ກົດໝາຍວ່າດ້ວຍກະສິກໍາ 10-10-1998

From Wikisource
Jump to navigation Jump to search
.ກະສິກໍາ 10-10-1998

..ພາກທີ1ບົດບັນຍັດທົ່ວໄປ

...ມາດຕາໜຶ່ງ:ໜ້າທີ່ຂອງກົົດໝາຍ

ມາດຕາໜຶ່ງ:ໜ້າທີ່ຂອງກົົດໝາຍ
	ກົດໝາຍວ່າດ້ວຍກະສິກໍາມີໜ້າທີ່ກໍານົດຫຼັກການ,ລະບຽບ
ການ,ມາດຕະການຕ່າງໆກ່ຽວກັບການຈັດຕັ້ງແລະການເຄື່ອນ
ໄຫວການຜະລິດກະສິກໍາຊຶ່ງເປັນພື້ນຖານເສດຖະກິດຂອງປະເທດ
ຊາດລວມທັງການຄຸ້ມຄອງ,ການປົກປັກຮັກສາກິດຈະການແລະ
ຜະລິດຕະຜົນກະສິກໍາແນ່ໃສ່ຊຸກຍູ້,ສົ່ງເສີມແລະຂະຫຍາຍການຜະ
ລິດກະສິກໍາເພື່ອຮັບປະກັນການສະໜອງສະບຽງອາຫານແລະ
ການຜະລິດເປັນສິນຄ້າ,ສ້າງເງື່ອນໄຂໃຫ້ແກ່ການກໍ່ສ້າງແລະຂະ
ຫຍາຍອຸດສາຫະກໍາປູງແຕ່ງກະສິກໍາ,ເຮັດໃຫ້ເສດຖະກິດແຫ່ງ
ຊາດມີການຂະຫຍາຍຕົວ,ປະຊາຊົນຮັ່ງມີ,ປະເທດຊາດເຂັ້ນແຂງ
ທັງຮັບປະກັນບໍ່ໃຫ້ກໍ່ຄວາມເສຍຫາຍແລະເປັນອັນຕະລາຍຕໍ່ສິ່ງ
ແວດລ້ອມ.
...ມາດຕາສອງ:ກະສິກໍາ

ມາດຕາສອງ:ກະສິກໍາ
	ກະສິກໍາແມ່ນການປູກຝັງ,ການລ້ຽງສັດແລະການປະມົງ
ເພື່ອຕອບສະໜອງທາງດ້ານທັນຍາຫານແລະອາຫານໃຫ້ແກ່ສັງ
ຄົມ,ເປັນວັດຖຸດິບປ້ອນໂຮງງານອຸດສາຫະກໍາປຸງແຕ່ງລວມທັງ
ເປັນສິນຄ້າຮັບໃຊ້ພາຍໃນແລະສົ່ງອອກຕ່າງປະເທດ.
...ມາດຕາສາມ:ການສົ່ງເສີມການຜະລິດກະສິກໍາ

ມາດຕາສາມ:ການສົ່ງເສີມການຜະລິດກະສິກໍາ
	ລັກຊຸກຍູ້,ສົ່ງເສີມປະຊາຊົນບັນດາເຜົ່າແລະທຸກພາກ
ສ່ວນເສດຖະກິດທັງພາຍໃນແລະຕ່າງປະເທດໃຫ້ລົງທຶນໃສ່ການ
ຜະລິດກະສິກໍາຢ່າງງກວ້າງຂວາງແລະທັນສະໄໝເທື່ອລະກ້າວ
ເພື່ອເປັນສະບຽງອາຫານ,ເປັນສິນຄ້າ,ເປັນວັດຖຸດິບສະໜອງໃຫ
້ໂຮງງານອະດສາຫະກໍາປຸງແຕ່ງພາຍໃນປະເທດແລະເພື່ອສົ່ງ
ອອກ.
...ມາດຕາສີ່:ການປົກປ້ອງສິດຜົນປະໂຫຍດຂອງຜູ້ດໍາເນີນກິດຈະການກະສິກໍາ

ມາດຕາສີ່:ການປົກປ້ອງສິດຜົນປະໂຫຍດຂອງຜູ້ດໍາເນີນກິດຈະ
ການກະສິກໍາ
	ລັດປົກປ້ອງສິດຜົນປະໂຫຍດຂອງຜູ້ດໍາເນີນກິດຈະການ
ກະສິກໍາດ້ວຍການວາງລະບຽບກົດໝາຍ,ຂໍ້ກໍານົດແລະລະບຽບ
ການພ້ອມທັງນະໂຍບາຍຕ່າງໆເຊັ່ນ:ນະໂຍບາຍສິນເຊື່ອ,ນະໂຍ
ບາຍຍົກເວັ້ນພາສີຫຼືຫຼຸດຜ່ອນພາສີ,ອາກອນ,ຈໍາກັດການນໍາເຂົ້າ
ສິນຄ້າກະສິກໍາປະເພດຕ່າງໆທີ່ບໍ່ຈໍາເປັນເພື່ອສົ່ງເສີມການຜະ
ລິດກະສິກໍາແລະຊຸກຍູ້ຕະຫຼາດຈໍາໜ່າຍພາຍໃນແລະຕ່າງປະ
ເທດ.
...ມາດຕາຫ້າ:ການປົກປັກຮັກສາທີ່ດິນກະສິກໍາ

ມາດຕາຫ້າ:ການປົກປັກຮັກສາທີ່ດິນກະສິກໍາ	

	ບຸກຄົນແລະການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນ
ກິດຈະການກະສິກໍາບໍ່ມີສິດຖົມດິນກະສິກໍາແລະຂຸດເອົາດິນກະ
ສິກໍາດ້ວຍຮູບການແລະວິທີການໃດກໍ່ຕາມທີ່ຈະເຮັດໃຫ້ທີ່ດິນກະ
ສິກໍາດັ່ງກ່າວປ່ຽນແຫງຈາກສະພາບເດີມໂດຍບໍ່ໄດ້ຮັບອະນ
ຸຍາດຈາກຂະແໜງກະສິກໍາແລະປ່າໄມ້.
	ການປົກປັກຮັກສາທີ່ດິນກະສິກໍາຕ້ອງໃຫ້ຖືກຕ້ອງຕາມ
ທີ່ໄດ້ກໍານົດໄວ້ໃນມາດຕາຫົກຂອງກົດໝາຍວ່າດ້ວຍທີ່ດິນ.
	
...ມາດຕາຫົກ:ການປົກປັກຮັກສາສິ່ງແວດລ້ອມ

ມາດຕາຫົກ:ການປົກປັກຮັກສາສິ່ງແວດລ້ອມ
	ບຸກຄົນຫຼືການຈັດຕັ້ງທີ່ທໍາການຜະລິດກະສິກໍາລ້ວນແຕ່
ມີພັນທະປົກປັກຮັກສາສິ່ງແວດລ້ອມ,ຜູ້ຜະລິດກະສິກໍາຕ້ອງມີວິ
ທີການແລະມາດຕະການອັນເໝາະສົມເພື່ອປົກປັກຮັກສາດິນ,
ນໍ້າ,ປ່າໄມ້,ອາກາດແລະອື່ນໆ.
...ມາດຕາເຈັດ:ການຮ່ວມມືສາກົນທາງດ້ານກະສິກໍາ

ມາດຕາເຈັດ:ການຮ່ວມມືສາກົນທາງດ້ານກະສິກໍາ	
ລັດສົ່ງເສີມການຮ່ວມມືກັບສາກົນທາງດ້ານກະສິກໍາເພື່ອ
ສ້າງເງື່ອນໄຂໃຫ້ກິດຈະການກະສິກໍາມີການຂະຫຍາຍຕົວແລະທັນ
ສະໄໝເທື່ອລະກ້າວ.
..ພາກທີ2ກິດຈະການກະສິກໍາ


...ມາດຕາແປດ:ກິດຈະການກະສິກໍາ

ມາດຕາແປດ:ກິດຈະການກະສິກໍາ
	ກິດຈະການກະສິກໍາແມ່ນວຽກງານກ໋ຽວກັບການປູກຝັງ,
ການລ້ຽງສັດແລະການປະມົງ.
...ມາດຕາເກົ້າ:ປະເພດກິດຈະການກະສິກໍາ

ມາດຕາເກົ້າ:ປະເພດກິດຈະການກະສິກໍາ
	ກິດຈະການກະສິກໍາຢູ່ສາທາລະນະລັດປະຊາທິປະໄຕປະ
ຊາຊົນລາວໄດ້ແບ່ງອອກເປັນປະເພດຕ່າງໆເຊັ່ນ:ກິດຈະການ
ກ່ຽວກັບທີ່ດິນກະສິກໍາ,ຊົນລະປະທານ,ແນວພັນພືດແລະແນວພັນ
ສັດ,ຝຸ່ນແລະອາຫານສັດ,ຢາປາບສັດຕູພືດແລະຢ່າປົວສັດ,ເຄື່ອງ
ມືແລະພາຫະນະກົນຈັກການກະເສດ,ສາເກັບມ້ຽນ,ການປຸ່ງແຕ່ງ
ຜົນຜະລິດກະສິກໍາ,ຕະຫຼາດກະສິກໍາ,ການພົວພັນຮ່ວມມືກັບຕ່າງ
ປະເທດທາງດ້ານກະສິກໍາ.
...ມາດຕາສິບ:ສິດແລະພັນທະຂອງຜູ້ດໍາເນີນກິດຈະການກະສິກໍາ

ມາດຕາສິບ:ສິດແລະພັນທະຂອງຜູ້ດໍາເນີນກິດຈະການກະສິກໍາ
	ຜູ້ດໍາເນີນກິດຈະການກະສິກໍາມີສິດດັ່ງຕໍ່ໄປນີ້:
	-ໄດ້ຮັບການປົກປ້ອງຕາມກົດໝາຍ.
	-ເປັນເຈົ້າກໍາມະສິດຕໍ່ຊັບສິນແລະຜົນທີ່ໄດ້ຮັບຈາກການ
ດໍາເນີນກິດຈະການກະສິກໍາ.
	-ໄດ້ຮັບການຊ່ວຍເຫຼືອແລະແນະນໍາທາງດ້ານວິຊາການ
ແລະເຕັກໂນໂລຊີຈາກຂະແໜງກະສິກໍາແລະປ່າໄມ້.
	-ໂອນແລະສືບທອດກິດຈະການກະສິກໍາ.

	ຜູ້ດໍາເນີນກິດຈະການກະສິກໍາມີພັນທະດັ່ງຕໍ່ໄປນີ້:
	-ນໍາໃຊ້ທີ່ດິນກະສິກໍາໃຫ້ຖືກຕ້ອງຕາມເປົ້າໝາຍແລະ
ຕາມລະບຽບກົດໝາຍ.
	-ບໍ່ສ້າງຄວາມເສຍຫາຍແກ່ການຜະລິດຂອງຜູ້ອື່ນຫຼືແກ່
ສິ່ງແວດລ້ອມສັງຄົມແລະທໍາມະຊາດ.
	-ລາຍງານການແຜ່ລະບາດພະຍຸສັດ.
	-ປະຕິບັດສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບ.
	-ປະຕິບັດມາດຕະການຄວາມປອດໄພທາງດ້ານວິຊາການ.
	-ປະຕິບັດພັນທະພາສີອາກອນແລະພັນທະອື່ນໆກ່ຽວກັບ
ກິດຈະການກະສິກໍາ.
	-ລາຍງານຜົນການດໍາເນີນກິດຈະການກະສິກໍາຕາມສັນຍາ.
	-ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ຄຸ້ມຄອງແລະກວດກາ
ກິດຈະການກະສິກໍາ.
	
...ໝວດທີ1ທີ່ດິນກະສິກໍາ


....ມາດຕາສິບເອັດ:ການນໍາໃຊ້ທີ່ດິນກະສິກໍາ

ມາດຕາສິບເອັດ:ການນໍາໃຊ້ທີ່ດິນກະສິກໍາ
	ລັດຈັດສັນແລະສົ່ງເສີມໃຫ້ນໍາໃຊ້ດິນກະສິກໍາເຂົາໃນ
ການຜະລິດຢ່າງຖືກຕ້ອງຕາມເປົ້າໝາຍ,ຕາມທ່າແຮງຂອງ
ແຕ່ລະເຂດເພື່ອໃຫ້ແຕ່ລະຄອບຄົວມີທີ່ດິນທໍາການຜະລິດຕາມ
ຄວາມສາມາດ້ານແຮງງານແລະທຶນຮອນຂອງຕົນດ້ວຍຮູບ
ການມອບສິດນໍາໃຊ້ຫຼືໃຫ້ເຊົ່າຕາມລະບຽບກົດໝາຍໂດຍຖືເອົາ
ການຍົກສະມັດຖະພາບຂອງດິນເປັນຕົ້ນຕໍແລະຫັນໄປສູ້ການ
ເຮັດກະເສດສຸມເທື່ອລະກ້າວ.
	ລັດເອົາໃຈໃສ່ຈັດສັນທີ່ດິນໃຫ້ປະຊາຊົນບັນດາເຜົ່າເພື່ອ
ທໍາການຜະລິດແບບຄົງທີ່ແນໃສ່ຫຼຸດຜ່ອນການຖາງປ່າເຮັດໄຮ່
ເທື່ອລະກ້າວແລະກ້າວໄປເຖິງການຢຸດຕິການຖາງປ່າເຮັດໄຮ່
ຢາງສິ້ນເຊີງ.
....ມາດຕາສິບສອງ:ປະເພດທີ່ດິນກະສິກໍາ

ມາດຕາສິບສອງ:ປະເພດທີ່ດິນກະສິກໍາ
	ທີ່ດິນກະສິກໍາແບ່ງອອກເປັນສອງປະເພດ:
	-ທີ່ດິນປູກຝັງ.
	-ທີ່ດິນລ້ຽງສັດ.

	ທີ່ດິນປູກຝັງແມ່ນທີ່ດິນນໍາໃຊ້ເຂົ້າໃນການປູກຝັງຊຶ່ງລວມມີ:
	-ທີ່ດິນທີ່ມີຄວາມຮາບພຽງ.
	-ທີ່ດິນເນີນຫຼືທີ່ດິນໂນນ.
	ທີ່ດິນລ້ຽງສັດແມ່ນປະເພດທີ່ດິນປອກໂລ້ນຫຼືປ່າຫຍ້າປະ
ເພດຕ່າງໆຊຶ່ງສາມາດຫັນມາປູກພືດແລະປູກຫຍ້າສໍາລັບລ້ຽງສັດ
ຫຼືດິນທີ່ສາມາດເຮັດໜອງເພື່ອລ້ຽງສັດນໍ້າ.
....ມາດຕາສິບສາມ:ການຫັນປ່ຽນທີ່ດິນກະສິກໍາ.

ມາດຕາສິບສາມ:ການຫັນປ່ຽນທີ່ດິນກະສິກໍາ.
	ການຫັນປ່ຽນທີ່ດິນກະສິກໍາປະເພດໜຶ່ງໄປສູ້ທີ່ດິນກະສິກໍາ
ອີກປະເພດໜຶ່ງຈະຕ້ອງໄດ້ຮັບອະນຸຍາດຈາກຂະແໜງການກະສິ
ກໍາແລະປ່າໄມ້ຕາມຂະໜາດເນື້ອທີ່ດິນທີ່ຈະຫັນ.
....ມາດຕາສິບສີ່:ການປັບປຸງທີ່ດິນກະສິກໍາ

ມາດຕາສິບສີ່:ການປັບປຸງທີ່ດິນກະສິກໍາ
	ບຸກຄົນແລະການຈັດຕັ້ງທີ່ໄດ້ທໍາການຜະລິດກະສິກໍາຕ້ອງ
ເອົາໃຈໃສ່ປັບປຸງດິນໃຫ້ມີຄວາມອຸດົມສົມບູນ,ສາມາດນໍາໃຊ້ໄດ້
ຢ່າງຍາວນານແລະມີປະສິດທິຜົນໃນການປູກຝັງແລະລ້ຽງສັດ
ດ້ວຍການນໍາໃຊ້ຝຸ່ນຕ່າງໆເຊັ່ນ:ຝຸ່ນຄອກ,ຝຸ່ນບົ່ມ,ຝຸ່ນຂຽວ,ຂີ້
ເຈຍ,ປູນ,ຖ່ານຕົມ,ຫີນກາວ.
	
....ມາດຕາສິບຫ້າ:ເງື່ອນໄຂການນໍາໃຊ້ທີ່ດິນກະສິກໍາ

ມາດຕາສິບຫ້າ:ເງື່ອນໄຂການນໍາໃຊ້ທີ່ດິນກະສິກໍາ
	ບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງຢາກນໍາໃຊ້ທີ່ດິນເພື່ອ
ທໍາການຜະລິດກະສິກໍານັ້ນຕ້ອງໄດ້ຮັບອະນຸຍາດຈາກລັດເສຍກ່ອນ
ຕາມທີ່ໄດ້ກໍານົດໄວ້ໃນວັກທີສອງ,ມາດຕາເຈັດຂອງກົດໝາຍວ່າ
ດ້ວຍທີ່ດິນ.
	ບຸກຄົນແລະການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ທີ່ດິນ
ກະສິກໍາຕາມທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງເທິງນີ້ຕ້ອງນໍາໃຊ້ເຂົ້າ
ໃນການຜະລິດກະສິກໍາຢ່າງຖືກຕ້ອງຕາມລະບຽບກົດໝາຍ.
	ຖ້າວ່າຜູ້ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ທີ່ດິນກະສິກໍາຫາກບໍ່
ປະຕິບັດຕາມເງື່ອນໄຂທີ່ໄດ້ກ່າວມາເທິງນີ້ພາຍໃນກໍານົດສາມປີ
ແລ້ວກໍ່ຈະໝົດສິດໃນການນໍາໃຊ້ທີ່ດິນດັ່ງກ່າວຕາມທີ່ໄດ້ກໍານົດ
ໄວ້ໃນມາດຕາສິບແປດຂອງກົດໝາຍວ່າດ້ວຍທີ່ດິນ.
...ໝວດທີ2ຊົນລະປະທານ


....ມາດຕາສິບຫົກ:ຊົນລະປະທານ

ມາດຕາສິບຫົກ:ຊົນລະປະທານ
	ຊົນລະປະທານແມ່ນການສະໜອງນໍ້າໃຫ້ແກ່ການຜະລິດ
ກະສິກໍາດ້ວຍວິທີການຕ່າງໆເຊັ່ນ:ການສ້າງອ່າງເກັບນໍ້າ,ການ
ເຮັດຝາຍນໍ້າລົ້ນ,ການເຮັດປະຕູນໍ້າແລະການສ້າງຄອງເໝືອງ.
....ມາດຕາສິບເຈັດ:ການນໍາໃຊ້ຊົນລະປະທານ

ມາດຕາສິບເຈັດ:ການນໍາໃຊ້ຊົນລະປະທານ
	ຍ້ອນການຜະລິດກະສິກໍາຂອງປະເທດເຮົາຍັງຂຶ້ນກັບທໍາ
ມະຊາດແລະຍັງມີໄພແຫ້ງແລ້ງແລະໄພນໍ້າຖ້ວມຂົ່ມຂູ່ເພື່ອເຮັດ
ໃຫ້ການຜະລິດມີປະສິດທິຜົນແລະກ້າວຂຶ້ນສູ້ການຜະລິດເປັນສິນ
ຄ້ານັ້ນມີຄວາມຈໍາເປັນຕ້ອງໄດ້ກໍ່ສ້າງຊົນລະປະທານເພື່ອຮັບ
ໃຊ້ການຜະລິດກະສິກໍາ.
	ການນໍາໃຊ້ຊົນລະປະທານເຂົ້າໃນການຜະລິດກະສິກໍາ
ຕ້ອງໃຫ້ຖືກຕາມກົດໝາຍວ່າດ້ວຍນໍ້າແລະຊັບພະຍາກອນແຫຼ່ງ
ນໍ້າ.
....ມາດຕາສິບແປດ:ການກໍ່ສ້າງແລະການຄຸ້ມຄອງຊົນລະປະທານ.

ມາດຕາສິບແປດ:ການກໍ່ສ້າງແລະການຄຸ້ມຄອງຊົນລະປະທານ.
	ກິດຈະການຊົນລະປະທານປະກອບດ້ວຍສາມຂະໜາດ:
	-ຊົນລະປະທານຂະໜາດນ້ອຍ.
	-ຊົນລະປະທານຂະໜາດກາງ.
	-ຊົນລະປະທານຂະໜາດໃຫຍ່.
	ຊົນລະປະທານຂະໜາດນ້ອຍແມ່ນຊົນລະປະທານທີ່
ກວມເອົາເນື້ອທີ່ການຜະລິດຕໍ່າກວ່າໜຶ່ງຮ້ອຍເຮັກຕາ.
	ຊົນລະປະທານຂະໜາດກາງແມ່ນຊົນລະປະທານທີ່ກວມ
ເອົາເນື້ອທີ່ການຜະລິດຕັ້ງແຕ່ໜຶ່ງຮ້ອຍຫາຫ້າຮ້ອຍເຮັກຕາ.
	ຊົນລະປະທານຂະໜາດໃຫຍ່ແມ່ນຊົນລະປະທານຊຶ່ງ
ກວມເນື້ອທີ່ການຜະລິດສູງກວ່າຫ້າຮ້ອຍເຮັກຕາຂຶ້ນໄປ.
	ຊົນລະປະທານຂະໜາດນ້ອຍແມ່ນຄອບຄົວ,ກຸ່ມຫຼືສະມາ
ຄົມຜູ້ນໍາໃຊ້ນໍ້າເປັນຜູ້ລົງທຶນກໍ່ສ້າງ,ຄຸ້ມຄອງແລະນໍາໃຊ້.ໃນກໍ
ລະນີທີ່ຈໍາເປັນລັດກໍ່ຈະຊຸກຍູ້,ປະກອບສ່ວນໃນການກໍ່ສ້າງຊົນລະ
ປະທານຂະໜາດນ້ອຍ.
	ຊົນລະປະທານຂະໜາດກາງແມ່ນລວມໝູ່ຫຼືສະມາຄົມຜູ້
ນໍາໃຊ້ນໍ້າເປັນຜູ້ລົງທຶນກໍ່ສ້າງ,ຄຸ້ມຄອງແລະນໍາໃຊ້ເອງ.ສໍາ
ລັບຊົນລະປະທານຂະໜາດກາງທີ່ມີເຕັກນິກສັບສົນແລະຮຽກ
ຮ້ອງທຶນຮອນສູງນັ້ນແມ່ນລັດກັບປະຊາຊົນຮ່ວມທຶນກັນກໍ່ສ້າງ
ແລ້ວມອບກໍາມະສິດໃຫ້ປະຊາຊົນຄຸ້ມຄອງແລະນໍາໃຊ້ເອງ.
	ຊົນລະປະທານຂະໜາດໃຫຍ່ແມ່ນລັດກັບປະຊາຊົນຮ່ວມ
ທຶນກັນກໍ່ສ້າງ.ໃນກໍລະນີທີ່ການຄຸ້ມຄອງຊົນລະປະທານດັ່ງກ່າວ
ຫາກບໍ່ມີເຕັກນິກສັບສົນນັ້ນແມ່ນມອບກໍາມະສິດໃຫ້ປະຊາຊົນ
ຄູ້ມຄອງ.ຖ້າວ່າການຄຸ້ມຄອງຊົນລະປະທານດັ່ງກ່າວຫາກມີ
ເຕັກນິກສັບສົນລັດຈະເຂົ້າຮ່ວມໃນການຄຸ້ມຄອງຊົນລະປະທານ
ດັ່ງກ່າວ.
....ມາດຕາສິບເກົ້າ:ອ່າງເກັບນໍ້າ

ມາດຕາສິບເກົ້າ:ອ່າງເກັບນໍ້າ
	ອ່າງເກັບນໍ້າແມ່ນລະບົບເກັບກັກນໍ້າດ້ວຍການຂຸດສະ,
ການຕັນນໍ້າຫ້ວຍ,ນໍ້າເຊເພື່ອໃຫ້ມີນໍ້າພຽງພໍແລະແຮໄວ້ແນ່ໃສ່
ຮັບປະກັນການຜະລິດກະສິກໍາ,ການໃຊ້ສອຍໃນຄອບຄົວ,ການ
ຄົງຕົວຂອງສິ່ງແວດລ້ອມທໍາມະຊາດແລະສັງຄົມ.
	
....ມາດຕາຊາວ:ຝາຍນໍ້າລົ້ນ

ມາດຕາຊາວ:ຝາຍນໍ້າລົ້ນ
	ຝາຍນໍ້າລົ້ນແມ່ນການຕັນສາຍນໍ້າເຊັ່ນ:ນໍ້າຫ້ວຍ,ນໍ້າ
ເຊເພື່ອຍົກລະດັບນ້ໍາໃຫ້ສູງຂຶ້ນແລ້ວນໍາເອົານໍ້າເຂົ້າສູ່ເນື້ອທີ່
ການຜະລິດກະສິກໍາ.
	
....ມາດຕາຊາວເອັດ:ການສູບນໍ້າ

ມາດຕາຊາວເອັດ:ການສູບນໍ້າ
	ການສູບນໍ້າແມ່ນການເອົານໍ້າຈາກໜ້າດິນຫຼືໃຕ້ດິນເພື່ອ
ມາຮັບໃຊ້ການຜະລິດກະສິກໍາດ້ວຍອຸປະກອນປະຖົມປະຖານຫຼືອຸ
ປະກອນທັນສະໄໝເຊັ່ນ:ຈັກສູບນໍ້າ,ກົງພັດ.
....ມາດຕາຊາວສອງ:ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມທໍາມະຊາດ

ມາດຕາຊາວສອງ:ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມ
ທໍາມະຊາດ
	ຜູ້ຄອບຄອງທີ່ດິນຕອນລຸ່ມຕ້ອງຍອມຮັບການໄຫຼເປັນປົກ
ກະຕິຂອງນໍ້າຕາມທໍາມະຊາດຈາກທີ່ດິນຕອນເທິງລົງສູ່ຫຼືຜ່ານທີ່
ດິນຂອງຕົນ.
	ໃນກໍລະນີທີ່ຜູ້ຄອບຄອງທີ່ດິນຕອນລຸ່ມຫາກໄດ້ກັກຕັນນໍ້າ
ຊຶ່ງໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ຄອບຄອງທີ່ດິນຕອນເທິງແລ້ວ
ຜູ້ຄອບຄອງທີ່ດິນຕອນລຸ່ມດັ່ງກ່າວນັ້ນກໍ່ຕ້ອງຮັບຜິດຊອບໃຫ້ແທນ
ຄ່າເສຍຫາຍທີ່ເກີດຂຶ້ນ.
	ຜູ້ຄອບຄອງທີ່ດິນຕອນເທິງບໍ່ມີສິດກີດກັ້ນການໄຫຼເປັນປົກ
ກະຕິຂອງນໍ້າຕາມທໍາມະຊາດລົງສູ່ທີ່ດິນຕອນລຸ່ມຊຶ່ງຈະສ້າງ
ຄວາມເສຍຫາຍໃຫ້ແກ່ຜູ້ຊົມໃຊ້ນໍ້າຢູ່ໃນທີ່ດິນຕອນລຸ່ມນັ້ນ.
	ໃນກໍລະນີທີ່ມີການກີດກັ້ນຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜູ້
ຊົມໃຊ້ນໍ້າຢູ່ທີ່ດິນຕອນລຸ່ມແລ້ວຜູ້ຄອບຄອງທີ່ດິນຕອນເທິງຈະ
ຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍຕາມກົດໝາຍ.
	
....ມາດຕາຊາວສາມ:ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມກົດໝາຍ

ມາດຕາຊາວສາມ:ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບຕາມ
ກົດໝາຍ
	ບຸກຄົນຫຼືການຈັດຕັ້ງທີ່ມີທີ່ດິນກະສິກໍາຢູ່ທາງກາງຫຼືຢູ່ສົ້ນ
ທີ່ດິນຂອງຜູ້ອື່ນຫາກບໍ່ມີເສັ່ນທາງອອກ,ບໍ່ມີຄອງນໍ້າຊົນລະປະ
ທານຫຼືໄຟຟ້າຜ່ານເຂົ້າໄປຮັບໃຊ້ການຜະລິດຂອງຕົນນັ້ນມີສິດ
ຮ້ອງຂໍສ້າງເສັ້ນທາງ,ຄອງຊົນລະປະທານຫຼືສາຍເນັ່ງໄຟຟ້າ
ຜ່ານທີ່ດິນຂອງຜູ້ອື່ນທີ່ຢຸ່ອ້ອມຂ້າງຕາມຄວາມເໝາະສົມແລະ
ຜູ້ຖືກຮ້ອງຂໍນັ້ນຕ້ອງອະນຸຍາດໃຫ້ຜ່ານຕາມການຮ້ອງຂໍຕາມ
ທີ່ໄດ້ກໍານົດໄວ້ໃນມາດຕາສາມສິບຫ້າຂອງກົດໝາຍວ່າດ້ວຍ
ນໍ້າແລະຊັບພະຍາກອນແຫຼ່ງນໍ້າ,ມາດຕາຫົກສິບເອັດຂອງກົດ
ໝາຍວ່າດ້ວຍທີ່ດິນແລະມາດຕາຊາວແປດຂອງກົດໝາຍວ່າ
ດ້ວຍໄຟຟ້າ.
	ຖ້າການສ້າງເສັ້ນທາງ,ຄອງຊົນລະປະທານຫຼືເນັ່ງສາຍ
ໄຟຟ້າຜ່ານທີ່ດິນຂອງບຸກຄົນອື່ນຫາກໄດ້ກໍ່ຄວາມເສຍຫາຍໃຫ້
ແກ່ບຸກຄົນທີ່ອະນຸຍາດໃຫ້ຜ່ານນັ້ນຜູ້ໄດ້ຮັບສິດໃນການຜ່ານເຂົ້າ
ໄປຫາເນື້ອທີ່ດິນກະສິກໍາຂອງຕົນຕ້ອງໃຊ້ແທນຄ່າເສຍຫາຍ
ຕາມກົດໝາຍ.
	ໃນກໍລະນີທີ່ຜູ້ໃຫ້ທາງຜ່ານຫາກໄດ້ຮັບຜົນປະໂຫຍດນໍາ
ແລ້ວກໍ່ບໍ່ໃຫ້ຮຽກຮ້ອງຕ່າເສຍຫາຍເວັ້ນເສຍແຕ່ການໃຫ້ທາງ
ຜ່ານນັ້ນຫາກໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ກ່ຽວຫຼາຍກວ່າ
ຜົນປະໂຫຍດທີ່ໄດ້ຮັບ.
...ໝວດທີ3ແນວພັນພືດແລະແນວພັນສັດ


....ມາດຕາຊາວສີ່:ແນວພັນພືດ

ມາດຕາຊາວສີ່:ແນວພັນພືດ
	ແນວພັນພືດແມ່ນແນວພັນຂອງພືດລົ້ມລຸກຫຼືພືດຢືນຕົ້ນ
ຊຶ່ງອາດຈະແມ່ນແນວພັນບໍລິສຸດ,ແນວພັນປະສົມຫຼືແນວພັນພື້ນ
ເມືອງທີ່ໄດ້ຜ່ານການປັບປຸງ,ພັດທະນາ,ຂະຫຍາຍຫຼືສ້າງເປັນ
ແນວພັນໃໝ່ທີ່ມີປະສິດທິພາບສູງຕາມຂະບວນການທາງດ້ານ
ວິທະຍາສາດເຕັກນິກໂດຍໄດ້ຜ່ານການຮັບຮອງແລະອະນຸຍາດ
ໃຫ້ນໍາໃຊ້ເຂົ້າໃນການຜະລິດຈາກກະຊວງກະສິກໍາແລະປ່າໄມ້.
....ມາດຕາຊາວຫ້າ:ແນວພັນສັດ

ມາດຕາຊາວຫ້າ:ແນວພັນສັດ
	ແນວພັນສັດແມ່ນແນວພັນຂອງສັດປະເພດຕ່າງໆຊຶ່ງປະ
ກອບດ້ວຍແນວພັນບໍລິສຸດ,ແນວພັນປະສົມແລະແນວພັນພື້ນເມືອງ
ລວມທັງສັດບົກແລະສັດນໍ້າທີ່ມີການຈະເລີນເຕີບໃຫຍ່ໄວ,ສາມາດ
ຕອບສະໜອງຜົນຜະລິດໄດ້ຫຼາຍ,ມີຄຸນນະພາບດີແລະແມ່ນສາຍ
ພັນທີ່ໄດ້ຜ່ານການຄັດເລືອກ,ປັບປຸງ,ຂະຫຍາຍຫຼືສ້າງເປັນແນວ
ພັນໃໝ່ຕາມຂະບວນການທາງດ້ານວິທະຍາສາດເຕັກນິກທີ່ໄດ້
ຜ່ານການຮັບຮອງແລະອະນຸຍາດໃຫ້ນໍາໃຊ້ເຂົ້າໃນການຜະລິດ
ຈາກກະຊວງກະສິກໍາແລະປ່າໄມ້.
....ມາດຕາຊາວຫົກ:ການນໍາໃຊ້ແນວພັນ

ມາດຕາຊາວຫົກ:ການນໍາໃຊ້ແນວພັນ
	ລັກຊຸກຍູ້ໃຫ້ປະຊາຊົນຜະລິດແລະນໍາໃຊ້ແນວພັນພືດແລະ
ແນວພັນສັດທີ່ມີຄຸນນະພາບດີແລະເໝາະສົມກັບຈຸດພິເສດແຕ່ລະ
ທ້ອງຖິ່ນຂອງປະເພດເພື່ອໃຫ້ການຜະລິດມີປະສິດທິຜົນສູງ.
	ການນໍາແນວພັນພືດຫຼືແນວພັນສັດເຂົ້າມາພາຍໃນປະເທດ
ຫຼືສົ່ງອອກຕ່າງປະເທດຕ້ອງໄດ້ຮັບອະນຸຍາດຈາກຂະແໜງກະສິ
ກໍາແລະປ່າໄມ້.
...ໝວດທີ4ຝຸ່ນແລະອາຫານສັດ


....ມາດຕາຊາວເຈັດ:ຝຸ່ນ

ມາດຕາຊາວເຈັດ:ຝຸ່ນ
	ຝຸ່ນແມ່ນວັດສະດຸຊຶ່ງມີສ່ວນປະສົມຂອງທາດອິນຊີແລະ
ທາດເຄມີຕ່າງໆທີ່ເປັນທາດອາຫານຈໍາເປັນສໍາລັບພືດເພື່ອຊ່ວຍ
ໃຫ້ພືດໃຫຍ່ໄວແລະມີຄຸນນະພາບດີລວມທັງປັບປຸງດິນປູກຝັງໃຫ້
ອຸດົມສົມບູນ.
....ມາດຕາຊາວແປດ:ປະເພດຝຸ່ນ

ມາດຕາຊາວແປດ:ປະເພດຝຸ່ນ
	ຝຸ່ນທີ່ນໍາເຂົ້າໃນການຜະລິດກະສິກໍາໃນສາທາລະນະລັດ
ປະຊາທິປະໄຕປະຊາຊົນລາວມີສອງປະເພດຄື:ຝຸ່ນວິທະຍາສາດ
ແລະຝຸ່ນອົງຄະທາດ.
	ຝຸ່ນວິທະຍາສາດແມ່ນຝຸ່ນທີ່ປະກອບດ້ວຍສານເຄມີປະ
ເພດດຽວຫຼືປະເພດປະສົມຊຶ່ງເປັນອາຫານໂດຍກົງຂອງພືດເຊັ່ນ:
ຝຸ່ນອາສົດ,ຝຸ່ນຝົດສະຟໍ,ຝຸານໂປຕັດຊຽມແລະອື່ນໆ.
	ຝຸ່ນອົງຄະທາດແມ່ນຝຸ່ນທີ່ປະກອບດ້ວຍການສະສົມທາດ
ຕ່າງໆຈາກການສະຫຼາຍຕົວຂອງເສດເຫຼືອຊາກພືດ,ຊາກສັດ
ແລະໂລຫະທາດຫຼາຍຊະນິດຊຶ່ງເປັນອາຫານທາງອ້ອມຂອງພືດ
ລວມທັງຊ່ວຍປັບປຸງຄຸນນະພາບຂອງດິນເຊັ່ນ:ຝຸ່ນບົ່ມ,ຝຸ່ນມູນສັດ
ແລະອື່ນໆ.
....ມາດຕາຊາວເກົ້າ:ການນໍາໃຊ້ຝຸ່ນ

ມາດຕາຊາວເກົ້າ:ການນໍາໃຊ້ຝຸ່ນ
	ການນໍາໃຊ້ຝຸ່ນທຸກຊະນິດຕ້ອງປະຕິບັດໃຫ້ຖືກຕ້ອງຕາມ
ລະບຽບການນໍາໃຊ້ຝຸ່ນຢ່າງເຄັ່ງຄັດເຊັ່ນ:ນໍາໃຊ້ໃຫ້ຖືກຕາມຈຸດ
ປະສົງ,ປະເພດແລະປະລິມານເພື່ອເຮັດໃຫ້ການນໍາໃຊ້ຝຸ່ນມີປະ
ສິດທິພາບ,ຮັບປະກັນບໍ່ໃຫ້ເປັນອັນຕະລາຍຕໍ່ຊີວິດ,ສຸຂະພາບຂອງ
ຄົນແລະສັດ.
	ກະຊວງກະສິກໍາແລະປ່າໄມ້ເປັນຜູ້ວາງລະບຽບກ໋ຽວກັບ
ການນໍາໃຊ້ຝຸ່ນແລະກໍານົດປະເພດຂອງຝຸ່ນທີ່ເປັນອັນຕະລາຍ
ຮ້າຍອຮງທີ່ຫ້າມນໍາໃຊ້.ພ້ອມກັນນີ້ກໍ່ຕ້ອງຊ່ວຍເຫຼືອຝຶກອົບຮົມ,
ຊຸກຍູ້ໃຫ້ຊາວກະສິກອນໄດ້ນໍາໃຊ້ຝຸ່ນອົງຄະທາດເປັນຕົ້ນຕໍແລະ
ນໍາໃຊ້ຝຸ່ນໃຫ້ຖືກຕ້ອງຕາມວິທີການ,ມາດຕະຖານເຕັກນິກແລະ
ທັນກັບລະດູການຜະລິດ.
....ມາດຕາສາມສິບ:ອາຫານສັດ

ມາດຕາສາມສິບ:ອາຫານສັດ
	ອາຫານສັດແມ່ນວັດສະດຸທີ່ນໍາມາລ້ຽງສັດຊຶ່ງໄດ້ມາຈາກ
ທໍາມະຊາດ,ການຜະລິດຫຼືການປຸ່ງແຕ່ງຈາກຜະລິດຕະຜົນກະສິກໍາ
ແລະທາດອື່ນໆທີ່ມີຄຸນນະພາບທາງດ້ານໂພຊະນາການ.
	ອາຫານສັດປະກອບດ້ວຍສາມປະເພດຄື:
	-ອາຫານສົດເຊັ່ນ:ຫຍ້າຂຽວ,ເມັດພືດ.
	-ອາຫານປຸ່ງແຕ່ງເບື້ອງຕົ້ນເຊັ່ນ:ຮໍາ,ເຟືອງ,ຫຍ້າບົ່ມ,ຫຍ້າ
ແຫ້ງ.
	-ອາຫານສໍາເລັດຮູບເຊັ່ນ:ອາຫານປຸງແຕ່ງຂຶ້ນຕາມສູດໂພສະ
ນາການສໍາລັບແຕ່ລະປະເພດສັດ.
....ມາດຕາສາມສິບເອັດ:ການຄຸ້ມຄອງຝຸ່ນແລະອາຫານສັດ

ມາດຕາສາມສິບເອັດ:ການຄຸ້ມຄອງຝຸ່ນແລະອາຫານສັດ
	ກະຊວງກະສິກໍາແລະປ່າໄມ້ເປັນຜູ້ກໍານົດລະບຽບການ
ກ່ຽວກັບການຄຸ້ມຄອງຝຸ່ນວິທິຍາສາດ,ຝຸ່ນອົງຄະທາດແລະອາ
ຫານສັດໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ:ຂະ
ແໜງອຸດສາຫະກໍາແລະຫັດຖະກໍາ,ການຄ້າ,ການເງິນ,ທະນາ
ຄານ,ອົງການວິທະຍາສາດ,ເຕັກໂນໂລຊີແລະສິ່ງແວດລ້ອມ
ເພື່ອກໍານົດປະເພດ,ຄຸນນະພາບຂອງຝຸ່ນ,ຄຸ້ມຄອງການນໍາເຂົ້າ,
ການຂົນສົ່ງ,ການຈໍາໜ່າຍ,ການເກັບຮັກສາ,ການຫຸ້ມຫໍ່ແລະ
ກິດຈະການອື່ນໆທີ່ກ່ຽວພັນກັບຝຸ່ນເພື່ອຮັບປະກັນໃຫ້ຝຸ່ນທຸກຊະ
ນິດມີສ່ວນປະສົມຖືກຕ້ອງຕາມສູດ,ມີຄຸນນະພາບດີພ້ອມທັງຊຸກ
ຍູ້ໃຫ້ມີການຜະລິດຝຸ່ນແລະອາຫານສັດຢູ່ພາຍໃນປະເທດ.
...ໝວດທີ5ຢາປາບສັດຕູພືດແລະຢາປົວສັດ


....ມາດຕາສາມສິບສອງ:ຢາປາບສັດຕູພືດ

ມາດຕາສາມສິບສອງ:ຢາປາບສັດຕູພືດ
	ຢາປາບສັດຕູພືດແມ່ນສານທີ່ມີປະຕິກິລິຍາທາງເຄມີເພື່ອ
ນໍາເຂົ້າໃນການປ້ອງກັນ,ກໍາຈັດສັດຕູພືດທີ່ກໍ່ໃຫ້ເກີດຄວາມເສຍ
ຫາຍແກ່ການປູກຝັງລວມທັງສານເຄມີທີ່ນໍາໃຊ້ໃນການເກັບມ້ຽນ,
ຮັກສາແລະການຂົນສົ່ງ.
	ຢາປາບສັດຕູພືດໄດ້ມາຈາກການປະສົມທາດເຄມີຕ່າງໆ
ຊຶ່ງປຸງແຕ່ງຈາກໂຮງງານຫຼືສະກັດຈາກພືດໂດຍກົງຊຶ່ງເອີ້ນວ່າ
ຢາປາບສັດຕູພືດພື້ນເມືອງ.
....ມາດຕາສາມສິບສາມ:ຢາປົວສັດ

ມາດຕາສາມສິບສາມ:ຢາປົວສັດ
	ຢາປົວສັດແມ່ນສານທີ່ມີປະຕິກິລິຍາທາງເຄມີ,ປະກອບ
ດ້ວຍສ່ວນປະສົມຂອງທາດເຄມີຫຼືສະກັດໂດຍກົງຈາກພືດຫຼືສັດ
ຊຶ່ງມີຄຸນລັກຊະນະເປັນຢາເພື່ອນໍາໃຊ້ເຂົ້າໃນການປ້ອງກັນແລະ
ປົວພະຍາດຂອງສັດລ້ຽງທຸກຊະນິດ.
....ມາດຕາສາມສິບສີ່:ການນໍາໃຊ້ຢາປາບສັດຕູພືດແລະຢາປົວສັດ

ມາດຕາສາມສິບສີ່:ການນໍາໃຊ້ຢາປາບສັດຕູພືດແລະຢາປົວສັດ
	ຜູ້ທີ່ນໍາຢາປາບສັດຕູພືດຫຼືຢາປົວສັດຕ້ອງປະຕິບັດໃຫ້ຖືກ
ຕ້ອງຕາມຈຸດປະສົງແລະລະບຽບການນໍາໃຊ້ຢ່າງເຄັ້ງຄັດລວມ
ທັງການເກັບມ້ຽນຮັກສາຢາດັ່ງກ່າວເພື່ອເຮັດໃຫ້ການນໍາໃຊ້
ຢາປາບສັດຕູພືດຫຼືຢາປົວສັດມີປະສິດທິພາບທັງຮັບປະກັນບໍ່ໃຫ້
ເປັນອັນຕະລາຍຕໍ່ຊີວິດ,ສຸຂະພາບຂອງຄົນແລະສັດ.
....ມາດຕາສາມສິບຫ້າ:ການຄຸ້ມຄອງຢາປາບສັດຕູພືດແລະຢາປົວສັດ

ມາດຕາສາມສິບຫ້າ:ການຄຸ້ມຄອງຢາປາບສັດຕູພືດແລະຢາ
ປົວສັດ
	ກະຊວງກະສິກໍາແລະປ່າໄມ້ເປັນຜູ້ກໍານົດລະບຽບການ
ກ່ຽວກັບການຄຸ້ມຄອງຢາປາບສັດຕູພືດແລະຢາປົວສັດໂດຍປະ
ສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ:ອົງການວິທະຍາ
ສາດ,ເຕັກໂນໂລຊີແລະສິ່ງແວດລ້ອມ,ກະຊວງສາທາລະນະ
ສຸກ,ກະຊວງອຸດສາຫະກໍາແລະຫັດຖະກໍາ,ກະຊວງການຄ້າ,ກະ
ຊວງການເງິນເພື່ອກໍານົດປະເພດ,ຄຸນນະພາບຂອງຢາທີ່ເປັນ
ອັນຕະລາຍແລະປະເພດຫ້າມນໍາໃຊ້,ຄຸ້ມຄອງການນໍາເຂົ້າ,
ການຂົນສົ່ງ,ການຈໍາໜ່າຍ,ການເກັບຮັກສາແລະກິດຈະການ
ອື່ນໆທີ່ກ່ຽວຂ້ອງກັບຢາປາບສັດຕູພືດຫຼືຢາປົວສັດເພື່ອຮັບປະ
ກັນໃຫ້ປະເພດຢາຕ່າງໆດັ່ງກ່າວມີສ່ວນປະສົມຖືກຕ້ອງຕາມ
ສູດ,ຕາມມາດຕະຖານເຕັກນິກແລະມີຄຸນນະພາບດີ.
	ຢາປາບສັດຕູພືດແລະຢາປົວສັດທຸກປະເພດທີ່ໄດ້ຮັບອະ
ນຸຍາດໃຫ້ນໍາໃຊ້ແລະຈໍາໜ່າຍນັ້ນຕ້ອງຕິດສະຫຼາກຢ່າງຈະ
ແຈ້ງ,ເຫັນໄດ້ງ່າຍແລະສາມາດເຂົ້າໃຈໄດ້ຊຶ່ງຈະຕ້ອງບົ່ງ
ບອກຄຸນລັກສະນະ,ຊະນິດສານເຄມີ,ວິທີແລະກໍານົດເວລາ
ການນໍາໃຊ້ຢ່າງລະອຽດ,ຄວາມເປັນອັນຕະລາຍພ້ອມທັງແນະ
ນໍາວິທີແກ້ພິດໃນເບຶ້ອງຕົ້ນ.
...ໝວດທີ6ເຄື່ອງມືແລະພາຫະນະກົນຈັກການກະສເດ


....ມາດຕາສາມສິບຫົກ:ເຄື່ອງມືແລະພາຫະນະກົນຈັກການກະເສດ.

ມາດຕາສາມສິບຫົກ:ເຄື່ອງມືແລະພາຫະນະກົນຈັກການກະເສດ.
	ເຄື່ອງມືແລະພາຫະນະກົນຈັກການກະເສດແມ່ນເຄື່ອງມື
ແລະພາຫະນະກົນຈັກທີ່ນໍາໃຊ້ເຂົ້າໃນການປູກຝັງແລະລ້ຽງສັດ
ຊຶ່ງລວມມີ:
	-ເຄື່ອງມືແລະພາຫະນະກົນຈັກທີ່ຮັບໃຊ້ການບຸກເບີກເນື້ອທີ່
ດິນປູກຝັງຫຼືລ້ຽງສັດ,ການດັດແປງໜ້າດິນ,ການໄຖ,ຄາດ,ປັກ
ດໍາ,ເສຍຫຍ້າ,ໃສ່ຝຸ່ນ,ປ້ອງກັນຫຼືປາບສັດຕູພືດ,ເກັບກ່ຽວ,ຟາດ,
ເກັບຮັກສາ,ສີ,ບົດແລະຂົນສົ່ງຊຶ່ງປະກອບດ້ວຍເຄື່ອງມືງ່າຍດາຍ,
ປະຖົມປະຖານເຊັ່ນ:ຈົກ,ຊ້ວນ,ສຽມ,ກວຽນແລະພາຫະນະກົນຈັກ
ທັນສະໄໝເຊັ່ນ:ລົດດຸດ,ລົດໄຖ,ຈັກຟາດເຂົ້າ...
	-ເຄື່ອງມີແລະພາຫະນະກົນຈັກປ້ອງກັນ,ຮັກສາ,ລ້ຽງແລະ
ປິ່ນປົວສັດ.
	-ເຄື່ອງມືຕົບແຕ່ງ,ຄັດເລືອກຜົນຜະລິດກະສິກໍາ,ແຊ່ເຢັນ
ແລະອື່ນໆ.
....ມາດຕາສາມສິບເຈັດ:ການຜະລິດເຄື່ອງມືແລະພາຫະນະກົນຈັກການກະເສດ

ມາດຕາສາມສິບເຈັດ:ການຜະລິດເຄື່ອງມືແລະພາຫະນະກົນຈັກ
ການກະເສດ
	ກະຊວງອຸດສາຫະກໍາແລະຫັດຖະກໍາເປັນຜູ້ກໍານົດລະບຽບ
ການແລະມາດຕະຖານເຕັກນິກໃນການນໍາເຂົ້າຫຼືຜະລິດບັນດາ
ເຄື່ອງມືແລະພາຫະນະກົນຈັກການກະເສດໂດຍປະສານສົມທົບ
ກັບກະຊວງກະສິກໍາແລະປ່າໄມ້ແລະອົງການວິທິຍາສາດ,ເຕັກ
ໂນໂລຊີແລະສິ່ງແວດລ້ອມ.
	
...ໝວດທີ7ສາງເກັບມ້ຽນ


....ມາດຕາສາມສິບແປດ:ສາງເກັບມ້ຽນ

ມາດຕາສາມສິບແປດ:ສາງເກັບມ້ຽນ
	ສາງເກັບມ້ຽນແມ່ນອາຄານ,ສະຖານທີ່ສໍາລັບເກັບມ້ຽນ
ຜົນຜະລິດກະສິກໍາ,ຝຸ່ນແລະອາຫານສັດ,ຢາປາບສັດຕູພືດແລະ
ຢາປົວສັດ,ຮັກສາຄຸນນະພາບໃຫ້ຍາວນານຊຶ່ງລວມມີ:ເລົ້າເຂົ້າ,
ສາງເກັບມ້ຽນເມັດພືດ,ແນວພັນ,ຝຸ່ນ,ອາຫານສັດ,ສາງເຢັນ
ສໍາລັບເກັບມ້ຽນຜັກ,ໝາຍໄມ້,ຊີ້ນສົດ,ນົມສົດແລະສາງສະເພາະ
ເພື່ອເກັບມ້ຽນຢາປາບສັດຕູພືດແລະຢາປົວສັດ.
	
....ມາດຕາສາມສິບເກົ້າ:ການສ້າງສາງເກັບມ້ຽນ

ມາດຕາສາມສິບເກົ້າ:ການສ້າງສາງເກັບມ້ຽນ
	ການສ້າງສາງເກັບມ້ຽນຕ້ອງຮັບປະກັນໃຫ້ຖືກຕ້ອງຕາມ
ລະບຽບການແລະມາດຕະຖານເຕັກນິກທີ່ກະຊວງກະສິກໍາແລະປ່າ
ໄມ້ວາງອອກ,ພ້ອມກັນນັ້ນກໍ່ຕ້ອງໃຫ້ຖືກຕ້ອງຕາມລະບຽບຂອງຜັງ
ເມືອງ.
	
...ໝວດທີ8ການປຸງແຕ່ງຜົນຜະລິດກະສິກໍາ


....ມາດຕາສີ່ສິບ:ການປຸງແຕ່ງຜົນຜະລິດກະສິກໍາ

ມາດຕາສີ່ສິບ:ການປຸງແຕ່ງຜົນຜະລິດກະສິກໍາ
	ການປຸງແຕ່ງຜົນຜະລິດກະສິກໍາແມ່ນການນໍາເອົາໝາກ
ຜົນທີ່ໄດ້ມາຈາກການປູກຝັງ,ລ້ຽງສັດແລະການປະມົງມາປຸງ
ແຕ່ງໃຫ້ເປັນຜະລິດຕະພັນເຄິ່ງສໍາເລັດຮູບ,ການເຮັດເຄື່ອງກະ
ປ໋ອງ,ການສະກັດນໍ້າມັນພືດ,ການຜະລິດເປັນເຄື່ອງໃຊ້ສອຍແລະ
ອື່ນໆ.
....ມາດຕາສີ່ສິບເອັດ:ການສ້າງໂຮງຫັດຖະກໍາແລະໂຮງງານປຸງແຕ່ງຜົນຜະລິດກະສິກໍາ

ມາດຕາສີ່ສິບເອັດ:ການສ້າງໂຮງຫັດຖະກໍາແລະໂຮງງານປຸງ
ແຕ່ງຜົນຜະລິດກະສິກໍາ
	ການສ້າງໂຮງຫັດຖະກໍາແລະໂຮງງານປຸງແຕ່ງຜົນຜະ
ລິດກະສິກໍາຕ້ອງຮັບປະກັນໃຫ້ຖືກຕາມລະບຽບການແລະມາດຕະ
ຖານເຕັກນິກທີ່ກະຊວງອຸດສາຫະກໍາແລະຫັດຖະກໍາແລະກະຊວງ
ສາທາລະນະສຸກວາງອອກ,ພ້ອມກັນນັ້ນກໍ່ໃຫ້ຖືກຕ້ອງຕາມລະບຽບ
ຂອງຜັງເມືອງ.
	
...ໝວດທີ9ຕະຫຼາດກະສິກໍາ


....ມາດຕາສີ່ສິບສອງ:ຕະຫຼາດກະສິກໍາ

ມາດຕາສີ່ສິບສອງ:ຕະຫຼາດກະສິກໍາ
	ຕະຫຼາດກະສິກໍາແມ່ນບ່ອນຊື້ຂາຍຜົນຜະລິດກະສິກໍາລະ
ຫວ່າງຜູ້ຜະລິດແລະຜູ້ຊົມໃຊ້ລວມທັງການນໍາເອົາຜົນຜະລິດກະ
ສິກໍາອອກສູ່ຂອດຈໍລະຈອນທົ່ວໄປ.ຕະຫຼາດກະສິກໍາມີຄວາມສໍາ
ຄັນຕໍ່ການຊຸກຍູ້ຂະບວນການຜະລິດກະສິກໍາຢູ່ສາທາລະນະລັດປະ
ຊາທິປະໄຕປະຊາຊົນລາວແນໃສ່ຕອບສະໜອງສະບຽງອາ
ຫານຢ່າງພຽງພໍແລະເປັນສິນຄ້າສົ່ງອອກ.
....ມາດຕາສີ່ສິບສາມ:ການສ້າງຕະຫຼາດກະສິກໍາ

ມາດຕາສີ່ສິບສາມ:ການສ້າງຕະຫຼາດກະສິກໍາ
	ຕະຫຼາດກະສິກໍາຕ້ອງສ້າງຂຶ້ນຢ່າງກວ້າງຂວາງດ້ວຍ
ຫຼາຍຮູບການ,ຫຼາຍລະດັບທັງຢູ່ພາຍໃນແລະຕ່າງປະເທດເພື່ອ
ເປັນບ່ອນຈໍາໜ່າຍຜົນຜະລິດກະສິກໍາ,ສ້າງຕັ້ງສະຫະກອນແລະ
ບໍລິສັດຜູກພັນຊື້-ຂາຍກັບຊາວກະສິກອນໂດຍກົງ,ສ້າງຕັ້ງບໍລິສັດ
ສົ່ງອອກຜະລິດຕະຜົນກະສິກໍາ.
	
...ໝວດທີ10ການພົວພັນຮ່ວມມືກັບຕ່າງປະເທດທາງກ້ານກະສິກໍາ


....ມາດຕາສີ່ສິບສີ່:ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານເຕັກນິກ

ມາດຕາສີ່ສິບສີ່:ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານ
ເຕັກນິກ
	ລັດເປີດກວ້າງການຮ່ວມມືກັບສາກົນທາງດ້ານກະສິກໍາ
ເພື່ອແລກປ່ຽນບົດຮຽນ,ວິຊາການ,ການຄຸ້ມຄອງ,ນໍາໃຊ້ວິທະຍາ
ສາດ,ເຕັກໂນໂລຊີທີ່ທັນສະໄໝເພື່ອມາພັດທະນາກິດຈະການກະ
ສິກໍາຂອງປະເທດເຮົາໃຫ້ມີການຂະຫຍາຍຕົວແລະມີປະສິດທິພາບ
ສູງ.
....ມາດຕາສີ່ສິບຫ້າ:ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານເສດຖະກິດ

ມາດຕາສີ່ສິບຫ້າ:ການພົວພັນຮ່ວມມືກັບຕ່າງປະເທດທາງດ້ານ
ເສດຖະກິດ
	ສາທາລະນະລັດປະຊາທິປະໄຕປະຊາຊົນລາວຍາດແຍ່ງ
ທຶນຮອນຈາກຕ່າງປະເທດເພື່ອມາເສີມຂະຫຍາຍປູກຝັງ,ລ້ຽງສັດ
ລວມທັງການດຶງດູດການລົງທຶນຂອງຕ່າງປະເທດເຂົ້າໃນກິດຈະ
ການກະສິກໍາ.
	
..ພາກທີ3ການລົງທຶນໃສ່ກິດຈະການກະສິກໍາ


...ມາດຕາສີ່ສິບຫົກ:ການລົງທຶນໃສ່ກິດຈະການກະສິກໍາ

ມາດຕາສີ່ສິບຫົກ:ການລົງທຶນໃສ່ກິດຈະການກະສິກໍາ
	ການລົງທຶນໃສ່ກິດຈະການການກະສິກໍາແມ່ນການລົງທຶນ
ໃສ່ການປູກຝັງ,ລ້ຽງສັດແລະການປະມົງເພື່ອທໍາການຜະລິດຫຼືດໍາ
ເນີນທຸລະກິດກ່ຽວກັບກະສິກໍາ.
...ມາດຕາສີ່ສິບເຈັດ:ຮູບການລົງທຶນ

ມາດຕາສີ່ສິບເຈັດ:ຮູບການລົງທຶນ	
	ຮູບການລົງທຶນໃສ່ການຜະລິດກະສິກໍາປະກອບມີ:
	-ການລົງທອນຂອງຫົວໜ່ວຍຄອບຄົວ.
	-ການລົງທຶນແບບຮ່ວມມືຂອງປະຊາຊົນ.
	-ການລົງທຶນຂອງເອກະຊົນ.
	-ການລົງທຶນຂອງລັດແຕ່ຝ່າຍດຽວໃນກໍລະນີທີ່ບໍ່ພາກ
ສ່ວນເສດຖະກິດອື່ນມາລົງທຶນແຕ່ການລົງທຶນດັ່ງກ່າວຜັດມີ
ຄວາມສໍາຄັນແລະຈໍາເປັນສໍາລັບຜົນປະໂຫຍດຂອງປະຊາຊົນ
ບັນດາເຜົ່າ.
	-ການລົງທຶນຂອງລັດກັບເອກະຊົນພາຍໃນປະເທດ
ຫຼືຕ່າງປະເທດ.
	-ການລົງທຶນຂອງເອກະຊົນພາຍໃນກັບຕ່າງປະເທດ.
	-ການລົງທຶນຂອງຕ່າງປະເທດແຕ່ຝ່າຍດຽວ.
	
	ການລົງທຶນໃສ່ການຜະລິດກະສິກໍາແບ່ງອອກເປັນສາມ
ຂະໜາດ:
	-ການຜະລິດແລະທຸລະກິດກະສິກໍາຂະໜາດນ້ອຍ.
	-ການຜະລິດແລະທຸລະກິດກະສິກໍາຂະໜາດກາງ.
	-ການຜະລິດແລະທຸລະກິດກະສິກໍາຂະໜາດໃຫຍ່.
	ກະຊວງກະສິກໍາແລະປ່າໄມ້ເປັນຜຸ້ກໍານົດຂະໜາດການ
ຜະລິດແລະທຸລະກິດກະສິກໍາໂດຍປະສານສົບທົບກັບຄະນະກໍາ
ມະການຄຸ້ມຄອງແລະສົ່ງເສີມການລົງທຶນ.
	
..ພາກທີ4ການສົ່ງເສີມການຜະລິດກະສິກໍາ


...ມາດຕາສີ່ສິບແປດ:ຈຸດປະສົງ

ມາດຕາສີ່ສິບແປດ:ຈຸດປະສົງ
	ການສົ່ງເສີມການຜະລິດກະສິກໍາມີຈຸດປະສົງແນໃສ່ໃຫ້ຜະ
ລິດຕະຜົນກະສິກໍາຮັບປະກັນທາງດ້ານປະລິມານແລະຄຸນນະພາບ
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ,ມີສ່ວນ
ແຮໄວ້ແລະເພື່ອຂາຍເປັນສິນຄ້າ.
	
...ມາດຕາສີ່ສິບເກົ້າ:ເນື້ອໃນການສົ່ງເສີມການຜະລິດກະສິກໍາ

ມາດຕາສີ່ສິບເກົ້າ:ເນື້ອໃນການສົ່ງເສີມການຜະລິດກະສິກໍາ
	ເພື່ອຮັບປະກັນໃຫ້ການຜະລິດກະສິກໍາມີປະສິດທິຜົນສູງນັ້ນ
ການສົ່ງເສີມການຜະລິດກະສິກໍາຕ້ອງດໍາເນີນຢ່າງຄົບຊຸດຊຶ່ງປະ
ກອບດ້ວຍ:
	-ທຶນແລະກອງທຶນສົ່ງເສີມ.
	-ແນວພັນພືດແລະແນວພັນສັດ.
	-ຝຸ່ນແລະອາຫານສັດ.
	-ຢາປາບສັດຕູພືດແລະຢາປົວສັດ.
	-ເຄື່ອງມືແລະພາຫະນະກົນຈັກການກະເສດ.
	-ຊົນລະປະທານ.
	-ວິຊາການ.
	-ຂໍ້ມູນຂ່າວສານດ້ານກະສິກໍາ.
	-ສູນຄົ້ນຄວ້າແລະສະຖານນີ້ທົດລອງ.
	-ການຝຶກອົບຮົມຊາວກະສິກອນ.
	-ສາງ,ໂຮງອົບແລະຫ້ອງເຢັນ.
	-ການປຸງແຕ່ງຜະລິດຕະຜົນກະສິກໍາ.
	-ທະນາຄານເມັດພືດແລະທະນາຄານສັດ.
	-ການຕະຫຼາດ.
	-ລາຄາ.
	-ການປົກປ້ອງຜົນປະໂຫຍດຂອງຊາວກະສິກອນ.
...ມາດຕາຫ້າສິບ:ທຶນແລະກອງທຶນສົ່ງເສີມ.

ມາດຕາຫ້າສິບ:ທຶນແລະກອງທຶນສົ່ງເສີມ.
	ທຶນແລະກອງທຶນສົ່ງເສີມແມ່ນພາຫະນະທາງດ້ານການ
ເງິນທີ່ນໍາໃຊ້ເຂົ້າໃນການຜະລິດກະສິກໍາ.ລັດຈະສົ່ງເສີມໃຫ້ປະຊາ
ຊົນກູ້ຢືມທຶນມາທໍາການຜະລິດກະສິກໍາເປັນແຕ່ລະໄລຍະຄື:ໄລຍະ
ສັ້ນ,ໄລຍະກາງແລະໄລຍະຍາວດ້ວຍດອກເບ້ຍທີ່ມີລັກສະນະສົ່ງ
ເສີມພ້ອມທັງດຶງດູດການຊ່ວຍເຫຼືອຈາກຕ່າງປະເທດເພື່ອມາຊຸກ
ຍູ້ການຜະລິດກະສິກໍາ.
	ໃນກໍລະນີທີ່ເກີດໄພທໍາມະຊາດເຊັ່ນ:ໄພແຫ້ງແລ້ງ,ໄພນໍ້າ
ຖ້ວມ,ພະຍຸສັດ,ພະຍາດບົ້ງແມງຫຼືອື່ນໆທີ່ສ້າງຄວາມເສຍຫາຍ
ຢ່າງຮ້າຍແຮງໃຫ້ແກ່ການຜະລິດກະສິກໍານັ້ນລັດຈະມີນະໂຍບາຍ
ຜ່ອນຜັນການທົດແທນຕົ້ນທຶນແລະດອກເບ້ຍທີ່ໄດ້ກູ້ຢືມຈາກລັດໃຫ
້ແກ່ຊາວກະສິກອນຢ່າງສົມເຫດສົມຜົນ.
	ລັດສ້າງຕັ້ງກອງທຶນສົ່ງເສີມກະສິກໍາເພື່ອຊຸກຍູ້ການຜະລິດ
ກະສິກໍາໃຫ້ມີປະສິດທິພາບ.
	ກອງທຶນສົ່ງເສີມກະສິກໍາໄດ້ມາຈາກ:
	-ທຶນປະກອບຂອງລັດ.
	-ທຶນປະກອບຂອງປະຊາຊົນ.
	-ທຶນຊ່ວຍເຫຼືອຈາກສາກົນ.
	
...ມາດຕາຫ້າສິບເອັດ:ແນວພັນພືດແລະແນວພັນສັດ.

ມາດຕາຫ້າສິບເອັດ:ແນວພັນພືດແລະແນວພັນສັດ.
	ກະຊວງກະສິກໍາແລະປ່າໄມ້ເປັນຜູ້ຮັບຜິດຊອບຄົ້ນຄວ້າວ
ິທະຍາສາດຊອກຫາແນວພັນພືດ,ແນວພັນສັດຢູ່ພາຍໃນແລະຈາກ
ຕ່າງປະເທດທີ່ດີແລະເໝາະສົມກັບສະພາບດິນຟ້າອາກາດຂອງ
ແຕ່ລະທ້ອງຖິ່ນຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ເພື່ອໃຫ້ການຜະລິດກະສິກໍາມີປະສິດທິພາບສູງໂດຍປະສານສົບ
ທົບກັບອົງການວິທະຍາສາດ,ເຕັກໂນໂລຊີແລະສິ່ງແວດລ້ອມ,ມະ
ຫາວິທະຍາໄລແຫ່ງຊາດແລະອໍານາດການປົກຄອງທ້ອງຖິ່ນ.
...ມາດຕາຫ້າສິບສອງ:ຝຸ່ນແລະອາຫານສັດ

ມາດຕາຫ້າສິບສອງ:ຝຸ່ນແລະອາຫານສັດ
	ລັດສົ່ງເສີມການສະໜອງຝຸ່ນແກ່ຊາວກະສິກອນຢ່າງ
ກວ້າງຂວາງແລະທັນກັບລະດູການເພື່ອຮັບປະກັນໃຫ້ການຜະລິດ
ກະສິກໍາມີປະສິດທະຜົນສູງທາງດ້ານປະລິມານແລະຄຸນນະພາບ
ໂດຍຊຸກຍູ້ໃຫ້ມີການຜະລິດຝຸ່ນອົງຄະທາດແລະຝຸ່ນວິທະຍາສາດ
ຢູ່ພາຍໃນປະເທດແລະໃນກໍລະນີທີ່ຈໍາເປັນກໍ່ສາມາດນໍາເຂົ້າຈາກ
ຕ່າງປະເທດໄດ້ຕາມລະບຽບກົດໝາຍ.
	ລົດສົ່ງເສີມໃຫ້ມີການຕອບສະໜອງດ້ານອາຫານສັດໃຫ້
ແກ່ສັດລ້ຽງຂອງຄອບຄົວແລະສັດລ້ຽງເປັນທຸລະກິດດ້ວຍການຊຸກ
ຍູ້ໃຫ້ຊອກຫາແນວພັນພືດທີ່ດີແກ່ການລ້ຽງສັດຈາກພາຍໃນແລະ
ຕ່າງປະເທດ,ຜະລິດວັດຖະດິບປ້ອງໂຮງງານອາຫານສັດລວມທັງ
ການກໍ່ສ້າງໂຮງງານປຸງແຕ່ງອາຫານສັດ.
	ໃນກໍລະນີທີ່ການຜະລິດອາຫານສັດຢູ່ພາຍໃນປະເທດຫາກ
ບໍ່ພຽງພໍກໍ່ອະນຸຍາດໃຫ້ນໍາເຂົ້າຈາກຕ່າງປະເທດໄດ້ຕາມລະບຽບ
ກົດໝາຍ.
	
...ມາດຕາຫ້າສິບສາມ:ຢາປາບສັດຕູພືດແລະຢາປົວສັດ.

ມາດຕາຫ້າສິບສາມ:ຢາປາບສັດຕູພືດແລະຢາປົວສັດ.
	ເພື່ອຕອບສະໜອງຢາປາບສັດຕູພືດແລະຢາປົວສັດໃຫ້
ພຽງພໍແລະທັນເວລານັ້ນລັດສົ່ງເສີມການຜະລິດຢາປາບສັດຕູ
ພືດແລະຢາປົວສັດຢູ່ພາຍໃນປະເທດແລະອະນຸຍາດໃຫ້ນໍາຢາ
ດັ່ງກ່າວເຂົ້າມາຈາກຕ່າງປະເທດຕາມລະບຽບກົດໝາຍໃນກໍ
ລະນີທີ່ຈໍາເປັນ.
	
...ມາດຕາຫ້າສິບສີ່:ເຄື່ອງມືແລະພາຫະນະກົນຈັກການກະເສດ.

ມາດຕາຫ້າສິບສີ່:ເຄື່ອງມືແລະພາຫະນະກົນຈັກການກະເສດ.
	ເຄື່ອງມືແລະພາຫະນະກົນຈັກການກະເສດແມ່ນພາຫະນະ
ທີ່ຈໍາເປັນແລະມີຄວາມສໍາຄັນໃນການຍົກປະສິດທະພາບຂອງການ
ຜະລິດກະສິກໍາ.ລັດສົ່ງເສີມໃຫ້ທໍາການຜະລິດເຄື່ອງມືແລະພາຫະ
ນະກົນຈັກການກະເສດທີ່ເໝາະສົມແລະທັນສະໄໝຢູ່ພາຍໃນປະ
ເທດແລະໃນກໍລະນີທີ່ຈໍາເປັນກໍອະນຸຍາດໃຫ້ນໍາເຂົ້າຈາກຕ່າງປະ
ເທດຕາມລະບຽບກົດໝາຍໃຫ້ພຽງພໍແລະທັນເວລາ.ນອກຈາກນີ້
ລັດຍັງສົ່ງເສີມໃຫ້ມີການຈັດຕັ້ງກອງກົນຈັກການກະເສດໃນເຂດ
ຕ່າງໆເປັນຕົ້ນໃນເຂດຈຸດສຸມກະສິກໍາ.
	
...ມາດຕາຫ້າສິບຫ້າ:ຊົນລະປະທານ

ມາດຕາຫ້າສິບຫ້າ:ຊົນລະປະທານ
	ເພື່ອໃຫ້ການຜະລິດກະສິກໍາສາມາດດໍາເນີນໄດ້ຫຼາຍລະ
ດູການແລະມີປະສິດທະພາບລັດສົ່ງເສີມໃຫ້ມີການພັດທະນາຊົນ
ລະປະທານດ້ວຍຫຼາຍລະດັບ,ຫຼາຍຂະໜາດ,ຢ່າງກວ້າງຂວາງ
ເປັນຕົ້ນການຂຸດສະ,ການສ້າງອ່າງເກັບນໍ້າ,ການຜະລິດແລະ
ການນໍາເຂົ້າຈາກຕ່າງປະເທດຈັກສູບນໍ້າຢ່າງພຽງພໍຕາມລະ
ບຽບກົດໝາຍ.
	ອໍານາດການປົກຄອງມີໜ້າທີ່ຊຸກຍູ້,ປຸກລະດົມການສ້າງ
ຊົນລະປະທານດ້ວຍທຶນຂອງບຸກຄົນ,ລວມໝູ່,ລັດຮ່ວມມືກັບປະ
ຊາຊົນຫຼືລັດເປັນຜູ້ລົງທຶນເອງ.
...ມາດຕາຫ້າສິບຫົກ:ວິຊາການ.

ມາດຕາຫ້າສິບຫົກ:ວິຊາການ.
	ໃນການຜະລິດກະສິກໍາຂອດວິຊາການແມ່ນມີລັກສະນະ
ຕັດສິນ,ລັດມີໜ້າທີ່ກໍ່ສ້າງນັກວິຊາການດ້ານກະສະກໍາຫຼາຍລະດັບ
ເພື່ອຕອບສະໜອງຄວາມຕ້ອງການທີ່ຈໍາເປັນເພື່ອຊຸກຍູ້,ຊີ້ນໍາ
ຊາວກະສິກອນໂດຍເລີ່ມແຕ່ເວລາກະກຽມລົງມືທໍາການຜະລິດ
ຈົນຮອດເວລາເກັບກ່ຽວ,ຕະຫຼອດຮອດການເກັບຮັກສາ,ການ
ປຸງແຕ່ງເບື້ອງຕົ້ນແລະການຫຸ້ມຫໍ່,ຂົນສົ່ງໄປສູ່ຕະຫຼາດ.
	ນອກຈາກນີ້ລັດຍັງສົ່ງເສີມໃຫ້ພາກສ່ວນອື່ນກໍ່ສ້າງນັກວິ
ຊາການດ້ານກະສິກໍາອີກດ້ວຍ.
	
...ມາດຕາຫ້າສິບເຈັດ:ຂໍ້ມູນຂ່າວສານທາງດ້ານກະສິກໍາ

ມາດຕາຫ້າສິບເຈັດ:ຂໍ້ມູນຂ່າວສານທາງດ້ານກະສິກໍາ
	ລັດຕ້ອງຕອບສະໜອງຂໍ້ມູນຂ່າວສານ,ສະຖິຕິກ່ຽວກັບ
ການຜະລິດກະສິກໍາເຊັ່ນ:ເຕັກນິກການປູກຝັງ,ລ້ຽງສັດແລະການ
ປະມົງ,ແນວພັນພືດແລະແນວພັນສັດ,ຄຸນນະພາບແລະມາດຕະ
ຖານສາກົນ,ການເໜັງຕີງຂອງລາຄາໃນທ້ອງຕະຫຼາດ,ຂໍ້ມູນ
ກ່ຽວກັບອຸຕຸນິຍົມ,ອຸທົກກະສາດແລະອື່ນໆ,ສ້າງລະບົບເກັບກໍາ
ຂໍ້ມູນ,ຂ່າວສານ,ສະຖິຕິແຕ່ຂັ້ນບ້ານ,ຫົວໜ່ວຍຮາກຖານຂຶ້ນມາ
ເພື່ອໃຫ້ມີຂໍ້ມູນຕົວຈິງ.ພ້ອມກັນນັ້ນລັດກໍ່ຊຸກຍູ້ໃຫ້ພາກສ່ວນອື່ນ
ປະກອບສ່ວນໃນການສະໜອງຂໍ້ມູນຂ່າວສານທາງດ້ານກະສິ
ກໍາ.
	
...ມາດຕາຫ້າສິບແປດ:ສູນຄົ້ນຄວ້າແລະສະຖານີທົດລອງ

ມາດຕາຫ້າສິບແປດ:ສູນຄົ້ນຄວ້າແລະສະຖານີທົດລອງ
	ສູນຄົ້ນຄວ້າແລະສະຖານນີທົດລອງມີບົດບາດໃນການຄົ້ນ
ຄວ້າ,ນໍາໃຊ້ບົດຮຽນທີ່ດີຢູ່ພາຍໃນປະເທດແລະນໍາເອົາຜົນສໍາ
ເລັດຂອງສາກົນທາງດ້ານກະສິກໍາເຂົ້າມານໍາໃຊ້ພາຍໃນປະ
ເທດເພື່ອເພີ່ມທະວີປະສິດທິຜົນຂອງຜົນຜະລິດກະສິກໍາ.
	ສູນຄົ້ນຄວ້າລະສະຖານນີທົດລອງມີໜ້າທີ່ໃນການຄົ້ນຄວ້າ
ແລະທົດລອງແນວພັນພືດແລະແນວພັນສັດ,ຝຸ່ນແລະອາຫານ
ສັດ,ຢາປາບສັດຕູພືດແລະຢາປົວສັດ,ເຕັກນິກການຜະລິດພາຫະ
ນະກົນຈັກການກະເສດລວມທັງເຕັກນິກຂອງການປູກຝັງແລະ
ລ້ຽງສັດ.
	ລັດສົ່ງເສີມການສ້າງແລະຂະຫຍາຍສູນຄົ້ນຄວ້າແລະສະ
ຖານນີທົດລອງໃນເຂດການຜະລິດຕ່າງໆທີ່ເຫັນວ່າເໝາະສົມ.
...ມາດຕາຫ້າສິບເກົ້າ:ການຝຶກອົບຮົມຊາວກະສິກອນ

ມາດຕາຫ້າສິບເກົ້າ:ການຝຶກອົບຮົມຊາວກະສິກອນ
	ເພື່ອເຮັດໃຫ້ການຜະລິດກະສິກໍາມີປະສິດທິພາບແລະສາ
ມາດເປັນສິນຄ້າໄດ້ລັດເອົາໃຈໃສ່ຝຶກອົບຮົມຊາວກະສິກອນກ່ຽວ
ກັບການປູກຝັງ,ລ້ຽງສັດແລະການປະມົງໃຫ້ຮູ້ຈັກນໍາໃຊ້ເຕັກນິກ
ວິທະຍາສາດແລະເຕັກໂນໂລຊີໃໝ່ຢ່າງກວ້າງຂວາງໃນການ
ຜະລິດກະສິກໍາດ້ວຍການຈັດການຝຶກອົບຮົມ,ທັດສະນະສຶກສາ
ແລະສໍາມະນາຢູ່ພາຍໃນແລະຕ່າງປະເທດ,ຮຽນຮູ້ມາດຕະຖານ
ສາກົນກ່ຽວກັບຜະລິດຕະຜົນກະສິກໍາ.ນອກຈາກນີ້ກໍ່ເອົາບົດຮຽນ
ທີ່ດີຈາກຄອບຄົວຕົວແບບແລະຫົວໜ່ວຍການຜະລິດກະສິກໍາຢູ່
ພາຍໃນມາເຜີຍແຜ່ຮໍ່າຮຽນ,ຜັນຂະຫຍາຍໃຫ້ກວ້າງຂວາງ
ແລະທັນເວລາ.
	ລັດສົ່ງເສີມໃຫ້ພາກສ່ວນຕ່າງໆມີສ່ວນຮ່ວມໃນການຝຶກ
ອົບຮົມຊາວກະສິກອນກ່ຽວກັບການຜະລິດກະສິກໍາ.
	ລັດຈະນໍາເອົາວິຊາກະສິກໍາພື້ນຖານເຂົ້າໃນຫຼັກສູດການ
ສຶກສາ.
	
...ມາດຕາຫົກສິບ:ສາງ,ໂຮງເຢັນ,ຫ້ອງເຢັນແລະໂຮງງານປຸງແຕ່ງ.

ມາດຕາຫົກສິບ:ສາງ,ໂຮງເຢັນ,ຫ້ອງເຢັນແລະໂຮງງານປຸງ
ແຕ່ງ.
	ເພື່ອຮັກສາຜະລິດຕະຜົນກະສິກໍາໃຫ້ຢູ່ໃນສະພາບຄົງຕົວ
ແລະເກັບຮັກສາໄວ້ໄດ້ຍາວນານລັດສົ່ງເສີມໃຫ້ປະຊາຊົນສ້າງ
ສາງ,ໂຮງອົບ,ຫ້ອງເຢັນແລະໂຮງງານປຸງແຕ່ງຜົນຜະລິດກະສິ
ກໍາເບື້ອງຕົ້ນຢ່າງກວ້າງຂວາງແລະຖືກຕ້ອງຕາມມາດຕະຖານ
ເຕັກນິກ.
	ກະຊວງກະສິກໍາແລະປ່າໄມ້ມີໜ້າທີ່ແນະນໍາ,ຝຶກອົບຮົມ
ທາງດ້ານວິຊາການກ່ຽວກັບລະບົບສາງ,ໂຮງອົບ,ຫ້ອງເຢັນ
ແລະໂຮງງານປຸງແຕ່ງເບື້ອງຕົ້ນໃຫ້ປະຊາຊົນ.
...ມາດຕາຫົກສິບເອັດ:ທະນາຄານເມັດພືດແລະທະນາຄານສັດ

ມາດຕາຫົກສິບເອັດ:ທະນາຄານເມັດພືດແລະທະນາຄານສັດ
	ເພື່ອຮັບປະກັນໃຫ້ຊາວກະສິກອນມີທຶນຮອນທໍາການຜະລິດ
ແລະໃຊ້ຈ່າຍໃນຄອບຄົວລັດຊຸກຍູ້-ສົ່ງເສີມໃຫ້ມີການສ້າງຕັ້ງທະນາ
ຄານເມັດພືດແລະທະນາຄານສັດເພື່ອຄອບສະໜອງຄວມຕ້ອງ
ການຂອງຊາວກະສິກອນໃນເວລາຈໍາເປັນດ້ວຍການເອົາຜົນຜະ
ລິດຂອງຕົນໄປເປັນຫຼັກຊັບຄໍ້າປະກັນເພື່ອກູ້ຢືມເງິນແລະຊາວກະ
ສິກອນມີສິດນໍາເອົາຜະລິດຕະຜົນທີ່ນໍາໄປຄໍ້າປະກັນນັ້ນອອກຈໍາ
ໜ່າຍໃນເວລາຜົນຜະລິດມີລາຄາສູງ.
	ນອກຈາກນີ້ທະນາຄານເມັດພືດແລະທະນາຄານສັດຍັງມີ
ຈຸດປະສົງໃຫ້ຊາວກະສິກອນສາມາດກູ້ຢືມເມັດພືດຫຼືສັດໄປນໍາໃຊ້
ໃນເວລາທີ່ຈໍາເປັນ.
	
...ມາດຕາຫົກສິບສອງ:ການຕະຫຼາດ

ມາດຕາຫົກສິບສອງ:ການຕະຫຼາດ
	ການຈໍລະຈອນແຈກຢາຍສິນຄ້າມີຄວາມສໍາຄັນໃນການ
ກະຕຸກຊຸກຍູ້ການຜະລິດສິນຄ້າແລະການຜະລິດສໍາປະທານເປີດ
ກວ້າງດັ່ງນັ້ນລັດຊຸກຍູ້ໃຫ້ພາກສ່ວນເສດຖະກິດຕ່າງໆຊອກຫາ
ຕະຫຼາດພາຍໃນແລະຕ່າງປະເທດດ້ວຍການໂຄສະນາສິນຄ້າ,
ການເປີດການວາງສະແດງສິນຄ້າກະສິກໍາແລະເປີດກວ້າງການ
ພົວພັນກັບສາກົນກ່ຽວກັບການຊື້-ຂາຍ,ແລກປ່ຽນສິນຄ້າກະສິກໍາ.
ນອກຈາກນີ້ລັດຍັງຊຸກຍູ້ການຜະລິດກະສິກໍາຂອງປະຊາຊົນດ້ວຍ
ການຜູກພັນສອງສົ້ນລວມທັງສົ່ງເສີມການສ້າງຕັ້ງສະຫະກອນ
ແລະບໍລິສັດຂອງລັດເພື່ອຜູກພັນຊື້-ຂາຍຜົນຜະລິດກະສິກໍາ.
	ການນໍາຜົນຜະລິດກະສິກໍາເຂົ້າມາໃນປະເທດຫຼືສົ່ງອອກ
ນອກປະເທດຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
	
...ມາດຕາຫົກສິບສາມ:ລາຄາ

ມາດຕາຫົກສິບສາມ:ລາຄາ
	ລັດຮັບປະກັນລາຄາຕໍ່າສຸດສໍາລັບສິນຄ້າກະສິກໍາບາງຊະ
ນິດທີ່ຈໍາເປັນແກ່ການດໍາລົງຊີວິດຂອງປະຊາຊົນ.
	ໃນກໍລະນີທີ່ຈໍາເປັນລັດຈະໄປເກັບຊື້ຜະລິດຕະຜົນກະສິກໍາ
ດັ່ງກ່າວເພື່ອຮັກສາລາຄາໃຫ້ໝັ້ນທ່ຽງເປັນຕົ້ນໃນລະດູການເກັບ
ກ່ຽວ.ນອກຈາກນີ້ລັດຕ້ອງຊອກທຸກວິທີທາງເພື່ອສະກັດກັ້ນການ
ກົດໜ່ວງລາຄາສິນຄ້າກະສິກໍາ,ທັງໝົດເຫຼົ່ານີ້ແນໃສ່ປົກປ້ອງຜົນ
ປະໂຫຍດຂອງຜູ້ຜະລິດແລະຜູ້ບໍລິໂພກ.
...ມາດຕາຫົກສິບສີ່:ການປົກປ້ອງຜົນປະໂຫຍດຂອງຊາວກະສິກອນ

ມາດຕາຫົກສິບສີ່:ການປົກປ້ອງຜົນປະໂຫຍດຂອງຊາວກະສິກອນ
	ລັດເອົາໃຈໃສ່ປົກປ້ອງຜົນປະໂຫຍດຂອງຊາວກະສິກອນ
ດ້ວຍການຊຸກຍູ້ການຂະຫຍາຍການຜະລິດແລະການຊົມໃຊ້ຜະລິດ
ຕະຜົນກະສິກໍາພາຍໃນປະເທດ,ການຫຼຸດຜ່ອນແລະຈໍາກັດການນໍາ
ເຂົ້າຜະລິດຕະຜົນກະສິກໍາຈາກຕ່າງປະເທດທີ່ບໍ່ຈໍາເປັນລວມທັງ
ການນໍາໃຊ້ມາດຕະການສົ່ງເສີມຕ່າງໆທີ່ໄດ້ກໍານົດໄວ້ໃນພາກທີ
ສີ່ຂອງກົດໝາຍສະບັບນີ້.
..ພາກທີ5ການປົກປັກຮັກສາສິ່ງແວດລ້ອມ


...ມາດຕາຫົກສິບຫ້າ:ການປົກປັກຮັກສາສິ່ງແວດລ້ອມ

ມາດຕາຫົກສິບຫ້າ:ການປົກປັກຮັກສາສິ່ງແວດລ້ອມ
	ບຸກຄົນແລະການຈັດຕັ້ງທີ່ດໍາເນີນກິດຈະການກະສິກໍາປະ
ເພດຕ່າງໆຈະຕ້ອງໄດ້ເອົາໃຈໄສ່ປົກປັກຮັກສາສິ່ງແວດລ້ອມສັງ
ຄັມແລະສິ່ງແວດລ້ອມທໍາມະຊາດເຊັ່ນ:ຄົນ,ສັດ,ດິນ,ນໍ້າ,ປ່າໄມ້,
ອາກາດ.
...ມາດຕາຫົກສິບຫົກ:ການປົກປັກຮັກສາສິ່ງແວດລ້ອມໃນການປູກຝັງ.

ມາດຕາຫົກສິບຫົກ:ການປົກປັກຮັກສາສິ່ງແວດລ້ອມໃນການ
ປູກຝັງ.
	ການບຸກເບີກ,ກຽມແລະນໍາໃຊ້ດິນ,ການກໍ່ສ້າງກິດຈະ
ການຊົນລະປະທານແລະການນໍາໃຊ້ນໍາ້,ການນໍາໃຊ້ຝຸ່ນແລະ
ການເກັບຮັກສາຢາປາບສັດຕູພືດຕ້ອງຈໍາກັດຜົນກະທົບອັນບໍ່ດີ
ຕໍ່ຄົນ,ສັດ,ດິນ,ນໍ້າ,ປ່າໄມ້ແລະອາກາດ.
...ມາດຕາຫົກສິບເຈັດ:ການປົກປັກຮັກສາສິ່ງແວດລ້ອມໃນການລ້ຽງສັດ

ມາດຕາຫົກສິບເຈັດ:ການປົກປັກຮັກສາສິ່ງແວດລ້ອມໃນການ
ລ້ຽງສັດ
	ການລ້ຽງສັດຕ້ອງຈັດຢູ່ໃນສະຖານທີ່ທີ່ເໝາະສົມ,ບໍ່ຄວນ
ເຮັດຄອກສັດໃສ່ກ້ອງຕະລ່າງເຮືອນຫຼືເຮັດຄອກສັດໃກ້ນ້້າສ້າງຫຼື
ໃຫ້ຫ້ວຍ,ໜອງ,ຄອງ,ບຶງຂອງສາທາລະນະ.ການລ້ຽງສັດຕ້ອງ
ເອົາໃນໃສ່ອະນາໄມຄອກສັດຢ່າງເປັນປະຈໍາເພື່ອຫຼີກເວັ້ນຈາກ
ມົນພາວະທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຄົນແລະສິ່ງແວດ
ລ້ອມ.ບໍ່ໃຫ້ລ້ຽງສັດຕາມແຄມທາງຫຼວງແຫ່ງຊາດ,ການລ້ຽງ
ສັດຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງຮັກສາເພື່ອບໍ່ໃຫ້ທໍາລາຍຜົນລະ
ປູກຂອງຜູ້ອື່ນຫຼືບໍ່ໃຫ້ເກີດອຸປະຕິເຫດບົນທ້ອງຖະໜົນ.
		(ຫ້າມລ້ຽງສັດໃນເຂດທາງຫຼວງ)
...ມາດຕາຫົກສິບແປດ:ການປົກປັກຮັກສາສິ່ງແວດລ້ອມໃນການປະມົງ.

ມາດຕາຫົກສິບແປດ:ການປົກປັກຮັກສາສິ່ງແວດລ້ອມໃນການ
ປະມົງ.
	ການປະມົງຕ້ອງຮັບປະກັນການປົກປັກຮັກສາແລະຂະ
ຫຍາຍແນຍພັນປາແລະສັດນໍ້າອື່ນໆ,ບໍ່ໃຫ້ນໍາໃຊ້ອຸປະກອນຫຼືວິ
ທີການທີ່ມີລັກຊະນະທໍາລາຍ,ດັບສູນພັນປາແລະສັດນໍ້າອື່ນໆ
ເຊັ່ນ:ຢາເບື່ອ,ລະເບີດ,ໄຟຟ້າ,ແຫຖີ່,ມອງຖີ່,ໜ້າກາກລວມ
ທັງການນໍາໃຊ້ຕ້ອນ,ລີ່,ໂຕ້ງ,ຕາມຫ້ວຍຮ່ອງເພື່ອຮີບໂຮມເອົາ
ປານ້ອຍ,ປາໃຫຍ່ເປັນຕົ້ນແມ່ນໃນລະດູແຜ່ພັນ.
	ການລ້ຽງປາແລະສັດນໍ້າອື່ນໆຕ້ອງຮັກສາບໍ່ໃຫ້ນໍ້າເນົ່າ
ເໝັນຊຶ່ງຈະເປັນອັນຕະລາຍຕໍ່ສິ່ງແວດລ້ອມ.
..ພາກທີ6ການຄຸ້ມຄອງແລະກວດກາກິດຈະການກະສິກໍາ


...ໝວດທີ1ການຄຸ້ມຄອງກິດຈະການກະສິກໍາ


....ມາດຕາຫົກສິບເກົ້າ:ອົງການຄຸ້ມຄອງກິດຈະການກະສິກໍາ

ມາດຕາຫົກສິບເກົ້າ:ອົງການຄຸ້ມຄອງກິດຈະການກະສິກໍາ
	ອົງການຄຸ້ມຄອງກິດຈະການກະສິກໍາປະກອບມີ:
	-ກະຊວງກະສິກໍາແລະປ່າໄມ້.
	-ພະແນກກະສິກໍາແລະປ່າໄມ້ແຂວງ,ກໍາແພງນະຄອນ
ແລະເຂດພິເສດ.
	-ຫ້ອງການກະສິກໍາແລະປ່າໄມ້ເມືອງ:
	-ອໍານາດການປົກຄອງບ້ານ.
	ໃນກໍລະນີທີ່ຈໍາເປັນກໍ່ອາດຈະຈັດຕັ້ງຄະນະກໍາມະ
ການສະເພາະຂຶ້ນຕື່ມອີກເພື່ອປະກອບສ່ວນເຂົ້າໃນການຄຸ້ມ
ຄອງກິດຈະການກະສິກໍາ.
	
....ມາດຕາເຈັດສິບ:ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້

ມາດຕາເຈັດສິບ:ສິດແລະໜ້າທີ່ຂອງກະຊວງກະສິກໍາແລະ
ປ່າໄມ້
	ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້ກ່ຽວ
ກັບການຄຸ້ມຄອງກິດຈະການກະສິກໍາມີດັ່ງຕໍ່ໄປນີ້:
	-ເປັນເສນາທິການໃຫ້ແກ່ລັດຖະບານໃນການຜັນຂະ
ຫຍາຍຍຸດທະສາດກ່ຽວກັບການຜະລິດກະສິກໍາໃຫ້ກາຍເປັນ
ແຜນການ,ໂຄງການລະອຽດແລະລະບຽບການເພື່ອຄຸ້ມຄອງ
ແລະກວດກາກິດຈະການກະສິກໍາ.
	-ສ້າງຮ່າງແຜນແມ່ບົດ,ແຜນໄລຍະຍາວ,ໄລຍະກາງ,
ໄລຍະສັ້ນແລະບັນດາໂຄງການກ່ຽວກັບການພັດທະນາການ
ຜະລິດກະສິກໍາ.
	-ວາງຂໍ້ກໍານົດ,ກົດລະບຽບກ່ຽວກັບການຜະລິດ,ການ
ຮັກສາສິ່ງແວດລ້ອມແລະການພັດທະນາກິດຈະການກະສິກໍາ
ໃນຂອບເຂດທົ່ວປະເທດ.
	-ຄົ້ນຄວ້າແລະມີຄໍາເຫັນກ່ຽວກັບຄໍາຮ້ອງຂໍດໍາເນີນທຸລະ
ກິດກະສິກໍາຂະໜາດໃຫຍ່ຫຼືມີຄວາມສໍາຄັນ.
	-ຄົ້ນຄວ້າວິທະຍາສາດເຕັກນິກດ້ານກະສິກໍາ,ສ້າງຕາ
ໜ້າງສູນຄົ້ນຄວ້າແລະສະຖານນີ້ທົດລອງແລະໜ່ວຍສົ່ງເສີມ
ກະສິກໍາໃນທົ່ວປະເທດ,ສະໜອງຂໍ້ມູນຂ່າວສານສະຖິຕິທາງ
ດ້ານກະສິກໍາ,ອຸຕຸນິຍົມແລະອຸທົກກະສາດ.
	-ປະສານສົບທົບກັບອໍານາດການປົກຄອງທ້ອງຖິ່ນແລະ
ພາກສ່ວນທີ່ກ່ຽວຂ້ອງເພື່ອສໍາຫຼວດທ່າແຮງທາງດ້ານຊັບພະ
ຍາກອນທໍາມະຊາດແລະເຂດຈຸດສຸມກະສິກໍາ.
	-ກວດກາກິດຈະການກະສິກໍາໃນການປະຕິບັດລະບຽບ,
ກົດໝາຍ,ມາດຕະຖານເຕັກນິກຕ່າງໆເພື່ອໃຫ້ການຜະລິດມີປະ
ສິດທິຜົນ.
	-ກໍ່ສ້າງ,ບໍລຸງແລະຍົກລະດັບນັກວິຊາການຊັ້ນກາງ
ແລະຊັ້ນສູງໂດຍປະສານສົມທົບກັບມະຫາວິທະຍາໄລແຫ່ງ
ຊາດລວມທັງຊີ້ນໍາການກໍ່ສ້າງແລະຍົກລະດັບໃຫ້ນັກວິຊາ
ການຊັ້ນຕົ້ນແລະຊາວກະສິກອນທົ່ວໄປ.
	-ຮ່ວມມືກັບຕ່າງປະເທດທາງດ້ານການພັດທະນາກະສິກໍາ.
	-ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການຄຸ້ມອງກິດຈະ
ການກະສິກໍາໃນຂອບເຂດທີ່ຕົນຮັບຜິດຊອບ.
	
....ມາດຕາເຈັດສິບເອັດ:ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ,ກໍາແພງນະຄອນແລະເຂດພິເສດ.

ມາດຕາເຈັດສິບເອັດ:ສິດແລະໜ້າທີ່ຂອງພະແນກກະສິກໍາ
ແລະປ່າໄມ້ແຂວງ,ກໍາແພງນະຄອນແລະເຂດພິເສດ.
	ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ,
ກໍາແພງນະຄອນແລະເຂດພິເສດກ່ຽວກັບການຄຸ້ມຄອງກິດຈະ
ການກະສິກໍາດັ່ງຕໍ່ໄປນີ້:
	-ເປັນເສນາທິການໂດຍກົງໃຫ້ກະຊວງກະສິກໍາແລະປ່າໄມ້
ແລະອໍານາດການປົກຄອງແຂວງ,ກໍາແພງນະຄອນແລະເຂດພິ
ເສດກ່ຽວກັບວຽກງານກະສິກໍາ.
	-ຜັນຂະຫຍາຍແຜນແມ່ບົດ,ແຜນໄລຍະຍາວ,ໄລຍະກາງ
ແລະໄລຍະສັ້ນໃຫ້ເປັນໂຄງການອັນລະອຽດເພື່ອຄວາມສະດວກ
ໃນການຈັດຕັ້ງປະຕິບັດ.
	-ກໍ່ສ້າງ,ບໍາລຸງຍົກລະດັບນັກວິຊາການກະສິກໍາຊັ້ນຕົ້ນໃຫ້
ເມືອງແລະຊາວກະສິກອນພາຍໃນແຂວງ.
	-ຄົ້ນຄວ້າແລະມີຄໍາເຫັນກ່ຽວກັບຄໍາຮ້ອງຂໍດໍາເນີນທຸລະກິດ
ກະສິກໍາໃນຂອບເຂດທີ່ຕົນຮັບຜິດຊອບ.
	-ສໍາຫຼວດທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ
ແລະຈຸດສຸມກະສິກໍາລວມທັງການຈັດສັນທີ່ດິນກະສິກໍາໃນຂອບ
ເຂດຄວາມຮັບຜິດຊອບຂອງຕົນ.
	-ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການຄຸ້ມຄອງກິດຈະ
ການກະສິກໍາໃນຂອບເຂດທີ່ຕົນຮັບຜິດຊອບ.
	
....ມາດຕາເຈັດສິບສອງ:ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ.

ມາດຕາເຈັດສິບສອງ:ສິດແລະໜ້າທີ່ຂອງຫ້ອງການກະສິກໍາ
ແລະປ່າໄມ້ເມືອງ.
	ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້
ເມືອງກ່ຽວກັບການຈັດຕັ້ງປະຕິບັດວຽກງານກະສິກໍາດັ່ງຕໍ່
ໄປນີ້:
	-ເປັນເສນາທິການໂດຍກົງໃຫ້ພະແນກກະສິກໍາແຂວງ,
ກໍາແພງນະຄອນແລະເຂດພິເສດແລະອໍານາດການປົກຄອງ
ເມືອງໃນການຈັດຕັ້ງປະຕິບັດແຜນການ,ຂໍ້ກໍານົດ,ກົດລະບຽບ
ແລະຄໍາແນະນໍາຂອງພະແນກກະສິກໍາແຂວງ,ກໍາແພງນະ
ຄອນແລະເຂດພິເສດກ່ຽວກັບການຜະລິດກະສິກໍາ.
	-ຈັດຕັ້ງປະຕິບັດຕົວຈິງແຜນການໄລຍະຍາວ,ໄລຍະ
ກາງ,ໄລຍະສັ້ນແລະໂຄງການຕ່າງໆກ່ຽວກັບການພັດທະນາ
ກະສິກໍາຢູ່ໃນແຕ່ລະບ້ານ.
	-ສໍາຫຼວດທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ
ແລະຈຸດສຸມກະສິກໍາລວມທັງການຈັດສັນທີ່ດິນກະສິກໍາໃນຂອບ
ເຂດຄວາມຮັບຜິດຊອບຂອງຕົນ.
	-ຝຶກອົບຮົມແລະແນະນໍາເຕັກນິກກະເສດສູມໃນການປູກ
ຝັງ,ການລ້ຽງສັດແລະການປະມົງໃຫ້ແກ່ປະຊາຊົນ.
	-ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການຈັດຕັ້ງປະຕິ
ບັດວຽກງານກະສິກໍາ.
	
....ມາດຕາເຈັດສິບສາມ:ສິດແລະໜ້າທີ່ຂອງອໍານາດການປົກຄອງບ້ານ

ມາດຕາເຈັດສິບສາມ:ສິດແລະໜ້າທີ່ຂອງອໍານາດການປົກຄອງ
ບ້ານ
	ສິດແລະໜ້າທີ່ຂອງອໍານາດການປົກຄອງບ້ານກ່ຽວກັບ
ການຈັດຕັ້ງປະຕິບັດວຽກງານກະສິກໍາມີດ່ັງຕໍ່ໄປນີ້:
	-ຈັດຕັ້ງປະຕິບັດຕົວຈິງແຜນການ,ກິດຈະການ,ຂໍ້ກໍານົດ,ກົດລະ
ບຽບ,ຄໍາແນະນໍາຂອງຫ້ອງການກະສິກໍາ-ປ່າໄມ້ເມືອງແລະ
ອໍານາດການປົກຄອງເມືອງກ່ຽວກັບການຜະລິດກະສິກໍາ.
	-ປຸກລະດົມ,ຊຸກຍູ້ຄອບຄົວຊາວກະສິກອນໃຫ້ດໍາເນີນການ
ຜະລິດສະບຽງອາຫານໃຫ້ກຸ້ມກິນ,ມີສ່ວນແຮໄວ້ແລະເປັນສິນຄ້າ
ດ້ວຍວິທີການເຮັດກະເສດສຸມ,ເປັນຕົ້ນເຜີຍແຜ່ການນໍາໃຊ້ເຕັກ
ນິກການຜະລິດແບບໃໝ່ທີ່ທັນສະໄໝແລະນໍາພາປະຊາຊົນເຮັດ
ຕົວຈິງໃຫ້ໄດ້ຮັບໝາກຜົນດີ.
	-ຈັດສັນສະຖານທີ່ການປູກຝັງແລະລ້ຽງສັດຂອງແຕ່ລະ
ຄອບຄົວພາຍໃນບ້ານ.
	-ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການຈັດຕັ້ງປະຕິບັດ
ວຽກງານກະສິກໍາທີ່ຫ້ອງການກະສິກໍາແລະປ່າໄມ້ເມືອງແລະ
ອໍານາດການປົກຄອງເມືອງມອບໝາຍໃຫ້.
...ໝວດທີ2ການກວດກາກິດຈະການກະສິກໍາ


....ມາດຕາເຈັດສິບສີ່:ການກວດກາກິດຈະການກະສິກໍາ

ມາດຕາເຈັດສິບສີ່:ການກວດກາກິດຈະການກະສິກໍາ
	ການກວດກາກິດຈະການກະສິກໍາແມ່ນການກວດເບິ່ງ
ການເຄື່ອນໄຫວການຜະລິດກະສິກໍາເພື່ອໃຫ້ດໍາເນີນໄປຢ່າງຖືກ
ຕ້ອງຕາມເປົ້າໝາຍ,ຕາມກົດໝາຍວ່າດ້ວຍກະສິກໍາ,ລະບຽບ
ແລະກົດໝາຍອື່ນໆແນ່ໃສ່ຮັບປະກັນໃຫ້ການຜະລິດກະສິກໍາມີ
ປະສິທິຜົນທັງຮັບປະກັນຄວາມປອດໄພແລະການປົກປັກຮັກສາ
ສິ່ງແວດລ້ອມໄດ້ເປັນຢ່າງດີອີກດ້ວຍ.
	
....ມາດຕາເຈັດສິບຫ້າ:ອົງການກວດກາກິດຈະການກະສິກໍາ

ມາດຕາເຈັດສິບຫ້າ:ອົງການກວດກາກິດຈະການກະສິກໍາ
	ໃນຂະແໜງກະສິກໍາແລະປ່າໄມ້ຄຽງຄູ່ກັບອົງການຄຸ້ມ
ຄອງກິດຈະການກະສິກໍານັ້ນຍັງມີອົງການກວດກາກິດຈະການ
ກະສິກໍາອີກດ້ວຍ.
	ໃນກໍລະນີທີ່ຈໍາເປັນກໍ່ອາດຈະຈັດຕັ້ງຄະນະກໍາມະການ
ສະເພາະຂຶ້ນຊຶ່ງປະກອບດ້ວຍຫຼາຍພາກສ່ວນເພື່ອກວດກາໂຄງ
ການແລະກິດຈະການກະສິກໍາໃນບາງບໍລິເວນທີ່ລະເມີດແນວ
ທາງນະໂຍບາຍແລະລະບຽບກົດໝາຍ.
	
....ມາດຕາເຈັດສິບຫົກ:ເນື້ອໃນການກວດກາ

ມາດຕາເຈັດສິບຫົກ:ເນື້ອໃນການກວດກາ
	ການກວດກາກິດຈະການກະສິກໍາມີເນື້ອໃນຕົ້ນຕໍດັ່ງນີ້:
	-ການປະຕິບັດຕາມແຜນການທີ່ວາງອອກ.
	-ການປະຕິບັດເປົ້າໝາຍການຜະລິດ.
	-ປະສິດທິຜົນຂອງການຜະລິດ.
	-ການປະຕິບັດລະບຽບກົດໝາຍກ່ຽວກັບການຜະລິດ.
	-ການປະຕິບັດພັນທະກ່ຽວກັບການຜະລິດ.
	-ການປະຕິບັດມາດຕະການຄວາມປອດໄພໃນການຜະລິດ.
	-ການປົກປັກຮັກສາສິ່ງແວດລ້ອມ.
....ມາດຕາເຈັດສິບເຈັດ:ວິທີການກວດກາ

ມາດຕາເຈັດສິບເຈັດ:ວິທີການກວດກາ
	ການກວດກາກິດຈະການກະສິກໍາອາດຈະດໍາເນີນດ້ວຍວິ
ທີກວດກາຕາມລະບົບປົກກະຕິ,ກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ
ຫຼືກວດກາແບບກະທັນຫັນແລ້ວແຕ່ກໍລະນີ.
	ສໍາລັບການກວດກາທາງດ້ານເຕັກນິກແລະວິຊາສະເພາະ
ນັ້ນກະຊວງກະສິກໍາແລະປ່າໄມ້ອາດຈະຈັດຕັ້ງຄະນະກໍາມະການ
ກວດກາເຕັກນິກແລະວິຊາສະເພາະຂຶ້ນຊຶ່ງປະກອບດ້ວຍພະນັກ
ງານວິຊາການດ້ານເຕັກນິກແລະວິຊາສະເພາະທີ່ກ່ຽວຂ້ອງຊຶ່ງ
ລັດຖະມົນຕີວ່າການກະຊວງກະສິກໍາແລະປ່າໄມ້ເປັນຜູ້ແຕ່ງຕັ້ງ.
	ການກວດກາກິດຈະການກະສິກໍາຕ້ອງປະສານສົມທົບກັບ
ພາກສ່ວນທີ່ກ່ຽວຂ້ອງເຊັ່ນຂະແໜງອຸດສາຫະກໍາແລະຫັດຖະກໍາ,
ອົງການວິທະຍາສາດ,ເຕັກໂນໂລຊີແລະສິ່ງແວດລ້ອມ,ມະຫາວິ
ທະຍາໄລແຫ່ງຊາດແລະອໍານາດການປົກຄອງທ້ອງຖິ່ນ.
..ພາກທີ7ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາເຈັດສິບແປດ:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາເຈັດສິບແປດ:ນະໂຍບາຍຕໍ່ຜູ້ມີຜົນງານ
	ບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການສຶກ
ສາຄົ້ນຄວ້າວິທິຍາສາດເຕັກນິກເຂົ້າເຮັດໃຊ້ການຜະລິດກະສິກໍາ,
ໃນການຄຸ້ມຄອງ,ຊຸກຍູ້,ສົ່ງເສີມແລະພັດທະນາການຜະລິດກະສິ
ກໍາຢ່າງມີປະສິດທິຜົນທັງເປັນຕົວແບບໃຫ້ແກ່ບ້ານ,ເມືອງ,
ແຂວງຫຼືທົ່ວປະເທດ,ປົກປັກຮັກສາສິ່ງແວດລ້ອມແລະດໍາເນີນ
ກິດຈະການກະສິກໍາຖືກຕ້ອງຕາມລະບຽບກົດໝາຍຂອງສາທາ
ລະນະລັດປະຊາທິປະໄຕປະຊາຊົນລາວຈະໄດ້ຮັບການຍ້ອງຍໍ
ແລະນະໂຍບາຍຕ່າງໆເຊັ່ນ:ນະໂຍບາຍສິນເຊື່ອ,ຫຼຸດຜ່ອນຫຼືຍົກ
ເວັ້ນພາສີ,ອາກອນແລະນະໂຍບາຍອື່ນໆຊຶ່ງລັດຖະບານເປັນຜູ້
ກໍານົດລະອຽດ.
	
...ມາດຕາເຈັດສິບເກົ້າ:ມາດຕະການຕໍ່ຜູ້ລະເມີດ

ມາດຕາເຈັດສິບເກົ້າ:ມາດຕະການຕໍ່ຜູ້ລະເມີດ
	ຜູ້ລະເມີດກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການ
ດ້ວຍການສຶກສາອົບຮົມ,ການປັບໃໝຫຼືດ້ວຍການລົງໂທດຕາມ
ກົດໝາຍ.
	
...ມາດຕາແປດສິບ:ມາດຕະການສຶກສາອົບຮົມ

ມາດຕາແປດສິບ:ມາດຕະການສຶກສາອົບຮົມ
	ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດກົດໝາຍສະບັບນີ້
ໃນສະຖານເບົາເຊັ່ນ:ບໍ່ລາຍງານຜົນການດໍາເນີນກິດຈະການ
ກະສິກໍາຕາມສັນຍາ,ບໍ່ລາຍງານການແຜ່ລະບາດພະຍຸສັດ,ປະ
ຕິບັດງານບໍ່ຖືກຕ້ອງຕາມມາດຕະຖານເຕັກນິກແລະການລະ
ເມີດໃນສະຖານເບົາອື່ນໆຈະຖືກຕັກເຕືອນແລະສຶກສາອົບຮົມ.
	
...ມາດຕາແປດສິບເອັດ:ມາດຕະການປັບໃໝ

ມາດຕາແປດສິບເອັດ:ມາດຕະການປັບໃໝ
	ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດກົດໝາຍສະບັບ
ນີ້ຈະຖືກປັບໃໝທົບເທົ່າຕາມມູນຄ່າຂອງຄວາມເສຍຫາຍຕົວ
ຈິງດ້ວຍການກະທໍາຜິດໃດໜຶ່ງດັ່ງຕໍ່ໄປນີ້:
	-ດໍາເນີນທຸລະກິດກະສິກໍາໂດຍບໍ່ມີໃບອະນຸຍາດສໍາລັບທຸລະກິດ
ທີ່ຕ້ອງໄດ້ຂໍອະນຸຍາດຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດ
ຂອງກົດໝາຍວ່າດ້ວຍທຸລະກິດຫຼືບໍ່ຕໍ່ໃບອະນຸຍາດທີ່ໝົດອາຍຸ.
	-ລາຍງານບໍ່ຖືກຕ້ອງຕາມຄວາມຈິງ.
	-ບໍ່ປະຕິບັດຕາມມາດຕະການຄວາມປອດໄພທາງດ້ານ
ວິຊາການແລະກໍ່ຄວາມເສຍຫາຍໃຫ້ຜູ້ອື່ນ.
	-ບໍ່ນໍາໃຊ້ມາດຕະການສະກັດກັນຜົນກະທົບຕໍ່ສິ່ງແວດລ້ອມ.
	-ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດທີ່ເກີມມາຈາກ
ຄວາມຜິດພາດຂອງຕົນເຊັ່ນ:ເຮັດໃຫ້ດິນກະສິກໍາເສື່ອມຄຸນນະພາບ,
ບໍ່ສະກັດກັ້ນການແຜ່ຂະຫຍາຍພະຍາດພືດຫຼືພະຍາດສັດ,ສ້າງ
ຄວາມເສຍຫາຍໃຫ້ແກ່ການຜະລິດຂອງຜູ້ອື່ນ,ລະບົບນໍ້າຊົນລະ
ປະທານ,ຫ້ວຍ,ຮ່ອງ,ຄອງ,ບຶງແລະອື່ນໆ.
	-ບໍ່ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ຄຸ້ມຄອງແລະກວດ
ກາກິດຈະການກະສິກໍາຫຼືບໍ່ປະຕິບັດຕາມສັນຍາເຮັດການຜະລິດ
ກະສິກໍາ.
...ມາດຕາແປດສິບສອງ:ມາດຕະການທາງອາຍາ

ມາດຕາແປດສິບສອງ:ມາດຕະການທາງອາຍາ
	ບຸກຄົນຜູ້ໃດຫາກໄດ້ລະເມີດກົດໝາຍສະບັບນີ້ຊຶ່ງເປັນ
ການກະທໍາຜິດທາງອາຍາເຊັ່ນ:ການປອມແປງໃບອະນຸຍາດ
ດໍາເນີນກິດຈະການກະສິກໍາ,ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາ
ຜົນປະໂຫຍດສ່ວນຕົວ,ບໍ່ປະຕິບັດຕາມມາດຕະການຄວາມປອດ
ໄພຊຶ່ງພາໃຫ້ມີຄົນເສຍຊີວິດ,ເສຍສຸຂະພາບຫຼືພາໃຫ້ເກີດມີ
ຄວາມເສຍຫາຍຕໍ່ຊັບສິນຂອງລັດ,ຂອງລວມໝູ່ຫຼືຂອງປະຊາ
ຊົນກໍ່ຈະຖືກລົງໂທດຕາມກົດໝາຍອາຍາ.
	
...ມາດຕາແປດສິບສາມ:ມາດຕະການໂທດເພີ່ມ

ມາດຕາແປດສິບສາມ:ມາດຕະການໂທດເພີ່ມ
	ນອກຈາກໂທດທີ່ໄດ້ກໍານົດໄວ້ໃນມາດຕາແປດສິບເອັັດ
ແລະແປດສິບສອງເທິງນີ້ແລ້ວຜູ້ລະເມີດທີ່ໄດ້ກໍ່ຄວາມເສຍຫາຍ
ຢ່າງຮ້ອາຍແຮງຕໍ່ຊັບສິນຂອງລັດ,ສິ່ງແວດລ້ອມສັງຄົມຫຼືທໍາມະ
ຊາດຈະຖືກປະຕິບັດມາດຕະການໂທດເພີ່ມອີກເຊັ່ນ:ໂຈະກິດກະ
ການກະສິກໍາ,ຖອນໃບອະນຸຍາດ,ຮິບພາຫະນະທີ່ນໍາໃຊ້ເຂົ້າໃນ
ການກະທໍາຜິດນັ້ນ.
..ພາກທີ8ບົດບັນຢັດສຸດທ້າຍ


...ມາດຕາແປດສິບສີ່:ການຈັດຕັ້ງປະຕິບັດ

ມາດຕາແປດສິບສີ່:ການຈັດຕັ້ງປະຕິບັດ
	ມອບໃຫ້ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕ
ປະຊາຊົນລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
...ມາດຕາແປດສິບຫ້າ:ຜົນສັກສິດ

ມາດຕາແປດສິບຫ້າ:ຜົນສັກສິດ
	ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ມື້ປະທານປະເທດ
ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະ
ດໍາລັດປະກາດໃຊ້ເປັນຕົ້ນໄປ.
	ບັນດາຂໍ້ກໍານົດແລະບົດບັນຢັດທີ່ຂັດກັບກົດໝາຍສະບັບ
ນີ້ລ້ວນແຕ່ຖືກຍົກເລີກ.
	ວຽງຈັນ,ວັນທີສິບເດືອນຕຸລາປີພັນເກົ້າຮ້ອຍເກົ້າສິບແປດ.