ການຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ(ສະບັບປັບປຸງ) 15-11-2018
ການຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ(ສະບັບປັບປຸງ) 15-11-2018
ພາກທີ1ບົດບັນຍັດທົ່ວໄປ
ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການ,ວິທີການແລະມາດຕະການກ່ຽວກັບການຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງໃນການເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍແລະນິຕິກໍາລຸ່ມກົດໝາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດ,ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແລະແຜນງົບປະມານແຫ່ງລັດຂອງອົງການບໍລິຫານລັດ,ອົງການໄອຍະການປະຊາຊົນ,ສານປະຊາຊົນ,ອົງການກວດສອບແຫ່ງລັດເພື່ອຮັບປະກັນໃຫ້ລະບົບການເມືອງມີສະຖຽນລະພາບ,ປະເທດຊາດມີຄວາມສະຫງົບ,ເສດຖະກິດສັງຄົມມີການຂະຫຍາຍຕົວ,ສັງຄົມມີຄວາມສາມັກຄີປອງດອງ,ປະຊາທິປະໄຕ,ຍຸຕິທໍາແລະສີວິໄລ.
ມາດຕາ2(ປັບປຸງ)ການຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ ການຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງແມ່ນການກວດກາ,ຊອກຫາຂໍ້ມູນຫຼັກຖານໃນການເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍແລະນິຕິກໍາລຸ່ມກົດໝາຍຂອງເປົ້າໝາຍທີ່ຖືກຕິດຕາມກວດກາເພື່ອສະເໜີວິທີການແລະມາດຕະການໃຫ້ອົງການທີກ່ຽວຂ້ອງແກ້ໄຂຜົນຂອງການຕິດຕາມກວດກາຕາມກົດໝາຍແລະລະບຽບການ.
ມາດຕາ3(ໃໝ່)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ພະຍາດອາດຍາສິດໝາຍເຖິງການໃຊ້ອໍານາດບັງຄັບເກີນພາລະບົດບາດ,ສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 2.ການສໍ້ລາດບັງຫຼວງໝາຍເຖິງການຍັກຍອກຊັບ,ການສໍ້ໂກງຊັບຂອງລັດຫຼືລວມໝູ່,ການໃຫ້ສິນບົນ,ການຮັບສິນບົນ,ການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເພື່ອເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນ; 3.ເປົ້າໝາຍທີ່ຖືກຕິດຕາມກວດກາໝາຍເຖິງການຈັດຕັ້ງແລະບຸກຄະລາກອນທີ່ສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງສ້າງຕັ້ງ,ເລືອກຕັ້ງແລະຮັບຮອງເອົາການສະເໜີແຕ່ງຕັ້ງ.
ມາດຕາ4(ໃໝ່)ນະໂຍບາຍຂອງລັດກ່ຽວກັບວຽກງານຕິດຕາມກວດກາ ລັດໃຫ້ຄວາມສໍາຄັນຕໍ່ການເຄື່ອນໄຫວວຽກງານຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງດ້ວຍການເຊີດຊູບົດບາດຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງໃຫ້ສູງຂຶ້ນ. ລັດຊຸກຍູ້ບັນດາອົງການລັດເພີ່ມທະວີການພົວພັນ,ຮ່ວມມືໃນການເຄື່ອນໄຫວວຽກງານຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງເພື່ອໃຫ້ສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງສາມາດປະຕິບັດພາລະບົດບາດ,ສິດແລະໜ້າທີ່ຂອງຕົນຢ່າງມີປະສິດທິພາບແລະປະສິດທິຜົນ. ລັດປຸກລະດົມແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ປະຊາຊົນລາວບັນດາເຜົ່າແລະຊັ້ນຄົນຕ່າງໆໃຫ້ປະກອບສ່ວນແລະເຂົ້າຮ່ວມໃນການເຄື່ອນໄຫວວຽກງານຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ. ລັດສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຕິດຕາມກວດາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງດ້ວຍການສະໜອງງົບປະມານ,ພາຫະນະ,ອຸປະກອນເຂົ້າໃນການຈັດຕັ້ງແລະເຄື່ອນໄຫວວຽກງານຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ.
ມາດຕາ5(ໃໝ່)ຫຼັກການກ່ຽວກັບວຽກງານຕິດຕາມກວດກາ ໃນການເຄື່ອນໄຫວວຽກງານຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງໃຫ້ດໍາເນີນບົນພື້ນຖານຫຼັກການດັ່ງນນີ້: 1.ປະຕະບັດຕາມລັດຖະທໍາມະນູນແລະກົດໝາຍຢ່າງເຂັ້ມງວດ; 2.ມີປະຊາທິປະໄຕ,ພາວະວິໄສແລະມີຄວາມໂປ່ງໃສ; 3.ມີຄວາມຊັດເຈນ,ຍຸຕິທໍາ,ທັນເວລາແລະເປີດເຜີຍ; 4.ມີສ່ວນຮ່ວມຂອງປະຊາຊົນ,ການຈັດຕັ້ງທຸກຂັ້ນແລະສື່ມວນຊົນ; 5.ບໍ່ສ້າງຄວາມຫຍຸ້ງຍາກທີ່ບໍ່ຈໍາເປັນໃຫ້ແກ່ການເຄື່ອນໄຫວວຽກງານຂອງການຈັດຕັ້ງແລະບຸກຄະລາກອນທີ່ຖືກຕິດຕາມກວດກາ.
ມາດຕາ6(ປັບປຸງ)ຄວາມສໍາຄັນຂອງການຕິດຕາມກວດກາ ການຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງມີຄວາມສໍາຄັນແລະຈໍາເປັນພາວະວິໄສໃນການສ້າງເງື່ອນໄຂໃຫ້ປະຊາຊົນໄດ້ເຂົ້າຮ່ວມໃນການຕິດຕາມກວດກາ,ການຄຸ້ມຄອງລັດແລະການຄຸ້ມຄອງເສດຖະກິດສັງຄົມເພື່ອໃຫ້ອໍານາດລັດ,ລັດຖະທໍາມະນູນແລະກົດໝາຍມີຄວາມສັກສິດ,ສະກັດກັ້ນການລະເມີດກົດໝາຍ,ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນພະຍາດອາດຍາສິດ,ການສໍ້ລາດບັງຫຼວງ,ການສວຍໃຊ້ອໍານາດ,ໜ້າທີ່ຕໍາແໜ່ງ,ການເມີນເສີຍຕໍ່ໜ້າທີ່ເຮັດໃຫ້ການຈັດຕັ້ງແລະບຸກຄະລາກອນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ.
ມາດຕາ7ປະເພດການຕິດຕາມກວດກາ ສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງຕິດຕາມກວດກາຕາມປະເພດຕົ້ນຕໍດັ່ງນີ້: 1.ຕິດຕາມກວດກາທົ່ວໄປ; 2.ຕິດຕາມກວດກາການອອກນິຕິກໍາ; 3.ຕິດຕາມກວດກາການແກ້ໄຂຄໍາຮ້ອງທຸກ; 4.ຕິດຕາມກວດກາສະເພາະບັນຫາໃດໜຶ່ງ,ການຈັດຕັ້ງ,ບຸກຄະລາກອນ,ຂົງເຂດຫຼືບໍລິເວນໃດໜຶ່ງ.
ມາດຕາ8(ປັບປຸງ)ຄວາມຮັບຜິດຊອບໃນການຕິດຕາມກວດກາ ກອງປະຊຸມສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງມີຄວາມຮັບຜິດຊອບໃນການຕິດຕາມກວດກາແລະລາຍງານການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນຕໍ່ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ຄະນະປະຈໍາສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງມີຄວາມຮັບຜິດຊອບໃນການຕິດຕາມກວດກາແລະລາຍງານການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນຕໍ່ກອງປະຊຸມສະພາແຫ່ງຊາດ,ກອງປະຊຸມສະພາປະຊາຊົນຂັ້ນແຂວງ. ກໍາມະທິການສະພາແຫ່ງຊາດ,ຄະນະກໍາມະການສະພາປະຊາຊົນຂັ້ນແຂວງມີຄວາມຮັບຜິດຊອບໃນການຕິດຕາມກວດກາແລະລາຍງານການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນຕໍ່ຄະນະປະຈໍາສະພາແຫ່ງຊາດ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ. ຄະນະສະມາຊິກສະພາແຫ່ງຊາດເພດຍິງ,ໜ່ວຍສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງມີຄວາມຮັບຜິດຊອບໃນການຕິດຕາມກວດກາແລະລາຍງານການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນຕໍ່ຄະນະປະຈໍາສະພາແຫ່ງຊາດ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ. ຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງມີຄວາມຮັບຜິດຊອບໃນການຕິດຕາມກວດກາແລະລາຍງານການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນຕໍ່ຄະນະປະຈໍາສະພາແຫ່ງຊາດ. ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ,ໜ່ວຍສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ,ເທດສະບານ,ນະຄອນມີຄວາມຮັບຜິດຊອບໃນການຕິດຕາມກວດກາແລະລາຍງານການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນຕໍ່ຄະນະປະຈໍາສະພາແຫ່ງຊາດ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງແລະເຂດເລືອກຕັ້ງຂອງຕົນ. ສະມາຊິກສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງມີຄວາມຮັບຜິດຊອບໃນການຕິດຕາມກວດກາແລະລາຍງານການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນຕໍ່ກໍາມາທິການ,ຄະນະກໍາມະການທີ່ຕົນສັງກັດ,ຄະນະປະຈໍາສະພາແຫ່ງຊາດ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງແລະເຂດເລືອກຕັ້ງຂອງຕົນ.
ມາດຕາ9(ປັບປຸງ)ການເຂົ້າຮ່ວມໃນການຕິດຕາມກວດກາ ແນວລາວສ້າງຊາດ,ການຈັດຕັ້ງມະຫາຊົນ,ການຈັດຕັ້ງສົງຄົມທຸກຂັ້ນແລະປະຊາຊົນລາວບັນດາເຜົ່າມີສິດ,ໜ້າທີ່ແລະພັນທະເຂົ້າຮ່ວມໃນການຕິດຕາມກວດກາກອງປະຊຸມສະພາແຫ່ງຊາດ,ກອງປະຊຸມສະພາປະຊາຊົນຂັ້ນແຂວງແລະຕິດຕາມກວດກາການເຄື່ອນໄຫວຂອງການຈັດຕັ້ງຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ. ເພື່ອເຮັດໃຫ້ການຕິດຕາມກວດກາມີຄວາມຊັດເຈນ,ແທດກັບຄວາມເປັນຈິງແລະມີປະສິດທິຜົນນັ້ນສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງເປັນຕົ້ນອົງການກວດກາລັດ,ອົງການກວດສອບແຫ່ງລັດ,ອົງການໄອຍະການປະຊາຊົນແລະສານປະຊາຊົນ.
ມາດຕາ10ການແກ້ໄຂຜົນຂອງການຕິດຕາມກວດກາ ໃນການຕິດຕາມກວດກາຖ້າຫາກພົບເຫັນການຈັດຕັ້ງຫຼືບຸກຄະລາກອນມີການກະທໍາທີ່ເປັນການລະເມີດກົດໝາຍ,ກໍ່ຄວາມເສຍຫາຍໃຫ້ແກ່ປະເທດຊາດ,ລວມໝູ່ຫຼືສິດ,ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງນັ້ນສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງສະເໜີວິທີການແລະມາດຕະການໃຫ້ການຈັດຕັ້ງຫຼືບຸກຄະລາກອນທີ່ກ່ຽວຂ້ອງແກ້ໄຂຜົນຂອງການຕິດຕາມກວດກາຕາມກົດໝາຍ.
ມາດຕາ11(ໃໝ່)ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຕິດຕາມກວດກາດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ປະສົບການ,ຝຶກອົບຮົມ,ຍົກລະດັບຄວາມຮູ້,ຄວາມສາມາດດ້ານວິຊາການເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ,ປະສິດທິຜົນແລະທັນສະໄໝ.
ພາກທີ2ການຕິດຕາມກວດກາຂອງສະພາແຫ່ງຊາດ
ມາດຕາ12(ໃໝ່)ການຕິດຕາມກວດກາຂອງສະພາແຫ່ງຊາດ ສະພາແຫ່ງຊາດດໍາເນີນການຕິດຕາມກວດກາໂດຍ: 1.ກອງປະຊຸມສະພາແຫ່ງຊາດ; 2.ຄະນະປະຈໍາສະພາແຫ່ງຊາດ; 3.ກໍາມາທິການສະພາແຫ່ງຊາດ; 4.ກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ; 5.ສະມາຊິກສະພາແຫ່ງຊາດ.
ໝວດທີ1ການຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດ
ມາດຕາ13(ໃໝ່)ການຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດ ສະພາແຫ່ງຊາດຕິດຕາມກວດກາໂດຍຜ່ານກອງປະຊຸມຂອງຕົນບົນພື້ນຖານການເຄື່ອນໄຫວຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ,ບັນດາກໍາມາທິການ,ຄະນະສະມາຊິກສະພາແຫ່ງຊາດເພດຍິງ,ຄະນະຮັບຜິດຊອບວຽງານເຂດເລືອກຕັ້ງ,ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂັດເລືອກຕັ້ງ,ສະມາຊິກສະພາແຫ່ງຊາດ.
ມາດຕາ14(ໃໝ່)ເປົ້າໝາຍທີ່ຖືກຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດ ກອງປະຊຸມສະພາແຫ່ງຊາດຕິດຕາມກວດກາເປົ້າມາຍດັ່ງນີ້: 1.ປະທານແລະຮອງປະທານປະເທດ; 2.ປະທານສະພາແຫ່ງຊາດ; 3.ຮອງປະທານແລະກໍມະການຄະນະປະຈໍາສະພາແຫ່ງຊາດ; 4.ປະທານ,ຮອງປະທານກໍາມາທິການແລະເລຂາທິການສະພາແຫ່ງຊາດ; 5.ນາຍົກລັດຖະມົນຕີ; 6.ຮອງນາຍົກລັດຖະມົນຕີ; 7.ສະມາຊິກລັດຖະບານ; 8.ຫົວນ້າອົງການໄອຍະການປະຊາຊົນສູງສຸດ; 9.ປະທານສານປະຊາຊົນສູງສຸດ; 10.ປະທານອົງການກວດສອບແຫ່ງລັດ.
ມາດຕາ15ແຜນການຕິດຕາມກວດກາຂອງສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ສ້າງແຜນການຕິດຕາມກວດກາຂອງສະພາແຫ່ງຊາດແລ້ວສະເໜີຕໍ່ກອງປະຊຸມສະພາແຫ່ງຊາດເພື່ອພິຈາລະນາຮັບຮອງເອົາ.ໃນກໍລະນີຈໍາເປັນຈະດໍາເນີນການຕິດຕາມກວດການອກແຜນການກໍ່ໄດ້ຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດແລ້ວລາຍງານຕໍ່ກອງປະຊຸມສະພາແຫ່ງຊາດເທື່ອຖັດໄປ.
ມາດຕາ16(ປັບປຸງ)ເນື້ອໃນການຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດ ກອງປະຊຸມສະພາແຫ່ງຊາດເຄື່ອນໄຫວຕິດຕາມກວດກາຕາມເນື້ອໃນຕົ້ນຕໍດັ່ງນີ້: 1.ບົດລາຍງານຂອງປະທານປະເທດ,ຄະນະປະຈໍາສະພາແຫ່ງຊາດ,ລັດຖະບານ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ປະທານສານປະຊາຊົນສູງສຸດແລະປະທານອົງການກວດກສອບແຫ່ງລັດ; 2.ນິຕິກໍາຂອງບັນດາເປົ້າໝາຍທີ່ຖືກຕິດຕາມກວດກາຕາມທີ່ໄດ້ກໍານົດໄວ້ໃນມາດຕາ14ຂອງກົດໝາຍສະບັບນີ້ທີ່ເຫັນວ່າຂັດກັບລັດຖະທໍາມະນູນ,ກົດໝາຍຫຼືມະຕິຂອງກອງປະຊຸມສະພາແຫ່ງຊາດຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນ; 3.ການຕອບຄໍາຊັກຖາມຂອງບັນດາເປົ້າໝາຍທີ່ຖືກຕິດຕາມກວດກາກ; 4.ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ; 5.ບົດລາຍງານຂອງຄະນະກໍາມະການກວດກາຊົ່ວຄາວ.
ມາດຕາ17(ປັບປຸງ)ການຕິດຕາມກວດກາບົດລາຍງານຂອງກອງປະຊຸມສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີໜຶ່ງສະພາແຫ່ງຊາດຕິດຕາມກວດກາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແຫ່ງລັດປະຈໍາປີແລະທິດທາງແຜນການພັດທະນາເສດຖະກິດສັງຄົມແລະແຜນງົບປະມານແຫ່ງລັດໃນປີຕໍ່ໄປ;ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີຜ່ານມາແລະທິດທາງວຽກງານປະຈໍາປີຕໍ່ໜ້າຂອງຄະນະປະຈໍາສະພາແຫ່ງຊາດ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ປະທານສານປະຊາຊົນສູງສຸດ,ປະທານອົງການກວດສອບແຫ່ງລັດ. ໃນກອງປະຊຸມສະໄໝສາມັນເທື່ອທີສອງສະພາແຫ່ງຊາດຕິດຕາມກດກາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແຫ່ງລັດຫົກເດືອນຕົ້ນປີແລະແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແຫ່ງລັດຫົກເດືອນທ້າຍປີ;ການດັດແກ້ແຜນງົບປະມານແຫ່ງລັດຫົກເດືອນທ້າຍປີຖ້າມີ;ບົດລາຍງານຂອງປະທານອົງການກວດກສອບແຫ່ງລັດກ່ຽວກັບຜົນຂອງການກວດສອບບົດສະຫຼຸບຂາດຕົວໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີແລະ/ຫຼືການຈັດຕັ້ງປະຕິບັດວຽກງານໃດໜຶ່ງ;ບົດລາຍງານຂອງຫົວນ້າອົງການໄອຍະການປະຊາຊົນສູງສຸດ,ປະທານສານປະຊາຊົນສູງສຸດໃນການຈັດຕັ້ງປະຕິບັດວຽກງານໃດໜຶ່ງ;ບົດລາຍງານການປະຕິບັດວຽກງານຂອງຄະນະປະຈໍາສະພາແຫ່ງຊາດໃນລະຫວ່າງສອງກອງປະຊຸມສະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນທ້າຍອາຍຸການຂອງສະພາແຫ່ງຊາດຕິດຕາມກວດກາບົດລາຍງານການເຄື່ອນໄຫວວຽກງານຕະຫຼອດອາຍຸການຂອງປະທານປະເທດ,ຄະນະປະຈໍາສະພາແຫ່ງຊາດ,ນະຍົກລັດຖະມົນຕີ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ປະທານສານປະຊາຊົນສູງສຸດແລະປະທານອົງການກວດສອບແຫ່ງລັດ. ບົດລາຍງານທີ່ໄດ້ກໍານົດໄວ້ໃນມາດຕານີ້ຕ້ອງໄດ້ຜ່ານການຄົ້ນຄວ້າ,ພິຈາລະນາຂອງກໍາມາທິການທີ່ກ່ຽວຂ້ອງຕາມການມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດຍົກເວັ້ນບົດລາຍງານຂອງປະທານປະເທດແລະຄະນະປະຈໍາສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນທ້າຍອາຍຸການຂອງສະພາແຫ່ງຊາດ. ກອງປະຊຸມສະພາແຫ່ງຊາດຕິດຕາມກວດກາບົດລາຍງານຕາມຂັ້ນຕອນດັ່ງນີ້: 1.ປະທານປະເທດ,ຄະນະປະຈໍາສະພາແຫ່ງຊາດ,ລັດຖະບານ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ປະທານສານປະຊາຊົນສູງສຸດແລະປະທານອົງການກວດສອບແຫ່ງລັດລາຍງານ; 2.ປະທານກໍາມາທິການຂອງສະພາແຫ່ງຊາດທີ່ຖືກມອບໝາຍປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວ; 3.ສະມາຊິກສະພາແຫ່ງຊາດຄົ້ນຄວ້າ,ປະກອບຄໍາເຫັນ,ອາດຊັກຖາມຕໍ່ການລາຍງານ;ຜູ້ລາຍງານໃຫ້ຄໍາຊີ້ແຈງ,ຕອບຄໍາຊັກຖາມ; 4.ກອງປະຊຸມສະພາແຫ່ງຊາດອາດສະເໜີໃຫ້ບຸກຄະລາກອນຕາມທີ່ໄດ້ກໍານົດໄວ້ໃນມາດຕາ14ຂອງກົດໝາຍສະບັບນີ້ມາໃຫ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາໃດໜຶ່ງສະເພາະເມື່ອເຫັນວ່າມີຄວາມຈໍາເປັນ; 5.ກອງປະຊຸມສະພາແຫ່ງຊາດໃຫ້ຄະແນນຕໍ່ເນື້ອໃນບົດລາຍງານແລະບຸກຄົນທີ່ມາໃຫ້ຄວາມກະຈ່າງແຈ້ງ,ຕອບຄໍາຊັກຖາມຂອງກອງປະຊຸມ.
ມາດຕ18ການຕິດຕາມກວດການິຕິກໍາຂອງກອງປະຊຸມສະພາແຫ່ງຊາດ ກອງປະຊຸມສະພາແຫ່ງຊາດຕິດຕາມກວດການິຕິກໍາຂອງປະທານປະເທດ,ຄະນະປະຈໍາສະພາແຫ່ງຊາດ,ລັດຖະບານ,ນາຍົກລັດຖະມົນຕີ,ຫົວນ້າອົງການໄອຍະການປະຊາຊົນສູງສຸດ,ປະທານສານປະຊາຊົນສູງສຸດແລະປະທານອົງການກວດສອບແຫ່ງລັດທີ່ຂັດກັບລັດຖະທໍາມະນູນ,ກົດໝາຍຫຼືມະຕິຂອງກອງປະຊຸມສະພາແຫ່ງຊາດຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດຫຼືມີການສະເໜີຢ່າງໜ້ອຍໜຶ່ງສ່ວນສີ່ຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດ. ກອງປະຊຸມສະພາແຫ່ງຊາດຕິດຕາມກວດການິຕິກໍາຕາມຂັ້ນຕອດັ່ງນີ້: 1.ປະທານຄະນະປະຈໍາສະພາແ່ຫງຊາດລາຍງານ; 2.ສະມາຊິກສະພາແຫ່ງຊາດຄົ້ນຄວ້າ,ປະກອບຄໍາເຫັນ; 3.ຜູ້ອອກນິຕິກໍາຊີ້ແຈງ,ອະທິບາຍ; 4.ລົງມະຕິຮັບຮອງເອົາການຍົກເລີກບາງສ່ວນຫຼືທັງໝົດນິຕິກໍານັ້ນ.
ມາດຕາ19ການຊັກຖາມແລະການຕອບຄໍາຖາມໃນກອງປະຊຸມສະພາແຫ່ງຊາດ ໃນກອງປະຊຸມສະພາແຫ່ງຊາດການຊັກຖາມແລະການຕອບຄໍາຊັກຖາມໃຫ້ປະຕິບັດດັ່ງນີ້: ກ.ການຊັກຖາມ: 1.ຄະນະປະຈໍາສະພາແຫ່ງຊາດສົ່ງຄໍາຊັກຖາມໃຫ້ເປົ້າໝາຍທີ່ຖືກຊັກຖາມກ່ອນການດໍາເນີນກອງປະຊຸມ; 2.ສະມາຊິກສະພາແຫ່ງຊາດຊັກຖາມຢູ່ກອງປະຊຸມ. ຂ.ການຕອບຄໍາຊັກຖາມ: 1.ຜູ້ຖືກຊັກຖາມຕອບຄໍາຊັກຖາມຕາມຄໍາຊັກຖາມທີ່ຄະນະປະຈໍາສະພາແຫ່ງຊາດສົ່ງໃຫ້; 2.ຕອບຄໍາຊັກຖາມທີ່ສະມາຊິກສະພາແຫ່ງຊາດຊັກຖາມຕື່ມ; 3.ການຕອບຄໍາຊັກຖາມຕ້ອງຕອບໃຫ້ຖືກຕ້ອງ,ຊັດເຈນຕາມຄໍາຊັກຖາມ. ຫຼັງຈາກຟັງການຕອບຄໍາຊັກຖາມແລ້ວຖ້າສະມາຊິກສະພາແຫ່ງຊາດຫາກບໍ່ເຫັນດີນໍາຄໍາຕອບນັ້ນກໍ່ສະເໜີໃຫ້ຜູ້ຖືກຊັກຖາມຊີ້ແຈງຕໍ່ກອງປະຊຸມຕື່ມຖ້າເຫັນວ່າຈໍາເປັນກໍ່ສະເໜີໃຫ້ກອງປະຊຸມລົງມະຕິຕໍ່ການຕອບຄໍາຊັກຖາມດັ່ງກ່າວ.
ມາດຕາ20ການຕິດຕາມກວດກາການແກ້ໄຂຄໍາຮ້ອງທຸກ ກອງປະຊຸມສະພາແຫ່ງຊາດຕິດຕາມກວດກາການແກ້ໄຂຄໍາຮ້ອງທຸກຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງໂດຍຄະນະປະຈໍາສະພາແຫ່ງຊາດ,ລັດຖະບານ,ອົງການໄອຍະການປະຊາຊົນສູງສຸດແລະສານປະຊາຊົນສູງສຸດ. ກອງປະຊຸມສະພາແຫ່ງຊາດຕິດຕາມກວດກາການແກ້ໄຂຄໍາຕ້ອງທຸກຕາມຂັ້ນຕອນດັ່ງນີ້: 1.ຄະນະປະຈໍາສະພາແຫ່ງຊາດລາຍງານ; 2.ສະມຊິກສະພາແຫ່ງຊາດຄົ້ນຄວ້າ,ປະກອບຄໍາເຫັນ; 3.ຄະນະປະຈໍາສະພາແຫ່ງຊາດຊີ້ແຈງ,ອະທິບາຍ; 4.ລົງມະຕິຮັບຮອງເອົາບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ.
ມາດຕາ21ການແຕ່ງຕັ້ຄະນະກໍາມະການຊົ່ວຄາວ ປະທານສະພາແຫ່ງຊາດແຕ່ງຕັ້ງຄະນະກໍາມະການຊົ່ວຄາວຂອງສະພາແຫ່ງຊາດຕາມການຕົກລົງຂອງກອງປະຊຸມສະພາແຫ່ງຊາດເພື່ອຕິດຕາມກວດກາລະອຽດກ່ຽວກັບບັນຫາໃດໜຶ່ງທີ່ເຫັນວ່າມີຄວາມຈໍາເປັນຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ,ອົງການຈັດຕັ້ງມະຫາຊົນ. ຄະນະກໍາມະການຊົ່ວຄາວປະກອບດ້ວຍສະມາຊິກສະພາແຫ່ງຊາດແລະພະນັກງານ,ລັດຖະກອນທີ່ກ່ຽວຂ້ອງຈໍານວນໜຶ່ງຊຶ່ງມີສິດແລະໜ້າທີ່ດັ່ງກຽວກັນກັບຄະນະສະເພາະກິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ31ຂອງກົດໝາຍສະບັບນີ້.ຄະນະດັ່ງກ່າວຈະຖືກຍຸບເລີກໄປໃນຕົວພາຍຫຼັງທີ່ໄດ້ສໍາເລັດການປະຕິບັດໜ້າທີ່. ມະຕິແຕ່ງຕັ້ງຄະນະກໍາມະການຊົ່ວຄາວຕ້ອງສົ່ງໃຫ້ການຈັດຕັ້ງຫຼືບຸກຄະລາກອນທີ່ຖືກຕິດຕາມກວດກາແລະອົງການທີ່ກ່ຽວຂ້ອງເຈັດວັນກ່ອນຈະດໍາເນີນການຕິດຕາມກວດກາ.
ມາດຕາ22ການພິຈາລະນາບົດລາຍງານຂອງຄະນະກໍາມະການຊົ່ວຄາວ ກອງປະຊຸມສະພາແຫ່ງຊາດພິຈາລະນາບົດລາຍງານຜົນການຕິດຕາມກວດກາຂອງຄະນະກໍາມະການຊົ່ວຄາວຕາມຂັ້ນຕອນດັ່ງນີ້: 1.ຫົວໜ້າຄະນະກໍາມະການຊົ່ວຄາວລາຍງານຜົນຂອງການຕິດຕາມກວດກາ; 2.ການຈັດຕັ້ງຫຼືບຸກຄະລາກອນທີ່ຖືກຕິດຕາມກວດກາຊີ້ແຈ້ງ,ອະທິບາຍ; 3.ສະມາຊິກສະພາແຫ່ງຊາດຄົ້ນຄວ້າ,ປະກອບຄໍາເຫັນ; 4.ການຈັດຕັ້ງຫຼືບຸກຄະລາກອນທີ່ຖືກຕິດຕາມກວດກາຊີ້ແຈງ,ອະທິບາຍເພີ່ມເຕີ; 5.ລົງມະຕິຮັບຮອງເອົາຜົນຂອງການຕິດຕາມກວດກາ.
ມາດຕາ23(ປັບປຸງ)ການໃຫ້ຄະແນນ,ການລົງມະຕິບໍ່ໄວ້ວາງໃຈ,ການປົດຕໍາແໜ່ງ ການໃຫ້ຄະແນນ,ການລົງມະຕິບໍ່ໄວ້ວາງໃຈ,ການປົດຕໍາແໜ່ງມີດັ່ງນີ້: ກ.ການໃຫ້ຄະແນນ ການໃຫ້ຄະແນນແມ່ນການປະເມີນຜົນໃນການປະຕິບັດໜ້າທີ່ວຽກງານໃນແຕ່ລະປີຕໍ່ບຸກຄະລາກອນທີ່ສະພາແຫ່ງຊາດເລືອກຕັ້ງຫຼືຮັບຮອງເອົາການສະເໜີແຕ່ງຕັ້ງໂດຍສະມາຊິກສະພາແຫ່ງຊາດ. ການໃຫ້ຄະແນນໃຫ້ປະຕິບັດດັ່ງນີ້: 1.ປິດລັບ,ໂດຍກົງ; 2.ພາວະວິໄສ,ຍຸຕິທໍາ,ບໍ່ອະຄະຕິ; 3.ເປັນຫ້າລະດັບຄືດີຫຼາຍ,ດີ,ກາງ,ອ່ອນ,ອ່ອນຫຼາຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍພະນັກງານລັດຖະກອນ; 4.ສະຫຼຸບສັງລວມຄະແນນ,ສົ່ງໃຫ້ບຸກຄະລາກອນແລະການຈັດຕັ້ງທີ່ກ່ຽວຂ້ອງ. ຂ.ການລົງມະຕິບໍ່ໄວ້ວາງໃຈ ການລົງມະຕິບໍ່ໄວ້ວາງໃຈແມ່ນການລົງຄະແນນສຽງຂອງສະມາຊິກສະພາແຫ່ງຊາດຕໍ່ສະມາຊິກລັດຖະບານທ່ານໃດໜຶ່ງຫຼືທັງໝົດຄະນະທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜົນປະໂຫຍດຂອງປະເທດຊາດແລະປະຊາຊົນຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດຫຼືຢ່າງໜ້ອຍໜຶ່ງສ່ວນທີ່ຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດເປັນຜູ້ສະເໜີ. ການລົງມະຕິບໍ່ໄວ້ວາງໃຈໃຫ້ປະຕິບັດດັ່ງນີ້: 1.ຄະນະປະຈໍາສະພາແຫ່ງຊາດສະເໜີເຫດຜົນ; 2.ສະມາຊິກສະພາແຫ່ງຊາດຄົ້ນຄວ້າ,ປະກອບຄໍາເຫັນ; 3.ເປົ້າໝາຍທີ່ຖືກສະເໜີຊີ້ແຈງ,ອະທິບາຍ; 4.ສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມລົງມະຕິ. ຄ.ການປົດຕໍາແໜ່ງ ການປົດຕໍາແໜ່ງແມ່ນການລົງຄະແນນສຽງຂອງສະມາຊິກສະພາແຫ່ງຊາດຕໍ່ບຸກຄະລາກອນທີ່ສະພາແຫ່ງຊາດເລືອກຕັ້ງຫຼືຮັບຮອງເອົາການສະເໜີແຕ່ງຕັ້ງທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜົນປະໂຫຍດຂອງປະເທດຊາດແລະປະຊາຊົນຕາມການສະເໜີຂອງຜູ້ທີ່ສະເໜີໃຫ້ສະພາແຫ່ງຊາດເລືອກຕັ້ງຫຼືຮັບຮອງເອົາການສະເໜີແຕ່ງຕັ້ງ. ການປົດຕໍາແໜ່ງໃຫ້ປະຕິບັດດັ່ງນີ້: 1.ຜູ້ທີ່ສະເໜີໃຫ້ສະພາແຫ່ງຊາດເລືອກຕັ້ງຫຼືຮັບຮອງເອົາການສະເໜີແຕ່ງຕັ້ງສະເໜີເຫດຜົນ; 2.ສະມາຊິກສະພາແຫ່ງຊາດຄົ້ນຄວ້າ,ປະກອບຄໍາເຫັນ; 3.ເປົ້າມາຍທີ່ຖືກສະເໜີຊີ້ແຈງ,ອະທິບາຍ; 4.ສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມລົງຄະແນນສຽງ. ຄະນະປະຈໍາສະພາແຫ່ງຊາດເປັນຜູ້ກໍານົດລະບຽບການກ່ຽວກັບການໃຫ້ຄະແນນ,ການລົງມະຕິບໍ່ໄວ້ວາງໃຈ,ການປົດຕໍາແໜ່ງ.
ໝວດທີ2ການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ
ມາດຕາ24(ໃໝ່)ເປົ້າໝາຍທີ່ຖືກຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດຕິດຕາມກວດກາເປົ້າໝາຍດັ່ງນີ້: 1.ລັດຖະບານ; 2.ນາຍົກລັດຖະມົນຕີ; 3.ຮອງນາຍົກລັດຖະມົນຕີ,ລັດຖະມົນຕີແລະຫົວໜ້າອົງການລັດທຽບເທົ່າກະຊວງ; 4.ຫົວໜ້າ,ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ; 5.ປະທານ,ຮອງປະທານສານປະຊາຊົນສູງສຸດ,ປະທານ,ຮອງປະທານສານປະຊາຊົນພາກ; 6.ສະມາຊິກສະພາຜູ້ພິພາກສາແລະຜູ້ພິພາກສາຂອງສານປະຊາຊົນ; 7.ປະທານ,ຮອງປະທານອົງການກວດສອບແຫ່ງລັດ,ອົງການກວດສອບປະຈໍາພາກ; 8.ປະທານ,ຮອງປະທານກໍາມະທິການ,ເລຂາທິການ,ຮອງເລຂາທິການສະພາແຫ່ງຊາດ; 9.ປະທານ,ຮອງປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ; 10.ຫົວໜ້າ,ຮອງຫົວໜ້າຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ; 11.ປະທານ,ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ.
ມາດຕາ25(ປັບປຸງ)ເນື້ອໃນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດຕິດຕາມກວດກາຕາມເນື້ອໃນຕົ້ນຕໍດັ່ງນີ້: 1.ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ,ມະຕິຂອງຄະນະປະຈໍາສະພາແຫ່ງຊາດ,ແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແຫ່ງລັດແລະໂຄງການຂອງລັດຖະບານ,ການເຄື່ອນໄຫວຂອງອົງການໄອຍະການປະຊາຊົນສູງສຸດ,ສານປະຊາຊົນສູງສຸດ,ອົງການກວດສອບແຫ່ງລັດ; 2.ນິຕິກໍາຂອງບັນດາເປົ້າໝາຍທີ່ຖືກຕິດຕາມກວດກາຕາມທີ່ໄດ້ກໍານົດໄວ້ໃນມາດຕາ24ຂອງກົດໝາຍສະບັບນີ້ທີ່ເຫັນວ່າຂັດກັບລັດຖະທໍາມະນູນ,ກົດໝາຍຫຼືມະຕິຂອງກອງປະຊຸມສະພາແຫ່ງຊາດຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນ; 3.ການໃຫ້ຄວາມກະຈ່າງແຈ້ງຂອງເປົ້າໝາຍທີ່ຖືກຕິດຕາມກວດກາ; 4.ບົດລາຍງານການຕິດຕາມກວດກາຂອງກໍາມະທິການສະພາແຫ່ງຊາດແລະສະມາຊິກສະພາແຫ່ງຊາດ; 5.ບົດລາຍງານການແກ້ໄຂຄໍາຮ້ອງທຸກ; 6.ບົດລາຍງານບັນຫາໃດໜຶ່ງຂອງຄະນະສະເພາະກິດ.
ມາດຕາ26ການສ້າງແຜນການຕິດຕາມກວດກາ ຄະນະປະຈໍາສະພາແຫ່ງຊາດສ້າງແຜນການຕິດຕາມກວດກາປະຈໍາຫົກເດືອນແລະປະຈໍາປີໂດຍອີງຕາມແຜນການຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດແລະຕາມການສະເໜີຂອງກໍາມາທິການສະພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດ,ສູນກາງແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ,ຫຼັງຈາກແຜນການໄດ້ຖືກຮັບຮອງເອົາແລ້ວຄະນະປະຈໍາສະພາແຫ່ງຊາດແບ່ງຄວາມຮັບຜິດຊອບໃຫ້ກໍາມະການຄະນະປະຈໍາສະພາແຫ່ງຊາດ,ກໍາມາທິການສະພາແຫ່ງຊາດເພື່ອຈັດຕັ້ງປະຕິບັດແລ້ວລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດເພື່ອມີວິທີການແລະມາດຕະການແກ້ໄຂຢ່າງເໝາະສົມແລະທັນເວລາ.
ມາດຕາ27(ປັບປຸງ)ການຕິດຕາມກວດກາບົດລາຍງານຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດຕິດຕາມກວດກາບົດລາຍງານຂອງເປົ້າໝາຍທີ່ຖືກຕິດຕາມກວດກາຕາມທີ່ໄດ້ກໍານົດໄວ້ໃນມາດຕາ24ຂອງກົດໝາຍສະບັບນີ້ຖ້າເຫັນວ່າມີຄວາມຈໍາເປັນກໍ່ເຊີນການຈັດຕັ້ງຫຼືບຸກຄະລາກອນດັ່ງກ່າວມາໃຫ້ຄວາມກະຈ່າງແຈ້ງຕື່ມອີກ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດຕິດຕາມກວດກາບົດລາຍງານຕາມຂັ້ນຕອນດັ່ງນີ້: 1.ການຈັດຕັ້ງຫຼືບຸກຄະລາກອນທີ່ກ່ຽວຂ້ອງລາຍງານ; 2.ປະທານກໍາມະທິການຂອງສະພາແຫ່ງຊາດທີ່ຖືກມອບໝາຍມີຄໍາເຫັນ; 3.ຄະນະປະຈໍາສະພາແຫ່ງຊາດຄົ້ນຄວ້າ,ປະກອບຄໍາເຫັນ; 4.ຜູ້ລາຍງານຊີ້ແຈງ,ອະທິບາຍ; 5.ລົງມະຕິຮັບຮອງເອົາບົດລາຍງານ.
ມາດຕາ28(ປັບປຸງ)ການຕິດຕາມກວດການິຕິກໍາ ຄະນະປະຈໍາສະພາແຫ່ງຊາດຊຸກຍູ້ໃຫ້ລັດຖະບານ,ນາຍົກລັດຖະມົນຕີ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ປະທານສານປະຊາຊົນສູງສຸດແລະປະທານອົງການກວດສອບແຫ່ງລັດອອກນິຕິກໍາເພື່ອຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດ,ແຜນພັດທະນາເສດຖະກິດສັງຄົມແລະແຜນງົບປະມານແຫ່ງລັດໃຫ້ທັນເວລາແລະຕິດຕາມກວດກາ,ພິຈາລະນານິຕິກໍາດັ່ງກ່າວ,ກ່ອນຈະພິຈາລະນາຄະນະປະຈໍາສະພາແຫ່ງຊາດມອບນິຕິກໍານັ້ນໃຫ້ກໍາມາທິການສະພາແຫ່ງຊາດທີ່ກ່ຍວຂ້ອງຄົ້ນຄວ້າ,ກະກຽມປະກອບຄໍາເຫັນເສຍກ່ອນ. ຄະນະປະຈໍາສະພາແຫ່ງຊາດສະເໜີໃຫ້ໂຈະການຈັດຕັ້ງປະຕິບັດນິຕິກໍາຂອງອົງການລັດທີ່ຂັດກັບລັດຖະທໍາມະນູນ,ກົດໝາຍຫຼືມະຕິຂອງກອງປະຊຸມສະພາແຫ່ງຊາດແລ້ວນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດພິຈາລະນາຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດພິຈາລະນານິຕິກໍາຕາມຂັ້ນຕອນດັ່ງນີ້: 1.ປະທານກໍາມາທິການສະພາແຫ່ງຊາດລາຍງານຜົນການຕິດຕາມກວດກາ; 2.ຜູ້ທີ່ອອກນິຕິກໍາຊີ້ແຈ້ງ,ອະທິບາຍ; 3.ຄະນະປະຈໍາສະພາແຫ່ງຊາດຄົ້ນຄວ້າ,ມີຄໍາເຫັນ; 4.ຜູ້ທີ່ອອກນິຕິກໍາ,ອະທິບາຍເພີ່ມເຕີມ; 5.ຄະນະປະຈໍາສະພາແຫ່ງຊາດພິຈາລະນາ,ລົງມະຕິຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ.
ມາດຕາ29(ປັບປຸງ)ການຕິດຕາມກວດກາການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດຕິດຕາມກວດກາການເຄື່ອນໄຫວວຽກງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດແລະຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນເພື່ອເຮັດໃຫ້ການເລືອກຕັ້ງໄດ້ດໍາເນີນໄປຢ່າງມີປະຊາທິປະໄຕ,ຖືກຕ້ອງຕາມກົດໝາຍແລະລະບຽບການ.
ມາດຕາ30(ປັບປຸງ)ການຕິດຕາມກວດກາການແຫ້ໄຂຄໍາຮ້ອງທຸກ ຄະນະປະຈໍາສະພາແຫ່ງຊາດຕິດຕາມກວດກາການແກ້ໄຂຄໍາຮ້ອງທຸກຂອງລັດຖະບານ,ອົງການໄອຍະການປະຊາຊົນສູງສຸດ,ສານປະຊາຊົນສູງສຸດ,ສະພາປະຊາຊົນຂັ້ນແຂວງໃນການປະຕິບັດກົດໝາຍແລະລະບຽບການກ່ຽວກັບການແກ້ໄຂຄໍາຮ້ອງທຸກ. ໃນການຕິດຕາມກວດກາຖ້າເຫັນວ່າການຈັດຕັ້ງແລະບຸກຄະລາກອນຫາກມີການລະເມີດກົດໝາຍ,ຄະນະປະຈໍາສະພາແຫ່ງຊາດສະເໜີວິທີການແລະມາດຕະການໃຫ້ອົງການທີກ່່ຽວຂ້ອງແກ້ໄຂຜົນຂອງການຕິດຕາມກວດກາຕາມກົດໝາຍແລະລະບຽບການພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປແລ້ວຕ້ອງລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດໃນການແກ້ໄຂນັ້ນ.
ມາດຕາ31(ປັບປຸງ)ການແຕ່ງຕັ້ງຄະນະສະເພາະກິດ ຄະນະປະຈໍາສະພາແຫ່ງຊາດແຕ່ງຕັ້ງຄະນະສະເພາະກິດຂອງຕົນຂຶ້ນເພື່ອຕິດຕາມກວດກາລະອຽດບັນຫາໃດໜຶ່ງຕາມການສະເໜີຂອງກໍາມາທິການສະພາແຫ່ງຊາດ,ສະມາຊິກສະພາແຫ່ງຊາດ,ສູນກາງແນວລາວສ້າງຊາດແລະການຈັດຕັ້ງມະຫາຊົນຂັ້ນສູນກາງ. ມະຕິແຕ່ງຕັ້ງຄະນະສະເພາະກິດປະກອບດ້ວຍ: 1.ເນື້ອໃນຕິດຕາມກວດກາ; 2.ເປົ້າໝາຍຕິດຕາມກວດກາ; 3.ໂຄງປະກອບບຸກຄະລາກອນຂອງຄະນະສະເພາະກິດປະກອບດ້ວຍສະມຊິກສະພາແຫ່ງຊາດແລະພະນັກງານ,ລັດຖະກອນທີ່ກ່ຽວຂ້ອງຈໍານວນໜຶ່ງ; 4.ສິດແລະໜ້າທີ່ຂອງຄະນະສະເພາະກິດມີດັ່ງນີ້: 4.1.ສະເໜີໃຫ້ເປົ້າມາຍທີ່ຖືກຕິດຕາມກວດກາລາຍງານເປັນລາຍລັກອັກສອນ,ສະໜອງຂໍ້ມູນ,ເອກະສານທີ່ກ່ຽວຂ້ອງກັບເນື້ອໃນການຕິດຕາມກວດກາ,ຊີ້ແຈ້ງ,ອະທິບາຍບັນຫາທີ່ຄະນະສະເພາະກິດມີຄວາມສົນໃຈ; 4.2.ພິຈາລະນາ,ຕີລາຄາບົດລາຍງານ,ຂໍ້ມູນ,ເອກະສານຂອງເປົ້າໝາຍທີ່ຖືກຕິດຕາມກວດກາ; 4.3.ໃຫ້ຄໍາແນະນໍາແກ່ເປົ້າໝາຍທີ່ຖືກຕິດຕາມກວດກາກ່ຽວກັບການແກ້ໄຂເມື່ອເຫັນວ່າມີການລະເມີດກົດໝາຍ,ກໍ່ຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຊາດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ; 4.4.ສະເໜີຄະນະປະຈໍາສະພາແຫ່ງຊາດເພື່ອພິຈາລະນາຕົກລົງໃຫ້ເປົ້າໝາຍດັ່ງກ່າວຢຸດເຊົາການລະເມີດກົດໝາຍແລະຟື້ນຟູສິດ,ຜົນປະໂຫຍດຂອງຊາດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ.ມອບໃຫ້ການຈັດຕັ້ງທີ່ມີສິດ,ໜ້າທີ່ທີ່ກ່ຽວຂ້ອງພິຈາລະນາການລົງວິໄນແລະນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດນັ້ນຕາມກົດໝາຍ; 4.5.ປະຕິບັດໃຫ້ຖືກຕ້ອງຕາມເນື້ອໃນ,ສິດ,ໜ້າທີ່ທີ່ໄດ້ກໍານົດໄວ້ໃນມະຕິແຕ່ງຕັ້ງຄະນະສະເພາະກິດຢ່າງເຂັ້ມງວດ; 4.6.ສົ່ງບົດລາຍງານກ່ຽວກັບຜົນຂອງການຕິດຕາມກວດກາໃຫ້ຄະນະປະຈໍາສະພາແຫ່ງຊາດພາຍໃນເວລາສິບວັນນັບແຕ່ວັນສິ້ນສຸດການຕິດຕາມກວດກາເປັນຕົ້ນໄປ. ມະຕິດັ່ງກ່າວຕ້ອງສົ່ງໃຫ້ເປົ້າໝາຍທີ່ຖືກຕິດຕາມກວດກາແລະອົງການທີ່ກ່ຽວຂ້ອງເຈັດວັນກ່ອນຈະດໍາເນີນການຕິດຕາມກວດກາ.
ມາດຕາ32(ປັບປຸງ)ການພິຈາລະນາບົດລາຍງານຂອງຄະນະສະເພາະກິດ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດພິຈາລະນາບົດລາຍງານຂອງຄະນະສະເພາະກິດຕາມຂັ້ນຕອນດັ່ງນີ້: 1.ຫົວນ້າຄະນະສະເພາະກິດລາຍງານ; 2.ເປົ້າໝາຍທີ່ຖືກຕິດຕາມກວດກາຊີ້ແຈ້ງ,ອະທິບາຍ; 3.ຕົວແທນຂອງການຈັດຕັ້ງຫຼືບຸກຄົນທີ່ຖືກເຊີນປະກອບຄໍາເຫັນ; 4.ຄະນະປະຈໍາສະພາແຫ່ງຊາດຄົ້ນຄວ້າ,ມີຄໍາເຫັນ; 5.ເປົ້າໝາຍທີ່ຖືກຕິດຕາມກວດກາຊີ້ແຈງ,ອະທິບາຍເພີ່ມເຕີມ; 6.ຄະນະປະຈໍາສະພາແຫ່ງຊາດພິຈາລະນາລົງມະຕິຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ.
ມາດຕາ33(ປັບປຸງ)ການພິຈາລະນາແລະແກ້ໄຂຜົນຂອງການຕິດຕາມກວດກາ ຄະນະປະຈໍາສະພາແຫ່ງຊາດພິຈາລະນາແລະແກ້ໄຂຜົນຂອງການຕິດຕາມກວດກາດັ່ງນີ້: 1.ສະເໜີໃຫ້ການຈັດຕັ້ງຫຼືບຸກຄົນທີ່ມີສິດ,ໜ້າທີ່ທີ່ກ່ຽວຂ້ອງອອກຄໍາສັ່ງໃຫ້ຜູ້ລະເມີດນັ້ນຢຸດເຊົາການລະເມີດໂດຍທັນທີ,ໃຫ້ຜູ້ລະເມີດຟື້ນຟູ,ຊົດເຊີຍຄ່າເສຍຫາຍຕໍ່ຜົນປະໂຫຍດຂອງຊາດ,ລວມໝູ່ຫຼືສິດ,ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ,ລົງວິໄນຕໍ່ຜູ້ລະເມີດຫຼືນໍາໃຊ້ມາດຕະການອື່ນຕາມກົດໝາຍ; 2.ໂຈະການປະຕິບັດນິຕິກໍາຂອງອົງການລັດທີ່ຂັດກັບລັດຖະທໍາມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດຫຼືຂອງຄະນະປະຈໍສະພາແຫ່ງຊາດແລ້ວລາຍງານໃຫ້ກອງປະຊຸມສະພາແຫ່ງຊາດພິຈາລະນາ,ຕົກລົງກ່ຍວກັບການຍົກເລີກນິຕິກໍານັ້ນ.
ໝວດທີ3ການຕິດຕາມກວດກາຂອງກໍາມາທິການສະພາແຫ່ງຊາດ
ມາດຕາ34(ໃໝ່)ເປົ້າມາຍທີ່ຖືກຕິດຕາມກວດກາຂອງກໍາມາທິການສະພາແຫ່ງຊາດ ກໍາມະທິການສະພາແຫ່ງຊາດຕິດຕາມກວດກາເປົ້າມາຍຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດດັ່ງນີ້: 1.ກະຊວງ,ອົງການລັດທຽບເທົ່າກະຊວງ; 2.ອົງການໄອຍະການປະຊາຊົນພາກ,ອົງການໄອຍະການທະຫານຂັ້ນສູງແລະອົງການໄອຍະການທະຫານພາກ; 3.ສານປະຊາຊົນພາກ,ສານທະຫານຂັ້ນສູງແລະສານທະຫານພາກ; 4.ອົງການກວດສອບແຫ່ງລັດປະຈໍາພາກ.
ມາດຕາ35(ປັບປຸງ)ເນື້ອໃນການຕິດຕາມກວດກາ ການຕິດຕາມກວດກາມີເນື້ອໃນຕົ້ນຕໍດັ່ງນີ້: 1.ບົດລາຍງານການຈັດຕັ້ງແລະເຄື່ອນໄຫວຂອງບັນດາເປົ້າໝາຍທີ່ຖືກຕິດຕາມກວດກາທີ່ກໍາມະການຕົນຮັບຜິດຊອບຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້; 2.ນິຕິກໍາຂອງການຈັດຕັ້ງຫຼືບຸກຄະລາກອນຕາມທີ່ໄດ້ກໍານົດໄວ້ໃນມາດຕາ34ຂອງກົດໝາຍສະບັບນີ້ຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນ; 3.ບົດລາຍງານຂອງໜ່ວຍງານສະເພາະກິດ; 4.ການໃຫ້ຄວາມກະຈ່າງແຈ້ງຂອງເປົ້າໝາຍທີ່ຖືກຕິດຕາມກວດກາ.
ມາດຕາ36ການສ້າງແຜນການຕິດຕາມກວດກາຂອງກໍາມາທິການສະພາແຫ່ງຊາດ ກໍາມະທິການສະພາແຫ່ງຊາດສ້າງແຜນການຕິດຕາມກວດກາຂອງຕົນເປັນແຕ່ລະໄລຍະໂດຍອີງຕາມແຜນການຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດແລະຄໍາສະເໜີຂອງກໍາມະການສັງກັດກໍາມາທິການ,ຫຼັງຈາກແຜນການໄດ້ຖືກຮັບຮອງເອົາແລ້ວກໍາມາທິການສະພາແຫ່ງຊາດຕ້ອງແບ່ງຄວາມຮັບຜິດຊອບໃຫ້ກໍາມະການສັງກັດກໍາມາທິການຂອງຕົນເພື່ອຈັດຕັ້ງປະຕິບັດ.
ມາດຕາ37(ປັບປຸງ)ການຕິດຕາມກວດກາບົດລາຍງານ ກໍາມາທິການສະພາແຫ່ງຊາດຕິດຕາມກວດກາບົດລາຍງານຂອງເປົ້າໝາຍທີ່ຖືກຕິດຕາມກວດກາຖ້າເຫັນວ່າມີຄວາມຈໍາເປັນກໍ່ເຊີນການຈັດຕັ້ງແລະບຸກຄະລາກອນດັ່ງກ່າວມາໃຫ້ຄວາມກະຈ່າງແຈ້ງຕາມຂັ້ນຕອນດັ່ງນີ້: 1.ການຈັດຕັ້ງຫຼືບຸກຄະລາກອນທີ່ກ່ຽວຂ້ອງລາຍງານ; 2.ປະທານກໍາມາທິການມີຄໍາເຫັນ; 3.ກໍາມາທິການຄົ້ນຄວ້າ,ປະກອບຄໍາເຫັນ; 4.ຜູ້ລາຍງານຊີ້ແຈງ,ອະທິບາຍ; 5.ລົງມະຕິຮັບຮອງເອົາບົດລາຍງານ. ໃນກໍລະນີຫາກເຫັນວ່າບົດລາຍງານດັ່ງກ່າວມີການລະເມີດກົດໝາຍແລະລະບຽບການ,ກໍາມາທິການສະພາແຫ່ງຊາດມີສິດສະເໜີໃຫ້ອົງການດັ່ງກ່າວແກ້ໄຂແລະແຈ້ງໃຫ້ກໍາມາທິການສະພາແຫ່ງຊາດພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.ຖ້າຫາກບໍ່ມີການແກ້ໄຂຫຼືແກ້ໄຂບໍ່ເໝາະສົມກໍ່ໃຫ້ລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາແກ້ໄຂ.
ມາດຕາ38(ປັບປຸງ)ການຕິດຕາມກວດການິຕິກໍາ ກໍາມາທິການສະພາແຫ່ງຊາດຕິດຕາມກວດການິຕິກໍາຕາມຂັ້ນຕອນດັ່ງນີ້: 1.ຜູ້ອອກນິຕິກໍາຊີ້ແຈງ,ອະທິບາຍ; 2.ປະທານກໍາມາທິການມີຄໍາເຫັນ; 3.ຜູ້ເຂົ້າຮ່ວມກອງປະຊຸມຄົ້ນຄວ້າ,ປະກອບຄໍາເຫັນ; 4.ຜູ້ອອກນິຕິກໍາຊີ້ແຈ້ງ,ອະທິບາຍເພີ່ມເຕີມ; 5.ລົງມະຕິຮັບຮອງເອົາຜົນການຕິດຕາມກວດກາ. ໃນກໍລະນີເຫັນວ່ານິຕິກໍາດັ່ງກ່າວຂັດກັບກົດໝາຍແລະລະບຽບການອື່ນທີ່ກ່ຽວຂ້ອງ,ກໍາມາທິການສະພາແຫ່ງຊາດມີສິດສະເໜີໃຫ້ອົງການດັ່ງກ່າວແກ້ໄຂແລະແຈ້ງໃຫ້ກໍາມາທິການສະພາແຫ່ງຊາດພາຍໃນກໍານົດເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.ຖ້າຫາກບໍ່ມີການແກ້ໄຂຫຼືແກ້ໄຂບໍ່ເໝາະສົມກໍ່ໃຫ້ລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາແກ້ໄຂ.
ມາດຕາ39(ປັບປຸງ)ການແຕ່ງຕັ້ງໜ່ວຍງານສະເພາະກິດ ເມື່ອມີຄວາມຈໍາເປັນຫຼືຕາມການມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດ,ກໍາມາທິການສະພາແຫ່ງຊາດອອກຂໍ້ຕົກລົງແຕ່ງຕັ້ງໜ່ວຍງານສະເພາະກິດຂຶ້ນເພື່ອຕິດຕາມກວດກາລະອຽດກ່ຽວກັບບັນຫາໃດໜຶ່ງ.ສໍາລັບໂຄງປະກອບຂອງຂໍ້ຕົກລົງໃຫ້ປະຕິບັດຄືກັນກັບໂຄງປະກອບຂອງມະຕິແຕ່ງຕັ້ງຄະນະສະເພາະກິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ31ຂອງກົດໝາຍສະບັບນີ້.
ມາດຕາ40(ໃໝ່)ການພິຈາລະນາບົດລາຍງານຂອງໜ່ວຍງານສະເພາະກິດ ກໍາມາທິການສະພາແຫ່ງຊາດເປີດກອງປະຊຸມຂອງຕົນຂຶ້ນເພື່ອຄົ້ນຄ້ວາພິຈາລະນາບົດລາຍງານຂອງໜ່ວຍງານສະເພາະກິດຕາມຂັ້ນຕອນດັ່ງນີ້: 1.ຫົວໜ້າໜ່ວຍງານລາຍງານ; 2.ເປົ້າມາຍທີ່ຖືກຕິດຕາມກວດກາຊີ້ແຈງ,ອະທິບາຍ; 3.ກອງປະຊຸມຄົ້ນຄວ້າ,ປະກອບຄໍາເຫັນ; 4.ເປົ້າມາຍທີ່ຖືກຕິດຕາມກວດກາຊີ້ແຈງ,ອະທິບາຍເພີ່ມເຕີມ; 5.ປະທານກອງປະຊຸມສະຫຼຸບ,ຫຼັງຈາກນັ້ນກໍາມະການສັງກັດກໍາມາທິການທີ່ເຂົ້າຮ່ວມກອງປະຊຸມລົງມະຕິຮັບຮອງເອົາບົດລາຍງານ; 6.ລາຍງານຜົນຂອງກອງປະຊຸມໃຫ້ຄະນະປະຈໍາສະພາແຫ່ງຊາດພ້ອມທັງແຈ້ງໃຫ້ການຈັດຕັ້ງແລະບຸກຄົນທີ່ກ່ຽວຂ້ອງຮັບຊາບ.
ມາດຕາ41ການພິຈາລະນາແລະແກ້ໄຂຜົນຂອງການຕິດຕາມກວດກາຂອງໜ່ວຍງານສະເພາະກິດ ກໍາມາທິການສະພາແຫ່ງຊາດພິຈາລະນາແລະແກ້ໄຂຜົນຂອງການຕິດຕາມກວດກາຂອງໜ່ວຍງານສະເພາະກິດດ້ວຍການສະເໜີໃຫ້ການຈັດຕັ້ງຫຼືບຸກຄົນທີ່ມີສິດ,ໜ້າທີ່ທີ່ກ່ຽວຂ້ອງອອກຄໍາສັ່ງໂຈະການຈັດຕັ້ງປະຕິບັດນິຕິກໍາທີ່ບໍ່ຖືກຕ້ອງແລະຢຸດເຊົາການກະທໍາທີ່ເປັນການລະເມີດກົດໝາຍ,ລະບຍບການແລະລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດເພື່ອມີມດຕະການແລະວິທີການແກ້ໄຂ.
ໝວດທີ4ການຕິດຕາມກວດກາຂອງກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ
ມາດຕາ42(ໃໝ່)ການຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ຄະນະສະມາຊິກສະພາແຫ່ງຊາດເພດຍິງມີສິດແລະໜ້າທີ່ໃນການຈັດຕັ້ງປະຕິບັດຕາມແຜນການຕິດຕາມກວດກາຂອງສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດຊຶ່ງມີເນື້ອໃນຕິດຕາມກວດກາດັ່ງນີ້: 1.ການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດ,ມະຕິຂອງຄະນະປະຈໍາສະພາແຫ່ງຊາດລວມທັງນິຕິກໍາລຸ່ມກົດໝາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນ; 2.ການຈັດຕັ້ງປະຕິບັດຄວາມສະເໝີພາບຍິງຊາຍ,ການພັດທະນາ,ການສົ່ງເສີມຄວາມກ້າວນ້າຂອງແມ່ຍິງ,ການປົກປ້ອງສິດແລະຜົນປະໂຫຍດຂອງແມ່ຍິງແລະເດັກ,ການຕ້ານ,ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 3.ຜົນການແກ້ໄຂຄໍາຮ້ອງທຸກທີ່ພົວພັນກັບວຽກງານແມ່ຍິງແລະເດັກພ້ອມທັງຜ່ານສາຍດ່ວນຂອງກອງປະຊຸມສະພາແຫ່ງຊາດທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 4.ປາກົດການຫຍໍ້ທໍ້ທີ່ມີຜົນກະທົບຕໍ່ແມ່ຍິງແລະການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມຄົບຄະນະສະມາຊິກສະພາແຫ່ງຊາດເພດຍິງ; 5.ເນື້ອໃນອື່ນຕາມການມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດ; 6.ເຊີນພາກສ່ວນທີ່ກ່ຽວຂ້ອງມາລາຍງານການເຄື່ອນໄຫວວຽກງານຕໍ່ກອງປະຊຸມຄົບຄະນະສະມາຊິກສະພາແຫ່ງຊາດເພດຍິງລວມທັງການຊັກຖາມຕໍ່ບາງບັນຫາໃນຂອບເຂດວຽກງານຂອງຕົນທີ່ປະຊາຊົນແລະແມ່ຍິງບັນດາເຜົ່າມີຄວາມສົນໃຈ. ລາຍງານຜົນຂອງການຕິດຕາມກວດກາຕໍ່ຄະນະປະຈໍາສະພາແຫ່ງຊາດ
ມາດຕາ43(ໃໝ່)ການຕິດຕາມກວດກາຂອງຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ ຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງມີສິດແລະໜ້າທີ່ຕິດຕາມກວດກາການຈັດຕັ້ງແລະການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດແລະຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແລ້ວລາຍງານຜົນຂອງການຕິດຕາມກວດກາຕໍ່ຄະນະປະຈໍາສະພາແຫ່ງຊາດ.
ມາດຕາ44(ໃໝ່)ການຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງມີສິດແລະໜ້າທີ່ນໍາເອົາແຜນການຕິດຕາມກວດກາຂອງສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດ,ກໍາມາທິການສະພາແຫ່ງຊາດໄປປະສານສົມທົບກັບຄະນະປະຈໍາສະພາປະຊາຊົນຂັ້ນແຂວງເພື່ອນຄວາມເປັນເອກະພາບແລະຈັດຕັ້ງປະຕິບັດໃຫ້ປາກົດເປັນຈິງແລະມີປະສິດທິຜົນ. ລາຍງານຜົນຂອງການຕິດຕາມກວດກາຕໍ່ຄະນະປະຈໍາສະພາແຫ່ງຊາດ.
ໝວດທີ5ການຕິດຕາມກວດກາຂອງສະມາຊິກສະພາແຫ່ງຊາດ
ມາດຕາ45(ປັບປຸງ)ການຕິດຕາມກວດກາຂອງສະມາຊິກສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດຕິດຕາມກວດກາຕາມເນື້ອໃນດັ່ງນີ້: 1.ລົດລາຍງານຂອງພາກສ່ວນຕ່າງໆໃນກອງປະຊຸມສະພາແຫ່ງຊາດ; 2.ຕັ້ງຄໍາຊັກຖາມຕໍ່ເປົ້າໝາຍທີ່ຖືກຕິດຕາມກວດກາ; 3.ນິຕິກໍາຂອງອົງການລັດຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນ; 4.ການແກ້ໄຂຄໍາຮ້ອງທຸກ; 5.ຕິດຕາມກວດກາຕາມການມອບໝາຍຂອງຄະນະປະຈໍາສະພາແຫ່ງຊາດ. ລາຍງານຜົນຂອງການຕິດຕາມກວດກາຕໍ່ຄະນະປະຈໍາສະພາແຫ່ງຊາດ.
ມາດຕາ46(ປັບປຸງ)ການສ້າງແລະປະຕິບັດແຜນການຕິດຕາມກວດກາ ສະມາຊິກສະພາແຫ່ງຊາດສ້າງແຜນການ,ຕາຕະລາງການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນໂດຍອີງຕາມແຜນການຂອງກອງປະຊຸມສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດແລະກໍາມາທິການສະພາແຫ່ງຊາດ. ນອກຈາກດໍາເນີນການຕິດຕາມກວດກາດ້ວຍຕົນເອງແລ້ວສະມາຊິກສະພາແຫ່ງຊາດກໍ່ມີສິດ,ໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຕິດຕາມກວດກາຂອງກໍາມາທິການສະພາແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດ,ກອງປະຊຸມສະພາແຫ່ງຊາດ. ສໍາລັບສະມາຊິກສະພາແຫ່ງຊາດຜູ້ທີ່ຄວບຕໍາແໜ່ງໃຫ້ແບ່ງເວລາເຄື່ອນໄຫວວຽກງານຕິດຕາມກວດກາຢ່າງໜ້ອຍໜຶ່ງສ່ວນສາມຂອງເວລາເຮັດວຽກທັງໝົດ.
ມາດຕາ47(ປັບປຸງ)ການເຄື່ອນໄຫວຕິດຕາມກວດກາ ສະມາຊິກສະພາແຫ່ງຊາດເຄື່ອນໄຫວຕິດຕາມກວດກາດັ່ງນີ້: 1.ເຂົ້າຮ່ວມການຄົ້ນຄ້ວາ,ປະກອບຄໍາເຫັນ,ພິຈາລະນາບົດລາຍງານ,ນິຕິກໍາຂອງອົງການລັດໃນກອງປະຊຸມສະພາແຫ່ງຊາດ,ໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ,ໃນກອງປະຊຸມຄົບຄະນະຂອງກໍາມາທິການ; 2.ເຂົ້າຮ່ວມໃນຄະນະສະເພາະກິດຫຼືໜ່ວຍງານສະເພາະກິດຕາມການແຕ່ງຕັ້ງ; 3.ຕິດຕາມກວດກາຕາມແຜນການຂອງຕົນ.
ມາດຕາ48(ປັບປຸງ)ການຊັກຖາມຢູ່ໃນກອງປະຊຸມສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດຊັກຖາມຄະນະປະຈໍາ,ປະທານ,ຮອງປະທານກໍາມາທິການແລະເລຂາທິການສະພາແຫ່ງຊາດ,ນາຍົກລັດຖະມົນຕີ,ລັດຖະມົນຕີ,ຫົວໜ້າອົງການລັດທຽບເທົ່າກະຊວງ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ສານປະຊາຊົນສູງສຸດ. ຄໍາຊັກຖາມຕ້ອງກະທັດຫັດ,ຈະແຈ້ງ,ມີບ່ອນອີງແລະຕ້ອງຕິດພັນກັບສິດ,ໜ້າທີ່,ຄວາມຮັບຜິດຊອບຂອງຜູ້ທີ່ຖືກຊັກຖາມ,ອາດຊັກຖາມດ້ວຍປາກເປົ່າຫຼືລາຍລັກອັກສອນ.
ມາດຕາ49ການຕິດຕາມກວດການິຕິກໍາ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມຄົ້ນຄວ້າ,ປະກອບຄໍາເຫັນແລະພິຈາລະນານິຕິກໍາໃນກອງປະຊຸມສະພາແຫ່ງຊາດ,ກອງປະຊຸມຄົບຄະນະຂອງກໍາມາທິການສະພາແຫ່ງຊາດ.
ມາດຕາ50ການຕິດຕາມກວດກາການແກ້ໄຂຄໍາຮ້ອງທຸກ ສະມາຊິກສະພາແຫ່ງຊາດມີສິດແລະໜ້າທີ່ຮັບຕ້ອນແລະໃຫ້ຄໍາປຶກສາແກ່ປະຊາຊົນ,ຮັບຄໍາຮ້ອງທຸກຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂແລະຕິດຕາມກວດກາຜົນການແກ້ໄຂຄໍາຮ້ອງທຸກດັ່ງກ່າວ.
ມາດຕາ51ການລາຍງານຜົນຂອງການຕິດຕາມກວດກາ ພາຍຫຼັງທີ່ໄດ້ເຄື່ອນໄຫວຕິດຕາມກວດກາແລ້ວສະມາຊິກສະພາແຫ່ງຊາດ,ຕ້ອງລາຍງານຜົນຂອງການຕິດຕາມກວດການັ້ນໃຫ້ຄະນະປະຈໍາສະພາແຫ່ງຊາດ,ກໍາມາທິການສະພາແຫ່ງຊາດທີ່ຕົນສັງກັດເປັນລາຍລັກອັກສອນ.
ມາດຕາ52(ປັບປຸງ)ການກວດກາຂອງປະຊາຊົນ ແນວລາວສ້າຊາດ,ການຈັດຕັ້ງມະຫາຊົນ,ການຈັດຕັ້ງສັງຄົມທຸກຂັ້ນແລະປະຊາຊົນລາວບັນດາເຜົ່າຕິດຕາມກວດກາສະມາຊິກສະພາແຫ່ງຊາດໂດຍຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງສະມາຊິກສະພາແຫ່ງຊາດໃນເຂດເລືອກຕັ້ງຂອງຕົນຢ່າງໜ້ອຍປີລະສອງເທື່ອ. ການກວດກາຂອງປະຊາຊົນດໍາເນີນດ້ວຍການຮັບຟັງຈາກການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຂອງຕົນໃນກອງປະຊຸມສະພາແຫ່ງຊາດ.
ພາກທີ3ການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງ
ມາດຕາ53(ໃໝ່)ການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງ ສະພາປະຊາຊົນຂັ້ນແຂວງດໍາເນີນການຕິດຕາມກວດກາໂດຍ: 1.ກອງປະຊຸມສະພາປະຊາຊົນຂັ້ນແຂວງ; 2.ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; 3.ຄະນະກໍາມະການສະພາປະຊາຊົນຂັ້ນແຂວງ; 4.ກົງຈັກທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສ້າງຕັ້ງ; 5.ສະມາຊິກສະພາປະຊາຊົນຂັ້ນແຂວງ.
ໝວດທີ1ການຕິດຕາມກວດກາຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ ສະພາປະຊາຊົນຂັ້ນແຂວງຕິດຕາມກວດກາໂດຍຜ່ານກອງປະຊຸມຂອງຕົນບົນພື້ນຖານການເຄື່ອນໄຫວຕິດຕາມກວດກາຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ຄະນະກໍາມະການສະພາປະຊາຊົນຂັ້ນແຂວງ,ໜ່ວຍສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ,ເທດສະບານ,ນະຄອນ,ໜ່ວຍສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງແລະສະມາຊິກສະພາປະຊາຊົນຂັ້ນແຂວງ.
ມາດຕາ55(ໃໝ່)ເປົ້າໝາຍທີ່ຖືກຕິດຕາມກວດກາຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ ກອງປະຊຸມສະພາປະຊາຊົນຂັ້ນແຂວງຕິດຕາມກວດກາເປົ້າມາຍດັ່ງນີ້: 1.ປະທານສະພາປະຊາຊົນຂັ້ນແຂວງ; 2.ຮອງປະທານແລະກໍາມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; 3.ປະທານ,ຮອງປະທານຄະນະກໍາມະການແລະເລຂາທິການສະພາປະຊາຊົນຂັ້ນແຂວງ; 4.ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ; 5.ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງ,ຫົວໜ້າພະແນກ,ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ; 6.ຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນຫຼວງ,ເຂດຫຼືເມືອງ,ເທດສະບານ,ນະຄອນ; 7.ປະທານສານປະຊາຊົນແຂວງ,ນະຄອນຫຼວງ,ເຂດຫຼືເມືອງ,ເທດສະບານ,ນະຄອນ.
ມາດຕາ56(ໃໝ່)ແຜນການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງເປັນຜູ້ສ້າງແຜນການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງແລ້ວສະະເໜີຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງເພື່ອພິຈາລະນາຮັບຮອງເອົາ.ໃນກໍລະນີຈໍາເປັນຈະດໍາເນີນການຕິດຕາມກວດການອກແຜນການກໍ່ໄດ້ຕາມການຕົກລົງຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງແລ້ວລາຍງານຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງເທື່ອຖັດໄປ.
ມາດຕາ57(ໃໝ່)ເນື້ອໃນການຕິດຕາມກວດກາຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ ກອງປະຊຸມສະພາປະຊາຊົນຂັ້ນແຂວງເຄື່ອນໄຫວຕິດຕາມກວດກາຕາມເນື້ອໃນຕົ້ນຕໍດັ່ງນີ້: 1.ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ຫົວໜ້າອົງການໄອຍະການປະຊາຊົນ,ປະທານສານປະຊາຊົນ; 2.ນິຕິກໍາຂອງການຈັດຕັ້ງຫຼືບຸກຄະລາກອນຕາມທີ່ໄດ້ກໍານົດໄວ້ໃນມາດຕາ55ຂອງກົດໝາຍສະບັບນີ້ທີ່ເຫັນວ່າຂັດກັບກົດໝາຍຫຼືມະຕິຂອງກອງປະຊຸມສະພາແຫ່ງຊາດ,ມະຕິຂອງສະພາປະຊາຊົນຂັ້ນແຂວງຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນ; 3.ການຕອບຄໍາຊັກຖາມຂອງບັນດາເປົ້າໝາຍທີ່ຖືກຕິດຕາມກວດກາ; 4.ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ; 5.ບົດລາຍງານຂອງຄະນະກໍາມະການກວດກາຊົ່ວຄາວ.
ມາດຕາ58(ໃໝ່)ການຕິດຕາມກວດກາບົດລາຍງານຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ ໃນກອງປະຊຸມສະໄໝສາມັນເທື່ອທີໜຶ່ງສະພາປະຊາຊົນຂັ້ນແຂວງຕິດຕາມກວດກາບົດລາຍງານຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແຫ່ງລັດຂັ້ນແຂວງປະຈໍາປີແລະທິດທາງແຜນການພັດທະນາເສດຖະກິດສັງຄົມແລະແຜນງົບປະມານແຫ່ງລັດຂັ້ນແຂວງໃນປີຕໍ່ໄປ;ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີຜ່ານມາແລະທິດທາງວຽກງານປະຈໍາປີຕໍ່ໜ້າຂອງປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ຫົວໜ້າອົງການໄອຍະການປະຊາຊົນ,ປະທານສານປະຊາຊົນ. ໃນກອງປະຊຸມສະໄໝສາມັນເທື່ອທີສອງສະພາປະຊາຊົນຂັ້ນແຂວງຕິດຕາມກວດກາບົດລາຍງານຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແຫ່ງລັດຂັ້ນແຂວງຫົກເດືອນຕົ້ນປີແລະແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແຫ່ງລັດຂັ້ນແຂວງຫົກເດືອນທ້າຍປີແລະ/ຫຼືການດັດແກ້ແຜນງົບປະມານແຫ່ງລັດດັ່ງກ່າວ;ບົດລາຍງານການຈັດຕັ້ງປະຕິບັດວຽກງານໃດໜຶ່ງຂອງຫົວໜ້າອົງການໄອຍະການປະຊາຊົນ,ປະທານສານປະຊາຊົນ. ບົດລາຍງານການປະຕິບັດວຽກງານຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງໃນລະຫວ່າງສອງກອງປະຊຸມສະພາປະຊາຊົນຂັ້ນແຂວງ. ໃນກອງປະຊຸມສະໄໝສາມັນທ້າຍອາຍຸການຂອງສະພາປະຊາຊົນຂັ້ນແຂວງຕິດຕາມກວດກາບົດລາຍງານການເຄື່ອນໄຫວວຽກງານຕະຫຼອດອາຍຸການຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ຫົວໜ້າອົງການໄອຍະການປະຊາຊົນ,ປະທານສານປະຊາຊົນ. ບົດລາຍງານທີ່ໄດ້ກໍານົດໄວ້ໃນມາດຕານີ້ຕ້ອງໄດ້ຜ່ານການຄົ້ນຄວ້າ,ພິຈາລະນາຂອງຄະນະກໍາມະການທີ່ກ່ຽວຂ້ອງຕາມການມອບໝາຍຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ. ກອງປະຊຸມສະພາປະຊາຊົນຂັ້ນແຂວງຕິດຕາມກວດກາບົດລາຍງານຕາມຂັ້ນຕອນດັ່ນີ້: 1.ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ຫົວໜ້າອົງການໄອຍະການປະຊາຊົນ,ປະທານສານປະຊາຊົນແລະຄະນະປະຈໍາສະພາປະຊາຊົນຂັ້ນແຂວງລາຍງານ; 2.ປະທານຄະນະກໍາມະການສະພາປະຊາຊົນຂັ້ນແຂວງທີ່ຖືກມອບໝາຍປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວ; 3.ສະມາຊິກສະພາປະຊາຊົນຂັ້ນແຂວງຄົ້ນຄວ້າ,ປະກອບຄໍາເຫັນ,ອາດຊັກຖາມຕໍ່ການລາຍງານ;ຜູ້ລາຍງານໃຫ້ຄໍາຊີ້ແຈງ,ຕອບຄໍາຊັກຖາມ; 4.ກອງປະຊຸມສະພາປະຊາຊົນຂັ້ນແຂວງອາດສະເໜີໃຫ້ບຸກຄະລາກອນຕາມທີ່ໄດ້ກໍານົດໄວ້ໃນມາດຕາ55ຂອງກົດໝາຍສະບັບນີ້ມາໃຫ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາໃດໜຶ່ງສະເພາະເມື່ອເຫັນວ່າມີຄວາມຈໍາເປັນ; 5.ກອງປະຊຸມສະພາປະຊາຊົນຂັ້ນແຂວງໃຫ້ຄະແນນຕໍ່ບົດລາຍງານ,ການໃຫ້ຄວາມກະຈ່າງແຈ້ງການຕອບຄໍາຊັກຖາມນັ້ນຖ້າເຫັນວ່າມີຄວາມຈໍາເປັນ.
ມາດຕາ59(ໃໝ່)ການຕິດຕາມກວດການິຕິກໍາຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ ກອງປະຊຸມສະພາປະຊາຊົນຂັ້ນແຂວງຕິດຕາມກວດການິຕິກໍາຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ອົງການປົກຄອງແຂວງ,ນະຄອນຫຼວງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ຫົວນ້າອົງການໄອຍະການປະຊາຊົນ,ປະທານສານປະຊາຊົນທີ່ຂັດກັບລັດຖະທໍາມະນູນ,ກົດໝາຍຫຼືມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງຕາມການສະເໜີຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງຫຼືມີການສະເໜີຢ່າງໜ້ອຍໜຶ່ງສ່ວນສີ່ຂອງຈໍານວນສະມາຊິກສະພາປະຊາຊົນຂັ້ນແຂວງທັງໝົດ. ກອງປະຊຸມສະພາປະຊາຊົນຂັ້ນແຂວງຕິດຕາມກວດການິຕິກໍາລຸ່ມກົດໝາຍຕາມຂັ້ນຕອນດັ່ງນີ້: 1.ປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງລາຍງານ; 2.ສະມາຊິກສະພາປະຊາຊົນຂັ້ນແຂວງຄົ້ນຄວ້າ,ປະກອບຄໍາເຫັນ; 3.ຜູ້ອອກນິຕິກໍາຊີ້ແຈງອະທິບາຍ; 4.ລົງມະຕິຮັບຮອງເອົາການຍົກເລີກບາງສ່ວນຫຼືທັງມົດນິຕິກໍານັ້ນ.
ມາດຕາ60(ໃໝ່)ການຊັກຖາມແລະການຕອບຄໍາຊັກຖາມໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ ໃນກອງປະຊຸມສະພາປະຊາຊົນຂັ້ນແຂວງການຊັກຖາມແລະການຕອບຄໍາຊັກຖາມໃຫ້ປະຕິບັດດັ່ງນີ້: ກ.ການຊັກຖາມ: 1.ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສົ່ງຄໍາຊັກຖາມໃຫ້ເປົ້າໝາຍທີ່ຖືກຊັກຖາມກ່ອນການດໍາເນີນການປະຊຸມ; 2.ສະມາຊິກສະພາປະຊາຊົນຂັ້ນແຂວງຊັກຖາມຢູ່ກອງປະຊຸມ. ຂ.ການຕອບຄໍາຊັກຖາມ: 1.ຜູ້ຖືກຊັກຖາມຕອບຄໍາຊັກຖາມຕາມຄໍາຊັກຖາມທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສົ່ງໃຫ້; 2.ຕອບຄໍາຊັກຖາມທີ່ສະມາຊິກສະພາປະຊາຊົນຂັ້ນແຂວງຊັກຖາມຕື່ມ; 3.ການຕອບຄໍາຊັກຖາມຕ້ອງຕອບໃຫ້ຖືກຕ້ອງ,ຊັດເຈນຕາມຄໍາຊັກຖາມ. ຫຼັງຈາກຟັງການຕອບຄໍາຊັກຖາມແລ້ວຖ້າສະມາຊິກສະພາປະຊາຊົນຂັ້ນແຂວງຫາກບໍ່ເຫັນດີນໍາຄໍາຕອບນັ້ນກໍ່ສະເໜີໃຫ້ຜູ້ຖືກຊັກຖາມຊີ້ແຈງຕໍ່ກອງປະຊຸມຕື່ມຖ້າເຫັນວ່າຈໍາເປັນກໍ່ສະເໜີໃຫ້ກອງປະຊຸມລົງມະຕິຕໍ່ການຕອບຄໍາຊັກຖາມດັ່ງກ່າວ.
ມາດຕາ61(ໃໝ່)ການຕິດຕາມກວດກາກ່ຽວກັບການແກ້ໄຂຄໍາຮ້ອງທຸກ ກອງປະຊຸມສະພາປະຊາຊົນຂັ້ນແຂວງຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍແລະລະບຽບການກ່ຽວກັບການແກ້ໄຂຄໍາຮ້ອງທຸກຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງໂດຍຄະນະປະຈໍາສະພາປະຊາຊົນ,ອົງການປົກຄອງ,ອົງການໄອຍະການປະຊາຊົນແລະສານປະຊາຊົນຂັ້ນແຂວງ.
ມາດຕາ62(ໃໝ່)ການແຕ່ງຕັ້ງຄະນະກໍາມະການຊົ່ວຄາວ ປະທານສະພາປະຊາຊົນຂັ້ນແຂວງແຕ່ງຕັ້ງຄະນະກໍາມະການຊົ່ວຄາວຂອງສະພາປະຊາຊົນຂັ້ນແຂວງຕາມການຕົກລົງຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງເພື່ອຕິດຕາມກວດກາລະອຽດກ່ຽວກັບບັນຫາໃດໜຶ່ງທີ່ເຫັນວ່າມີຄວາມຈໍາເປັນຕາມການສະເໜີຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ຄະນະກໍາມະການສະພາປະຊາຊົນຂັ້ນແຂວງ,ສະມາຊິກສະພາປະຊາຊົນຂັ້ນແຂວງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຂັ້ນແຂວງ. ຄະນະກໍາມະການຊົ່ວຄາວປະກອບດ້ວຍສະມາຊິກສະພາປະຊາຊົນຂັ້ນແຂວງແລະພະນັກງານ,ລັດຖະກອນທີ່ກ່ຽວຂ້ອງຈໍານວນໜຶ່ງຊຶ່ງມີສິດແລະໜ້າທີ່ດັ່ງດຽວກັນກັບຄະນະສະເພາະກິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ72ຂອງກົດໝາຍສະບັບນີ້.ຄະນະດັ່ງກ່າວຈະຖືກຍຸບເລີກໄປໃນຕົວພາຍຫຼັງທີ່ໄດ້ສໍາເລັດການປະຕິບັດໜ້າທີ່. ມະຕິແຕ່ງຕັ້ງຄະນະກໍາມະການຊົ່ວຄາວຕ້ອງສົ່ງໃຫ້ການຈັດຕັ້ງຫຼືບຸກຄະລາກອນທີ່ຖືກຕິດຕາມກວດກາແລະອົງການທີ່ກ່ຽວຂ້ອງເຈັດວັນກ່ອນຈະດໍາເນີນການຕິດຕາມກວດກາ.
ມາດຕາ63(ໃໝ່)ການພິຈາລະນາບົດລາຍງານຜົນການຕິດຕາມກວດກາຂອງຄະນະກໍາມະການຊົ່ວຄາວ ກອງປະຊຸມສະພາປະຊາຊົນຂັ້ນແຂວງພິຈາລະນາບົດລາຍງານຜົນການຕິດຕາມກວດກາຂອງຄະນະກໍາມະການຊົ່ວຄາວຕາມຂັ້ນຕອນດັ່ງນີ້: 1.ຫົວໜ້າຄະນະກໍາມະການຊົ່ວຄາວລາຍງານຜົນຂອງການຕິດຕາມກວດກາ; 2.ການຈັດຕັ້ງຫຼືບຸກຄະລາກອນທີ່ຖືຕິດຕາມກວດກາຊີ້ແຈງ,ອະທິບາຍ; 3.ສະມາຊິກສະພາປະຊາຊົນຂັ້ນແຂວງຄົ້ນຄວ້າ,ປະກອບຄໍາເຫັນ; 4.ການຈັດຕັ້ງຫຼືບຸກຄະລາກອນທີ່ຖືກຕິດຕາມກວດກາຊີ້ແຈງ,ອະທິບາຍເພີ່ມເຕີມ; 5.ລົງມະຕິກ່ຽວກັບຜົນຂອງການຕິດຕາມກວດການັ້ນ.
ມາດຕາ64(ໃໝ່)ການໃຫ້ຄະແນນ,ການລົງມະຕິບໍ່ໄວ້ວາງໃຈ,ການປົດຕໍາແໜ່ງ ການໃຫ້ຄະແນນ,ການລົງມະຕິບໍ່ໄວ້ວາງໃຈ,ການປົດຕໍາແໜ່ງມີດັ່ງນີ້: ກ.ການໃຫ້ຄະແນນ ການໃຫ້ຄະແນນແມ່ນການປະເມີນຜົນໃນການປະຕິບັດໜ້າທີ່ວຽກງານເປັນແຕ່ລະປີຕໍ່ບຸກຄະລາກອນທີ່ສະພາປະຊາຊົນຂັ້ນແຂວງເລືອກຕັ້ງຫຼືຮັບຮອງເອົາການສະເໜີແຕ່ງຕັ້ງໂດຍສະມາຊິກສະພາປະຊາຊົນຂັ້ນແຂວງ. ການໃຫ້ຄະແນນໃຫ້ປະຕິບັດດັ່ງນີ້: 1.ປິດລັບ,ໂດຍກົງ; 2.ພາວະວິໄສ,ຍຸຕິທໍາ,ບໍ່ອະຄະຕິ; 3.ເປັນຫ້າລະດັບຄືດີຫຼາຍ,ດີ,ກາງ,ອ່ອນ,ອ່ອນຫຼາຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍພະນັກງານລັດຖະກອນ; 4.ສະຫຼຸບສັງລວມຄະແນນ,ສົ່ງໃຫ້ບຸກຄະລາກອນແລະການຈັດຕັ້ງທີ່ກ່ຽວຂ້ອງ. ຂ.ການລົງມະຕິບໍ່ໄວ້ວາງໃຈ ການລົງມະຕິບໍ່ໄວ້ວາງໃຈແມ່ນການລົງຄະແນນສຽງຂອງສະມາຊິກສະພາປະຊາຊົນຂັ້ນແຂວງຕໍ່ບຸກຄະລາກອນທີ່ສະພາປະຊາຊົນຂັ້ນແຂວງເລືອກຕັ້ງຫຼືຮັບຮອງເອົາການສະເໜີແຕ່ງຕັ້ງທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜົນປະໂຫຍດຂອງປະເທດຊາດແລະປະຊາຊົນຕາມການສະເໜີຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງຫຼືຢ່າງໜ້ອຍໜຶ່ງສ່ວນສີ່ຂອງຈໍານວນສະມາຊິກສະພາປະຊາຊົນຂັ້ນແຂວງທັງໝົດເປັນຜູ້ສະເໜີ. ການລົງມະຕິບໍ່ໄວ້ວາງໃຈໃຫ້ປະຕິບັດດັ່ງນີ້: 1.ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສະເໜີເຫດຜົນ; 2.ສະມາຊິກສະພາປະຊາຊົນຂັ້ນແຂວງຄົ້ນຄວ້າ,ປະກອບຄໍາເຫັນ; 3.ເປົ້າມາຍທີ່ຖືກສະເໜີີຊີ້ແຈງ,ອະທິບາຍ; 4.ສະມາຊິກສະພາປະຊາຊົນຂັ້ນແຂວງທີ່ເຂົ້າຮ່ວມກອງປະຊຸມລົງມະຕິ. ຄ.ການປົດຕໍາແໜ່ງ ການປົດຕໍາແໜ່ງແມ່ນການລົງຄະແນນສຽງຂອງສະມາຊິກສະພາປະຊາຊົນຂັ້ນແຂວງຕໍ່ບຸກຄະລາກອນທີ່ສະພາປະຊາຊົນຂັ້ນແຂວງເລືອກຕັ້ງຫຼືຮັບຮອງເອົາການສະເໜີແຕ່ງຕັ້ງທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜົນປະໂຫຍດຂອງປະເທດຊາດແລະປະຊາຊົນຕາມການສະເໜີຂອງຜູ້ທີ່ສະເໜີໃຫ້ສະພາປະຊາຊົນຂັ້ນແຂວງເລືອກຕັ້ງຫຼືຮັບຮອງເອົາການສະເໜີແຕ່ງຕັ້ງ. ການປົດຕໍາແໜ່ງໃຫ້ປະຕິບັດດັ່ງນີ້: 1.ຜູ້ທີ່ສະເໜີໃຫ້ສະພາປະຊາຊົນຂັ້ນແຂວງເລືອກຕັ້ງຫຼືຮັບຮອງເອົາການສະເໜີແຕ່ງຕັ້ງສະເໜີເຫດຜົນ; 2.ສະມາຊິກສະພາປະຊາຊົນຂັ້ນແຂວງ,ຄົ້ນຄວ້າ,ປະກອບຄໍາເຫັນ; 3.ເປົ້າມາຍທີ່ຖືກສະເໜີຊີ້ແຈງ,ອະທິບາຍ; 4.ສະມາຊິກສະພາປະຊາຊົນຂັ້ນແຂວງທີ່ເຂົ້າຮ່ວມກອງປະຊຸມລົງຄະແນນສຽງ. ຄະນະປະຈໍາສະພາຂັ້ນແຂວງເປັນຜູ້ກໍານົດລະບຍບການກ່ຽວກັບການໃຫ້ຄະແນນ,ການລົງມະຕິບໍ່ໄວ້ວາງໃຈ,ການປົດຕໍາແໜ່ງ.
ໝວດທີ2ການຕິດຕາມກວດກາຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ
ມາດຕາ65(ໃໝ່)ເປົ້າໝາຍທີ່ຖືກຕິດຕາມກວດກາຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຕິດຕາມກວດກາເປົ້າໝາຍດັ່ງນີ້: 1.ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ; 2.ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງ,ຫົວໜ້າພະແນກແລະຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ; 3.ຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນຫຼວງ; 4.ປະທານ,ຮອງປະທານສານປະຊາຊົນແລະຜູ້ພິພາກສາສານປະຊາຊົນແຂວງ,ນະຄອນຫຼວງ,ເຂດຫຼືເມືອງ,ເທດສະບານ,ນະຄອນ; 5.ປະທານ,ຮອງປະທານຄະນະກໍາມະການ,ເລຂາທິການ,ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ,ໜ່ວຍສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ,ເທດສະບານ,ນະຄອນ,ໜ່ວຍສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ; 6.ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນ.
ມາດຕາ66(ໃໝ່)ເນື້ອໃນການຕິດຕາມກວດກາຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຄະນະປະຈໍາສະພາປະຊາຊັນຂັ້ນແຂວງຕິດຕາມກວດກາຕາມເນື້ອໃນດັ່ງນີ້: 1.ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ,ມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານແຫ່ງລັດຂັ້ນແຂວງແລະໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງທ້ອງຖິ່ນ,ການເຄື່ອນໄຫວຂອງອົງການໄອຍະການປະຊາຊົນ,ສານປະຊາຊົນ; 2.ນິຕິກໍາຂອງການຈັດຕັ້ງຫຼືບຸກຄະລາກອນຕາມທີ່ໄດ້ກໍານົດໄວ້ໃນມາດຕາ65ຂອງກົດໝາຍສະບັບນີ້ທີ່ເຫັນວ່າຂັດກັບກົດໝາຍຫຼືມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນ; 3.ການໃຫ້ຄວາມກະຈ່າງແຈ້ງຂອງເປົ້າໝາຍທີ່ຖືກຕິດຕາມກວດກາ; 4.ບົດລາຍງານການຕິດຕາມກວດກາຂອງຄະນະກໍາມະການສະພາປະຊາຊົນຂັ້ນແຂວງແລະສະມາຊິກສະພາປະຊາຊົນຂັ້ນແຂວງ; 5.ບົດລາຍງານການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ; 6.ບົດລາຍງານບັນຫາໃດໜຶ່ງຂອງຄະນະສະເພາະກິດ.
ມາດຕາ67(ໃໝ່)ການສ້າງແຜນການຕິດຕາມກວດກາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສ້າງແຜນການຕິດຕາມກວດກາປະຈໍາຫົກເດືອນແລະປະຈໍາປີໂດຍອີງຕາມແຜນການຕິດຕາມກວດກາຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງແລະຕາມການສະເໜີຂອງຄະນະກໍາມະການສະພາປະຊາຊົນຂັ້ນແຂວງ,ສະມາຊິກສະພາປະຊາຊົນຂັ້ນແຂວງ,ແນວລາວສ້າງຊາດຂັ້ນແຂວງ,ຫຼັງຈາກແຜນການໄດ້ຖືກຮັບຮອງເອົາແລ້ວຄະນະປະຈໍາສະພາປະຊາຊົນຂັ້ນແຂວງແບ່ງຄວາມຮັບຜິດຊອບໃຫ້ກໍາມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ຄະນະກໍາມະການສະພາປະຊາຊົນຂັ້ນແຂວງເພື່ອຈັດຕັ້ງປະຕິບັດແລ້ວລາຍງານໃຫ້ຄະນະປະຈໍາສະພາປະຊາຊົນຂັ້ນແຂວງເພື່ອມີວິທີການແລະມາດຕະການແກ້ໄຂຢ່າງເໝາະສົມແລະທັນເວລາ.
ມາດຕາ68(ໃໝ່)ການຕິດຕາມກວດກາບົດລາຍງານຂອງກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງຕິດຕາມກວດກາບົດລາຍງານຂອງເປົ້າໝາຍທີ່ຖືກຕິດຕາມກວດກາຕາມທີ່ໄດ້ກໍານົດໄວ້ໃນມາດຕາ65ຂອງກົດໝາຍສະບັບນີ້.ຖ້າເຫັນວ່າມີຄວາມຈໍາເປັນກໍເຊີນການຈັດຕັ້ງຫຼືບຸກຄະລາກອນດັ່ງກ່າວມາໃຫ້ຄວາມກະຈ່າງແຈ້ງຕື່ມອີກ. ກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງຕິດຕາມກວດກາບົດລາຍງານຕາມຂັ້ນຕອນດັ່ງນີ້: 1.ການຈັດຕັ້ງຫຼືບຸກຄະລາກອນທີ່ກ່ຽວຂ້ອງລາຍງານ; 2.ປະທານຄະນະກໍາມະການສະພາປະຊາຊົນຂັ້ນແຂວງທີ່ຖືກມອບໝາຍມີຄໍາເຫັນ; 3.ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຄົ້ນຄວ້າ,ປະກອບຄໍາເຫັນ; 4.ຜູ້ລາຍງານຊີ້ແຈງ,ອະທິບາຍ; 5.ລົງມະຕິຮັບຮອງເອົາບົດລາຍງານ.
ມາດຕາ69(ໃໝ່)ການຕິດຕາມກວດການິຕິກໍາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຊຸກຍູ້ໃຫ້ອົງການປົກຄອງແຂວງ,ນະຄອນຫຼວງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ຫົວນ້າອົງການໄອຍະການປະຊາຊົນ,ປະທານສານປະຊາຊົນອອກນິຕິກໍາເພື່ອຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ,ແຜນພັດທະນາເສດຖະກິດສັງຄົມແລະແຜນງົບປະມານແຫ່ງລັດຂັ້ນແຂວງໃຫ້ທັນເວລາແລະຕິດຕາມກວດກາ,ພິຈາລະນນິຕິກໍາດັ່ງກ່າວ.ກ່ອນຈະພິຈາລະນາຄະນະປະຈໍາສະພາປະຊາຊົນຂັ້ນແຂວງມອບນິຕິກໍານັ້ນໃຫ້ຄະນະກໍາມະການສະພາປະຊາຊົນຂັ້ນແຂວງທີ່ກ່ຽວຂ້ອງຄົ້ນຄວ້າ,ກະກຽມປະກອບຄໍາເຫັນເສຍກ່ອນ. ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສະເໜີໃຫ້ໂຈະການຈັດຕັ້ງປະຕິບັດນິຕິກໍາຂອງອົງການລັດຂັ້ນແຂວງທີ່ຂັດກັບກົດມາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດແລະມະຕິກອງປະຊຸມສະພາປະຊາຊົນຂັ້ນແຂວງແລ້ວນໍາສະເໜີຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງພິຈາລະນາຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນ. ກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນານິຕິກໍາຕາມຂັ້ນຕອນດັ່ງນີ້: 1.ປະທານຄະນະກໍາມະການສະພາປະຊາຊົນຂັ້ນແຂວງລາຍງານຜົນການຕິດຕາມກວດກາ; 2.ຜູ້ທີ່ອອກນິຕິກໍາຊີ້ແຈງ,ອະທິບາຍ; 3.ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຄົ້ນຄວ້າ,ມີຄໍາເຫັນ; 4.ຜູ້ທີ່ອອກນິຕິກໍາ,ຊີ້ແຈງ,ອະທິບາຍເພີ່ມເຕີມ; 5.ຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນາລົງມະຕິຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ.
ມາດຕາ70(ໃໝ່)ການຕິດຕາມກວດກາການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງເປັນຜູ້ຕິດຕາມກວດກາການເຄື່ອນໄຫວວຽກງານຂອງຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນເພື່ອເຮັດໃຫ້ການເລືອກຕັ້ງໄດ້ດໍາເນີນໄປຢ່າງມີປະຊາທິປະໄຕ,ຖືກຕ້ອງຕາມກົດໝາຍແລະລະບຽບການ.
ມາດຕາ71(ໃໝ່)ການຕິດຕາມກວດກາການແກ້ໄຂຄໍາຮ້ອງທຸກ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຕິດຕາມກວດກາການແກ້ໄຂຄໍາຮ້ອງທຸກຂອງອົງການປົກຄອງແຂວງ,ນະຄອນຫຼວງ,ອົງການໄອຍະການປະຊາຊົນ,ສານປະຊາຊົນຂັ້ນແຂວງໃນການປະຕິບັດກົດໝາຍແລະລະບຽບການກ່ຍວກັບການແກ້ໄຂຄໍາຮ້ອງທຸກ. ໃນການຕິດຕາມກວດກາຖ້າເຫັນວ່າການຈັດຕັ້ງແລະບຸກຄະລາກອນຫາກມີການລະເມີດກົດໝາຍ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສະເໜີວິທີການແລະມາດຕະການໃຫ້ອົງການທີ່ກ່ຽວຂ້ອງແກ້ໄຂຜົນຂອງການຕິດຕາມກວດກາຕາມກົດໝາຍແລະລະບຽບການພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປແລ້ວຕ້ອງລາຍງານໃຫ້ຄະນະປະຈໍາສະພາປະຊາຊົນຂັ້ນແຂວງໃນການແກ້ໄຂນັ້ນ.
ມາດຕາ72(ໃໝ່)ການແຕ່ງຕັ້ງຄະນະສະເພາະກິດ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງແຕ່ງຕັ້ງຄະນະສະເພາະກິດຂອງຕົນຂຶ້ນເພື່ອຕິດຕາມກວດກາລະອຽດກ່ຽວກັບບັນຫາໃດໜຶ່ງທີ່ເຫັນວ່າມີຄວາມຈໍາເປັນຕາມການສະເໜີຂອງຄະນະກໍາມະການສະພາປະຊາຊົນ,ສະມາຊິກສະພາປະຊາຊົນ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນຂັ້ນແຂວງ. ມະຕິແຕ່ງຕັ້ງຄະນະສະເພາະກິດປະກອບດ້ວຍ: 1.ເນື້ອໃນຕິດຕາມກວດກາ; 2.ເປົ້າໝາຍຕິດຕາມກວດກາ; 3.ໂຄງປະກອບບຸກຄະລາກອນຂອງຄະນະສະເພາະກິດປະກອບດ້ວຍສະມາຊິກສະພາປະຊາຊົນຂັ້ນແຂວງແລະພະນັກງານ,ລັດຖະກອນທີ່ກ່ຽວຂ້ອງຈໍານວນໜຶ່ງ; 4.ສິດແລະໜ້າທີ່ຂອງຄະນະສະເພາະກິດມີດັ່ງນີ້: 4.1.ສະເໜີໃຫ້ເປົ້າໝາຍທີ່ຖືກຕິດຕາມກວດກາລາຍງານເປັນລາຍລັກອັກສອນ,ສະໜອງຂໍ້ມູນ,ເອກະສານທີ່ກ່ຽວຂ້ອງກັບເນື້ອໃນການຕິດຕາມກວດກາ,ຊີ້ແຈງ,ອະທິບາຍບັນຫາທີ່ຄະນະສະເພາະກິດມີຄວາມສົນໃຈ; 4.2.ພິຈາລະນາ,ຕີລາຄາບົດລາຍງານ,ຂໍ້ມູນ,ເອກະສານຂອງເປົ້າໝາຍທີ່ຖືກຕິດຕາມກວດກາ; 4.3.ໃຫ້ຄໍາແນະນໍາແກ່ເປົ້າໝາຍທີ່ຖືກຕິດຕາມກວດກາກ່ຽວກັບການແກ້ໄຂເມື່ອເຫັນວ່າມີການລະເມີດກົດໝາຍ,ກໍ່ຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຊາດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ; 4.4.ສະເໜີຄະນະປະຈໍາສະພາປະຊາຊົນຂັ້ນແຂວງເພື່ອພິຈາລະນາຕົກລົງໃຫ້ເປົ້າໝາຍດັ່ງກ່າວຢຸດເຊົາການລະເມີດກົດໝາຍແລະຟື້ນຟູສິດ,ຜົນປະໂຫຍດຂອງຊາດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ,ມອບໃຫ້ການຈັດຕັ້ງທີ່ມີສິດ,ໜ້າທີ່ທີ່ກ່ຽວຂ້ອງພິຈາລະນາການລົງວິໄນແລະນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດນັ້ນຕາມກົດໝາຍ; 4.5.ປະຕິບັດໃຫ້ຖືກຕ້ອງຕາມເນື້ອໃນ,ສິດ,ໜ້າທີ່ທີ່ໄດ້ກໍານົດໄວ້ໃນມະຕິແຕ່ງຕັ້ງຄະນະສະເພາະກິດຢ່າງເຂັ້ມງວດ; 4.6.ສົ່ງບົດລາຍງານກ່ຽວກັບຜົນຂອງການຕິດຕາມກວດກາໃຫ້ຄະນະປະຈໍາສະພາປະຊາຊົນຂັ້ນແຂວງພາຍໃນເວລາສິບວັນນັບແຕ່ວັນສິ້ນສຸດການຕິດຕາມກວດກາເປັນຕົ້ນໄປ. ມະຕິດັ່ງກ່າວຕ້ອງສົ່ງໃຫ້ເປົ້າໝາຍທີ່ຖືກຕິດຕາມກວດກາແລະອົງການທີ່ກ່ຽວຂ້ອງເຈັດວັນກ່ອນຈະດໍາເນີນການຕິດຕາມກວດກາ.
ມາດຕາ73(ໃໝ່)ການພິຈາລະນາບົດລາຍງານຂອງຄະນະສະເພາະກິດ ກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນາບົດລາຍງານຂອງຄະນະສະເພາະກິດຕາມຂັ້ນຕອນດັ່ງນີ້: 1.ຫົວໜ້າຄະນະສະເພາະກິດລາຍງານ; 2.ເປົ້າໝາຍທີ່ຖືກຕິດຕາມກວດກາຊີ້ແຈງ,ອະທິບາຍ; 3.ຕົວແທນຂອງການຈັດຕັ້ງຫຼືບຸກຄົນທີ່ຖືກເຊີນປະກອບຄໍາເຫັນ; 4.ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຄົ້ນຄວ້າ,ມີຄໍາເຫັນ; 5.ເປົ້າມາຍທີ່ຖືກຕິດຕາມກວດກາຊີ້ແຈງ,ອະທິບາຍເພີ່ມເຕີມ; 6.ຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນາລົງມະຕິຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ.
ມາດຕາ74(ໃໝ່)ການພິຈາລະນາແລະແກ້ໄຂຜົນຂອງການຕິດຕາມກວດກາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນາແລະແກ້ໄຂຜົນຂອງການຕິດາມກວດກາດັ່ງນີ້: 1.ສະເໜີໃຫ້ການຈັດຕັ້ງຫຼືບຸກຄົນທີ່ມີສິດ,ໜ້າທີ່ທີ່ກ່ຽວຂ້ອງອອກຄໍາສັ່ງໃຫ້ຜູ້ລະເມີດນັ້ນຢຸດເຊົາການລະເມີດໂດຍທັນທີ,ໃຫ້ຜູ້ລະເມີດຟື້ນຟູ,ຊົດຊາຍຄ່າເສຍຫາຍຕໍ່ຜົນປະໂຫຍດຂອງຊາດ,ລວມໝູ່ຫຼືສິດ,ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ,ລົງວິໄນຕໍ່ຜູ້ລະເມີດຫຼືນໍາໃຊ້ມາດຕະການອື່ນຕາມກົດໝາຍ; 2.ໂຈະການປະຕິບັດນິຕິກໍາຂອງອົງການລັດຂັ້ນແຂວງທີ່ຂັດກັບລັດຖະທໍາມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງຫຼືຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງແລ້ວລາຍງານໃຫ້ກອງປະຊຸມສະພາປະຊາຊົນຂັ້ນແຂວງພິຈາລະນາຕົກລົງກ່ຽວກັບການຍົກເລີກນິຕິກໍານັ້ນ.
ໝວດທີ3ການຕິດຕາມກວດກາຂອງຄະນະກໍາມະການສະພາປະຊາຊົນຂັ້ນແຂວງ
ມາດຕາ75(ໃໝ່)ເປົ້າມາຍທີ່ຖືກຕິດຕາມກວດກາຂອງຄະນະກໍາມະການສະພາປະຊາຊົນຂັ້ນແຂວງ ຄະນະກໍາມະການສະພາປະຊາຊົນຂັ້ນແຂວງຕິດຕາມກວດກາເປົ້າໝາຍຕາມມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງດັ່ງນີ້: 1.ຫົວໜ້າພະແນກ,ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ; 2.ຫົວໜ້າອົງການໄອຍະການປະຊາຊົນແຂວງ,ນະຄອນຫຼວງ; 3.ປະທານສານປະຊາຊົນແຂວງ,ນະຄອນຫຼວງ,ເຂດຫຼືເມືອງ,ເທດສະານ,ນະຄອນ.
ມາດຕາ76(ໃໝ່)ເນື້ອໃນການຕິດຕາມກວດກາ ການຕິດຕາມກວດກາມີເນື້ອໃນຕົ້ນຕໍດັ່ງນີ້: 1.ບັດລາຍງານການຈັດຕັ້ງແລະເຄື່ອນໄຫວຂອງບັນດາເປົ້າມາຍທີ່ຖືກຕິດຕາມກວດກາທີ່ຄະນະກໍາມະການຕົນຮັບຜິດຊອບຕາມທີ່ໄດ້ກໍານົດໄວ້ໃນມາດຕາ75ຂອງກົດມາຍສະບັນີ້; 2.ນິຕິກໍາຂອງການຈັດຕັ້ງຫຼືບຸກຄະລາກອນຕາມທີ່ໄດ້ກໍານົດໄວ້ໃນມາດຕາ75ຂອງກົດໝາຍສະບັບນີ້ຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນ; 3.ບົດລາຍງານຂອງໜ່ວຍງານສະເພາະກິດ; 4.ການໃຫ້ຄວາມກະຈ່າງແຈ້ງຂອງເປົ້າໝາຍທີ່ຖືກຕິດຕາມກວດກາ.
ມາດຕາ77(ໃໝ່)ການສ້າງແຜນການຕິດຕາມກວດກາຂອງຄະນະກໍາມະການສະພາປະຊາຊົນຂັ້ນແຂວງ ຄະນະກໍາມະການສະພາປະຊາຊົນຂັ້ນແຂວງສ້າງແຜນການຕິດຕາມກວດກາຂອງຕົນເປັນແຕ່ລະໄລຍະໂດຍອີງຕາມແຜນການຕິດຕາມກວດກາຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງແລະຄໍາສະເໜີຂອງກໍາມະການສັງກັດຄະນະກໍາມະການ,ຫຼັງຈາກແຜນການໄດ້ຖືກຮັບຮອງເອົາແລ້ວຄະນະກໍາມະການສະພາປະຊາຊົນຂັ້ນແຂວງຕ້ອງແລ່ງຄວາມຮັບຜິດຊອບໃຫ້ກໍາະມການສັງກັດຄະນະກໍາມະການຂອງຕົນເພື່ອຈັດຕັ້ງປະຕິບັດ.
ມາດຕາ78(ໃໝ່)ການຕິດຕາມກວດກາບົດລາຍງານ ຄະນະກໍາມະການສະພາປະຊາຊົນຂັ້ນແຂວງຕິດຕາມກວດກາບົດລາຍງານຂອງເປົ້າໝາຍທີ່ຖືກຕິດຕາມກວດກາ.ຖ້າເຫັນວ່າມີຄວາມຈໍາເປັນກໍ່ເຊີນການຈັດຕັ້ງຫຼືບຸກຄະລາກອນດັ່ງກ່າວມາໃຫ້ຄວາມກະຈ່າງແຈ້ງຕາມຂັ້ນຕອນດັ່ງນີ້. 1.ການຈັດຕັ້ງຫຼືບຸກຄະລາກອນທີ່ກ່ຽວຂ້ອງລາຍງານ; 2.ປະທານຄະນະກໍາມະການມີຄໍາເຫັນ; 3.ຄະນະກໍາມະການຄົ້ນຄວ້າ,ປະກອບຄໍາເຫັນ; 4.ຜູ້ລາຍງານຊີ້ແຈງ,ອະທິບາຍ; 5.ລົງມະຕິຮັບຮອງເອົາບົດລາຍງານ. ໃນກໍລະນີຫາກເຫັນວ່າບົດລາຍງານດັ່ງກ່າວມີການລະເມີດກົດໝາຍແລະລະບຽບການ,ຄະນະກໍາມະການສະພາປະຊາຊົນຂັ້ນແຂວງມີສິດສະເໜີໃຫ້ອົງການດັ່ງກ່າວແກ້ໄຂແລະແຈ້ງໃຫ້ຄະນະກໍາມະການສະພາປະຊາຊົນຂັ້ນແຂວງພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.ຖ້າຫາກບໍ່ມີການແກ້ໄຂຫຼືແກ້ໄຂບໍ່ເໝາະສົມກໍ່ໃຫ້ລາຍງານຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນາແກ້ໄຂ.
ມາດຕາ79(ໃໝ່)ການຕິດຕາມກວດການິຕິກໍາ ຄະນະກໍາມະການສະພາປະຊາຊົນຂັ້ນແຂວງຕິດຕາມກວດການິຕິກໍາຕາມຂັ້ນຕອນດັ່ງນີ້: 1.ຜູ້ອອກນິຕິກໍາຊີ້ແຈງ,ອະທິບາຍ; 2.ປະທານຄະນະກໍາມະການມີຄໍາເຫັນ; 3.ຄະນະກໍາມະການຄົ້ນຄວ້າ,ປະກອບຄໍາເຫັນ; 4.ຜູ້ອອກນິຕິກໍາຊີ້ແຈງ,ອະທິບາຍເພີ່ມເຕີມ; 5.ລົງມະຕິຮັບຮອງເອົາຜົນການຕິດຕາມກວດກາ. ໃນກໍລະນີເຫັນວ່ານະຕິກໍາດັ່ງກ່າວຂັດກັບກົດໝາຍແລະລະບຽບການອື່ນທີ່ກ່ຽວຂ້ອງ,ຄະນະກໍາມະການສະພາປະຊາຊົນຂັ້ນແຂວງມີສິດສະເໜີໃຫ້ອົງການດັ່ງກ່າວແກ້ໄຂແລະແຈ້ງໃຫ້ຄະນະກໍາມະການສະພາປະຊາຊົນຂັ້ນແຂວງພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ,ຖ້າຫາກບໍ່ມີການແກ້ໄຂຫຼືແກ້ໄຂບໍ່ເໝາະສົມກໍ່ໃຫ້ລາຍງານຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນາແກ້ໄຂ.
ມາດຕາ80(ໃໝ່)ການແຕ່ງຕັ້ງໜ່ວຍງານສະເພາະກິດ ເມື່ອມີຄວາມຈໍາເປັນຫຼືຕາມການມອບໝາຍຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ຄະນະກໍາມະການສະພາປະຊາຊົນຂັ້ນແຂວງອອກຂໍ້ຕົກລົງແຕ່ງຕັ້ງໜ່ວຍງານສະເພາະກິດຂຶ້ນເພື່ອຕິດຕາມກວດກາລະອຽດກ່ຽວກັບບັນຫາໃດໜຶ່ງ.ສໍາລັບໂຄງປະກອບຂອງຂໍ້ຕົກລົງໃຫ້ປະຕິບັດຄືກັນກັບໂຄງປະກອບຂອງມະຕິແຕ່ງຕັ້ງຄະນະສະເພາະກິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ72ຂອງກົດໝາຍສະບັບນີ້.
ມາດຕາ81(ໃໝ່)ການພິຈາລະນາບົດລາຍງານຂອງໜ່ວຍງານສະເພາະກິດ ຄະນະກໍາມະການສະພາປະຊາຊົນຂັ້ນແຂວງເປີດກອງປະຊຸມຂອງຕົນຂຶ້ນເພື່ອຄົ້ນຄວ້າພິຈາລະນາລົດລາຍງານຂອງໜ່ວຍງານສະເພາະກິດຕາມຂັ້ນຕອນດັ່ງນີ້: 1.ຫົວໜ້າໜ່ວຍງານລາຍງານ; 2.ເປົ້າມາຍທີ່ຖືກຕິດຕາມກວດກາຊີ້ແຈງ,ອະທິບາຍ; 3.ກອງປະຊຸມຄົ້ນຄວ້າ,ປະກອບຄໍາເຫັນ; 4.ເປົ້າມາຍທີ່ຖືກຕິດຕາມກວດກາຊີ້ແຈງ,ອະທິບາຍເພີ່ມເຕີມ; 5.ປະທານກອງປະຊຸມສະຫຼຸບ,ຫຼັງຈາກນັ້ນກໍາມະການສັງກັດຄະນະກໍາມະການທີ່ເຂົ້າຮ່ວມກອງປະຊຸມລົງມະຕິຮັບຮອງເອົາບົດລາຍງານ; 6.ລາຍງານຜົນຂອງກອງປະຊຸມໃຫ້ຄະນະປະຈໍາສະພາປະຊາຊົນຂັ້ນແຂວງພ້ອມທັງແຈ້ງໃຫ້ການຈັດຕັ້ງແລະບຸກຄົນທີ່ກ່ຽວຂ້ອງຮັບຊາບ.
ມາດຕາ82(ໃໝ່)ການພິຈາລະນາແລະແກ້ໄຂຜົນຂອງການຕິດຕາມກວດກາຂອງໜ່ວຍງານສະເພາະກິດ ຄະນະກໍາມະການສະພາປະຊາຊົນຂັ້ນແຂວງພິຈາລະນາແລະແກ້ໄຂຜົນຂອງການຕິດຕາມກວດກາຂອງໜ່ວຍງານສະເພາະກິດດ້ວຍການສະເໜີໃຫ້ການຈັດຕັ້ງຫຼືບຸກຄົນທີ່ມີສິດ,ໜ້າທີ່ທີ່ກ່ຽວຂ້ອງອອກຄໍາສັ່ງໂຈະການຈັດຕັ້ງປະຕິບັດນິຕິກໍາທີ່ບໍ່ຖືກຕ້ອງແລະຢຸດເຊົາການກະທໍາທີ່ເປັນກນລະເມີດກົດໝາຍ,ລະບຽບການແລະລາຍງານໃຫ້ຄະນະປະຈໍາສະພາປະຊາຊົນຂັ້ນແຂວງເພື່ອມີມາດຕະການແລະວິທີການແກ້ໄຂ.
ໝວດທີ4ການຕິດຕາມກວດກາຂອງກົງຈັກທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສ້າງຕັ້ງ
ມາດຕາ83(ໃໝ່)ການຕິດຕາມກວດກາຂອງໜ່ວຍສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ ໜ່ວຍສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງຈັດຕັ້ງປະຕິບັດຕາມແນການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງ,ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງຕາມຂົງເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ການຈັດຕັ້ງປະຕິບັດລັດຖະທໍາມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດ,ມະຕິຂອງຄະນະປະຈໍາສະພາແຫ່ງຊາດ,ມະຕິຂອງກອງປະຊຸມຄົບຄະນະສະມາຊິກສະພາແຫ່ງຊາດເພດຍິງ,ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ,ມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ນິຕິກໍາລຸ່ມກົດໝາຍ; 2.ການຈັດຕັ້ງປະຕິບັດຄວາມສະເໝີພາບຍິງຊາຍ,ການພັດທະນາ,ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ,ການປົກປ້ອງສິດແລະຜົນປະໂຫຍດຂອງແມ່ຍິງແລະເດັກ,ການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 3.ການແກ້ໄຂຄໍາຮ້ອງທຸກທີ່ພົວພັນກັບວຽກງານແມ່ຍິງແລະເດັກ; 4.ເນື້ອໃນອື່ນຕາມການມອບໝາຍຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; 5.ເຊີນພາກສ່ວນທີ່ກ່ຽວຂ້ອງມາລາຍງານ,ຕອບຄໍາຊັກຖາມຕໍ່ບາງບັນຫາທີ່ມີຄວາມສົນໃຈ. ລາຍງານຜົນຂອງການຕິດຕາມກວດກາຕໍ່ຄະນະປະຈາສະພາປະຊາຊົນຂັ້ນແຂວງ.
ມາດຕາ84(ໃໝ່)ການຕິດຕາມກວດກາຂອງໜ່ວຍສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ,ເທດສະບານ,ນະຄອນ ໜ່ວຍສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ,ເທດສະບານ,ນະຄອນຈັດຕັ້ງປະຕິບັດຕາມແຜນການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງ,ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງຕາມຂົງເຂດຄວາມຮັບຜິດຊອບຂອງຕົນ. ລາຍງານຜົນຂອງການຕິດຕາມກວດກາຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ.
ໝວດທີ5ການຕິດຕາມກວດກາຂອງສະມາຊິກສະພາປະຊາຊົນຂັ້ນແຂວງ
ມາດຕາ85(ໃໝ່)ການຕິດຕາມກວດກາຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ສະມາຊິກສະພາປະຊາຊົນຂັ້ນແຂວງຕິດຕາມກວດກາຕາມເນື້ອໃນຕົ້ນຕໍດັ່ງນີ້: 1.ບົດລາຍງານຂອງພາກສ່ວນຕ່າງໆໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ; 2.ຕັ້ງຄໍາຊັກຖາມຕໍ່ເປົ້າມາຍທີ່ຖືກຕິດຕາມກວດກາ; 3.ນິຕິກໍາຂອງອົງການລັດຂັ້ນທ້ອງຖິ່ນຕົນຍົກເວັ້ນຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນແລະສານປະຊາຊົນ; 4.ການແກ້ໄຂຄໍາຮ້ອງທຸກ; 5.ຕິດຕາມກວດກາຕາມການມອບໝາຍຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ. ລາຍງານຜົນຂອງການຕິດຕາມກວດກາຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ.
ມາດຕາ86(ໃໝ່)ການສ້າງແລະປະຕິບັດແຜນການຕິດຕາມກວດກາ ສະມາຊິກສະພາປະຊາຊົນຂັ້ນແຂວງສ້າງແຜນການ,ຕາຕະລາງການເຄື່ອນໄຫວວຽກງານຕິດຕາມກວດກາຂອງຕົນໂດຍອີງຕາມແຜນການຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ຄະນະກໍາມະການສະພາປະຊາຊົນຂັ້ນແຂວງ. ນອກຈາກດໍາເນີນການຕິດຕາມກວດກາດ້ວຍຕົນເອງແລ້ວສະມາຊິກສະພາປະຊາຊົນຂັ້ນແຂວງກໍ່ມີສິດ,ໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຕິດຕາມກວດກາຂອງຄະນະກໍາມະການສະພາປະຊາຊົນຂັ້ນແຂວງ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງແລະກອງປະຊຸມສະພາປະຊາຊົນຂັ້ນແຂວງ. ສໍາລັບສະມາຊິກສະພາປະຊາຊົນຂັ້ນແຂວງຜູ້ທີ່ຄວບຕໍາແໜ່ງໃຫ້ແບ່ງເວລາເຄື່ອນໄຫວວຽກງານຕິດຕາມກວດກາຢ່າງໜ້ອຍໜຶ່ງສ່ວນສາມຂອງເວລາເຮັດວຽກທັງໝົດ.
ມາດຕາ87(ໃໝ່)ການເຄື່ອນໄຫວຕິດຕາມກວດກາ ສະມາຊິກສະພາປະຊາຊົນຂັ້ນແຂວງເຄື່ອນໄຫວຕິດຕາມກວດກາດັ່ງນີ້: 1.ເຂົ້າຮ່ວມການຄົ້ນຄ້ວາ,ປະກອບຄໍາເຫັນ,ພິຈາລະນາບົດລາຍງານ,ນິຕິກໍາຂອງອົງການລັດຂັ້ນທ້ອງຖິ່ນຕົນໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ,ກອງປະຊຸມຄະນະກໍາມະການສະພາປະຊາຊົນຂັ້ນແຂວງ; 2.ເຂົ້າຮ່ວມໃນຄະນະສະເພາະກິດຫຼືໜ່ວຍງານສະເພາະກິດຕາມການແຕ່ງຕັ້ງ; 3.ຕິດຕາມກວດກາຕາມແຜນການຂອງຕົນ.
ມາດຕາ88(ໃໝ່)ການຊັກຖາມຢູ່ໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ ສະມາຊິກສະພາປະຊາຊົນຂັ້ນແຂວງຊັກຖາມຄະນະປະຈໍາ,ປະທານ,ຮຮອງປະທານຄະນະກໍາມະການແລະເລຂາທິການສະພາປະຊາຊົນຂັ້ນແຂວງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ຫົວໜ້າພະແນກ,ກົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ,ຫົວໜ້າອົງການໄອຍະການປະຊາຊົນ,ສານປະຊາຊົນຂັ້ນແຂວງ. ຄໍາຊັກຖາມຕ້ອງກະທັດຮັດ,ຈະແຈ້ງ,ມີບ່ອນອີງແລະຕ້ອງຕິດພັນກັບສິດ,ໜ້າທີ່,ຄວາມຮັບຜິດຊອບຂອງຜູ້ທີ່ຖືກຊັກຖາມ,ອາດຊັກຖາມດ້ວຍປາກເປົ່າຫຼືລາຍລັກອັກສອນ. ຜູ້ທີ່ຖືກຊັກຖາມນັ້ນຕ້ອງຕອບໃຫ້ຈະແຈ້ງ,ກະທັດຮັດແລະຖືກກັບຄໍາຊັກຖາມ.
ມາດຕາ89(ໃໝ່)ການຕິດຕາມກວດການິຕິກໍາ ສະມາຊິກສະພາປະຊາຊົນຂັ້ນແຂວງເຂົ້າຮ່ວມຄົ້ນຄວ້າ,ປະກອບຄໍາເຫັນແລະພິຈາລະນານິຕິກໍາໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ,ກອງປະຊຸມຄົບຄະນະຂອງຄະນະກໍາມະການສະພາປະຊາຊົນຂັ້ນແຂວງ.
ມາດຕາ90(ໃໝ່)ການຕິດຕາມກວດກາກ່ຽວກັບການແກ້ໄຂຄໍາຮ້ອງທຸກ ສະມາຊິກສະພາປະຊາຊົນຂັ້ນແຂວງມີສິດແລະໜ້າທີ່ຮັບຕ້ອນແລະໃຫ້ຄໍາປຶກສາແກ່ປະຊາຊົນ,ຮັບຄໍາຮ້ອງທຸກຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາ,ແກ້ໄຂແລະຕິດຕາມກວດກາຜົນການແກ້ໄຂຄໍາຮ້ອງທຸກດັ່ງກ່າວ.
ມາດຕາ91(ໃໝ່)ການລາຍງານຜົນຂອງການຕິດຕາມກວດກາ ພາຍຫຼັງທີ່ໄດ້ເຄື່ອນໄຫວຕິດຕາມກວດກາແລ້ວສະມາຊິກສະພາປະຊາຊົນຂັ້ນແຂວງຕ້ອງລາຍງານຜົນຂອງການຕິດຕາມກວດການັ້ນໃຫ້ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ຄະນະກໍາມະການຂອງສະພາປະຊາຊົນຂັ້ນແຂວງທີ່ຕົນສັງກັດເປັນລາຍລັກອັກສອນ.
ມາດຕາ92(ໃໝ່)ການກວດກາຂອງປະຊາຊົນ ແນວລາວສ້າງຊາດ,ການຈັດຕັ້ງມະຫາຊົນ,ການຈັດຕັ້ງສັງຄົມທຸກຂັ້ນແລະປະຊາຊົນລາວບັນດາເຜົ່າຕິດຕາມກວດກາສະມາຊິກສະພາປະຊາຊົນຂັ້ນແຂວງໂດຍຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງສະມາຊິກສະພາປະຊາຊົນຂັ້ນແຂວງໃນເຂດເລືອກຕັ້ງຂອງຕົນຢ່າງໜ້ອຍປີລະສອງເທື່ອ. ການກວດກາຂອງປະຊາຊົນດໍາເນີນດ້ວຍການຮັບຟັງຈາກການປະກອບຄໍາເຫັນຂອງສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງຂອງຕົນໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ.
ພາກທີ4ການອໍານວຍຄວາມສະດວກໃຫ້ແກ່ວຽກງານຕິດຕາມກວດກາຂອງສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ
ມາດຕາ93(ປັບປຸງ)ຄະນະເລຂາທິການສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ ຄະນະເລຂາທິການສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງມີໜ້າທີ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລະອໍານວຍຄວາມສະດກວທາງດ້ານງົບປະມານ,ພາຫະນະ,ອຸປະກອນແລະຂໍ້ມູນຂ່າວສານຕ່າງໆທີ່ຈໍາເປັນໃຫ້ແກ່ກອງປະຊຸມວຽກງານຕິດຕາມກວດກາຢູ່ໃນຄວາມຮັບຜິດຊອບຂັ້ນອຂງຕົນ.
ມາດຕາ94ພັນທະຂອງອົງການຈັດຕັ້ງແລະພົນລະເມືອງ ອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະພົນລະເມືອງທຸກຄົນມີພັນທະປະກອບສ່ວນ,ອໍານວຍຄວາມສະດວກໃຫ້ແກ່ການຕິດຕາມກວດກາຂອງສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງເປັນຕົ້ນສະໜອງຂໍ້ມູນຂ່າວສານ,ໃຫ້ການຊ່ວຍເຫຼືອດ້ານຕ່າງໆ.
ພາກທີ5ສິດ,ໜ້າທີ່ແລະຄວາມຮັບຜິດຊອບຂອງເປົ້າມາຍທີ່ຖືກຕິດຕາມກວດກາ
ມາດຕາ95ສິດຂອງເປົ້າໝາຍທີ່ຖືກຕິດຕາມກວດກາ ເປົ້າໝາຍທີ່ຖືກຕິດຕາມກວດກາມີສິດດັ່ງນີ້: 1.ໄດ້ຮັບການແຈ້ງການກ່ອນກ່ຽວກັບເນື້ອໃນແລະເວລາຂອງການຕິດຕາມກວດກາ,ຄໍາຊັກຖາມທີ່ຈະຕ້ອງໄດ້ຕອບ; 2.ຊີ້ແຈງ,ອະທິິບາຍກ່ຽວກັບບັນຫາທີ່ພົວພັນເຖິງສິດ,ໜ້າທີ່ແລະຄວາມຮັບຜິດຊອບຂອງຕົນ; 3.ສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດຫຼືຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນາຄືນກ່ຽວກັບການຕົກລົງໃນການຕິດຕາມກວດກາໃນກໍລະນີທີ່ຜູ້ຖືກຕິດຕາມກວດກາຫາກບໍ່ເຫັນດີ.
ມາດຕາ96(ປັບປຸງ)ໜ້າທີ່ແລະຄວາມຮັບຜິດຊອບຂອງເປົ້າມາຍທີ່ຖືກຕິດຕາມກວດກາ ເປົ້າໝາຍທີ່ຖືກຕິດຕາມກວດກາມີໜ້າທີ່ແລະຄວາມຮັບຜິດຊອບດັ່ງນີ້: 1.ໃຫ້ຄວາມຮ່ວມມືແລະອໍານວຍຄວາມສະດວກແກ່ການຕິດຕາມກວດກາດ້ວຍການສະໜອງຂໍ້ມູນຂ່າວສານ,ເອກະສານຕ່າງທໃຫ້ທັນເວລາ,ໃຫ້ຄໍາຊີ້ແຈງ,ອະທິບາຍຕາມການສະເໜີຂອງກອງປະຊຸມສະພາແຫ່ງຊາດ,ຂອງອງປະຊຸມຄະນະປະຈໍາສະພາແຫ່ງຊາດ,ຂອງກອງປະຊຸມກໍາມາທິການສະພາແຫ່ງຊາດ,ຂອງສະມາຊິກສະພາແຫ່ງຊາດ;ກອງປະຊຸມສະພາປະຊາຊົນຂັ້ນແຂວງ,ຂອງກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ຂອງກອງປະຊຸມຄະນະກໍາມະການສະພາປະຊາຊົນຂັ້ນແຂວງແລະຂອງສະມາຊິກສະພາປະຊາຊົນຂັ້ນແຂວງ; 2.ສົ່ງນິຕິກໍາຂອງຕົນໃຫ້ສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງຕາມເປົ້າໝາຍທີ່ຕົນຖືກຕິດຕາມກວດກາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບຫນີ້ພາຍໃນເວລາເຈັດວັນ,ນັບແຕ່ວັນລົງລາຍເຊັນປະກາດໃຊ້ເປັນນຕົ້ນໄປ; 3.ຊີ້ແຈ້ງ,ອະທິບາຍດ້ວຍຕົວເອງກ່ຽວກັບບັນຫາທີ່ກອງປະຊຸມສະພາແຫ່ງຊາດ,ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ,ກອງປະຊຸມກໍາມາທິການສະພາແຫ່ງຊາດ,ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດເພດຍິງ,ກອງປະຊຸມຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ,ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ,ສະມາຊິກສະພາແຫ່ງຊາດ;ກອງປະຊຸມສະພາປະຊາຊົນຂັ້ນແຂວງ,ກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ກອງປະຊຸມຄະນະກໍາມະການສະພາປະຊາຊົນຂັ້ນແຂວງ,ກອງປະຊຸມໜ່ວຍສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ,ກອງປະຊຸມໜ່ວຍສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ,ເທດສະບານ,ນະຄອນແລະສະມາຊິກສະພາປະຊາຊົນຂັ້ນແຂວງມີຄວາາມສົນໃຈ;ໃນກໍລະນີທີ່ຈະມອບສິດໃຫ້ຜູ້ອື່ນຊີ້ແຈງ,ອະທິບາຍແທນນັ້ນຕ້ອງໄດ້ຮັບການເຫັນດີຈາກກອງປະຊຸມສະພາແຫ່ງຊາດ,ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ,ກອງປະຊຸມກໍາມາທິການສະພາແຫ່ງຊາດ;ກອງປະຊຸມສະພາປະຊາຊົນຂັ້ນແຂວງ,ກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ກອງປະຊຸມຄະນະກໍາມະການສະພາປະຊາຊົນຂັ້ນແຂວງເສຍກ່ອນ; 4.ປະຕິບັດຄໍາແນະນໍາ,ຄໍາສະເໜີແລະມະຕິຫຼືຂໍ້ຕົກລົງກ່ຽວກັບວິທີການແລະມາດຕະການແກ້ໄຂຜົນຂອງການຕິດຕາມກວດກາຂອງກອງປະຊຸມສະພາແຫ່ງຊາດ,ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ,ກອງປະຊຸມກໍາມາທິການສະພາແຫ່ງຊາດ;ກອງປະຊຸມສະພາປະຊາຊົນຂັ້ນແຂວງ,ກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ກອງປະຊຸມຄະນະກໍາມະການສະພາປະຊາຊົນຂັ້ນແຂວງຢ່າງເຂັ້ມງວດແລະທັນເວລາ.
ມາດຕາ97(ໃໝ່)ການແກ້ໄຂຜົນການຕິດາມກວດກາຂອງເປົ້າມາຍທີ່ຖືກຕິດຕາມກວດກາ ເປົ້າມາຍທີ່ຖືກຕິດຕາມກວດກາຕ້ອງແກ້ໄຂຜົນຂອງການນຕິດຕາມກວດກາດັງນີ້: 1.ຢຸດເຊົາການກະທໍາທີ່ເປັນການລະເມີດລັດຖະທໍາມະນູນ,ກົດໝາຍ,ມະຕິຂອງກອງປະຊຸມສະພາແຫ່ງຊາດ,ກອງປະຊຸມຄະນະປະຈໍາສະພາແຫ່ງຊາດແລະມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ,ກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; 2.ປັບປຸງຫຼືຍົກເລີກນິຕິກໍ່ລຸ່ມກົດໝາຍທີ່ຂັດກັບລັດຖະທໍາມະນູນແລະກົດໝາຍ; 3.ແກ້ໄຂບັນຫາແລະປະຕິບັດຕາມຄໍາແນະນໍາຂອງຄະນະກວດກາ; 4.ລາຍງານຜົນການແກ້ໄຂຕໍ່ຄະນະກວດກາແຕ່ລະຂັ້ນຂອງສະພາແຫ່ງຊາດແລະຂອງສະພາປະຊາຊົນຂັ້ນແຂວງ.
ພາກທີ6ຂໍ້ຫ້າມ
ມາດຕາ98(ໃໝ່)ຂໍ້ຫ້າມສໍາລັບຜູ້ຕິດຕາມກວດກາ ຫ້າມຜູ້ຕິດຕາມກວດກາມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ຕໍາແໜ່ງ,ໜ້າທີ່,ສິດອໍານາດເພື່ອຫາຜົນປະໂຫຍດສ່ວນຕົວ,ຄອບຄົວຫຼືຍາດພີ່ນ້ອງ; 2.ປະຕິບັດພາລະບົດບາດ,ສິດແລະໜ້າທີ່ໃນການຕິດຕາມກວດກາເກີນຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ບັງຄັບແລະນາບຂູ່ເປົ້າໝາຍຖືກກວດກາ; 4.ເມີນເສີຍຕໍ່ໜ້າທີ່,ບິດເບືອນຄວາມຈິງ,ປິດບັງຫຼືປົກຕ້ອງເປົ້າໝາຍທີ່ຖືກກວດກາ; 5.ເປີດເຜີຍຄວາມລັບກ່ຽວກັບການຕິດຕາມກວດກາໂດຍບໍ່ໄດ້ຮັບອະນຸຍາດ; 6.ພົວພັນກັບເປົ້າໝາຍທີ່ຖືກຕິດຕາມກວດກາເພື່ອຫາຜົນປະໂຫຍດ; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ
ມາດຕາ99(ໃໝ່)ຂໍ້ຫ້າມສໍາລັບເປົ້າໝາຍຖືກຕິດຕາມກວດກາ ຫ້າມເປົ້າໝາຍທີ່ຖືກຕິດຕາມກວດກາມີພຶດຕິກໍາດັ່ງນີ້: 1.ປະຕິເສດການສະໜອງຂໍ້ມູນ,ເອກະສານກ່ຽວກັບການຕິດຕາມກວດກາ; 2.ລາຍງານ,ສະໜອງຂໍ້ມູນ,ເອກະສານບໍ່ຖືກັບຄາມຈິງ;ຊຸກເຊື່ອງ,ທໍາລາຍເອກະສານ,ວັດຖຸສິ່ງຂອງຊຶ່ງເປັນຫຼັກຖານທີ່ພົວພັນເຖິງການຕິດຕາມກວດກາ; 3.ຂັດຂວາງ,ສ້າງຄວາມຫຍຸ້ງຍາກ,ນາບຂູ່ຄະນະຕິດຕາມກວດກາ,ພະນັກງານລັດຖະກອນ,ຜູ້ສະໜອງຂໍ້ມູນໃຫ້ແກ່ການຕິດຕາມກວດກາຫຼືບຸກຄົນອື່ນທີ່ກ່ຽວຂ້ອງ; 4.ຊື້ຈ້າງ,ໃຫ້ສິນບົນຄະນະຕິດຕາມກວດກາ,ພະນັກງານລັດຖະກອນ,ຜູ້ສະໜອງຂໍ້ມູນກ່ຽວກັບການຕິດຕາມກວດກາຫຼືບຸກຄົນອື່ນທີ່ກ່ຽວຂ້ອງ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.
ມາດຕາ100(ໃໝ່)ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1.ຍຸຍົງໃຫ້ມີການຕິດຕາມກວດກາຫຼືໃຫ້ມີການຕ້ານການຕິດຕາມກວດກາ; 2.ແຊກແຊງ,ກ້າວກ່າຍແລະຂັດຂວາງການຕິດຕາມກວດກາ; 3.ປົກປິດ,ເຊື່ອງອໍາຫຼືທໍາລາຍຂໍ້ມູນ,ຫຼັກຖານກ່ຽວກັບການຕິດຕາມກວດກາ; 4.ໃຊ້ຄວາມຮຸນແຮງ,ນາບຂູ່ຫຼືທໍາຮ້າຍຜູ້ຕິດຕາມກວດກາ,ຜູ້ໃຫ້ຂໍ້ມູນຫຼືບຸກຄົນອື່ນທີ່ກ່ຽວຂ້ອງ; 5.ປົກປ້ອງ,ຊຸກເຊື່ອງບຸກຄົນທີ່ຖືກຕິດຕາມກວດກາ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.
ພາກທີ7ນະໂຍາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ
ມາດຕາ101(ໃໝ່)ນະໂຍບາຍຕໍ່ຜູ້ມີຜົນງານ ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັນີ້ຈະໄດ້ຮັບການປົກປ້ອງ,ການຍ້ອງຍໍແລະປະຕິບັດນະໂຍບາຍອື່ນຕາມລະບຽບການ.
ມາດຕາ102(ໃໝ່)ມາດຕະການຕໍ່ຜູ້ລະເມີດ ຜູ້ທີ່ລະເມີດຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການສຶກສາອົບຮົມ,ກ່າວເຕືອນ,ປັບໃໝ,ລົງວິໄນ,ທົດແທນຄ່າເສຍຫາຍຫຼືລົງໂທດທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກ.
ພາກທີ8ບົດບັນຍັດສຸດທ້າຍ
ມາດຕາ103ການຈັດຕັ້ງປະຕິບັດ ຄະນະປະຈໍາສະພາແຫ່ງຊາດ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
ມາດຕາ104(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດສະບັບເລກທີ09/ສພຊ,ລົງວັນທີ22ຕຸລາ2004. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.
ປະທານສະພາແຫ່ງຊາດ