົດໝາຍ.
....ມາດຕາຫ້າສິບເກົ້າຜູ້ກວດສອບອິດສະລະ

ມາດຕາຫ້າສິບເກົ້າຜູ້ກວດສອບອິດສະລະ
	ຜູ້ກວດສອບອິດສະລະແມ່ນທີ່ປຶກສາບັນຊີຫຼືນັກຊ່ຽວຊານບັນ
ຊີທີ່ປະກອບອາຊີບອິດສະລະດ້ານການກວດສອບຊຶ່ງໄດ້ຈົດທະບຽນ
ເປັນສະມາຊິກຂອງສະມາຄົມວິຊາຊີບນັກບັນຊີແລະນັກກວດສອບ
ອິດສະລະແລະໄດ້ຂຶ້ນທະບຽນວິສາຫະກິດຢ່າງຖືກຕ້ອງຕາມກົດ
ໝາຍ.
....ມາດຕາຫົກສິບສິດໜ້າທີ່ອລະຄວາມຮັບຜິດຊອບຂອງຜູ້ກວດສອບອິດສະລະ

ມາດຕາຫົກສິບສິດໜ້າທີ່ອລະຄວາມຮັບຜິດຊອບຂອງຜູ້ກວດສອບ
ອິດສະລະ
	ຜູ້ກວດສອບອິດສະລະມີສິດ,ໜ້າທີ່ແລະຄວາມຮັບຜິດຊອບ
ດັ່ງນີ້:
	1. ເປັນຜູ້ກວດສອບໃນຫົວໜ່ວຍທີ່ຕົນເອງບໍ່ໄດ້ເປັນທີ່ປຶກ
ສາບັນຊີ.
	2. ດໍາເນີນການກວດສອບຫົວໜ່ວຍຕາມສັນຍາ.
	3. ດໍາເນີນການກວດສອບຕາມມາດຕະຖານການກວດ
ສອບເອກະລາດຫຼືມາດຕະຖານການກວດສອບແຫ່ງລັດໃນກໍລະນີ
ທີ່ໄດ້ເຊັນຂໍ້ຜູກພັນສັນຍາກວດສອບກັບອົງການກວດສອບແຫ່ງ
ລັດ.
	4. ບັນທຶກຜົນງານແລະປາກົດການຜິດພາດຫຼືການລະເມີດ
ລະບຽບກົດໝາຍທີ່ເກີດຂຶ້ນພາຍໃນຫຼືພາກສ່ວນອື່ນກໍ່ຂຶ້ນພ້ອມທັງ
ແຈ້ງຂໍ້ມູນຫຼັກຖານຢັ້ງຢືນແລະລາຍງານໃຫ້ຄະນະຮັບຜິດຊອບບ່ອນ
ຖືກກວດສອບຮັບຊາບເປັນແຕ່ລະໄລຍະ.
	5. ສາງບົດລາຍງານການກວດສອບ.
	6. ຮັບປະກັນຄວາມເປັນລະບຽບຂອງເອກະສານທີ່ໄດ້ກວດ
ສອບບໍ່ໃຫ້ຕົກເຮ່ຍເສຍຫາຍ,ຮັບປະກັນຄວາມລັບດ້ານວິຊາຊີບແລະ
ຫ້າມເອົາໄປນໍາໃຊ້ເພື່ອຜົນປະໂຫຍດຢ່າງອື່ນ.
..ພາກທີສີ່ສິດແລະພັນທະຂອງເປົ້າໝາຍຖືກກວດສອບ


...ມາດຕາຫົກສິບເອັດສິດຂອງເປົ້າໝາຍຖືກກວດສອບ

ມາດຕາຫົກສິບເອັດສິດຂອງເປົ້າໝາຍຖືກກວດສອບ
	ເປົ້າໝາຍຖືກວດສອບແຫ່ງລັດມີສິດຕົ້ນຕໍດັ່ງນີ້:
	1. ສະເໜີໃຫ້ອົງການກວດສອບແຫ່ງລັດແຈ່ງການຕົກລົງ
ກ່ຽວກັບການແຕ່ງຕັ້ງຄະນະກວດສອບ.
	2. ປະຕິເສດການສະໜອງເອກະສານຫຼືຂໍ້ມູນອື່ນທີ່ບໍ່ກ່ຽວ
ຂ້ອງກັບເນື້ອໃນຂອງການຕົກລົງກວດສອບ.
	3. ສະເໜີປ່ຽນບຸກຄົນໃນຄະນະກວດສອບຖ້າເຫັນວ່າມີ
ການລະເມີດຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບສາມ
ແລະຫົກສິບສີ່ຂອງກົດໝາຍສະບັບນີ້.
	4. ປຶກສາຫາລື,ອະທິບາຍເປັນລາຍລັກອັກສອນກ່ຽວກັບ
ບັນຫາທີ່ໄດ້ຍົກຂຶ້ນໃນຮ່າງບົດບັນທຶກຜົນການກວດສອບ.
	5. ຍື່ນຄໍາຮ້ອງຕໍ່ອົງການກວດສອບແຫ່ງລັດກ່ຽວກັບ
ການກະທໍາທີ່ເປັນການລະເມີດລະບຽບກົດໝາຍຂອງຜູ້ກວດ
ສອບຫຼືຜູ້ເຂົ້າຮ່ວມໃນການກວດສອບທີ່ເກີດຂຶ້ນໃນເວລາດໍາເນີນ
ການກວດສອບ.
	6. ສະເໜີກ່ຽວກັບບົດສະຫຼຸບຜົນການກວດສອບທີ່ຕົນເຫັນ
ວ່າຂັດກັບລະບຽບກົດໝາຍຕໍ່ອົງການກວດສອບແຫ່ງລັດແລະ
ການຈັດຕັ້ງອື່ນທີ່ກ່ຽວຂ້ອງ.
	7. ທວງເອົາຄ່າເສຍຫາຍຍ້ອນການກະທໍາທີ່ບໍ່ຖືກຕ້ອງ
ຕາມລະບຽບກົດໝາຍຂອງຜູ້ກວດສອບ.
	
	ສໍາລັບສິດຂອງເປົ້າໝາຍຖືກກວດສອບເອກະລາດແມ່ນ
ປະຕິບັດຕາມຂໍ້ຜູກພັນສັນຍາກວດສອບລະຫວ່າງຜູ້ກວດສອບ
ແລະຜູ້ຖືກກວດສອບ.
...ມາດຕາຫົກສິບສອງພັນທະຂອງເປົ້າໝາຍຖືກກວດສອບ

ມາດຕາຫົກສິບສອງພັນທະຂອງເປົ້າໝາຍຖືກກວດສອບ
	ເປົ້າໝາຍຖືກກວດສອບແຫ່ງລັດມີພັນທະຕົ້ນຕໍດັ່ງນີ້:
	1. ປະຕິບັດຕາມເນື້ອໃນຂອງການຕົກລົງກວດສອບຢ່າງ
ເຂັ້ມງວດ.
	2. ໃຫ້ຄວາມຮ່ວມມື,ສະໜອງຂໍ້ມູນ,ເອກະສານຄົບຖວ້ນ
ກ່ຽວກັບການກວດສອບຕາມການສະເໜີຂອງຄະນະກວດສອບ
ແລະມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຂໍ້ມູນແລະເອ
ກະສານທີ່ຕົນສະໜອງໃຫ້.
	3. ປັບປຸງ,ແກ້ໄຂຈຸດອ່ອນ,ຂໍ້ຄົງຄ້າງແລະຄວາມຜິດ
ພາດຕາມທີ່ໄດ້ກໍານົດໄວ້ໃນຄໍາແນະນໍາກວດສອບຢ່າງເຂັ້ມ
ງວດ.
	4. ລາຍງານເປັນລາຍລັກອັກສອນກ່ຽວກັບສະພາບການ
ຈັດຕັ້ງປະຕິບັດຄໍາແນະນໍາກວດສອບ.
	5. ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ຕົນໄດ້ລະເມີດລະ
ບຽບກົດໝາຍຫຼືການຕົກລົງກວດສອບ;
	6. ເຊັນຢັ້ງຢືນໃສ່ບົດບັນທຶກຜົນການກວດສອບ.
	
	ສໍາລັບພັນທະແລະຄວາມຮັບຜິດຊອບຂອງເປົ້າໝາຍຖືກກວດ
ສອບເອກະລາດແມ່ນປະຕິບັດຕາມຂໍ້ຜູກພັນສັນຍາກວດສອບລະຫວ່າງ
ຜູ້ກວດສອບແລະຜູ້ຖືກກວດສອບ.
..ພາກທີຫ້າຂໍ້ຫ້າມໃນການເຄື່ອນໄຫວກວດສອບ


...ມາດຕາຫົກສິບສາມຂໍ້ຫ້າມສໍາລັບນັກກວດສອບ

ມາດຕາຫົກສິບສາມຂໍ້ຫ້າມສໍາລັບນັກກວດສອບ
	ຂໍ້ຫ້າມຕົ້ນຕໍສໍາລັບນັກກວດສອບແຫ່ງລັດມີດັ່ງນີ້:
	1. ລາຍງານກ່ຽວກັບວຽກງານກວດສອບບໍ່ກົງກັບຄວາມຈິງ
ໂດຍເຈດຕະນາ.
	2. ສວຍໃຊ້ຕໍາແໜ່ງ,ສິດອໍານາດ,ໜ້າທີ່ເພື່ອຜົນປະໂຫຍດ
ສ່ວນຕົວ.
	3. ຮັບສິນບົນ.
	4. ເປີດເຜີຍຄວາມລັບດ້ານວິຊາຊີບກວດສອບຫຼືຂໍ້ມູນກ່ຽວກັບ
ຜົນການກວດສອບໂດຍບໍ່ໄດ້ຮັບອະນຸຍາດ.
	5. ຫາຄວາມບໍ່ຈິງ,ນາບຂູ່ຫຼືສ້າງຄວາມຫຍຸ່ງຍາກທີ່ບໍ່ຈໍາເປັນ
ແກ່ເປົ້າໝາຍຖືກກວດສອບ.
	
	ສ່ວນຂໍ້ຫ້າມສໍາລັບນັກກວດສອບອິດສະລະແມ່ນປະຕິບັດຕາມ
ກົດຈັນຍາບັນວິຊາຊີບກວດສອບ.
...ມາດຕາຫົກສິບສີ່ຂໍ້ຫ້າມສໍາລັບການແຕ່ງຕັ້ງນັກກວດສອບ

ມາດຕາຫົກສິບສີ່ຂໍ້ຫ້າມສໍາລັບການແຕ່ງຕັ້ງນັກກວດສອບ
	ຫ້າມແຕ່ງຕັ້ງນັກກວດສອບດັ່ງລຸ່ມນີ້ເຂົ້າໃນຄະນະກວດສອບ
ຫຼືເປັນນັກກວດສອບອິດສະລະ.
	1. ຜູ້ທີ່ມີທຶນ,ຮຸ້ນ,ຜົນປະໂຫຍດດ້ານການເງິນຫຼືການພົວພັນ
ດ້ານຜົນປະໂຫຍດອື່ນກັບເປົ້າໝາຍທີ່ຈະຖືກກວດສອບ.
	2. ຜູ້ທີ່ເຄີຍເປັນການນໍາ,ຫົວໜ້າບັນຊີຫຼືນາຍບັນຊີຢູ່ເປົ້າໝາຍ
ທີ່ຈະຖືກກວດສອບມາກ່ອນແລະໄດ້ຍົກຍ້າຍອອກຈາກໜ້າທີ່ນັ້ນບໍ່ເຖິງ
ຫ້າປີ.
	3. ຜູ້ທີ່ເປັນຍາດພີ່ນ້ອງກັບການນໍາ,ຫົວໜ້າບັນຊີຫຼືນາຍບັນ
ຊີຢູ່ເປົ້າໝາຍທີ່ຈະຖືກກວດສອບ.
...ມາດຕາຫົກສິບຫ້າຂໍ້ຫ້າມສໍາລັບເປົ້າໝາຍຖືກກວດສອບແຫ່ງລັດ

ມາດຕາຫົກສິບຫ້າຂໍ້ຫ້າມສໍາລັບເປົ້າໝາຍຖືກກວດສອບແຫ່ງລັດ
	ຂໍ້ຫ້າມຕົ້ນຕໍສໍາລັບເປົ້າໝາຍຖືກກວດສອບແຫ່ງລັດມີດັ່ງນີ້:
	1. ປະຕິເສດການສະໜອງຂໍ້ມູນແລະເອກະສານທີ່ພົວພັນ
ກັບເນື້ອໃນຂອງການຕົກລົງກວດສອບ.
	2. ລາຍງານ,ສະໜອງຂໍ້ມູນ,ເອກະສານທີ່ບໍ່ຖືກຕ້ອງກັບ
ຄວາມຈິງ,ຊຸກເຊື່ອງຫຼືທໍາລາຍເອກະສານຫຼືວັດຖຸສິ່ງຂອງທີ່ພົວພັນ
ກັບການກວດສອບ.
	3. ຂັດຂວາງ,ນາບຂູ່ຄະນະກວດສອບ,ຜູ້ສະໜອງຂໍ້ມູນ
ໃຫ້ແກ່ການກວດສອບຫຼືບຸກຄົນອື່ນທີ່ກ່ຽວຂ້ອງກັບການກວດສອບ.
	4. ໃຫ້ສິນບົນແກ່ຄະນະກວດສອບ,ຜູ້ສະໜອງຂໍ້ມູນໃຫ້ແກ່
ການກວດສອບຫຼືບຸກຄົນອື່ນທີ່ກ່ຽວກຂ້ອງກັບການກວດສອບ.
...ມາດຕາຫົກສິບຫົກຂໍ້ຫ້າມສໍາລັບການຈັດຕັ້ງຫຼືບຸກຄົນອື່ນທີ່ບໍ່ມີສ່ວນກ່ຽວຂ້ອງກັບການກວດສອບ

ມາດຕາຫົກສິບຫົກຂໍ້ຫ້າມສໍາລັບການຈັດຕັ້ງຫຼືບຸກຄົນອື່ນທີ່ບໍ່ມີ
ສ່ວນກ່ຽວຂ້ອງກັບການກວດສອບ
	ຂໍ້ຫ້າມຕົ້ນຕໍສໍາລັບການຈັດຕັ້ງຫຼືບຸກຄົນອື່ນທີ່ບໍ່ມີສ່ວນກ່ຽວ
ຂ້ອງກັບການກວດສອບມີດັ່ງນີ້:
	1. ແຊກແຊງເຂົ້າໃນການກວດສອບ.
	2. ນາບຂູ່ຜູ້ກວດສອບ,ຂັດຂວາງການດໍາເນີນການກວດສອບ
ຫຼືປົກປ້ອງເປົ້າໝາຍຖືກກວດສອບ.
	3. ຍຸຍົງໃຫ້ມີການກວດສອບຫຼືໃຫ້ມີການຕ້ານການກວດສອບ
ສໍາລັບການກວດສອບແຫ່ງລັດ.
..ພາກທີຫົກການຕິດຕາມກວດກາການເຄື່ອນໄຫວວຽກງານກວດສອບ


...ມາດຕາຫົກສິບເຈັດການກວດກາພາຍໃນ

ມາດຕາຫົກສິບເຈັດການກວດກາພາຍໃນ
	ການກວດກາພາຍໃນແມ່ນການກວດກາການເຄື່ອນໄຫວ
ກວດສອບໃນລະບົບການຈັດຕັ້ງຂອງການກວດສອບ.
	ເພື່ອຮັບປະກັນເຮັດໃຫ້ວຽກງານກວດສອບດໍາເນີນໄປໂດຍ
ດີ,ມີປະສິດທະພາບ,ໂປ່ງໃສແລະຍຸດຕິທໍານັ້ນຕ້ອງມີການກວດກາ
ພາຍໃນຢ່າງເປັນປົກກະຕິ.
	ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວອົງການກວດ
ສອບແຫ່ງລັດແຕ່ລະຂັ້ນລວມທັງສະມາຄົມວິຊາຊີບນັກບັນຊີແລະ
ນັກກວດສອບອິດສະລະຕ້ອງມີການຈັດຕັ້ງໜຶ່ງເພື່ອດໍາເນີນວຽກ
ງານກວດກາພາຍໃນ.ນອກຈາກນີ້ຍັງມີການແຕ່ງຕັ້ງໜ່ວຍກວດ
ກາສະເພາະກິດເພື່ອດໍາເນີນວຽກກວດພາພາຍໃນຢູ່ອົງການກວດ
ສອບສູນກາງ,ອົງການກວດສອບປະຈໍາພາກແລະພາຍໃນສະມາ
ຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະແລະຫົວໜ່ວຍ
ກວດສອບອິດສະລະ.
...ມາດຕາຫົກສິບແປດການຕິດຕາມກວດກາຂອງສະພາແຫ່ງຊາດ

ມາດຕາຫົກສິບແປດການຕິດຕາມກວດກາຂອງສະພາແຫ່ງຊາດ
	ການຕິດຕາມກວດກາຂອງສະພາແຫ່ງຊາດຕໍ່ອົງການກວດ
ສອບແຫ່ງລັດແມ່ນການຕິດຕາມກວດກາພາຍນອກຊຶ່ງດໍາເນີນໂດຍ
ກອງປະຊຸມສະພາແຫ່ງຊາດ.ຄະນະປະຈໍາສະພາແຫ່ງຊາດ,ກໍາມາ
ທິການຂອງສະພາແຫ່ງຊາດລືຄະນະສະມາຊິກສະພາແຫ່ງຊາດປະ
ຈໍາເຂດເລືອກຕັ້ງກ່ຽວກັບການເຄື່ອນໄຫວວຽກງານ,ການຄຸ້ມຄອງ
ແລະການນໍາໃຊ້ທຶນຮອນຂອງອົງການກວດສອບແຫ່ງລັດ.
	ໃນກໍລະນີທີ່ຈໍາເປັນກອງປະຊຸມສະພາແຫ່ງຊາດຫຼືຄະນະປະ
ຈໍາສະພາແຫ່ງຊາດອາດຈະແຕ່ງຕັ້ງຄະນະສະເພາະກິດເພື່ອຄົ້ນ
ຄວ້າ,ກວດກາຄືນຜົນການເຄື່ອນໄຫວວຽກງານຂອງອົງການກວດ
ສອບແຫ່ງລັດ.
...ມາດຕາຫົກສິບເກົ້າການກວດກາຂອງກະຊວງການເງິນ

ມາດຕາຫົກສິບເກົ້າການກວດກາຂອງກະຊວງການເງິນ
	ກະຊວງການເງິນເປັນຜູ້ກວດກາພາຍນອກຕໍ່ສະມາຄົມວິຊາ
ຊີບນັກບັນຊີແລະນັກກວດສອບອິດສະລະແລະຫົວໜ່ວຍກວດສອບອິດ
ສະລະ.
	
...ມາດຕາເຈັດສິບການກວດສອບພາຍນອກ

ມາດຕາເຈັດສິບການກວດສອບພາຍນອກ
	ສາມາຄົມວິຊາຊີບນັກບັນຊີແລະນັກກວດສອບອິດສະລະ
ແລະຫົວໜ່ວຍກວດສອບອິດສະລະຕ້ອງໄດ້ວ່າຈ້າງຜູ້ກວດສອບ
ພາຍນອກເພື່ອດໍາເນີນການກວດສອບເອກະສານລາຍງານການ
ເງິນປະຈໍາປີຂອງຕົນເພື່ອຮັບປະກັນຄວາມຖືກຕ້ອງຕາມຕົວຈິງ,
ຄວາມຖືກຕ້ອງຕາມລະບຍບກົດໝາຍແລະລະດັບຄວາມເຊື່ອຖືໄດ້.
..ພາກທີເຈັດງົບປະມານ,ເຄື່ອງແບບກາໝາຍ,ບັດກວດສອບແລະຕາປະທັບ


...ມາດຕາເຈັດສິບເອັດງົບປະມານຂອງອົງການກວດສອບແຫ່ງລັດ

ມາດຕາເຈັດສິບເອັດງົບປະມານຂອງອົງການກວດສອບແຫ່ງ
ລັດ
	ງົບປະມານຂອງອົງການກວດສອບສູນກາງແມ່ນຫົວໜ່ວຍ
ງົບປະມານຂັ້ນໜຶ່ງຂອງງົບປະມານແຫ່ງລັດເພື່ອຮັບໃຊ້ເຂົ້າໃນ
ການເຄື່ອນໄຫວກວດສອບຂັ້ນສູນກາງ.ສໍາລັບງົບປະມານຂອງອົງ
ການກວດສອບປະຈໍາພາກແມ່ນຂຶ້ນກັບງົບປະມານຂອງອົງການ
ກວດສອບສູນກາງ.
...ມາດຕາເຈັດສິບສອງເຄື່ອງແບບ,ກາໝາຍແລະບັດກວດສອບ

ມາດຕາເຈັດສິບສອງເຄື່ອງແບບ,ກາໝາຍແລະບັດກວດສອບ
	ອົງການກວດສອບແຫ່ງລັດມີເຄື່ອງແບບແລະກາໝາຍ
ເຊິ່ງແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງ.
	ນັກກວດສອບແຫ່ງລັດມີບັດກວດສອບແລະນັກກວດສອບອິດ
ສະລະມີບັດສະມາຊິກຂອງສະມາຄົມວິຊາຊີບນັກບັນຊີແລະນັກກວດ
ສອບອິດສະລະ.
...ມາດຕາເຈັດສິບສາມຕາປະທັບ

ມາດຕາເຈັດສິບສາມຕາປະທັບ
	ຕາປະທັບຂອງອົງການກວດສອບແຫ່ງລັດເປັນຮູບວົງມົນ,
ຢູ່ທາງວົນມົນມີເຄື່ອງໝາຍຊາດ,ເນື້ອໃນຢູ່ໃນຂອບວົງມົນເບື້ອງ
ເທິງຂຽນວ່າ"ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ" ຊຶ່ງຂັ້ນດ້ວຍຮູບດາວຫ້າແຈ.
	ສໍາລັບຕາປະທັບຂອງສະມາຄົມວິຊາຊີບນັກບັນຊີແລະ
ນັກກວດສອບອິດສະລະກໍານົດໄວ້ໃນລະບຽບການສະເພາະ.
..ພາກທີແປດນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາເຈັດສິບສີ່ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາເຈັດສິບສີ່ນະໂຍບາຍຕໍ່ຜູ້ມີຜົນງານ
	ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະ
ຕິບັດກົດໝາຍສະບັບນີ້ເປັນຕົ້ນແມ່ນການປະຕິບັດໜ້າທີ່ຂອງນັກ
ກວດສອບ,ການເຄື່ອນໄຫວຖືກຕ້ອງແລະມີປະສິດທິຜົນຂອງເປົ້າ
ໝາຍຖືກກວດສອບ,ການໃຫ້ຄວາມຮ່ວມມືແລະການສະໜອງຂໍ້ມູນ
ກ່ຽວກັບການກວດສອບຈະໄດ້ຮັບການຍ້ອງຍໍຫຼືປະຕິບັດນະໂຍບາຍ
ອື່ນຕາມຄວາມເໝາະສົມ.
...ມາດຕາເຈັດສິບຫ້າມາດຕະການຕໍ່ຜູ້ລະເມີດ

ມາດຕາເຈັດສິບຫ້າມາດຕະການຕໍ່ຜູ້ລະເມີດ
	ບຸກຄົນຫຼືການຈັດຕັ້ງໃດຫາກໄດ້ລະເມີດກົດໝາຍສະບັບນີ້
ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດ
ແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກປະຕິບັດ
ມາດຕະຖານສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝຫຼືລົງໂທດທາງ
ອາຍາຕາມກໍລະນີເບົາຫຼືໜັກລວມທັງການໃຊ້ແທນຄ່າເສຍຫາຍ
ທາງແພ່ງ.
...ມາດຕາເຈັດສິບຫົກມາດຕະການສຶກສາອົບຮົມ

ມາດຕາເຈັດສິບຫົກມາດຕະການສຶກສາອົບຮົມ
	ບຸກຄົນໃດຫາກໄດ້ລະເມີດກົດໝາຍສະບັບນີ້ກ່ຽວກັບການ
ຄຸ້ມຄອງ,ນໍາໃຊ້ທຶນຮອນຂອງລັດຫຼືໃນການດໍາເນີນວຽກງານຂອງ
ຕົນຊຶ່ງກໍ່ຄວາມເສຍຫາຍໜ້ອຍແກ່ການຈັດຕັ້ງຫຼືບຸກຄົນອື່ນແຕ່ມ
ີຄວາມຈິງໃນລາຍງານ,ຮັບສາລະພາບຕໍ່ຄວາມຜິດຂອງຕົນຈະຖືກ
ສຶກສາອົບຮົມຫຼືກ່າວເຕືອນ.
...ມາດຕາເຈັດສິບເຈັດມາດຕະການທາງວິໄນແລະປັບໃໝ

ມາດຕາເຈັດສິບເຈັດມາດຕະການທາງວິໄນແລະປັບໃໝ
	ບຸກຄົນໃດຫາກໄດ້ລະເມີດກົດໝາຍສະບັບນີ້ກ່ຽວກັບການ
ຄຸ້ມຄອງ,ນໍາໃຊ້ທຶນຮອນຂອງລັດຫຼືໃນການດໍາເນີນວຽກງານຂອງ
ຕົນຊຶ່ງກໍ່ຄວາມເສຍຫາຍໜ້ອຍແກ່ການຈັດຕັ້ງຫຼືບຸກຄົນອື່ນແຕ່ບໍ່
ຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດຂອງຕົນ:
	ສໍາລັບນັກກວດສອບແຫ່ງລັດແລະເປົ້າໝາຍຖືກກວດສອບ
ທີ່ສັງກັດລັດຈະຖືກປະຕິບັດວິໄນຕາມແຕ່ລະກໍລະນີດັ່ງນີ້:
	-ຕິຕຽນ,ກ່າວເຕືອນຄວາມຜິດພ້ອມທັງບັນທຶກໄວ້ໃນສໍານວນ
ເອກະສານຊີວະປະຫວັດຂອງບຸກຄົນນັ້ນ.
	-ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນຫຼືການຍ້ອງຍໍ.
	-ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ
ກວ່າເກົ່າ.
	-ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
	
	ສ່ວນຫົວໜ່ວຍກວດສອບອິດສະລະແລະເປົ້າໝາຍຖືກກວດ
ສອບເອກະຊົນກໍາຈະຖືກປັບໃໝຕາມລະບຽບການແລະອາດຈະຖືກ
ຖອນໃບອະນຸຍາດປະກອບອາຊີບແລະດໍາເນີນທຸລະກິດ.
...ມາດຕາເຈັດສິບແປດມາດຕະການທາງແພ່ງ

ມາດຕາເຈັດສິບແປດມາດຕະການທາງແພ່ງ
	ບຸກຄົນຫຼືການຈັດຕັ້ງໃດຫາກໄດ້ລະເມີດກົດໝາຍສະບັບນີ້
ກ່ຽວກັບການຄຸ້ມຄອງ,ນໍາໃຊ້ທຶນຮອນຂອງລັດຫຼືໃນການດໍາເນີນ
ວຽກງານຂອງຕົນຊຶ່ງກໍ່ຄວາມເສຍຫາຍແກ່ການຈັດຕັ້ງຫຼືບຸກຄົນ
ອື່ນຕ້ອງໄດ້ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນຢ່າງຄົບຖ້ວນ.
...ມາດຕາເຈັດສິບເກົ້າມາດຕະການທາງອາຍາ

ມາດຕາເຈັດສິບເກົ້າມາດຕະການທາງອາຍາ
	ບຸກຄົນໃດຫາກໄດ້ລະເມີດກົດໝາຍສະບັບນີ້ກ່ຽວກັບການ
ຄຸ້ມຄອງ,ນໍາໃຊ້ທຶນຮອນຂອງລັດຫຼືໃນການດໍາເນີນວຽກງານຂອງ
ຕົນຊຶ່ງເປັນການກະທໍາຜິດທາງອາຍາເຊັ່ນ:ການປອມແປງຕົວ
ເລກບັນຊີ,ການທໍາລາຍເອກະສານການເງິນທີ່ກ່ຽວຂ້ອງກັບການ
ກວດສອບ,ການຮັບສິນບົນກໍຈະຖືກລົງໂທດທາງອາຍາລວມທັງ
ການໃຊ້ແທນຄ່າເສຍຫາຍທາງແພ່ງ.
	
..ພາກທີເກົ້າບົດບັນຍັດສຸດທ້າຍ


...ມາດຕາແປດສິບການຈັດຕັ້ງປະຕິບັດ

ມາດຕາແປດສິບການຈັດຕັ້ງປະຕິບັດ
	ລັດຖະບານແຫ່ງສປປລາວແລະອົງການກວດສອບແຫ່ງ
ລັດເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
...ມາດຕາແປດສິບເອັດຜົນສັກສິດ

ມາດຕາແປດສິບເອັດຜົນສັກສິດ
	ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນ
ປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ເປັນ
ຕົ້ນໄປ.
	ທຸກຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່
ຖືກຍົກເລີກ.
	ປະທານສະພາແຫ່ງຊາດ.