ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 17-12-2010

From Wikisource
Jump to navigation Jump to search

.ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 17-12-2010


..ພາກທີ 1 ບົດບັກຍັດທົ່ວໄປ


...ມາດຕາ 1 (ປັບປຸງ) ຈຸດປະສົງ

ມາດຕາ 1 (ປັບປຸງ) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງແລະການ ກວດກາວຽກງາແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອເຮັດໃຫ້ ວຽກງານດັ່ງກ່າວໄດ້ຮັບການແກ້ໄຂຢ່າງສັນຕິວິທີ,ເປັນທໍາແລະ ວ່ອງໄວໃນໃສ່ຊຸກຍູ້ການດໍາເນີນການຜະລິດ-ທຸລະກິດໃຫ້ຂະຫຍາຍ ຕົວແລະເຊື່ອມໂຍງເຂົ້າສາກົນ,ສ້າງສະພາບແວດລ້ອມເອື້ອອໍາ ນວຍໃຫ້ນັກລົງທຶນທັງພາຍໃນແລະຕ່າງປະເທດ,ປະກອບສ່ວນພັດ ທະນາເສດຖະກິດ-ສັງຄົມຂອງຊາດ.

...ມາດຕາ 2 (ປັບປຸງ) ຂໍ້ຂັດແຍ່ງແລະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 2 (ປັບປຸງ) ຂໍ້ຂັດແຍ່ງແລະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນຂໍ້ພິພາດທາງດ້ານຜົນ ປະໂຫຍດລະຫວ່າງນິຕິບຸກຄົນດ້ວຍກັນ,ນິຕິບຸກຄົນກັບບຸກຄົນ,ບຸກຄົນ ກັບບຸກຄົນທັງພາຍໃນແລະຕ່າງປະເທດທີ່ເກີດຂຶ້ນຈາກການລະເມີດ ສັນຍາ,ການດໍາເນີນການຜະລິດ-ທຸລະກິດ. ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນການແກ້ ໄຂຂໍ້ພິດພາດທາງດ້ານຜົນປະໂຫຍດດ້ວຍການໄກ່ເກ່ຍຫຼືດ້ວຍການ ຕັດສິນຊຶ່ງດໍາເນີນຢູ່ນອກລະບົບສານປະຊາຊົນ.

...ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ

ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ຄູ່ກໍລະນີໝາຍເຖິງຄູ່ຂັດແຍ່ງທາງດ້ານເສດຖະກິດເຊິ່ງ ປະກອບດ້ວຍຝ່າຍຮ້ອງຂໍແລະຝ່າຍຖືກຮ້ອງຂໍ; 2. ຜູ້ໄກ່ເກ່ຍໝາຍເຖິງຜູ້ທີ່ຖືກເລືອກໂດຍຄູ່ກໍລະນີຫຼືສູນຫຼື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຈາກບັນຊີລາຍຊື່ ຜູ້ໄກ່ເກ່ຍແລະກໍາມະການຕັດສິນໃຫ້ເປັນຄົນກາງເພື່ອອໍານວຍ ຄວາມສະດວກ,ຊ່ວຍເຫຼືອແລະໃຫ້ຄໍາປຶກສາໃນການໄກ່ເກ່ຍຂໍ້ຂັດ ແຍ່ງທາງດ້ານເສດຖະກິດໃດໜ່ຶງ; 3. ກໍາມະການຕັດສິນໝາຍເຖິງ ຜູ້ທີ່ຖືກເລືອກໂດຍຄູ່ກໍລະນີ ຫຼືສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຈາກບັນຊີ ລາຍຊື່ຜູ້ໄກ່ເກ່ຍແລະກໍາມະການຕັດສິນໃຫ້ເປັນກໍາມະການຕັດສິນ ຂໍ້ຂັດແຍ່ງທາງດ້ານເສດຖະກິດໃດໜຶ່ງ; 4. ຜູ້ຕາງໜ້າໝາຍເຖິງບຸກຄົນທີ່ໄດ້ຮັບການມອບສິດຈາກຄູ່ ກໍລະນີຝ່າຍໃດຝ່າຍໜຶ່ງເພື່ອໃຫ້ປະຕິບັດໜ້າທີ່ແທນຕົນຕາມລະບຽບ ກົດໝາຍ; 5. ຜູ້ຊ່ຽວຊານໝາຍເຖິງບຸກຄົນທີ່ມີຄວາມຮູ້,ຄວາມຊໍານິ ຊໍານານແລະປະສົບການໃນວິຊາສະເພາະໃດໜຶ່ງທີ່ຖືກຮັບຮູ້ຈາກສະ ຖາບັນຫຼືອົງການທີ່ກ່ຽວຂ້ອງ; 6. ຄໍາຕັດສິນຂອງກໍາມະການຕັດສິນຕ່າງປະເທດຫຼືສາກົນ ໝາຍເຖິງ ຄໍາຕັດສິນຂອງກໍາມະການຫຼືຄະນະກໍາມະການຕັດສິນ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງແຕ່ປະ ເທດຫຼືສາກົນທີ່ດໍາເນີນການຕັດສິນຢູ່ຕ່າງປະເທດຫຼືສປປລາວ; 7. ການຄ້າສາກົນໝາຍເຖິງການຊື້-ຂາຍສິນຄ້າຫຼືການບໍລິ ການທີ່ຜ່ານດິນແດນຂອງສອງຫຼືຫຼາຍປະເທດໂດຍບໍ່ຂຶ້ນກັບສັນຊາດ ຂອງຄູ່ສັນຍາ; 8. ການລົງທຶນຕ່າງປະເທດໝາຍເຖິງ ການລົງທຶນຂອງຜູ້ ລົງທຶນຕ່າງປະເທດທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງ ເສີມການລົງທຶນແລະກົດໝາຍອື່ນທີ່ກ່ຽວຂ້ອງ; 9. ການດໍາເນີນການຜະລິດ-ທຸລະກິດໝາຍເຖິງ ການຄ້າ, ການລົງທຶນ,ການບໍລິການແລະອື່ນໆ.

...ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ລັດສົ່ງເສີມໃຫ້ບຸກຄົນ,ການຈັດຕັ້ງທຸລະກິດລວມທັງພາກລັດ ແລະເອກະຊົນໃຫ້ດໍາເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດໂດຍສັນຕິວິທີດ້ວຍການໄກ່ເກ່ຍຫຼືດ້ວຍການຕັດສິນ. ລັດສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ສູນແລະຫ້ອງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດສາມາດເຄື່ອນໄຫວປະ ຕິບັດສິດແລະໜ້າທີ່ຂອງຕົນຕາມລະບຽບກົດໝາຍຢ່າງມີປະສິດທິ ຜົນ. ລັດສົ່ງເສີມໃຫ້ບຸກຄົນ,ການຈັດຕັ້ງເອກະຊົນເຂົ້າຮ່ວມພັດທະ ນາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ລັດອະນຸຍາດໃຫ້ສ້າງຕັ້ງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດເອກະຊົນແລະສະເພາະກິດຊຶ່ງໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

...ມາດຕາ 5 (ໃໝ່) ສິດໃນການເລືອກການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 5 (ໃໝ່) ສິດໃນການເລືອກການແກ້ໄຂຂໍ້ຂັດແຍ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນຫຼືຕ່າງປະເທດ ມີສິດເລືອກເອົາການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພາຍ ໃຕ້ກົດໝາຍສະບັບນີ້. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຕ່າງປະເທດທີ່ດໍາເນີນທຸລະ ກິດການຄ້າສາກົນຫຼືການລົງທຶນຕ່າງປະເທດຢູ່ ສປປລາວ ມີສິດ ເລືອກເອົາອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂອງ ຕ່າງປະເທດຫຼືສາກົນລວມທັງກໍາມະການຫຼືຄະນະກໍາມະການຕັ້ສິນ, ກົດໝາຍ,ລະບຽບການດໍາເນີນ,ສະຖານທີ່ແລະພາສາຕາມການ ຕົກລົງກັນ.

...ມາດຕາ 6 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍ້າໃຊ້ສໍາລັບການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດທີ່ເກີດຂຶ້ນຈາກການດໍາເນີນການຜະລິດ-ທຸລະກິດ ຕາມຄວາມສະໝັກໃຈຂອງຄູ່ກໍລະນີ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລົດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດ້ວຍການປະສານງານ,ແລກປ່ຽນບົດຮຽນ,ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ບຸກຄະລາກອນຂອງການຈັດຕັ້ງແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດແລະປະຕິບັດວຽກງານດັ່ງກ່າວໃຫ້ສອດຄ່ອງ ກັບສັນຍາຫຼືສົນທິສັນຍາທີ່ ສປປລາວ ເປັນພາຄີ.

..ພາກທີ 2 ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ


...ໝວດທີ 1 ຫຼັກການການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ


....ມາດຕາ 8 (ໃໝ່) ຫຼັກການພື້ນຖານຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 8 (ໃໝ່) ຫຼັກການພື້ນຖານຂອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕ້ອງປະຕິບັດ ຕາມຫຼັກການພື້ນຖານດັ່ງນີ້: 1. ການຮັບປະກັນຄວາມຍຸຕິທໍາແລະຄວາມສອດຄ່ອງກັບ ກົດໝາຍ; 2. ຄວາມສະໝັກໃຈຂອງຄູ່ກໍລະນີ; 3. ຄວາມສະເໝີພາບຂອງຄູ່ກໍລະນີ; 4. ຄວາມເປັນເອກະລາດແລະທ່ຽງທໍາຂອງຜູ້ໄກ່ເກ່ຍ ຫຼືກໍາມະການຕັດສິນ; 5. ພາສາທີ່ນໍາໃຊ້; 6. ການຮັບປະກັນຄວາມລັບ.


....ມາດຕາ 9 (ໃໝ່) ການຮັບປະກັນຄວາມຍຸດຕິທໍາແລະຄວາມສອດຄ່ອງກັບກົດໝາຍ

ມາດຕາ 9 (ໃໝ່) ການຮັບປະກັນຄວາມຍຸດຕິທໍາແລະຄວາມສອດ ຄ່ອງກັບກົດໝາຍ ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຜູ້ໄກ່ເກ່ຍຫຼື ກໍາມະການຕັດສິນຕ້ອງຮັບປະກັນຄວາມຍຸດຕິທໍາແລະໃຫ້ມີຄວາມ ສອດຄ່ອງກັບລະບຽບກົດໝາຍ.

....ມາດຕາ 10 (ໃໝ່) ຄວາມສະໝັກໃຈຂອງຄູ່ກໍ່ລະນີ

ມາດຕາ 10 (ໃໝ່) ຄວາມສະໝັກໃຈຂອງຄູ່ກໍ່ລະນີ ຄູ່ກໍລະນີມີສິດນໍາເອົາຂໍ້ຂັດແຍ່ງທາງດ້ານເສດຖະກິດຕາມທີ່ ໄດ້ກໍານົດໄວ້ໃນມາດຕາ 16 ຂອງກົດໝາຍສະບັບນີ້ສະເໜີຕໍ່ສູນຫຼື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອແກ້ໄຂໂດຍບໍ່ ມີການບັງຄັບ,ນາບຂູ່ຈາກບຸກຄົນ,ການຈັດຕັ້ງໃດໜຶ່ງ.

....ມາດຕາ 11 (ປັບປຸງ) ຄວາມສະເໝີພາບຂອງຄູ່ກໍລະນີ

ມາດຕາ 11 (ປັບປຸງ) ຄວາມສະເໝີພາບຂອງຄູ່ກໍລະນີ ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຢູ່ກໍລະນີແຕ່ ລະຝ່າຍມີສສິດສະເໝີພາບຕໍ່ໜ້າກົດໝາຍໂດຍບໍ່ຈໍາແນກເພດ,ເຊື້ອ ຊາດ,ສັນຊາດ,ເຜົ່າ,ຖານະທາງດ້ານເສດຖະກິດແລະສັງຄົມ,ພາ ສາ,ລະດັບການສຶກສາ,ອາຍຸ,ຄວາມເຊື່ອຖື,ພູມລໍາເນົາແລະອື່ນໆ. ຄົນຕ່າງປະເທດ,ຄົນຕ່າງດ້າວແລະຄົນບໍ່ມີສັນຊາດທີ່ດໍາເນີນ ທຸລະກິດຢູ່ສປປລາວມີສິດສະເໝີພາບຄືກັບກັບພົນລະເມືອງລາວຖ້າ ວ່າກົດໝາຍຫາກບໍ່ໄດ້ກໍານົດໄວ້ຢ່າງອື່ນ.

....ມາດຕາ 12 (ປັບປຸງ) ຄວາມເປັນເອກະພາບແລະທ່ຽງທໍາຂອງຜູ້ໄກ່ເກ່ຍຫຼືກໍາມະການຕັດສິນ

ມາດຕາ 12 (ປັບປຸງ) ຄວາມເປັນເອກະພາບແລະທ່ຽງທໍາຂອງຜູ້ ໄກ່ເກ່ຍຫຼືກໍາມະການຕັດສິນ ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຜູ້ໄກ່ເກ່ຍຫຼື ກໍາມະການຕັດສິນຕ້ອງປະຕິບັດໜ້າທີ່ຂອງຕົນຢ່າງເປັນເອກະລາດ, ດ້ວຍຄວາມທ່ຽງທໍາແລະປອດໃສພາຍໃຕ້ລະບຽບກົດໝາຍ,ປາສະ ຈາກການແຊກແຊງຈາກບຸກຄົນຫຼືການຈັດຕັ້ງໃດໜຶ່ງ. ....ມາດຕາ 13 (ປັບປຸງ) ພາສາທີ່ນໍາໃຊ້

ມາດຕາ 13 (ປັບປຸງ) ພາສາທີ່ນໍາໃຊ້ ພາສາທີ່ນໍາໃຊ້ເຂົ້າໃນການແກ້ໄຂຂໍ້ຂັດແຍ່ງຢູ່ສູນຫຼືຫ້ອງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕ້ອງແມ່ນພາສາລາວ ເວັ້ນເສຍແຕ່ສັນຍາຫຼືຄູ່ກໍລະນີຫາກໄດ້ຕົກລົງກັນໄວ້ຢ່າງອື່ນ,ສ່ວນ ຄູ່ກໍລະນີຫຼືຜູ້ເຂົ້າຮ່ວມໃນການແກ້ໄຂຂໍ້ຂັດແຍ່ງທີ່ບໍ່ຮູ້ພາສາລາວ ສາມາດນໍາໃຊ້ພາສາຕົນເອງຫຼືພາສາອື່ນໂດຍຜ່ານຜູ້ແປພາສາ.

....ມາດຕາ 14 (ປັບປຸງ) ການຮັບປະກັນຄວາມລັບ

ມາດຕາ 14 (ປັບປຸງ) ການຮັບປະກັນຄວາມລັບ ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂໍ້ມູນແລະ ເອກະສານຕ່າງໆທີ່ໄດ້ນໍາສະເໜີໃນເວລາໄກ່ເກ່ຍືຕັດສິນຕ້ອງຮັກ ສາເປັນຄວາມລັບ. ຜູ້ໄກ່ເກ່ຍ,ກໍາມະການຕັດສິນ,ຄູ່ກໍລະນີແລະຜູ້ເຂົ້າຮ່ວມອື່ນ ບໍ່ມີສິດເປີດເຜີຍຄວາມລັບຕໍ່ບຸກຄົນພາຍນອກເວັ້ນເສຍແຕ່ໄດ້ຮັບ ອະນຸຍາດຈາກຄູ່ກໍລະນີເທົ່ານັ້ນ.

...ໝວດທີ 2 ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ


....ມາດຕາ 15 (ປັບປຸງ) ຮູບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 15 (ປັບປຸງ) ຮູບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດມີສອງຮູບການ ດັ່ງນີ້: 1. ການແກ້ໄຂດ້ວຍການໄກ່ເກ່ຍ; 2. ການແກ້ໄຂດ້ວຍການຕັດສິນ. ....ມາດຕາ 16 (ປັບປຸງ) ຂໍ້ຂັດແຍ່ງທາງດ້ານເສດຖະກິດທີ່ນໍາມາພິຈາລະນາ

ມາດຕາ 16 (ປັບປຸງ) ຂໍ້ຂັດແຍ່ງທາງດ້ານເສດຖະກິດທີ່ນໍາມາພິ ຈາລະນາ ຂໍ້ຂັດແຍ່ງທາງດ້ານເສດຖະກິດທີ່ນໍາມາພິຈາລະນາຢູ່ສູນຫຼື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດມີດັ່ງນີ້: 1. ເປັນຂໍ້ຂັດແຍ່ງທາງດ້ານເສດຖະກິດແລະການຄ້າ; 2. ຄູ່ກໍລະນີໄດ້ຕົກລົງກັນໄວ້ໃນສັນຍາ; 3. ຄູ່ກໍລະນີໄດ້ສະໝັກໃຈໃຫ້ແກ້ໄຂຂໍ້ຂັດແຍ່ງ; 4. ບໍ່ແມ່ນຂໍ້ຂັດແຍ່ງທີ່ສານປະຊາຊົນພວມດໍາເນີນການແກ້ ໄຂຢູ່ຫຼືມີຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ; 5. ບໍ່ແມ່ນຂໍ້ຂັດແຍ່ງທີ່ລະເມີດລະບຽບກົດໝາຍກ່ຽວກັບ ຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບຂອງສັງຄົມແລະສິ່ງແວດ ລ້ອມ. ...ໝວດທີ 3 ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ


....ມາດຕາ 17 (ໃໝ່) ການຍື່ນຄໍາຮ້ອງ

ມາດຕາ 17 (ໃໝ່) ການຍື່ນຄໍາຮ້ອງ ບຸກຄົນ,ການຈັດຕັ້ງທີ່ມີຈຸດປະສົງແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດນັ້ນຕ້ອງຍື່ນຄໍາຮ້ອງແລະປະກອບເອກະສານຕ່າງໆທີ່ ກ່ຽວຂ້ອງຕໍ່ສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ບ່ອນທີ່ຄູ່ກໍລະນີເຫັນວ່າມີຄວາມສະດວກແລະເປັນເອກະພາບກັນ. ໃນກໍລະນີທີ່ບໍ່ຕົກລົງເຫັນດີນໍາກັນແລ້ວກໍ່ໃຫ້ໄປຍື່ນຕໍ່ບ່ອນຂໍ້ຂັດແຍ່ງ ເກີດຂຶ້ນ.

....ມາດຕາ 18 (ໃໝ່) ການປະກອບເອກະສານ

ມາດຕາ 18 (ໃໝ່) ການປະກອບເອກະສານ ການປະກອບເອກະສານທີ່ຍື່ນຕໍ່ສູນຫຼືຫ້ອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດມີດັ່ງນີ້: 1. ຄໍາຮ້ອງ; 2. ສັນຍາທີ່ກ່ຽວຂ້ອງ; 3. ຄໍາຕົກລົງເປັນລາຍລັກອັກສອນຂອງຄູ່ກໍລະນີທີ່ໃຫ້ນໍາ ເອົາຂໍ້ຂັດແຍ່ງມາແກ້ໄຂຢູ່ສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ,ຖ້າມີ; 4. ຂໍ້ມູນຫຼືເອກະສານອື່ນທີ່ເປັນຫຼັກຖານ.

....ມາດຕາ 19 (ປັບປຸງ) ເນື້ອໃນຄໍາຮ້ອງ

ມາດຕາ 19 (ປັບປຸງ) ເນື້ອໃນຄໍາຮ້ອງ ຄໍາຮ້ອງຂໍແກ້ໄຂຂໍ້ຂັດແຍ່ງມີເນື້ອໃນຕົ້ນຕໍດັ່ງນີ້: 1. ຊື່ແລະນາມສະກຸນ,ອາຍຸ,ອາຊີບ,ສັນຊາດ,ທີ່ຢູ່ປັດຈຸບັນ ແລະສະຖານທີ່ຕັ້ງກິດຈະການຂອງຄູ່ກໍລະນີຫຼືຜູ້ຕາງໜ້າ; 2. ບັນຫາທີ່ເກີດຂໍ້ຂັດແຍ່ງ; 3. ມູນຄ່າຂອງຂໍ້ຂັດແຍ່ງ; 4. ຂໍ້ສະເໜີຂອງຄູ່ກໍລະນີ.

....ມາດຕາ 20 (ປັບປຸງ) ການພິຈາລະນາຄໍາຮ້ອງ

ມາດຕາ 20 (ປັບປຸງ) ການພິຈາລະນາຄໍາຮ້ອງ ຫຼັງຈາກໄດ້ຮັບຄໍາຮ້ອງແລ້ວພາຍໃນກໍານົດເຈັດວັນນັບແຕ່ ວັນໄດ້ຮັບຄໍາຮ້ອງນັ້ນເປັນຕົ້ນໄປສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດຕ້ອງກວດກາເບິ່ງສໍານວນຄໍາຮ້ອງແລະອອກ ໝາຍເຊີນຄູ່ກໍລະນີເພື່ອເຂົ້າມາປຶກສາຫາລືແລະຕົກລົງກ່ຽວກັບຮູບ ການແກ້ໄຂ.ຖ້າວ່າຄູ່ກໍລະນີຫາກບໍ່ມາຕາມໝາຍເຊີນໂດຍບໍ່ມີເຫດ ຜົນພຽງພໍຄໍາຮ້ອງດັ່ງກ່າວກໍ່ຕົກໄປແລະສົ່ງສໍານວນຄໍາຮ້ອງຄືນໃຫ້ ແກ່ຜູ້ຮ້ອງຂໍ. ໃນກໍລະນີທີ່ຄໍາຮ້ອງຫາກບໍ່ຖືກຕ້ອງຕາມ ມາດຕາ 16 ຂອງ ກົດໝາຍສະບັບນີ້ສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດຕ້ອງແຈ້ງໃຫ້ຜູ້ຮອງຂໍຊາບພ້ອມດ້ວຍເຫດຜົນພາຍໃນກໍານົດເຈັດ ວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງນັ້ນເປັນຕົ້ນໄປ.

....ມາດຕາ 21 (ປັບປຸງ) ການເລືອກຮູບການແກ້ໄຂ

ມາດຕາ 21 (ປັບປຸງ) ການເລືອກຮູບການແກ້ໄຂ ຄູ່ກໍລະນີມີສິດເລືອກເອົາການແກ້ໄຂດ້ວຍການໄກ່ເກ່ຍຫຼື ການຕັດສິນເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນ ມາດຕາ 27 ຂອງກົດໝາຍສະບັບນີ້.

...ໝວດທີ 4 ການແກ້ໄຂຂໍ້ຂັດແຍ່ງດ້ວຍການໄກ່ເກ່ຍ


....ມາດຕາ 22 (ໃໝ່) ການໄກ່ເກ່ຍ

ມາດຕາ 22 (ໃໝ່) ການໄກ່ເກ່ຍ ການໄກ່ເກ່ຍແມ່ນການແກ້ໄຂຂໍ້ຂັດແຍ່ງໂດຍຄູ່ກໍລະນີເອງ ດ້ວຍການປະນີປະນອມ,ເຈລະຈາແລະປຶກສາຫາລືຊຶ່ງມີຜູ້ໄກ່ເກ່ຍ ໜຶ່ງຫຼືຫຼາຍຄົນເປັນຄົນກາງ.

....ມາດຕາ 23 (ປັບປຸງ) ການເລືອກແລະການແຕ່ງຕັ້ງຜູ້ໄກ່ເກ່ຍ

ມາດຕາ 23 (ປັບປຸງ) ການເລືອກແລະການແຕ່ງຕັ້ງຜູ້ໄກ່ເກ່ຍ ໃນການດໍາເນີນການໄກ່ເກ່ຍຄູ່ກໍລະນີມີສິດເລືອກເອົາຜູ້ໄກ່ ເກ່ຍໜຶ່ງຫຼືຫຼາຍຄົນ,ແຕ່ຕ້ອງເປັນຈໍານວນຄີກສະເໝີຈາກບັນຊີລາຍ ຊື່ຜູ້ໄກ່ເກ່ຍແລະກໍາມະການຕັດສິນ. ໃນກໍລະນີເລືອກຜູ້ໄກ່ເກ່ຍໜຶ່ງຄົນໃຫ້ຄູ່ກໍລະນີຕົກລົງເລືອກ ເອົາຜູ້ໄກ່ເກ່ຍພາຍໃນກໍານົດສິບຫ້າວັນນັບແຕ່ວັນຕົກລົງນັ້ນເປັນ ຕົ້ນໄປ.ຖ້າຫາກເລືອກບໍ່ໄດ້ສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດຕ້ອງເລືອກໃຫ້ພາຍໃນດໍານົດສິບວັນ. ໃນກໍລະນີເລືອກຜູ້ໄກ່ເກ່ຍສາມຄົນໃຫ້ຄູ່ກໍລະນີແຕ່ລະຝ່າຍ ເລືອກເອົາໜຶ່ງຄົນພາຍໃນກໍານົດສິບຫ້າວັນນັບແຕ່ວັນຕົກລົງນັ້ນ ເປັນຕົ້ນໄປ.ຖ້າຄູ່ກໍລະນີຝ່າຍໃດຝ່າຍໜຶ່ງຫາກເລືອກບໍ່ໄດ້ສູນຫຼື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕ້ອງເລືອກໃຫ້ ພາຍໃນກໍານົດສິບວັນ.ຫຼັງຈາກນັ້ນໃຫ້ຜູ້ໄກ່ເກ່ຍສອງຄົນທີ່ຖືກເລືອກ ນັ້ນເລືອກເອົາຜູ້ໄກ່ເກ່ຍຜູ້ທີສາມມາເປັນປະທານພາຍໃນກໍານົດ ສິບຫ້າວັນ,ຖ້າຫາກເລືອກບໍ່ໄດ້ສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດຕ້ອງເລືອກໃຫ້ພາຍໃນກໍານົດສິບວັນ. ໃນກໍລະນີທີ່ຄູ່ກໍລະນີຕົກລົງເລືອກເອົາຜູ້ໄກ່ເກ່ຍຫຼາຍກວ່າ ສາມຄົນກໍ່ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນວັກສາມເທິງນີ້. ສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕ້ອງ ແຕ່ງຕັ້ງຜູ້ໄກ່ເກ່ຍພາຍໃນກໍານົດເຈັດວັນນັບແຕ່ວັນໄດ້ຮັບລາຍຊື່ ຜູ້ໄກ່ເກ່ຍຕາມການສະເໜີຂອງຄູ່ກໍລະນີ.

....ມາດຕາ 24 ການຖອນຕົວຫຼືການຄ້ານຕົວ

ມາດຕາ 24 ການຖອນຕົວຫຼືການຄ້ານຕົວ ຜູ້ໄກ່ເກ່ຍມີສິດຖອນຕົວຈາກການໄກ່ເກ່ຍຖ້າຫາກເຫັນວ່າ ຕົນເປັນຍາດພີ່ນ້ອງຫຼືມີສ່ວນພັວພັນກັບຜົນປະໂຫຍດຫຼືມີຂໍ້ຂັດແຍ່ງ ກັບຄູ່ກໍລະນີຝ່າຍໃດຝ່າຍໜຶ່ງຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້. ຄູ່ກໍລະນີມີສິດຄ້ານຕົວຜູ້ໄກ່ເກ່ຍຖ້າຫາກເປັນວ່າຜູ້ໄກ່ເກ່ຍ ນັ້ນຕົກຢູ່ໃນກໍລະນີທີ່ໄດ້ກໍານົດໃນວັດທີ 1 ຂອງມາດຕານີ້. ໃນກໍລະນີທີ່ຜູ້ໄກ່ເກ່ຍຫາກໄດ້ຖອນຕົວຫຼືຖືກຄ້ານຕົວໃຫ້ດໍາ ເນີນການເລືອກແລະການແຕ່ງຕັ້ງຜູ້ໄກ່ເກ່ຍຄົນໃໝ່ຕາມທີ່ໄດ້ກໍາ ນົດໄວ້ໃນ ມາດຕາ 23 ຂອງກົດໝາຍສະບັບນີ້.

....ມາດຕາ 25 ການດໍາເນີນການໄກ່ເກ່ຍ

ມາດຕາ 25 ການດໍາເນີນການໄກ່ເກ່ຍ ການໄກ່ເກ່ຍຕ້ອງດໍາເນີນພາຍໃນສິບຫ້າວັນນັບແຕ່ວັນແຕ່ງ ຕັ້ງຜູ້ໄກ່ເກ່ຍເປັນຕົ້ນໄປໂດຍຊ້ອງໜ້າຄູ່ກໍລະນີຫຼືຜູ້ຕາງໜ້າ. ຄູ່ກໍລະນີມີສິດສະເໜີບັນຫາ,ຂໍ້ມູນຫຼືຫຼັກຖານຕ່າງໆກ່ຽວກັບ ຂໍ້ຂັດແຍ່ງແລະວິທີທາງອອກຕໍ່ຜູ້ໄກ່ເກ່ຍໃນໄລຍະເວລາທໍາການໄກ່ ເກ່ຍ.

....ມາດຕາ 26 (ປັບປຸງ) ການສິ້ນສຸດການໄກ່ເກ່ຍ

ມາດຕາ 26 (ປັບປຸງ) ການສິ້ນສຸດການໄກ່ເກ່ຍ ການໄກ່ເກ່ຍຈະສິ້ນສຸດລົງໃນກໍລະນີດັ່ງນີ້: 1. ຄູ່ກໍາລະນີສາມາດຕົກລົງກັນໄດ້; 2. ຄູ່ກໍລະນີຝ່າຍໃດຝ່າຍໜຶ່ງຫຼືທັງໝົດບໍ່ເຂົ້າຮ່ວມການໄກ່ ເກ່ຍໂດຍບໍ່ມີເຫດຜົນພຽງພໍ; 3. ຄູ່ກໍລະນີບໍ່ສາມາດຕົກລົງກັນໄດ້; 4. ຄູ່ກໍລະນີຝ່າຍໃດຝ່າຍໜຶ່ງເສຍຊີວິດໂດຍບໍ່ມີຜູ້ສືບທອດ.

....ມາດຕາ 27 (ປັບປຸງ) ການປ່ຽນຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 27 (ປັບປຸງ) ການປ່ຽນຮູບການແກ້ໄຂຂໍ້ຂັດແຍ່ງ ເມື່ອບໍ່ສາມາດໄກ່ເກ່ຍກັນໄດ້ຄູ່ກໍລະນີມີສິດສະເໜີໃຫ້ສູນຫຼື ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດໍາເນີນການແກ້ ໄຂດ້ວຍການຕັດສິນ.ຜູ້ໄກ່ເກ່ຍຂໍ້ຂັດແຍ່ງນັ້ນບໍ່ມີສິດເປັນຄະນະກໍາ ມະການຕັດສິນຂໍ້ຂັດແຍ່ງນັ້ນອີກ. ໃນກໍລະນີທີ່ຄູ່ກໍລະນີຫາກບໍ່ເຫັນດີໃຫ້ສູນຫຼືຫ້ອງການແກ້ໄຂ ຂໍ້ຂັດແຍ່ງທາງດ້ານເສດຖະກິດດໍາເນີນການແກ້ໄຂດ້ວຍການຕັດ ສິນແລ້ວຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນ.

....ມາດຕາ 28 (ປັບປຸງ) ບົດບັນທຶກຂອງການໄກ່ເກ່ຍ

ມາດຕາ 28 (ປັບປຸງ) ບົດບັນທຶກຂອງການໄກ່ເກ່ຍ ບົດບັນທຶກຂອງການໄກ່ເກ່ຍຕ້ອງມີເນື້ອໃນດັ່ງນີ້: 1. ເວລາ,ວັນ,ເດືອນ,ປີ,ເລື່ອງແລະເລກທີຂອງຂໍ້ຂັດແຍ່ງ ແລະສະຖານທີ່ຂອງການໄກ່ເກ່ຍ; 2. ຊື່ແລະນາມສະກຸນຂອງຜູ້ໄກ່ເກ່ຍແລະຜູ້ບັນທຶກ; 3. ຊື່ແລະນາມສະກຸນ,ອາຍຸ,ອາຊີບ,ສັນຊາດ,ທີ່ຢູ່ປັດຈຸບັນ ແລະສະຖານທີ່ຕັ້ງກິດຈະການຂອງຄູ່ກໍລະນີຫຼືຜູ້ຕາງໜ້າ; 4. ເນື້ອໃນຕົ້ນຕໍຂອງຂໍ້ຂັດແຍ່ງ; 5. ຜົນຂອງການໄກ່ເກ່ຍ; 6. ວິທີຈັດຕັ້ງປະຕິບັດຄໍາຕົກລົງຂອງການໄກ່ເກ່ຍ; 7. ຄວາມຮັບຜິດຊອບໃນການຈ່າຍຄ່າທໍານຽມ,ຄ່າບໍລິ ການ,ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງຂອງຄູ່ກໍລະນີແຕ່ລະ ຝ່າຍ; 8. ເວລາ,ວັນ,ເດືອນ,ປີ ຂອງການສິ້ນສຸດການໄກ່ເກ່ຍ, ລາຍເຊັນຂອງຄູ່ກໍລະນີຫຼືຜູ້ຕາງໜ້າຂອງຄູ່ກໍລະນີ,ຜູ້ໄກ່ເກ່ຍ,ຜູ້ບັນ ທຶກແລະລາຍເຊັນຂອງຫົວໜ້າສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດບ່ອນທີ່ດໍາເນີນການໄກ່ເກ່ຍນັ້ນ. ໃນການໄກ່ເກ່ຍແຕ່ລະຄັ້ງຕ້ອງມີຜູ້ບັນທຶກເຂົ້າຮ່ວມນໍາຊຶ່ງ ແມ່ນພະນັກງານຂອງສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ.

...ໝວດທີ 5 ການແກ້ໄຂຂໍ້ຂັດແຍ່ງດ້ວຍການຕັດສິນ


....ມາດຕາ 29 (ໃໝ່) ການຕັດສິນ

ມາດຕາ 29 (ໃໝ່) ການຕັດສິນ ການຕັດສິນແມ່ນການຕົກລົງຂອງຄະນະກໍາມະການຕັດສິນ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

....ມາດຕາ 30 (ປັບປຸງ) ການເລືອກ ແລະ ການແຕ່ງຕັ້ງກໍາມະການຕັດສິນ

ມາດຕາ 30 (ປັບປຸງ) ການເລືອກ ແລະ ການແຕ່ງຕັ້ງກໍາມະການ ຕັດສິນ ໃນການແກ້ໄຂຂໍ້ຂັດແຍ່ງດ້ວຍການຕັດສິນນັ້ນຄະນະກໍາມະ ຕັດສິນຕ້ອງປະກອບດ້ວຍກໍາມະການຕັດສິນແຕ່ສາມຄົນຂຶ້ນໄປຕາມ ການຕົກລົງຂອງຄູ່ກໍລະນີແຕ່ຕ້ອງເປັນຈໍານວນຄີກສະເໝີ. ໃນການເລືອກກໍາມະການຕັ້ສິນໃຫ້ປະຕິບັດຕາມຫຼັກການ ກ່ຽວກັບການເລືອກຜູ້ໄກ່ເກ່ຍຕາມທີ່ໄດ້ກໍານົດໄວ້ໃນ ວັກທີ 3, 4 ແລະ 5 ຂອງມາດຕາ 23 ຂອງກົດໝາຍສະບັບນີ້.

....ມາດຕາ 31 (ປັບປຸງ) ການຖອນຕົວຫຼືການຄ້ານຕົວກໍາມະການຕັດສິນ

ມາດຕາ 31 (ປັບປຸງ) ການຖອນຕົວຫຼືການຄ້ານຕົວກໍາມະການ ຕັດສິນ ການຖອນຕົວຫຼືການຄ້ານຕົວກໍາມະການຕັດສິນໃຫ້ປະຕິບັດ ຄືກັນກັບການຖອນຕົນຫຼືການຄ້ານຕົວຜູ້ໄກ່ເກ່ຍຕາມທີ່ໄດ້ກໍານົດໄວ້ ໃນ ມາດຕາ 24 ຂອງກົດໝາຍສະບັບນີ້.

....ມາດຕາ 32 (ປັບປຸງ) ການສະເໜີຂໍ້ມູນຫຼັກຖານ

ມາດຕາ 32 (ປັບປຸງ) ການສະເໜີຂໍ້ມູນຫຼັກຖານ ຄູ່ກໍລະນີມີພັນທະສະເໜີຂໍ້ມູນຫຼັກຖານກ່ຽວກັບຂໍ້ຂັດແຍ່ງໃຫ້ ແກ່ຄະນະກໍາມະການຕັດສິນ. ຄະນະກໍາມະການຕັດສິນອາດຈະລົງຂໍ້ມູນຫຼັກຖານກັບທີ່ຕາມ ການສະເໜີຫຼືການເຫັນດີຂອງຄູ່ກໍລະນີ. ໃນກໍລະນີຈໍາເປັນທີ່ຕ້ອງການພິສູດຂໍ້ມູນຫຼັກຖານໃດໜຶ່ງຄະ ນະກໍາມະການຕັດສິນມີສິດສະເໜີເອົາຜູ້ຊ່ຽວຊານເພື່ອພິສູດຂໍ້ມູນ ຫຼັກຖານນັ້ນ. ຄະນະກໍາມະການຕັດສິນຕ້ອງຄົ້ນຄວ້າຄໍາຮ້ອງ,ເອກະສານ, ຂໍ້ມູນຫຼັກຖານຢ່າງລະອຽດ,ຄົບຖ້ວນ,ຮອບດ້ານແລະພາວະວິໄສ. ເມື່ອເກັບກໍາຂໍ້ມູນຫຼັກຖານຄົບຖ້ວນແລ້ວຄະນະກໍາມະການຕັດສິນ ຕ້ອງເຊີນຄູ່ກໍລະນີມາອະທິບາຍເຫດຜົນແລະສະເໜີຂໍ້ມູນຫຼັກຖານ ຕື່ມອີກກ່ອນການຕັດສິນ.

....ມາດຕາ 33 (ປັບປຸງ) ກໍານົດເວລາຕັດສິນ

ມາດຕາ 33 (ປັບປຸງ) ກໍານົດເວລາຕັດສິນ ການແກ້ໄຂຂໍ້ຂັດແຍ່ງດ້ວຍການຕັດສິນຕ້ອງໃຫ້ສໍາເລັດພາຍ ໃນກໍານົດສາມເດືອນນັບແຕ່ວັນໄດ້ແຕ່ງຕັ້ງຄະນະກໍາມະການຕັດສິນ ເປັນຕົ້ນໄປເວັ້ນເສຍແຕ່ກໍລະນີທີ່ມີຄວາມຫຍຸ້ງຍາກຍ້ອນການປະກອບ ຫຼັກຖານຫຼືຍ້ອນເຫດຜົນອື່ນແຕ່ສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດຕ້ອງແຈ້ງເຫດຜົນຂອງການບໍ່ສໍາເລັດໃຫ້ຄູ່ກໍລະນີ ຊາບ.

....ມາດຕາ 34 (ປັບປຸງ) ມາດຕະການປົກປ້ອງຜົນປະໂຫຍດຂອງຄູ່ກໍລະນີ

ມາດຕາ 34 (ປັບປຸງ) ມາດຕະການປົກປ້ອງຜົນປະໂຫຍດຂອງ ຄູ່ກໍລະນີ ໃນໄລຍະພິຈາລະນາຂໍ້ຂັດແຍ່ງນັ້ນຖ້າຫາກຄູ່ກໍລະນີສະເໜີ ໃຫ້ອອກຄໍາສັ່ງຍຶດ,ອາຍັດຊັບຫຼືນໍາໃຊ້ມາດຕະການໃດໜຶ່ງເພື່ອປົກ ປ້ອງສິດແລະຜົນປະໂຫຍດຂອງຕົນແລ້ວຖ້າເຫັນວ່າມີຄວາມຈໍາ ເປັນຄະນະກໍາມະການຕັດສິນຈະສົ່ງຄໍາສະເໜີພ້ອມດ້ວຍເອກະສານ ທີ່ກ່ຽວຂ້ອງໄປຍັງສານປະຊາຊົນເພື່ອພິຈາລະນາອອກຄໍາສັ່ງພາຍ ໃນກໍານົດເຈັດວັນລັດຖະການນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.

....ມາດຕາ 35 (ປັບປຸງ) ສິດໃນການຕົກລົງຂອງຄູ່ກໍລະນີກ່ອນການຕັດສິນ

ມາດຕາ 35 (ປັບປຸງ) ສິດໃນການຕົກລົງຂອງຄູ່ກໍລະນີກ່ອນການ ຕັດສິນ ໃນໄລຍະຄະນະກໍາມະການຕັດສິນພິຈາລະນາຂໍ້ຂັດແຍ່ງນັ້ນ ຄູ່ກໍລະນີຍັງມີສິດຕົກລົງແກ້ໄຂນໍາກັນກ່ອນການຕັດສິນກໍ່ໄດ້.ຄໍາຕົກ ລົງຂອງຄູ່ກໍລະນີນັ້ນຕ້ອງເຮັດເປັນລາຍລັກອັກສອນໂດຍມີລາຍເຊັນ ຂອງຄູ່ກໍລະນີ,ຄະນະກໍາມະການຕັດສິນແລະຫົວໜ້າສູນຫຼືຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດບ່ອນດໍາເນີນນັ້ນ. ຄໍາຕົກລົງຂອງຄູ່ກໍລະນີກ່ອນການຕັດສິນມີຜົນສັກສິດຄືກັບ ຄໍາຕັດສິນຂອງຄະນະກໍາມະການຕັດສິນ.

....ມາດຕາ 36 ຄໍາຕັດສິນຂອງຄະນະກໍາມະການຕັດສິນ

ມາດຕາ 36 ຄໍາຕັດສິນຂອງຄະນະກໍາມະການຕັດສິນ ຄໍາຕັດສິນຂອງຄະນະກໍາມະການຕັດສິນຕ້ອງຢູ່ໃນຂອບເຂດ ຄໍາຮ້ອງຂອງຄູ່ກໍລະນີ.ໃນກໍລະນີທີ່ຄະນະກໍາມະການຕັດສິນຫາກບໍ່ ເປັນເອກະສັນກັນການຕັດສິນໃຫ້ຖືເອົາຕາມສຽງສ່ວນຫຼາຍ. ຄໍາຕັດສິນຂອງຄະນະກໍາມະການຕັດສິນຕ້ອງອ່ານຊ້ອງໜ້າ ຄູ່ກໍລະນີຫຼືຜູ້ຕາງໜ້າແລະມີຜົນສັກສິດນັບແຕ່ວັນລົງຄໍາຕັດສິນຫຼືວັນ ໄດ້ຮັບຊາບຄໍາຕັດສິນນັ້ນເປັນຕົ້ນໄປເມື່ອຄູ່ກໍລະນີຝ່າຍໃດໜຶ່ງຫາກ ບໍ່ເຂົ້າມາຟັງຄໍາຕັດສິນຕາມໝາຍເຊີນໂດຍບໍ່ມີເຫດຜົນພຽງພໍ.

....ມາດຕາ 37 (ປັບປຸງ) ເນື້ອໃນຄໍາຕັດສິນຂອງຄະນະກໍາມະການ

ມາດຕາ 37 (ປັບປຸງ) ເນື້ອໃນຄໍາຕັດສິນຂອງຄະນະກໍາມະການ ຄໍາຕັດສິນຂອງຄະນະກໍາມະການມີເນື້ອໃນດັ່ງນີ້: 1. ເວລາ,ວັນ,ເດືອນ,ປີ,ເລື່ອງແລະເລກທີຂອງຂໍ້ຂັດແຍ່ງ ແລະສະຖານທີ່ອອກຄໍາຕັດສິນ; 2. ຊື່ແລະນາມສະກຸນຂອງຄະນະກໍາມະການຕັດສິນແລະ ຜູ້ບັນທຶກ; 3. ຊື່ແລະນາມສະກຸນ,ອາຍຸ,ອາຊີບ,ສັນຊາດ,ທີ່ຢູ່ປັດຈຸບັນ ແລະສະຖານທີ່ຕັ້ງກິດຈະການຂອງຄູ່ກໍລະນີຫຼືຜູ້ຕາງໜ້າ; 4. ເນື້ອໃນຕົ້ນຕໍຂອງຂໍ້ຂັດແຍ່ງ,ຄໍາວິນິໄສແລະບ່ອນອີງ ຂອງຄໍາຕັດສິນ; 5. ການຕັດສິນ; 6. ຄວາມຮັບຜິດຊອບໃນການໃຊ້ຈ່າຍຄ່າທໍານຽມ,ຄ່າແຮງ ງານແລະຄ່າບໍລິການຕ່າງໆຂອງຄູ່ກໍລະນີແຕ່ລະຝ່າຍ; 7. ລາຍເຊັນຂອງຄະນະກໍາມະການຕັດສິນ,ຜູ້ບັນທຶກແລະ ລາຍເຊັນຂອງຫົວໜ້າສູນຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງດ້ານເສດ ຖະກິດບ່ອນດໍາເນີນນັ້ນ.

....ມາດຕາ 38 (ໃໝ່) ການຄັດຄ້ານຄໍາຕັດສິນ

ມາດຕາ 38 (ໃໝ່) ການຄັດຄ້ານຄໍາຕັດສິນ ຄູ່ກໍລະນີມີສິດສະເໜີຕໍ່ສານປະຊາຊົນເພື່ອຄັດຄ້ານຄໍາຕັດສິນ ຂອງຄະນະກໍາມະການຕັດສິນພາຍໃນກໍານົດສີ່ສິບຫ້າວັັນນັບແຕ່ວັນ ໄດ້ຮັບຊາບຄໍາຕັດສິນເປັນຕົ້ນໄປໃນກໍລະນີໃດໜຶ່ງດັ່ງນີ້: 1. ຄູ່ກໍລະນີບໍ່ໄດ້ຕົກລົງໃຫ້ມີການຕັດສິນດ້ວຍຄະນະກໍາມະ ການຕັດສິນຫຼືຄໍາຕົກລົງນັ້ນເປັນໂມຄະ; 2. ການປະກອບຄະນະກໍາມະການຕັດສິນບໍ່ສອດຄ່ອງກັບ ການຕົກລົງຂອງຄູ່ກໍລະນີແລະລະບຽບກົດໝາຍ; 3. ການດໍາເນີນການຕັດສິນບໍ່ສອດຄ່ອງກັບລະບຽບກົດ ໝາຍກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທີ່ຄູ່ກໍລະນີຕົກລົງກັນໃນສັນຍາ; 4. ຂໍ້ມູນຫຼັງຖານທີ່ຄະນະກໍາມະການຕັດສິນຖືເປັນພື້ນຖານ ໃນການຕັດສິນນັ້ນມີການປອມແປງຫຼືກໍາມະການຕັດສິນຮັບເງິນ, ຊັບສິນຫຼືຜົນປະໂຫຍດອື່ນຊຶ່ງສົ່ງຜົນກະທົບຕໍ່ຄວາມທ່ຽງທໍາໃນການ ຕັດສິນ; 5. ຂໍ້ຂັດແຍ່ງບໍ່ຢູ່ໃນຂອບເຂດສິດຂອງການແກ້ໄຂຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 6. ຄໍາຕັດສິນເກີນຫຼືບໍ່ຄົບຖ້ວນຕາມຄໍາຮ້ອງຂໍຂອງຄູ່ກໍລະນີ.

..ພາກທີ 3 ສູນແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ


...ມາດຕາ 39 (ປັບປຸງ) ທີ່ຕັ້ງແລະພາລະບົດບາດ

ມາດຕາ 39 (ປັບປຸງ) ທີ່ຕັ້ງແລະພາລະບົດບາດ ສູນແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແມ່ນອົງການຈັດຕັ້ງທີ່ມີລັກສະນະວິຊາຊີບສົງຄົມແລະກົດໝາຍຢູ່ ພາຍໃຕ້ການຄຸ້ມຄອງຂອງຂະແໜງການຍຸຕິທໍາ,ມີພາລະບົດບາດ ສ້າງເງື່ອນໄຂແລະອໍານວຍຄວາມສະດວກໃຫ້ຄູ່ກໍລະນີ,ຜູ້ໄກ່ເກ່ຍ ແລະກໍາມະການຕັດສິນໃນການດໍາເນີນການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ.

...ມາດຕາ 40 (ໃໝ່) ໂຄງປະກອບຂອງສູນແລະຫ້ອງການ

ມາດຕາ 40 (ໃໝ່) ໂຄງປະກອບຂອງສູນແລະຫ້ອງການ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດມີຊື່ຫຍໍ້ວ່າ "ສກສ" ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງຍຸຕິທໍາແລະມີຖານະທຽບ ເທົ່າກົມ. ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດມີຊື້ຫຍໍ້ວ່າ "ຫກສ" ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງພະແນກຍຸຕິທໍາ; ຫົວໜ້າ ຫ້ອງການມີຖານະທຽບເທົ່າຮອງຫົວໜ້າພະແນກຂອງແຂວງ,ນະ ຄອນ. ສໍາລັບໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງສູນ ແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ກໍານົດໄວ້ ໃນລະບຽບການຕ່າງຫາກ.

...ມາດຕາ 41 (ປັບປຸງ) ສິດແລະໜ້າທີ່ຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 41 (ປັບປຸງ) ສິດແລະໜ້າທີ່ຂອງສູນແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດມີສິດແລະໜ້າ ທີ່ດັ່ງນີ້: 1. ຄົ້ນຄວ້າແລະສະເໜີສ້າງ,ປັບປຸງລະບຽບກົດໝາຍກ່ຽວ ກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃຫ້ຂັ້ນເທິງທີ່ ກ່ຽວຂ້ອງພິຈາລະນາ; 2. ຄົ້ນຄວ້າແລະນໍາສະເໜີຕໍ່ລັດຖະມົນຕີວ່າການກະຊວງຍຸ ຕິທໍາເພື່ອແຕ່ງຕັ້ງຜູ້ໄກ່ເກ່ຍແລະກໍາມະການຕັດສິນເຂົ້າໃນບັນຊີ ລາຍຊື່ຜູ້ໄກ່ເກ່ຍແລະກໍາມະການຕັດສິນຫຼືປົດບຸກຄົນດັ່ງກ່າວອອກ ຈາກບັນຊີ; 3. ໂຄສະນາ,ສຶກສາອົບຮົມລະບຽບກົດໝາຍກ່ຽວກັບການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4. ພິຈາລະນາແຕ່ງຕັ້ງ,ປົດຫຼືປ່ຽນຜູ້ໄກ່ເກ່ຍແລະກໍາມະ ການຕັດສິນເຂົ້າໃນການແກ້ໄຂຂໍ້ຂັດແຍ່ງແຕ່ລະຄັ້ງຕາມລະບຽບ ກົດໝາຍ; 5. ຄຸ້ມຄອງແລະອໍານວຍຄວາມສະດວກໃນການແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດໃນຂອບເຂດທີ່ຕົນຮັບຜິດຊອບ; 6. ຮັບຄໍາຮ້ອງ,ເອກະສານ,ຂໍ້ມູນ,ຫຼັກຖານຈາກຄູ່ກໍລະນີ; 7. ກໍ່ສ້າງ,ບໍາລຸງແລະຍົກລະດັບທາງດ້ານວິຊາການໃຫ້ແກ່ ພະນັກງານຂອງສູນແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດ,ຜູ້ໄກ່ເກ່ຍແລະກໍາມະການຕັດສິນ; 8. ຕິດຕໍ່ພົວພັນກັບຄູ່ກໍລະນີແລະປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງເພື່ອອໍານວຍຄວາມສະດວກໃຫ້ແກ່ການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ; 9. ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕາມການມອບ ໝາຍຂອງຂັ້ນເທິງ; 10. ສະຫຼຸບ,ປະເມີນຜົນແລະລາຍງານການເຄື່ອນໄຫວວຽກ ງານຂອງຕົນຕໍ່ກະຊວງຍຸຕິທໍາ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາ 42 (ໃໝ່) ສິດແລະໜ້າທີ່ຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 42 (ໃໝ່) ສິດແລະໜ້າທີ່ຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດມີສິດແລະ ໜ້າທີ່ດັ່ງດຽວກັນກັບສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕາມ ທີ່ໄດ້ກໍານົດໄວ້ໃນ ມາດຕາ 41 ຂອງກົດໝາຍສະບັບນີ້. ສໍາລັບສິດ ສະເໜີແຕ່ງຕັ້ງ,ປົດຜູ້ໄກ່ເກ່ຍ,ກໍາມະການຕັດສິນເຂົ້າໃນບັນຊີລາຍຊື່ ຜູ້ໄກ່ເກ່ຍແລະກໍາມະການຕັດສິນນັ້ນຕ້ອງສະເໜີຕໍ່ສູນແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາ.

..ພາກທີ 4 ຜູ້ໄກ່ເກ່ຍແລະກໍາມະການຕັດສິນ


...ມາດຕາ 43 (ປັບປຸງ) ຜູ້ໄກ່ເກ່ຍແລະກໍາມະການຕັດສິນ

ມາດຕາ 43 (ປັບປຸງ) ຜູ້ໄກ່ເກ່ຍແລະກໍາມະການຕັດສິນ ຜູ້ໄກ່ເກ່ຍແລະກໍາມະການຕັດສິນປະກອບດ້ວຍຜູ້ປະຈໍາການ ແລະຜູ້ບໍ່ປະຈໍາການ. ຜູ້ປະຈໍາການແມ່ນພະນັກງານຂອງສູນແລະຫ້ອງການແກ້ ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດທີ່ຖືກແຕ່ງຕັ້ງຈາກລັດຖະມົນຕີ ວ່າການກະຊວງຍຸຕິທໍາ. ຜູ້ບໍ່ປະຈໍາການແມ່ນບຸກຄົນທີ່ມາຈາກສໍານັກງານ,ອົງການ, ຫົວໜ່ວຍທຸລະກິດທັງພາກລັດແລະເອກະຊົນ,ຄົນຕ່າງປະເທດແລະ ຄົນຕ່າງດ້າວທີ່ມີຄວາມສະໃຈຊຶ່ງໄດ້ຮັບການແຕ່ງຕັ້ງຈາກລັດຖະ ມົນຕີວ່າການກະຊວງຍຸຕິທໍາຕາມການຄັດເລືອກແລະການສະເໜີ ຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

...ມາດຕາ 44 (ປັບປຸງ) ມາດຕະຖານຂອງຜູ້ໄກ່ເກ່ຍແລະກໍາມະການຕັດສິນ

ມາດຕາ 44 (ປັບປຸງ) ມາດຕະຖານຂອງຜູ້ໄກ່ເກ່ຍແລະກໍາມະ ການຕັດສິນ ຜູ້ໄກ່ເກ່ຍແລະກໍາມະການຕັດສິນທີ່ເປັນພົນລະເມືອງລາວ ຕ້ອງມີມາດຕະຖານດັ່ງນີ້: 1. ມີຄຸນສົມບັດ,ມີຈັນຍາທໍາແລະບໍລິສຸດສັດຊື່; 2. ມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະໃດ ໜຶ່ງທີ່ແນ່ນອນໂດຍມີໃບຢັ້ງຢືນຢ່າງຖືກຕ້ອງ; 3. ໄດ້ຜ່ານຫຼືມີປະສົບປະການໃນວຽກງານຢ່າງໜ້ອຍຫ້າປີ; 4. ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບຍ້ອນ ການກະທໍາຜິດໂດຍເຈັດຕະນາ; 5. ໄດ້ຜ່ານການຝຶກອົບຮົມກ່ຽວກັບວຽກງານແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ; 6. ມີສຸຂະພາບດີ.


...ມາດຕາ 45 (ໃໝ່) ປຶ້ມບັນຊີລາຍຊື່ຜູ້ໄກ່ເກ່ຍແລະກໍາມະການຕັດສິນ

ມາດຕາ 45 (ໃໝ່) ປຶ້ມບັນຊີລາຍຊື່ຜູ້ໄກ່ເກ່ຍແລະກໍາມະການຕັດ ສິນ ປຶ້ມບັນຊີລາຍຊື່ຜູ້ໄກ່ເກ່ຍແລະກໍາມະການຕັດສິນແມ່ນປຶ້ມ ສັງລວມລາຍຊື່ຜູ້ໄກ່ເກ່ຍແລະກໍາມະການຕັດສິນລວມທັງປະຫວັດ ຫຍໍ້ຂອງພວກກ່ຽວ. ພາຍຫຼັງລັດຖະມົນຕີວ່າການກະຊວງຍຸຕິທໍາໄດ້ແຕ່ງຕັ້ງຜູ້ ໄກ່ເກ່ຍແລະກໍາມະການຕັດສິນແລ້ວສູນແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດຕ້ອງສ້າງເປັນປຶ້ມບັນຊີລາຍຊື່ຜູ້ໄກ່ເກ່ຍແລະກໍາ ມະການຕັດສິນແລ້ວຈັດພິມສົ່ງໃຫ້ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ.

...ມາດຕາ 46 (ໃໝ່) ສິດແລະໜ້າທີ່ຂອງຜູ້ໄກ່ເກ່ຍແລະກໍາມະການຕັດສິນ

ມາດຕາ 46 (ໃໝ່) ສິດແລະໜ້າທີ່ຂອງຜູ້ໄກ່ເກ່ຍແລະກໍາມະ ການຕັດສິນ ຜູ້ໄກ່ເກ່ຍແລະກໍາມະການຕັດສິນມີສິດແລະໜ້າທີ່ດັ່ງນີ້: 1. ຮັບຫຼືປະຕິເສດການແກ້ໄຂຂໍ້ຂັດແຍ່ງ; 2. ເປັນເອກະລາດໃນການແກ້ໄຂຂໍ້ຂັດແຍ່ງ; 3. ຮັບປະກັນການແກ້ໄຂຂໍ້ຂັດແຍ່ງໃຫ້ມີຄວາມຍຸດຕິທໍາ, ວ່ອງໄວແລະປອດໃສ; 4. ປະຕິບັດຖືກຕ້ອງຕາມຫຼັກຈັນຍາທໍາຂອງວິຊາຊີບ; 5. ລົງເກັບກໍາຂໍ້ມູນ,ຫຼັກຖານກັບທີ່; 6. ໄດ້ຮັບຄ່າແຮງງານຕາມການຕົກລົງກັບຄູ່ກໍລະນີ; 7. ຮັກສາຄວາມລັບຂອງຂໍ້ຂັດແຍ່ງຍົກເວັ້ນຂໍ້ມູນທີ່ຕ້ອງ ສະໜອງໃຫ້ຂະແໜງການທີ່ກ່ຽວຂ້ອງຕາມລະບຽບກົດໝາຍ; 8. ເສຍພັນທະໃຫ້ລັດຕາມລະບຽບກົດໝາຍ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາ 47 (ໃໝ່) ຜູ້ໄກ່ເກ່ຍແລະກໍາມະການຕັດສິນຕ່າງປະເທດ

ມາດຕາ 47 (ໃໝ່) ຜູ້ໄກ່ເກ່ຍແລະກໍາມະການຕັດສິນຕ່າງປະ ເທດ ຄົນຕ່າງປະເທດສາມາດເປັນຜູ້ໄກ່ເກ່ຍ,ກໍາມະການຕັດສິນ ຢູ່ສປປລາວໄດ້. ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຄູ່ກໍລະນີມີ ສິດເລືອກເອົາຜູ້ໄກ່ເກ່ຍຫຼືກໍາມະການຕັດສິນຕ່າງປະເທດທີ່ມີໃນ ບັນຊີລາຍຊື່ຜູ້ໄກ່ເກ່ຍຫຼືກໍາມະການຕັດສິນ. ສໍາລັບມາດຕະຖານແລະເງື່ອນໄຂຂອງຜູ້ໄກ່ເກ່ຍຫຼືກໍາມະ ການຕັດສິນຕ່າງປະເທດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

..ພາກທີ 5 ການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ


...ມາດຕາ 48 ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 48 ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 1. ຄໍາຕົກລົງຂອງການໄກ່ເກ່ຍ; 2. ຄໍາຕົກລົງຂອງຄູ່ກໍລະນີກ່ອນການຕັດສິນ; 3. ຄໍາຕັດສິນຂອງຄະນະກໍາມະການຕັດສິນ.

...ມາດຕາ 49 ພັນທະຂອງຄູ່ກໍລະນີ

ມາດຕາ 49 ພັນທະຂອງຄູ່ກໍລະນີ ຄູ່ກໍລະນີມີພັນທະປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດພາຍໃນກໍານົດສິບຫ້າວັນນັບແຕ່ວັນໄດ້ມີຄໍາ ຕົກລົງຫຼືຄໍາຕັດສິນເປັນຕົ້ນໄປຫຼືນັບແຕ່ວັນຄູ່ກໍລະນີໄດ້ຮັບຊາບ ຄໍາຕັດສິນເປັນຕົ້ນໄປເມື່ອຄູ່ກໍລະນີຝ່າຍໃດໜຶ່ງຫາກບໍ່ເຂົ້າມາຟັງ ຄໍາຕັດສິນຕາມໝາຍເຊີນໂດຍບໍ່ມີເຫດຜົນພຽງພໍ.

...ມາດຕາ 50 ສິດຂອງຜູ້ຮັບປະໂຫຍດ

ມາດຕາ 50 ສິດຂອງຜູ້ຮັບປະໂຫຍດ ຄູ່ກໍລະນີຝ່າຍທີ່ໄດ້ຮັບຄວາມອັບປະໂຫຍດຈາກການບໍ່ປະ ຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດມີສິດ ຮ້ອງຂໍຕໍ່ສານປະຊາຊົນພິຈາລະນາອອກຄໍາຊີ້ຂາດເພື່ອບັງຄົບ ປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ.

...ມາດຕາ 51 (ປັບປຸງ) ການຊີ້ຂາດຂອງສານປະຊາຊົນ

ມາດຕາ 51 (ປັບປຸງ) ການຊີ້ຂາດຂອງສານປະຊາຊົນ ເມື່ອໄດ້ຮັບຄໍາຮ້ອງຂອງຄູ່ກໍລະນີແລ້ວສານປະຊາຊົນ ຕ້ອງພິຈາລະນາອອກຄໍາຊີ້ຂາດພາຍໃນສິບຫ້າວັນນັບແຕ່ວັນ ໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ໃນການພິຈາລະນາອອກຄໍາຊີ້ຂາດນັ້ນສານປະຊາຊົນ ຕ້ອງກວດເບິ່ງການດໍາເນີນການແກ້ໄຂຂໍ້ຂັດແຍ່ງນັ້ນໄດ້ປະຕິ ບັດຖືກຕ້ອງຕາມລະບຽບກົດໝາຍ,ສົນທະສັນຍາສາກົນທີ່ ສປປ ລາວ ເປັນພາຄີ,ບໍ່ແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດ,ຄວາມ ສະຫງົບຂອງສັງຄົມແລະສິ່ງແວດລ້ອມ.ຖ້າເຫັນວ່າຖືກຕ້ອງແລ້ວ ສານປະຊາຊົນຕ້ອງອອກຄໍາຊີ້ຂາດເພື່ອບັງຄົບປະຕິບັດ,ຄໍາຊີ້ ຂາດຂອງສານປະຊາຊົນມີຜົນບັງຄັບປະຕິບັດໃນທັນໃດແລະບໍ່ສາ ມາດອຸທອນໄດ້. ຖ້າສານປະຊາຊົນຫາກເຫັນວ່າຜົນຂອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດລະເມີດລະບຽບກົດໝາຍ,ສານປະຊາ ຊົນກໍ່ຈະບໍ່ລົງຄໍາຊີ້ຂາດຢັ້ງຢືນເອົາ,ຄູ່ກໍລະນີມີສິດຕົກລົງໃຫ້ສູນ ຫຼືຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແກ້ໄຂຄືນໃໝ່ ຫຼືຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມກົດໝາຍ.

...ມາດຕາ 52 (ປັບປຸງ) ການຮັບຮູ້ແລະປະຕິບັດຄໍາຕັດສິນຂອງກໍາມະການຕັດສິນຕ່າງປະເທດຫຼືສາກົນ

ມາດຕາ 52 (ປັບປຸງ) ການຮັບຮູ້ແລະປະຕິບັດຄໍາຕັດສິນຂອງ ກໍາມະການຕັດສິນຕ່າງປະເທດຫຼືສາກົນ ສປປລາວ ຮັບຮູ້ປະລປະຕິບັດຄໍາຕັດສິນຂອງກໍາມະການ ຕັດສິນຕ່າງປະເທດຫຼືສາກົນໂດຍໄດ້ຮັບການຢັ້ງຢືນຈາກສານ ປະຊາຊົນຂອງ ສປປລາວ. ສານປະຊາຊົນຂອງ ສປປລາວ ຈະພິຈາລະນາຢັ້ງຢືນຄໍາ ຕັດສິນຂອງກໍາມະການຕັດສິນຕ່າງປະເທດຫຼືສາກົນໄດ້ກໍ່ຕໍ່ເມື່ອ ມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ຄູ່ກໍລະນີຕ້ອງຖືສັນຊາດຂອງປະເທດທີ່ເປັນພາຄີຂອງ ສົນທິສັນຍານິວຢອກປີ 1958 ວ່າດ້ວຍການຮັບຮູ້ແລະບັງຄົບປະ ຕິບັດຄໍາຕັດສິນຂອງກໍາມະການຕັດສິນຕ່າງປະເທດຫຼືສາກົນ; 2. ບໍ່ຂັດກັບລັດຖະທໍາມະນູນແລະລະບຽບກົດໝາຍກ່ຽວ ກັບຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບຂອງສັງຄົມແລະສິ່ງ ແວດລ້ອມ; 3. ຄູ່ກໍ່ລະນີຝ່າຍທີ່ມີພັນທະໃຊ້ແທນໜີ້ສິນມີຊັບສິນ,ກິດຈະ ການ,ຮູ້ນ,ເງິນຝາກຫຼືຊັບສິນອື່ນຢູ່ສປປລາວ. ພາຍຫຼັງຄໍາຕັດສິນຂອງກໍາມະການຕັດສິນຕ່າງປະເທດຫຼື ສາກົນໄດ້ຖືກຮັບຮູ້ແລະຢັ້ງຢືນຈາກສານປະຊາຊົນຂອງ ສປປ ລາວ ແລ້ວກໍ່ໃຫ້ຈັດຕັ້ງປະຕິບັດຄໍາຕັດສິນດັ່ງກ່າວ ຕາມກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຂອງ ສປປລາວ.

..ພາກທີ 6 ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ


...ມາດຕາ 53 (ປັບປຸງ) ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 53 (ປັບປຸງ) ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ຄ່າໃຊ້ຈ່າຍໃນການດໍາເນີນການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດປະກອບດ້ວຍ: 1. ຄ່າທໍານຽມ; 2. ຄ່າບໍລິການ; 3. ຄ່າແຮງງານ.

...ມາດຕາ 54 (ປັບປຸງ) ຄ່າທໍານຽມ

ມາດຕາ 54 (ປັບປຸງ) ຄ່າທໍານຽມ ຄ່າທໍານຽມແມ່ນພັນທະຂອງຄູ່ກໍລະນີທີ່ຕ້ອງມອບເຂົ້າງົບ ປະມານແຫ່ງລັດ. ການເກັບຄ່າທໍານຽມໃຫ້ປະຕິບັດຕາມລະບຽບການກ່ຽວ ກັບຄ່າທໍານຽມທີ່ປະກາດໃຊ້ໃນແຕ່ລະໄລຍະ. ໃນການໄກ່ເກ່ຍຄູ່ກໍລະນີຕ້ອງຈ່າຍຄ່າທໍານຽມຝ່າຍລະ ເຄິ່ງກ່ອນການດໍາເນີນການໄກ່ເກ່ຍຂໍ້ຂັດແຍ່ງເວັ້ນເສຍແຕ່ໄດ້ ຕົກລົງກັນໄວ້ຢ່າງອື່ນ. ໃນການຕັດສິນນັ້ນໃຫ້ຄູ່ກໍລະນີຮັບຜິດຊອບຈ່າຍຄ່າທໍາ ນຽມຄາມຄໍາຕັດສິນຂອງຄະນະກໍາມະການຕັດສິນ.

...ມາດຕາ 55 (ປັບປຸງ) ຄ່າບໍລິການ

ມາດຕາ 55 (ປັບປຸງ) ຄ່າບໍລິການ ຄ່າບໍລິການແມ່ນຄ່າໃຊ້ຈ່າຍໃນການໄກ່ເກ່ຍຫຼືການຕັດສິນ ຂອງຄະນະກໍາມະການຕັດສິນເຊັ່ນ: ສົ່ງໝາຍເຊີນ,ສໍາເນົາເອກະ ສານ,ຈັດປະຊຸມແລະອື່ນໆ. ການເກັບຄ່າບໍລິການໃຫ້ປະຕິບັດຕາມລະບຽບການກ່ຽວກັບ ຄ່າບໍລິການທີ່ປະກາດໃຊ້ໃນແຕ່ລະໄລຍະແລະໃຫ້ຜູ້ຮ້ອງຂໍເປັນຜູ້ ຮັບຜິດຊອບຈ່າຍກ່ອນໃນເວລາຢື່ນຄໍາຮ້ອງ.

...ມາດຕາ 56 (ປັບປຸງ) ຄ່າແຮງງານ

ມາດຕາ 56 (ປັບປຸງ) ຄ່າແຮງງານ ຄ່າແຮງງານແມ່ນຄ່າໃຊ້ຈ່າຍກ່ຽວກັບການເຄື່ອນໄຫວ ວຽກງານຂອງຜູ້ໄກ່ເກ່ຍ,ກໍາມະການຕັດສິນ,ຄ່າໃຊ້ຈ່າຍໃຫ້ຜູ້ ຊ່ຽວຊານແລະຄ່າໃຊ້ຈ່າຍອື່ນໆທີ່ຈໍາເປັນກ່ຽວກັບການແກ້ໄຂ ຂໍ້ຂັດແຍ່ງນັ້ນ. ຄ່າແຮງງານແມ່ນຄູ່ກໍລະນີເປັນຜູ້ຕົກລົງກັບຜູ້ໄກ່ເກ່ຍ, ກໍາມະການຕັດສິນຫຼືຜູ້ຊ່ຽວຊານແລ້ວແຈ້ງໃຫ້ສູນ,ຫ້ອງການແກ້ ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດບ່ອນແກ້ໄຂຂໍ້ຂັດແຍ່ງນັ້ນ ຊາບ.

..ພາກທີ 7 ຂໍ້ຫ້າມ


...ມາດຕາ 57 (ໃໝ່) ຂໍ້ຫ້າມສໍາລັບພະນັກງານ,ຜູ້ໄກ່ເກ່ຍແລະຜູ້ຕັດສິນ

ມາດຕາ 57 (ໃໝ່) ຂໍ້ຫ້າມສໍາລັບພະນັກງານ,ຜູ້ໄກ່ເກ່ຍແລະ ຜູ້ຕັດສິນ ຫ້າມພະນັກງານ,ຜູ້ໄກ່ເກ່ຍແລະຜູ້ຕັດສິນມີພຶດຕິກໍາດັ່ງ ນີ້: 1. ເປີດເຜີຍຂໍ້ມູນກ່ຽວກັບເນືອໃນຂອງຂໍ້ຂັດແຍ່ງທີ່ຕົນ ໄດ້ຮູ້ໂດຍບໍ່ໄດ້ຮັບອະນຸຍາດຫຼືກົດໝາຍຫາກໄດ້ກໍານົດໄວ້ຢ່າງ ອື່ນ; 2. ນໍາໃຊ້ຂໍ້ມູນທີ່ຕົນໄດ້ຮູ້ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼືເພື່ອທໍາລາຍສິດແລະຜົນປະໂຫຍດຂອງຜູ້ອື່ນ; 3. ກົດໜ່ວງ,ຖ່ວງດຶງ,ສ້າງຄວາມຫຍຸ້ງຍາກໃຫ້ແກ່ການ ແກ້ໄຂຂໍ້ຂັດແຍ່ງ; 4. ຮັບ,ທວງເອົາເງິນຫຼືຜົນປະໂຫຍດອື່ນໃດໜຶ່ງຈາກຄູ່ ກໍລະນີ; 5. ເຂົ້າຮ່ວມໃນການແກ້ໄຂຂໍ້ຂັດແຍ່ງທີ່ພັວພັນເຖິງຜົນ ປະໂຫຍດຂອງຕົນເອງ,ຜົວຫຼືເມຍຫຼືຍາດໃກ້ຊິດຂອງຕົນ; 6. ລໍາລຽງໃນການປະຕິບັດໜ້າທີ່; 7. ບັງຄົບ,ນາບຂູ່ຄູ່ກໍລະນີ; 8. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດມາຍ.


...ມາດຕາ 58 (ໃໝ່) ຂໍ້ຫ້າມສໍາລັບຄູ່ກໍລະນີ

ມາດຕາ 58 (ໃໝ່) ຂໍ້ຫ້າມສໍາລັບຄູ່ກໍລະນີ ຫ້າມຄູ່ກໍລະນີມີພຶດຕິກໍາດັ່ງນີ້: 1. ປອມແປງເອກະສານຫຼືຂໍ້ມູນກ່ຽວກັບຂໍ້ຂັດແຍ່ງ; 2. ບັງຄັບ,ນາບຂູ່ຫຼືໃຊ້ຄວາມຮຸນແຮງ,ຕົວະຍົວະ,ຫຼອກລວງ ພະນັກງານ,ຜູ້ໄກ່ເກ່ຍ,ກໍາມະການຕັດສິນແລະຜູ້ຊ່ຽວຊານ; 3. ໃຫ້ສິນບົນຫຼືຜົນປະໂຫຍດອື່ນແກ່ພະນັກງານ,ຜູ້ໄກ່ເກ່ຍ, ກໍາມະການຕັດສິນແລະຜູ້ຊ່ຽວຊານ; 4. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 59 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ

ມາດຕາ 59 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ ອື່ນ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1. ບໍ່ໃຫ້ການຮ່ວມມື,ຂັດຂວາງການປະຕິບັດໜ້າທີ່ຂອງພະ ນັກງານ,ຜູ້ໄກ່ເກ່ຍ,ກໍາມະການຕັດສິນແລະຜູ້ຊ່ຽວຊານ; 2. ຍຸຍົງຜູ້ອື່ນບໍ່ໃຫ້ນໍາໃຊ້ການແກ້ໄຂຂໍ້ຂັດແຍ່ງຢູ່ສູນຫຼືຫ້ອງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 3. ເປັນສື່ກາງໃນການໃຫ້ແລະຮັບສິນບົນ; 4. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

..ພາກທີ 8 ການຄຸ້ມຄອງແລະການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ


...ໝວດທີ 1 ການຄຸ້ມຄອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ


....ມາດຕາ 60 ອົງການຄຸ້ມຄອງ

ມາດຕາ 60 ອົງການຄຸ້ມຄອງ ອົງການຄຸ້ມຄອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດປະກອບດ້ວຍ: 1. ກະຊວງຍຸດຕິທໍາ; 2. ພະແນກຍຸດຕິທໍາແຂວງ,ນະຄອນ.

....ມາດຕາ 61 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງຍຸຕິທໍາ

ມາດຕາ 61 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງຍຸຕິທໍາ ໃນການຄຸ້ມຄອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດກະຊວງຍຸຕິທໍາມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າສ້າງແຜນຍຸດທະສາດ,ແຜນການ,ລະບຽບກົດ ໝາຍກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອສະເໜີຕໍ່ລັດຖະບານພິຈາລະນາ; 2. ອອກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວ ກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 3. ຊີ້ນໍາແລະຄຸ້ມຄອງດ້ານການຈັດຕັ້ງ,ງົບປະມານຂອງສູນ ແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4. ຊີ້ນໍາ,ຕິດຕາມການເຄື່ອນໄຫວວຽກງານແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດໃນຂອບເຂດທົ່ວປະເທດ; 5. ກໍ່ສ້າງ,ບໍາລຸງແລະຍົກລະດັບຄວາມຮູ້,ຄວາມສາມາດ, ຈັນຍາທໍາແລະວິຊາສະເພາະໃຫ້ພະນັກງານຂອງສູນແລະຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ,ຜູ້ໄກ່ເກ່ຍແລະກໍາມະການ ຕັດສິນ; 6. ສະເໜີນາຍົກລັດຖະມົນຕີແຕ່ງຕັ້ງ,ປົດຕໍ່າແໜ່ງຫຼືຍົກ ຍ້າຍຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 7. ແຕ່ງຕັ້ງ,ປົດຕໍາແໜ່ງຫຼືຍົກຍ້າຍຮອງຫົວໜ້າສູນແກ້ໄຂ ຂໍ້ຂັດແຍ່ງທາງດ້ານເສດຖະກິດ,ຫົວໜ້າແລະຮອງຫົວໜ້າຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໂດຍປະສານສົມທົບກັບຂະ ແໜງການທີ່ກ່ຽວຂ້ອງ; 8. ແຕ່ງຕັ້ງຫຼືປົດຜູ້ໄກ່ເກ່ຍແລະກໍາມະການຕັດສິນເຂົ້າໃນຫຼື ອອກຈາກບັນຊີລາຍຊື່ຜູ້ໄກ່ເກ່ຍແລະກໍາມະການຕັດສິນຕາມການສະ ເໜີຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 9. ປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 10. ຮ່ວມມືກັບຕ່າງປະເທດພາກພື້ນແລະສາກົນກ່ຽວກັບ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 11. ສະຫຼຸບຜົນ,ປະເມີນຜົນແລະລາຍງານການເຄື່ອນໄຫວ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃຫ້ລັດຖະບານ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ. ....ມາດຕາ 62 (ປັບປຸງ) ສິດແລະໜ້າທີ່ຂອງພະແນກຍຸຕິທໍາແຂວງ,ນະຄອນ

ມາດຕາ 62 (ປັບປຸງ) ສິດແລະໜ້າທີ່ຂອງພະແນກຍຸຕິທໍາແຂວງ, ນະຄອນ ໃນການຄຸ້ມຄອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດພະແນກຍຸດຕິທໍາແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ,ແຜນການ,ລະ ລຽບກົດໝາຍກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 2. ໂຄສະນາ,ເຜີຍແຜ່,ສຶກສາອອົບຮົມລະບຽບກົດໝາຍ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 3. ຊີ້ນໍາແລະຄຸ້ມຄອງດ້ານການຈັດຕັ້ງແລະງົບປະມານ ຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; 4. ຊີ້ນໍາ,ຕິດຕາມການເຄື່ອນໄຫວວຽກງານແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 5. ສະເໜີຕໍ່ກະຊວງຍຸຕິທໍາກ່ຽວກັບການສ້າງຕັ້ງແລະປັບ ປຸງຫ້ອງການ,ການແຕ່ງຕັ້ງ,ປົດຕໍາແໜ່ງຫຼືຍົກຍ້າຍຫົວໜ້າ,ຮອງ ຫົວໜ້າຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໂດຍປະ ສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ; 6. ຮັບ,ຄົ້ນຄວ້າແລະແກ້ໄຂຄໍາຮ້ອງຂອງບຸກຄົນ,ນິຕິບຸກຄົນ ຫຼືການຈັດຕັ້ງກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 7. ຊີ້ນໍາວຽກງານສະຫຼຸບ,ປະເມີນຜົນແລະລາຍງານການ ເຄື່ອນໄຫວວຽກງານຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດໃຫ້ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອລາຍ ງານຕໍ່ກະຊວງຍຸຕິທໍາ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.


...ໝວດທີ 2 ການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ


....ມາດຕາ 63 (ປັບປຸງ) ອົງການກວດກາ

ມາດຕາ 63 (ປັບປຸງ) ອົງການກວດກາ ອົງການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດມີສອງປະເພດດັ່ງນີ້: 1. ອົງການກວດກາພາຍໃນຊຶ່ງແມ່ນພາກສ່ວນໜຶ່ງຂອງອົງ ການຄຸ້ມຄອງວຽການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕາມທີ່ ໄດ້ກໍານົດໄວ້ໃນ ມາດຕາ 60 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງ ການກວດກາລັດ,ອົງການກວດສອບແຫ່ງລັດແລະອົງການໄອຍະ ການປະຊາຊົນ. ການກວດກາພາຍນອກຈະດໍາເນີນຕາມຄໍາສະເໜີຂອງບຸກ ຄົນ,ການຈັດຕັ້ງໃດໜຶ່ງຫຼືລິເລີ່ມໂດຍອົງການກວດກາພາຍນອກ ເອງໃນກໍລະນີທີ່ເຫັນວ່າມີບັນຫາບໍ່ຈະແຈ້ງ,ບໍ່ໂປ່ງໃສ.

....ມາດຕາ 64 (ໃໝ່) ເນື້ອໃນການກວດກາ

ມາດຕາ 64 (ໃໝ່) ເນື້ອໃນການກວດກາ ເນື້ອໃນຕົ້ນຕໍຂອງການກວດກາມີດັ່ງນີ້: 1. ການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບການແກ້ ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 2. ຄໍາຮ້ອງຂອງບຸກຄົນຫຼືນິຕິບຸກຄົນກ່ຽວກັບການແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດ; 3. ການເຄື່ອນໄຫວຂອງສູນແລະຫ້ອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ; 4. ການຄຸ້ມຄອງແລະການນໍາໃຊ້ລາຍຮັບ-ລາຍຈ່າຍຂອງ ສູນແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 5. ຄວາມຮັບຜິດຊອບແລະການປະພຶດຂອງພະນັກງານຢູ່ ສູນແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ,ຂອງຜູ້ ໄກ່ເກ່ຍແລະກໍາມະການຕັດສິນ.

....ມາດຕາ 65 (ໃໝ່) ຮູບການກວດກາ

ມາດຕາ 65 (ໃໝ່) ຮູບການກວດກາ ການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດດໍາເນີນດ້ວຍຮູບການຕາມລະບົບປົກກະຕິ,ໂດຍມີການແຈ້ງໃຫ້ ຮູ້ລ່ວງໜ້າແລະແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາຕາມ ແຜນການແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງ ໜ້ອຍໜຶ່ງເທື່ອຕໍ່ປີ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ ຖືກກວດກາຮູ້ກ່ອນລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດການອກແຜນ ການເມື່ອຫາກເຫັນວ່າມີຄວາມຈໍາເປັນແຕ່ການລົງກວດການັ້ນ ແມ່ນດໍາເນີນຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບ ລ່ວງໜ້າ. ໃນການກວດການັ້ນໃຫ້ດໍາເນີນທັງການກວດກາເອກະສານ ແລະລົງກວດກາຕົວຈິງຢູ່ສະຖານທີ່ປະຕິບັດງານ.

..ພາກທີ 9 ງົບປະມານ,ເຄື່ອງໝາຍແລະຕາປະທັບ


...ມາດຕາ 66 (ປັບປຸງ) ງົບປະມານ

ມາດຕາ 66 (ປັບປຸງ) ງົບປະມານ ງົບປະມານໃນການເຄື່ອນໄຫວວຽກງານຂອງສູນແລະຫ້ອງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນອີງໃສ່ງົບປະມານ ຂອງລັດແລະໃຫ້ປະຕິບັດດັ່ງນີ້: 1. ງົບປະມານຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດແມ່ນຂຶ້ນກັບກະຊວງຍຸຕິທໍາ; 2. ງົບປະມານຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດແມ່ນຂຶ້ນກັບພະແນກຍຸດຕິທໍາແຂວງ,ນະຄອນທີ່ຫ້ອງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕັ້ງຢູ່.

...ມາດຕາ 67 (ປັບປຸງ) ເຄື່ອງໝາຍ

ມາດຕາ 67 (ປັບປຸງ) ເຄື່ອງໝາຍ ເຄື່ອງໝາຍຂອງສູນແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດເປັນຮູບກາຊິງຊັ່ງຢູ່ໃນຮູບວົງມົນແລະມີຕົວໜັງສື ຂຽນວ່າ: "ສກສ" ຫຼື "ຫກສ" ຢູ່ພື້ນຊິງຊັ່ງ.

...ມາດຕາ 68 ຕາປະທັບ

ມາດຕາ 68 ຕາປະທັບ ສູນແລະຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດມີ ຕາປະທັບຂອງຕົນເພື່ອນໍາໃຊ້ເຂົ້າໃນວຽກງານທາງລັດຖະການ.

..ພາກທີ 10 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 69 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 69 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ເປັນຕົ້ນການໄກ່ເກ່ຍ,ການຕັດສິນທີ່ມີປະສິດທະພາບ ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 70 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 70 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນ ການເປີດເຜີຍຂໍ້ມູນກ່ຽວກັບເນື້ອໃນຂໍ້ຂັດແຍ່ງໂດຍບໍ່ໄດ້ຮັບອະນຸ ຍາດ,ໃຫ້ຫຼືຮັບສິນບົນ,ສວຍໃຊ້ໜ້າທີ່ຫຼືມີການກະທໍາໃດໜຶ່ງທີ່ກໍ່ໃຫ້ ເກີດຄວາມເສຍຫາຍແກ່ລັດ,ສັງຄົມຫຼືບຸກຄົນອື່ນຈະຖືກປະຕິບັດມາດ ຕະການສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝຫຼືຖືກດໍາເນີນຄະດີຕາມ ລະບຽບກົດໝາຍຕາມກໍລະນີເບົາຫຼືໜັກແລະໃຊ້ແທນຄ່າເສຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ. ຜູ້ໄກ່ເກ່ຍຫຼືກໍາມະການຕັດສິນທີ່ມີຄວາມຜິດໂດຍເຈດຕະນາ ໃນການປະຕິບັດໜ້າທີ່ຂອງຕົນຈະຖືກສຶກສາອົບຮົມຫຼືຈະຖືກປົດອອກ ຈາກບັນຊີລາຍຊື່ຜູ້ໄກ່ເກ່ຍຫຼືກໍາມະການຕັດສິນຕາມກໍລະນີເບົາຫຼື ໜັກ,ຖ້າຫາກເປັນການກະທໍາຜິດທາງອາຍາກໍ່ຈະຖືກດໍາເນີນຄະດີ ຕາມກົດໝາຍ.

..ພາກທີ 11 ບົກບັນຍັດສຸດທ້າຍ


...ມາດຕາ 71 ການຈັດຕັ້ງປະຕິບັດ

ມາດຕາ 71 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ອອກດໍາລັດຈັດຕັ້ງປະຕິ ບັດກົດໝາຍສະບັບນີ້.

...ມາດຕາ 72 ຜົນສັກສິດ

ມາດຕາ 72 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນ ປະທານປະເພດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການແກ້ໄຂຂໍ້ ຂັດແຍ່ງທາງດ້ານເສດຖະກິດສະບັບເລກທີ ສູນສອງທັບສພຊ,ລົງວັນ ທີສິບເກົ້າພຶດສະພາສອງພັນຫ້າ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ