ກົດໝາຍວ່າດ້ວຍການກວດກາລັດ 02-07-2007

From Wikisource
Jump to navigation Jump to search
.ການກວດກາລັດ 02-07-2007


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ
	ກົດໝາຍວ່າດ້ວຍການກວດກາລັດກໍານົດຫຼັກການ,ລະ
ບຽບການ,ມາດຕະການກ່ຽວກັບການຈັດຕັ້ງແລະການເຄື່ອນ
ໄຫວຂອງອົງການກວດກາລັດເພື່ອເຮັດໃຫ້ວຽກງງານກວດກາ
ເຂັ້ມແຂງ,ສາມາດດໍາເນີນການກວດກາຢ່າງມີປະສິດທິພາບ,
ຊອກໃຫ້ເຫັນດ້ານດີ,ດ້ານຕັ້ງໜ້າເພື່ອຊຸກຍູ້ສົ່ງເສີມ;ຊອກໃຫ້
ເຫັນດ້ານອ່ອນ,ດ້ານຫຍໍ້ທໍ້,ປາກົດການລະເມີດລະບຽບກົດໝາຍ
ຂອງການຈັດຕັ້ງແລະບຸກຄົນເຊັ່ນການສໍ້ລາດບັງຫຼວງ,ອາດຍາ
ສິດ,ການຟູມເຟືອຍ,ຊ່ອງຫວ່າງຂອງກົນໄກຄຸ້ມຄອງບໍລິການ
ແລະອື່ນໆເພື່ອມີມາດຕະການສະກັດກັ້ນ,ຕ້ານແລະແກ້ໄຂແນ່
ໃສ່ເພີ່ມທະວີຄວາມສັກສິດຂອງການຄຸ້ມຄອງລັດ,ຄຸ້ມຄອງເສດ
ຖະກິດແລະສັງຄົມ,ປົກປ້ອງຜົນປະໂຫຍດຂອງລັດແລະລວມໝູ່
ລວມທັງທິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ.
...ມາດຕາສອງການກວດກາລັດ

ມາດຕາສອງການກວດກາລັດ
	ການກວດກາລັດແມ່ນການຕິດຕາມ,ເກັບກໍາຂໍ້ມູນ,ຫຼັກ
ຖານກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ,ລະບຽບກົດໝາຍ,
ໜ້າທີ່,ຄວາມຮັບຜິດຊອບຂອງການຈັດຕັ້ງແລະບຸກຄົນຢູ່ໃນອົງ
ການບໍລິການລັດເພື່ອພິຈາລະນາ,ຕີລາຄາ,ປະເມີນຜົນການ
ຈັດຕັ້ງປະຕິບັດວຽກງານດັ່ງກ່າວພ້ອມທັງສະເໜີວິທີການແລະ
ມາດຕະການໃຫ້ອົງການທີ່ກ່ຽວຂ້ອງແກ້ໄຂຜົນຂອງການກວດ
ກາຕາມລະບຽບກົດໝາຍ.
...ມາດຕາ 3 ຄວາມໝາຍຂອງຄໍາສັບ

ມາດຕາ 3 ຄວາມໝາຍຂອງຄໍາສັບ
	ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມ
ໝາຍດັ່ງນີ້:
	1. ການກວດກາອົງການບໍລິຫານລັດໝາຍເຖິງການເຄື່ອນ
ໄຫວກວດກາການຈັດຕັ້ງປະຕິບັດນະໂຍບາຍ,ລະບຽບກົດໝາຍ,
ໜ້າທີ່ຂອງກະຊວງ,ອົງການທຽບເທົ່າກະຊວງ,ອົງການປົກຄອງ
ແຂວງ,ນະຄອນ,ເມືອງ,ເທດສະບານ,ອົງການຈັດຕັ້ງອື່ນຂອງລັດ
ທີ່ກ່ຽວຂ້ອງລວມທັງການຈັດຕັ້ງແລະບຸກຄົນທີ່ຂຶ້ນກັບການຄຸ້ມຄອງ
ໂດຍກົງຂອງອົງການດັ່ງກ່າວ.
	2. ການກວດກາລັດຕາມຂັ້ນບໍລິຫານການປົກຄອງໝາຍ
ເຖິງການເຄື່ອນໄຫວກວດກາຂອງອົງການກວດກາລັດກ່ຽວກັບ
ການຈັດຕັ້ງປະຕິບັດນະໂຍບາຍ,ລະບຽບກົດໝາຍ,ໜ້າທີ່ຂອງ
ການຈັດຕັ້ງປະບຸກຄົນທີ່ຂຶ້ນກັບການຄຸ້ມຄອງຕາມຂັ້ນບໍລິຫານ
ການປົກຄອງ.
	3. ການກວດກາລັດຕາມຂະແໜງການໝາຍເຖິງການ
ເຄື່ອນໄຫວກວດກາຂອງອົງການກວດກາລັດກ່ຽວກັບການຈັດ
ຕັ້ງປະຕິບັດນະໂຍບາຍ,ລະບຽບກົດໝາຍ,ບັນດາຂໍ້ກໍານົດທາງ
ດ້ານວິຊາສະເພາະ,ເຕັກນິກຂອງການຈັດຕັ້ງແລະບຸກຄົນທີ່ຂຶ້ນ
ນັບການຄຸ້ມຄອງຂອງຂະແໜງການນັ້ນ.
	4. ຄະນະກວດກາໝາຍເຖິງໜ່ວຍງານທີ່ໄດ້ຮັບການແຕ່ງ
ຕັ້ງໃຫ້ດໍາເນີນການກວດກາໃນແຕ່ລະຄັ້ງ.
	5. ພະນັກງານກວດກາລັດໝາຍເຖິງບຸກຄົນທີ່ບັນຈຸເຂົ້າ
ໃນອົງການກວດກາລັດຕາມຂັ້ນບໍລິຫານການປົກຄອງແລະຕາມ
ຂະແໜງການຊຶ່ງໄດ້ຮັບການແຕ່ງຕັ້ງໃຫ້ເຮັດໜ້າທີ່ກວດກາລັດ
ຢູ່ສູນກາງແລະທ້ອງຖິ່ນ.
	6. ຜູ້ອອກຂໍ້ຕົກລົງໝາຍເຖິງການຈັດຕັ້ງຫຼືບຸກຄົນທີ່ມີສິດ
ຂອງຂໍ້ຕົກລົງກ່ຽວກັບການກວດກາ.
	7. ພະແນກການອ້ອມຂ້າງແຂວງ,ນະຄອນໝາຍເຖິງພະ
ແນກການທີ່ຂຶ້ນກັບອົງການປົກຄອງແຂວງ,ນະຄອນລວມທັງຫ້ອງ
ວ່າການປົກຄອງແຂວງ,ນະຄອນ.
...ມາດຕາ 4 ນະໂຍບາຍສົ່ງເສີມກ່ຽວກັບການກວດກາລັດ

ມາດຕາ 4 ນະໂຍບາຍສົ່ງເສີມກ່ຽວກັບການກວດກາລັດ
	ລັດສົ່ງເສີມແລະສ້າງເງື່ອນໄຂໃຫ້ມີການກວດກາຢ່າງ
ເຂ້ັມງວດດ້ວຍການວາງນະໂຍບາຍ,ລະບຽບກົດໝາຍເພື່ອເປັນ
ພື້ນຖານໃນການເຄື່ອນໄຫວວຽກງານກວດກາລັດໃຫ້ມີປະສິດທິ
ພາບແນໃສ່ເຮັດໃຫ້ການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດແລະສັງ
ຄົມມີຄວາມເຂັ້ມແຂງ,ຄວາມໂປ່ງໃສ,ຍຸຕິທໍາແລະຖືກຕ້ອງຕາມ
ລະບຽບກົດໝາຍ.
...ມາດຕາ 5 ຫຼັກການຂອງການກວດກາລັດ

ມາດຕາ 5 ຫຼັກການຂອງການກວດກາລັດ
	ການກວດກາລັດຕ້ອງປະຕິບັດຕາມຫຼັກການດັ່ງນີ້:
	1. ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
	2. ມີປະຊາທິປະໄຕ,ພາວະວິໄສແລະມີຄວາມໂປ່ງໃສ.
	3. ຮັບປະກັນຄວາມຊັດເຈນ,ຍຸດຕິທໍາ,ທັນເວລາແລະເປີດ
ເຜີຍຕາມລະບຽບການ.
	4. ມີສ່ວນຮ່ວມຂອງປະຊາຊົນແລະການຈັດຕັ້ງທຸກຂັ້ນລວມ
ທັງສື່ມວນຊົນ.
	5. ບໍ່ສ້າງຄວາມຫຍຸ້ງຍາກທີ່ບໍ່ຈໍາເປັນໃຫ້ແກ່ການເຄື່ອນ
ໄຫວວຽກງານຂອງການຈັດຕັ້ງແລະບຸກຄົນທີ່ຖືກກວດກາ.
...ມາດຕາ 6 ຄວາມຮັບຜິດຊອບກ່ຽວກັບການກວດກາລັດ

ມາດຕາ 6 ຄວາມຮັບຜິດຊອບກ່ຽວກັບການກວດກາລັດ
	ນາຍົກລັດຖະມົນຕີ,ລັດຖະມົນຕີ,ຫົວໜ້າອົງການທຽບເທົ່າ
ກະຊວງ,ເຈົ້າແຂວງ,ເຈົ້າຄອງນະຄອນ,ເຈົ້າເມືອງ.ຫົວໜ້າເທດ
ສະບານແລະຫົວໜ້າອົງການຈັດຕັ້ງອື່ນຂອງລັດທີ່ກ່ຽວຂ້ອງມີໜ້າ
ທີ່ຈັດຕັ້ງ,ຊີ້ນໍາ,ສ້າງເງື່ອນໄຂອໍານວຍຄວາມສະດວກໃນການ
ເຄື່ອນໄຫວກວດກາລັດໂດຍສະເພາະການອະນຸມັດໂຄງການ,
ແຜນການກວດກາລັດໃນຂອບເຂດຄວາມຮັບຜິດຊອບ,ສິດໜ້າທີ່
ຂອງຕົນແລະແກ້ໄຂຜົນຂອງການກວດກາຢ່າງເຂັ້ມງວດຕາມ
ລະບຽບກົດໝາຍ.
	ຫົວໜ້າອົງການກວດກາລັດແຕ່ລະຂັ້ນ,ຫົວໜ້າຄະນະ
ກວດກາແລະພະນັກງານກວດກາລັດໃນການເຄື່ອນໄຫວກວດ
ກາຕ້ອງປະຕິບັດຕາມພາລະບົດບາດ,ສິດໜ້າທີ່ຂອງຕົນຕາມ
ກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ
ແລະຕ້ອງຮັບຜິດຊອບຕໍ່ການປະຕິບັດໜ້າທີ່,ການຕົກລົງຫຼືການ
ກະທໍາຂອງຕົນີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຊຶ່ງກໍ່ຄວາມ
ເສຍຫາຍໃຫ້ແກ່ຜູ້ຖືກກວດກາ.
	
...ມາດຕາ 7 ສິດແລະພັນທະປະກອບສ່ວນໃນການກວດກາລັດ

ມາດຕາ 7 ສິດແລະພັນທະປະກອບສ່ວນໃນການກວດກາລັດ
	ບັນດາອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງ
ຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ສື່ມວນ
ຊົນແລະປະຊາຊົນມີສິດແລະພັນທະປະກອບສ່ວນເຂົ້າໃນວຽກ
ງານກວດກາລັດດ້ວຍການເຂົ້າຮ່ວມ,ອໍານວຍຄວາມສະດວກ,
ລາຍງານ,ສະໜອງຂໍ້ມູນ,ຫຼັກຖານຢ່າງທັນການລວມທັງໃຫ້
ຄວາມຮ່ວມມືໃນການຈັດຕັ້ງປະຕິບັດການຕົກລົງກ່ຽວກັບການ
ແກ້ໄຂຜົນຂອງການກວດກາໃຫ້ສໍາເລັດ.
...ມາດຕາ 8 ການປົກປ້ອງ

ມາດຕາ 8 ການປົກປ້ອງ
	ພະນັກງານກວດກາ,ຜູ້ລາຍງານ,ຜູ້ໃຫ້ຂໍ້ມູນ,ພະຍານ,ຜ
ູ້ຊ່ຽວຊານແລະຜູ້ເຂົ້າຮ່ວມໃນການກວດກາລັດຕ້ອງໄດ້ຮັບການ
ປົກປ້ອງຕາມລະບຽບກົດໝາຍຈາກການແກ້ແຄ້ນ,ຂົ່ມຂູ່ຕໍ່ຊີວິດ,
ສຸຂະພາບ,ອິດສະລະພາບ,ກຽດຊື່ສຽງ,ຊັບສິນຂອງຜູ້ຖືກກວດ
ກາຫຼືຜູ້ອື່ນ.
...ມາດຕາ 9 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 9 ຂອບເຂດການນໍາໃຊ້ກົດໝາຍ
	ກົດໝາຍສະບັບນີ້ນໍາໃຊ້ສໍາລັບການຈັດຕັ້ງ,ພະນັກງານ
ນໍາພາ,ພະນັກງານຄຸ້ມຄອງ,ພະນັກງານວິຊາການ,ພະນັກງານ
ວິສາຫະກິດຂອງລັດ,ລັດຖະກອນທີ່ປະຕິບັດໜ້າທີ່ໃນອົງການບໍ
ລິຫານແລະອົງການຈັດຕັ້ງອື່ນຂອງລັດທີ່ກ່ຽວຂ້ອງນັບແຕ່ສູນ
ກາງລົງຮອດທ້ອງຖິ່ນ.
	ສໍາລັບສານປະຊາຊົນສູງສຸດ,ອົງການໄອຍະການປະຊາ
ຊົນສູງສຸດ,ແນວລາວສ້າງຊາດ.ອົງການຈັດຕັ້ງມະຫາຊົນແລະ
ອົງການຈັດຕັ້ງອື່ນຂອງລັດນັ້ນໃຫ້ສ້າງຕັ້ງອົງການກວດກາລັດ
ຂອງຕົນຂຶ້ນຕ່າງຫາກແຕ່ໃຫ້ເຄື່ອນໄຫວກວດກາຕາມກົດໝາຍ
ສະບັບນີ້.
	ສ່ວນການຈັດຕັ້ງແລະການເຄື່ອນໄຫວກວດກາລັດຢູ່ກະ
ຊວງປ້ອງກັນປະເທດແລະກະຊວງປ້ອງກັນຄວາມສະຫງົບໄດ້
ກໍານົດໄວ້ຕ່າງຫາກ.
...ມາດຕາ 10 ການພົວພັນຮ່ວມມືກັບສາກົນ

ມາດຕາ 10 ການພົວພັນຮ່ວມມືກັບສາກົນ
	ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດແລະອົງ
ການຈັດຕັ້ງສາກົນກ່ຽວກັບວຽກງານກວດກາລັດດ້ວຍການ
ແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນໂລຢີ,ດ້ວຍການ
ຝຶກອົບຮົມຫຼືສໍາມະນາ,ຍົກລະດັບຄວາມຮູ້ຄວາມສາມາດດ້ານ
ວິຊາການເພື່ອພັດທະນາວຽກງານກວດກາໃຫ້ມີຄຸນນະພາບ,
ເຂັ້ມແຂງແລະທັນສະໄໝ.
..ພາກທີສອງປະເພດ,ບ່ອນອີງ,ຮູບການ,ເນື້ອໃນແລະເປົ້າໝາຍຂອງການກວດກາລັດ


...ມາດຕາ 11 ປະເພດການກວດກາ

ມາດຕາ 11 ປະເພດການກວດກາ
	ການກວດກາລັດມີສອງປະເພດຄື:
	1. ການກວດກາຕາມຂັ້ນບໍລິການການປົກຄອງ.
	2. ການກວດກາຕາມຂະແໜງການ.
	
...ມາດຕາ 12 ບ່ອນອີງໃນການຕົກລົງກວດກາ

ມາດຕາ 12 ບ່ອນອີງໃນການຕົກລົງກວດກາ
	ການຕົກລົງກວດກາລັດແມ່ນອີງໃສ່:
	1. ໂຄງການ,ແຜນການກວດກາ.
	2. ຄໍາສັ່ງ,ແຈ້ງການຫຼືຂໍ້ຕົກລົງ.
	3. ຄໍາສະເໜີຂອງພົນລະເມືອງ.
	4. ການພົບເຫັນການລະເມີດລະບຽບກົດໝາຍ.
	
...ມາດຕາ 13 ຮູບການກວດກາ

ມາດຕາ 13 ຮູບການກວດກາ
	ການກວດກາລັດມີສາມຮູບການດັ່ງນີ້:
	1. ການກວດກາຕາມແຜນການປົກກະຕິ.
	2. ການກວດກາຕາມຄໍາສັ່ງຫຼືຄໍາສະເໜີ.
	3. ການກວດກາແບບກະທັນຫັນ.
	
	ການກວດກາຕາມແຜນການປົກກະຕິໝາຍເຖິງການ
ກວດກາຕາມແຜນການຂອງອົງການບໍລິຫານແລະຂອງຄະນະ
ກວດກາລັດແຕ່ລະຂັ້ນທີ່ໄດ້ວາງໄວ້.
	ການກວດກາຕາມຄໍາສັ່ງຫຼືຄໍາສະເໜີໝາຍເຖິງການ
ກວດກາຕາມຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາ,ແຈ້ງການຂອງຫົວ
ໜ້າອົງການບໍລິຫານ,ຂອງຄະນະກວດກາລັດແຕ່ລະຂັ້ນແລະ
ຄໍາສະເໜີຂອງພົນລະເມືອງໂດຍແຈ້ງໃຫ້ເປົ້າໝາຍຖືກກວດ
ກາຊາບລ່ວງໜ້າ.
	ການກວດກາແບບກະທັນຫັນໝາຍເຖິງການກວດກາ
ຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຊາບ
ລ່ວງໜ້າ.
...ມາດຕາ 14 ເນື້ອໃນການກວດກາ

ມາດຕາ 14 ເນື້ອໃນການກວດກາ
	ເນື້ອໃນການກວດກາລັດແມ່ນການກວດກາການຈັດຕັ້ງ
ປະຕິບັດ:
	-ນະໂຍບາຍ,ກົດໝາຍ,ລະບຽບການ,ແຜນການ,ສິດໜ້າທີ່
ແລະຄວາມຮັບຜິດຊອບໃນການຄຸ້ມຄອງບໍລິຫານຕາມຂັ້ນບໍລິຫານ
ການປົກຄອງ.
	-ລະບຽບການດ້ານວິຊາສະເພາະ,ເຕັກນິກ,ຫຼັກການຄຸ້ມ
ຄອງຕາມຂະແໜງການ.
...ມາດຕາ 15 ເປົ້າໝາຍການກວດກາ

ມາດຕາ 15 ເປົ້າໝາຍການກວດກາ
	ເປົ້າໝາຍການກວດກາລັດຕາມຂັ້ນບໍລິຫານການປົກ
ຄອງແລະຕາມຂະແໜງການແມ່ນການຈັດຕັ້ງແລະບຸກຄົນທີ່
ຂຶ້ນກັບຄວາມຮັບຜິດຊອບຂອງອົງການບໍລິຫານແລະອົງການ
ຈັດຕັ້ງອື່ນຂອງລັດທີ່ກ່ຽວຂ້ອງຂັ້ນນັ້ນແລະຂະແໜງການນັ້ນ.
..ພາກທີສາມການເຄື່ອນໄຫວກວດກາລັດ


...ໝວດທີໜຶ່ງຂັ້ນຕອນຂອງການກວດກາລັດ


....ມາດຕາ 16 ຂັ້ນຕອນຂອງການກວດກາ

ມາດຕາ 16 ຂັ້ນຕອນຂອງການກວດກາ
	ການກວດກາລັດຕ້ອງປະຕິບັດຂັ້ນຕອນດັ່ງນີ້:
	1. ການຕົກລົງກວດກາ.
	2. ການກະກຽມກັານກວດກາ.
	3. ການດໍາເນີນການກວດກາ.
	4. ການສະຫຼຸບຜົນຂອງການກວດກາ.
	5. ການລາຍງານຜົນຂອງການກວດກາ.
	
....ມາດຕາ 17 ຜູ້ຕົກລົງໃຫ້ກວດກາ

ມາດຕາ 17 ຜູ້ຕົກລົງໃຫ້ກວດກາ
	ຜູ້ມີສິດຕົກລົງໃຫ້ກວດກາຕາມແຕ່ກໍລະນີມີ:ນາຍົກລັດຖະ
ມົນຕີ,ປະທານອົງການກວດກາລັດຖະບານ,ລັດຖະມົນຕີ,ຫົວໜ້າ
ອົງການທຽບເທົ່າກະຊວງ,ເຈົ້າແຂວງ,ເຈົ້າຄອງນະຄອນ,ຫົວ
ໜ້າພະແນກກວດກາລັດແຂວງ,ນະຄອນ,ຫົວໜ້າພະແນກການ
ອ້ອມຂ້າງແຂວງ,ນະຄອນ,ເຈົ້າເມືອງ,ຫົວໜາເທດສະບານ,ຫົວ
ໜ້າຫ້ອງການກວດກາລັດເມືອງ,ເທດສະບານ.
....ມາດຕາ 18 ການກະກຽມການກວດກາ

ມາດຕາ 18 ການກະກຽມການກວດກາ
	ການກະກຽມການກວດກາໃຫ້ປະຕິບັດດັ່ງນີ້:
	1. ແຕ່ງຕັ້ງຄະນະກວດກາຫຼືຄະນະກວດກາສະເພາະກິດ.
	2. ເກັບກໍາຂໍ້ມູນ,ເອກະສານ,ສ້າງແຜນການກວດກາໂດຍ
ກໍານົດຈຸດປະສົງ,ເນື້ອໃນຂອງການກວດກາ,ຮ່າງຄໍາຖາມເຈາະ
ຈີ້ມ,ຮ່າງບົດບັນທຶກ,ກຽມໂຄງຮ່າງບົດລາຍງານເພື່ອໃຫ້ເປົ້າ
ໝາຍລາຍງານແລະຕາຕະລາງເຄື່ອນໄຫວລະອຽດໃນແຕ່ລະ
ໄລຍະ.
	3. ກະກຽມນິຕິກໍາຕ່າງໆທີ່ພົວພັນກັບການກວດກາ,ງົບປະ
ມານ,ພາຫະນະ,ວັດຖຸອຸປະກອນຮັບໃຊ້ທີ່ຈໍາເປັນ.
	4. ຈັດຕັ້ງແນະນໍາພະນັກງານທີ່ຈະລົງກວດກາໃຫ້ກໍາແໜ້ນ
ຈຸດປະສົງ,ລະດັບຄາດໝາຍ,ເນື້ອໃນຂອງການກວດກາ,ລະບຽບ
ການພາຍໃນຂອງຄະນະກວດກາແລະແບ່ງຄວາມຮັບຜິດຊອບໃຫ
້ຄະນະກວດກາແຕ່ລະຄົນ.
....ມາດຕາ 19 ການດໍາເນີນການກວດກາ

ມາດຕາ 19 ການດໍາເນີນການກວດກາ
	ການກວດກາຕ້ອງດໍາເນີນດັ່ງນີ້:
	1. ແຈ້ງຂໍ້ຕົກລົງແລະແຜນການກ່ຽວກັບການກວດກາຕໍ່ຫົວ
ໜ້າອົງການຂອງເປົ້າໝາຍຖືກກວດກາແລະເກັບກໍາຂໍ້ມູນແລ້ວ
ແຈ້ງຂໍ້ຕົກລົງແລະແຜນການໃຫ້ຜູ້ຖືກກວດກາຊາບກ່ອນການດໍາ
ເນີນການກວດກາເຈັດວັນເວັ້ນເສຍແຕ່ການກວດກາແບບກະທັນ
ຫັນ.
	2. ດໍາເນີນການກວດກາຕາມແຜນການເປັນຕົ້ນຮັບຟັງການ
ລາຍງານຂອງເປົ້າໝາຍຖືກກວດກາພ້ອມທັງເຮັດບົດບັນທຶກການ
ລາຍງານແລະການມອບ-ຮັບເອກະສານ.
	3. ລາຍງານແລະຂໍການຊີ້ນໍາກ່ຽວກັບການດໍາເນີນການ
ກວດກາໃນແຕ່ລະໄລຍະຈາກຂັ້ນເທິງຂອງຕົນ.
	4. ເຮັດບົດບັນທຶກການກວດກາ.
....ມາດຕາ 20 ກໍານົດເວລາການກວດສອບ

ມາດຕາ 20 ກໍານົດເວລາການກວດກາ
	ກໍານົດເວລາດໍາເນີນການກວດກາມີດັ່ງນີ້:
	-ອົງການກວດກາລັດຖະບານບໍ່ໃຫ້ເກີນເກົ້າສິບວັນນັບແຕ່
ມື້ດໍາເນີນການກວດກາເປັນຕົ້ນໄປ;ຖ້າຫາກການກວດກາບໍ່ສໍາ
ເລັດກໍ່ສາມາດດໍາເນີນຕໍ່ໄປໄດ້ຕື່ມອີກສາມສິບວັນ,ໃນກໍລະນີທີ່ມີ
ຄວາມຫຍຸ້ງຍາກສົບສົນເປັນພິເສດຊຶ່ງພົວພັນເຖິງຫຼາຍຂະແໜງ
ການ,ຫຼາຍທ້ອງຖິ່ນກໍ່ສາມາດຕໍ່ເວລາໄດ້ຕື່ມອີກແຕ່ທັງໝົດບໍ່ໃຫ້
ເກີນໜຶ່ງຮ້ອຍແປດສິບວັນ.
	-ກົມກວດກາລັດກະຊວງ,ອົງການທຽບເທົ່າກະຊວງ,ພະ
ແນກກວດກາລັດແຂວງ,ນະຄອນບໍ່ໃຫ້ເກີນຫົກສິບວັນນັບແຕ່ມື້
ດໍາເນີນການກວດກາເປັນຕົ້ນໄປ,ໃນກໍລະນີທີ່ມີຄວາມຫຍຸ້ງຍາກ
ສັບສົນກໍ່ສາມາດຕໍ່ເວລາໄດ້ຕື່ມອີກສາມສິບວັນ.
	-ຂະແໜງກວດກາລັດຂອງພະແນກການອ້ອມຂ້າງແຂວງ,
ນະຄອນ,ຫ້ອງການກວດກາລັດເມືອງ,ເທດສະບານບໍ່ໃຫ້ເກີນສາມ
ສິບວັນນັບແຕ່ມື້ດໍາເນີນການກວດກາເປັນຕົ້ນໄປ,ໃນກໍລະນີທີ່ມີ
ຄວາມຫຍຸ້ງຍາກສັບສົນຫຼືຢູ່ຫ່າງໄກສອກຫຼີກກໍ່ສາມາດດໍາເນີນຕໍ່
ໄປໄດ້ຕື່ມອີກສິບຫ້າວັນ.
....ມາດຕາ 21​ ການສະຫຼຸບຜົນຂອງການກວດກາ

ມາດຕາ 21​ ການສະຫຼຸບຜົນຂອງການກວດກາ
	ການສະຫຼຸບຜົນຂອງການກວດກາຕ້ອງປະຕິບັດດັ່ງນີ້:
	1. ສັງລວມບັນດາເອກະສານ,ຂໍ້ມູນ,ຫຼັກຖານຕ່າງໆ,ບົດບັນ
ທຶກທີ່ໄດ້ກວດກາແລ້ວມາເປັນບົດສະຫຼຸບຜົນຂອງການກວດກາ.
	2. ຕີລາຄາ,ໄຈ້ແຍກໃຫ້ລະອຽດຈະແຈ້ງດ້ານດີ,ດ້ານອ່ອນ,
ຄວາມຖືກ,ຄວາມຜິດຂອງເປົ້າໝາຍຖືກກວດກາລວມທັງສະເໜີ
ມາດຕະການແລະວິທີການແກ້ໄຂຕາມລະບຽບກົດໝາຍ.
	3. ຜ່ານຮ່າງບົດສະຫຼຸບພາຍໃນຄະນະກວດກາແລ້ວສົ່ງ
ຮ່າງບົດສະຫຼຸບດັ່ງກ່າວໃຫ້ການນໍາຂອງເປົ້າໝາຍຖືກກວດກາ
ແລະຜູ້ຖືກກວດກາເພື່ອມີຄໍາເຫັນແລະຢັ້ງຢືນພາຍໃນກໍານົດສິບ
ຫ້າວັນນັບແຕ່ວັນໄດ້ຮັບເປັນຕົ້ນໄປ.
	4. ຄະນະກວດກາ,ຫົວໜ້າອົງການຂອງເປົ້າໝາຍຖືກວດ
ກາແລະຜູ້ຖືກກວດກາລົງລາຍເຊັນໃສ່ບົດສະຫຼຸບເພື່ອຢັ້ງຢືນຜົນ
ຂອງການກວດກາ.
....ມາດຕາ 22 ການລາຍງານຜົນຂອງການກວດກາ

ມາດຕາ 22 ການລາຍງານຜົນຂອງການກວດກາ
	ພາຍຫຼັງສໍາເລັດການກວດກາແລ້ວຄະນະກວດກາຕ້ອງ
ສົ່ງບົດສະຫຼຸບຜົນຂອງການກວດກາໃຫ້ຜູ້ອອກຂໍ້ຕົກລົງກ່ຽວກັບ
ການກວດການັ້ນເພື່ອພິຈາລະນາກ່ຽວກັບການແກ້ໄຂຜົນຂອງ
ການກວດກາຕາມລະບຽບກົດໝາຍແລະສົ່ງບົດລາຍງານຜົນ
ຂອງການກວດກາໃຫ້ຂັ້ນເທິງຂອງຕົນ.
...ໝວດທີສອງການພິຈາລະນາແລະແກ້ໄຂຜົນຂອງການກວດກາ


....ມາດຕາ 23​ ການພິຈາລະນາ ແລະ ແກ້ໄຂຜົນຂອງການກວດກາ

ມາດຕາ 23​ ການພິຈາລະນາ ແລະ ແກ້ໄຂຜົນຂອງການກວດ
ກາ
	ຜູ້ອອກຂໍ້ຕົກລົງກ່ຽວກັບການກວດກາຕ້ອງຄົ້ນຄວ້າພິຈາ
ລະນາຜົນຂອງການກວດກາພາຍໃນກໍານົດເວລາສິບຫ້າວັນນັບ
ແຕ່ວັນໄດ້ຮັບບົດສະຫຼຸບຜົນຂອງການກວດກາເປັນຕົ້ນໄປແລະ
ແຈ້ງຜົນຂອງການພິຈາລະນານັ້ນໃຫ້ອົງການທີ່ກ່ຽວຂ້ອງຂອງ
ເປົ້າໝາຍຖືກກວດກາແລະຜູ້ຖືກກວດກາຊາບພາຍໃນກໍານົດເວ
ລາເຈັດວັນ.
	ຖ້າຫາກເຫັນວ່າມີການລະເມີດລະບຽບກົດໝາຍໃນສະ
ຖານເບົາ,ສ້າງຄວາມເສຍຫາຍບໍ່ຫຼວງຫຼາຍຜູ້ອອກຂໍ້ຕົກລົງນັ້ນ
ຕ້ອງສະເໜີໃຫ້ອົງການທີ່ກ່ຽວຂ້ອງຂອງເປົ້າໝາຍຖືກກວດກາ
ແກ້ໄຂໂດຍນໍາໃຊ້ມາດຕະການສຶກສາອົບຮົມ,ກ່າວເຕືອນຫຼືລົງ
ວິໄນຕໍ່ຜູ້ລະເມີດດັ່ງກ່າວພ້ອມທັງໃຫ້ໃຊ້ແທນຄ່າເສຍຫາຍທີ່ໄດ້
ກໍ່່ຂຶ້ນນັ້ນ.
	ໃນກໍລະນີທີ່ເຫັນວ່າເປັນການລະເມີດທາງແພ່ງຫຼືການ
ກະທໍາຜິດທາງອາຍາຜູ້ອອກຂໍ້ຕົກລົງນັ້ນຕ້ອງສົ່ງສໍານວນຄະດີ
ໃຫ້ອົງການທີ່ກ່ຽວຂ້ອງດໍາເນີນຄະດີຕາມຂະບວນການຍຸຕະທໍາ.
	ອົງການທີ່ກ່ຽວຂ້ອງເທິງນີ້ຕ້ອງແຈ້ງຜົນຂອງການແກ
້ໄຂໃຫ້ຜູ້ອອກຂໍ້ຕົກລົງກ່ຽວກັບການກວດກາຊາບພາຍໃນກໍານົດ
ເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.
....ມາດຕາ 24​ ການຕິດຕາມກວດກາການແກ້ໄຂຜົນຂອງການກວດກາ

ມາດຕາ 24​ ການຕິດຕາມກວດກາການແກ້ໄຂຜົນຂອງການ
ກວດກາ
	ໃນກໍລະນີອົງການທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນ
ມາດຕາຊາວສາມຂອງກົດໝາຍສະບັບນີ້ຫາກບໍ່ແກ້ໄຂຫຼືມີການ
ແກ້ໄຂທີ່ເຫັນວ່າບໍ່ເໝາະສົມຜູ້ອອກຂໍ້ຕົກລົງກ່ຽວກັບການກວດ
ກາມີສິດສະເໜີໃຫ້ຂັ້ນເທິງຂອງອົງການທີ່ກ່ຽວຂ້ອງນັ້ນພິຈາລະ
ນາແລະແກ້ໄຂພ້ອມທັງລາຍງານໃຫ້ອົງການກວດກາລັດຂັ້ນ
ເທິງຂອງຕົນຮັບຊາບເພື່ອມີທິດຊີ້ນໍາ.
....ມາດຕາ 25 ກໍານົດເວລາການເກັບເອກະສານ

ມາດຕາ 25 ກໍານົດເວລາການເກັບເອກະສານ
	ເອກະສານກ່ຽວກັບຜົນຂອງການກວດກາຕ້ອງຄຸ້ມຄອງ
ແລະເກັບຮັກສາໄວ້ຢ່າງໜ້ອຍສິບປີ.
..ພາກທີສີ່ອົງການກວດກາລັດ


...ໝວດທີໜຶ່ງລະບົບອົງການກວດກາລັດ


....ມາດຕາ 26​ ອົງການກວດກາລັດ

ມາດຕາ 26​ ອົງການກວດກາລັດ
	ອົງການກວດກາລັດແມ່ນອົງການທີ່ໄດ້ຮັບການສ້າງຕັ້ງ
ຂຶ້ນຕາມຂັ້ນບໍລິຫານການປົກຄອງແລະຕາມຂະແໜງການຊຶ່ງຢູ່
ພາຍໃຕ້ການຊີ້ນໍາໂດຍກົງຂອງຫົວໜ້າອົງການບໍລິຫານຂັ້ນຂອງ
ຕົນແລະຢູ່ພາຍໃຕ້ການແນະນໍາດ້ານວຽກງານວິຊາສະເພາະ
ຂອງອົງການກວດກາລັດຂັ້ນເທິງ.
....ມາດຕາ 27​ ລະບົບອົງການກວດກາລັດ

ມາດຕາ 27​ ລະບົບອົງການກວດກາລັດ
	ລະບົບອົງການກວດກາລັດມີດັ່ງນີ້:
	1. ອົງການກວດກາລັດຕາມຂັ້ນບໍລິຫານການປົກຄອງຊຶ່ງ
ປະກອບດ້ວຍ:
	-ອົງການກວດກາລັດຖະບານ.
	-ພະແນກກວດກາລັດແຂວງ,ນະຄອນ.
	-ຫ້ອງການກວດກາລັດເມືອງ,ເທດສະບານ.
	2. ອົງການກວດກາລັດຕາມຂະແໜງການຊຶ່ງປະກອບດ້ວຍ:
	-ກົມກວດກາລັດກະຊວງ,ອົງການທຽບເທົ່າກະຊວງ.
	-ຂະແໜງກວດກາລັດຂອງພະແນກການອ້ອມຂ້າງແຂວງ,
ນະຄອນ.
	
	ສໍາລັບການຈັດຕັ້ງກວດກາລັດຂັ້ນທະບວງນັ້ນຈະສ້າງ
ເປັນກົມຫຼືພະແນກກໍ່ໄດ້ຕາມການຕົກລົງຂອງລັດຖະບານ.
...ໝວດທີສອງອົງການກວດກາລັດຕາມຂັ້ນບໍລິຫານການປົກຄອງ


....ກ.ອົງການກວດກາລັດຖະບານ


.....ມາດຕາ 28 ທີ່ຕັ້ງແລະພາລະບົດບາດ

ມາດຕາ 28 ທີ່ຕັ້ງແລະພາລະບົດບາດ
	ອົງການກວດກາລັດຖະບານແມ່ນອົງການກວດກາລັດ
ຂັ້ນສູງກາງ,ມີຖານະທຽບເທົ່າກະຊວງແລະຢູ່ໃນໂຄງປະກອບ
ຂອງລັດຖະບານ,ມີພາລະບົດບາດເປັນເສນາທິການໃຫ້ລັດຖະ
ບານກ່ຽວກັບການກວດກາລັດ,ການສະກັດກັ້ນແລະຕ້ານການສໍ້
ລາດບັງຫຼວງ,ການຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະ
ເມືອງໃນຂອບເຂດສິດ,ໜ້າທີ່ຂອງລັດຖະບານແລະຊີ້ນໍາວຽກ
ງານດັ່ງກ່າວໃນຂອບເຂດທົ່ວປະເທດ.
.....ມາດຕາ 29​ ສິດແລະໜ້າທີ່

ມາດຕາ 29​ ສິດແລະໜ້າທີ່
	ອົງການກວດກາລັດຖະບານມີສິດແລະໜ້າທີ່ດັ່ງນີ້:
	1. ຄົ້ນຄວ້າແຜນຍຸດທະສາດກ່ຽວກັບວຽກງານກວດກາ
ລັດ,ວຽກງານສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງເພື່ອສະ
ເໜີລັດຖະບານພິຈາລະນາ.
	2. ຄົ້ນຄວ້ານະໂຍບາຍ,ແຜນການ,ມະຕິ,ຄໍາສັ່ງຂອງລັດ
ຖະບານແລະຫັນມາເປັນແຜນການ,ແຜນງານແລະໂຄງການ
ລະອຽດຂອງອົງການຕົນແລ້ວຈັດຕັ້ງປະຕິບັດ.
	3. ສະເໜີສ້າງຫຼືປັບປຸງກົດໝາຍ,ລັດຖະບັນຍັດ,ລັດຖະດໍາ
ລັດ,ດໍາລັດຕໍ່ລັດຖະບານເພື່ອພິຈາລະນາ;ອອກຂໍ້ຕົກລົງ,ຄໍາສັ່ງ,
ຄໍາແນະນໍາແລະແຈ້ງການເພື່ອຄຸ້ມຄອງມະຫາພາກກ່ຽວກັບ
ວຽກງານກວດກາລັດ.
	4. ໂຄສະນາເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍກ່ຽວ
ກັບວຽກງານກວດກາ.
	5. ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດວຽກງານກວດກາ
ລັດໃນຂອບເຂດທົ່ວປະເທດ.
	6. ກໍ່ສ້າງບໍາລຸງ,ຍົກລະດັບວິຊາສະເພາະວຽກງານກວດ
ກາໃຫ້ຖັນແຖວພະນັກງານ,ລັດຖະກອນທີ່ເຮັດວຽກງານກວດກາ
ລັດ.
	7. ກວດກາການປະຕິບັດນະໂຍບາຍ,ລະບຽບກົດໝາຍ,
ແຜນການ,ສິດໜ້າທີ່,ຄວາມຮັບຜິດຊອບຂອງກະຊວງ,ອົງ
ການທຽບເທົ່າກະຊວງ,ແຂວງ,ນະຄອນແລະພະນັກງານບໍ
ລິຫານຂັ້ນສູນກາງຄຸ້ມຄອງ.
	8. ກວດກາວຽກງານທີ່ພົວພັນເຖິງຄວາມຮັບຜິດຊອບຄຸ້ມ
ຄອງຂອງຫຼາຍກະຊວງ,ອົງການທຽບເທົ່າກະຊວງ,ອົງການທີ່
ຂຶ້ນກັບລັດຖະບານ,ຫຼາຍແຂວງ,ນະຄອນ.
	9. ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງກ່ຽວ
ກັບການກະທໍາຫຼືການຕົກລົງບັນຫາໃດໜຶ່ງທີ່ລະເມີດລະບຽບກົດ
ໝາຍຂອງການຈັດຕັ້ງຫຼືພະນັກງານບໍລິຫານຂັ້ນສູນກາງຄຸ້ມຄອງ;
ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງທີ່ກະຊວງ,ອົງ
ການທຽບເທົ່າກະຊວງ,ແຂວງ,ນະຄອນໄດ້ແກ້ໄຂແລ້ວແຕ່ພົນ
ລະເມືອງຜູ້ນັ້ນເຫັນວ່າຍັງບໍ່ເໝາະສົມ.
	10. ປະຕິບັດສິດໜ້າທີ່ສະກັດກັ້ນແລະຄ້ານການສໍ້ລາດບັງ
ຫຼວງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	11. ພົວພັນແລະປະສານສົມທົບກັບບັນດາອົງການຈັດຕັ້ງ
ຂອງລັດຂັ້ນສູນກາງແລະທ້ອງຖິ່ນລວມທັງອົງການທີ່ຮັບຜິດຊອບ
ກ່ຽວກັບການກວດສອບແຫ່ງລັດແລະກວດສອບເອກະລາດກ່ຽວ
ກັບການດໍາເນີນການກວດກາ,ການແກ້ໄຂແລະການປະຕິບັດຜົນ
ຂອງການກວດກາຕາມພາລະບົດບາດຂອງຕົນ.
	12. ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການ
ກວດກາລັດໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງເພື່ອພິຈາລະນາຕົກ
ລົງແລະລາຍງານໃຫ້ລັດຖະບານ.
	13. ຮ່ວມມືກັບສາກົນກ່ຽວກັບວຽກງານກວດກາລັດ.
	14. ສະຫຼຸບສັງລວມ,ລາຍງານການເຄື່ອນໄຫວວຽກງານ
ກວດກາລັດແລະຜົນຂອງການກວດກາໃນຂອບເຂດການຄຸ້ມຄອງ
ຂອງລັດຖະບານໃຫ້ນາຍົກລັດຖະມົນຕີແລະຄະນະປະຈໍາສະພາ
ແຫ່ງຊາດຢ່າງເປັນປົກກະຕິ.
	15. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງ
ນາຍົກລັດຖະມົນຕີແລະຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
.....ມາດຕາ 30 ໂຄງປະກອບ

ມາດຕາ 30 ໂຄງປະກອບ
	ໂຄງປະກອບບຸກຄະລາກອນຂອງອົງການກວດກາລັດຖະ
ບານມີດັ່ງນີ້:
	-ປະທານ.
	-ຮອງປະທານຈໍານວນໜຶ່ງ.
	-ພະນັກງານວິຊາການ.
	
	ສໍາລັບໂຄງປະກອບການຈັດຕັ້ງຂອງອົງການກວດກາ
ລັດຖະບານກໍານົດໄວ້ໃນລະບຽບການສະເພາະ.
.....ມາດຕາ 31 ປະທານອົງການກວດກາລັດຖະບານ

ມາດຕາ 31 ປະທານອົງການກວດກາລັດຖະບານ
	ປະທານອົງການກວດກາລັດຖະບານຖືກແຕ່ງຕັ້ງຫຼືປົດ
ຕໍາແໜ່ງຕາມວິທີການດຽວກັນກັບສະມາຊິກລັດຖະບານ,ມີ
ຄວາມຮັບຜິດຊອບຕໍ່ນາຍົກລັດຖະມົນຕີແລະມີໜ້າທີ່ລາຍງານ
ຕໍ່ຄະນະປະຈໍາສະພາແຫ່ງຊາດກ່ຽວກັບການກວດກາລັດ,ການ
ສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ.
	ປະທານອົງການກວດກາລັດຖະບານມີສິດແລະໜ້າທີ່ດັ່ງນີ້:
	1. ນໍາເອົາມະຕິກອງປະຊຸມລັດຖະບານ,ມະຕິກອງປະ
ຊຸມວຽກງານກວດກາທົ່ວປະເທດມາຜັນຂະຫຍາຍເປັນແຜນ
ການ,ໂຄງການຂອງຕົນແລະຈັດຕັ້ງປະຕິບັດ.
	2. ຊີ້ນໍາ,ນໍາພາແລະກວດກາການຈັດຕັ້ງປະຕິບັດວຽກ
ງານກວດກາລັດໃນຂອບເຂດທົ່ວປະເທດ.
	3. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການ
ກ່ຽວກັບວຽກງານກວດກາລັດເພື່ອເພີ່ມປະສິດທິພາບໃນການ
ຈັດຕັ້ງແລະເຄື່ອນໄຫວການກວດກາລັດແຕ່ສູນກາງລົງຮອດ
ທ້ອງຖິ່ນ.
	4. ງົດການປະຕິບັດ,ລົບລ້າງຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,
ຄໍາແນະນໍາ,ແຈ້ງການຫຼືນິຕິກໍາອື່ນຂອງອົງການກວດກາລັດຂັ້ນ
ລຸ່ມທີ່ຂັດກັບລະບຽບກົດໝາຍຫຼືຂັດກັບນິຕິກໍາຂອງອົງການກວດ
ກາລັດຂັ້ນເທິງ.
	5. ປະສານສົມທົບກັບອົງການໄອຍະການປະຊາຊົນສູງສຸດ
ເພື່ອສະເໜີຕໍ່ລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງແລະ
ເຈົ້າແຂວງ,ເຈົ້າຄອງນະຄອນງົດການຈັດຕັ້ງປະຕິບັດ,ລົບລ້າງ
ຫຼືຍົກເລີກນິຕິກໍາຂອງຫົວນ້າອົງການດັ່ງກ່າວທີ່ຂັດກັບລະບຽບ
ກົດໝາຍ;ໃນກໍລະນີທີ່ບໍ່ປະຕິບັດຕາມການສະເໜີນັ້ນແມ່ນມີສິດ
ສະເໜີຕໍ່ນາຍົກລັດຖະມົນຕີເພື່ອພິຈາລະນາ.
	6. ສະເໜີສ້າງຫຼືປັບປຸງກົດໝາຍ,ລັດຖະບັນຍັດ,ລັດ
ຖະດໍາລັດ,ດໍາລັດກ່ຽວກັບວຽກງານກວດກາລັດຕໍ່າລັດຖະ
ບານ.
	7. ຕົກລົງດໍາເນີນການກວດກາລັດຕາມພາລະບົດບາດ,
ສິດແລະໜ້າທີ່ຂອງຕົນ,ໃນກໍລະນີທີ່ມີຄວາມສໍາຄັນຕ້ອງສະເໜີ
ລັດຖະບານເພື່ອພິຈາລະນາ.
	8. ສະເໜີໃຫ້ລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະ
ຊວງ,ເຈົ້າແຂວງ,ເຈົ້າຄອງນະຄອນດໍາເນີນການກວດກາໃນ
ຂອບເຂດການຄຸ້ມຄອງຂອງກະຊວງ,ອົງການທຽບເທົ່າກະ
ຊວງ,ແຂວງແລະນະຄອນ.
	9. ສະເໜີໃຫ້ນາຍົກລັດຖະມົນຕີພິຈາລະນາຕົກລົງແກ້
ໄຂຜົນຂອງການກວດກາໃນຂອບເຂດການຄຸ້ມຄອງຂອງລັດ
ຖະບານ.
	10. ພິຈາລະນາບັນຫາທີ່ຫົວໜ້າກົມກວດກາລັດກະ
ຊວງ,ອົງການທຽບເທົ່າກະຊວງບໍ່ເປັນເອກະພາບກັບລັດຖະ
ມົນຕີ,ຫົວໜ້າອົງການທຽບເທົ່າກະຊວງແລະຫົວໜ້າພະແນກ
ກວດກາລັດແຂວງ,ນະຄອນບໍ່ເປັນເອກະພາບກັບເຈົ້າແຂວງ,
ເຈົ້າຄອງນະຄອນກ່ຽວກັບວຽກງານກວດກາລັດແມ່ນສະເໜີ
ໃຫ້ພະຈາລະນາຄືນໃໝ່;ໃນກໍລະນີທີ່ບໍ່ພິຈາລະນາຄືນຫຼືໄດ້ພິ
ຈາລະນາແລ້ວແຕ່ເຫັນວ່າຍັງບໍ່ເໝາະສົມກໍ່ມີສິດລາຍງານ
ຕໍ່ນາຍົກລັດຖະມົນຕີເພື່ອພິຈາລະນາຕົກລົງ.
	11. ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງປະທານ,
ຫົວໜ້າຫ້ອງການແລະຫົວໜ້າກົມຂອງອົງການກວດກາລັດຖະ
ບານເພື່ອໃຫ້ນາຍົກລັດຖະມົນຕີພິຈາລະນາ.
	12. ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງຫົວໜ້າຫ້ອງ
ການ,ຮອງຫົວໜ້າກົມ,ຫົວໜ້າແລະຮອງຫົວໜ້າພະແນກຂອງ
ອົງການກວດກາລັດຖະບານ.
	13. ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າແລະຮອງ
ຫົວໜ້າພະແນກກວດກາລັດແຂວງ,ນະຄອນ,ຫົວໜ້າຫ້ອງການ
ກວດກາລັດເມືອງ,ເທດສະບານຕາມການສະເໜີຂອງອົງການ
ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
	14. ພົວພັນຮ່ວມມືກັບຕ່າງປະເທດຕາມພາລະບົດບາດ
ຂອງຕົນແລະຕາມການມອບໝາຍຂອງລັດຖະບານ.
	15. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງ
ນາຍົກລັດຖະມົນຕີແລະຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
.....ມາດຕາ 32 ຮອງປະທານອົງການກວດສອບລັດຖະບານ

ມາດຕາ 32 ຮອງປະທານອົງການກວດສອບລັດຖະບານ
	ຮອງປະທານອົງການກວດກາລັດຖະບານຖືກແຕ່ງຕັ້ງ,ຍົກ
ຍ້າຍຫຼືປົດຕໍາແໜ່ງໂດຍນາຍົກລັດຖະມົນຕີຕາມການສະເໜີຂອງ
ປະທານອົງການກວດກາລັດຖະບານ.
	ຮອງປະທານອົງການກວດກາລັດຖະບານມີສິດແລະໜ້າທີ່
ຊ່ວຍວຽກປະທານອົງການກວດກາລັດຖະບານແລະຮັບຜິດຊອບ
ວຽກງານໃດໜຶ່ງຕາມການມອບໝາຍຂອງປະທານ.ໃນກໍລະນີທີ່
ປະທານບໍ່ຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້ນັ້ນແມ່ນຮອງປະທານຜູ້
ທີ່ໄດ້ຮັບມອບໝາຍຈາກປະທານເປັນຜູ້ວ່າການແທນ.
....ຂ.ພະແນກກວດກາລັດແຂວງ,ນະຄອນ


.....ມາດຕາ 33 ທີ່ຕັ້ງແລະພາລະບົດບາດ

ມາດຕາ 33 ທີ່ຕັ້ງແລະພາລະບົດບາດ
	ພະແນກກວດກາລັດແຂວງ,ນະຄອນແມ່ນການຈັດຕັ້ງໃນ
ໂຄງປະກອບກົງຈັກຂອງອົງການປົກຄອງແຂວງ,ນະຄອນ.ມີພາ
ລະບົດບາດເປັນເສນາທິການໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນ
ກ່ຽວກັບການກວດກາລັດ,ການສະກັດກັ້ນແລະຕ້ານການສໍ້ລາດ
ບັງຫຼວງ,ການຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງ
ໃນຂອບເຂດສິດ,ໜ້າທີ່ຂອງອົງການປົກຄອງແຂວງ,ນະຄອນ
ແລະຊີ້ນໍາຫ້ອງການກວດກາລັດເມືອງ,ເທດສະບານແລະຂະ
ແໜງກວດກາລັດຂອງພະແນກການອ້ອມຂ້າງແຂວງ,ນະຄອນ
ກ່ຽວກັບວຽກງານດັ່ງກ່າວ.
	ພະແນກກວດກາລັດແຂວງ,ນະຄອນເຄື່ອນໄຫວວຽກ
ງານພາຍໃຕ້ການຊີ້ນໍາດ້ານວິຊາສະເພາະຂອງອົງການກວດ
ກາລັດຖະບານ.
.....ມາດຕາ 34 ສິດແລະໜ້າທີ່

ມາດຕາ 34 ສິດແລະໜ້າທີ່
	ພະແນກກວດກາລັດແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້:
	1. ຄົ້ນຄວ້າຫັນນະໂຍບາຍ,ແຜນການ,ມະຕິ,ຄໍາສັ່ງ
ຂອງອົງການກວດກາລັດຖະບານ,ອົງການປົກຄອງແຂວງ,
ນະຄອນມາເປັນແຜນການ,ແຜນງານແລະໂຄງການລະອຽດ
ຂອງຕົນແລ້ວຈັດຕັ້ງປະຕິບັດ.
	2. ໂຄສະນາເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍກ່ຽວ
ກັບວຽກງານກວດກາ.
	3. ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດວຽກງານກວດກາ
ລັດຂອງຂັ້ນລຸ່ມ.
	4. ບໍາລຸງ,ຍົກລະດັບວຽກງານກວດກາໃຫ້ຖັນແຖວພະນັກ
ງານ,ລັດຖະກອນທີ່ເຮັດວຽກງານກວດກາລັດ.
	5. ກວດກາການປະຕິບັດນະໂຍບາຍ,ລະບຽບກົດໝາຍ,
ແຜນການ,ສິດໜ້າທີ່,ຄວາມຮັບຜິດຊອບຂອງພະແນກການ
ອ້ອມແຂວງ,ນະຄອນ,ເມືອງ,ເທດສະບານແລະພະນັກງານ
ບໍລິຫານຂັ້ນແຂວງຄຸ້ມຄອງ.
	6. ກວດກາວຽກງານທີ່ພົນພັນເຖິງຄວາມຮັບຜິດຊອບຄຸ້ມ
ຄອງຂອງຫຼາຍພະແນກການ,ຫຼາຍເມືອງ,ເທດສະບານທີ່ຂຶ້ນກັບ
ອົງການປົກຄອງແຂວງ,ນະຄອນ.
	7. ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງກ່ຽວ
ກັບການກະທໍາຫຼືການຕົກລົງບັນຫາໃດໜຶ່ງທີ່ລະເມີດລະບຽບ
ກົດໝາຍຂອງການຈັດຕັ້ງຫຼືພະນັກງານບໍລິຫານຂັ້ນແຂວງຄຸ້ມ
ຄອງ;ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງທີ່ພະ
ແນກການອ້ອມຂ້າງແຂວງ,ນະຄອນ,ເມືອງ,ເທດສະບານໄດ
້ແກ້ໄຂແລ້ວແຕ່ພົນລະເມືອງຜູ້ນັ້ນເຫັນວ່າຍັງບໍ່ເໝາະສົມ.
	8. ປະຕິບັດສິດໜ້າທີ່ສະກັດກັ້ນແລະຕ້ານການສໍ້ລາດບັງ
ຫຼວງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	9. ພົວພັນແລະປະສານສົມທົບກັບບັນດາອົງການຈັດຕັ້ງ
ຂອງລັດຂັ້ນແຂວງແລະຂັ້ນເມືອງລວມທັງອົງການທີ່ຮັບຜິດ
ຊອບກ່ຽວກັບການກວດສອບແຫ່ງລັດແລະກວດສອບເອກະ
ລາດກ່ຽວກັບການດໍາເນີນການກວດກາ,ການແກ້ໄຂແລະ
ການປະຕິບັດຜົນຂອງການກວດກາຕາມພາລະບົດບາດຂອງ
ຕົນ.
	10. ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການ
ກວດກາລັດໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງເພື່ອພິຈາລະນາຕົກ
ລົງແລະລາຍງານໃຫ້ຂັ້ນເທິງຖັດຕົນ.
	11. ຮ່ວມມືກັບສາກົນກ່ຽວກັບວຽກງານກວດກາລັດຕາມ
ການຕົກລົງຂອງຂັ້ນເທິງ.
	12. ສະຫຼຸບສັງລວມ,ລາຍງານການເຄື່ອນໄຫວວຽກງານ
ກວດກາລັດແລະຜົນຂອງການກວດກາໃນຂອບເຂດການຄຸ້ມ
ຄອງຂອງແຂວງ,ນະຄອນໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນ,
ປະທານອົງການກວດກາລັດຖະບານແລະຄະນະສະມາຊິກສະ
ພາແຫ່ງຊາດປະຈໍາເຂດເລືອກຕັ້ງຢ່າງເປັນປົກກະຕິ.
	13. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງ
ເຈົ້າແຂວງ,ເຈົ້າຄອງນະຄອນ,ປະທານອົງການກວດກາລັດຖະ
ບານແລະຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
.....ມາດຕາ 35 ໂຄງປະກອບ

ມາດຕາ 35 ໂຄງປະກອບ
	ໂຄງປະກອບບຸກຄະລາກອນຂອງພະແນກກວດກາລັດ
ແຂວງ,ນະຄອນມີດັ່ງນີ້:
	-ຫົວໜ້າ.
	-ຮອງຫົວໜ້າຈໍານວນໜຶ່ງ.
	-ພະນັກງານວິຊາການ.
	
	ສໍາລັບໂຄງປະກອບການຈັດຕັ້ງຂອງພະແນກກວດກາລັດ
ແຂວງ,ນະຄອນກໍານົດໄວ້ໃນລະບຽບການສະເພາະ.
.....ມາດຕາ 36​ ຫົວໜ້າພະແນກກວດກາລັດແຂວງ,ນະຄອນ

ມາດຕາ 36​ ຫົວໜ້າພະແນກກວດກາລັດແຂວງ,ນະຄອນ
	ຫົວໜ້າພະແນກກວດກາລັດແຂວງ,ນະຄອນຖືກແຕ່ງ
ຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍປະທານອົງການກວດກາລັດ
ຖະບານຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນ.
	ຫົວໜ້າພະແນກກວດກາລັດແຂວງ,ນະຄອນມີສິດແລະ
ໜ້າທີ່ດັ່ງນີ້:
	1. ຜົນຂະຫຍາຍມະຕິກອງປະຊຸມວຽກງານກວດກາທົ່ວ
ປະເທດ,ມະຕິກອງປະຊຸມຂອງອົງການປົກຄອງແຂວງ,ນະຄອນ
ມາເປັນແຜນການ,ໂຄງການຂອງຕົນແລະຈັດຕັ້ງປະຕິບັດ.
	2. ຊີ້ນໍາ,ນໍາພາແລະກວດກາການຈັດຕັ້ງປະຕິບັດວຽກ
ງານກວດກາລັດໃນຂອບເຂດແຂວງ,ນະຄອນແລະເມືອງ,ເທດ
ສະບານ.
	3. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການ
ກ່ຽວກັບວຽກງານກວດກາລັດເພື່ອເພີ່ມປະສິດທິພາບໃນການ
ຈັດຕັ້ງແລະເຄື່ອນໄຫວການກວດກາລັດແຕ່ແຂວງ,ນະຄອນ
ລົງຮອບເມືອງ,ເທດສະບານ.
	4. ງົດການປະຕິບັດ,ລົບລ້າງຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,
ຄໍາແນະນໍາ,ແຈ້ງການຫຼືນິຕິກໍາອື່ນຂອງອົງການກວດກາລັດ
ຂັ້ນລຸ່ມທີ່ຂັດກັບລະບຽບກົດໝາຍຫຼືຂັດກັບນິຕິກໍາຂອງອົງການ
ກວດກາຂັ້ນເທິງ.
	5. ປະສານສົມທົບກັບອົງການໄອຍະການປະຊາຊົນ
ແຂວງ,ນະຄອນເພື່ອສະເໜີຕໍ່ຫົວໜ້າພະແນກການອ້ອມຂ້າງ
ແຂວງ,ນະຄອນ,ເຈົ້າເມືອງ,ຫົວໜ້າເທດສະບານງົດການຈັດ
ຕັ້ງປະຕິບັດ,ລົບລ້າງຫຼືຍົກເລີກນິຕິກໍາຂອງຫົວໜ້າອົງການ
ດັ່ງກ່າວທີ່ຂັດກັບລະບຽບກົດໝາຍ;ໃນກໍລະນີທີ່ບໍ່ປະຕິບັດ
ຕາມການສະເໜີນັ້ນແມ່ນມີສິດສະເໜີຕໍ່ເຈົ້າແຂວງ,ເຈົ້າ
ຄອງນະຄອນເພື່ອພິຈາລະນາແລະລາຍງານໃຫ້ປະທານອົງ
ການກວດກາລັດຖະບານ.
	6. ຕົກລົງດໍາເນີນການກວດກາລັດຕາມພາລະບົດບາດ,
ສິດແລະໜ້າທີ່ຂອງຕົນໃນກໍລະນີທີ່ມີຄວາມສໍາຄັນຕ້ອງສະເໜີ
ເຈົ້າແຂວງ,ເຈົ້າຄອງນະຄອນເພື່ອພິຈາລະນາ.
	7. ສະເໜີໃຫ້ຫົວໜ້າພະແນກການອ້ອມຂ້າງແຂວງ,ນະ
ຄອນ,ເຈົ້າເມືອງ,ຫົວໜ້າເທດສະບານດໍາເນີນການກວດກາໃນ
ຂອບເຂດການຄຸ້ມຄອງຂອງຕົນ.
	8. ສະເໜີໃຫ້ເຈົ້າແຂວງ,ເຈົ້າຄອງນະຄອງພະຈາລະນາ
ຕົກລົງແກ້ໄຂຜົນຂອງການກວດກາໃນຂອບເຂດການຄຸ້ມຄອງ
ຂອງຕົນ;ໃນກໍລະນີທີ່ບໍ່ພິຈາລະນາຫຼືໄດ້ພິຈາລະນາແລ້ວແຕ່ເຫັນ
ວ່າຍັງບໍ່ເໝາະສົມກໍ່ມີສິດລາຍງານຕໍ່ປະທານອົງການກວດກາ
ລັດຖະບານເເພື່ອພິຈາລະນາ.
	9. ພິຈາລະນາບັນຫາທີ່ຫົວໜ້າຂະແໜງກວດກາລັດ
ຂອງພະແນກການບໍ່ເປັນເອກະພາບກັບຫົວໜ້າພະແນກແລະ
ຫົວໜ້າຫ້ອງການກວດກາລັດເມືອງ,ເທດສະບານບໍ່ເປັນເອ
ກະພາບກັບເຈົ້າເມືອງ,ຫົວໜ້າເທດສະບານກ່ຽວກັບວຽກ
ງານກວດກາລັດແມ່ນສະເໜີໃຫ້ພິຈາລະນາຄືນໃໝ່;ໃນກໍລະ
ນີທີ່ບໍ່ພິຈາລະນາຄືນຫຼືໄດ້ພິຈາລະນາແລ້ວແຕ່ເຫັນວ່າຍັງບໍ່
ທັນເໝາະສົມແມ່ນມີສິດລາຍງານຕໍ່ເຈົ້າແຂວງ,ເຈົ້າຄອງ
ນະຄອນເພື່ອພິຈາລະນາຕົກລົງ.
	10. ພົວພັນຮ່ວມມືກັບຕ່າງປະເທດຕາມການຕົກລົງຂອງ
ຂັ້ນເທິງ.
	11. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງ
ເຈົ້າແຂວງ,ເຈົ້າຄອງນະຄອນແລະຕາມທີ່ໄດ້ກໍານົດໄວ້ໃນລະ
ບຽບກົດໝາຍ.
	
.....ມາດຕາ 37 ຮອງຫົວໜ້າພະແນກກວດກາລັດ ແຂວງ, ນະຄອນ

ມາດຕາ 37 ຮອງຫົວໜ້າພະແນກກວດກາລັດ ແຂວງ, ນະຄອນ
	ຮອງຫົວໜ້າພະແນກກວດກາລັດແຂວງ,ນະຄອນຖືກ
ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍປະມານອົງການກວດກາ
ລັດຖະບານຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນ.
	ຮອງຫົວໜ້າພະແນກກວດກາລັດແຂວງ,ນະຄອນມີສິດ
ແລະໜ້າທີ່ຊ່ວຍວຽກຫົວໜ້າພະແນກກວດກາລັດແຂວງ,ນະ
ຄອນແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍ
ຂອງຫົວໜ້າ.ໃນກໍລະນີທີ່ຫົວໜ້າບໍ່ຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່
ໄດ້ນັ້ນແມ່ນຮອງຫົວໜ້າຜູ້ທີ່ໄດ້ຮັບມອບໝາຍຈາກຫົວໜ້າເປັນ
ຜູ້ວ່າການແທນ.
....ຄ.ຫ້ອງການກວດກາລັດເມືອງ,ເທດສະບານ


.....ມາດຕາ 38 ທີ່ຕັ້ງແລະພາລະບົດບາດ

ມາດຕາ 38 ທີ່ຕັ້ງແລະພາລະບົດບາດ
	ຫ້ອງການກວດກາລັດເມືອງ,ເທດສະບານແມ່ນການຈັດ
ຕັ້ງໃນໂຄງປະກອບກົງຈັກຂອງອົງການປົກຄອງເມືອງ,ເທດສະ
ບານ,ມີພາລະບົດບາດເປັນເສນາທິການໃຫ້ເຈົ້າເມືອງ,ຫົວໜ້າ
ເທດສະບານກ່ຽວກັບການກວດກາລັດ,ການຄົ້ນຄວ້າ,ພິຈາລະ
ນາຄໍາສະເໜີຂອງພົນລະເມືອງໃນຂອບເຂດສິດ,ໜ້າທີ່ຂອງອົງ
ການປົກຄອງເມືອງ,ເທດສະບານ.
	ຫ້ອງການກວດກາລັດເມືອງ,ເທດສະບານເຄື່ອນໄຫວ
ວຽກງານພາຍໃຕ້ການຊີ້ນໍາດ້ານວິຊາສະເພາະຂອງພະແນກ
ກວດກາລັດແຂວງ,ນະຄອນ.
.....ມາດຕາ 39 ສິດແລະ ໜ້າທີ່

ມາດຕາ 39 ສິດແລະ ໜ້າທີ່
	ຫ້ອງການກວດກາລັດເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້:
	1. ຈັດຕັ້ງປະຕິບັດນະໂຍບາຍ,ລະບຽບກົດໝາຍ,ແຜນ
ການ,ມະຕິ,ຄໍາສັ່ງຂອງອົງການກວດກາລັດຂັ້ນເທິງກ່ຽວກັບ
ວຽກງານກວດກາ.
	2. ໂຄສະນາເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍກ່ຽວ
ກັບວຽກງານກວດກາ.
	3. ກວດກາການປະຕິບັດນະໂຍບາຍ,ລະບຽບກົດໝາຍ,
ແຜນການ,ສິດໜ້າທີ່,ຄວາມຮັບຜິດຊອບຂອງຫ້ອງການອ້ອມ
ຂ້າງເມືອງ,ເທດສະບານ,ບ້ານແລະພະນັກງານບໍລິຫານຂັ້ນ
ເມືອງຄຸ້ມຄອງ.
	4. ກວດກາວຽກງານທີ່ພົວພັນເຖິງຄວາມຮັບຜິດຊອບຄຸ້ມ
ຄອງຂອງຫຼາຍຫ້ອງການ,ຫຼາຍບ້ານທີ່ຂຶ້ນກັບການຄຸ້ມຄອງຂອງ
ອົງການປົກຄອງເມືອງ,ເທດສະບານ.
	5. ຄົ້ນຄ້ວາມ,ພິຈາລະນາຄໍາສະເໜີຂອງພົນລະເມືອງ
ກ່ຽວກັບການກະທໍາຫຼືການຕົກລົງບັນຫາໃດໜຶ່ງທີ່ລະເມີດລະ
ບຽບກົດໝາຍຂອງການຈັດຕັ້ງຫຼືພະນັກງານບໍລິຫານຂັ້ນເມືອງ
ຄຸ້ມຄອງ;ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງທີ່
ຫ້ອງການອ້ອມຂ້າງເມືອງ,ເທດສະບານຫຼືບ້ານໄດ້ແກ້ໄຂແລ້ວ
ແຕ່ພົນລະເມືອງຜູ້ນັ້ນເຫັນວ່າຍັງບໍ່ເໝາະສົມ.
	6. ພົວພັນແລະປະສານສົມທົບກັບບັນດາອົງການຈັດຕັ້ງ
ຂອງລັດຂັ້ນເມືອງແລະບ້ານກ່ຽວກັບການດໍາເນີນການກວດ
ກາ,ການແກ້ໄຂແລະການປະຕິບັດຜົນຂອງການກວດກາຕາມ
ພາລະບົດບາດຂອງຕົນ.
	7. ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການ
ກວດກາລັດໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງເພື່ອພິຈາລະນາຕົກ
ລົງແລະລາຍງານໃຫ້ຂັ້ນເທິງຖັດຕົນ.
	8. ສະຫຼຸບສັງລວມ,ລາຍງານການເຄື່ອນໄຫວວຽກງານ
ກວດກາລັດແລະຜົນຂອງການກວດກາໃນຂອບເຂດການຄຸ້ມຄອງ
ຂອງເມືອງ,ເທດສະບານໃຫ້ຫົວໜ້າພະແນກວດກາລັດຂັ້ນແຂວງ
ແລະເຈົ້າເມືອງ,ຫົວໜ້າເທດສະບານຢ່າງເປັນປົກກະຕິ.
	9. ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍ
ຂອງເຈົ້າເມືອງ,ຫົວໜ້າເທດສະບານ,ຫົວໜ້າພະແນກກວດກາ
ລັດແຂວງ,ນະຄອນແລະຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ
ໝາຍ.
.....ມາດຕາ 40 ໂຄງປະກອບ

ມາດຕາ 40 ໂຄງປະກອບ
	ໂຄງປະກອບບຸກຄະລາກອນຂອງຫ້ອງການກວດກາລັດ
ເມືອງ,ເທດສະບານມີດັ່ງນີ້:
	-ຫົວໜ້າ.
	-ຮອງຫົວໜ້າຈໍານວນໜຶ່ງ.
	-ພະນັກງານວິຊາການ.
	
	ສໍາລັບໂຄງປະກອບການຈັດຕັ້ງຂອງຫ້ອງການກວດກາ
ລັດເມືອງ,ເທດສະບານກໍານົດໄວ້ໃນລະບຽບການສະເພາະ.
.....ມາດຕາ 41 ຫົວໜ້າອົງການກວດກາລັດເມືອງ, ເທດສະບານ

ມາດຕາ 41 ຫົວໜ້າອົງການກວດກາລັດເມືອງ, ເທດສະບານ
	ຫົວໜ້າຫ້ອງການກວດກາລັດເມືອງ,ເທດສະບານຖືກ
ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍປະທານອົງການກວດກາ
ລັດຖະບານຕາມການສະເໜີຂອງເຈົ້າເມືອງ,ຫົວໜ້າເທດສະ
ບານ.
	ຫົວໜ້າຫ້ອງການກວດກາລັດເມືອງ,ເທດສະບານມີສິດ
ແລະໜ້າທີ່ດັ່ງນີ້:
	1. ຈັດຕັ້ງປະຕິບັດລະບຽບກົດໝາຍ,ແຜນການ,ໂຄງ
ການກ່ຽວກັບວຽກງານກວດກາ.
	2. ຊີ້ນໍາ,ກວດກາກາຈັດຕັ້ງປະຕິບັດວຽກງານກວດກາ
ລັດຂັ້ນຂອງຕົນ.
	3. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວ
ກັບວຽກງານກວດກາລັດເພື່ອເພີ່ມປະສິດທິພາບໃນການຈັດຕັ້ງ
ແລະເຄື່ອນໄຫວການກວດກາລັດເພື່ອເພີ່ມປະສິດທິພາບໃນການ
ຈັດຕັ້ງແລະເຄື່ອນໄຫວການກວດກາລັດແຕ່ເມືອງ,ເທດສະບານ
ລົງຮອດບ້ານ.
	4. ປະສານສົມທົບກັບອົງການໄອຍະການປະຊາຊົນ
ເມືອງ,ເທດສະບານເພື່ອສະເໜີຕໍ່ຫົວໜ້າຫ້ອງການອ້ອມຂ້າງ
ເມືອງ,ເທດສະບານແລະບ້ານງົດການຈັດຕັ້ງປະຕິບັດ,ລົບລ້າງ
ຫຼືຍົກເລີກນິຕິກໍາຂອງຫົວໜ້າຂອງການແລະບ້ານດັ່ງກ່າວທີ່ຂັດ
ກັບລະບຽບກົດໝາຍ;ໃນກໍລະນີທີ່ບໍ່ປະຕິບັດຕາມການສະເໜີນັ້ນ
ແມ່ນມີສິດສະເໜີຕໍ່ເຈົ້າເມືອງ,ຫົວໜ້າເທດສະບານເພື່ອພິຈາ
ລະນາຕົກລົງແລະລາຍງານໃຫ້ຫົວໜ້າພະແນກກວດກາລັດຂັ້ນ
ແຂວງ.
	5. ຕົກລົງດໍາເນີນການກວດກາລັດຕາມພາລະບົດບາດ,
ສິດແລະໜ້າທີ່ຂອງຕົນ,ໃນກໍລະນີທີ່ມີຄວາມສໍາຄັນຕ້ອງສະເໜ
ີເຈົ້າເມືອງ,ຫົວໜ້າເທດສະບານເພື່ອພິຈາລະນາ.
	6. ສະເໜີໃຫ້ເຈົ້າເມືອງ,ຫົວໜ້າເທດສະບານພິຈາລະ
ນາຕົກລົງແກ້ໄຂຜົນຂອງການກວດກາໃນຂອບເຂດການຄຸ້ມ
ຄອງຂອງຕົນ;ໃນກໍລະນີທີບໍ່ພິຈາລະນາຫຼືໄດ້ພິຈາລະນາແລ້ວ
ແຕ່ເຫັນວ່າຍັງບໍ່ເໝາະສົມກໍ່ມີສິດລາຍງານຕໍ່ຫົວໜ້າພະແກນ
ກວດກາລັດຂັ້ນແຂວງ.
	7. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງ
ເຈົ້າເມືອງ,ຫົວໜ້າເທດສະບານ,ຫົວໜ້າພະແນກກວດກາລັດ
ແຂວງ,ນະຄອນແລະຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
.....ມາດຕາ 42 ຮອງຫົວໜ້າຫ້ອງການກວດກາລັດເມືອງ,ເທດສະບານ

ມາດຕາ 42 ຮອງຫົວໜ້າຫ້ອງການກວດກາລັດເມືອງ,ເທດ
ສະບານ
	ຮອງຫົວໜ້າຫ້ອງການກວດກາເມືອງ,ເທດສະບານຖືກ
ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະ
ຄອນຕາມການສະເໜີຂອງເຈົ້າເມືອງ,ຫົວໜ້າເທດສະບານ.
	ຮອງຫົວໜ້າຫ້ອງການກວດກາລັດເມືອງ,ເທດສະບານມີ
ສິດແລະໜ້າທີ່ຊ່ວຍວຽກຫົວໜ້າຫ້ອງການກວດກາລັດເມືອງ,ເທດ
ສະບານແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍ
ຂອງຫົວໜ້າ,ໃນກໍລະນີທີ່ຫົວໜ້າບໍ່ຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້
ນັ້ນແມ່ນຮອງຫົວໜ້າຜູ້ທີ່ໄດ້ຮັບມອບໝາຍຈາກຫົວໜ້າເປັນຜູ້ວ່າ
ການແທນ.

...ໝວດທີສາມອົງການກວດກາລັດກະຊວງ,ອົງການທຽບເທົ່າກະຊວງ


....ກ.ອົງການກວດກາລັດກະຊວງ,ອົງການທຽບເທົ່າກະຊວງ


.....ມາດຕາ 43 ທີ່ຕັ້ງແລະພາລະບົດບາດ

ມາດຕາ 43 ທີ່ຕັ້ງແລະພາລະບົດບາດ
	ກົມກວດກາລັດກະຊວງ,ອົງການທຽບເທົ່າກະຊວງແມ່ນ
ການຈັດຕັ້ງວິຊາສະເພາະກ່ຽວກັບວຽກງານກວດກາຊຶ່ງຂຶ້ນກັບ
ການຄຸ້ມຄອງແລະຊີ້ນໍາຂອງລັດຖະມົນຕີ,ຫົວໜ້າອົງການທຽບ
ເທົ່າກະຊວງ,ມີພາລະບົດບາດໃນການກວດກາຂະແໜງການ
ແລະການບໍລິການກ່ຽວກັບການປະຕິບັດນະໂຍບາຍ,ລະບຽບກົດ
ໝາຍ,ແຜນການ,ວິຊາສະເພາະ,ເຕັກນິກຂອງການຈັດຕັ້ງແລະ
ພະນັກງານ,ລັດຖະກອນທີ່ຂຶ້ນກັບການຄຸ້ມຄອງອົງການດັ່ງກ່າວ.
	ກົມກວດກາລັດກະຊວງ,ອົງການທຽບເທົ່າກະຊວງເຄື່ອນ
ໄຫວວຽກງານພາຍໃຕ້ການຊີ້ນໍາດ້ານວິຊາສະເພາະຂອງອົງ
ການກວດກາລັດຖະບານ.
.....ມາດຕາ 44 ສິດແລະໜ້າທີ່

ມາດຕາ 44 ສິດແລະໜ້າທີ່
	ກົມກວດກາລັດກະຊວງ,ອົງການທຽບເທົ່າກະຊວງມີ
ສິດແລະໜ້າທີ່ດັ່ງນີ້:
	1. ຄົ້ນຄວ້າຫັນເອົາມະຕິກອງປະຊຸມວຽກງານກວດ
ກາລັດທົ່ວປະເທດ,ນະໂຍບາຍ,ແຜນການຂອງກະຊວງ.ອົງ
ການທຽບເທົ່າກະຊວງມາເປັນແຜນການ,ແຜນງານແລະ
ໂຄງການລະອຽດຂອງຕົນສະເໜີລັດຖະມົນຕີ,ຫົວໜ້າອົງ
ການທຽບເທົ່າກະຊວງພິຈາລະນາຕົກລົງແລະຈັດຕັ້ງປະຕິ
ບັດ.
	2. ສະເໜີລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະ
ຊວງອອກລະບຽບການ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການກ່ຽວ
ກັບວຽກງານກວດກາລັດຕາມຂະແໜງການແລະຂະແໜງ
ກວດກາຂັ້ນລຸ້ມຂອງຕົນ.
	3. ກວດກາການປະຕິບັດນະໂຍບາຍ,ລະບຽບກົດໝາຍ,
ແຜນການ,ສິດໜ້າທີ່,ຄວາມຮັບຜິດຊອບຂອງການຈັດຕັ້ງ.ພະ
ນັກງານ,ລັດຖະກອນທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ,ອົງ
ການທຽບເທົ່າກະຊວງ.
	4. ກວດກາວຽກງານທີ່ພົວພັນເຖິງຄວາມຮັບຜິດຊອບ
ຂອງຫຼາຍກົມ,ຫຼາຍຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງ
ຂອງກະຊວງ,ອົງການທຽບເທົ່າກະຊວງແລະວຽກງານຂອງ
ຂະແໜງກວດກາລັດຂອງຫຼາຍພະແນກການອ້ອມຂ້າງແຂວງ,
ນະຄອນ.
	5. ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງ
ກ່ຽວກັບການກະທໍາຫຼືການຕົກລົງບັາຫາໃດໜຶ່ງຂອງການຈັດ
ຕັ້ງແລະພະນັກງານ,ລັດຖະກອນທີ່ຂຶ້ນກັບກະຊວງ,ອົງການ
ທຽບເທົ່າກະຊວງທີ່ເຫັນວ່າລະເມີດລະບຽບກົດໝາຍ;ຄົ້ນຄວ້າ,
ພິຈາລະນາຄໍາສະເໜີຂອງພົນລະເມືອງທີ່ພະແນກການສາຍ
ຕັ້ງຂັ້ນລຸ່ມຂອງອົງການດັ່ງກ່າວໄດ້ແກ້ໄຂແລ້ວແຕ່ພົນລະ
ເມືອງຜູ້ນັ້ນເຫັນວ່າຍັງບໍ່ເໝາະສົມ.
	6. ສະຫຼຸບສັງລວມ,ລາຍງານການເຄື່ອນໄຫວວຽກ
ງານກວດກາແລະຜົນຂອງການກວດກາ,ການຄົ້ນຄ້ວາ,ພິ
ຈາລະນາຄໍາສະເໜີຂອງພົນລະເມືອງໃນຂອບເຂດການຄຸ້ມ
ຄອງຂອງກະຊວງ,ອົງການທຽບເທົ່າກະຊວງໃຫ້ລັດຖະມົນ
ຕີ,ຫົວໜ້າອົງການທຽບເທົ່າກະຊວງແລະປະທານອົງການ
ກວດກາລັດຖະບານ.
	7. ປະສານສົມທົບກັບບັນດາກົມອື່ນພາຍໃນກະຊວງ,ອົງ
ການທຽບເທົ່າກະຊວງໃນການກໍານົດແຜນການດໍາເນີນການ
ກວດກາ,ການແກ້ໄຂແລະການປະຕິບັດຜົນຂອງການກວດກາ
ຕາມພາລະບົດບາດຂອງຕົນ.
	8. ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການ
ກວດກາລັດໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງເພື່ອພິຈາລະນາຕົກ
ລົງແລະລາຍງານໃຫ້ຂັ້ນເທິງຂອງຕົນ.
	9. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງ
ລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງແລະຕາມທີ່ໄດ້
ກໍານົດໄວ້ໃນລະບຽບກົດໝາຍ.
.....ມາດຕາ 45 ຮອງຫົວໜ້າຫ້ອງການກວດກາລັດເມືອງ,ເທດສະບານ

ມາດຕາ 45 ໂຄງປະກອບ
	ໂຄງປະກອບບຸກຄະລາກອນຂອງກົມກວດກາລັດກະຊວງ,
ອົງການທຽບເທົ່າກະຊວງມີດັ່ງນີ້:
	-ຫົວໜ້າ.
	-ຮອງຫົວໜ້າຈໍານວນໜຶ່ງ.
	-ພະນັກງານວິຊາການ.
	
	ໂຄງປະກອບກົມກວດກາລັດກະຊວງ,ອົງການທຽບເທົ່າ
ກະຊວງກໍານົດໄວ້ໃນລະບຽບການສະເພາະ.
	

.....ມາດຕາ 46 ຫົວໜ້າກົມກວດກາລັດກະຊວງ,ອົງການທຽບເທົ່າກະຊວງ

ມາດຕາ 46 ຫົວໜ້າກົມກວດກາລັດກະຊວງ,ອົງການທຽບເທົ່າ
ກະຊວງ
	ຫົວໜ້າກົມກວດກາລັດກະຊວງ,ອົງການທຽບເທົ່າກະ
ຊວງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍນາຍົກລັດຖະມົນ
ຕີຕາມການສະເໜີຂອງລັດຖະມົນຕີ,ຫົວໜ້າອົງການທຽບເທົ່າ
ກະຊວງພາຍຫຼັງທີ່ມີການປະສານສົມທົບກັບປະທານອົງການ
ກວດກາລັດຖະບານ.
	1. ຜັນຂະຫຍາຍມະຕິກອງປະຊຸມວຽກງານກວດກາທົ່ວ
ປະເທດ,ມະຕິກອງປະຊຸມຂອງກະຊວງ,ອົງການທຽບເທົ່າກະ
ຊວງມາເປັນແຜນການ,ໂຄງການຂອງຕົນແລະຈັດຕັ້ງປະຕິບັດ.
	2. ຊີ້ນໍາວຽກງານກວດກາລັດໃນຂອບເຂດການຄຸ້ມ
ຄອງຂອງກະຊວງ,ອົງການທຽບເທົ່າກະຊວງແລະກວດກາ
ການປະຕິບັດວຽກງານຂອງຂະແໜງການຕົນ.
	3. ອອກຄໍາແນະນໍາແລະແຈ້ງການກ່ຽວກັບວຽກງານ
ກວດກາລັດໃຫ້ຂະແໜງການຂອງຕົນ.
	4. ດໍາເນີນການກວດກາຕາມພາລະບົດບາດ,ສິດແລະໜ້າ
ທີ່ຂອງຕົນ,ໃນກໍລະນີທີ່ມີຄວາມສໍາຄັນຕ້ອງສະເໜີລັດຖະມົນຕີ,ຫົວ
ໜ້າອົງການທຽບເທົ່າກະຊວງເພື່ອພິຈາລະນາຕົກລົງ.
	5. ສະເໜີຕໍ່ຫົວໜ້າກົມອື່ນພາຍໃນກະຊວງ,ອົງການທຽບ
ເທົ່າກະຊວງຫຼືພະແນກການສາຍຕັ້ງຂັ້ນລຸ່ມຂອງອົງການດັ່ງກ່າວ
ງົດການປະຕິບັດ,ລົບລ້າງຫຼືຍົກເລີກນິຕິກໍາຂອງຕົນທີ່ຂັດກັບລະ
ບຽບກົດໝາຍ;ໃນກໍລະນີທີ່ບໍ່ປະຕິບັດຕາມການສະເໜີນັ້ນກໍ່ມີສິດ
ສະເໜີລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງພິຈາລະນາ.
	6. ສະເໜີສ້າງຫຼືປັບປຸງກົດໝາຍ,ດໍາລັດ,ລະບຽບການ
ກ່ຽວກັບວຽກງານກວດກາລັດຕໍ່ລັດຖະມົນຕີ,ຫົວໜ້າອົງການ
ທຽບເທົ່າກະຊວງ.
	7. ແນະນໍາໃຫ້ຫົວໜ້າຂະແໜງກວດກາລັດຂັ້ນລຸ່ມດໍາ
ເນີນການກວດກາລັດໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
	8. ສະເໜີໃຫ້ລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະ
ຊວງພິຈາລະນາຕົກລົງແກ້ໄຂຜົນຂອງການກວດກາ,ໃນກໍລະນີ
ທີ່ຄໍາສະເໜີດັ່ງກ່າວບໍ່ໄດ້ຮັບການພິຈາລະນາຫຼືໄດ້ພິຈາລະນາ
ແລ້ວແຕ່ເຫັນວ່າຍັງບໍ່ເໝາະສົມແມ່ນມີສິດລາຍງານຕໍ່ປະທານ
ອົງການກວດກາລັດຖະບານ.
	9. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງລັດ
ຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງແລະຕາມທີ່ໄດ້ກໍານົດ
ໄວ້ໃນລະບຽບກົດໝາຍ.
.....ມາດຕາ 47 ຮອງຫົວໜ້າກົມກວດກາລັດກະຊວງ,ອົງການທຽບເທົ່າກະຊວງ

ມາດຕາ 47 ຮອງຫົວໜ້າກົມກວດກາລັດກະຊວງ,ອົງການທຽບ
ເທົ່າກະຊວງ
	ຮອງຫົວໜ້າກົມກວດກາລັດກະຊວງ,ອົງການທຽບເທົ່າ
ກະຊວງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍລັດຖະມົນຕີ,
ຫົວໜ້າອົງການທຽບເທົ່າກະຊວງຕາມການສະເໜີຂອງຫົວໜ້າ
ກົມຈັດຕັ້ງຂອງກະຊວງ,ອົງການທຽບເທົ່າກະຊວງພາຍຫຼັງທີ່ມີ
ການປະສານສົມທົບກັບຫົວໜ້າກົມກວດກາລັດຂອງອົງການດັ່ງ
ກ່າວ.
	ຮອງຫົວໜ້າກົມກວດກາລັດກະຊວງ,ອົງການທຽບເທົ່າ
ກະຊວງມີສິດແລະໜ້າທີ່ຊ່ວຍວຽກຫົວໜ້າກົມກວດກາລັດກະຊວງ,
ອົງການທຽບເທົ່າກະຊວງແລະຮັບຜິດຊອບວຽກງານໃດໜຶ່ງຕາມ
ການມອບໝາຍຂອງຫົວໜ້າ.ໃນກໍລະນີທີ່ຫົວໜ້າບໍ່ຢູ່ຫຼືບໍ່ສາມາດ
ປະຕິບັດໜ້າທີ່ໄດ້ນັ້ນແມ່ນຮອງຫົວໜ້າຜູ້ທີ່ໄດ້ຮັບມອບໝາຍຈາກ
ຫົວໜ້າເປັນຜູ້ວ່າການແທນ.
....ຂ.ຂະແໜງກວດກາລັດຂອງພະແນກການອ້ອມຂ້າງແຂວງ,ນະຄອນ


.....ມາດຕາ 48​ ທີ່ຕັ້ງແລະພາລະບົດບາດ

ມາດຕາ 48​ ທີ່ຕັ້ງແລະພາລະບົດບາດ
	ຂະແໜງກວດກາລັດຂອງພະແນກການອ້ອມຂ້າງ
ແຂວງ,ນະຄອນແມ່ນການຈັດຕັ້ງວິຊາສະເພາະກ່ຽວກັບ
ວຽກງານກວດກາລັດຕາມຂະແໜງການຊຶ່ງຂຶ້ນກັບການ
ຄຸ້ມຄອງແລະຊີ້ນໍຂອງຫົວໜ້າພະແນກການດັ່ງກ່າວ,ມີພາ
ລະບົດບາດຊ່ວຍຫົວໜ້າພະແນກໃນການກວດກາຂະແໜງ
ການແລະການບໍລິຫານກ່ຽວກັບການປະຕິບັດນະໂຍບາຍ,
ລະບຽບກົດໝາຍ,ວິຊາສະເພາະ,ເຕັກນິກຂອງການຈັດຕັ້ງ
ແລະພະນັກງານ,ລັດຖະກອນທີ່ຂຶ້ນກັບການຄຸ້ມຄອງຂອງພະ
ແນກການນັ້ນ.
	ຂະແໜງກວດກາລັດຂອງພະແນກການອ້ອມຂ້າງ
ແຂວງ,ນະຄອນເຄື່ອນໄຫວວຽກງານພາຍໃຕ້ການຊີ້ນໍາ
ດ້ານວິຊາສະເພາະຂອງພະແນກກວດກາລັດແຂວງ,ນະຄອນ.
.....ມາດຕາ 49 ສິດແລະໜ້າທີ່

ມາດຕາ 49 ສິດແລະໜ້າທີ່
	ຂະແໜງກວດກາລັດຂອງພະແນກການອ້ອມຂ້າງ
ແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້:
	1. ຈັດຕັ້ງປະຕິບັດນະໂຍບາຍ,ລະບຽບກົດໝາຍ,ແຜນ
ການ,ມະຕິ,ຄໍາສັ່ງຂອງອົງການກວດກາລັດຂັ້ນເທິງກ່ຽວກັບ
ວຽກງານກວດກາລັດຕາມຂະແໜງການແລະການບໍລິຫານໃນ
ຂອບເຂດຄວາມຮັບຜິດຊອບຂອງຕົນ.
	2. ໂຄສະນາເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍກ່ຽວ
ກັບວຽກງານກວດກາລັດໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວ
ຂ້ອງ.
	3. ກວດກາການປະຕິບັດນະໂຍບາຍ,ລະບຽບກົດໝາຍ,
ແຜນການ,ສິດໜ້າທີ່,ຄວາມຮັບຜິດຊອບຂອງການຈັດຕັ້ງ,ພະ
ນັກງານ,ລັດຖະກອນພາຍໃນພະແນກການຂອງຕົນແລະຫ້ອງ
ການຂັ້ນເມືອງຕາມສາຍຕັ້ງ.
	4. ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງ
ກ່ຽວກັບການກະທໍາຫຼືການຕົກລົງບັນຫາໃດໜຶ່ງທີ່ລະເມີດລະ
ບຽບກົດໝາຍຂອງການຈັດຕັ້ງຫຼືພະນັກງານບໍລິຫານພາຍໃນ
ພະແນກການຂອງຕົນ;ຄົ້ນຄວ້າພິຈາລະນາຄໍາສະເໜີຂອງພົນ
ລະເມືອງທີ່ຫ້ອງການຂັ້ນເມືອງຕາມສາຍຕັ້ງໄດ້ແກ້ໄຂແລ້ວ
ແຕ່ພົນລະເມືອງຜູ້ນັ້ນເຫັນວ່າຍັງບໍ່ເໝາະສົມ.
	5. ພົວພັນແລະປະສານສົມທົບກັບບັນດາຂະແໜງ
ການພາຍໃນພະແນກແລະຫ້ອງການຂັ້ນເມືອງຕາມສາຍຕັ້ງ
ເພື່ອດໍາເນີນການກວດກາ,ການແກ້ໄຂແລະການປະຕິບັດຜົນ
ຂອງການກວດກາຕາມພາລະບົດບາດຂອງຕົນ.
	6. ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການກວດ
ກາລັດໃຫ້ຫົວໜ້າພະແນກຂອງຕົນແລະຫົວໜ້າຫ້ອງການຂັ້ນເມືອງ
ຕາມສາຍຕັ້ງເພື່ອພິຈາລະນາຕົກລົງແລະລາຍງານໃຫ້ຂັ້ນເທິງຂອງ
ຕົນ.
	7. ສະຫຼຸບສັງລວມ,ລາຍງານການເຄື່ອນໄຫວວຽກງານ
ກວດກາລັດແລະຜົນຂອງການກວດກາໃນຂອບເຂດຄວາມຮັບຜິດ
ຊອບຂອງຕົນໃຫ້ຫົວໜ້າພະແນກການ,ຫົວໜ້າກົມກວດກາຂອງ
ຂະແໜງການຕົນແລະຫົວໜ້າພະແນກກວດກາລັດແຂວງ,ນະ
ຄອນຢ່າງເປັນປົກກະຕິ.
	8. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງ
ຫົວໜ້າພະແນການ,ຫົວໜ້າກົມກວດກາຂອງຂະແໜງການທີ່
ກ່ຽວຂ້ອງ.ຫົວໜ້າພະແນກກວດກາລັດແຂວງ,ນະຄອນແລະ
ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
.....ມາດຕາ 50 ໂຄງປະກອບ

ມາດຕາ 50 ໂຄງປະກອບ
	ໂຄງປະກອບບຸກຄະລາກອນຂອງຂະແໜງກວດກາລັດ
ຂອງພະແນກການອ້ອມຂ້າງແຂວງ,ນະຄອນມີດັ່ງນີ້:
	-ຫົວໜ້າ.
	-ຮອງຫົວໜ້າຈໍານວນໜຶ່ງ.
	-ພະນັກງານວິຊາການ.
	
	ໂຄງປະກອບຂະແໜງກວດກາລັດຂອງພະແນກການ
ອ້ອມຂ້າງແຂວງ,ນະຄອນກໍານົດໄວ້ໃນລະບຽບການສະເພາະ.
.....ມາດຕາ 51​ ຫົວໜ້າຂະແໜງກວດກາລັດຂອງພະແນກການອ້ອມຂ້າງແຂວງ,ນະຄອນ

ມາດຕາ 51​ ຫົວໜ້າຂະແໜງກວດກາລັດຂອງພະແນກການອ້ອມ
ຂ້າງແຂວງ,ນະຄອນ
	ຫົວໜ້າຂະແໜງກວດກາລັດຂອງພະແນກການອ້ອມ
ຂ້າງແຂວງ,ນະຄອນຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍ
ລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງຕາມການສະ
ເໜີຂອງຫົວໜ້າກົມຈັດຕັ້ງຂອງອົງການດັ່ງກ່າວພາຍຫຼັງທີ່ມີ
ການປະສານສົມທົບກັບຫົວໜ້າພະແນກການອ້ອມຂ້າງແຂວງ,
ນະຄອນທີ່ກ່ຽວຂ້ອງ.
	ຫົວໜ້າຂະແໜງກວດກາລັດຂອງພະແນກການອ້ອມ
ຂ້າງແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້:
	1. ຈັດຕັ້ງປະຕິບັດນະໂຍບາຍ,ລະບຽບກົດໝາຍ,ແຜນ
ການ,ໂຄງການກ່ຽວກັບວຽກງານກວດກາລັດໃນຂອບເຂດ
ຄວາມຮັບຜິດຊອບຂອງຕົນ.
	2. ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດວຽກງານກວດກາ
ລັດໃນຂະແໜງຂອງຕົນ.
	3. ອອກຄໍາແນະນໍາແລະແຈ້ງການກ່ຽວກັບວຽກງານ
ກວດກາລັດເພື່ອເພີ່ມປະສິດທິພາບໃນການຈັດຕັ້ງແລະເຄື່ອນ
ໄຫວການກວດກາລັດທີ່ຕົນຮັບຜິດຊອບ.
	4. ດໍາເນີນການກວດກາລັດຕາມພາລະບົດບາດ,ສິດ
ແລະໜ້າທີ່ຂອງຕົນ,ໃນກໍລະນີທີ່ມີຄວາມສໍາຄັນຕ້ອງສະເໜີຫົວ
ໜ້າພະແນກການເພື່ອພິຈາລະນາ.
	5. ສະເໜີໃຫ້ຫົວໜ້າພະແນກພິຈາລະນາຕົກລົງແກ້ໄຂ
ຜົນຂອງການກວດກາໃນຂອບເຂດການຄຸ້ມຄອງຂອງຕົນ;ໃນ
ກໍລະນີທີ່ບໍ່ພິຈາລະນາຫຼືໄດ້ພິຈາລະນາແລ້ວແຕ່ເຫັນວ່າຍັງບໍ່
ເໝາະສົມແມ່ນມີສິດລາຍງານຕໍ່ຫົວໜ້າກົມກວດກາລັດກະ
ຊວງ,ອົງການທຽບເທົ່າກະຊວງ.
	6. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງ
ຫົວໜ້າພະແນກຕົນ,ຫົວໜ້າກົມກວດກາລັດກະຊວງ,ອົງການ
ທຽບເທົ່າກະຊວງ,ຫົວໜ້າພະແນກກວດກາລັດແຂວງ,ນະຄອນ
ແລະຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
.....ມາດຕາ 52​ ຮອງຫົວໜ້າຂະແໜງກວດກາລັດຂອງພະແນກການອ້ອມຂ້າງແຂວງ,ນະຄອນ

ມາດຕາ 52​ ຮອງຫົວໜ້າຂະແໜງກວດກາລັດຂອງພະແນກການ
ອ້ອມຂ້າງແຂວງ,ນະຄອນ
	ຮອງຫົວໜ້າຂະແໜງກວດກາລັດຂອງພະແນກການອ້ອມ
ຂ້າງແຂວງ,ນະຄອນຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າ
ແຂວງ,ເຈົ້າຄອງນະຄອນຕາມການສະເໜີຂອງຫົວໜ້າຄະນະຈັດ
ຕັ້ງແຂວງ,ນະຄອນພາຍຫຼັງທີ່ມີການປະສານສົມທົບກັບຫົວໜ້າພະ
ແນການອ້ອມຂ້າງແຂວງ,ນະຄອນທີ່ກ່ຽວຂ້ອງ.
	ຮອງຫົວໜ້າຂະແໜງກວດກາລັດຂອງພະແນກການອ້ອມ
ຂ້າງແຂວງ,ນະຄອນມີສິດແລະໜ້າທີ່ຊ່ວຍວຽກຫົວໜ້າຂະແໜງ
ກວດກາລັດຂອງພະແນກອ້ອມຂ້າງແຂວງ,ນະຄອນແລະຮັບຜິດ
ຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຫົວໜ້າ;ໃນກໍ
ລະນີທີ່ຫົວໜ້າບໍ່ຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້ນັ້ນແມ່ນຮອງຫົວ
ໜ້າຜູ້ທີໄດ້ຮັບມອບໝາຍຈາກຫົວໜ້າເປັນຜູ້ວ່າການແທນ.
.....ມາດຕາ 53 ການກວດກາຂະແໜງການຂັ້ນເມືອງ

ມາດຕາ 53 ການກວດກາຂະແໜງການຂັ້ນເມືອງ
	ໃນກໍລະນີທີ່ຈໍາເປັນບາງຂະແໜງການຈະສ້າງການຈັດ
ຕັ້ງກວດກາລັດຢູ່ຫ້ອງການຂັ້ນເມືອງກໍ່ໄດ້ເພື່ອຮັບປະກັນວຽກ
ງານກວດກາຢູ່ຂັ້ນພື້ນຖານ.
	
...ໝວດທີສີ່ຄະນະກວດກາແລະຄະນະກວດກາສະເພາະກິດ


....ມາດຕາ 54 ການແຕ່ງຕັ້ງຄະນະກວດກາ

ມາດຕາ 54 ການແຕ່ງຕັ້ງຄະນະກວດກາ
	ເພື່ອດໍາເນີນການກວດກາແຕ່ລະຄັ້ງຫົວໜ້າອົງການກວດ
ກາລັດຕາມຂັ້ນບໍລິຫານການປົກຄອງແລະຕາມຂະແໜງການແຕ່ງ
ຕັ້ງຄະນະກວດກາຂັ້ນຂອງຕົນ.
	ຄະນະກວດກາປະກອບດ້ວຍ,ຫົວໜ້າ,ຮອງຫົວໜ້າແລະພະ
ນັກງານວິຊາການຈໍານວນໜຶ່ງ.
	
....ມາດຕາ 55 ສິດແລະໜ້າທີ່ຂອງຄະນະກວດກາ

ມາດຕາ 55 ສິດແລະໜ້າທີ່ຂອງຄະນະກວດກາ
	ຄະນະກວດກາມີສິດແລະໜ້າທີ່ໃນການກະກຽມ,ການດໍາ
ເນີນການກວດກາ,ການສະຫຼຸບແລະລາຍງານຜົນຂອງການກວດ
ກາ;ສະເໜີແລະຕິດຕາມການແກ້ໄຂຜົນຂອງການກວດກາຕາມທີ່
ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.
	
....ມາດຕາ 56 ສິດແລະໜ້າທີ່ຂອງຫົວໜ້າຄະນະກວດກາ

ມາດຕາ 56 ສິດແລະໜ້າທີ່ຂອງຫົວໜ້າຄະນະກວດກາ
	ຫົວໜ້າຄະນະກວດກາມີສິດແລະໜ້າທີ່ດັ່ງນີ້:
	1. ຈັດຕັ້ງຊີ້ນໍາສະມາຊິກໃນຄະນະກວດກາປະຕິບັດໃຫ້
ຖືກຕ້ອງຕາມຈຸດປະສົງ,ລະດັບຄາດໝາຍ,ເນື້ອໃນແລະກໍາ
ນົດເວລາຂອງການກວດກາ.
	2. ສະເໜີຄໍາເຫັນຕໍ່ຜູ້ອອກຂໍ້ຕົກລົງກວດການໍາໃຊ້
ມາດຕະການເພື່ອຮັບປະກັນການປະຕິບັດໜ້າທີ່ຂອງຄະນະ
ກວດກາ.
	3. ສະເໜີໃຫ້ເປົ້າໝາຍຖືກວດກາຕ້ອງສະໜອງຂໍ້ມູນ,
ເອກະສານ,ລາຍງານເປັນລາຍລັກອັກສອນ,ອະທິບາຍກ່ຽວ
ກັບບັນຫາທີ່ພົວພັນກັບເນື້ອໃນກວດກາ,ໃນກໍລະນີທີ່ຈໍາເປັນ
ອາດຈະດໍາເນີນການກວດກາແລະຂຶ້ນບັນຊີຊັບສິນຂອງເປົ້າ
ໝາຍຖືກກວດກາ.
	4. ສະເໜີໃຫ້ສໍານັກງານ,ອົງການຈັດຕັ້ງ,ບຸກຄົນທີ່ມີຂໍ້
ມູນຂ່າວສານ,ເອກະສານພົວະັນກັບເນື້ອໃນຂອງການກວດກາ
ຕ້ອງສະໜອງຂໍ້ມູນ,ເອກະສານດັ່ງກ່າວ.
	5. ຕົກລົງຍຶດຫຼືອາຍັດເອກະສານຂອງເປົ້າໝາຍຖືກ
ກວດກາເມື່ອມີຫຼັກຖານຢັ້ງຢືນວ່າມີການກະທໍາຜິດຫຼືລະເມີດ
ກົດໝາຍເພື່ອປ້ອງກັນບໍ່ໃຫ້ມີການປອມແປງຫຼືທໍາລາຍເອກະ
ສານ,ຫຼັກຖານ.
	6. ສະເໜີໃຫ້ຂັ້ນເທິງຂອງເປົ້າໝາຍຖືກກວດກາໂຈະ
ການປະຕິບັດໜ້າທີ່ຊົ່ວຄາວເມື່ອເຫັນວ່າຜູ້ຖືກກວດກາຈະກໍ່
ຄວາມເສຍຫາຍຢ່າງຫຼວງຫຼາຍແກ່ຜົນປະໂຫຍດຂອງລັດ,ສິດ
ແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ.
	7. ສະເໜີໃຫ້ຂັ້ນເທິງຂອງເປົ້າໝາຍຖືກກວດກໂຈະ
ຊົ່ວຄາວການປະຕິບັດຂໍ້ຕົກລົງກ່ຽວກັບການຍົກຍ້າຍໜ້າທີ່,
ຮັບບໍານານແລະອື່ນໆຕໍ່ຜູ້ຖືກກວດກາຫຼືຜູ້ຮ່ວມງານກັບຄະນະ
ກວດກາລັດເມື່ອເຫັນວ່າການປະຕິບັດຂໍ້ຕົກລົງດັ່ງກ່າວຈະ
ເປັນການກີດຂວາງວຽກງານກວດກາລັດ.
	8. ລາຍງານຕໍ່ຜູ້ອອກຂໍ້ຕົກລົງກ່ຽວກັບຜົນຂອງການກວດ
ກາແລະຕ້ອງຮັບຜິດຊອບກ່ຽວກັບບົດລາຍງານດັ່ງກ່າວ.
	9. ປະຕິບັດສິດແລະໜ້າທີ່ອື່ນຕາມການຕົກລົງແລະຕາມ
ລະບຽບກົດໝາຍ.
	
	ຫົວໜ້າຄະນະກວດກາຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດ
ໝາຍກ່ຽວກັບບັນຫາຕ່າງໆທີ່ຕົນໄດ້ຕົກລົງ.
....ມາດຕາ 57 ສິດແລະໜ້າທີ່ຂອງສະມາຊິກຄະນະກວດກາ

ມາດຕາ 57 ສິດແລະໜ້າທີ່ຂອງສະມາຊິກຄະນະກວດກາ
	ສະມາຊິກຂອງຄະນະກວດກາມີສິດແລະໜ້າທີ່ດັ່ງນີ້:
	1. ປະຕິບັດວຽກງານຕາມການແບ່ງປັນຂອງຫົວໜ້າ
ຄະນະ.
	2. ສະຫຼຸບລາຍງານກ່ຽວກັບການເຄື່ອນໄຫວກວດກາ
ໃຫ້ຫົວໜ້າຄະນະ.
	3. ປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ,ບົດລາຍງານຜົນ
ຂອງການກວດກາ.
	4. ຮັບຜິດຊອບຕໍ່ໜ້າກົດໝາຍແລະຕໍ່ຫົວໜ້າຄະນະກ່ຽວກັບ
ການປະຕິບັດໜ້າທີ່ຂອງຕົນໃນການກວດກາ.
	5. ປະຕິບັດສິດແລະໜ້າທີ່ອື່ນຕາມການມອບໝາຍຂອງຫົວ
ໜ້າຄະນະແລະຕາມລະບຽບກົດໝາຍ.
....ມາດຕາ 58 ການແຕ່ງຕັ້ງຄະນະກວດກາສະເພາະກິດ

ມາດຕາ 58 ການແຕ່ງຕັ້ງຄະນະກວດກາສະເພາະກິດ
	ເພື່ອດໍາເນີນການກວດກາບັນຫາໃດໜຶ່ງທີ່ເຫັນວ່າມີ
ຄວາມຫຍຸ້ງຍາກສັບສົມແລະພົວພັນເຖິງຫຼາຍພາກສ່ວນນັ້ນນາ
ຍົກລັດຖະມົນຕີ,ປະທານອົງການກວດກາລັດຖະບານ,ລັດຖະມົນ
ຕີ,ຫົວໜ້າອົງການທຽບເທົ່າກະຊວງ,ເຈົ້າແຂວງ,ເຈົ້າຄອງນະ
ຄອນຫຼືເຈົ້າເມືອງ,ຫົວໜ້າເທດສະບານແຕ່ງຕັ້ງຄະນະກວດກາ
ສະເພາະກິດຂຶ້ນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
	ຄະນະກວດກາສະເພາະກິດປະກອບດ້ວຍຫົວໜ້າ,ຮອງ
ຫົວໜ້າແລະພະນັກງານວິຊາການຈໍານວນໜຶ່ງ.
	ຄະນະກວດກາສະເພາະກິດຈະຖືກຍຸບເລີກພາຍຫຼັງທີ່ການ
ຈັດຕັ້ງປະຕິບັດຜົນຂອງການກວດກາສິ້ນສຸດລົງ.
....ມາດຕາ 59 ສິດແລະໜ້າທີ່ຂອງຄະນະກວດກາສະເພາະກິດ,ຫົວໜ້າແລະສະມາຊິກຄະນະກວດກາສະເພາະກິດ

ມາດຕາ 59 ສິດແລະໜ້າທີ່ຂອງຄະນະກວດກາສະເພາະກິດ,ຫົວ
ໜ້າແລະສະມາຊິກຄະນະກວດກາສະເພາະກິດ

	ຄະນະກວດກາສະເພາະກິດ,ຫົວໜ້າແລະສະມາຊິກຄະນະ
ກວດກາສະເພາະກິດມີສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດ
ຕາຫ້າສິບຫ້າ,ຫ້າສິບຫົກແລະຫ້າສິບເຈັດຂອງກົດໝາຍສະບັບນີ້.
....ມາດຕາ 60 ມາດຕະຖານຂອງພະນັກງານກວດກາ

ມາດຕາ 60 ມາດຕະຖານຂອງພະນັກງານກວດກາ
	ພະນັກງານກວດກາລັດຕ້ອງມີມາດຕະຖານດັ່ງນີ້:
	1. ມີຄວາມຈົງຮັກພັກດີຕໍ່ປະເທດຊາດ,ມີທັດສະນະ
ຫຼັກໝັ້ນການເມືອງໜັກແໜ້ນ,ມີຄຸນສົມບັດສິນທໍາປະຕິບັດ.
	2. ກໍາແໜ້ນແນວທາງນະໂຍບາຍແລະລະບຽບກົດໝາຍ.
	3. ມີຄວາມຮັບຜິດຊອບສູງ,ກ້າຫານ,ເດັດຂາດ,ຄ່ອງແຄ້ວ
ໃນການປະຕິບັດໜ້າທີ່ວຽກງານ,ມີຄວາມປອດໃສ,ມີຄວາມຍຸດຕິ
ທໍາ,ຕັດສິນບັນຫາຢ່າງພາວະວິໄສແລະເປັນແບບຢ່າງໃນການປະ
ຕິບັດລະບຽບກົດໝາຍ.
	4. ມີຄວາມຮູ້,ຄວາມສາມາດກ່ຽວກັບວິຊາສະເພາະໃດ
ໜຶ່ງໂດຍມີປະກາສິນີຍະບັດແຕ່ຊັ້ນກາງຂຶ້ນໄປ.
	5. ໄດ້ຜ່ານການຮໍ່າຮຽນຫຼືການຝຶກອົບຮົມວຽກງານກວດ
ກາລັດ.
	6. ຮັກສາຄວາມລັບທາງດ້ານວິຊາສະເພາະ.
	7. ບໍ່ເຄີຍຖືກປະຕິບັດວິໄນສະຖານໜັກຫຼືບໍ່ເຄີຍສະເມີດທາງ
ແພ່ງກ່ຽວກັບໜີ້ສິນຫຼືບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະ
ພາບກ່ຽວກັບພຶດຕິກໍາທີ່ເປັນການສໍ້າລາດບັງຫຼວງ.
	8. ມີສຸຂະພາບແຂງແຮງ.
..ພາກທີຫ້າພັນທະແລະສິດຂອງການຈັດຕັ້ງແລະບຸກຄົນທີ່ຖືກກວດກາ


...ມາດຕາ 61 ພັນທະຂອງການຈັດຕັ້ງແລະບຸກຄົນທີ່ຖືກກວດກາ

ມາດຕາ 61 ພັນທະຂອງການຈັດຕັ້ງແລະບຸກຄົນທີ່ຖືກກວດກາ
	ການຈັດຕັ້ງແລະບຸກຄົນທີ່ຖືກກວດກາມີພັນທະດັ່ງນີ້:
	1. ປະຕິບັດຂໍ້ຕົກລົງກ່ຽວກັບການກວດກາ.ໃຫ້ຄວາມຮ່ວມ
ມື,ສະໜອງຂໍ້ມູນ,ເອກະສານຢ່າງຄົບຖ້ວນ,ຊັດເຈນແລະທັນເວລາ
ຕາມການສະເໜີຂອງຄະນະກວດກາແລະຕ້ອງມີຄວາມຮັບຜິດ
ຊອບຕໍ່ໜ້າກົດໝາຍກ່ຽວກັບຂໍ້ມູນ,ເອກະສານທີ່ໄດ້ສະໜອງໃຫ້.
	2. ປະຕິບັດຕາມການສະເໜີ,ການຕົກລົງກ່ຽວກັບການແກ້
ໄຂຜົນຂອງການກວດກາຂອງຄະນະກວດກາແລະອົງການທີ່ກ່ຽວ
ຂ້ອງ.
	3. ລາຍງານກ່ຽວກັບການຈັດຕັ້ງປະຕິບັດການແກ້ໄຂຜົນ
ຂອງການກວດກາໃຫ້ຄະນະກວດກາຊາບກ
	4. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ
ໝາຍ.
...ມາດຕາ 62 ສິດຂອງການຈັດຕັ້ງແລະບຸກຄົນທີ່ຖືກກວດກາ

ມາດຕາ 62 ສິດຂອງການຈັດຕັ້ງແລະບຸກຄົນທີ່ຖືກກວດກາ
	ການຈັດຕັ້ງແລະບຸກຄົນທີ່ຖືກກວດກາມີສິດດັ່ງນີ້:
	1.​ ສະເໜີໃຫ້ແຈ້ງຂໍ້ຕົກລົງກ່ຽວກັບການກວດກາໃຫ້ຕົນ
ຊາບ.
	2. ສະເໜີປ່ຽນບຸກຄົນໃນຄະນະກວດກາທີ່ເຄີຍມີຂໍ້ຂັດແຍ່ງ
ກັບຕົນ.
	3. ອະທິບາຍ,ຊີ້ແຈງບັນຫາຕ່າງໆທີ່ພົວພັນເຖິງເນື້ອໃນ
ຂອງການກວດກາ.
	4. ປະຕິເສດການສະໜອງຂໍ້ມູນ,ເອກະສານທີ່ບໍ່ພົວພັນເຖິງ
ເນື້ອໃນຂອງການກວດກາ.
	5. ສະເໜີຕໍ່ຜູ້ອອກຂໍ້ຕົກລົງໃຫ້ກວດກາກ່ຽວກັບການກະທໍາ
ຂອງຄະນະກວດກາ,ພະນັກງານກວດກາລັດແລະຜູ້ເຂົ້າຮ່ວມການ
ກວດກາອື່ນທີ່ຕົນເຫັນວ່າບໍ່ຖືກຕ້ອງຕາມລະບຽບກົດໝາຍ.
	6. ສະເໜີຄໍາເຫັນກ່ຽວກັບບົດສະຫຼຸບລາຍງານຜົນຂອງການ
ກວດກາ.
	7. ສະເໜີໃຫ້ມີການທົດແທນຖ້າເຫັນວ່າຕົນໄດ້ຮັບຄວາມ
ເສຍຫາຍຈາກການກວດກາທີ່ບໍ່ຖືກຕ້ອງຫຼືຮ້ອງຟ້ອງຕາມລະບຽບ
ກົດໝາຍ.
	8. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
..ພາກທີຫົກຂໍ້ຫ້າມ


...ມາດຕາ 63 ຂໍ້ຫ້າມສໍາລັບຜູ້ກວດກາ

ມາດຕາ 63 ຂໍ້ຫ້າມສໍາລັບຜູ້ກວດກາ
	ຫ້າມຜູ້ກວດກາມີພຶດຕິກໍາດັ່ງນີ້:
	1. ສວຍໃຊ້ຕໍາແໜ່ງ,ໜ້າທີ່,ສິດອໍານາດເພື່ອຫາຜົນປະ
ໂຫຍດສ່ວນຕົວ,ຄອບຄົວຫຼືຍາດພີ່ນ້ອງ.
	2. ປະຕິບັດສິດ,ໜ້າທີ່ກວດກາເກີນຂອບເຂດຂອງຂໍ້ຕົກລົງ
ຫຼືລະເມີດລະບຽບກົດໝາຍກ່ຽວກັບການກວດກາ.
	3. ບັງຄັບແລະນາບຂູ່ເປົ້າໝາຍຖືກກວດກາ.
	4. ເມີນເສີຍຕໍ່ໜ້າທີ່,ບິດເບືອນຄວາມຈິງ,ປິດບັງຫຼືປົກ
ປ້ອງເປົ້າໝາຍຖືກກວດກາ.
	5. ເປີດເຜີຍຄວາມລັບກ່ຽວກັບການກວດກາໂດຍບໍ່ໄດ້
ຮັບອະນຸຍາດ.
	6. ພົວພັນກັບຜູ້ຖືກກວດກາເພື່ອຫາຜົນປະໂຫຍດ.
	7. ມີພຶດຕິກໍາອື່ນທີ່ຜິດຕໍ່ລະບຽບກົດໝາຍ.
...ມາດຕາ 64 ຂໍ້ຫ້າມສໍາລັບເປົ້າໝາຍຖືກກວດກາ

ມາດຕາ 64 ຂໍ້ຫ້າມສໍາລັບເປົ້າໝາຍຖືກກວດກາ
	ຫ້າມເປົ້າໝາຍຖືກກວດກາມີພຶດຕິກໍາດັ່ງນີ້:
	1. ປະຕິເສດການສະໜອງຂໍ້ມູນ,ເອກະສານກ່ຽວກັບການ
ກວດກາ.
	2. ລາຍງານ,ສະໜອງຂໍ້ມູນ,ເອກະສານບໍ່ຖືກກັບຄວາມ
ຈິງ,ຊຸກເຊື່ອງ,ທໍາລາຍເອກະສານ,ວັດຖຸສິ່ງຂອງຊຶ່ງເປັນຫຼັກຖານ
ທີ່ພົວພັນເຖິງການກວດກາ.
	3. ຂັດຂວາງ,ສ້າງຄວາມຫຍຸ້ງຍາກ,ນາບຂູ່ຄະນະກວດກາ,
ພະນັກງານກວດກາລັດ,ຜູ້ສະໜອງຂໍ້ມູນໃຫ້ແກ່ການກວດກາຫຼືບຸກ
ຄົນອື່ນທີ່ກ່ຽວຂ້ອງ.
	4. ຊື້ຈ້າງ,ໃຫ້ສິນບົນຄະນະກວດກາ,ພະນັກງານກວດກາລັດ,
ຜູ້ສະໜອງຂໍ້ມູນກ່ຽວກັບການກວດກາຫຼືບຸກຄົນອື່ນທີ່ກ່ຽວຂ້ອງ.
	5. ມີພຶດຕິກໍາອື່ນທີ່ຜິດຕໍ່ລະບຽບກົດໝາຍ.
...ມາດຕາ 65 ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ

ມາດຕາ 65 ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ
	ຫ້າມການຈັດຕັ້ງແລະບຸກຄົນອື່ນມີພຶດຕິກໍາດັ່ງນີ້:
	1. ຍຸຍົງໃຫ້ມີການກວດກາຫຼືໃຫ້ມີການຕ້ານການກວດກາ.
	2. ແຊກແຊງ,ກ້າວກ່າຍແລະຂັດຂວາງການກວດກາ.
	3. ປົກປິດ,ເຊື່ອງອໍາຫຼືທໍາລາຍຂໍ້ມູນ,ຫຼັກຖານກ່ຽວກັບການ
ກວດກາ.
	4. ໃຊ້ຄວາມຮຸນແຮງ,ນາບຂູ່ຫຼືທໍາຮ້າຍຜູ້ກວດກາ,ຜູ້ໃຫ້ຂໍ້ມູນ
ຫຼືບຸກຄົນອື່ນທີ່ກ່ຽວຂ້ອງ.
	5. ປົກປ້ອງ,ຊຸກເຊື່ອງບຸກຄົນທີ່ຖືກກວດກາ.
	6. ມີພຶດຕິກໍາອື່ນທີ່ຜິດຕໍ່ລະບຽບກົດໝາຍ.
	
..ພາກທີເຈັດການຕິດຕາມກວດກາ


...ມາດຕາ 66 ປະເພດການຕິດຕາມກວດກາ

ມາດຕາ 66 ປະເພດການຕິດຕາມກວດກາ
	ການຕິດຕາມກວດກາມີສອງປະເພດດັ່ງນີ້:
	-ການຕິດຕາກວດກາພາຍໃນ.
	-ການຕິດຕາມກວດກາພາຍນອກ.
	
...ມາດຕາ 67 ການຕິດຕາມກວດກາພາຍໃນ

ມາດຕາ 67 ການຕິດຕາມກວດກາພາຍໃນ
	ການຕິດຕາມກວດກາພາຍໃນແມ່ນການກວດກາຕາມສາຍຕັ້ງໃນລະບົບການກວດກາຂອງອົງການກວດກາລັດຊຶ່ງຕ້ອງດໍາເນີນຢ່າງໜ້ອຍປີລະສອງຄັ້ງ.
	ການຕິດຕາມກວດກາພາຍໃນມີຈຸດປະສົງກວດກາການເຄື່ອນໄຫວຂອງອົງການກວດກາລັດແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ,ໂປ່ງໃສແລະຍຸຕິທໍາ.
...ມາດຕາ 68​ ການຕິດຕາມກວດກາພາຍນອກ

ມາດຕາ 68​ ການຕິດຕາມກວດກາພາຍນອກ
	ການຕິດຕາມກວດກາພາຍນອກແມ່ນດໍາເນີນໂດຍສະພາ
ແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຕິດຕາມ
ກວດກາຂອງສະພາແຫ່ງຊາດ.
	ນອກຈາກນີ້ພົນລະເມືອງລາວທຸກຄົນ,ການຈັດຕັ້ງແລະບຸກ
ຄົນຢູ່ຮາກຖານ,ສໍານັກງານ,ອົງການ,ຫົວໜ່ວຍວິຊາການແລະວິ
ສາຫະກິດຂອງລັດກໍ່ມີສິດຕິດຕາມກວດກາການເຄື່ອນໄຫວວຽກ
ງານຂອງການຈັດຕັ້ງແລະບຸກຄົນຢູ່ໃນອົງການບໍລິຫານລັດເພື່ອ
ເປັນພື້ນຖານໃຫ້ແກ່ການກວດກາຂອງອົງການກວດກາລັດ.ເມື່ອ
ພົບເຫັນຫຼືມີປາກົດການທີ່ລະເມີດລະບຽບກົດໝາຍແລ້ວກໍ່ມີສິດສະ
ເໜີຕໍ່ອົງການທີ່ກ່ຽວຂ້ອງແລະອົງການຕົວແທນຂອງຕົນເພື່ອດໍາ
ເນີນການກວດກາຕໍ່ເປົ້າໝາຍດັ່ງກ່າວ.
	ການຕິດຕາມກວດກາພາຍນອກມີຈຸດປະສົງກວດກາການ
ປະຕິບັດໜ້າທີ່ຂອງອົງການກວດກາລັດແລະອົງການບໍລິຫານລັດ
ເພື່ອໃຫ້ມີຄວາມເຂັ້ມແຂງ,ໂປ່ງໃສແລະຍຸດຕິທໍາ.
..ພາກທີແປດງົບປະມານ,ເຄື່ອງແບບ,ກາໝາຍແລະຕາປະທັບ


...ມາດຕາ 69 ງົບປະມານ

ມາດຕາ 69 ງົບປະມານ
	ງົບປະມານຂອງອົງການກວດກາລັດຂັ້ນໃດແມ່ນຂຶ້ນກັບ
ງົບປະມານຂອງອົງການບໍລິຫານຂັ້ນນັ້ນ.
	
...ມາດຕາ 70 ເຄື່ອງແບບແລະບັດກວດກາ

ມາດຕາ 70 ເຄື່ອງແບບແລະບັດກວດກາ
	ເຄື່ອງແບບ,ກາໝາຍແລະບັດກວດກາໄດ້ກໍານົດໄວ້ໃນ
ລະບຽບການສະເພາະ.
...ມາດຕາ 71​ ກາປະທັບ

ມາດຕາ 71​ ກາປະທັບ
	ໃນການເຄື່ອນໄຫວວຽກງານຂອງຕົນອົງການກວດກາ
ລັດຕາມຂັ້ນບໍລິຫານການປົກຄອງແລະຕາມຂະແໜງການມີຕາ
ປະທັບສະເພາະຂອງຕົນຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງ
ຫາກ.
..ພາກທີເກົ້ານະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 72 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 72 ນະໂຍບາຍຕໍ່ຜູ້ມີຜົນງານ
	ການຈັດຕັ້ງຫຼືບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດກົດ
ໝາຍສະບັບນີ້ເປັນຕົ້ນແມ່ນໄດ້ໃຫ້ການຮ່ວມມື,ສະໜອງຂໍ້ມູນແກ່
ການກວດກາຈະໄດ້ຮັບການປົກປ້ອງ,ການຍ້ອງຍໍແລະນະໂຍບາຍ
ອື່ນຕາມຄວາມເໝາະສົມ.
...ມາດຕາ 73 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 73 ມາດຕະການຕໍ່ຜູ້ລະເມີດ
	ການຈັດຕັ້ງຫຼືບຸກຄົນທີ່ລະເມີດກົດໝາຍສະບັບນີ້ຊຶ່ງກໍ່
ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະ
ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກປະຕິບັດມາດ
ຕະການສຶກສາອົບຮົມ,ປະຕິບັດວິໄນຫຼືດໍາເນີນຄະດີຕາມລະບຽບ
ກົດໝາຍຕາມກໍລະນີເບົາຫຼືໜັກພ້ອມທັງໃຊ້ແທນຄ່າເສຍຫາຍທີ່
ຕົນໄດ້ກໍ່ຂຶ້ນ
...ມາດຕາ 74​ ມາດຕະການສຶກສາອົບຮົມ

ມາດຕາ 74​ ມາດຕະການສຶກສາອົບຮົມ
	ບຸກຄົນໃດທີ່ມີພຶດຕິກໍາທີ່ກໍ່ຄວາມເສຍຫາຍໜ້ອຍ,ມີຄວາມ
ຈິງໃຈລາຍງານ,ຮັບສາລະພາບຕໍ່ຄວາມຜິດຂອງຕົນຕໍ່ການຈັດ
ຕັ້ງແລະສົ່ງຊັບທີ່ໄດ້ເອົາໄປໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ແກ່ການຈັດ
ຕັ້ງຢ່າງຄົບຖ້ວນແລ້ວກໍ່ຈະໄດ້ຮັບການສຶກສາອົບຮົມແລະກ່າວ
ເຕືອນ.
	
...ມາດຕາ 75 ມາດຕະການທາງວິໄນ

ມາດຕາ 75 ມາດຕະການທາງວິໄນ
	ບຸກຄົນໃດທີ່ໄດ້ກະທໍາຜິດໃນສະຖານເບົາແຕ່ບໍ່ມີຄວາມ
ຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດກໍ່ຈະຖືກປະຕິບັດວິໄນ
ຕາມແຕ່ກໍລະນີດັ່ງນີ້:
	-ຕິຕຽນ,ກ່າວເຕືອນຄວາມຜິດພ້ອມທັງບັນທຶກໄວ້ໃນສໍາ
ນວນເອກະສານຊີວິປະຫວັດຂອງບຸກຄົນນັ້ນ.
	-ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ.
	-ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງ
ຕໍ່າກວ່າເກົ່າ.
	-ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
...ມາດຕາ 76 ມາດຕະການທາງແພ່ງ

ມາດຕາ 76 ມາດຕະການທາງແພ່ງ
	ບຸກຄົນໃດທີ່ໄດ້ລະເມີດລະບຽບກົດໝາຍຊຶ່ງກໍ່ຄວາມເສຍ
ຫາຍຕໍ່ຊັບສິນຂອງການຈັດຕັ້ງຫຼືບຸກຄົນອື່ນກໍ່ຈະໄດ້ໃຊ້ແທນຄ່າ
ເສຍຫາຍທີ່ຕົນໄດ້ກໍ່ຂຶ້ນນັ້ນຢ່າງຄົບຖ້ວນ.
...ມາດຕາ 77 ມາດຕະການທາງອາຍາ

ມາດຕາ 77 ມາດຕະການທາງອາຍາ
	ບຸກຄົນໃດທີ່ໄດ້ລະເມີດກົດໝາຍຊຶ່ງເປັນການກະທໍາ
ຜິດທາງອາຍາເປັນຕົ້ນການສວຍໃຊ້ສິດອໍານາດໜ້າທີ່ເກີນ
ຂອບເຂດ,ການປອມແປງເອກະສານແລະພຶດຕິກໍາອື່ນທີ່ເປັນ
ການສໍ້ລາດບັງຫຼວງກໍ່ຈະຖືກດໍາເນີນຄະດີທາງອາຍາ.
..ພາກທີສິບບົດບັນຍັດສຸດທ້າຍ


...ມາດຕາ 78 ການຈັດຕັ້ງປະຕິບັດ

ມາດຕາ 78 ການຈັດຕັ້ງປະຕິບັດ
	ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດ.
...ມາດຕາ 79 ຜົນສັກສິດ

ມາດຕາ 79 ຜົນສັກສິດ
	ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນ
ປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້
ເປັນຕົ້ນໄປ.
	ຂໍ້ກໍານົດ,ບົບບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່
ຖືກຍົກເລີກ.