ກົດໝາຍວ່າດ້ວຍກໍາມະບານລາວ 25-12-2007

From Wikisource
Jump to navigation Jump to search

.ກໍາມະບານລາວ 25-12-2007


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍກໍາມະບານລາວສະບັບນີ້ກໍານົດຫຼັກການ, ລະບຽບການ,ມາດຕະການຕ່າງໆກ່ຽວກັບການຈັດຕັ້ງແລະການເຄື່ອນ ໄຫວຂອງສະຫະພັນກໍາມະບານເພື່ອເຮັດໃຫ້ວຽກງານກໍາມະບານມີການ ພັດທະນາແລະເຕີບໃຫຍ່ຂະຫຍາຍຕົວ,ມີຄວາມໜັກແໜ້ນ,ເຂັ້ມແຂງ ເພື່ອເປັນຕົວແທນໃນການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ ຂອງກໍາມະກອນ,ຊາວຜູ້ອອກແຮງງານແມ່ໃສ່ປະກອບສ່ວນເຂົ້າໃນ ການປົກປັກຮັກສາແລະພັດທະນາປະເທດຊາດ.

...ມາດຕາ 2 ກໍາມະບານລາວ

ມາດຕາ 2 ກໍາມະບານລາວ ກໍາມະບານລາວແມ່ນອົງການຈັດຕັ້ງມະປາຊົນໜຶ່ງທີ່ກວ້າງ ຂວາງໃນລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນທີ່ມີພັກ ປະຊາຊົນປະຕິວັດລາວເປັນເກນນໍາ,ເປັນຕົວແທນໃນການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ,ກໍາມະກອນ ແລະຊາວຜູ້ອອກແຮງງານ. ...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ກໍາມະບານໝາຍເຖິງການຈັດຕັ້ງກໍາມະບານແລະສະມາ ຊິກກໍາມະບານ; 2. ສະຫະພັນກໍາມະບານໝາຍເຖິງລະບົບການຈັດຕັ້ງກໍາມະ ບານແຕ່ຂັ້ນສູນກາງລົງຮອດຂັ້ນເມືອງແລະຂະແໜງການ; 3. ການປົກປ້ອງສິດແລະຜົນປະໂຫຍດໝາຍເຖິງການປົກ ປັກຮັກສາສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ,ຊາວຜູ້ອອກແຮງງານແລະນັກຮຽນຮູ້ປັນຍາຊົນທັງພາກ ລັດ,ລວມໝູ່ແລະເອກະຊົນຊຶ່ງຕ້ອງໄດ້ຮັບຕາມລະບຽບກົດໝາຍ; 4. ຂໍ້ຂັດແຍ່ງທາງດ້ານແຮງງານໝາຍເຖິງຂໍ້ຂັດແຍ່ງທີ່ ເກີດຂຶ້ນລະຫວ່າງຜູ້ໃຊ້ແຮງງານກັບຜູ້ອອກແຮງງານເຊັ່ນ:ການລະເມີດ ສັນຍາແຮງງານ; 5. ຂໍ້ຂັດແຍ່ງທາງດ້ານລະບຽບກົດໝາຍໝາຍເຖິງ ຂໍ້ຂັດ ແຍ່ງທີ່ເກີດຂຶ້ນຈາກການລະເມີດລະບຽບການອອກແຮງງານເຊັ່ນ:ຊົ່ວ ໂມງເຮັດວຽກ,ຊົ່ວໂມງພັກຜ່ອນ; 6. ຂໍ້ຂັດແຍ່ງທາງດ້ານຜົນປະໂຫຍດໝາຍເຖິງຂໍ້ຂັດແຍ່ງ ກ່ຽວກັບສິດແລະຜົນປະໂຫຍດຂອງກໍາມະກອນຫຼືຊາວຜູ້ອອກແຮງງານ ຊຶ່ງຄວນໄດ້ຮັບຈາກຜູ້ໃຊ້ແຮງງານເປັນຕົ້ນການເພີ່ມຄ່າແຮງງານ,ນະ ໂຍບາຍແລະສະຫວັດດີການອື່ນໆ; 7. ຫົວໜ່ວຍແຮງງານໝາຍເຖິງຫົວໜ່ວຍການຜະລິດ,ທຸລະ ກິດຫຼືການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ; 8. ພະຍາດອາຊີບໝາຍເຖິງພະຍາດທຸກຊະນິດທີ່ເກີດຂຶ້ນ ຈາກການອອກແຮງງານ; 9. ອຸປະຕິເຫດແຮງງານໝາຍເຖິງ ໄພອັນຕະລາຍຢ່າງໃດ ຢ່າງໜຶ່ງທີ່ເກີດຂຶ້ນແກ່ຜູ້ອອກແຮງງານອັນພາໃຫ້ໄດ້ຮັບບາດເຈັບ,ພິ ການ,ເສຍອົງຄະຫຼືເສຍຊີວິດໃນເວລາທີ່ພວມເຄື່ອນໄຫວປະຕິບັດວຽກ ງານ,ໃນເວລາເດີນທາງໄປ-ກັບລະຫວ່າງທີ່ພັກແລະສະຖານທີ່ເຮັດວຽກ ແລະອື່ນໆຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 54 ຂອງກົດໝາຍວ່າດ້ວຍ ແຮງງານ.


...ມາດຕາ 4 ນະໂຍບາຍກ່ຽວກັບວຽກງານກໍາມະບານລາວ

ມາດຕາ 4 ນະໂຍບາຍກ່ຽວກັບວຽກງານກໍາມະບານລາວ ລັດມີນະໂຍບາຍຊຸກຍູ້ແລະສົ່ງເສີມໃຫ້ທຸກຫົວໜ່ວຍແຮງ ງານສ້າງຕັ້ງການຈັດຕັ້ງກໍາມະບານຂອງຕົນຂຶ້ນເພື່ອຊີ້ນໍາ,ນໍາພາ,ຄຸ້ມ ຄອງແລະປຸກລະດົມກໍາລັງແຮງງານເຂົ້າໃນການປະຕິບັດແຜນການຜະ ລິດຂອງຕົນ,ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ -ສັງຄົມທັງເປັນຕົວແທນໃນການປົກປ້ອງສິດແລະຜົນປະໂຫຍດອັນຊອບ ທໍາຂອງສະມາຊິກກໍາມະບານ,ກໍາມະກອນ,ຊາວຜູ້ອອກແຮງງານແລະ ນັກຮຽນຮູ້ປັນຍາຊົນ.

...ມາດຕາ 5 ຫຼັກການລວມຂອງກໍາມະບານ

ມາດຕາ 5 ຫຼັກການລວມຂອງກໍາມະບານ ກໍາມະບານເຄື່ອນໄຫວບົນພື້ນຖານຫຼັກການລວມດັ່ງນີ້: 1. ຈັດຕັ້ງແລະເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະ ໄຕພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; 2. ສ້າງຕັ້ງຂຶ້ນບົນພື້ນຖານຄວາມສະໝັກໃຈຂອງພະນັກ ງານ,ກໍາມະກອນ,ນັກຮຽນຮູ້ປັນຍາຊົນດ້ວຍການລວມຕົວກັນເພື່ອປົກ ປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ; 3. ປະຕິບັດຕາມລັດຖະທໍາມະນູນ,ລະບຽບກົດໝາຍກ່ຽວກັບ ແຮງງານແລະກົດໝາຍອື່ນ; 4. ຈັດຕັ້ງພະນັກງານ,ກໍາມະກອນແລະຊາວຜູ້ອອກແຮງ ງານເຂົ້າໃນການປະຕິບັດໜ້າທີ່ວຽກງານໃນຂົງເຂດບໍລິຫານ,ການຜະ ລິດ,ທຸລະກິດ,ເຂົ້າຮ່ວມໃນການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ-ສັງຄົມ ຕາມພາລະບົດບາດຂອງຕົນ.

...ມາດຕາ 6 ພັນທະຂອງລັດແລະຫົວໜ່ວຍແຮງງານຕໍ່ກໍາມະບານ

ມາດຕາ 6 ພັນທະຂອງລັດແລະຫົວໜ່ວຍແຮງງານຕໍ່ກໍາມະບານ ອົງການຈັດຕັ້ງຂອງລັດແຕ່ລະຂັ້ນແລະທຸກຫົວໜ່ວຍແຮງ ງານມີພັນທະຈັດຫາງົບປະມານແລະອໍານວຍຄວາມສະດວກຕາມເງື່ອນ ໄຂຂອງຕົນໃຫ້ແກ່ການເຄື່ອນໄຫວວຽກງານຂອງກໍາມະບານເປັນຕົ້ນ: ສະຖານທີ່ເຮັດວຽກ,ບ່ອນປະຊຸມ,ຫໍພັກ,ຍານພາຫະນະ,ວັດຖຸອຸປະກອນ ເຕັກນິກທີ່ຈໍາເປັນ.

...ມາດຕາ 7 ພັນທະຂອງກໍາມະບານຕໍ່ລັດແລະຫົວໜ່ວຍແຮງງານ

ມາດຕາ 7 ພັນທະຂອງກໍາມະບານຕໍ່ລັດແລະຫົວໜ່ວຍແຮງງານ ກໍາມະບານມີພັນທະປະຕິບັດແຜນການ,ວຽກງານຂອງການ ຈັດຕັ້ງທີ່ມອບໝາຍໃຫ້,ແຜນການການຜະລິດຢູ່ໃນຫົວໜ່ວຍແຮງງານໃຫ້ ໄດ້ຕາມລະດັບຄາດໝາຍ,ຮັບປະກັນຄຸນນະພາບ,ປະສິດທະຜົນບົນພື້ນຖານ ສັນຍາແຮງງານ,ເຄົາລົບລະບຽບວິໄນແຮງງານຢ່າງເຂັ້ມງວດ,ປະກອບ ສ່ວນເຂົ້າໃນການປົກປັກຮັກສາສໍານັກງານ,ອົງການ,ຫົວໜ່ວຍແຮງງານ ພ້ອມກັນນັ້ນກໍ່ເຄົາລົບແລະປະຕິບັດລັດຖະທໍາມະນູນແລະລະບຽບກົດໝາຍ.

...ມາດຕາ 8 ການຮ່ວມມືສາກົນ

ມາດຕາ 8 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ອົງການຈັດ ຕັ້ງພາກພື້ນແລະສາກົນກ່ຽວກັບວຽກງານກໍາມະບານດ້ວຍການແລກ ປ່ຽນບົດຮຽນ,ການສ້າງແລະຍົກລະດັບຄວາມຮູ້,ຄວາມສາມາດຂອງກໍາ ມະບານ,ການຊ່ວຍເຫຼືອແລະອື່ນໆ,ການປະຕິບັດສົນທິສັນຍາ,ສັນຍາສາ ກົນກ່ຽວກັບວຽກງານກໍາມະບານຊຶ່ງ ສປປລາວ ເປັນພາຄີ.

..ພາກທີ 2 ກໍາມະບານ


...ໝວດທີ 1 ທີ່ຕັ້ງແລະພາລະບົດບາດຂອງກໍາມະບານ


....ມາດຕາ 9 ທີ່ຕັ້ງຂອງກໍາມະບານ

ມາດຕາ 9 ທີ່ຕັ້ງຂອງກໍາມະບານ ກໍາມະບານເປັນໜຶ່ງໃນບັນດາອົງການຈັດຕັ້ງມະຫາຊົນທີ່ມີ ຖານະບົດບາດທຽບເທົ່າກັບອົງການຈັດຕັ້ງຂອງລັດແລະອົງການຈັດຕັ້ງ ມະຫາຊົນອື່ນ.

....ມາດຕາ 10 ພາລະບົດບາດຂອງກໍາມະບານ

ມາດຕາ 10 ພາລະບົດບາດຂອງກໍາມະບານ ກໍາມະບານມີພາລະບົດບາດຕົ້ນຕໍດັ່ງນີ້: 1. ສຶກສາອົບຮົມກໍາມະກອນ,ຊາວຜູ້ອອກແຮງງານໃຫ້ເປັນ ພົນລະເມືອງດີ,ມີລະບຽບແບບແຜນໃນການອອກແຮງງານ,ມີຄວາມຕື່ນ ຕົວທາງດ້ານການເມືອງ,ມີຄວາມຮູ້ຄວາມສາມາດທາງດ້ານວິທະຍາ ສາດ-ເຕັກໂນໂລຊີແລະອະລີຍະທໍາທາງດ້ານຈິດໃຈ; 2. ເປັນຕົວແທນແຫ່ງການປົກປ້ອງສິດແລະຜົນປະໂຫຍດ ອັນຊອບທໍາຂອງກໍາມະກອນ,ຊາວຜູ້ອອກແຮງງານ,ນັກຮຽນຮູ້ປັນຍາ ຊົນ; 3. ເຂົ້າຮ່ວມໃນການຕິດຕາມ,ກວດກາການຄຸ້ມຄອງລັດ,ຄຸ້ມ ຄອງເສດຖະກິດ-ສັງຄົມເປັນຕົ້ນຂອງອົງການຈັດຕັ້ງລັດແຕ່ລະຂັ້ນແລະ ຫົວໜ່ວຍແຮງງານ.

...ໝວດທີ 2 ສິດແລະໜ້າທີ່ຂອງກໍາມະບານ


....ມາດຕາ 11 ສິດຂອງກໍາມະບານ

ມາດຕາ 11 ສິດຂອງກໍາມະບານ ກໍາມະບານມີສິດດັ່ງນີ້: 1. ເປັນຜູ້ຕາງໜ້າຜູ້ອອກແຮງງານເຊັນສັນຍາແຮງງານ ລວມໝູ່,ສະເໜີປ່ຽນແປງຫຼືລົບລ້າງສັນຍາແຮງງານກັບຜູ້ໃຊ້ແຮງງານ ເມື່ອເຫັນວ່າສັນຍາແຮງງານດັ່ງກ່າວບໍ່ມີຄວາມຍຸດຕິທໍາຕາມການຮ້ອງ ຂໍຂອງຜູ້ອອກແຮງງານ; 2. ຂຶ້ນທະບຽນຄຸ້ມຄອງສະມາຊິກກໍາມະບານແລະກໍາມະ ກອນຢູ່ບັນດາຫົວໜ່ວຍແຮງງານທັງພາຍໃນແລະຫົວໜ່ວຍແຮງງານ ລາວຢູ່ຕ່າງປະເທດ; 3. ເຂົ້າຮ່ວມວຽກງານກວດກາໃນການສະກັດກັ້ນ,ຕ້ານ ການສໍ້ລາດບັງຫຼວງ,ປາກົດການຫຍໍ້ທໍ້ອື່ນຂອງອົງການຈັດຕັ້ງພັກ,ລັດ, ອົງການຈັດຕັ້ງມະຫາຊົນອື່ນຕາມການສະເໜີແລະພາລະບົດບາດຂອງ ຕົນ; 4. ຕິດຕາມກວດກາສະພາບການນໍາໃຊ້ແຮງງານ,ອຸປະຕິ ເຫດແຮງງານ,ພະຍາດອາຊີບ,ການປະຕິບັດລະບອບນະໂຍບາຍປະກັນ ສັງຄົມ,ສະຫວັດດີການຂອງທຸກຫົວໜ່ວຍແຮງງານເພື່ອປົກປ້ອງສິດແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ອອກແຮງງານ; 5. ເຂົ້າຮ່ວມໃນບັນດາການຈັດຕັ້ງການເມືອງ,ເສດຖະກິດ -ສັງຄົມຂອງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນອື່ນ, ປະກອບຄໍາຄິດຄໍາເຫັນຕໍ່ແນວທາງນະໂຍບາຍຂອງພັກ,ລະບຽບກົດ ໝາຍຂອງລັດ,ແຜນພັດທະນາເສດຖະກິດ-ສັງຄົມຂອງລັດແລະແຜນ ການການຜະລິດຂອງຫົວໜ່ວຍແຮງງານຕາມພາລະບົດບາດຂອງຕົນ; 6. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.


....ມາດຕາ 12 ໜ້າທີ່ຂອງກໍາມະບານ

ມາດຕາ 12 ໜ້າທີ່ຂອງກໍາມະບານ ກໍາມະບານມີໜ້າທີ່ດັ່ງນີ້: 1. ປຸກລະດົມຂົນຂວາຍ,ເຕົ້າໂຮມຄວາມສາມັກຄີເປັນເອກະ ພາບ,ສຶກສາອົບຮົມສະມາຊິກກໍາມະບານ,ພະນັກງານ,ກໍາມະກອນ,ຊາວ ຜູ້ອອກແຮງງານແລະນັກຮຽນຮູ້ປັນຍາຊົນເພື່ອໃຫ້ມີຄວາມຕື່ນຕົວທາງ ດ້ານການເມືອງ,ມີສະຕິເຄົາລົບແລະປະຕິບັດລະບຽບກົດໝາຍ; 2. ບໍາລຸງ,ກໍ່ສ້າງສະມາຊິກກໍາມະບາານ,ກໍາມະກອນທາງ ດ້ານການເມືອງ-ແນວຄິດ,ວິຊາສະເພາະ,ວິຊາການ,ລະບຽບກົດໝາຍ, ປັບປຸງ,ຂະຫຍາຍ,ຄຸ້ມຄອງສະມາຊິກແລະການຈັດຕັ້ງທີ່ຢູ່ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; 3. ຊຸກຍູ້ຜູ້ໃຊ້ແຮງງານໃຫ້ຮັບຜິດຊອບຈັດຕັ້ງການຝຶກອົບ ຮົມວິຊາຊີບ-ເຕັກນິກ,ຍົກສູງສີມືແຮງງານໃຫ້ແກ່ຜູ້ອອກແຮງງານ,ປ້ອງ ກັນຄວາມປອດໄພຢູ່ສະຖານທີ່ອອກແຮງງານແລະນໍາເອົາຜູ້ອອກແຮງ ງານໄປກວດສຸຂະພາບຕາມລະບຽບການ; 4. ໃຫ້ຄໍາປຶກສາທາງດ້ານກົດໝາຍ,ຮັບຄໍາສະເໜີແລະໄກ່ ເກ່ຍຂໍ້ຂັດແຍ່ງທາງດ້ານແຮງງານ,ດ້ານລະບຽບກົດໝາຍແລະດ້ານຜົນ ປະໂຫຍດລະຫວ່າງຜູ້ໃຊ້ແຮງງານກັບຜູ້ອອກແຮງງານ; 5. ປະສານສົມທົບແລະພົວພັນວຽກງານກັບອົງການຈັດຕັ້ງ ພັກ,ລັດ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນອື່ນ; 6. ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.


..ພາກທີ 3 ລະບົບການຈັດຕັ້ງຂອງກໍາມະບານ


...ໝວດທີ 1 ການຈັດຕັ້ງຂອງກໍາມະບານ


....ມາດຕາ 13 ຫຼັກການການຈັດຕັ້ງຂອງກໍາມະບານ

ມາດຕາ 13 ຫຼັກການການຈັດຕັ້ງຂອງກໍາມະບານ ກໍາມະບານຈັດຕັ້ງຕາມຫຼັກການລວມສູນປະຊາທິປະໄຕ,ເຮັດ ວຽກເປັນໝູ່ຄະນະ,ບຸກຄົນຮັບຜິດຊອບ,ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ,ບຸກ ຄົນຂຶ້ນກັບການຈັດຕັ້ງແລະທົ່ວກໍາມະບານປະຕິບັດຕາມມະຕິກອງປະຊຸມ ຂອງກໍາມະບານ. ກໍາມະບານເປັນອົງການເລືອກຕັ້ງ,ຄະນະນໍາຂັ້ນຕ່າງໆຂອງ ກໍາມະບານຕ້ອງຜ່ານການເລືອກຕັ້ງຈາກຜູ້ແທນກອງຜະຊຸມໃຫຍ່ຂັ້ນຂອງ ຕົນ. ຫຼັກການລະອຽດກ່ຽວກັບການຈັດຕັ້ງຂອງກໍາມະບານໄດ້ກໍາ ນົດໄວ້ໃນລະບຽບການສະເພາະ.

....ມາດຕາ 14 ລະບົບການຈັດຕັ້ງຂອງກໍາມະບານ

ມາດຕາ 14 ລະບົບການຈັດຕັ້ງຂອງກໍາມະບານ ລະບົບການຈັດຕັ້ງຂອງກໍາມະບານມີສີ່ຂັ້ນ: 1. ສູນກາງສະຫະພັນກໍາມະບານລາວ; 2. ສະຫະພັນກໍາມະບານແຂວງ,ນະຄອນ,ກະຊວງ,ອົງການ; 3. ສະຫະພັນກໍາມະບານເມືອງ,ເທດສະບານ,ຂະແໜງການ; 4. ກໍາມະບານຮາກຖານ. ...ໝວດທີ 2 ໂຄງປະກອບການຈັດຕັ້ງແລະບຸກຄະລາກອນ


....ມາດຕາ 15 ໂຄງປະກອບການຈັດຕັ້ງ

ມາດຕາ 15 ໂຄງປະກອບການຈັດຕັ້ງ ໂຄງປະກອບການຈັດຕັ້ງຂອງສະຫະພັນກໍາມະບານແຕ່ລະຂັ້ນ ແລະກໍາມະບານຮາກຖານໄດ້ກໍານົດໄວ້ໃນລະບຽບການສະເພາະໂດຍອີງ ຕາມຄວາມຮຽກຮ້ອງຕ້ອງການແລະເງື່ອນໄຂຕົວຈິງຂອງວຽກງານໃນ ແຕ່ລະໄລຍະ.

....ມາດຕາ 16 ໂຄງປະກອບບຸກຄະລາກອນ

ມາດຕາ 16 ໂຄງປະກອບບຸກຄະລາກອນ ໂຄງປະກອບບຸກຄະລາກອນຂອງສະຫະພັນກໍາມະບານສູນ ກາງ,ແຂວງ,ນະຄອນ,ກະຊວງ,ອົງການ,ເມືອງ,ເທດສະບານ,ຂະແໜງ ການແລະກໍາມະບານຮາກຖານມີປະທານ,ຮອງປະທານຈໍານວນໜຶ່ງ, ປະທານ,ຮອງປະທານກວດກາແລະກໍາມະການໃນຄະນະບໍລິຫານງານ ຈໍານວນໜຶ່ງ.

....ມາດຕາ 17 ສິດແລະໜ້າທີ່ຂອງປະທານກໍາມະບານ

ມາດຕາ 17 ສິດແລະໜ້າທີ່ຂອງປະທານກໍາມະບານ ປະທານສູນກາງສະຫະພັນກໍາມະບານມີສິດແລະໜ້າທີ່ດັ່ງ ນີ້: 1. ເປັນຜູ້ຕົກລົງ,ຮຽກໂຮມທັງເປັນປະທານກອງປະຊຸມ ໃຫຍ່,ກອງປະຊຸມສາມັນແລະວິສາມັນ; 2. ຊີ້ນໍາ,ນໍາພາແລະກວດກາການເຄື່ອນໄຫວວຽກງານ ພາຍໃນແລະຕ່າງປະເທດຂອງສະຫະພັນກໍາມະບານ; 3. ສະຫຼຸບ,ລາຍງານສະພາບຮອບດ້ານຂອງວຽກງານກໍາ ມະບານໃຫ້ຄະນະບໍລິຫານງານແລະໃຫ້ຂັ້ນເທິງເພື່ອພິຈາລະນາແລະຂໍ ທິດຊີ້ນໍາ; 4. ປຶກສາຫາລື,ປະສານສົມທົບວຽກງານສໍາຄັນຂອງສະຫະ ພັນກໍາມະບານກັບອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດແລະ ອົງການຈັດຕັ້ງມະຫາຊົນອື່ນຂັ້ນສູນກາງທີ່ເຫັນວ່າມີຄວາມຈໍາເປັນ; 5. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ສໍາລັບສິດແລະໜ້າທີ່ຂອງປະທານສະຫະພັນກໍາມະບານ ແຂວງ,ນະຄອນ,ກະຊວງ,ອົງການ,ເມືອງ,ເທດສະບານ,ຂະແໜງການ ແລະກໍາມະບານຮາກຖານໄດ້ກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາ 18 ສິດແລະໜ້າທີ່ຂອງຮອງປະທານກໍາມະບານ

ມາດຕາ 18 ສິດແລະໜ້າທີ່ຂອງຮອງປະທານກໍາມະບານ ຮອງປະທານກໍາມະບານມີໜ້າທີ່ຊ່ວຍປະທານກໍາມະບານໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານແລະຈະໄດ້ຮັບຜິດຊອບວຽກງານຈໍາ ນວນໜຶ່ງຕາມການມອບໝາຍຂອງປະທານກໍາມະບານຂັ້ນຂອງຕົນ. ໃນກໍລະນີທີ່ປະທານກໍາມະບານຕິດຂັດແມ່ນຮອງປະທານກໍາ ມະບານຜູ້ທີ່ຖືກມອບໝາຍຈາກປະທານນັ້ນເປັນຜູ້ວ່າການແທນ.

..ພາກທີ 4 ສະມາຊິກກໍາມະບານ


...ໝວດທີ 1 ສະມາຊິກກໍາມະບານ


....ມາດຕາ 19 ສະມາຊິກກໍາມະບານ

ມາດຕາ 19 ສະມາຊິກກໍາມະບານ ສະມາຊິກກໍາມະບານແມ່ນມາຈາກຖັນແຖວພະນັກງານ,ກໍາ ມະກອນ,ຊາວຜູ້ອອກແຮງງານແລະນັກຮຽນຮູ້ປັນຍາຊົນທີ່ອອກແຮງ ງານດ້ວຍກໍາລັງກາຍ,ມັນສະໝອງຊຶ່ງອາດຈະມີລາຍຮັບເປັນເງິນເດືອນ, ເງິນຄ່າແຮງງານ,ເບ້ຍລ້ຽງການສຶກສາແລະໄດ້ຂຶ້ນທະບຽນກໍາມະບານ ທີ່ຢູ່ໃນການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະ ຫາຊົນແລະຫົວໜ່ວຍແຮງງານ.

....ມາດຕາ 20 ເງື່ອນໄຂຂອງການເຂົ້າເປັນສະມາຊິກກໍາມະບານ

ມາດຕາ 20 ເງື່ອນໄຂຂອງການເຂົ້າເປັນສະມາຊິກກໍາມະບານ ການເຂົ້າເປັນສະມາຊິກກໍາມະບານຕ້ອງມີເງື່ອນໄຂດັ່ງນີ້: 1. ເປັນພະນັກງານ,ກໍາມະກອນ,ຊາວຜູ້ອອກແຮງງານແລະ ນັກຮຽນຮູ້ປັນຍາຊົນໂດຍບໍ່ຈໍາແນກເພດ,ການເຊື່ອຖື,ຖານະທາງດ້ານ ການເມືອງ,ເສດຖະກິດ-ສັງຄົມ,ລະດັບການສຶກສາ,ຊົນເຜົ່າ,ຖືສັນຊາດ ລາວທີ່ມີອາຍຸສິບແປດປີຂຶ້ນໄປ; 2. ເປັນຜູ້ມີຄຸນສົມບັດ,ມີຄວາມກ້າວໜ້າ,ມີລະບຽບວິໄນ, ຜ່ານການຝຶກຝົນຫຼໍ່ຫຼອມໃນຂະບວນການວຽກງານໃນຂົງເຂດການບໍລິ ຫານແລະການຜະລິດ; 3. ເຫັນດີເຫັນພ້ອມໃນການປະຕິບັດກົດໝາຍ,ກົດລະບຽບ ຂອງກໍາມະບານແລະການເຄື່ອນໄຫວວຽກງານກໍາມະບານ; 4.​ຕື່ນຕົວສະໝັກໃຈຂຽນຄໍາຮ້ອງຂໍເຂົ້າເປັນສະມາຊິກກໍາມະ ບານດ້ວຍຕົນເອງ. ສໍາລັບຂັ້ນຕອນການຮັບເຂົ້າເປັນສະມາຊິກກໍາມະບານໄດ້ ກໍານົດໄວ້ໃນລະບຽບການສະເພາະ.

...ໝວດທີ 2 ສິດ,ໜ້າທີ່ແລະຜົນປະໂຫຍດຂອງສະມາຊິກກໍາມະບານ


....ມາດຕາ 21 ສິດແລະໜ້າທີ່ຂອງສາມະຊິກກໍາມະບານ

ມາດຕາ 21 ສິດແລະໜ້າທີ່ຂອງສາມະຊິກກໍາມະບານ ສະມາຊິກກໍາມະບານມີສິດແລະໜ້າທີ່ດັ່ງນີ້: 1. ປະຕິບັດແຜນນະໂຍບາຍ,ລະບຽບກົດໝາຍ,ກົດລະບຽບ ຂອງກໍາມະບານແລະລະບຽບການຂອງຫົວໜ່ວຍແຮງງານໃຫ້ຖືກຕ້ອງ ແລະເຂັ້ມງວດ; 2. ເລືອກຕັ້ງແລະສະໝັກເລືອກຕັ້ງເຂົ້າໃນການນໍາຂອງ ການຈັດຕັ້ງກໍາມະບານທຸກຂັ້ນ,ລົງຄະແນນສຽງເພື່ອຕົກລົງວຽກງານ ຢູ່ກອງປະຊຸມຂອງກໍາມະບານ; 3. ຕັ້ງໜ້າເຂົ້າຮ່ວມການຈັດຕັ້ງປະຕິບັດແຜນການການຜະ ລິດແລະການເຄື່ອນໄຫວອື່ນທີ່ຕົນສັງກັດ; 4. ໄດ້ຮັບການຍົກລະດັບຮໍ່າຮຽນ,ຊ່ວຍເຫຼືອເພື່ອນຮ່ວມ ງານແລະຕັ້ງໜ້າກໍ່ສ້າງຕົນເອງ,ກໍ່ສ້າງໜ່ວຍກໍາມະບານໃຫ້ເຂັ້ມແຂງ ແລະຂະຫຍາຍສະມາຊິກກໍາມະບານໃຫ້ກ້ວາງຂວາງ; 5. ຕິດຕາມກວດກາ,ໄດ້ຮັບຂໍ້ມູນຂ່າວສານ,ປຶກສາຫາລື,ປະ ກອບຄໍາຄິດຄໍາເຫັນກ່ຽວກັບວຽກງານກໍາມະບານແລະວຽກງານອື່ນ ຕາມສາຍໃຍການຈັດຕັ້ງຂອງຕົນ; 6. ຮ້ອງຂໍຕໍ່ວ່າໂດຍຜ່ານການຈັດຕັ້ງກໍາມະບານເພື່ອປົກ ປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນທີ່ຖືກລ່ວງລະເມີດ; 7. ໄດ້ຮັບການຜັກຜ່ອນ,ການເບິ່ງແຍງຊ່ວຍເຫຼືອແລະນະ ໂຍບາຍອື່ນຈາກການຈັດຕັ້ງກໍາມະບານທີ່ຕົນສັງກັດຢູ່ຕາມລະບຽບກົດ ໝາຍ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 22 ຜົນປະໂຫຍດຂອງສະມາຊິກກໍາມະບານ

ມາດຕາ 22 ຜົນປະໂຫຍດຂອງສະມາຊິກກໍາມະບານ ຜົນປະໂຫຍດຂອງສະມາຊິກກໍາມະບານມີດັ່ງນີ້: 1. ໄດ້ຮັບການບັນຈຸແລະສັບຊ້ອນຢ່າງເໝາະສົມເຂົ້າໃນຕໍາ ແໜ່ງງານຂອງອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດ ຕັ້ງມະຫາຊົນອື່ນແລະຫົວໜ່ວຍແຮງງານຕາມຜົນງານ,ເງື່ອນໄຂແລະ ລະບຽບການ; 2. ເຂົ້າຮ່ວມແລະດໍາເນີນການຜະລິດທຸລະກິດ,ການບໍລິການ ທີ່ຖືກກົດໝາຍ,ເລືອກວິຊາຊີບ,ມີວຽກເຮັດງານທໍາ,ຮັບຄ່າຕອບແທນ ແລະນະໂຍບາຍຕ່າງໆຕາມລະບຽບການ; 3. ໄດ້ຮັບການບໍາລຸງຍົກລະດັບຄວາມຮູ້ຄວາມສາມາດ,ສີມື ແຮງງານ,ຄົ້ນຄວ້າປະດິດສ້າງທາງດ້ານວິທະຍາສາດ-ເຕັກນິກ,ຮັບການ ກວດແລະປ້ອງກັນສຸຂະພາບ,ຮັບສົ່ງອໍານວຍຄວາມສະດວກໃນການປະຕິ ບັດວຽກງານ,ການອອກແຮງງານທີ່ມີຄວາມປອດໄພ,ຮັບສະຫວັດດີການ ຕາມລະບຽບການແລະເຂົ້າຮ່ວມກິດຈະກໍາຕ່າງໆເປັນຕົ້ນການເຄື່ອນໄຫວ ສິລະປະວັນນະຄະດີ,ກິລາ-ກາຍຍະກໍາແລະອື່ນໆ; 4. ຮັບຜົນປະໂຫຍດແລະນະໂຍບາຍອື່ນຕາມທີ່ໄດ້ກໍານົດໄວ້ ໃນລະບຽບກົດໝາຍ.

..ພາກທີ 5 ກອງປະຊຸມຂອງກໍາມະບານ


...ມາດຕາ 23 ປະເພດກອງປະຊຸມ

ມາດຕາ 23 ປະເພດກອງປະຊຸມ ກອງປະຊຸມຂອງກໍາມະບານມີສາມປະເພດດັ່ງນີ້: 1. ກອງປະຊຸມໃຫຍ່; 2. ກອງປະຊຸມສາມັນ; 3. ກອງປະຊຸມວິສາມັນ.

...ມາດຕາ 24 ກອງປະຊຸມໃຫຍ່

ມາດຕາ 24 ກອງປະຊຸມໃຫຍ່ ກອງປະຊຸມໃຫຍ່ແມ່ນກອງປະຊຸມຜູ້ແທນກໍາມະບານທົ່ວປະ ເທດ,ແຂວງ,ນະຄອນ,ກະຊວງ,ອົງການ,ເມືອງ,ເທດສະບານ,ຂະແໜງ ການຊຶ່ງຫ້າປີໃດເປີດຂຶ້ນເທື່ອໜຶ່ງໂດຍແມ່ນປະທານສະຫະພັນກໍາມະ ບານຂັ້ນນັ້ນເປັນຜູ້ຮຽກໂຮມ,ກ່ອນຈະເປີດກອງປະຊຸມໃຫຍ່ນັ້ນປະທານ ສະຫະພັນກໍາມະບານຕ້ອງໄດ້ແຈ້ງໄປຍັງກໍາມະການໃນຄະນະບໍລິຫານ ງານກໍາມະບານຂັ້ນຂອງຕົນແລະການຈັດຕັ້ງກໍາມະບານຂັ້ນລຸ່ມຮັບຊາບ ກ່ອນຫົກເດືອນ. ສໍາລັບກອງປະຊຸມໃຫຍ່ກໍາມະບານຮາກຖານແມ່ນກອງປະ ຊຸມສະມາຊິກກໍາມະບານຂອງຮາກຖານນັ້ນຊຶ່ງສາມປີໃດເປີດຂຶ້ນເທື່ອ ໜຶ່ງໂດຍແມ່ນປະທານກໍາມະບານຮາກຖານນັ້ນເປັນຜູ້ຮຽກໂຮມໂດຍ ແຈ້ງໃຫ້ຮູ້ກ່ອນລ່ວງໜ້າໜຶ່ງເດືອນ.

...ມາດຕາ 25 ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່

ມາດຕາ 25 ສິດແລະໜ້າທີ່ຂອງກອງປະຊຸມໃຫຍ່ 1. ຄົ້ນຄວ້າແລະຮັບຮອງບົດລາຍງານການເມືອງ,ທິດທາງ ໜ້າທີ່ວຽກງານ,ບົດສະຫຼຸບສະພາບເສດຖະກິດ-ການເງິນຂອງກໍາມະບານ ຂັ້ນຂອງຕົນໃນໄລຍະຜ່ານມາ; 2. ຄົ້ນຄວ້າແລະຮັບຮອງເອົາການປັບປຸງ,ຕັດແປງກົດລະ ບຽບຂອງກໍາມະບານສໍາລັບກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະ ເທດ; 3. ດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານກໍາມະ ບານຂັ້ນຂອງຕົນກ່ຽວກັບການປະຕິບັດໜ້າທີ່ໃໄລຍະຜ່ານມາ; 4. ເລືອກຕັ້ງຄະນະບໍລິຫານງານກໍາມະບານຂັ້ນຂອງຕົນ ແລະເລືອກຕັ້ງຜູ້ແທນຂອງຕົນເຂົ້າໄປຮ່ວມກອງປະຊຸມໃຫຍ່ຂັ້ນເທິງຖັດ ຕົນ; 5. ເລືອກຕັ້ງປະທານ,ຮອງປະທານ,ປະທານກວດກາກໍາມະ ບານຂັ້ນຂອງຕົນຢູ່ກອງປະຊຸມຄັ້ງປະຖົມມະລຶກໃນແຕ່ລະສະໄໝ; 6. ຮັບຮອງເອົາມະຕິກອງປະຊຸມໃຫຍ່ກໍາມະບານຂັ້ນຂອງຕົນ.

...ມາດຕາ 26 ກອງປະຊຸມສາມັນ

ມາດຕາ 26 ກອງປະຊຸມສາມັນ ກອງປະຊຸມສາມັນແມ່ນກອງປະຊຸມຄົບຄະນະບໍລິການງານ ຊຶ່ງເປີດຂຶ້ນປີລະໜຶ່ງເທື່ອໂດຍແມ່ນປະທານກໍາມະບານຂັ້ນນັ້ນເປັນຜູ້ຮຽກ ໂຮມ.ກ່ອນເປີດກອງປະຊຸມຄົບຄະນະບໍລິຫານງານນັ້ນປະທານກໍາມະບານ ຕ້ອງແຈ້ງໄປຍັງຄະນະບໍລິຫານງານຂັ້ນຂອງຕົນແລະການຈັດຕັ້ງກໍາມະ ບານຂັ້ນລຸ່່ມຮັບຊາບກ່ອນສາມເດືອນ.ກອງປະຊຸມສາມັນຕ້ອງມີຄະນະບໍລິ ຫານງານເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຈຶ່ງສາມາເປີດກອງປະຊຸມ ໄດ້.

...ມາດຕາ 27 ສິດແລະໜ້າທີ່ຂອງກອງປະຊຸມສາມັນ

ມາດຕາ 27 ສິດແລະໜ້າທີ່ຂອງກອງປະຊຸມສາມັນ ສິດແລະໜ້າທີ່ຂອງກອງປະຊຸມສາມັນມີດັ່ງນີ້: 1. ຄົ້ນຄວ້າແລະຮັບຮອງເອົາບົດສະຫຼຸບການເຄື່ອນໄຫວ,ທິດ ທາງໜ້າທີ່ວຽກງານ,ບົດສະຫຼຸບສະພາບເສດຖະກິດ-ການເງິນປະຈໍາປີ ຂອງກໍາມະບານຂັ້ນຂອງຕົນ; 2. ດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານກໍາມະ ບານຂັ້ນຂອງຕົນກ່ຽວກັບການປະຕິບັດວຽກງານປະຈໍາປີ; 3. ຄົ້ນຄວ້າ,ປະກອບຄໍາເຫັນຕໍ່ການປັບປຸງຫຼືດັດແປງກົດລະ ບຽບຂອງກໍາມະບານ; 4. ຄົ້ນຄວ້າ,ເລືອກຕັ້ງເພີ່ມເຕີມເອົາຄະນະບໍລິຫານງານກໍາ ມະບານຂັ້ນຂອງຕົນທີ່ຫວ່າງລົງ; 5. ຕົດລົງບັນຫາສໍາຄັນຕ່າງໆຂອງກໍາມະບານຂັ້ນຂອງຕົນ; 6. ຮັບຮອງເອົາມະຕິກອງປະຊຸມກໍາມະບານຂັ້ນຂອງຕົນ.

...ມາດຕາ 28 ກອງປະຊຸມວິສາມັນ

ມາດຕາ 28 ກອງປະຊຸມວິສາມັນ ກອງປະຊຸມວິສາມັນແມ່ນກອງປະຊຸມທີ່ໄດ້ເປີດຂຶ້ນໃນລະ ຫວ່າງສອງກອງປະຊຸມສາມັນເພື່ອພິຈາລະນາບັນຫາຈໍາເປັນ,ສໍາຄັນ ແລະຮີບດ່ວນຕາມການສະເໜີຂອງຄະນະປະທານຫຼືຄະນະບໍລິຫານງານ ຂັ້ນຂອງຕົນຢ່າງໜ້ອຍໜຶ່ງສ່ວນສີ່ແລະມີຜູ້ເຂົ້າຮ່ວມຢ່າງໜ້ອຍສອງ ສ່ວນສາມຂອງຈໍານວນຄະນະບໍລິຫານງານທັງໝົດໂດຍແມ່ນປະທານ ກໍາມະບານຂັ້ນຂອງຕົນເປັນຜູ້ຮຽກໂຮມ.

...ມາດຕາ 29 ມະຕິກອງປະຊຸມ

ມາດຕາ 29 ມະຕິກອງປະຊຸມ ມະຕິກອງປະຊຸມໃຫຍ່,ກອງປະຊຸມສາມັນແລະກອງປະຊຸມວິ ສາມັນຜມ່ນການຮັບຮອງເອົາເນື້ອໃນຂອງກອງປະຊຸມດັ່ງກ່າວຈາກຜູ້ ແທນກອງປະຊຸມ.ມະຕິກອງປະຊຸມຈະມີຄຸນຄ່າໄດ້ກໍ່ຕໍ່ເມື່ອຫາກໄດ້ຮັບຄະ ແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

..ພາກທີ 6 ຂໍ້ຫ້າມ


...ມາດຕາ 30 ຂໍ້ຫ້າມສໍາລັບສະາຊິກກໍາມະບານ

ມາດຕາ 30 ຂໍ້ຫ້າມສໍາລັບສະາຊິກກໍາມະບານ ຫ້າມສະມາຊິກກໍາມະບານມີພຶດຕິກໍາດັ່ງນີ້: 1. ຢຸດເຊົາການເຮັດວຽກຫຼືຍົກເລີກສັນຍາແຮງງານໂດຍບໍ່ ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງຫຼືບໍ່ຖືກຕ້ອງຕາມກົດໝາຍ. 2. ສວຍໃຊ້ຕໍາແໜ່ງ,ໜ້າທີ່ທາງລັດຖະການ,ໃຊ້ບັດສະມາ ຊິກກໍາມະບານໄປກະທໍາສິ່ງທີ່ຜິດຕໍ່ລະບຽບກົດໝາຍ; 3. ຈັດຕັ້ງເປັນກຸ່ມກ້ອນ,ເປັນພັກພວກ,ຊຸມນຸມປະທ້ວງຫຼືກະ ທໍາສິ່ງທີ່ກໍ່ໃຫ້ມີຜົນເສຍຫາຍຕໍ່ການຈັດຕັ້ງ,ຕໍ່ຊີວິດ,ຊັບສິນຂອງລັດດລວມ ໝູ່ແລະບຸກຄົນໂດຍບໍ່ຖືກຕ້ອງຕາມກົດໝາຍ; 4. ແບ່ງແຍກຄວາມສາມັກຄີບັນດາເຜົ່າ,ຄວາມສາມັກຄີໃນ ໝູ່ສະມຊິກກໍາມະບານ,ກໍາມະກອນແລະຊາວຜູ້ອອກແຮງງານດ້ວຍກັນ; 5. ມີພຶດຕິກໍາອື່ນທີ່ຜິດຕໍ່ລະບຽບກົດໝາຍ.

...ມາດຕາ 31 ຂໍ້ຫ້າມສໍາລັບກົວໜ່ວຍແຮງງານ

ມາດຕາ 31 ຂໍ້ຫ້າມສໍາລັບກົວໜ່ວຍແຮງງານ ຫ້າມຫົວໜ່ວຍແຮງງານມີພຶດຕິກໍາດັ່ງນີ້: 1. ກີດຂວາງການຈັດຕັ້ງແລະການເຄື່ອນໄຫວຂອງກໍາມະ ບານ; 2. ໄລສະມາຊິກກໍາມະບານ,ກໍາມະກອນຫຼືຜູ້ອອກແຮງງານ ອອກຈາກວຽກງານໂດຍບໍ່ມີເຫດຜົນແລະບໍ່ຖືກຕ້ອງຕາມກົດໝາຍ; 3. ຍົກເລີກສັນຍາແຮງງານໂດຍບໍ່ມີເຫດຜົນ,ບັງຄັບຜູ້ອອກ ແຮງງານໂດຍບໍ່ຖືກຕ້ອງຕາມກົດໝາຍຫຼືໃຊ້ຄວາມຮຸນແຮງຕໍ່ຜູ້ອອກ ແຮງງງານ; 4. ຈ່າຍເງິນເດືອນຫຼືຄ່າແຮງງານຊັກຊ້າ,ບໍ່ເປັນປົກກະຕິ, ຕັດເງິນເດືອນຫຼືຄ່າແຮງງານໂດຍບໍ່ມີເຫດຜົນ; 5. ມີພຶດຕິກໍາອື່ນທີ່ຜິດຕໍ່ລະບຽບກົດໝາຍ.

...ມາດຕາ 32 ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ

ມາດຕາ 32 ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ ຫ້າມການຈັດຕັ້ງແລະບຸກຄົນອື່ນມີພຶດຕິກໍາດັ່ງນີ້: 1. ຍົກຍ້າຍປະທານ,ຮອງປະທານກໍາມະບານ,ປະທານ, ຮອງປະທານກວດກາຫຼືກໍາມະປານໃນຄະນະບໍລິຫານງານຂອງກໍາມະ ບານແຕ່ລະຂັ້ນເວັ້ນເສຍແຕ່ໃນກໍລະນີທີ່ມີຄວາມຈໍາເປັນໂດຍໄດ້ຮັບ ຄວາມເຫັນດີຈາກກໍາມະບານຂັ້ນເທິງຖັດນັ້ນ; 2. ຂັດຂວາງ,ນາບຂູ່,ໃຊ້ຄວາມຮຸນແຮງຕໍ່ການຈັດຕັ້ງແລະ ການເຄື່ອນໄຫວຂອງກໍາມະບານ; 3. ລະເມີດສິດ,ຜົນປະໂຫຍດຂອງກໍາມະບານ,ສວຍໃຊ້ໜ້າ ທີ່,ຕໍາແໜ່ງຂອງຕົນເພື່ອຍັກຍອກ,ສໍ້ໂກງເອົາຊັບສິນຂອງກໍາມະບານ ເປັນຂອງສ່ວນຕົວ; 4. ມີພຶດຕິກໍາອື່ນທີ່ຜິດຕໍ່ລະບຽບກົດໝາຍ.

..ພາກທີ 7 ການເງິນແລະງົບປະມານຂອງກໍາມະບານ


...ມາດຕາ 33 ແຫຼ່ງລາຍຮັບ

ມາດຕາ 33 ແຫຼ່ງລາຍຮັບ ແຫຼ່ງລາຍຮັບຂອງກໍາມະບານແຕ່ລະຂັ້ນມີດັ່ງນີ້: 1. ເງິນບໍາລຸງຂອງສະມາຊິກກໍາມະບານ; 2. ງົບປະມານທີ່ລັດອະນຸມັດໃຫ້; 3. ລາຍຮັບຈາກການເຄື່ອນໄຫວຫາລາຍໄດ້ຂອງກໍາມະ ບານແຕ່ລະຂັ້ນ; 4. ລາຍຮັບຈາກການຊ່ວຍເຫຼືອຂອງການຈັດຕັ້ງ,ບຸກຄົນທັງ ພາຍໃນແລະຕ່າງປະເທດ; 5. ລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ.

...ມາດຕາ 34 ການຄຸ້ມຄອງແຫຼ່ງລາຍຮັບ

ມາດຕາ 34 ການຄຸ້ມຄອງແຫຼ່ງລາຍຮັບ ກໍາມະບານແຕ່ລະຂັ້ນຄຸ້ມຄອງແຫຼ່ງລາຍຮັບຂອງຕົນຢ່າງ ລວມສູນແລະເປັນເອກະພາບ,ປະຕິບັດລະບອບບັນຊີລາຍຮັບ-ລາຍຈ່າຍ ຕາມລະບຽບການການເງິນແລະງົບປະມານ,ສະຫຼຸບລາຍງານປະຈໍາ ເດືອນ,ງວດ,ປີແລະຫ້າປີ. ເງິນບໍາລຸງຂອງສະມາຊິກກໍາມະບານຂັ້ນລຸ່ມຕ້ອງສົ່ງໃຫ້ ການຈັດຕັ້ງກໍາມະບານຂັ້ນເທິງຖັດຕົນຕາມລະບຽບການ.

...ມາດຕາ 35 ການນໍາໃຊ້ແຫຼ່ງລາຍຮັບ

ມາດຕາ 35 ການນໍາໃຊ້ແຫຼ່ງລາຍຮັບ ການນໍາໃຊ້ແຫຼ່ງລາຍຮັບຂອງກໍາມະບານແຕ່ລະຂັ້ນມີດັ່ງນີ້: 1. ຈ່າຍເຂົ້າໃນການເຄື່ອນໄຫວວຽກງານປົກກະຕິຂອງກໍາ ມະບານ; 2. ຈ່າຍເຂົ້າໃນການຈັດຕັ້ງກອງປະຊຸມໃຫຍ່,ກອງປະຊຸມສາ ມັນແລະກອງປະຊຸມວິສາມັນຂັ້ນຕອງຕົນ; 3. ຈ່າຍເຂົ້າໃນການປະຕິບັດນະໂຍບາຍຍ້ອງຍໍ,ການປິ່ນປົວ ສຸຂະພາບແລະການເສຍຊີວິດຂອງສະມາຊິກກໍາມະບານຕາມລະບຽບ ການ; 4. ຈ່າຍເຂົ້າໃນການປະຕິບັດວຽກງານອື່ນຕາມລະບຽບການ;

..ພາກທີ 8 ການຄຸ້ມຄອງແລະການກວດກາວຽກງານກໍາມະບານ


...ໝວດທີ 1 ການຄຸ້ມຄອງວຽກງານກໍາມະບານ


....ມາດຕາ 36 ອົງການຄຸ້ມຄອງວຽກງານກໍາມະບານ

ມາດຕາ 36 ອົງການຄຸ້ມຄອງວຽກງານກໍາມະບານ ອົງການຄຸ້ມຄອງວຽກງານກໍາມະບານປະກອບດ້ວຍ: 1. ສູນກາງສະຫະພັນກໍາມະບານລາວ; 2. ສະຫະພັນກໍາມະບານແຂວງ,ນະຄອນ,ກະຊວງ,ອົງການ; 3. ສະຫະພັນກໍາມະບານເມືອງ,ເທດສະບານ,ຂະແໜງການ; 4. ກໍາມະບານຮາກຖານ.

....ມາດຕາ 37 ສິດແລະໜ້າທີ່ຂອງສູນກາງສະຫະພັນກໍາມະບານລາວ

ມາດຕາ 37 ສິດແລະໜ້າທີ່ຂອງສູນກາງສະຫະພັນກໍາມະບານລາວ ໃນການຄຸ້ມຄອງວຽກງານກໍາມະບານສູນກາງສະຫະພັນກໍາ ມະບານລາວມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄ້ວາແລະຫັນເອົາລັດຖະທໍາມະນູນ,ກົດໝາຍ,ແຜນ ພັດທະນາເສດຖະກິດ-ສັງຄົມຂອງລັດ,ມະຕິກອງປະຊຸມໃຫຍ່ຂອງຕົນໃຫ້ ເປັນແຜນງານ,ໂຄງການແລະແຜນການລະອຽດແລ້ວຈັດຕັ້ງປະຕິບັດ ໃຫ້ປາກົດຜົນເປັນຈິງ; 2. ໂຄສະນາ,ເຜີຍແຜ່ແນວທາງນະໂຍບາຍ,ລະບຽບກົດ ໝາຍ,ມະຕິ,ຄໍາແນະນໍາກ່ຽວກັບວຽກງານກໍາມະບານ; 3. ຊີ້ນໍາ,ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດລະບຽບກົດ ໝາຍກ່ຽວກັບກໍາມະບານ,ຄວາມປອດໄພແຮງງານ,ການນໍາໃຊ້ແຮງ ງານທີ່ພົວພັນເຖິງສິດແລະຜົນປະໂຫຍດຂອງກໍາມະບານ,ກໍາມະກອນ ແລະຊາວຜູ້ອອກແຮງງານໃນຂອບເຂດທົ່ວປະເທດ; 4. ປຸກລະດົມ,ເຕົ້າໂຮມ,ສຶກສາອົບຮົມຊາວຜູ້ອອກແຮງ ງານບັນດາເຜົ່າມີຄວາມຕື່ນຕົວທາງດ້ານການເມືອງ,ມີຄຸນລັກສະນະ ຂອງກໍາມະກອນ,ມີຄຸນສົມບັດສິນທໍາປະຕິວັດ,ມີຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະ,ມີສີມືແຮງງານ,ມີລະບຽບວິໄນແລະເຂົ້າຮ່ວມ ໃນການປົກປັກຮັກສາ,ພັດທະນາປະເທດຊາດ; 5. ລົບລ້າງແລະໂຈະການປະຕິບັດມະຕິ,ຄໍາແນະນໍາ,ແຈ້ງ ການແລະລະບຽບການອື່ນຂອງການຈັດຕັ້ງກໍາມະບານຂັ້ນລຸ່ມທີ່ເຫັນວ່າ ບໍ່ສອດຄ່ອງກັບລະບຽບກົດໝາຍຫຼືມະຕິຂອງຕົນ; 6. ພິຈາລະນາສ້າງຕັ້ງແລະຍຸບເລີກກົງຈັກຊ່ວຍວຽກຂອງ ຕົນ,ອະນຸມັດສ້າງຕັ້ງຫຼືຍຸບເລີກສະມາຄົມແລະຫົວໜ່ວຍແຮງງານທີ່ນອນ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ,ສະເໜີສ້າງຕັ້ງຫຼືຍຸບເລີກການ ຈັດຕັ້ງກໍາມະບານຂັ້ນລຸ່ມຂອງຕົນ; 7. ຕິດຕາມການນໍາໃຊ້ການເງິນ,ຊັບສິນຂອງລັດ,ແຫຼ່ງ ລາຍຮັບຂອງກໍາມະບານ,ສະກັດກັ້ນແລະຕ້ານການຟຸ້ມເຟືອຍ,ການສໍ້ ລາດບັງຫຼວງແລະປາກົດການຫຍໍ້ທໍ້ອື່ນຕາມພາລະບົດບາດຂອງຕົນ; 8. ຊອກແຫຼ່ງລາຍຮັບຂອງກໍາມະບານດ້ວຍຮູບການຕ່າງໆ ທີ່ຖືກຕ້ອງຕາມກົດໝາຍເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ຂອງຕົນ; 9. ຊຸກຍູ້,ສົ່ງເສີມພາກສ່ວນທີ່ກ່ຽວຂ້ອງແລະຜູ້ໃຊ້ແຮງງານ ໃນການພັດທະນາສີມືແຮງງານທັງພາຍໃນແລະຕ່າງປະເທດເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ; 10. ພົວພັນແລະຮ່ວມມືກັບອົງການຈັດຕັ້ງກໍາມະບານຕ່າງ ປະເທດ,ພາກພື້ນແລະສາກົນລວມທັງອົງການຈັດຕັ້ງສາກົນຕາມລະບຽບ ການ; 11. ສະຫຼຸບ,ລາຍງານວຽກງານກໍາມະບານໃນຂອບເຂດ ທົ່ວປະເທດໃຫ້ຂັ້ນເທິງຢ່າງເປັນປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 38 ສິດແລະໜ້າທີ່ຂອງສະຫະພັນກໍາມະບານແຂວງ,ນະຄອນ,ກະຊວງແລະອົງການ

ມາດຕາ 38 ສິດແລະໜ້າທີ່ຂອງສະຫະພັນກໍາມະບານແຂວງ,ນະຄອນ ,ກະຊວງແລະອົງການ ໃນການຄຸ້ມຄອງວຽກງານກໍາມະບານສະຫະພັນກໍາມະບານ ແຂວງ,ນະຄອນ,ກະຊວງແລະອົງການມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ກໍາມະບານຂອງຂັ້ນ ເທິງແລະຂັ້ນຂອງຕົນມາເປັນແຜນການເພື່ອຈັດຕັ້ງປະຕິບັດ; 2. ໂຄສະນາ,ເຜີຍແຜ່ແນວທາງນະໂຍບາຍ,ລະບຽບກົດ ໝາຍ,ມະຕິ,ຄໍາແນະນໍາກ່ຽວກັບວຽກງານກໍາມະບານ; 3. ຊີ້ນໍາ,ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂັ້ນ ຂອງຕົນແລະກໍາມະບານຂັ້ນລຸ່ມ; 4. ປຸກລະດົມ,ເຕົ້າໂຮມ,ສຶກສາອົບຮົມຊາວຜູ້ອອກແຮງ ງານບັນດາເຜົ່າມີຄວາມຕື່ນຕົວທາງດ້ານການເມືອງ,ມີຄຸນລັກສະນະ ຂອງກໍາມະກອນ,ມີຄຸນສົມບັດສິນທໍາປະຕິວັດ,ມີຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະ,ມີສີມືແຮງງານ,ມີລະບຽບວິໄນແລະເຂົ້າຮ່ວມ ໃນການປົກປັກຮັກສາ,ພັດທະນາປະເທດຊາດ; 5. ພິຈາລະນາສ້າງຕັ້ງແລະຍຸບເລີກກົງຈັກຊ່ວຍວຽກຂອງ ຕົນ,ສະເໜີສ້າງຕັ້ງຫຼືຍຸບເລີກການຈັດຕັ້ງກໍາມະບານຂັ້ນລຸ່ມຂອງຕົນ; 6. ຈັດຕັ້ງປະຕິບັດເນື້ອໃນ,ຮູບການແລະວິທີການສ້າງຂະ ບວນການແຂ່ງຂັນຕ່າງໆເປັນຕົ້ນການຜະລິດ,ການປະຕິດສ້າງຂອງຖັນ ແຖວກໍາມະກອນ; 7. ຊອກແຫຼ່ງລາຍຮັບຂອງກໍາມະບານຂັ້ນຂອງຕົນດ້ວຍຮູບ ການຕ່າງໆທີ່ຖືກຕ້ອງຕາມກົດໝາຍເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວ ວຽກງານຂອງຕົນ; 8. ຊຸກຍູ້,ສົ່ງເສີມພາກສ່ວນທີ່ກ່ຽວຂ້ອງແລະຜູ້ໃຊ້ແຮງງານ ໃນການພັດທະນາສີມືແຮງງານທັງພາຍໃນແລະຕ່າງປະເທດເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ. 9. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການ ເຄື່ອນໄຫວວຽກງານຂອງຕົນເປັນຕົ້ນໃນການແກ້ໄຂຂໍ້ຂັດແຍ່ງທາງ ດ້ານແຮງງານ,ສັນຍາແຮງງານແລະສາຍພົວພັນແຮງງານຕາມລະ ບຽບກົດໝາຍ; 10. ພົວພັນແລະຮ່ວມມືກັບອົງການຈັດຕັ້ງກໍາມະບານຕ່າງ ປະເທດຕາມການຕົກລົງເຫັນດີຂອງຂັ້ນເທິງ; 11. ສະຫຼຸບ,ລາຍງານວຽກງານກໍາມະບານຂັ້ນຂອງຕົນໃຫ້ ສູນກາງສະຫະພັນກໍາມະບານລາວຢ່າງເປັນປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

....ມາດຕາ 39 ສິດແລະໜ້າທີ່ຂອງສະຫະພັນກໍາມະບານເມືອງ,ເທດສະບານແລະຂະແໜງການ

ມາດຕາ 39 ສິດແລະໜ້າທີ່ຂອງສະຫະພັນກໍາມະບານເມືອງ,ເທດສະ ບານແລະຂະແໜງການ ໃນການຄຸ້ມຄອງວຽກງານກໍາມະບານສະຫະພັນກໍາມະບານ ເມືອງ,ເທດສະບານແລະຂະແໜງການມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ກໍາມະບານຂອງຂັ້ນ ເທິງແລະຂັ້ນຂອງຕົນໃຫ້ປາກົດຜົນເປັນຈິງ; 2. ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂັ້ນຂອງຕົນ ແລະຂອງກໍາມະບານຮາກຖານ; 3. ຈັດຕັ້ງປະຕິບັດເນື້ອໃນ,ຮູບການແລະວິທີການສ້າງຂະ ບວນການແຂ່ງຂັນຕ່າງໆເປັນຕົ້ນການຜະລິດ,ການປະດິດສ້າງຂອງຖັນ ແຖວກໍາມະກອນ; 4. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການ ເຄື່ອນໄຫວວຽກງານຂອງຕົນເປັນຕົ້ນໃນການແກ້ໄຂຂໍ້ຂັດແຍ່ງທາງ ດ້ານແຮງງານ,ສັນຍາແຮງງານແລະສາຍພົວພັນແຮງງານຕາມລະ ລຽບກົດໝາຍ; 5. ສະຫຼຸບ,ລາຍງານວຽກງານກໍາມະບານຂັ້ນຂອງຕົນໃຫ້ ຂັ້ນເທິງຖັດຕົນຢ່າງເປັນປົກກະຕິ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 40 ສິດແລະໜ້າທີ່ຂອງກໍາມະບານຮາກຖານ

ມາດຕາ 40 ສິດແລະໜ້າທີ່ຂອງກໍາມະບານຮາກຖານ ໃນການຄຸ້ມຄອງວຽກງານຂອງຕົນກໍາມະບານຮັກຖານມີສິດ ແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ກໍາມະບານຂອງຂັ້ນ ເທິງແລະຂັ້ນຂອງຕົນໃຫ້ປາກົດຜົນເປັນຈິງ; 2. ຈັດຕັ້ງປະຕິບັດເນື້ອໃນ,ຮູບການແລະວິທີການສ້າງຂະ ບວນການແຂ່ງຂັນຂັ້ນຕ່າງໆເປັນຕົ້ນການຜະລິດ,ການປະດິດສ້າງຂອງ ຖັນແຖວກໍາມະກອນ; 3. ສ້າງແລະເຊັນສັນຍາແຮງງານກັບຜູ້ໃຊ້ແຮງງານພ້ອມ ທັງປະຕິບັດຂໍ້ຜູກພັນໃນສັນຍາດັ່ງກ່າວ,ປະສານສົມທົບກັບພາກສ່ວນອື່ນ ທີ່ກ່ຽວຂ້ອງໃນການເຄື່ອນໄຫວວຽກງານຂອງຕົນເປັນຕົ້ນໃນການແກ້ໄຂ ຂໍ້ຂັດແຍ່ງທາງດ້ານແຮງງານ,ສັນຍາແຮງງານແລະສາຍພົວພັນແຮງ ງານຕາມລະບຽບກົດໝາຍ; 4. ສະຫຼຸບ,ລາຍງານວຽກງານກໍາມະບານຂັ້ນຂອງຕົນໃຫ້ ຂັ້ນເທິງຖັດຕົນຢ່າງເປັນປົກກະຕິ; 5. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດກໍານົດໄວ້ໃນລະບຽບ ກົດໝາຍ.

...ໝວດທີ 2 ການກວດກາວຽກງານກໍາມະບານ


....ມາດຕາ 41 ອົງການກວດກາວຽກງານກໍາມະບານ

ມາດຕາ 41 ອົງການກວດກາວຽກງານກໍາມະບານ ອົງການກວດກາວຽກງານກໍາມະບານແມ່ນອົງການດຽວ ກັນກັບອົງການຄຸ້ມຄອງວຽກງານກໍາມະບານຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 36 ຂອງກົດໝາຍສະບັບນີ້ຊຶ່ງເອີ້ນວ່າຄະນະກວດກາວຽກງານ ກໍາມະບານ. ຄະນະກວດກາວຽກງານກໍາມະບານແຕ່ລະຂັ້ນມີປະທານ, ຮອງປະທານແລະຄະນະກໍາມະການກວດກາ.ຮອງປະທານແລະຄະນະ ກໍາມະການກວດກາແມ່ນປະທານກໍາມະບານແຕ່ລະຂັ້ນເປັນຜູ້ແຕ່ງຕັ້ງ ຫຼືປົດຕໍາແໜ່ງແລະມີອາຍຸການເທົ່າກັບອາຍຸການຂອງຄະນະບໍລິຫານ ງານກໍາມະບານຂັ້ນນັ້ນ.

....ມາດຕາ 42 ສິດແລະໜ້າທີ່ຂອງຄະນະກວດກາວຽກງານກໍາມະບານ

ມາດຕາ 42 ສິດແລະໜ້າທີ່ຂອງຄະນະກວດກາວຽກງານກໍາມະບານ ສິດແລະໜ້າທີ່ຂອງຄະນະກວດກາວຽກງານກໍາມະບານມີ ດັ່ງນີ້: 1. ກວດກາສະພາບການຈັດຕັ້ງປະຕິບັດລະບຽບກົດໝາຍ, ກົດລະບຽບແລະມະຕິກອງປະຊຸມໃຫຍ່ກໍາມະບານຂັ້ນຂອງຕົນແລະຂັ້ນ ລຸ່ມ; 2. ກວດກາການສ້າງ,ຄຸ້ມຄອງ,ນໍາໃຊ້ພະນັກງານກໍາມະ ບານແລະການຂະຫຍາຍສະມາຊິກກໍາມະບານ; 3. ກວດກາສະພາບເສດຖະກິດ,ການເງິນ,ການຄຸ້ມຄອງ ນໍາໃຊ້ວັດຖຸ,ຊັບສິນຂອງກໍາມະບານ; 4. ກວດກາການປົກປ້ອງສິດ,ຜົນປະໂຫຍດຂອງສະມາຊິກ ກໍາມະບານລວມທັງກໍາມະກອນແລະຊາວຜູ້ອອກແຮງງານ; 5. ກວດກາສະພາບການຄຸ້ມຄອງ,ການນໍາໃຊ້ແຮງງານ, ການເຄື່ອນຍ້າຍແຮງງານ,ການເຮັດສັນຍາແຮງງານ,ການຈັດຕັ້ງ ປະຕິບັດສັນຍາແຮງງານ,ສະພາບເງື່ອນໄຂບ່ອນເຮັດວຽກຂອງກໍາມະ ກອນ,ການປ້ອງກັນຄວາມປອດໄພແຮງງານ,ອຸປະຕິເຫດແຮງງານ,ພະ ຍາດອາຊີບ,ເງື່ອນໄຂການດໍາລົງຊີວິດຂອງຜູ້ອອກແຮງງານຕາມພາ ລະບົດບາດຂອງຕົນ; 6. ຕິດຕາມ,ກວດກາຜົນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບ ແຮງງານ; 7. ສະເໜີນໍາໃຊ້ວິທີການແລະມາດຕະການແກ້ໄຂຜົນຂອງ ການກວດກາ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 43 ຮູບການການກວດກາ

ມາດຕາ 43 ຮູບການການກວດກາ ຮູບການການກວດກາມີດັ່ງນີ້: 1. ການກວດກາຜົກກະຕິຕາມແຜນການວຽກງານ; 2. ການກວດກາໂດຍແຈ້ງໃຫ້ຊາບລ່ວງໜ້າ; 3. ການກວດກາແບບກະທັນຫັນຊຶ່ງບໍ່ໄດ້ແຈ້ງໃຫ້ຊາບລ່ວງ ໜ້າ.

..ພາກທີ 9​ ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 44 ການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ

ມາດຕາ 44 ການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ ການແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານແມ່ນການໄກ່ ເກ່ຍ,ສຶກສາອົບຮົມຂອງກໍາມະບານແຕ່ລະຂັ້ນເພື່ອໃຫ້ຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານຢູ່ຫົວໜ່ວຍແຮງງານແລະຮາກຖານຂອງຕົນມີ ຄວາມເຂົ້າໃຈແລະສາມາດຕົກລົງກັນໄດ້ບົນພື້ນຖານສັນຍາແຮງງານ. ໃນກໍລະນີທີ່ຂໍ້ຂັດແຍ່ງທາງດ້ານແຮງງານຫາກບໍ່ສາມາດ ຕົກລົງກັນໄດ້ກໍ່ໃຫ້ປະຕິບັດຕາມ ມາດຕາ 45 ຂອງກົດໝາຍສະບັບນີ້.

...ມາດຕາ 45 ການແກ້ໄຂຂໍ້ຂັດແຍ່ງທາງດ້ານລະບຽບກົດໝາຍ

ມາດຕາ 45 ການແກ້ໄຂຂໍ້ຂັດແຍ່ງທາງດ້ານລະບຽບກົດໝາຍ ຂໍ້ຂັດແຍ່ງທາງດ້ານລະບຽບກົດໝາຍລະຫວ່າງຜູ້ອອກແຮງ ງານກັບຜູ້ໃຊ້ແຮງງານຕ້ອງພິຈາລະນາແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍແຮງງານ,ກົດໝາຍວ່າດ້ວຍກໍາມະບານລາວ,ກົດລະບຽບພາຍ ໃນຂອງຫົວໜ່ວຍແຮງງານແລະລະບຽບການອອກແຮງງານດ້ວຍການ ເຂົ້າຮ່ວມຂອງທັງສອງຝ່າຍຫຼືຜູ້ຕາງໜ້າ. ໃນກໍລະນີທີ່ສອງຝ່າຍຫາກສາມາດຕົກລົງກັນໄດ້ທັງໝົດຫຼື ບາງສ່ວນນັ້ນແລ້ວກໍ່ໃຫ້ເຮັດບົດບັນທຶກໂດຍແຕ່ລະຝ່າຍພ້ອມດ້ວຍພະ ຍານເຊັ່ນຢັ້ງຢືນຮັບຮູ້ແລ້ວສົ່ງບົດບັນທຶກດັ່ງກ່າວໃຫ້ການຈັດຕັ້ງກໍາມະ ບານ,ອົງການຄຸ້ມຄອງແຮງງານຂັ້ນຂອງຕົນພາຍໃນກໍານົດຫ້າວັນນັບ ແຕ່ວັນໄດ້ເຊັນບົດບັນທຶກດັ່ງກ່າວເປັນຕົ້ນໄປເພື່ອຈັດຕັ້ງປະຕິບັດ. ໃນກໍລະນີທີ່ຜູ້ອອກແຮງງານແລະຜູ້ໃຊ້ແຮງງານຫາກບໍ່ປະ ຕິບັດຕາມບົດບັນທຶກນັ້ນກໍ່ມີສິດຮ້ອງຂໍໃຫ້ອົງການຄຸ້ມຄອງແຮງງານຕາມ ທີ່ໄດ້ກໍານົດໄວ້ໃນ ມາດຕາ 66 ຂອງກົດໝາຍວ່າດ້ວຍແຮງງານເພື່ອ ພິຈາລະນາແກ້ໄຂ. ໃນກໍລະນີທີ່ອົງການຄຸ້ມຄອງແຮງງານຫາກບໍ່ສາມາດແກ້ ໄຂໄດ້ຫຼືແກ້ໄຂໄດ້ບາງສ່ວນພາຍໃນກໍານົດສິບຫ້າວັນແລ້ວຄູ່ກໍລະນີທີ່ບໍ່ ພໍໃຈກໍ່ມີສິດຍື່ນຄໍາຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນ.

...ມາດຕາ 46 ການແກ້ໄຂຂໍ້ຂັດແຍ່ງທາງດ້ານຜົນປະໂຫຍດ

ມາດຕາ 46 ການແກ້ໄຂຂໍ້ຂັດແຍ່ງທາງດ້ານຜົນປະໂຫຍດ ການແກ້ໄຂຂໍ້ຂັດແຍ່ງທາງດ້ານຜົນປະໂຫຍດໃຫ້ດໍາເນີນໄປ ຕາມຂັ້ນຕອນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານລະບຽບກົດໝາຍຕາມ ທີ່ໄດ້ກໍານົດໄວ້ໃນ ມາດຕາ 45 ຂອງກົດໝາຍສະບັບນີ້. ໃນກໍລະນີທີ່ອົງການຄຸ້ມຄອງແຮງງານຫາກບໍ່ສາມາດແກ້ໄຂ ໄດ້ພາຍໃນກໍານົດສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປແລ້ວຜູ້ ອອກແຮງງານແລະຜູ້ໃຊ້ແຮງງານຕ້ອງໄດ້ສະເໜີຕໍ່ການຈັດຕັ້ງກໍາມະ ບານຂັ້ນເທິງຖັດຕົນເພື່ອພິຈາລະນາແກ້ໄຂ.ໃນກໍລະນີທີ່ຍັງແກ້ໄຂບໍ່ໄດ້ຫຼື ບໍ່ສາມາດແກ້ໄຂໄດ້ແລ້ວກໍ່ໃຫ້ສະເໜີຕໍ່ຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບແຮງງານຫຼືຮ້ອງຟ້ອງຂຶ້ນສານຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 63 ແລະ 64 ຂອງກົດໝາຍວ່າດ້ວຍແຮງງານ. ..ພາກທີ 10 ວັນສ້າງຕັ້ງ,ເຄື່ອງໝາຍແລະຕາປະທັບຂອງກໍາມະບານ


...ມາດຕາ 47 ວັນສ້າງຕັ້ງກໍາມະບານລາວ

ມາດຕາ 47 ວັນສ້າງຕັ້ງກໍາມະບານລາວ ວັນສ້າງຕັ້ງກໍາມະບານລາວແມ່ນວັນທີ 1 ກຸມພາ 1956. ສະຫະພັນກໍາມະບານແຕ່ລະຂັ້ນໃນທົ່ວປະເທດພ້ອມກັບກໍາມະ ກອນ,ຊາວຜູ້ອອກແຮງງານແລະນັກຮຽນຮູ້ປັນຍາຊົນຈັດຕັ້ງສະເຫຼີມສະ ຫຼອງວັນດັ່ງກ່າວໃນທຸກໆປີ.

...ມາດຕາ 48 ເຄື່ອງໝາຍ

ມາດຕາ 48 ເຄື່ອງໝາຍ ກໍາມະບານມີເຄື່ອງໝາຍ,ກາໝາຍແລະທຸງຊຶ່ງໄດ້ກໍານົດ ໄວ້ໃນລະບຽບການສະເພາະ.

...ມາດຕາ 49 ຕາປະທັບ

ມາດຕາ 49 ຕາປະທັບ ໃນການເຄື່ອນໄຫວວຽກງານຂອງຕົນກໍາມະບານແຕ່ລະຂັ້ນ ມີຕາປະທັບສະເພາະຂອງຕົນຊິ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

..ພາກທີ 11 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 50 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 50 ນະໂຍບາຍຕໍ່ຜູ້ມີຜົນງານ ການຈັດຕັ້ງແລະບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດ ກົດໝາຍວ່າດ້ວຍກໍາມະບານລາວຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນ ຕາມລະບຽບການ.

...ມາດຕາ 51 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 51 ມາດຕະການຕໍ່ຜູ້ລະເມີດ ການຈັດຕັ້ງແລະບຸກຄົນທີ່ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງການຈັດຕັ້ງກໍາມະບານຫຼືສິດ ແລະຜົນປະໂຫຍດອັນຊອບທໍາຂອງກໍາມະກອນ,ຊາວຜູ້ອອກແຮງງານ ຈະຖືກປະຕິບັດມາດຕະການຕ່າງໆເຊັ່ນ:ສຶກສາອົບຮົມ,ກ່າວເຕືອນ,ປະ ຕິບັດວິໄນຫຼືດໍາເນີນຄະດີຕາມລະບຽບກົດໝາຍຕາມກໍລະນີເບົາຫຼືໜັກ ພ້ອມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

..ພາກທີ 12 ບົດບັນຍັດສຸດທ້າຍ


...ມາດຕາ 52 ການຈັດຕັ້ງປະຕິບັດ

ມາດຕາ 52 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວແລະສູນກາງສະຫະພັນກໍາມະ ບານລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາ 53 ຜົນສັກສິດ

ມາດຕາ 53 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນທີ 1 ກຸມພາ 2008 ເປັນຕົ້ນໄປໂດຍແມ່ນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດ ປະກາດໃຊ້. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ