ກົດໝາຍວ່າດ້ວຍການກວດສອບອິດສະລະ 22-07-2014

From Wikisource
Jump to navigation Jump to search
.ການກວດສອບອິດສະລະ 22-07-2014


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ
	ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມກວດກາການຈັດຕັ້ງແລະການເຄື່ອນໄຫວວຽກງານກວດສອບອິດສະລະເພື່ອໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມແຂງ,ຖືກຕ້ອງ,ໂປ່ງໃສ,ມີປະສິດທິພາບແລະປະສິດທິຜົນແນໃສ່ປົກປ້ອງສິດແລະຜົນປະໂຫຍດຂອງສັງຄົມ,ນັກກວດສອບ,ເປົ້າໝາຍຖືກກວດສອບ,ສະກັດກັ້ນປາກົດການຫຍໍ້ທໍ້ທາງດ້ານການຄຸ້ມຄອງການເງິນ,ສົ່ງເສີມແລະສ້າງຄວາວມເຊື່ອໝັ້ນໃຫ້ແກ່ນັກລົງທຶນທັງພາຍໃນແລະຕ່າງປະເທດເຮັດໃຫ້ສັງຄົມມີຄວາມຍຸຕິທໍາ,ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມໃຫ້ຂະຫຍາຍຕົວແລະໝັ້ນຄົງ.
	
...ມາດຕາ 2 ການກວດສອບອິດສະລະ

ມາດຕາ 2 ການກວດສອບອິດສະລະ
	ການກວດສອບອິດສະລະແມ່ນການກວດສອບເອກະສານລາຍງານການເງິນຂອງເປົ້າໝາຍຖືກກວດສອບບົນພື້ນຖານສັນຍາລະຫວ່າງເປົ້າໝາຍດັ່ງກ່າວກັບວິສາຫະກິດກວດສອບຊຶ່ງດໍາເນີນຢ່າງເປັນເອກະລາດໂດຍນັກກວດສອບຂອງວິສາຫະກິດກວດສອບ.
	
...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ
	ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້:
	1.ສະພາມາດຕະຖານສາກົນດ້ານການກວດສອບແລະການຮັບປະກັນໝາຍເຖິງອົງການຈັດຕັ້ງທີ່ຖືກສ້າງຂຶ້ນພາຍໃຕ້ການຄຸ້ມຄອງຂອງສະຫະພັນນັກບັນຊີສາກົນແລະອົງການສ້າງມາດຕະຖານທີ່ເປັນເອກະລາດຊຶ່ງພັດທະນາປຶ້ມຄູ່ມື,ມາດຕະຖານດ້ານການກວດສອບແລະການຮັບປະກັນສໍາລັບຮັບໃຊ້ນັກວິຊາຊີບການບັນຊີ;
	2.ສະພາມາດຕະຖານສາກົນດ້ານຈັນຍາບັນສໍາລັບນັກວິຊາຊີບການບັນຊີໝາຍເຖິງອົງການທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງສະຫະພັນນັກບັນຊີສາກົນແລະເປັນອົງການສ້າງມາດຕະຖານທີ່ເປັນເອກະລາດຊຶ່ງອອກມາດຕະຖານດ້ານຈັນຍາບັນແລະລະບຽບການສໍາລັບຮັບໃຊ້ນັກວິຊາຊີບການບັນຊີໃນທົ່ວໂລກ;
	3.ສະຫະພັນນັກບັນຊີສາກົນໝາຍເຖິງອົງການຈັດຕັ້ງສາກົນສໍາລັບວິຊາຊີບການບັນຊີສະຫະພັນນັກບັນຊີສາກົນປະກອບດ້ວຍສະມາຊິກສົມບູນແລະສົມທົບທີ່ສ່ວນຫຼາຍເປັນອົງການຈັດຕັ້ງວິຊາຊີບການບັນຊີຂອງແຕ່ລະປະເທດ;
	4.ນັກກວດສອບໝາຍເຖິງນັກຊ່ຽວຊານບັນຊີທີ່ເປັນພະນັກງານຂອງວິສາຫະກິດກວດສອບ;
	5.ນັກກວດສອບຕາມກົດໝາຍໝາຍເຖິງນັກກວດສອບທີ່ມີສິດລົງລາຍເຊັນໃສ່ບົດລາຍງານການກວດສອບໃນນາມວິສາຫະກິດກວດສອບ.
	6.ຜູ່ປະກອບອາຊີບໝາຍເຖິງນັກກວດສອບ,ວິສາຫະກິດບັນຊີແລະວິສາຫະກິດກວດສອບ;
	7.ນັກຊ່ຽວຊານບັນຊີໝາຍເຖິງບຸກຄົນທີ່ໄດ້ຮັບໃໍບຢັ້ງຢືນເປັນນັກຊ່ຽວຊານບັນຊີ;
	8.ນັກວິຊາຊີບການບັນຊີໝາຍເຖິງບຸກຄົນທີ່ມີໃບຢັ້ງຢືນເປັນນັກຊ່ຽວຊານບັນຊີປະກອບອາຊີບໃນວິສາຫະກິດບັນຊີແລະວິສາຫະກິດກວດສອບຫຼືໃນວິສາຫະກິດອື່ນ;
	9.ວິສາຫະກິດບັນຊີແລະວິສາຫະກິດກວດສອບໝາຍເຖິງການຈັດຕັ້ງວິຊາຊີບການບັນຊີແລະກວດສອບຂອງນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຮັບອະນຸຍາດຈາກກະຊວງການເງິນແລະໄດ້ຂຶ້ນທະບຽນວິສາຫະກິດຖືກຕ້ອງຕາມລະບຽບກົດໝາຍ;
	10.ວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະໝາຍເຖິງວິສາຫະກິດທີ່ມີສ່ວນກ່ຽວຂ້ອງກັບຜົນປະໂຫຍດອັນສໍາຄັນຂອງສາທາລະນະໃນດ້ານລັກສະນະ,ຂະໜາດຫຼືຈໍານວນພະນັກງານຂອງທຸລະກິດ,ວິສາຫະກິດທີ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບຫຼືທີ່ດໍາເນີນທຸລະກິດຕົ້ນຕໍໃນການຄຸ້ມຄອງຮັກສາຊັບສິນຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງເຊັ່ນທະນາຄານທຸລະກິດ,ບໍລິສັດປະກັນໄພ,ບໍລິສັດຫຼັກຊັບແລະສະຖາບັນການເງິນອື່ນທີ່ມີຂອບເຂດທຸລະກິດກວ້າງຂວາງ;
	11.ເອກະສານລາຍງານການເງິນໝາຍເຖິງເອກະສານທີ່ສະແດງກ່ຽວກັບຖານະການເງິນຜົນການດໍາເນີນງານດ້ານການເງິນ,ກະແສເງິນສົດ,ສ່ວນປ່ຽນແປງທຶນຂອງວິສາຫະກິດແລະເອກະສານຊ້ອນທ້າຍເອກະສານລາຍງານການເງິນ;
	12.ເອກະສານລາຍງານການເງິນລວມກິດຈະການໝາຍເຖິງເອກະສານລາຍງານການເງິນຂອງບໍລິສັດແມ່ຫຼືກຸ່ມບໍລິສັດພ້ອມທັງບໍລິສັດໃນກຸ່ມທີ່ສະແດງອອກເປັນເອກະສານລາຍງານການເງິນຂອງບໍລິສັດດຽວ;
	13.ຜູ່ຮຸ້ນສ່ວນບໍລິຫານໝາຍເຖິງນັກວິຊາຊີບການບັນຊີທີ່ຖືຮຸ້ນແລະມີສິດຕົກລົງບັນຫາໃນວິສາຫະກິດກ່ຽວກັບການປະຕິບັດຂໍ້ຜູກພັນໃນການໃຫ້ບໍລິການດ້ານວິຊາຊີບ;
	14.ຜູ່ຮຸ້ນສ່ວນຮັບຜິດຊອບງານໝາຍເຖິງຜູ່ຮຸ້ນສ່ວນບໍລິຫານໃນວິສາຫະກິດກວດສອບທີ່ມີຄວາມຮັບຜິດຊອບຕໍ່ການປະຕິບັດຂໍ້ຜູກພັນ,ຜົນການກວດສອບແລະລາຍງານການກວດສອບຂອງວິສາຫະກິດ.
	
...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານກວດສອບອິດສະລະ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານກວດສອບອິດສະລະ
	ລັດສົ່ງເສີມແລະສ້າງເງື່ອນໄຂໃຫ້ວຽກງານກວດສອບອິດສະລະໄດ້ດໍາເນີນຢ່າງເປັນເອກະລາດແລະເຂັ້ມງວດຕໍ່ທຸກການເຄື່ອນໄຫວຂອງເປົ້າໝາຍຖືກກວດສອບເພື່ອໃຫ້ມີຄວາມໂປ່ງໃສ,ຍຸຕິທໍາແລະຖືກຕ້ອງຕາມມາດຕະຖານ,ລະບຽບກົດໝາຍແລະມີປະສິດທິຜົນ.
	ລັດຊຸກຍູ້,ສົ່ງເສີມການລົງທຶນໃສ່ການພັດທະນາວິຊາຊີບການບັນຊີແລະການກວດສອບໃຫ້ມີຄວາມເຂັ້ມແຂງແລະສອດຄ່ອງກັບພາກພື້ນແລະສາກົນໃນແຕ່ລະໄລຍະ.
	
...ມາດຕາ 5 ຫຼັກການກ່ຽວກັບວຽກງານກວດສອບອິດສະລະ

ມາດຕາ 5 ຫຼັກການກ່ຽວກັບວຽກງານກວດສອບອິດສະລະ
	ການກວດສອບອິດສະລະຕ້ອງປະຕິບັດຕາມຫຼັກການດັ່ງນີ້:
	1.ປະຕິບັດຕາມລະບຽບກົດໝາຍແລະມາດຕະຖານວິຊາຊີບດ້ານການກວດສອບ;
	2.ມີຄວາມທ່ຽງທໍາ,ຮອບຄອບ,ພາວະວິໄສແລະເປັນເອກະລາດທາງດ້ານວິຊາການ;
	3.ມີຄວາມໂປ່ງໃສແລະສັດຊື່ບໍລິສຸດ;
	4.ຮັກສາຄວາມລັບແລະມີຈັນຍາບັນດ້ານວິຊາຊີບ.
	
...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ
	ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ເຄື່ອນໄຫວວຽກງານກ່ຽວກັບບັນຊີແລະການກວດສອບອິດສະລະລວມທັງເປົ້າໝາຍຖືກກວດສອບຢູ່ສປປລາວ.
	
...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ
	ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານກວດສອບອິດສະລະດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນໂລຊີ,ການຝຶກອົບຮົມ,ການສ້າງຄວາມສາມາດເພື່ອພັດທະນາການເຄື່ອນໄຫວວຽກງານກວດສອບອິດສະລະໃຫ້ເຂັ້ມແຂງແລະທັນສະໄໝ,ປະຕິບັດສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.
	
..ພາກທີ 2 ການເຄື່ອນໄຫວການກວດສອບອິດສະລະ


...ໝວດທີ 1 ການກວດສອບອິດສະລະ


....ມາດຕາ 8 ຮູບແບບການກວດສອບອິດສະລະ

ມາດຕາ 8 ຮູບແບບການກວດສອບອິດສະລະ
	ການກວດສອບອິດສະລະມີສອງຮູບແບບດັ່ງນີ້:
	1.ການກວດສອບຕາມກົດໝາຍ;
	2.ການກວດສອບຕາມຄວາມສະໝັກໃຈ.
	ການກວດສອບຕາມກົດໝາຍແລະການກວດສອບຕາມຄວາມສະໝັກໃຈມີຂັ້ນຕອນແລະວິທີການດໍາເນີນອັນດຽວກັນຕາມທີ່ໄດ້ກໍານົດໄວ້ໃນມາດຕະຖານວິຊາຊີບດ້ານການກວດສອບ.
	
....ມາດຕາ 9 ການກວດສອບຕາມກົດໝາຍ

ມາດຕາ 9 ການກວດສອບຕາມກົດໝາຍ
	ການກວດສອບຕາມກົດໝາຍແມ່ນການກວດສອບເອກະສານລາຍງານການເງິນປະຈໍາປີຂອງເປົ້າໝາຍຖືກກວດສອບແບບບັງຄັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ59ຂອງກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ.
	
....ມາດຕາ 10 ການກວດສອບຕາມຄວາມສະໝັກໃຈ

ມາດຕາ 10 ການກວດສອບຕາມຄວາມສະໝັກໃຈ
	ການກວດສອບຕາມຄວາມສະໝັກໃຈແມ່ນການກວດສອບຕາມການສະເໜີຂອງເປົ້າໝາຍຖືກກວດສອບເພື່ອໃຫ້ວິສາຫະກິດກວດສອບດໍາເນີນການກວດສອບເອກະສານລາຍງານການເງິນຂອງຕົນພາຍໃຕ້ສັນຍາທີ່ໄດ້ຕົກລົງຮ່ວມກັນ.
	
...ໝວດທີ 2 ຂະບວນການກວດສອບ


....ມາດຕາ 11 ຂະບວນການກວດສອບ

ມາດຕາ 11 ຂະບວນການກວດສອບ
	ການກວດສອບອິດສະລະຕ້ອງດໍາເນີນຕາມຂະບວນການດັ່ງນີ້:
	1.ການຄັດເລືອກນັກກວດສອບ;
	2.ການສ້າງສັນຍາກວດສອບ;
	3.ການສ້າງແຜນການກວດສອບ;
	4.ການດໍາເນີນການກວດສອບ;
	5.ການສ້າງບົດລາຍງານການກວດສອບ.
	ວິສາຫະກິດກວດສອບຕ້ອງປະຕິບັດໃຫ້ຖືກຕ້ອງຕາມຂະບວນການທີໄດ້ກໍານົດໄວ້ໃນມາດຕະຖານວິຊາຊີບດ້ານການກວດສອບ.
	
....ມາດຕາ 12 ການຄັດເລືອກນັກກວດສອບ

ມາດຕາ 12 ການຄັດເລືອກນັກກວດສອບ
	ການຄັດເລືອກນັກກວດສອບດໍາເນີນດ້ວຍສອງວິທີດັ່ງນີ້:
	1.ການປະມູນໂດຍກອງປະຊຸມໃຫຍ່ຜູ່ຖືຮຸ້ນຫຼືກອງປະຊຸມຂອງການຈັດຕັ້ງທີ່ກ່ຽວຂ້ອງຂອງເປົ້າໝາຍຖືກກວດສອບ;
	2.ການສະເໜີຂອງຜູ່ໃຫ້ຢືມ,ຜູ່ໃຫ້ທຶນ,ນັກລົງທຶນຫຼືຕາມທີ່ໄດ້ກໍານົດໄວ້ໃນສັນຍາ.
	
....ມາດຕາ 13 ການສ້າງສັນຍາກວດສອບ

ມາດຕາ 13 ການສ້າງສັນຍາກວດສອບ
	ການສ້າງສັນຍາກວດສອບແມ່ນການເຊັນຂໍ້ຜູກພັນດ້ານການກວດສອບລະຫວ່າງວິສາຫະກິດກວດສອບກັບເປົ້າໝາຍຖືກກວດສອບຊຶ່ງເນື້ອໃນຂອງສັນຍາປະກອດດ້ວຍວັດຖຸປະສົງ,ຂອບເຂດການກວດສອບ,ກໍານົດເວລາ,ຄວາມຮັບຜິດຊອບຂອງວິສາຫະກິດກວດສອບ,ເປົ້າໝາຍຖືກກວດສອບ,ຮູບແບບແລະເນື້ອໃນຂອງບົດລາຍງານຜົນການກວດສອບ.
	
....ມາດຕາ 14 ການສ້າງແຜນການກວດສອບ

ມາດຕາ 14 ການສ້າງແຜນການກວດສອບ
	ການສ້າງແຜນການກວດສອບຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້:
	1.ສຶກສາລັກສະນະແລະສະພາບແວດລ້ອມຂອງລູກຄ້າລວມທັງການຄວບຄຸມພາຍໃນ;
	2.ປະເມີນຜົນຄວາມສ່ຽງຂອງການລາຍງານຜິດພາດແລະຄວາມສ່ຽງຂອງການກວດສອບ;
	3.ກໍານົດຍຸດທະສາດ,ສ້າງແຜນການກວດສອບ,ວາງແຜນງານກວດສອບ,ວິທີການກວດສອບ,ກໍານົດເປົ້າໝາຍ,ກະກຽມຄໍາຖາມເຈາະຈິ້ມ,ສອບຖາມພາກສ່ວນທີ່ກ່ຽວຂ້ອງເພື່ອຊອກຫາຫຼັກຖານທີ່ແທດເໝາະ,ພຽງພໍແລະກໍານົດເວລາການກວດສອບ.
	
....ມາດຕາ 15 ການດໍາເນີນການກວດສອບ

ມາດຕາ 15 ການດໍາເນີນການກວດສອບ
	ການດໍາເນີນການກວດສອບຕ້ອງປະຕິບັດຕາມເນື້ອໃນຂອງສັນຍາກວດສອບ,ຕາມແຜນການ,ແຜນງານ,ມາດຕະຖານວິຊາຊີບດ້ານການກວດສອບ,ກໍານົດແລະແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງໃນໜ່ວຍງານກວດສອບໂດຍມີການຄວບຄຸມຢ່າງເຂັ້ມງວດຈາກຫົວໜ້າໜ່ວຍງານດັ່ງກ່າວ.
	
....ມາດຕາ 16 ການສ້າງບົດລາຍງານການກວດສອບ

ມາດຕາ 16 ການສ້າງບົດລາຍງານການກວດສອບ
	ບົດລາຍງານການກວດສອບຕ້ອງສ້າງຂຶ້ນຢ່າງຖືກຕ້ອງຕາມຂໍ້ບັນຍັດຂອງມາດຕະຖານວິຊາຊີບດ້ານການກວດສອບຊຶ່ງປະກອບດ້ວຍ:
	1.ເນື້ອໃນການກວດສອບ;
	2.ຄວາມຮັບຜິດຊອບຂອງເປົ້າໝາຍຖືກກວດສອບແລະວິສາຫະກິດກວດສອບ;
	3.ຂອບເຂດແລະຫຼັກການສໍາລັບການດໍາເນີນການກວດສອບ;
	4.ຄໍາເຫັນຕໍ່ເອກະສານລາຍງານການເງິນທີ່ຖືກກວດສອບ;
	ບົດລາຍງານການກວດສອບຕ້ອງມີລາຍເຊັນຂອງນັກກວດສອບຕາມກົດໝາຍຂອງວິສາຫະກິດກວດສອບ.
	
....ມາດຕາ 17 ຄຸນປະໂຫຍດຂອງບົດລາຍງານການກວດສອບ

ມາດຕາ 17 ຄຸນປະໂຫຍດຂອງບົດລາຍງານການກວດສອບ
	ບົດລາຍງານການກວດສອບມີຄຸນປະໂຫຍດດັ່ງນີ້:
	1.ຜູ່ຖືຮຸ້ນນໍາໃຊ້ເພື່ອເປັນພື້ນຖານໃຫ້ແກ່ການພິຈາລະນາຮັບຮອງເອົາບົດສະຫຼຸບຜົນການເຄື່ອນໄຫວຜ່ານມາ,ເປັນພື້ນຖານໃນການແບ່ງເງິນປັນຜົນແລະການວາງແຜນການປີຕໍ່ໄປ;
	2.ຜູ່ບໍລິຫານນໍາໃຊ້ເພື່ອສໍາລວດຄືນດ້ານດີ,ດ້ານອ່ອນ,ຂໍ້ຄົງຄ້າງແລະພິຈາລະນາປັບປຸງແກ້ໄຂ;
	3.ນັກລົງທຶນນໍາໃຊ້ເພື່ອປະເມີນຜົນການຄຸ້ມຄອງທຸລະກິດແລະຕັດສິນໃຈໃນການລົງທຶນ;
	4.ຜູ່ໃຫ້ທຶນ,ເຈົ້າຂອງໂຄງການນໍາໃຊ້ເພື່ອສຶກສາປະສິດທິຜົນກ່ຍວກັບການຄຸ້ມຄອງວ່າຖືກຕ້ອງຕາມແຜນການທີ່ໄດ້ວາງໄວ້ຫຼືບໍ່ແລະຄວາມສາມາດໃນການຊໍາລະເງິນກູ້ຢືມພ້ອມດອກເບ້ຍຄືນໃຫ້ຜູ່ຢືມ;
	5.ນັກກວດສອບຄົນອື່ນນໍາໃຊ້ເພື່ອເປັນພື້ນຖານໃຫ້ແກ່ການຕິດຕາມການປະຕິບັດຂໍ້ແນະນໍາຂອງນັກກວດສອບຄົນກ່ອນແລະເປັນຈຸດເລີ່ມຕົ້ນໃນການວາງແຜນແລະກວດສອບໃນປີທີ່ຖືກມອບໝາຍໃຫ້ກວດສອບ;
	6.ອົງການຈັດຕັ້ງຂອງລັດແລະການຈັດຕັ້ງອື່ນທີ່ກ່ຽວຂ້ອງນໍາໃຊ້ເປັນພື້ນຖານການຄິດໄລ່ເກັບອາກອນ,ຕີລາຄາຄວາມໜ້າເຊື່ອຖືຂອງລະບົບຂໍ້ມູນຂ່າວສານແລະເປັນພື້ນຖານໃຫ້ແກ່ການສະໜອງຂໍ້ມູນຂ່າວສານສະຖິຕິ;
	7.ສານປະຊາຊົນ,ອົງການໄອຍະການປະຊາຊົນແລະອົງການສືບສວນສອບສວນນໍາໃຊ້ເພື່ອເປັນຂໍ້ມູນຫຼັກຖານໃນການດໍາເນີນຄະດີ.
	
....ມາດຕາ 18 ເອກະສານການກວດສອບ

ມາດຕາ 18 ເອກະສານການກວດສອບ
	ເອກະສານການກວດສອບແມ່ນເອກະສານທີ່ນັກກວດສອບເກັບກໍາ,ລວມລວມ,ສັງລວມແລະສ້າງຂຶ້ນໃນເວລາດໍາເນີນການກວດສອບແລະບັນດາຂໍ້ມູນທີ່ໄດ້ຮັບເຊັ່ນໜັງສືເຮັດວຽກ,ຍຸດທະສາດການກວດສອບລວມແລະແຜນງານກວດສອບ,ບົດລາຍງານການກວດສອບ,ຈົດໝາຍແນະນໍາ,ເອກະສານລາຍງານການເງິນສະເພາະກິດຈະການຫຼືລວມກິດຈະການ,ບົດລາຍງານປະຈໍາປີຫຼືບົດລາຍງານລວມກິດຈະການປະຈໍາປີແລະເອກະສານອື່ນທີ່ປະກອບເປັນເອກະສານການກວດສອບເພື່ອເປັນພື້ນຖານໃນການໃຫ້ຄໍາເຫັນຂອງນັກກວດສອບ.
	ນັກກວດສອບຕ້ອງລວບລວມເອກະສານການກວດສອບໄວ້ໃນສໍານວນເອກະສານການກວດສອບພາຍໃນສາມເດືອນຫຼັງຈາກສໍາເລັດການສ້າງບົດລາຍງານການກວດສອບ.
	ວິສາຫະກິດກວດສອບຕ້ອງສ້າງເອກະສານການກວດສອບໂດຍສອດຄ່ອງກັບມາດຕະຖານວິຊາຊີບດ້ານການກວດສອບ.
	
...ໝວດທີ 3 ການກວດສອບສໍາລັບວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ


....ມາດຕາ 19 ການກວດສອບສໍາລັບວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ

ມາດຕາ 19 ການກວດສອບສໍາລັບວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ
	ການກວດສອບສໍາລັບວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະນອກຈາກທີ່ກໍານົດໄວ້ໃນພາກທີ2ໝວດທີ2ຂອງກົດໝາຍສະບັບນີ້ແລ້ວໃຫ້ປະຕິບັດເພີ່ມເຕີມດັ່ງນີ້:
	1.ການຄັດເລືອກນັກກວດສອບຕາມກົດໝາຍ;
	2.ກໍານົດເວລາແລະການສິ້ນສຸດຂອງສັນຍາກວດສອບ;
	3.ການປ່ຽນແທນນັກກວດສອບຕາມກົດມາຍ;
	4.ການຍົກເລີກສັນຍາກວດສອບ;
	5.ຄວາມເປັນເອກະລາດຂອງນັກກວດສອບຕາມກົດໝາຍ;
	6.ການເປີດເຜີຍຄ່າບໍລິການການກວດສອບ;
	7.ບົດລາຍງານຄວາມໂປ່ງໃສ.
	
....ມາດຕາ 20 ການຄັດເລືອກນັກກວດສອບຕາມກົດໝາຍ

ມາດຕາ 20 ການຄັດເລືອກນັກກວດສອບຕາມກົດໝາຍ
	ເປົ້າໝາຍຖືກກວດສອບທີ່ເປັນວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະຕ້ອງຄັດເລືອກນັກກວດສອບຕາມກົດໝາຍຕາມຂັ້ນຕອນດັ່ງນີ້:
	1.ແຈ້ງເຊີນການຮັບສະໝັກນັກກວດສອບຕາມກົດໝາຍຢ່າງໜ້ອຍຫົກສິບວັນກ່ອນວັນເປີດກອງປະຊຸມຜູ່ຖືຮຸ້ນຫຼືກອງປະຊຸມໃຫຍ່ຜູ່ຖືຮຸ້ນຂອງຕົນໃຫ້ສອດຄ່ອງຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ;
	2.ເປົ້າໝາຍຖືກກວດສອບຕາມກົດໝາຍຕ້ອງຄົ້ນຄວ້າແລະປະກອບຄໍາເຫັນໃສ່ເອກະສານສະໝັກຂອງວິສາຫະກິດກວດສອບຢ່າງນ້ອຍສາມສິບວັນກ່ອນວັນເປີດກອງປະຊຸມໃຫຍ່ຜູ່ຖືຮຸ້ນເພື່ອໃຫ້ກອງປະຊຸມດັ່ງກ່າວພິຈາລະນາ;
	3.ກອງປະຊຸມໃຫຍ່ຜູ່ຖືຮຸ້ນອາດພິຈາລະນາຄັດເລືອກນັກກວດສອບຕາມກົດໝາຍຈາກໜຶ່ງຫຼືສອງວິສາຫະກິດຂຶ້ນໄປເພື່ອກວດສອບເອກະສານລາຍງານການເງິນປະຈໍາປີຂອງຕົນກໍ່ໄດ້;
	4.ແຈ້ງຜົນການຄັດເລືອກໃຫ້ນັກກວດສອບຕາມກົດໝາຍທີ່ຖືກຮັບຮອງເອົາ.
	
....ມາດຕາ 21 ກໍານົດເວລາແລະການສິ້ນສຸດຂອງສັນຍາກວດສອບ

ມາດຕາ 21 ກໍານົດເວລາແລະການສິ້ນສຸດຂອງສັນຍາກວດສອບ
	ສັນຍາກວດສອບລະຫວ່າງເປົ້າໝາກຖືກກວດສອບຊຶ່ງເປັນວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະກັບວິສາຫະກິດກວດສອບມີອາຍຸການຫ້າປີການບັນຊີແລະສາມາດຕໍ່ໄດ້ອີກວາລາໜຶ່ງ,ແຕ່ຕ້ອງໃຫ້ມີການສັບປ່ຽນນັກກວດສອບຕາມກົດໝາຍຜູ່ໃໝ່.
	ສັນຍາກວດສອບຈະສິ້ນສຸດກໍ່ຕໍ່ເມື່ອເອກະສານລາຍງານການເງິນປະຈໍາປີຂອງປີການບັນຊີສຸດທ້າຍໄດ້ຖືກຮັບຮອງເອົາໂດຍກອງປະຊຸມໃຫຍ່ຜູ້ຖືຮຸ້ນຂອງວິສາຫະກິດຫຼືກອງປະຊຸມອົງການຈັດຕັ້ງໃດໜຶ່ງ.
	ໃນກໍລະນີວິສາຫະກິດກວດສອບມີຈຸດປະສົງຕໍ່ອາຍຸການກວດສອບໃຫ້ຍື່ນຄໍາຮ້ອງຕໍ່ເປົ້າໝາຍຖືກກວດສອບຕາມກົດໝາຍຢ່າງໜ້ອຍຫົກສິບວັນກ່ອນໝົດອາຍຸສັນຍາ.
	
....ມາດຕາ 22 ການປ່ຽນແທນນັກກວດສອບຕາມກົດໝາຍ

ມາດຕາ 22 ການປ່ຽນແທນນັກກວດສອບຕາມກົດໝາຍ
	ການປ່ຽນແທນນັກກວດສອບຕາມກົດໝາຍມີສອງກໍລະນີຄື:
	1.ການປ່ຽນແທນຖາວອນແມ່ນການປ່ຽນແທນນັກກວດສອບຕາມກົດໝາຍຜູ້ກ່ອນໃນກໍລະນີມີການປະຕິເສດ,ລາອອກຫຼືເສຍຊີວິດຊຶ່ງຕ້ອງຄັດເລືອກແລະແຕ່ງຕັ້ງນັກກວດສອບຕາມກົດໝາຍຜູ່ໃໝ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ20ຂອງກົດໝາຍສະບັບນີ້.ໜ້າທີ່ຂອງນັກກວດສອບຕາມກົດໝາຍທີ່ມາປ່ຽນແທນຈະສິ້ນສຸດຕາມສັນຍາຂອງນັກກວດສອບຕາມກົດໝາຍຜູ່ກ່ອນ;
	2.ການປ່ຽນແທນຊົ່ວຄາວແມ່ນການປ່ຽນແທນນັກກວດສອບຕາມກົດໝາຍຜູ່ກ່ອນໃນກໍລະນີຈໍາເປັນ,ນັກກວດສອບຕາມກົດໝາຍຜູ່ກ່ອນສາມາດກັບມາເຮັດວຽກຂອງຕົນຄືນພາຍຫຼັງກອງປຸຊຸມໃຫຍ່ຜູ່ຖືຮຸ້ນຂອງເປົ້າໝາຍຖືກກວດສອບຕາມກົດໝາຍຫຼືການຈັດຕັ້ງທີ່ກ່ຽວຂ້ອງໄດ້ຮັບຮອງເອກະສານລາຍງານການເງິນປະຈໍາປີ.
	ນັກກວດສອບຕາມກົດໝາຍທີ່ມາປ່ຽນແທນສາມາດເຂົ້າເຖິງຂໍ້ມູນຂ່າວສານແລະເອກະສານທີ່ກ່ຽວຂ້ອງກັບການກວດສອບຂອງນັກກວດສອບຕາມກົດໝາຍຜູ່ກ່ອນ.
	
....ມາດຕາ 23 ການຍົກເລີກສັນຍາກວດສອບ

ມາດຕາ 23 ການຍົກເລີກສັນຍາກວດສອບ
	ສັນຍາກວດສອບຈະຖືກຍົກເລີກໃນກໍລະນີໃດໜຶ່ງດັ່ງນີ້:
	1.ຕາມການສະເໜີຂອງເປົ້າໝາຍຖືກກວດສອບຫຼືນັກກວດສອບຕາມກົດໝາຍ;
	2.ຖືກໂຈະການເຄື່ອນໄຫວດ້ານວິຊາຊີບ;
	3.ຖືກລົບລ້າງໃບອະນຸຍາດເປັນນັກກວດສອບຕາມກົດໝາຍຫຼືລາອອກ;
	4.ດໍາເນີນການກວດສອບບໍ່ເປັນເອກະລາດ,ບໍ່ໄດ້ຮັບການຮ່ວມມືຫຼືຖືກບັງຄັບໃຫ້ດໍາເນີນການໃດໜຶ່ງທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ.
	
....ມາດຕາ 24 ຄວາມເປັນເອກະລາດຂອງນັກກວດສອບຕາມກົດໝາຍ

ມາດຕາ 24 ຄວາມເປັນເອກະລາດຂອງນັກກວດສອບຕາມກົດໝາຍ
	ຄວາມເປັນເອກະລາດຂອງນັກກວດສອບຕາມກົດໝາຍທີ່ກວດສອບວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະໃຫ້ປະຕິບັດດັ່ງນີ້:
	1.ຢັ້ງຢືນຄວາມເປັນເອກະລາດຂອງຕົນໃຫ້ແກ່ຄະນະກໍາມະການກວດສອບຂອງວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະຢ່າງເປັນລາຍລັກອັກສອນໃນແຕ່ລະປີ;
	2.ແຈ້ງສັນຍາເພີ່ມເຕີມກ່ຽວກັບການໃຫ້ບໍລິການອື່ນຕໍ່ຄະນະກໍາມະການກວດສອບຂອງວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະໃນແຕ່ລະປີ;
	3.ປຶກສາຫາລືນໍາຄະນະກໍາມະການກວດສອບຂອງວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະກ່ຽວກັບບັນຫາແລະອຸປະສັກຕໍ່ຄວາມເປັນເອກະລາດແລະວິທີການປ້ອງກນທີ່ນໍາໃຊ້ເພື່ອຫຼຸດຜ່ອນບັນຫາແລະອຸປະສັກດັ່ງກ່າວ.
	
....ມາດຕາ 25 ການເປີດເຜີຍຄ່າບໍລິການການກວດສອບ

ມາດຕາ 25 ການເປີດເຜີຍຄ່າບໍລິການການກວດສອບ
	ນັກກວດສອບຕາມກົດໝາຍທີ່ກວດສອບວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະຕ້ອງເປີດເຜີຍຄ່າບໍລິການການກວດສອບພ້ອມດ້ວຍຄ່າບໍລິການອື່ນໂດຍແຍກໃຫ້ເຫັນການບໍລິການການກວດສອບ,ການບໍລິການທົບທວນຄືນແລະການບໍລິການອື່ນທີ່ບໍ່ແມ່ນການກວດສອບໃນໄລຍະດໍາເນີນການກວດສອບໃນວາລະສານຂອງກະຊວງການເງິນແລະສະພາວິຊາຊີບນັກບັນຊີແລະນັກກວດສອບ.
	
....ມາດຕາ 26 ບົດລາຍງານຄວາມໂປ່ງໃສ

ມາດຕາ 26 ບົດລາຍງານຄວາມໂປ່ງໃສ
	ວິສາຫະກິດກວດສອບທີ່ດໍາເນີນການກວດສອບວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະຕ້ອງລາຍງານຄວາມໂປ່ງໃສປະຈໍາປີລົງໃນເວັບໄຊຂອງຕົນພາຍໃນເກົ້າສິບວັນພາຍຫຼັງປີການບັນຊີ,ບົດລາຍງານດັ່ງກ່າວຢ່າງໜ້ອຍຕ້ອງມີເນື້ອໃນດັ່ງນີ້:
	1.ຮູບແບບວິສາຫະກິດແລະການເປັນກໍາມະສິດ;
	2.ເຄື່ອຂ່າຍແລະຂໍ້ຕົກລົງທາງດ້ານກົດໝາຍແລະໂຄງປະກອບໃນເຄືອຂ່າຍ,ຖາ້ນັກກວດສອບຢູ່ໃນເຄືອຂ່າຍໃດໜຶ່ງ;
	3.ໂຄງສ້າງດ້ານການຄຸ້ມຄອງບໍລິຫານ;
	4.ລະບົບຄວບຄຸມຄຸນນະພາບພາຍໃນແລະການລາຍງານກ່ຽວກັບຜົນການດໍາເນີນງານຂອງລະບົບຄວບຄຸມຄຸນນະພາບໂດຍຄະນະຜູ່ບໍລິຫານຂອງວິສາຫະກິດກວດສອບ;
	5.ການກວດກາການຮັບປະກັນຄຸນນະພາບຄັ້ງຫຼ້າສຸດ.
	
...ໝວດທີ 4 ລະບຽບການເຄື່ອນໄຫວວິຊາຊີບບັນຊີແລະກວດສອບ


....ມາດຕາ 27 ລະບຽບການເຄື່ອນໄຫວວິຊາຊີບບັນຊີແລະກວດສອບ

ມາດຕາ 27 ລະບຽບການເຄື່ອນໄຫວວິຊາຊີບບັນຊີແລະກວດສອບ
	ວິສາຫະກິດບັນຊີແລະວິສາຫະກິດກວດສອບໃຫ້ເຄື່ອນໄຫວຕາມລະບຽບການດັ່ງນີ້:
	1.ຈັນຍາບັນດ້ານວິຊາຊີບ;
	2.ມາດຕະຖານວິຊາຊີບດ້ານການກວດສອບ;
	3.ການຮັບປະກັນຄຸນນະພາບພາຍໃນວິສາຫະກິດ;
	4.ການປະກັນໄພຄ່າເສຍຫາຍດ້ານວິຊາຊີບ;
	5.ການຍົກລະດັບວິຊາຊີບແບບຕໍ່ເນື່ອງ.
	
....ມາດຕາ 28 ຈັນຍາບັນດ້ານວິຊາຊີບ

ມາດຕາ 28 ຈັນຍາບັນດ້ານວິຊາຊີບ
	ຈັນຍາບັນດ້ານວິຊາຊີບແມ່ນຫຼັກການພ້ືນຖານໃນການປະພຶດແລະການເຄື່ອນໄຫວດ້ານວິຊາຊີບຂອງຜູ່ປະກອບອາຊີບບັນຊີແລະກວດສອບ.
	ກະຊວງການເງິນປະກາດໃຊ້ຈັນຍາບັນດ້ານວິຊາຊີບສໍາລັບນັກວິຊາຊີບການບັນຊີໂດຍສອດຄ່ອງກັບຈັນຍາບັນທີ່ສະຫະພັນນັກບັນຊີສາກົນແລະລະບຽບກົດໝາຍຂອງສປປລາວວາງອອກໃນແຕ່ລະໄລຍະ.
	
....ມາດຕາ 29 ມາດຕະຖານວິຊາຊີບດ້ານການກວດສອບ

ມາດຕາ 29 ມາດຕະຖານວິຊາຊີບດ້ານການກວດສອບ
	ມາດຕະຖານວິຊາຊີບດ້ານການກວດສອບແມ່ນລະບຽບການແລະວິທີການປະຕິບັດໃນການເຄື່ອນໄຫວດ້ານວິຊາຊີບບັນຊີແລະກວດສອບອິດສະລະ.
	ກະຊວງການເງິນປະກາດໃຊ້ມາດຕະຖານວິຊາຊີບດ້ານການກວດສອບໂດຍສອດຄ່ອງກັບມາດຕະຖານສາກົນທີ່ສະພາມາດຕະຖານສາກົນດ້ານການກວດສອບແລະການຮັບປະກັນແລະລະບຽບກົດໝາຍຂອງສປປລາວວາງອອກໃນແຕ່ລະໄລຍະ.
	
....ມາດຕາ 30 ການຮັບປະກັນຄຸນນະພາບພາຍໃນວິສາຫະກິດ

ມາດຕາ 30 ການຮັບປະກັນຄຸນນະພາບພາຍໃນວິສາຫະກິດ
	ວິສາຫະກິດບັນຊີແລະວິສາຫະກິດກວດສອບຕ້ອງສ້າງລະບົບການຮັບປະກັນຄຸນນະພາບໃຫ້ສອດຄ່ອງກັບກົດໝາຍສະບັບນີ້ແລະມາດຕະຖານວິຊາຊີບດ້ານການກວດສອບແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງເພື່ອເຮັດໃຫ້ນັກກວດສອບດໍາເນີນວິຊາຊີບຢ່າງຖືກຕ້ອງ,ຮັບປະກັນຄວາມສົມເຫດສົມຜົນແລະລາຍງານຜົນການກວດສອບໃຫ້ແທດເໝາະກັບສະພາບການຕົວຈິງ.
	ລະບົບການຮັບປະກັນຄຸນນະພາບປະກອບດ້ວຍ:
	1.ຄວາມຮັບຜິດຊອບຂອງຄະນະບໍລິຫານຕໍ່ຄຸນນະພາບພາຍໃນວິສາຫະກິດກວດສອບ;
	2.ຂໍ້ກໍານົດຈັນຍາບັນທີ່ກ່ຽວຂ້ອງ;
	3.ການຮັບຜູ້ຄ້າແລະການສືບຕໍ່ຮັບລູກຄ້າເກົ່າແລະວຽກທີ່ມີລັກສະນະສະເພາະ;
	4.ບຸກຄະລາກອນ;
	5.ຜົນການຈັດຕັ້ງປະຕິບັດ;
	6.ການຕິດຕາມກວດກາ.
	ວິສາຫະກິດບັນຊີແລະວິສາຫະກິດກວດສອບຕ້ອງໄດ້ຮັບການກວດກາລະບົບການຮັບປະກັນຄຸນນະພາບຈາກກະຊວງການເງິນແລະການຈັດຕັ້ງທີ່ກ່ຽວຂ້ອງຢ່າງໜ້ອຍທີ່ສຸດສີ່ປີ.

....ມາດຕາ 31 ການປະກັນໄພຄ່າເສຍຫາຍດ້ານວິຊາຊີບ

ມາດຕາ 31 ການປະກັນໄພຄ່າເສຍຫາຍດ້ານວິຊາຊີບ
	ວິສາຫະກິດກວດສອບຕ້ອງປະກັນໄພຄ່າເສຍຫາຍດ້ານວິຊາຊີບເພື່ອຄໍ້າປະກັນການເສຍຫາຍໃດໜຶ່ງທີ່ອາດຈະເກີດຂຶ້ນໃນເວລາປະຕິບັດຂໍ້ຜູກພັນດ້ານວິຊາຊີບຂອງຕົນແລະຕ້ອງສົ່ງສໍາເນົາສັນຍາປະກັນໄພພ້ອມດ້ວຍນະໂຍບາຍການປະກັນໄພດ້ານວິຊາຊີບໃຫ້ກະຊວງການເງິນແລະສະພາວິຊາຊີບນັກບັນຊີແລະນັກກວດສອບໃນແຕ່ລະປີ.

....ມາດຕາ 32 ການຍົກລະດັບວິຊາຊີບແບບຕໍ່ເນື່ອງ

ມາດຕາ 32 ການຍົກລະດັບວິຊາຊີບແບບຕໍ່ເນື່ອງ
	ຜູ່ປະກອບອາຊີບຕ້ອງເຂົ້າຮ່ວມການຍົກລະດັບວິຊາຊີບແບບຕໍ່ເນື່ອງຢ່າງໜ້ອຍໜຶ່ງຮ້ອຍຊາວຊົ່ວໂມງພາຍໃນກໍານົດສາມປີໃນແຕ່ລະປີບໍ່ໃຫ້ຫຼຸດຊາວຊົ່ວໂມງເພື່ອຍົກລະດັບຄວາມຮູ້ດ້ານທິສະດິ,ຄວາມສາມາດດ້ານວິຊາຊີບແລະຈັນຍາບັນ.
	ກະຊວງການເງິນອອກລະບຽບການກ່ຽວກັບການຍົກລະດັບວິຊາຊີບແບບຕໍ່ເນື່ອງສໍາລັບຜູ້ປະກອບອາຊີບໃນແຕ່ລະໄລຍະ.

..ພາກທີ 3 ນັກຊ່ຽວຊານບັນຊີ


...ໝວດທີ 1 ການເປັນນັກຊ່ຽວຊານບັນຊີ


....ມາດຕາ 33 ເງື່ອນໄຂການເປັນນັກຊ່ຽວຊານບັນຊີ

ມາດຕາ 33 ເງື່ອນໄຂການເປັນນັກຊ່ຽວຊານບັນຊີ
	ບຸກຄົນທີ່ຈະເປັນນັກຊ່ຽວຊານບັນຊີຕ້ອງມີໃບຢັ້ງຢືນການສອບເສັງຈົບຫຼັກສຸດວິຊາຊີບຊ່ຽວຊານບັນຊີແລະໃບຢັ້ງຢືນການຝຶກງານເປັນນັກຊ່ຽວຊານບັນຊີ.
	
....ມາດຕາ 34 ໃບຢັ້ງຢືນການສອບເສັງຈົບຫຼັກສູດວິຊາຊີບຊ່ຽວຊານບັນຊີ

ມາດຕາ 34 ໃບຢັ້ງຢືນການສອບເສັງຈົບຫຼັກສູດວິຊາຊີບຊ່ຽວຊານບັນຊີ
	ບຸກຄົນທີ່ຈະໄດ້ຮັບໃບຢັ້ງຢືນການສອບເສັງຈົບຫຼັກສູດວິຊາຊີບຊ່ຽວຊານບັນຊີຕ້ອງໄດ້ຮັບການຝຶກອົບຮົມຢ່າງຖືກຕ້ອງ,ຄົບຖ້ວນແລະສອບເສັງຜ່ານຫຼັກສູດວິຊາຊີບຊ່ຽວຊານບັນຊີ.
	
....ມາດຕາ 35 ໃບຢັ້ງຢືນການຝຶກງານເປັນນັກຊ່ຽວຊານບັນຊີ

ມາດຕາ 35 ໃບຢັ້ງຢືນການຝຶກງານເປັນນັກຊ່ຽວຊານບັນຊີ
	ບຸກຄົນທີ່ຈະໄດ້ຮັບໃບຢັ້ງຢືນການຝຶກງານເປັນນັກຊ່ຽວຊານບັນຊີຕ້ອງໄດ້ຮັບການຝຶກງານວຽກງານບັນຊີແລະກວດສອບເປັນເວລາສາມປີຢູ່ພາຍໃນຫຼືຕ່າງປະເທດຍົກເວັ້ນບຸກຄົນຕາມທີ່ໄດ້ກໍານົດໄວ້ໃນມາດຕາ36ຂອງກົດໝາຍສະບັບນີ້.
	
....ມາດຕາ 36 ການຍົກເວັ້ນການຝຶກງານເປັນນັກຊ່ຽວຊານບັນຊີ

ມາດຕາ 36 ການຍົກເວັ້ນການຝຶກງານເປັນນັກຊ່ຽວຊານບັນຊີ
	ບຸກຄົນທີ່ໄດ້ຮັບການຍົກເວັ້ນການຝຶກງານເປັນນັກຊ່ຽວຊານບັນຊີມີດັ່ງນີ້:
	1.ຜູ່ມີປະກາສະນີຍະບັດຫຼືໃບຢັ້ງຢືນທີ່ປຶກສາບັນຊີ,ມີປະສົບການເຮັດວຽກດ້ານການບັນຊີແລະກວດສອບຢ່າງໜ້ອຍຫ້າປີຂຶ້ນໄປ;
	2.ຜູ້ມີໃບຢັ້ງຢືນຊ່ຽວຊານບັນຊີຈາກຕ່າງປະເທດ;
	3.ອາຈານສິດສອນວິຊາການບັນຊີແລະກວດສອບຢ່າງໜ້ອຍສິບປີ;
	4.ຜູ້ມີລະດັບການສຶກສາປະລິນຍາໂທຫຼືປະລິນຍາເອກດ້ານການບັນຊີ,ການເງິນແລະກວດສອບແລະມີປະສົບການກ່ຽວກັບວຽກງານບັນຊີແລະກວດສອບຢ່າງໜ້ອຍສິບປີ;
	5.ສາດສະດາຈານ,ຮອງສາດສະດາຈານດ້ານການບັນຊີ,ການເງິນແລະການກວດສອບ.
	
....ມາດຕາ 37 ໃບຢັ້ງຢືນເປັນນັກຊ່ຽວຊານບັນຊີ

ມາດຕາ 37 ໃບຢັ້ງຢືນເປັນນັກຊ່ຽວຊານບັນຊີ
	ບຸກຄົນທີ່ຈະໄດ້ຮັບໃບຢັ້ງຢືນເປັນນັກຊ່ຽວຊານບັນຊີຕ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ມາດຕາ34,35ແລະ36ຂອງກົດໝາຍສະບັບນີ້ໂດຍແມ່ນກະຊວງການເງິນເປັນຜູ້ອອກໃຫ້ຕາມການສະເໜີຂອງສະພາວິຊາຊີບນັກບັນຊີແລະນັກກວດສອບ.
	
...ໝວດທີ 2 ສິດແລະພັນທະຂອງນັກຊ່ຽວຊານບັນຊີ


....ມາດຕາ 38 ສິດຂອງນັກຊ່ຽວຊານບັນຊີ

ມາດຕາ 38 ສິດຂອງນັກຊ່ຽວຊານບັນຊີ
	ນັກຊ່ຽວຊານບັນຊີມີສິດດັ່ງນີ້:
	1.ປະກອບອາຊີບບັນຊີແລະກວດສອບໃນຮູບແບບນິຕິບຸກຄົນ,ຂາຮຸ້ນຫຼືພະນັກງານໃນວິສາຫະກິດບັນຊີແລະວິສາຫະກິດກວດສອບ;
	2.ປະກອບອາຊີບເປັນຫົວໜ້າບັນຊີ,ຜູ້ຈັດການດ້ານການເງິນ,ພະນັກງານບັນຊີຫຼືຕໍາແໜ່ງໃດໜຶ່ງໃນວິສາຫະກິດອື່ນ.
	
....ມາດຕາ 39 ພັນທະແລະຄວາມຮັບຜິດຊອບຂອງນັກຊ່ຽວຊານບັນຊີ

ມາດຕາ 39 ພັນທະແລະຄວາມຮັບຜິດຊອບຂອງນັກຊ່ຽວຊານບັນຊີ
	ນັກຊ່ຽວຊານບັນຊີມີພັນທະແລະຄວາມຮັບຜິດຊອບດັ່ງນີ້:
	1.ເຄື່ອນໄຫວວຽກງານດ້ານວິຊາຊີບຢ່າງຖືກຕ້ອງ,ພາວະວິໄສແລະຮັບປະກັນຄວາມເປັນເອກະລາດຢ່າງແທ້ຈິງ;
	2.ມີຄວາມບໍລິສຸດໃຈ,ມີຄວາມທ່ຽງທໍາ,ສັດຊື່ໃນການດໍາເນີນວິຊາຊີບໃນສປປລາວຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແລະຈັນຍາບັນສໍາລັບນັກວິຊາຊີບການບັນຊີ;
	3.ຮັກສາຊື່ສຽງຂອງວິຊາຊີບດ້ວຍການເຄົາລົບແລະປະຕິບັດລະບຽບກົດໝາຍແລະຈັນຍາບັນດ້ານວິຊາຊີບ;
ົ	4.ຮັບປະກັນຄວາມຖືກຕ້ອງແລະສອດຄ່ອງກັບມາດຕະການລາຍງານການເງິນທີ່ນໍາໃຊ້ໃນແຕ່ລະໄລຍະໃນການສ້າງຫຼືຮັບຮອງເອກະສານລາຍງານການເງິນຖ້າວ່າຖືກມອບໝາຍໃຫ້ຮັບຜິດຊອບໃນການສ້າງເອກະສານລາຍງານການເງິນ;
	5.ຮັບແຕ່ໜ້າທີ່ວຽກງານທີ່ຕົນມີຄວາມຊໍານານເທົ່ານັ້ນຫຼືໄດ້ຮັບການຝຶກອົບຮົມສະເພາະຫຼືມີຜູ້ຊ່ຽວຊານສະເພາະດ້ານໃຫ້ຄໍາປຶກສາແລະຄໍາແນະນໍາຢ່າງເປັນປະຈໍາ.
	
..ພາກທີ 4 ວິສາຫະກິດບັນຊີແລະວິສາຫະກິດກວດສອບ


...ໝວດທີ 1 ການສ້າງຕັ້ງວິສາຫະກິດບັນຊີແລະວິສາຫະກິດກວດສອບ


....ມາດຕາ 40 ການສ້າງຕັ້ງວິສາຫະກິດບັນຊີແລະວິສາຫະກິດກວດສອບ

ມາດຕາ 40 ການສ້າງຕັ້ງວິສາຫະກິດບັນຊີແລະວິສາຫະກິດກວດສອບ
	ບຸກຄົນ,ນິຕິບຸກຄົນທີ່ມີຈຸດປະສົງສ້າງຕັ້ງຫຼືຮ່ວມທຶນກັບວິສາຫະກິດບັນຊີແລະວິສາຫະກິດກວດສອບຢູ່ສປປລາວໃຫ້ຍື່ນຄໍາຮ້ອງຕໍ່ຫ້ອງການບໍລິການຜ່ານປະຕູດຽວຂອງຂະແໜງການອຸດສາຫະກໍາແລະການຄ້າຕາມການເຫັນດີຂອງຂະແໜງການການເງິນ.
	
....ມາດຕາ 41 ເງື່ອນໄຂການຂໍອະນຸຍາດດໍາເນີນວິສາຫະກິດບົນຊີ

ມາດຕາ 41 ເງື່ອນໄຂການຂໍອະນຸຍາດດໍາເນີນວິສາຫະກິດບົນຊີ
	ຜູ້ມີຈຸດປະສົງຂໍອະນຸຍາດດໍາເນີນວິສາຫະກິດບັນຊີຕ້ອງມີເງື່ອນໄຂດັ່ງນີ້:
	1.ເປັນນັກຊ່ຽວຊານບັນຊີ;
	2.ເປັນສະມາຊິກຂອງສະພາວິຊາຊີບນັກບັນຊີແລະນັກກວດສອບ;
	3.ບໍ່ເປັນລັດຖະກອນ,ບໍ່ເປັນເຈົ້າຂອງ,ບໍ່ເປັນຂາຮຸ້ນຫຼືພະນັກງານຂອງວິສາຫະກິດໃດໜຶ່ງ;
	4.ບໍ່ເຄີຍຖືກລົງວິໄນຫຼືຖືກສານຕັດສິນລົງໂທດໃນສະຖານສໍ້ໂກງຫຼືກ່ຽວກັບການກະທໍາຜິດດ້ານການເງິນ,ການບັນຊີ;
	5.ມີພະນັກງານວິຊາການດ້ານການບັນຊີ,ການເງິນລະດັບຊັ້ນສູງຂຶ້ນໄປຢ່າງໜ້ອຍສາມຄົນ.
	
....ມາດຕາ 42 ການອອກອະນຸຍາດດໍາເນີນວິສາຫະກິດບັນຊີ

ມາດຕາ 42 ການອອກອະນຸຍາດດໍາເນີນວິສາຫະກິດບັນຊີ
	ກະຊວງການເງິນຈະພິຈາລະນາອອກໃບອະນຸຍາດໃຫ້ດໍາເນີນວິສາຫະກິດບັນຊີພາຍໃນກໍານົດສິບວັນລັດຖະການນັບແຕ່ວັນໄດ້ຮັບສໍານວນຄໍາຮ້ອງຂອງຜູ້ຮ້ອງຂໍຈາກຂະແໜງການອຸດສາຫະກໍາແລະການຄ້າເປັນຕົ້ນໄປເມື່ອເຫັນວ່າມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ40ແລະ41ຂອງກົດໝາຍສະບັບນີ້.
	ພາຍຫຼັງບຸກຄົນຫຼືນິຕິບຸກຄົນໄດ້ຮັບອະນຸຍາດໃຫ້ດໍາເນີນວິສາຫກະກິດບັນຊີຈາກຂະແໜງການການເງິນແລະໄດ້ໃບທະບຽນວິສາຫະກິດຈາກຂະແໜງການອຸດສາຫະກໍາແລະການຄ້າແລ້ວຕ້ອງໄປຈົດທະບຽນເປັນສະມາຊິກນິຕິບຸກຄົນຂອງສະພາວິຊາຊີບນັກບັນຊີແລະນັກກວດສອບ;
	ໃນກໍລະນີບໍ່ອອກໃບອະນຸຍາດດໍາເນີນທຸລະກິດນັ້ນຂະແໜງການການການເງິນຕ້ອງແຈ້ງເປັນລາຍລັກອັກສອນພ້ອມດ້ວຍເຫດຜົນໃຫ້ແກ່ຜູ້ຮ້ອງຂໍ.
	
....ມາດຕາ 43 ເງື່ອນໄຂການຂໍອະນຸຍາດດໍາເນີນວິສາຫະກິດກວດສອບ

ມາດຕາ 43 ເງື່ອນໄຂການຂໍອະນຸຍາດດໍາເນີນວິສາຫະກິດກວດສອບ
	ຜູ້ມີຈຸດປະສົງຂໍອະນຸຍາດດໍາເນີນວິສາຫະກິດກວດສອບຕ້ອງມີເງື່ອນໄຂຕົ້ນຕໍດັ່ງນີ້:
	1.ເປັນນັກຊ່ຽວຊານບັນຊີຫຼືວິສາຫະກິດກວດສອບຕ່າງປະເທດ;
	2.ເປັນສະມາຊິກຂອງສະພາວິຊາຊີບນັກບັນຊີແລະນັກກວດສອບ;
	3.ບໍ່ເປັນລັດຖະການ,ບໍ່ເປັນເຈົ້າຂອງ,ບໍ່ເປັນຂາຮຸ້ນຫຼືພະນັກງານຂອງວິສາຫະກິດໃດໜຶ່ງ;
	4.ບໍ່ເຄີຍຖືກລົງວິໄນຫຼືຖືກສານຕັດສິນລົງໂທດໃນສະຖານສໍ້ໂກງຫຼືກ່ຽວກັບການກະທໍາຜິດດ້ານການເງິນ,ການບັນຊີ;
	5.ມີນັກຊ່ຽວຊານບັນຊີຢ່າງໜ້ອຍສອງຄົນຂຶ້ນໄປແລະພະນັກງານລະດັບຊັ້ນສູງຂຶ້ນໄປກໍລະນີວິສາຫະກິດສ່ວນບຸກຄົນ;
	6.ມີຂາຮຸ້ນຢ່າງໜ້ອຍສາມສ່ວນຫ້າຂອງຜູ້ຖືກຮຸ້ນທັງໝົດເປັນນັກຊ່ຽວຊານບັນຊີແລະເປັນຜູ້ບໍລິຫານແລະພະນັກງານລະດັບຊັ້ນສູງຂຶ້ນໄປກໍລະນີມີຂາຮຸ້ນສອງຄົນຂຶ້ນໄປ.

....ມາດຕາ 44 ການອະນຸຍາດດໍາເນີນວິສາຫະກິດກວດສອບ

ມາດຕາ 44 ການອະນຸຍາດດໍາເນີນວິສາຫະກິດກວດສອບ
	ການອະນຸຍາດດໍາເນີນວິສາຫະກິດກວດສອບໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ40ແລະ43ຂອງກົດໝາຍສະບັບນີ້.
	ພາຍຫຼັງໄດ້ຮັບອະນຸຍາດດໍາເນີນວິສາຫະກິດກວດສອບແລະໄດ້ຂຶ້ນທະບຽນວິສາຫະກິດແລ້ວພາຍໃນກໍານົດເວລາສາມສິບວັນຜູ່ອໍານວຍການຫຼືຜູ່ຮຸ້ນສ່ວນຮັບຜິດຊອບງານຕ້ອງໄດ້ຮັບອະນຸຍາດເປັນນັກກວດສອບຕາມກົດໝາຍຈາກກະຊວງການເງິນຕາມທີ່ໄດ້ກໍານົດໄວ້ໃນມາດຕາ52,53ແລະ54ຂອງກົດໝາຍສະບັບນີ້.
	
....ມາດຕາ 45 ການສ້າງຕັ້ງສາຂາຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບ

ມາດຕາ 45 ການສ້າງຕັ້ງສາຂາຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບ
	ວິສາຫະກິດບັນຊີແລະວິສາຫະກິດກວດສອບສາມາດສ້າງຕັ້ງສາຂາຂອງຕົນພາຍໃຕ້ເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນມາດຕາ40,41ແລະ43ຂອງກົດໝາຍສະບັບນີ້.
	ກໍລະນີວິສາຫະກິດບັນຊີແລະວິສາຫະກິດກວດສອບຖືກໂຈະ,ຖືກຖອນໃບອະນຸຍາດຫຼືຖືກຍຸບເລີກວິສາຫະກິດນັ້ນສາຂາກໍ່ຈະຖືກໂຈະ,ຖືກຖອນໃບອະນຸຍາດຫຼືຖືກຍົກເລີກວິສາຫະກິດເຊັ່ນດຽວກັນ.
	
....ມາດຕາ 46 ການໂຈະການເຄື່ອນໄຫວຂອງວິສາຫະກິດບັນຊີແລະວວິສາຫະກິດກວດສອບ

ມາດຕາ 46 ການໂຈະການເຄື່ອນໄຫວຂອງວິສາຫະກິດບັນຊີແລະວວິສາຫະກິດກວດສອບ
	ການເຄື່ອນໄຫວຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບຈະຖືກໂຈະໃນກໍລະນີໃດໜຶ່ງດັ່ງນີ້:
	1.ຕາມການສະເໜີຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບເອງ;
	2.ລະເມີດກົດໝາຍສະບັບນີ້ຫຼືລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ;
	3.ບໍ່ລາຍງານກ່ຽວກັບການເຄື່ອນໄວຂອງຕົນໃຫ້ກະຊວງການເງິນສອງປີຕິດຕໍ່ກັນ;
	4.ບໍ່ປະກັນໄພຄ່າເສຍຫາຍດ້ານວິຊາຊີບສໍາລັບວິສາຫະກິດກວດສອບ;
	5.ຖືກດໍາເນີນຄະດີກ່ຽວກັບການເຄື່ອນໄຫວດ້ານວິຊາຊີບ;
	6.ບໍ່ປະຕິບັດພັນທະຕໍ່ລັດແລະສະພາວິຊາຊີບນັກບັນຊີແລະນັກກວດສອບ.
	ກະຊວງການເງິນຈະໂຈະການເຄື່ອນໄຫວຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບພາຍລັງທີ່ໄດ້ມີການກ່າວເຕືອນເປັນລາຍລັກອັກສອນເວັ້ນເສຍແຕ່ກໍລະນີທີ່ວິສາຫະກິດຫາກສະເໜີຂໍໂຈະເອງ.
	ພາຍລັງຖືກສັ່ງໂຈະແລ້ວວິສາຫະກິດບັນຊີແລະວິສາຫະກິດກວດສອບຕ້ອງປັບປຸງຂໍ້ຄົງຄ້າງທີ່ເປັນສາເຫດຂອງການສັ່ງໂຈະພາຍໃນກໍານົດເວລາທີ່ກະຊວງການເງິນກໍານົດໄວ້.
	
....ມາດຕາ 47 ການຖອນໃບອະນຸຍາດດໍາເນີນທຸລະກິດຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບ

ມາດຕາ 47 ການຖອນໃບອະນຸຍາດດໍາເນີນທຸລະກິດຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບ
	ກະຊວງການເງິນຖອນໃບອະນຸຍາດດໍາເນີນທຸລະກິດຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບໃນກໍລະນີໃດໜຶ່ງດັ່ງນີ້:
	1.ຕາມການສະເໜີຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບເອງ;
	2.ບໍ່ປັບປຸງແກ້ໄຂຂໍ້ຄົງຄ້າງຕາມທີ່ໄດ້ກໍານົດໄວ້ໃນມາດຕາ46ຂອງກົດໝາຍສະບັບນີ້;
	3.ບໍ່ປະຕິບັດຕາມເງື່ອນໄຂການຂໍອະນຸຍາດດໍາເນີນວິສາຫະກິດບັນຊີແລະວິສາຫະກິດກວດສອບຕາມທີ່ໄດ້ກໍານົດໄວ້ໃນມາດຕາ41ຫຼື43ຂອງກົດໝາຍສະບັບນີ້;
	4.ມີຄໍາຕັດສິນຂອງສານປະຊາຊົນໃຫ້ຢຸດເຊົາການດໍາເນີນວິສາຫະກິດບັນຊີແລະວິສາຫະກິດກວດສອບ;
	5.ສືບຕໍ່ດໍາເນີນການເຄື່ອນໄຫວວິຊາຊີບໃນໄລຍະເວລາຖືກສັ່ງໂຈະ.
	ກະຊວງການເງິນຕ້ອງແຈ້ງການຖອນໃບອະນຸຍາດດໍາເນີນທຸລະກິດຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບເປັນລາຍລັກອັກສອນໃຫ້ກະຊວງອຸດສາຫະກໍາແລະການຄ້າເພື່ອຖອນໃບທະບຽນວິສາຫະກິດພ້ອມກັນນັ້ນກໍ່ຕ້ອງແຈ້ງໃຫ້ວິສາຫະກິດບັນຊີແລະວິສາຫະກິດກວດສອບ,ສະພາວິຊາຊີບນັກບັນຊີແລະນັກກວດສອບ,ຂະແໜງການສ່ວຍສາອາກອນ,ພາກສ່ວນອື່ນທີ່ກ່ຽວຂ້ອງຮັບຊາບແລະແຈ້ງຕໍ່ສາທາລະນະຊົນຜ່ານສື່ມວນຊົນ.
	ການຖອນໃບທະບຽນວິສາຫະກິດແລະໃບອະນຸຍາດດໍາເນີນທຸລະກິດຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບຖືວ່າເປັນການຍຸບເລີກວິສາຫະກິດບັນຊແລະວິສາຫະກິດກວດສອບ.
	
...ໝວດທີ 2 ການເຄື່ອນໄຫວວິສາຫະກິດບັນຊີແລະວິສາຫະກິດກວດສອບ


....ມາດຕາ 48 ຂອບເຂດການບໍລິການຂອງວິສາຫະກິດບັນຊີ

ມາດຕາ 48 ຂອບເຂດການບໍລິການຂອງວິສາຫະກິດບັນຊີ
	ວິສາຫະກິດບັນຊີສາມາດເຄື່ອນໄຫວໃຫ້ການບໍລິການວຽກງານບັນຊີໃຫ້ຖືກຕ້ອງຕາມກົດໝາຍສະບັບນີ້ແລະລະບຽບການອື່ນທີ່ກ່ຽວຂ້ອງດັ່ງນີ້:
	1.ໃຫ້ການແນະນໍາໃນການຈັດວາງລະບົບບັນຊີ,ໃນການຖືກບັນຊີແລະໃນການສ້າງເອກະສານລາຍງານການເງິນ;
	2.ໃຫ້ຄໍາປຶກສາດ້ານການບັນຊີແລະລະບຽບກົດໝາຍກ່ຽວກັບການບັນຊີ;
	3.ໃຫ້ຄໍາປຶກສາດ້ານການບໍລິຫານຄຸ້ມຄອງ;
	4.ຈັດຝຶກອົບຮົມໄລຍະສັ້ນກ່ຽວກັບບັນຊີ;
	5.ໃຫ້ການບໍລິການອື່ນທີ່ກ່ຽວຂ້ອງກັບວຽກງານບັນຊີ.
	6.ລາຍງານຜົນການເຄື່ອນໄຫວ,ໂຄງປະກອບການຈັດຕັ້ງແລະບຸກຄະລາກອນໃຫ້ກະຊວງການເງິນເປັນປະຈໍາປີ;
	7.ຍົກລະດັບການສຶກສາດ້ານວິຊາຊີບໃຫ້ແກ່ພະນັກງານໃນວິສາຫະກິດຢ່າງເປັນລະບົບແລະຕໍ່ເນື່ອງ;
	8.ມີລະບົບຮັບປະກັນການຄວບຄຸມຄຸນນະພາບໂດຍສອດຄ່ອງກັບມາດຕະຖານວິຊາຊີບດ້ານການກວດສອບ;
	9.ປະກອບສ່ວນໃນການພັດທະນາວິຊາຊີບບັນຊີແລະກວດສອບໃນສປປລາວ;
	10.ນໍາໃຊ້ສິດແລະປະຕິບັດພັນທະອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
....ມາດຕາ 51 ສິດແລະພັນທະຂອງວິສາຫະກິດກວດສອບ

ມາດຕາ 51 ສິດແລະພັນທະຂອງວິສາຫະກິດກວດສອບ
	ວິສາຫະກິດກວດສອບມີສິດແລະພັນທະດັ່ງນີ້:
	1.ນໍາໃຊ້ສິດແລະປະຕິບັດພັນທະຕາມທີ່ໄດ້ກໍານົດໄວ້ໃນມາດຕາ50ຂອງກົດໝາຍສະບັບນີ້;
	2.ເຮັດປະກັນໄພຄ່າເສຍຫາຍດ້ານວິຊາຊີບ;
	3.ສະເໜີໃຫ້ເປົ້າໝາຍຖືກກວດສອບ,ບຸກຄົນສະໜອງຂໍ້ມູນທີ່ກ່ຽວຂ້ອງກັບການກວດສອບ;
	4.ມີຄວາມເປັນເອກະລາດໃນການດໍາເນີນການກວດສອບ;
	5.ກວດກາແລະຢັ້ງຢືນຄວາມຖືກຕ້ອງຂອງການເຄື່ອນໄຫວ,ຂໍ້ມູນແລະເອກະສານດ້ານເສດຖະກິດການເງິນທັງພາຍໃນແລະພາຍນອກໃນໄລຍະການດໍາເນີນການກວດສອບຂອງເປົ້າໝາຍຖືກກວດສອບແລະລົງລາຍຊັນໃສ່ບົດລາຍງານການກວດສອບ;
	6.ເປັນເຄືອຂ່າຍວິຊາຊີບກວດສອບໃດໜຶ່ງ;
	7.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບການກວດສອບ;
	8.ລາຍງານຄ່າບໍລິການການກວດສອບແລະການບໍລິການອື່ນທີ່ກ່ຽວຂ້ອງກັບການກວດສອບໃນເວລາດໍາເນີນການກວດສອບໃຫ້ສະພາວິຊາຊີບນັກບັນຊີແລະນັກກວດສອບແລະກະຊວງການເງິນ;
	9.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃລະບຽບກົດໝາຍ.
	
..ພາກທີ 5 ນັກກວດສອບຕາມກົດໝາຍ


...ມາດຕາ 52 ເງື່ອນໄຂຂອງນັກກວດສອບຕາມກົດໝາຍ

ມາດຕາ 52 ເງື່ອນໄຂຂອງນັກກວດສອບຕາມກົດໝາຍ
	ບຸກຄົນທີ່ຈະເປັນນັກກວດສອບຕາມກົດໝາຍຕ້ອງເປັນນັກຊ່ຽວຊານບັນຊີມີຕໍາແໜ່ງເປັນຜູ່ອໍານວຍການຫຼືຜູ່ຮຸ້ນສ່ວນຮັບຜິດຊອບງານຂອງວິສາຫະກິດກວດສອບ.
	
...ມາດຕາ 53 ການຍື່ນຄໍາຮ້ອງຂໍເປັນນັກກວດສອບຕາມກົດໝາຍ

ມາດຕາ 53 ການຍື່ນຄໍາຮ້ອງຂໍເປັນນັກກວດສອບຕາມກົດໝາຍ
	ນັກກວດສອບທີ່ຕ້ອງການເປັນນັກກວດສອບຕາມກົດໝາຍຕ້ອງຍື່ນຄໍາຮ້ອງພ້ອມດ້ວຍເອກະສານປະກອບດັ່ງນີ້:
	1.ໃບສະເໜີຂໍອະນຸຍາດເປັນນັກກວດສອບຕາມກົດໝາຍ;
	2.ສໍາເນົາໃບຢັ້ງຢືນນັກຊ່ຽວຊານບັນຊີ;
	3.ສໍາເນົາໃບຢັ້ງຢືນເປັນສະມາຊິກຂອງສະພາວິຊາຊີບນັກບັນຊີແລະນັກກວດສອບ;
	4.ໜັງສືຢັ້ງຢືນການເປັນຜູ້ອໍານວຍການຫຼືຜູ້ຮຸ້ນ່ວນຮັບຜິດຊອບງານຈາກວິສາຫະກິດກວດສອບທີ່ຕົນສັງກັດຢູ່;
	5.ສໍາເນົາໃບອະນຸຍາດດໍາເນີນທຸລະກິດຂອງວິສາຫະກິດກວດສອບທີ່ຕົນສັງກັດຢູ່;
	6.ເອກະສານອື່ນທີ່ກະຊວງການເງິນກໍານົດອອກ.
	
...ມາດຕາ 54 ການອະນຸຍາດເປັນນັກກວດສອບຕາມກົດໝາຍ

ມາດຕາ 54 ການອະນຸຍາດເປັນນັກກວດສອບຕາມກົດໝາຍ
	ກະຊວງການເງິນພິຈາລະນາອະນຸຍາດເປັນນັກກວດສອບຕາມກົດໝາຍພາຍໃນກໍານົດສິບວັນລັດຖະການນັບແຕ່ວັນໄດ້ຮັບສໍານວນຄໍາຮ້ອງຂໍເປັນຕົ້ນໄປເມື່ອເຫັນວ່າຖືກຕ້ອງຄົບຖ້ວນຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນມາດຕາ52ແລະ53ຂອງກົດໝາຍສະບັບນີ້.
	ໃນກໍລະນີບໍ່ອະນຸຍາດໃຫ້ເປັນນັກກວດສອບຕາມກົດໝາຍໄດ້ນັ້ນກະຊວງການເງິນຕ້ອງແຈ້ງເປັນລາຍລັກອັກສອນພ້ອມດ້ວຍເຫດຜົນໃຫ້ຜູ້ຮ້ອງຂໍ.
	
...ມາດຕາ 55 ການໂຈະການເປັນນັກກວດສອບຕາມກົດໝາຍ

ມາດຕາ 55 ການໂຈະການເປັນນັກກວດສອບຕາມກົດໝາຍ
	ໃນກໍລະນີທີ່ວິສາຫະກິດກວດສອບຖືກໂຈະການເຄື່ອນໄຫວຕາມທີ່ໄດ້ກໍານົດໄວ້ໃນມາດຕາ46ຂອງກົດໝາຍສະບັບນີ້ນັກກວດສອບຕາມກົດໝາຍທີ່ສັງກັດຢູ່ໃນວິສາຫະກິດດັ່ງກ່າວຖືກຈະຖືກໂຈະເຊັ່ນດຽວກັນ.
	ການໂຈະດັ່ງກ່າວຈະຖືກຍົກເລີກເມື່ອເຫັນວ່ານັກກວດສອບຕາມກົດໝາຍຫຼືວິສາຫະກິດກວດສອບໄດ້ມີການປັບປຸງແກ້ໄຂບັນຫາທີ່ຖືກໂຈະຕາມເວລາທີ່ໄດ້ກໍານົດໄວ້.
	
...ມາດຕາ 56 ການຖອນໃບອະນຸຍາດເປັນນັກກວດສອບຕາມກົດໝາຍ

ມາດຕາ 56 ການຖອນໃບອະນຸຍາດເປັນນັກກວດສອບຕາມກົດໝາຍ
	ນັກກວດສອບຕາມກົດໝາຍຈະຖືກຖອນໃບອະນຸຍາດເປັນນັກກວດສອບຕາມກົດໝາຍໃນກໍລະນີວິສາຫະກິດກວດສອບທີ່ຕົນສັງກັດນັ້ນຖືກຖອນໃບອະນຸຍາດຕາມທີ່ໄດ້ກໍານົດໄວ້ໃນມາດຕາ47ຂອງກົດໝາຍສະບັບນີ້.
	ກະຊວງການເງິນແຈ້ງເປັນລາຍລັກອັກສອນໃຫ້ນັກກວດສອບຕາມກົດໝາຍແລະວິສາຫະກິດກວດສອບ,ສະພາວິຊາຊີບນັກບັນຊີແລະນັກກວດສອບແລະແຈ້ງຕໍ່ສາທາລະນະຊົນຜ່ານສື່ມວນຊົນພາຍຫຼັງຖືກຖອນໃບອະນຸຍາດ.
	
...ມາດຕາ 57 ສິດແລະພັນທະຂອງນັກກວດສອບຕາມກົດໝາຍ

ມາດຕາ 57 ສິດແລະພັນທະຂອງນັກກວດສອບຕາມກົດໝາຍ
	ນັກກວດສອບຕາມກົດໝາຍມີສິດແລະພັນທະດັ່ງນີ້:
	1.ດໍາເນີນການກວດສອບເປົ້າໝາຍຖືກກວດສອບຕາມກົດໝາຍຕະຫຼອດປີການບັນຊີ;
	2.ເຂົ້າເຖິງຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບການກວດສອບທັງໝົດຂອງເປົ້າໝາຍຖືກກວດສອບຕາມກົດມາຍລວມທັງບໍລິສັດໃນກຸ່ມ;
	3.ຂໍຄໍາອະທິບາຍຊີ້ແຈງຈາກຄະນະຜູ້ບໍລິຫານ,ຜູ້ຈັດການ,ພະນັກງານຫຼືຄູ່ສັນຍາຂອງເປົ້າໝາຍຖືກກວດສອບຕາມກົດໝາຍຊຶ່ງເຫັນວ່າເປັນສິ່ງຈໍາເປັນເພີ່ມເຕີມສໍາລັບການປະຕິບັດໜ້າທີ່ຂອງຕົນ;
	4.ກວດກາເອກະສານດ້ານບັນຊີ,ຄວາມຄົບຖ້ວນ,ຖືກຕ້ອງແລະການປະເມີນອົງປະກອບຂອງເອກະສານລາຍງານການເງິນຂອງເປົ້າໝາຍຖືກກວດສອບຕາມກົດໝາຍ;
	5.ນໍາໃຊ້ນັກຊ່ຽວຊານສະເພາະດ້ານໃດໜຶ່ງແລະພະນັກງານວິຊາການໃຫ້ການຊ່ວຍເຫຼືອຫຼືເປັນຕົວແທນເພື່ອດໍາເນີນການກວດສອບພາຍໃຕ້ຄວາມຮັບຜິດຊອບຂອງຕົນ.
	6.ຮັບຜິດຊອບຢ່າງເຕັມສ່ວນຕໍ່ບົດລາຍງານການກວດສອບເອກະສານລາຍງານການເງິນປະຈໍາປີລວມທັງເອກະສານລາຍງານການເງິນລວມກິດຈະການແລະສະເພາະກິດຈະການໃນກໍລະນີມີການກວດສອບເອກະສານລາຍງານການເງິນຂອງກຸ່ມບໍລິສັດ.
	
..ພາກທີ 6 ເປົ້າໝາຍຖືກກວດສອບ

ພາກທີ 6 ເປົ້າໝາຍຖືກກວດສອບ
	
...ມາດຕາ 58 ເປົ້າໝາຍຖືກກວດສອບ

ມາດຕາ 58 ເປົ້າໝາຍຖືກກວດສອບ
	ເປົ້າໝາຍຖືກກວດສອບມີດັ່ງນີ້:
	1.ເປົ້າໝາຍຖືກສອບຕາມກົດໝາຍ;
	2.ເປົ້າໝາຍຖືກກວດສອບຕາມຄວາມສະໝັກໃຈ.
	
...ມາດຕາ 59 ເປົ້າໝາຍຖືກກວດສອບຕາມກົດໝາຍ

ມາດຕາ 59 ເປົ້າໝາຍຖືກກວດສອບຕາມກົດໝາຍ
	ເປົ້າໝາຍຖືກກວດສອບຕາມກົດໝາຍແມ່ນຫົວໜ່ວຍແລະການຈັດຕັ້ງຊຶ່ງເອກະສານລາຍງານການເງິນປະຈໍາປີຂອງຕົນຕ້ອງໄດ້ຮັບການກວດສອບຈາກວິສາຫະກກິດກວດສອບບົນພື້ນຖານສັນຍາດັ່ງນີ້:
	1.ວິສາຫະກິດລົງທຶນຕ່າງປະເທດ;
	2.ທະນາຄານແລະສະຖາບັນການເງິນອື່ນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງສປປລາວ;
	3.ບໍລິສັດປະກັນໄພແລະບໍລິສັດຕົວແທນປະກັນໄພ;
	4.ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ,ບໍລິສັດຫຼັກຊັບແລະບໍລິສັດມະຫາຊົນ;
	5.ລັດວິສາຫະກິດ;
	6.ໂຄງການກູ້ຢືມແລະຊ່ວຍເຫຼືອລ້າຈາກຕ່າງປະເທດຫຼືອົງການຈັດຕັ້ງສາກົນ;
	7.ວິສາຫະກິດທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ.
	
...ມາດຕາ 60 ເປົ້າໝາຍຖືກກວດສອບຕາມຄວາມສະໝັກໃຈ

ມາດຕາ 60 ເປົ້າໝາຍຖືກກວດສອບຕາມຄວາມສະໝັກໃຈ
	ເປົ້າໝາຍຖືກກວດສອບຕາມຄວາມສະໝັກໃຈແມ່ນຫົວໜ່ວຍແລະການຈັດຕັ້ງທີ່ບໍ່ໄດ້ບັງຄັບໃຫ້ຖືກກວດສອບແຕ່ມີຈຸດປະສົງໃຫ້ມີການກວດສອບເອກະສານລາຍງານການເງິນຂອງຕົນບົນພື້ນຖານສັນຍາທີ່ໄດ້ຕົກລົງຮ່ວມກັນກັບວິສາຫະກິດກວດສອບ.
	
...ມາດຕາ 61 ສິດຂອງເປົ້າໝາຍຖືກກວດສອບ

ມາດຕາ 61 ສິດຂອງເປົ້າໝາຍຖືກກວດສອບ
	ເປົ້າໝາຍຖືກກວດສອບມີສິດດັ່ງນີ້:
	1.ຄັດເລືອກແລະຕົກລົງຮັບເອົາວິສາຫະກິດກວດສອບໜຶ່ງຫຼືຫຼາຍວິສາຫະກິດເພື່ອກວດສອບເອກະສານລາຍງານການເງິນຂອງຕົນ;
	2.ສະເໜີໃຫ້ວິສາຫະກິດກວດສອບສະໜອງຂໍ້ມູນຂ່າວສານທີ່ຈໍາເປັນກ່ຽວກັບວິສາຫະກິດແລະນັກກວດສອບຕາມກົດໝາຍ;
	3.ສະເໜີໃຫ້ປ່ຽນແທນສະມາຊິກໃນໜ່ວຍງານກວດສອບຫຼືນັກກວດສອບຕາມກົດມາຍໃນກໍລະນີບໍ່ສາມາດດໍາເນີນວຽກງານກວດສອບຫຼືລະເມີດກົດໝາຍສະບັບນີ້;
	4.ປະຕິເສດການສະໜອງຂໍ້ມູນຂ່າວສານທີ່ບໍ່ກ່ຽວຂ້ອງກັບການກວດສອບອິດສະລະ;
	5.ປຶກສາຫາລື,ອະທິບາຍຢ່າງເປັນລາຍລັກອັກສອນກ່ຽວກັບປະເດັນທີ່ໄດ້ຍົກຂຶ້ນໃນຮ່າງບົດລາຍງານການກວດສອບຕາມຄວາມເໝາະສົມ;
	6.ທວງໃຫ້ວິສາຫະກິດກວດສອບຈ່າຍທົດແທນຄ່າເສຍຫາຍໃໃນກໍລະນີຜູ່ກວດສອບລະເມີດສັນຍາຫຼືລະບຽບກົດໝາຍອື່ນທີ່ກ່ຽວຂ້ອງທີ່ໄດ້ສ້າງຜົນເສຍຫາຍໃຫ້ແກ່ຕົນ;
	7.ສະເໜີສະພາວິຊາຊີບນັກບັນຊີແລະນັກກວດສອບແລະກະຊວງການເງິນກໍລະນີມີຄວາມເຫັນທີ່ບໍ່ເອກະພາບກັນຕໍ່ຂໍ້ສະຫຼຸບແລະການໃຫ້ຄໍາເຫັນຂອງນັກກວດສອບຕາມກົດໝາຍ;
	8,ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
	
...ມາດຕາ 62 ພັນທະຂອງເປົ້າໝາຍຖືກກວດສອບ

ມາດຕາ 62 ພັນທະຂອງເປົ້າໝາຍຖືກກວດສອບ
	ເປົ້າໝາຍຖືກກວດສອບມີພັນທະດັ່ງນີ້:
	1.ປະຕິບັດຕາມເນື້ອໃນຂອງສັນຍາກວດສອບຢ່າງເຂັ້ມງວດ;
	2.ສະໜອງຂໍ້ມູນຂ່າວສານຢ່າງຖືກຕ້ອງ,ຄົບຖ້ວນ,ມີຈິງ,ທັນການຕາມການສະເໜີຂອງນັກກວດສອບຕາມກົດໝາຍແລະສະມາຊິກໃນໜ່ວຍງານກວດສອບ;
	3.ໃຫ້ການຮ່ວມມືແລະອໍານວຍຄວາມສະດວກໃຫ້ໜ່ວຍງານກວດສອບສາມາດໍາເນີນວຽກງານກວດສອບອິດສະລະ;
	4.ຫຼີກລ້ຽງການກະທໍາໃດໜຶ່ງທີ່ຈໍາກັດຂອບເຂດໃນການດໍາເນີນງານຂອງນັກກວດສອບ;
	5.ປັບປຸງ,ແກ້ໄຂຂໍ້ຄົງຄ້າງແລະຂໍ້ຜິດພາດໃນເອກະສານລາຍງານການເງິນໃຫ້ຖືກຕ້ອງຕາມການແນະນໍາຂອງວິສາຫະກິດກວດສອບ;
	6.ສົ່ງບົດລາຍງານການກວດສອບໃຫ້ອົງການທີ່ກ່ຽວຂ້ອງຕາມລະບຽບກົດໝາຍ;
	7.ຊໍາລະຄ່າບໍລິການກວດສອບໃຫ້ຖືກຕ້ອງຕາມສັນຍາ;
	8.ປະຕິບັດພັນທະອື່ນແລະມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
	
..ພາກທີ 7 ການລາຍງານແລະການຮັກສາຂໍ້ມູນ


...ມາດຕາ 63 ການລາຍງານ

ມາດຕາ 63 ການລາຍງານ
	ວິສາຫະກິດບັນຊີແລະວິສາຫະກິດກວດສອບຕ້ອງລາຍງານຜົນການດໍາເນີນງານໃຫ້ກະຊວງການເງິນຢ່າງເປັນປົກກະຕິພາຍໃນກໍານົດເວລາເກົ້າສິບວັນນັບແຕ່ວັນປິດບັນຊີປະຈໍາປີ,ການລາຍງານຕ້ອງປະກອບດ້ວຍເອກະສານຕົ້ນຕໍດັ່ງນີ້:
	1.ຜົນການເຄື່ອນໄຫວວຽກງານປະຈໍາປີ,ໂຄງປະກອບການຈັດຕັ້ງ,ອັດຕາສ່ວນພະນັກງານວິຊາການຂອງຕົນແລະການປະຕິບັດພັນທະຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ6ມາດຕາ50ຂອງກົດໝາຍສະບັບນີ້;
	2.ເອກະສານລາຍງານການເງິນປະຈໍາປີ;
	3.ການປະກັນໄພຄ່າເສຍຫາຍດ້ານວິຊາຊີບ;
	4.ການຍົກລະດັບການສຶກສາດ້ານວິຊາຊີບໃຫ້ພະນັກງານວິສາຫະກິດຂອງຕົນ;
	5.ບົດລາຍງານຄວາມໂປ່ງໃສ.
	
...ມາດຕາ 64 ການຮັກສາຂໍ້ມູນ

ມາດຕາ 64 ການຮັກສາຂໍ້ມູນ
	ວິສາຫະກິດບັນຊີແລະວິສາຫະກິດກວດສອບຕ້ອງເກັບຮັກສາເອກະສານທີ່ສໍາຄັນກ່ຽວຂ້ອງກັບວຽງານກວດສອບອິດສະລະແລະວຽກງານທີ່ຕິດພັນກັບການກວດສອບໄວ້ເປັນຢ່າງດີຢ່າງໜ້ອຍເປັນເວລາສິບປີ.
	ວິສາຫະກິດບັນຊີແລະວິສາຫະກິດກວດສອບຕ້ອງກໍານົດລະບຽບແລະວິທີການທີ່ຈໍາເປັນເພື່ອເກັບຮັກສາຂໍ້ມູນແລະເອກະສານທີ່ຕິດພັນກັບການກວດສອບໃຫ້ປອດໄພ,ຄົບຖ້ວນແລະເປັນຄວາມລັບ.
	
..ພາກທີ 8 ສະພາວິຊາຊີບນັກບັນຊີແລະນັກກວດສອບ


...ມາດຕາ 65 ສະພາວິຊາຊີບນັກບັນຊີແລະນັກກວດສອບ

ມາດຕາ 65 ສະພາວິຊາຊີບນັກບັນຊີແລະນັກກວດສອບ
	ສະພາວິຊາຊີບນັກບັນຊີແລະນັກກວດສອບແມ່ນການຈັດຕັ້ງວິຊາຊີບນັກບັນຊີແລະນັກກວດສອບທີ່ສ້າງຕັ້ງຂຶ້ນໂດຍກະຊວງການເງິນ,ມີພາລະບົດບາດໃນການປະກອບຄໍາເຫັນໃຫ້ແກ່ລັດ,ປຸກລະດົມຂົນຂວາຍ,ນໍາພາ,ເຕົ້າໂຮມສະມາຊິກລວມທັງປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງນັກບັນຊີແລະນັກກວດສອບໃຫ້ເຄື່ອນໄຫວວິຊາຊີບຖືກຕ້ອງຕາມລະບຽບກົດໝາຍ,ຊ່ວຍອົງການຂອງລັດໃນການສົ່ງເສີມ,ພັດທະນາແລະຍົກລະດັບວິຊາຊີບການບັນຊີແລະການກວດສອບ.
	ສໍາລັບໂຄງປະກອບການຈັດຕັ້ງ,ບຸກຄະລາກອນແລະກົດລະບຽບຂອງສະພາວິຊາຊີບນັກບັນຊີແລະນັກກວດສອບໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
	
...ມາດຕາ 66 ສິດແລະໜ້າທີ່ຂອງສະພາວິຊາຊີບນັກບັນຊີແລະນັກກວດສອບ

ມາດຕາ 66 ສິດແລະໜ້າທີ່ຂອງສະພາວິຊາຊີບນັກບັນຊີແລະນັກກວດສອບ
	ສະພາວິຊາຊີບນັກບັນຊີແລະນັກກວດສອບມີສິດແລະໜ້າທີ່ດັ່ງນີ້:
	1.ສ້າງແຜນການເຄື່ອນໄຫວແລະແຜນງົບປະມານປະຈໍາເດືອນ,ງວດແລະປີ;
	2.ຄົ້ນຄວ້າ,ສ້າງລະບຽບການຄຸ້ມຄອງພາຍໃນແລະປະກອບສ່ວນຄົ້ນຄວ້າຈັນຍາບັນສໍາລັບນັກວິຊາຊີບການບັນຊີແລະການກວດສອບແລະລະບຽບການອື່ນທີ່ກ່ຽວຂ້ອງ;
	3.ຈັດຝຶກອົບຮົມ,ຍົກລະດັບຄວາມຮູ້ດ້າວິຊາຊີບການບັນຊີແລະການກວດສອບຕາມເນື້ອໃຈ,ໂຄງການ,ແຜນງານແລະຫຼັກສູດທີ່ກ່ຽວຂ້ອງ;
	4.ປະສານສົມທົບ,ປຶກສາຫາລື,ແລກປ່ຽນຄໍາເຫັນແລະຖອດຖອນບົດຮຽນກ່ຽວກັບວິຊາຊີບການບັນຊີແລະການກວດສອບ;
	5.ຮ່ວມມືກັບອົງການຈັດຕັ້ງແລະສະຖາບັນວິຊາຊີບການບັນຊີຂອງບັນດາປະເທດພາກພື້ນແລະສາກົນຕາມການເຫັນດີຂອງກະຊວງການເງິນ;
	6.ຕິດຕາມກວດກາການເຄື່ອນໄຫວຂອງສະມາຊິກຂອງຕົນ;
	7.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານແລະການປະຕິບັດແຜນງົບປະມານຕໍ່ກະຊວງການເງິນແລະການຈັດຕັ້ງທີ່ກ່ຽວຂ້ອງຢ່າງເປັນປົກກະຕິ;
	8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມລະບຽບກົດໝາຍ.
	
..ພາກທີ 9 ຂໍ້ຫ້າມ


...ມາດຕາ 67 ຂໍ້ຫ້າມສໍາລັບວິສາຫະກິດບັນຊີແລະວິສາຫະກິດກວດສອບ

ມາດຕາ 67 ຂໍ້ຫ້າມສໍາລັບວິສາຫະກິດບັນຊີແລະວິສາຫະກິດກວດສອບ
	ຫ້າມວິສາຫະກິດບັນຊີແລະວິສາຫະກິດກວດສອບມີພຶດຕິກໍາດັ່ງນີ້:
	1.ແຕ່ງຕັ້ງບຸກຄົນທີ່ເຄີຍເປັນສະມາຊິກສະພາບໍລິຫານ,ຜູ້ບໍລິຫານຫຼືພະນັກງານຂອງນິຕິບຸກຄົນຫຼືວິສາຫະກິດແລະໄດ້ຢຸດເຊົາໜ້າທີ່ວຽກງານດັ່ງກ່າວເປັນເວລາຢ່າງໜ້ອຍສາມປີເປັນນັກກວດສອບຕາມກົດໝາຍຂອງນິຕິບຸກຄົນຫຼືວິສາຫະກິດດັ່ງກ່າວ;
	2.ປອມແປງຊີວະປະຫວັດຂອງພະນັກງານແລະວິສາຫະກິດບັນຊີແລະວິສາຫະກິດກວດສອບ;
	3.ດໍາເນີນການກວດສອບວິສາຫະກິດທີ່ຕົນເອງໃຫ້ບໍລິການດ້ານການບັນຊີ;
	4.ຍົກເລີກສັນຍາກວດສອບແຕ່ຝ່າຍດຽວໂດຍບໍ່ມີເຫດຜົນ;
	5.ປະພຶດແລະການພົວພັນກັບລູກຄ້າທີ່ກໍ່ໃຫ້ເກີດຄວາມເສຍຫາຍແລະເສຍຊື່ສຽງດ້ານວິຊາຊີບ;
	6.ຄິດໄລ່ແລະຮັບຄ່າບໍລິການທີ່ບໍ່ສົມສ່ວນກັບຂອບເຂດວຽກງານທີ່ໄດ້ປະຕິບັດ;
	7.ທໍາລາຍຂໍ້ມູນຫຼັກຖານ,ປອມແປງເຊື່ອງອໍາຂໍ້ມູນແລະເອກະສານ,ຊຸກເຊື່ອງການກະທໍາຜິດທີ່ຕິດພັນກັບວຽກງານບັນຊີແລະກວດສອບ;
	8.ໃຫ້ສິນບົນ,ຄ່າຈ້າງລາງວັນ,ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ຂອງລັດໃນການບິດເບືອນ,ປອມແປງເອກະສານດ້ານການບັນຊີແລະການກວດສອບເພື່ອຫາຜົນປະໂຫຍດສ່ວນຕົວແລະຫົວໜ່ວຍທີ່ຕົນບໍລິການໃຫ້;
	9.ຫຼົບຫຼີກການລາຍງານການໃຫ້ບໍລິການດ້ານການບັນຊີແລະການກວດສອບໃຫ້ຂະແໜງການທີ່ມີໜ້າທີ່ຄຸ້ມຄອງແລະການກວດກາ;ຫ
	10.ບໍລິການດ້ານບັນຊີແລະກວດສອບໃຫ້ຫົວໜ່ວຍຖືບັນຊີບໍ່ຖືກຕ້ອງຕາມລະບຽບກົດໝາຍດ້ານການບັນຊີແລະການກວດສອບ;
	11.ບໍລິການດ້ານບັນຊີແລະກວດສອບໃຫ້ວິສາຫະກິດທີ່ມີຍາດພີ່ນ້ອງໃກ້ຊິດເປັນຫົວໜ້າບັນຊີຫຼືຜູ້ບໍລິຫານຂອງຫົວໜ່ວຍຖືບັນຊີ;
	12.ຮຽກຮ້ອງຫຼືຮັບຜົນປະໂຫຍດນອກຈາກທີ່ໄດ້ກໍານົດໄວ້ໃນສັນຍາກວດສອບຫຼືພະຍາຍາມຮັບຜົນປະໂຫຍດອື່ນໃດໜຶ່ງ;
	13.ປະຕິເສດການຮ່ວມມືກັບເຈົ້າໜ້າທີ່ບັນຊີຫຼືພະນັກງານຂອງລັດທີ່ກ່ຽວຂ້ອງ;
	14.ນໍາໃຊ້ຂໍ້ມູນຂ່າວສານທີ່ໄດ້ຮັບກ່ຽວກັບການປະຕິບັດຂໍ້ຜູກພັນໄປໃນທາງທີ່ບໍ່ຖືກຕ້ອງ;
	15.ອະນຸຍາດໃຫ້ບຸກຄົນດຽວກັນເປັນຜູ້ຈັດການສອງສາຂາຂຶ້ນໄປ;
	16.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.
	
...ມາດຕາ 68 ຂໍ້ຫ້າມສໍາລັບນັກກວດສອບ

ມາດຕາ 68 ຂໍ້ຫ້າມສໍາລັບນັກກວດສອບ
	ຫ້າມນັກກວດສອບມີພຶດຕິກໍາດັ່ງນີ້:
	1.ເຄື່ອນໄຫວວຽກງານໃດໜຶ່ງທີ່ທໍາລາຍຊື່ສຽງດ້ານວິຊາຊີບການບັນຊີແລະການກວດສອບ;
	2.ເຮັດວຽກໃຫ້ສອງຫຼືຫຼາຍວິສາຫະກິດພ້ອມກັນສໍາລັບຜູ້ມີວຽກປະຈໍາບ່ອນໃດໜຶ່ງແລ້ວຫຼືໃຫ້ບໍລິການດ້ານວິຊາຊີບການບັນຊີແລະການກວດສອບໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ;
	3.ດໍາເນີນວິຊາຊີບໃນສອງຫຼືຫຼາຍວິສາຫະກິດບັນຊີແລະວິສາຫະກິດກວດສອບຫຼືດໍາເນີນວິຊາຊີບອື່ນຄຽງຄູ່ກັບວິຊາຊີບການບັນຊີແລະການກວດສອບ;
	4.ໃຫ້ເຊົ່າ,ໃຫ້ຢືມ,ມອບໂອນ,ຂາຍໃບຢັ້ງຢືນນັກຊ່ຽວຊານບັນຊີຢ່າງເດັດຂາດ;
	5.ຊື້ຂາຍຮຸ້ນ,ພັນທະບັດຫຼືຊັບສິນອື່ນຂອງເປົ້າໝາຍຖືກກວດສອບໃນເວລາດໍາເນີນການກວດສອບ;
	6.ຂໍເອົາ,ທວງເອົາ,ຮັບສິນຈ້າງລາງວັນທີ່ບໍ່ຖືກຕ້ອງ,ສົມຮູ້ຮ່ວມຄິດກັບເປົ້າໝາຍຖືກກວດສອບ;
	7.ຕົວະຍົວະ,ຫຼອກລວງ,ໂຄສະນາບອກເລົ່າຄວາມຮູ້ຄວາມສາມາດຫຼືໃຊ້ວິທີທີ່ບໍ່ເໝາະສົມໃນການຊອກລູກຄ້າ;
	8.ຊຸກເຊື່ອງ,ປອມແປງຫຼືທໍາລາຍເອກະສານຫຼືຂໍ້ມູນທີ່ກ່ຽວຂ້ອງ;
	9.ເປີດເຜີຍຂໍ້ມູນທີ່ເປັນຄວາມລັບຂອງຫົວໜ່ວຍທີ່ຕົນໄດ້ໃຫ້ບໍລິການບັນຊີ;
	10.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.
	
...ມາດຕາ 69 ຂໍ້ຫ້າມສໍາລັບນັກຊ່ຽວຊານບັນຊີ

ມາດຕາ 69 ຂໍ້ຫ້າມສໍາລັບນັກຊ່ຽວຊານບັນຊີ
	ຫ້າມນັກຊ່ຽວຊານບັນຊີມີພຶດຕິກໍາດັ່ງນີ້:
	1.ເຄື່ອນໄຫວວຽກງານໃດໜຶ່ງທີ່ທໍາລາຍຊື່ສຽງດ້ານວິຊາຊີບການບັນຊີແລະການກວດສອບ;
	2.ໃຫ້ເຊົ່າ,ໃຫ້ຢືມ,ມອບໂອນ,ຂາຍໃບຢັ້ງຢືນນັກຊ່ຽວຊານບັນຊີຢ່າງເດັດຂາດ;
	3.ເຮັດວຽກໃຫ້ສອງຫຼືຫຼາຍວິສາຫະກິດພ້ອມກັນສໍາລັບຜູ້ມີວຽກປະຈໍາບ່ອນໃດໜຶ່ງແລ້ວຫຼືໃຫ້ບໍລິການດ້ານວິຊາຊີບການບັນຊີແລະການກວດສອບໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ;
	4.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.
...ມາດຕາ 70 ຂໍ້ຫ້າມສໍາລັບເປົ້າໝາຍຖືກກວດສອບ

ມາດຕາ 70 ຂໍ້ຫ້າມສໍາລັບເປົ້າໝາຍຖືກກວດສອບ
	ຫ້າມເປົ້າໝາຍຖືກກວດສອບມີພຶດຕິກໍາດັ່ງນີ້:
	1.ແຕ່ງຕັ້ງຫຼືຮັບເອົານັກກວດສອບແລະຮຸ້ນສ່ວນຮັບຜິດຊອບງານທີ່ຢຸດເຊົາວຽກງານກວດສອບຫຼືລາອອກຈາວິສາຫະກິດກວດສອບພາຍໃນສາມປີແລະເຄີຍໄດ້ກວດສອບວິສາຫະກິດຂອງຕົນເປັນຜູ້ບໍລິຫານ,ເປັນພະນັກງານຂອງວິສາຫະກິດຕົນຫຼືບໍລິສັດໃນກຸ່ມຫຼືວິາຫະກິດຮຸ້ນສ່ວນຂອງບໍລິສັດແມ່ໃນກຸ່ມບໍລິສັດໃດໜຶ່ງ;
	2.ກໍ່ຄວາມເສຍຫາຍຕໍ່ຄວາມສັດຊື່ສຸດຈະລິດຂອງນັກຊ່ຽວຊານບັນຊີແລະນັກກວດສອບ;
	3.ລາຍງານ,ສະໜອງຂໍ້ມູນ,ເອກະສານບໍ່ຖືກກັບຄວາມຈິງແກ່ນັກກວດສອບ;
	4.ຊຸກເຊື່ອງ,ທໍາລາຍເອກະສານ,ວັດຖຸສິ່ງຂອງທີ່ເປັນຫຼັກຖານຂອງການກວດສອບ;
	5.ຂັດຂວາງ,ຖ່ວງດຶງ,ສ້າງຄວາມຫຍຸ້ງຍາກ,ນາບຂູ່ນັກກວດສອບຫຼືບຸກຄົນທີ່ກ່ຽວຂ້ອງກັບການກວດສອບ;
	6.ໃຫ້ສິນບົນນັກກວດສອບຫຼືບຸກຄົນທີ່ກ່ຽວຂ້ອງກັບການກວດສອບ;
	7.ລະເມີດແລະຍົກເລີກສັນຍາກວດສອບແຕ່ຝ່າຍດຽວ;
	8.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.
	
...ມາດຕາ 71 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 71 ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ
	ຫ້າມບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້:
	1.ຍຸແຍ່,ຫາເລື່ອງ,ແຊກແຊງ,ກ້າວກ່າຍໃນເວລາດໍາເນີນການກວດສອບຫຼືກີດຂັ້ນວຍກງານກວດສອບຂອງນັກກວດສອບຕາມກົດໝາຍ;
	2.ນາບຂູ່ນັກກວດສອບຫຼືປົກປ້ອງເປົ້າໝາຍຖືກກວດສອບ;
	3.ໃຫ້ການບໍລິການດ້ານບັນຊີແລະກວດສອບໂດຍບໍ່ໄດ້ຮັບອະນຸຍາດ;
	4.ແອບອ້າງຕົນເອງເປັນນັກກວດສອບຫຼືນັກຊ່ຽວຊານບັນຊີຫຼືນັກກວດສອບຕາມກົດໝາຍ;
	5.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.
	
..ພາກທີ 10 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 72 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 72 ຮູບການແກ້ໄຂຂໍ້ຂັດແຍ່ງ
	ຂໍ້ຂັດແຍ່ງກ່ຽວກັບວຽກງານກວດສອບອິດສະລະສາມາດແກ້ໄຂດ້ວຍຮູບການໃດໜຶ່ງດັ່ງນີ້:	
	1.ການປະນີປະນອມ;
	2.ການແກ້ໄຂທາງດ້ານບໍລິຫານ;
	3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
	4.ການຮ້ອງຟ້ອງຕໍ່ສານປະຊາຊົນ;
	5.ການແກ້ໄຂທີ່ມີລັກສະນະສາກົນ.
...ມາດຕາ 73 ການແກ້ໄຂດ້ວຍການປະນີປະນອມ

ມາດຕາ 73 ການແກ້ໄຂດ້ວຍການປະນີປະນອມ
	ໃນຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງເປົ້າໝາຍຖືກກວດສອບ,ວິສາຫະກິດບັນຊີແລະວິສາຫະກິດກວດສອບ,ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນທີ່ກ່ຽວຂ້ອງຄູ່ກໍລະນີສາມາດດໍາເນີນການປຶກສາຫາລື,ປະນີປະນອມເພື່ອໃຫ້ຕ່າງໄດ້ຮັບຜົນປະໂຫຍດ.
	
...ມາດຕາ 74 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 74 ການແກ້ໄຂທາງດ້ານບໍລິຫານ
	ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານກວດສອບອິດສະລະຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການການເງິນແລະຂະແໜງການອື່ນທີ່ກ່ຽວຂ້ອງເພື່ອແກ້ໄຂທາງດ້ານບໍລິຫານຕາມລະບຽບກົດໝາຍ.
	
...ມາດຕາ 75 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 75 ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
	ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານກວດສອບອິດສະລະຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕາມການຕົກລົງກັນເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ.
	
...ມາດຕາ 76 ການຮ້ອງຟ້ອງຕໍ່ສານປະຊາຊົນ

ມາດຕາ 76 ການຮ້ອງຟ້ອງຕໍ່ສານປະຊາຊົນ
	ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານກວດສອບອິດສະລະຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ.
	
...ມາດຕາ 77 ການແກ້ໄຂທີ່ມີລັກສະນະສາກົນ

ມາດຕາ 77 ການແກ້ໄຂທີ່ມີລັກສະນະສາກົນ
	ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານກວດສອບອິດສະລະທີ່ມີລັກສະນະສາກົນໃຫ້ປະຕິບັດຕາມສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.
	
..ພາກທີ 11 ການຄຸ້ມຄອງແລະກວດກາວຽກງານກວດສອບອິດສະລະ


...ໝວດທີ 1 ການຄຸ້ມຄອງວຽກງານກວດສອບອິດສະລະ


....ມາດຕາ 78 ອົງການຄຸ້ມຄອງ

ມາດຕາ 78 ອົງການຄຸ້ມຄອງ
	ລັດຖະບານເປັນຜູ້ຄຸ້ມຄອງວຽກງານກວດສອບອິດສະລະຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງການເງິນຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັກກະຊວງ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງ.
	ອົງການຄຸ້ມຄອງວຽກງານກວດສອບອິດສະລະປະກອບດ້ວຍ:
	1.ກະຊວງການເງິນຊຶ່ງມີກົມບັນຊີເປັນເສນາທິການ;
	2.ພະແນກການເງິນແຂວງ,ນະຄອນ.
	ໃນກໍລະນີຈໍາເປັນເມື່ອມີການຂະຫຍາຍຕົວຂອງວຽກງານກວດສອບອິດສະລະອາດຈະມອບໃຫ້ຫ້ອງການການເງິນເມືອງ,ເທດສະບານຄຸ້ມຄອງກໍ່ໄດ້.
	
....ມາດຕາ 79 ສິດແລະໜ້າທີ່ຂອງກະຊວງພາຍໃນ

ມາດຕາ 79 ສິດແລະໜ້າທີ່ຂອງກະຊວງພາຍໃນ
	ໃນການຄຸ້ມຄອງວຽກງານກວດສອບອິດສະລະກະຊວງການເງິນມີສິດແລະໜ້າທີ່ດັ່ງນີ້:
	1.ຄົ້ນຄວ້າ,ສ້າງ,ປັບປຸງແຜນຍຸດທະສາດ,ແຜນນະໂຍບາຍແລະລະບຽບກົດໝາຍກ່ຽວກັບວຽກງານກວດສອບອິດສະລະໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ;
	2.ຫັນແຜນຍຸດທະສາດ,ແຜນນະໂຍບາຍໃຫ້ກາຍເປັນແຜນການ,ແຜນງານ,ໂຄງການລະອຽດກ່ຽວກັບວຽກງານກວດສອບອິດສະລະຂອງຂະແໜງການການເງິນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
	3.ອອກມາດຕະຖານ,ລະບຽບການ,ຄໍາແນະນໍາແລະຂັ້ນຕອນດໍາເນີນກ່ຽວກັບການກວດສອບອິດສະລະເປັນແຕ່ລະໄລຍະເພື່ອໃຫ້ວິສາຫະກິດບັນຊີແລະວິສາຫະກິດກວດສອບຈັດຕັ້ງປະຕິບັດການກວດສອບອິດສະລະຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ;
	4.ໂຄສະນາ,ເຜີຍແຜ່ແຜນຍຸດທະສາດ,ແຜນນະໂຍບາຍແລະລະບຽບກົດໝາຍກ່ຽວກັບວຽກງານກວດສອບອິດສະລະ;
	5.ແຕ່ງຕັ້ງແລະປົດຕໍາແໜ່ງປະທານ,ຮອງປະທານແລະຄະນະບໍລິຫານຂອງສະພາວິຊາຊີບນັກບັນຊີແລະນັກກວດສອບຕາມການສະເໜີຂອງສະພາວິຊາຊີບນັກບັນຊີແລະນັກກວດສອບ;
	6.ກໍານົດລະບຽບການກ່ຽວກັບການເປັນນັກຊ່ຽວຊານບັນຊີ;
	7.ຊີ້ນໍາ,ຊຸກຍູ້,ຕິດຕາມ,ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ,ນິຕິກໍາອື່ນກ່ຽວກັບວຽກງານກວດສອບອິດສະລະ,ມາດຕະຖານວິຊາຊີບດ້ານການກວດສອບແລະຈັນຍາບັນສໍາລັບນັກວິຊາຊີບການບັນຊີເປັນປະຈໍາໃນແຕ່ລະໄລຍະ;
	8.ຊີ້ນໍາ,ຄຸ້ມຄອງແລະຕິດຕາມການເຄື່ອນໄຫວຂອງສະພາວິຊາຊີບນັກບັນຊີແລະນັກກວດສອບ;
	9.ຄຸ້ມຄອງແລະຕິດຕາມການດໍາເນີນວິຊາຊີບຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບ;
	10.ອອກ,ສັ່ງໂຈະຫຼືຖອນໃບອະນຸຍາດດໍາເນີນທຸລະກິດຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບແລະໃບອະນຸຍາດເປັນນັກກວດສອບຕາມກົດໝາຍ;
	11.ບໍາລຸງ,ສ້າງແລະຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານບັນຊີແລະກວດສອບ;
	12.ພົວພັນແລະຮ່ວມມືກັບຕ່າງປະເທດພາກພື້ນແລະສາກົນກ່ຽວກັບວຽກງານກວດສອບອິດສະລະ;
	13.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານກວດສອບອິດສະລະຕໍ່ລັດຖະບານຢ່າງເປັນປົກກະຕິ;
	14.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
	
....ມາດຕາ 80 ສິດແລະໜ້າທີ່ຂອງພະແນກກການເງິນແຂວງ,ນະຄອນ

ມາດຕາ 80 ສິດແລະໜ້າທີ່ຂອງພະແນກກການເງິນແຂວງ,ນະຄອນ
	ໃນການຄຸ້ມຄອງວຽກງານກວດສອບອິດສະລະພະແນກການເງິນແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້:
	1.ຈັດຕັ້ງຜົນຂະຫຍາຍແຜນຍຸດທະສາດ,ແພນນະໂຍບາຍແລະລະບຽບກົດໝາຍກ່ຽວກັບວຽກງານກວດສອບອິດສະລະ;
	2.ໂຄສະນາ,ເຜີຍແຜ່ແຜນຍຸດທະສາດ,ແຜນນະໂຍບາຍແລະລະບຽບກົດໝາຍກ່ຽວກັບວຽກງານກວດສອບອິດສະລະ;
	3.ສະເໜີຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານບັນຊີແລະກວດສອບທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
	4.ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບວຽກງານກວດສອບອິດສະລະໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
	5.ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນກ່ຽວກັບການປະຕິບັດວຽກງານກວດສອບອິດສະລະ;
	6.ພົວພັນແລະຮ່ວມມືກັບຕ່າງປະເທດພາກພື້ນແລະສາກົນກ່ຽວກັບວຽກງານກວດສອບອິດສະລະຕາມການມອບໝາຍ;
	7.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານກວດສອບອິດສະລະຕໍ່ກະຊວງການເງິນແລະອົງການປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ;
	8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
	
....ມາດຕາ 81 ສິດແລະໜ້າທີ່ຂອງຂະແໜງການອື່ນ

ມາດຕາ 81 ສິດແລະໜ້າທີ່ຂອງຂະແໜງການອື່ນ
	ຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ຕິດຕາມແລະປະສານສົມທົບແລະໃຫ້ຄວາມຮ່ວມມືກັບຂະແໜງການການເງິນໃນການຈັດຕັ້ງປະຕິບັດວຽກງານກວດສອບອິດສະລະຕາມພາລະບົດບາດແລະຄວາມຮັບຜິດຊອບຂອງຕົນ.
	
...ໝວດທີ 2 ການກວດກາວຽກງານກວດສອບອິດສະລະ


....ມາດຕາ 82 ອົງການກວດກາ

ມາດຕາ 82 ອົງການກວດກາ
	ອົງການກວດກາວຽກງານກວດສອບອິດສະລະປະກອບດ້ວຍອົງການກວດກາພາຍໃນແລະພາຍນອກ.
	ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມຄອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ78ຂອງກົດໝາຍສະບັບນີ້.
	ອົງການກວດກາພາຍນອກມີສະພາແຫ່ງຊາດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ສື່ມວນຊົນແລະປະຊາຊົນ.

....ມາດຕາ 83 ຈຸດປະສົງຂອງການກວດກາ

ມາດຕາ 83 ຈຸດປະສົງຂອງການກວດກາ
	ການກວດກາມີຈຸດປະສົງຕົ້ນຕໍດັ່ງນີ້:
	1.ເພື່ອໃຫ້ການດໍາເນີນວຽກງານກວດສອບອິດສະລະມີຄວາມຖືກຕ້ອງຕາມມາດຕະຖານວິຊາຊີບດ້ານການກວດສອບແລະລະບຽບກົດໝາຍທີ່ກ່ຽວຂ້ອງ;
	2.ເພື່ອໃຫ້ບົດລາຍງານການກວດສອບທີ່ສ້າງຂຶ້ນໂດຍວິສາຫະກິດບັນຊີແລະວິສາຫະກິດກວດສອບຫຼືນັກກວດສອບຕາມກົດໝາຍສອດຄ່ອງກັບສະພາບການຕົວຈິງ.

....ມາດຕາ 84 ເນື້ອໃນການກວດກາ

ມາດຕາ 84 ເນື້ອໃນການກວດກາ
	ການກວດກາມີເນື້ອໃນຕົ້ນຕໍດັ່ງນີ້:
	1.ກວດກາການຈັດຕັ້ງປະຕິບັດກົດໝາຍ,ລະບຽບການຕ່າງໆແລະມາດຕະຖານກ່ຽວກັບວຽກງານກວດສອບອິດສະລະ;
	2.ກວດກາການນໍາໃຊ້ສິດ,ການປະຕິບັດໜ້າທີ່,ຄວາມຮັບຜິດຊອບຂອງວິສາຫະກິດບັນຊີແລະວິສາຫະກິດກວດສອບ;
	3.ກວດກາຄວາມຮັບຜິດຊອບ,ການປະພຶດແລະແບບແຜນວິທີເຮັດວຽກຂອງພະນັກງານກ່ຽວກັບວຽກງານກວດສອບອິດສະລະ.
	
....ມາດຕາ 85 ຮູບການການກວດກາ

ມາດຕາ 85 ຮູບການການກວດກາ
	ການກວດກາປະກອບດ້ວຍສາມຮູບການດັ່ງນີ້:
	1.ການກວດກາຕາມລະບົບປົກກະຕິ;
	2.ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ;
	3.ການກວດກາແບບກະທັນຫັນ.	
	ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີການກໍານົດເວລາອັນແນ່ນອນ.
	ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.
	ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນຊຶ່ງບໍ່ແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.
	ໃນການກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.
	
..ພາກທີ 12 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 86 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 86 ນະໂຍບາຍຕໍ່ຜູ້ມີຜົນງານ
	ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນດໍາເນີນການກວດສອບຖືກຕ້ອງຕາມລະບຽບກົດໝາຍ,ມາດຕະຖານວິຊາຊີບດ້ານການກວດສອບແລະຈັນຍາບັນສໍາລັບນັກວິຊາຊີບການບັນຊີ,ໃຫ້ການຮ່ວມມືແລະການສະໜອງຂໍ້ມູນຂ່າວສານກ່ຽວກັບການດໍາເນີນງານດ້ານວິຊາຊີບຂອງນັກຊ່ຽວຊານບັນຊີແລະນັກກວດສອບຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.
	
...ມາດຕາ 87 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 87 ມາດຕະການຕໍ່ຜູ້ລະເມີດ
	ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນທາງແພ່ງຫຼືລົງໂທດທາງອາຍາຕາມແຕ່ກໍລະນີເບົາຫຼືໜັກ.
	
...ມາດຕາ 88 ມາດຕະການສຶກສາອົບຮົມ

ມາດຕາ 88 ມາດຕະການສຶກສາອົບຮົມ
	ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາຈະຖືກສຶກສາອົບຮົມຫຼືກ່າວເຕືອນ.
...ມາດຕາ 89 ມາດຕະການທາງວິໄນ

ມາດຕາ 89 ມາດຕະການທາງວິໄນ
	ພະນັກງານ,ລັດຖະກອນທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກລົງວິໄນຕາມແຕ່ກໍລະນີດັ່ງນີ້:
	1.ຕິຕຽນ,ກ່າວເຕືອນຄວາມຜິດພ້ອມທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງບຸກຄັ້ນນັ້ນ;
	2.ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນຫຼືການຍ້ອງຍໍ;
	3.ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າເກົ່າ;
	4.ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
	
...ມາດຕາ 90 ມາດຕະການປັບໃໝ

ມາດຕາ 90 ມາດຕະການປັບໃໝ
	ກ.ສໍາລັບວິສາຫະກິດບັນຊີແລະວິສາຫະກິດກວດສອບມີດັ່ງນີ້:
	1.ດໍາເນີນການກວດສອບໃຫ້ວິສາຫະກິດທີ່ຕົນເອງໃຫ້ບໍລິການດ້ານການບັນຊີຈະຖືກປັບໃໝສາມເທົ່າຂອງມູນຄ່າທີ່ໄດ້ຮັບຈາກການບໍລິການ;
	2.ອອກບົດລາຍງານການກວດສອບແລະໃຫ້ຄໍາເຫັນຢັ້ງຢືນບໍ່ຖືກຕ້ອງຕາມຄວາມເປັນຈິງຈະຖືກປັບໃໝສາມເທົ່າຂອງມູນຄ່າທີ່ໄດ້ຮັບຈາກການບໍລິການ;
	3.ບໍ່ລິການດ້ານບັນຊີແລະກວດສອບໃຫ້ຫົວໜ່ວຍຖືບັນຊີທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຈະຖືກປັບໃໝສິບລ້ານກີບ;
	4.ບໍລິການດ້ານບັນຊີແລະກວດສອບໃຫ້ວິສາຫະກິດທີ່ມີຍາດພີ່ນ້ອງໃກ້ຊິດເປັນຫົວໜ້າບັນຊີຫຼືຜູ່ບໍລິການຈະຖືກປັບໄໝຊາວລ້ານກີບ;
	5.ເປີດເຜີຍຄວາມລັບຂອງເປົ້າໝາຍຖືກກວດສອບຫຼືລູກຄ້າຈະຖືກປັບໃໝສອງເທົ່າຂອງມູນຄ່າເສຍຫາຍ;
	6.ບໍ່ລາຍງານຜົນການເຄື່ອນໄຫວຂອງວິສາຫະກິດໃຫ້ກະຊວງການເງິນພາຍຫຼັງມີການກ່າວເຕືອນແລ້ວຈະຖືກປັບໃໝສອງລ້ານກີບ;
	7.ໂຄສະນາບອກເລົ່າຄວາມຮູ້ຄວາມສາມາດຫຼືໃຊ້ວິທີທີ່ບໍ່ເໝາະສົມໃນການຊອກລູກຄ້າແລະແຈ້ງຊີວະປະຫວັດຂອງພະນັກງານແລະວິສາຫະກິດບັນຊີແລະວິສາຫະກິດກວດສອບບໍ່ຖືກຕ້ອງຈະຖືກປັບໃໝຊາວລ້ານກີບ;
	8.ບໍ່ມາຕໍ່ໃບຕິດຕາມການດໍາເນີນທຸລະກິດພາຍຫຼັງມີການກ່າວເຕືອນແລ້ວແລ້ວຈະຖືກປັບໃໝຫ້າລ້ານກີບ.
	
	ຂ.ສໍາລັບນັກກວດສອບມີດັ່ງນີ້:
	1.ຊື້ຂາຍຮຸ້ນ,ພັນທະບັດຫຼືຊັບສິນອື່ນຂອງເປົ້າໝາຍຖືກກວດສອບໃນເວລາດໍາເນີນການກວດສອບຈະຖືກປັບໃໝສາມເທົ່າຂອງລາຍຮັບຊື້ຂາຍຮຸ້ນ;
	2.ຮຽກຮ້ອງຫຼືສວຍໃຊ້ຕໍາແໜ່ງນັກກວດສອບຮັບຜົນປະໂຫຍດອື່ນຈາກເປົ້າໝາຍຖືກກວດສອບນອກຈາກທີ່ໄດ້ກໍານົດໄວ້ໃນສັນຍາກວດສອບຈະຖືກປັບໃໝສາມເທົ່າຂອງມູນຄ່າທີ່ໄດ້ຮັບ;
	3.ເປີດເຜີຍຄວາມລັບຂອງເປົ້າໝາຍຖືກກວດສອບຈະຖືກປັບໃໝສອງເທົ່າຂອງມູນຄ່າເສຍຫາຍ.
	
	ຄ.ສໍາລັບນັກຊ່ຽວຊານບັນຊີມີດັ່ງນີ້:
	1.ໃຫ້ເຊົ່າ,ໃຫ້ຢືມ,ມອບໂອນ,ຂາຍໃບຢັ້ງຢືນນັກຊ່ຽວຊານບັນຊີຈະຖືກປັບໃໝຊາວລ້ານກີບແລະຖືກລົບລ້າງອອກຈາກບັນຊີລາຍຊື່ນັກຊ່ຽວຊານບັນຊີ;
	2.ເຮັດວຽກຢູ່ໃນສອງຫຼືຫຼາຍວິສາຫະກິດພ້ອມກັນຈະຖືກປັບໃໝສິບລ້ານກີບ.

	ງ.ສໍາລັບເປົ້າໝາຍຖືກກວດສອບມີດັ່ງນີ້:
	1.ເປົ້າໝາຍຖືກກວດສອບຕາມກົດໝາຍບໍ່ມີບົດລາຍງານການກວດສອບເອກະສານລາຍງານການເງິນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຈະຖືກປັບໃໝຫົກລ້ານກີບ;
	2.ຄັດເລືອກແລະຕົກລົງຮັບເອົາວິສາຫະກິດກວດສອບທີ່ບໍ່ໄດ້ຮັບອະນຸຍາດຫຼືທີ່ຖືກສັ່ງໂຈະຫຼືລົບລ້າງໃບອະນຸຍາດດໍາເນີນທຸລະກິດຈະຖືກປັບໃໝຫ້າສິບລ້ານກີບ.
	
	ຈ.ສໍາລັບບຸກຄົນແລະການຈັດຕັ້ງອື່ນມີດັ່ງນນີ້:
	1.ໃຫ້ການບໍລິການດ້ານບັນຊີແລະກວດສອບໂດຍບໍ່ມີໃບອະນຸຍາດດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍຈະຖືກປັບໃໝຊາວລ້ານກີບ;
	2.ອ້າງຕົນວ່າເປັນນັກຊ່ຽວຊານບັນຊີຫຼືນັກກວດສອບຕາມກົດໝາຍໂດຍບໍ່ມີປະກາສະນີຍະບັດແລະໃບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍຈະຖືກປັບໃໝສິບລ້ານກີບ.
	
...ມາດຕາ 91 ມາດຕະການທາງແພ່ງ

ມາດຕາ 91 ມາດຕະການທາງແພ່ງ
	ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.
	
...ມາດຕາ 92 ມາດຕະການທາງອາຍາ

ມາດຕາ 92 ມາດຕະການທາງອາຍາ
	ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທາງອາຍາເຊັ່ນເປີດເຜີຍຄວາມລັບ,ປອມແປງ,ທໍາລາຍເອກະສານການບັນຊີ,ລັກໂລບ,ຍັກຍອກ,ສໍ້ໂກງ,ສວຍໃຊ້ໜ້າທີ່ຕໍາແໜ່ງ,ໃຊ້ອໍານາດເກີນຂອບເຂດກ່ຽວກັບວຽກງານງານກວດສອບອິດສະລະຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາຫຼືກົດໝາຍອື່ນທີ່ໄດ້ກໍານົດໂທດທາງອາຍາຕາມກໍລະນີເບົາຫຼືໜັກ.
	
..ພາກທີ 13 ບົດບັນຍັດສຸດທ້າຍ


...ມາດຕາ 93 ການຈັດຕັ້ງປະຕິບັດ

ມາດຕາ 93 ການຈັດຕັ້ງປະຕິບັດ
	ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
...ມາດຕາ 94 ຜົນສັກສິດ

ມາດຕາ 94 ຜົນສັກສິດ
	ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ.
	ສໍາລັບຜູ້ມີປະກາສະນີຍະບັດຫຼືໃບຢັ້ງຢືນທີ່ປຶກສາບັນຊີສາມາດປະກອບອາຊີບຄືກັນກັບນັກຊ່ຽວຊານບັນຊີໄດ້ໃນກໍານົດຫ້າປີພາຍຫຼັງກົດໝາຍສະບັບນີ້ມີຜົນສັກສິດເປັນຕົ້ນໄປ.
	ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.
	ປະທານສະພາແຫ່ງຊາດ